Thursday, October 9, 2025
Home Blog Page 849

ເປີດການແຂ່ງຂັນ ເຕັນນິສ ຊຽງຂວາງເກມ

0

ການແຂ່ງຂັນກິລາເຕັນນິສ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວາ 2022 ທີ່ສະໜາມກິລາເຕັນນິສ ໄຊຊະນະ ບ້ານໂພນມີໄຊ ເມືອງແປກ.

ກິລາ ເຕັນນິສ ມີຊີງໄຊທັງໝົດ 7 ຫລຽນຄໍາ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 39 ຄົນ, ຍິງ 18 ຄົນ ມາຈາກ 5 ພາກສ່ວນ ຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຊຽງຂວາງເຈົ້າພາບ.

ການແຂ່ງຂັນໄດ້ດຳເນີນແຕ່ວັນທີ 15 ທັນວາ​ ໄປຈົນຮອດ ວັນທີ 19 ທັນວາ 2022 ຈິ່ງຈະສໍາເລັດ.

ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ

0

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ທັນວາ 2022, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່) ປະກອບມີ 9 ພາກ, 11 ໝວດ ແລະ 72 ມາດຕາ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງກັບແນວທາງທີ່ພັກ, ລັດວາງອອກ.

ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງ ຜົນປະໂຫຍດ ພາຍຫລັງທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ມີຜົນສັກສິດ ສປປ ລາວ ຈະມີກົດໝາຍ ທີ່ເປັນລະບົບຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນ; ລັດຈະມີນະໂຍບາຍ ທີ່ເໝາະສົມສໍາລັບວຽກງານໜັງສືຜ່ານແດນ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ; ຈະເປັນບ່ອນອີງທາງດ້ານກົດໝາຍ ທີ່ສຳຄັນໃຫ້ແກ່ກະຊວງການຕ່າງປະເທດ, ລັດຖະບານ ເພື່ອຄຸ້ມຄອງວຽກງານໜັງສືຜ່ານແດນ; ຈະເປັນບ່ອນອີງໃນການກໍານົດ ໂຄງປະກອບການຈັດຕັ້ງທີ່ປະຕິບັດວຽກງານໜັງສືຜ່ານແດນ; ການກໍານົດຂັ້ນຕອນ ແລະ ຄຳຮ້ອງ ກໍຄື ເອກະສານປະກອບຕ່າງໆ ທີ່ລະອຽດ ຈະແຈ້ງ, ຈະເປັນບ່ອນອີງໃຫ້ບຸກຄະລາກອນ ຂອງອົງການໜັງສືຜ່ານແດນໃນການກວດກາ ແລະ ພິຈາລະນາ ອອກ, ໂຈະ ແລະ ປະຕິເສດ, ລົບລ້າງ ແລະ ຖອນຄືນ ໜັງສືຜ່ານແດນ ກໍຄື ການອໍານວຍຄວາມສະດວກ ແລະ ສາມາດຕອບສະໜອງ ໄດ້ຄວາມຮຽກຮ້ອງຕ້ອງການ ຂອງສາທາລະນະຊົນທີ່ຂໍນໍາໃຊ້ ຫລື ປ່ຽນ ໜັງສືຜ່ານແດນ; ກຳນົດໃຫ້ມີການສ້າງຖານຂໍ້ມູນໜັງສືຜ່ານແດນ ດ້ວຍລະບົບເອເລັກໂຕຣນິກ ຈະຊ່ວຍໃຫ້ການຄຸ້ມຄອງ, ນຳໃຊ້ ແລະ ປ້ອນຂໍ້ມູນ ມີຄວາມວ່ອງໄວ, ທັນສະໄໝ, ຮັບປະກັນ ແລະ ຍາວນານ; ມີກົນໄກການປະສານສົມທົບ ລະຫວ່າງ ການຈັດຕັ້ງລັດທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກົມກຽວ ແລະ ຈະແຈ້ງ ເຊິ່ງຈະຊ່ວຍໃຫ້ວຽກງານໜັງສືຜ່ານແດນ ມີຄວາມຄ່ອງຕົວ, ມີຄຸນນະພາບ ແລະ ປະສິດທິພາບສູງຂຶ້ນກວ່າເກົ່າ; ມີການກຳນົດຄວາມຮັບຜິດຊອບຂອງຜູ້ຖືໜັງສືຜ່ານແດນ ກໍຄື ຂໍ້ຫ້າມຕ່າງໆຢ່າງຈະແຈ້ງ ເຊິ່ງຈະຊ່ວຍຫລຸດຜ່ອນການນໍາໃຊ້ ທີ່ບໍ່ຖືກຕ້ອງກັບເປົ້າໝາຍ ລວມທັງການກະທຳຜິດ ຫລື ການກໍ່ອາຊະຍາກໍາ ທີ່ກ່ຽວຂ້ອງກັບໜັງສືຜ່ານແດນ.

ນອກຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍບັບດັ່ງກ່າວ, ຈະເປັນການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ; ຜັນຂະຫຍາຍລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະ ເທດ, ກົດໝາຍ ວ່າດ້ວຍສັນຊາດລາວ ກໍຄື ການຍົກລະດັບວຽກງານໜັງສືຜ່ານແດນໃຫ້ມີຄວາມຮັບ ປະກັນ ແລະ ຫັນເປັນທັນສະໄໝ ໂດຍສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂຂອງອົງການການບິນພົນລະເຮືອນສາກົນ (ICAO) ກໍຄື ສົນທິສັນຍາທີ່ກ່ຽວຂ້ອງອື່ນ ທີ່ ສປປ ລາວ ເປັນພາຄີ ໄດ້ກຳນົດໄວ້ນັ້ນ, ຈຶ່ງມີຄວາມຈໍາເປັນພາວະວິໄສ ໃນການສ້າງກົດໝາຍສະບັບດັ່ງກ່າວ ເພື່ອກຳນົດ ຫລັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນ ເຊິ່ງຈະເຮັດໃຫ້ການຄຸ້ມຄອງວຽກງານດັ່ງກ່າວ ລວມສູນ ແລະ ເປັນເອກະພາບ, ການປະຕິບັດວຽກງານໜັງສືຜ່ານແດນມີຄວາມຖືກຕ້ອງ, ຊັດເຈນ, ສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດ ທິຜົນຂຶ້ນກວ່າເກົ່າ ກໍຄື ການຫັນຂະແໜງການການຕ່າງປະເທດ ໄປສູ່ການຄຸ້ມຄອງລັດດ້ວຍກົດໝາຍ ເທື່ອລະກ້າວ.

ຂ່າວ: ກິດຕາ

ໂຄງການຟາມ ວິນາມິວ ລາວ-ຈາໂກຣ ສ້າງວຽກເຮັດໃຫ້ຄົນລາວ ຮ້ອຍກວ່າຄົນ

0

ບໍລິສັດ ພັດທະນາກະສິກໍາ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ (ລາວ-ຈາໂກຣ) ໄດ້ເລີ່ມດຳເນີນໂຄງການຟາມ ວິນາມິວ ລາວ-ຈາໂກຣ (Vinamilk Lao-Jagro) ໃນວັນທີ 24 ພຶດສະພາ 2019 ສາມາດສ້າງວຽກເຮັດງານທຳໃຫ້ຄົນລາວແລ້ວ 100 ກວ່າຄົນ ແລະ ຄາດວ່າເມື່ອເລີ່ມມີການຮີດນົມງົວເພື່ອສົ່ງອອກ ຈະຮັບແຮງງານເພີ່ມອີກ 500 ຄົນ, ຊຶ່ງໃນນີ້ແມ່ນເລັ່ງໃສ່ແຮງງານລາວ.

ທ່ານ ແສງປັນ ເພັດດາລາ ອຳນວຍການທີ່ດິນຂອງບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈໍາກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດເຮົາ ກໍເປັນພາກສ່ວນໜຶ່ງ ທີ່ໄດ້ໃຫ້ການສະໜັບສະໜູນງານກິລາ ຊຽງຂວາງເກມ ຈໍານວນ 50 ລ້ານກີບ. ບໍລິສັດເຮົາ ໄດ້ດໍາເນີນໂຄງການຟາມ ວິນາາມິວ ລາວ-ຈາໂກຣ ເປັນໂຄງການລ້ຽງງົວນົມ ເພື່ອຜະລິດນົມງົວສົດ ສົ່ງອອກໄປຫວຽດນາມ, ຊຶ່ງປັດຈຸບັນຍັງຢູ່ໃນຂັ້ນຕອນເລີ່ມຕົ້ນ. ເຖິງຢ່າງໃດກໍຕາມ, ໃນການດຳເນີນໂຄງການ ບໍລິສັດໄດ້ເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ແຮງງານລາວ ກໍຄືແຮງງານທີ່ຢູ່ອ້ອມຂ້າງພື້ນທີ່ຂອງໂຄງການ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍຄືອໍານາດການປົກຄອງແຂວງຊຽງຂວາງ, ຊຶ່ງໂຄງການນີ້ ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ການພັດທະນາ ເສດຖະກິດ ຂອງ ລາວ-ຫວຽດນາມ ແລະ ຍີ່ປຸ່ນ.

