Saturday, October 11, 2025
Home Blog Page 835

ແນະ​ນໍ​າປຶ້ມ “ການພົວພັນການທູດ ລາວ-ຫວຽດນາມ 60 ປີ”

0

ກະຊວງການຕ່າງປະເທດ ໄດ້ຈັດພິທີແນະ​ນໍ​າປຶ້ມ “ການພົວພັນການທູດ ລາວ-ຫວຽດນາມ 60 ປີ” ຢ່າງເປັນທາງການ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ເປັນການລະນຶກເຖິງມູນເຊື້ອການພົວພັນຮ່ວມມືທີ່ແໜ້ນແຟ້ນ, ພ້ອມທັງຄວາມສາມັກຄີພິເສດ ລະຫວ່າງສອງຊາດ ສປປ ລາວ ແລະ ສສ ຫວຽດນາມ ນັບແຕ່ອະດີດ ຈົນເຖິງປັດຈຸບັນ. ສາຍສໍາພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ຮັບການຈັດຕັ້ງ ແລະ ຜັນຂະຫຍາຍຮອບດ້ານຢ່າງຕໍ່ເນື່ອງລຽນຕິດ ໂດຍປິ່ນອ້ອມຂະແໜງການເມືອງ-ການທູດ, ເສດຖະກິດ-ການຄ້າ ແລະ ວັດທະນະທໍາ-ສັງຄົມ ເວົ້າລວມ, ເວົ້າສະເພາະ ວຽກງານການຕ່າງປະເທດ ສອງພັກ-ສອງລັດ ໄດ້ມີການຊີ້ນໍາ ແລະ ນໍາພາຢ່າງໃກ້ຊິດສະໜິດແໜ້ນ ແລະ ມີການພົວພັນເຊິ່ງກັນ ແລະ ກັນ ທີ່ດີສະເໝີມາ.

ພິທີດັ່ງ​ກ່າວ ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 28 ທັນ​ວາ 2022 ທີ່​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ໂດຍ​ມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ປຶ້ມ “ການພົວພັນການທູດ ລາວ-ຫວຽດນາມ 60 ປີ” ເປັນອີກຜົນງານໜຶ່ງຂອງ ສະຖາບັນການຕ່າງປະເທດ ທີ່ໄດ້ມີການລິເລີ່ມແນວຄວາມຄິດ ແລະ ລົງມືຄົ້ນຄວ້າຮຽບຮຽງ ມາແຕ່ຕົ້ນປີ 2022. ນັບຈາກການສະເໜີແຕ່ງຕັ້ງຄະນະຮັບຜິດຊອບທີ່ປະກອບດ້ວຍ ສະຖາບັນການຕ່າງປະເທດ, ຫ້ອງການກະຊວງ, ກົມອາຊີປາຊີຟິກ ແລະ ອາຟຣິກາ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນຕົ້ນມາ, ໂດຍຜ່ານການເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ຈາກຄະນະນໍາກະຊວງການຕ່າງປະເທດທຸກຂັ້ນ, ຄະນະບັນນາທິການອາວຸໂສ ແລະ ສະຖາບັນການຕ່າງປະເທດ ທີ່ມີປະສົບການໃນການເຮັດວຽກຕົວຈິງ ເພື່ອກວດແກ້ເນື້ອໃນໃຫ້ມີຄວາມສົມບູນຍິ່ງຂຶ້ນ ຢ່າງມີຄວາມຮັບຜິດຊອບສູງ ຊຶ່ງເຮັດໃຫ້ເນື້ອໃນມີຄວາມຫຼາກຫຼາຍ ແລະ ກວມ ລວມເຖິງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ວັດທະນະທຳ-ສັງຄົມອື່ນໆ ທີ່ໄດ້ຮັບການຮ່ວມມື ແລະ ສະໜອງຂໍ້ມູນ ຈາກບັນດາພາກສ່ວນກ່ຽວຂ້ອງ ທັງຈາກພາຍໃນກະຊວງການຕ່າງປະ ເທດ ແລະ ກະຊວງອ້ອມຂ້າງສູນກາງຂອງລາວ ຈົນສາມາດສໍາເລັດຈັດພິມເຜີຍແຜ່ອອກສູ່ສາຍຕາໃນມື້ນີ້.

ປຶ້ມຫົວນີ້ ໄດ້ຈັດພິມເປັນຄັ້ງທໍາອິດ ຈໍານວນ 1.000 ເຫຼັ້ມ, ໂດຍໄດ້ມີການຮວບຮວມ ແລະ ສັງລວມເອົາເນື້ອໃນທາງດ້ານປະຫວັດສາດ ແລະ ຄວາມເປັນມາໃນການພົວພັນຮ່ວມມື; ໂດຍສະເພາະໃນຂະແໜງການຕ່າງປະເທດ ລະຫວ່າງ ລາວ ແລະ ຫວຽດນາມ ໃນການສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຢູ່ໃນພາກພື້ນ ແລະ ສາກົນ, ການພົວພັນແຕ່ລະໄລຍະ ກ່ອນ ແລະ ຫຼັງ ການສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນປີ 1975 ແລະ ໄດ້ລົງເລິກການຮ່ວມມື ແລະ ສ້າງສາພັດທະນາປະເທດຊາດຮ່ວມກັນຂອງສອງຊາດ ລາວ ແລະ ຫວຽດນາມ. ປຶ້ມຫົວດັ່ງກ່າວ ຈະເປັນແຫຼ່ງຂໍ້ມູນ ທີ່ເປັນປະໂຫຍດ ສໍາລັບນັກການທູດ, ນັກຄົ້ນຄວ້າ, ນັກຮຽນຮູ້ປັນຍາຊົນ ກໍຄື ຜູ້ອ່ານທົ່ວໄປ ທີ່ມີຄວາມສົນໃຈ ກ່ຽວກັບ ການພົວພັນຮ່ວມມື ລາວ-ຫວຽດນາມ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ພົ້ນເດັ່ນ ເພື່ອເປັນບ່ອນອີງທີ່ສໍາຄັນໃນການສຶກສາ ແລະ ຄົ້ນຄວ້າ-ວິໄຈ ດ້ານການສົ່ງເສີມການພົວພັນຮ່ວມມື ລາວ-ຫວຽດນາມ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ-ພາບ: ສໍ​ານານ

ຜົນການພິຈາລະນາວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ

0

ໃນວັນທີ 28 ທັນວາ ນີ້ ທີ່ສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ ຄະນະປະຈຳສະພາແຫ່ງຊາດ ຖະແຫຼງຂ່າວ ກ່ຽວກັບ ຜົນການພິຈາລະນາ ວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນວາລະດໍາເນີນກອງປະຊຸມ ລະຫວ່າງວັນທີ 22-23 ທັນວາ 2022 ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງການລາຍງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ຊຶ່ງໄດ້ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2023. ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ບົດລາຍງານ ຜົນການກວດກາຕາມມະຕິສະພາແຫ່ງຊາດ ຈາກທ່ານປະທານຂອງສອງອົງການດັ່ງກ່າວ. ຈາກນັ້ນ, ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ໄດ້ຂຶ້ນປະກອບຄໍາເຫັນ. ຫຼັງຈາກນັ້ນ ບັນດາທ່ານ ສສຊ ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈ ດ້ວຍຄວາມຮັບຜິດຊອບສູງ, ມີບັນຍາກາດທີ່ຟົດຟື້ນ, ມີຈຸດສຸມ, ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ເພື່ອໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ນໍາໄປປັບປຸງແກ້ໄຂໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ. ຂ້າພະເຈົ້າສາມາດສັງລວມໂດຍຫຍໍ້ບັນຫາທີ່ພົ້ນເດັ່ນ ຄື: 1). ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ ໃນການຈັດຕັ້ງປະຕິບັດວຽກງານ ປີ 2022 ດ້ວຍຜົນສໍາເລັດ, ທັນເວລາ ແລະ ສາມາດລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ. 2). ກອງປະຊຸມໄດ້ເປັນເອກະພາບ ແລະ ຕີລາຄາວ່າ ການລະເມີດກົດໝາຍ ທີ່ກ່ຽວຂ້ອງ ຂອງບັນດາຫົວໜ່ວຍງົບປະມານມີລັກສະນະຊຳເຮື້ອ, ເປັນບັນຫາເກົ່າ, ຊຶ່ງການແກ້ໄຂຜົນການກວດສອບ-ກວດກາ ຍັງແກ້ໄຂໄດ້ໜ້ອຍ, ແກ້ໄຂບໍ່ເດັດຂາດ, ບໍ່ທັນຂາດຕົວ, ບໍ່ທັນການ ແລະ ແກ່ຍາວເວລາຫຼາຍປີ ເປັນຕົ້ນ: ການເກັບກູ້ລາຍຮັບທີ່ກວດເຫັນເພີ່ມ, ການເກັບກູ້ໜີ້ຕ້ອງຮັບ, ການຊຳລະສະສາງເງິນຈ່າຍລ່ວງໜ້າໃນຄັງເງິນແຫ່ງຊາດ ແລະ ບັນຫາອື່ນໆ. 3). ກອງປະຊຸມໄດ້ສະເໜີໃຫ້ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ, ວິໄຈບັນຫາ ໃຫ້ລະອຽດ ເລິກເຊິ່ງ ເພື່ອໃຫ້ເຫັນໄດ້ສາເຫດຂອງການລະເມີດ ແລະ ມີມາດຕະການແກ້ໄຂທີ່ຖືກຕ້ອງ, ເຂັ້ມງວດ, ເດັດຂາດ ຕໍ່ຫົວໜ່ວຍງົບປະມານທີ່ລະເມີດ; ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ ວຽກການສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ, ຍົກສູງຈັນຍາບັນຈັນຍາທໍາ ຂອງພະນັກງານ ແລະ ນັກກວດສອບ-ກວດກາ ໃຫ້ມີຄວາມເດັດຂາດ, ເປັນມືອາຊີບ ແລະ ຫັນເປັນທັນສະໄໝ ຮັບປະກັນການສະໜອງຂໍ້ມູນໃຫ້ເປັນລະບົບ, ຄົບຖ້ວນ ແລະ ທັນເວລາ. 4). ສຳລັບການກຳນົດເປົ້າໝາຍກວດສອບ-ກວດກາ ໃນປີ 2023, ກອງປະຊຸມໄດ້ ສະເໜີໃຫ້ 2 ອົງການ ດັ່ງກ່າວ ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມແຜນກໍານົດ ໂດຍມີຈຸດສຸມ ແລະ ສຸມໃສ່ເປົ້າໝາຍທີ່ຕິດພັນກັບການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022, ເປົ້າໝາຍທີ່ຕິດພັນກັບວາລະແຫ່ງຊາດ, ກອງທຶນທາງ, ໂຄງການລົງທຶນຕາມເປົ້າໝາຍພັດທະນາແບບຍືນຍົງ, ໂຄງການລົງທຶນຂອງລັດຂະໜາດໃຫ່ຍ, ການພັດທະນາຊົນນະ ບົດ ແລະ ລືບລ້າງຄວາມທຸກຍາກ ແລະ ການແກ້ໄຂໄພພິບັດທາງທຳມະຊາດ. 5). ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການປະສານສົມທົບ ແລະ ປັບປຸງກົນໄກການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ກັບ ພາກສ່ວນກ່ຽວຂ້ອງ ເປັນຕົ້ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມກົມກຽວ, ຄ່ອງຕົວ, ການສະໜອງ, ແລກປ່ຽນຂໍ້ມູນ-ຂ່າວສານ ເປັນລະບົບ, ຄົບຖ້ວນ ແລະ ທັນການ ເພື່ອຮັບປະກັນໃຫ້ວຽກງານກວດສອບ-ກວດກາ ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສັກສິດ, 6). ກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກໃສ່ຄວາມເດັດຂາດ ໃນການແກ້ໄຂຜົນການກວດສອບ-ກວດກາ ໂດຍໄດ້ເປັນເອກະພາບ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ ຊີ້ນຳ-ນຳພາ ຫົວໜ່ວຍງົບປະມານ ແກ້ໄຂຜົນການກວດສອບ-ກວດກາ ຢ່າງຈິງຈັງ, ເດັດຂາດ ແລະ ຂາດຕົວ ໂດຍໃຫ້ຖືເອົາການແກ້ໄຂຜົນການກວດສອບ-ກວດກາ ເປັນເງື່ອນໄຂ ແລະ ບ່ອນອີງໃນການຕີລາຄາ, ປະເມີນຜົນງານ ຫຼື ປະຕິບັດນະໂຍບາຍຕໍ່ການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ. ພ້ອມນີ້ ໃຫ້ລັດຖະບານ ຈັດສັນງົບປະມານ ແລະ ສະໜອງເຄື່ອງມືອຸປະກອນທີ່ຈຳເປັນ ຕໍ່ວຽກງານກວດສອບ-ກວດກາ ເພື່ອຍົກສູງຄຸນນະພາບ, ເຕັກນິກ ແລະ ມາດຕະຖານຕ່າງໆ ຂອງວຽກງານກວດສອບ-ກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ໃນກອງປະຊຸມຄັ້ງນີ້, ນອກຈາກຮັບຟັງການລາຍງານຂອງອົງການກວດສອບແຫ່ງລັດ ແລະ ອົງ ການວດກາແຫ່ງລັດແລ້ວ, ຍັງມີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງອະທິບາຍ ຕາມການປະກອບຄໍາເຫັນ, ຕາມຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກຂຶ້ນໃນວາລະກອງປະຊຸມ ແລະ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈ.

(ຂ່າວ: ແສງຈັນ)

ຄະ​ນະ​​ນຳພະ​ແນກ ຖວ​ທ ນວ ເຂົ້າ​ອວຍ​ພ​ອນ​ການ​ນຳ​ກະ​ຊວງ ຖວ​ທ

0

ວັນ​ທີ 28 ທັນ​ວາ 2022 ຄ​ະ​ນະ​ນຳພ​ະ​ແນກ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ​ນະ​ຄອນຫຼວງ ວຽງ​ຈ​ັນ (ຖວ​ທ ນວ) ນຳ​ໂດຍ ທ່ານ ຄຳ​ຄູນ ໃບ​ລາ​ຕີ ຮອງ​ຫົວ​ໜ​້າ​ພະ​ແນ​ກ ​ຖ​ະ​ແຫຼງ​ຂ່າວ ວັດ​ທະ​ນະທຳ ແລະ ທ່ອງ​ທ່ຽວ ເຂົ້າ​ອວຍ​ພອນ​ການ​ນຳ​ກະ​ຊວງ​ ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໃນ​ໂອ​ກາດ​ສົ່ງ​ທ້າຍ​ປີ​ເກົ່າປີ 2022 ແລະ ຕ້ອນ​ຮັບ​ປີ​ໃໝ່ 2023.

ການ​ເຂົ້າ​ອ​ວຍ​ພອນ​ການ​ນຳ​ກະ​ຊວງ ຖວ​ທ ມີ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 28 ທັນ​ວາ 2022 ໂດຍຄະ​ນະ​ນຳ​ແນ​ກ ຖ​ວນ ນວ ໄດ້​ເຂົ້າ​ອວຍ​ພອ​ນ ທ່ານ ນາງ ສວນ​ສ​ະ​ຫວັນ ວິ​ຍະ​ເກດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແລະ ໃນ​ວັນ​ດຽວ​ກັນ​ຄະ​ນະ​ຍັງ​ໄດ້​ເຂົ້າ​ອວຍ​ພ​ອນ ທ່ານ ໂພ​ສີ ແກ້ວ​ມະ​ນີ​ວົງ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ.

#VientianeMai

ກົມສື່ມວນຊົນ ຈັດພິທີຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະ 5 ປີ

0

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສະຫຼຸບວຽກງານຍ້ອງຍໍ ແລະ ມອບຫຼຽນໄຊແຮງງານ ຊັ້ນ I, ຫຼຽນໄຊແຮງງານ ຊັ້ນ II, ຫຼຽນໄຊແຮງງານ ຊັ້ນ III ແລະ ຫຼຽນກາແຮງງານ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ທີ່ປະກອບສ່ວນດ້ານເຫື່ອແຮງ-ສະຕິປັນຍາເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 03 ສ້າງເຂົ້່າສູ່ລວງເລີກໃນທົ່ວປະເທດ ໃນໄລຍະ 5 ປີ (2016-2020) ຈັດຂຶ້ນໃນວັນທີ 28 ທັນວາ 2022 ນີ້ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພາຍໃຕ້ການເປັນປະທານ ແລະ ມອບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງມີບັນດາພະນັກງານຂັ້ນນໍາພາ, ອາດີດການນຳຂອງກົມ ແລະ ວິຊາການກົມສື່ມວນຊົນ ແລະ ອອ້ມຂ້າງກະຊວງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານປະຈຳປີ 2022 ແລະ ແຜນການປີ 2023 ຊື່ງສະຫຼຸບ, ຕີລາຄາ, ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ, ຜັນຂະຫຍາຍວຽກງານ 03 ສ້າງເຂົ້າສູ່ລວງເລິກ ສາມາດສັງລວມຜົນງານ 5 ປີ (2016-2020) ໃຫ້ບຸກຄົນດີເດັ່ນ ມີດັ່ງນີ້: ຫຼຽນໄຊແຮງງານ ຊັ້ນ I ຈຳນວນ 06 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 06 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 12 ທ່ານ ແລະ ຫຼຽນກາແຮງງານ ຈຳນວນ 13 ທ່ານ.

ໂອກາດນີ້ ທ່ານ ໂພສີ ແກ້ວມະນີວົງ  ໄດ້ມີຄຳເຫັນໂອ້ລົມຍ້ອງຍໍຊົມເຊີຍຜົນງານ 5 ປີທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ຈົ່ງສືບຕໍ່ການມີສ່ວນຮ່ວມພັດທະນາ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ສືບຕໍ່ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕໍ່ການພັດທະນາໃນໄລຍະຜ່ານມາບວກກັບສິ່ງທ້າທາຍໃນໄລຍະໃໝ່.

ສຳລັບທິດທາງໃນຕໍ່ໜ້າເພື່ອຮັບປະກັນເຮັດໃຫ້ວຽກງານແຂ່ງຂັນ-ຍ້ອງຍໍໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນຕໍ່ເນື່ອງສິ່ງສຳຄັນຕ້ອງໄດ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດຂອງສະມາຊິກພັກ ແລະ ພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດແນໃສ່ສ້າງໃຫ້ພະນັກງານ-ລັດຖະກອນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນກາຍເປັນກົມກອງ, ຄອບຄົວ, ບຸກຄົນດີເດັ່ນຕະຫຼອດໄປ.

ເນປານ ຫຼຸດພາສີການນຳເຂົ້າຍານພາຫະນະໄຟຟ້າ

0

(ເນື່ອງໃນໂອກາດວັນຊາດເນປານ 28 ທັນວາ 1972 – 28 ທັນວາ 2022) ການນຳເຂົ້າຍານພາຫະນະໄຟຟ້າ (Electric Vehicles – EVs) ພາຍໃນປະເທດເນປານ ໄດ້ເພີ່ມຂຶ້ນແບບກ້າວກະໂດດ ຫຼັງຈາກທີ່ລັດຖະບານເນປານໄດ້ປະກາດປັບຫຼຸດພາສີອາກອນສຳລັບການນຳເຂົ້າຍານພາຫະນະໄຟຟ້າ ໃນໄລຍະ 5 ເດືອນທຳອິດຂອງສົກປີງົບປະມານ 2021-2022 ລວມເຖິງຍົກເລີກພາສີພາຍໃຕ້ນະໂຍບາຍສົ່ງເສີມພະລັງງານສະອາດ ໂດຍການນຳເຂົ້າຍານພາຫະນະໄຟຟ້າ ຜ່ານທາງດ່ານ Birgunj ໃນລະຫວ່າງເດືອນກໍລະກົດເຖິງກາງເດືອນພະຈິກ 2021 ເພີ່ມຂຶ້ນ 8 ຄັນ ມີມູນຄ່າ 189 ລ້ານຣູປີເນປານ ມາຢູ່ທີ່ 290 ຄັນ ລວມມູນຄ່າ 892,5 ລ້ານຣູປີເນປານ ໃນໄລຍະເວລາດຽວກັນຂອງສົກປີງົບປະມານທີ່ຜ່ານມາ.

ທ່ານ ຢູປາ ຣາຊ ກະທິວະດາ (Yuba Raj Khatiwada) ລັດຖະມົນຕີກະຊວງການເງິນ ໃນຂະນະນັ້ນ ຖືກວິຈານກ່ຽວກັບການເກັບພາສີທີ່ສູງຫຼາຍ ສົ່ງຜົນກະທົບໂດຍກົງຕໍ່ການນຳເຂົ້າ ຍານພາຫະນະໄຟຟ້າ ແລະ ເນປານມີການຜະລິດໄຟຟ້າພາຍໃນປະເທດເພີ່ມຂຶ້ນ ແຕ່ກັບມີການບໍລິໂພກບໍ່ຫຼາຍເທົ່າທີ່ຄວນ ລັດຖະບານເນປານຈຶ່ງມີມະຕິໃຫ້ປັບຫຼຸດພາສີອາກອນ ສຳລັບການນຳເຂົ້າຍານພາຫະນະໄຟຟ້າ ຈາກ 80% ໃນສົກປີງົບປະມານ 2020-2021 ເຫຼືອພຽງ 10%-40% ໃນສົກປີງົບປະມານ 2021-2022. ປັດຈຸບັນ, ຜູ້ນຳເຂົ້າຍານພາຫະນະໄຟຟ້າ ຂອງເນປານຈະຕ້ອງເສຍພາສີອາກອນ 10%-40% ພາສີມູນຄ່າເພີ່ມ 13% ຕາມຂະໜາດຂອງຍານພາຫະນະໄຟຟ້າ ແລະ ຄ່າທຳນຽມປັບປຸງຖະໜົນຫົນທາງ 5%.

ສາມາດເວົ້າໄດ້ວ່າ ກະແສນິຍົມຍານພາຫະນະໄຟຟ້າ ເປັນອີກໜຶ່ງສາຂາທີ່ໜ້າສົນໃຈ ແລະ ລົງທຶນ ເພື່ອກ້າວໄປສູ່ການໃຊ້ພະລັງງານທີ່ຍືນຍົງຂອງໂລກໃນອະນາຄົດ. ດັ່ງນັ້ນ, ໃນປັດຈຸບັນຫຼາຍປະເທດຈຶ່ງພະຍາຍາມຊຸກຍູ້ນະໂຍບາຍຕ່າງໆກ່ຽວກັບຍານພາຫະນະໄຟຟ້າ ມາໂດຍຕະຫຼອດ. ສຳລັບເນປານເອງກໍເປັນອີກໜຶ່ງປະເທດທີ່ມີການຊຸກຍູ້ການນຳໃຊ້ຍານພາຫະນະໄຟຟ້າ ຢ່າງວ່ອງໄວ ຊຶ່ງນະໂຍບາຍຫຼຸດພາສີອາກອນການນຳເຂົ້າບວກກັບຮ່າງກົດໝາຍທີ່ບັງຄັບໃຫ້ເຈົ້າໜ້າທີ່ລັດຖະບານລະດັບສູງໃຊ້ຍານພາຫະນະພະລັງງານໄຟຟ້າໃນການເດີນທາງ ໂດຍກະຊວງການຂົນສົ່ງຂອງເນປານສະແດງເຖິງຄວາມຈິງຈັງໃນການຊຸກຍູ້ການໃຊ້ພະລັງງານສະອາດ ແລະ ຍັງຖືວ່າເປັນການເປີດໂອກາດສຳລັບຜູ້ປະກອບການ ແລະ ນັກລົງທຶນທົ່ວໂລກໃນການເຈລະຈາການນຳເຂົ້າຍານພາຫະນະໄຟຟ້າ ໄດ້ງ່າຍຂຶ້ນອີກດ້ວຍ ເຖິງຢ່າງໃດກໍຕາມ, ເນປານຍັງຄົງພົບກັບບັນຫາດ້ານສະຖານີສາກໄຟຟ້າທີ່ຍັງບໍ່ພຽງພໍ ດັ່ງນັ້ນ, ຜູ້ປະກອບການອື່ນໆອາດຈະພິຈາລະນາເຂົ້າໄປລົງທຶນໃນດ້ານນີ້ດ້ວຍ ເພື່ອເຕີມຊ່ອງວ່າງ ແລະ ສົ່ງເສີມການໃຊ້ງານຍານພາຫະນະໄຟຟ້າ ຂອງເນປານໃຫ້ສົມບູນຍິ່ງຂຶ້ນອີກດ້ວຍ.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

ຈີນ ຜະລິດຝ້າຍບັນລຸ 5,9 ລ້ານໂຕນ ໃນປີ 2022

0
(191030) -- URUMQI, Oct. 30, 2019 (Xinhua) -- A woman works in a cotton field in Awat County, northwest China's Xinjiang Uygur Autonomous Region, Oct. 25, 2019. With a long history of cotton planting, Awat is known as the "Town of Cotton" in China. The county boasts high-quality cotton and high-efficiency in production. (Xinhua/Sadat)

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 26 ທັນວາ, ສຳນັກງານສະຖິຕິແຫ່ງຊາດຈີນ ເປີດເຜີຍວ່າ: ຜົນຜະລິດຝ້າຍ ຂອງ ຈີນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນປີ 2022 ເນື່ອງຈາກສະພາບອາກາດໄດ້ເອື້ອອຳນວຍເຮັດໃຫ້ຜົນຜະລິດເພີ່ມສູງຂຶ້ນ. ໃນປີ 2022, ຈີນ ຜະລິດຝ້າຍ ເກືອບ 5,98 ລ້ານໂຕນ, ເພີ່ມຂຶ້ນ 4,3% ເມື່ອທຽບໃສ່ ປີຕໍ່ປີ, ສ່ວນຜົນຜະລິດຕໍ່ເຮັກຕາ ລວມມີ 1.992,2 ກິໂລກຣາມ ເພີ່ມຂຶ້ນ 5,3%. ສະພາບອາກາດທີ່ຮ້ອນ ແລະ ປະລິມານນໍ້າຝົນມີຄວາມເໝາະສົມສົ່ງຜົນໃຫ້ຜົນຜະລິດຝ້າຍຕໍ່ເຮັກຕາ ໃນເຂດປົກຄອງຕົນເອງ, ຊິນຈຽງ ອຸຍກູ ຊຶ່ງເປັນພື້ນທີ່ປູກຝ້າຍຂະໜາດໃຫຍ່ທີ່ສຸດ ຂອງປະເທດ ເພີ່ມຂຶ້ນ 5,5%. ໂດຍສະເພາະຊິນຈຽງ ກວມເອົາອັດຕາສ່ວນຜະລິດຝ້າຍ ຂອງປະເທດ ກວມເອົາ 90,2% ໃນປີນີ້.

ອິດສະຣາແອນສົ່ງອອກສິນຄ້າຫລາຍກວ່າ 1,6 ແສນລ້ານໂດລາ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ກະຊວງເສດຖະກິດ ແລະ ອຸດສາຫະກຳ ຂອງ ອິດສະຣາແອນ ໄດ້ລາຍງານ ຕົວເລກ ຄາດຄະເນ ການສົ່ງອອກ ຂອງ ອິດສະຣາແອນ ໃນປີ 2022 ຈະເພີ່ມສູງຂຶ້ນ ເປັນປະຫວັດການ ກວ່າ 1,6 ແສນລ້ານ ໂດລາ ສະຫລັດ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີຕໍ່ປີ. ໂດຍ ໃນປີນີ້ ນັບເປັນປີທີ 2 ຕິດຕໍ່ກັນ ທີ່ການສົ່ງອອກ ກວມເອົາ ອັດຕາສ່ວນ ປະມານ 1 ໃນ 3 ຂອງ ເສດຖະກິດ ອິດສະຣາແອນ ຊຶ່ງເປັນ ຕົວເລກ ສະຖິຕິສູງ ເປັນປະຫວັດການ. ໃນນັ້ນ ຄູ່ການຄ້າຫລັກ ທີ່ ສົ່ງອອກຂອງ ອິດສະຣາແອນ ໄດ້ແກ່ ສ.ອາເມລິກາ, ອັງກິດ, ຈີນ, ອິນເດຍ, ອຽກລັງ ແລະ ໂຮງລັງ.

ຈີນ ຜະລິດຫລຽນລະລຶກ ສະຫລອງປີໃໝ່ 2023

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 26 ທັນວາ, ທະນາຄານ ປະຊາຊົນຈີນ (PBOC) ຫລື ທະນາຄານກາງ ຈີນ ໄດ້ຜະລິດຫລຽນ ທີ່ລະລຶກ ເພື່ອສະເຫລີມ ສະຫລອງປີໃໝ່ ທີ່ຈະມາເຖິງ. ໂດຍຊຸດຫລຽນ ດັ່ງກ່າວ ປະກອບດ້ວຍ 3 ຫລຽນ ຊຶ່ງລ້ວນແຕ່ມີ ມູນຄ່າ ຕາມກົດໝາຍ, ໂດຍແບ່ງອອກ ເປັນຫລຽນທອງ, ຫລຽນເງິນ ແລະ ຫລຽນໂລຫະ ປະສົມທອງແດງ ສອງສີ .

ໂດຍຫລຽນທອງ ແລະ ຫລຽນເງິນ ໂດຍມີ ມູນຄ່າ 10 ຢວນ ແລະ 3 ຢວນ ຕາມລຳດັບ , ມີສັນຍາລັກປະຈຳຊາດ ແລະ ຕົວເລກປີ 2023 ທີ່ດ້ານໜ້າ, ສ່ວນດ້ານຫລັງ ສະຫຼັກຕົວອັກສອນຈີນ “ຝູ” ຊຶ່ງ ໝາຍເຖິງ ຄວາມສຸກ ແລະ ຄວາມໂຊກດີ, ພ້ອມກັນນັ້ນ ຍັງມີ ການຕົບແຕ່ງ ຕາມລວດລາຍ ເທດສະການ ຈີນ ເຊັ່ນ: ການເຊີດສິງໂຕ. ໃນຂະນະທີ່ ຫລຽນໂລຫະ ປະສົມ ທອງແດງ ສອງສີ ທີ່ມີ ມູນຄ່າ 10 ຢວນ ສະຫຼັກຮູບກະຕ່າຍ ປະດັບ ລວດລາຍ ການຕັດເຈ່ັ້ຍ ແບບຈີນບູຮານ ແບະ ລວດລາຍ ການພີມປີໃໝ່./

ນັກທ່ອງທ່ຽວສາກົນຢ້ຽມຢາມສີລັງກາ ບັນລຸເຖິງ 5 ໝື່ນເທື່ອຄົນ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 25 ທັນວາ, ອົງການ ພັດທະນາ ການທ່ອງທ່ຽວ ສີລັງກາ (SLTDA) ເປີດເຜີຍ ວ່າ: ສີລັງກາ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ສາກົນ ເຂົ້າມາຢ້ຽມຢາມ ປະເທດ ຫລາຍກວ່າ 50.000 ເທື່ອຄົນ ໃນໄລຍະ 20 ວັນ ທຳອິດ ຂອງ ເດືອນ ທັນວາ ໃນປີນີ້, ເພີ່ມຂຶ້ນ ຢ່າງຫລວງຫລາຍ ເມື່ອທຽບໃສ່ ຫລາຍເດືອນ ຜ່ານມາ. ໃນນັ້ນ ຈຳນວນ ນັກທ່ອງທ່ຽວ ສາກົນ ທີ່ເຂົ້າມາສີລັງກາ ສະເລ່ຍ 2.500 ເທື່ອຄົນ ຕໍ່ວັນ ໃນເດືອນທັນວາ ແລະ ປະມານ 1.900 ເທື່ອຄົນຕໍ່ວັນ ໃນໄລຍະ 11 ເດືອນທຳອິດຂອງປີນີ້.

ສະພາແຫ່ງຊາດ ສະເໝີໃຫ້ສານປະຊາຊົນ ສຸມໃສ່ຍົກສູງຄຸນນະພາບການດໍາເນີນຄະດີ ສານຂັ້ນຕົ້ນ ແລະ ຂັ້ນອຸທອນ

0

ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ສານປະຊາຊົນສູງສຸດ ສຸມໃສ່ຍົກສູງຄຸນນະພາບໃນການດໍາເນີນຄະດີ ຂອງສານຂັ້ນຕົ້ນ ແລະ ຂັ້ນອຸທອນ ເປັນຕົ້ນຕໍ ເພື່ອຮັບປະກັນຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ; ຖືສຳຄັນການໂຕ້ແຍ່ງຂອງໂຈດ, ຈໍາເລີຍ, ທະນາຍຄວາມ, ບຸກຄົນທີສາມ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງໃນຄະດີ ໃນການໂຕ້ຖຽງຢູ່ທີ່ປະຊຸມສານ; ຄົ້ນຄວ້າ ພິຈາລະນາແກ້ໄຂຄະດີທີ່ເຂົ້າມາສານແຕ່ລະຂັ້ນ ໃຫ້ບັນລຸ 85%, ອັດຕາການຂໍອຸທອນບໍ່ໃຫ້ເກີນ 15%, ຄູ່ຄວາມເຫັນດີຕາມຄໍາຕັດສິນ ຫລື ຄໍາພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ກວມເປີເຊັນສູງຂຶ້ນກວ່າປີຜ່ານມາ.

ທ່ານ ສີສູນທອນ ສໍພາບມີໄຊ ຕາງໜ້າກອງເລຂານຸການກອງປະຊຸມ ຮັບຜິດຊອບວຽກງານຂົງເຂດຍຸຕິທຳ ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ທັນວາ 2022 ວ່າ: ຄະນະປະຈໍາສະພາແຫ່ງຊາດ ເຫັນດີຕໍ່ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ ທີ່ໄດ້ກໍານົດ 6 ຄາດໝາຍສູ້ຊົນ ແລະ 10 ວຽກຈຸດສຸມແຕ່ລະດ້ານທີ່ໄດ້ກຳນົດໃນບົດລາຍງານ ຂອງສານປະຊາຊົນສູງສຸດ, ແຕ່ເພື່ອຮັບ ປະກັນການຈັດຕັ້ງປະຕິບັດບັນດາຈຸດສຸມດັ່ງກ່າວ ໃຫ້ປະກົດຜົນເປັນຈິງນັ້ນ, ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ເອົາໃຈໃສ່ບາງວຽກ ເປັນຕົ້ນ ເພີ່ມທະວີການປະຕິບັດສິດ ແລະ ໜ້າທີ່ ຂອງສານປະຊາຊົນສູງສຸດ ໃນການພິຈາລະນາຄະດີ ຂັ້ນລົບລ້າງ ເຊິ່ງພິພາກສາຄະດີທາງດ້ານກົດໝາຍ ຕ້ອງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ພ້ອມທັງປະຕິບັດສິດໃນການແນະນຳ ແລະ ກວດກາຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບທາງດ້ານກົດໝາຍ ໃນການດຳເນີນຄະດີຂອງສານປະຊາຊົນ ທ້ອງຖິ່ນ ແລະ ສານທະຫານ; ບໍາລຸງສ້າງຜູ້ພິພາກສາ, ພະນັກ ງານ-ລັດຖະກອນຂອງສານ ທາງດ້ານການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມຮູ້ຄວາມສາມາດ ແລະ ຄວາມຊຳນານງານ, ມີຈັນຍາບັນ, ຈັນຍາທຳ, ຄຸນສົມບັດສິນທຳປະຕິວັດ; ການຄັດເລືອກ ແລະ ສອບ ເສັງຜູ້ພິພາສາ ຕ້ອງຮັບປະກັນໃຫ້ໄດ້ຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ ຕາມທີ່ກົດໝາຍໄດ້ກຳນົດໄວ້ ແລະ ຕີລາຄາປະເມີນຜົນການປະຕິບັດໜ້າທີ່ຂອງຜູ້ພິພາກສາ ໃຫ້ຖືກຕ້ອງຕາມ ຄໍາແນະນໍາ ສະບັບເລກທີ 727/ສປສສ ຂອງສານປະຊາຊົນສູງສຸດ ເພື່ອໃຫ້ໄດ້ຜູ້ພິພາກສາດີ-ເກັ່ງ 85%; ສືບຕໍ່ຈັດຕັ້ງການປະເມີນການປະຕິບັດກົດໝາຍວ່າດ້ວຍ ສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນ ຄະດີແພ່ງ ໃຫ້ຮັບປະກັນທາງດ້ານຄຸນນະພາບ, ຊອກໃຫ້ເຫັນດ້ານດີທີ່ສາມາດຈັດຕັ້ງປະຕິບັດມີຜົນສຳເລັດ, ດ້ານອ່ອນຂໍ້ຄົງຄ້າງ, ບັນຫາທີ່ບໍ່ສາມາດປະຕິບັດໄດ້ ຫລື ປະຕິບັດມີການລະເມີດກົດໝາຍ, ບັນຫາຊ່ອງຫວ່າງ ຂອງກົດໝາຍ, ບັນຫາທີ່ເຫັນວ່າ ມີຄວາມຈຳເປັນຕ້ອງໄດ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນການກຳນົດວິທີການ, ມາດຕະການ ປັບປຸງ, ແກ້ໄຂ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.

ນອກຈາກນີ້, ຄະນະປະຈໍາສະພາແຫ່ງຊາດ ຍັງເຫັນດີເປັນເອກະພາບ ແລະ ສະເໜີເນັ້ນຕື່ມບາງມາດຕະການ ເຊັ່ນ: ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ເປັນແຜນງານ, ໂຄງການ ແລະ ວຽກງານຈຸດສຸມທີ່ແທດຕົວຈິງ ຂອງສານປະຊາຊົນ, ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານ ແຕ່ລະໄລຍະຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ຈັດຕັ້ງເຜີຍແຜ່ເຊື່ອມຊຶມແຜນວຽກດັ່ງກ່າວ ໃຫ້ຜູ້ພິພາກສາ ແລະ ພະນັກງານຂອງສານປະຊາຊົນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ໃນປີ 2023 ໃຫ້ບັນລຸຕາມແຜນການ; ເພີ່ມທະວີຄວາມຮັບຜິດຊອບຂອງຄະນະນຳສານປະຊາຊົນ ແຕ່ລະຂັ້ນໃນການນຳພາ-ຊີ້ນຳວຽກງານດ້ານການເມືອງແນວຄິດ, ຈັນຍາບັນ, ຈັນຍາທຳ ທີ່ຖືກຕ້ອງ ໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານຂອງສານປະຊາຊົນ ແຕ່ລະຂັ້ນ ຕິດພັນກັບການບໍາລຸງສ້າງວຽກງານວິຊາສະເພາະ, ຄວາມຮູ້ຄວາມສາມາດ, ທັກສະ, ໄຫວພິບ ໃນການຄົ້ນ ຄວ້າຄະດີ ກໍຄື ຄວາມເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ເອົາໃຈໃສ່ຕິດຕາມກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະ ຕີລາຄາປະເມີນຜົນຜູ້ພິພາກສາ ຊອກໃຫ້ໄດ້ຜູ້ທີ່ດີ-ເກັ່ງ ມີຜົນງານ ແລະ ເປັນແບບຢ່າງນໍາໜ້າ ເພື່ອຍ້ອງຍໍສົ່ງ ເສີມ ພ້ອມທັງມີມາດຕະການຕໍ່ຜູ້ພິພາກສາ ທີ່ມີເຈຕະນາລະເມີດກົດໝາຍ ຢ່າງເຂັ້ມງວດ ແລະ ເດັດຂາດ; ເພີ່ມທະວີການຕິດຕາມກວດກາ ການດຳເນີນຄະດີຢູ່ສານ ຂັ້ນຕົ້ນ ແລະ ຂັ້ນອຸທອນ ໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ການດຳເນີນຄະດີ ມີຄວາມຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ ແຕ່ຫົວທີ ເພື່ອຫລຸດຜ່ອນການຂໍອຸທອນ, ຂໍລົບລ້າງ ແລະ ຂໍຮື້ຟື້ນຄະດີຂອງຄູ່ຄວາມ; ຍົກສູງຄວາມເປັນເຈົ້າການ ຈໍາກັດ ແລະ ສະກັດກັ້ນທັດສະນະ ແລະ ແນວຄິດເອື່ອຍອີງໃສ່ສານຂັ້ນເທິງ, ເອົາໃຈໃສ່ກວດກາທາງດ້ານວິຊາສະເພາະ ຂອງຄະນະສານຂັ້ນລຸ່ມ ໃຫ້ເປັນປົກ ກະຕິ; ເອົາໃຈໃສ່ປະຕິບັດແຜນການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຈໍາເປັນ ໃນການຈັດຕັ້ງປະຕິ ບັດວຽກງານຂອງຕົນ ເປັນຕົ້ນ ຄົ້ນຄວ້າເພີ່ມສິດ, ອໍານາດຂອງສານທ້ອງຖິ່ນຕື່ມ ເພື່ອຂະຫຍາຍຂອບເຂດການພິຈາ ລະນາຄະດີຂອງສານປະຊາຊົນເຂດ ແນໃສ່ຫລຸດຜ່ອນການອັ່ງອໍຄະດີ ຢູ່ສານປະຊາຊົນຂັ້ນແຂວງ; ເພີ່ມທະວີການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນການດຳເນີນຄະດີຕາມຂະບວນຍຸຕິທຳ, ຮັບປະກັນໃຫ້ການດໍາເນີນຄະດີຂອງສານ ແຕ່ລະຂັ້ນ ມີຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລະ ຍຸຕິທຳ.

ຂ່າວ: ກິດຕາ