Friday, October 10, 2025
Home Blog Page 838

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເຄື່ອນໄຫວເຮັດວຽກທີ່ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ

0

ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະ, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນທ້າຍອາທິດທີຜ່ານມານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ, ໂດຍການຕ້ອນຮັບມີ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກກອງບັນຊາການ, ຫົວໜ້າຫ້ອງ, ຮອງຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ໃນພິທີທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້, ສະເພາະແມ່ນ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວາມສະຫງົບຮອບດ້ານ, ເປັນຕົ້ນແມ່ນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ຢູ່ພາຍໃນແຂວງ ແລະ ອື່ນໆ, ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ລາຍງານການປະຕິບັດໜ້າທີ່ວຽກງານວິຊາສະເພາະ,ແລກປ່ຽນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ເລິກເຊິ່ງ.

ໂອກາດດຽວກັນນີ້ ທ່ານ ພົທ ກົງທອງ ພົງວິຈິດ ໄດ້ໃຫ້ທິດຊີ້ນຳ ແລະເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ວຽກງານສືກສາອົບຮົມການເມືອງນຳພາ-ແນວຄິດ,ການຝຶກຝົນຫຼໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ພະນັກງານນັກຮົບຢ່າງເປັນປົກກະຕິ, ພ້ອມເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ,ພ້ອມທັງເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເອົາໃຈໃສ່ຊີ້ນຳ-ນຳພາ ກຳລັງວິຊາສະເພາະຢ່າງໄກ້ຊິດຕິດແທດ ໃນການຈັດຕັ້ງປະຕິບັດວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນແຂວງສະຫວັນນະເຂດໃຫ້ຫຼຸດໜ້ອຍຖອຍລົງໄປເລື້ອຍໆ.

#Savannakhet#Medialaos

ແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດພະຍາດໂຄວິດ-19

0

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການສະບັບເລກທີ 1914/ຫສນຍ ລົງວັນທີ 23 ທັນວາ 2022 ກ່ຽວກັບມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດພະຍາດໂຄວິດ-19 ດັ່ງນີ້: ເຫັນດີໃຫ້ລົບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ການລົບລ້າງການກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ.

ໝາຍເຫດ: ແຈ້ງການສະບັບນີ້ປ່ຽນແທນເນື້ອໃນ ຂໍ້ 4 ຂອງຂໍ້ 1 ຂອງແຈ້ງການສະບັບເລກທີ 627/ຫສນຍ ລົງວັນທີ 7 ພຶດສະພາ 2022.

ດັ່ງນັ້ນ ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ກະຊວງ ຖວທ ແລະ ພະແນກ ຖວທ ແຂວງພາກເໜືອປຶກສາຫາລືການປັບປຸງການປະຕິບັດສິດທິແມ່ຍິງ ແລະ ເດັກ

0

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານພະແນກ ຖວທ ແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ ໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ໃນວັນທີ 26-27 ທັນວາ ປີ 2022 ກົມແຜນການ ແລະ ການຮ່ວມມືສາກົນ ຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສໍາມະນາ ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງພະບາງ ໂດຍມີຜູ້ເຂົ້າຮ່ວມທັງຫມົດ 32 ທ່ານ.

ໃນບົດກ່າວເປີດຊຸດສໍາມະນາ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ໄດ້ເນັ້ນເຖິງຄວາມສໍາຄັນໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ທ່ານໄດ້ກ່່າວວ່າ: “ການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ແລະ ວຽກງານການຮ່ວມມືສາກົນ ເປັນວຽກງານໜຶ່ງໃນແຜນບຸລິມະສິດການພັດທະນະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ກໍເປັນວຽກເສນາທິການຂອງຂະແໜງການ ຖວທ ທີ່ມີຄວາມໝາຍຄວາມສໍາຄັນ.”

ທ່ານຍັງໄດ້ກ່າວເຖິງວັດຖຸປະສົງຂອງກອງປະຊຸມ “ເພື່ອທົບທວນຄືນ ແລະ ເຜີຍແຜ່ການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ, ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງ ຖວທ ໃນນາມເປັນຈຸດປະສານງານໃນການເຜີຍແຜ່ຂໍ້ມູນຂ່າວສານການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ໃນນາມຈຸດປະສານງານວຽກງານລວມສູນປະຕູດຽວ ວຽກງານຮ່ວມມືສາກົນ ຂອງກະຊວງ ຖວທ, ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ໂດຍຮ່ວມມືກັບອົງການ UNICEF ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການພັດທະນາຊີວິດການເປັນຢູ່ຂອງແມ່ຍັງ-ເດັກນ້ອຍ ແລະ ສິດທິເດັກເປັນວຽກທີ່ນອນຢູ່ໃນແຜນງານການຮ່ວມມື ລະຫວ່າງອົງການ UNICEF ແລະ ລັດຖະບານ ສປປລາວ ສົກປີ 2022-2026 ຄຽງຄູ່ກັນນັ້ນ, ກໍເພື່ອເຜີຍແຜ່ວຽກງານແຜນການ ແລະ ການຮ່ວມມືສາກົນ, ຊຶ່ງເປັນເປັນວຽກເສນາທິການ ຂອງຂະແໜງການ ຖວທ ທີ່ການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມບົດບາດ ຂອງ ສປປ ລາວ ຕໍ່ເວທີສາກົນ ເວົ້າລວມ, ເວົ້າສະເພາະແມ່ນການສ້າງສາຍສໍາພັນອັນດີງາມ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ໃນການຮ່ວມມືກັບບັນດາປະເທດເພື່ອນມິດໃນທົ່ວໂລກໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”.

ທ່ານໄດ້ກ່າວຕື່ມໄປວ່າ: ວຽກງານການຮ່ວມມືສາກົນໄດ້ຊ່ວຍໃຫ້ພວກເຮົາສາມາດຄົ້ນຄ້ວາຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ປະກອບສ່ວນພັດທະນາວຽກງານ ຖວທ ຂອງ ສປປ ລາວ. ໃນກອງປະຊຸມຈະໄດ້ຮັບຟັງ-ແລກປ່ຽນ ການນຳສະເໜີຈຳນວນ 06 ຫົວຂໍ້ ໂດຍຜູ້ຕາງໜ້າພະແນກທີ່ກ່ຽວຂ້ອງ ໃນກະຊວງ ຖວທ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນສິດຂອງແມ່ຍິງ ແລະ ເດັກ, ວຽກງານສື່ມວນຊົນ ແລະ ສິດທິເດັກ, ກົນໄກການປະຕິບັດງານວຽກງານຮ່ວມມືສາກົນ ພາຍໃຕ້ 03 ຂອບການຮ່ວມມື ແລະ ການວາງແຜນການຮ່ວມມືກັບຕ່າງປະເທດໃນຂະແໜງ ຖວທ. ແລະ ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງເອົາໃຈໃສ່ປະຕິບັດວຽກງານເພື່ອສົ່ງເສີມສິດທິຂອງແມຍິງ ແລະ ເດັກໃຫ້ມີປະສິດຕິຜົນກວ່າເກົ່າ.

ໂດຍຕາງຫນ້າໃຫ້ອົງການຢູນີເຊັບ ທ່ານ ຕະບອງເພັດ ພຸດທະວົງ ຜູ່ຊ່ຽວຊານວຽກງານໂຄສະ ນາ ແລະ ສື່ສານມວນຊົນ ຂອງອົງການຢູນີເຊັບ ໄດ້ເນັ້ນວ່າ: ສປປລາວ ​​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກຂອງ​ອົງການ​ສະຫະ​ປະຊາ​ຊາດ (ສສດ) ​ໃນ​ວັນ​ທີ 8 ພຶດສະພາ 1991. ດັ່ງນັ້ນ ອົງການຢູນີເຊັບ ແມ່ນຖືວຽກງານການການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຂອງແມ່ຍິງ-ເດັກນ້ອຍ ເປັນຫນຶ່ງໃນວຽກງານບູລິມະສິດຂອງການມີສ່ວນຮ່ວມມື ລະຫວ່າງລັດຖະບານລາວ ແລະ ອົງການຢູນີເຊັບ.

“ເພື່ອສະຫນັບສະຫນູນການປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກຂອງ​ອົງການ​ສະຫະ​ປະຊາ​ຊາດ (ສສດ) ອົງການຢູນີເຊັບ ໄດ້ເຮັດວຽກຢ່າງໄກ້ສິດກັບລັດຖະບານ ສປປລາວ ແລະ ໄດ້ໃຫ້ການຊ່ວຍເຫລືອທາງດ້ານງົບປະມານ ແລະ ວິຊາການສະຫນັບສະຫນູນວຽກງານສາທາລະນະສຸກ, ລວມມີວຽກງານໂພສະນາການ, ວຽກງານສັກຢາກັນພະຍາດ, ສຸຂະອະນາໄມ ແລະ ນໍ້າສະອາດ ນອກນີ້ຍັງຊ່ວຍດ້ານສຶກສາ, ປົກປ້ອງເດັກ ແລະ ດ້ານອື່ນໆ. ໃນຊ່ວງການແຜ່ລະບາດຂອງພະ​ຍາດ​ໂຄວິດ-19, ອົງການຢູນີເຊັບ ກໍ່ໄດ້ຊ່ວຍເຫລືອລັດຖະບານລາວ ໃນການຈັດຫາວັກຊິນ ແລະ ໂຄສະນາໃຫ້ຄວາມຮູ້ເພື່ອຄວບຄຸມ ແລະ ປ້ອງກັນພະຍາດດັ່ງກ່າວ”.

ທ່ານຍັງໄດ້ກ່າວວ່າ: ໃນໄລຍະຊຸມປີຜ່ານມາ ໂດຍການສະຫນັບສະຫນູນຈາກອົງການຢູນີເຊັບ ແລະ ຄູ່ຮ່ວມພັດທະນາອື່ນໆ ​ລັດຖະບານ ສປປລາວ ໄດ້ມີຜົນ​ສໍາ​ເລັດ​ອັນສໍາຄັນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກອບ​ນິຕິ​ກໍາ ​ແລະ ນະ​ໂຍບາຍ​ຕ່າງໆ ​ເພື່ອ​ປັບປຸງການເປັນຢູ່ທີ່ດີຂອງແມ່ຍິງ ແລະ ເດັກ ໂດຍສະເພາະປົກ​ປ້ອງ​ເດັກ​ຈາກ​ທຸກ​ຮູບ​ແບບ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ. ໄດ້ສ້າງແຜນດຳເນີນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 2014-2020 ຊຶ່ງກວມເອົາການແກ້ໄຂທຸກຮູບແບບການໃຊ້ຄວາມຮຸນແຮງຢູ່ໃນທຸກສະຖານທີ່ ແລະ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮນແຮງຕໍ່ແມ່ຍິງ ແລະ ເດັກ,  ຊຶ່ງກວມເອົາການລົງໂທດທາງອາຍາຕໍ່ການບັງຄັບ ແລະ ການຄ້າປະເວນີ, ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດໃນປີ 2016 ແລະ ອື່ນໆ ທ່ານໄດ້ເນັ້ນວ່າ: ອົງການຢູນີເຊັບ ຍັງຈະສືບຕໍ່ໃຫ້ການສະຫນັບສະຫນູນ ກະຊວງ ຖວທ ໃນການໂຄສະນາສົ່ງເສີມສິດທິແມ່ຍິງ ແລະ ເດັກ.

ທ່ານໄດ້ກ່າວເຖິງບັນດາຄໍາຫມັ້ນສັນຍາ ຂອງບັນດາຮອງເຈົ້າແຂວງໃນທົ່ວປະເທດ ເນື່ອງໃນໂອກາດວັນເດັກໂລກ 2022 ໃນວັນທີ 18 ພະຈິກ 2022 ບັນດາຮອງເຈົ້າແຂວງທັງ 17 ແຂວງ ແລະ ນະຄອນຫຼວງ ຂອງ ສປປລາວ ໄດ້ພົບປະເພື່ອສົນທະນາກັບເດັກນ້ອຍ ແລະ ໄວໜຸ່ມ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ, ວິໄສທັດສຳລັບຄົນລາວລຸ້ນປີ 2030, ເປົ້າຫມາຍການພັດທະນາແບບຍືນຍົງ 1.2 ຫລື SDG 1.2 ແລະ ເປົ້າໝາຍໃນການຫຼຸດຜ່ອນລະດັບຄວາມທຸກຍາກໃນຫຼາຍມິຕິຂອງເດັກໃຫ້ຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2030. ໃນກອງປະຊຸມຮອງເຈົ້າແຂວງທັງ 17 ແຂວງ ແລະ ນະຄອນຫຼວງ ແລະ ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ສືບຕໍ່ຄໍາໝາຍໝັ້ນໃນການຫຼຸດຜ່ອນອັດຕາຂອງເດັກຕໍ່າກວ່າ 5 ປີ ທີ່ຂາດສານອາຫານແບບລວງສູງຫຼຸດມາດຕະຖານ (ເຕ້ຍ) ແລະ ເດັກຂາດສານອາຫານແບບກະທັນຫັນ (ຈ່ອຍ); ເພີ່ມຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 1 ປີ ໃຫ້ໄດ້ຮັບການສັກວັກຊີນປ້ອງກັນພະຍາດຕ່າງໆຢ່າງຄົບທ້ວນ; ເພີ່ມຈໍານວນເມືອງ ແລະ ບ້ານໃນທົ່ວປະເທດທີ່ສາມາດຢຸດຕິການຖ່າຍຊະຊາຍ; ເພີ່ມທະວີໂອກາດ ແລະ ເວທີການສໍາລັບເດັກໃນການມີສ່ວນຮ່ວມໃນການຕັດສິນໃຈທີ່ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງພວກເຂົາ; ຮ່ວມມືກັບຄູ່ຮ່ວມພັດທະນາໂດຍການມີສ່ວນຮ່ວມຢ່າງຫ້າວຫັນ ຂອງເດັກນ້ອຍໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນ ແລະ ການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ. ກອງປະຊຸມສໍາມະນາການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານ ຢູ່ພະແນກ ຖວທ ຍັງຈະໄດ້ຈັດຂື້ນທີ່ແຂວງສະຫວັນນະເຂດ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ ໃນທ້າຍເດືອນມັງກອນ ປີ 2023.

ນໍ້າຕົກຕາດປຸ່ງ ສູງປະມານ 18 ແມັດ

0

ນໍ້າຕົກຕາດປຸ່ງ ຕັ້ງຢູ່ບໍລິເວນເຂດບ້ານນໍ້າຄຸຍ ຫ່າງຈາກເທດສະບານເມືອງລ້ອງຊານ ແຂວງໄຊສົມບູນ ປະມານ 8 ກິໂລແມັດ, ນ້ຳຕົກຕາດປຸ່ງ ສູງປະມານ 18 ແມັດ ປະກອບດ້ວຍຕາດ 2 ຖ້ານ ຖ້ານເທິງສູງປະມານ 10 ແມັດ ແລະ ຖ້ານລຸ່ມສູງ 8 ແມັດ ອ້ອມຮອບໄປດ້ວຍພູຜາປ່າໄມ້ຂຽວງາມຕະຫຼອດປີເປີດໃຫ້ນັກທ່ອງ ທ່ຽວເຂົ້າທ່ຽວຊົມທຸກໆມື້ ໂດຍສະເພາະໃນຕອນກາງເວັນເທົ່ານັ້ນ ຊຶ່ງຜູ້ຄົນທີ່ມາຮອດເມືອງລ້ອງຊານຈະບໍ່ ພາດທີ່ຈະແວ່ທ່ຽວຊົມຄວາມສວຍງາມຂອງຕາດປຸ່ງ, ພາຍຫຼັງປົດປ່ອຍຊາດ ໃນໄລຍະກາງຊຸມປີ 1970 ຊາວບ້ານໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດນີ້ ແລະ ໄດ້ຄົ້ນພົບບໍ່ນໍ້າໜຶ່ງ ທີ່ໄຫຼລົງໃສ່ແມ່ນໍ້າຄຸຍ ຊຶ່ງເປັນ ບ່ອນເຕົ້າໂຮມຂອງສັດປ່າ ຊ້າງ, ກະທິງ, ກວາງ, ຟານ, ໝູປ່າ, ໝີ, ເໝືອຍ ແລະ ອື່ນໆລົງມາກິນນໍ້າໃນບໍ່ນໍ້າດັ່ງກ່າວ ຈຶ່ງໃສ່ຊື້່ຕາດນີ້ວ່າ “ຕາດປຸ່ງ”. ເວລາເປິດ: ທຸກມື້, 8:00-16:30 ໂມງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

ປີນີ້ຄໍາມ່ວນມີແຜນຜະລິດເຂົ້ານາແຊງ 12.341 ເຮັກຕາ

0

ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ: ປີນີ້ທົ່ວແຂວງມີເນື້ອທີ່ແຜນການຜະລິດເຂົ້ານາແຊງ 12.341 ເຮັກຕາ, ຄາດຄະເນໝົດແນວເຂົ້າປູກ 987 ໂຕນ, ຄາດຄະເນຜົນຜະລິດ 67.535 ໂຕນ. ໃນນີ້ເນື້ອທີ່ຜະລິດເຂົ້າເພື່ອເປັນສະບຽງອາຫານ 4.293 ເຮັກຕາ, ຄາດຄະເນຜົນຜະລິດ 23.182 ໂຕນ; ເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າ 8.048 ເຮັກຕາ, ຄາດຄະເນຜົນຜະລິດ 44.353 ໂຕນ .

ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນສາມາດປະຕິບັດການຕົກກ້າໄດ້ 376 ໂຕນ ເທົ່າກັບ 38,10% ຂອງປະລິມານແນວພັນທັງໝົດ. ໃນນັ້ນນາຫວ່ານປະຕິບັດໄດ້ 1.082 ເຮັກຕາ ເທົ່າກັບ 8,77% ຂອງເນື້ອທີ່ແຜນການທົ່ວແຂວງ, ນາປັກດໍາປະຕິບັດໄດ້ 80 ເຮັກຕາ ເທົ່າກັບ 0,65 % ຂອງເນື້ອທີ່ແຜນການທົ່ວແຂວງ, ນາລວມປະຕິບັດໄດ້ 1.162 ເຮັກຕາ ເທົ່າກັບ 9,42 % ຂອງເນື້ອທີ່ແຜນການທົ່ວແຂວງ. ສໍາລັບເມືອງທີ່ມີເນື້ອທີ່ແຜນການຜະລິດເຂົ້ານາແຊງຫຼາຍກວ່າໝູ່ຄືເມືອງໜອງບົກ, ເຊບັ້ງໄຟ, ຍົມມະລາດ, ມະຫາໄຊ, ຫີນບູນ ແລະ ເມືອງຄູນຄໍາ ຕາມລໍາດັບ .

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ທັບນັກກິລາ ປກສ ຍາດໄດ້ 69 ຫຼຽນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຖືກຕ້ອນຮັບຢ່າງສົມກຽດ

0

ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ຫົວໜ້າຄະນະຮັບຜິດຊອບກິລາ ປກສ ໄດ້ຕ້ອນຮັບທັບນັກກິລາກຳລັງ ປກສ ທີ່ເດີ່ນທາງກັບຈາກການໄປຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວງ ໃນລະຫວ່າງວັນທີ 23 ພະຈິກ ຫາ 22 ທັນວາ 2022 ສາມາດຍາດໄດ້ 69 ຫຼຽນ, ໃນນີ້ໄດ້ 23 ຫຼຽນຄຳ, 17 ຫຼຽນເງິນ, 29 ຫຼຽນທອງ ຊຶ່ງເກີນຄາດໝາຍທີ່ກະຊວງ ປກສ ກຳນົດໄວ້.

ທ່ານ ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ, ຄະນະຮັບຜິດຊອບກິລາ ປກສ ກ່າວວ່າ: ຜ່ານການເຂົ້າຮ່ວມການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ, ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມ 11 ປະເພດກິລາ, ມີນັກກິລາເຂົ້າຮ່ວມ 65 ສະຫາຍ, ຄູຝຶກ 15 ສະຫາຍ ແລະ ອານຸກຳມະການຮັບໃຊ້ຕ່າງໆລວມທັງໝົດ 119 ກວ່າສະຫາຍ. ຜ່ານການແຂ່ງຂັນກິລາ 11 ປະເພດກິລາຄື: ກິລາຍິງປືນ ມີ 18 ນັກກິລາ ໄດ້ຮັບ 11 ຫຼຽນຄຳ, 11 ຫຼຽນເງິນ, 14 ຫຼຽນທອງ ລວມ 36 ຫຼຽນ, ກິລາແລ່ນ-ລານ ມີ 9 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນເງິນ, 1 ຫຼຽນທອງ ລວມ 4 ຫຼຽນ, ກິລາມວຍປໍ້າ ມີ 2 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ, ກິລາຍິງທະນູ ມີ 3 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 2 ຫຼຽນ, ກິລາເທຄວັນໂດ ມີ 2 ນັກກິລາ ໄດ້ຮັບ 2 ຫຼຽນທອງ ລວມ 2 ຫຼຽນ, ກິລາປັນຈັກສິລັດ ມີ 4 ນັກກິລາ ໄດ້ຮັບ 2 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 6 ຫຼຽນ.

ກິລາເປຕັງ ມີ 8 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນເງິນ, 2 ຫຼຽນທອງ ລວມ 5 ຫຼຽນ, ກິລາກະຕໍ້ ມີ 9 ນັກກິລາ ໄດ້ຮັບ 3 ຫຼຽນຄຳ ລວມ 3 ຫຼຽນ, ກິລາມວຍລາວ ມີ 3 ນັກກິລາ ໄດ້ຮັບ 1 ຫຼຽນຄຳ, 2 ຫຼຽນທອງ ລວມ 3 ຫຼຽນ, ກິລາມວຍສາກົນ ມີ 2 ນັກກິລາ ໄດ້ຮັບ 1 ຫຼຽນຄໍາ, 1 ຫຼຽນທອງ ລວມ 2 ຫຼຽນ ແລະ ກິລາກ໊ອບ ມີ 5 ນັກກິລາ ໄດ້ຮັບ 1 ຫຼຽນຄໍາ, 1 ຫຼຽນທອງ ລວມ 2 ຫຼຽນ.

ໃນໂອກາດນີ້, ທ່ານ ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທັບນັກກິລາ ປກສ ທີ່ແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວງ, ຜ່ານການຕິດຕາມຜົນງານ ແລະ ຮັບຟັງການລາຍງານຈາກບັນດາສະຫາຍຄະນະຮັບຜິດຊອບນັກກິລາ ປກສ, ອານຸກຳມະການ, ຄູຝຶກ ແລະ ນັກກິລາແຕ່ລະສະຫາຍ ມີຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງ ໃນການນຳພາຊີ້ນຳບໍລິຫານຮັບໃຊ້, ຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນກິລາແຕ່ລະປະເພດ, ສາມາດປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງກຳລັງ ແລະ ລະບຽບກະຕິກາ ເວລາຂອງຄະນະກຳມະການຈັດການແຂ່ງຂັນໃນຄັ້ງນີ້ວາງອອກໄດ້ຢ່າງເຂັ້ມງວດ ແລະ ໄດ້ພ້ອມກັນ ທຸ້ມເທທາງດ້ານສະຕິປັນຍາ ແລະ ກຳລັງແຮງກາຍຢ່າງອົດທົນສູ້ຈົນໝົດຄວາມສາມາດໃນການຝຶກຊ້ອມ ແລະ ແຂ່ງຂັນນັບທັງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ, ຕະຫຼອດໄລຍະ 4 ເດືອນຜ່ານມາ ກິລາກະຊວງປ້ອງກັນຄວາມສະຫງົບ ຈຳນວນ 65 ສະຫາຍ ສາມາດຍາດໄດ້ 69 ຫຼຽນ ຄື: 23 ຫຼຽນຄຳ, 17 ຫຼຽນເງິນ, 29 ຫຼຽນທອງ ກະຊວງເຮົາຈັດຢູ່ໃນອັນດັບທີ 6 ຂອງບັນດາ 22 ພາກສ່ວນເຂົ້າຮ່ວມການແຂ່ງຂັນຊິງໄຊໃນຊຽງຂວາງເກມ ຄັ້ງທີ XI ເຊິງໄດ້ນໍາເອົາຜົນງານອັນຍິ່ງໃຫຍ່ກຽດຊື່ສຽງມາສູ່ກະຊວງ ປກສ ພວກເຮົາ.

ສະພາບອາກາດ ປະຈໍາວັນທີ 26 ທັນວາ 2022

0

ມວນອາກາດໜາວເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດໜາວເຢັນຫລາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນປາກຊ່ອງ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 26/12/2022 ເຖິງເວລາ 7:00 ໂມງວັນທີ 27/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-26 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-30 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 10-29 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ ທົ່ວໄປ. ອຸນຫະພູມໃນລະຫວ່າງ 12-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 05-24 ອົງສາ.

ສ້າງຊີວິດອັນດີງາມຈາກການຈັກສານເຄື່ອງໄມ້ໄຜ່

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ບ້ານລານໂກ່ ເມືອງຊິ່ງເຊີນ ແຂວງເສສວນ ຂອງຈີນ, ເມື່ອ 10 ປີກ່ອນຍັງເປັນກຸ່ມບ້ານ ເກົ່າແກ່ຫລ້າຫລັງ, ແຕ່ມາຮອດປັດຈຸບັນ, ຊາວບ້ານໄດ້ກ້າວຂຶ້ນສູ່ເສັ້ນທາງ ແຫ່ງຄວາມຮັ່ງມີ ໂດຍອາໄສອຸດສາຫະກຳຈັກສານເຄື່ອງໄມ້ໄຜ່, ແລະໄດ້ສ້າງ ເປັນບ້ານແບບສວນດອກໄມ້ທີ່ໜ້າຢູ່ ໜ້າທ່ຽວ ແລະ ໜ້າທຳມາຫາກິນ. ຫວ່າງບໍ່ດົນມານີ້, ງານວາງສະແດງອຸດສາຫະກຳໄມ້ໄຜ່ສາກົນຈີນ ໄດ້ຈັດຂຶ້ນຢູ່ທີ່ແຫ່ງນີ້.

ຢູ່ບ້ານລານໂກ່, ການຈັກສານໄມ່ໄຜ່ໄດ້ມີປະຫວັດມາແຕ່ດົນນານແລ້ວ, ທຸກໆຄອບຄົວລ້ວນແຕ່ຮູ້ຈັກສານເຄື່ອງໃຊ້ເຂົ້າໃນການຜະລິດ ແລະການ ດຳລົງຊີວິດດ້ວຍໄມ້ໄຜ່. ທ່ານ ເສີນຢຸນຮວາ ຜູ້ສືບທອດສີມື “ຈັກສານໄມ້ໄຜ່ຊິ່ງເຊີນ” ທີ່ເປັນມໍລະດົກວັດທະນະທຳນາມມະທຳລະດັບ ຊາດຈີນ ກ່າວວ່າ: ໄມ້ໄຜ່ລົດໜຶ່ງທີ່ເປັນວັດຖຸດິບມີມູນຄ່າບໍ່ເທົ່າໃດພັນ ຢວນ, ແຕ່ຫລັງຈາກຜະລິດເປັນເຄື່ອງໃຊ້ໃນເຮືອນ ແລະເຄື່ອງຫັດຖະກຳ ແລ້ວຈະມີມູນຄ່າເພີ່ມຂຶ້ນຫລາຍກວ່າ 10 ເທົ່າ, ທັງເຊື່ອມໂຍງເຂົ້າກັບ ຕະຫລາດ, ດັ່ງນັ້ນຈຶ່ງສາມາດສືບທອດສີມືຂອງບັນພະບຸລຸດຕໍ່ໆໄປທຸກ ເຊັ່ນຄົນ.

ປັດຈຸບັນ, ທ່ານ ເສີນຢຸນຮວາ ບໍ່ພຽງແຕ່ສອນສີມືຈັກສານເຄື່ອງໄມ້ໄຜ່ ໃຫ້ແກ່ຄອບຄົວຂອງລາວເທົ່ານັັ້ນ, ຍັງໄດ້ຖ່າຍທອດໃຫ້ທົ່ວສັງຄົມນໍາອີກ. ຫລັງຈາກຊ່າງຈັກສານເຄື່ອງໄມ້ໄຜ່ໄດ້ຮັບການສືບທອດ ແລະປະດິດສ້າງ ໃໝ່ຢ່າງບໍ່ຢຸດຢັ້ງ, ສີມືຈັກສານເຄື່ອງໄມ້ໄຜ່ຊິ່ງເສີນ ໄດ້ຈັດເຂົ້າເປັນມໍລະດົກ ວັດທະນະທຳນາມມະທຳລະດັບຊາດ ໃນປີ 2008, ປັດຈຸບັນໄດ້ກາຍເປັນ ອຸດສາຫະກຳຫລັກຂອງບ້ານຊິ່ງເຊີນແລ້ວ.

ປັດຈຸບັນນີ້, ວິສາຫະກິດຈັກສານໄມ້ໄຜ່ ແລະວັດທະນະທຳໄມ້ໄຜ່ ຂະໜາດໃຫຍ່ຂອງບ້ານລານໂກ່ ມີເຖິງ 30 ກວ່າແຫ່ງ, ຜູ້ປະກອບການ ອຸດສາຫະກຳໄມ້ໄຜ່ ມີເກືອບ 2.000 ຄົນ, ຮ້ານຈຳໜ່າຍເຄື່ອງຫັດຖະກຳ ໄມ້ໄຜ່ ມີເກືອບ 100 ຮ້ານ, ມູນຄ່າຜະລິດອຸດສາຫະກຳໄມ້ໄຜ່ທົ່ວບ້ານມີເຖິງ 45 ລ້ານຢວນຕໍ່ປີ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.

ບ້ານລານໂກ່ ໄດ້ອີງໃສ່ຊື່ສຽງດ້ານວັດທະນະທຳຈັກສານໄມ້ໄຜ່, ສຸມໃສ່ສ້າງ ທິວທັດໄມ້ໄຜ່, ພັດທະນາການທ່ອງທ່ຽວຊົນນະບົດ, ເປີດກວ້າງຊ່ອງທາງ ສ້າງລາຍຮັບໃຫ້ແກ່ຊາວບ້ານ. ທິວທັດປ່າໄມ້ໄຜ່ໄດ້ກາຍເປັນທິວທັດທີ່ມີ ເອກະລັກຂອງຊົນນະບົດແຫ່ງນັ້ນ. ບ້ານລານໂກ່ ທີ່ເກົ່າແກ່ຫລ້າຫລັງເມື່ອ 10 ປີກ່ອນ, ໄດ້ກາຍມາເປັນຊົນນະບົດທີ່ສວຍງາມ, ພ້ອມທັງກາຍເປັນ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງແລ້ວ.

ຈີນຈັດກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງ ວາງແຜນເລັ່ງລັດສ້າງປະເທດເຂັ້ມແຂງດ້ານກະສິກຳ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ລະຫວ່າງວັນ ທີ 23-24 ທັນວາຜ່ານມານີ້, ກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ເພື່ອວາງແຜນວຽກງານກ່ຽວກັບການ ສ້າງປະເທດເຂັ້ມແຂງດ້ານກະສິກຳ, ເລັ່ງລັດຊຸກຍູ້ການຫັນກະສິກຳ ແລະ ຊົນນະບົດເປັນທັນສະໄໝ, ຊຸກຍູ້ການພັດທະນາຊົນນະລົດໃຫ້ຈະເລີນ ຮຸ່ງເຮືອງຢ່າງຮອບດ້ານ, ແລະວຽກງານອື່ນໆ.

ໃນກອງປະຊຸມດັ່ງກ່າວ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເນັ້ນ ວ່າ: ປະເທດເຂັ້ມແຂງດ້ານກະສິກຳແມ່ນພື້ນຖານຂອງປະເທດສັງຄົມນິຍົມ ທີ່ທັນສະໄໝ ແລະເຂັ້ມແຂງ, ການຕອບສະໜອງຕາມຄວາມຕ້ອງການ ຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມ, ບັນລຸການພັດທະນາທີ່ມີ ຄຸນນະພາບສູງ, ຮັດແໜ້ນພື້ນຖານຂອງຄວາມໝັ້ນຄົງແຫ່ງຊາດ, ລ້ວນ ແຕ່ບໍ່ສາມາດປາສະຈາກການພັດທະນາກະສິກຳໄດ້. ການສ້າງປະເທດເຂັ້ມ ແຂງດ້ານກະສິກຳຕ້ອງຢູ່ບົນພື້ນຖານສະພາບຄວາມເປັນຈິງຂອງປະເທດ ຈີນ, ເອກະລັກຊັບພະຍາກອນທີ່ມີປະຊາກອນຫລາຍແຕ່ມີທີ່ດິນໜ້ອຍ, ພື້ນຖານປະຫວັດສາດແຫ່ງອະລິຍະທຳການປູກຝັງ, ຄວາມຕ້ອງການແຫ່ງ ຍຸກສະໄໝທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ເດີນຕາມ ເສັ້ນທາງຂອງຕົນ, ບໍ່ລອກຮຽນແບບຮູບການສ້າງປະເທດເຂັ້ມແຂງດ້ານ ກະສິກຳທີ່ທັນສະໄໝຈາກຕ່າງປະເທດຢ່າງງ່າຍດາຍ. ຕ້ອງອາໄສກຳລັງ ແຮງຂອງຕົນເພື່ອກຳແໜ້ນຖ້ວຍເຂົ້າຂອງຕົນ, ພັດທະນາກະສິກຳແບບ ກາກບອນຕ່ຳ, ຊຸກຍູ້ຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນຕື່ມວ່າ: ການຮັບປະກັນການສະໜອງສະບຽງ ອາຫານ ແລະຜະລິດຕະພັນກະສິກຳປະເພດສຳຄັນຢ່າງໝັ້ນຄົງ ແລະປອດ ໄພແມ່ນວຽກສຳຄັນອັນດັບໜຶ່ງໃນການສ້າງປະເທດເຂັ້ມແຂງດ້ານກະສິກຳຢ່າງສະເໝີຕົ້ນສະເໝີປາຍ.

ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ການຊຸກຍູ້ການພັດທະນາຊົນນະບົດໃຫ້ ຈະເລີນຮຸ່ງເຮືອງຢ່າງຮອບດ້ານແມ່ນໜ້າທີ່ສຳຄັນໃນການສ້າງປະເທດເຂັ້ມແຂງດ້ານກະສິກຳໃນຍຸກໃໝ່, ການນຳໃຊ້ແຮງຄົນ, ຈັດສັນວັດຖຸ ແລະການ ຮັບປະກັນດ້ານການເງິນຕ້ອງຍ້າຍມາສູ່ການພັດທະນາຊົນນະບົດໃຫ້ຈະ ເລີນຮຸ່ງເຮືອງ. ການປັບປຸງ ແລະຂະຫຍາຍໝາກຜົນຂອງການລຶບລ້າງ ຄວາມທຸກຍາກແມ່ນໜ້າທີ່ຂັ້ນພື້ນຖານສຳລັບການພັດທະນາຊົນນະບົດ ໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ຕ້ອງເຊື່ອມສານນະໂຍບາຍຊ່ວຍເຫລືອ ຜູ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະເຂດຫລຸດພົ້ນອອກຈາກຄວາມ ທຸກຍາກໃຫ້ດີ, ຈັດຕັ້ງປະຕິບັດມາດຕະການທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ, ເດັດດ່ຽວປ້ອງກັນບໍ່ໃຫ້ເກີດມີປາກົດການທີ່ທົ່ວບ້ານ ຫລື ທົ່ວຕາແສງ ຕົກຢູ່ໃນຄວາມທຸກຍາກຄືນໃໝ່. ຕ້ອງຍຶດໝັ້ນຖືເອົາການໃຫ້ກະສິກອນ ມີລາຍຮັບເພີ່ມຂຶ້ນເປັນໜ້າທີ່ໃຈກາງໃນວຽກງານ “ກະສິກຳຊົນນະບົດ ແລະ ກະສິກອນ”,ຊອກທຸກວິທີທາງເພື່ອເປີດກວ້າງຊ່ອງທາງໃຫ້ ກະສິກອນມີລາຍຮັບເພີ່ມຂຶ້ນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນອີກວ່າ: ການສ້າງຊົນນະບົດທີ່ໜ້າຢູ່ ໜ້າທຳ ມາຫາກິນ ແລະບ້ານຊົນນະບົດທີ່ສວຍງາມ ແມ່ນສິ່ງທີ່ຄວນມີໃນການສ້າງ ປະເທດເຂັ້ມແຂງດ້ານກະສິກຳ. ຕ້ອງຊຸກຍູ້ການຫັນກະສິກຳ ແລະຊົນນະບົດ ເປັນທັນສະໄໝຢ່າງເປັນເອກະພາບກັນ, ຈັດຕັ້ງປະຕິບັດການເຄື່ອນໄຫວ ສ້າງສາຊົນນະບົດໃຫ້ດີ, ໂດຍສະເພາະ ຕ້ອງເລັ່ງລັດການສ້າງພື້ນຖານ ໂຄງລ່າງບໍລິການສາທາລະນະ ດ້ານການປ້ອງກັນພະຍາດ, ລ້ຽງດູຜູ້ເຖົ້າ, ການສຶກສາ, ການປິ່ນປົວ ແລະອື່ນໆ, ຍົກລະດັບພື້ນຖານໂຄງລ່າງໃນ ຊົນນະບົດໃຫ້ຄົບຖ້ວນກວ່າເກົ່າ, ການບໍລິການສາທາລະນະ ມີຄວາມສະ ດວກກວ່າເກົ່າ, ສະພາບແວດລ້ອມທີ່ຢູ່ອາໄສມີຄວາມສະດວກສະບາຍ ກວ່າເກົ່າ, ເຮັດໃຫ້ກະສິກອນສາມາດດຳລົງຊີວິດທີ່ມີຄວາມສິວິໄລ ແລະ ຄວາມທັນສະໄໝຢູ່ກັບທີ່.

ກະຊວງປ້ອງກັນປະເທດ ໄດ້ຈັດງານພົບປະອະດີດນາຍທະຫານກອງທັບ ປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະຊາຊົນຫວຽດນາມ

0

ວັນທີ 22 ທັນວາ 2022 ນີ້, ກະຊວງປ້ອງກັນປະເທດໄດ້ ຈັດງານພົບປະອະ ດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະ ຊາຊົນຫວຽດນາມ ໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດ ຕະພາບລະຫວ່າງ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ ໃນປີ 2022 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ເລຂາຄະ ນະພັກ ຫົວໜ້າການ ເມືອງ ວິທະ ຍາຄານ ປ້ອງກັນຊາດ ສສ ຫວຽດນາມ, ສະຫາຍ ຟາມ ມິງ ຈ້ຽນ ຕາງໜ້າສະຖານເອກ ອັກທຄະລັດຖະທູດ ສສ ຫວຽດ ນາມ ປະຈຳ ສປປ ລາວ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງ ຊາດ, ຄະນະນຳກະຊວງປ້ອງກັນປະ ເທດ, ຄະນຳບັນດາກົມໃຫຍ່, ບັນດາອະດີດການນຳກະຊວງ ປ້ອງກັນປະເທດ, ຮອງລັດຖະ ມົນຕີ, ບັນດາພະນັກງານຫຼັກແຫ່ງກະຊວງປ້ອງກັນປະເທດ, ຄູ-ອາ ຈານ, ອະດີດນັກສືກສາ ນາຍທະຫານກອງທັບປະຊາ ຊົນລາວ ທີ່ຮຽນຈົບຈາກໂຮງ ຮຽນ, ວິທະຍາຄານກອງທັບປະ ຊາຊົນຫວຽດນາມ, ນັກທຸລະ ກິດ ແລະ ແຂກທີ່ຖືກເຊີນເຂົ້າ ຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການຈັດ ງານພົບປະອະດີດນັກສຶກ ສາທະຫານກອງທັບປະຊາຊົນລາວທີ່ ຮຽນ ຈົບຈາກ ສສ ຫວຽດນາມ, ແມ່ນກິດຈະກໍາໜຶ່ງທີ່ສໍາຄັນ, ເປັນການປະ ກອບສ່ວນໃນການ ສະເຫຼີມສະຫຼອງປີສາມັກຄີ ມິດ ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ກໍ່ແມ່ນກົງກັບວັນສ້າງຕັ້ງກອງທັບປະ ຊາຊົນຫວຽດ ນາມ ຄົບຮອບ 78 ປີ, ເຊິ່ງພັກ-ລັດຖະ ບານຫວຽດນາມໄດ້ຈັດຕັ້ງສະເຫຼີມສະຫຼອງ ວັນບຸນທີ່ສໍາຄັນຂອງຊາດ, ວັນ ບຸນທີ່ມີມູນເຊື້ອອົງອາດກ້າຫານ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ຄັນທຸງຂອງພັກກອມມູ ນິດຫວຽດນາມ ແລະ ມີຜົນສຳ ເລັດອັນ ຍິ່ງໃຫຍ່ຕະຫຼອດມາ ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວຈົດຈຳລ້ຳລຶກຢູ່ສະເໝີ ແລະ ຢ່າງເລິກເຊິ່ງວ່າ ທຸກໄຊຊະນະ ໃນພາລະກິດປະຕິວັດເພື່ອປົດ ປ່ອຍຊາດ, ພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ລ້ວນແຕ່ຕິດພັນກັບຄວາມສາ ມັກຄີ ແລະ ການຊ່ວຍເຫຼືອລໍ້າ ຄ່າ, ຂອງກອງທັບ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ. ໃນພິທີທີ່ມີຄວາມໝາຍສໍາຄັນ ນີ້, ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈາລຶກບັນດາຄຳສັ່ງສອນຂອງປະ ທານ ໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກ ສອນພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ, ຜູ້ທີ່ໄດ້ກໍ່ສ້າງຮາກ ຖານ ແລະ ເປັນແວ່ນແຍງໃສແຈ້ງເຊິ່ງ ໄດ້ຮັບການເພີ່ມພູນຄູນສ້າງຈາກ ຮຸ່ນການນຳປະຕິວັດຂອງ ສອງ ພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ ກາຍເປັນມໍລະດົກອັນລ້ຳຄ່າ ໃຫ້ແກ່ສອງຊາດ ແລະ ສອງກອງທັບລາວ-ຫວຽດ ນາມ, ຫວຽດນາມ-ລາວຕະຫຼອດມາ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ຫວຽດ ນາມ-ລາວ ຢູ່ໃນຖ່ວງທ່າ ພັດທະ ນາອັນຈົບງາມ, ນັບມື້ນັບ ເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນໃນທຸກຂົງ ເຂດ ພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການສຶກສາ, ການກໍ່ສ້າງຊັບພະ ຍາກອນມະນຸດ, ການຮ່ວມມືດ້ານເສດ ຖະກິດ ໄດ້ເພີ່ມທະວີດ້ານຄຸນນະພາບ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຍາມໃດກໍຖືສຳຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດ ສຸດຄວາມສາມາດພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ໄດ້ຂຶ້ນກ່າວຄຳປາໄສວ່າ ຄະນະພະນັກງານກອງທັບປະຊາຊົນ ຫວຽດນາມ ສຸດທີ່ມີຄວາມເບີກ ບານມ່ວນຊື່ນ ທີ່ໄດ້ເຂົ້າຮ່ວມ ງານພົບປະອາດິດນັກສຶກສາການທະຫານລາວທີ່ໄດ້ສຶກສາ ຮໍ່າຮຽນຢູ່ສສ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດເໝາະກັບຕົວຈິງ ເພື່ອ ແນໃສ່ລະນືກເຖິງຄວາມຮູ້ບຸນຄຸນສະແດງເຖິງນໍ້າໃຈອັັນປະເສີດຄວາມເຫັນອົກເຫັນໃຈລະ ຫວ່າງອາຈານ ແລະ ນັກສຶກສາ, ຫວຽດ ນາມ ແລະ ລາວ ແມ່ນ ສອງປະເທດບ້ານໃກ້ເຮືອນຄຽງ, ຕິດພັນຢ່າງສະໜິດສະ ໜົມເຊິ່ງກັນ ແລະ ກັນໃນຕະຫຼອດໄລຍະປະຫວັດສາດອັນຍາວນານ ໃນການສ້າງສາ ແລະ ພັດທະນາປະເທດຊາດ.

ຜ່ານຜ່າສິ່ງທ້າທາຍທີ່ດຸເດືອດຂອງສົງ ຄາມ ແຕ່ນ້ຳໃຈມິດຕະພາບອັນສົດໃສເປັນຄູ່ຮ່ວມສູ້ຮົບ, ສາຍພົວພັນມິດຕະ ພາບ ຫວຽດນາມ-ລາວຍັງສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດ ຜ່ອງແບບທໍາມະຊາດ, ເປັນກົດເກນຄົງຕົວ ແລະ ຫຍາຍຕົວ ຂອງສອງຊາດ, ສາຍພົວພັນນັ້ນ ໄດ້ກາຍເປັນເອກະລັກທີ່ສວຍ ງາມຢ່າງສະເໝີຕົ້ນສະເໝີປາຍ, ປອດໃສ “ມີໜື່ງບໍ່ມີສອງ” ໃນປະຫວັດສາດໂລກ ແລະ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງຊາດ, ແມ່ນປັດໄຈຮັບປະກັນການຄົງຕົວ ແລະ ການຂະຫຍາຍຕົວຂອງສອງຊາດ. ພຶດຕິກໍາໄດ້ສະແດງໃຫ້ເຫັນວ່າ: ແຕ່ລະບັ້ນໄຊຊະນະໃນພາລະ ກິດຕໍ່ສູ້ປົດປ່ອຍຊາດ, ເອກະພາບປະເທດຊາດໃນສະໄໝກ່ອນ ກໍ່ຄືແຕ່ລະຜົນງານໃນການປ່ຽນ ແປງໃໝ່, ກໍ່ສ້າງ ແລະ ປົກປັກ ຮັກສາປະເທດຊາດໃນປັດຈຸບັນ ນີ້ຂອງສອງປະເທດ ລ້ວນແຕ່ ມີການຕິດພັນກັບການພັດທະນາຢ່າງດີງາມຂອງສາຍພົວ ພັນ ສາມັກຄີພິເສດ ຫວຽດນາມ- ລາວ.

ບັນດາສະຫາຍນັກສຶກສາ ລາວທີ່ໄດ້ຮໍ່າຮຽນຢູ່ຫວຽດນາມ ໄດ້ ແລະ ກໍາລັງຮັບຜິດຊອບບັນດາໜ້າທີ່ສໍາຄັນໃນບັນດາອົງການນໍາພາຂອງພັກ, ລັດ, ກອງທັບປະຊາຊົນລາວ; ຫຼາຍ ສະຫາຍໄດ້ກາຍ ເປັນການນໍາ ຂັ້ນສູງ, ບັນດານາຍພົນ, ບັນດາ ຜູ້ບັນຊາດີເດັ່ນຂອງກອງທັບປະຊາຊົນປະຕິວັດລາວ, ບັນດາອະດິດນັກສຶກສາລາວໄດ້ສຶກສາຢູ່ ບັນດາວິ ທະຍາຄານ, ໂຮງຮຽນ ຂອງກອງທັບປະຊາ ຊົນຫວຽດນາມໄດ້ ແລະ ກໍາລັງແມ່ນປັດໃຈສໍາຄັນປະກອບສ່ວນໃນການ ກໍ່ສ້າງກອງທັບປະຊາຊົນລາວ ນັບມື້ເຂັ້ມແຂງ; ພ້ອມກັນນັ້ນ ເປັນຂົວຕໍ່ກັບກອງທັບລະ ຫວ່າງ ສອງປະເທດ, ບໍ່ຢຸດຢັ້ງໃນການ ເພີ່ມທະວີ, ເພີ່ມພູນຄູນສ້າງໃຫ້ສາຍພົວ ພັນສາມັກຄີພິເສດສະເໝີຕົ້ນ, ສະເໝີປາຍ ແລະ ສາຍ ພົວພັນຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບໝັ້ນຄົງທະນົງແກ່ນ. ພ້ອມດຽວກັນນີ້ອະດີດນາຍທະ ຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບ ປະຊາ ຊົນຫວຽດນາມ ກໍ່ຍັງ ໄດ້ຂື້ນກ່າວແດງຄວາມຮູ້ສຶກຕໍ່ ສະຖາບັນການສຶກສາ ແລະ ຄູ-ອາຈານທີ່ໄດ້ໃຫ້ການສິດສອນສົ່ງຄວາມຮູ້, ໃນນີ້ມີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ, ພົນຕີ ວົງສັກ ພັນທະວົງ, ພົນຈັດຕະວາ ສົງກາ ບຸນຄຸນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນຈັດ ຕະວາ ສຸລິນພອນ ຄຳພະຈັນ ແລະ ຕາງໜ້ານັກສຶກສາ ສສ ຫວຽດນາມ ທີ່ມາສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ.

ໂດຍ: ອາຫວຸ້ນ