Thursday, October 9, 2025
Home Blog Page 848

ຕາຕະລາງຫລຽນລາງວັນ ກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເກມ ວັນທີ 16 ທັນວາ

0

ຕາຕະລາງຫລຽນລາງວັນ ກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເກມ ວັນທີ 16 ທັນວາ 2022 ເວລາ: 19:00

ຫລາຍພາກສ່ວນມອບເງີນສະໜັບສະໜູນງານມະຫາະກຳກິລາແຫ່ງຊາດ ຄັ້ງທີ XI

0

ວັນທີ 14-15-16 ທັນວາ 2022 ທີ່ຫ້ອງວ່າການແຂວງ ບໍລິສັດ ອຸດົມມາຍນິງ ໄດ້ມອບເງິນ 200.000.000ກີບ,ບໍລິສັດ ພັດທະນາຊາບູຮານ ພູສັນຊຽງຂວາງຈຳກັດມອບນ້ຳຢ່າຂ້າເຊື້ອແບັກທີເຣຍ (Juromgji) 13ແກັດ ມູນຄ່າ200.000.000ກີບ, ກອງບັນຊາການ ທະຫານເຂດ4ປະຈຳຊຽງຂວາງ ຮ່ວມກັບກຸ່ມ ບໍລິສັດ ໂກເອໂກມອບເງິນ 30.000.000ກີບ,ບໍລິສັດ ເອັດສທີກຣຸບ ຈຳກັດ ມອບ 4.000.000ກີບເພື່ອເປັນການສະໜັບສະໜູນງານມະຫກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບແລະໃຫ້ກຽດກ່າວຮັບໂດຍ, ທ່ານ ສີວິໄລ ແສງຈະເລີນຮອງເຈົ້າແຂວງຊຽງຂວາງ.

ໂອກາດດັ່ງກ່າວ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງໄດ້ກ່າວສະແດງຄວາມຊົມເຊີຍ, ຂອບໃຈນຳບັນດາບໍລິສັດທຸກພາກສ່ວນ ແລະ ຂໍເຊີນເຂົ້າ ຮ່ວມຮັບຊົມງານມະຫາກຳກິລາແຫ່ງຊາດໃນຄັ້ງນີ້ດ້ວຍ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືຊ່ວຍເຫລືອຕື່ມອີກໃນຕໍ່ໜ້າ. ພ້ອມຢືນຢັນວ່າຈະນຳໃຊ້ເງິນຈຳນວນດັ່ງກ່າວໝູນໃຊ້ເຂົ້າໃນວຽກງານມະຫະກຳກິລາແຫ່ງຊາດຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ນ. ໄມສຸກ

ເປີດການແຂ່ງຂັນກິລາຢູໂດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI

0

ໃນຕອນບ່າຍວັນທີ 16 ທັນວາ 2022 ທີ່ສະໂມສອນ ໂຮງຮຽນ ມສ ພອນສະຫວັນເມືອງແປກໄດ້ມີພິທີເປີດການແຂ່ງຂັນກິລາຢູໂດຢ່າງເປັນທາງການ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022.

ການແຂ່ງຂັນໃຊ້ເວລາທັງໝົດ 4 ວັນ (ວັນທີ 16-19 ທັນວາ 2022), ມີ 2 ປະເພດການແຂ່ງຂັນຄື: ປະເພດຟ້ອນກະຕະ(ຊາຍ-ຍິງ) ຊີງຫລຽນຄໍາ 2 ລາຍການ ແລະ ປະເພດຕໍ່ສູ້ ຊີງ 17 ຫລຽນຄໍາ 17 ຫລຽນ, ມີນັກກິລາ 65 ຄົນ, ຍິງ 23 ຄົນ ຈາກ 1 ກະຊວງ, 1 ນະຄອນຫລວງ ແລະ 5 ແຂວງ ເຂົ້າຮ່ວມແຂ່ງຂັນ ຄື: ກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ແຂວງວຽງຈັນ, ອັດຕະປື ແລະ ແຂວງ ຊຽງຂວາງ ເຈົ້າພາບ.

ກິລາຍິງປືນ ຊຽງຂວາງເກມ ປກຊ ຍາດໄດ້ອັນທີໜຶ່ງ

0

ການແຂ່ງຂັນກິລາ​ຍິງ​ປືນ​ ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ​​ຊຽງ​ຂວາງເກມ 2022 ໄດ້ແບ່ງການແຂ່ງຂັນອອກເປັນ 3 ໄລຍະ ຄື: ໄລຍະທີ 1 ​ເລີ່ມ​ແຂ່ງຂັນ​​ ວັນ​ທີ 14-20 ພະຈິກ, ໄລຍະທີ 2 ວັນທີ 23-29 ພະຈິກ 2022 ຢູ່​​ສະໜາມຝຶກຊ້ອມກິລາ​ຍິງ​ປືນ 5 ເມສາ ນະຄອນຫຼວງ​ວຽງ​ຈັນ, ສ່ວນໄລຍະທີ 3 ໄດ້ເປີດການແຂ່ງຂັນ ໃນວັນທີ 14-15 ທັນວາ 2022 ຢູ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 3 ແຂວງຊຽງຂວາງ.

