ສະຫລຸບຕາຕະລາງຫລຽນລາງວັນ ກິລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ 2022 ວັນທີ 19 ທັນວາ 2022 ເວລາ 21:00
ສະມາຊິກສະພາແຫ່ງຊາດ ພິຈາລະນາ ແລະປະກອບຄໍາຄິດຄໍາເຫັນໃສ່ ກົດໝາຍວ່າດ້ວຍການທາງນໍ້າ
ຈຸດພິເສດທີ່ຕັ້ງ ແລະ ພູມສັນຖານ ຂອງ ສປປ ລາວ ຕັ້ງຢູ່ຈຸດໃຈກາງ ການເຊື່ອມຈອດ ລະຫວ່າງ ອາຊຽນ-ສປ ຈີນ ແລະມີແມ່ນໍ້າຂອງ ທີ່ເປັນແມ່ນໍ້າສາກົນໄຫຼຜ່ານ, ມີນໍ້າສາຂາຈຳນວນຫຼາຍ ທີ່ມີເງື່ອນໄຂ ເໝາະສົມໃນການພັດທະນາເຂື່ອນໄຟຟ້າພະລັງນໍ້າ, ການເດີນເຮືອ, ການດຳລົງຊີວິດ, ການທ່ອງທ່ຽວທາງນໍ້າ ສາມາດເຊື່ອມຈອດທາງບົກ, ທາງລົດໄຟ ແລະ ທາງອາກາດ, ຊຶ່ງຈະເຮັດໃຫ້ ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າເພີ່ມຂຶ້ນ ໃນອະນາຄົດຂ້າງໜ້ານີ້.
ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍ ການທາງນໍ້າ ເຊິ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 20 ທັນວາ 2022 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ
ທ່ານວຽງສະຫວັດ ສີພັນດອນ ກ່າວວ່າ: ພາຍຫຼັງ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ສປປ ລາວ ໄດ້ຄ່ອຍເຊື່ອມສານເຂົ້າກັບພາກພື້ນ ແລະສາກົນ ໂດຍໄດ້ເປີດກວ້າງ ດ້ານການຄ້າ, ການລົງທຶນ ນັບມື້ ນັບຫຼາຍຂຶ້ນ. ພວກເຮົາໄດ້ເຂົ້າເປັນພາຄີສົນທິສັນຍາ ແລະ ສັນຍາ ສາກົນຫຼາຍສະບັບ ເຊັ່ນ: ສັນຍາແມ່ນໍ້າຂອງສາກົນໃນປີ 1995, ສັນຍາການເດີນເຮືອ ເພື່ອການຄ້າ ຕາມແມ່ນໍ້າຂອງ-ນໍ້າລ້ານຊ້າງໃນປີ 2000. ກົມທາງນໍ້າ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008 ແລະ ໄດ້ມີການແລກປ່ຽນ ທາງດ້ານເຕັກນິກ ວິຊາການ, ວຽກງານທາງນໍ້າ ກໍ່ໄດ້ຮັບການພັດທະນາ ແລະຍົກ ລະດັບຂຶ້ນເທື່ອລະກ້າວ.

ພ້ອມນີ້ ພື້ນຖານໂຄງລ່າງການທາງນໍ້າ ກໍ່ໄດ້ຮັບການພັດທະນາ ເປັນຕົ້ນ ການປ້ອງກັນຕາຝັ່ງເຈື່ອນ, ຄັນຄູປ້ອງກັນນໍ້າຖ້ວມຕົວເມືອງ, ທ່າເຮືອ ແລະ ຄອງເດີນເຮືອ ໄດ້ຮັບການພັດທະນາເປັນກ້າວໆ, ຈຳນວນເຮືອຂົນສົ່ງ ຜູ້ໂດຍສານ, ນັກທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະ ແມ່ນຢູ່ແມ່ນໍ້າຂອງຕອນເໜືອ. ຄຽງຄູ່ກັນນີ້ ຜົນກະທົບຂອງການປ່ຽນແປງ ສະພາບ ດິນຟ້າອາກາດ ລວມທັງກິດຈະການຕ່າງໆ ທີ່ມະນຸດສ້າງຂຶ້ນ ເຊັ່ນ: ການຂຸດຄົ້ນຫີນແຮ່, ຊາຍ ແລະ ການກໍ່ສ້າງກິດຈະການຕ່າງໆ ຍື່ນອອກມາຕາມແຄມ ຫຼື ກາງແມ່ນໍ້າ ຂອງປະເທດໃກ້ຄຽງ ໄດ້ມີຜົນ ກະທົບຕໍ່ຕາຝັ່ງຕາມແຄມແມ່ນໍ້າເປັນຕົ້ນ: ນໍ້າຂອງ ແລະ ນໍ້າເຫືອງ ທີ່ເປັນຊາຍແດນທາງນໍ້າ ມີການເຊາະເຈື່ອນຢ່າງຮ້າຍແຮງ ລວມທັງກະທົບ ເກາະ ດອນຕ່າງໆ ແລະເຮັດໃຫ້ກະແສນໍ້າ ປ່ຽນແລວມາກະທົບໃສ່ຕາຝັ່ງເບື້ອງພວກເຮົາຢ່າງຮ້າຍແຮງ.
