Thursday, October 9, 2025
Home Blog Page 847

ເຈົ້າພາບ ຊຽງຂວາງ ພົບ ກະຊວງປ້ອງກັນປະເທດ ຮອບຊີງຊະນະເລີດ ບານສົ່ງໃນຮົ່ມຊາຍ

0

ການແຂ່ງຂັນບານສົ່ງຊາຍໃນຮົ່ມ ຮອບຮອງຊະນະເລີດ ໃນວັນທີ 18 ທັນວາ 2022 ທີ່ສະໜາມກິ ລາບານສົ່ງໃນຮົ່ມໄຊຊະນະ ຄູ່ທໍາອິດ ກະຊວງປ້ອງກັນປະເທດ ແຊ໋ມເກົ່າ ອຸດົມໄຊເກມ 2014 ພົບແຂວງ ຫລວງພະບາງ, ຄູ່ທີ 2 ເຈົ້າພາບ ຊຽງຂວາງ ພົບນະຄອນຫລວງວຽງຈັນ.

ຜົນການແຂ່ງຂັນ ກະຊວງປ້ອງກັນປະເທດ ເອົາຊະນະ ແຂວງຫລວງພະບາງ ຂາດຮອຍ 3-1 ເຊັດ, ສ່ວນ ຊຽງຂວາງ ໂຊຟອມເກັ່ງເອົາຊະນະ ນະຄອນຫລວງຫວຸດວິດ 3-2 ເຊັດ ດ້ວຍຄະແນນ 3-2 ເຊັດ (32-34, 25-21, 21-25,25-18 ແລະ 15-08).

ຈາກຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ຊຽງຂວາງເຈົ້າພາບຜ່ານເຂົ້າຮອບຊີງຊະນະເລີດ ຈະພົບກັບກະຊວງປ້ອງກັນປະເທດ ໃນວັນທີ 21 ທັນວາ 2022 ທີ່ສະໜາມກິລາບານສົ່ງໃນ ຮົ່ມໄຊຊະນະ.

ຂ່າວ: ຄ.ຄົນທໍາມະດາ

ສະພາບອາກາດ ປະຈໍາວັນທີ 19 ທັນວາ 2022

0

ມວນອາກາດໜາວເຢັນທີ່ປະເທດຈີນ ໄດ້ອ່ອນກຳລັງລົງຍັງສືບຕໍ່ ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດ ໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອາກາດຍັງ ຈະໜາວເຢັນຫລາຍຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມ ຢູ່ໃນຕອນເຊົ້າ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 19/12/2022 ເຖິງເວລາ 7:00 ໂມງວັນທີ 20/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 06-14 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 12-28 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-28 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 11-29 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 09-21 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 10-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 08-24 ອົງສາ.

ແຂ່ງຂັນກິລາລົດຖີບ ຈັບເວລາຊາຍ ໄລຍະທາງ 50 ກມ​ ຊຽງຂວາງເກມ​ 2022

0

ການແຂ່ງຂັນລົດຖີບ ງານມະຫາກຳກິລາແຫ່ງຊາດຄັ້ງທີ XI​ ຫລື​ ຊຽງຂວາງເກມ​ 2022 ປະເພດລົດຖີບ​ຈັບເວລາຊາຍ ໄລຍະທາງ 50​ ກມ ເຊິ່ງຈຸດປ່ອຍລົດຢູ່ຖະໜົນເລກ 7 ຈາກຫາງບ້ານລາດງ່ອນ ຫາທາງແບ່ງລາດວຽງງົວ ເມືອງພູກູດແລ້ວກັບຄືນ, ໂດຍມີ 4 ພາກສ່ວນເຂົ້າຮ່ວມຄື: ແຂວງບໍ່ແກ້ວ ທ້າວ ສາຍລົມເຢັນ ເບີ້ 013 ເລີ່ມສະຕາສ໌ ເວລາ 9 ໂມງ 00 ນາທີ, ແຂວງວຽງຈັນ ທ້າວ ຟອງສະໝຸດ ເບີ້ 084 ເລີ່ມສະຕາສ໌ ເວລາ 9 ໂມງ 2 ນາທີ, ແຂວງຄໍາມ່ວນ ທ້າວ ເພັດສະໝອນ ເບີ້ 032 ເລີ່ມສະຕາສ໌ເວລາ 9 ໂມງ 4 ນາທີ ແລະ ແຂວງຊຽງຂວາງ ທ້າວ ອະລິຍາ ພູນສະຫວັດ ເບີ້ 023 ເລີ່ມສະຕາສ໌ ເວລາ 9 ໂມງ 6 ນາທີ.

ຫລາຍພາກ​ສ່ວນ​ມອບເງິນສະໜັບສະໜູນງານ​ມະ​ຫາກຳກິ​ລາ​ແຫ່ງ​ຊາດ​ ຄັ້ງ​ທີ 11

0

​ວັນ​ທີ 14-15-16 ທັນ​ວາ 2022 ທີ່​ຫ້ອງວ່າ​ການ​ແຂວງຊຽງຂວາງ,​ ບໍ​ລິ​ສັດ ອຸ​ດົມ​ມາຍ​ນິງ​ ໄດ້​ມອບ​ເງິນ​ 200.000.000​ ກີບ, ບໍ​ລິ​ສັດ ພັດ​ທະ​ນາ​ຊາ​ບູ​ຮານ ພູ​ສັນ​ຊຽງ​ຂວາງ ​ຈຳ​ກັດ ​ມອບ​ນ້ຳ​ຢ່າ​ຂ້າ​ເຊື້ອ​ແບັກ​ທີ​ເຣຍ (Juromgji) 13 ແກັດ ມູນ​ຄ່າ 200.000.000 ກີບ, ກອງ​ບັນ​ຊາ​ການ ທະ​ຫານ​ເຂດ 4 ປະ​ຈຳ​ຊຽງ​ຂວາງ​ ຮ່ວມ​ກັບ​ກຸ່ມບໍ​ລິ​ສັດໂກ​ເອ​ໂກ ມອບ​ເງິນ 30.000.000 ກີບ, ບໍ​ລິ​ສັດ ເອັສ​ທີກ​ຣຸບ ຈຳ​ກັດ ມອບ​ 4.000.000 ກີບ ເພື່ອ​ເປັນ​ການ​ສະໜັບສະໜູນງານ​ມະ​ຫາກຳ​ກິ​ລາ​ແຫ່ງ​ຊາດ​ ຄັ້ງທີ 11 ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າ​ພາບ ແລະ ໃຫ້ກຽດກ່າວ​ຮັບ​ໂດຍ, ທ່ານ ສີ​ວິ​ໄລ ແສງ​ຈະ​ເລີນ​ ຮອງ​ເຈົ້າ​ແຂວງຊຽງ​ຂວາງ.​

ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ວິ​ໄລ ແສງ​ຈະ​ເລີນ​ ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ, ຂອບໃຈ ນຳບັນດາບໍລິສັດທຸກພາກສ່ວນ ແລະ ​ຂໍເຊີນ​ເຂົ້າ​ຮ່ວມ​ຮັບ​ຊົມ​ງານ​ຊຽງຂວາງເກມ​ 2022​ ຄັ້ງນີ້ດ້ວຍ ແລະ ຫວັງ​ຢ່າງ​ຍິ່ງວ່າ​ ຈະ​ໄດ້​ຮັບ​ການ​ຮ່ວມມື​ຊ່ວຍ​ເຫລືອ​ຕື່ມ​ອີກ​ໃນ​ຕໍ່​ໜ້າ​. ພ້ອມຢືນ ຢັນວ່າຈະນຳໃຊ້ເງິນຈຳນວນດັ່ງ ກ່າວໝູນໃຊ້ເຂົ້າໃນວຽກງານມະຫາກຳກິລາແຫ່ງຊາດ ຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ນໄມສຸກ

ປະທານປະເທດ ໂອ້ລົມພະນັກງານຫລັກແຫລ່ງເມືອງແອດ

0

ວັນທີ 14 ທັນວາ 2022 ຜ່ານມາ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງແອດ ແຂວງຫົວພັນ ໂດຍໄດ້ຮັບຟັງການລາຍງານສະພາບການຊີ້ນຳ-ນຳພາວຽກງານຮອບດ້ານ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງ ແລະ ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ຢູ່ພາຍໃນເມືອງ ຈາກທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງແອດ.

ຈາກນັ້ນ, ທ່ານປະທານປະເທດ ກໍໄດ້ມີຄຳເຫັນຊີ້ນຳຫລາຍບັນຫາ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງແອດ ໄດ້ພ້ອມກັນພັດທະນາພື້ນຖານໂຄງລ່າງປົວແປງຊິວິດການເປັນຢູ່ໃຫ້ດີຂື້ນເປັນກ້າວໆມາ.

