Thursday, October 9, 2025
Home Blog Page 843

ລູກຄ້າມາໃຊ້ບໍລິການຮ້ານລາບແຊບຊຽງຂວາງເພີ່ມຂຶ້ນ 50% ໄລຍະເປີດມະຫາກຳກິລາແຫ່ງຊາດ

0

ປັດຈຸບັນຫລາຍໆຮ້ານຢູ່ແຂວງຊຽງຂວາງ ຖືວ່າມີບັນຍາກາດຄຶກຄື້ນ, ມວນຊົນຫລາຍພາກສ່ວນໃນຂອບເຂດທົ່ວປະເທດ ເຂົ້າມາໃຊ້ບໍລິການໄລຍະເປີດມະຫາກຳກິລາແຫ່ງຊາດ. ໃນນັ້ນ, ຮ້ານລາບແຊບຊຽງຂວາງ ເຊິ່ງເປັນຮ້ານອາຫານຕາມສັ່ງ, ມີອາຫານ ແລະ ເຄື່ອງດື່ມຫລາຍຊະນິດ, ຫລາຍປະເພດ ກໍມີລູກຄ້າເຂົ້າມາໃຊ້ບໍລິການເພີ່ມຂຶ້ນ 50% ຈາກວັນປົກກະຕິ.

ທ່ານ ສິງຄຳ ຄຳສະຫວັນ ເຈົ້າຂອງຮ້ານລາບແຊບຊຽງຂວາງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຮ້ານລາບແຊບຊຽງຂວາງ ເປັນຮ້ານອາຫານຕາມສັ່ງ, ມີອາຫານ ແລະ ເຄື່ອງດື່ມຫລາຍປະ ເພດ ເພື່ອບໍລິການແກ່ລູກຄ້າພາຍໃນແຂວງ ແລະ ມວນຊົນທົ່ວໄປ ທີ່ເຂົ້າມາແຂວງຊຽງຂວາງ ໃນໂອກາດມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໂດຍສະເພາະອາຫານທີ່ເປັນເອກະລັກຂອງແຂວງ ແລະ ອາຫານພື້ນເມືອງລາວ ເປັນຕົ້ນລາບແຊບຊຽງຂວາງ (ລາບຂົມ, ກ້ອຍຂົມ ຫລື ແຊ່ເພ້ຍ) ໂດຍໄດ້ຄັດເອົາວັດຖຸດິບ ກໍຄື ຊີ້ນງົວສົດ ທີ່ສັ່ງຈາກໂຮງງານໂດຍກົງ. ພ້ອມນັ້ນ, ຍັງມີອາຫານທີ່ເປັນເອກະລັກຂອງທ້ອງຖິ່ນເຊັ່ນ: ເຂົ້າໄກ່ນ້ອຍ, ປີ້ງຊີ້ນທູບ, ປີ້ງຊີ້ນນໍ້າຕົກ, ປີ້ງ-ທອດນົກແອ່ນຕຸ້ງ, ລາບປາ, ກ້ອຍປາ, ປີ້ງ-ທອດປາແດດດ່ຽວ, ແຈ່ວບອງໃສ່ໜໍ່ໄມ້ສົ້ມ ແລະ ອື່ນໆ.

ນອກນັ້ນ, ຍັງມີອາຫານຕາມສັ່ງອີກ ຫລາຍລາຍການ ເຊັ່ນ: ເຂົ້າປຽກເສັ້ນ, ເຝີ ແລະ ປະເພດຕຳຕ່າງໆ ເຊິ່ງທຸກຂັ້ນຕອນການເຮັດອາຫານ ແມ່ນເນັ້ນຄວາມສະອາດເປັນຫລັກ, ບໍລິການດີ ແລະ ໃສ່ໃຈລູກຄ້າທຸກລາຍລະອຽດ ໂດຍເລີ່ມເປີດໃຫ້ບໍລິການແຕ່ 6:00 ໂມງ ເປັນຕົ້ນໄປ, ຮ້ານຕັ້ງຢູ່ບ້ານໂພນທອງ ເມືອງແປກ, ຢູ່ແຄມທາງສາຍຫລັກ ລະຫວ່າງທາງໄປຕະຫລາດນໍ້າຫງໍາ ແລະ ທາງໄປແຫລ່ງທ່ອງທ່ຽວທົ່ງໄຫຫີນ.