ໂຄງການໄດ້ເລີ່ມລົງມື ໃນວັນທີ 24 ພຶດສະພາ 2019 ໂດຍໄດ້ກໍ່ສ້າງໂຄງລ່າງພື້ນຖານ ແລະ ນໍາເຂົ້າອຸປະກອນກົນຈັກຕ່າງໆ ປັດຈຸບັນໄດ້ມີການຈ້າງງານແລ້ວ 200 ກວ່າຄົນ. ໃນນີ້, ມີວິຊາການຫວຽດນາມ 26 ຄົນ, ເຫລືອນັ້ນແມ່ນແຮງງານຄົນລາວ) ຊຶ່ງກໍໝາຍຄວາມວ່າ ປັດຈຸບັນ ໂຄງການນີ້ ໄດ້ສ້າງວຽກເຮັດງານທໍາໃຫ້ຄົນລາວແລ້ວ 100 ກວ່າຄົນ. ການດໍາເນີນວຽກງານຂອງໂຄງການ, ປັດຈຸບັນໄດ້ດຳເນີນໃນເນື້ອທີ່ 1.000 ກວ່າເຮັກຕາ ແລະ ຈະບຸກເບີກເພີ່ມໃຫ້ໄດ້ 2.000 ຫາ 5.000 ເຮັກຕາຕາມແຜນການ ດ້ວຍການລົງທຶນເບື້ອງຕົ້ນແມ່ນ 120 ລ້ານໂດລາ ແລະ ຈະໄດ້ເພີ່ມຂຶ້ນເປັນ 150 ລ້ານໂດລາ, ຊຶ່ງສ່ວນຫລາຍບັນດາລາຍການຂອງໂຄງການໄດ້ສຳເລັດ 99-100%, ບາງລາຍການກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຂັ້ນສຸດທ້າຍ. ໃນເດືອນກໍລະກົດຜ່ານມາ ບໍລິສັດໄດ້ນໍາງົວນົມ (ສາວ) ມາແຕ່ສະຫະລັດອາເມລິກາ ຈຳນວນ 1.000 ໂຕທຳອິດ, ຄາດວ່າເດືອນ 3 ປີ 2023 ຈະເລີ່ມນໍາເຂົ້າມາເທື່ອລະນ້ອຍ ເພືີ່ອໃຫ້ໄດ້ 4.000 ໂຕ. ເມື່ອສໍາເລັດໂຄງລ່າງພື້ນຖານດ້ານການປູກພືດໃນການສະໜອງອາຫານໃຫ້ງົວ ແລະ ໂຮງງານຜະລິດອາຫານສັດສຳເລັດ ກໍຈະນໍາງົວເຂົ້າມາໃຫ້ເປັນ 8.000 ໂຕຕາມແຜນການ.

ທ່ານ ແສງປັນ ເພັດດາລາ ກ່າວຕື່ມວ່າ: ປັດຈຸບັນໄດ້ທຳການປະສົມພັນທຽມແລ້ວ, ງົວນົມ ໄດ້ມີການຖືພາ ແລະ ຄາດວ່າໃນເດືອນ 5 ປີ 2023 ກໍຈະໄດ້ເລີ່ມຮີດນົມງົວ ກໍຄືຜະລິດນົມງົວສົດຊຸດທຳອິດຂອງໂຄງການ, ເມື່ອເຖິງເວລານັ້ນ ກໍຈະມີການຈ້າງງານເພີ່ມຂຶ້ນ, ໂດຍເລັງໃສ່ແຮງງານຄົນລາວ ປະມານ 500 ຄົນ. ຕະຫລອດ 3 ປີ ແຫ່ງການດຳເນີນໂຄງການບໍລິສັດ ໄດ້ມອບພັນທະພາສີເຂົ້າງົບປະມານແຫ່ງລັດໂດຍທາງກົງ ແລະ ທາງອ້ອມ, ຊຶ່ງຍອດມູນຄ່າການຊື້ສິນຄ້າ, ບໍລິການຢູ່ທ້ອງຖິ່ນແມ່ນຫລາຍກວ່າ 13 ຕື້ກີບ. ຖ້າໂຄງການໄດ້ດໍາເນີນການຮອດເວລາທີ່ມີງົວໃນຈໍານວນ 8.000 ໂຕ ຕາມແຜນການ ກໍຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຫລາຍຮ້ອຍຄົນ ແລະ ມີວຽກເຮັດແບບທາງອ້ອມຫລາຍກວ່າພັນຄົນ ຜ່ານການຂະຫຍາຍການຜະລິດເພື່ອສະໜອງສະບຽງອາຫານ ກໍຄືການບໍລິການໃຫ້ແກ່ໂຄງ ການ ທັງເປັນການປະກອບລາຍຮັບອາກອນມູນຄ່າເພີ່ມ ແລະ ອາກອນລາຍຮັບຂອງບໍລິສັດເຂົ້າງົບປະມານຂອງລັດ ຕື່ມອີກ.

ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ

ສສຊ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ

0

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ ພິຈາລະນາປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ທັນວາ 2022 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງນີ້, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜົນລະເມືອງລາວ ແລະ ເພື່ອອຳນວຍຄວາມສະດວກໃຫ້ຜົນລະເມືອງລາວ ໃນການເດີນທາງເຂົ້າ-ອອກ ສປປ ລາວ ສາມາດເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າໃນການປົກປັກສາຮັກ ແລະ ພັດທະນາປະເທດຊາດ.

ທ່ານ ຄຳປະສິດ ເທບວົງສາ ສສຊ ເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ປະກອບຄຳຄິດຄຳເຫັນໂດຍທ່ານໄດ້ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂກ່ຽວກັບ ກໍລະນີເຮັດໜັງສືຜ່ານແດນເສຍ ຫລື ໜັງສືຜ່ານແດນໝົດອາຍຸ ຕ້ອງຕໍ່ໃໝ່ ຈຳເປັນບໍ່ທີ່ຈະຕ້ອງດຳເນີນການເຮັດເອກະສານເລີ່ມຕົ້ນໃໝ່ໝົດ ເນື່ອງຈາກວ່າຖານຂໍ້ມູນຕ່າງໆ ມີໃນລະບົບໝົດແລ້ວ, ທັງນີ້ ກໍເພື່ອແນໃສ່ສ້າງຄວາມສະດວກສະບາຍ ໃຫ້ປະຊາຊົນ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຫັນວ່າສະຖານທີ່ດັ່ງກ່າວ ມີຄວາມແອອັດຫລາຍ ສະເໝີໃຫ້ຂະຫຍາຍສະຖານທີ່ ເຮັດວຽກດັ່ງກ່າວ, ພາກສ່ວນກ່ຽວຂ້ອງຄວນພິຈາລະນາການອອກບັດ ໂດຍນຳໃຊ້ເຄື່ອງມືເອເລັກໂຕນິກເຂົ້າມາຊ່ວຍ ເພື່ອລັດຂັ້ນຕອນໃນການດຳເນີນການ ທັງບໍ່ໃຫ້ປະຊາຊົນມາຖ້າລຽນຄິວ, ສະເໝີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາຄືນ ເພື່ອເຮັດໃຫ້ວຽກງານດັ່ງ ກ່າວສະດວກ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບຫລາຍຂຶ້ນ.

ນອກຈາກນີ້, ສສຊ ຫລາຍທ່ານ ກໍໄດ້ສະເໜີໃຫ້ ຕັດບາງເນື້ອໃນ, ເພີ່ມຄຳອະທິບາຍ ໃສ່ບາງໝວດ, ບາງພາກ ແລະ ບາງມາດຕາ; ສະເໝີໃຫ້ປ່ຽນຊື່ຂອງກົດໝາຍສະບັບນີ້ ເພື່ອບໍ່ໃຫ້ມີຄວາມສັບສົນ ລະຫວ່າງໜັງສືຜ່ານແດນ, ພາດສະປອດ, ບໍເດິພັດ; ສະເໜີປ່ຽນໃຫ້ເປັນກົດໝາຍ ວ່າດ້ວຍໜັງສືເດີນທາງ ຈະເໝາະສົມກວ່າ; ການເຮັດໜັງສືຜ່ານແດນຄວນໃຊ້ເວລາໃຫ້ສັ້ນລົງ ແລະ ຕ້ອງຫັນເປັນທັນສະໄໝ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ສະພາບໍລິຫານລັດວິສາຫະກິດຫວຍພັດທະນາວາງກະຕ່າດອກໄມ້ ຢູ່ພິພິທະພັນ ໄກສອນ ພົມວິຫານ

0

ຄະນະສະພາບໍລິຫານ, ຄະນະອໍານວຍການ ບໍລິສັດລັດວິສາຫະກິດ ຫວຍພັດທະນາ ນໍາໂດຍ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ປະທານສະພາບໍລິຫານບໍລິສັດລັດວິສາຫະກິດ ຫວຍພັດທະນາ, ທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດລັດວິສາຫະກິດ ຫວຍພັດທະນາ, ມີບັນດາຄະນະກໍາມະການ, ຕົວແທນຈໍາໜ່າຍຫວຍພັດທະນາ ປະຈໍານະຄອນຫລວງວຽງຈັນ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດສະເຫລີມສະຫລອງວັນປະຫວັດສາດຂອງຊາດວັນທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໃນວັນທີ 14 ທັນວາ 2022 ນີ້, ທີ່ຫໍພິພະທະພັນ ໄກສອນ ພົມວິຫານ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນເພື່ອຜົນປະໂຫຍດລວມຂອງຊາດ, ເພື່ອອະນາຄົດຂອງລູກຫລານບັນດາເຜົ່າ, ທ່ານໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ, ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ຈາລຶກໃນຄວາມຊົງຈຳ ຂອງປະຊາຊົນລາວບັນດາເຜົ່າຕະຫລອດກາລະນານ. ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ, ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

ໃນໂອກາດດຽວກັນ, ຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານບໍລິສັດລັດວິສາຫະກິດຫວຍພັດທະນາ ແລະ ຕົວແທນຈໍາໜ່າຍຫວຍພັດທະນາ ປະຈໍານະຄອນຫລວງວຽງຈັນ ຍັງໄດ້ເຂົ້າຢຽມຊົມຫ້ອງວາງແດງຮູບພາບການເຄື່ອນໄຫວ ໃນສະໄໝປະຫວັດສາດຂອງ ປະທານ ໄກສອນ ພົມວິຫານ ແລະ ໄດ້ມອບເງິນຈຳນວນ 40 ລ້ານກີບ ເພື່ອປະກອບສ່ວນປົກປັກຮັກສາໃຫ້ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ, ຕ່າງໜ້າມອບໂດຍ ທ່ານ ສົມບູນ ອິນທະປັດຖາ ແລະຕາງໜ້າຮັບໂດຍ ທ່ານ ນາງ ອ່ອນຈັນ ສຸວັນນະແສງ ຮອງຫົວໜ້າກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານຜູ້ນຳປະຕິບັດ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ-ພາບ: ກະຊວງການເງິນ

ອະລິຍາ ພູສະຫວັດ ຄວ້າຫລຽນຄໍາໃຫ້ເຈົ້າພາບແຂ່ງຂັນກິລາລົດຖີບເປີຊຸດ ຊາຍ 4 ພັນແມັດ

0

ການແຂ່ງຂັນຂີ່ລົດຖີບ ລາຍການ ເປີຊຸດ (ຈັບເວລາ) 4000ແມັດ ຊາຍ ໃນຊຽງຂວາງເກມ ວັນທີ 16 ທັນວາ 2022 ທີ່ທາງ 3ແຍກໄຫຫີນ ບ້ານນາຄູນ ເມືອງແປກ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນຈາກ 5 ແຂວງ ແລະ 1 ກະຊວງ ຄື: ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ ສົ່ງນັກກິລາລົງແຂ່ງຂັນພາກສ່ວນລະ 2 ຄົນ, ແຂວງ ສະຫວັນນະເຂດ ສົ່ງນັກກິລາລົງແຂ່ງຂັນ 3ຄົນ, ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ແຂວງຊຽງຂວາງເຈົ້າພາບ ສົ່ງນັກກິລາລົງແຂ່ງຂັນພາກສ່ວນລະ1ຄົນ.

ສໍາລັບການແຂ່ງຂັນກິລາລົດຖີບລາຍການ ເປີຊຸດ ຫລື ຈັບເວລາ 4000ແມັດ ປະເພດລົດກວັກ ແມ່ນເລີ່ມຢູ່ຈຸດສາມແຍກໄຫຫີນ ຫາ ສະໜາມກອ໊ຟສາຍສໍາພັນ ຜົນປາກົດວ່າ ອະລິຍາ ພູສະຫວັດ ເຮັດເວລາໄດ້ດີສຸດ ທີ່ 05:26:36 ນາທີ ເປັນອັນດັບ 1 ຄວ້າຫລຽນຄໍາໃຫ້ເຈົ້າພາບໄປຄອງ.

ສ່ວນອັນດັບສອງເປັນຂອງ ທະນູບູນ ວົງເດືອນ ຈາກແຂວງບໍ່ແກ້ວ ເຂົ້າເສັ້ນໄຊດ້ວຍເວລາ 05:53:98 ນາທີ ແລະ ອັນດັບ 3 ເປັນຂອງສອນສຸລິສັກ ແມນວິໄລ ຈາກແຂວງວຽງຈັນ ເຂົ້າເສັ້ນໄຊດ້ວຍເວລາ 06:05:78 ນາທີ.

ພາບ-ຂ່າວ: ຄ. ຄົນທໍາມະດາ

ຈຳປາສັກ ຊະນະ ເຈົ້າພາບ 3-2 ຄວ້າຫລຽນຄຳ ກິລາໝາກຂ່າງທີມຍິງໄປຄອງ

0

ນັກກິລາໝາກຂ່າງ ປະເພດທີມຍິງ ແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫລັງໃນຮອບຊີງຫລຽນຄຳ ເອົາຊະນະ ນັກກິລາ ຈາກແຂວງຊຽງຂວາງ ເຈົ້າພາບ 3-2 ເຊັດ ຄວ້າຫລຽນຄຳ ມາຄອງໄດ້ສຳເລັດ ໃນການແຂ່ງຂັນກິລາໝາກຂ່າງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ການແຂ່ງຂັນກິລາໝາກຂ່າງປະເພດທີມຍິງ ຮອບຊີງຫລຽນຄຳ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 16 ທັນວາ ທີ່ສະໜາມກິລາໝາກຂ່າງໄຫຫີນ ເມືອງແປກ ແຂວງຊຽງຂວາງ ລະຫວ່າງ ແຂວງຈຳປາສັກ ພົບກັບ ແຂວງຊຽງຂວາງ ເຈົ້າພາບ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາໝາກຂ່າງແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນ ເອົາຊະນະ ແຂວງຊຽງຂວາງ ເຈົ້າພາບ ໄປໄດ້ແບບຫວຸດຫວິດ 3-2 ເຊັດ ດ້ວຍຄະແນນ 60-10, 70-20, 30-45, 35-40 ແລະ 55-20 ຄວ້າຫລຽນຄຳ ທຳອິດໃນປະເພດກິລາໝາກຂ່າງ ໃຫ້ກັບທັບນັກກິລາແຂວງຈຳປາສັກ ໄດ້ສຳເລັດ,​ ຂະນະທີ່ແຂວງຊຽງຂວາງ ເຈົ້າພາບ ໄດ້ຫລຽນເງິນ​ ສ່ວນຫລຽນທອງ ເປັນຂອງນັກກິລາຈາກແຂວງຫລວງນ້ຳທາ. ສຳລັບປະເພດທີມຊາຍ ຫລຽນຄຳ ເປັນຂອງນັກກິລາຈາກແຂວງຜົ້ງສາລີ, ຫລຽນເງິນ ແຂວງຊຽງຂວາງ ເຈົ້າພາບ ແລະ ຫລຽນທອງ ນະຄອນຫລວງວຽງຈັນ.

