Thursday, October 9, 2025
Home Blog Page 842

ແຂ່ງຂັນ​ລົດຖີບ ​ລົດກວັກ ​ຊາຍ 100 ກມ ແບບ​ທິມ ແລະ ແບບບຸກ​ຄົນ​ຊຽງ​ຂວາງ​ເກ​ມ

0

ການ​ແຂ່ງຂັນ​ກິລາ​ລົດຖີບ​ລົດກວັກ ​ຊາຍ ປະ​ຈໍາ​ວັນ​ທີ 20 ທັນວາ 2022 ​ໃນ​ງານ​ມະຫະກໍາ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI  ຫລື ຊຽງ​ຂວາງ​ເກ​ມ, ມີ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ ທີ່ບ້ານ​ລາດ​ງ່ອນ ​ເມືອງ​ແປກ, ​ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອິນຕອງ ເລີດສິນໄຊ ຮອງປະທານສະຫະພັນລົດຖີບແຫ່ງຊາດລາວ, ​ມີ​ຄະນະ​ຮັບຜິດຊອບການ​ແຂ່ງຂັນ​ ທີ່​ມາ​ຈາກ​ຂັ້ນ​ສູນ​ກາງ, ​ແຂວງ ​ແລະ ນັກ​ກິລາ​ແຕ່​ລະ​ພາກສ່ວນ ​ເຂົ້າ​ຮ່ວມ.

ການ​ແຂ່ງຂັນປະ​ເພດ ​ທີມ ແລະ ບຸກຄົນ ລົດ​ກວັກຊາຍ ​ໄລຍະ​ທາງ 100 ກມ, ​ເລີ່​ມປ່ອຍຕົວ ​ເວລາ 9:00​ໂມງ, ຈຸດ​ເລີ່​ມຕົ້ນ ຖະໜົນ​ເລກ 7 ບ້ານ​ລາດ​ງ່ອນ,  ມີ​ນັກ​ກິລາ​ທັງ​ໝົດ 20 ຄົນ ຈາກ 5 ພາກສ່ວນ​ເຂົ້າ​ຮ່ວມ​ ຄື: ນະຄອນຫລວງ​ວຽງ​ຈັນ ທ້າວ ສຸດ​ທິ​ສັກ ​ວັນ​ດີ​ລາ ເບີ 001, ທ້າວ ທອງ​ມະ​ນີ​ ໄຊ​ຍາ​ລາດ ເບີ 002, ທ້າວ ຖາ​ວອນ ​ພົນອາ​ສາ ເບີ 003, ທ້າວ ​ທະ​ນາ​ກອນ​ ວົງ​ເດືອນ ເບີ 004, ແຂວງຊຽງ​ຂວາງ ທ້າວ ສຸກ​ສະ​ຫວັນ ອິນ​ສີ​ຊຽງ​ໃໝ່ ເບີ 020, ທ້າວ ພຸດ​ສະ​ສອນ ​ອິນ​ທະ​ມິດ ເບີ 021, ທ້າວ ອາ​ລິ​ຍາ ພູ​ສະ​ຫວັດ ເບີ 023, ທ້າວ​ສິງ​ກາ ນັນ​ທະ​ວົງ​ສາ ເບີ 024, ແຂວງບໍ່​ແກ້ວ ທ້າວ​ ທະ​ນະ​ບູນ ວົງ​ເດືອນ​ ເບີ012, ທ້າວ ສາຍ​ລົມ​ເຢັນ ພົມ​ມະ​ຈັນ ​ເບີ 013, ທ້າວ ສົມ​ສັກ​ ຈິດ​ຕະ​ວົງ​ ເບີ 014, ທ້າວ ອະ​ພິ​ຊາດ ສຸດ​ທະ​ວິ​ໄລ ເບີ 015, ແຂວງຄໍາ​ມ່ວນ ທ້າວ ວິ​ໄລ​ສັກ ອິນ​ທະ​ວົງ ເບີ 033, ທ້າວ ກໍ​ລະ​ກັນ ໂງ່ນ​ເພັດ ເບີ 034 ແຂວງຄຳ​ມ່ວນ ທ້າວ ອາ​ນັນ​ ນັນ​ທະ​ລາດ ເບີ 035, ທ້າວ ເທບ​ພະ​ວົງ ເບີ 030, ແຂວງວຽງ​ຈັນ ທ້າວ ປາຍ​ຫວ້ານ ສຸ​ລິ​ຍາ​ແສງ ເບີ 081, ທ້າວ​ ຕຸ່ນ​ຄຳ ເບີ 083, ທ້າວ​ ຟອງ​ສະ​ມຸດ ສຸ​ທຳ​ມະ​ວົງເບີ 084, ທ້າວ ສອນ​ສຸ​ລິ​ສັກ ​ແມ່ນ​ວິ​ໄລ ເບີ 085. ຜົນ​ການ​ແຂ່ງຂັນ​ປາກົດ​ວ່າ ນະຄອນຫລວງວຽງ​ຈັນ ຊະນະເລີດ ສາມາດຄວ້າຫລຽນຄໍາໄປຄອງ, ອັນດັບທີ 2 ແຂວງບໍ່ແກ້ວ ຄອງຫລຽນເງິນ ແລະ ອັນດັບທີ 3 ແຂວງຊຽງຂວາງ ຄອງ​ຫລຽນ​ທອງ.

ສ່ວນການ​ແຂ່ງ​​ຂັນ​ລົດ​ຖີບແບບ​ບຸກ​ຄົນ ​​ແຂວງ​ຊຽງ​ຂວາງ ​ເຈົ້າ​ພາບ​ເປັນ​ຜູ້​ຊະ​ນະ​ເລີດ​ ຄວ້າຫລຽນ​ຄໍ​າໄປ​ຄອງ, ​ອັນ​ດັບ​ 2 ແລະ 3 ເປັນຂອງນະຄອນຫລວງ​ວຽງ​ຈັນ ໄດ້ຫລຽນເງິນ ແລະ ຫລຽນ​ທອງຕາມລຳດັບ.

ຂ່າວ: ທີ​ມສູນ​ຂ່າວ

4 ນັກກິລານະຄອນຫຼວງ ຊ່ວຍກັນປັ່ນລົດຄູ່ໃຈເຂົ້າເສັ້ນໄຊ ຄວ້າຫຼຽນຄຳ ທີ 3 ໃນຊຽງຂວາງເກມ

0

4 ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ ທ້າວ ທອງມະນີ ໄຊຍະລາດ, ທ້າວ ສຸດທິສັກ ວັນດີລາ, ທ້າວ ຖາວອນ ພົນອາສາ ແລະ ທ້າວ ທະນະກອນ ວົງເດືອນ ຊ່ວຍກັນປັ່ນລົດຄູ່ໃຈເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າຫຼຽນຄຳ ທີ 3 ໃນລາຍການ ລົດຖີບຈັບເວລາໄລຍະທາງໄກ 100 ກິໂລແມັດທີມຊາຍ ພາທັບນັກກິລາລົດຖີບນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ການແຂ່ງຂັນກິລາລົດຖີບ ຊຽງຂວາງ ເກມ ຈັດຂຶ້ນ ລະຫວ່າງວັນທີ 15-20 ທັນວາ 2022 ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາຄະນະນຳແຕ່ລະແຂວງ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍຢ່າງຫຼວງຫຼາຍ.

ການແຂ່ງຂັນກິລາດັ່ງກ່າວ ມີການຊີງໄຊທັງໝົດ 12 ຫຼຽນຄຳ, 12 ຫຼຽນເງິນ ແລະ 12 ຫຼຽນທອງ, ໃນນັ້ນ ປະເພດທີມມີຊີງໄຊ 2 ຫຼຽນຄຳ ແຂ່ງຂັນທີ່ສອງສະໜາມ ກໍຄື ສະໜາມທີ່ອ່າງນໍ້າຫງຳ ແລະ ສະໜາມບ້ານລາດງ່ອນ (ເສັ້ນທາງເລກ 7) ເມືອງແປກຫາເມືອງພູກູດ ແຂວງຊຽງຂວາງ ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 48 ຄົນ, ຍິງ 9 ຄົນ ມາຈາກ 1 ກະຊວງ, ນະຄອນຫຼວງວຽງຈັນ ແລະ 7 ແຂວງ ປະກອບມີ ກະຊວງປ້ອງກັນປະເທດ ຫຼື ປກຊ, ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງຊຽງຂວາງ, ແຂວງບໍໍ່ແກ້ວ, ແຂວງຫົວພັນ ແລະ ແຂວງຫຼວງພະບາງ.