​ກິລາ​ຍິງ​ປືນ​ ມີ 9 ພາກສ່ວນ​ເຂົ້າ​ຮ່ວມ​ແຂ່ງຂັນ ​ຄື: ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ປ້ອງ​ກັນ​ປະເທດ, ນະຄອນຫລວງ​ວຽງ​ຈັນ, ແຂວງ​ຊຽງ​ຂວາງ ເຈົ້າພາບ, ຄຳ​ມ່ວນ, ຜົ້ງສາລີ, ຫລວງ​ພະ​ບາງ, ຫົວພັນ ແລະ ແຂວງສະຫວັນ​ນະ​ເຂດ, ມີການແຂ່ງຂັນທັງໝົດ 34 ລາຍການ, ຊີງ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ສະຫຼຸບຜົນການແຂ່ງຂັນກິລາຍິງປືນ ກະຊວງປ້ອງກັນປະເທດຍາດໄດ້ 11 ຫຼຽນຄໍາ, 14 ຫຼຽນເງິນ, 12 ຫຼຽນທອງ, ກະຊວງປ້ອງກັນຄວາມສະຫງົບ 11 ຫຼຽນຄໍາ, 11 ຫຼຽນເງິນ, 14 ຫຼຽນທອງ, ນະຄອນຫຼວງວຽງຈັນ 6 ຫຼຽນຄໍາ, 2 ຫຼຽນເງິນ, 17 ຫຼຽນທອງ, ຊຽງຂວາງ ເຈົ້າພາບ 2 ຫຼຽນຄໍາ, 1 ຫຼຽນເງິນ, 7 ຫຼຽນທອງ, ຫຼວງພະບາງ 1 ຫຼຽນຄໍາ, 2 ຫຼຽນເງິນ, 8 ຫຼຽນທອງ, ຄໍາມ່ວນ, 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ, ຜົ້ງສາລີ 1 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ, ຫົວພັນ 1 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ ແລະ ແຂວງສະຫວັນນະເຂດ ໄດ້ 2 ຫລຽນທອງ.

(ຂ່າວ-ຮູບ ສູນຂ່າວ)

ຫຼາຍແຫຼ່ງທ່ອງທ່ຽວ ເມືອງຄໍາ ເລີ່ມຄຶກຄື້ນ ຄາດຕົວເລກນັກທ່ອງທ່ຽວຈະເພີ່ມຂຶ້ນສູງ

0

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງຄໍາ ແຂວງຊຽງຂວາງຢຸດຊະງັກ ແລະ ປິດໃຫ້ບໍລິການ ເຮັດໃຫ້ຕົວເລກນັກທ່ອງທ່ຽວໃນໄລຍະ 2 ປີທີ່ຜ່ານມາເປັນສູນ; ນັບແຕ່ເດືອນ 1 ປີນີ້ມາ ກ່ອນການເປີດປະເທດ ມີພຽງນັກທ່ອງທ່ຽວພາຍໃນ ແຕ່ເມື່ອເລີ່ມເປີດປະເທດ ການທ່ອງທ່ຽວຢູ່ເມືອງຄໍາ ກັບມາຄຶກຄື້ນອີກຄັ້ງ, ໂດຍສະເພາະໃນໄລຍະງານຊຽງຂວາງເກມ ນີ້ ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍ.

ທ່ານ ຄໍາໃບ ແສງຈັນເພັງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງຄຳ ໃຫ້ສໍາພາດເມື່ອວັນທີ 16 ທັນວາຜ່ານມາວ່າ: ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມຕາມສະຖານທີ່ຕ່າງໆໃນເມືອງຄໍາແມ່ນມີຫຼາຍກວ່າ 30.000 ຄົນຕໍ່ປີ. ໄລຍະທີ່ມີການແຜ່ລະບາດຂອງໂຄວິດ-19, ແຫຼ່ງສະຖານທີ່ທ່ອງທ່ຽວຕ່າງໆແມ່ນຢຸດຊະງັກ ແລະ ປິດໃຫ້ບໍລິການ ເຮັດໃຫ້ຕົວເລກນັກທ່ອງທ່ຽວໃນໄລຍະ 2 ປີທີ່ຜ່ານມາເປັນສູນ; ໃນໄລຍະເດືອນ 1 ປີນີ້ມາ ຮອດກ່ອນເປີດປະເທດ ນັກທ່ອງທ່ຽວທີ່ມາກໍແມ່ນນັກທ່ອງທ່ຽວພາຍໃນ ແຕ່ເມື່ອມີການເປີດປະເທດຢ່າງເປັນທາງການ, ສະເພາະການທ່ອງທ່ຽວໃນເມືອງຄຳແມ່ນເລີ່ມຄຶກຄື້ນຂຶ້ນ ສະເລ່ຍຈໍານວນນັກທ່ອງທ່ຽວ ນັບແຕ່ເດືອນ 1-11 ມີປະມານ 28.000 ກວ່າຄົນ. ເຖິງຢ່າງໃດກໍຕາມ, ການທ່ອງທ່ຽວ ກໍຍັງມີລັກສະນະກ້າວກະໂດດ ໂດຍສະເພາະໃນໄລຍະທີ່ມີການແຂ່ງຂັນກິລາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍ ແລະ ຄາດວ່າຈະມີຈໍານວນເພີ່ມສູງຂຶ້ນອີກ ໃນທ້າຍເດືອນທັນວານີ້.

