Thursday, October 9, 2025
Home Blog Page 846

ແຂວງວຽງຈັນ ເຂົ້າຊິງກັບນະຄອນຫລວງ ເຕະບານຊາຍ ຊຽງຂວາງເກມ

0

ການແຂ່ງຂັນເຕະບານຊາຍ ໃນງານຊຽງຂວາງເກມ 2022 ຮອບ 4 ທີມສຸດທ້າຍ ແຂວງວຽງຈັນ ພົບກັບ ແຂວງເຊກອງ ຄູ່ນີ້ ເວລາປົກກະຕິ 90 ນາທີ ບໍ່ມີປະຕູເກີດຂຶ້ນ ແຂວງວຽງຈັນ ເສຍປຽບຜູ້ຫລິ້ນ 1 ຄົນ ໄດ້ບັດແດງທ້າຍເຄິ່ງເວລາທີສອງ ແຕ່ສູ້ຈົນສະເໝີໃນເວລາ 90′ ແລະ ການຕໍ່ເວລາພິເສດອີກ 30 ນາທີ ຕ້ອງມາແຂ່ງຂັນຈຸດໂທດຕັດສິນຫາທີມຊະນະ ແລະ ເປັນແຂວງວຽງຈັນ ຍິງໄດ້​ ແມ້ນກວ່າ ຊະນະດວນຈຸດໂທດ ແຂວງເຊກອງ 3-2 ແສງພະຈັນ ສະແດງບົດບາດໄດ້ ເຊັຟໄດ້ 3 ເທື່ອ​ ພາແຂວງວຽງຈັນ ເຂົ້າຊິງຫລຽນຄຳ.

ໂດຍແຂວງວຽງຈັນ ໄປພົບກັບ ນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດປີນີ້ ທີ່ເອົາຊະນະ ເຈົ້າພາບ ແຂວງຊຽງຂວາງ ຮອງແຊ້ມບານເຕະແຫ່ງຊາດປີນີ້ 2-1 ນະຄອນຫລວງ ໄດ້ສອງປະຕູຈາກ ວິໄລ ກຸລັງສີ ນາທີທຳອິດຂອງເຄິ່ງຫລັງ ແລະ ປີຍະພົງ ປະຖຳມະວົງ ນາທີ 76′ ເຈົ້າພາບ ພະຍາຍາມສູ້ສຸດກຳລັງ ແຕ່ແກ້ໄດ້ພຽງໜຶ່ງປະຕູຈາກ ສຸລີ ຍັນລະສີ ນາທີ 84′.

ຮອບຊິງຊະນະເລີດ ແຂວງວຽງຈັນ ພົບ ນະຄອນຫລວງ ຈະແຂ່ງຂັນວັນທີ 21 ທັນວານີ້ ເວລາ 15:45 ທີ່ສະໜາມໄຫຫີນ ແຕ່ຄູ່ຊິງທີສາມ ຈະແຂ່ງກ່ອນ ເວລາ 13:30 ແຂວງເຊກອງ ພົບ ຊຽງຂວາງ ເຈົ້າພາບ ຢູ່ສະໜາມດຽວກັນ.

ສະພາບອາກາດ ປະຈໍາວັນທີ 20 ທັນວາ 2022

0

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 20/12/2022 ເຖິງເວລາ 7:00 ໂມງວັນທີ 21/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 06-22 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-27 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 17-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-24 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນອນເຊົ້າ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-24 ອົງສາ.

ໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍຈັດກິດຈະກໍາວັນສົ່ງເສີມໂພສະນາການຢູ່ບ້ານນາຫຼາ

0

ໃນຕອນເຊົ້າວັນທີ 15 ທັນວາ 2022 ນີ້ໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍໄດ້ຈັດກິດຈະກໍາວັນສົ່ງເສີມໂພສະນາການໃນຫົວຂໍ້ ການປູກພຶດປະສົມປະສານກັບການລ້ຽງສັດເຮັດໃຫ້ຄອບຄົວມີອາຫານໄວ້ບໍລິໂພກຕະຫຼອດປີ ແລະ ກິນອາຫານທີ່ຫຼາກຫຼາຍໃນແຕ່ລະມື້ຈະເຮັດໃຫ້ສຸຂະພາບສະມາຊີກໃນຄອບຄົວແຂງແຮງຢູ່ທີ່ບ້ານນາຫຼາ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີ, ທ່ານ ບຸນຫຼາຍ ຄຳພູມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີໄດ້ກ່າວເປີດພິທີບາງຕອນທ່ານກ່າວວ່າ: ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການສົ່ງເສີມວັນໂພສະນາການ, ເພື່ອເປັນການແລກປ່ຽນບົດຮຽນຂອງກຸ່ມແມ່ຍິງທີ່ໄດ້ເຂົ້າຮ່ວມໃນການຮຽນຮູ້, ບົດຮຽນດ້ານໂພສະນາການ, ດ້ານກະສິກຳ ແລະ ຍັງເປັນການສົ່ງເສີມ ແລະ ປູກຈິດສໍານືກກ່ຽວກັບວຽກໂພສະນາການ, ການກິນອາຫານຄົບໝວດໝູ່ທີ່ຕິດພັນກັບວຽກກະສິກຳພາຍໃນຊຸມຊົນບ້ານເປົ້າໝາຍ ແລະ ໂຮງຮຽນເປົ້າໝາຍຂອງໂຄງການ. ເຊີ່ງໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍແມ່ນການຮ່ວມມືຂອງລັດຖະບານແຫ່ງ ສປປລາວ ແລະ ກອງທືນສາກົນເພື່ອພັດທະນາກະສິກຳ, ໂຄງການດັ່ງກ່າວນີ້ແມ່ນການຈັດຕັ້ງປະຕິບັດຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍຜ່ານກົມຊົນລະປະທານ, ສຳລັບຂັ້ນແຂວງແມ່ນພາຍໃຕ້ການສະໜັບສະໜູນດ້ານຍຸດທະສາດໂດຍພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຂັ້ນເມືອງແມ່ນຜູ້ຈັດຕັ້ງປະຕິບັດໂດຍຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍຢູ່ເມືອງໄຊຍະບູລີສຳລັບປີ 2022 ລວມມີບ້ານເປົ້າໝາຍໂພສະນາການຢູ່ 6 ບ້ານ ແລະ 6 ໂຮງຮຽນ. ຈາກນັ້ນໃນພິທີກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໂພສະນາການໃນໄລຍະ 1 ປີຜ່ານມາ ແລະ ຊົມກິດຈະກຳທີ່ທາງບ້ານ ນາຫຼາ ແລະ ທີມງານໄດ້ຈັດຕັ້ງປະຕິບັດເພື່ອສົ່ງເສີມວຽກງານໂພສະນາການ.

………………………

ຂ່າວ-ພາບ: ສົມພົງ ສີສະຫວັດ

#Media Laos #sayaboury.

ແຂວງຄຳມ່ວນ ຍາດໄດ້ແລ້ວ 27 ຫຼຽນຄໍາຢູ່ໃນອັບດັບທີ 4 ຮອງຈາກ ຊຽງຂວາງ, ກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ

0

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ແມ່ນໄດ້ເປີດຢ່າງເປັນທາງການໃນວັນທີ 13 ທັນວາ ແລະ ຈະໄດ້ດຳເນີນໄປເຖິງວັນທີ 22 ທັນວາ 2022 ໂດຍມີການແຂ່ງຂັນທັງໝົດ 25 ປະເພດກິລາ ແລະ ມີ 22 ພາກສ່ວນເຂົ້າຮ່ວມ.

