Friday, October 10, 2025
Home Blog Page 839

ພິທີປິດ ຊຸດບຳລຸງພາສາອັງກິດ ຊຸດທີ 44 ສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ

0

ໃນວັນທີ 23 ທັນວາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 44 ສຳລັບ ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ, ເຊິ່ງໄດ້ດໍາເນີນມາເປັນເວລາ 06 ເດືອນ (ເລີ່ມແຕ່ວັນທີ 25 ກໍລະກົດ – 23 ທັນວາ 2022), ໂດຍການເປັນປະທານຂອງ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມ ຈາກບັນດາກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງທັງໝົດ 50 ກວ່າທ່ານ.

ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບລາຍງານຜົນສໍາເລັດຂອງຊຸດບໍາລຸງພາສາອັງກິດ ຊຸດທີ 44, ເຊິ່ງຊຸດຮຽນດັ່ງກ່າວ ແມ່ນໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ຜູ້ເຂົ້າຮ່ວມສາມາດຍົກລະດັບພາສາອັງກິດ ໄດ້ໃນລະດັບດີຂຶ້ນ ເປັນຕົ້ນການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ. ພອ້ມດຽວກັນນັ້ນ, ຜູ້ເຂົ້າຮັບການບໍາລຸງ ຍັງໄດ້ຮຽນຮູ້ ກ່ຽວກັບ ຄວາມຮູ້ພື້ນຖານຂອງວຽກງານອາຊຽນ, ກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ວຽກງານພິ ທີການທູດ, ມາລະຍາດທາງສັງຄົມ, ພາລະບົດບາດ-ຄວາມສໍາຄັນ ດ້ານວຽກງານພິທີການ ແລະ ການກະກຽມການເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ແລະ ວິທີການຂຽນຈົດໝາຍການທູດ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຢູ່ກົມກອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການມອບໃບຍ້ອງຍໍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທີ່ດີເດັ່ນ ປະຈໍາຊຸດຮຽນ ຈໍານວນ 06 ທ່ານ (ຍິງ 03 ທ່ານ).

ນອກຈາກການຮຽນ-ການສອນ ພາຍໃນຫ້ອງຮຽນແລ້ວ, ຊຸດບໍາລຸງດັ່ງກ່າວ ຍັງໄດ້ສ້າງກິດຈະກໍາເຄື່ອນໄຫວນອກຫຼັກສູດ ເປັນຕົ້ນໄດ້ນໍາພາຜູ້ເຂົ້າຮວ່ມບໍາລຸງ ໄປທັດສະນະສຶກສາ ທີ່ບໍລິສັດ Vientiane Logistics Park, ສູນພັດທະນາແມ່ຍິງພິການລາວ, ສູນຂໍ້ມູນ-ຂ່າວສານຄົນພິການ (COPE), ເຂື່ອນໄຟຟ້ານໍ້າມັງ 3 ແລະ ຈັດການແຂ່ງ ຂັນກິລາຕ່າງໆ ເພື່ອຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະ ນັກງານສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຊຸດບໍາລຸງດັ່ງກ່າວ ທີ່ມາຈາກພາກສ່ວນອື່ນໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນກວ່າເກົ່າ.

ພ້ອມດຽວກັນນີ້, ທ່ານ ຕິ່ງ ສຸກສັນ, ປະ ທານພິທີປິດຊຸດບໍາລຸງດັ່ງກ່າວ. ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ຜູ້ເຂົ້າຮັບການບໍາລຸງ. ພ້ອມທັງໄດ້ໂອ້ລົມ ໃຫ້ທິດຊີ້ນໍາ ຕໍ່ພະນັກງານທີ່ສໍາເລັດການບໍາລຸງພາສາອັງກິດ ຄັ້ງນີ້, ໂດຍໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຕໍ່ກັບການຍົກລະດັບພາສາຕ່າງປະເທດ ແລະ ວິຊາສະເພາະ ເພື່ອເປັນເຄື່ອງມືໃນການພົວພັນຮ່ວມມືກັບສາກົນ ໃນໄລຍະໃໝ່, ການຍົກລະດັບພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈໍາເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາຕ່າງປະເທດໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້-ຄວາມສາມາດສູງຂຶ້ນກວ່າເກົ່າ. ນອກຈາກການນຳໃຊ້ເຂົ້າໃນວຽກ ງານປະຈໍາວັນແລ້ວ, ຍັງສາມາດນຳໄປໝູນໃຊ້ໃນເວທີສາກົນ ເຊັ່ນ: ການເຂົ້າ ຮ່ວມກອງປະຊຸມສາກົນ ທັງພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສໍາມະນາຖອດຖອນບົດຮຽນໃນຫົວຂໍ້ຕ່າງໆ ລວມທັງການຂຽນບົດ ຫຼື ເອກະສານທາງການຕ່າງໆ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ປະທານປະເທດເນັ້ນ ພັດທະນາຊັບ ພະຍາກອນມະນຸດໃຫ້ມີຄຸນນະພາບຮອງຮັບການຫັນເປັນດີຈິຕອນ

0

ໃນວັນທີ 23 ທັນວາ 2022, ໂອກາດເຂົ້າຮ່ວມ ກອງປະຊຸມລະດັບສູງ ກ່ຽວກັບການຫັນເປັນດີຈີຕອນ ແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ທ່ານໄດ້ເນັ້ນໃຫ້ພັດທະ ນາຊັບ ພະຍາກອນມະນຸດທີ່ມີຄຸນະພາບສູງ ເພື່ອຮອງຮັບການຫັນເປັນດີຈິຕອນຂອງປະ ເທດເຮົາ, ເອົາໃຈໃສ່ຍົກລະ ດັບ ແລະ ປັບປຸງເນື້ອໃນການສຶກສາ ແລະ ການຝຶກອົບຮົມເພື່ອໃຫ້ນັກຮຽນ, ນັກສຶກສາເຂົ້າເຖິງແຫລ່ງຄວາມຮູ້ທາງດ້ານດີຈິຕອນ, ມີຫົວຄິດປະດິດສ້າງ ແລະ ມີການພັດທະນາໃຫ້ທັນກັບຄວາມກ້າວໜ້າ ຂອງເຕັກໂນໂລຊີທີ່ປ່ຽນແປງຢູ່ສະເໝີ; ສົ່ງເສີມການຮຽນຮູ້ທັກສະທາງດ້ານເຕັກໂນໂລຊີດີຈິຕອນຂັ້ນພື້ນຖານ ແລະ ພາສາຕ່າງປະເທດເຂົ້າໃນຫລັກສູດການສຶກສາລະດັບສາມັນທົ່ວໄປ; ປັບປຸງວິທີການຮຽນການສອນໃຫ້ທັນສະໄໝ ບົນພື້ນ ຖານການນຳໃຊ້ເຕັກໂນໂລຊີດີຈິຕອນ; ຖືເອົາຄວາມຕ້ອງການທາງດ້ານຕະ ຫລາດແຮງງານ ແລະ ການປະເມີນຂອງວິສາ ຫະກິດ ເປັນຕົວຊີ້ວັດໃນການປັບປຸງຄຸນະພາບຂອງການຮຽນການສອນຢູ່ໃນມະຫາວິທະຍາໄລ; ສົ່ງເສີມໃຫ້ນັກຮຽນນັກສຶກສາສ້າງທັກສະທາງດ້ານດີຈິຕອນ ແລະ ແຂ່ງຂັນຄວາມຮູ້ກ່ຽວກັບເຕັກໂນໂລຊີດີຈິຕອນ.

ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນອີກວ່າ: ການຫັນເປັນດີຈິຕອນ ເປັນກະແສຟອງໃນທົ່ວໂລກໃນຍຸກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ຫລື ເອີ້ນຫຍໍ້ວ່າຍຸກອຸດສາຫະກຳ 4.0, ສປປ ລາວ ຂອງພວກເຮົາມີຄວາມຈຳເປັນຕ້ອງຫັນເປັນດີຈິຕອນ ເພື່ອພັດທະນາປະເທດໃຫ້ທັນກັບກະແສຟອງຂອງຍຸກສະໄໝປັດຈຸບັນ. ຖ້າພວກເຮົາບໍ່ຫັນປ່ຽນ, ຖ້າພວກເຮົາຊັກຊ້າຈະເຮັດໃຫ້ການພັດທະນາປະເທດເຮົາຫລ້າຊ້າ ແລະ ທົດຖອຍລົງ, ຈະເຮັດໃຫ້ພວກເສຍກາລະໂອກາດ ແລະ ກາຍເປັນປະເທດທີ່ຫລ້າຫລັງ. ສະນັ້ນ ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈ ດຳເນີນພາ ລະກຳປະຫວັດສາດທີ່ສຳຄັນດັ່ງກ່າວ ເພື່ອພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕາມແນວທາງຂອງພັກເຮົາວາງໄວ້. ຢາກເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງນຳພາ-ຊີ້ນຳການຫັນເປັນດີຈິຕອນໃນຂົງເຂດຂອງຕົນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ; ສະພາແຫ່ງຊາດ ເປັນເຈົ້າການສ້າງ ແລະ ປັບປຸງບັນດານິຕິກຳຕິດພັນກັບການພັດທະນາເສດຖະກິດດີຈິຕອນ ພ້ອມທັງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ, ລັດຖະບານເປັນເຈົ້າການໃນການຄົ້ນຄວ້າ ຜັນຂະຫຍາຍແຜນຍຸດທະສາດການພັດທະນາເສດຖະກິດດີຈິຕອນໃຫ້ເປັນນິຕິກຳ, ເປັນແຜນພັດທະນາ, ໂຄງການ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ ແນໃສ່ຊຸກຍູ້ສົ່ງເສີມການຂະຫຍາຍຕົວເສດຖະກິດ ດີຈິຕອນຂອງປະເທດເຮົາໃຫ້ມີຄວາມວ່ອງໄວທັນກັບສະພາບການໃໝ່.

ເຕັກໂນໂລຊີ ດີຈິຕອນ ເປັນກຳລັງຂັບເຄື່ອນຕົ້ນຕໍຂອງການຫັນເປັນດີຈິຕອນຢູ່ປະເທດເຮົາ, ສະນັ້ນຕ້ອງຂະຫຍາຍການນຳໃຊ້ເຕັກໂນໂລຊີດີຈິຕອນໃຫ້ກວ້າງ ຂວາງ ແລະ ມີປະສິດທິພາບສູງ ຈຶ່ງຈະນຳໄປສູ່ການປ່ຽນແປງໄວ ແລະ ກ້າວສູ່ການພັດທະນາແບບກ້າວກະໂດດຂອງເສດ ຖະກິດ-ສັງຄົມ ແລະ ການປົກຄອງບໍລິຫານລັດ ເປັນ ຕົ້ນ ຕ້ອງນຳໃຊ້ ເຕັກໂນໂລຊີປັນຍາປະດິດ, ລະບົບສື່ສານຄວາມໄວສູງ, ອິນເຕີເນັດແຫ່ງສັບພະສິ່ງ, ລະບົບຂໍ້ມູນມະຫາສານ, ລະບົບຄລາວ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ກະເປົາເງິນເອເລັກໂຕຣນິກ ແລະ ເຕັກໂນໂລຊີການຊຳລະສະສາງແບບເອເລັກໂຕຣນິກ ທີ່ຈະເພີ່ມກຳລັງແຮງໃຫ້ປະຊາຊົນ ແລະ ຜູ້ປະກອບການ ໃນການສ້າງກາລະໂອກາດ ໃໝ່, ການບໍລິການໃໝ່, ທັງໝົດນີ້ ຈະນຳໄປສູ່ການຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝຢ່າງໜັກ ແໜ້ນຕາມແນວທາງທີ່ພັກວາງໄວ້.

ກະຊວງ ຜທ ຊີ້ແຈງຕໍ່ຄຳຊັກຖາມ ສສຊ

0

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ທັນວາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ນາງ ພອນວັນ ອຸທະວົງ ໄດ້ຕອບຄຳຊັກຖາມກ່ຽວກັບຈະມີວິທີການ ແລະ ມາດຕະການແນວໃດ ເພື່ອແກ້ໄຂບັນຫາມູນຄ່າໂຄງການທີ່ດັດແກ້ເກີນທີ່ສະພາແຫ່ງຊາດຮັບຮອງ ແລະ ໂຄງການນອກແຜນຈໍານວນ 38 ໂຄງການ, ມູນຄ່າ 318,01 ຕື້ກີບ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ສໍາລັບ 1 ໂຄງການທີ່ເປັນໂຄງການນອກແຜນ, ມີມູນຄ່າ 16,72 ຕື້ກີບ ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຮັບການແກ້ໄຂ ໂດຍໄດ້ປະຕິບັດຕາມຜົນການກວດກາຊຶ່ງໄດ້ຫັກລົບມູນຄ່າທີ່ບໍ່ຖືກລະບຽບອອກ ແລະ ເຈົ້າຂອງໂຄງການໄດ້ນໍາສະເໜີເຂົ້າແຜນຜ່ານສະພາແຫ່ງຊາດຮັບຮອງ ຕາມກົດໝາຍ ແລະ ລະບຽບການ ໃນປີ 2021 ແລ້ວ ຄື: ໂຄງການກໍ່ສ້າງອາຄານ ແລະ ໂຮງພິມວິສາຫະກິດໜຸ່ມລາວ. ສ່ວນ 37 ໂຄງການ ເປັນໂຄງການທີ່ນອນໃນແຜນການລົງທຶນຂອງລັດທີ່ສະພາຮັບຮອງແລ້ວ, ແຕ່ເຈົ້າຂອງໂຄງການໄດ້ປະຕິບັດວຽກເພີ່ມ ຫຼື ເຮັດສັນຍາເກີນມູນຄ່າສະພາຮັບຮອງ, ສະນັ້ນ ອີງຕາມກົດໝາຍການລົງທຶນຂອງລັດ ຈະຕ້ອງໄດ້ສະເໜີດັດແກ້ມູນຄ່າໂຄງການລົງທຶນຂອງລັດ ຕາມມາດຕາ 54 ຊຶ່ງປັດຈຸບັນຂະ ແໜງການ ແລະ ທ້ອງຖິ່ນ ກໍໄດ້ສະເໜີ ແລະ ໄດ້ຮັບການດັດແກ້ແລ້ວ ເປັນເປັນຕົ້ນ: ໂຄງການສະພາເຂດ 1, ໂຄງການກໍ່ສ້າງຫ້ວຍວັງເຫ, ໂຄງການກໍ່ສ້າງຕຶກກະຊວງຍຸຕິທໍາຫຼັງໃໝ່ ແລະ ອື່ນໆ; ສ່ວນທີ່ເຫຼືອແມ່ນຢູ່ໃນຂະບວນການດັດແກ້ ໃນຕໍ່ໜ້າ ກະຊວງ ຜທ ຈະສືບຕໍ່ຊຸກຍູ້, ຕິດຕາມ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂໃຫ້ຂາດຕົວ.

ທ່ານຮອງລັດຖະມົນຕີກະຊວງ ຜທ ກ່າວອີກວ່າ: ມາຮອດປັດຈຸບັນ ມີບັນດາກະຊວງ, ອົງການ ແລະ ແຂວງ ໄດ້ດຳເນີນການ ແລະ ສາມາດເຈລະຈາຫັກລົບ ແລະ ຕໍ່ລອງໄດ້ຈຳນວນໜຶ່ງ, ສ່ວນບັນດາໂຄງການທີ່ຍັງບໍ່ທັນໄດ້ຮັບການຫັກລົບ ແມ່ນຍັງບໍ່ຢູ່ໃນຂັ້ນຕອນເຈລະຈາກັບຜູ້ຮັບເໝົາ ໃນຕໍ່ໜ້າກະຊວງແຜນການ ແລະ ການລົງທຶນ ຈະສືບຕໍ່ສົມທົບກັບອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າຫາວິທີການແກ້ໄຂຮ່ວມກັນໃຫ້ສອດຄ່ອງກັບສະພາບຕົວຈິງ. ໃນໄລຍະຜ່ານມາ, ກະຊວງ ຜທ ໄດ້ສົມທົບກັບເຈົ້າຂອງໂຄງການໃນການຫັກລົບມູນຄ່າໂຄງການທີ່ຄິດໄລ່ບໍ່ຖືກລະບຽບຕາມຜົນການກວດກາ ໂດຍປະຕິບັດຕາມແຈ້ງການ ຫ້ອງວ່າການສໍານັກງານນາຍົກລັດຖະບມົນຕີ ຊຶ່ງສາມາດຫັກລົບໄດ້ 108 ໂຄງການ, ມູນຄ່າຫັກລົບ 826,06 ຕື້ກີບ, ສ່ວນໂຄງການທີ່ບໍ່ສາມາດຫັກລົບໄດ້ນັ້ນ ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສືບຕໍ່ສົມທົບອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງເຮັດວຽກກັບເຈົ້າຂອງໂຄງການ ເພື່ອຄົ້ນຄວ້າປະຕິບັດການຫັກລົບຕາມກົດໝາຍ ແລະ ລະບຽບການ.

ສ່ວນການກວດກາຄືນການຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານຕາມການລາຍງານຂອງອົງການກວດສອບແຫ່ງລັດ ຈໍານວນ 13 ໂຄງການ ແລະ ການຈັດຕັ້ງປະຕິບັດໂຄງການທີ່ສະພາແຫ່ງຊາດຮັບຮອງຈໍານວນ 23 ໂຄງການທີ່ປະຕິບັດບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ນັ້ນ ທ່ານຮອງລັດຖະມົນຕີ ກະຊວງ ຜທ ກ່າວວ່າ: ຕໍ່ກັບ 13 ໂຄງການ ໄດ້ສົມທົບກັບບັນດາກະຊວງ ແລະ ແຂວງທີ່ເປັນເຈົ້າຂອງໂຄງການແລ້ວ ເຫັນວ່າບັນຫາຕົ້ນຕໍແມ່ນມາຈາກການປະກອບເອກະສານບໍ່ຄົບຖ້ວນຈໍານວນໜຶ່ງ ເປັນຕົ້ນ: ເອກະສານການຄໍ້າປະກັນການປະມູນ, ເອກະສານແບບເຕັກນິກບໍ່ໄດ້ຮັບຮອງຈາກຂະແໜງການ, ບໍ່ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ອື່ນໆ ສະນັ້ນ, ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງກວດກາ ເພື່ອພ້ອມກັນແກ້ໄຂ. ສໍາລັບ 23 ໂຄງການ ແມ່ນໂຄງການທີ່ມີການດັດແກ້ມູນຄ່າໂຄງການ ແລະ ໃນນັ້ນ 7 ໂຄງການດັດແກ້ຫຼຸດມູນຄ່າ ຊຶ່ງຂະບວນການດັດແກ້ຕົວຈິງແມ່ນສະພາຂັ້ນແຂວງເປັນຜູ້ພິຈາລະນາເນື່ອງຈາກເປັນໂຄງການທີ່ມີມູນຄ່າຕໍ່າກວ່າ 20 ຕື້ກີບ. ຕາມການປະສານສົມທົບເຫັນວ່າທ້ອງຖິ່ນໄດ້ມີການດໍາເນີນຕາມຂັ້ນຕອນຂອງກົດໝາຍແລ້ວ; ສໍາລັບ 15 ໂຄງການແມ່ນການດັດແກ້ເພີ່ມຈາກມູນຄ່າສະພາຮັບຮອງ, ໃນນັ້ນ ໂຄງການທີ່ມີມູນຄ່າຕໍ່າກວ່າ 20 ຕື້ກີບ ຈຳນວນ 11 ໂຄງການ ຕາມການລາຍງານຂອງແຂວງ ແມ່ນໄດ້ດໍາເນີນຂັ້ນຕອນຕາມກົດໝາຍແລ້ວ (ສະພາຂັ້ນແຂວງເປັນຜູ້ພິຈາລະນາ) ແລະ 4 ໂຄງການແມ່ນໂຄງການມີມູນຄ່າໂຄງການສູງກວ່າ 20 ຕື້ກີບ ຊຶ່ງມາຮອດປັດຈຸບັນແມ່ນບັນຈຸໃນແຜນການລົງທຶນຂອງລັດແລ້ວແຕ່ຍັງບໍ່ທັນໄດ້ປ່ຽນມູນຄ່າຂອງບັນດາໂຄງການໃນຕາຕະລາງລົງທຶນ ເນື່ອງຈາກຍັງຢູ່ໃນຂະບວນການດັດແກ້.

ຂ່າວ: ນາງແສງຈັນ

ສະພາບອາກາດ ປະຈໍາວັນທີ 23 ທັນວາ 2022

0

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມ ໃນຕອນເຊົ້າ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງພາກເໜືອ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 23/12/2022 ເຖິງເວລາ 7:00 ໂມງວັນທີ 24/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 11-21 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງ ໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14-30 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 18-31 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 10-31 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 11-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12-33 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-28 ອົງສາ.

ສ.ອາເມລິກາ ປະກາດຍົກເລີກຖ້ຽວບິນຫລາຍກວ່າ 1.000 ຖ້ຽວ

0

ຂໍ້​ມູນ​ ຕາມ​ເວັບ​ໄຊ flightaware.com ເມື່ອ​ບໍ່​ດົນ​ມາ​ນີ້ ສ.ອາ​ເມ​ລິ​ກາ ປະກາດ​ຍົກ​ເລີກຖ້ຽວ​ບິນ 1.024 ຖ້ຽວ​ ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະຍົກເລີກຖ້ຽວບິນ ຢູ່ສະໜາມບິນສາກົນ ໂອ​ແຮ (O’Hare) ແລະ ສະໜາມ​ບິນສາກົນມິດ​ເວ (Midway) ໃນຊິກ​ຄາ​ໂກ (Chicago) ລວມທັງສະໜາມບິນສາກົນເດັນ​ເວີ (Denver) ອາດຈະມີຜົນກະທົບຢ່າງກວ້າງຂວາງ ຍ້ອນ​ສະພາບ ​ອາກາດທີ່​ບໍ່​ເອື້ອຍອຳ​ອວຍ ​ເນື່ອງ​ຈາກສະໜາມບິນເຫລົ່ານີ້ ເປັນສູນກາງການເດີນທາງພວມ​ຜະ​ເຊີນ​ກັບ ສະພາບອາກາດ ຮຸນ​ແຮງສົ່ງ​ຜົນ​ໃຫ້ນັກທ່ອງທ່ຽວ ຕ້ອງປ່ຽນຖ້ຽວ​ບິນ ເພື່ອໄປຈຸດໝາຍປາຍທາງອື່ນໆ. ປັບ​ຈຸ​ບັນປະຊາຊົນ​ກວ່າ 100 ລ້ານ​ຄົນ ຫລື ປະມານ 1 ​ໃນ 3 ຂອງ​ຊາວອາ​ເມ​ລິ​ກາຕ້ອງ​ເຝົ້າລະວັງ​ໄພ​ຈາກ​ອາກາດ​ໜາວ ​ແລະ​ ລົມ​ໝາວຮຸນ​ແຮງ​ໃນ​ໄລຍະ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ອິນໂດເນເຊຍ ເລັ່ງກະຕຸ້ນຍອດຂາຍລົດໄຟຟ້າໃນປີໜ້າ

0

ສຳນັກ​ຂ່າວ ຣອຍ​ເຕີ,ວັນ​ທີ22 ​ທັນວາ​ນີ້, ອິນ​ໂດ​ເນ​ເຊຍ ຈະ​ຈັດສັນ​ງົບປະມານ 5ພັນ​ຕື້ຣູ​ເປຍ ຈາກ​ງົບປະມານ​ໃນ​ປີໜ້າ ​ເພື່ອ​ເປັນ​ແຮງ​ຈູງ​ໃຈການ​ຊື້​ລົດ​ໄຟຟ້າ (EV)​ ໃຫ້​ຫລາຍ​ຂຶ້ນ ຫລັງ​ຈາກ ທ່ານ ອາ​ກຸສ ກູ​ມີ​ວັງ ກາ​ຕາ​ຊາ​ສ​ມິ​ຕາ ລັດຖະມົນຕີ​ ອຸດສາຫະກຳ ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ​ວ່າ: ຜູ້ຊື້ຈະໄດ້ຮັບສ່ວນຫລຸດ 80 ລ້ານຣູເປຍ ສໍາລັບລົດ​ໄຟຟ້າທີ່​ຜະລິດໂດຍບໍລິສັດ ທີ່ມີໂຮງງານໃນປະເທດ. ລວມທັງ​ ສິ່ງຈູງໃຈອື່ນໆ ສໍາລັບລົດ ໄຮ​ບຣິດ (hybrid) ແລະ ລົດຈັກໄຟຟ້າລັດຖະບານອິນ​ໂດ​ເນ​ເຊຍ ​ວາງແຜນທີ່ຈະ​ໃຫ້ເງິນອຸດໜູນແກ່ຜູ້ຂາຍເພື່ອຊົດເຊີຍຄ່າໃຊ້ຈ່າຍ. ນອກ​ນີ້ອິນ​ໂດ​ເນ​ເຊຍ ຍັງ​ພະຍາຍາມຊັກ​ຊວນບໍລິສັດ​ເທສລາ ​ໃຫ້​ລົງທຶນ​ການ​ຜະລິດໝໍ້​ໄຟ​ລົດ​ໄຟຟ້າ ​ແລະ ລົດ​ໄຟຟ້າ ໃນ​ປະ​ເທດ​ອີກ​ດ້ວຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສະພາສູງ ສ.ອາເມລິກາ ຜ່ານງົບປະມານປີ 2023 ມູນຄ່າ 1.700 ຕື້ໂດລາສະຫະລັດ

0

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນວັນທີ22 ທັນວານີ້, ສະພາສູງ ສ.ອາເມລິກາ ໄດ້ຜ່ານຍັດຕິ ງົບປະມານປີ 2023 ມູນຄ່າ 1.700 ຕື້ໂດລາສະຫະລັດ ລວມທັງການສະໜອງງົບປະມານ ຮອດເດືອນກັນຍາປີໜ້າ ໃຫ້ລັດຖະບານ ສ.ອາເມລິກາ, ພ້ອມທັງຮັກສາໄວ້ 38 ຕື້ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການສະໜັບສະໜູນດ້ານການຕ້ານໄພພິບັດ ສຸກເສີນ. ຍັດຕິສະບັບດັ່ງກ່າວຍັງໄດ້ສະໜອງການຊ່ວຍເຫລືອທາງການທະຫານ ແລະ ເສດຖະກິດ ມູນຄ່າ 45 ຕື້ໂດລາສະຫະລັດ ໃຫ້ແກ່ອູແກຣນ, ສະໜອງງົບປະມານ ມູນຄ່າ 12,9 ຕື້ໂດລາສະຫະລັດ ໃຫ້ແກ່ອູແກຣນ ເພື່ອໃຫ້ເສດຖະກິດມີຄວາມໝັ້ນທ່ຽງ, ສະໜອງງົບປະມານ ມູນຄ່າ 19,8 ຕື້ໂດລາສະຫະລັດ ເພື່ອຈັດຊື້ອາວຸດໃຫ້ກອງທັບອູແກຣນ ແລະ ປະເທດ ພັນທະມິດກັບນາໂຕ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ຈັງຫວະການເຕີບໂຕດ້ານການຄ້າ ທາງບໍລິການທົ່ວໂລກ ຈະຊຸດໂຊມລົງ

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ ວັນທີ 22 ທັນວານີ້, ອົງການ ການຄ້າ​ໂລກ (WTO) ໄດ້ປະກາດສະພາບການ ດ້ານການຄ້າທາງບໍລິການສະບັບຫລ້າສຸດ ວ່າ: ການຄ້າທາງບໍລິການຂອງໂລກ ອາດຈະຊຸດໂຊມລົງ ໃນໄຕມາດທີ 4 ປີ 2022 ແລະ ຈະສືບຕໍ່ ຮັກສາ ສະພາບ ອ່ອນແອ ໃນບໍ່ເທົ່າໃດເດືອນ ຕົ້ນຂອງປີ 2023. ຍ້ອນຈັງຫວະ ການເຕີບໂຕ ດ້ານເສດຖະກິດ ຂອງກຸ່ມ ເສດຖະກິດ ຕົ້ນຕໍ ຊ້າລົງ, ຕົວເລກດັດຊະນີ ກ່ຽວກັບສະພາບການຄ້າທາງບໍລິການທົ່ວໂລກ ໃນເດືອນຕຸລາປີ 2022 ໄດ້ຫລຸດລົງເຖິງ 98,3 ເຊິ່ງຕ່ຳກວ່າເດືອນເມສາປີດຽວກັນຢ່າງຫລວງຫລາຍ. ເສັ້ນມາດຕະຖານຂອງຕົວເລກດັດຊະນີ ສະພາບການຄ້າທາງບໍລິການທົ່ວໂລກແມ່ນຢູ່ລະດັບ 100, ຖ້າຕົວເລກສູງກວ່າ 100 ສະແດງໃຫ້ເຫັນວ່າ: ການເຕີບໂຕດ້ານການຄ້າແມ່ນສູງກວ່າຕົວເລກຄາດໝາຍ, ຖ້າບໍ່ດັ່ງນັ້ນກໍໝາຍຄວາມວ່າການເຕີບໂຕດ້ານການຄ້້າແມ່ນຕ່ຳກວ່າລະດັບດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ-ອິນໂດເນເຊຍ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນ​ທີ 22​ ທັນວາ​ນີ້, ທ່ານ ຫງວຽນ ຊວັນຟຸກ,ປະທານປະເທດ ສສ ຫວຽດນາມ ​ໄດ້​ພົບ​ປະ​ກັບ ທ່ານ ​ໂຈ​ໂກ ວີ​ໂດ​ໂດ, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ​ໂດຍ​ທັງ​ສອງ​ຝ່າຍ ໄດ້ຕົກລົງ ເຫັນດີ ເປັນເອກະພາບກັນ ຕໍ່ທິດທາງໃຫຍ່ ເພື່ອສືບຕໍ່ຊຸກຍູ້ການພົວພັນ ໃນ​ໄລຍະ​ໃໝ່ ​ແລະ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນ ທຸກຂັ້ນ, ທຸກຊ່ອງທາງ; ຜັນຂະຫຍາຍກົນໄກຮ່ວມມືຢ່າງມີປະສິດທິຜົນ. ພ້ອມ​ທັງເພີ່ມທະວີການຮ່ວມມືໃນຂົງເຂດ ສຳຄັນຄື: ການປ້ອງກັນຊາດ, ການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ; ສືບຕໍ່ເພີ່ມທະວີການປຶກສາ ຫາລື ແລະ ສົມທົບກັນ ຢ່າງແໜ້ນແຟ້ນ ຢູ່ເວທີປາໄສ ພາກພື້ນ ແລະ ສາກົນ. ນອກຈາກ​ນີ້ ຜູ້ນຳ​ທັງ​ສອງ​ຝ່າຍ ໄດ້​ເຂົ້າຮ່ວມ ເປັນສັກຂີພິຍານ ພິທີ ລົງນາມ ແລະ ແລກປ່ຽນ ເອກະສານຮ່ວມມື ບາງສະບັບ ລວມມີ: ບົດບັນ ທຶກ ຊ່ວຍຈຳ ວ່າດ້ວຍ ການຮ່ວມມື ດ້ານການປ້ອງກັນ, ຕ້ານການ ກໍ່ການ ຮ້າຍ; ບົດບັນທຶກ ຊ່ວຍຈຳ ວ່າດ້ວຍ ການຮ່ວມມື ດ້ານການປ້ອງກັນ, ຕ້ານ ການຊື້-ຂາຍ, ຂົນສົ່ງ ຢາເສບຕິດ ຜິດກົດໝາຍ; ບົດບັນທຶກ ຊ່ວຍຈຳ ວ່າ ດ້ວຍ ການຮ່ວມມື ດ້ານພະລັງງານ ແລະ ຊັບພະຍາກອນ ແຮ່ທາດ.ຈາກ​ນັ້ນ ທ່ານ ຫງວຽນ ຊວັນຟຸກ ​ໄດ້ກ່າວ​ເນັ້ນວ່າ: ສອງຝ່າຍ ເຫັນດີ ເພີ່ມທະວີ ການ ແລກປ່ຽນ ຄະນະ ຜູ້ແທນ ຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍ ກົນໄກ ຮ່ວມມືຕ່າງໆ, ຄະນະກຳມະການ ປະສົມ ກ່ຽວກັບ ການຮ່ວມມື ສອງຝ່າຍ ຢ່າງມີປະສິດທິຜົນ, ສູ້ຊົນ ປະຕິບັດ ການຮ່ວມມື ດ້ານການຄ້າ ໃຫ້ເພີ່ມຂຶ້ນ ຢ່າງໝັ້ນຄົງ ບັນລຸໄດ້ ເປົ້າໝາຍ 15 ຕື້​ໂດ​ລາ​ ສະຫະລັດ, ສ້າງເງື່ອນໄຂ ສະ ດວກ ໃຫ້ແກ່ ວິສາຫະກິດ ສອງປະເທດ ຫັນຂົງເຂດ ການລົງທຶນ ໃຫ້ເປັນ ຫລາຍຮູບແບບ ແລະ ພັດທະນາ ເສດ ຖະກິດ ດີຈີຕອນ, ຫັນເປັນ ດີຈີ ຕອນ, ເສດຖະກິດ ສີຂຽວ, ພະລັງງານ ຜະລິດ ຄືນໃໝ່, ການທ່ອງທ່ຽວ, ການບໍລິການ ແລະ ເພີ່ມຖ້ຽວບິນ ລະ ຫວ່າງ ສອງປະເທດ. ເພີ່ມທະວີ ການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ການຮ່ວມມື ທາງທະເລ; ເພີ່ມທະວີ ການເຊື່ອມຕໍ່, ພົບປະ ແລກປ່ຽນ ປະຊາຊົນ ລະຫວ່າງ ທ້ອງຖິ່ນ ແລະ ວິສາຫະກິດ ສອງ ປະເທດ ໃຫ້ຫລາຍ ກວ່າ​ເກົ່າ.ສຳລັບ ບັນ ຫາສາກົນ ແລະ ພາກພື້ນ, ການນຳ ທັງສອງ ຝ່າຍ ໄດ້ເຫັນດີ ເປັນເອກະ ພາບ ເພີ່ມທະວີ ການຮ່ວມມື ຢູ່ເວທີ ປາໄສ ພາກ ພື້ນ ແລະ ສາກົນ, ພິເສດ ແມ່ນ ອາຊຽນ, ສປຊ, ພ້ອມທັງ ແບ່ງ ປັນ ທັດ ສະນະ ກ່ຽວກັບ ບາງບັນຫາ ຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍ ຕ່າງມີ ຄວາມສົນໃຈ, ໃນນັ້ນ ລວມທັງ ບັນຫາ ທະເລ ຈີນ​ໃຕ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ນໍາສະເໜີປຶ້ມຈີນ-ອາຊຽນ ປະຊາຄົມຮ່ວມຊາຕາກຳ

0

ພິທີເປີດປື້ມ ຈີນ-ອາຊຽນປະຊາຄົມຮ່ວມຊາຕາກຳ ຜົນງານຂຽນຂອງ ທ່ານ ນາງ ສຸລິຍາ ມູນນະຣາດ ຫົວຫນ້າພະແນກພົວພັນສາກົນ, ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 22 ທັນວາ 2022 ໂດຍມີ ທ່ານ ວິຈິດ ຊິນດາວົງ ອະດີດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວປະຈຳ ສປ ຈີນ, ອະດີດຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ, ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ວິຈິດ ຊິນດາວົງ ໄດ້ໃຫ້ຮູ້ວ່າ: ປື້ມເຫລັ້ມນີ້ເປັນຜົນງານຂຽນຂອງ ທ່ານ ນາງ ສຸລິຍາ ມູນນະຣາດ ຜູ້ເປັນນັກປາດໜຸ່ມດີເດັ່ນ ແລະ ເປັນຕົ້ນແບບຂອງຜົນສຳເລັດ ໃນການແລກປ່ຽນວັດທະນະທຳລາວ-ຈີນ, ປື້ມເຫລັ້ມນີ້ໄດ້ວິເຄາະປະຫວັດສາດ, ສະພາບການປັດຈຸບັນ ແລະ ບັນຫາຄົງຄ້າງໃນການພັດທະນາອາຊຽນ ທີ່ຕິດພັນກັບຂໍ້ມູນຄວາມເປັນຈິງ ແລະ ກໍລະນີຕົວຈິງຈຳນວນຫລາຍໂດຍໄດ້ຊີ້ໃຫ້ເຫັນວ່າ ໃນຖານະທີ່ເປັນອົງການຈັດຕັ້ງພາກພື້ນ ອາຊຽນຄວນສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຢູ່ພາຍໃນ, ສ້າງຕັ້ງກົນໄກການຮ່ວມມືກັບປະເທດອື່ນ ແລະ ອົງການຈັດຕັ້ງອື່ນຕໍ່ພາຍນອກເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ພັດທະນາໄປພ້ອມກັນ, ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງກາລະໂອກາດຮ່ວມມືອັນດີແກ່ອາຊຽນ ເຮັດໃຫ້ອາຊຽນໄດ້ເຊື່ອມໂຍງກັບຈີນ, ອາຊີໃຕ້ ແລະ ປະເທດອື່ນໆ, ມະໂນທັດປະຊາຄົມຮ່ວມຊາຕາກຳ ສາມາດນຳອາຊຽນໄປສູ່ຂອບການຮ່ວມມືທີ່ໃຫຍ່ກວ່າເກົ່າ, ຈາກການສ້າງປະຊາຄົມຮ່ວມຊາຕາກຳໃນອາຊີຕາເວັນອອກສ່ຽງໃຕ້ ໄປສູ່ປະຊາຄົມຮ່ວມຊາຕາກຳໃນອາຊີ ແລະ ທ້າຍສຸດແມ່ນການສ້າງເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານນາງ ສຸລິຍາ ມູນນະຣາດ ໄດ້ກ່າວວ່າ: ປື້ມດັ່ງກ່າວ, ເປັນບົດຄົ້ນຄວ້າວິໄຈຂອງຂ້າພະເຈົ້າໃນລະດັບປະລິນຍາເອກ ທີ່ໄດ້ສຶກສາຢູ່ ສປ ຈີນ ໄດ້ຮັບຄັດເລືອກເປັນບົດຄົ້ນຄວ້າດີເດັ່ນ ແລະ ໄດ້ ຖືກຄັດເລືອກຈາກສຳນັກພິມຂອງ ສປ ຈີນ ນຳໄປຕີພິມເຜີຍແຜ່ອອກສູ່ຜູ້ອ່ານ, ໃນປື້ມຫົວນີ້ຂ້າພະເຈົ້າໄດ້ນຳເອົາຈຸດເດັ່ນຂອງຈີນ ແລະ ປະຊາຄົມອາຊຽນ ມານຳສະເໝີ, ປະກອບມີ 8 ພາກຄື: ພາກທີ 1 ຄວາມເປັນມາ ແລະ ວິວັດທະນາການຂອງທິດສະດີປະຊົມຄົມ, ພາກ 2 ອາຊຽນ ແລະ ປະຊາຄົມອາຊຽນ, ພາກ 3 ຈຸດສຳຄັນການຮ່ວມມືຄວາມໝັ້ນຄົງຂອງປະຊາຄົມອາຊຽນ, ພາກ 4 ການກໍ່ສ້າງປະຊາຄົມອາຊຽນ, ພາກ 5 ປັດໄຈຈຳກັດ ແລະ ອະນາຄົດການພັດທະນາຂອງການກໍ່ສ້າງປະຊາຄົມ, ພາກ 6 ອາຊຽນ ແລະ ປະຊາຄົມຮ່ວມຊາຕາກຳ, ພາກ 7 ຜົນສະທ້ອນຂອງປະຊາຄົມອາຊຽນຕໍ່ຈີນ ແລະ ພາກ 8 ໜຶ່ງແລວໜຶ່ງເສັ້ນທາງ ກັບປະຊາຄົມອາຊຽນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ສຳລັບຈຸດປະສົງສ້າງປຶ້ມດັ່ງກ່າວ, ກໍເພື່ອໃຫ້ຜູ້ທີ່ສົນໃຈໄດ້ຮຽນຮູ້ກ່ຽວກັບຈີນ ແລະ ປະຊາຄົມອາຊຽນຫລາຍຂຶ້ນ ໃນເບື້ອງຕົ້ນ ໄດ້ພິມຈຳນວນ 1 ພັນຫົວ ແຈກຢາຍໂດຍບໍ່ໄດ້ເສຍຄ່າໃຫ້ແກ່ຜູ້ທີ່ສົນໃຈ. ພ້ອມນັ້ນ, ກໍຈະນຳໄປມອບໃຫ້ຫ້ອງສະໝຸດພາຍໃນໂຮງຮຽນ ແລະ ມະຫາວິທະຍາໄລຈຳນວນໜຶ່ງ.