ໃນມື້ສຸດທ້າຍ ກໍໄດ້ມີການຊີງຫຼຽນຄຳ ຈາກປະເພດລົດກວັກຈັບເວລາທາງໄກ ໄລຍະທາງ 100 ແມັດຊາຍທັງດ່ຽວຊາຍ ແລະ ທີມຊາຍ ຊຶ່ງລາຍການນີ້ ດັ່ງເດີມແມ່ນຈະແຂ່ງຂັນໄລຍະທາງ 120 ກິໂລແມັດ ແຕ່ຕົວຈິງກຳມະການຈັດແຂ່ງຂັນຕັດອອກ 20 ກິໂລແມັດ ຜ່ານການແຂ່ງຂັນຜົນປະກົດວ່າ: 4 ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ ທ້າວ ທອງມະນີ ໄຊຍະລາດ, ທ້າວ ສຸດທິສັກ ວັນດີລາ, ທ້າວ ຖາວອນ ພົນອາສາ ແລະ ທ້າວ ທະນະກອນ ວົງເດືອນ ຊ່ວຍກັນປັ່ນລົດຄູ່ໃຈເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າຫຼຽນຄຳ ທີ 3 ຊ່ວຍທັບນັກກິລາລົດຖີບນະຄອນຫຼວງ ຄອງເຈົ້າຫຼຽນຄຳ ໃນງານດັ່ງກ່າວ ສ່ວນປະເພດບຸກຄົນ ຫຼຽນຄຳ ເປັນຂອງ ອະລິຍາ ພູນສະຫວັດ ຈາກແຂວງຊຽງຂວາງ.

ສະຫຼຸບຫຼຽນລາງວັນ ອັນດັບທີ 1 ນະຄອນຫຼວງ ຍາດໄດ້ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 3 ຫຼຽນທອງ, ອັນດັບທີ 2 ແຂວງຊຽງຂວາງ ຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ; ອັນດັບທີ 3 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນຄຳ; ອັນດັບທີ 4 ແຂວງສະຫວັນນະເຂດ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນທອງ; ອັນດັບທີ 5 ແຂວງບໍ່ແກ້ວ ຍາດໄດ້ 1 ຫຼຽນຄຳ, 4 ຫຼຽນເງິນ ແລະ 2 ຫຼຽນທອງ; ອັນດັບທີ 6 ແຂວງວຽງຈັນ ຍາດໄດ້ 2 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບທີ 7 ແຂວງຫຼວງພະບາງ ຍາດໄດ້ 1 ຫຼຽນທອງ.

ຂ່າວໂດຍ: ສົງການ ພັນແພງດີ

ຕ້ອນຮັບຄະນະນັກຮຽນເກັ່ງທີ່ເດີນທາງໄປເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ທີ່ປະເທດມຽນມາ

0

ການຕ້ອນຮັບຄະນະນັກຮຽນເກັ່ງທີ່ເດີນທາງໄປເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ທີ່ປະເທດມຽນມາ ຈັດຂື້ນໃນຕອນບ່າຍ ວັນທີ 20 ທັນວາ 2022, ທີ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນໍາພາໂດຍທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງອໍານວຍການວິທະຍຸກະຈາຍສຽງແຫ່ງ ຊາດລາວທັງເປັນຄະນະນໍາພານັກຮຽນເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ອາຊຽນ ໃຫ້ກຽດພົບປະໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນປາດຖະໜາ, ໂຮງຮຽນນານາຊາດ ແສງດາລາ ແລະ ໂຮງຮຽນ ໂພນໄຊ ແຂວງຈຳປາສັກ ເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນແມ່ນເປັນກິດຈະກໍາໜື່ງທີ່ເປັນບຸລິມະສິດທີ່ນອນຢູ່ໃນແຜນງານຍຸດທະສາດການຮ່ວມມືໃນຂົງເຂດວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນອາຊຽນ ແຕ່ປີ 2016 ຫາ 2025 ເພື່ອເປັນການສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ໂດຍສະເພາະທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມໃຫ້ນັກຮຽນໃນພາກພື້ນອາຊຽນກໍຄືນັກຮຽນໃນ ສປປ ລາວ ນັບມື້ນັບກວ້າງຂວາງຂື້ນກວ່າເກົ່າ ທັງເປັນການເສີມສ້າງຄວາມຮູ້ຄວາມສາມາດ ແລະ ພັດທະນາຊັບພະຍາກອນຮຸ້ນໜຸ່ມໃນບັນດາປະເທດສະມາຊິກອາຊຽນໃຫ້ມີຄວາມເຂັ້ມແຂງຂື້ນໄປເລື້ອຍໆ.

ສໍາລັບຕົວແທນນັກຮຽນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ 10 ມີ ນາງ ອາລິເຊຍ ຊາພັກດີ ຈາກໂຮງຮຽນປາດຖະໜາ, ນາງ ສິຣິລັກ ແສງດາລາ ຈາກໂຮງຮຽນ ນານາຊາດ ແສງດາລາ ແລະ ທ້າວ ຄໍາສະຫວ່າງ ຈາກໂຮງຮຽນໂພນໄຊ ແຂວງຈໍາປາສັກ. ໂອກາດນີ້, ນາງ ອາລິເຊຍ ຊາພັກດີ ນັກຮຽນຊັ້ນມໍ 6 ຈາກໂຮງຮຽນປາດຖະໜາ ໄດ້ສະແດງຄວາມຮູ້ສຶກຂອງຕົນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ 10 ທີ່ປະເທດມຽນມາວ່າ: ມີຄວາມພາກ ພູມໃຈຫຼາຍທີ່ໄດ້ເປັນຕົວແທນນັກຮຽນຈາກປະເທດລາວເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ນອກຈາການແຂ່ງຂັນແລ້ວ ແມ່ນໄດ້ຮຽນຮູ້ວິຖີຊີວິດ, ວັດທະນະທໍາ ແລະ ປະສົບການຫຼາຍຢ່າງ ລວມທັງຍັງໄດ້ພົບປະກັບບັນດາໝູ່ເພື່ອນນັກຮຽນຈາກບັນດາປະເທດສະມາຊິກອາຊຽນອີກດ້ວຍ.

ໄລຍະຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 7 ໃນປີ 2016 ທີ່ນະຄອນຫຼວງວຽງຈັນ ໃນນັ້ນ ນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ, ປີ 2018 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8 ຈັດຂື້ນທີ່ ບາຫຼີ ປະເທດອີນໂດເນເຊຍ ນັກຮຽນ ສປປ ລາວເຮົາສາມາດຍາດໄດ້ອັນດັບທີ 2 ຂອງອາຊຽນ, ປີ 2020 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 9 ຈັດຂື້ນທີ່ປະເທດສິງກະໂປ ໃນຮູບແບບອອນລາຍ ນັກຮຽນ ສປປ ລາວ ສາມາດຍາດໄດ້ອັນດັບທີ 4 ຂອງອາຊຽນ ແລະ ປີ 2022 ນີ້ ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ເຊິ່ງຈັດຂື້ນທີ່ປະເທດມຽນມາ ນັກຮຽນ ສປປ ລາວເຮົາກໍ່ສາມາດຍາດໄດ້ອັນດັບທີ 3 ຂອງອາຊຽນ.

ຂ່າວ-ພາບ: ບັນລັງທອງ

+4

ນະຄອນຫຼວງວຽງຈັນ ໄດ້ພຽງຫຼຽນທອງ ກິລາບານສົ່ງຊາຍໃນຮົ່ມ ຊຽງຂວາງເກມ

0

ຫລັງຈາກຜິດຫວັງຍ້ອນເສຍໃຫ້ແຂວງ ຊຽງຂວາງ ເຈົ້າພາບ 2-3 ເຊັດໃນຮອບຮອງຊະນະເລີດ. ທີມບານສົ່ງໃນຮົ່ມຊາຍ ນະຄອນຫລວງວຽງຈັນ ໄດ້ຫລຽນທອງປອບໃຈ ຫລັງຈາກເອົາຊະນະແຂວງຫລວງພະບາງ 3-0 ເຊັດໃນການແຂ່ງຊັນຊີງຫລຽນທອງ.

ເຊີ່ງການແຂ່ງຂັນຈັດຂຶ້ນໃນຕອນບ່າຍວັນທີ 20 ທັນວານີ້ ທີ່ສະໜາມກິລາ ບານສົ່ງໃນຮົ່ມໄຊຊະນະ ດ້ວຍຄະແນນ 25-19; 25-21 ແລະ 25-20 ຄະແນນ ໄດ້ຫຼຽນທອງໄປຄອງ.

ສະມາຊິກສະພາແຫ່ງຊາດ ພິຈາລະນາປະກອບຄໍາເຫັນໃສ່ການປັບປຸງກົດໝາຍວ່າດ້ວຍວິສາຫະກິດ

0

ກົດໝາຍວ່າດ້ວຍວິສາຫະກິດ ໄດ້ຮັບຮອງສະບັບທຳອິດໃນປີ 1994 ເຊິ່ງໄດ້ປັບປຸງມາແລ້ວ 2 ຄັ້ງ, ໃນປີ 2005 ແລະ ປີ 2013. ໃນການປັບປຸງຄັ້ງນີ້ແມ່ນເປັນຄັ້ງທີ 3 ໂດຍໄດ້ປັບປຸງກົດໝາຍ ສະບັບປີ 2013 ໄດ້ນໍາໃຊ້ມາເປັນເວລາ 8 ປີກວ່າ. ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍວິສາຫະກິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 21 ທັນວາ 2022 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ດໍາເນີນພາຍໃຕ້ ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ການປັບປຸງແຕ່ລະຄັ້ງ ຂອງກົດໝາຍວ່າດ້ວຍວິສາຫະກິດ ແມ່ນເພື່ອອຳນວຍຄວາມສະດວກ ໃນການສ້າງຕັ້ງທຸລະກິດໃນແຕ່ລະໄລຍະ ເຮັດໃຫ້ມີຈໍານວນ ວິສາຫະກິດ ພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ໃນແຕ່ລະປີ, ຊຶ່ງປັດຈຸບັນມີ ວິສາຫະກິດ ທີ່ໄດ້ຂຶ້ນທະບຽນວິສາຫະກິດທັງໝົດ 186.846 ຫົວໜ່ວຍ ໃນຂອບເຂດທົ່ວປະເທດ (ບໍ່ໄດ້ລວມຫົວໜ່ວຍທີ່ຂຶ້ນທະບຽນວິສາຫະກິດໃນເຂດເສດຖະກິດພິເສດ). ໃນການຈັດຕັ້ງປະຕິບັດຕົວຈິງ ຍັງພົບກັບຄວາມຫຍຸ້ງຍາກຄື: ຄວາມຫຍຸ້ງຍາກໃນການຂຶ້ນທະບຽນວິສາຫະກິດ ໃນໄລຍະປີ 2013-2016 ການຂຶ້ນທະບຽນວິສາຫະກິດຢູ່ໃນບັນຊີຄວບຄຸມແມ່ນຕ້ອງຂໍຄຳເຫັນນຳຂະແໜງການກ່ຽວຂ້ອງກ່ອນ ຈຶ່ງສາມາດຂຶ້ນທະບຽນວິສາຫະກິດໄດ້ ເຮັດໃຫ້ການຂຶ້ນທະບຽນມີຄວາມຊັກຊ້າ ເຖິງແມ່ນວ່າຈະມີການ ກໍານົດໄລຍະເວລາໃນການພິຈາລະນາໄວ້ກົດໝາຍວ່າດ້ວຍວິສາຫະກິດແລ້ວກໍ່ຕາມ. ສໍາລັບກິດຈະການ ບໍ່ຢູ່ໃນບັນຊີຄວບຄຸມແມ່ນຂຶ້ນທະບຽນວິສາຫະກິດເລີຍ. ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ແມ່ນເຄື່ອນໄຫວທຸລະກິດໃນບັນດາຂະແໜງທຸລະກິດທີ່ໄດ້ກຳນົດໄວ້ໃນໃບທະບຽນວິສາຫະກິດ ເຮັດໃຫ້ເປັນການຂຶ້ນທະບຽນວິສາຫະກິດ ກວມເອົາການອະນຸຍາດດໍາເນີນທຸລະກິດຂອງຂະແໜງການກ່ຽວຂ້ອງ.

ໃນໄລຍະປີ 2016 ພາຍຫຼັງການຮັບຮອງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ເຖິງປັດຈຸບັນ, ການລົງທຶນໃນກິດຈະການຢູ່ໃນບັນຊີຄວບຄຸມ ຕ້ອງຍື່ນຂໍອະນຸຍາດລົງທຶນນໍາຫ້ອງການ ການບໍລິການ ລົງທຶນປະຕູດຽວ ກະຊວງແຜນການ ແລະ ການລົງທຶນ ແລ້ວຈະໄດ້ຮັບໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດ ເຮັດໃຫ້ການສ້າງຕັ້ງວິສາຫະກິດທີ່ເປັນວຽກດຽວ ແຕ່ການສະເໜີສ້າງຕັ້ງຕ້ອງຜ່ານ 2 ຂະແໜງການ ລວມທັງ ການຂຶ້ນທະບຽນວິສາຫະກິດຢູ່ເຂດເສດຖະກິດພິເສດ ກໍ່ບໍ່ໄດ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ ເຊິ່ງສ້າງຄວາມສັບສົນໃຫ້ວິສາຫະກິດ ເວລາເຄື່ອນໄຫວທຸລະກິດ. ເຖິງແມ່ນວ່າກົດໝາຍວິສາຫະກິດ ສະບັບປີ 2013 ກໍານົດວ່າ “ວິສາຫະກິດ ສາມາດເຄື່ອນໄຫວທຸລະກິດໄດ້ໃນບັນດາຂະແໜງ ການທຸລະກິດທີ່ໄດ້ກຳນົດໄວ້ໃນ ໃບທະບຽນ ວິສາຫະກິດ” (ຂໍ້ 2 ມາດຕາ 20) ແຕ່ໃນການດໍາເນີນທຸລະກິດຕົວຈິງ ໃນບາງກິດຈະການຍັງຕ້ອງມີ ໃບອະນຸຍາດດຳເນີນທຸລະກິດຕື່ມອີກ.

ເນື່ອງຈາກ ການຄຸ້ມຄອງການເຄື່ອນໄຫວທຸລະກິດຕົວຈິງຂອງວິສາຫະກິດ ມີການໂຍນຄວາມ ຮັບຜິດຊອບໃຫ້ກັນລະຫວ່າງຂະແໜງການຂຶ້ນທະບຽນວິສາຫະກິດ ກັບ ຂະແໜງການອອກອະນຸຍາດ ດຳເນີນທຸລະກິດ ໂດຍສະເພາະໃນກໍລະນີເວລາວິສາຫະກິດ ມີການລະເມີດກົດໝາຍ ແລະ ລະບຽບການຕ່າງໆ (ຕົວຢ່າງ: ກໍລະນີບໍລິສັດ ພີເອັສ) ລວມທັງການບໍ່ປະຕິບັດພັນທະອາກອນ ໂດຍສະເພາະຈໍານວນຕົວເລກວິສາຫະກິດ ທີ່ຂຶ້ນທະບຽນວິສາຫະກິດ ແລະ ຈຳນວນຕົວເລກວິສາຫະກິດ ທີ່ເສຍພັນທະອາກອນ ແມ່ນບໍ່ກົງກັນ).

ຈາກສະພາບຂ້າງເທິງ, ໃນເວລາ ທະນາຄານໂລກ ເຮັດການປະເມີນຄວາມສະດວກໃນການດຳເນີນທຸລະກິດ (Ease of Doing Business) ເຫັນວ່າ ສະພາບແວດລ້ອມໃນການດໍາເນີນທຸລະກິດຂອງ ສປປ ລາວ ຍັງມີຄວາມຫຍຸ້ງຍາກຫຼາຍສົມຄວນ ຊຶ່ງ ໃນປີ 2018 ລາວ ຖືກຈັດລໍາດັບ 141 ຈາກຈໍານວນ 190 ປະເທດ ແລະ ເຂດແຄວ້ນ (ບົດປະເມີນຂອງທະນາຄານໂລກມີທັງໝົດ 10 ຕົວຊີ້ວັດ). ສະນັ້ນ, ໃນປີ 2018 ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄໍາສັ່ງສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ເພື່ອປັບປຸງບັນດາກົນໄກລະບຽບການ ແລະ ກົນໄກປະສານງານການດໍາເນີນທຸລະກິດ ເຮັດໃຫ້ອັນດັບຕົວຊີ້ວັດ ຕາມການປະເມີນຂອງທະນາຄານໂລກໃຫ້ດີຂຶ້ນ. ໃນນັ້ນ, ມີຕົວຊີ້ວັດທີ 01 ການເລີ່ມຕົ້ນທຸລະກິດ ທີ່ຕ້ອງໄດ້ປັບປຸງໃນກົດໝາຍວ່າດ້ວຍວິສາຫະກິດ. ສະນັ້ນ, ຈຶ່ງເປັນເຫດຜົນ ແລະ ຄວາມຈໍາເປັນຕ້ອງປັບປຸງກົດໝາຍວ່າດ້ວຍວິສາຫະກິດ.

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ ຂະບວນການຄົ້ນຄວ້າ ແລະ ໂຄງປະກອບການປັບປຸງກົດໝາຍວ່າດ້ວຍວິສາຫະກິດວ່າ: ໂດຍປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ໂດຍມີຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າຄະນະຊີ້ນຳລວມ ແລະ ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມປະກອບເປັນຄະນະ. ພາຍຫຼັງມີຄະນະຮັບຜິດຊອບແລ້ວ ໄດ້ຈັດກອງປະຊຸມຄົ້ນຄວ້າປັບປຸງກົດ

ໝາຍຫຼາຍຄັ້ງ ລວມທັງການປຶກສາຫາລືຄຳເຫັນກັບຊ່ຽວຊານຈາກພາຍໃນ ແລະຕ່າງປະເທດ ໂດຍຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດກົດໝາຍໃນໄລຍະຜ່ານມາ ໄປຄຽງຄູ່ກັບການ ຄົ້ນຄວ້ານິຕິກໍາ ແລະ ບົດຮຽນຂອງຕ່າງປະເທດ ເຊັ່ນ: ຫວຽດນາມ, ຈີນ, ຍີ່ປຸ່ນ ແລະ ໄທ.

ໃນການຄົ້ນຄວ້າ, ຄະນະຮັບຜິດຊອບປັບປຸງກົດໝາຍ ໄດ້ຄົ້ນຄວ້າໃນ 2 ຈຸດຕົ້ນຕໍ ຄື: ອັນໜຶ່ງແມ່ນຕົວຊີ້ວັດການເລີ່ມຕົ້ນທຸລະກິດ: ໄດ້ປັບປຸງລະບຽບການ, ມາດຕະການ ໃນການບໍລິການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ວ່ອງໄວ. ພາຍຫຼັງຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ແລ້ວ, ກ່ອນຈະດໍາເນີນທຸລະກິດໃດໜຶ່ງນັ້ນ ຕ້ອງຂໍອະນຸຍາດດຳເນີນທຸລະກິດນຳຂະແໜງການທີ່ກ່ຽວຂ້ອງກ່ອນ.

ພ້ອມນັ້ນ ຍັງລະບຸບາງເນື້ອໃນເພື່ອກະກຽມການຂຶ້ນທະບຽນວິສາຫະກິດທາງເອເລັກໂຕຣນິກ; ອັນທີສອງແມ່ນຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍ: ໄດ້ປັບປຸງບັນດາຂໍ້ກຳນົດເນື້ອໃນທີ່ຕິດພັນ ກັບບໍລິສັດມະຫາຊົນ ແລະ ການປົກປ້ອງຜູ້ລົງທຶນລາຍຍ່ອຍ ຕາມຄຳເຫັນຂອງທະນາຄານໂລກ ໂດຍສົມທົບກັບຄະນະກຳມະການຄຸ້ມຄອງຫຼັກຊັບ, ທະນາຄານແຫ່ງ ສປປ ລາວ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນລາຍຍ່ອຍ.

ນອກຈາກ ສອງຈຸດຕົ້ນຕໍ ດັ່ງກ່າວແລ້ວ ຍັງໄດ້ປັບປຸງບາງປະເດັນທີ່ເຫັນວ່າມີຄວາມຫຍຸ້ງຍາກ ແລະ ບໍ່ທັນເປັນເອກະພາບ ກັບຂະແໜງການກ່ຽວຂ້ອງ ກໍ່ຄືການຈັດຕັ້ງປະຕິບັດວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃນໄລຍະຜ່ານມາ ເຊັ່ນ: ການປ່ຽນຮູບການວິສາຫະກິດ, ການຄວບ ແລະ ການແຍກວິສາຫະກິດ, ການຖອກຮຸ້ນ ແລະ ຜົນສະທ້ອນຂອງການບໍ່ຖອກຮຸ້ນ, ການຄຸ້ມຄອງພາຍຫຼັງການຂຶ້ນທະບຽນວິສາຫະກິດ, ພ້ອມນັ້ນ, ຍັງໄດ້ຄົ້ນຄວ້າປັບປຸງບັນດາຄຳສັບໃຫ້ເປັນເອກະພາບໃນການນໍາໃຊ້ ແລະ ໄປລວງດຽວກັນກັບກົດໝາຍສະບັບອື່ນ.

ພາຍຫຼັງສໍາເລັດການຄົ້ນຄວ້າເບື້ອງຕົ້ນແລ້ວ, ຄະນະຮັບຜິດຊອບ ໄດ້ນຳເອົາຮ່າງກົດໝາຍ ລົງຈົດໝາຍເຫດທາງລັດຖະການຂອງກະຊວງຍຸຕິທຳ ເພື່ອລະດົມຄຳເຫັນເປີດກວ້າງຈາກມວນຊົນ ແລະໄດ້ລົງທາບທາມຄຳເຫັນໃນຂອບເຂດທົ່ວປະເທດທັງພາກລັດ ແລະ ພາກທຸລະກິດ ຊຶ່ງໄດ້ດຳເນີນຢູ່ ພາກ: ພາກເໜືອ ຢູ່ແຂວງຫຼວງພະບາງ, ພາກກາງ ຢູ່ແຂວງ ຄໍາມ່ວນ ແລະ ພາກໃຕ້ ຢູ່ແຂວງ ຈຳປາສັກ. ນອກນັ້ນ, ໄດ້ຈັດທາບທາມກັບບັນດາຂະແໜງການລັດຂັ້ນສູນກາງ, ສະພາການຄ້າ ແລະ ອຸດ

ສາຫະກຳແຫ່ງຊາດລາວ ພ້ອມດ້ວຍສະມາຄົມ, ຜູ້ຕາງໜ້າຫົວໜ່ວຍທຸລະກິດ; ແລະ ຍັງໄດ້ຈັດທາບທາມສະເພາະຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກັບບັນດາເຈົ້າໜ້າທີ່ ທະບຽນໃນຂອບເຂດທົ່ວປະເທດ, ພ້ອມທັງໄດ້ຈັດປະຊຸມລະດົມຄວາມຄິດເຫັນຈາກຜູ້ຊົງຄຸນວຸດທິ . ພ້ອມນັ້ນ, ໄດ້ນຳສົ່ງໃຫ້ຂະແໜງການກ່ຽວຂ້ອງ ເພື່ອປະກອບຄໍາເຫັນເປັນລາຍລັກອັກສອນ ແລະ ໄດ້ທາບທາມຄໍາເຫັນອົງການຈັດຕັ້ງສາກົນ.

ຜ່ານການເຮັດວຽກກັບກໍາມາທິການກົດໝາຍ ສະພາແຫ່ງຊາດ ສາມາດປັບປຸງຮ່າງ ກົດໝາຍວ່າດ້ວຍວິສາຫະກິດ ຕາມຄຳເຫັນຂອງຜູ້ແທນຈຳນວນ 8 ມາດຕາ ແລະ ສະເໜີຮັກສາໄວ້ຄືເກົ່າຈຳນວນ 39ມາດຕາ ລວມທັງມາດຕາ 18 ທີ່ຜູ້ແທນສະເໜີປັບປຸງເນື້ອໃນວ່າ “ວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວ ກ່ອນຈະດຳເນີນທຸລະກິດ ຕ້ອງຂໍອະນຸຍາດ ດຳເນີນທຸລະກິດ ສະເພາະກິດຈະການໃນບັນຊີຄວບຄຸມເທົ່ານັ້ນ. ສໍາລັບ ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ ແມ່ນສາມາດດຳເນີນທຸລະກິດໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ” ແມ່ນສະເໜີ ຮັກສາໄວ້ຄືເກົ່າ ເນື່ອງຈາກ ການກຳນົດເນື້ອໃນຕາມຮ່າງກົດໝາຍ ແມ່ນສາມາດຈຳກັດຈຳນວນ ກິດຈະການໃນບັນຊີຄວບຄຸມ, ສາມາດອໍານວຍຄວາມສະດວກໃນການດຳເນີນທຸລະກິດຢູ່ລາວ.

ກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ປະກອບມີ XII ພາກ, 10 ໝວດ ແລະ 213 ມາດຕາ ໃນນີ້, ໄດ້ເພີ່ມ 2 ພາກ, 1 ໝວດ, ປັບປຸງ 104 ມາດຕາ, ເພີ່ມໃໝ່ 20ມາດຕາ ເເລະ ຕັດອອກ 28 ມາດຕາ. ໃນນັ້ນ ພາກວິສາຫະກິດສ່ວນບຸກຄົນ: ປະກອບມີ 6 ມາດຕາ (ປັບປຸງ 2 ມາດຕາ, ເພີ່ມໃໝ່ 1ມາດຕາ, ພາກວິສາຫະກິດຮຸ້ນສ່ວນ: ມີ46 ມາດຕາ, 3 ໝວດ, ປັບປຸງ 2 ມາດຕາ, ຕັດອອກ 1 ມາດຕາ; ພາກບໍລິສັດ: ມີ 106 ມາດຕາ, 4 ໝວດ, ປັບປຸງ 4 ມາດຕາ, ເພີ່ມໃໝ່ 2ມາດຕາ, ຕັດອອກ 6 ມາດຕາ, ພາກວິສາຫະກິດຂອງລັດ: ປະກອບມີ 6 ມາດຕາ, ປັບປຸງ 3 ມາດຕາ; ພາກວິສາຫະກິດ ປະສົມ: ປະກອບມີ 3 ມາດຕາ (ຮັກສາໄວ້ຄືເກົ່າ); ສໍາລັບພາກໃໝ່ວ່າດ້ວຍ ສະພາການຄ້າ ແລະ ອຸດສາຫະກໍ: ປະກອບມີ 2 ມາດຕາ ເພີ່ມໃໝ່ 2 ມາດຕາ; ພາກຂໍ້ຫ້າມ: ປະກອບມີ 3 ມາດຕາ ເພີ່ມໃໝ່ 3 ມາດຕາ;- ພາກການຄຸ້ມຄອງ ແລະ ການກວດກາວິສາຫະກິດ: ປະກອບມີ 8 ມາດຕາ ປັບປຸງ 2ມາດຕາ, ເພີ່ມໃໝ່ 6 ມາດຕາ, ຕັດອອກ 1 ມາດຕາ.

ທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າໃຫ້ຮູ້ວ່າ: ພາຍຫຼັງກົດໝາຍສະບັບປັບປຸງນີ້ ໄດ້ຮັບການປະກາດໃຊ້ ແລະ ມີຜົນສັກສິດແລ້ວ ຄາດຄະເນວ່າຈະສາມາດແຍກຂອດການສ້າງຕັ້ງວິສາຫະກິດ (ການຂຶ້ນທະບຽນວິສາຫະກິດ) ອອກຈາກຂອດອະນຸຍາດດຳເນີນທຸລະກິດ ເຮັດໃຫ້ມີຄວາມສະດວກ, ງ່າຍດາຍ, ວ່ອງໄວໃນການຂຶ້ນທະບຽນວິສາຫະກິດ ທັງເປັນການສ້າງພື້ນຖານໃຫ້ແກ່ການຂຶ້ນທະບຽນວິສາຫະກິດທາງອີເລັກໂຕຣນິກ (ໃນກໍລະນີ, ທະນາຄານໂລກມີການປະເມີນຄືນ ຕົວເລກຄວາມສະດວກໃນການດໍາເນີນທຸລະກິດຂອງສປປ ລາວ ຈະຖືກຈັດຢູ່ໃນລໍາດັບທີ່ດີຂຶ້ນ ທັງສາມາດປົກປ້ອງສິດ ແລະ ຜົນປະໂຫຍດຂອງ ຜູ້ລົງທຶນລາຍຍ່ອຍ ໃຫ້ດີຂຶ້ນກວ່າເກົ່າ; ສາມາດແກ້ໄຂການສະເໜີສ້າງຕັ້ງວິສາຫະກິດ ຢູ່ 2 ຂະແໜງການຮັບຜິດຊອບໃນເມື່ອກ່ອນມາຂຶ້ນທະບຽນວິສາຫະກິດຢູ່ຂະແໜງການດຽວ ຕາມກົດໝາຍວ່າດ້ວຍວິສາຫະກິດ (ການຂຶ້ນທະບຽນວິສາຫະກິດທົ່ວໄປ, ການຂຶ້ນທະບຽນ ວິສາຫະກິດໃນກິດຈະການບັນຊີຄວບຄຸມ ແລະ ການຂຶ້ນທະບຽນວິສາຫະກິດໃນເຂດເສດຖະກິດພິເສດ; ສາມາດຄຸ້ມຄອງ ແລະ ກວດກາວິສາຫະກິດ ດີຂຶ້ນກວ່າເກົ່າ ໂດຍຂະແໜງອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງການຈັດຕັ້ງທຸລະກິດຕາມໃບທະບຽນວິສາຫະກິດ. ສຳລັບ, ຂະແໜງການທີ່ອະນຸຍາດດຳເນີນທຸລະກິດ ແມ່ນຄຸ້ມຄອງ, ຕິດຕາມ, ກວດກາການດໍາເນີນທຸລະກິດ ຕາມໃບອະນຸຍາດດຳເນີນທຸລະກິດ ລວມທັງກິດຈະການດຳເນີນທຸລະກິດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.

ຄະນະວິທະຍາສາດສັງຄົມ ມຊ ປາຖະກະຖາ ວັນຊາດ ແລະ ວັນເກີດປະທານ ໄກສອນ ພົມວິຫານ

0

ຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ (ມຊ) ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920 -13 ທັນວາ 2022) ຂຶ້ນໃນວັນທີ 20 ທັນວາ ນີ້ ທີ່ສະໂມສອນ ມຊ (ຊັ້ນ 2) ໃຫ້ກຽດປາຖະກະຖາ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ເດຊານຸລາດ ແສນດວງເດດ ເລຂາພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ ເລຂາຄະນະພັກຮາກຖານ, ມີຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທົ່ວຄະນະວິທະຍາສາດສັງຄົມ ເຂົ້າຮ່ວມຮັບຟັງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າອົງອາດກ້າຫານ ໃນການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ໂດຍສືບທອດມູນເຊື້ອຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ໃນວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ; ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ, ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ຄູ-ອາຈານ ແລະ ນັກສຶກສາ ຈົ່ງພ້ອມກັນ ຄົ້ນຄວ້າຮໍ່າຮຽນເອົາແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືເປັນໄມ້ຫຼາວັດແທກດ້ານຄຸນສົມບັດ, ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

(ຂ່າວ-ພາບ: ຈິງອັ່ງ ຄໍາບານນ້ອຍ)

ນະຄອນຫຼວງຄອງແຊັມເຕະບານຍິງ ກິລາຊຽງຂວາງເກມ 2022

0

ການແຂ່ງຂັນ ກິລາເຕະບານຍິງ ໃນງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ 2022, ນັດຊີງຊະນະເລີດ ແຂ່ງຂັນໃນວັນທີ 20 ທັນວາ ຜ່ານມາ ຢູ່ສະໜາມກິລາໄຊຊະນະ ເປັນການພົບກັນລະຫວ່າງ ແຂວງຊຽງຂວາງ ເຈົ້າພາບ ກັບ ນະຄອນຫຼວງວຽງຈັນ, ຜົນການແຂ່ງຂັນ ປະກົດວ່າ ນະຄອນຫຼວງວຽງຈັນ ສາມາດເອົາຊະນະ ແຂວງຊຽງຂວາງ ດ້ວຍການຍິງຈຸດໂທດ 3-1 ປະຕູ, ເວລາປົກກະຕິ ສະເໝີກັນ 0-0 ປະຕູ, ເຮັດໃຫ້ນະຄອນຫຼວງວຽງຈັນ ຄອງແຊັມເຕະບານຍິງ, ໄດ້ຫຼຽນຄຳ, ເຈົ້າພາບ ຊຽງຂວາງ ຮອງແຊັມ ໄດ້ຫຼຽນເງິນ, ສ່ວນແຂວງຫຼວງພະບາງ ໄດ້ອັນດັບທີ 3 ຮັບຫຼຽນທອງ.

ຜ່ານການແຂ່ງຂັນ ໃນເຄິ່ງເວລາທຳອິດ ທັງສອງທີມ ຕ່າງຝ່າຍຕາງເປີດເກມບຸກໃສ່ກັນ ເຈົ້າພາບ ຊຽງຂວາງ ບຸກຈາກຂວາໄປຊ້າຍ, ນະຄອນຫຼວງວຽງຈັນ ບຸກຈາກຊ້າຍໄປຂວາ ແຂ່ງຂັນກັນຢ່າງດຸເດືອດແຕ່ກໍບໍ່ສາມາດຍິງປະຕູກັນໄດ້, ຜ່ານການແຂ່ງຂັນ ໃນເຄິ່ງເວລາທຳອິດ ສະເໝີກັນ 0-0, ສ່ວນເຄິ່ງເວລາທີສອງ ເລີ່ມຕົ້ນເກມ, ທັງສອງທີມ ໄດ້ຜັດປ່ຽນກັນຂຶ້ນບຸກ ຕາງຝ່າຍຕາງໄດ້ຍິງປະຕູ ຊຶ່ງກັນ ແລະ ກັນ ແຕ່່ກໍບໍ່ສາມາດຍິງປະຕູເຂົ້າໄດ້, ເກມການແຂ່ງຂັນຍັງສືບຕໍ່ດຸເດືອດ ຈົນຮອດ 90 ນາທີ ຈົບການແຂ່ງຂັນ, ທັງສອງທີມ ກໍບໍ່ສາມາດຍິງປະຕູກັນໄດ້ ສະເໝີກັນ 0-0, ໄດ້ຕໍ່ເວລາ ພິເສດ 30 ນາທີ, ເລີ່ມການແຂ່ງຂັນ ທັງສອງທີມສືບຕໍ່ ບຸກຂຶ້ນລົງ ຈົນຮອດ 120 ນາທີ ຈົບການແຂ່ງຂັນ ຍັງບໍ່ສາມາດຍິງປະຕູກັນໄດ້, ຕ້ອງຈົບດ້ວຍການຍິງຈຸດໂທດ ຊຶ່ງທີມຊຽງຂວາງ ຍິງບໍ່ຄົມພໍ, ຍິງບໍ່ເຂົ້າເຖິງ 3 ຄົນ, ເຮັດໃຫ້ນະຄອນຫຼວງເອົາຊະນະ ດ້ວຍຄະແນນ 3-1 ສົ່ງຜົນໃຫ້ນະຄອນ ຫຼງວຽງຈັນ ຄອງແຊັມເຕະບານຍິງ ໄດ້ຫຼຽນຄຳ.

ການແຂ່ງຂັນເຕະບານຍິງ ຊຽງຂວາງເກມ 2022 ມີພຽງ 4 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ, ເລີ່ມການແຂ່ງຂັນມາແຕ່ວັນທີ 14 ທັນວາ ແລະ ຈົບການແຂ່ງຂັນ ໃນວັນທີ 20 ທັນວາ 2022.

ຂ່າວ-ພາບ: ທີມຂ່າວໜັງສືພີມປະຊາຊົນ

ເທວບິສ ຊະນະເລີດໃນການແຂ່ງຂັນສະຕາດອັບ ເຟສຕິໂວລາວ 2022

0

ການແຂ່ງຂັນ ສະຕາດອັບ ເຟສຕິໂວລາວ 2022 (Lao Startup Festival 2022) ຈັດຂຶ້ນໃນວັນທີ 18 ທັນວາ ຜ່ານມາ, ເຊິ່ງລາງວັນຊະນະເລີດໄດ້ແກ່ ບໍລິສັດ ເທວບິສ ຈຳກັດ (Telbiz) ໄດ້ຮັບເງິນລາງວັນ 70 ລ້ານກີບ ພ້ອມດ້ວຍໂລ້ລາງວັນ, ເຊິ່ງເປັນ ແພລດຟອມດ້ານການສື່ສານສ່ວນບຸກຄົນ, ການສື່ສານພາຍໃນ ແລະ ພາຍນອກອົງກອນ ທີ່ເຊື່ອຖືໄດ້ ເພື່ອເຊື່ອມຕໍ່ກັບລູກຄ້າ.

ສຳລັບ 2 ລາງວັນພິເສດ ຄື ລາງວັນການສ້າງສັນ (the best creative) ແມ່ນບໍລິສັດ ກູບີ້ ຈຳກັດ(Gubi), ເຊິ່ງເປັນແພລດຟອມດ້ານອາຫານ ແລະ ໄລຟ໌ສະໄຕລ໌ ແລະ ລາງວັນ ນະວັດຕະກຳ (The best innovation) ແມ່ນບໍລິສັດ ເອອາຢູເຄຊັນ (ARucation) ເປັນແພລດຟອມເພື່ອການສຶກສາທີ່ຢູ່ເທິງ Lailaoverse ໂດຍໄດ້ຮັບລາງວັນລະ 15 ລ້ານກີບ ຕາງໜ້າມອບລາງວັນໂດຍ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ບຸນເພັງ ສີບຸນເຮືອງ ໄດ້ກ່າວວ່າ: ໃນເວທີການແຂ່ງຂັນສະຕາດອັບລາວ (Lao Startup Award) ເປັນສ່ວນໜຶ່ງໃນການສ້າງລະບົບນິເວດໃຫ້ແກ່ສະຕາດອັບລາວໃຫ້ດີຂຶ້ນໄດ້ ເນື່ອງຈາກເປັນການສ້າງກິດຈະກຳສົ່ງເສີມໃຫ້ຜູ້ທີ່ສົນໃຈໃນວຽກງານສະຕາດອັບ ໄດ້ນຳສະເໜີຜົນງານ ເພື່ອຫາເຄືອຂ່າຍທຸລະກິດ ແລະ ນັກລົງທຶນ. ສຳລັບການຈັດເທສະການສະຕາດອັບ 2020 ແລະ 2021 ທີ່ຜ່ານມາ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະມາຄົມທຸລະກິດ, ທະນາຄານທຸລະກິດ, ຜູ້ປະກອບກິດຈະການສະຕາດອັບ ແລະ ຜູ້ເຂົ້າຮ່ວມແຂ່ງຂັນ ສະຕາດອັບລາວ ຫລາຍກວ່າ 500 ທ່ານ. ສຳລັບການແຂ່ງຂັນສະຕາດອັບລາວ ມີຜູ້ສະໝັກເຂົ້າຮ່ວມການແຂ່ງຂັນຫລາຍກວ່າ 140 ທີມ, ໃນປີນີ້ໄດ້ມີຜູ້ເຂົ້າຮ່ວມສະໝັກ 70 ກວ່າຫົວໜ່ວຍ ທັງພາກທຸລະກິດ ແລະ ນັກສຶກສາ.

ໂອກາດດຽວກັນ, ທ່ານ ກົມມະລີ ສາຍຄໍາໃບ ອຳນວຍການບໍລິສັດ ເທວບິສ ຈຳກັດ ໄດ້ໃຫ້ສຳພາດວ່າ: ພວກເຮົາໄດ້ເຫັນຈຸດເດັ່ນ ໂດຍສະເພາະບັນດາສະຕາດອັບ ຫລື ທຸລະກິດ ທີ່ຕ້ອງໄດ້ໃຊ້ການບໍລິການທາງດ້ານໂທລະຄົມ ເຊິ່ງຈະມີຂໍ້ຈຳກັດຫລາຍຢ່າງ ເລີຍເອົາບັນຫານີ້ ມາເປັນແພລດຟອມເພື່ອຊ່ວຍໃຫ້ເຂົາເຈົ້າເຊື່ອມຕໍ່ບັນດາໂທລະຄົມໃນລາວໄດ້ດີ ແລະ ດວກຍິ່ງຂຶ້ນ ໂດຍບໍ່ຈຳເປັນຕ້ອງລົງ ທຶນຫລາຍ, ມີເງິນໜ້ອຍກໍສາມາດທົດລອງລະບົບໂທລະຄົມໄດ້. ບໍລິສັດ ເທວບິສ ຈຳກັດ ແມ່ນເປີດປະສົບການໃໝ່ກັບ Telbiz ໃນການລວມເອົາບໍລິການຂອງເຄືອຂ່າຍໂທລະຄົມມາຢູ່ເທິງ ແພລດຟອມ ແລະ ແອັບພລິເຄຊັນມືຖື ສາມາດລົງ ທະບຽນນຳໃຊ້ໄດ້ແລ້ວທີ່ www.telbiz.laDownload app, ເຊິ່ງໄດ້ເລີ່ມທົດລອງມາແຕ່ເດືອນມິຖຸນາຜ່ານມານີ້, ປັດຈຸບັນ ໄດ້ເປີດບໍລິການໃຫ້ລູກຄ້າເຂົ້າມາຊົມໃຊ້ຢ່າງເຕັມຮູບແບບແລ້ວ ເປັນຕົ້ນ ລູກຄ້າທີ່ຂາຍຫວຍ ແລະ ການຈັດງານມາລາທອນ ທີ່ໄດ້ໃຊ້ການສົ່ງຂໍ້ຄວາມ ແຈ້ງຫາຜູ້ຮ່ວມແຂ່ງຂັນ.

ສຶກສາທິການ ແລະ ກິລາ ເມືອງ ວິລະບູລີ ຈັດພິທີສອບເສັງຄັດເລືອກເອົານັກຮຽນເກັ່ງ ປະຈໍາ ສົກຮຽນ 2022 – 2023

0

ເພື່ອເປັນການຄັດເລືອກເອົານັກຮຽນເກັ່ງ ໃນແຕ່ລະວິຊາຂອງແຕ່ລະຊັ້ນຮຽນ ໃນທົ່ວເມືອງ ເພື່ອເປັນຕົວແທນຂັ້ນເມືອງ ໄປສອບເສັງນັກຮຽນເກັ່ງຢູ່ຂັ້ນແຂວງ ທີ່ຈະໄດ້ມີຂຶ້ນໃນຕໍ່ໜ້ານີ້. ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີວັນທີ 16 ທັນວາ 2022 ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ທາງຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດຈຶ່ງໄດ້ຈັດພິທີສອບເສັງຄັດເລືອກເອົານັກຮຽນເກັ່ງ ປະຈໍາສົກຮຽນ 2022-2023 ຂອງແຕ່ລະຊັ້ນຮຽນຄື : ຊັ້ນປະຖົມ ປໍ 5 , ຊັ້ນມັດທະຍົມຕົ້ນ ມໍ 4 ແລະ ຊັ້ນມັດທະຍົມຕອນປາຍ ມໍ 7 ໂດຍການເປັນປະທານ ແລະ ເປີດຫົວບົດການສອບເສັງ ຂອງທ່ານນາງ ທູນທະລາ ໄຊຍະສານ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ວິຣະພອນ ວິຣະຈິດ ຕາງໜ້າຈາກບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ, ມີຄະນະຫ້ອງການສຶກສາທິການ ແລະກິລາເມືອງ, ບັນດາທ່ານຄະນະກໍາມະການສອບເສັງນັກຮຽນເກັ່ງຂັ້ນເມືອງ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນທີ່ເຂົ້າຮ່ວມສອບເສັງ ເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບການສອບເສັງນັກຮຽນເກັ່ງທົ່ວເມືອງວິລະບູລີ ໃນປີນີ້ ແມ່ນມີຈໍານວນ 1 ສູນສອບເສັງ, ເຊິ່ງມີນ້ອງນັກຮຽນເຂົ້າສອບເສັງທັງໝົດ ຈໍານວນ 93 ນ້ອງ ຍິງ 59 ນ້ອງ, ໃນນັ້ນ ຊັ້ນປະຖົມ ປໍ 5 ມີ 35 ນ້ອງ ຍິງ 25 ນ້ອງ ທີ່ມາຈາກ 13 ກຸ່ມໂຮງຮຽນ ສອບເສັງໃນ 3 ວິຊາຫຼັກຄື : ວິຊາພາສາລາວ, ວິຊາຄະນິດສາດ ແລະວິຊາໂລກອ້ອມຕົວ, ສ່ວນຊັ້ນມັດທະຍົມຕອນຕົ້ນ ມໍ 4 ມີນ້ອງນັກຮຽນເຂົ້າສອບເສັງ 38 ນ້ອງ ຍິງ 24 ນ້ອງ ຈາກ 11 ໂຮງຮຽນ ແລະຊັ້ນມັດທະຍົມຕອນປາຍ ມໍ 7 ມີນ້ອງນັກຮຽນເຂົ້າຮ່ວມສອບເສັງ ທັງໝົດ 20 ນ້ອງ ຍິງ 10 ນ້ອງ ມາຈາກ 5 ໂຮງຮຽນ ສອບເສັງໃນ 4 ວິຊາຫຼັກ ຄື : ວິຊາ ພາສາລາວ-ວັນນະຄະດີ, ວິຊາ ຄະນິດສາດ, ວິຊາເຄມີສາດ ແລະວິຊາ ຟີສິກສາດ. ເຊິ່ງຜ່ານການສອບເສັງຕົວຈິງ ແມ່ນສາມາດສະຫຼຸບໄດ້ດັ່ງນີ້ : ສໍາລັບຊັ້ນປະຖົມ ປໍ 5 ຜູ້ທີ່ເສັງໄດ້ອັນດັບທີ 1 ວິຊາພາສາລາວ ແມ່ນນາງ ສຸວິນສາ ຈັນສະໝອນ ຈາກໂຮງຮຽນປະຖົມເມືອງຫຼວງ, ວິຊາ ຄະນິດສາດ ແມ່ນນາງ ຟ້າໃສ ເພັດສະຫຼາດ ຈາກໂຮງຮຽນປະຖົມເມືອງຫຼວງ ແລະ ວິຊາໂລກອ້ອມຕົວ ແມ່ນນາງ ບານໃຈ ແພງທະມີ ຈາກໂຮງຮຽນປະຖົມນາຊຽງແລ, ຊັ້ນມັດທະຍົມຕົ້ນ ມໍ 4 ຜູ້ທີ່ເສັງໄດ້ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ນາງ ສົງປະສັງ ທໍາມະລັງສີ ຈາກໂຮງຮຽນ ມສ ພູຄໍາ, ວິຊາຄະນິດສາດ ແມ່ນທ້າວ ພຸດວິໄລ ສາຍປະສານ ຈາກໂຮງຮຽນ ມສ ພູຄໍາ, ວິຊາເຄມີສາດ ທ້າວ ສາຍສະໝອນ ຈາກໂຮງຮຽນທາງແບ່ງແກ້ງຫຼວງ ແລະ ວິຊາ ຟີຊິກສາດ ແມ່ນນາງ ສັນທະນາ ພະໄຊສົມບັດ ຈາກໂຮງຮຽນ ມສ ພູຄໍາ ແລະ ສໍາລັບຊັ້ນ ມໍ 7 ຜູ້ທີ່ເສັງໄດ້ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ນາງ ລີຊາ ອິນທິລາດ ຈາກໂຮງຮຽນ ມສ ພູຄໍາ, ວິຊາ ຄະນິດສາດ ແມ່ນທ້າວ ຄໍາພອນ ມາຜາງວົງ ຈາກໂຮງຮຽນ ມສ ນໍ້າມະຮີ, ວິຊາເຄມີສາດ ທ້າວ ບຸນປະສົງ ຊ້ອນທິລາ ຈາກໂຮງຮຽນ ມສ ເມືອງວັງ ແລະ ວິຊາຟີຊິກສາດ ແມ່ນທ້າວ ກາແວງ ຈາກໂຮງຮຽນ ມສ ໂພນສະຫວາງ; ພ້ອມນັ້ນ ໃນພິທີໃນຄັ້ງນີ້ ກໍ່ຍັງໄດ້ມີການມອບທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ ທີ່ສອບເສັງໄດ້ຄະແນນດີອັນດັບທີ 1 ຫາ ທີ 3 ໃນແຕ່ລະວິຊາ ຂອງແຕ່ລະຊັ້ນຮຽນ ເຊິ່ງຜູ້ທີ່ໄດ້ອັນດັບທີ 1 ຈະໄດ້ຮັບເງິນສົດ 2 ລ້ານກີບ, ອັນດັບທີ 2 ໄດ້ຮັບເງິນສົດ 1 ລ້ານກີບ ແລະ ອັນດັບທີ 3 ໄດ້ຮັບເງິນສົດ 5 ແສນກີບ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ ເປັນຜູ້ສະໜອງໃຫ້ ໃນມູນຄ່າ 5 ພັນໂດລາສະຫະລັດ.

#savannakhet#Medialaos

ຄູຝຶກທີມບານເຕະຊາຍ ແຂວງວຽງຈັນ ຫວັງຫລຽນຄໍາ ຊຽງຂວາງເກມ 2022

0

ພາຍຫລັງທີ່ທີມ ບານເຕະ ແຂວງ ວຽງຈັນ ໄດ້ຜ່ານ ເຂົ້າຮອບຊີງຊະນະເລີດ ບານເຕະຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງເກມ 2022 ແລ້ວ, ໃນວັນທີ 20 ທັນວາ 2022 ທ່ານ ເວີນສະຫວັນ ສີວິໄຊ, ຫົວໜ້າຄູຝຶກທີມບານເຕະ ແຂວງວຽງຈັນ ໃຫ້ສໍາພາດວ່າ: ຖືວ່າເປັນຄັ້ງທຳອິດທີ່ຕົນໄດ້ເປັນຄູຝຶກ ແຂວງ ວຽງຈັນ ແລະ ສາມາດນຳພາທີມເຂົ້າຮອບຊີງຊະນະເລີດໃນມື້ອື່ນນີ້ ທີ່ຈະແຂ່ງ ກັບ ທີມ ນະຄອນຫລວງວຽງຈັນ, ສໍາລັບນັດທີ່ ເອົາຊະນະ ທີມ ແຂວງ ເຊກອງ ນັ້ນ ໂດຍພື້ນຖານແລ້ວເຫັນວ່າບັນດານັກກິລາ ຫລິ້ນໄດ້ດີຕາມເກມທີ່ວາງໄວ້ ເຊິ່ງໃນເຄິ່ງເວລາທີໜຶ່ງ ແມ່ນຫລິ້ນໄດ້ດີ ເພາະມີໂອກາດຍິງປະຕູຫລາຍຄັ້ງ ແຕ່ກໍບໍ່ສາມາດຈົບສະກໍໄດ້ຈຶ່ງສະເໝີກັນ 0-0, ຈາກນັ້ນໃນເຄິ່ງເວລາທີສອງ ເກມເລີ່ມເຂັ້ມຂຸ້ນຂຶ້ນ ຈົນເຮັດໃຫ້ນັກກິລາຂອງພວກເຮົາໄດ້ບັດແດງ ເຫລືອນັກເຕະ 10 ຄົນ, ແຕ່ຂ້າພະເຈົ້າກໍໄດ້ກະຕຸ້ນໃຫ້ນັກເຕະທຸກຄົນ ສູ້ສຸດຄວາມສາມາດເພື່ອເຮັດແນວໃດບໍ່ໃຫ້ເສຍປະຕູ ຈົນຮອດ 120 ນາທີ ເພື່ອໄດ້ເຕະຈຸດໂທດ ແລະ ສຸດທ້າຍທີມນັກເຕະກໍເຮັດໄດ້ສຳເລັດ ຈົນສາມາດມາຕັດສິນໃນການເຕະຈຸດໂທດ. ພິເສດ ທ. ແສງພະຈັນ ຜູ້ຮັກສາປະຕູຂອງເຮົາ ກາຍເປັນຜູ້ໂດດເດັ່ນຂອງທີມ ເພາະເຊັບຈຸດໂທດໄດ້ 3 ລູກ ເຮັດໃຫ້ທີມ ແຂວງ ວຽງຈັນ ເປັນຝ່າຍມີໄຊຢ່າງງົດງາມ ເໜືອ ແຂວງ ເຊກອງ 3-2 ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ນະຄອນຫລວງວຽງຈັນ.

ທ່ານ ເວີນສະຫວັນ ໃຫ້ຮູ້ຕື່ມອີກວ່າ: ຜົນງານຂອງທີມພວກເຮົາຫລິ້ນຜ່ານມາແຕ່ຮອບທໍາອິດ, ຮອບ 8 ທີມຈົນມາຮອດຮອບ 4 ທີມສຸດທ້າຍ ຖືວ່າປະທັບໃຈ ຍ້ອນນັກກິລາທຸກໄດ້ເອົາໃຈໃສ່ໃນການຝືກແອບຢ່າງໜັກ, ໝູນໃຊ້ຍຸດທະວິທີໃນການຝຶກເຂົ້າມານໍາໃຊ້ໃນການແຂ່ງຂັນສາມາດຍາດໄດ້ໄຊຊະນະ, ສໍາລັບຈຸດແຂງຂອງທີມເຮົາ ແມ່ນເນັ້ນການຫລິ້ນເປັນທີມ ພ້ອມນີ້ ເພື່ອເປັນການກະຕຸ້ນນັກກິລາ ຂ້າພະເຈົ້າໄດ້ຕັ້ງຄໍາຂວັນຂອງທີມວ່າ: “ວິໄນເປັນເລີດ, ເຊີດຊູຄວາມສາມັກຄີ, ປີຊາສາມາດ, ທີມ ແຂວງວຽງຈັນ ຍາດເອົາຫລຽນຄໍາ”. ສະນັ້ນນັກກິລາທຸກຄົນທີ່ມາຝືກນໍາຂ້າພະເຈົ້າຕ້ອງມີວິໄນເປັນກົກ ແລະ ເນັ້ນຄວາມສາມັກຄີເປັນພິເສດ ອັນນີ້ແມ່ນສໍາຄັນທີ່ສຸດ. ການແຂ່ງຂັນນັດຕໍ່ໄປ ເຖິງວ່າຜ່ານມາທີມນະຄອນຫລວງວຽງຈັນ ເຄີຍເສຍໃຫ້ທີມພວກເຮົາກໍຕາມ, ແຕ່ເຮົາກໍປະໝາດບໍ່ໄດ້ ເພາະແຕ່ລະທີມ ແມ່ນເກັ່ງຄືກັນ, ແຕ່ສິ່ງສໍາຄັນແມ່ນການໃຫ້ກຽດເຊິ່ງກັນ ແລະ ກັນ, ສຳລັບການລົງແຂ່ງມື້ອື່ນຕ້ອງໄດ້ວາງເກມຢ່າງຮັດກຸມກວ່າເກົ່າ. ຄຽງຄູ່ນັ້ນນີ້ ທີມເຮົາກໍມີບັນຫາທີ່ຕ້ອງໄດ້ແກ້ໄຂ ເປັນຕົ້ນ ລູກທີມແຂ່ງຂັນນັດຜ່ານມາຮອດ 120 ນາທີ ເຊິ່ງຕາມຫລັກຂອງວິທະຍາສາດກິລາແລ້ວ ອາດເຮັດໃຫ້ການຟື້ນຕົວຂອງເຕະບໍ່ໄດ້ດີເທົ່າທີ່ຄວນ, ສ່ວນທີມນະຄອນຫລວງວຽງຈັນ ແຂ່ງຂັນພຽງ 90 ນາທີ, ນອກຈາກນີ້ ທີມເຮົາ ຍັງຂາດນັກເຕະຕົວຫລັກ 2 ຄົນ ເຊິ່ງຜູ້ໜຶ່ງໄດ້ຮັບບັດແດງ ແລະ ອີກຜູ້ໜຶ່ງແມ່ນໄດ້ 3 ບັດເຫລືອງ ຈຶ່ງບໍ່ສາມາດລົງແຂ່ງໄດ້ ເຖິງແມ່ນວ່າເຮົາມີນັກເຕະສຳຮອງທີ່ສາມາດຫລິ້ນໄດ້ແທນກັນກໍຕາມ ແຕ່ເຮົາຕ້ອງໄດ້ວາງລະບົບການຫລິ້ນໃຫ້ຮັດກຸມທີ່ສຸດ ເພື່ອໃຫ້ລູກທີມມີໄຊໃນນັດຊີງຊະນະເລີດ.

ຂ່າວ:ຄັດທະນາມ