ພາບ: ຂັນໄຊ

ຊຽງຂວາງຄອງຫລຽນກິລາປິ່ງປ໋ອງໃນຊຽງຂວາງເກມ

0

ການແຂ່ງຂັນກິລາປິງປ໋ອງ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ຫລື ຊຽງຂວາງເກມ, ດໍາເນີນການແຂ່ງຂັນເປັນເວລາ 3 ມື້(17-19 ທັນວາ 2022) ທີ່ສະໂມສອນພະແນກແຜນການ ແລະ ການລົງທຶນແຂວງ​ ໃຫ້ກຽດເຂົ້າຮ່ວມພິທີມອບຫລຽນໂດຍ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ໄຊປັນຍາ ໄຊຍະຈິດ ຮອງປະທານສະຫະພັນກິລາປິງປ໋ອງແຂວງຊຽງຂວາງ.​

ການແຂ່ງຂັນກິລາປິງປ໋ອງໃນງານມະຫາກໍາກິລາແຫ່ງ​ຊາດ ຄັ້ງທີ XI ຫລື ຊຽງຂວາງເກມ ມີນັກກິລາທັງໝົດຈາກ 6 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງເຈົ້າພາບ, ອຸດົມໄຊ, ຈໍາປາສັກ, ກະຊວງພະລັງງານ ແລະ ບໍ່ແຮ່, ນະຄອນ​ຫລວງວຽງຈັນ ແລະ ແຂວງຫລວງພະບາງ, ຜົນການແຂ່ງຂັນປາກົດວ່າ: ຊຽງຂວາງເຈົ້າພາບສາມາດເປັນເຈົ້າຄອງຫລຽນ ຄ້ວາໄດ້ 4 ຫລຽນຄໍາ, 2 ຫລຽນເງິນ ແລະ 4 ຫລຽນທອງ ລວມເປັນ 10 ຫລຽນ; ຂະນະທີ່ແຂວງອຸດົມໄຊ ໄດ້ 2 ຫລຽນຄໍາ 1 ຫລຽນເງິນ 4 ຫລຽນທອງ ລວມເປັນ 7 ຫລຽນ, ສ່ວນແຂວງຈໍາປາສັກຄ້ວາໄດ້ 1 ຫລຽນຄໍາ, 1 ຫລຽນເງິນ ລວມເປັນ 2 ຫຼຽນ.

ສໍາລັບກະຊວງພະລັງງານ ແລະ ບໍ່ແຮ່ ຄ້ວາໄດ້ 2 ຫລຽນເງິນ, 2 ຫລຽນທອງ ລວມເປັນ 4 ຫລຽນ, ຂະນະທີ່ນະຄອນຫລວງວຽງຈັນຄ້ວາໄດ້ 1 ຫລຽນເງິນ, 3 ຫລຽນທອງ ລວມເປັນ 4 ຫລຽນ, ສ່ວນແຂວງຫລວງພະບາງໄດ້ 1 ຫລຽນທອງ.

(ໂດຍ: ຄານສີສະຫວັນ)

ກຳລັງສື່ສານ ປກສ ຮັບປະກັນໃນການຕິດຕໍ່​ພົວພັນ​ໃຫ້ມີຄວາມສະດວກໃນຊຽງຂວາງເກມ

0

ກໍາລັງຕໍາຫລວດສື່ສານກະຊວງ ປກສ ສົມທົບ ກັບ ປກສ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານສື່ສານ ໃນການຕິດຕໍ່, ພົວພັນ, ປະສານວຽກງານໃຫ້ມີຄວາມສະດວກວ່ອງໄວ ແລະ ແກ້ໄຂເຫດໃຫ້ທັນເວລາໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022.

ທ່ານ​ ພັອ ບົວຜັນ ສີສະຫວັດ ຮອງຫົວໜ້າກົມສື່ສານ ກະຊວງ ປກສ, ທັງເປັນຄະນະຮັບຜິດຊອບວຽກງານປ້ອງກັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ​ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 19 ທັນວາ 2022 ວ່າ: ກົມສື່ສານ ແມ່ນຮັບຜິດຊອບໜ້າທີ່ການປະກອບອຸປະກອນຕິດຕໍ່ສື່ສານເຂົ້າໃນວຽກງານປ້ອງກັນງານມະຫະກໍາກິລາຄັ້ງນີ້ ໂດຍໄດ້ກະກຽມບັນດາອຸປະກອນສື່ສານຕ່າງໆເປັນຕົ້ນ ໄດ້ກະກຽມບັນດາດ້ານກໍາລັງຈໍານວນພົນ, ອຸປະກອນສື່ສານລະບົບປ້ອງກັນຕົວເມືອງ, ໄດ້ຕິດຕັ້ງທຸກເມືອງຂອງແຂວງຊຽງຂວາງ ແລະ ແຂວງແມ່ນໄດ້ຕັ້ງສູນ; ນອກຈາກນີ້, ກໍຍັງມີລະບົບໂຟນີ ໄດ້ປະກອບເຂົ້າໃນງານຄັ້ງນີ້ ຈໍານວນ 300 ກວ່າເຄື່ອງ ພ້ອມທັງຮັບຜິດຊອບກ່ຽວກັບວຽກງານກ້ອງວົງຈອນປິດໃນທົ່ວເທດສະບານແຂວງຊຽງຂວາງ ໂດຍສະເພາະຢູ່ສະໜາມ ເປີດ-ປິດ ໄດ້ຕິດຕັ້ງເປັນລະບົບຄົບຊຸດ.

ນອກນີ້, ກໍຍັງມີອຸປະກອນສຳຮອງ, ກ້ອງວົງຈອນປິດຕິດຕັ້ງລົດເຄື່ອນທີ່, ໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ເຊິ່ງໄດ້ເລີ່ມແຕ່ວັນທີ 1 ທັນວາ​ ເປັນຕົ້າມາ,ຮອດປັດຈຸບັນ, ຖືວ່າວຽກງານສື່ສານມີຄວາມຮັບປະກັນ 100% ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານ ໂດຍສະເພາະວຽກງານປ້ອງກັນງານຄັ້ງນີ້ໃຫ້ມີຄວາມສະຫງົບ-ປອດໄພ, ພ້ອມດຽວກັນນີ້, ກໍຍັງຈະສືບຕໍ່ສຸມໃສ່ໃນການປະຈໍາການ, ຕິດຕັ້ງເສີມກ້ອງ, ອຸປະກອນສື່ສານຕ່າງໆ ເພື່ອຮັບໃຊ້ວຽກງານຄັ້ງນີ້ໃຫ້ມີຜົນສໍາເລັດຈົນຮອດມື້ປິດງານ.

ໂຄງການສ້າງຄວາມເຂັ້ມແຂງດ້ານການຮັກສາສຸຂະພາບສະຫລຸບວຽກງານ ປະຈໍາປີ 2022

0

#ພະແນກສາທາລະນະສຸກແຂວງເຊກອງ ຮ່ວມກັບ #ອົງການຊ່ວຍເຫຼືອເຊິ່ງກັນແລະກັນ (SFE) ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ປະຈໍາປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023 ຂອງ #ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຮັກສາສຸຂະພາບ ໄລຍະ III, ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2022 ນີ້ ທີ່ພະແນກສາທາລະນະສຸກແຂວງເຊກອງ ໂດຍມີທ່ານ ດຣ ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຕາງໜ້າຜູ້ປະສານງານອົງການຊ່ວຍເຫຼືອເຊິ່ງກັນ ແລະກັນ (SFE), ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ໂຮງໝໍນ້ອຍ ແລະນາຍບ້ານເປົ້າໝາຍເຂົ້າຮ່ວມ.

ທ່ານ ນາງ ສຸກອຸລາ ວັນນະວົງ ຕາງໜ້າໃຫ້ອົງການ SFE ໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ວ່າ: ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຮັກສາສຸຂະພາບ ໄລຍະ III ປະຈໍາປີ 2022 ເລີ່ມປະຕິບັດແຕ່ເດືອນ 1-12 ປີ 2022, ໂດຍຈຸດປະສົງລວມ ຂອງໂຄງການ ແມ່ນເພື່ອຮັບປະກັນການມີສຸຂະພາບທີ່ດີ ແລະສົ່ງເສິມຊີວິດການເປັນຢູ່ຂອງປະຊາຊົນແຂວງເຊກອງ ໃຫ້ດີຂຶ້ນດ້ວຍການໃຫ້ບໍລິການດ້ານສຸຂະພາບດີກວ່າເກົ່າ, ໂດຍສະເພາະ ເພື່ອໃຫ້ການບໍລິການຮັກສາສຸຂະພາບຂັ້ນພື້ນຖານຢູ່ແຂວງເຊກອງໄດ້ຮັບການປັບປຸງດີກວ່າເກົ່າ, ຊຶ່ງໂຄງການໄດ້ຈັດຕັ້ງປະຕິບັດ 6 ກິດຈະກໍາຫຼັກ ໂດຍເນັ້ນໃສ່ກິດຈະກໍາຝຶກອົບຮົມວຽກງານສຸຂະພາບຈະເລີນພັນ, ແມ່, ເດັກແດງ, ເດັກນ້ອຍ ແລະໄວຫນຸ່ມ ໃຫ້ພະນັກງານແພດຫມໍ ໃນໂຮງຫມໍແຂວງ, ເມືອງ ເປົ້າຫມາຍ ແລະ ອາສາສະຫມັກສາທາລະນະສຸກຂັ້ນບ້ານ ໃນການຮັກສາສຸຂະພາບຂັ້ນພື້ນຖານ.

ສໍາລັບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແມ່ນເຮັດໃຫ້ການບໍລິການຮັກສາສຸຂະພາບແມ່, ເດັກແດງ, ເດັກນ້ອຍ ແລະໄວໜຸ່ມຢູ່ໂຮງໝໍແຂວງ ແລະເມືອງໄດ້ຮັບການປັບປຸງ; ຄວາມຮູ້ ແລະຄວາມອາດສາມາດໃນການຄຸ້ມຄອງກ່ຽວກັບການຄວບຄຸມພະຍາດຕິດຕໍ່ ແລະບໍ່ຕິດຕໍ່ ຢູ່ໂຮງໝໍແຂວງ ແລະເມືອງ ໄດ້ຮັບການປັບປຸງ; ການຄວບຄຸມການຕິດເຊື້ອ ແລະການຄຸ້ມຄອງອຸປະກອນພາຍໃນໂຮງໝໍ ແລະສຸກສາລາເປົ້າໝາຍ ໄດ້ຮັບການປັບປຸງ; ຄົນພິການ ໄດ້ເຂົ້າເຖິງການບໍລິການຮັກສາສຸຂະພາບທີ່ດີກວ່າເກົ່າ; ການບໍລິການຮັກສາສຸຂະພາບໃນສຸກສາລາເປົ້າໝາຍໄດ້ຮັບການປັບປຸງ; ບັນດາບ້ານເປົ້າໝາຍສະແດງອອກເຖິງການປະຕິບັດທີ່ດີກວ່າເກົ່າ ໃນການຮັກສາສຸຂະພາບຂັ້ນພື້ນຖານ, ນໍ້າ, ສຸຂະພິບານ ແລະສຸຂະອະນາໄມ; ພ້ອມນີ້ກໍໄດ້ຜ່ານແຜນການຈັດຕັ້ງປະຕິບັດກິດຈະກຳ ປີ 2023 ຕື່ມອີກ.

ນອກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນ ເພື່ອແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະສົນທະນາກ່ຽວກັບຮ່າງແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ປີ 2023 ເພື່ອເຮັດໃຫ້ແຜນງານຂອງໂຄງການດັ່ງກ່າວສົມບູນຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການມີຜົນສໍາເລັດ ແລະບັນລຸເປົ້າໝາຍທີ່ວາງໄວ້.

#Medailaos#SekongProvince

#ຂ່າວ-ພາບ: ພຸດທະສອນ

ທ່ານຮອງເລຂາພັກແຂວງຫົວພັນ ຕ້ອນຮັບ ເອກອັກຄະລັດຖະທູດອິນໂດເນເຊຍປະຈໍາລາວ

0

ຕອນເຊົ້າວັນທີ່ 20 ທັນວານີ້ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງຫົວພັນໄດ້ຕ້ອນຮັບ ທ່ານ ພຣາຕິໂຕ ໂຊຫາໂຢ ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ສປປລາວ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງຮັບແຂກຫໍແກ້ວດ້ວຍຄວາມອົບອຸ່ນ, ໂດຍມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ, ຈຸດປະສົງຂອງຄະນະທີ່ເຂົ້າພົບ ທ່ານ ຮອງເລຂາພັກແຂວງໃນຄັ້ງນີ້ກໍ່ ເພື່ອເຊື່ອມສານສາຍພົວພັນຮ່ວມມື ແລະ ປືກສາຫາລື ແລະ ຊອກຫາທ່າແຮງດ້ານຕ່າງໆຂອງການລົງທືນຢູ່ພາຍໃນແຂວງຫົວພັນໃນອານາຄົດໃຫ້ມີຄວາມສະດວກເເລ້ວນໍາໄປປຸກລະດົມນັກລົງທືນໃຫ້ເຂົ້າມາລົງທືນຢູ່ແຂວງຫົວພັນ , ຈາກນັ້ນ ທ່ານ ຮອງເລຂາ ໄດ້ສະແດງການຕ້ອນຮັບ ແລະ ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບພື້ນຖານໂຄງລາ່ງຂອງແຂວງຫົວພັນໃຫ້ຄະນະໄດ້ຮັບຊາບ, ເປັນຕົ້ນແມ່ນບັນດາທ່າແຮງຕົ້ນຕໍຂອງແຂວງຄື: ການປູກ, ການລ້ຽງ, ດ້ານຫັດຖະກໍາ, ດ້ານພະລັງງານ ແລະ ບໍ່ແຮ່ ແລະ ດ້ານການບໍລິການທ່ອງທ່ຽວ ແລະ ທ່ານຍັງໄດ້ລາຍງານຂໍ້ສະດວກ, ຂໍ້ຫຸຍ້ງຍາກໃນການມາລົງທືນຢູ່ແຂວງຫົວພັນໃຫ້ຄະນະໄດ້ຮັບຊາບຕື່ມອີກ ພ້ອມທັງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ສປປລາວ ພ້ອມດ້ວຍຄະນະ ຈົ່ງເຄື່ອນໄຫວ ເຮັດວຽກຢູ່ແຂວງຫົວພັນໃຫ້ມີຜົນສໍາເລັດ.

#Medialaos #ແຂວງຫົວພັນ #houaphanhProvince

ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດຊຸດຝຶກອົບຮົມ ດ້ານການສຳຫຼວດ ແລະ ຂຸດຄົ້ນທາງດ້ານບູຮານວິທະຍາໃຫ້ແກ່ບຸກຄະລາກອນ 4 ແຂວງພາກໃຕ້

0

ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໄດ້ເປີດຊຸດຝຶກອົບຮົມ ດ້ານການສຳຫຼວດ ແລະ ຂຸດຄົ້ນທາງດ້ານບູຮານວິທະຍາໃຫ້ແກ່ບຸກຄະລາກອນ 4 ແຂວງພາກໃຕ້ຄື: ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະແຂວງອັດຕະປື, ໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງສາລະວັນ, ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ປອ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍຣະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງຫົວໜ້າພະແນກ, ຄູຝຶກຈາກກົມມໍລະດົກ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ບັນດາເມືອງ ເຂົ້າຮ່ວມ.

#ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ໄດ້ມີຄຳເຫັນ ແລະ ກ່າວເປີດຊຸດອົບຮົມວ່າ: ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເປັນການແນະນຳ ທາງດ້ານວິຊາສະເພາະ ຂອງວຽກບູຮານວິທະຍາ ໃຫ້ແກ່ບຸກຄະລາກອນໃນ 4 ແຂວງພາກໃຕ້, ໂດຍສະເພາະແມ່ນຜູ້ທີ່ຮັບຜິດຊອບວຽກງານມໍຣະດົກວັດທະນະທຳ ຢູ່ຂັ້ນແຂວງ ແລະ ບັນດາເມືອງ, ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍ ຄວາມສຳຄັນ ຂອງວຽກງານວິທະຍາ, ວິທີການປະຕິບັດວຽກງານບູຮານວິທະຍາ, ການສຳຫຼວດ ແລະ ຂຸດຄົ້ນດ້ານບູຮານວິທະຍາ, ເປັນການສ້າງເງື່ອນໄຂ ແລະ ເປັນເຈົ້າການເຄື່ອນໄຫວວຽກງານຂອງແຕ່ລະຂະແໜງການໃຫ້ໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດຢ່າງຕໍ່່ເນື່ອງ,ຮັບປະກັນໝາກຜົນໃຫ້ສູງຂື້ນກ່ວາເກົ່າ ເພື່ອເປັນການອະນຸລັກປົກປັກຮັກສາມໍຣະດົກວັດທະນະທຳ, ການປະຕິສັງຂອນວັດວາອາຮາມ, ໃຫ້ຖືກຕ້ອງຕາມວັດທະນະທໍາລາວ ແລະໄດ້ຮັບການຄຸ້ມຄອງຢ່າງເປັນລະບົບໃຫ້ມີຄວາມຍືນຍົງ ແລະເກີດປະໂຫຍດສູງສຸດແກ່ສັງຄົມ.

#ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ: ຄວາມໝາຍ ຄວາມສຳຄັນຂອງວຽກງານບູຮານວິທະຍາ, ລະບຽບໃນການຄຸ້ມຄອງວຽກງານບູຮານວິທະຍາ ແລະວິທີການຈັດຕັ້ງປະຕິບັດວຽກງານບູຮານວິທະຍາ, ການສຳຫຼວດ, ການຂຸດຄົ້ນ ແລະວິທີບັນທຶກຂໍ້ມູນ, ການນຳໃຊ້ອຸປະກອນວັດແທກລະດັບເຂົ້າໃນວຽກງານບູຮານວິທະຍາ, ການສະເໜີສ້າງຮູບຈຳລອງໂຄງສ້າງຫຼັງການຂຸດຄົ້ນ, ຮຽນຮູ້ພາກທິດສະດີແລະ ພາກປະຕິບັດຕົວຈິງໄປພ້ອມ,

ການຝຶກອົບຮົມຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 5 ( ນັບແຕ່ວັນທີ 19-23 ທັນວາ )ຈິ່ງສຳເລັດ.

——————–

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

#salavan#medialaos

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ເມືອງຍອດອູ ແຂວງຜົ້ງສາລີ

0

ໃນວັນທີ 15 ທັນວາ 2022 ນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ຊີ້ນຳວຽກງານແນວລາວສ້າງຊາດຢູ່ ເມືອງ ຍອດອູ ແຂວງຜົ້ງສາລີ. ມີບັນດາທ່ານຄະນະກຳມະການແນວລາວສ້າງຊາດເມືອງພ້ອມດ້ວຍຄະນະຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ ຊຶ່ງການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານໃນຄັ້ງນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານ ນາງ ແສງລອດ ຈັນດາ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ເຊິ່ງທ່ານໄດ້ລາຍງານບາງຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດເມືອງ ໃນ 1 ປີ 2022 ຜ່ານມາກໍ່ຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງແນວລາວສ້າງຊາດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດແຂວງຜົ້ງສາລີ ແລະ ມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແນວລາວສ້າງຊາດເມືອງ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂົງເຂດຄວາມຮັບຜິດຊອບຂອງແນວລາວສ້າງຊາດເມືອງເປັນໄດ້ຢ່າງດີ ແລະ ມີຫຼາຍຜົນງານພົ້ນເດັ່ນປະກອບສ່ວນເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ, ຫຼຸດຜ່ອນຫາງສຽງຂອງສັງຄົມທີ່ມີຕໍ່ການນຳພາຂອງພັກ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການປະຕິບັດ 2 ວາລະແຫ່ງຊາດ, ປະຕິບັດແນວທາງຂອງພັກ,ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນເລື້ອຍໆ.

ໃນໂອກາດນີ້ ທ່ານ ນາງ ແສງລອດ ຈັນດາ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຍັງໄດ້ຍົກໃຫ້ເຫັນດ້ານຄົງຄ້າງ, ວິທີການແກ້ໄຂໃນຕໍ່ໜ້າ ແລະ ຂໍ້ສະເໜີຈຳນວນໜຶ່ງແລະປ່ຽນກັບຄະນະທີ່ມາຈາກສູນກາງ. ມາໃນຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຂອງແນວລາວສ້າງຊາດໃນຕໍ່ໜ້າໃຫ້ມີຜົນສຳເລັດ.

#ພາບ-ຂ່າວ ນາງໄລພອນ ສີສົມພອນ ຖວທ ເມືອງຍອດອູ

ປູກພືດຜັກຂາຍສ້າງລາຍໄດ້ 30 ລ້ານກີບຕໍ່ປີ

0

ຄອບຄົວ ທ່ານ ບົວບານ ມາລີ ອາຍຸ 43 ປິ ປະຊາຊົນບ້ານທາດຫ້ວຍ ເມືອງສາລະວັນ ແຂວງສາລະວັນ ແມ່ນຄອບຄົວໜຶ່ງທີ່ຢຶດຖືອາຊີບປູກຝັງ ແລະ ກໍເປັນອີກຄອບຄົວນໜຶ່ງທີ່ເປັນຄອບຄົວແບບປູກພຶືດ, ຜັກຂາຍໃນແຕ່ລະປີ ຊຶ່ງທ່ານໄດ້ໃຫ້ສຳພາດວ່າ: ຕົນເອງແຕ່ກ່ອນແມ່ນເຮັດນາປູກເຂົ້າ ແລະເປັນກໍາມະກອນຮັບຈ້າງທົ່ວໄປ ແຕ່ລາຍໄດ້ກໍຍັງບໍ່ພໍກັບການໃຊ້ຈ່າຍໃນຊີວິດປະຈຳວັນ, ພາຍໃນຄອບ ຄົວມີຈຳນວນຄົນທັງໝົດ 8 ຄົນ ຍິງ 4 ຄົນ, ມີແຮງງານຫຼັກໃນຄອບຄົວ 4 ຄົນ ຍິງ 2 ຄົນ