ທ່ານ ຮອງຫົວໜ້າຫ້ອງການ ຖວທ ເມືອງຄໍາ ຍັງໄດ້ກ່າວວ່າ: ອໍານາດການປົກຄອງເມືອງ ໄດ້ກຳນົດເອົາການທ່ອງທ່ຽວ ຢູ່ເມືອງຄຳຕິດພັນກັບທໍາມະຊາດ ແລະ ປະຫວັດສາດ ລວມທັງແຫ່ງທ່ອງທ່ຽວທີ່ເປີດຢ່າງເປັນທາງການ ກໍມີຫຼາຍເຊັ່ນ: ຖໍ້າປິວ, ບໍ່ນໍ້າອຸ່ນທີ1 ທີ່ຕັ້ງຢູ່ບ້ານ ນໍ້າຮົ່ມ ຊຶ່ງເປັນບໍ່ນໍ້າທີ່ໃຫຍ່ກວ່າໝູ່, ບໍ່ນໍ້າອຸ່ນທີ 2 ທີ່ບ້ານຊາງ, ບໍ່ນໍ້າອຸ່ນທີ3 ທີ່ບ້ານພູເມືອງ ແລະ ໄຫຫີນທີ່ອົງການ UNESCO ຮັບຮອງຂຶ້ນເປັນມໍລະດົກໂລກ ໃນນັ້ນມີໄຫຫີນທີ 23 ທີ່ບ້ານນໍ້າຮົ່ມ (ຈໍານວນ27 ໜ່ວຍ) ແລະ ໄຫຫີນ42 ທີ່ພູຊ້າງ ບ້ານຊາງ ທີ່ມີລະດັບຄວາມສູງຈາກໜ້ານໍ້າທະເລ 1.200 ກວ່າແມັດ (ຈໍານວນ 100 ກວ່າໜ່ວຍ). ນອກນີ້, ກໍຍັງມີອີກຫຼາຍແຫ່ງ ທີ່ຍັງບໍ່ທັນເປີດໃຫ້ບໍລິການຢ່າງເປັນທາງການ ເຊັ່ນ: ຖໍ້າ ແລະ ນໍ້າຕົກຕາດແຫ່ງຕ່າງໆ ເນື່ອງຈາກຍັງຢູ່ໃນຂັ້ນຕອນການສໍາຫຼວດ, ຄົ້ນຄວ້າ ແລະ ກະກຽມດ້ານເອກະສານ. ສະເພາະສະຖານທີ່ທ່ອງທ່ຽວທາງປະຫວັດສາດ ຖໍ້າປິວ ແມ່ນຂຶ້ນກັບການຄຸ້ມຄອງຂອງລັດຖະບານລາວໂດຍກົງ ແຕ່ເປີດໃຫ້ປະຊາຊົນມີສ່ວນຮ່ວມ ບໍ່ວ່າຈະເປັນການເຝົ້າຍາມຕະຫຼອດ 24 ຊົ່ວໂມງ, ຮ້ານອາຫານ, ການໃຫ້ບໍລິການຕ່າງໆ ລວມໄປເຖິງການມີສ່ວນຮ່ວມ ໃນເລື່ອງການປົກປັກຮັກສາທໍາມະຊາດບໍລິເວນອ້ອມຮອບຖໍ້າ ໄປຈົນເຖິງເຂດແດນທີ່ຕິດຈອດກັບທີ່ດິນຂອງພໍ່ແມ່ປະຊາຊົນ.

ໃນຕອນທ້າຍ, ທ່ານ ຄໍາໃບ ແສງຈັນເພັງ ກໍໄດ້ຂໍເຊີນຊວນພີ່ນ້ອງປະຊາຊົນລາວ ແລະຊາວຕ່າງຊາດ ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆຂອງເມືອງຄໍາ ກໍຄືເມືອງອື່ນໆຂອງແຂວງຊຽງຂວາງ ເພື່ອຟື້ນຟູ, ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ ພ້ອມທັງໃຫ້ມີການອະນຸລັກ ແລະພັດທະນາໄປພ້ອມໆກັນ.

ເຊປັກກະຕໍ້ ຄູ່ຊຸດຊາຍ ປກສ ຊະນະ ຊຽງຂວາງເຈົ້າພາບ ໄດ້ຮັບຫລຽນຄໍາ

0

ກິລາກະຕໍ້ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໄດ້ເລີ່ມແຂ່ງຂັນ ໃນວັນທີ 9 ທັນວາ 2022 ທີ່ເດີ່ນໃນຮົ່ມວິທະຍາໄລຄັງໄຂ ເມືອງແປກ ແລະ ຈະດໍາເນີນໄປຮອດວັນທີ 19 ທັນວາ 2022. ໃນນີ້, ແຂ່ງຂັນ 2 ປະເພດ ຄື: ກະຕໍ້ຊິນລອນ ແລະ ເຊປັກກະຕໍ້ ໂດຍຈະມີການຊີງຫລຽນຄຳທັງໝົດ 14 ຫລຽນຄໍາ, 14 ຫລຽນເງິນ ແລະ 28 ຫລຽນທອງ.

ກິລາກະຕໍ້ ມີ 11 ພາກສ່ວນເຂົ້າຮ່ວມແຂ່ງຂັນ ປະກອບ ມີ: ນະຄອນຫລວງວຽງຈັນ, ແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ ເຈົ້າພາບ, ອັດຕະປື, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ກະຊວງ ປກສ ແລະ ກະຊວງປ້ອງກັນປະເທດ.

ສະເພາະກະຊວງ ປກສ ໄດ້ສົ່ງນັກກິລາລົງແຂ່ງຂັນ 9 ສະຫາຍ, ເຂົ້າຮ່ວມແຂ່ງຂັນປະເພດເຊປັກກະຕໍ້ ຈໍານວນ 3 ລາຍການ ຄື: ທີມຄູ່ຊຸດຊາຍ, ຄູ່ດ່ຽວຊາຍ ແລະ ທີມດ່ຽວຊາຍ, ເຊິ່ງໄດ້ເລີ່ມແຂ່ງຂັນລາຍການ ທີມຄູ່ຊຸດຊາຍ ໃນວັນທີ 11 ທັນວາ 2022 ໄດ້ຜ່ານຮອບຄັດເລືອກ ແລະ ຊີງຫລຽນຄໍາ ໃນວັນທີ 15 ທັນວາ 2022 ພົບກັບ ແຂວງຊຽງຂວາງ ເຈົ້າພາບ ສາມາດເອົາຊະນະ ໄດ້ຮັບຫລຽນຄໍາມາຄອງ ໃນລາຍການນີ້ ແລະ ຈະສືບຕໍ່ແຂ່ງຂັນອີກ 2 ລາຍການ ຄູ່ດ່ຽວຊາຍ ແລະ ທີມດ່ຽວຊາຍ.

ຂ່າວ: ແກ້ວ

+7

ຊຽງຂວາງ ເປີດວາງສະແດງສິນຄ້າໂອດ໋ອບ ຕ້ອນຮັບວັນສໍາຄັນຂອງຊາດ-ຂອງແຂວງ

0

ໃນວັນທີ 15 ທັນວາ 2022 ນີ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ ເປີດງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022), ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ສະເຫລີມສະຫລອງໄຫຫີນ ເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫລວງປະທານພອນ ຢູ່ແຂວງຊຽງຂວາງ ເຊິ່ງງານດັ່ງກ່າວ ໄດ້ເລີ່ມມາແຕ່ວັນທີ 13 ທັນວ າແລະ ຈະດໍາເນີນໄປຈົນຮອດວັນທີ 22 ທັນວາ 2022.

ງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ ໃນຄັ້ງນີ້, ມີ 38 ຫ້ອງວາງສະແດງ, ມີສິນຄ້າໂອ ດ໋ອບຂອງແຂວງຊຽງຂວາງ 20 ຫົວໜ່ວຍ, 22 ລາຍການເຂົ້າຮ່ວມ, ມີມູນຄ່າ 3 ຕື້ກວ່າກີບ. ນອກນັ້ນ, ຍັງມີສິນຄ້າໂອດ໋ອບ ຂອງບາງແຂວງພາກເໜືອ ແລະ ພາກກາງ 42 ລາຍການ, ມີມູນຄ່າ 130 ລ້ານກວ່າກີບ. ນອກນີ້, ຍັງມີຜະລິດຕະພັນກະສິກຳຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ສິນຄ້າທີ່ເປັນທ່າແຮງຂອງແຂວງຊຽງຂວາງ ຈຳນວນໜຶ່ງ.

ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ, ຫົວໜ້າຜູ້ຊີ້ນຳວຽກງານສົ່ງເສີມວິສາຫະກິດ ແລະ ການຄ້າ ໃຫ້ຮູ້ວ່າ: ການຈັດວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້, ເພື່ອສ້າງໂອກາດໃຫ້ຜູ້ຊື້ ແລະ ຜູ້ຂາຍມາພົບກັນ ເພື່ອເຈລະຈາທາງທຸລະກິດແບບຕົວຕໍ່ຕົວ ເຮັດໃຫ້ຜູ້ປະກອບການເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການຈັດວາງສະແດງສິນຄ້າ ທີ່ຖືເປັນເຄື່ອງມືການຕະຫລາດທີ່ສຳຄັນ ສາມາດຊ່ວຍໃຫ້ພາກສ່ວນທຸລະກິດຕ່າງໆທີ່ມາວາງສະແດງນໍາສະເໜີຂາຍ ຫລື ໂຄສະນາສິນຄ້າໃຫ້ກຸ່ມລູກຄ້າຖືກເປົ້າໝາຍ, ທັງເປັນສື່ກາງທີ່ມີປະສິດທິຜົນໃນການເລີ່ມຕົ້ນ ແລະ ຮັກສາຄວາມສຳພັນ ລະຫວ່າງຜູ້ປະກອບການ ແລະ ລູກຄ້າ ເພື່ອນຳໄປສູ່ອຸດສາຫະກຳ ແລະ ທຸລະກິດຂອງຜູ້ປະກອບການມີປະສິດທິຜົນ ແລະ ເປັນຊ່ອງທາງການສື່ສານຄຸນລັກສະນະທີ່ດີໃຫ້ຜູ້ມາວາງສະແດງ. ພ້ອມນີ້, ຜູ້ມາຮ່ວມງານຍັງໄດ້ຂໍ້ມູນສິນຄ້າໃໝ່ ເພື່ອຕິດຕໍ່ສື່ສານການຊື້-ຂາຍສິນ ຄ້າໃນອະນາຄົດ ແລະ ຊ່ວຍຜູ້ປະກອບການປັບປຸງທັກສະການຂາຍ, ເປັນເງື່ອນໄຂການພັດທະນາສິນ ຄ້າໃຫ້ສາມາດສົ່ງອອກໃຫ້ນັບມື້ຂະຫຍາຍຕົວ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນບົດຮຽນ ກ້າວໄປເຖິງການຊື້-ຂາຍໃຫ້ກວ້າງຂວາງ, ເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງສິນຄ້າ ໃນຄັ້ງນີ້, ສ້າງເງື່ອນໄຂໃນການຊຸກຍູ້ ສົ່ງເສີມຜູ້ຜະລິດ ເພື່ອພັດທະນາສິນຄ້າ ທົດແທນການນໍາເຂົ້າເທື່ອລະກ້າວ.

ທ່ານ ບົວວອນ ວົງປັນຍາ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ຊຸກຍູ້ສົ່ງເສີມການຜະລິດສິຄ້າ ເລີ່ມຈາກຜະລິດຂອງສະມາຊິກພາຍໃນຄອບຄົວ, ກ້າວໄປສູ່ການຜະລິດເປັນເປັນກຸ່ມ ແລະ ກ້າວໄປສູ່ຕິດກາໝາຍສິນຄ້າຕ່າງໆເຊັ່ນ: ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ມາເຖິງປັດຈຸບັນແຂວງຊຽງຂວາງ ມີສິນຄ້າຕິດກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ທັງໝົດ 26 ຫົວໜ່ວຍ, 28 ລາຍການ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

ຄົບແລ້ວ 8 ທີມເຂົ້າຮອບສຸດທ້າຍ ເຕະບານຊາຍ ຊຽງຂວາງເກມ 2022

0

ການແຂ່ງຂັນເຕະບານຊາຍ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ໂດຍນັດສຸດທ້າຍຂອງສາຍ ຄ ໃນວັນທີ 15 ທັນວານີ້, ແຂວງຄໍາມ່ວນ ແຊ້ມເກົ່າ ສະເໝີແຂວງອັດຕະປື 2-2 ແລະ ອີກໜຶ່ງຄູ່ໃນສາຍດຽວກັນ ແຂວງຈຳປາສັກ ຊະນະ ແຂວງບໍລິຄຳໄຊ 4-0. ຈາກຜົນຄະແນນດັ່ງກ່າວເຮັດໃຫ້ແຂວງຄຳມ່ວນ ເປັນທີໜຶ່ງຂອງສາຍ ຄ ແລະ ແຂວງຈຳປາສັກ ເປັນທີສອງຂອງສາຍເຂົ້າຮອບ 8 ທີມສຸດທ້າຍ. ສ່ວນສາຍ ງ ແຂວງສາລະວັນ ແລະ ຫົວພັນເຂົ້າຮອບ.

ສຳລັບ​ 8 ທີມ​ສຸດ​ທ້າຍ ທີ່​ຜ່ານ​ເຂົ້າ​ຮອບການ​ແຂ່ງ​ຂັນ​ບານ​ເຕະຊາຍໃນຊ​ຽງ​ຂວາງເກມ 2022​ ມີດັ່ງນີ້

– ແຂວງວຽງ​ຈັນ

– ນະ​ຄອນ​ຫລວງວຽງ​ຈັນ

– ແຂວງ​ເຊກອງ

– ແຂວງ​ຊຽງ​ຂ​ວາງ

– ແຂວງ​ຄຳ​ມ່ວນ

– ແຂວງ​ຈຳ​ປາ​ສັກ

– ແຂວງ​ສາ​ລະ​ວັນ

– ແຂ​ວງ​ຫົວ​ພັນ

ຕາ​ຕະ​ລາງ​ການ​ແຂ່ງ​ຂັນ​ຮອບ 8 ທີມ​ສຸດ​ທ້າຍ

ວັນ​ທີ 17/12/2022

ເວ​ລາ 13:00 ແຂວງວຽງ​ຈັນ ພົບ ແຂວງ​ຈຳ​ປ​າ​ສັກ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ໄຊ​ຊະ​ນະ.

– ເວ​ລາ 15:15 ແຂວງ​ເຊກອງ ພົບ ແຂວງ​ຫົວ​ພັນ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ໄຊ​ຊະ​ນະ.

– ເວ​ລາ 13:00 ແຂວງ​ຄຳ​ມ່ວນ ພົບ ນະ​ຄອນ​ຫລວງວຽງ​ຈັນ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ໄຫ​ຫີນ.

– ເວ​ລາ 15:15 ແຂວງ​ສາ​ລະ​ວັນ ພົບ ແຂວງຊຽງ​ຂວາງ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ໄຫ​ຫີນ.

ທ່ຽວແຫລ່ງໄຫຫີນມໍລະດົກໂລກ ແຫລ່ງຄຸນຄ່າທີ່ແທ້ຈິງຂອງມໍລະດົກ

0

ເມື່ອເອີ່ຍເຖິງເມືອງຊຽງຂວາງແລ້ວ, ທຸກທ່ານຍ່ອມຮູ້ດີວ່າເປັນດິນແດນທີ່ຕິດພັນກັບໄຫຫີນ ຫລື ທົ່ງໄຫຫີນ ແລະ ທີ່ພູມໃຈເປັນທີ່ສຸດຄື ຊື່ສຽງໄດ້ໂດ່ງດັງໄປທົ່ວໂລກ. ແນວໃດກໍດີ, ໄຫຫີນ ຍັງຄົງເປັນເລຶ່ອງປິດສະໜາບໍ່ວ່າຈະເປັນການຍັງບໍ່ທັນຮູ້ວ່າຜະລິດຂຶ້ນໄລຍະໃດ, ໃຜຜະລິດ ແລະ ຜະລິດເພື່ອຫຍັງ, ແຕ່ປະຊາ ຊົນລາວຈຳນວນບໍ່ໜ້ອຍຍັງຄົງເຊື່ອວ່າ: ໄຫຫີນ ຜະລິດຂຶ້ນໃນຍຸກຂຸນເຈືອງ, ຜະລິດຂຶ້ນເພື່ອມ່າເຂົ້າເຮັດເຫລົ້າ ໄວ້ລ້ຽງໄພ່ພົນ ໃນໂອກາດສະຫລອງໄຊຊະນະຈາກພວກລາວແມນ.

ເປັນເວລາຫລາຍປີທີ່ນັກບູຮານວິທະຍາທັງພາຍໃນ ແລະ ຕ່າງປະເທດໄດ້ສຳຫລວດ ແລະ ສັນນິຖານ ຊຶ່ງເປັນການໄຂປິດສະໜາແຈ້ງອອກວ່າ: ອາດຈະຜະລິດເມື່ອ 2.500 ຫາ 3.000 ກວ່າປີຜ່ານມາຫລັງການເຈາະຫີນກ້ອນໃຫຍ່ໃນຍຸກໂລຫະທອງເຫລືອງ “ສຳລິດ” ແລະ ໂລຫະເຫລັກ ຊຶ່ງເປັນສະໄໝທີ່ມະນຸດເຮົາຮູ້ນຳໃຊ້ເຫລັກເຮັດເຄຶ່ອງມືຜະລິດ ແລະ ເຄຶ່ອງເອ້ຢ້ອງຫລາຍຊະນິດບໍ່ວ່າຈະເປັນສຽມ, ຂວານ, ສິ່ວ, ປອກແຂນ ແລະ ອື່ນໆ. ຈາກຄົ້ນກວ່າ 85 ແຫ່ງທີ່ກະແຈກກະຈາຍຕາມເນີນພູ-ສັນພູຕ່າງໆ ພົບໄຫຫີນຫລາຍກວ່າ 2.100 ໜ່ວຍ ບາງແຫລ່ງມີໜ້ອຍ-ຫລາຍ, ໃຫຍ່-ນ້ອຍແຕກຕ່າງກັນ. ແນວໃດກໍດີລັດຖະບານ ສປ ປ ລາວ ໄດ້ກຳນົດເອົາ 11 ແຫລ່ງໂດຍມີໄຫຫີນ 1.325 ໜ່ວຍທີ່ເປັນຕົວແທນໃຫ້ແກ່ແຫລ່ງໄຫຫີນຕ່າງໆຢູ່ 4 ເມືອງຄືເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ສະເໜີເຂົ້າເປັນມໍລະດົກໂລກ. ເອົາ ເປັນວ່ານັບແຕ່ເຂົ້າເປັນມໍລະດົກ, ຄົນທົ່ວໂລກຕ່າງຫລັ່ງໄຫລເຂົ້າມາສຳພັດຄວາມມະຫັດສະຈັນຂອງແຫລ່ງໄຫຫີນຢູ່ເມືອງແປກບໍ່ວ່າຈະເປັນໄຫຫີນ 1 ບ້ານນາໂອທີ່ຕັ້ງຢູ່ເຂດຮາບພຽງແລະສວຍສົດງົດງາມເຖິງ 334 ໜ່ວຍ, ໄຫຫີນ 12 ແລະ 52 ຕັ້ງຢູ່ສັນພູໃກ້ບ້ານຜາ ມີ 436 ໜ່ວຍທີ່ຄວັດເຈາະຢ່າງປານີດງົດງາມ, ໄຫ ຫີນ 21 ພູເກັງ ບ້ານຄັງໜອງຫຼວງ ທີ່ເປັນແຫຼ່ງຜະລິດໄຫຫີນໃຫຍ່ກວ່າໝູ່, ແຫຼ່ງໄຫຫີນຢູ່ເມືອງຜາໄຊກໍມີ3 ຈຸດ ຄືໄຫຫີນ 2 ບ້ານນາໂຄ້ຕັ້ງ, ໄຫຫີນ 3 ບ້ານຊຽງດີ, ໄຫຫີນ 8 ຢູ່ຮ່ອມພູທາງທິດໃຕ້ຂອງໄຫຫີນ 3, ສ່ວນໄຫຫີນຢູ່ເມືອງພູກູດກໍມີໄຫຫີນ 25 ບ້ານສອງຮັກ, ໄຫຫີນ 28 ບ້ານນາຄວນ ແລະ ແຫລ່ງສຸດທ້າຍຢູ່ເມືອງຄຳປະກອບມີໄຫຫີນ 23 ບ້ານນໍ້າຮົ່ມໃກ້ບໍ່ນໍ້າອຸ່ນ, ໄຫຫີນ 42 ບ້ານຊາງ(ສັນພູຊ້າງ). ເຖິງວ່າມີຊື່ສຽງໂດ່ງດັງ, ແຕ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດບໍ່ສາມາດເດີນທາງມາທ່ຽວຊົມໄດ້ເນື່ອງຈາກການລະບາດພະຍາດໂຄວິດ-19. ແນວໃດກໍດີພາຍຫລັງລັດຖະບານຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ມານີ້ເຮັດໃຫ້ການທ່ອງທຽວປະເທດເຮົາເລີ່ມຄຶກຄັກໂດຍສະເພາະການທອງທ່ຽວແຂວງຊຽງຂວາງ ຍິ່ງຕອນກະກຽມ ແລະ ຕອນເປີດຊຽງຂວາງເກມ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຫລັ່ງໄຫລມາທ່ຽວສະຖານທີ່ທ່ອງທ່ຽວພາຍໃນແຂວງ ຊຶ່ງໜຶ່ງໃນນີ້ກໍຄືແຫລ່ງໄຫຫີນມໍລະດົກໂລກໂດຍເຫັນໄດ້ໃນ 11 ເດືອນປີນີ້ມີນັກທ່ອງທ່ຽວເຂົ້າມາ 43 ພັນກວ່າຄົນ ຊຶ່ງຕາມສະຖິຕິຂອງຫ້ອງການມໍລະດົກໂລກໄຫຫີນ ເປີດເຜີຍວ່າ: ຈາກເດືອນມັງກອນ ທີ່ມີນັກທ່ອງທ່ຽວລາວ 2.940 ຄົນ, ຕ່າງປະເທດ 40 ຄົນ, ແຕ່ມາຮອດເດືອນພະຈິກມີເຖິງ 5.200 ຄົນ, ຕ່າງປະເທດ 900 ຄົນ ນີ້ຄືສັນຍານຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ແຫລ່ງໄຫຫີນມໍລະດົກໂລກ ສ້າງຄວາມພູມໃຈໃຫ້ແກ່ຄົນລາວເຮົາ ແລະ ສ້າງຄວາມປະທັຍໃຈໃຫ້ແກ່ນັກທອງທຽວຕ່າງປະເທດ ຫລາຍຂຶ້ນ.

