Thursday, October 9, 2025
Home Blog Page 845

ແຂ່ງຂັນລົດຖີບບຸກຄົນຍິງ ລົດກວັກ ໄລຍະ 80 ກິໂລແມັດ ຊຽງຂວາງ ເກມ ມີ 4 ພາກສ່ວນຮ່ວມຊີງໄຊ

0

ການແຂ່ງຂັນກິລາລົດຖີບ ປະເພດບຸກຄົນຍິງ ລົດກວັກ ໄລຍະທາງ 80 ກິໂລແມັດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງ ເກມ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 19 ທັນວາ 2022 ທີ່ບ້ານລາດງ່ອນ ເມືອງແປກ ແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອິນຕອງ ເລີດສິນໄຊ ຮອງປະທານສະຫະພັນລົດຖີບແຫ່ງຊາດລາວ, ມີຄະນະຮັບຜິດຊອບການແຂ່ງຂັນທີ່ມາຈາກຂັ້ນສູນກາງ, ຂັ້ນແຂວງ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.

ການແຂ່ງຂັນປະເພດບຸກຄົນຍິງ ລົດກວັກ ໄລຍະທາງ 80 ກິໂລແມັດ ເຊິ່ງຈຸດເລີ່ມຕົ້ນ ຖະໜົນເລກ 7 ບ້ານລາດງ່ອນ ເມືອງແປກ ຫາ ບ້ານຈອມສີ ເມືອງພູກູດ, ໃນນັ້ນ ມີນັກກິລາທັງໝົດ 7 ຄົນ ຈາກ 4 ພາກສ່ວນເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ ນາງຕຸກຕາ ອິນທະວົງ ນ້ຳເບີ 005 ແລະ ນາງ ຫັດສະດາ ມາດສຸວັນ ນ້ຳເບີ 006, ແຂວງບໍ່ແກ້ວ ນາງ ບຸນລີວັນ ສຸດທະວິໄລ ນ້ຳເບີ 018 ແລະ ນາງ ບົວສອນ ໂຊກສຳພັນ ນ້ຳເບີ 019, ແຂວງວຽງຈັນ ນາງ ສົມພອນ ແສງສຸວັດ ນ້ຳເບີ 087 ແລະ ແຂວງຄໍາມ່ວນ ນາງ ໂບຕັນ ວິໄຊ ນ້ຳເບີ 037.

ໂດຍ: ບົວວອນ ວົງພະຈັກ (ສຶກສ, ວິທະຍາສາດ ແລະ ກິລາ)

ກະຊວງປ້ອງກັນປະເທດ ແລະ ແຂວງຈຳປາສັກ ໄດ້ຫລຽນຄຳບານສົ່ງຫາດຊາຍ ຊຽງຂວາງເກມ 2022

0

ການແຂ່ງຂັນກິລາບານສົ່ງຫາດຊາຍ ປະເພດທີມຊາຍ ແຂ່ງຂັນໃນຕອນແລງຂອງວັນທີ 18 ທັນວາ 2022 ທີ່ສະໜາມບານສົ່ງຫາດຊາຍ ເຂດນໍ້າຫງໍາ ເມືອງແປກ ແຂວງຊຽງຂວາງ, ກະຊວງປ້ອງກັນປະເທດ ສາມາດເອົາຊະນະ ແຂວງຄໍາມ່ວນ 2-0 ເຊັດ, ເປັນແຊັມບານສົ່ງຫາດຊາຍ, ໄດ້ຫລຽນຄຳໄປຄອງ, ສ່ວນອັນດັບ 3 ເປັນຂອງເຈົ້າພາບ ແຂວງຊຽງຂວາງ, ໃນຂະນະທີ່ ຫລຽນຄໍາປະເພດທີມຍິງ ຕົກເປັນຂອງ ແຂວງ ຈໍາປາສັກ ທີ່ເອົາຊະນະ ກະຊວງປ້ອງກັນປະເທດ 2-0 ເຊັດ, ສ່ວນອັນດັບ 3 ເປັນຂອງ ແຂວງອັດຕະປື ເອົາຊະນະ ເຈົ້າພາບ ແຂວງຊຽງຂວາງ 2-0 ເຊັດ.

ການແຂ່ງຂັນກິລາບານສົ່ງຫາດຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11, ທີມບານສົ່ງຊາຍ ມີ 10 ພາກສ່ວນ ແບ່ງອອກເປັນ 2 ກຸ່ມ, ກຸ່ມ ກ ປະກອບ ມີ ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ, ສ່ວນກຸ່ມ ຂ ມີ ກະຊວງ ສາທາລະນະສຸກ, ນະຄອນຫລວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ.

ສຳລັບ ທີມບານສົ່ງຍິງ ມີ 2 ກະຊວງ ແລະ 5 ແຂວງ ເຂົ້າຮ່ວມແຂ່ງຂັນ. ໃນນັ້ນ, ໄດ້ແບ່ງເປັນ 2 ກຸ່ມ, ກຸ່ມ ກ ມີ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫລວງພະບາງ, ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງ ສາທາລະນະສຸກ ແລະ ແຂວງອັດຕະປື.

ຜ່ານການແຂ່ງຂັນ ກະຊວງປ້ອງກັນປະເທດ ປະເພດທີມຊາຍ ແລະ ແຂວງຈຳປາສັກ ປະເພດທີມຍິງ ໄດ້ຫລຽນຄຳໄປຄອງ, ເປັນແຊ໊ມບານສົ່ງຫາດຊາຍ ໃນງານກິລາຊຽງຂວາງເກມ 2022.

