Saturday, October 11, 2025
Home Blog Page 836

ສານປະຊາຊົນສູງສຸດ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຄຳຊັກຖາມຂອງ ສສຊ

0

ໃນຕອນບ່າຍວັນທີ 27 ທັນວາ 2022 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ໂດຍສະເພາະແມ່ນບັນຫາຈັນຍາບັນຈັນຍາທຳຂອງຜູ້ພິພາກສາ, ຈຳນວນບຸກຄະລາກອນ, ການປະເມີນຜົນຜູ້ພິພາກສາທີ່ເກັ່ງ, ການຕິດຕາມກວດ ກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ, ການລົງໄປເກັບກຳກວດກາຢູ່ບ່ອນເຫດການຂັດແຍ່ງການໂຕ້ຖຽງໃນທີ່ປະ ຊຸມສານ, ສານເຄື່ອນທີ່, ການປະສານງານກັບສະພາປະຊາຊົນຂັ້ນທ້ອງຖິ່ນ ກ່ຽວກັບຜົນຂອງກອງປະຊຸມຂອງ 4 ພາກສ່ວນ, ການປະສານງານລະຫວ່າງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນໃນການແກ້ໄຂຄະດີແພ່ງ, ການຍົກລະດັບຄວາມຮູ້ທາງດ້ານກົດໝາຍຂອງຜູ້ພິພາກສາ, ການປັບປຸງຂອດຂັ້ນໃນການດຳເນີນຂັ້ນຕອນພາຍໃນສານ, ການຫັນເປັນທັນສະໄໝໃນການບໍລິຫານຄຸ້ມຄອງຄະດີຢູ່ໃນລະບົບສານປະຊາຊົນ, ການພິຈາລະນາກົງຈັກການຈັດຕັ້ງຂັ້ນເມືອງ, ການຄຸ້ມຄອງຊັບທີ່ເປັນທີ່ເປັນຂອງກາງໃນໄລຍະການດຳເນີນຄະດີ, ການມອບຄ່າປັບໃໝເຂົ້າງົບປະມານແຫ່ງລັດ, ການເພີ່ມສິດອຳນາດໃຫ້ແກ່ສານເຂດໃນການພິຈາລະນາຄະດີ, ການສະຫລຸບຕີລາຄາການ ເຄື່ອນໄຫວຕາມມະຕິຂອງສະພາແຫ່ງຊາດ, ການໝູນວຽນຂອງຜູ້ພິພາກສາ, ການສອບເສັງຜູ້ພິພາກສາ, ວຽກງານສະ ຖິຕິສານ, ງົບປະມານໃນການເຄື່ອນໄຫວ ເຊິ່ງສັງລວມແລ້ວຄວາມຕ້ອງການຂອງສານເຂດ, ສານແຂວງ, ສານນະ ຄອນຫລວງ, ສານທັງສາມພາກ ແລະ ສານປະຊາຊົນສູງສຸດໃນປີ 2023 ມີຄວາມຕ້ອງການປະມານ 5,05 ຕື້ກີບ ແລະ ອື່ນໆອີກ.

ສຳລັບ ບັນຫາການມີສ່ວນຮ່ວມກ່ຽວກັບການໂຕ້ແຍ້ງ ທີ່ປະຊຸມສານຂອງຄູ່ຄວາມ, ທະນາຍຄວາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ສານປະຊາຊົນສູງສຸດ ຈະນຳເອົາຄຳຄິດຄຳເຫັນ, ທິດຊີ້ນຳເຫລົ່ານັ້ນ ນຳໄປຄົ້ນຄວ້າຊອກສາ ເຫດ ແລະ ວິທີແກ້ໄຂເປັນອັນລະອຽດແຕ່ລະບັນຫາ. ເຖິງຢ່າງໃດກໍຕາມ ຂໍມີຄຳເຫັນຊີ້ແຈງຕໍ່ຄຳຊັກຖາມຂອງບັນ ດາ ສສຊ ບາງປະເດັນດັ່ງນີ້: ເພື່ອຍົກສູງປະສິດທິພາບຂອງຄະນະສານແຕ່ລະຂັ້ນ ທີ່ມີຄວາມຮັບຜິດຊອບໃນການພິຈາລະນາຄະດີ ເຊິ່ງສານປະຊາຊົນສູງສຸດມີກົນໄກ ແລະ ມີການຕິດຕາມກວດກາຜູ້ພິພາກສາ ມາດຕາ 41 ຂອງກົດໝາຍຜູ້ພິພາກສາ ແລະ ມາດຕາ 21 ຂໍ້ 8 ຂອງກົດໝາຍວ່າດ້ວຍສານ ເພື່ອບໍ່ໃຫ້ຄະດີລົບໄປລົບມາ ຕໍບັນຫາດັ່ງກ່າວສານປະຊາຊົນສູງສຸດ ໄດ້ປະຕິບັດຕາມກົນໄກທີ່ກຳນົດໄວ້ໃນມາດຕາ 41 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ທີ່ກຳ ນົດວ່າ ການຕິດຕາມກວດກາຜູ້ພິພາກສາ ແມ່ນການຕິດຕາມກວດກາການເຄື່ອນໄຫວການປະຕິບັດໜ້າທີ່ວິຊາການ ແລະ ການປະພຶດຂອງຜູ້ພິພາກສາ ໂດຍສານປະຊາຊົນສູງໄດ້ແຕ່ງຕັ້ງຄະນະກຳມະການຕິດຕາມກວດກາ ຂອງສານປະຊາຊົນສູງສຸດ, ສານປະຊາຊົນທ້ອງຖິ່ນ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວໃນຊຸມປີຕໍ່ໜ້າ ສານປະຊາຊົນສູງສຸດຈະໄດ້ສຸມໃສ່ມາດຕະການ ແລະ ວິທີການຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ໃນນັ້ນຈະໄດ້ທົບທວນຄືນກ່ຽວກັບກົນໄກການຕິດຕາມກວດກາພາຍໃນ ຢູ່ໃນລະບົບສານໃຫ້ມີຄວາມເຂັ້ມງວດກວ່າເກົ່າ ໂດຍສະເພາະແມ່ນການແຕ່ງຕັ້ງຄະນະຕິດຕາມກວດກາການປະພຶດ ແລະ ການປະຕິບັດໜ້າທີ່ຂອງຜູ້ພິພາກສາຢູ່ສານປະຊາຊົນສູງສຸດ, ສານປະຊາ ຊົນພາກ, ສານປະຊາຊົນແຂວງ, ນະຄອນຫລວງ ແລະ ສານປະຊາຊົນເຂດ ເພື່ອແບ່ງຂັ້ນຄຸ້ມຄອງຕິດຕາມກວດກາຜູ້ພິພາກສາໃຫ້ໄດ້ຢ່າງໃກ້ຊິດ. ພ້ອມນີ້, ຈະໄດ້ພ້ອມກັນເອົາໃຈໃສ່ກວດກາ ໂດຍສະເພາະໃຫ້ກົມກວດກາຂອງສານປະ ຊາຊົນສູງສຸດ ຕິດຕາມກວດກາການປະພຶດຂອງພະນັກງານ ສະມາຊິກພັກຂອງສານປະຊາຊົນ ຕາມການຮ້ອງທຸກຂອງປະຊາຊົນໃຫ້ແທດເຖິງ ແລະ ທັນເວລາ. ນອກນີ້, ຍັງຈະໄດ້ຍົກສູງຄວາມຮັບຜິດຊອບໃຫ້ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ກວດກາການດຳເນີນ ແລະ ຕັດສິນ ພິພາກສາດຳຄະດີຂອງສານປະຊາຊົນທຸກຂັ້ນ ເພື່ອໃຫ້ສາ ມາດວິເຄາະວິໄຈ ແລະ ຄຳແນະນຳຄຸ້ມຄອງ, ປະຕິບັດໃຫ້ມັນຖືກຕ້ອງ ແລະ ມີຄວາມເປັນເອກະພາບຢ່າງທົ່ວເຖິງ.