ຕໍ່ມາກໍໄດ້ມີການປຶກສາກັນກັບຄອບຄົວລອງຫັນມາປູກພືດ, ຜັກຕ່າງໆໄວ້ກິນໃນຄອບຄົວເຫຼືອກິນກໍເອົາໄປຂາຍເພື່ອແກ້ໄຂຊີວິດຄອບຄົວໃນໄລຍະທຳອິດກໍປູກແນວລະເລັກລະນ້ອຍ ເປັນຕົ້ນແມ່ນຜັກບົ່ວ, ຜັກນາງຕູ່, ຜັກຫອມປົນ ແລະ ຜັກອື່ນໆ ແລະ ກໍເຫັນໄດ້ວ່າຄວາມຕ້ອງການຂອງຄົນແມ່ນມີຫຼາຍ ດັ່ງນັ້ນຕົກມາຮອດປີ 2014 ໄດ້ເລີ່ມມີການຂະຫຍາຍປູກເພີ່ມຂຶ້ນເລື້ອຍໆແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ, ພືດຜັກທີ່ປູກມີ ຄື: ສາລີ, ໝາກແຕງ, ໝາກຖົ່ວ, ໝາກເຂືອ, ໝາກເຜັດ, ຜັກກາດ, ຜັກສະຫຼັດ, ຜັກບົ່ວ, ຜັກຫອມປົນ, ຜັກຄາວທອງ, ຜັກນາງຕູ່ ແລະ ຜັກອື່ນໆ ໂດຍໃຊ້ຝຸ່ນຄອກ ແລະ ພືດທຳມະຊາດເປັນຫຼັກ ແລະ ເມື່ອມາຮອດປິ 2021 ທາງພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງສາລະວັນ ກໍໄດ້ລົງມາຊຸກຍູ້ແນະນຳ ວິທີເຮັດຝຸ່ນບົ່ມ, ຂັ້ນຕອນ ແລະ ວິທີໃສ່ຝຸ່ນຕ່າງໆ; ການຂາຍແມ່ນຂາຍຕາມລາຄາໃນທ້ອງຕະຫຼາດສຳລັບຜັກຫອມປົນຂາຍໃນຄາ 15-20 ພັນກີບຕໍ່ກິໂລ, ຜັກບົ່ວ 40-50 ພັນກີບຕໍ່ກິໂລ, ໝາກແຕງ 8 ພັນກີບຕໍ່ກິໂລ ແລະ ບາງເທື່ອກໍມີແມ່ຄ້າມາຊື້ກັບສວນເລີຍ, ໂດຍສະເລ່ຍແລ້ວຄອບຄົວທ່ານ ບົວບານ ມາລີ ມີລາຍຮັບເລີ່ມແຕ່ປີ 2021-2022 ສາມາດເກັບລາຍຮັບເຂົ້າຄອບຄົວໄດ້ຕົວຈິງ 30 ລ້ານກິບຕໍ່ປີ

ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃນປີຕໍ່ໄປຈະຂະຫຍາຍເນື້ອທີ່ປູກເພີ່ມຈາກ 3 ເຮັກຕາ ໃຫ້ໄດ້ອີກເຄິ່ງເຮັກຕາ ແລະ ຈະເນັ້ນການປູກສາລີເຂົ້າໜຽວ ເພາະວ່າໃນປີຜ່ານມາເຫັນວ່າຕະຫຼາດມີຄວາມຕ້ອງການຫຼາຍ.

(ຂ່າວ-ພາບ: ສິດຕາ ເພັດວົງສາ)

ເສດຖະກິດອາເມຣິກາໃນປີ 2023 ມີທ່າອ່ຽງຫຼຸດລົງ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ໂດຍອີງຕາມຜົນການສໍາຫຼວດຄວາມເຫັນຂອງປະຊາຊົນຄັ້ງຫຼ້າສຸດ ຂອງໜັງສືພິມ “ເດີວອນສະຕຣິດລາຍວັນ” ຂອງອາເມຣິກາໄດ້ສະແດງໃຫ້ເຫັນວ່າ ຊາວອາເມຣິກາສ່ວນຫຼາຍເຫັນວ່າ: ໃນປີ 2023, ເສດຖະກິດອາເມຣິກາມີທ່າອ່ຽງຈະຫຼຸດລົງຕ່ຳກວ່າປີນີ້ອີກ.