ຂ່າວ: ທະນູທອງ

ນາງ ກັນຕະນາ ຍາດໄດ້ 4 ຫລຽນຄໍາ ຍິງປືນ ຊຽງຂວາງ ເກມ 2022

0

ນາງ ກັນຕະນາ ໄຊຍະລາດ ສາວນັກກິລາແມ້ນປືນມືໃໝ່ ສາມາດແຈ້ງເກີດ ດ້ວຍການ 4 ຫລຽນຄຳ ກາຍເປັນສາວເກັ່ງຂອງ ນະຄອນຫລວງວຽງຈັນ ດ້ວຍການພາທັບນັກແມ້ນປືນສ້າງຜົນງານລື່ນຄາດໝາຍ ໃຫ້ທັບນັກກິລານະຄອນຫຼວງວຽງຈັນ ປິດສາກການແຂ່ງຂັນກິລາຍິງປືນສັ້ນແກັບກາງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງ ເກມ.

ການແຂ່ງຍິງປືນ ຊຽງຂວາງ ເກມ ໄດ້ດຳເນີນແຂ່ງຂັນໄລຍະສຸດທ້າຍ ລະຫວ່າງວັນທີ 14-15 ທັນວາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ ຊຶ່ງການແຂ່ງຂັນຊີງໄຊກັນທັງໝົດ 34 ຫລຽນຄໍາ, 34 ຫລຽນເງິນ ແລະ 68 ຫລຽນທອງ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫລຽນລາງວັນຂອງ ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕິ ກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານສະຫະພັນຍິງປືນແຫ່ງຊາດລາວ.

ຜົນການແຂ່ງຂັນປະກົດວ່າ ນັກກິລາຍິງປຶນຈາກນະຄອນຫລວງວຽງຈັນ ສາມາດຍາດມາໄດ້ 6 ຫລຽນຄຳ, 2 ຫລຽນເງິນ ແລະ 17 ຫລຽນທອງ ຈັດຢູ່ໃນອັນດັບ 3 ຂອງຕາຕະລາງ. ຊຶ່ງຫລຽນຄໍາ ໄດ້ຈາກລາຍການບຸກຄົນຍິງ 15 ແມັດ, ທີມຍິງ, ບຸກຄົນຍິງ 25 ແມັດ, ທີມຍິງ ປືນຍາວເປົ້າເລື່ອນ 10 ແມັດ, ບຸກຄົນຍິງ ແລະ ປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຊາຍ. ສ່ວນອັນດັບທີ 1 ເປັນຂອງ ປກຊ ຍາດໄດ້ 11 ຫລຽນຄໍາ, 14 ຫລຽນເງິນ ແລະ 12 ຫລຽນທອງ, ອັນດັບທີ 2 ປກສ ຍາດໄດ້ 11 ຫລຽນທອງ, 11 ຫລຽນເງິນ ແລະ 14 ຫລຽນທອງ.

ນາງ ກັນຕະນາ ໄຊຍະລາດ ໃຫ້ສຳພາດວ່າ: ການຍາດຫລຽນຄຳມາຄອງໃນ ຊຽງຂວາງ ເກມ 2022 ເປັນຄວາມພາກພູມໃຈຫລາຍ ເພາະຕົນເອງເປັນນັກກິລາມືໃໝ່ ກ່ອນເຂົ້າຮ່ວມກໍຫວັງພຽງແຕ່ຈະເຮັດໃຫ້ດີທີ່ສຸດ ເພາະໄດ້ເປັນຕົວແທນໃຫ້ນັກກິລາຊາວນະຄອນຫລວງວຽງຈັນ ໃນລາຍການທໍາອິດທີ່ຕົນໄດ້ເຂົ້າມາເປັນນັກກິລາຍິງປືນຮ່ວມແຂ່ງຂັນງານຄັ້ງນີ້ ແຕ່ທີ່ໜ້າປະທັບໃຈສຸດ ນ້ອງສາມາດຍາດໄດ້ 4 ຫລຽນຄໍາສ້າງຜົນງານນັກກິລາຍິງປືນນະຄອນຫລວງວຽງຈັນ ໄດ້ລື່ນຄາດໝາຍ ຜົນງານດັ່ງກ່າວນີ້ ໄດ້ມາກໍຍ້ອນຄວາມເອົາໃຈໃສ່ຂອງສະຫະພັນຍິງປືນ ນະຄອນຫລວງ ກໍຄື ຄູຝຶກ ເອົາໃຈໃສ່ແນະນຳການຊ້ອມຕະຫລອດໄລຍະເກັບຕົວ ເລີ່ມຕັ້ງແຕ່ຂັ້ນພື້ນຖານ ແລະ ເຕັກນິກຕ່າງໆ ອີກສ່ວນໜຶ່ງແມ່ນມາຈາກຄອບຄົວ ໝູ່ເພື່ອນ ທີ່ໄດ້ຊຸກຍູ້ສົ່ງເສີມຕະຫລອດມາ ສິ່ງສຳຄັນອີກ ກໍຄື ແມ່ນມາຈາກພໍໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ທີ່ໄດ້ສົ່ງກຳລັງໃຈຕະຫລອດໄລຍະເຂົ້າຮ່ວມການແຂ່ງຂັນ ຈົນສາມາດສ້າງຜົນງານໃນງານຄັ້ງນີ້ິ້.

ຂ່າວ: ສົງການ ພັນແພງດີ (ສຶກສາ, ວິທະຍາສາດ ແລະ ກິລາ)

ມື້ທີ 3 ວຽງໄຊ ວິໄລພອນ ຍາດໄດ້ເພີ່ມອີກ 1 ຫລຽນຄໍາ ໃຫ້ເຈົ້າພາບກິລາຢູໂດຍິງ

0

ວຽງໄຊ ວິໄລພອນ ຍາດໄດ້ອີກ 1 ຫລຽນຄໍາ ໃຫ້ແຂວງຊຽງຂວາງ (ເຈົ້າພາບ) ຈາກກິລາຢູໂດ ຍິງ ຮຸ່ນ-52 ກິໂລ, ໃນການແຂ່ງຂັນກິລາຢູໂດ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ວັນທີ 18 ທັນວາ ເຮັດໃຫ້ເຈົ້າພາບມີເພີ່ມເປັນ 4 ຫລຽນຄໍາ ຫລັງຈາກແຂ່ງຂັນມາໄດ້ 3 ວັນ.

ການແຂ່ງຂັນກິລາຢູໂດ ຊຽງຂວາງເກມ 2022 ຈັດຂຶ້ນ ວັນທີ 16-19 ທັນວາ 2022 ຢູ່ສະໂມສອນໂຮງຮຽນ ມສ ພອນສະຫວັນ ເມືອງແປກ ແຂວງຊຽງຂວາງ, ໂດຍມີການແຂ່ງຂັນ 2 ປະເພດ ຄື: ປະ ເພດຟ້ອນກະຕະ (ຊາຍ-ຍິງ) ຊີງຫລຽນຄໍາ 2 ລາຍການ ແລະ ປະເພດຕໍ່ສູ້ ຊີງຫລຽນຄໍາ 17 ຫລຽນ, ມີນັກກິລາເຂົ້າຮ່ວມ 65 ຄົນ, ຍິງ 23 ຄົນ ມາຈາກ 7 ພາກສ່ວນເຂົ້າຮ່ວມ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ຊຽງຂວາງ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງອັດຕະປື ແລະ ກະຊວງປ້ອງກັນປະເທດ. ໃນວັນທີ 18 ທັນວາ ມີການແຂ່ງຂັນ 25 ຮຸ່ນ ປະເພດຊາຍ 16 ຮຸ່ນ, ປະເພດຍິງ 9 ຮຸ່ນ, ມີການຊີງໄຊ 6 ຫລຽນຄໍາ, 6 ຫລຽນເງິນ, 10 ຫລຽນທອງ. ໃນນີ້, ປະເພດຊາຍ ມີ ຮຸ່ນ60 ກິໂລ 6, ຮຸ່ນ 66 ກິໂລ 7, ຮຸ່ນ 73 ກິໂລ 3 ຮຸ່ນ.

ຜ່ານການແຂ່ງຂັນຮຸ່ນນໍ້າໜັກ 60 ກິໂລ ຫລຽນຄໍາ ຕົກເປັນຂອງ ຈິດຕະກອນ ສີວັນວິໄລ ຈາກກະຊວງປ້ອງກັນປະເທດ, ຫລຽນເງິນ ພຸດທະວົງ ສາລິນທອນ ຈາກແຂວງຊຽງຂວາງ, ຫລຽນທອງ ເກດຕະວົງ ຈາກແຂວງສະຫວັນນະເຂດ. ຮຸ່ນນໍ້າໜັກ 66 ກິໂລ ຫລຽນຄໍາ ຕົກເປັນຂອງ ພິສາດ ສີສະເກດ ຈາກແຂວງຄໍາມ່ວນ, ຫລຽນເງິນ ເປັນຂອງ ເພັດປັນຍາ ພານຸວົງ ຈາກແຂວງອັດຕະປື, ຫລຽນທອງຮ່ວມ ຈິນດາວອນ ສີວັນວິໄລ ຈາກກະຊວງປ້ອງກັນປະເທດ ແລະ ຈະເລີນໄຊ ໄຊຍະສານ ຈາກແຂວງຊຽງຂວາງ, ຮຸ່ນນໍ້າໜັກ 73 ກິໂລ, ຫລຽນຄໍາ ຕົກເປັນຂອງ ໄຊແສງເຊິນ ນຸແຫວນອື່ນ ຈາກແຂວງອັດຕະປື, ຫລຽນເງິນ ຄໍາສີ ຄູນນິເວດ ຈາກນະຄອນຫລວງວຽງຈັນ, ຫລຽນທອງຮ່ວມ ສຸກສະຫວັນ ວັນນະໄລ ຈາກແຂວງສະຫວັນນະເຂດ ແລະ ຕະວັນ ອິນທະວົງ ຈາກແຂວງຊຽງຂວາງ, ສ່ວນປະເພດຍິງ ຮຸ່ນ 52 ກິໂລ, ຫລຽນຄໍາ ຕົກເປັນຂອງ ວຽງໄຊ ວິໄລພອນ ຈາກແຂວງຊຽງຂວາງ, ຫລຽນເງິນ ຫຼ້າ ທໍ່ ຈາກນະຄອນຫລວງວຽງຈັນ, ຫລຽນທອງ ວັນນິດາ ໜໍ່ສຸວັນ ຈາກແຂວງສະຫວັນນະເຂດ, ຮຸ່ນ 57 ກິໂລ ຫລຽນຄໍາ ຕົກເປັນຂອງ ຕຸກກີ ແສງດາກີ ຈາກແຂວງອັດຕະປື, ຫລຽນເງິນ ວິລາວັນ ພົມບຸດດີ ຈາກນະຄອນຫລວງວຽງຈັນ, ຫລຽນທອງ ວາດສະໜາ ພານຸວົງ ຈາກແຂວງຊຽງຂວາງ, ຮຸ່ນ 63 ກິໂລ ຈອມມະນີ ມະນີໄຊ ຈາກແຂວງອັດຕະປື, ຫລຽນເງິນ ສົງການ ອິນທະສອນ ຈາກແຂວງສະຫວັນນະເຂດ, ຫລຽນທອງຮ່ວມ ໄໝ ໄຊຍະເລີດ ຈາກນະຄອນຫລວງ ແລະ ມາລິສາ ພົນສີລາ ຈາກແຂວງວຽງຈັນ.

ນອກນີ້, ຍັງມີພິທີມອບຫລຽນການແຂ່ງຂັນ ວັນທີ 16 ແລະ ວັນທີ 17 ທັນວາ, ເຊິ່ງວັນທີ 16 ແມ່ນການມອບຫລຽນປະເພດຟ້ອນກະຕະ ຊາຍ-ຍິງ, ໃນນີ້ປະເພດຊາຍ ຫລຽນຄໍາ ແມ່ນ ຮ້ອຍໂທ ຈິນດາວອນ ສີວິນວິໄລ ແລະ ວາທີ ຈິດຕະກອນ ສີວັນວິໄລ ຈາກນະຄອນຫລວງ, ຫລຽນເງິນ ລໍາມອນ ລິດາພອນ ແລະ ພິສາດ ສີສະເກດ ຈາກແຂວງຄໍາມ່ວນ, ຫລຽນທອງ ສຸລິໄຊ ໄຊຍະສານ ແລະ ສຸລິຍາສອນ ຍອດສີອຸດົມ ຈາກແຂວງຊຽງຂວາງ, ສ່ວນປະເພດຍິງ ຫລຽນຄໍາ ແມ່ນ ວິລາວັນ ພົມບຸດດີ ແລະ ພອນປະສົງ ຈາກນະຄອນຫລວງ, ຫລຽນເງິນແມ່ນ ຕຸກກີ ແສງດາກີ ແລະ ຈອມມະນີ ມະນີໄຊ ຈາກແຂວງອັດຕະປື, ຫລຽນທອງ ວຽງໄຊ ວິໄລພອນ ແລະ ສອນນະພາ ພິມພັນທະວົງ ຈາກແຂວງຊຽງຂວາງ, ສ່ວນວັນທີ 17 ທັນວາ ແມ່ນການມອບຫລຽນປະເພດຕໍ່ສູ້. ໃນນີ້, ປະເພດຊາຍ ຮຸ່ນ 81 ກິໂລ ຫລຽນຄໍາ ແມ່ນ ຈິດຕະກອນ ໄຊຍະສານ ຈາກແຂວງຊຽງຂວາງ ຫລຽນເງິນ ອຸທິດ ເຂັມມະນາ ຈາກແຂວງສະຫວັນນະເຂດ, ຫລຽນທອງຮ່ວມ ແມ່ນ ໂອສົດ ສົມສະຫວັນ ຈາກນະຄອນຫລວງ ແລະ ມຸງຄຸນເພັດ ບູລົມມະວົງ ຈາກກະຊວງປ້ອງກັນປະເທດ. ຮຸ່ນ -90 ຫລຽນຄໍາ ຄໍາໄຊ ວົງພະຈັນ ຈາກແຂວງວຽງຈັນ, ຫລຽນເງິນ ສຸລິໄຊ ໄຊຍະສານ ຈາກແຂວງຊຽງຂວາງ, ຫລຽນທອງຮ່ວມ ວັນໄຊ ດວງມາລາ ຈາກກະຊວງປ້ອງກັນປະເທດ ແລະ ທີວາ ສີນາວົງ ຈາກນະຄອນຫລວງ ຮຸ່ນ +90 ຫຽນຄໍາ ແມ່ນ ແສງສຸລິຍາ ແວວມະນີ ຈາກແຂວງຊຽງຂວາງ, ຫລຽນເງິນ ແສງສຸລີ ມະນີວົງ ຈາກກະຊວງປ້ອງກັນປະເທດ, ຫລຽນທອງຮ່ວມ ແມ່ນ ມະນັດສະວີ ຈາກນະຄອນຫລວງ ແລະ ແສງພະຈັນ ຈັນທະລາແກ້ວ ຈາກແຂວງວຽງຈັນ, ປະເພດຍິງ ຮຸ່ນ 42 ກິໂລ ຫລຽນຄໍາ ແມ່ນ ພຸດທະລາ ສັງບົວບູລົມ ຈາກແຂວງສະຫວັນນະເຂດ, ຫລຽນເງິນ ແມ່ນ ເນດທິດາ ລາດປາກດີ ຈາກແຂວງຊຽງຂວາງ, ຫລຽນທອງ ແມ່ນກັນຕະນາ ນວນຄາຍສີ ຈາກແຂວງວຽງຈັນ ຮຸ່ນ-45 ກິໂລ ຫລຽນຄໍາ ແມ່ນ ເກສອນ ອ້ວນວິໄລ ຈາກກະຊວງປ້ອງກັນປະເທດ, ຫລຽນເງິນ ຄໍາຫຼ້າ ສີຫາຄັງ ຈາກແຂວງຊຽງຂວາງ, ຫລຽນທອງ ກອຍ ວົງພູມີ ຈາກແຂວງຄໍາມ່ວນ, ຮຸ່ນ -48 ກິໂລ ຫລຽນຄໍາ ສອນນະພາ ພິມພັນທະວົງ ຈາກແຂວງຊຽງຂວາງ, ຫລຽນເງິນ ແມ່ນ ເມສາ ພົມມີໄຊ ຈາກແຂວງຄໍາມ່ວນ, ຫລຽນທອງ ພອນປະສົງ ໂພທິໄຕ ຈາກນະຄອນຫລວງ.

ຂ່າວ: ສະບາໄພ ພາບ: ສີພອນ+ສຸກສະຫວັນ

ການແຂ່ງຂັນກິລາກ໊ອຟ ກະຊວງ ປກຊ ແລະ ປກສ ຄອງເຈົ້າຫລຽນຄຳ

0

ການແຂ່ງຂັນກິລາຕີກ໊ອຟ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ໄດ້ສໍາເລັດການແຂ່ງຂັນເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 17 ທັນວາ 2022 ຜ່ານການແຂ່ງ ຂັນປະເພດທີມບໍ່ມີແຕ້ມຕໍ່ ທີມກະຊວງປ້ອງກັນປະເທດ (ທີມລະ 4 ຄົນ) ສາມາດຍາດໄດ້ 1 ຫລຽນຄໍາ, ແຂວງຊຽງຂວາງ ໄດ້ 1 ຫລຽນເງິນ, ນະຄອນຫລວງວຽງຈັນ ໄດ້ 1 ຫລຽນທອງ, ສ່ວນປະເພດທີມ ມີແຕ້ມຕໍ່ ທີມກະຊວງປ້ອງກັນຄວາມສະຫງົບ ສາມາດຍາດໄດ້ 1 ຫລຽນຄໍາ, ທີມແຂວງສະຫວັນນະເຂດ ໄດ້ 1 ຫລຽນເງິນ, ທີມແຂວງສາລະວັນ 1 ຫລຽນທອງ.

ສຳລັບປະເພດບຸກຄົນບໍ່ມີແຕ້ມຕໍ່, ທ່ານ ຈັນປະສິດ ອານຸພົມ ນັກກິລາ ຈາກທີມກະຊວງປ້ອງກັນປະເທດ ໄດ້ 1 ຫລຽນຄໍາ, ທ່ານ ສຸດທາດ ສີສະຫວາດ ຈາກທີມ ກະຊວງປ້ອງກັນປະເທດ ໄດ້ 1 ຫລຽນເງິນ ແລະ ທ່ານ ສິນໄຊ ພິລາສຸກ ຈາກທີມປ້ອງກັນຄວາມສະຫງົບ 1 ຫລຽນທອງ.

ສ່ວນປະເພດບຸກຄົນ ມີແຕ້ມຕໍ່ ທ່ານ ທຳມະລັກ ບົວຫອມ ຈາກທີມແຂວງຊຽງຂວາງ ໄດ້ 1 ຫລຽນຄໍາ, ທ່ານ ອູຟອງ ວັນທິແສງ ຈາກທີມແຂວງອຸດົມໄຊ ໄດ້ 1 ຫລຽນເງິນ ແລະ ທ່ານ ຂາວພອນ ອິນທິລາດ ຈາກທີມນະຄອນຫລວງວຽງຈັນ ໄດ້ 1 ຫລຽນທອງ, ເຊິ່ງການມອບຫລຽນຄຳ, ທອງ ແລະ ເງິນ ແມ່ນມອບໃຫ້ທີມລະ 4 ຫລຽນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຂຽງຂວາງ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ 11, ທ່ານ ກອງສີ ແສງມະນີ ປະທານສະຫະພັນກອ໊ຟແຫ່ງຊາດ ໂດຍມີພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ຂ່າວ: ທະນູທອງ ພາບ: ຂັນໄຊ

ຄະນະຮັບຜິດຊອບຈັດງານຊຽງຂວາງເກມ ຫາລື ແກ້ໄຂຂໍ້ຄົງຄ້າງເຮັດໃຫ້ງານກິລາຊຽງຂວາງເກມ ປິດລົງດ້ວຍຜົນສຳເລັດ

0

ໃນວັນທີ 19 ທັນວາ 2022 ແຂວງຊຽງຂວາງ ກໍຄື ຄະນະຮັບຜິດຊອບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງເກມ) ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແກ້ໄຂຂໍ້ຂາດຕົກບົກຜ່ອງ, ຂໍ້ຄົງຄ້າງ ຂອງແຕ່ລະອະນຸກຳມະການຮັບຜິດຊອບ ຈັດງານກິລາຊຽງຂວາງເກມ 2022, ເພື່ອເຮັດແນວໃດໃຫ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ປິດລົງດ້ວຍຜົນສຳເລັດອັນຈົບງາມ, ໂດຍມີ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ 11, ພ້ອມດ້ວຍບັນດາຫົວໜ້າອະນຸກຳມະ ການຕ່າງໆ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຫົວໜ້າອະນຸກຳມະການ ໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະ ຕິບັດວຽກງານຂອງຕົນ ໃນການຮັບໃຊ້ງານກິລາຊຽງຂວາງເກມ 2022 ນັບແຕ່ກ່ອນເປີດການແຂ່ງຂັນຢ່າງເປັນທາງການ ຈົນມາຮອດປັດຈຸບັນ, ເພື່ອຖອດຖອນບົດຮຽນ, ແກ້ໄຂຂໍ້ຂາດຕົກບົກຜ່ອງ, ຂໍ້ຄົງຄ້າງ ຫລື ຂອດ, ຂັ້ນ ທີ່ເຫັນວ່າຍັງບໍ່ສອດຄ່ອງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເພື່ອເຮັດໃຫ້ວຽກງານຂອງແຕ່ລະອະນຸກຳມະການ ດຳເນີນໄປຢ່າງໂລ່ງລ່ຽນ, ເຮັດໃຫ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ປິດລົງດ້ວຍຜົນສຳເລັດອັນຈົບງາມ, ຮັກສາໄດ້ຄວາມສະຫງົບ, ປອດໄພ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລັດ ວາງອອກ.

ໂອກາດດັ່ງກ່າວ, ທ່ານ ບຸນຈັນ ສີວົງພັນ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ການປະຕິບັດໜ້າທີ່ວຽກງານຂອງແຕ່ລະອະນຸກຳມະການ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ທີ່ເຮັດໃຫ້ການເປີດງານມະຫະກຳກິລາແຫ່ງຊາດຄັ້ງນີ້, ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ເຮັດໃຫ້ການແຂ່ງຂັນກິລາແຕ່ລະປະເພດ ດຳເນີນໄປຢ່າງໂລ່ລ່ຽນ, ມີບາງປະເພດກິລາໄດ້ສຳເລັດການແຂ່ງຂັນ ແລະ ມອບຫລຽນເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງເປັນຜົນງານ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະອະນຸກຳມະການທີ່ກ່ຽວຂ້ອງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດ ຈົນປະສົບຜົນສຳເລັດຕາມຄາດໝາຍ. ພ້ອມນັ້ນ, ທ່ານ ບຸນຈັນ ສີວົງພັນ ຍັງໄດ້ເນັ້ນໃຫ້ບັນດາອະນຸກຳມະການ ສືບຕໍ່ຈັດຕັ້ງປະຕິບັດ, ປະສານສົມທົບ ເຊິ່ງກັນ ແລະ ກັນ ເປັນປົກກະຕິ ເພື່ອເຮັດແນວໃດ ເຮັດໃຫ້ວຽກງານຂອງຕົນດຳເນີນໄປດ້ວຍຜົນສຳເລັດ, ປາສະຈາກຂໍ້ຂາດຕົກບົກຜ່ອງ ເພື່ອປະກອບສ່ວນ ເຮັດໃຫ້ພິທີປິດງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຈົບລົງດ້ວຍຜົນສໍາເລັດອັນຈົບງາມ.