ແຂວງຄຳມ່ວນ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 19 ປະເພດກິລາຄື: ແລ່ນ-ລານ, ບານເຕະ, ບານສົ່ງ, ກະຕໍ້, ປິ໋ງປ໋ອງ, ເປຕັງ, ດອກປີກໄກ່, ຍິງປືນ, ເທຄວັນໂດ, ຄາຣາເຕໂດ, ມວຍສາກົນ, ມວຍລາຍລາວ, ລົດຖີບ, ກ໊ອຟ, ມວຍປໍ້າ, ຢູໂດ, ວູຊູ, ປັນຈັກສີລັດ ແລະ ກິລາຍິງທະນູ, ມີຄະນະຊີ້ນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 300 ກວ່າຄົນ ແລະ ໄດ້ຕັ້ງເປົ້າໝາຍໄວ້ທີ່ 34 ຫຼຽນຄຳ. ເຊິ່ງມາຮອດວັນທີ 18 ທັນວາ 2022 ສາມາດຍາດໄດ້ແລ້ວ 27 ຫຼຽນຄຳ, 19 ຫຼຽນເງິນ ແລະ 35 ຫຼຽນທອງ. ໃນນັ້ນ ໄດ້ຈາກປະເພດ ແລ່ນ-ລານ 6 ຫຼຽນຄຳ, 2 ຫຼຽນທອງ, ເທຄວັນໂດ 6 ຫຼຽນຄຳ, 4 ຫຼຽນເງິນ, 5 ຫຼຽນທອງ, ຄາຣາເຕໂດ້ 2 ຫຼຽນຄຳ, 6 ຫຼຽນທອງ, ມວຍສາກົນ 2 ຫຼຽນຄຳ, 1 ຫຼຽນເງິນ, 2 ຫຼຽນທອງ, ປັນຈັກສີລັດ 2 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ, ວູຊູ 2 ຫຼຽນຄຳ, 1 ຫຼຽນທອງ, ລົດຖີບ 2 ຫຼຽນຄຳ, ມວຍປໍ້າ 1 ຫຼຽນຄໍາ, 2 ຫຼຽນເງິນ, ຍິງທະນູ 1 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ, ຍິງປືນ 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ, ກະຕໍ້ 1 ຫຼຽນຄໍາ, 2 ຫຼຽນເງິນ, 4 ຫຼຽນທອງ, ດອກປີກໄກ່ 1 ຫຼຽນຄຳ, ຢູໂດ 1 ຫຼຽນຄໍາ, 2 ຫຼຽນເງິນ, 3 ຫຼຽນທອງ, ເປຕັງ 1 ຫຼຽນເງິນ, 2 ຫຼຽນທອງ ແລະ ບາຍສົ່ງຫາດຊາຍ 1 ຫຼຽນເງິນ. ໃນນັ້ນ ປະເພດກິລາທີ່ສຳເລັດການແຂ່ງຂັນແລ້ວ ສຳລັບແຂວງຄຳມ່ວນປະກອບມີ: ແລ່ນ-ລານ, ຍິງປືນ, ເທຄວັນໂດ, ຄາຣາເຕໂດ, ມວຍສາກົນ, ມວຍປໍ້າ, ປັນຈັກສີລັດ, ຍິງທະນູ, ບານຕະຊາຍ ແລະ ກິລາກ໋ອບ.

ສຳລັບປະເພດກິລາທີ່ຍັງສືບຕໍ່ແຂ່ງຂັນ ມີ: ກະຕໍ້, ປິ່ປ່ອງ, ເປຕັງ, ດອກປີກໄກ່, ມວຍລາວ, ລົດຖີບ, ຢູໂດ ແລະ ວູຊູ ໃນນີ້ແຂວງຄຳມ່ວນ ແມ່ນຈະຕ້ອງໄດ້ສູ້ຊົນຍາດໃຫ້ໄດ້ເພີ່ມອີກຈຳນວນ 7 ຫຼຽນຄຳ ຈຶ່ງຈະໄດ້ຕາມເປົ້າໝາຍທີ່ວາງໄວ້.