ພ້ອມນີ້ ທ່ານຮຽກຮ້ອງໃຫ້ຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເອົາ ໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເອົາໃຈໃສ່ສຶກສາອົບຮົມຊາວໜຸຸຸຸ່ມ-ໄວໜຸ່ມທີ່ຈະເປັນຜູ້ສືບທອດພາລະກິດຂອງຊາດໃນຕໍ່ໜ້າ ໃຫ້ຫ່າງໄກຈາກສິ່ງເສບຕິດ ຫລື ອະບາຍຍາມຸກຕ່າງໆ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີພາຍໃນເມືອງ ເຂົ້າໃນການແກ້ໄຂ-ລຶບລ້າງຄວາມທຸກຍາກ ຕາມແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດວາງອອກ. ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ພ້ອມດ້ວຍຄະນະ ຍັງໄດ້ທ່ຽວຊົມປາວັງສະຫງວນ ຂົວອູ່ນໍ້າແອດ ແລະ ຕະຫລາດເມືອງແອດ ຕື່ມອີກ.

ໄດ້ແລ້ວ 4 ທີມ ບານເຕະຊາຍຜ່ານເຂົ້າຮອບຮອງຊະນະເລີດຊຽງຂວາງເກມ 2022

0

ການແຂ່ງຂັນກິລາບານເຕະຊາຍ ຮອບ 8 ທີມສຸດທ້າຍໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ຈັດຂຶ້ນໃນຕອນບ່າຍວັນທີ 17 ທັນວານີ້, ໃນນີ້ 2 ຄູ່ແຂ່ງຂັນກັນຢູ່ສະຫນາມກິລາໄຫຫີນ, ນະຄອນຫລວງວຽງຈັນ ຊະນະ ແຂວງຄໍາມ່ວນ 2#0 ແລະ ແຂວງຊຽງຂວາງ ເຈົ້າພາບ ຊະນະ ແຂວງສາລະວັນ 1#0.

ສ່ວນອີກ 2 ຄູ່ທີ່ແຂ່ງຂັນກັນຢູ່ສະຫນາມກິລາໄຊຊະນະ, ແຂວງວຽງຈັນ ຊະນະ ແຂວງຈໍາປາສັກ ດ້ວຍການຍິງລູກໂທດ 5#4 ພາຍຫລັງສະເຫມີກັນໃນເວລາປົກກະຕິ 1#1, ສ່ວນອີກ 1 ຄູ່ ແຂວງເຊກອງ ຊະນະ ແຂວງ ຫົວພັນ 2#1.

ສໍາລັບບານເຕະຊາຍ ຮອບຮອງຊະນະເລີດໃນຊຽງຂວາງ ເກມ 2022 ຈະແຂ່ງຂັນກັນໃນວັນທີ 19 ທັນວານີ້ ທີ່ສະຫນາມກິລາໄຫຫີນ, ແຂວງວຽງຈັນ ຈະພົບ ແຂວງເຊກອງ ໃນເວລາ 13 ໂມງ 00 ແລະ ນະຄອນຫລວງວຽງຈັນ ພົບແຂວງຊຽງຂວາງ ເຈົ້າພາບ ເວລາ 15 ໂມງ 45 ນາທີ.

ພາບ: ສົງການ

ສະຫລຸບຜົນການເເຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາເເຫ່ງຊາດ ຄັ້ງທີ 11 ທີ່ເເຂວງຊຽງຂວາງ

0

ສະຫລຸບຜົນການເເຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາເເຫ່ງຊາດ ຄັ້ງທີ 11 ທີ່ເເຂວງຊຽງຂວາງ ໃນປະເພດທີມ ເຊິ່ງດຳເນີນການເເຂ່ງຂັນຕັ້ງເເຕ່ວັນທີ 15-17 ທັນວາ 2022 ດັ່ງນີ້:

+ ທີມຊາຍ 🏸

🥇ກະຊວງພະລັງງານ ແລະ ບໍ່ເເຮ່

🥈ນະຄອນຫຼວງວຽງຈັນ

🥉ແຂວງວຽງຈັນ

+ ທີມຍິງ 🏸

🥇ແຂວງຄຳມ່ວນ

🥈ນະຄອນຫລວງວຽງຈັນ

🥉ແຂວງຊຽງຂວາງ

ບານສົ່ງຫາດຊາຍ ທີມຍິງອັດຕະປື ຫວັງຈະໄດ້ຜ່ານເຂົ້າຮອບຊີງຊະນະເລີດໃຫ້ໄດ້ຊຽງຂວາງເກມ

0

ການແຂ່ງຂັນບານສົ່ງຫາດຊາຍ ທີມຍິງ ແຂວງອັດຕະປື ມີຄວາມຫວັງ ທີ່ຈະໄດ້ຜ່ານເຂົ້າໄປ ໃນຮອບຊີງຊະນະເລີດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ຫລັງລົງສະໜາມແຂ່ງຂັນ 2 ນັດ ຊະນະລວດ, ໂດຍສະເພາະ ໃນການແຂ່ງຂັນນັດສຸດທ້າຍໃນຮອບຄັດເລືອກສາວນັກຕົບ ທີມຍິງແຂວງອັດຕະປື ຮຶດຊະນະ ສາວນັກຕົບທີມຍິງເຈົ້າພາບແຂວງຊຽງຂວາງ ໄປໄດ້ 2-1 ເຊັດ ຈັບມືກັບເຂົ້າຮອບ 4 ທີມສຸດທ້າຍ ໄດ້ສຳເລັດ.

ການແຂ່ງຂັນບານສົ່ງຫາດຊາດ ໃນງານແຂ່ງຂັນມະຫາກຳກິລາແຫ່ງຊາດ ຄັ້ງທີ 11, 2022 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນ , ການແຂ່ງຂັນປະເພດບານສົ່ງຫາດຊາດ ແມ່ນໄດ້ຈັດການແຂ່ງຂັນຂື້ນທີ່ເດີ່ນຫາດຊາຍ ສວນອ່າງນໍ້າຫງໍາ, ເມືອງແປກ, ແຂວງຊຽງຂວາງ, ໃນລະຫວ່າງວັນທີ 12-21 ທັນວາ 2022. ປະເພດ ທີມຍິງ ມີ 7 ພາກສ່ວນເຂົ້າຮ່ວມ, ປະກອບມີ 2 ກະຊວງ ແລະ 5 ແຂວງ ແລະ ເຂົ້້າຮ່ວມ, ການແຂ່ງຂັນ ແບ່ງອອກເປັນ 2 ສາຍ, ສາຍ ກໍໍ: ມີ ກະຊວງປ້ອງກັນປະເທດ, ຈຳປາສັກ, ຫລວງພະບາງ ແລະ ແຂວງ ຄຳມ່ວນ; ສາຍ ຂໍ ມີ ຊຽງຂວາງ ເຈົ້າພາບ, ກະຊວງສາທາລະນະສຸກ ແລະ ແຂວງ ອັດຕະປື

ຜົນການແຂ່ງຂັນນັດສຸດທ້າຍຂອງສາຍ ຂໍ ແຂວງ ອັດຕະປື ເອົາຊະນະ ແຂວງຊຽງຂວາງເຈົ້າພາບ ໄປໄດ້ 2-1 ເຊັດ: 24-22 , 13-21, 15-7 ຄະແນນ, ກອດຄໍກັນເຂົ້າຮອບ 4 ທີມສຸດທ້າຍ ໂດຍແຂວງອັດຕະປື ເປັນທີ 1 ຂອງສາຍຂໍ ຈະໄປພົບກັບ ກະຊວງປ້ອງກັນປະເທດ

ທີ 2 ຂອງສາຍ ກໍ ແລະ ແຂວງຊຽງຂວາງ ທີ 2 ຂອງສາຍ ຂໍ ຈະໄປພົບແຂວງ ຈຳປາສັກ ທີ 1 ຂອງສາຍ ກໍ. ສ່ວນປະເພດບານສົ່ງຫາດຊາດ ທີມຊາຍແຂວງອັດຕະປື ເຮັດໜ້າທີ່ດີສຸດຄວາມສາມາດແຕ່ບໍ່ສາມາດຜ່ານຮອບຄັດເລືອກໄດ້.

ແຕ່ແນວໃດກໍ່ຕາມ ທ່ານ ບຸນນາມ ຈັນທະມາດ ຄະນະນຳ ນັກກິລາ ບານສົ່ງຫາດຊາດແຂວງອັດຕະປື ໄດ້ໃຫ້ທັດສະນະວ່າ: ເກມກິລາມີຊະນະ-ມີເສຍເປັນທຳທະດາ ສຳລັບນັກກິລາທີມຊາຍ ຂອງແຂວງອັດຕະປື ເຖິງແມ່ນວ່າຈະບໍ່ສາມາດຜ່ານເຂົ້າໄປໃນຮອບ 4 ທີມສຸດທ້າຍໄດ້ກໍ່ຕາມ ແຕ່ຄະນະນຳ, ຄູເຝີກ ແລະ ຕົວເອງນັກກິລາ ກໍ່ສູ້ເຕັມທີ່ເຮັດສຸດຄວາມສາມາດ ດ້ວຍສາຍເລືອດນັກກິລາຢ່າງແທ້ຈິງ.

ສ່ວນ ບານສົ່ງຫາດຊາຍທີມຍິງ ແມ່ນຄວາມຫວັງສຸດທ້າຍ ຂອງສະຫະພັນບານສົ່ງ ແຂວງ ອັດຕະປື ທີ່ສູ້ດ້ວຍຄວາມຫວັງຈະ ຄ້າວຄວ້າຫຼຽນໃດ-ຫຼຽນ 1 ໃຫ້ກັບຊາວແຂວງ ອັດຕະປືໃຫ້ໄດ້, ຂະນະທີ່ ຕົວນັກກິລາເອງ ກໍ່ພ້ອມຈະເຮັດໜ້າທີ່ ການແຂ່ງຂັນໃຫ້ສຸດຄວາມມາດ ຕັ້ງເປົ້າຈະໃຫ້ໄດ້ເຂົ້າໄປແຂ່ງຂັນໃນຮອງຊິງຊະນະເລີດໃຫ້ໄດ້ ແລະ ຂໍແຮງເຊຍ, ແຮງໃຈຈາກມະຫາຊົນທຸກພາກສ່ວນ, ໂດຍສະເພາະ ຈາກພີ່-ນ້ອງ ຊາວແຂວງ ອັດຕະປື.

ໂດຍ: ພົມວິຫານ ໄຊຊະຊະ.

ກິລາຍິງປືນ ປກຊ-ປກສ ໄດ້ 11 ຫລຽນຄໍາເທົ່າກັນ

0

ກິລາ​ຍິງ​ປືນ​ ໃນ​​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫລື ​​ຊຽງ​ຂວາງເກມ 2022 ທີ່ແຂ່ງຂັນ 3 ໄລຍະຄື: ໄລຍະທີ 1 ​​​ວັນ​ທີ 14-20 ພະຈິກ, ໄລຍະທີ 2 ວັນທີ 23-29 ພະຈິກ 2022 ຢູ່​​ສະໜາມຝຶກຊ້ອມກິລາ​ຍິງ​ປືນ 5 ເມສາ ນະຄອນຫລວງ​ວຽງ​ຈັນ ແລະ ໄລຍະທີ 3 ວັນທີ 14-15 ທັນວາຢູ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 3 ແຂວງຊຽງຂວາງໂດຍມີນັກກິລາຈາກກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ປ້ອງ​ກັນ​ປະເທດ, ນະຄອນຫລວງ​ວຽງ​ຈັນ, ແຂວງ​ຊຽງ​ຂວາງ, ຄຳ​ມ່ວນ, ຜົ້ງສາລີ, ຫລວງ​ພະ​ບາງ, ຫົວພັນ ແລະ ແຂວງສະຫວັນ​ນະ​ເຂດ ຮ່ວມແຂ່ງຂັນ 34 ລາຍການ, ຊີງ 34 ຫລຽນຄໍາ, 34 ຫລຽນເງິນ ແລະ 68 ຫລຽນທອງ.

ສະຫລຸບຜົນການແຂ່ງຂັນ, ກະຊວງປ້ອງກັນປະເທດຍາດໄດ້ 11 ຫລຽນຄໍາ, 14 ຫລຽນເງິນ ແລະ 12 ຫລຽນທອງ, ກະຊວງປ້ອງກັນຄວາມສະຫງົບ 11 ຫລຽນຄໍາ, 11 ຫລຽນເງິນ ແລະ 14 ຫລຽນທອງ, ນະຄອນຫລວງວຽງຈັນ 6 ຫລຽນຄໍາ, 2 ຫລຽນເງິນ ແລະ 17 ຫລຽນທອງ, ຊຽງຂວາງ 2 ຫລຽນຄໍາ, 1 ຫລຽນເງິນ ແລະ 7 ຫລຽນທອງ, ຫລວງພະບາງ 1 ຫລຽນຄໍາ, 2 ຫລຽນເງິນ ແລະ 8 ຫລຽນທອງ,ຄໍາ ມ່ວນ 1 ຫລຽນຄໍາ, 2 ຫລຽນເງິນ ແລະ 6 ຫລຽນທອງ, ຜົ້ງສາລີ 1 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ, ຫົວພັນ 1 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ແລະ ແຂວງສະຫວັນນະເຂດ 2 ຫລຽນທອງ

ຂາວ+ຮູບ: ແກ້ວ