Saturday, October 11, 2025
Home Blog Page 837

ສືບຕໍ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານສານ ແລະ ອົງການໄອຍະການປະຊາຊົນສູງສຸດ

0

ໃນວັນທີ 27 ທັນວາ 2022 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ທັນວາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳຄິດຄຳເຫັນແລກປ່ຽນ ທີ່ຕິດພັນກັບວຽກຕຸລາການ ເຊິ່ງເຫັນວ່າເປັນວຽກທີ່ສຳຄັນ ແລະ ເປັນຕົວຊີ້ບອກອັນໜຶ່ງ ທີ່ວັດແທກໃຫ້ເຫັນເຖິ່ງຜົນສຳເລັດ ໃນການສ້າງສັງຄົມນິຍົມ ຕິດພັນກັບວຽກຄວາມສະ ເໝີພາບຂອງກົດໝາຍ ເຊິ່ງໄລຍະຜ່ານມາວຽກຕຸລາການ ເປັນວຽກທີ່ສັງຄົມ ຈັບຕາເບິ່ງຄວາມສຳຄັນເປັນພິເສດ ເພາະມັນຕິດພັນກັບຜົນປະໂຫຍດໂດຍກົງຂອງພວກເຂົາ ແຕ່ການໃຫ້ຄວາມຍຸຕິທຳ ພັດຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນໃນໄລຍະຜ່ານມາ ບາງຄັ້ງຍັງເຫັນວ່າຍັງມີຄວາມຊັກຊ້າ ຢາກໃຫ້ພາກສ່ວນກ່ຽວຂ້ອງເບິ່ງຄືນ ເພື່ອບໍ່ໃຫ້ເກີດຊ່ອງວ່າງສວຍໃຊ້ກົດໝາຍ. ສະນັ້ນ, ສະເໜີໃຫ້ມີຄວາມເຂັ້ມງວດໃນການຈັດຕັ້ງປະຕິ ບັດກົດໝາຍ ການປະຕິບັດໜ້າທີ່ຂອງພະນັກງານໃນຂົງເຂດຕຸລາການ ຕ້ອງມີຄວາມເຂັ້ມງວດຂຶ້ນຕື່ມ; ຍົກສູງຄຸນສົມບັດສິນທຳປະຕິວັດ ຕ້ອງອີງໃສ່ຜົນປະໂຫຍດລວມຂອງປະຊາຊົນບັນດາເຜົ່າ ໃນຕໍ່ໜ້າ ແລະ ຍາວນານ ສະເໜີໃຫ້ກຳນົດໂຄງສ້າງຂອງຄຳຕັດສິນຂອງສານ ໃຫ້ມີຄວາມຮັດກຸມ, ຮັບປະກັນການປະຕິບັດກົດໝາຍ ຫລາຍສະບັບຄຽງຄູ່ກັນໄປ ແນໃສ່ອັດຊ່ອງວ່າງຂອງການສ່ວຍໃຊ້ຄຳຕັດສິນຂອງສານ ໄປໃນທາງສະແຫວງຫາຜົນປະໂຍດຂອງບຸກຄົນໃດໜຶ່ງ ອັນເຮັດໃຫ້ສັງ ຄົມບໍ່ມີຄວາມຍຸຕິທຳ ແລະ ບໍ່ສະຫງົບ.

ທ່ານ ພັອ ບູນຊູ ສຸລິນັນທອງ ສສຊ ເຂດເລືອກຕັ້ງ 17 ແຂວງອັດຕະປື ໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໂດຍສະເພາະ ກ່ຽວກັບການເບິ່ງແຍງນັກໂທດຕ້ອງຫາ ຢູ່ຄ້າຍຄຸມຂັງໃນເວລາທີ່ນັກໂທດເຈັບເປັນ ເຈົ້າໜ້າທີ່ແມ່ນສາ ມາດຊ່ວຍເບິ່ງແຍງຮັກສາໄດ້ສຳໃດສຳໜຶ່ງເທົ່ານັ້ນ ແຕ່ຫາກມີອາການຮຸ່ນແຮງ ແລະ ຕ້ອງນຳສົ່ງໄປຮັກສາຢູ່ໂຮງໝໍນັ້ນ ແມ່ນບໍ່ມີງົບປະມານໃນການຮັກສາເທື່ອ. ສະນັ້ນ, ເຮັດໃຫ້ນັກໂທດຕ້ອງຫາ ຈຳນວນໜຶ່ງເສຍຊີວິດຢູ່ຄ້າຍຄຸມຄັງ, ບາງກໍລະນີເສຍຊີວິດຢູ່ໂຮງໝໍ. ສະເໝີໃຫ້ພາກສ່ວນກ່ຽວຂ້ອງ ຂໍງົບປະມານຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນການຮັກສາເບິ່ງແຍງຊີວິດ ແລະ ສຸຂະພາບ ຂອງນັກໂທດຕ້ອງຫາ ຫລື ຜູ້ຕ້ອງຫາ; ສະເໝີໃຫ້ພາກສ່ວນກ່ຽວຂ້ອງ ຫລື ເຈົ້າໜ້າທີ່ຄຸມຂັງ ຄວນເອົາໃຈໃສ່ຕື່ມ ໃນກໍລະນີ້ ທີ່ນຳເອົານັກໂທຕ້ອງຫາ ໄປອອກແຮງງານນອກສະຖາທີ່ ຫລື ແບບສ່ວນຕົວ ຕ້ອງເພີ່ມທະວີເຂັ້ມງວດກວ່າເກົ່າ ເນື່ອງຈາກວ່າຍັງພົບເຫັນເກີດບັນຫາ ມີນັກໂທດໂຕນໜີ ຈາກຄ້າຍຄຸມຂັງ. ສ່ວນການດຳເນີນຄະດີຢາເສບຕິດ ສ່ວນຫລາຍແມ່ນຈັບໄດ້ແຕ່ຂອງກາງ, ຫະນະ ແຕ່ເປົ້າໝາຍທີ່ຈະຈັບນັ້ນຍັງຈັບບໍ່ໄດ້ ເຮັດໃຫ້ສັງຄົມວິພາກວິຈານ ເກີດມີຄວາມສົງໄສວ່າເຈົ້າໜ້າທີ່ ມີສ່ວນຮ່ວມສະໜັບສະໜູນ ຫລື ຕັດປ່ອຍ. ນອກຈາກນີ້, ຍັງສະເໝີ ກ່ຽວກັບການອະໄພຍະໂທດ ສຳລັບຜູ້ທີ່ມີຄະດີ ກ່ຽວຂ້ອງກັບຢາເສບຕິດ ບໍ່ໃຫ້ມີການຄົ້ນຄວ້າອະໄພຍະໂທດຕື່ມ ຫລື ອອກຈາກຄ້າຍຄຸມຂັງກ່ອນກຳນົດ ເນື່ອງຈາກວ່າຜູ້ຕ້ອງຫາຈາກຄະດີດັ່ງກ່າວ ສ່ວນຫລາຍແລ້ວ ເມື່ອປ່ອຍໄປແລ້ວອາດຈະກັບມາເຮັດແບບເກົ່າ.

ຂ່າວ: ກິດຕາ

ກະຊວງການເງິນ ສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນປີ 2022

0

ໃນປີ 2022 ນີ້, ລັດຖະບານ ກໍຄື ຄະນະພັກ-ຄະນະນໍາກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂະແໜງສ່ວຍສາອາກອນ ລວມເຖິງຄະນະພັກ-ຄະນໍາຂອງຂະແໜງສ່ວຍສາອາກອນທຸກໆຂັ້ນໃນຂອບເຂດທົ່ວປະເທດ ຮ່ວມກັບບັນດາຂະແໜງການກ່ຽວຂ້ອງ ຕັດສິນໃຈສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການປີ 2022, ນັບແຕ່ຕົ້ນປີມາຮອດວັນທີ 20 ທັນວາ 2022 ສາມາດເກັບລາຍຮັບໄດ້ 19.714 ຕື້ກີບເທົ່າກັບ 99,5% ທຽບໃສ່ແຜນການປີ. ໃນນີ້, ສະເພາະລາຍຮັບສ່ວຍສາອາກອນສາມາດເກັບລາຍຮັບໄດ້ 12.984 ຕື້ກີບເທົ່າກັບ 90,02% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 15%, ລາຍຮັບຊັບສິນສາມາດເກັບລາຍຮັບໄດ້ 4.955 ຕື້ກີບ ເທົ່າກັບ 127,5% ຂອງແຜນການປີ, ລາຍຮັບຂະແໜງປະຕິຮູບລັດວິສາຫະກິດເກັບໄດ້ 1.774 ຕື້ກີບເທົ່າກັບ 117,4%, ຄາດຄະເນໝົດປີສາມາດເກັບລາຍຮັບໄດ້ 21.675,4 ຕື້ກີບເທົ່າກັບ 109,4% ຂອງແຜນການປີ.

ຂໍມູນດັ່ງກ່າວໄດ້ຮັບການລາຍງານຈາກ ທ່ານ ບຸນປະເສີດ ສີກຸນລະບຸດຫົວໜ້າກົມສ່ວຍສາອາກອນ ໃນກອງປະຊຸມສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ທີ່ຈັດຂຶ້ນໃນວັນທີ 22-23 ທັນວາ 2022 ຜ່ານມາ. ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຄະນະກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຂະແໜງສ່ວຍສາອາກອນ, ຊຶ່ງທ່ານໄດ້ເນັ້ນໃຫ້ຄຸ້ມຄອງຖານອາກອນໃຫ້ເລິກເຊິ່ງ, ເນັ້ນຫົວໜ່ວຍເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ, ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ, ແກ້ໄຂປະກົດການຫຍໍ້ທໍ້ຂອງພະນັກງານຂະແໜງສ່ວຍສາອາກອນ ໂດຍສະເພາະຂັ້ນເມືອງ ໃຫ້ມີການຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານ, ກວດກາຄືນສັນຍາມອບເໝົາຂອງວິສາຫະກິດ, ຮັບປະກັນການເຊື່ອມຕໍ່ຂະແໜງການທີ່ກ່ຽວຂ້ອງ, ສຸມໃສ່ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ຂ່າວ-ພາບ: ກະຊວງການເງິນ

ສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ

0

ກອງປະຊຸມສະຫລຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ໄດ້ຈັດຂຶ້ນໃນວັນທີ 27-28 ທັນວາ 2022 ທີ່ຄະນະຈັດຕັ້ງສູນກາງພັກ (ຄຈສພ) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຜູ້ຕາງໜ້າກົມຈັດຕັ້ງ-ພະນັກງານຂອງບັນດາກະຊວງ-ອົງການ, ແຂວງ-ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຈສພ ໃນປີ 2022 ຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່, ຄົ້ນຄ້ວາ, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ກົດລະບຽບພັກ ສະໄໝທີ XI, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ຄຳສັ່ງວ່າດ້ວຍການປັບປຸງກົງຈັກການ ຈັດຕັ້ງຂອງບັນດາ ກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ; ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງພັກ ໂດຍຕິດພັນກັບການປັບປຸງກົງຈັກລັດໃຫ້ມີຄວາມສອດຄ່ອງ, ເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ; ສຸມໃສ່ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ນຳພາປັບ ປຸງກໍ່ສ້າງການຈັດຕັ້ງຮາກຖານພັກ, ຊຸກຍູ້ບັນດາໜ່ວຍພັກສ້າງແຜນ, ປະເມີນຜົນ, ສະຫລຸບຖອດຖອນບົດຮຽນ, ສະເພາະປີ 2021 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນມີ 15.326 ໜ່ວຍ ກວມ 70.61% ຂອງໜ່ວຍພັກທັງໝົດ 21.703, ໜ່ວຍພັກແຂງມີ 3.510 ໜ່ວຍ ກວມ 17%, ໜ່ວຍພັກກາງມີ 668 ໜ່ວຍ ກວມ 3%; ໜ່ວຍພັກອ່ອນ 13 ໜ່ວຍ ກວມ 0.05% ແລະ ບໍ່ໄດ້ຈັດປະເພດ 2.186 ໜ່ວຍ ກວມ 10% (ປີ 2022 ກຳລັງດໍາເນີນການຕີລາຄາປະເມີນຜົນ).

ພ້ອມນີ້, ຄະນະພັກແຕ່ລະຂັ້ນ ໄດ້ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ປະຕິບັດລະບອບຫົວໜ້າດຽວ, ມີການແບ່ງງານໃຫ້ບຸກຄົນ ຮັບຜິດຊອບ, ສ້າງແຜນດຳເນີນງານ, ເຮັດວຽກມີແຜນງານ, ໂຄງການ ແລະ ແຜນການຈັດຕັ້ງປະຕິບັດແຕ່ລະໄລຍະ, ປະ ຕິບັດລະບອບປະຊຸມ ຄະນະປະຈໍາ, ຄະນະບໍລິຫານງານປົກກະຕິຕາມກົດລະບຽບພັກ; ທຸກວຽກງານທີ່ສໍາຄັນ ແມ່ນໄດ້ມີການຄົ້ນຄວ້າປຶກສາຫາລືຕົກລົງເປັນໝູ່ຄະນະ, ອັນໃດທີ່ຕົກລົງເປັນມະຕິແລ້ວ ພ້ອມກັນສູ້ຊົນຈັດຕັ້ງປະຕິບັດ; ມີການຊຸກຍູ້, ຕິດຕາມ, ກວດກາຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກ, ມີການສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະ, ປະຕິບັດລະບອບສ່ອງແສງລາຍງານເປັນປົກກະຕິ. ເວົ້າລວມແລ້ວ ຄະນະພັກແຕ່ລະຂັ້ນຍັງສືບຕໍ່ ຢຶດໝັ້ນລະບອບແບບແຜນນຳພາ ແລະ ວິທີເຮັດວຽກຕາມລະບຽບຫຼັກການ ຂອງພັກ; ພ້ອມທັງໄດ້ເອົາໃຈໃສ່ຄົ້ນຄວ້າກຳແໜ້ນ ແລະ ຜັນຂະຫຍາຍ ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04 ວ່າດ້ວຍ ເພີ່ມທະວີການນຳພາຂອງພັກເພື່ອສ້າງ ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ; ຄະນະຈັດຕັ້ງສູນກາງພັກ ໄດ້ຄົ້ນຄວ້າສະເໜີກົມການເມືອງສູນກາງພັກ ອອກມະຕິ ສະບັບເລກທີ 21 ວ່າດ້ວຍການຕີລາຄາພະນັກງານ ແລະ ອອກແຈ້ງການ ເລກທີ 322/ຄຈສພ ກ່ຽວກັບການປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ເລກທີ 309/ຄຈສພ ກ່ຽວກັບການຄາດຄະເນເປົ້າໝາຍພະນັກງານທີ່ຈະອອກພັກການ-ຮັບອຸດໜູນບໍານານ, ໄດ້ສຳເລັດ ການປັບປຸງປຶ້ມຊີວະປະຫວັດພະນັກງານນໍາພາ-ຄຸ້ມຄອງ, ໄດ້ປັບປຸງໂປຣແກຣມຄຸ້ມຄອງຂໍ້ມູນພະນັກງານຂັ້ນສູນກາງ ຄຸ້ມຄອງຢ່າງເປັນລະບົບ, ສະດວກວ່ອງໄວ ແລະ ຊັດເຈນ; ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາການສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ ແລະ ຂັ້ນສູນກາງຄຸ້ມຄອງຕາມລະບຽບ-ຫລັກການ ທີ່ນິຕິກຳໄດ້ກຳນົດໄວ້ ແລະ ໄດ້ເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງ ຕາມຄຳສັ່ງ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນໍາ 01 ຂອງນາຍົກ ລັດຖະມົນຕີ ຕາມທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ, ປະຕິບັດຕາມທິດ 3 ສ້າງ; ໄດ້ດໍາເນີນການປັບປຸງກົງຈັກ ແລະ ພາລະບົດບາດອົງການເສນາທິການຂອງພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ສໍາເລັດ 6 ພາກສ່ວນ. ນອກຈາກນີ້, ຍັງໄດ້ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວ ຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຂັ້ນເມືອງ-ນະຄອນ ຕື່ມອີກ.

ສຳລັບທິດທາງໜ້າທີ່ປີ 2023 ຄະນະພັກແຕ່ລະຂັ້ນ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ກົດລະບຽບຂອງພັກ ໃຫ້ເຂົ້າສູ່ລວງເລິກ ແລະ ມີຜົນສໍາເລັດກວ່າເກົ່າ; ສຸມໃສ່ການດໍາເນີນຊີວິດການເມືອງປັບປຸງປົວແປງພັກຕິດພັນການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ແລະ ກອງປະຊຸມຮາກຖານພັກ; ສືບຕໍ່ປັບປຸງ-ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ ເພື່ອຍົກສູງບົດບາດຄວາມສາມາດນຳພາຂອງຄະນະພັກ, ໜ່ວຍພັກ ແລະ ຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ; ຈັດຕັ້ງປະຕິບັດວຽກງານພະນັກງານໃຫ້ມີຄຸນນະພາບໃໝ່, ໃຫ້ຖືກຕ້ອງສອດຄ່ອງກັບລະບຽບການທີ່ກຳນົດໄວ້; ຈໍາກັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນການຈັດຕັ້ງ, ຄະນະພັກ ແລະ ຖັນແຖວສະມາຊິກພັກ-ພະນັກ ງານຢ່າງທັນການ ແລະ ເດັດຂາດ-ເຂັ້ມງວດ; ປັບປຸງກົງຈັກການຈັດຕັ້ງຄະນະຂອງພັກ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິຜົນສູງ.

ຂ່າວ: ຄຈສພ

ຮອງປະທານສະພາແຫ່ງຊາດ ຮ່ວມບຸນກິນຈຽງ ປະຈຳປີ 2022 ຢູ່ເມືອງໂພນໂຮງ

0

ບູນປະເພນີກິນຈຽງ ຫລື ນໍ່ເປ້ເຈົ່າ ປະຈຳປີ 2022 ຂອງປະຊາຊົນເຜົ່າມົ້ງ ກຸ່ມບ້ານພັດທະນາ-ນາເລົາ (ຫລັກ52) ເມືອງໂພນໂຮງ ແຂວງວຽງຈັນ ຈັດຂຶ້ນເປັນທາງການ ໃນວັນທີ 26 ທັນວາ 2022 ນີ້ ຢູ່ເດີນກິນຈຽງບ້ານໂພນຄຳເໜືອ ໂດຍມີ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີຕ່າງໜ້າການນຳຂັ້ນແຂວງ, ການນຳຂອງເມືອງ, ຄະນະຈຸດສຸມກຸ່ມບ້ານ, ເຈົ້າກົກເຈົ້າເຫລົ່າ-ຊິງຊາວ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງສະແດງອອກເຖິງວັດທະນະທຳ ຮີດຄອງປະເພນີຂອງພີ່ນ້ອງເຜົ້າມົ້ງ ທີ່ໄດ້ປະຕິບັດກັນມາແຕ່ດຶກດາມບັນ ຈົນຮອດປັດຈຸບັນ.

ໂອກາດນີ້, ຄະນະປະທານ ທ່ານ ຈະເລີນ ເຢຍປາວເຮີ ແລະ ທ່ານ ຄໍາພັນ ສິດທິດໍາພາ ໄດ້ໃຫ້ກຽດໂອ້ລົມ ແລະ ອວຍພອນ ຕໍ່ພິທີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ຄະນະກຸ່ມບ້ານ,ອົງການປົກຄອງແຕ່ລະບ້ານ ຕະຫລອດຮອດພໍ່ປະຊາຊົນຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ ຍົກໃຫ້ເຫັນການຫັນປ່ຽນ ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະແຂວງວຽງຈັນ ກໍຄືເມືອງໂພນໂຮງ ເປັນຕົ້ນ ກຸ່ມບ້ານພັດທະນານາເລົາ (ຫລັກ52), ພ້ອມຍັງໄດ້ເນັ້ນໜັກໃຫ້ຄະນະພັກກຸ່ມບ້ານ ອົງການປົກຄອງແຕ່ລະບ້ານ ກໍຄື ເຜົ່າ ຈົ່ງສືບຕໍ່ສຸມໃສ່ການຜະລິດທາງດ້ານກະສິກຳ ຕາມທ່າແຮງໃນການປູກ, ການລ້ຽງໃຫ້ເປັນຂະບວນພົ້ນເດັ່ນ, ກ້າວເປັນອຸດສາຫະກຳປຸ່ງແຕ່ງທີ່ທັນສະໄໝ, ສົ່ງເສີມວຽກງານບໍລິການວຽກງານທ່ອງທ່ຽວ ແລະ ຮັກສາໄດ້ປະເພນີອັນດີງາມ, ຄວາມສາມັກຄີປອງດອງ,ເປັນເຈົ້າການ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ທີ່ເມືອງ ກໍຄື ບັນດາບ້ານວາງອອກ ແນໃສ່ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຊີວິດທີ່ດີຂຶ້ນ.

ໃນພິທີ, ທ່ານວັນໄຊ ພົມມະຈັກ ຫົວໜ້າຈຸດສຸມກຸ່ມບ້ານພັດທະນາ-ນາເລົາ ໄດ້ກ່າວວ່າ: ຜ່ານການປະຕິບັດວຽກງານ ໄລຍະຜ່ານມາສາມາດຍາດໄດ້ຜົນງານຫລາຍດ້ານເປັນຕົ້ນ ພາຍໃນກຸ່ມແມ່ນມີຄວາມສະຫງົບ, ປະຊາຊົນພາຍໃນກຸ່ມບ້ານ ໄດ້ເປັນເຈົ້າການມີສ່ວນຮ່ວມໃນການປະຕິບັດໜ້າວຽກເຮັດວຽກງານແຕ່ລະບ້ານແມ່ນມີຜົນສຳເລັດ , ແຕ່ລະບ້ານແມ່ນມີທ່າແຮງທາງດ້ານເສດຖະກິດ, ມີການປູກຝັງ, ລ້ຽງສັດແບບຟາມ ແລະ ບໍລິການຄ້າ-ຂາຍ ມີການຂະຫຍາຍຢ່າງຕໍ່ເນື່ອງ ຊຶ່ງໄດ້ກາຍເປັນທ່າແຮງທີ່ສຳຄັນ ໃນຍົກສູງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.

ທຸງເຈົ້າພາບ ມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ເດີນທາງຮອດນະຄອນຫລວງວຽງຈັນ

0

ທຸງກິລາເຈົ້າພາບ ມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ນະຄອນຫລວງວຽງຈັນ ຮັບກຽດເປັນເຈົ້າພາບ ໃນປີ 2025 ແລະ ທີມນັກກິລານະຄອນຫລວງວຽງຈັນ ຮອງເຈົ້າຫລຽນຄຳ ຊຽງຂວາງ ເກມ ໄດ້ເດີນທາງຮອດນະຄອນຫລວງວຽງຈັນ, ພາຍຫລັງສຳເລັດການເຂົ້າຮ່ວມມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຊຶ່ງພິທີຕ້ອນຮັບ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຜ່ານມາທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ, ບັນດາການນຳຂັ້ນເມືອງ, ມວນຊົນ, ຊາວໜຸ່ມ-ເຍົາວະຊົນ ໃຫ້ການຕ້ອນຮັບ.

ໃນພິທີ, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຂົ້າຮ່ວມການແຂ່ງຂັນຂອງຄະນະນຳ ແລະ ນັກກິລານະຄອນຫລວງວຽງຈັນ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ວ່າ: ຕະຫລອດໄລຍະການເຂົ້າຮ່ວມແຂ່ງຂັນ ຄະນະນຳ-ນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການ ໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງຂັນກິລາແຕ່ລະປະເພດຢ່າງຕັ້ງໜ້າ ສາມາດຍາດໄດ້ 58 ຫລຽນຄຳ, 51 ຫລຽນເງິນ ແລະ 97 ຫລຽນທອງ ລວມທັງໝົດ 206 ຫລຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງຊຽງຂວາງ ທີ່ສາມາດຍາດໄດ້ 62 ຫລຽນຄຳ, 60 ຫລຽນເງິນ ແລະ 95 ຫລຽນທອງ ລວມທັງໝົດ 217 ຫລຽນ.

ໂອກາດນີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະນຳ-ນັກກິລານະຄອນຫລວງວຽງຈັນ ຍາດມາໄດ້ ໂດຍຄະນະນຳ ກໍຄື ຄະນະຮັບຜິດຊອບແຕ່ລະສະຫະພັນກິລາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ອຸທິດສະຕິປັນຍາ ເຫື່ອແຮງນັບແຕ່ການຝຶກຊ້ອມ ແລະ ການກຽມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມແຂ່ງຂັນກິລາດັ່ງກ່າວ ເຮັດໃຫ້ນະຄອນຫລວງວຽງຈັນ ໄດ້ຮັບຜົນສຳເລັດ ເຖິງວ່າເຮົາຈະບໍ່ໄດ້ເປັນເຈົ້າຫລຽນຄຳ ແຕ່ກໍເປັນຜົນງານທີ່ໜ້າເພິ່ງພໍໃຈ ຊຶ່ງເປັນເລື່ອງປົກກະຕິໃນເກມການແຂ່ງຂັນກິລາ ເທົ່ານີ້ກໍຖືວ່າເປັນຜົນງານອັນຍິ່ງໃຫຍ່ແລ້ວ.

ຝນໂອກາດທີ່ ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025 ນັ້ນ ພວກເຮົາຕ້ອງໄດ້ຕັ້ງເປົ້າໝາຍເປັນເຈົ້າຫລຽນຄຳ. ດັ່ງນັ້ນ, ແຕ່ລະສະຫະພັນກິລາຕ້ອງໄດ້ເອົາໃຈໃສ່ໃນການວາງແຜນຝຶກຊ້ອມແຕ່ຫົວທີ. ສະນັ້ນ, ຂໍຮຽກຮ້ອງມາຍັງນັກກິລາ ເອົາໃຈໃສ່ ປະກອບສ່ວນເຂົ້າຮ່ວມເປັນຄະນະນັກກິລານະຄອນຫລວງວຽງຈັນ ສືບຕໍ່ເອົາໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປ ເພື່ອເຮັດໃຫ້ຄວາມຫວັງເປັນເຈົ້າຫລຽນຄຳ ໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.

ຂ່າວ-ພາບ: ສົງການ

ຍທຂ ສືບຕໍ່ແກ້ໄຂບັນຫາຄ່າຊົດເຊີຍຜົນກະທົບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນທີ່ຍັງຄ້າງ

0

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງບັນຫາກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍອາທິດຜ່ານມາວ່າ: ປະຊາຊົນໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທັງໝົດ 6.855 ຄອບຄົວ ມູນຄ່າ 1.948 ຕື້ກວ່າກີບ ໂດຍຄະນະຄຸ້ມຄອງໄດ້ໂອນເງິນຊົດເຊີຍໃຫ້ 4 ແຂວງ ແລະ ນະຄອນຫລວງທີ່ຖືກຜົນກະທົບທັງໝົດ 1.716 ຕື້ກີບ, ແຕ່ບັນດາແຂວງ ແລະ ນະຄອນຫລວງໄດ້ຮັບຕົວຈິງແມ່ນ 1.715 ຕື້ກີບ, ເຊິ່ງຜິດດ່ຽງ 209 ລ້ານກວ່າກີບ ແລະ ໄດ້ເບີກຈ່າຍໃຫ້ຄອບຄົວທີ່ຖືກຜົນກະທົບແລ້ວ 5.837 ຄອບຄົວ ມູນຄ່າ 1.483 ຕື້ກີບ, ຍັງຄ້າງ 1.018 ຄອບຄົວ, ມູນຄ່າ 232,86 ຕື້ກີບ.

ສໍລັບ ປະຊາຊົນທີ່ຖືກຜົນກະທົບທີ່ຍັງໄກ່ເກ່ຍບໍ່ທັນສຳເລັດ ແລະ ບໍ່ຍອມຮັບເອົາລາຄາຫົວໜ່ວຍຊົດເຊີຍ ກະຊວງ ຍທຂ ກໍຄື ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສົມທົບກັບຄະນະກຳມະການໄກ່ເກ່ຍຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ ໄດ້ສຶກສາອົບຮົມ ແລະ ນຳພາແນວຄິດຜູ້ຖືກຜົນກະທົບ ເນື່ອງຈາກຍັງມີປະຊາຊົນຈຳນວນໜຶ່ງຍັງບໍ່ທັນເຂົ້າໃຈ ແລະ ເອກະພາບຕໍ່ກັບລາຄາຫົວໜ່ວຍຄ່າຊົດເຊີຍ ເຊິ່ງເຂົາເຈົ້າເຫລົ່ານັ້ນໄດ້ເຮັດໜັງສືຮ້ອງທຸກ ຫລື ໜັງສືສະເໜີມາຫາພາກ ສ່ວນຕ່າງໆ ຕ້ອງໄດ້ປະຕິບັດຕາມນິຕິກຳທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍສະເພາະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະ ເຈົ້າຄອງກ່ຽວກັບ ຫົວໜ່ວຍລາຄາທົດແທນຄ່າເສຍຫາຍ ໃຫ້ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.

ຕໍ່ກັບບັນຫາດັ່ງກ່າວນີ້, ທ່ານລັດຖະມົນຕີ ຍທຂ ໄດ້ສະເໜີວິທີແກ້ໄຂສະເພາະໜ້າວ່າ: ຍທຂ ພວກເຮົາໄດ້ຮີບຮ້ອນຈັດຫາງົບປະມານຊົດເຊີຍ ໃຫ້ຜູ້ຖືກຜົນກະທົບດັ່ງກ່າວ ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອແກ້ໄຂໃຫ້ມັນທັນການ ເພາະວ່າຄ່າຂອງເງິນມັນເໜັງຕີງຕະຫລອດ. ສະເພາະໃນໄລຍະຍາວນີ້ ໄດ້ຄົ້ນຄວ້າມາດຕະການເອົາດິນແທນດິນ ໝາຍຄວາມວ່າຄົ້ນຄວ້າສະຖານທີ່ໃໝ່ຈຸດໃໝ່ ເພື່ອແລກເອົາດິນຜູ້ທີ່ຖືກຜົນກະທົບ. ພ້ອມກັນນີ້, ຂະແໜງ ຍທຂ ຍັງໄດ້ເອົາໃຈໃສ່ຕໍ່ຂະແໜງເຄຫາຜັງເມືອງ ແລະ ໄດ້ສຶກສາອົບຮົມປຸກລະດົມແນວຄິດ ໃຫ້ແກ່ອ້າຍນ້ອງເຄຫາຜັງເມືອງ ໃຫ້ມີຄວາມເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ວຽກງານເຄຫາຜັງເມືອງ ຕື່ມອີກ.

ຂ່າວ: ມະນີທອນ

ພາບ: ເກດສະໜາ

ເມືອງ ຄຳເກີດ ສະຫລອງບຸນປະເພນີກິນຈຽງ ປະຈຳປີ 2022

0

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ບຸນປະເພນີ ສະເຫລີມສະຫລອງສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ກິນຈຽງ (ນໍ່ເປ້ເຈົ່າ) ຂອງຊົນເຜົ່າມົ້ງ ຢູ່ເມືອງຄຳເກີດ ປະຈຳປີ 2022 ຈັດຂຶ້ນໃນ ລະຫ່ວາງ ວັນທີ 25-27 ທັນວາ 2022 ໂດຍມີ ທ່ານ ວັນວິໄລ ແດນພູຫລວງ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ, ມີທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງ ຄຳເກີດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໃນພິທີເປີດຢ່າງເປັນທາງການ.

ທ່ານ ຫວັງເນັ່ງ ກາງເສົາຫວ່າງ ກຳມະການພັກເມືອງ, ຄະນະປະທານຈັດງານ ໄດ້ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້, ເພື່ອສະຫລຸບຜົນງານທີ່ຍາດມາໄດ້ໃນ 1 ປີຜ່ານມາ, ທັງປະຕິບັດຕາມຮີດຄອງປະພນີທີ່ສືບທອດກັນມາຫລາຍຮຸ່ນຄົນ ໂດຍໄດ້ມີການຈັດພາເຂົ້າຖະຫວາຍແກ່ບັນພະບູລຸດ ແລະ ຜູ້ທີ່ລ່ວງລັບໄປ, ບາສີສູ່ຂວັນ, ສົມມາຄະລະວະ ຜູ້ເປັນພໍ່-ແມ່ ແລະ ຜູ້ອາວຸໂສ, ພ້ອມທັງອວຍພອນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່, ໄວໜຸ່ມບ່າວ-ສາວ ໂຍນໝາກຄອນເບີກບານມ່ວນຊື່ນ, ຜູ້ໃຫ່ຍ-ເດັກນ້ອຍທັງຍິງ-ຊາຍ ພາກພູມໃຈໃນຊຸດເຄື່ອງໃໝ່ ທີ່ສະແດງເຖິງສີໄມ້ລາຍມື ແລະ ຄວາມສວຍງາມຂອງແຕ່ລະຄົນແຕ່ລະຊິງຊາວ ເຊິ່ງເວົ້າໄດ້ວ່າ: ພື້ນຖານວັດທະນະທຳແຫ່ງຊາດ ຍາມໃດ ກໍມີລັກສະນະສະເພາະເປັນເອກະລັກຂອງຄວາມເປັນເຜົ່າໃນຊາດໜຶ່ງໆ, ປັດຈຸບັນໄດ້ຫັນຈາກການເຮັດງານບຸນຕາມບ້ານຕ່າງໆ ມາເປັນງານໃຫຍ່ ໃນທົ່ວເມືອງ, ຫັນຈາກການຫລິ້ນ-ກິນ, ໂຍນໝາກຄອນແກ່ຍາວເປັນເດືອນໃນເມື່ອກ່ອນ ມາເປັນເວລາສັ້ນໆ ເພື່ອສ້າງເງື່ອນໄຂໃຫ້ພັກ-ລັດ ຂັ້ນເທິງມີໂອກາດເຂົ້າຮ່ວມ, ລູກຫລານບໍ່ຂາດໂຮງຮຽນ, ພໍ່ແມ່ປະຊາຊົນບໍ່ເສຍເວລາໄປທຳການຜະລິດ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ສຳລັບ ກິດຈະກຳງານປີໃໝ່ຊົນເຜົ່າມົ້ງ ຢູ່ເມືອງຄຳເກີດປະກອບມີ: ການສະແດງສິນລະປະບົດຟ້ອນ, ຮ້ອງເພງ, ເປົ່າແຄນຄູ່, ເປົ່າແຄນຊຸດ, ແຂ່ງຂັນຕີໝາກຄ່າງ, ງົວຊົນງົວ ແລະ ໂຍນໝາກຄອນ.

ໂອກາດນີ້, ທ່ານ ວັນວິໄລ ແດນພູຫລວງ ໄດ້ຮຽກຮ້ອງໃຫ້ທຸກຊັ້ນຄົນທີ່ເຂົ້າຮ່ວມງານດັ່ງກ່າວ ຈົ່ງໄດ້ຮັກສາຄວາມສະຫງົບ, ມີຄວາມປອດໄພ, ປະຢັດມັດທະຍັດ, ປະຕິບັດຖືກຕ້ອງຕາມຮີດຄອງປະເພນີ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ພ້ອມທັງໄດ້ອວຍພອນມາຍັງຫົວຊິງຊາວ, ເຈົ້າກົກ, ເຈົ້າເຫລົ່າ ຕະຫລອດຮອດມວນຊົນ ທີ່ເຂົ້າຮ່ວມງານຈົ່ງມີສຸຂະພາບແຂງແຮງ ສະເຫລີມສະຫລອງດ້ວຍຄວາມເບີກບານມ່ວນຊື່ນ ແລະ ຮັກສາໄດ້ຮິດຄອງປະເພນີອັນດີງາມ.

ຂ່າວ-ພາບ: ສາຍສະໝອນ

ປະໂຫຍດຂອງຜັກສະລັດ

0
  1. ຊ່ວຍໃຫ້ນອນຫຼັບດີ
  2. ຊ່ວຍໃຫ້ການຂັບຖ່າຍດີ
  3. ຊ່ວຍບຳລຸງສີຂອງເສັ້ນຜົມ
  4. ຊ່ວຍຫຼຸດນໍ້າໜັກ

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

ປະຊາຊົນເຜົ່າມົ້ງ ນະຄອນ ຫຼວງພະບາງ ສະເຫຼີມສະຫຼອງບຸນກີນຈຽງ ຫຼື ບຸນນໍເປເຈົ່າ ປະຈຳປີ 2022

0

ບູນປະເພນີກີນຈຽງ ຫຼື ບຸນນໍ່ເປ້ເຈົ່າ ປະ ຈຳປີ 2022 ຂອງປະຊາຊົນເຜົ່າມົ້ງ ນະຄອນຫຼວງພະບາງ ໄດ້ຈັດຂື້ນໃນຫວ່າງບໍ່ດົນຜ່ານມານີ້ ຢູ່ບ້ານວັງເງີນ ມີ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍການນຳຂອງແຂວງ, ນະຄອນ, ແຂກຮັບເຊີນ, ເຈົ້າກົກເຈົ້າເລົ່າ ແລະ ປະຊາຊົນບັນດາເຜົ່າ ເຂົ້າ ຮ່ວມ. ພິທີ ທ່ານ ໄຊຊົວລື ເຮີ ປະທານສະມາຄົມຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງເຜົ່າມົ້ງ ຕາງໜ້າໃຫ້ຄະນະຈັດງານບູນ ໄດ້ກ່າວຂື້ນກ່າວເປີດງານຢ່າງເປັນທາງການ ທ່ານກ່າວວ່າ: ການຈັດງານບຸນປະເພນີກິນຈຽງ (ນໍ່ເປເຈົ່າ) ຂອງເຜົ່າມົ້ງ ເປັນປະເພນີສືບທອດກັນມາຫຼາຍເຊັ່ນຄົນ, ພໍເຖິງເດືອນຈຽງ ຂອງທຸກໆປີ ພີ່ນ້ອງປະຊາຊົນຊາວເຜົ່າມົ້ງ ໄດ້ພ້ອມກັນມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງເປັນການສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ແລະ ສ້າງຂະບວນການໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງຮັກສາໄດ້ມູນເຊື້ອອັນດີງາມຂອງຊາດ, ຂອງເຜົ່າ ທັງເປັນການເຄົາລົບບັນພະບູລຸດພໍ່ແມ່, ເຖົ້າແກ່ອາວຸໂສ, ຜູ້ຊົງຄຸນວຸດທິ, ຊິງຊາວຂອງຕະກຸນ ແລະ ພົບປະສ້າງສັນ, ອວຍພອນໃຫ້ບັນດາລູກຫຼານໃຫ້ມີຄວາມສຸກກາຍສະບາຍໃຈ, ມີໂຊກມີໄຊ, ອີກດ້ານໜຶ່ງ ເປັນການເອກອ້າງຜົນຜະລິດເຄື່ອງປູກຂອງຝັງ, ການຜະລິດເຄື່ອງຫັດຖະກໍາ, ສີໄມ້ລາຍມື, ການຫຍິບປັກຖັກແຊວຂອງຊາວເຜົ່າມົ້ງ, ການສະແດງສິລະປະວັນນະຄະດີ, ກິລາ ແລະ ສິລະປະຢຸດໃນການປ້ອງກັນຕົວ ທີ່ເປັນເອກະລັກສະເພາະຂອງເຜົ່າ ໃຫ້ຄົງຄຸນຄ່າຕະຫຼອດໄປ.

ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ມີຄຳເຫັນຊົມເຊີຍຜົນສຳເລັດ ແລະຄວາມສາມັກຄີຂອງປະຊາຊົນເຜົ່າມົ້ງ ທີ່ໄດ້ປະກອບສ່ວນເຮັດໃຫ້ແຂວງຫຼວງພະບາງມີການພັດທະນາຕາມທິດ ທາງ ແລະແຜນການທີ່ກຳນົດ, ພ້ອມທັງຮຽກຮ້ອງໃຫ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມໃຫ້ຍືນຍົງ ປະກອບສ່ວນສຳຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ ແລະທຸກທ້ອງຖີ່ນໄດ້ຮັບການພັດທະນາ. ພາຍຫຼັງສຳເລັດການເປີດພິທີທາງການ ບັນດາການນຳຂອງແຂວງ-ນະຄອນ ຫຼວງພະບາງ ແລະແຂກຮັບເຊີນ ໄດ້ຮ່ວມກັນໂຍນໝາກຄອນຮ່ວມກັບປະຊາຊົນເຜົ່າມົ້ງ ຕາມຮີດຄອງປະເພນີ.

ຮາກຖານພັກ ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ເຊື່ອມຊຶມເອກະສານປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

0

ວັນທີ 27 ທັນວາ 2022 ຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ໄດ້ເຊື່ອມຊຶມເອກະສານປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປິ 2022 ໂດຍ ສະຫາຍ ນັນຕະໄຊ ອິນທະສອນ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ບັນດາສະຫາຍໃນຄະນະພັກ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມໄດ້ເຜີຍແຜ່ເຊື່ອມຊຶມກ່ຽວກັບຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄຳສັ່ງແນະນຳຂອງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຳແນະນຳຂອງຄະນະປະຈຳພັກແຂວງຄຳມ່ວນ ສະບັບເລກທີ 07/ຄປຈ.ຄມ ກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ເຊິ່ງເນື້ອໃນຂອງການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງໄດ້ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກຢ່າງທົ່ວເຖິງ ແລະ ຄົບຖ້ວນ, ກຳແໜ້ນສະພາວະຄວາມເປັນຈິງຂອງຮາກຖານຕົນ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງ ເປັນແຜນການຂອງໜ່ວຍພັກ ໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະຫຼະ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ, ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ. ພ້ອມນັ້ນກໍ່ຍັງໄດ້ຜ່ານຂໍ້ຫ້າມສະມາຊິກພັກ ແລະ ແນະນຳການຂຽນໃບສຳຫຼວດຂອງບຸກຄົນໃນຄະນະພັກ ແລະ ບຸກຄົນໃນສະມາຊິກພັກ ເພື່ອຮັບປະກັນໃຫ້ຮາກຖານພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ດ້ວຍຄຸນນະພາບສູງ.

#Medialaos#ມີເດຍລາວ#Khammouanenews#ແຂວງຄຳມ່ວນ#ໜ່ວຍພັກປອດໃສ