ສຳລັບການແຂ່ງຂັນກິລາໝາກຂ່າງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 14-20 ທັນວາ 2022 ມີການຊີງໄຊທັງໝົດ 27 ຫລຽນ ໃນນີ້, ມີ 9 ຫລຽນຄຳ, 9 ຫລຽນເງິນ ແລະ 9 ຫລຽນທອງ​ ໂດຍມີ 10 ພາກສ່ວນເຂົ້າຮ່ວມ ຄື: ແຂວງຜົ້ງສາລີ, ຫລວງນໍ້າ, ຫລວງພະບາງ, ແຂວງວຽງຈັນ, ໄຊຍະບູລີ, ຫົວພັນ, ໄຊສົມບູນ, ຈຳປາສັກ, ນະຄອນ ຫລວງວຽງຈັນ ແລະ ແຂວງຊຽງຂວາງ ເຈົ້າພາບ.

ຂ່າວ: ລູກນ້ຳເຊ ອິນທະດາລິນ

ເປີດງານສະຕາດອັບ ເຟສຕິໂວ ລາວ 2022 ສ້າງແຮງຊຸກຍູ້ ບັນດາທຸລະກິດລິເລີ່ມໃໝ່

0

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຄົມການຄ້າ ICT ລາວ ເປີດງານສະຕາດອັບເຟສ ຕິໂວລາວ 2022 (Lao Startup Festival 2022) ໃນວັນທີ 16 ທັນວາ 2022 ເພື່ອສ້າງແຮງກະຕຸກຊຸກຍູ້ ແລະ ເປັນເວທີໃຫ້ບັນດາທຸລະກິດສະຕາດອັບ(ທຸລະກິດລິເລີ່ມໃໝ່), ຊາວໜຸ່ມ-ນັກສຶກສາ ແລະ ບຸກຄົນທີ່ສົນໃຈເຮັດທຸລະກິດສະຕາດອັບ ໄດ້ສະແດງຜົນງານ, ການແລກປ່ຽນບົດຮຽນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອເປັນການສ້າງເຄື່ອຂ່າຍຂອງສະຕາດອັບ ແລະ ເປັນໂອກາດອັນດີໃນການເຜີຍແຜ່ຄວາມຮູ້ ກ່ຽວກັບວຽກງານສະຕາດອັບໃຫ້ສັງຄົມໄດ້ເຂົ້າໃຈຫລາຍຂຶ້ນ.

ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການຈັດງານ Lao Startup Festival 2022 ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນວຽກສົ່ງເສີມການສ້າງສະຕາດອັບ ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຖືເປັນກິດຈະກໍາໜຶ່ງ ທີ່ຜັນຂະ ຫຍາຍແຜນວຽກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ກອບນະໂຍບາຍ “ແຜນແມ່ບົດສຶກສາການຊຸກຍູ້ ແລະ ພັດທະນາທຸລະກິດລິເລີ່ມ (ສະຕາດອັບ)” ໃນໄລຍະກ້າວສູ່ເສດຖະກິດດີຈິຕອນ ທີ່ລັດຖະບານ ໄດ້ຮອງຮັບຢ່າງເປັນທາງການ ໃນກອງປະຊຸມຄະນະລັດຖະບານ ປະຈຳເດືອນສິງຫາ 2021 ຜ່ານມາ, ທັງເປັນການຜັນຂະຫຍາຍກົດໝາຍສົ່ງເສີມ ຈນກ ແລະ ແຜນພັດທະນາ ຈນກ 2021-2025 ທີ່ໄດ້ຖືກຮັບຮອງໃນປີ 2022. ນອກນີ້, ຍັງເປັນການສົ່ງເສີມວຽກງານການຄຸ້ມຄອງ ແລະ ສົ່ງເສີມທຸລະກິດສະຕາດອັບ ເພື່ອສາມາດເຂົ້າເຖິງຕະຫລາດທັງພາຍໃນ ແລະ ຕ່າງປະເທດ, ການເຜີຍແຜ່ສ້າງຈິດສຳນຶກໃຫ້ແກ່ຜູ້ປະກອບກິດຈະການ ທຸລະກິດສະຕາດອັບກ່ຽວກັບກົດໝາຍ ແລະ ລະບຽບການທາງດ້ານສະຕາດອັບ ຕິດພັນກັບການສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃໝ່ ຫລື ທຸລະກິດສະຕາດອັບ ເຊິ່ງເປັນນະໂຍບາຍຈຸດສຸມໜຶ່ງ ທີ່ນອນໃນແຜນພັດທະນາ ຈນກ 2021-2025.

ງານດັ່ງກ່າວຈະດຳເນີນໄປຮອດວັນທີ 18 ທັນວາ 2022 ປະກອບມີຫລາຍກິດຈະກຳເປັນຕົ້ນ ການວາງສະແດງຜົນງານສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ, ເວທີສົນທະນາ ແລະ ແລກປ່ຽນບົດຮຽນຈາກຜູ້ປະກອບກິດຈະການສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ, ເວທີການແຂ່ງຂັນສະຕາດອັບລາວ (Lao Startup Award) ເຊິ່ງປີນີ້ໄດ້ມີຜູ້ເຂົ້າຮ່ວມສະໝັກຈໍານວນ 50 ກວ່າຫົວໜ່ວຍ.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການສົ່ງເສີມ ສະຕາດອັບ ຢູ່ປະເທດເຮົາແມ່ນຍັງຢູ່ໃນໄລຍະເລີ່ມຕົ້ນ ເຊິ່ງສະພາບການສົ່ງເສີມ ແລະ ດຳເນີນທຸລະກິດ ສະຕາດອັບ ຍັງມີຂໍ້ຈຳກັດຫລາຍສົມຄວນ ໂດຍສະເພາະລະບົບນິເວດທາງທຸລະກິດ ຫລື ecosystem ຍັງມີຫລາຍອົງປະກອບທີ່ບໍ່ທັນສົມບູນ ຫລື ຍັງຂາດ ເຊັ່ນ: ລະບົບການລົງທຶນຮ່ວມ ເພື່ອເຂົ້າເຖິງແຫລ່ງທຶນ, ນິຕິກຳຄຸ້ມຄອງ ແລະ ສົ່ງເສີມສະເພາະ, ການຮ່ວມມືກັບສະຖາບັນການສຶກສາດ້ານການພັດທະນາ ແພັດຟອມ ຫລື ທຸລະກິດ, ນະໂຍບາຍດ້ານພາສີ-ອາກອນສະເພາະ ແລະ ທີ່ສຳຄັນແມ່ນຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມຕໍ່ກັບທຸລະກິດປະເພດ ສະຕາດອັບ. ຍ້ອນເຫດຜົນດັ່ງກ່າວນີ້, ຈິ່ງເຫັນວ່າການພັດທະນາທຸລະກິດປະເພດ ສະຕາດອັບ ຢູ່ບ້ານເຮົາມີຄວາມຊັກຊ້າ, ຈຳນວນຫົວໜ່ວຍທຸລະກິດ ສະຕາດອັບ ແມ່ນຍັງມີໜ້ອຍ. ເຖິງແນວໃດກໍຕາມ, ຂ້າພະເຈົ້າຍັງເຊື່ອໝັ້ນວ່າ ການສົ່ງເສີມທຸລະກິດດັ່ງກ່າວ ຢູ່ ສປປ ລາວ ຍັງມີໂອກາດໃນການພັດທະນາ ແລະ ຂະຫຍາຍຕົວໃນຕໍ່ໜ້າ.

ຂ່າວ: ມະນີທອນ

ສາວບານເຕະ ນະຄອນຫລວງ ຊະນະ ຈໍາປາສັກ 2-0 ເກັບໄຊຊະນະ 2 ນັດລວດ

0

ທີມບານເຕະຍິງ ນະຄອນຫລວງວຽງຈັນ ລົງສະໜາມນັດທີ 2 ສາມາດເອົາຊະນະ ຈໍາປາສັກ 2-0 ໃນການແຂ່ງຂັນກິລາບານເຕະຍິງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ປະຈໍາວັນທີວັນທີ 16 ທັນວາ 2022 ຮອບຄັດເລືອກ ທີ່ສະໜາມໄຊຊະນະ ເມືອງແປກ ແຂວງຊຽງຂວາງ.

ທີມບານເຕະຍິງ ນະຄອນຫລວງວຽງຈັນ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຂອງ ອິນທິດາ ຄູນສີ ນາທີໆ 44, ສ່ວນເຄິ່ງເວລາທີ 2 ນະຄອນຫລວງວຽງຈັນ ຍັງຄຸມເກມໄດ້ເໜືອກວ່າ ກ່ອນທີ່ໄລຍະທ້າຍເກມນາທີໆ 88 ຮຸ່ງ ໄຊສະຫວ່າງ ຈະມາຍິງປະຕູຢໍ້າໄຊຊະນະໃຫ້ກັບ ນະຄອນຫລວງວຽງຈັນ ເອົາຊະນະ ຈໍາປາສັກ 2-0.

ຈາກຜົນດັ່ງກ່າວ ທີມບານເຕະສາວນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດ 2022 ເກັບເພີ່ມເປັນ 6 ຄະແນນຂຶ້ນນໍາຕາຕະລາງຄະແນນລວມ ຫລັງຈາກທີ່ນັດທໍາອິດເອົາຊະນະ ແຂວງຫລວງພະບາງ ແບບຫວຸດວິດ 1-0, ສ່ວນ ຈໍາປາສັກ ເສຍ 2 ນັດລວດ.

ສໍາລັບ ການແຂ່ງຂັນບານເຕະຍິງ ໃນຊຽງຂວາງເກມ ມີພຽງ 4 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ຫລວງພະບາງ, ນະຄອນຫລວງວຽງຈັນ ແລະ ຈຳປາສັກ ໂດຍຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີມທີ່ເປັນອັນດັບ 1 ແລະ 2 ມາຊີງຫລຽນຄຳ, ສ່ວນທີ 3 ໄດ້ຫລຽນທອງໄປເລີຍ.

ຂ່າວ-ຮູບ: Larh Creator (ຄໍາສອນ)

ເປີດສັງວຽນມວຍລາວ ຊຽງຂວາງເກມ ຂຶ້ນຊົກ 15 ຄູ່

0

ກິລາມວຍລາວ ໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ເລີ່ມຊົກຢ່າງເປັນທາງການໃນວັນທີ 16 ທັນວາ 2022 ຢູ່ສະໜາມກິລາສວນມອນ ບ້ານໂງຍ ເມືອງແປກໂດຍມື້ທຳອິດຂຶ້ນສັງວຽນ 15 ຄູ່. ນັກກິລາມວຍລາວ 104 ຄົນ, ຍິງ 30 ຄົນ ຈາກ 13 ພາກສ່ວນເຂົ້າຮ່ວມ ຊຶ່ງປະເພດຕໍ່ສູ້ມີ 68 ຄົນ, ຍິງ 12 ຄົນ ແລະ ປະເພດຟ້ອນ 36 ຄົນ, ຍິງ 18 ຄົນໂດຍວັນທີ 16-17 ເປັນຮອບຄັດເລືອກປະເພດຕໍ່ສູ້.

ວັນທີ 18 ເປັນຮອບຮອງຊະນະເລີດ ແລະ ຊີງຊະນະເລີດວັນທີ 20, ສ່ວນຟ້ອນລາຍລາວຈະຊີງຊະນະເລີດໃນວັນທີ 19 ທັນວາ. ທັງ 2 ປະເພດຈະຊີງ 19 ຫລຽນຄໍາ, 19 ຫລຽນເງິນ ແລະ 38 ຫລຽນທອງ.

ສໍາລັບມື້ທຳອິດຜົນການແຂ່ງຂັນປະເພດຊາຍ 15 ຄູ່ ມີດັ່ງນີ້: ຮຸ່ນນໍ້າ 51 ກີໂລ ພຸດທະສິນ ມາໂສພາ ແຂວງໄຊສົມບູນ ເສຍ ພິມພອນ ລາວົງສະຫວັນ ກະຊວງ ປກຊ, ຮຸ່ນນໍ້າໜັກ 54 ກິໂລ ໂຊກໄຊ ວົງນ້ອຍ ແຂວງເຊກອງ ເສຍ ຫລິວ ສີບຸນເຮືອງ ນະຄອນຫລວງວຽງຈັນ, ຄໍາ ສີສັກ ແຂວງຈໍາປາສັກຊະນະເຈມບອນ ກິນດາລັດ ແຂວງບໍລິຄໍາໄຊ, ເດດສັກດາ ປະສານສຸກ ກະຊວງ ປກຊ ຊະນະນ໋ອກ ສົມໝາຍ ຊາຍພາ ແຂວງຊຽງຂວາງ, ຮຸ່ນນໍ້າໜັກ 57 ກິໂລ ຫຸມພັນ ຄໍາມະຕິ ແຂວງຄໍາມ່ວນ ຊະນະ ອາເຈິນ ຄໍາມະນີວົງ ແຂວງໄຊສົມບູນ, ອະນັນຕະສັກ ແຂວງຫລວງພະບາງ ຊະນະ ທິບພະວົງ ດາວເຮືອງ ແຂວງສະຫວັນນະເຂດ, ສຸກນາ ແກ້ວຕະຫລາດ ນະຄອນຫລວງວຽງຈັນ ຊະນະນ໋ອກ ວິໄນ ພິມຈັນດາ ແຂວງບໍລິຄໍາໄຊ, ເພັດຈໍາປາ ແກ້ວປະເສີດ ແຂວງເຊກອງ ເສຍ ສອນໄຊ ທອງຄໍາ ແຂວງຊຽງຂວາງ, ຮຸ່ນນໍ້າໜັກ 60 ກິໂລ ທອງບາງ ເຊື້ອພົມ ກະຊວງ ປກສ ຊະນະນ໋ອກ ພອນສະຫວັນ ສຸລິວົງ ແຂວງບໍລິຄໍາໄຊ, ອັດຕະໄຊ ສີຫາບຸດ ແຂວງຈໍາປາສັກ ເສຍ ລີໂອ ສີຊະນະ ນະຄອນຫລວງວຽງຈັນ, ຮຸ່ນນໍ້າໜັກ 63,5 ກິໂລ ຄໍາພູ ສູນດາລາ ນະຄອນຫລວງວຽງຈັນ ຊະນະ ກຸ້ງລາດຊະສັກ ແຂວງຊຽງຂວາງ, ແສງສຸລີ ຈັນທະປັນຍາ ແຂວງໄຊສົມບູນ ເສຍ ສຸບິນ ບັນຊາເດດ ແຂວງສາລະວັນ, ຮຸ່ນນໍ້າໜັກ 67 ກິໂລ ກ້ອງ ຊາຍແດນ ແຂວງເຊກອງ ເສຍ ຄໍາເພື່ອນ ແສງຄໍາຢອງ ແຂວງຊຽງຂວາງ, ບຸນມີ ບຸດດາລາ ແຂວງຈໍາປາສັກ ເສຍນ໋ອກ ບຸນມາ ຈໍາປາສັກ ແຂວງບໍລິຄໍາໄຊ, ໄກນະຄອນ ເທບສີເມືອງ ນະຄອນ ຫລວງວຽງຈັນ ຊະນະ ດອນຈັນ ເພັດມາລາ ແຂວງຫລວງພະບາງ.