ຜ່ານມາ ລັດຖະບານ ໄດ້ຍົກສູງບົດບາດຄວາມສໍາຄັນ ຂອງການປ້ອງກັນຕາຝັ່ງເຈື່ອນ ແລະ ປ້ອງກັນນໍ້າຖ້ວມຕົວເມືອງໄດ້ສຸມທຶນຮອນໃສ່ ເພື່ອປົກປັກຮັກສາເຂດນໍ້າແດນດິນ, ຊັບສິນຂອງຊາດ ແລະ ຂອງປະຊາຊົນ ເພື່ອຫຼຸດຜ່ອນ ຜົນກະທົບທັງໄລຍະສັ້ນ ແລະໄລຍະຍາວ ແນໃສ່ເຮັດໃຫ້ຕາຝັ່ງແມ່ນໍ້າ ໂດຍສະເພາະ ແມ່ນໍ້າຂອງ ແລະ ນໍ້າເຫືອງ ໃຫ້ມີຄວາມຍືນຍົງ.
ການສ້າງຮ່າງກົດໝາຍ ວ່າດ້ວຍການທາງນໍ້າ ໄດ້ນໍາໃຊ້ບົດຮຽນ ແລະຕົວຢ່າງຂອງ ກົດໝາຍວ່າດ້ວຍ ການລົດໄຟ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍ ການບິນພົນລະເຮືອນ, ກົດໝາຍວ່າດ້ວຍ ທາງຫຼວງ, ກົດໝາຍວ່າດ້ວຍການຂົນສົ່ງຫຼາຍຮູບແບບ, ກົດໝາຍວ່າດ້ວຍ ການກໍ່ສ້າງ ແລະ ກົດໝາຍຂອງປະເທດອ້ອມຂ້າງ ແລະ ອື່ນໆ ເປັນບ່ອນອີງ.
ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໃຫ້ຮູ້ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍວ່າດ້ວຍ ການທາງນໍ້າ ຍ້ອນວ່າບໍ່ທັນມີກົດໝາຍ ຄຸ້ມຄອງວຽກງານການທາງນໍ້າ ສະເພາະ; ນິຕິກໍາ ທີ່ມີໃນປະຈຸບັນ ຍັງບໍ່ທັນກຳນົດລະອຽດ, ຮັດກຸມ ກວມເອົາໜ້າທີ່ສໍາຄັນ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການ ຈັດຕັ້ງປະຕິບັດ, ທັງເປັນການແກ້ໄຂ ຂໍ້ຄົງຄ້າງໃນການຄຸ້ມຄອງວຽກງານການທາງນໍ້າ ໂດຍໃຫ້ເປັນລະບົບລວມສູນ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງບັນດາ ຂະແໜງການທີ່ກ່ຽວຂ້ອງ, ມີກົນໄກປະສານງານ ແລະຕິດຕາມ ກວດກາ ໃນການຈັດຕັ້ງປະຕິບັດ ວຽກງານການທາງນໍ້າ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ; ຮັບປະກັນການຈັດຕັ້ງປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນທີ່ ທີ ສປປ ລາວ ເປັນພາຄີ.

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະຕິບັດຂັ້ນຕອນການສ້າງຮ່າງກົດໝາຍວ່າດ້ວຍ ການທາງນໍ້າ ຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ເຊິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ປະກອບດ້ວຍພາກສ່ວນ ທັງພາຍໃນກະຊວງ ຍທຂ ແລະພາກສ່ວນອື່ນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນຄະນະ ແລະ ໄດ້ຈັດກອງປະຊຸມປະກອບຄຳຄິດຄຳເຫັນ ເຊິ່ງມີລາຍລະອຽດ ໂດຍໄດ້ແຕ່ງຕັ້ງຄະນະຄົ້ນຄວ້າ ສ້າງຮ່າງກົດໝາຍ ວ່າດ້ວຍການທາງນໍ້າ ໃນປີ 2019; ຄົ້ນຄວ້າ ສ້າງຮ່າງກົດໝາຍສະບັບຕົ້ນສຳເລັດ ໃນທ້າຍເດືອນທັນວາ 2021;
ຮ່ງກົດໝາຍສະບັບນີ້ ປະກອບມີ 16 ພາກ, 23 ໝວດ ແລະ 145 ມາດຕາ, ເປັນຕົ້ນ: ພາກ ຍຸດທະສາດການທາງນໍ້າ ມີ 2 ມາດຕາ, ພາກການຂົນສົ່ງທາງນໍ້າ ມີ 7 ໝວດ, 26 ມາດຕາ, ພາກເຮືອ ມີ 5 ໝວດ, 23 ມາດຕາ, ພາກການຈະລາຈອນທາງນໍ້າ ແລະ ອຸບປະຕິເຫດທາງນໍ້າ ມີ 7 ມາດຕາ, ພາກເຂດສະຫງວນທາງນໍ້າ ມີ 7ມາດຕາ, ພາກກິດຈະການ ກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ ໂຄງລ່າງພື້ນຖານທາງນໍ້າ ມີ 7 ໝວດ, 31ມາດຕາ, ພາກທ່າເຮືອ, ຄອງເດີນເຮືອ ແລະ ປະຕູເດີນເຮືອ ມີ 2 ໝວດ, 14 ມາດຕາ, ພາກການຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນໍ້າ ມີ 3 ມາດຕາ, ພາກທຸລະກິດກ່ຽວກັບການທາງນໍ້າ ມີ 3 ມາດຕາ, ພາກສະມາຄົມຜູ້ດຳເນີນທຸລະກິດ ກ່ຽວກັບການທາງນໍ້າ ມີ 3 ມາດຕາ, ພາກຂໍ້ຫ້າມ ມີ 3 ມາດຕາ,
ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໃຫ້ຮູ້ວ່າ: ຫາກຮ່າງກົດໝາຍວ່າດ້ວຍ ການທາງນໍ້າ ສະບັບນີ້ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ແລ້ວ ກໍຈະກາຍເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານທາງນໍ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານທາງນໍ້າ ລະຫວ່າງຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງມີຄວາມເປັນເອກະພາບ ໃນຂອບເຂດ ທົ່ວປະເທດ; ເປັນເຄື່ອງມືທີ່ສຳຄັນ, ຮັດກຸມ ແລະຄົບຖ້ວນ ໃນການຄຸ້ມຄອງລັດ ດ້ວຍກົດໝາຍ, ປະກອບ ສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ເປັນບ່ອນອີງ ໃຫ້ແກ່ການສ້າງນິຕິກຳ ໃຕ້ກົດໝາຍ ແລະ ມາດຕະຖານເຕັກນິກຕ່າງໆ ໃນການຄຸ້ມຄອງມະຫາພາກ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເທື່ອລະກ້າວ; ດຶງດູດການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາໃນວຽກງານການທາງນໍ້າ; ຊຸກຍູ້, ສົ່ງເສີມໃຫ້ພາກສ່ວນ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີສ່ວນຮ່ວມໃນການພັດທະນາວຽກງານທາງນ້ຳ ໃຫ້ນັບມື້ນັບຫຼາຍຂຶ້ນ.
ຈີນ ຜະລິດໄຟຟ້າພະລັງງານໝູນວຽນຈະເລີນເຕີບໂຕຂຶ້ນ

ສຳນັກຂ່າວ ຊິນຮວາຂອງ ສປຈີນ ວັນທີ 18 ທັນວາ, ສຳນັກງານບໍລິຫານແຫ່ງຊາດຂອງຈີນ ເປີດເຜີຍວ່າ: ໃນໄລຍະ 11 ເດືອນຜ່ານມາ, ກຳລັງການຜະລິດຕິດຕັ້ງພະລັງງານໝູນວຽນ ຂອງຈີນ ໄດ້ຈະເລີນເຕີບໂຕຂຶ້ນຢ່າງວ່ອງໄວ. ໃນນັ້ນກຳລັງ ການຜະລິດຕິດຕັ້ງພະລັງງານລົມ ລວມມີ 300 ລ້ານກິໂລວັດ, ເພີ່ມຂຶ້ນ 29%, ພະລັງງານແສງຕາເວັນບັນລຸ 290 ລ້ານກິໂລວັດ, ເພີ່ມຂຶ້ນ 24,1% ເມື່ອທຽບໃສ່ປີຕໍ່ປີ. ໃນຂະນະທີ່ກຳງການຕິດຕັ້ງພະລັງງານທັງໝົດ ຂອງຈີນ ລວມມີ 2,32 ຕື້ກິໂລວັດ, ເພີ່ມຂຶ້ນ 9% ເມື່ອທຽບປີຕໍ່ປີ . ນອກນັ້ນ, ອັດຕາສ່ວນການໃຊ້ພະລັງງານທີ່ບໍ່ແມ່ນເຊື້ອໄຟຟອສຊິລ ຂອງປະເທດຄວນເພີ່ມຂຶ້ນປະມານ 20% ໃນໄລຍະແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນໄລຍະ 5 ປີ ສະບັບທີ 14 (2021-2025).
ກຳປູເຈຍ ເປີດໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ສຸດ ພາຍໃນປະເທດ
ສຳນັກຂ່າວຊິນຮວາ ຂອງ ສປ ຈີນ, ເມື່ອບໍ່ດົນມານີ້, ໂຮງໄຟຟ້າຖ່ານຫີນຫົວຕ້ຽນ ພະສີຫານຸ ຂອງກຳປູເຈຍ ໄດ້ເລີ່ມເຂົ້າ ສູ່ການເຄື່ອນໄຫວຢ່າງເປັນທາງການ. ນີ້ຖືເປັນໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ສຸດ ຂອງປະເທດ. ຫລັງຈາກໂຮງໄຟຟ້ານີ້ ໄດ້ທົດລອງ ການເຮັດວຽກທັງລະບົບຢ່າງປະສົບຜົນສຳເລັດ. ບໍລິສັດການລົງທຶນຕ່າງປະເທດຫົວຕ້ຽນ ຈຳກັດ (Huadian Overseas Investment) ຂອງຈີນ ລະບຸວ່າ: ໂຮງໄຟຟ້າແຫ່ງນີ້ໄດ້ປັບໃຊ້ມາດຕະຖານເຕັກໂນໂລຊີ ແລະ ອຸປະກອນ ຂອງຈີນ. ໂດຍມີກຳລັງການຜະລິດຕິດຕັ້ງ 2×350 ເມກາວັດ ແລະ ໂຄງການກໍ່ສ້າງໂຮງໄຟຟ້ານີ້ ໄດ້ໃຊ້ເວລາເຖິງ 27 ເດືອນ.
ສ.ອາເມລິກາ ເລີ່ມຊື້ນໍ້າມັນດີບເຂົ້າຄັງສຳຮອງທາງຍຸດທະສາດ
ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນ ຫລວງວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອວັນທີ 17 ທັນວາວ່າ: ລັດຖະບານ ສ.ອາເມລິກາ ໄດ້ເລີ່ມຊື້ນໍ້າມັນດີບ ເຂົ້າຄັງສຳຮອງພະລັງງານ ແຫ່ງຊາດ ເພື່ອທົດແທນ ນໍ້າມັນດີບ ທີ່ປ່ອຍອອກໄປ 180 ລ້ານຖັງ ໃນປີນີ້. ໂດຍກະຊວງ ພະລັງງານ ສ.ອາເມລິກາ ຖະແຫລງການ ກ່ຽວກັບ ການເຕີມ ນໍ້າມັນດີບ ເຂົ້າສູ່ຄັງສຳຮອງ ທາງຍຸດທະສາດ (ເອສພີອາຣ) ເພື່ອຮັກສາ ໂອກາດ ໃຫ້ກັບ ຜູ້ບໍລິໂພກ ຊາວສ.ອາເມລິກາ ແລະ ເພື່ອຟື້ນຟູ ຄວາມໝັ້ນຄົງ ທາງດ້ານ ພະລັງງານ ໃຫ້ກັບຄືນສູ່ ປະເທດນີ້. ລັດຖະບານ ສ.ອາເມລິກາ ໄດ້ວາງແຜນ ຊື້ຄືນ ນໍ້າມັນດີບ 3 ລ້ານຖັງ ໃນເດືອນ ກຸມພາ ປີໜ້າ
ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍທຸລະກຳ ທາງເອເລັກໂຕຣນິກ
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ ສານ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 19 ທັນວາ 2022 ນີ້ ເຊິ່ງປະກອບມີ ທັງໝົດ 12 ພາກ, 5 ໝວດ ແລະ 75 ມາດຕາ; ໃນນີ້ ໄດ້ຕັດອອກຈໍານວນ 22 ມາດຕາ, ປັບປຸງເນື້ອໃນ ຈໍານວນ 25 ມາດຕາ, ເພີ່ມໃໝ່ 39 ມາດຕາ ແລະ ຮັກສາເນື້ອໃນໄວ້ 12 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ສຸມໃສ່ປະກອບຄຳຄິດເຫັນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ຮັດກຸມ ແລະ ສອດຄ່ອງກັບສະພາບໃນປັດຈຸບັນ.
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກ່າວວ່າ: ກົດໝາຍວ່າດ້ວຍທຸລະກຳ ທາງເອເລັກໂຕຣນິກ (ສະບັບປີ 2012) ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ປະກາດໃຊ້ໃນປີ 2013 ເປັນຕົ້ນມາ ໃນໄລຍະ 10 ກວ່າປີຜ່ານມາ ມີບົດບາດສຳ ຄັນເຂົ້າໃນວຽກງານການຄຸ້ມຄອງ ສົ່ງເສີມ ການເຮັດທຸລະກຳທາງເອເລັກໂຕຣນິກ ເຮັດໃຫ້ການເຮັດທຸລະກໍາແບບອອນລາຍ ຢູ່ພາຍໃນປະເທດນັບມື້ນັບຂະຫຍາຍຕົວຢ່າງກ້ວາງຂວາງ ເປັນຕົ້ນ ການຊຳລະຄ່າສາທາລະນຸປະໂພກຜ່ານແອັບພີເຄຊັນເທິງມືຖື(ຄ່າໄຟຟ້າ, ຄ່ານໍ້າປະປາ ແລະ ອື່ນໆ); ການຈັບຈ່າຍໃຊ້ສອຍປະຈຳວັນ, ທຸລະກິດ-ບໍລິການ ບາງຫົວໜ່ວຍ ໄດ້ພະຍາຍາມແຂ່ງຂັນກັນຫັນປ່ຽນຈາກ ຮູບແບບບໍລິການດັ້ງເດີມມານຳໃຊ້ເຕັກໂນໂລຊີທັນສະໄໝ ເຊັ່ນ: ລະບົບ e-Banking, e-Payment, e-Cornerce, e-Services, ໂລຈິສຕິກ ແລະ ອື່ນໆ. ສຳລັບອົງການລັດເອງ ເຫັນວ່າມີການປະຍຸກໃຊ້ເຕັກໂນໂລຊີ ເຂົ້າມານໍາໃຊ້ໃນຂອດບໍລິການຂອງລັດຫລາຍຂຶ້ນ ເຊັ່ນ: ລະບົບຊຳລະຄ່າທຳນຽມ, ລະບົບໜັງສືຜ່ານແດນເອເລັກໂຕຣນິກ, ລະບົບພາສີເອເລັກໂຕຣນິກ, ລະບົບອາກອນເອເລັກໂຕຣນິກ ແລະ ອື່ນໆ.

ນອກນັ້ນ ກໍມີການເປີດກວ້າງການພົວພັນຮ່ວມມືກັບສາກົນ ຕາມທິດທາງ ແລະ ນະໂຍບາຍຂອງພັກ-ລັດຖະບານລາວ ກໍໄດ້ມີການເຈລະຈາເຂົ້າຮ່ວມເປັນພາຄີໃນສົນທິສັນຍາ ແລະ ສັນຍາຮ່ວມມືສາ ກົນຕ່າງໆ ເຊິ່ງສະແດງໃຫ້ເຫັນວ່າ ທ່າອ່ຽງຂອງການພັດທະນາ ຄືຄວາມກ້າວໜ້າຂອງເຕັກໂນໂລຊີ ເປັນປັດໄຈ ທີ່ສໍາຄັນກໍ່ໃຫ້ເກີດມີການຫັນປ່ຽນພຶດຕິກຳ ແລະ ວິທີການຂອງຜູ້ຄົນ. ສະນັ້ນ ເພື່ອປັບຕົວໃຫ້ທັນ ແລະ ເຂົ້າກັບສະພາບການພັດທະນເສດຖະກິດ-ສັງຄົມຂອງຍຸກ ມັນມີຄວາມຈໍາເປັນຕ້ອງໄດ້ພິຈາລະນາປັບປຸງຕົນເອງ ໃຫ້ເຂົ້າກັບທ່າອ່ຽງຂອງສາກົນ ໂດຍຈຳເປັນຕ້ອງໄດ້ປັບປຸງສະພາບແວດລ້ອມ, ກົນໄກໃນການຄຸ້ມຄອງ, ສົ່ງເສີມ, ການໝູນໃຊ້ເຕັກໂນໂລຊີຂອງຍຸກ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ ໃຫ້ທັນສະພາບ.
ທ່ານ ລັດຖະມົນຕີກະຊວງເຕັກໂນຊີ ແລະ ການສື່ສານ ກ່າວຕື່ມວ່າ: ການຄາດຄະເນຜົນໄດ້ຮັບ ແລະ ຜົນກະທົບ, ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ຈະກາຍເປັນນິຕິກຳພື້ນຖານໃຫ້ແກ່ການຄຸ້ມຄອງ ວຽກງານທຸລະກຳທາງເອເລັກໂຕຣນິກ ໃຫ້ມີປະສິດຕິຜົນກວ່າເກົ່າ ແນໃສ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວິໄສທັດ ແລະ ຍຸດທະສາດການພັດທະນາເຕັກໂນໂລຊີ ແລະ ການສື່ສານຂອງປະເທດເຮົາໃຫ້ປະກົດຜົນເປັນຈິງ. ເມື່ອທຽບໃສ່ກົດໝາຍສະບັບເກົ່າ, ກົດໝາຍສະບັບປັບປຸງນີ້ ຈະໄດ້ຮັບຜົນປະໂຫຍດຕົ້ນຕໍ ໂດຍສະເພາະ ກົນໄກການຄຸ້ມຄອງການດຳເນີນທຸລະກິດ ເປັນຕົ້ນແມ່ນ ການອະນຸຍາດດໍາເນີນທຸລະກິດ; ການປະຕິບັດເງື່ອນໄຂເພີ່ມເຕີມ ພາຍຫລັງການໄດ້ຮັບອະນຸຍາດດໍາເນີນທຸລະກິດ, ຄວາມໜ້າເຊື່ອຖືຂອງການເຮັດທຸລະກຳທາງເອເລັກໂຕຣນິກ, ການພິສູດ ແລະ ຢັ້ງຢືນຕົວຕົນທາງດີຈີຕອນ ເຊິ່ງຈະສ້າງຄວາມເຊື່ອໝັ້ນ, ຄວາມປອດໄພໃຫ້ແກ່ການເຮັດທຸລະກຳທາງເອເລັກໂຕຣນິກ; ກົດໝາຍສະບັບນີ້ ຍັງເປັນພື້ນຖານອັນສຳຄັນໃຫ້ແກ່ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ລວມທັງຂະ ແໜງການອື່ນ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ເຮັດທຸລະກຳທາງເອເລັກໂຕຣນິກ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງເປັນການຊຸກຍູ້ ແລະ ສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ.
ຂ່າວ: ມະນີທອນ, ພາບ: ເກດສະໜາ
ຄະນະມິດຕະພາບ ລາວ-ໄທ ສະຫລຸບວຽກງານ 5 ປີ
ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວຂອງຄະນະມິດຕະພາບ ລັດຖະສະ ພາ ລາວ-ໄທ ໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການເຄື່ອນໄຫວ 5 ປີ ຕໍ່ໜ້າ (2021-2025) ແລະ ແຜນການປີ 2023 ໄດ້ມີຂຶ້ນໃນຕອນແລງຂອງວັນທີ 15 ທັນວາ 2022 ທີ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນ ໃນການປະຕິບັດໜ້າທີ່ເຊິ່ງກັນ ແລະ ກັນຂອງຄະນະມິດຕະພາບລັດຖະສະພາລາວ-ໄທ. ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາລາວ ແລະ ໄທ, ມີບັນດາທ່ານຮອງຄະນະມິດຕະພາບ ແລະ ບັນທ່ານຄະນະມິດຕະພາບ ລາວ ແລະ ໄທ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງສະ ມາຊິກສະພາແຫ່ງຊາດ ເຄື່ອນໄຫວຄະນະມິດຕະພາບລັດຖະສະພາ ລະຫວ່າງສະພາແຫ່ງຊາດ ແລະ ລັດ ຖະສະພາ ແຫ່ງ ຣາຊະອານາຈັກໄທ ສະບັບເລກທີ 133/ຄປຈ.ຕສ, ລົງວັນທີ 17/05/2021; ເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍພາລະບົດບາດ ແລະ ການເຄື່ອນໄຫວ ຂອງຄະນະມິດຕະພາບລັດຖະສະພາລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ກັບ ລັດຖະສະພາຕ່າງປະເທດ ສະບັບເລກທີ 08/ຄປຈ.ຕສ, ລົງວັນທີ 17/07/2021; ຜົນສໍາເລັດການເຄື່ອນໄຫວ ຂອງຄະນະມິດຕະ ພາບລັດຖະສະພາ ລາວ-ໄທ ໄລຍະ 5 ປີ (2021-2025) ແລະ ແຜນຈຸດສຸມປີ 2023 ແລະ ເຜີຍແຜ່ເນື້ອໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ; ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນປຶກສາຫາລື ກ່ຽວກັບແຜນການ ປະຈໍາປີ 2023.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)
ເຊີນທ່ຽວ ເທສະການດອກງິ້ວບານ ຄັ້ງທີ 20
ເທສະການດອກງິ້ວບານ ຄັ້ງທີ 20 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 25-29 ມັງກອນ 2023 ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຈະຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ເທສະການດົນຕີດອກງິ້ວສີຄຳ, ການແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄຟ 1.000 ອັນ, ໄຫລເຮືອໄຟ, ສະແດງດອກໄມ້ໄຟ ແລະ ກິດຈະກຳອື່ນໆ.