#Medialaos#ມີເດຍລາວ#khammouanenews#ກິລາ#ຊຽງຂວາງເກມ

ກະຊວງປ້ອງກັນປະເທດ ຍາດໄດ້ 3 ຫຼຽນຄຳ ກີລາກກອ໊ຟ ໃນຊຽງຂວາງເກມ 2022

0

​ພິທີມອບຫຼຽນການແຂ່ງຂັນກີລາກ໊ອຟ ໃນງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ຈັດຂຶ້ນວັນທີ 17 ທັນວາ 2022 ຢູ່ສະໜາມກອ໊ຟພູກູດທອງຄຳ ເມືອງແປກ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມ ຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທ່ານ ກອງສີ ແສງມະນີ ປະທານສະຫະພັນກອ໊ຟແຫ່ງຊາດ ໂດຍມີນັກກີລາຈາກ 18 ທີມ ເຂົ້າຮ່ວມ.

ຜົນການແຂ່ງຂັນປະເພດທີມຫຼຽນຄຳ ກະຊວງປ້ອງກັນປະເທດຄະແນນລວມ 587 ຄະແນນ ຫຼຽນເງິນ ແຂວງຊຽງຂວາງ ຄະແນນລວມ 597 ຄະແນນ ຫຼຽນທອງ ນະຄອນຫລວງວຽງຈັນ ຄະແນນລວມ 601 ຄະແນນ ສ່ວນປະເພດບຸກຄົນຫຼຽນຄຳ ທ່ານ ຈັນປະສິດ ອຸນາພົມ ຄະແນນລວມ 191 ຄະແນນ ຫຼຽນເງິນ ທ່ານ ສຸດທາດ ສີສະຫລາດ ຄະແນນລວມ 194 ຄະແນນ ຫຼຽນທອງ ທ່ານ ສິນໄຊ ພິລາສຸກ ຄະແນນລວມ 197 ຄະແນນ ເຊິ່ງທັງ 3 ທ່ານ ເປັນນັກກີລາຂອງກະຊວງປ້ອງກັນປະເທດ.

ສ່ວນຜົນປະເພດທີມ ມີແຕ້ມຕໍ່ ຫຼຽນຄຳ ກະຊວງປ້ອງກັນປະເທດ ຄະແນນລວມ 215 ຄະແນນ ຫຼຽນເງິນ ແຂວງສະຫວັນນະເຂດ ຄະແນນລວມ 202 ຄະແນນ ຫຼຽນທອງ ແຂວງສາລະວັນ ຄະແນນລວມ 198 ຄະແນນ ປະເພດບຸກຄົນ ມີແຕ້ມຕໍ່ ຫຼຽນຄຳ ທ່ານ ທຳມະລັກ ບົວຫອມ ແຂວງຊຽງຂວາງ ຄະແນນລວມ 76 ຄະແນນ ຫຼຽນເງິນ ທ່ານ ອູຟອງ ວັນທີແສງ ແຂວງອຸດົມໄຊ ຄະແນນລວມ 74 ຄະແນນ ຫຼຽນທອງ ທ່ານ ຂາວພອນ ອິນທິລາດ ນະຄອນຫຼວງວຽງຈັນ ຄະແນນລວມ 74 ຄະແນນ. (ສະບາໄພ 18/12/2022)

ແຂວງວຽງຈັນ, ເຊກອງ, ນະຄອນຫລວງ ແລະ ຊຽງຂວາງ ເຂົ້າຮອບ 4 ທີມສຸດທ້າຍ ໃນການແຂ່ງຂັນເຕະບານຊາຍ

0

ການແຂ່ງຂັນເຕະບານຊາຍ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ 2022 ໃກ້ຈະສຳເລັດລົງແລ້ວ, ເຊິ່ງການແຂ່ງຂັນ ໃນຮອບ 8 ທີມສຸດທ້າຍ ໃນວັນທີ 17 ທັນວາ 2022 ທີ່ໜາມກິລາໄຊຊະນະ ແລະ ສະໜາມກິລາໄຫຫີນ, ເປັນການພົບກັນ ລະຫວ່າງ ແຂວງວຽງຈັນ ກັບ ຈຳປາສັກ, ແຂວງເຊກອງ ກັບ ແຂວງຫົວພັນ, ຄຳມ່ວນ ກັບ ນະຄອນຫລວງວຽງຈັນ ແລະ ແຂວງສາລະວັນ ກັບ ແຂວງຊຽງຂວາງ, ຜົນ ການແຂ່ງຂັນ ແຂວງວຽງຈັນ, ແຂວງເຊກອງ, ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ເຂົ້າຮອບ 4 ທີມສຸດ ທ້າຍ, ກຽມແຂ່ງຂັນກັນເພື່ອເຂົ້າຮອບຊີງຊະນະເລີດ.