ພ້ອມດຽວກັນ, ທ່ານ ບຸນຈັນ ສີວົງພັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງບັນດາສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ, ທີ່ໄດ້ສຸມທຸກກຳລັງແຮງ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກໍຄື ການແຂ່ງຂັນກິລາ ປະເພດຕ່າງໆ ນັບແຕ່ກ່ອນເປີດການແຂ່ງຂັນຈົນຮອດປັດຈຸບັນດ້ວຍຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທຳ, ສອດຄ່ອງຕາມແນວທາງ ແລະ ອື່ນໆ.

ຂ່າວ: ທະນູທອງ ພາບ: ຂັນໄຂ

ກິລາກະຕໍ້ ໃນງານກິລາຊຽງຂວາງເກມ 2022 ຊຽງຂວາງ ເປັນເຈົ້າຫລຽນຄໍາ

0

ການແຂ່ງຂັນກິລາກະຕໍ້ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ໄດ້ສໍາເລັດການແຂ່ງຂັນເປັນທີ່ຮຽບຮ້ອຍແລ້ວ ພາຍຫລັງດໍາເນີນມາແຕ່ວັນທີ 9 ທັນວາ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 19 ທັນວາ 2022 ຢູ່ສະໂມ ສອນເດີ່ນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ, ຊຽງຂວາງ, ຜົນການແຂ່ງຂັນ ແຂວງຊຽງຂວາງ ເຈົ້າພາບ ເປັນເຈົ້າຫລຽນຄຳ, ສາມາດຍາດໄດ້ 6 ຫລຽນຄໍາ, 7 ຫລຽນເງິນ, 1 ຫລຽນທອງ, ລວມ 14 ຫລຽນ, ສ່ວນ ກະຊວງປ້ອງກັນປະເທດ ສາມາດຍາດໄດ້ 3 ຫລຽນຄໍາ, 4 ຫລຽນເງິນ, 2 ຫລຽນທອງ, ກະຊວງປ້ອງກັນຄວາມສະຫງົບ ໄດ້ 3 ຫລຽນຄໍາ, ແຂວງຄໍາມ່ວນ ໄດ້ 1 ຫລຽນຄໍາ, 2 ຫລຽນເງິນ, 1 ຫລຽນທອງ, ແຂວງຫລວງພະບາງ ໄດ້ 1 ຫລຽນຄໍາ, 3 ຫລຽນທອງ, ນະຄອນຫລວງວຽງຈັນ ໄດ້ 1 ຫລຽນເງິນ, 10 ຫລຽນທອງ ແລະ ແຂວງສະຫວັນນະເຂດ ຍາດໄດ້ 6 ຫລຽນທອງ.

ການແຂ່ງຂັນກິລາກະຕໍ້ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI, ມີ 2 ປະເພດ ຄື: ກະຕໍ້ຊິນລອນ ແລະ ກະຕໍ້ທົ່ວໄປ, ໃນນັ້ນ, ປະເພດ ກະຕໍ້ຊິນລອນ ມີນັກກິລາ ຈາກ 6 ພາກສ່ວນເຂົ້າຮ່ວມແຂ່ງຂັນ ຄື: ກະຊວງປ້ອງກັນປະເທດ, ແຂວງຫລວງພະບາງ, ສະຫວັນນະເຂດ, ຄຳມ່ວນ, ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ເຈົ້າພາບ, ຊີງໄຊ 8 ຫລຽນຄໍາ, 8 ຫລຽນເງິນ ແລະ 16 ຫລຽນທອງ.

ສຳລັບ ກະຕໍ້ທົ່ວໄປ, ມີນັກກິລາຈາກ 2 ກະຊວງ, 8 ແຂວງ ແລະ 1 ນະຄອນຫລວງ ເຂົ້າຮ່ວມແຂງຂັນ ຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫລວງວຽງຈັນ, ບໍ່ແກ້ວ, ຫລວງພະບາງ, ອັດຕະປື, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງຊຽງຂວາງ ເຈົ້າພາບ, ຊີງໄຊ 6 ຫລຽນຄໍາ, 6 ຫລຽນເງິນ ແລະ 12 ຫລຽນທອງ.

ຂ່າວ: ທະນູທອງ

ທະຫານເມືອງ ພູກູດ ເປັນເຈົ້າການປ້ອງກັນເວນຍາມໃຫ້ແກ່ ງານກິລາ ຊຽງຂວາງເກມ 2022

0

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ແມ່ນວັນທີ່ປວງຊົນລາວຄອງຄ່ອຍມາຫລາຍປີ ແລະ ມາຮອດປັດຈຸບັນມວນຊົນໄດ້ຫລັ່ງໄຫລກັນໄປຮັບຊົມງານກິລາ ແລະ ທ່ອງທ່ຽວແຂວງຊຽງຂວາງ ຈຳນວນຫລາຍ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ ເຊິ່ງໄດ້ດໍາເນີນໄປຢ່າງມີຄວາມສະຫງົບຮຽບຮ້ອຍ ເຮັດໃຫ້ ງານຄັ້ງນີ້, ສ້າງໄດ້ຄວາມເຊື່ອໝັ້ນ ຈາກປະຊາຊົນ ແລະ ມວນຊົນ ທີ່ມາຮ່ວມງານຄັ້ງນີ້, ທັງໝົດນີ້ ແມ່ນໝາກຜົນແຫ່ງການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງລົງຮອດທ້ອງຖິ່ນ ເວົ້າລວມ ເວົ້າສະເພາະ ຢູ່ເມືອງ ພູກູດ ຍ້ອນເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບ ມີຄວາມຮຽບຮ້ອຍຂອງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ກໍາລັງກອງຫລອນ ແລະ ການປະກອບສ່ວນຊຸກຍູ້ວັດຖຸ, ກໍາລັງໃຈ ຈາກປະຊາຊົນຊັ້ນຄົນຕ່າງໆ ຈຶ່ງເຮັດໃຫ້ງານກິລາຊຽງຂວາງເກມດຳເນີນມາຮອດປັດຈຸບັນມີຄວາມສະຫງົບສຸກໂດຍພື້ນຖານ.