ການຈັດງານດັ່ງກ່າວ, ເປັນຄັ້ງທຳອິດທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນຄື: ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ, ປັດຈຸບັນ ຜູ້ຮັບຜິດຊອບ ກຳລັງດຳເນີນການຄັດເລືອກນາງສາວງາມ ແລະ ວັນທີ 25 ທັນວາ 2022 ເປັນມື້ສຸດທ້າຍຂອງການຮັບສະໝັກນາງສາວທ່ອງທ່ຽວລາວ.
ການປະກວດນາງສາວທ່ອງທ່ຽວລາວ ແມ່ນການຄັດເລືອກນາງສາວງາມຈາກທຸກແຂວງທົ່ວໄປເທດ ເພື່ອຊີງເງິນລາງວັນເຖິງ 300 ກີບ (ຕ້ອງການສະໝັກ ຕິດຕໍ່ເບີ 020 95289975) ແລະ ນາງສາວດອກງີ້ວບານ ແມ່ນຄັດເລືອກນາງສາວງາມຈາກແຕ່ລະເມືອງພາຍໃນແຂວງບໍ່ແກ້ວ ເຊິ່ງໝົດກຳນົດຮັບສະໝັກວັນທີ 8 ມັງກອນ 2023 ໂດຍເງິນລາງວັນລວມເຖິງ 150 ກີບ (ຕ້ອງການສະໝັກ ຕິດຕໍ່ເບີ 020 59968887).
ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ່ອງຖິ່ນລາວເຮົາແລ່ວ, ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.
ສສຊ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກຳ ທາງເອເລັກໂຕຣນິກ
ບັນດາ ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ສະບັບປັບປຸງ ໃນຫລາຍພາກ, ຫລາຍໝວດ ແລະ ຫລາຍມາດຕາ ເພື່ອໃຫ້ກົດໝາຍສະບັບນີ້ ມີເນື້ອໃນຈະແຈ້ງ, ລະອຽດ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການພັດ ທະນາເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເປັນເຄື່ອງມືຊຸກຍູ້ໃຫ້ການຄຸ້ມຄອງລັດ ດ້ານວຽກງານທຸລະກຳທາງເອເລັກໂຕຣນິກ ມີປະສິດທິພາບກວ່າເກົ່າ. ຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ແມ່ນນຳສະເໜີໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນບ່າຍວັນທີ 19 ທັນວາ 2022.
ທ່ານ ອຳໄພຈິດມະນົນ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ສະແດງຄວາມຊົມເຊີຍທີ່ຕະນະຮັບຜິດຊອບໄດ້ຄົ້ນຄວ້າປັບປຸງສະບັບນີ້ ເພາະວ່າມັນຖືກກັບຈັງຫວະທີ່ວ່າ ພວກເຮົາກຳລັງພັດທະ ນາ ຫລື ເສດຖະກິດ ດີຈີຕອນ ແລະ ເຂົ້າກັບຍຸກປັດຈຸບັນ ສັງເກດເຫັນວ່າການປັບປຸງກົດໝາຍ ສະບັບນີ້ ມີການເພີ່ມເຂົ້າໃໝ່ເປັນພາກ ເປັນໝວດ ແລະ ແຕ່ລະມາດຕາ ມີເນື້ອໃນລະອຽດພໍສົມຄວນ ທັງມີຄວາມຮັດກຸມ, ອຸດົມສົມບູນ ແລະ ຈະສາມາດຈັດຕັ້ງໄດ້ຢ່າງມີປະສິດທິພາບກວ່າເກົ່ານັ້ນ. ເຖິງຢ່າງໃດກໍຕາມ ໃນມາດຕາ 6 ຂໍ້ທີ 6 ຂໍປ່ຽນຄຳວ່າການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວເປັນການດຳ ເນີນທຸລະກຳທາງເອເລັກໂຕຣນິກ ຢູ່ໃນ ສປປ ລາວ. ສຳລັບຂໍ້ທີ 9 ເຫັນວ່າມີຄວາມສຳຄັນຫລາຍເພາະ ວ່າຈະເຮັດໃຫ້ມັນແຈ້ງຂຶ້ນຕື່ມ ໂດຍສະເພາະ ລະຫວ່າງຄຸນຄ່າທາງດ້ານກົດໝາຍ ກັບຜົນສັກສິດທາງດ້ານກົດໝາຍ. ນອກຈາກນີ້ຍັງມີ ມາດຕາ 31, 46, 47 ແລະ ມາດຕາ 54 ຂໍ້ມູນທາງດ້ານບຸກຄົນ ເປັນຕົ້ນຄວນຕື່ມ ອີເມວ, ໝວດເລືອດນຳ ແລະ ການສະເໜີ ກັບພາກສ່ວນທີ່ກ່ຽວຂ້ອງ ເພາະມັນເປັນຄຳດຽວ ຕ້ອງຕື່ມເຫດຜົນ ເພື່ອໃຫ້ມັນຈະແຈ້ງຂຶ້ນຕື່ມ.

ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງ ກໍໄດ້ປະ ກອບຄວາມຄິດເຫັນ ໂດຍສະເພາະ ບັນຫາທີ່ຕິດພັນກັບກົດໝາຍທຸລະກຳ ທາງດ້ານເອເລັກໂຕຣນິກ ເຊິ່ງກົດໝາຍນີ້ ກໍໄດ້ມີການປັບປຸງສອງຫາສາມຄັ້ງແລ້ວ ແລະ ທີ່ສຳຄັນກົດໝາຍສະບັບນີ້ ຈະເປັນເຄື່ອງມີອັນສຳຄັນໃນການຄຸ້ມຄອງວຽກງານທຸລະກຳ ທາງດ້ານເອເລັກໂທຣນິກ ຢູ່ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນ ແລະ ສາມາດເຊື່ອມໂຍງກັບສາກົນ ໃຫ້ຫັນເປັນດີຈີຕອນ ໃນຍຸກ 4.0 ໄດ້. ສິ່ງສຳຄັນກໍແມ່ນທ່າອ່ຽງຂອງໂລກໃນປັດຈຸບັນ ແລະ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເປັນຕົ້ນ ກົດໝາຍລາຍເຊັນອີເລັກໂຕຣນິກ ແລະ ດຳລັດວ່າດ້ວຍການຄ້າເອເລັກໂຕຣນິກ ແລະ ກົດໝາຍສະບັບອື່ນໆ ທີ່ປິ່ນອ້ອມ ເຫັນວ່າຢູ່ໃນຂໍ້ທີ 5 ກ່ຽວກັບພາກທີ 7 ທຸລະກິດກ່ຽວກັບທຸລະກຳ ທາງດ້ານເອເລັກໂຕຣນິກ ເຊິ່ງໄດ້ກຳນົດປະເພດຂອງທຸລະກິດອອກເປັນ 3 ປະເພດ ຈະເຫັນໄດ້ວ່າມັນມີການບໍລິການ ທາງດ້ານລະບົບດ້ານທຸລະກຳ ທາງດ້ານເອເລັກໂຕຣນິກ, ການບໍລິການພິສູດຢັ້ງຢືນຕົວຕົນທາງດ້ານດີຈີຕອນ ແລະ ການບໍລິການ ທັງອອກໃບຮັບຮອງລາຍເຊັນທາງດ້ານເອເລັກໂຕຣນິກ. ເບິ່ງລວມແລ້ວ ກົດໝາຍສະບັບດັ່ງກ່າວເຫັນວ່າມັນໄດ້ຜັນຂະຫຍາຍທາງດ້ານທຸລະກິດປະເພດດຽວ ຄື ການບໍລິການ ພິສູດຢັ້ງຢືນຕົວຕົນທາງດ້ານດີຈີຕອນ, ແຕ່ກົດໝາຍສະບັບປຸງນີ້ ຖ້າທຽບໃສ່ກົດໝາຍທີ່ພວກເຮົາໄດ້ສ້າງມາ ແລະ ຢູ່ໃນນິຕິກຳລຸ່ມກົດໝາຍ ເຫັນວ່າກົດໝາຍດັ່ງກ່າວນີ້ກວ້າງກວ່າ ເຊິ່ງຄວນກຳນົດເອົາ 2 ທຸລະກຳນັ້ນ ເຂົ້າໃນກົດໝາຍຈະເປັນການດີ ຫລື ອີງໃສ່ນິຕິກຳສະບັບອື່ນ ເພື່ອເປັນບ້ອນອີງ ພ້ອມທັງຂໍຄຳຊີ້ແຈງຈາກຄະນະຮັບຜິດຊອບຕື່ມ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ກະຈ່າງແຈ້ງຂຶ້ນຕື່ມ.
ພ້ອມກັນຮັກສາຄວາມສະອາດ ໃນງານຊຽງຂວາງເກມ ໃຫ້ສະອາດຈົບງາມ
ການແຂ່ງຂັນກິລາໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລືຊຽງຂວາງເກມ 2022 ເຊິ່ງຈັດຂຶ້ນທີ່ແຂວງຊຽງຂວາງ ໃນລະຫວ່າງວັນທີ 13-22 ທັນວາ 2022 ຖືໄດ້ວ່າເປັນງານມະຫະກໍາກິລາ ທີ່ຍິ່ງໃຫຍ່ຂອງປວງຊົນລາວ ທັງຊາດເວົ້າລວມ, ເວົ້າສະເພາະ ຊາວແຂວງຊຽງຂວາງ ມີຄວາມຍິນດີທີ່ໄດ້ຮັບກຽດເປັນເຈົ້າພາບ, ທັງປະກອບສ່ວນຮັກສາຄວາມສະອາດ ແລະ ສະພາບແວດລ້ອມ ໃຫ້ຈົບ ງາມ ເພື່ອຕ້ອນຮັບແຂກບ້ານແຂກເມືອງ ທີ່ເຂົ້າມາທ່ຽວຊົມການແຂ່ງຂັນໃນຄັ້ງນີ້.
ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຫົວໜ້າທີມອາສາສະໝັກຮັກສາຄວາມສະອາດ ໃຫ້ແກ່ງານຊຽງຂວາງເກມ ໄດ້ໃຫ້ສຳພາດວ່າ: ພວກເຮົາແມ່ນກຸ່ມອາສາສະໝັກຈາກສະໂມສອນກິລາຣັກບີ້ ຊຽງຂວາງ ຮ່ວມກັບອົງການສະຫະປະຊາຊາດ ທຸກໆການແຂ່ງຂັນ ຈະມີການໂຄສະນາປຸກລະດົມ ໃຫ້ມວນຊົນມີສ່ວນຮ່ວມໃນການຮັກສາຄວາມສະອາດ ແລະ ເກັບມ້ຽນສິ່ງເສດເຫລືອຂອງຕົນ ຫລັງຈາກຊົມການແຂ່ງຂັນແລ້ວ ເພື່ອເຮັດໃຫ້ສະພາບແວດລ້ອມທຸກສະໜາມການແຂ່ງຂັນ ໃຫ້ມີຄວາມສະອາດຈົບງາມຢູ່ສະເໝີ.

ການຈັດກິດຈະກຳຮັກສາຄວາມສະອາດ ໃຫ້ແກ່ງານກິລາຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກ UNDP, KOICA ແລະ Global Shapers Vientiane Hub ເຊິ່ງຈັດຕັ້ງປະຕິບັດໂດຍກຸ່ມ ນັກກິລາ ຣັກບີ້ ສະໂມສອນຊຽງຂວາງ, ມີອາສາສະໝັກທັງຫມົດ 100 ຄົນ, ຮັບຜິດຊອບປະຈໍາ 14 ສະໜາມ ຄື: ສະໜາມກະຕໍ້ ໃນຮົ່ມຄັງໄຂ, ສະໜາມ ກິລາໄຫຫີນ, ສະໜາມກິລາ ໄຊຊະນະ, ສະໝາມບານສົ່ງໃນຮົ່ມໄຊຊະນະ, ບານສົ່ງຫາດຊາຍ ສວນອ່າງນໍ້າຫງໍາ, ສະໝາມ ເປຕັງໃນຮົ່ມ ສວນມອນ ບ້ານໂງຍ, ສະໝາມກິລາໝາກຂ່າງ ໄຫຫີນ, ສະໝາມກັອບພູກູດທອງຄໍາ, ສະໝາມກິລາດອກປີກໄກ່ ແຂວງ, ສະໝາມເທັນນິດ ໄຊຊະນະ, ສະໜາມ ປິ່ງປ່ອງ ພະແນກແຜນການ ແລະ ການລົງທຶນ, ສະໜາມມວຍລາວ ເດີ່ນໃນຮົ່ມສວນມອນ ບ້ານໂງຍ, ສະໜາມຢູໂດ ໂຮງຮຽນ ພອນສະຫວັນ ແລະ ສະໝາມວູຊູ ເດີ່ນໃນຮົ່ມຂັງໄຂ. ທີມອາສາສະໝັກປະຈໍາແຕ່ລະສະໜາມ ແມ່ນໄດ້ປຸກລະດົມໃຫ້ມວນຊົນ ທີ່ມາຊົມການແຂ່ງຂັນ ໃຫ້ຊ່ວຍກັນຮັກສາຄວາມສະອາດ, ເປັນເຈົ້າການໃນການມ້ຽນຂີ້ເຫຍື້ອຕົນເອງ. ພ້ອມນີ້, ຍັງໄດ້ຕິດປ້າຍໂຄ ສະນາຫ້າມສູບຢາ ຢູ່ຕາມແຕ່ລະຈຸດສະໜາມການແຂ່ງຂັນ ແລະ ອຳນວຍຄວາມສະດວກຖັງຂີ້ເຫຍື້ອ ຕັ້ງໄວ້ຢູ່ແຕ່ລະສະໜາມເປັນຈຳນວນວນຫລາຍ.
ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຍັງໄດ້ຝາກເຖິງມວນຊົນທີ່ເຂົ້າມາຊົມການແຂ່ງຂັນ ຈົ່ງເປັນເຈົ້າການໃນການຮັກສາຄວາມສະອາດຊ່ວຍກັນ ດ້ວຍການເກັບມ້ຽນຂີ້ເຫຍື້ອລົງຖັງຂີ້ເຫຍື້ອ ທີ່ພວກເຮົາໄດ້ຈັດວາງໄວ້ຕາມຈຸດຕ່າງໆ ເພື່ອເປັນການປະກອບສ່ວນໃນການຮັກສາຄວາມສະອາດ ເຮັດໃຫ້ງານກິລາຄັ້ງນີ້ ສຳເລັດດ້ວຍຄວາມສະອາດ ແລະ ຈົບງາມ.