ໜັງສືພິມ “ເດີວອນສະຕຣິດລາຍວັນ” ລາຍງານວ່າ ເຖິງແມ່ນວ່າໃນໄລຍະທີ່ຜ່ານມາ, ລາຄານ້ຳມັນອາເມຣິກາໄດ້ຫຼຸດລົງ ແລະ ເຮັດໃຫ້ສະພາບເງິນເຟີ້ຜ່ອນຄາຍລົງກໍຕາມ ແຕ່ກໍບໍ່ໄດ້ປ່ຽນແປງທ່າທີຂອງຊາວອາເມຣິກາທີ່ມີຕໍ່ຄວາມສ່ຽງການຖົດຖອຍຂອງເສດຖະກິດ ໂດຍອີງຕາມຜົນການສຳຫຼວດໃນຄັ້ງນີ້ສະແດງໃຫ້ເຫັນວ່າ: ຊາວອາເມຣິກາ 52% ເຫັນວ່າ ເສດຖະກິດອາເມຣິກາຈະຊຸດໂຊມລົງຕື່ມອີກໃນປີ 2023 ແລະ ມີພຽງ 25% ເຫັນວ່າ ເສດຖະກິດອາເມຣິກາຈະດີຂຶ້ນໃນປີໜ້າ. ຜົນການສຳຫຼວດຄັ້ງນີ້ຍັງສະແດງໃຫ້ເຫັນວ່າ: ຊາວອາເມຣິກາສ່ວນຫຼາຍບໍ່ພໍໃຈຕໍ່ເສັ້ນທາງການເຄື່ອນໄຫວຂອງເສດຖະກິດປະເທດຕົນ ໂດຍມີ 66% ເຫັນວ່າອາເມຣິກາໄດ້ເລືອກເສັ້ນທາງທີ່ຜິດພາດ.

ກອງປະຊຸມສຳມະນາວັດທະນະທຳຫວຽດນາມ 2022

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ ຢູ່ ແຂວງບັກນິງ ໄດ້ຈັດຕັ້ງກອງປະຊຸມສຳມະນາ ວັດທະນະທຳ ຫວຽດນາມ 2022, ດ້ວຍຫົວຂໍ້: “ລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ.

ຂ່າວລະບຸວ່າ: ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີບົດປະກອບຄຳເຫັນກ່ຽວກັບແຜນນະໂຍບາຍ, ທິດທາງຂອງພັກ ແລະ ບາງການກຳນົດສ້າງລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ເສີມຂະຫຍາຍແຫຼ່ງກຳລັງສ້າງພື້ນຖານວັດທະນະທຳ ຫວຽດນາມ ຊົນຊາດ, ປະຊາທິປະໄຕ, ມະນຸດສະທຳ ແລະ ວິທະຍາສາດ”; ສະພາບການ, ມາດຕະການແກ້ໄຂກ່ຽວກັບນະໂຍບາຍອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງປະຊາຊົນ ຊົນເຜົ່າສ່ວນໜ້ອຍ; ຕີລາຄາສະພາບການຜັນຂະຫຍາຍຍຸດທະສາດການທູດວັດທະນະທຳ ນັບແຕ່ປີ 2016 ມາຮອດປັດຈຸບັນ.

ທ່ານ ຫງວຽນຊວັນທັງ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ປະທານສະພາສິດສະດີສູນກາງ ຖືວ່າ: ໃນການສ້າງລະບົບລະບຽບການໃຫ້ສົມບູນແບບ, ພິເສດເອົາໃຈໃສ່ເຖິງບົດບາດໃນການຊີ້ນຳ, ຄຸ້ມຄອງ, ພັດທະນາວັດທະນະທຳ. ສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການພັດທະນາ, ນຳໃຊ້ບັນດາເຄື່ອງມື, ນະໂຍບາຍເພື່ອດັດປັບໃຫ້ເໝາະສົມກັບການພັດທະນາຂອງບັນດາຂົງເຂດວັດທະນະທຳ, ຮັບປະກັນສິດປະດິດຄິດສ້າງ ແລະ ຊົມໃຊ້ວັດທະນະທຳໃນປະຊາຊົນທຸກຊັ້ນວັນນະ.