ສະຫາຍ ພັນໂທ ບຸນຍໍ້ ພົມມະຈັນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ພູກູດ ທັງເປັນຄະນະອະນຸກຳມະການ ປ້ອງກັນງານ ຊຽງຂວາງເກມ ໃຫ້ຮູ້ວ່າ: ກອງບັນຊາການ ທະຫານເມືອງພູກູດ ພວກເຮົາ ໄດ້ສ້າງແຜນງານສະເພາະ ໃນການຮັກສາຄວາມສະຫງົບຢູ່ແຕ່ລະຈຸດທີ່ສໍາຄັນ ໃນຂອບເຂດຮັບຜິດຊອບ ພ້ອມທັງໄດ້ມີການປະສານງານກັບຄະນະຮັບຜິດຊອບລວມ ແລະ ອໍານາດການປົກຄອງ ຂັ້ນຕ່າງໆ ໃນການກະກຽມຄວາມພ້ອມແຕ່ຫົວທີ ເພື່ອຮັບໃຊ້ວຽກງານປ້ອງກັນຄວາມສະຫງົບທັງກ່ອນ ແລະ ໃນໄລຍະດຳເນີນການແຂ່ງຂັນກໍໄດ້ມີການກຽມຄວາມພ້ອມທາງກຳລັງ, ເຄື່ອງມືຮັບໃຊ້ວິຊາສະເພາະ ແລະ ອື່ນໆ ໃນພາວະຄົບຖ້ວນ.

ຜ່ານການເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍຈາກ ພັກ-ລັດ ຂັ້ນເທິງ ກົມກອງພວກເຮົາໄດ້ປັບປຸງລະບົບປະຈຳການຢ່າງເປັນລະບົບຄົບຊຸດໂດຍໄດ້ສ້າງແຜນຄາດກະ ກໍລະນີທີ່ຈະເກີດຂຶ້ນ ແລະ ໄດ້ຈັດຕັ້ງນຳໃຊ້ກຳລັງແບ່ງອອກເປັນ 3 ພາກສ່ວນຄື: ພາກສ່ວນບັນຊາ, ພາກສ່ວນປ້ອງກັນຢູ່ແຕ່ລະຈຸດ ແລະ ພາກສ່ວນກອງຫລອນ ເຄື່ອນໄຫວປ້ອງກັນເວນຍາມ ຕາມສາຍທາງເລກ 7 ແລະ ພູກູດຈອມເຫລັກ ພ້ອມນັ້ນຍັງປ້ອງກັນໃຫ້ແກ່ສະຖານທີ່ທ່ອງທ່ຽວ ແລະ ບັນດາເຂດເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ, ເມືອງຕໍ່ແຂວງ ແລະ ນໍາໃຊ້ບັນດາກໍາລັງປ້ອງກັນສໍາຮອງເຄື່ອນໄຫວເວນຍາມທາງເຂົ້າ-ອອກບ້ານ ແລະ ສຳນັກງານອົງການຕ່າງໆ. ສັງລວມແລ້ວ ຕະຫລອດໄລຍະການຈັດຕັ້ງປະຕິບັດ ປ້ອງກັນເວນຍາມໃຫ້ແກ່ງານກິລາຄັ້ງນີ້ ມາຮອດປັດຈຸບັນໃນຂອບເຂດຮັບຜິດຊອບ ແມ່ນສາມາດຮັກສາໄດ້ຄວາມສະຫງົບໂດຍພື້ນຖານ, ທັງນີ້ກໍຍ້ອນມີຂັ້ນເທິງ ທີ່ກ່ຽວຂ້ອງຫລາຍພາກສ່ວນໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ແລະ ຊີ້ນຳບັນຊາບັນດາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ພໍ່ແມ່ນປະຊາຊົນ ຊັ້ນຄົນຕ່າງໆ ກໍລ້ວນແຕ່ ໄດ້ເປັນຫູເປັນຕາຊ່ວຍກັນຕິດຕາມທຸກການເຄື່ອນໄຫວຂອງອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ຫວັງດີ ຢ່າງເຂັ້ມແຂງ.

ກະຊວງປ້ອງກັນປະເທດ ຄອງເຈົ້າຫລຽນຄໍາ ກິລາມວຍວູຊູ ຊຽງຂວາງ ເກມ 2022

0

ກະຊວງປ້ອງກັນປະເທດ ຄອງເຈົ້າຫລຽນຄໍາ ການແຂ່ງຂັນກິລາມວຍວູຊູ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ 2022) ໂດຍສາມາດຍາດໄດ້ 4 ຫລຽນຄໍາ ຂະນະທີ່ເຈົ້າພາບ ຢູ່ອັນດັບ 3 ມີ 2 ຫລຽນຄໍາ.

ການແຂ່ງຂັນກິລາດັ່ງກ່າວ ຈັດຂຶ້ນເປັນທາງການວັນທີ 17-19 ທັນວາ 2022 ຢູ່ເດີ່ນກີລາໃນຮົ່ມວິທະຍາ ໄລຄູຂັງໄຂ ແຂວງຊຽງຂວາງ ໂດຍມີນັກກິລາເຂົ້າຮ່ວມ 75 ຄົນ ຍິງ 14 ຄົນ ຈາກ 9 ພາກສ່ວນ ຄື: ແຂວງຊຽງຂວາງ ນະຄອນຫລວງວຽງຈັນ ແຂວງຄໍາມ່ວນ ແຂວງເຊກອງ ແຂວງຈໍາປາສັກ ແຂວງບໍລິຄໍາໄຊ ແຂວງສາລະວັນ ແຂວງຫລວງພະບາງ ແລະ ກະຊວງປ້ອງກັນປະເທດ ແບ່ງເປັນ 2 ປະເພດ ຄື: ປະເພດຟ້ອນ 3 ຮຸ່ນ ແລະ ປະເພດຕໍ່ສູ້ 14 ມີການຊີງໄຊ 17 ຫລຽນຄໍາ 17 ຫລຽນເງິນ 31 ຫລຽນທອງ.

ຜ່ານການແຂ່ງຂັນ ກະຊວງປ້ອງກັນປະເທດ ເປັນເຈົ້າຫລຽນຄໍາ ຍາດໄດ້ 4 ຫລຽນຄໍາ 3 ຫລຽນເງິນ ລວມ 7 ຫຽນ ອັນດັບ 2 ແຂວງຄໍາມ່ວນ 3 ຫລຽນຄໍາ 4 ຫລຽນເງິນ 2 ຫລຽນທອງ ລວມ 9 ຫລຽນ ອັນດັບ 3 ແຂວງຊຽງຂວາງ 2 ຫລຽນຄໍາ 3 ຫລຽນເງິນ 7 ຫລຽນທອງ ລວມ 12 ຫລຽນ ອັນດັບ 4 ແຂວງຫລຽນພະບາງ 2 ຫລຽນຄໍາ 1 ຫລຽນເງິນ 5 ຫລຽນທອງ ລວມ 8 ຫລຽນ ອັນດັບ 5 ແຂວງບໍລິຄໍາໄຊ 2 ຫລຽນຄໍາ 1 ຫລຽນເງິນ 4 ຫລຽນທອງ ລວມ 7 ຫລຽນ ອັນດັບ 6 ແຂວງເຊກອງ 1 ຫລຽນຄໍາ 2 ຫລຽນເງິນ 6 ຫລຽນທອງ ລວມ 9 ຫລຽນ ອັນດັບ 7 ແຂວງຈໍາປາສັກ 1 ຫລຽນຄໍາ 2 ຫລຽນເງິນ 2 ຫລຽນທອງ ລວມ 5 ຫລຽນອັນດັບ 8 ນະຄອນຫລຽນວຽງຈັນ 1 ຫລຽນຄໍາ 1 ຫລຽນເງິນ 2 ຫລຽນທອງ ລວມ 4 ຫລຽນ ອັນດັບ 9 ແຂວງສາ ລະວັນ 1 ຫລຽນຄໍາ 3 ຫລຽນທອງ ລວມ 4 ຫລຽນ.

ຂ່າວ: ສະບາໄພ, ພາບ: ສີພອນ

ນັກກິລາໝາກຂ່າງຄູ່ປະສົມ ຍິງ-ຊາຍ ແຂວງຫົວພັນ ໄດ້ 1 ຫລຽນເງິນ

0

ການແຂ່ງຂັນກິລາໝາກຂ່າງປະເພດຄູ່ ປະສົມ ຍິງ-ຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ເລີ່ມແຂ່ງຂັນໃນຕອນເຊົ້າວັນທີ 19 ທັນວາ 2022 ຢູ່ສະໜາມກິລາ ໄຫຫີນ ແຂວງຊຽງຂວາງ ໂດຍມີນັກກິລາຈາກທົ່ວປະເທດເຂົ້າ ໂດຍຮູບແບບເສຍຄັດອອກເຊິ່ງນັດ ທຳອິດ ທ. ບຸນມາ ເຮີ ແລະ ນາງ ນຸ້ມມີນາ ວິໄຊ ນັກກິລາແຂວງຫົວພັນ ເອົາຊະນະ ແຂວງຜົ້ງສາລີ 2 ເຊັດລວດ ດ້ວຍຄະແນນ 60-45 ແລະ 50-45 ຄະແນນ ຜ່ານເຂົ້າຮອບ 4 ທີມສຸດທ້າຍແລ້ວ ເອົາຊະນະ ແຂວງໄຊສົມບູນ 2 ເຊັດລວດ ດ້ວຍຄະແນນ 25-15 ແລະ 50-40 ຄະແນນ ຜ່ານເຂົ້າຮອບຊີງຊະນະເລີດ ໄປພົບກັບທີມ ແຂວງ ຫລວງນໍ້າທາ ຜ່ານການແຂ່ງຂັນພາດທ່າເສຍໃຫ້ ແຂວງຫລວງນໍ້າທາ 3-1 ເຊັດ ດ້ວຍຄະແນນ 25-15, 30-30 (ຫົວພັນ ຫັ່ນບໍ່ເຂົ້າວົງຖືກຕັດຄະແນນ 10 ຄະແນນ), 40-50 ແລະ 35-40 ເຮັດໃຫ້ ຫລວງນໍ້າທາ ຊະນະ ຄ້ວາຫລຽນຄໍາ ໄປຄອງ, ສ່ວນ ຫົວພັນ ໄດ້ຫລຽນເງິນ ແລະ ຫລຽນທອງ ຕົກເປັນຂອງ ຈຳປາສັກ.

ໃນໂອກາດນີ້ ທ່ານ ອຳພອນ ຫອມວັນທາ ຫົວໜ້າຄູຝຶກກິລາໝາກຂ່າງ ແຂວງຫົວພັນ ໄດ້ໃຫ້ສຳພາດວ່າ: ສຳລັບການເຂົ້າຮ່ວມງານໃນຄັ້ງນີ້ທີມນັກກິລາໝາກຂ່າງແຂວງຫົວພັນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 13 ຄົນ, ຄູຝຶກ 3 ຄົນ ຮ່ວມຊີງໄຊຫລຽນຄໍາ 9 ລາຍການ ພ້ອມຕັ້ງເປົ້າ 1 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ, ຜ່ານການແຂ່ງຂັນຕົວຈິງ ພົບກັບບັນຫາຫລາຍຢ່າງທີ່ກົດດັນເປັນຕົ້ນແມ່ນສະພາບອາກາດ, ສຸຂະພາບ ແລະ ອື່ນໆ ຈິ່ງບໍ່ສາມາດສ້າງຜົນງານໄດ້ດັ່ງທີ່ຕັ້ງເປົ້າໄວ້ ສະນັ້ນມາຮອດການແຂ່ງຂັນມື້ສຸດທ້າຍ ແລະ ເປັນລາຍການສຸດທ້າຍສາມາດຄ້ວາ 1 ຫລຽນເງິນ ມາຄອງປະເພດ ຄູ່ປະສົມ ຍິງ-ຊາຍ.

ຂ່າວ: ສີສົມສັກ