ສຳລັບການແຂ່ງຂັນ ໃນຮອບ 8 ທີມສຸດທ້າຍ, ໃນວັນທີ 17 ທັນວາ ຢູ່ສະໜາມໄຊຊະນະ ຄູ່ທຳອິດ ແຂວງວຽງຈັນ ສາມາດເອົາຊະນະ ແຂວງຈຳປາສັກ ຈາກການຍິງຈຸດໂທດ 5-4 ປະຕູ, ເວລາປົກກະຕິສະເໝີກັນ 1-1, ເຮັດໃຫ້ແຂວງວຽງຈັນ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ແຂວງເຊກອງ, ສ່ວນການແຂ່ງຂັນ ໃນຄູ່ທີສອງ ແຂວງເຊກອງ ເຮັດຜົນງານໄດ້ດີຢ່າງຕໍ່ເນື່ອງ ສາມາດເອົາຊະນະ ແຂວງຫົວພັນ 2-1, ຈາກການຍິງປະຕູຂອງ ທ້າວ ສຸກລີຈັນ ພະສະແຫວງ ເບີ 9 ໃນນາທີ 22. ຫລັງຈາກນັ້ນ, ໃນນາທີ 24 ແຂວງຫົວພັນ ສາມາດຕີສະເໝີໄດ້ 1-1, ຈາກການຍິງປະຕູຂອງ ທ້າວ ຈິນຖົ່ງ ອິນທະບົວລີ ເບີ 8, ຈາກນັ້ນທັງສອງທີມ ກໍໄດ້ເປີດເກມບຸກໃສ່ກັນຢ່າງຕໍ່ເນື່ອງ ແຕ່ແຂວງເຊກອງ ເຮັດໄດ້ດີກວ່າ ຍິງຂຶ້ນນຳອີກ 1 ປະຕູ, ຈາກການຍິງ ຂອງ ທ້າວ ນັດຕະພອນ ບຸດດາຜົນ ໃນນາທີ 76, ຈົບການແຂ່ງຂັນ ເຊກອງ ເອົາຊະນະ ແຂວງຫົວພັນ 2-1, ຜ່ານເຂົ້າຮອບ 4 ທີມສຸດທ້າຍ, ກຽມພົບກັບ ແຂວງວຽງຈັນ.

ສຳລັບ ການແຂ່ງຂັນຢູ່ສະໜາມກິລາໄຫຫີນ ເຈົ້າພາບແຂວງຊຽງຂວາງ ເອົາຊະນະ ແຂວງສາລະວັນ ແບບວຸດວິດ 1-0, ຈາກການຍິງປະຕູ ຂອງ ທ້າວ ອາລຸນປະຊາ ກິດຕິວົງ, ໃນນາທີ 67, ເຮັດໃຫ້ແຂວງຊຽງຂວາງ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ນະຄອນຫລວງວຽງຈັນ, ທີເອົາຊະນະແຂວງຄຳມ່ວນ 2-0, ຈາກການຍິງປະຕູ ຂອງ ທ້າວ ວິໄລ ກຸລັງສີ, ໃນນາທີ 82 ແລະ ໄດ້ປະຕູ ຈາກຜູ້ຫລີ້ນສຳຮອງ ທ້າວ ພູມິນ ຄຳພິວົງ ໃນນາທີ 90 ເຮັດໃຫ້ ແຂວງຄຳມ່ວນ ຕົກຮອບທັນທີ.

