Friday, October 10, 2025
Home Blog Page 840

ກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດີຈິຕອນແຫ່ງຊາດ

0

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດີຈິຕອນແຫ່ງຊາດ ຄັ້ງທຳອິດ ໃນວັນທີ 23 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າ, ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ພາຍໃຕ້ຄຳຂວັນ: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈິຕອນ ຂອງ ສປປ ລາວ” ໂດຍສະເພາະສຸມໃສ່ການຫັນເປັນດີຈິຕອນຂອງທຸກອົງການ, ທຸກຂະແໜງ ການ ເພື່ອສ້າງກາລະໂອກາດໃຫ້ການນໍາລະດັບສູງຂອງທຸກພາກສ່ວນ ໄດ້ລາຍງານຜົນການຈັດຕັ້ງປະຕິ ບັດວຽກງານຫັນເປັນດີຈິຕອນຂອງພາກສ່ວນຕົນ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ຮູ້ວ່າ: ເຕັກໂນໂລຊີດີຈິຕອນ ມີການພັດທະນາຢ່າງກ້າວກະ ໂດດ ແລະ ໄວວາ ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊິວິດຂອງມວນມະ ນຸດ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໄຈທີ່ສໍາຄັນໃຫ້ແກ່ ລັດຖະບານຂອງຫລາຍປະເທດ ສຸມໃສ່ການພັດທະນາ ແລະ ນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ບໍລິການຂອງລັດສູ່ສັງຄົມ ໂດຍສະເພາະເຕັກໂນໂລຊີທີ່ມີຄວາມກ້າວໜ້າ ເປັນຕົ້ນ ເຕັກໂນໂລຊີ ປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big data), ກຸ່ມຂໍ້ມູນຜູກພັນ (Blockchain) ທີ່ຊ່ວຍໃຫ້ການຄຸ້ມຄອງລັດ ມີຄວາມວອງໄວ, ໂປ່ງໃສ ແລະ ປະຢັດ. ສະນັ້ນ, ການຫັນລັດຖະບານເປັນດີຈິຕອນ ໄດ້ເປັນສິ່ງສຳຄັນເຮັດໃຫ້ລັດຖະບານຂອງຫລາຍປະເທດທີ່ຈະເລີນ ປະສົບຜົນສຳເລັດ ໃນການພັດທະນາເສດຖະກິດ ແລະ ສັງຄົມ. ສຳລັບປະເທດກຳລັງພັດທະນາ ແມ່ນກຳລັງສ້າງຂໍ້ລິເລີ່ມໃນການພັດທະນາລັດຖະບານຂອງຕົນໄປສູ່ດີຈິຕອນ.

ສປປ ລາວ ເປັນໜຶ່ງໃນປະເທດກຳລັງພັດທະນາ ແລະ ຈຳເປັນຕ້ອງກ້າວສູ່ການຄຸ້ມຄອງລັດດ້ວຍເຕັກໂນໂລຊີດີຈິຕອນ ແລະ ການຫັນລັດເປັນດີຈິຕອນ ບໍ່ພຽງແຕ່ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ເທົ່ານັ້ນ ທີ່ຕ້ອງຜັນຂະຫຍາຍ ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດີຈິຕອນ ແຕ່ມັນຄືການພັດທະນາຮ່ວມກັນຢ່າງມີແບບແຜນ ແລະ ຈຸດສຸມ ຢ່າງເປັນລະບົບ ຊຶ່ງຕ້ອງມີການຮ່ວມມືກັນພັດທະນາ, ລົງທຶນ ແລະ ນຳໃຊ້ ເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ການລົງທຶນ ມີປະສິດທິພາບ ແລະ ປະສິດທິຜົນ.ໂດຍສະເພາະການນຳໃຊ້ ຊອບແວຣ໌ ແລະ ໂຄງລາງພື້ນຖານທາງເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ເຊື່ອມໂຍງຂອງທຸກລະບົບເຂົ້າກັນໄດ້ ແລະ ປະຢັດຄ່າໃຊ້ຈ່າຍ. ດ່ັງນັ້ນ, ພາຍໃຕ້ຄຳຂວັນຂອງສັບປະດາດີຈິຕອນ ຄື: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈິຕອນຂອງ ສປປ ລາວ” ເພື່ອສ່ອງແສງເຖິງຄວາມຮັບຜິດຊອບ ຂອງທຸກຂະແໜງການ ແລະ ສັງຄົມ ຕໍ່ພັດທະນາວຽກງານ ດີຈິຕອນ ຂອງ ສປປ ລາວ.

ກອງປະຊຸມຄັ້ງນິ້, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ ຕາງໜ້າ 13 ພາກສ່ວນ ໄດ້ຜັດປ່ຽນກັນລາຍງານ ສະພາບການພັດທະນາຫັນເປັນດີຈິຕອນຂອງຂະແໜງການຕົນ, ພ້ອມນີ້, ຍັງມີຜູ້ຕາງໜ້າ ຈາກກະຊວງຖະແຫລ່ງຂ່າວ ແລະ ການສື່ສານ ຂອງ ສສ ຫວຽດນາມ ກໍເຂົ້າຮ່ວມນຳສະເໜີ ບົດຮຽນ ແລະ ແຜນການພັດທະນາຫັນເປັນດີຈິຕອນ ຂອງຫວຽດນາມ.

ຂ່າວ-ພາບ: ສົມຫວັງ

ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ

0

ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ ຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ປັດຈຸບັນ ຜູ້ຮັບຜິດຊອບກຳລັງດຳເນີນການຄັດເລືອກນາງສາວງາມ ເຊິ່ງວັນທີ 25 ທັນວາ 2022 ແມ່ນມື້ສຸດທ້າຍຂອງການຮັບສະໝັກນາງສາວທ່ອງທ່ຽວລາວ ການປະກວດນາງສາວທ່ອງທ່ຽວລາວ.

ການປະກວດນາງສາວທ່ອງທ່ຽວລາວແມ່ນ ການຄັດເລືອກນາງສາວງາມຈາກທຸກແຂວງທົ່ວໄປເທດ ເພື່ອຊີງເງິນລາງວັນຫລາຍເຖິງ 300 ລ້ານກີບ (ຕ້ອງການສະໝັກ ຕິດຕໍ່ເບີ 020 95289975) ແລະ ນາງສາວດອກງິ້ວບານແມ່ນ ຄັດເລືອກນາງສາວງາມຈາກແຕ່ລະເມືອງໃນແຂວງບໍ່ແກ້ວ ເຊິ່ງໝົດກຳນົດຮັບສະໝັກວັນທີ 8 ມັງກອນ 2023 ເຊິ່ງເງິນລາງວັນ 150 ລ້ານກີບ. (ຕ້ອງການສະໝັກ ຕິດຕໍ່ເບີ 020 59968887)

ງານດັ່ງກ່າວ, ເປັນຄັ້ງທຳອິດທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ, ຖ້າຫາກທ່ານໃດຫາກມີຄົນສົນໃຈ ຫລື ທ່ານໃດທີ່ມັກນາງສາວໃດ, ຢາກໃຫ້ຜູ້ໃດຊະນະ ກໍໄປຊົມໄປເຊຍກັນໄດ້. ພາຍໃນເທສະການດອກງິ້ວບານ ຍັງມີກິດຈະກຳຫລາຍຢ່າງເຊັ່ນ: ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ເທສະການດົນຕີດອກງິ້ວສີຄຳ, ແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄພ 1.000 ອັນ, ກິດຈະກຳໄຫລເຮືອໄຟ, ການສະ ແດງດອກໄມ້ໄຟ ແລະ ກິດຈະກຳອື່ນໆ. ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ້ອງຖິ່ນລາວແລ້ວ, ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.

ພິທີ ສະເຫຼີມສະຫຼອງບຸນກິນຈຽງ ຂອງເຜົ່າມົ້ງ ແລະ ບຸນເກຼີ ຂອງເຜົ່າກຶມມຸ ປະຈໍາປີ 2022

0

ເນື່ອງໃນໂອກາດໄດ້ຈັດງານບຸນກິນຈຽງເຜົ່າມົ້ງ ແລະ ບຸນເກຼີ ເຜົ່າກຶມມຸ ໄດ້ໝູນວຽນຄົບຮອບໃນໜຶ່ງປີ ເມືອງອະນຸວົງໄດ້ຈັດພິທີ ສະເຫຼີມສະຫຼອງບຸນກິນຈຽງ ແລະ ບຸນເກຼີ ເຜົ່າ ກຶມມຸ ປະຈໍາປີ 2022 ໃນຕອນເຊົ້າ ຂອງວັນທີ 20 ທັນວາ 2022 ທີ່ສະໂມສອນ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມ ຂອງທ່ານ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອະນຸວົງ, ມີຮອງເລຂາພັກ, ຮອງເຈົ້າເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອອ້ມຂ້າງເມືອງ ແລະ ພະນັກງານ -ລັດ ຖະກອນ, ມີເຖົ້າແກ່ແນວໂຮມ ເຂົ້າ ຮ່ວມ.

ໃນພີທີຜູ້ເຂົ້າຮ່ວມ ໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາຂອງບຸນກິນຈຽງ ແລະ ບຸນ ເກຼີ ເຜົ່າກຶມມຸ ແລະ ບົດກອນອວຍພອນປີໃໝ່ຂອງຫຼານນ້ອຍ ນອກນັ້ນ ທ່ານ ຮືທໍ່ ເພຍຫຼວງ ກໍ່ໄດ້ອວຍພອນ ປີໃໝ່ ບຸນກິນຈຽງ ຂອງເຜົ່າມົ້ງ ແລະ ບູນເກຼີ ຂອງເຜົ່າກຶມມຸ, ເປັນມື້ງາມຍາມດີ, ເປັນວັນສີລິມຸງຄຸນ ສົ່ງພອນໄຊອັນປະ ເສີດໄປຍັງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ, ເຜົ່າກຶມມຸ ແລະ ປະຊາຊົນບັນດາເຜົ່າ ທຸກເພດ-ທຸກໄວ ຢູ່ພາຍໃນເມືອງອະນຸວົງ, ແຂວງໄຊສົມບູນ ຈົ່ງມີໂຊກ ມີໄຊ, ມີຄວາມສຸກ ກາຍສະບາຍໃຈ ຕະຫຼອດໄປ, ປີເກົ່າ 2022 ທີ່ພວມຜ່ານໄປ ເປັນປີແຫ່ງຄວາມບາກບັ່ນ-ພະຍາຍາມ, ເປັນປີ ແຫ່ງຄວາມສໍາເລັດ ໃນພາລະກິດປົກປັກຮັກສາມູນເຊື້ອຮີດຄອງປະເພນີ ຂອງເຜົ່າ ໃຫ້ແໜ້ນແຟ້ນ ແລະ ສ້າງສາພັດທະນາເມືອງອະນຸວົງ, ປີໃໝ່ 2023 ທີ່ພວມກ້າວເຂົ້າມາເປັນປີທີ່ມີຄວາມສໍາຄັນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງເປັນປີກາງສະໄໝ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ່ II ຂອງອົງຄະນະພັກເມືອງອະນຸວົງ ພ້ອມ ກັນນັ້ນຍັງເປັນພິທີຈະໄດ້ພ້ອມກັນສະ ເຫຼີມສະຫຼອງການສ້າງຕັ້ງພັກ ຄົບຮອບ 67 ປີ ແລະ 47 ປີ ການສະຖາປານາ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພ້ອມນີ້ໃນພິທີຍັງມີ ພິທີ ສູ່ຂວັນ, ເອົາເລີກເອົາໄຊນານປີໃໝ່ ໃຫ້ມີໄຊເປັນປີແຫ່ງຄວາມຄວາມສຸກ-ຄວາມສົມຫວັງ ຂອງພີ່ນ້ອງເຜົ່າມົ້ງ, ເຜົ່າກຶມມຸ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ທຸກຄົນມີ ຄວາມສຸກກາຍສະບາຍໃຈ ແລະຸຂະພາບແຂງແຮງ.

ເປີດວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ

0

ໃນຕອນເຊົ້າຂອງວັນທີ 23 ທັນວາ 2022, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີເປີດວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະນຳກະຊວງ, ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ຕາງຫນ້າໃຫ້ຄະນະຈັດທຳ ຂຶ້ນກ່າວຈຸດປະສົງເປົ້າໝາຍ ແລະ ຂັ້ນຕອນບາດກ້າວຂອງການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ຂອງກະຊວງການຕ່າງປະເທດ,ເຊິ່ງວາລະສານນີ້ແມ່ນຮັບຜິດຊອບການສ້າງ ໂດຍ ກົມການຂ່າວ, ກະຊວງການຕ່າງປະເທດໂດຍປະຕິບັດຕາມພາລະບົດບາດ ແລະ ຕາມທິດຊີ້ນຳຢ່າງໃກ້ຊິດຕິດແທດ ຂອງຄະນະນຳກະຊວງການຕ່າງປະເທດ, ຖືເປັນໜຶ່ງບາດກ້າວສຳຄັນຂອງການປະກອບສ່ວນພັດທະນາວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສປປ ລາວ ໃນຍຸກສະໄຫມໃຫມ່ທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບການຂອງໂລກໃນປະຈຸບັນ ທີ່ກຳລັງມີການນໍາໃຊ້ເຕັກໂນໂລຊີທາງດ້ານຂໍ້ມູນຂ່າວສານດ້ວຍຫຼາຍຮູບການ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ການນຳສະເໜີຂໍ້ມູນຂ່າວສານ ຍິ່ງຕ້ອງມີຄວາມວ່ອງໄວ, ທັນສະໄຫມ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ວາລະສານດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີຄວາມຫຼາກຫຼາຍ ແລະ ເຜີຍແຜ່ໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ ໃນຮູບແບບໃຫມ່ ກໍຄື ວາລະສານເອເລັກໂຕຣນິກ ທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄຫມ, ມີຄວາມສະດວກວ່ອງໄວ, ທັນເຫດການ ແລະ ໃຊ້ງົບປະມານໜ້ອຍ. ມື້ນີ້ແມ່ນເລີ່ມອອກສະບັບທໍາອິດຂອງວາລະສານ; ສຳລັບເນື້ອໃນຫຼັກຂອງວາລະສານສະບັບທໍາອິດນີ້ ແລະ ສະບັບຕໍ່ໆໄປແມ່ນຈະສັງລວມເອົາບັນດາເນື້ອໃນ, ຮູບພາບ ແລະ ຫມາກຜົນການເຄື່ອນໄຫວການຕ່າງປະເທດຂອງບັນດາຜູ້ນຳ ພັກ-ລັດ ສປປ ລາວ ແລະ ພາກສ່ວນຕ່າງໆ ຢູ່ໃນເວທີພາກພື້ນ ແລະ ສາກົນ ອອກເຜີຍແຜ່ສູ່ສັງຄົມໃນຮູບແບບລາຍເດືອນໂດຍຜ່ານຫຼາຍຊ່ອງທາງຂອງສື່ອອນລາຍປະເພດຕ່າງໆ, ເຊິ່ງຈະເຮັດໃຫ້ຜູ້ທີ່ມີຄວາມສົນໃຈທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ມີເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ທັນການ. ວາລະສານການຕ່າງປະເທດ ຈະພະຍາຍາມເກັບກໍາເອົາໝາກຜົນ ແລະ ການເຄື່ອນໄຫວການຕ່າງປະເທດທີ່ຫ້າວຫັນຂອງທຸກພາກສ່ວນ ທັງສາຍພັກ, ສາຍລັດ, ສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ກະຊວງອົງການຂະແໜງການຕ່າງໆ ມາເຜີຍແຜ່ຕໍ່ສັງຄົມໃຫ້ນັບມື້ນັບຫຼາຍຂຶ້ນ. ວາລະສານການຕ່າງປະເທດ ແມ່ນພວມຢູ່ໃນໄລຍະກໍ່ຮ່າງສ້າງຕົວ ແລະ ການປັບປຸງຕໍ່ໄປເປັນແຕ່ລະໄລຍະ ແຕ່ລະບາດກ້າວ. ພ້ອມດຽວກັນນີ້, ວາລະສານດັ່ງກ່າວ ກໍ່ມີແຜນຈະປັບປຸງບາງດ້ານຕື່ມໃນຕໍ່ໜ້າ ເປັນຕົ້ນ ການເພີ່ມຂໍ້ຄວາມ ແລະ ເນື້ອໃນສຳຄັນທີ່ເປັນພາສາອັງກິດ, ການເພີ່ມຄໍລໍາທີ່ໜ້າສົນໃຈຕ່າງໆ ແລະ ການພິມເຜີຍແຜ່ວາລະສານສະບັບເຈ້ຍ ອອກສູ່ສັງຄົມ, ໂດຍອີງຕາມເງື່ອນໄຂ ແລະ ຄວາມສະດວກໃນອະນາຄົດ. ວາລະສານການຕ່າງປະເທດ ຍິນດີຮັບເອົາການປະກອບສ່ວນທີ່ສ້າງສັນຈາກທຸກພາກສ່ວນ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ກໍ່ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດ ວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ສະບັບທຳອິດ ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ.

ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

ກະຊວງປ້ອງກັນປະເທດ ໄດ້ຈັດງານພົບປະອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ

0

ວັນທີ 22 ທັນວາ 2022 ນີ້, ກະຊວງປ້ອງກັນປະເທດໄດ້ຈັດງານພົບປະອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະ ຊາຊົນຫວຽດນາມ ໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ ໃນປີ 2022 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ເລຂາຄະນະພັກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ, ສະຫາຍ ຟາມ ມິງ ຈ້ຽນ ຕາງໜ້າສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງ ຊາດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນຳບັນດາກົມໃຫຍ່, ບັນດາອະດີດການນຳກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີ, ບັນດາພະນັກງານຫຼັກແຫ່ງກະຊວງປ້ອງກັນປະເທດ, ຄູ-ອາ ຈານ, ອະດີດນັກສືກສານາຍທະຫານກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນ, ວິທະຍາຄານກອງທັບປະຊາຊົນຫວຽດນາມ, ນັກທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການຈັດງານພົບປະອະດີດນັກສຶກສາທະຫານກອງທັບປະຊາຊົນລາວທີ່ຮຽນຈົບຈາກ ສສ ຫວຽດນາມ, ແມ່ນກິດຈະກໍາໜຶ່ງທີ່ສໍາຄັນ, ເປັນການປະກອບສ່ວນໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ກໍ່ແມ່ນກົງກັບວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ, ເຊິ່ງພັກ-ລັດຖະບານຫວຽດນາມໄດ້ຈັດຕັ້ງສະເຫຼີມສະຫຼອງວັນບຸນທີ່ສໍາຄັນຂອງຊາດ, ວັນບຸນທີ່ມີມູນເຊື້ອອົງອາດກ້າຫານ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ຄັນທຸງຂອງພັກກອມມູນິດຫວຽດນາມ ແລະ ມີຜົນສຳເລັດອັນຍິ່ງໃຫຍ່ຕະຫຼອດມາ ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຈົດຈຳລ້ຳລຶກຢູ່ສະເໝີ ແລະ ຢ່າງເລິກເຊິ່ງວ່າທຸກໄຊຊະນະໃນພາລະກິດປະຕິວັດເພື່ອປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ລ້ວນແຕ່ຕິດພັນກັບຄວາມສາມັກຄີ ແລະ ການຊ່ວຍເຫຼືອລໍ້າຄ່າ, ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ໃນພິທີທີ່ມີຄວາມໝາຍສໍາຄັນນີ້, ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈາລຶກບັນດາຄຳສັ່ງສອນ ຂອງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ, ຜູ້ທີ່ໄດ້ກໍ່ສ້າງຮາກຖານ ແລະ ເປັນແວ່ນແຍງໃສແຈ້ງເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກຮຸ່ນການນຳປະຕິວັດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ກາຍເປັນມໍລະດົກອັນລ້ຳຄ່າໃຫ້ແກ່ສອງຊາດ ແລະ ສອງກອງທັບລາວ-ຫວຽດນາມ, ຫວຽດນາມ-ລາວຕະຫຼອດມາ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງຫວຽດນາມ-ລາວ ຢູ່ໃນຖ່ວງທ່າພັດທະນາອັນຈົບງາມ, ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດ, ການຮ່ວມມືດ້ານເສດຖະກິດ ໄດ້ເພີ່ມທະວີດ້ານຄຸນນະພາບ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຍາມໃດກໍຖືສຳຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດສຸດຄວາມສາມາດພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ໄດ້ຂຶ້ນກ່າວຄຳປາໄສວ່າ: ຄະນະພະນັກງານກອງທັບປະຊາຊົນຫວຽດນາມ ສຸດທີ່ມີຄວາມເບີກບານມ່ວນຊື່ນ ທີ່ໄດ້ເຂົ້າຮ່ວມງານພົບປະອາດິດນັກສຶກສາການທະຫານລາວທີ່ໄດ້ສຶກສາຮໍ່າຮຽນຢູ່ສສ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດເໝາະກັບຕົວຈິງ ເພື່ອແນໃສ່ລະນືກເຖິງຄວາມຮູ້ບຸນຄຸນສະແດງເຖິງນໍ້າໃຈອັັນປະເສີດຄວາມເຫັນອົກເຫັນໃຈລະຫວ່າງອາຈານ ແລະ ນັກສຶກສາ, ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຕິດພັນຢ່າງສະໜິດສະໜົມເຊິ່ງກັນ ແລະ ກັນໃນຕະຫຼອດໄລຍະປະຫວັດສາດອັນຍາວນານໃນການສ້າງສາ ແລະ ພັດທະນາປະເທດຊາດ.

ຜ່ານຜ່າສິ່ງທ້າທາຍທີ່ດຸເດືອດຂອງສົງຄາມ ແຕ່ນ້ຳໃຈມິດຕະພາບອັນສົດໃສເປັນຄູ່ຮ່ວມສູ້ຮົບ, ສາຍພົວພັນມິດຕະພາບ ຫວຽດນາມ-ລາວຍັງສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດຜ່ອງແບບທໍາມະຊາດ, ເປັນກົດເກນຄົງຕົວ ແລະ ຫຍາຍຕົວຂອງສອງຊາດ, ສາຍພົວພັນນັ້ນໄດ້ກາຍເປັນເອກະລັກທີ່ສວຍງາມຢ່າງສະເໝີຕົ້ນສະເໝີປາຍ, ປອດໃສ “ມີໜື່ງບໍ່ມີສອງ” ໃນປະຫວັດສາດໂລກ ແລະ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງຊາດ, ແມ່ນປັດໄຈຮັບປະກັນການຄົງຕົວ ແລະ ການຂະຫຍາຍຕົວຂອງສອງຊາດ. ພຶດຕິກໍາໄດ້ສະແດງໃຫ້ເຫັນວ່າ: ແຕ່ລະບັ້ນໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ເອກະພາບປະເທດຊາດໃນສະໄໝກ່ອນ ກໍ່ຄືແຕ່ລະຜົນງານໃນການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນນີ້ ຂອງສອງປະເທດລ້ວນແຕ່ມີການຕິດພັນກັບການພັດທະນາຢ່າງດີງາມຂອງສາຍພົວພັນສາມັກຄີພິເສດ ຫວຽດນາມ- ລາວ.

ບັນດາສະຫາຍນັກສຶກສາລາວທີ່ໄດ້ຮໍ່າຮຽນຢູ່ຫວຽດນາມໄດ້ ແລະ ກໍາລັງຮັບຜິດຊອບບັນດາໜ້າທີ່ສໍາຄັນໃນບັນດາອົງການນໍາພາຂອງພັກ, ລັດ, ກອງທັບປະຊາຊົນລາວ; ຫຼາຍສະຫາຍໄດ້ກາຍເປັນການນໍາຂັ້ນສູງ, ບັນດານາຍພົນ, ບັນດາຜູ້ບັນຊາດີເດັ່ນຂອງກອງທັບປະຊາຊົນປະຕິວັດລາວ, ບັນດາອະດິດນັກສຶກສາລາວໄດ້ສຶກສາຢູ່ບັນດາວິທະຍາຄານ, ໂຮງຮຽນ ຂອງກອງທັບປະຊາຊົນຫວຽດນາມໄດ້ ແລະ ກໍາລັງແມ່ນປັດໃຈສໍາຄັນປະກອບສ່ວນໃນການກໍ່ສ້າງກອງທັບປະຊາຊົນລາວ ນັບມື້ເຂັ້ມແຂງ; ພ້ອມກັນນັ້ນ ເປັນຂົວຕໍ່ກັບກອງທັບລະຫວ່າງສອງປະເທດ, ບໍ່ຢຸດຢັ້ງໃນການເພີ່ມທະວີ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີພິເສດສະເໝີຕົ້ນ, ສະເໝີປາຍ ແລະ ສາຍພົວພັນຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບໝັ້ນຄົງທະນົງແກ່ນ. ພ້ອມດຽວກັນນີ້ອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ ກໍ່ຍັງ ໄດ້ຂື້ນກ່າວແດງຄວາມຮູ້ສຶກຕໍ່ສະຖາບັນການສຶກສາ ແລະ ຄູ-ອາຈານທີ່ໄດ້ໃຫ້ການສິດສອນສົ່ງຄວາມຮູ້, ໃນນີ້ມີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ, ພົນຕີ ວົງສັກ ພັນທະວົງ, ພົນຈັດຕະວາ ສົງກາ ບຸນຄຸນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນຈັດຕະວາ ສຸລິນພອນ ຄຳພະຈັນ ແລະ ຕາງໜ້ານັກສຶກສາ ສສ ຫວຽດນາມ ທີ່ມາສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ.

ໂດຍ: ອາຫວຸ້ນ

ປິດລົງດ້ວຍຜົນສຳເລັດອັນຈົບງາມ ຊຽງຂວາງເກມ

0

ງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022 ໄດ້ມີພິທີປິດຢ່າງຍິ່ງໃຫຍ່ ແລະ ຈົບລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນແລງວັນທີ 22 ທັນວາ ນີ້ ທີ່ສະໜາມກິລາໄຫຫີນ ຢູ່ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ໂດຍການກ່າວປິດງານດັ່ງກ່າວຢ່າງເປັນທາງການຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີທ່ານ ບຸຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ, ມີບັນດາທ່ານການນໍາຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະນັກກິລາ, ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ກ່ອນພິທີທາງການເລີ່ມຂຶ້ນມວນຊົນທີ່ມາຮ່ວມງານໄດ້ຮັບຊົມການສະແດງຄອນເສີດ ແລະ ເມື່ອກ້າວສູ່ພິທີປິດຢ່າງເປັນທາງການ ກໍໄດ້ເລີ່ມຕົ້ນຂຶ້ນໂດຍມີຂະບວນສວນສະໜາມຂອງ 31 ກ້ອນກຳລັງເດີນເຂົ້າສູ່ສະໜາມ ຊຶ່ງປະກອບມີ: ກອງດຸລິຍາງ; ປ້າຍຄໍາຂວັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ; ໂລໂກ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI; ກ້ອນກໍາລັງທຸງຊາດ, ທຸງກິລາ, ທຸງງານ; ກໍາມະການຕັດສິນ; ຕາມມາດ້ວຍກ້ອນກຳລັງແຕ່ລະປະເພດກິລາ ມີ 25 ກ້ອນກຳລັງ ແລະ ຕາມມາດ້ວຍກ້ອນກຳລັງປອດຄວັນຢາສູບ.

ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະຫຼຸບລາຍງານຜົນສໍາເລັດຂອງການແຂ່ງຂັນ ໃຫ້ຮູ້ວ່າ: ຊຽງຂວາງເກມ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 14/11/2022; ມີ 22 ພາກສ່ວນເຂົ້າຮ່ວມ ຄືທີມນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກິລາ ລວມຫຼຽນຄໍາ 363 ຫຼຽນ, ຫຼຽນເງິນ 363 ຫຼຽນ ແລະ ຫຼຽນທອງ 532 ຫຼຽນ. ໃນນີ້ ໄດ້ຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 2 ປະເພດກິລາຄື: ກິລາລອຍນ້ຳ ແລະ ກິລາຍິງປືນ. ສ່ວນຈັດການແຂ່ງຂັນຢູ່ແຂວງຊຽງຂວາງແມ່ນໄດ້ເລີ່ມມາແຕ່ວັນທີ 1/12/2022 ແລະ ຈັດພິທີເປີດງານຢ່າງເປັນທາງການ ໃນວັນທີ 13/12/2022; ມາຮອດນີ້ ກໍໄດ້ມີພິທີປິດລົງຢ່າງເປັນທາງການ ຊຶ່ງຕະຫຼອດໄລຍະການຈັດງານຄັ້ງນີ້ ຄະນະກໍາມະການຈັດການແຂ່ງຂັນທຸກປະເພດກິລາ ໄດ້ປະຕິບັດຕາມກົດລະບຽບ, ກະຕິກາຂອງການແຂ່ງຂັນ ໂດຍມີຄວາມຊື່ສັດ ແລະ ເປັນທໍາທຸກປະການ; ນັກກິລາທຸກຄົນ ໄດ້ປະຕິບັດຕາມຕາຕະລາງຂອງການແຂ່ງຂັນ, ເຄົາລົບກົດລະບຽບ, ກົດກະຕິກາ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ອະໄພຊຶ່ງກັນ ແລະ ກັນ (ດ້ວຍນໍ້າໃຈນັກກິລາ).

ການແຂ່ງຂັນໄດ້ສ້າງຄວາມສາມັກຄີອັນດີງາມ, ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງກະຊວງ-ອົງການ ກັບແຂວງຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ. ນອກນັ້ນ, ຍັງໄດ້ແລກປ່ຽນປະສົບການທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ດ້ານອື່ນໆ ຢ່າງຫຼວງຫຼາຍ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ເປັນເຈົ້າຫຼຽນຄໍາ ໂດຍຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບທີ 1. ສ່ວນອັນດັບທີ 2 ນະຄອນຫຼວງວຽງຈັນ ໂດຍຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ; ອັນດັບທີ 3 ກະຊວງປ້ອງກັນປະເທດ ແຊັມເກົ່າ (ເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ) ຊຶ່ງໃນຊຽງຂວາງເກມ ຍາດໄດ້ 51 ຫຼຽນຄໍາ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ.

ທ່ານ ພັນຄໍາ ວິພາວັນ ກໍໄດ້ກ່າວປິດງານຢ່າງເປັນທາງການ ໂດຍກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບຈັດງານ, ຄະນະພັກ-ອົງການປົກຄອງແຂວງຊຽງຂວາງ, ກະຊວງສຶກສາທິການ ແລະ ກິລາ, ທຸກຂະແໜງການທີ່ກ່ຽວຂ້ອງ, ບັນດາຄະນະນັກກິລາ, ຄູຝຶກ, ກໍາມະການຕັດສິນ, ຜູ້ປະກອບການ ແລະ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຕະຫຼອດຮອດເພື່ອນມິດຕ່າງປະເທດ ທີ່ໄດ້ໃຫ້ການປະກອບສ່ວນ ທາງດ້ານເຫື່ອແຮງ, ສະຕິປັນຍາ, ວັດຖຸຢ່າງຫຼວງຫຼາຍ ເຮັດໃຫ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ສໍາເລັດລົງຢ່າງຈົບງາມ ຕາມຈຸດປະສົງຄາດໝາຍທຸກປະການ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງບັນດາຜູ້ເຂົ້າຮ່ວມພິທີພ້ອມກັນຊົມເຊີຍຜົນສໍາເລັດຂອງງານກິລາຄັ້ງນີ້ ຊຶ່ງເປັນການຢືນຢັນອີກເທື່ອໜຶ່ງຂອງການນໍາພາອັນຖືກຕ້ອງຂອງພັກ-ລັດ, ຄວາມເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະຫຼະຂອງການຈັດຕັ້ງພັກ-ລັດ, ເອກະຊົນ, ຂອງປະຊາຊົນບັນດາເຜົ່າໃນການຈັດງານມະຫາກຳກິລາແຫ່ງຊາດ. ຂໍໃຫ້ພວກເຮົາທັງໝົດຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມນີ້ໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ທ່ານນາຍົກລັດຖະມົນຕີ ກໍໄດ້ປະກາດປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ .

ພາຍຫຼັງການກ່າວປິດງານ, ກໍໄດ້ມີພິທີເຊີນທຸງຊາດ ແລະ ທຸງກິລາ ລົງຈາກຍອດເສົາ ພ້ອມດຽວກັນກັບໄຟອ່າງທວນໄຟຄ່ອຍໆ ມອດລົງ ແລະ ໄດ້ມີການມອບ-ຮັບທຸງກິລາແຫ່ງຊາດ ໃຫ້ນະຄອນຫຼວງວຽງຈັນ ເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໂດຍທ່ານ ບຸນຈັນ ສີວົງພັນ ມອບໃຫ້ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ກໍໄດ້ມອບຕໍ່ໃຫ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຊຶ່ງໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວບາງເນື້ອໃນສຳຄັນວ່າ: ໃນອີກ 3 ປີຂ້າງໜ້າ, ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ກໍຖືຮອບວຽນທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງຖືວ່າເປັນຄັ້ງທີ 3 ສຳລັບນະຄອນຫຼວງວຽງຈັນ ຊຶ່ງຄັ້ງທີ 1 ປີ 1985, ຄັ້ງທີ 2 ປີ 2000. ແຕ່ເຖິງຢ່າງໃດກໍຕາມ, ທີ່ມີຫຼາຍກິດຈະກໍາທີ່ສໍາຄັນຂອງພັກ, ຂອງຊາດ ທີ່ນະຄອນຫຼວງວຽງຈັນ ຈະຕ້ອງໄດ້ກະກຽມ ຈຶ່ງສະເໜີຂໍຈັດໃນປີ 2025. ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຕາງໜ້າຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຊາວນະຄອນຫຼວງວຽງຈັນ ເຊີນຊວນບັນດາທ່ານການນໍາພັກ-ລັດ, ຄະນະນໍາ, ຄູຝຶກ ແລະ ກ້ອນກໍາລັງນັກກິລາຈາກບັນດາແຂວງ, ຊາວລາວທຸກທົ່ວໜ້າ, ແຂກພາຍໃນ ແລະ ຕ່າງປະເທດ ເພື່ອກະກຽມ ແລະ ເຂົ້າຮ່ວມ “ນະຄອນຫຼວງວຽງຈັນເກມ”.

ຈາກນັ້ນ, ຂະບວນສວນສະໜາມກໍເດີນອອກສະໜາມ ແລະ ພິທີກໍໄດ້ເລີ່ມການສະແດງຂອງເຈົ້າພາບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ກໍຄື ນະຄອນຫຼວງວຽງຈັນ ທີ່ມີຊື່ວ່າ: “ຊາວນະຄອນຫຼວງຍິນດີຕ້ອນຮັບ” ດ້ວຍບົດຟ້ອນ: “ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ” ການສະແດງບົດຟ້ອນບັ້ງໄຟກ່ານເມືອງພວນ ແລະ ບົດຟ້ອນນັດພົບກັນໃໝ່; ຕາມດ້ວຍການຈູດບັ້ງໄຟດອກ, ເລີ່ມການສະແດງພິທີປິດ ແລະ ຈົບພິທີຢ່າງເປັນທາງການ.

ສະຫຼຸບຂະບວນແຂ່ງຂັນຮັກຊາດ-ພັດທະນາ ແລະ ຍ້ອງຍໍຜົນງານ 5 ປີ

0

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງ ຮອດ ປີ 2025 ພ້ອມຍ້ອງຍໍຜົນງານ 5 ປີ (2016-2022) ຂຶ້ນໃນວັນທີ 22 ທັນວາ ນີ້ ທີ່ຫໍປະຊຸມແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານວ່າ: ໃນໄລຍະ 5 ປີ ຜ່ານມາກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຜັນຂະຫຍາຍ, ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍໄດ້ສຸມໃສ່ປະຕິບັດຕາມບັນດາແຜນງານ ແລະ ໂຄງການບູລິມະສິດລະດັບຊາດຂອງລັດຖະບານ; ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງລັດຖະບານມາເປັນອັນສະເພາະຂອງຕົນ, ໃນນັ້ນ ໄດ້ກຳນົດວິໄສທັດໃນການພັດທະນາ ຮອດປີ 2030 ຄື: ຫັນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຍືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ຜັນຂະຫຍາຍມາເປັນແຜນການ 5 ປີ ຄັ້ງທີ II (2016-2020) ດ້ວຍຈຸດໝາຍລວມທີ່ວ່າ: ພັດທະນາຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳທັນສະໄໝ, ມີພື້ນຖານໂຄງລ່າງດ້ວຍລະບົບຄວາມໄວສູງ, ປອດໄພ, ທົ່ວເຖິງ ແລະ ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງມີຄຸນນະພາບສູງ ຊ່ວຍຍູ້ແຮງການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວໄວຂຶ້ນ ແລະ ມີຄວາມຍືນຍົງ. ເພື່ອບັນລຸຈຸດໝາຍລວມດັ່ງກ່າວ, ຈຶ່ງໄດ້ກຳນົດອອກ 9 ວຽກຈຸດສຸມ, 70 ແຜນງານ ແລະ 75 ໂຄງການ ເຊື່ອມສານເຂົ້າກັບເປົ້າໝາຍການພັດທະນາແບບຍືນຍົງ.

ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນ ສາມາດສ້າງໄດ້ບຸກຄົນດີເດັ່ນ 1.376 ທ່ານ ແລະ ກົມກອງລວມໝູ່ດີເດັ່ນ 32 ກົມກອງ ລາຍລະອຽດຄື: ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນ ຈຳນວນ 30 ທ່ານ ແລະ 5 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນ ຈຳນວນ 47 ທ່ານ, ແລະ 7 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນ, ຈຳນວນ 93 ທ່ານ ແລະ 19 ກົມກອງ, ປະດັບຫຼຽນກາແຮງງານ ໃຫ້ບຸກຄົນ, ຈຳນວນ 238 ທ່ານ ແລະ 1 ກົມກອງ, ແລະ ສະເໜີໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ຈຳນວນ 968 ທ່ານ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊົຍຕໍ່ຜົນງານທີ່ກະຊວງ ຕສ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ ເນັ້ນ 5 ບັນຫາຄື: 1. ໃຫ້ຄະນະພັກ, ຄະນະນຳ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວປະເທດ ພ້ອມກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕາມຄໍາຂວັນ, ຍົກສູງຄວາມຮັບຜິດຊອບ ຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກຳລັງແຮງຂັບເຄື່ອນໃນການຫັນເປັນດີຈີຕອນ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຕາມເນື້ອໃນຂໍ້ແຂ່ງຂັນ ໃຫ້ໄດ້ຕາມຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ. 2. ຄະນະພັກ, ຄະນະນໍາແຕ່ລະຂັ້ນ ລວມເຖິງ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນະພາບ ໃນການນຳພາຂອງພັກ ໃນໄລຍະໃໝ່, 3. ສ້າງ ບຸກຄົນ ແລະ ກົມກອງລວມໝູ່ ຕົວແບບດີເດັ່ນ, ນຳໜ້າ ຈາກນ້ອຍຫາໃຫຍ່, ຈາກດ້ານດຽວກ້າວສູ່ຫຼາຍດ້ານ ແລະ ຂະຫຍາຍອອກໃຫ້ກວ້າງຂວາງ, ມີຄຸນນະພາບ, ຍືນຍົງ ແລະ ຂະຫຍາຍຕົວ ,ຕ້ອງຕັ້ງໜ້າເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສ້າງບັນດາຕົວແບບດີເດັ່ນດ້ານຕ່າງໆ ຢູ່ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແຕ່ສູນກາງລົງຮອດທ້ອງຖິ່ນ-ຮາກຖານ, 4. ໃຫ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ ທັງຈັດຕັ້ງຍ້ອງຍໍ ໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການ ໃຫ້ຂະຫຍາຍຕົວ ນັບມື້ກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ຫ້າວຫັນແທ້, ຜູ້ທີ່ມີຫົວຄິດປະດິດສ້າງຢ່າງແຂງແຮງ; 5. ບັນດາອົງການຈັດຕັ້ງ ທີ່ຂື້ນກັບ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ຕ້ອງໄດ້ສືບຕໍ່ເພີ່ມທະວີ ການນໍາພາຊີ້ນໍາ, ບັນຊາ ແລະ ຕິດຕາມ, ກວດກາ ການຜັນຂະຫຍາຍຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນທັງທິດທາງລວມ ແລະ ທັງເປັນເນື້ອໃນວຽກງານ ຂອງຂົງເຂດ ຫຼື ຂະແໜງການຕົນ ຢ່າງຈະແຈ້ງ, ຖືເປັນຫຼັກການ-ຄວາມຮັບຜິດຊອບຊີ້ນໍາ-ນຳພາ ໃນການເຄື່ອນໄຫວ ແລະ ປຸກລະດົມຂະບວນການ, ຖືເປັນຄວາມຮັບຜິດຊອບການເມືອງຂອງຕົນ.

(ຂ່າວ-ພາບ: ສຳນານ)

ພິທີມອບ-ຮັບໂຄງການພັດທະນາ ແລະ ປັບປຸງສວນນໍ້າພຸຊຽງຍືນ

0

ພິທີມອບ-ຮັບໂຄງການພັດທະນາ ແລະ ປັບປຸງສວນນໍ້າພຸຊຽງຍືນ ໂດຍບໍລິສັດເອເຊຍລົງທຶນພັດທະ ນາ ແລະກໍ່ສ້າງຈໍາກັດຜູ້ດຽວ ຄືນໃຫ້ລັດຖະບານລາວ ແລະ ນະຄອນຫຼວງວຽງຈັນ ຄຸ້ມຄອງ ແລະປົກປັກຮັກສາ ຈັດຂື້ນໃນວັນທີ 21 ທັນວາ 2022 ທີ່ສວນນໍ້າພຸຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາການນໍາພັກ-ລັດຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍແຂກຮັບເຊີນ.

ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດ ກ່າວວ່າ: ສວນນໍ້າພຸແຫ່ງນີ້ມີປະຫວັດສາດອັນຍາວນານ ແລະ ມີຫຼາຍເລື່ອງລາວເລົ່າທີ່ເຕັມໄປດ້ວຍຄວາມໝາຍ ບໍລິສັດໄດ້ຮັບການສໍາປະທານໃນ 2011 ຜ່ານມາ ໂດຍແມ່ນການທົດລອງຂອງນະຄອນຫຼວງວຽງຈັນໃນການຫັນໃຫ້ພາກເອກະຊົນມີສ່ວນຮ່ວມໃນການຊ່ວຍຄຸ້ມຄອງຊັບສິນຂອງລັດ, ການທົດ ລອງເພື່ອຫັນຊັບສິນເປັນທຶນ ແລະ ໃຫ້ພາກເອກະຊົນ ປະກອບສ່ວນປັບປຸງສວນແຫ່ງນີ້ໃຫ້ມີຄວາມສວຍງາມ ພ້ອມທັງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຄຸ້ມ ຄອງບັນດາສວນສາທາລະນະຕ່າງໆຂອງລັດ. ມາຮອດປີ 2021 ລັດຖະບານມີຄວາມເປັນຫ່ວງຕໍ່ປະຫວັດສາດມູນເຊື້ອຂອງນໍ້າພຸ ທີ່ຢາກໃຫ້ສວນແຫ່ງນີ້ກາຍ ເປັນບ່ອນຄວາມຮູ້, ເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນ ແລະ ໃຫ້ກາຍເປັນສວນສາທາລະນະຢ່າງເຕັມຮູບແບບ ດັ່ງນັ້ນຈື່ງໄດ້ທາບທາມບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດ ຫຼື AIDC ເຂົ້າມາເປັນສ່ວນໜື່ງໃນການມອບຄືນຄວາມສຸກໃຫ້ແກ່ສັງຄົມ ໂດຍໃຊ້ງົບປະ ມານເກືອບ 2 ລ້ານໂດລາສະຫະລັດ ແລະເງິນກີບປະມານ 700 ລ້ານກີບ ເພື່ອປັບ ປຸງຄືນໃຫ້ກາຍເປັນສວນສາທາລະນະ, ເປັນເຂດສີຂຽວ, ສະອາດ ແລະ ສວຍ ງາມ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ຕາງໜ້າລັດຖະ ບານກ່າວຮັບໂຄງການພັດທະນາ ແລະ ປັບປຸງສວນສາທາລະນະນໍ້າພຸຊຽງຍືນວ່າ: ສວນນໍ້າພຸເປັນສະຖານທີ່ທີ່ມີຄວາມຜູກ ພັນກັບຄົນຫຼາຍຍຸກຫຼາຍສະໄໝຕິດພັນກັບຊາວນະຄອນຫຼວງວຽງຈັນ ແລະ ມີຄຸນຄ່າທາງດ້ານວັດທະນະທໍາ ລັດຖະ ບານຍາມໃດກໍ່ໃຫ້ຄວາມສໍາຄັນຕໍ່ການອະນຸລັກ ແລະ ເສີມຂະຫຍາຍສະຖານທີ່ທາງດ້ານວັດທະນະທໍາທີ່ເປັນປະຫວັດ ສາດ ແລະ ມີຄຸນຄ່າທາງດ້ານວັດທະນະທໍາທີ່ເປັນວັດຖຸ ເຊິ່ງໃນໄລຍະຜ່ານມາ, ລັດຖະບານໄດ້ຊຸກຍູ້ສົ່ງເສີມໃນການພັດ ທະນາສະ ຖານທີ່ຕ່າງໆ ໂດຍສະເພາະສະຖານທີ່ສວນນໍ້າພຸແຫ່ງນີ້.

ໃນງານຄັ້ງນີ້ຍັງໄດ້ມີພິທີມອບຫຼຽນກາພັດທະນາໃຫ້ແກ່ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດ ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ໄດ້ປະກອບສ່ວນໃນການປັບປຸງ ແລະ ພັດທະນາສວນແຫ່ງນີ້ໃຫ້ເປັນສວນສາທາລະນະທີ່ມີຄວາມສວຍສົດງົດງາມ.

ອົງການກວດສອບ ພົບເຫັນລາຍຮັບທີ່ບໍ່ມອບເຂົ້າງົບປະມານຫລາຍຕື້ກີບ

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ທັນວາ 2022 ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນ ໄຫວວຽກງານປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ ເຊິ່ງຜົນການກວດສອບຄືນ ການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫລຸບຂາດຕົວ ການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021; ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍເຂດເລືອກຕັ້ງ ກໍໄດ້ປະກອຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ.

ທ່ານ ວຽງທະວີສອນ ເທບພະຈັນ ລາຍງານໃຫ້ຮູ້ວ່າ: ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2021, ຜ່ານການກວດສອບຕາມຫລັກວິຊາການບົດສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ ປະກອບມີລາຍຮັບຕາມແຜນການ 27.629 ຕື້ກວ່າກີບ ປະຕິບັດໄດ້ 28.905 ຕື້ກວ່າກີບ ເທົ່າກັບ 104,62% ຂອງແຜນການ; ລາຍຈ່າຍຕາມແຜນ ການ 31.583 ຕື້ກວ່າກີບ ປະຕິບັດໄດ້ 29.507 ຕື້ກວ່າກີບ ເທົ່າກັບ 93,43% ຂອງແຜນການ; ການ ດຸ່ນດ່ຽງຊໍາລະໜີ້ສິນສາທາລະນະຕາມແຜນການ 16.395 ຕື້ກວ່າກີບ ປະຕິບັດໄດ້ 12.592 ກວ່າຕື້ກີບ ເທົ່າກັບ 76,81%; ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການ 20.349 ຕື້ກວ່າກີບ ປະຕິບັດໄດ້ 14.492 ຕື້ກວ່າກີບ ເທົ່າກັບ 71,22% ຂອງແຜນການ. ຜ່ານການກວດສອບພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 141,30 ຕື້ກີບ; ໃນນັ້ນ, ໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ 35,18 ຕື້ກີບ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີເງິນຝາກຄັງເງິນ 106,12 ຕື້ກີບ; ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງ ໃນລະບົບຄັງເງິນປະຈໍາແຂວງ ທີ່ບໍ່ສາມາດສະສາງໄດ້ຍົກມາຈາກປີກ່ອນ 1.294 ກວ່າຕື້ກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 85,73 ຕື້ກີບ ກວດສອບພົບໜີ້ຕ້ອງຮັບສ່ວຍສາອາກອນ ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານ ທີ່ບໍ່ມອບເຂົ້າງົບ ປະມານແຫ່ງລັດ ທັນຕາມກໍານົດເວລາມີຍົກມາຈາກປີກ່ອນ 1.879 ຕື້ກວ່າກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 551,43 ຕື້ກີບ; ກວດສອບເຫັນຍອດເຫລືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ(ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດ 9,48 ຕື້ກີບ; ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນປີ 2021, ເງິນແຮ່ທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມທັງໝົດ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ; ກວດສອບເຫັນການຈັດຕັ້ງປະຕິບັດ ໂຄງການນອກແຜນງົບປະມານແຫ່ງລັດ 13 ໂຄງການ ມູນຄ່າຕາມສັນຍາ 23,07 ຕື້ກີບ ໃນນັ້ນ ມູນຄ່າປະຕິບັດຕົວຈິງ 21,72 ຕື້ກີບ.

ທ່ານ ວຽງທະວີສອນ ເທບພະຈັນ ຍັງໃຫ້ຮູ້ອີກວ່າ: ຜົນການກວດສອບຄືການແກ້ໄຂຜົນການກວດສອບຕາມມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງການແກ້ໄຂຜົນການກວອສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2020 ເລັ່ງທວງເອົາຍອດເຫລືອລາຍຮັບທີ່ກວດເຫັນເພີ່ມ 106,17 ຕື້ກີບ ເຂົ້າງົບປະມານແຫ່ງລັດ; ໃນນັ້ນ, ໄດ້ຮັບການແກ້ໃນປີ 2021 ຈຳນວນ 34,57 ຕື້ກີບ ເລັ່ງທວງໜີ້ສິນຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນຂອງລັດ ເຂົ້າງົບປະມານແຫ່ງລັດສະສົມຮອດທ້າຍປີ 2020 ຈຳນວນ 5.000 ຕື້ກວ່າກີບ; ໃນນັ້ນ, ເກັບໄດ້ປີ 2021 ຈຳນວນ 315 ຕື້ກວ່າກີບ, ຍັງຄ້າງຮອດທ້າຍປີ 2021 ມີ 4.000 ຕື້ກວ່າກີບ, ການສະສາງເງິນລາຍຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດສະສົມຮອດປີ 2020 ມີ 1.000 ຕື້ກວ່າກີບ, ໄດ້ຮັບການແກ້ໄຂໃນປີ 2021 ຈຳນວນ 44,13 ຕື້ກີບ ປະກອບເອກະສານເປັນລາຍຈ່າຍ 23 ຕື້ກວ່າກີບ ເກັບຄືນເປັນເງິນໄດ້ 20 ຕື້ກວ່າກີບ ຍັງຄ້າງຮອດປີ 2021 ຈຳນວນ 1.000 ຕື້ກວ່າກີບ.

ຂ່າວ ສົມຫວັງ

ນວ ຮັບຮອງສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

0

ນະຄອນຫລວງວຽງຈັນ(ນວ) ໄດ້ຈັດພິທີປະກາດຮັບຮອງເອົາ ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງ ຖິ່ນ ທາງດ້ານວັດທະນະທຳແຫ່ງທີ 1 ແລະ ເປີດນໍາໃຊ້ປະຕູຂົງໃຫຍ່ ໃນວັນທີ 22 ທັນວາ 2022 ຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ນວ, ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕິກະຊວງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນວ, ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ແລະ ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສຳປະທານສວນວັດທະນະທຳຊຽງຄວນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ ກ່າວວ່າ: ນັບແຕ່ປີ 2012 ເປັນຕົ້ນມາໄດ້ມີການປັບປຸງພາລະບົດບາດ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງຂັ້ນສູນກາງ ແລະ ຂັ້ນທອງຖີ່ນ; ດັ່ງນັ້ນທາງກົມມໍລະດົກ ຈຶ່ງໄດ້ເລີ່ມແບ່ງຄວາມຮັບຜິດຊອບວຽກການຄຸ້ມຄອງມໍລະດົກ ໃຫ້ກັບພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍອີງໃສ່ກົດໝາຍມໍລະດົກ ແຫ່ງຊາດ ເປັນຫລັກ ແລະ ພາລະບົດບາດຂອງທ້ອງຖິ່ນ. ມາໃນປີ 2020 ທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ອະນຸກຳມະການມໍລະດົກ ຂັ້ນນະຄອນຫລວງວຽງຈັນ ສະບັບເລກທີ 665/ຈນວ ລົງວັນທີ 22 ຕຸລາ 2020 ເພື່ອເຮັດໃຫ້ວຽກງານມໍລະດົກ ໄດ້ຮັບການຈັດຕັ້ງເຄື່ອນໄຫວ ແລະ ອີງໃສ່ ແຜນວຽກ 5 ປີ ຂອງພະແນກ ຖວທ ນວ 2021-2025 ຕາມແຜນຂຶ້ນທະບຽນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ໃຫ້ໄດ້ 3 ແຫ່ງຄື: ສວນວັດທະນະທຳຊຽງຄວນ, ພະທາດຖິ່ນຊ້ອຍ ເມືອງປາກງື່ມ ແລະ ນ້ຳສ້າງເຫວີຍ-ພະເຈົ້າອົງຕື້ ວັດໂພນໄຊ ເມືອງໄຊເຊດຖາ ແລະ ພ້ອມກັບການຂື້ນທະບຽນວັດຖຸພັນ, ທັງກວດບັນຊີແຫລ່ງມໍລະດົກຕ່າງໆ ຢູ່ນະຄອນຫລວງວຽງຈັນໃຫ້ບັນລຸຕາມຄາດໝາຍ.

ອີງໃສ່ກົດໝາຍ ແລະ ຂໍ້ຕົກຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ແລະ ທິດທາງແຜນ ການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025)ຂອງພະແນກ ຖວທ ນວ ແລະ ເມືອງຫາດຊາຍຟອງ ຈຶ່ງໄດ້ກໍານົດເອົາສະຖານທີ່ສວນວັດທະນະທຳຊຽງຄວນເປັນເປົ້າໝາຍ ໃນການນໍາສະເໜີ ຫລື ຍົກລະດັບຂື້ນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ກໍຄືຂອງ ນວ ພະແນກ ຖວທ ນວ ໃນນາມຜູ້ຮັບ ຜິດຊອບທາງດ້ານວິຊາການ ເມືອງຫາດຊາຍຟອງ ເປັນຜູ້ຄຸ້ມຄອງ ແລະ ຜູ້ສຳປະທານສວນວັດທະນະທຳ ຈຶ່ງໄດ້ສົມທົບ ກັນຂຶ້ນແຜນບັນດາໜ້າວຽກຕ່າງໆ ໃນການນໍາສະເໜີ ສວນວັດທະນະທໍາດັ່ງກ່າວ ຂຶ້ນເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ໂດຍໄດ້ປະສານສົມທົບ ກັບກົມມໍລະດົກ ກະຊວງ ຖວທ ໃນນາມຜູ້ຊີ້ນຳທາງດ້ານວິຊາການ ເພື່ອລົງມາຊ່ວຍສຳຫລວດ ເກັບກຳຂໍ້ມູນ ແລະ ຕີລາຄາໃນການຍົກລະດັບສວນວັດທະນະທຳຊຽງຄວນແຫ່ງນີ້ ໃຫ້ສຳເລັດ.

ຜ່ານການລົງສຳຫລວດ ເກັບກຳຂໍ້ມູນ ແລະ ປະເມີນຄຸນຄ່າຕົວຈິງ ຂອງຄະນະກໍາມະການ ເຫັນວ່າສ່ວນວັດທະນະທໍາຊຽງຄວນ ນອນຢູ່ໃນເງື່ອນໄຂມາດຖານໃນການຍົກລະດັບເປັນ ມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ. ປັດຈຸບັນນະຄອນຫລວງວຽງຈັນ ມີມໍລະດົກແຫ່ງຊາດ 6 ແຫ່ງ ຄື: ພະທາດຫລວງວຽງຈັນ ແລະ ບໍລິເວນອ້ອມຮອບ, ຫໍພະແກ້ວ, ວັດສີສະເກດ, ວັດສີເມືອງ, ວັດອົງຕື້, ວັດອິນແປງ. ສ່ວນການຂື້ນທະບຽນວັດຖຸພັນກໍຍັງແມ່ນຄວາມຮັບຜິດຊອບ ແລະ ການຄຸ້ມຄອງຂອງ ກົມມໍລະດົກ ກະຊວງ ຖວທ.