ຊື່ສຽງ ແລະ ພາບພົດຂອງປະເທດລາວກໍຄືແຂວງຊຽງຂວາງ ກັນມາໂດ່ງດັງໄປທົ່ວໂລກອີກເທື່ອໜຶ່ງ ສາ ມາດເຮັດໃຫ້ແຂກຄົນທຸກສາລະທິດສົນໃຈມາທ່ຽວຊົມນັບມື້ເພີ່ມຂຶ້ນ, ການເປັນມໍລະດົກໂລກໄດ້ຊຸກຍູ້ອຸດສາ ຫະກຳການທ່ອງທ່ຽວດ້ານວັດທະນະທຳ ແລະ ທຳມະຊາດທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ຄຸນຄ່າທີ່ແທ້ຈິງຂອງມໍລະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍລະດົກດັ່ງກ່າວໄດ້ຢ່າງລົງໂຕ.

ເປຕັງຄູ່ຍິງ ສາລະວັນ ຊະນະ ຜົ້ງສາລີ 11-10 ຄວ້າຫລຽນຄຳ ຊຽງຂວາງເກມ

0

ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ສອງນັກກິລາເປຕັງ ປະເພດຄູ່ຍິງ ແຂວງສາລະວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫລັງໃນຮອບຊີງຊະນະເລີດ ຫລື ຮອບຊີງຫລຽນຄຳ ສາມາດບຽດເອົາຊະນະ ນັກກິລາ ຈາກແຂວງຜົ້ງສາລີ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ຄວ້າຫລຽນຄຳ ກິລາເປຕັງປະເພດຄູ່ຍິງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ໄປຄອງໄດ້ສຳເລັດ.

ການແຂ່ງຂັນກິລາເປຕັງ ປະເພດຄູ່ຍິງ ຮອບຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ທັນວາ 2022 ທີ່ສະໜາມກິລາເປຕັງ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ, ລະຫວ່າງ ແຂວງສາລະວັນ ພົບກັບ ແຂວງຜົ້ງສາລີ, ຊຶ່ງນັກກິລາແຂວງສາລະວັນ ປະກອບ ມີ ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ແລະ ນັກກິລາແຂວງຜົ້ງສາລີ ປະກອບມີ ນາງ ສາວມະນີ ຕຸ້ຍ ແລະ ນາງ ແສງມະລີ ສີພະວົງ. ຜ່ານການແຂ່ງຂັນກວ່າຈະຕັດສິນໄຊຊະນະກັນໄດ້ຕ້ອງແຂ່ງກັນເຖິງ 9 ລ່ອງ,ໃນທີ່ສຸດ ຝ່າຍແຂວງສາລະວັນ ທີ່ເຂົ້າ ແລະ ຕີໄດ້ດີກວ່າ ບຽດເອົາຊະນະ ແຂວງຜົ້ງສາລີ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ຄວ້າຫລຽນຄຳ ເປຕັງປະເພດຄູ່ຍິງມາຄອງໄດ້ສຳເລັດ. ສ່ວນແຂວງຜົ້ງສາລີ ໄດ້ຫລຽນເງິນໄປຄອງ ແລະ ຫລຽນທອງຮ່ວມ ຕົກເປັນຂອງນັກກິລາຈາກແຂວງຈຳປາສັກ ແລະ ກະຊວງປ້ອງກັນຄວາມສະຫງົບ.

ສຳລັບການແຂ່ງຂັນກິລາເປຕັງ ຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ 2022 ຊຶ່ງມີນັກກິລາ ຈາກ 21 ພາກສ່ວນເຂົ້າຮ່ວມ ໃນນັ້ນມີ 1 ນະຄອນຫລວງ, 17 ແຂວງ ແລະ 3 ກະຊວງ ຄື: ນະຄອນຫລວງວຽງຈັນ, ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື, ແຂວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະ ຊວງປ້ອງກັນປະເທດ ແລະ ກະຊວງສາທາລະນະສຸກ. ມີການຊີງໄຊທັງໝົດ 11 ຫລຽນຄໍາ, 11 ຫລຽນເງິນ ແລະ 22 ຫລຽນທອງ.

ຂະນະທີ່ແຂວງສາລະວັນ ແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລາຍການ ຄື: ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມຍິງ-ຊາຍ, ທີມຊຸດປະສົມ (1 ຍິງ 2 ຊາຍ), ທີມຊຸດປະສົມ (2 ຍິງ 1 ຊາຍ), ຊຸດຕິ້ງຍິງ-ຊາຍ ແລະ ທີມຊຸດຍິງ-ຊາຍ ພ້ອມຕັ້ງເປົ້າໄວ້ທີ່ 2 ຫລຽນຄຳ, 4 ຫລຽນເງິນ ແລະ 4 ຫລຽນທອງ.

ຂ່າວ: ແຫລ້ງຄຳ ບຸດນາໂຄກ (ສກຂ ສາລະວັນ)