ສຳລັບ ສາເຫດພິພາກສາປ່ຽນແປງ, ລົບລ້າງຜົນສານຂັ້ນເທິງ ຕໍ່ຄຳຕັດສິນຄຳພິພາກສາຂອງສານຂັ້ນລຸ່ມ ນັ້ນທ່ານປະທານສານຊີ້ແຈງວ່າ: ເກີດມາຈາກສາເຫດຄວາມຮູ້ຄວາມສາມາດ, ທັກສະໃນການດຳເນີນຄະດີ ຫລື ການເກັບກຳຂໍ້ມູນຫລັກຖານບໍ່ຄົບຖ້ວນຂອງຄະນະສານຂັ້ນລຸ່ມ. ພ້ອມນີ້, ກໍຍັງບໍ່ນຳເອົາບຸກຄົນທີ່ສາມເຂົ້າຮ່ວມໃນການ ດຳເນີນຄະດີ ຫລື ບໍ່ມີການໂຕ້ແຍ້ງເອົາຂໍ້ມູນຫລັກຖານທີ່ແທ້ຈິງ ຈະແຈ້ງຄົບຖ້ວນ, ຂາດຫລັກຖານ ແລະ ກົດໝາຍ ເປັນບ່ອນອີງໃນການຕັດສິນ ແລະ ພິພາກສາ ເຊິ່ງເຮັດໃຫ້ມີຄະດີຫລົບໄປຫລົບມາ. ຕໍ່ກັບບັນຫານີ້, ສານປະຊາຊົນສູງສຸດຖືເປັນວຽກບູລິມະສິດທີ່ຈະຕ້ອງໄດ້ມີການແກ້ໄຂຢ່າງຮີບດ່ວນ ແລະ ຖືເປັນວຽກຈຸດສຸມໃນປີ 2023. ອີກສາເຫດໜຶ່ງແມ່ນຍ້ອນໂຈດຈຳເລີຍ ບໍ່ໃຫ້ການຮ່ວມມືໃນການດຳເນີນຄະດີ ຍັງປິດບັງຊຸກເຊື່ອງຫລັກຖານ ແລະ ບໍ່ໃຫ້ຂໍ້ມູນຕໍ່ບຸກຄົນທີ່ສາມ.

ຂ່າວ: ມະນີທອນ

ພາບ: ເກດສະໜາ

ສະພາບອາກາດ ປະຈໍາວັນທີ 28 ທັນວາ 2022

0

ມວນອາກາດເຢັນທີ່ປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນຈະສືບຕໍ່ແພ່ລົງ ມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ ອຸນຫະພູມອາກາດຫລຸດລົງຕື່ມອີກ 1 ຫາ 2 ອົງສາໃນແຕ່ລະພາກ ແຕ່ສະ ພາບອາກາດໂດຍທົ່ວໄປຍັງຈະເຢັນ ຫາ ໜາວເຢັນຢູ່ຕື່ມອີກ ແລະ ອາກາດ ຍັງຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງ ທ້ອງຖິ່ນແຂວງພາກເໜືອ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 28/12/2022 ເຖິງເວລາ 7:00 ໂມງວັນທີ 29/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ແລະ ຫົວພັນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 08-23 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 11-28 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-29 ອົງສາ.

-ແຂວງໄຊສົມບູນ: ອາກາດຍັງຈະໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 08-22 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 10-30 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 05-23 ອົງສາ.

ຈີນຈະປະຕິບັດນະໂຍບາຍຫຍັງ ເພື່ອຮັບປະກັນຄວາມໝັ້ນຄົງ ດ້ານທັນຍາຫານ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ນັບແຕ່ວັນທີ 23 ຫາ 24 ທັນວານີ້, ກອງປະຊຸມວຽກງານຊົນນະບົດສູນກາງຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ເພື່ອບັນລຸເປົ້າໝາຍສ້າງປະເທດທີ່ເຂັ້ມແຂງດ້ານ ກະສິກຳ. ໃນກອງປະຊຸມ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວເນັ້ນໜັກ ວ່າ: ການຮັບປະກັນການສະໜອງທັນຍາຫານ ແລະຜະລິດຕະພັນກະສິກຳ ທີ່ສຳຄັນອື່ນໆຢ່າງສະໝໍ່າສະເໝີ ແລະໝັ້ນຄົງແມ່ນວຽກງານສຳຄັນອັນ ດັບໜຶ່ງໂດຍຕະຫລອດໃນການສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳ.

ການຫັນເປັນທັນສະໄໝແບບຈີນ ແມ່ນການຫັນເປັນທັນສະໄໝຂອງ ປະຊາກອນອັນມະຫາສານ. ຍ້ອນວ່າ ຈີນມີປະຊາກອນອັນມະຫາສານ ແລະ ມີຕະຫລາດບໍລິໂພກຂະໜາດໃຫຍ່ ຈິ່ງມີຄວາມຕ້ອງການຜະລິດຕະພັນ ກະສິກຳປະເພດຕ່າງໆຢ່າງໃຫຍ່ຫລວງ. ສະນັ້ນ, ຈີນພວມເລັ່ງການສ້າງປະ ເທດເຂັ້ມແຂງດ້ານກະສິກຳ, ການສະໜອງທັນຍາຫານ ຈິ່ງເປັນວຽກງານ ສຳຄັນອັນດັບໜຶ່ງມາໂດຍຕະຫລອດ. ນັບແຕ່ເກີດມີການແພ່ລະບາດຂອງ ພະຍາດໂຄວິດ-19 ເປັນຕົ້ນມາ, ວິກິດການທັນຍາຫານທີ່ເກີດຂຶ້ນຢູ່ປະເທດ ແລະເຂດແຄວ້ນຈຳນວນໜຶ່ງກໍໄດ້ສະແດງໃຫ້ເຫັນວ່າລະດັບຄວາມສາມາດດ້ານການສະໜອງທັນຍາຫານ ແລະຜະລິດຕະພັນກະສິກຳສຳຄັນອື່ນໆຂອງ ປະເທດໜຶ່ງແມ່ນພື້ນຖານອັນແໜ້ນແກ່ນສຳລັບປະເທດໜຶ່ງເພື່ອຮັບມືກັບວິກິດການ.

ຖ້າຊັ້ນ, ຈີນມີມາດຕະການແນວໃດເພື່ອຮັບມືກັບວຽກງານສຳຄັນອັນດັບ ໜຶ່ງດັ່ງກ່າວ? ຍົກຕົວຢ່າງຄື: ຍົກລະດັບຄວາມສາມາດດ້ານການຜະລິດ ທັນຍາຫານສັງລວມໃຫ້ສູງຂຶ້ນ. ປີ 2009, ຈີນໄດ້ວາງແຜນການວ່າດ້ວຍ ຄວາມສາມາດການຜະລິດທັນຍາຫານເພີ່ມໃໝ່ 50 ຕື້ກິໂລໃນທົ່ວປະເທດ ລະຫວ່າງປີ 2009-2020. ຂະນະທີ່ກອງປະຊຸມວຽກງານເສດຖະກິດສູນກາງ ຈີນ ປີ 2022 ໄດ້ສະເໜີອອກມາວ່າຈະປະຕິບັດການເຄື່ອນໄຫວຍົກສູງ ຄວາມສາມາດການຜະລິດທັນຍາຫານ 50 ຕື້ກິໂລຮອບໃໝ່. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ກອງປະຊຸມວຽກງານຊົນນະບົດສູນກາງຈີນ ປີນີ້ໄດ້ສະເໜີ ເລັ່ງວາງແຜນປະຕິບັດ.

ຈີນຈະຍົກລະດັບຄວາມສາມາດດ້ານການຜະລິດທັນຍາຫານໃຫ້ສູງຂຶ້ນ ໄດ້ແນວໃດ? ຍົກຜົນຜະລິດໃຫ້ສູງຂຶ້ນ ແລະພັດທະນາປະຍຸກໃຊ້ເຕັກໂນ ໂລຊີໃນການຜະລິດເປັນວຽກງານສຳຄັນ. ກອງປະຊຸມວຽກງານຊົນນະບົດ ສູນກາງຈີນ ລະບຸວ່າ: ຕ້ອງກຳສອງຈຸດສຳຄັນໃຫ້ດີຄື: ເນື້ອທີ່ປູກຝັງ ແລະ ແນວພັນ, ຈະຕ້ອງຮັກສາເສັ້ນພື້ນຖານຕ່ຳສຸດທີ່ມີເນື້ອທີ່ປູກຝັງ 120 ລ້ານ ເຮັກຕາ ແລະ ສ້າງເນື້ອທີ່ໄຮ່ນາພື້ນຖານຖາວອນໃຫ້ເປັນເນື້ອທີ່ໄຮ່ນາ ມາດຕະຖານສູງໃຫ້ສຳເລັດເທື່ອລະກ້າວ. ເມື່ອຮອດທ້າຍປີນີ້, ຈີນຈະສ້າງ ເນື້ອທີ່ໄຮ່ນາເປັນໄຮ່ນາມາດຕະຖານສູງໃຫ້ໄດ້ 66 ລ້ານເຮັກຕາ. ເມື່ອຮອດປີ 2025 ແລະ ປີ 2030, ຈະສ້າງໄຮ່ນາມາດຕະຖານສູງໃຫ້ໄດ້ເຖິງ 71 ລ້ານເຮັກ ຕາ ແລະ 80 ລ້ານເຮັກຕາຕາມລຳດັບ. ພາຍຫລັງສ້າງເປັນໄຮ່ນາທີ່ມີມາດ ຕະຖານສູງແລ້ວ, ຜົນຜະລິດທັນຍາຫານຈະສາມາດເພີ່ມຂຶ້ນ 10-20% ແລະ ຕົ້ນທຶນໃນການຜະລິດຈະຫລຸດໜ້ອຍລົງແຕ່ປະສິດທິພາບຈະເພີ່ມຂຶ້ນ.

ນອກຈາກນີ້ແລ້ວ, ແນວພັນຄືດັ່ງແຜ່ນຊິບ ຂອງຂະແໜງການກະສິກຳ, ເມື່ອເບິ່ງຈາກພືດພັນທັນຍາຫານຕົ້ນຕໍແລ້ວເຫັນວ່າແນວພັນເຂົ້າ ແລະ ແນວພັນເຂົ້າບະເລຂອງຈີນ ລ້ວນແຕ່ເປັນແນວພັນທີ່ຈີນບົ່ມເພາະດ້ວຍ ຕົນເອງ, ຜົນຜະລິດເຂົ້ານາຂອງຈີນ ໄດ້ສູງກວ່າລະດັບສະເລ່ຍຂອງໂລກ 70%, ຜົນຜະລິດເຂົ້າບະເລຕໍ່ເຮັກຕາຂອງຈີນ ເປັນ 1,7 ເທົ່າຂອງປະເທດ ສົ່ງອອກເຂົ້າບະເລເຊັ່ນ: ອາເມຣິກາ, ການາດາ, ອົດສະຕຣາລີ, ຣັດເຊຍ ເປັນຕົ້ນ. ສະນັ້ນ, ຕ້ອງຍົກປະສິດທິຜົນໃນການບົ່ມເພາະແນວພັນໃຫ້ສູງ ຂຶ້ນ, ພັດທະນາແນວພັນດີຂອງຕົນຢ່າງໜັກແໜ້ນ.

ກະສິກອນເປັນຜູ້ຜະລິດທັນຍາຫານ, ການປຸກລະດົມຄວາມຫ້າວຫັນ ຂອງກະສິກອນໃນການປູກຝັງຈະມີຄວາມໝາຍສຳຄັນໃນການຮັບປະກັນ ຄວາມໝັ້ນຄົງດ້ານທັນຍາຫານ. ຕໍ່ກັບເລື່ອງນີ້, ກອງປະຊຸມວຽກງານ ຊົນນະບົດສູນກາງຈີນ ໄດ້ຮຽກຮ້ອງໃຫ້ປັບປຸງກົນໄກຮັບປະກັນລາຍຮັບ ຂອງກະສິກອນຜູ້ປູກເຂົ້າໃຫ້ສົມບູນຂຶ້ນ ແລະປັບປຸງກົນໄກຊົດເຊີຍຜົນປະ ໂຫຍດຂອງເຂດຜະລິດທັນຍາຫານໃຫ້ສົມບູນຂຶ້ນ.

ນອກນີ້, ການສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳຕ້ອງມຸ່ງໝັ້ນກັບ ພາຍໃນປະເທດ, ແຕ່ກໍຂາດຕະຫລາດ ແລະຊັບພະຍາກອນສາກົນບໍ່ໄດ້. ດັ່ງທີ່ກອງປະຊຸມວຽກງານຊົນນະບົດສູນກາງຈີນ ໄດ້ສະເໜີອອກມາວ່າ ຕ້ອງມີແນວຄວາມຄິດຮອບຄອບຕໍ່ກັບທັນຍາຫານ, ສ້າງລະບົບການສະ ໜອງທັນຍາຫານເປັນຫລາຍເຄົ້າ ແລະພັດທະນາແຫລ່ງທັນຍາຫານດ້ວຍ ຫລາຍຊ່ອງທາງ.

ເຂົ້າເຕັມເລົ້າ ຈະເຮັດໃຫ້ຈິດໃຈທຸ່ນທ່ຽງ. ຂະແໜງການກະສິກຳເຂັ້ມ ແຂງຫລືບໍ່, ຈີນຈະສາມາດຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານ ຂອງຕົນໄດ້ຫລືບໍ່, ສຳຄັນຢູ່ບ່ອນວ່າ: ຈີນຈະສາມາດຮັບປະກັນການສະ ໜອງທັນຍາຫານ ແລະຜະລິດຕະພັນກະສິກຳສຳຄັນອື່ນໆໄດ້ຢ່າງສະໝໍ່າ ສະເໝີ ແລະໝັ້ນທ່ຽງຫລືບໍ່. ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ສະເໜີອອກມາວ່າ: ຈະສ້າງພື້ນຖານຄວາມໝັ້ນຄົງດ້ານທັນຍາຫານໃຫ້ແໜ້ນແກ່ນ ເຊິ່ງໄດ້ ກາຍເປັນຄວາມຮຽກຮ້ອງຕ້ອງການໃນການຮັບປະກັນການສະໜອງ ທັນຍາຫານ ແລະ ຜະລິດຕະພັນກະສິກຳສຳຄັນອື່ນໆໄດ້ຢ່າງໝັ້ນຄົງ ແລະ ໝັ້ນທ່ຽງ.

ມະຫະກຳນະວັດຕະກຳຍືນຍົງຄັ້ງທຳອິດໃນພາກອີສານສານຕໍ່ພູມປັນຍາທ້ອງຖິ່ນ ຕໍ່ຍອດທຸລະກິດທີ່ຍືນຍົງທົ່ວອາຊຽນ

0

ມະຫະກໍານະວັດຕະກໍາຍືນຍົງ(Isan BCG Expo 2022)ທີ່ໃຫຍ່ທີ່ສຸດໃນພາກອີສານ ແລະ ຄັ້ງທໍາອິດໃນປະເທດໄທ ຈັດໂດຍ KKIC ຫຼືKhonKaen Innovation Centre ແລະ ກຸ່ມມິດຜົນ ຮ່ວມກັບ 50 ເຄືອຂ່າຍພັນທະມິດ ທັງພາກລັດຖະບານ ແລະ ເອກະຊົນ ເພື່ອຍົກລະດັບ ‘ພາກອີສານ’ ໃຫ້ເປັນສູນກາງສ້າງເສດຖະກິດຂອງໄທສູ່ອາຊຽນໂດຍຍົກ 3 ຈຸດແຂງຄື:“ສ້າງສັນ ຕໍ່ຍອດ ຍືນຍົງ”ສານຕໍ່ວັດທະນະທຳພູມປັນຍາທ້ອງຖິ່ນດ້ວຍນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຕໍ່ຍອດ ພ້ອມທັງເປີດໂອກາດ ແລະ ສົ່ງເສີມໃຫ້ເກີດຄວາມຮ່ວມມືດ້ານທຸລະກິດ ແລະ ວິຊາການກັບໜ່ວຍງານພາກລັດ, ເອກະຊົນ, ນັກລົງທຶນ, ຜູ້ປະກອບການຕ່າງໆ ແລະ ສະຕາດອັບໃນປະເທດ ແລະ ປະເທດໃນ CLMV ໃຫ້ເກີດຜົນສຳເລັດທີ່ເປັນຮູບປະທຳໄປສູ່ການພັດທະນາເສດຖະກິດທີ່ຍືນຍົງ ຕາມຮູບແບບເສດຖະກິດ BCG ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນທັນວາທີ່ຜ່ານມາ ທີ່KhonKaen Innovation Centre ຈັງຫວັດຂອນແກ່ນ.

ປະຈັກຫລັກຖານຂອງການຮ່ວມມືແບບພິເສດລະຫວ່າງສອງຝ່າຍ

0

ສາຍພົວພັນມິດຕະພາບ ແລະການຮ່ວມມື ລະຫວ່າງສອງປະເທດໂດຍສອງພັກ, ສອງລັດ ຫວຽດນາມ – ລາວ ໃນໄລຍະ60 ປີທີ່ຜ່ານມາ, ໄດ້ກາຍເປັນຊັບສິນອັນລ້ຳຄ່າຂອງສອງປະເທດ, ນີ້ແມ່ນສາຍພົວພັນແບບຢ່າງທີ່ມີໜຶ່ງດຽວໃນໂລກ. ໂດຍຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍຫລາຍປະການຂອງພວກອິດທິກໍາລັງປໍລະປັກ, ແຕ່ສາຍພົວພັນດັ່ງກ່າວຍັງຄົງຊື່ສັດ ແລະ ນັບມື້ນັບໝັ້ນຄົງຂະໜົງແກ່ນ.

ທ່ານ ຫງວຽນ ຮົ່ງ ລິງ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນ ແຂວງ ຮ່າຕິ໋ງ ສສ ຫວຽດນາມ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງຫວຽດນາມ ໃນທ້າຍເດືອນຕຸລາຜ່ານມາວ່າ: ໃນຫຼາຍປີມານີ້, ຮ່າຕິ້ງ ຍາມໃດກໍ່ຖືສຳຄັນການຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດກັບສອງແຂວງທີ່ມີຊາຍແດນຕິດຈອດກັນ, ຄືແຂວງບໍລິຄຳໄຊ ແລະ ແຂວງຄໍາມ່ວນຂອງລາວ. ດ້ວຍມູນເຊື້ອຄວາມສາມັກຄີທີ່ສະໜິດຕິດແໜ້ນ, ບົນຈິດໃຈ “ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງກັນ”, ໃນບັນດາບັ້ນຮົບຕ່າງໆ ໃນສະໄໝຕໍ່ສູ້ປົດປ່ອຍຊາດ, ລູກຫຼານຊາວ ຮ່າຕິ້ງ ຫລາຍພັນຄົນໄດ້ເຂົ້າຮ່ວມກັບບັນດາທະຫານອາສາສະໝັກ, ຊ່ຽວຊານຊ່ວຍເຫຼືອລາວ, ຕີໄລ່ທະຫານສັດຕູຜູ້ຮຸກຮານ.ເວົ້າໄດ້ວ່າ, ໃນຈໍານວນນັ້ນ ມີຫຼາຍສະຫາຍໄດ້ເສຍສະຫຼະເພື່ອເອກະລາດ ສັນຕິພາບແຫ່ງຊາດລາວໃນທຸກວັນນີ້ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ບົນພື້ນຖານຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ລະຫວ່າງແຂວງ ຮ່າຕິ້ງ ເຊິ່ງມີຊາຍແດນຕິດກັບບໍລິຄຳໄຊ ແລະ ຄຳມ່ວນ. ສອງຝ່າຍໄດ້ລົງນາມ ແລະ ຜັນຂະຫຍາຍບັນດາບົດບັນທຶກຊ່ວຍຈຳກ່ຽວກັບສັນຍາຮ່ວມມື, ຢືນຢັນຄວາມສາມັກຄີແບບພິເສດ, ໃຫ້ຄຳໝັ້ນສັນຍາຢ່າງແຂງແຮງໃນການຮ່ວມມືສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ແບ່ງປັນຄວາມສຸກ-ທຸກ, ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດສະໜິດສະໜົມກັນ, ຍາມໃດກໍ່ຖືກັນເປັນສະຫາຍ, ອ້າຍນ້ອງທີ່ສະໜັບສະໜູນເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາ ແລະ ພວກຂ້າພະເຈົ້າຕີລາຄາວ່າແຕ່ລະຜົນສໍາເລັດໃນພາລະກິດປະຕິວັດຂອງ ຮ່າຕີ້ງ ກໍຄືຂອງບັນດາແຂວງຊາຍແດນຂອງລາວ ລ້ວນແຕ່ມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາທ້ອງຖິ່ນຊາຍແດນຂອງແຕ່ລະຝ່າຍ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດລະຫວ່າງ ຮ່າຕິ້ງ ກັບບັນດາແຂວງຊາຍແດນຂອງລາວ ຍາມໃດກໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ກາຍເປັນສາຍພົວພັນແບບພິເສດ ເພື່ອກ້າວຂຶ້ນເປັນຕົວແບບໃນການພົວພັນ ຫວຽດນາມ-ລາວ.

ດ້ວຍຄວາມໝາຍບົດບາດສຳຄັນທີ່ມີລັກສະນະຍຸດທະສາດ ແລະ ປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ການພັດທະນາເສດຖະກິດ – ສັງຄົມຂອງແຕ່ລະຝ່າຍ. ໝາຍຄວາມວ່າ ດ້ວຍມູນເຊື້ອຂອງແຂວງໜຶ່ງທີ່ມີຊາຍແດນຕິດກັບ 2 ແຂວງຂອງລາວ, ໃນໄລຍະຜ່ານມາ, ແຂວງ ຮ່າຕິ້ງ ກໍ່ໄດ້ຜັນຂະຫຍາຍ ມີຫຼາຍທິດທາງ, ນະໂຍບາຍເພື່ອເພີ່ມພູນຄູນສ້າງສາຍພົວພັນພິເສດລະຫວ່າງສອງປະເທດ.

ທ່ານ ຫງວຽນ ຮົ່ງ ລິງ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນ ແຂວງ ຮ່າຕິ໋ງໃຫ້ຮູ້ບາງຜົົນງານອັນພົ້ນເດັ່ນໃນການກໍ່ສ້າງສາຍພົວພັນ ລະຫວ່າງ ສອງປະເທດໃນໄລຍະມໍ່ໆມານີ້ວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງແຂວງ ຮ່າຕິ້ງ ກັບແຂວງບໍລິຄຳໄຊ ແລະ ຄໍາມ່ວນ ທີ່ມີຊາຍແດນຕິດຈອດກັບແຂວງ ຮ່າຕິ້ງ, ພວມໄດ້ຮັບການປັບປຸງ, ຮັດແໜ້ນ ແລະ ພັດທະນາຮອບດ້ານທັງລວງເລິກ ແລະ ລວງກວ້າງ, ໂດຍສອງຝ່າຍໄດ້ພົບປະ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນເປັນປະຈຳ, ຈັດກອງປະຊຸມຂັ້ນສູງປະຈຳປີ ສິ່ງທີ່ພົ້ນເດັ່ນ ແມ່ນແຂວງ ບໍລິຄຳໄຊ ແລະ ແຂວງຄໍາມ່ວນ ໄດ້ຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດຢູ່ແຂວງ ຮ່າຕິ້ງ. ເປັນຕົ້ນດ້ານພາສາຫວຽດນາມ ແລະວິຊາສະເພາະ ໃຫ້ແກ່ພະນັກງານຂອງຕົນ. ສ່ວນຝ່າຍເພື່ອນກໍໄດ້ສະໜອງທຶນການສຶກສາໃຫ້ນັກສຶກສາ ແລະ ພະນັກງານແຂວງ ຮ່າຕິ້ງ ໄປຮຽນຢູ່ລາວ, ສົ່ງຄູມາສອນພາສາລາວ, ແລະວັດທະນະທໍາລາວໃຫ້ພະນັກງານລັດຖະກອນແຂວງ ຮ່າຕິ້ງ, ຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ ແລະ ສາທາລະນະສຸກ, ພິເສດແມ່ນໃນໄລຍະການຕ້ານພະຍາດໂຄວິດ-19 ທີ່ຜ່ານມາ. ແຂວງຮ່າຕິ້ງ ກໍ່ໄດ້ແລກປ່ຽນປະສົບການ ແລະ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຕ້ານພະຍາດລະບາດCovid – 19.

ສຳລັບການຮ່ວມມືດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃນໄລຍະຜ່ານ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ, ສົມທົບກັນເປັນປະຈໍາໃນວຽກງານປ້ອງກັນຄວາມສະຫງົບຕາມຊາຍແດນ ໃນການຕ້ານ, ສະກັດກັ້ນອາດຊະຍາກຳ, ປະກອບສ່ວນຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ສ້າງຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາບ້ານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ, ສົມທົບເປັນຢ່າງດີໃນການຊອກຄົ້ນຫາອັດຖິຂອງ ຊ່ຽວຊານ ແລະທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວກັບຄືນປະເທດ.

ການຮ່ວມມືດ້ານເສດຖະກິດ ໃນໄລຍະຜ່ານມາໄດ້ຮັບໝາກຜົນອັນຕັ້ງໜ້າຫຼາຍຢ່າງ ເປັນຕົ້ນ ວິສະຫະກິດຂອງສອງຝ່າຍ, ແຂວງຮ່າຕິ້ງພວກຂ້າພະເຈົ້າກໍ່ມີວິສາຫະກິດຈໍານວນໜຶ່ງດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ລາວໃນຂົງເຂດກະສິກຳ, ປູກຝັງ, ປຸງແຕ່ງຢາງພາລາ ແລະ ຜະລິດຕະພັນຫີນກາວ. ເພື່ອນລາວ ກໍ່ລົງທຶນຮ່ວມກັບແຂວງ ຮ່າຕິ້ງ ຢູ່ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ຢູ່ທ່າກຳປັ່ນ ຫວຸງອາງ ເຊິ່ງກໍ່ມີປະສິດທິຜົນດີ. ພ້ອມກັນນັ້ນ, ຢູ່ ແຂວງຮ່າຕິ້ງພວກຂ້າພະເຈົ້າໄດ້ ແລະ ກໍາລັງສຸມໃສ່ຜັນຂະຫຍາຍບັນດາໂຄງການ, ລາຍການໜູນຊ່ວຍວຽກງານຂອງສູນກາງ. ນັບທັງໂຄງການທີ່ ຮ່າຕິ້ງ ຊ່ວຍເຫຼືອແຂວງເພື່ອນລາວ ເພື່ອໃຫ້ສຳເລັດ ແລະ ເສີມຂະຫຍາຍປະສິດທິຜົນ.

ຕ້ອງເວົ້າວ່າ, ເຖິງວ່າສາມາດບັນລຸປະສິດທິຜົນອັນໃຫຍ່ຫຼວງຂອງທັງສອງຝ່າຍ, ແຕ່ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ສຸມໃສ່ຮັບປະກັນປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງແຂວງ ຮ່າຕິ້ງ ກັບບັນດາທ້ອງຖິ່ນຂອງລາວ. ໃນນັ້ນ, ພິເສດແມ່ນສອງແຂວງທີ່ມີຊາຍແດນຕິດກັບຮ່າຕິ້ງ. ກ່ອນອື່ນໝົດແມ່ນສືບຕໍ່ປັບປຸງການພົວພັນການຕ່າງປະເທດ, ສົມທົບກັນຮັບປະກັນຄວາມສະຫງົບຕາມຊາຍແດນ, ສະກັດກັ້ນຢ່າງທັນການຕໍ່ອາດຊະຍາກຳກ່ຽວກັບການຄ້າຂອງເຖື່ອນຂ້າມຊາຍແດນ, ປ້ອງກັນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບແລະ ຮ່ວມມືພ້ອມກັນພັດທະນາ. ທີສອງ, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ມາເປັນເວລາດົນນານ,ແລະຕ້ອງສືບຕໍ່ຍົກລະດັບຂຶ້ນຕື່ມ ນັ້ນຄື ການຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳ ເພື່ອໃຫ້ສົມກັບສາຍພົວພັນແບບພິເສດ, ໃນນັ້ນຈຸດໜັກແມ່ນຊຸກຍູ້ການຮ່ວມມືດ້ານທຸລະກິດການຄ້າ ການລົງທຶນ, ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂອງວິສາຫະກິດຂອງສອງຝ່າຍ; ເຊື່ອມຕໍ່ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດໃນການເຊື່ອມຕໍ່, ສຳຫຼວດຊອກຫາໂອກາດລົງທຶນ, ສືບຕໍ່ຖືສໍາຄັນບັນດາຂົງເຂດການຮ່ວມມືດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກນິກ ແລະ ພິເສດແມ່ນບຳລຸງສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ໃນນັ້ນມີການປະສານສົມທົບທຸກຂັ້ນນັບແຕ່ຂອດການຮັບສະໝັກຜູ້ສະໝັກເຂົ້າຮຽນຢ່າງມີຄຸນນະພາບ ຈົນຮອດຄຸນນະພາບການຮໍ່າຮຽນເພື່ອຕອບສະໜອງຄວາມຕ້ອງການບຳລຸງສ້າງຊັບພະຍາກອນມະນຸດຢູ່ ຮ່າຕິ້ງ. ສໍາລັບວຽກງານທີ່ເປັນປົກກະຕິ ແລະ ຍາວນານນັ້ນ ຕ້ອງຍູ້ແຮງງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ ແລະ ລາວ. ວຽກງານສຶກສາອົບຮົມມູນເຊື້ອພິເສດໃຫ້ຄົນຮຸ່ນໜຸ່ມແມ່ນມີຄວາມຈຳເປັນທີ່ສຸດ, ແລະ ກຳນົດເອົາເປັນວຽກປະຈຳໄລຍະຍາວ, ໝາຍຄວາມວ່າມີບັນດາຜະລິດຕະພັນສະເພາະໃນການຮ່ວມມືສະເພາະ ເພື່ອປະກອບສ່ວນປັບປຸງ ແລະ ກໍ່ສ້າງສາຍພົວພັນແບບພິເສດຫວຽດນາມ – ລາວ.

ທ່ານ ຫງວຽນ ຮົ່ງ ລິງ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການປະຊາຊົນ ແຂວງ ຮ່າຕິ໋ງ ໃຫ້ຮູ້ກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ເພື່ອນລາວ ວ່າ: ,ປະຈຸບັນ ບັນດາມະຫາວິທະຍາໄລ, ວິທະຍາໄລ ແຫ່ງຕ່າງໆຂອງແຂວງຮ່າຕິ້ງ ພວມສຸມໃສ່ກໍ່ສ້າງວິຊາຊີບໃຫ້ແກ່ລາວ. ພ້ອມກັນນັ້ນ, ພວກຂ້າພະເຈົ້າໄດ້ຈັດສັນງົບປະມານຈໍານວນໜຶ່ງໃຫ້ແກ່ນັກສຶກສາລາວ ໂດຍອອກຄ່າໃຊ້ຈ່າຍທັງໝົດ ໃນການຮຽນພາສາ ຫວຽດນາມຈົນຮອດຮຽນວິຊາຊີບ, ເຖິງວ່າງົບປະມານຍັງຫຍຸ້ງຍາກກໍ່ຕາມ, ແຕ່ ຮ່າຕິ້ງ ໄດ້ເອົາໃຈໃສ່ ແລະ ສະຫງວນແຫຼ່ງກຳລັງຢ່າງພຽງພໍເພື່ອສະໜອງທຶນສຶກສາ ແລະ ໜູນຊ່ວຍທຶນສຶກສາໃຫ້ບັນດານັກສຶກສາບັນດາແຂວງຊາຍແດນຂອງລາວ. ຄຽງຄູ່ກັນນັ້ນ, ຍັງມີນັກສຶກສາ ທີ່ມາຮຽນດ້ວຍທຶນຕົນເອງຕື່ມອີກ ຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ ຮ່າຕິ້ງ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການສ້າງ ແລະຍົກສູງຄຸນນະພາບຊັບພະຍາກອນມະນຸດໃຫ້ແກ່ເພື່ອນລາວ

ໂດຍ: ຄໍາກອງ , ສໍານຽງ

ຖວທ 8 ແຂວງໄດ້ຮັບການຍົກລະດັບວຽກງານຫ້ອງການ

0

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທ ແຂວງເຊກອງ ໄດ້ເປີດຊຸດຝຶກອົບຮົມວຽກງານຫ້ອງການໃຫ້ພະແນກ ຖວທ ແຂວງພາກກາງ ແລະ ພາກໃຕ້ໃນວັນທີ 26 ທັນວາຜ່ານມາທີ່ພະແນກ ຖວທ ແຂວງເຊກອງໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ; ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງເຊກອງ, ບັນດາຄູຝຶກ, ນັກສໍາມະນາກອນຈາກແຂວງສະຫວັນນະເຂດ, ບໍລິຄໍາໄຊ, ຄໍາມ່ວນ, ໄຊສົມບູນ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ ຫ້ອງການ ຖວທ ເມືອງ 4 ເມືອງອ້ອມຂ້າງແຂວງເຊກອງເຂົ້າຮ່ວມ.

ທ່ານ ບົວໄລ ພານຸວົງ ກ່າວວ່າ: ວຽກງານຫ້ອງການແມ່ນວຽກໜຶ່ງທີ່ມີຄວາມສໍາຄັນຫຼາຍ ເພາະເປັນວຽກງານປິ່ນອ້ອມກັບບັນດາໜ້າວຽກອື່ນໆຢູ່ໃນພະແນກການ, ຫ້ອງການຂັ້ນເມືອງໂດຍຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ການນໍາໃຊ້ຖານຂໍ້ມູນເຂົ້າໃນວຽກງານ, ການຮ່າງເອກະສານທາງການ, ແນະນໍາວຽກງານຊັບສິນ, ແນະນໍາວຽກງານລາຍຮັບວິຊາການ ແລະ ກອງທຶນ, ພ້ອມນີ້ຊຸດອົບຮົມຍັງໄດ້ເຜີຍແຜ່ແຈ້ງການຂອງກະຊວງ ຖວທ ເລກທີ 39/ຖວທ, ລົງວັນທີ 21 ມີນາ 2021 ກ່ຽວກັບການເດີນເອກະສານຜ່ານລະບົບປະຕູດຽວ, ຫົວໜ້າດຽວ,ການປະກອບຄໍາຄິດຄໍາເຫັນເພື່ອເປັນການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີຄວາມສະດວກ, ວ່ອງໄວຖືກກັບຫຼັກການທີ່ໄດ້ກໍານົດໄວ້.

ຂ່າວ-ພາບ: ພຸດທະສອນ

ຄາດວ່າຈະມີ 180 ຮ້ານເຂົ້າຮ່ວມໃນງານເທດສະການອາຫານລາວ

0

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ແລະ ສະມາຄົມນັກທຸລະກິດແມ່ຍິງ (ສທລ) ໄດ້້້ຈັັັດພິທີຖະແຫຼງຂ່າວງານເທດສະການອາຫານລາວປະຈຳປີ 2023 ພາຍໃຕ້ຄຳຂວັນອາຫານລາວກ້າວສູ່ສາກົນ(Promoting Lao to Internationalrecognition)ຂຶ້ນໃນວັນທີ 26 ທັນວາ ຜ່ານມາ ທີ່ນະຄອນຫຼວງວຽງຈັນໂດຍມີທ່ານນາງຈັນທະຈອນ ວົງໄຊປະທານ ສທລ ທັງເປັນປະທານຄະນະກໍາມະການຈັດງານດັ່ງກ່າວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ຈຸດປະສົງແມ່ນເພື່ອສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດ, ຮ້ານອາຫານ, ຮ້ານຂາຍຍ່ອຍສິນຄ້າກະສິກຳຈາກ 18 ແຂວງ, ທ້ອງຖິ່ນຕ່າງໆລວມທັງນະຄອນຫຼວງວຽງຈັນໄດ້ມາວາງສະແດງແລະຂາຍຜະລິດຕະພັນຂອງແຕ່ລະແຂວງ; ເພື່ອອຳນວຍຄວາມສະດວກໃຫ້ຜູ້ປະກອບການແມ່ຍິງໄດ້ສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງທັງເປັນການໂຄສະນາກ້າວສູ່ຕະຫຼາດສາກົນໃຫ້ນັບມື້ຫຼາຍຂຶ້ນແລະເຂົ້າສູ່ຕະຫຼາດ E-Commerce ເທື່ອລະກ້າວ ແລະ ພ້ອມນີ້ກໍເພື່ອສົ່ງເສີມວັດທະນະທຳ,ຫັດຖະກຳລາວຊຶ່ງຢູ່ຄູ່ກັບວັດທະນະທຳທາງດ້ານອາຫານລາວໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ ຊຶ່ງພາຍໃນງານໄດ້ຈັດໃຫ້ມີຮ້ານອາຫານລາວ, ອາຫານປະຍຸກແລະອາຫານນາໆຊາດມາວາງຂາຍເຖິງ 180 ຮ້ານໃນນັ້ນ, ມີອາຫານເອກກະລັກຈາກທຸກແຂວງໃນທົ່ວປະເທດແລະຈາກຜູ້ສະໜັບສະໜູນງານມີ 162 ຮ້ານ, ຂາຍເຄື່ອງຫັດຖະກຳແລະກະສິກຳມີ 18 ຮ້ານ. ພາຍໃນງານຍັງມີຫຼາຍກິດຈະກໍາຄື: ມີການສະແດງສິລະປະແລະເດີນແບບອາພອນເພດຊົງລາວໃນຕອນແລງວັນທີ 24ແລະ28 ມັງກອນ 2023, ພ້ອມນີ້ຍັງຈັດໃຫ້ມີການໂຄສະນາ ແລະຜະລິດຕະພັນບໍລິສັດແລະພາກສ່ວນທີ່ສະໜັບສະໜູນງານເທດສະການອາຫານເທິງເວທີເປັນປະຈຳທຸກວັນແລະຈັດໃຫ້ມີການໄລ້ສົດການຂາຍອາຫານຊຶ່ງເປັນອາຫານຍອດນິຍົມຂອງແຕ່ລະແຂວງ, ມີການຈັດຕັ້ງການແຂ່ງຂັນປຸງແຕ່ງເຂົ້າສັງຂະຫຍາແບບດັ່ງເດີມຂອງລາວເຮົາ, ໃນນີ້ຍັງມີໂຕະຕັ່ງໄວ້ຄອຍບໍລິການແຂກຜູ້ເຂົ້າມາທ່ຽວງານນັ່ງກິນອາຫານໄວ້ໃນຜາມກາງຂອງງານ, ພ້ອມນັ້ນທຸກໆແລງຈະຈັດໃຫ້ມີນັກຮ້ອງຮັບເຊີນເພື່ອສ້າງບັນຍາກາດ,ຫຼິ້ນເກມເພື່ອແຈກຂອງລາງວັນ ແລະ ອື່ນໆ.

ງານເທດສະການອາຫານລາວຈະເປີດຢ່າງເປັນທາງການໃນວັນທີ 24-28 ມັງກອນ 2023, ເປັນເວລາ 5 ວັນ ທີ່ເດີ່ນສວນເຈົ້າອະນຸວົງ (ແຄມຂອງ) ຄືກັບທຸກປີທີ່ຜ່ານມາ, ສະນັ້ນເຊີນຊວນມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮ່ວມ ແລະ ທ່ຽວຊົມໃນງານເທດສະການດັ່ງກ່າວ.

(ຂ່າວ-ພາບ: ວັນເພັງ)

ຫົວພັນ ປະກາດຮັບຮອງ ດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ

0

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ, ພ້ອມທັງເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໃນວັນທີ 25 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ແລະ ປະຊາຊົນແຂວງຫົວພັນ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ອຳນາດການປົກຄອງແຂວງຫົວພັນ ໄດ້ສຸມໃສ່ພັດທະນາເທສະບານຕົວເມືອງຊໍາເໜືອ ມີຄວາມສວຍສົດງົດງາມ, ເປັນຕົວເມືອງສີຂຽວແບບທໍາມະຊາດ ຄຽງຄູ່ກັບການພັດທະນາບັນດາເມືອງຕ່າງໆພາຍໃນແຂວງ, ໃນປີ 2008 ໄດ້ເລີ່ມປູກດອກຄາຍປ່າ ຫລື ເອີ້ນວ່າ: “ດອກພັນພະນາ” ປູກເປັນຕົ້ນໄມ້ປະດັບພາຍໃນເທສະບານຕເມືອງຊໍາເໜືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທສະບານເມືອງຊໍາເໜືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະໜາມບິນ ໜອງຄ້າງ ແລະ ບ່ອນອື່ນໆທີ່ມີເງື່ອນໄຂ. ມາຮອດປັດຈຸບັນທົ່ວແຂວງຫົວພັນ ໄດ້ປູກດອກຄາຍປ່າທັງໝົດ 160.552 ຕົ້ນ, ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ.

ປັດຈຸບັນຕົ້ນດອກຄາຍປ່າ ແລະ ຕົ້ນດອກຊາກຸລະຈໍານວນໜຶ່ງ ໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມເຮັດໃຫ້ກະແສຈາກການທ່ອງທ່ຽວຕ່າງແດນມາເປັນການທ່ອງທ່ຽວພາຍໃນຫລາຍຂຶ້ນ ໂດຍສະເພາະແມ່ນການທ່ອງທ່ຽວ“ລາວທ່ຽວລາວ”ນັກທ່ອງທ່ຽວສ່ວນຫລາຍ ແມ່ນສົນໃຈການທ່ຽວຊົມທໍາມະຊາດ, ສໍາຜັດອາກາດບໍລິສຸດ ເຊິ່ງເປັນທ່າແຮງດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມແຂວງຫົວພັນນັບມື້ເພີ່ມຂຶ້ນ, ເຮັດໃຫ້ແຂວງ ກໍຄື ປະຊາຊົນແຂວງຫົວພັນ ມີລາຍຮັບເພີ່ມຂຶ້ນຈາກການຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ, ການບໍລິການເຮືອນພັກ-ຮ້ານອາຫານ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ, ອົງການປົກຄອງແຂວງຫົວພັນ ຈຶ່ງໄດ້ເຫັນດີ ແລະ ຕົກລົງຮັບຮອງເອົາດອກຄາຍ ປ່າເປັນດອກໄມ້ເອກະລັກຂອງແຂວງຫົວພັນ ຜ່ານການເຫັນດີເປັນເອກະພາບຂອງສະພາປະຊາຊົນແຂວງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫົວພັນສະບັບເລກທີ796/ຈຂ.ຫພ, ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້.

ໃນໂອກາດດຽວກັນ, ກໍໄດ້ເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະະ ປະຈໍາປີ 2022 ໂດຍຜູ້ເຂົ້າຮ່ວມ ໄດ້ພ້ອມກັນປູກຕົ້ນຄາຍປ່າ ຢູ່ສວນສາທາລະນະຫົວພັນ-ກວາງນິງ, ທ່ຽວຊົມຕະຫລາດນັດ, ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າ ລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸລະ ຢູ່ສວນສາທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທສະບານເມືອງວຽງໄຊ ຕື່ມອີກ.

ຂ່ວ-ພາບ: ໄອແກ້ວ

ສະພາບອາກາດ ປະຈໍາວັນທີ 27 ທັນວາ 2022

0

ມວນອາກາດໜາວເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດ ປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດໜາວເຢັນຫລາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນປາກຊ່ອງ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 27/12/2022 ເຖິງເວລາ 7:00 ໂມງວັນທີ 28/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-23 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-30 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-28 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-25 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 04-23 ອົງສາ.

ກຳປູເຈຍ-ຫວຽດນາມ ຊຸກຍູ້ຮ່ວມມື ດ້ານການບິນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 23 ທັນວາ: ກຳປູເຈຍ ອັງກໍຣແອຣ (CAAir) ເປັນສາຍການບິນ ແຫ່ງຊາດ ກຳປູເຈຍ ໄດ້ເປີດເຜີຍວ່າ ການໃຫ້ບໍລິການ ຖ້ຽວບິນ ໂດຍສານ ລະຫວ່າງ ແຂວງ ສຽມຣຽບ ທາງພາກຕາເວັນຕົກ ສ່ຽງເໜືອ ຂອງ ກຳປູເຈຍ ແລະ ນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ, ຊຶ່ງເປັນ ຖ້ຽວບິນປະຖົມມະລຶກ ພ້ອມດ້ວຍ ຜູ້ໂດຍສານ 68 ຄົນ ໄດ້ອອກຈາກ ສະໜາມບິນ ນານາຊາດ ສຽມຣຽບ ແລະ ລົງມາຈອດ ຢູ່ ສະໜາມບິນ ນານາຊາດ ໂນ້ຍບ່າຍ ໃນນະຄອນຫລວງ ຮ່າໂນ້ຍ. ສ່ວນຖ້ຽວບິນ ຂາກັບ ສຽມຣຽບ ໃນວັນດຽວກັນ ໂດຍມີຜູ້ໂດຍສານ ຈຳນວນ 81 ຄົນ .