ສຳລັບການແຂ່ງຂັນ ຮອບ 4 ທີມສຸດທ້າຍ ຈະມີຂຶ້ນໃນວັນທີ 19 ທັນວາ ນີ້, ຄູ່ທຳອິດແຂວງວຽງຈັນ ພົບກັບ ແຂວງເຊກອງ ເວລາ 13:30 ໂມງ ແລະ ຄູ່ທີສອງ ນະຄອນຫລວງວຽງຈັນ ພົບກັບ ແຂວງຊຽງຂວາງ ເຈົ້າພາບ ເວລາ 15:45 ໂມງ ຢູ່ສະໜາມກິລາໄຫຫີນ ທັງສອງຄູ່.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

ມື້ທີ 2 ຮອບຄັດເລືອກການແຂ່ງຂັນກິລາມວຍລາວ ຊຽງຂວາງ ເກມ 2022

0

ການແຂ່ງຂັນກິລາມວຍລາວ ໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງ ເກມ 2022 ວັນທີ 17 ທັນວາ 2022 ຢູ່ສະໜາມກິລາສວນມອນ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ມີການແຂ່ງຂັນທັງ ໝົດ 15 ຄູ່, ຍິງ 6 ຄູ່, ຮຸ່ນນ້ຳໜັກ 71 ກິໂລຊາຍ ມີ 3 ຄູ່, ຄູ່ທຳອິດ ລາຍຸດ ເທືອສະບານ ຈາກບໍລິຄຳໄຊ ເອົາຊະນະ ໂຊກໄຊ ວາດທະວີສັກ ຈາກບໍ່ແກ້ວ, ຄູ່ທີ 2 ດຳຊຸມພອນ ຂຽວສະຫວາດ ຈາກກະຊວງປ້ອງກັນປະເທດ ເອົາຊະນະ ຄັອບຟີ່ ແກ້ວໄຊຍະວົງ ຈາກຊຽງຂວາງເຈົ້າ ພາບ, ຄູ່ທີ 3 ບຸນເພັງ ຫລວງສຸວັນ ຈາກໄຊສົມບູນ ເອົາຊະນະ ສີເທີນ ສິລາບຸດ ຈາກຫລວງພະບາງ.

ສຳລັບ ຮຸ່ນນ້ຳໜັກ 51 ກິໂລ ຊາຍ ມີ 4 ຄູ່, ຄູ່ທຳອິດ ເພັດຂວັນໄຊ ແກ້ວປະເສີດ ຈາກແຂວງເຊກອງ ເອົາຊະ ນະ ຄາວີ ລິນວົງສາ ຈາກຈຳປາສັກ, ຄູ່ທີ 2 ສົມບູນ ຊາບັນເດດ ຈາກສາລະວັນ ເອົາຊະນະນັອກ ຄຳຜັນ ມະໄລທອງ ຈາກນະຄອນຫລວງ, ຄູ່ທີ 3 ຄຳມີ ສີວົງສົດ ຈາກສະຫວັນນະເຂດ ເອົາຊະນະ ວີໄຊ ປານເພັດ ຈາກບໍລິຄຳໄຊ, ຄູ່ທີ 4 ພອນຄຳ ສົມຍົງ ຈາກຄຳມ່ວນ ເອົາຊະນະ ພິມພອນ ລາວົງສະຫວັນ ຈາກກະຊວງປ້ອງກັນ ປະເທດ, ຮຸ່ນນ້ຳໜັກ 45 ກິໂລ ມີ 2 ຄູ່, ຄູ່ທຳອິດ ສີບູ່ ບັນຊາເດດ ຈາກສາລະວັນ ເອົາຊະນະ ຫວາຍ ສຸວັນນະໄຕ ຈາກນະຄອນຫລວງ ແລະ ຄູ່ສຸດທ້າຍ ພັນທະ ສີງະຫວັດ ຈາກເຊກອງ ເອົາຊະນະ ອາເລັກ ຈາກບໍລິຄຳໄຊ ສຳລັບຜູ້ຊະນະຈະເຂົ້າແຂ່ງຂັນໃນຮອບຮອງຊະນະເລີດ ໃນວັນທີ 19 ທັນວາ 2022.

ຂ່າວ: ຂັນລາວອນ

ທົ່ວໂລກຕ້ອງຫລຸດຜ່ອນການນຳໃຊ້ຖ່ານຫີນປົກປັກຮັກສາສິ່ງແວດລ້ອມ

0
2CGRA6F Open pit mine industry, big yellow mining truck for coal, top view aerial drone

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ອົງການພະລັງງານສາກົນ (IEA) ໃຫ້ຮູ້ວ່າ: ຈຳນວນຖ່ານຫີນທີ່ນຳໃຊ້ ໃນທົ່ວໂລກຈະບັນລຸລະດັບສະຖິຕິໃໝ່ໃນປີນີ້ໃນສະພາບຄວາມຕ້ອງການ ສຳລັບເຊື້ອເພີງຟອກຊິວ ທີ່ກໍ່ມົນລະຜິດຕໍ່ສິ່ງແວດລ້ອມຢ່າງໜັກໜ່ວງ ຄືໃນປະຈຸບັນຍັງສູງຢູ່. ເຖິງວ່າການນຳໃຊ້ຖ່ານຫີນພຽງເພີ່ມຂຶ້ນ 1,2% ໃນປີ 2022, ແຕ່ລະດັບ ເພີ່ມຂຶ້ນນີ້ໄດ້ຍູ້ໃຫ້ປະລິມານນຳໃຊ້ຖ່ານຫີນຂຶ້ນລະດັບສູງທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນແມ່ນກວ່າ 8 ຕື້ໂຕນ ແລະ ລື່ນກາຍລະດັບສະຖິຕິກ່ອນນັ້ນ ໃນປີ 2013. ຂະນະທີ່ລາຄາເຊື້ອເພີງທຳມະຊາດເພີ່ມຂຶ້ນສູງກົງກັບການຂຶ້ນກັບຖ່ານຫີນ ເພື່ອຜະລິດ ໄຟຟ້າ. ເຖິງຢ່າງໃດກໍ່ຕາມ, ທົ່ວໂລກຕ້ອງຫລຸດຜ່ອນການນຳໃຊ້ຖ່ານຫີນ ແລະ ບັນດາເຊື້ອເພີງຟອກຊິວອື່ນ ຢ່າງແຮງເພື່ອຈຳກັດວິວັດການໜ່ວຍໂລກຮ້ອນຂຶ້ນ 1,5 ອົງສາເຊ ໃນທົດສະວັດນີ້.

(ບັນນາ ທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ອົງການກອງທຶນເງິນຕາສາກົນ ອະນຸມັດເງິນກູ້ຈໍານວນ 3 ຕື້ໂດລາສະຫະລັດໃຫ້ແກ່ເອຢິບ

0

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້, ອົງການກອງທຶນເງິນຕາສາກົນ (IMF) ໄດ້ອອກຖະແຫລງການ ໂດຍລະບຸວ່າ: ຄະນະຜູ້ບໍລິຫານງານ IMF ໄດ້ອະນຸມັດເງິນກູ້ທີ່ມີກຳນົດ 46 ເດືອນ ໃຫ້ແກ່ປະເທດເອຢິບ ຈຳນວນ 3 ຕື້ໂດລາ ສະຫະລັດພາຍໃຕ້ການຊ່ວຍເຫລືອ ຈາກ IMF, ເອຢິບໄດ້ວາງນະໂຍບາຍຕ່າງໆ, ເພື່ອຮັບປະກັນຄວາມໝັ້ນທ່ຽງ ຂອງເສດຖະກິດມະຫາພາກ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕດ້ານເສດຖະກິດທີ່ກວມລວມ ແລະ ນໍາພາໂດຍ ພາກສ່ວນ ເອກະຊົນ. ນະໂຍບາຍເຫລົ່ານີ້ໄດ້ກ່ຽວພັນເຖິງການຫັນເປັນລະບຽບການອັດຕາແລກປ່ຽນເງິນຕາທີ່ມີຄວາມຄ່ອງແຄ້ວ, ນະໂຍບາຍເງິນຕາເພື່ອຫລຸດຜ່ອນໄພເງິນເຟີ້ເທື່ອລະກ້າວ ແລະ ການປັບປຸງດ້ານການເງິນເພື່ອຮັບປະກັນໃຫ້ໜີ້ສິນສາທາລະນະຫລຸດໜ້ອຍລົງເປັນຕົ້ນ.

(ບັນນາ ທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 5

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ ວັນທີ 17 ທັນວາ ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ໄດ້ສົມທົບກັບ ລັດຖະບານຈັດເວທີປາໄສເສດຖະກິດຫວຽດນາມ ຄັ້ງທີ 5 ຂຶ້ນ ດ້ວຍຫົວຂໍ້ “ເສດຖະກິດຫວຽດນາມ 2023: ຮັກສາ ເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດູ່ນດ່ຽງໃຫຍ່, ຜ່ານຜ່າສິ່ງທ້າທາຍຢ່າງໝັ້ນແກ່ນ”. ບັນດານັກປະຖະກະຖາໄດ້ປຶກສາຫາລື ກ່ຽວກັບບັນດາໝາກຜົນ ແລະ ບົດຮຽນທີ່ຖອດຖອນ ມາຈາກການບໍລິຫານເສດຖະກິດມະຫາພາກ ປີ 2022, ຮັບຮູ້ກາລະໂອກາດ, ຄວາມສ່ຽງ ແລະ ສິ່ງທ້າທາຍ ເຊິ່ງພື້ນຖານເສດຖະກິດຫວຽດນາມ ຕ້ອງປະເຊີນໜ້າ ໃນປີ 2023. ຜ່ານນັ້ນ, ກໍ່ຄາດຄະເນບັນດາແຜນການເຕີບໂຕເສດຖະກິດ ແລະ ການບໍລິຫານເສດຖະກິດມະຫາພາກ ປີ 2023. ພ້ອມທັງ, ສະເໜີບັນດາກົນໄກ, ນະໂຍບາຍເພື່ອແນໃສ່ກຳແໜ້ນ ແລະ ຫັນກາລະໂອກາດເປັນລະອຽດ, ຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອນຳພື້ນຖານເສດຖະກິດພັດທະນາຢ່າງແຮງໃນປີ 2023. ຈາກນັ້ນ, ນັກຊ່ຽວຊານ ດ້ານເສດຖະກິດ, ປ.ອ ເກິ່ນວັນລຶກ ລະບຸວ່າ: ຕ້ອງຍູ້ແຮງວິວັດການສ້າງໂຄງປະກອບລະບົບການເງິນ, ທະນາຄານຄືນໃໝ່ ໃຫ້ຫລາຍກ່ວາອີກ, ພິເສດແມ່ນບັນດາອົງການການເງິນຊຸດໂຊມເພື່ອຮັບປະກັນການແຈກຢາຍ ແລະ ລະດົມແຫລ່ງກຳລັງ ຢ່າງມີປະສິດທິຜົນກ່ວາອີກ. ວຽກງານນີ້ກໍ່ຮັບປະກັນການພັດທະນາແບບຍືນຍົງ ຂອງລະບົບການເງິນ, ຫລີກລ້ຽງ ປະກົດການແກ້ງແຍ້ງບໍ່ປອດໄສຄື ໄດ້ເກີດຂຶ້ນໃນໄລຍະຜ່ານມາ. ໜຶ່ງໃນບັນດາບັນຫາທີ່ຄວນໄດ້ຮັບການບຸລິມະສິດ ໃນປີ 2023 ແມ່ນຕ້ອງຮັບປະກັນການຊຳລະ, ຮັບປະກັນຄວາມປອດໄພຂອງລະບົບ, ແກ້ໄຂຄວາມຕ້ອງການຊຳລະຄືນ ພັນທະບັດທີ່ເຖິງກຳນົດໃຫ້ເປັນຢ່າງດີ ເປັນຕົ້ນແມ່ນພັນທະບັດວິສາຫະກິດອະສັງຫາລິມະຊັບ.

(ບັນນາ ທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ)