Friday, October 10, 2025
Home Blog Page 841

ລັດຖະບານລາວ ແລະ ບັນດາຄູ່ຮ່ວມມືທົບທວນຄວາມຄືບໜ້າ ແຜນຮ່ວມມື ຄັ້ງທີ 7

0

ໃນວັນທີ 21 ທັນວາ 2022 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງ ທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ(UNFPA) ໄດ້ຈັດກອງປະຊຸມ ປະຈຳປີ ເພື່ອທົບທວນຄວາມຄືບໜ້າຂອງ ແຜນຮ່ວມມືຄັ້ງທີ 7 ໂດຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມຈັດຕັ້ງປະຕິ ບັດ ແລະ ບັນດາຄູ່ຮ່ວມມືແຫ່ງຊາດ. ທ່ານ ນາງ ສີສົມບູນ ອູນາວົງ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໃນປີ 2023 ນີ້, ອົງການ UNFPA ແລະ ບັນດາກະຊວງຂະແໜງການ ທີ່ເປັນຄູ່ຮ່ວມງານ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງສະໜິດແໜ້ນ ໃນການຈັດຕັ້ງແຜນກິດຈະກຳ ປະຈຳປີ 2023 ໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະການສຸມງົບປະມານ ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ກໍຄື ບັນດາກະຊວງ/ຂະແໜງການ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກົດຜົນເປັນຈິງ. ສະນັ້ນ, ຈຶ່ງຮຽກ ຮ້ອງໃຫ້ທຸກໆພາກສ່ວນຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບກະຊວງຂະແໜງການຂອງຕົນ ເຊິ່ງແຜນງານການຮ່ວມມື ຮອບວຽນ 7 (2022-2026) ນີ້ປະກອບມີ 4 ຜົນໄດ້ຮັບຫລັກ ຄື: ສຸຂະພາບຈະເລີນພັນ, ໄວໜຸ່ມ ແລະ ເຍົາວະຊົນ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ, ການປ່ຽນແປງດ້ານປະຊາກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບໃນຂະແໜງການ ຜູ້ຈັດຕັ້ງປະຕິບັດຕົວຈິງ ທີ່ສາມາດສູ້ຊົນປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືການປະກອບ ສ່ວນເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ກ່າວວ່າ: ແຜນຮ່ວມມືຄັ້ງທີ 7 ໄດ້ຖອດຖອນບົດຮຽນຈາກຮອບວຽນທີ່ຜ່ານມາ ແລະ ນໍາໃຊ້ຂໍ້ມູນຈາກການສຶກສາ ດ້ານປະຊາກອນລາວ 2030 ຄຽງຄູ່ກັບການສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ XI ປີ 2021-2025, ຄໍາໝັ້ນສັນຍາແຫ່ງຊາດ ຕໍ່ກອງປະຊຸມສາກົນ ກ່ຽວກັບການພັດທະນາປະຊາກອນ ຄັ້ງທີ 25 ແລະ ຂອບການຮ່ວມມືການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ. ແຜນງານການຮ່ວມມືດັ່ງກ່າວມີເປົ້າໝາຍທີ່ຈະເລັ່ງຄວາມຄືບໜ້າຂອງການເຂົ້າເຖິງການບໍລິການ ແລະ ສິດທິທາງສຸຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນຢ່າງຄວບຄຸມ ຜ່ານການລົງທຶນໃນການພັດທະນາ ຊັບພະຍາກອນມະນຸດ ຄື: ຊ່ວຍໃຫ້ເດັກຍິງ ແລະ ເດັກຊາຍ, ການຖືພາ ແລະ ແຕ່ງງານໃນໄວອາຍຸທີ່ເໝາະສົມ, ຊ່ວຍໃຫ້ພວກເຂົາໄດ້ຮັບທັກສະ ແລະ ຄວາມສາມາດຕ່າງໆ, ໄດ້ຜ່ານການຮຽນຫລັກສູດເພດສຶກສາ, ຮັບປະກັນວ່າທຸກໆການຖືພາແມ່ນທາງເລືອກ ແລະ ບໍ່ໃຫ້ມີແມ່ຍິງ ຫລື ເດັກຍິງ ເສຍຊີວິດຍ້ອນການເກີດລູກ; ພ້ອມນັ້ນແມ່ຍິງ ແລະ ເດັກຍິງ ຈະຕ້ອງສາມາດດຳລົງຊີວິດໄດ້ໂດຍ ປາສະຈາກການລ່ວງລະເມີດ ແລະ ຄວາມຮຸນແຮງ. ສິ່ງເຫລົ່ານີ້ລ້ວນມີຄວາມຈຳເປັນ ຕໍ່ການເຮັດໃຫ້ໄວໜຸ່ມສາມາດເຕີບໂຕ ພັດທະນາໄດ້ຢ່າງເຕັມທີ່ ແລະ ເພື່ອໃຫ້ປະເທດລາວສາມາດໝູນໃຊ້ການປັນຜົນດ້ານປະຊາກອນຢ່າງເຕັມສ່ວນ. ທ່ານ ນາງ ມາຣຽມ ຄານ ໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບລັດຖະບານລາວ ເພື່ອບັນລຸຜົນການຫັນປ່ຽນ 3 ປະການຄື: ຫລຸດການຕາຍຂອງແມ່ທີ່ປ້ອງກັນໄດ້ໃຫ້ເປັນສູນ; ຫລຸດຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງໃຫ້ເຫລືອສູນ ແລະ ຫລຸດການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເຫລືອສູນ ເພື່ອບໍ່ປະຖິ້ມໃຜໄວ້ຢູ່ເບື້ອງຫລັງ.

ກວດເຫັນລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ

0

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2021 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 22 ທັນວານີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ຜ່ານການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ລາຍຮັບຕາມແຜນການ ຈຳນວນ 27.629,01 ຕື້ກີບ, ປະຕິບັດໄດ້ ຈຳນວນ 28.905,03 ຕື້ກີບ ເທົ່າກັບ 104,62% ຂອງແຜນການ, ລາຍຈ່າຍຕາມແຜນ ຈຳນວນ 31.583,63 ຕື້ກີບ, ປະຕິບັດໄດ້ຈຳນວນ 29.507,44 ຕື້ກີບ ເທົ່າກັບ 93,43% ຂອງແຜນການ, ການດຸ່ນດ່ຽງຊຳລະໜີ້ສິນສາທາລະນະຕາມແຜນການຈຳນວນ 16.395,13 ຕື້ກີບ, ປະຕິບັດໄດ້ຈຳນວນ 12.592,30 ຕື້ກີບ ເທົ່າກັບ 76,81% ຂອງແຜນການ, ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການຈຳນວນ 20.349,75ຕື້ກີບ ປະຕິບັດໄດ້ຈຳນວນ 14.492,93 ຕື້ກີບ ເທົ່າກັບ 71,22% ຂອງແຜນການ, ສາມາດສະຫຼຸບໄດ້ດັ່ງນີ້:

1. ກວດສອບເຫັນເພີ່ມລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 141,30 ຕື້ກີບ, ໃນນັ້ນໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 35,18 ຕື້ກີບ ແລະ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ,ຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີຝາກຄັງເງິນ ຈຳນວນ 106,12 ຕື້ກີບ.

2. ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງໃນລະບົບຄັງເງິນປະຈຳແຂວງທີ່ບໍ່ສາມາດສະສາງ ໄດ້ຍົກມາຈາກປີກ່ອນຈຳນວນ 1.294,10 ຕື້ກີບ, ເກີດໃໝ່ໃນປີ 2021 ຈຳນວນ 85,73 ຕື້ກີບ ລວມເຂົ້າກັນຈຳນວນ 1.379,83 ຕື້ກີບ.

3. ກວດສອບເຫັນໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານທີ່ບໍ່ມອບເຂົ້າງົບປະມານແຫ່ງລັດທັນຕາມກຳນົດເວລາ ຊຶ່ງມີຍອດຍົກມາຈາກປີກ່ອນ ຈຳນວນ 1.879,35 ຕື້ກີບ ເກີດໜີ້ໃໝ່ໃນປີ 2021 ຈຳນວນ 551,43 ຕື້ກີບ ລວມເຂົ້າກັນຈຳນວນ2.430,78 ຕື້ກີບ.

4. ກວດສອບເຫັນຍອດເຫຼືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ (ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດຈຳນວນ 9,48 ຕື້ກີບ.

5. ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ, ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນ ປີ 2021, ເງິນແຮທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມເຂົ້າກັນເປັນເງິນ ຈຳນວນ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ.

6. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານແຫ່ງລັດ ຈຳນວນ 21,72 ຕື້ກີບ.

7. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 23 ໂຄງການ, ມູນຄ່າຕາມສັນຍາ 1.066,82 ຕື້ກີບ ບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ບາງໂຄງການບໍ່ໄດ້ດຳເນີນຂັ້ນຕອນການປະເມີນ, ປະມູນກ່ອນສະເໜີເຂົ້າແຜນການລົງທຶນຂອງລັດ, ປະກອບເອກະສານບໍ່ຄົບຖ້ວນ, ປະຕິບັດວຽກຫຼຸດສັນຍາ ແລະ ບໍ່ຖືກມາດຕະຖານເຕັກນິກ, ບໍ່ໄດ້ວາງເງິນຄ້ຳປະກັນສັນຍາແລະ ຄ້ຳປະກັນໂຄງການ, ຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງສູງກວ່າລາຄາກາງທີ່ກະຊວງໂຍທາທິການແລະ ຂົນສົ່ງກຳນົດ, ດັດແກ້ບໍລິມາດໜ້າວຽກເອງໂດຍບໍ່ໄດ້ສະເໜີຜ່ານພາກສ່ວນມີສິດອຳນາດໃນແຕ່ລະຂັ້ນ, ການກວດກາ ແລະ ຢັ້ງຢືນໜ້າວຽກຫຼາຍກວ່າການປະຕິບັດຕົວຈິງ, ອວ່າຍມູນຄ່າໜ້າວຽກໜຶ່ງໄປໃສ່ໜ້າວຽກອື່ນໂດຍບໍ່ໄດ້ສະເໜີຜ່ານພະແນກແຜນ ແລະ ການລົງທຶນຕາມລະບຽບການກຳນົດ, ນຳໃຊ້ເງິນຄຸ້ມຄອງ ແລະ ບໍລິຫານບໍ່ຖືກເປົ້າໝາຍ, ນຳໃຊ້ເຂົ້າໃນວຽກງານບໍລິຫານທົ່ວໄປຂອງຕົນ, ຄິດໄລ່ເງິນຄຸ້ມຄອງໂຄງການເກີນລະບຽບການກຳນົດ, ຄິດໄລ່ຄ່າສຳຫຼວດອອກແບບຊ້ຳຊ້ອນກັນ, ບໍ່ດຳເນີນການປະເມີນຜົນຫຼັງໂຄງການສຳເລັດ 100%, ເກັບຄ່າຊັບພະຍາກອນບໍ່ດິນບໍ່ຄົບຖ້ວນ ແລະ ຂຽນບົດສະເໜີໂຄງການບໍ່ສອດຄ່ອງກັບຂໍ້ມູນຕົວຈິງ.

ສຳລັບຜົນການກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 1. ກວດສອບເຫັນ 3 ໂຄງການຄິດໄລ່ ແລະ ເບີກຈ່າຍນ້ຳມັນລົດບໍລິຫານໂຄງການ, ເງິນອັດຕາກິນ ແລະ ຄ່າກະກຽມເອກະສານຮັບໃຊ້ກອງປະຊຸມ ລວມເປັນເງິນຈຳນວນ 0,10 ຕື້ກີບ ເກີນ ແລະ ບໍ່ມີໃນກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດໄດ້ກຳນົດໄວ້, 2. ກວດສອບເຫັນ 1 ໂຄງການເບີກຈ່າຍເງິນເດືອນຈຳນວນ 1,45 ຕື້ກີບ ໃຫ້ບຸກຄົນທີ່ບໍ່ແມ່ນພະນັກງານໂຄງການ, 3. ກວດສອບເຫັນ 3 ໂຄງການຈັດຊື້-ຈັດຈ້າງໃນມູນຄ່າ 0,48 ຕື້ກີບ ບໍ່ໄດ້ສົມທຽບລາຄາຈາກ 3 ຮ້ານຜູ້ສະໜອງຕາມກົດໝາຍກຳນົດໄວ້, 4. ກວດສອບເຫັນ 4 ໂຄງການບໍ່ໄດ້ບັນທຶກມູນຄ່າພາຫະນະ, ອຸປະກອນການກະເສດ, ເຄື່ອງໃຊ້ໄຟຟ້າເອເລັກໂຕຣນິກ ລວມເປັນເງິນຈຳນວນ 1,12 ຕື້ກີບເຂົ້າໃນບັນຊີຕິດຕາມຊັບສົມບັດຄົງທີ່ຂອໂຄງການ.

ສຳລັບຜົນການກວດສອບເອກະສານລາຍງານການເງິນຂອງທະນາຄານ: 1. ກວດສອບເຫັນ ການອະນຸມັດ ແລະ ການສືບຕໍ່ປ່ອຍກູ້ເງິນໃຫ້ກູ້ຢືມບໍ່ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລະບຽບກນົດໄວ້ເຊັ່ນ: ສືບຕໍ່ປ່ອຍກູ້ຈຳນວນ 1.466,17 ຕື້ກີບ ບົນພື້ນຖານສັນຍາທີ່ໄດ້ເຊັນຮັບຮອງກ່ອນປີ 2021 ໃຫ້ 2 ບໍລິສັດ, ລວມມູນຄ່າເງິນກູ້ຢືມສະສົມຈຳນວນ 7.964,32 ຕື້ກີບ, ໄດ້ຊຳລະໜີ້ສິນເງິນກູ້ຈຳນວນ 556,84 ຕື້ກີບ ແທນ 1 ບໍລິສັດໃນນາມຕົນເປັນຜູ້ຄ້ຳປະກັນ, ລວມມູນຄ່າເງິນກູ້ຢືມສະສົມຈຳນວນ 15.788,90 ຕື້ກີບ, 2. ກວດສອບເຫັນການອອກໜັງສືອະນຸມັດໃຫ້ທະນາຄານທຸລະກິດສະໜອງສິນເຊື່ອບໍ່ຖືກຕ້ອງຕາມຂອບເຂດການສະໜອງສິນເຊື່ອຂອງຕົນ ແລະ ກົດໝາຍວ່າດ້ວຍທະນາຄານທຸລະກິດຈຳນວນ 7.986,86 ຕື້ກີບ ໃນນັ້ນອະນຸມັດເກີນຂອບເຂດການສະໜອງສິນເຊື່ອຈຳນວນ 5.935,82 ຕື້ກີບ, ອະນຸມັດປ່ອຍສິນເຊື່ຶອໃຫ້ບໍລິສັດໃນເຄືອທີ່ຕົນຖືຮຸ້ນລາຍໃຫຍ່ຈຳນວນ1.800 ຕື້ກີບ, 3. ກວດສອບເຫັນ 1 ເປົ້າໝາຍປ່ອຍສິນເຊື່ອຈຳນວນ 150 ຕື້ກີບໃຫ້ລູກຄ້າ 2 ລາຍທີ່ບໍ່ຊຳລະໜີ້ສິນທີ່ກູ້ຢືມໃນໄລຍະຜ່ານມາ ຊຶ່ງກາຍເປັນໜີ້ບໍ່ເກີດດອກອອກຜົນຈຳນວນ 47,94 ຕື້ກີບ ແລະ ປ່ອຍສິນເຊື່ອໃຫ້ລູກຄ້າ 1 ລາຍຈຳນວນ 65 ລ້ານບາດ ບໍ່ສົມຄູ່ກັບແຜນລາຍຮັບທຸລະກິດ 3 ປີຈຳນວນ 29 ລ້ານບາດ, 4. ກວດສອບເຫັນ 1 ເປົ້າໝາຍອະນຸມັດສິນເຊື່ອເກີນຂອບເຂດການສະໜອງສິນເຊື່ອຂອງຕົນຈຳນວນ 13.313,84 ຕື້ກີບ.

ສຳລັບຜົນການກວດສອບເອກກະສານລາຍງານການເງິນຂອງວິສາຫະກິດລັດລົງທຶນມີດັ່ງນີ້:

1. ກວດສອບເຫັນການນຳໃຊ້ໃບເກັບເງິນທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນປະກອບເຂົ້າໃນສຳນວນເອກະສານຢັ້ງຢືນການເບີກຈ່າຍເງິນໃນການຈັດຊື້ສິນຄ້າ ແລະ ການບໍລິການຈາກຜູ້ສະໜອງຈຳນວນ 23,09 ຕື້ກີບ ແລະ ມີການນຳໃຊ້ເງິນເປັນນະໂຍບາຍໃຫ້ພະນັກງານແບບຊະຊາຍໂດຍໄດ້ສ້າງລະບຽບການໃຊ້ຈ່າຍພາຍໃນລັດວິສາຫະກິດບໍ່ເທດເໝາະກັບຕົວຈິງເຮັດໃຫ້ທຸລະກິດເຄື່ອນໄຫວບໍ່ມີປະສິດທິຜົນ, ມີໂຕເລກຂາດທຶນສະສົມສູງ.

2. ກວດສອບເຫັນ 8 ເປົ້າໝາຍຈັດຊື້-ຈັດຈ້າງການກໍ່ສ້າງ, ສ້ອມແປງ ແລະ ການບໍລິການອື່ນໆລວມມູນຄ່່າ 15,95 ຕື້ກີບ ໂດຍບໍ່ຜ່ານຂັ້ນຕອນການປະມູນ ຫຼື ສົມທຽມລາຄາຈາກ 3 ຮ້ານຜູ້ສະໜອງ.

3. ກວດສອບເຫັນວິສາຫະກິດບໍ່ໄດ້ສະຫຼຸບລາຍຮັບ ແລະ ໜີ້ຕ້ອງຮັບຈຳນວນ 868,02 ຕື້ກີບ ເຂົ້າໃນເອກະສານລາຍງານການເງິນຕາມລະບຽບການກຳນົດໄວ້ ແລະ ມີໜີ້ຕ້ອງຮັບທວງຍາກຈຳນວນ 21,66 ຕື້ກີບ.

4. ກວດສອບເຫັນ 1 ເປົ້າໝາຍບໍ່ໄດ້ຈົດເງິນທີ່ໄດ້ຮັບຈາກການຊ່ວຍໜູນກໍ່ສ້າງພື້ນຖານໂຄງລ່າງເຂົ້າເປັນລາຍຮັບຈຳນວນ 12,35 ຕື້ກີບ ເຮັດໃຫ້ໂຕເລກລາຍຮັບບໍ່ຄົບຖ້ວນ ແລະ ມີກຳໄລໜ້ອຍລົງ.

(ຂ່າວ: ພູວຽງຄຳ – ພາບ: ແສງຈັນ)

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່

0

ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດຜົນ ຂອງການວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາຂຶ້ນໃນຕອນເຊົ້າ ຂອງວັນທີ 22 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6); ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ໃນກອງປະຊຸມຍັງມີ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິ ຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປືກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີທ່ານ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ນອກ ຈາກນີ້, ຍັງມີບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຜູ້ສັງເກດຕີລາຄາ, ຄະນະກຳມະການ, ບັນດານັກວິທະຍາສາດ, ບັນດາທ່ານໃນຫ້ອງ ການສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົບສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງ ແລະບັນດາທ່ານຜູ້ຕາງໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຂອງກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ, ລວມທັງໝົດ 300 ຄົນ.

ການຈັດກອງປະຊຸມໃນຄັ້ງນີ້ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ເຂົ້າສູ່ລວງເລິກ, ໄປພ້ອມກັບການສະເຫຼີມສະຫຼອງວັນຊາດທີ 2 ທັນ ວາ ຄົບຮອບ 47 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ທີ່ຜ່ານມາບໍ່ດົນນີ້.

ໂດຍປະຕິບັດຕາມວາລະຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນລາຍງານສະພາບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນ ແປງໃໝ່ ຢູ່ປະເທດເຮົາ ລວມມີ 08 ເຫຼັ້ມ, ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກປະຊາຊົນປະຕິວັດລາວໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານ ໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດອຳນາດແຫ່ງລັດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງໃໝ່; ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ ແລະ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ ເຊິ່ງທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວໃນການຄົ້ນຄວ້າ ຂອງແຕ່ລະຂົງເຂດ ນັບແຕ່ເລີ່ມຕົ້ນຈົນສຳເລັດ.

ໃນຄໍາເຫັນກ່າວເປີດພິທີປະກາດຜະລິດ ຕະພັນດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: “ການເປີດຜະລິດຕະພັນປື້ມແນວຄິດໄກສອນ ພົມວິຫານ ຈຳນວນ 08 ເຫຼັ້ມ ໃນມື້ນີ້ ເປັນຂີດໝາຍສຳຄັນ ຂອງວຽກ ງານຄົ້ນຄວ້າທິດສະດີ ແລະສະຫຼຸບພຶດ ຕິກຳ, ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ, ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກ ການ ຂອງພັກໃຫ້ ນັບມື້ນັບສົມບູນ, ທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ, ສະມາຊິກພັກ ແລະກຳລັງປະກອບອາວຸດ ຈະມີໂອກາດໄດ້ຄົ້ນຄວ້າ, ໝູນໃຊ້ຢ່າງປະດິດສ້າງແນວຄິດໄກສອນ ພົມວິຫານ ເຂົ້າໃນຊີວິດຕົວຈິງ, ທັງເປັນການສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດຢ່າງຕັ້ງໜ້າ. ດ້ວຍເຫດຜົນທັງ ໝົດທີ່ໄດ້ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຕີລາຄາສູງ ແລະເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາໃນເທື່ອນີ້ ແມ່ນພິທີທີ່ມີຄວາມໝາຍສຳຄັນທັງໃນດ້ານທິດສະດີ, ພຶດຕິກຳ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ເພື່ອຈະນໍາເອົາຜະລິດຕະພັນດັ່ງກ່າວໄປເຜີຍເເຜ່ ແລະ ຜັນຂະຫຍາຍຢູ່ບັນດາກະຊວງ, ອົງການນັບທັງສູນກາງ ແລະ ທ້ອງຖິ່ນ.

ນະຄອນຫຼວງ ຄອງເຈົ້າຫຼຽນຄຳດອກປີກໄກ່ຊຽງຂວາງເກມ

0

ນະຄອນຫຼວງວຽງຈັນ ສາມາດຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ເປັນອັນດັບ 1 ໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ການແຂ່ງຂັນກິລາດອກປີກໄກ່ ງານກິລາ ຊຽງຂວາງ ເກມ ໄດ້ປິດສາກລົງໃນວັນທີ 21 ທັນວາ 2022 ທີ່ສະໂມສອນກິລາໃນຮົ່ມໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະນຳຂັ້ນແຂວງ, ບັນດາພາກສ່ວນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນເຂົ້າຮ່ວມ.

ການແຂ່ງຂັນກິລາດອກປີກໄກ່ ຊຽງຂວາງ ເກມ ປີນີ້ ແຂ່ງຂັນລະຫວ່າງວັນທີ 16-21 ທັນວາ 2022 ມີການຊີງໄຊທັງໝົດ 7 ຫຼຽນຄຳ, 7 ຫຼຽນເງິນ ແລະ 12 ຫຼຽນທອງ ມີນັກກິລາຈາກນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ກະຊວງຊວງພະລັງງານ ແລະ ບໍ່ແຮ່, ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ເຈົ້າພາບ ແຂວງຊຽງຂວາງ. ສຳລັບຜົນການແຂ່ງຂັນ ປະກົດວ່າ ນັກກິລາຈາກນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ຊຶ່ງຫຼຽນຄຳ ໄດ້ມາຈາກ ປະເພດຄູ່ຊາຍ ພັນທະລັງ ອຸໄທທານີ ແລະ ນາມບຸນ ຫຼວງອາມາດ, ປະເພດຄູ່ຍິງ ທິດາຈັນ ສີປະເສີດ ແລະ ພຸດສະຫວັນ ດາວປະສິດ ແລະ ປະເພດຄູ່ປະສົມ ທ້າວ ພັນທະລັງ ອຸໄທທານີ ແລະ ນາງ ທິດາຈັນ ສີປະເສີດ. ສ່ວນຫຼຽນເງິນ ໄດ້ມາຈາກຄູ່ປະສົມ, ທີມຊາຍ ແລະ ທີມຍິງ ແລະ ຫຼຽນທອງ ໄດ້ມາຈາກດ່ຽວຍິງ. ສະຫຼຸບການແຂ່ງຂັນ ນະຄອນຫຼວງວຽງຈັນ ເປັນອັນດັບ 1 ຂອງຕາຕະລາງແຂ່ງຂັນ, ອັນດັບ 2 ກະຊວງພະລັງງານ ແລະ ບໍ່ແຮ່ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບທີ 3 ແຂວງຄຳມ່ວນ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 2 ຫຼຽນທອງ, ອັນດັບທີ 4 ແຂວງສະຫວັນນະເຂດ ຍາດໄດ້ 1 ຫຼຽນເງິນ, ແຂວງວຽງຈັນ 3 ຫຼຽນທອງ, ອັນດັບທີ 5 ຮ່ວມ ແຂວງຊຽງຂວາງ ແລະ ແຂວງໄຊຍະບຸລີ ຍາດໄດ້ແຂວງລະ 1 ຫຼຽນທອງ.

ຂ່າວໂດຍ ສົງການ ພັນແພງດີ.

ຫ້ອງການສຳນັກງານນາຍົກ ດຳເນີນການທາບທາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ

0

ໃນຕອນເຊົ້າ ວັນທີ 21 ທັນວາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະ ຊຸມທາບທາມ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ ຫົວໜ້າ ຫສນຍ; ມີບັນດາສະຫາຍກຳມະການສູນກາງພັກ ທີ່ປະຈຳຢູ່ ສນຍ, ສະຫາຍ ທອງຈັນ ໂຂງພູມຄຳ, ຄະ ນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກ, ຄະນະພັກ ຫສນຍ ຕະຫຼອດຮອດເລຂາ-ຮອງເລຂາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຮາກຖານ, ປະທານ-ຮອງປະທານ, ເລຂາ-ຮອງເລຂາ ອົງການຈັດຕັ້ງມະຫາຊົນ, ຫົວໜ້າກົມ-ຮອງຫົວໜ້າກົມ ພາຍໃນ ຫສນຍ ເຂົ້າຮ່ວມ.

ຈຸດປະສົງ ໃນການຈັດກອງປະຊຸມໃນມື້ນີ້ ກໍ່ເພື່ອທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ; ເພື່ອຄາດຄະເນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ, ທັງເປັນການກະກຽມບຸກຄະລາກອນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ທາງດ້ານຈໍານວນ, ຄຸນນະພາບ, ສາມາດເລືອກໄດ້ບຸກຄົນ ທີ່ມີຄຸນທາດການເມືອງໜັກແໜ້ນ ໄດ້ຮັບຄວາມເຊື່ອໝັ້ນ ຈາກສະມາຊິກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ; ເລືອກໄດ້ບຸກຄົນ ທີ່ໄດ້ມາດຖານຄົບຖ້ວນ ແລະ ສາມາດແບກຫາບພາລະໜ້າທີ່ໃນຕໍ່ໜ້າ ເຊິ່ງພະນັກງານ ແມ່ນບຸກຄົນທີ່ສໍາຄັນ ແລະ ເປັນຜູ້ທີ່ຕັດສິນຜົນໄດ້-ຜົນເສຍຂອງການຈັດຕັ້ງ ແລະ ຂະບວນການພັດທະນາປະເທດ.

ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍປະທານກອງປະຊຸມ ໄດ້ມີຄຳເຫັນກ່າວບາງຕອນວ່າ: ຍ້ອນເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານພັກ-ພະນັກງານ ໂດຍຖືວ່າ ພະນັກງານຍາມໃດກໍ່ເປັນຜູ້ຕິດພັນ ກັບຂະບວນວຽກງານຕົວຈິງ. ສະນັ້ນ, ການທາບທາມສ້າງແຜນກໍານົດພະນັກງານ ແມ່ນການຊອກຫາເປົ້າໝາຍພະນັກງານ ທີ່ມີມາດຖານ, ມີເງື່ອນໄຂຄົບຖ້ວນກວ່າໝູ່ ຢູ່ໃນ ຫສນຍ ຂອງພວກເຮົາ, ຈະເປັນພື້ນຖານໃຫ້ແກ່ການບໍາລຸງສ້າງ ເພື່ອຈັດວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງ ຂອງ ຫສນຍ ໃນຊຸມປີຕໍ່ໜ້າ. ສຳລັບເນື້ອໃນຂອງກອງປະຊຸມ ແມ່ນຈະໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ຂອງ ຫສນຍ ໄລຍະຜ່ານມາ, ພ້ອມນີ້ ຈະໄດ້ເຊື່ອມຊຶມ ກໍາແໜ້ນເນື້ອໃນຈິດໃຈທີ່ສໍາຄັນ ມະຕິຂອງກົມການເມືອງສູນກາງພັກ, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຈາກນັ້ນ ກໍ່ໄດ້ນໍາພາໃຊ້ສິດ ເພື່ອລົງຄະແນນສຽງໃສ່ບັດທາບທາມຮອບ 1.

ໃນໂອກາດດຽວກັນ, ສະຫາຍປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງການເມືອງ ເຂົ້າໃນການຄົ້ນຄວ້າ, ເລືອກເຟັ້ນ, ໄຕ່ຕອງຄວາມໝາຍສໍາຄັນ ແລະ ເນື້ອໃນມາດຖານພະນັກງານ ເພື່ອມາເຍືອງໃສ່ພະນັກງານ-ສະມາຊິກພັກຕົວຈິງ, ໃຫ້ສາມາດຊອກເຫັນໄດ້ຜູ້ທີ່ດີ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຮູ້ນໍາພາ ແລະ ຮູ້ຈັດຕັ້ງຜັນຂະຫຍາຍມະຕິຂອງຂັ້ນເທິງ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີນໍາພາພາຍໃນ ໃຫ້ນັບມື້ນັບພັດທະນາ, ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ດີ ໃຫ້ຂະຫຍາຍຕົວກ້າວຂຶ້ນ ສູ່ຄຸນນະພາບອັນໃໝ່.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ ເຊິ່ງເລີ່ມແຕ່ວັນທີ 21-23 ທັນວາ ຈຶ່ງຈະສຳເລັດ.

ສະພາບອາກາດ ປະຈໍາວັນທີ 22 ທັນວາ 2022

0

ມວນອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດ ປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 22/12/2022 ເຖິງເວລາ 7:00 ໂມງວັນທີ 23/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 10-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-26 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 16-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 13-28 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-24 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນອນເຊົ້າ ແລະ ຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 15-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 07-26 ອົງສາ.

ກອງທັບ ຊະນະ ສະຫວັນນະເຂດ 3-0 ເຊັດ ຄວ້າຫຼຽນຄຳ ບານສົ່ງຍິງ ຊຽງຂວາງເກມ

0

ທີມບານສົ່ງສາວກະຊວງປ້ອງກັນປະເທດ ໂຊຟອມເກັ່ງໄລ່ຕົບເອົາຊະນະ ແຂວງສະຫວັນນະເຂດ ໄປໄດ້ແບບສະບາຍ 3-0 ເຊັດ ຄວ້າຫຼຽນຄຳ ການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດທີມຍິງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ. ຂະນະທີ່ຫຼຽນທອງ ຕົກເປັນຂອງ ແຂວງຊຽງຂວາງ ເຈົ້າພາບ.

ການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດທີມຍິງ ຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ໄດ້ມີຂຶ້ນໃນວັນທີ 21 ທັນວາ 2022 ທີ່ສະໜາມກິລາບານສົ່ງໃນຮົ່ມໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ເປັນການພົບກັນ ລະຫວ່າງ ກະຊວງປ້ອງກັນປະເທດ ແລະ ແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນ ຜົນປະກົດວ່າ ທີມບານສົ່ງສາວກະຊວງປ້ອງກັນປະເທດ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນຕໍ່ເນື່ອງໄລ່ຕົບຊະນະ ແຂວງສະຫວັນນະເຂດ ໄປໄດ້ແບບສະບາຍ 3-0 ເຊັດ 25-11, 25-23 ແລະ 25-14 ຄວ້າຫຼຽນຄຳ ໄປຄອງໄດ້ສຳເລັດ. ສ່ວນແຂວງສະຫວັນນະເຂດ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງແຂວງຊຽງຂວາງ ເຈົ້າພາບ ຫຼັງໃນຮອບຊີງອັນດັບທີ 3 ເມື່ອວັນທີ 20 ທັນວາ 2022 ສາມາດເອົາຊະນະ ນັກຕົບສາວແຂວງໄຊຍະບູລີ ໄປໄດ້ 3-1 ເຊັດ 25-19, 15-25, 25-21 ແລະ 25-22 ຄະແນນ.

ສຳລັບການແຂ່ງຂັນກິລາບານສົ່ງໃນຮົ່ມທີມຍິງ-ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນດຳເນີນການແຂ່ງຂັນລະຫວ່າງວັນທີ 16-21 ທັນວາ 2022 ໂດຍມີ 4 ທີມ ແຂວງໄຊຍະບູລີ, ແຂວງຊຽງຂວາງ ເຈົ້າພາບ, ກະຊວງປ້ອງກັນປະເທດ ແລະ ແຂວງສະຫວັນນະເຂດ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ໝາກຂ່າງຄູ່ປະສົມ ແຂວງຫົວພັນ ຄວ້າພຽງຫຼຽນເງິນ ປິດທ້າຍກິລາໝາກຂ່າງ ໃຫ້ແຂວງຫົວພັນ ໃນ ຊຽງຂວາງ ເກມ

0

ການແຂ່ງຂັນກິລາໝາກຂ່າງ ປະເພດຄູ່ປະສົມ ຍິງ-ຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເມື່ອວັນທີ 19 ທັນວາ 2022 ຢູ່ສະໜາມກິລາທົ່ງໄຫຫີນ ແຂວງຊຽງຂວາງ ໂດຍມີນັກກິລາຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນ. ໃນນີ້ສະເພາະແຂວງຫົວພັນ ນັດທຳອິດ ທ້າວ ບຸນມາ ເຮີ ແລະ ນາງ ນຸ້ມມີນາ ວິໄຊ ເອົາຊະນະ ແຂວງຜົ້ງສາລີ 2 ເຊັດລວດ 60-45 ແລະ 50-45 ຄະແນນ. ຜ່ານເຂົ້າຮອບ 4 ທີມສຸດທ້າຍແລ້ວເອົາຊະນະ ແຂວງໄຊສົມບູນ 2 ເຊັດລວດ 25-15 ແລະ 50-40 ຄະແນນ ຜ່ານເຂົ້າຮອບຊີງຊະນະເລີດ ກັບ ທີມແຂວງຫຼວງນໍ້າທາ ກ່ອນຈະພາດທ່າເສຍໃຫ້ ແຂວງຫຼວງນໍ້າທາ 3-1 ເຊັດ 25-15, 30-30 (ຫົວພັນ ຫັ່ນບໍ່ເຂົ້າວົງຖືກຕັດຄະແນນ 10 ຄະແນນ), 40-50 ແລະ 35-40 ຄະແນນ ເຮັດໃຫ້ ແຂວງຫຼວງນໍ້າທາ ຄວ້າຫຼຽນຄຳ ໄປຄອງ. ສ່ວນ ແຂວງຫົວພັນ ໄດ້ຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງແຂວງຈຳປາສັກ.

ທ່ານ ອຳພອນ ຫອມວັນທາ ຫົວໜ້າຄູຝຶກກິລາໝາກຂ່າງແຂວງຫົວພັນ ໄດ້ໃຫ້ສຳພາດວ່າ: ສຳລັບການເຂົ້າຮ່ວມງານໃນຄັ້ງນີ້ ທີມນັກກິລາໝາກຂ່າງແຂວງຫົວພັນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 13 ຄົນ, ຄູຝຶກ 3 ຄົນ ຊີງໄຊຫຼຽນຄຳ 9 ລາຍການ ພ້ອມທັງຕັ້ງເປົ້າໃນແຜນເບື້ອງຕົ້ນກ່ອນເຂົ້າຮ່ວມງານແຂ່ງຂັນໂດຍຕັ້ງເປົ້າໝາຍໄວ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 3 ຫຼຽນ. ຜ່ານການແຂ່ງຂັນຕົວຈິງແມ່ນອີງໃສ່ສະພາບບັນຫາຫຼາຍໆຢ່າງທີ່ກົດດັນເປັນຕົ້ນແມ່ນສະພາບອາກາດ, ສຸຂະພາບ ແລະ ຄວາມກົດດັນ ຈຶ່ງບໍ່ສາມາດສ້າງຜົນງານໄດ້ຕາມເປົ້າໝາຍທີ່ວາງໄວ້ ສະນັ້ນມາຮອດການແຂ່ງຂັນມື້ສຸດທ້າຍ ແລະ ເປັນລາຍການສຸດທ້າຍສາມາດຄວ້າ 1 ຫຼຽນ ມາຄອງປະເພດ ຄູ່ປະສົມ ຍິງ-ຊາຍ 1 ລາຍການ.

ຂ່າວໂດຍ: ສີສົມສັກ ພົມມະທຳ

ເຈົ້າພາບຜິດຫວັງອີກຄັ້ງ ດວນຈຸດໂທດເສຍໃຫ້ ເຊກອງ ນັດຊີງຫຼຽນທອງເຕະບານຊາຍ ຊຽງຂວາງເກມ

0

ການແຂ່ງຂັນເຕະບານຊາຍ ໃນງານກິລາ ຊຽງຂວາງ ເກມ ຄູ່ຊີງອັນດັບ 3 ໄດ້ມີຂຶ້ນໃນຕອນແລງວັນທີ 21 ທັນວາ 2022 ທີ່ສະໜາມໄຫຫີນ ແຂວງຊຽງຂວາງ ເປັນການພົບກັນລະຫວ່າງ ເຈົ້າພາບ ແຂວງຊຽງຂວາງ ພົບກັບ ແຂວງເຊກອງ.

ຜ່ານການແຂ່ງຂັນປາກົດວ່າ: ໃນເຄິ່ງເວລາທໍາອິດຕ່າງຝ່າຍຕ່າງມີໂອກາດຍິງປະຕູ ແຕ່ຍັງບໍ່ຄົມພໍ ເຮັດໃຫ້ຈົບການແຂ່ງຂັນສະເໝີກັນ 0-0, ສ່ວນເຄິ່ງເວລາທີ ຕ່າງຝ່າຍກະຍັງເປີດເກມບຸກໃສ່ກັນ ແຕ່ຍັງບໍ່ມີປະຕູເກີດຂຶ້ນຈົບ 90 ນາທີສະເໝີກັນ 0-0.

ເຮັດໃຫ້ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ປາກົດວ່າ: ແຂວງເຊກອງ ຊະນະ ເຈົ້າພາບ 3-2 ໄດ້ອັນດັບ 3 ຫຼື ຫຼຽນທອງໄປຄອງ, ສ່ວນ ເຈົ້າພາບ ຜິດຫວັງອີກຄັ້ງ ເພາະກ່ອນໜ້ານີ້ ທີມຍິງກໍເສຍໃຫ້ກັບ ນະຄອນຫຼວງ ໄດ້ພຽງຫຼຽນເງິນ.

ຂ່າວ-ຮູບ: Larh Creators

ຕາຕະລາງສະຫຼຸບຫຼຽນແຕ່ລະປະເພດກິລາ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງວຽງຈັນ ປະຈຳວັນທີ 21/12/2022

0

ຕາຕະລາງສະຫຼຸບຫຼຽນແຕ່ລະປະເພດກິລາ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງວຽງຈັນ ປະຈຳວັນທີ 21/12/2022 ມີດັ່ງນີ້: