Saturday, October 11, 2025
Home Blog Page 834

ປກສ ນວ ອອກຂໍ້ແນະນຳຂໍ້ຫ້າມໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2023

0

ປະຕິບັດຕາມແຜນປ້ອງກັນໃຫ້ບັນລຸຜົນຮັບປະກັນໄດ້ຄວາມສະຫງົບ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ແຂກຜູ້ນຳ ພັກ-ລັດ ແຂກຕ່າງປະເທດ ນັກທ່ອງທ່ຽວ ແລະ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເວົ້າລວມເວົ້າສະເພາະນະຄອນຫຼວງວຽງຈັນ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ 2022 ຕອນຮັບປີໄໝ່ສາກົນ 2023.

ທ່ານ ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການ ປກສ ນວ ຫົວໜ້າຫ້ອງຕຳຫຼວດ ຖະແຫຼງຂ່າວກ່ຽວກັບ ການສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ສາກົນ 2023 ບຸນນໍເປເຈົ້າ ແລະ ບຸນກະເລີ ໃນວັນທີ 28 ທັນວາ 2022 ວ່າ: ອີງຕາມ ແຈ້ງການຂອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ອີງຕາມ ແຜນການເຄື່ອນໄຫວ ຂອງກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຜົນ ຈິງໄດ້ຂະຫຍາຍແຜນວຽກງານວິຊາສະເພາະດັ່ງກ່າວລົງສູ່ບັນດາຫ້ອງ ກອງບັນຊາການ ປກສ ເມືອງ ປກສ ກຸ່ມບ້ານ ແລະ ພະນັກງານກໍ່ສ້າງຮາກຖານທີ່ປະຈຳຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນຈຶ່ງໄດ້ມີບັນດາຂໍ້ແນະນໍາ ຂໍ້ຫ້າມ ແລະ ມາດຕະການຈັດຕັ້ງປະຕິບັດ ຄື: ແນະນໍາ 1.ແຕ່ລະຄອບຄົວ ບ້ານ ສຳນັກງານອົງການ ໂຮງຈັກ-ໂຮງແຮມ ໂຮງຮຽນ ໂຮງໝໍ ການຈັດ ຕັ້ງສາກົນ ແລະ ການຈັດຕັ້ງສັງຄົມຢູ່ນະຄອນຫຼວງວຽງຈັນໃຫ້ມີສະຕິກົດໝາຍ ລະບຽບການດໍາລົງຊີວິດຂອງສັງຄົມຕ່າງໆທີ່ອົງການປົກຄອງໄດ້ວາງອອກຢ່າງເຂັມງວດ 2.ຍົກສູງສະຕິລະວັງຕົວເປັນເຈົ້າການປົກປັກຮັກສາມ້ຽນມັດວັດຖຸສິ່ງຂອງທີ່ເປັນຊັບສົມບັດທີ່ມີຄ່າຂອງຕົນໃຫ້ດີເປັນຕົ້ນແມ່ນພາຫະນະລົດຈັກ ກວດກາການນໍາໃຊ້ກະແສໄຟຟ້າ ການຈູດທູບທຽນບູຊາຢູ່ໃນເຮືອນເພື່ອປ້ອງກັນບໍ່ໃຫ້ເກີດອັກຄີໄພ ແລະ ໃຫ້ມີຄວາມລະມັດລະວັງຕໍ່ພວກຄົນບໍ່ດີ ສວຍໂອກາດ ເຄື່ອນໄຫວກໍ່ອາສະຍາກຳປຸ້ນຊັບ ຊີງຊັບ ລັກຊັບ ດຶງກະເປົ່າ ແລະ ອື່ນໆ 3. ເອົາໃຈໃສ່ໃນການເຮັດໜ້າທີ່ ປ້ອງກັນເວນຍາມ ສໍານັກງານອົງການ ກຸ່ມບ້ານ ບ້ານ ຈັດຕັ້ງອອກກວດກາເວນຕາມຈຸດມີຄວາມຫຼໍ່ແຫຼມ ມີຄວາມສ່ຽງ 4. ພ້ອມກັນຈັດຕັ້ງປະຕິບັດ ລະບຽບການ ຂອງພະແນກອຸດສາຫະກໍາ-ການຄ້າ ນະຄອນຫຼວງວຽງຈັນ ກ່ຽວກັບການຫ້າມນໍາເຂົ້າ ບໍລິການຊື້ຂາຍ ແລະ ຈູດທາດແຕກ ຫຼື ໝາກກະໂພກທຸກຊະນິດ.

ພ້ອມນັ້ນກໍໄດ້ອອກບັນດາຂໍ້ຫ້າມ 1. ຫ້າມນໍາເຂົ້າ ຊື້ຂາຍ ຈໍາໝ່າຍ ແລະ ຈຸດໝາກກະໂພກ ຫຼື ທາດແຕກທຸກຊະນິດຢ່າງເດັດຂາດ 2. ຫ້າມນຳໃຊ້ທາດລະເບີດ ທາດແຕກ ທາດເຫຼື້ອ ເຄມີ ວັດຖຸກຳມັດຕະພາບລັງສີ ແລະ ວັດຖຸອອກລິດຕໍ່ຈິດຕະສາດ ກໍ່ໃຫ້ເກີດຜົນກະທົບຕໍ່ຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ 3. ຫ້າມ ຂັບຂີ່ລົດໃນສະພາບມຶນເມົາ ຫ້າມຂັບຂີ່ລົດເປັນກຸ່ມ ຂັບຂີ່ລົດແຂ່ງກັນ ຂີ່ລົດກວນເມືອງ ແລະ ການຂັບຂີ່ລົດທີ່ມີພຶດຕິກໍາ ຜິດກົດໝາຍລະບຽບການສັນຈອນ 4. ຫ້າມຂັບຂີ່ລົດໄຊ້ຄວາມໄວເກີນກໍານົດຫຼືຂັບຂີ່ແຊງຊາຍ ແຊງຂວາ ເປີດສຽງດັງຕາມເສັ້ນທາງຫຼວງ

ສຳລັບມາດຕະການຈັດຕັ້ງປະຕິບັດນັ້ນ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງມະຫາຊົນ ການຈັດຕັ້ງສັງຄົມ ການຈັດຕັ້ງສາກົນ ຫົວໜ່ວຍທຸລະກິດ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນທີ່ມາພັກເຊົາ ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ຈົ່ງຮ່ວມມືເປັນເຈົ້າການປະກອບສ່ວນ ໃນການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ແລະ ມອບໃຫ້ກອງບັນຊາການ ປກສ ເມືອງ 9 ຕົວເມືອງ ເປັນເຈົ້າການວາງແຜນປ້ອງກັນ ຊີ້ນຳ ປກສ ກຸ່ມ ບ້ານ ປກສ ບ້ານ ສົມທົບກັບອົງການປົກຄອງບ້ານ ປ້ອງກັນເວນຍາມຕາມຂອບເຂດບ້ານຂອງຕົນ ໃນໄລຍະຈັດງານສະເຫຼີມສະຫຼອງປີໃໝ່ສາກົນ ພ້ອມກັນນີ້ ໃຫ້ນຳເອົາແຈ້ງການເອກະສານທີ່ກ່ຽວຂ້ອງຕ່າງໆໄປເຜີຍແຜ່ຈັດຕັ້ງປະຕິບັດແນະນໍາໃຫ້ປະຊາຊົນ ຊາວຕ່າງດ້າວໃນຂອບເຂດຂອງຕົນໃຫ້ຮັບຮູ້ເຊື່ອມຊືມຢ່າງເລີກເຊີງທົ່ວເຖີງ.

ໃນກໍລະນີເຈົ້າໜ້າທີ່ພົບເຫັນການປະພຶດ ການປະຕິບັດທີ່ເປັນການລະເມີດແຈ້ງການຈະຕ້ອງນໍາໃຊ້ມາດຕະການສຶກສາອົບຮົມ ກ່າວເຕືອນປັບໃໝຕາມລະບຽບການ ກໍລະນີ້ຮ້າຍແຮງຕ້ອງດຳເນີນ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

​ເພັດສະໝອນ ( ຮູບ)29,12,2022

#vientianemai

ໃຫ້ຄວາມຮູ້ໃນການຈັດຕັ້ງປະຕິບັດວຽກງານການບັນຊີໃຫ້ສອດຄ່ອງກັບລະບຽບກົດໝາຍ

0

ຂະແໜງຄຸ້ມຄອງການບັນຊີ ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການ-ການເງິນເມືອງ ສ່ວຍສາອາກອນ ປະຈໍາເມືອງຫາດຊາຍຟອງຈັດກອງປະຊຸມເຜີຍແຜ່ ແນະນໍາ ແລະ ເຝິກອົບຮົມວຽກງານບັນຊີວິສາຫະກິດ (ລະບົບປັບປຸງ 2020) ໃຫ້ພະນັກງານບັນຊີຂອງຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງເມືອງຫາດຊາຍຟອງ ໃນວັນທີ 28 ຫາ 30 ທັນວາ 2022 ນີ້ ທີ່ ເມືອງຫາດຊາຍຟອງ ເປັນປະທານຂອງທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ມີຫົວໜ້າຫ້ອງການ-ການເງິນເມືອງຫາດຊາຍຟອງ ພ້ອມດ້ວຍຫົວໜ້າສ່ວຍສາອາກອນປະຈຳເມືອງວິທະຍາກອນຈາກຂະແໜງຄຸ້ມຄອງບັນຊີ ນະຄອນຫຼວງວຽງຈັນ ແລະ ບັນດານັກສຳມະນາກອນຂອງຫົວໜ່ວຍວິສາຫະກິດເຂົ້າຮ່ວມ.

​ທ່ານ ຖາວອນ ສີຫາມາຍາໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມໂດຍໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງການເຝິກອົບຮົມໃນຄັ້ງນີ້ ແລະ ເນັ້ນໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າເກັບກ່ຽວເອົາຄວາມຮູ້ຈາກນັກວິທະຍາກອນໃຫ້ໄດ້ຫຼາຍທີ່ສຸດ ເພື່ອນໍາເອົາໄປປະກອບເຂົ້າໃນການປະຕິບັດວຽກງານຕົວຈິງ ແລະ ເພື່ອເປັນການປັບປຸງຍົກລະດັບການຄຸ້ມຄອງແຫຼ່ງລາຍຮັບງົບປະມານໄປພ້ອມໆກັບການຫັນສູ່ການຖືບັນຊີຂອງຫົວໜ່ວຍທຸລະກິດ.

​ພ້ອມນັ້ນໃນກອງປະຊຸມທ່ານ ທອງແດງ ສຸດທິວົງ ຫົວໜ້າຂະແໜງຄຸ້ມຄອງການບັນຊີ ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ນໍາສະເໜີ ແນະນໍາເຝິກອົບຮົມວຽກງານບັນຊີສຳລັບວິສາຫະກິດ (ລະບົບປັບປຸງປີ 2020) ແລະ ໄດ້ພ້ອມກັນລົງເລິກຄົ້ນຄວ້າບັນຫາສຳຄັນ ເຊັ່ນ: ການສົມທຽບຜັງບັນຊີປີ 2020 ກັບ 2009 ແລະ 1992 ການສະເໜີຮູບແບບເອກະສານລາຍງານການເງິນ ຫຼັກການບັນຊີວິສາຫະກິດ ການບັນຊີຂອງບັນດາລາຍການເກີດຂຶ້ນໃນວິສາຫະກິດ ການສ້າງເອກະສານລາຍງານການເງິນຕາມຮູບແບບໃໝ່ ການນຳໃຊ້ເຄື່ອງມືທັນສະໃໝ (ໂປຣແກຣມບັນຊີ) ເຂົ້າໃນການບັນທຶກບັນຊີເພື່ອສ້າງເອກະສານລາຍງານການເງິນ ແລະ ສະເໜີການນຳໃຊ້ໂປຣແກຣມການຊໍາລະອາກອນຜ່ານລະບົົບ TaxRIS.

​ພ້ອມນີ້ກໍແມ່ນເພື່ອໃຫ້ພະນັກງານບັນຊີຂອງຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງສ່ວຍສາອາກອນ ປະຈໍາເມືອງຫາດຊາຍຟອງ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດວຽກງານການບັນຊີໃຫ້ມີຄວາມຖືກຕ້ອງສອດຄ່ອງກັບລະບຽບກົດໝາຍທີ່ກໍານົດໄວ້ ທັງເປັນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ມີຈຸດສຸມ ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານຕິດພັນກັບການຫັນເປັນທັນສະໄໝໃນຍຸກ 4.0 ແລະ ການດຳລົງຊີວິດແບບໃໝ່ (New Normal).

​ເພັດສະໝອນ (ຮູບ)29.12.2022

#vientianemai

ກົມສ້າງຄູ ສສກ ຕີລາຄາຄືນການຊີ້ນຳ ນຳພາວຽກງານວິຊາສະເພາະ

0

ໜ່ວຍພັກຮາກຖານ ກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມສະຫຼຸບວຽກງານການຊີ້ນຳ ນຳພາວຽກງານເຄິ່ງສະໄໝ (2019-2022) ພ້ອມທັງປະເມີນໜ່ວຍພັກ ແລະ ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໃນວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມວິທະຍາໄລຄູດົງຄຳຊ້າງ ໂດຍມີ ສະຫາຍ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກ ຮອງລັດຖະມົນຕີ ກະຊວງ ສສກ ແລະ ສະຫາຍ ເກດ ພັນລັກ ເລຂາໜ່ວຍພັກຮາກຖານ ກົມສ້າງຄູ ກະຊວງ ສສກ ພ້ອມດ້ວຍຄະນະໜ່ວຍພັກ ແຂກຖືກເຊີນ ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ເກດ ພັນລັກ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການຊີ້ນໍາ-ນໍາພາຂອງໜ່ວຍພັກຮາກຖານ ກົມສ້າງຄູ ໃນໄລຍະເຄິ່ງສະໄໝ (2019-2022) ເຫັນວ່າການຈັດຕັ້ງປະຕິບັດວຽກງານມີຜົນສຳເລັດຫຼາຍດ້ານ ໃນນີ້ ດ້ານການເມືອງແນວຄິດ ຄະນະໜ່ວຍພັກ ໄດ້ຖືສຳຄັນ ແລະ ຊີ້ນໍາ-ນໍາພາວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ສະມາຊິກພັກ ພະນັກງານ ດ້ວຍການຄົ້ນຄວ້າເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງສູນກາງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກ ກະຊວງ ສສກ ແຜນພັດທະນາການສຶກສາ 5 ປີ ຄັ້ງທີ 9 (2021-2025) ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງໜ່ວຍພັກຮາກຖານກົມສ້າງຄູ ແລະ ບັນດາເອກະສານແນວທາງນະໂຍບາຍ ຍຸດທະສາດ ມະຕິຄຳສັ່ງ ກົດລະບຽບພັກ ກົດໝາຍຂອງລັດ ແລະ ເອກະສານມູນເຊື້ອທາງປະຫວັດສາດຂອງຊາດ ເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນຊາດ (ທີ 2 ທັນວາ) ວັນເກີດປະທານ ໄກສອນ ພົມວິຫານ ວັນຄູແຫ່ງຊາດ ແລະ ອື່ນໆ.

ສຳລັບວຽກງານຈຸດສຸມໃນຕໍ່ໜ້າ ແມ່ນຈະສືບຕໍ່ຊີ້ນຳ ນຳພາການສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ ພະນັກງານພາຍໃນກົມໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ດ້ານຄຸມສົມບັດສິນທຳປະຕິວັດ ຄວາມສາມັກຄີ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ຖືກມອບໝາຍ ຊີ້ນຳການຂະຫຍາຍພັກທີ່ມີຄຸນນະພາບໃຫ້ໄດ້ 3 ສະຫາຍ ຊຸກຍູ້ສົ່ງເສີມສະມາຊິກພັກ ພະນັກງານພາຍໃນກົມໄປຍົກລະດັບທິດສະດີການເມືອງການປົກຄອງລະດັບຊັ້ນສູງໃຫ້ໄດ້ 1 ສະຫາຍ ແລະ ບຳລຸງທິດສະດີການເມືອງ 45 ວັນ ໃຫ້ໄດ້ 4 ສະຫາຍ ຊີ້ນໍາການປັບປຸງໂຄງຮ່າງຫຼັກສູດ ແລະ ພັດທະນາເນື້ອໃນໂມດູນລາຍວິຊາຄູປະຖົມລະດັບອະນຸປະລິນຍາ ປັບປຸງໂຄງຮ່າງຫຼັກສູດລາຍວິຊາ ສາຍສ້າງຄູມັດທະຍົມລະດັບປະລິນຍາຕີ 15 ສາຂາວິຊາ ແລະ ໂຄງຮ່າງຫຼັກສູດລາຍວິຊາສ້າງຄູມັດທະຍົມລະບົບຕໍ່ເນື່ອງລະດັບປະລິນຍາຕີຢ່າງໜ້ອຍ 5 ສາຂາວິຊາ ສ້າງແຜນປະຕິບັດງານການສຶກສາຄູ ແຕ່ປີ 2022-2025 ແລະ ອື່ນໆໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້.

#vientianemai

ໂຮງໝໍຫຼັກໄຊ ເປີດໃຫ້ບໍລິການຢ່າງເຕັມຮູບແບບ

0

ພິທີເປີດໂຮງໝໍຫຼັກໄຊ ເປັນທາງການ ຈັດຂຶ້ນວັນທີ 28 ທັນວາ 2022 ຢູ່ພັດຕະຄານດາວວຽງ 2 ໂດຍມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ບັນດາກົມ ອໍານວຍການໂຮງໝໍ ພ້ອມດ້ວຍຄະນະບໍລິຫານໂຮງໝໍຫຼັກໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ບຸນມີ ສົມສະໝຸດ ຜູ້ອຳນວຍການໃຫຍ່ໂຮງໝໍຫຼັກໄຊ ກ່າວວ່າ: ໂຮງໝໍຫຼັກໄຊ ເປັນໂຮງໝໍເອກະຊົນ ໄດ້ຮັບອະນຸຍາດຈາກກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງສາທາລະນະສຸກ ເລີ່ມກໍ່ສ້າງ ປີ 2019 ແລະ ເປີດໃຫ້ບໍລິການວັນທີ 14 ກັນຍາ 2020 ໃນຮູບແບບຄລີນິກ ຊື່ວ່າ: ຫຼັກໄຊ ຄລີນິກ ຫຼື ຫ້ອງກວດພະຍາດຫຼັກໄຊ ໂດຍເຫັນໄດ້ຄວາມຕ້ອງການ ແລະ ການຕອບ-ຮັບຂອງສັງຄົມ ກໍຄືຜູ້ມາໃຊ້ບໍລິການນັບມື້ເພີ່ມຫຼາຍຂຶ້ນ ຈຶ່ງໄດ້ຂໍອະນຸຍາດເລື່ອນຈາກຄລີນິກ ມາເປັນການໃຫ້ບໍລິການແບບໂຮງໝໍຢ່າງເຕັມຮູບແບບ ແລະ ໄດ້ຮັບໃບອານຸຍາດໃຫ້ເປັນໂຮງໝໍຫຼັກໄຊ ວັນທີ 23 ກັນຍາ 2022 ພ້ອມທັງໄດ້ຈັດພິທີເປີດປ້າຍເປັນທາງການໃນມື້ນີ້ ປັດຈຸບັນຄົນສ່ວນຫຼາຍໄດ້ຫັນມາໃສ່ໃຈດູແລສຸຂະພາບຂອງຕົນ ແລະ ຄົນໃກ້ຊິດນັບມື້ຫຼາຍຂຶ້ນ ແຕ່ສູນການໃຫ້ບໍລິການດ້ານສຸຂະພາບພັດມີບໍ່ຫຼາຍ ແລະ ເປັນລັກສະນະກະແຈກກະຈາຍ ເຊິ່ງຕອບສະ ໜອງຄວາມຕ້ອງການຂອງຜູ້ມາໃຊ້ບໍລິການບໍ່ໄດ້ດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ຄົນລາວ ຫຼື ຊາວຕ່າງດ້າວທີ່ອາໃສຢູ່ໃນລາວ ໄປໃຊ້ບໍລິການຢູ່ປະເທດເພື່ອນບ້ານເປັນຈຳນວນຫຼວງຫຼາຍ ຄະນະບໍລິຫານໂຮງໝໍຫຼັກໄຊ ຈຶ່ງວາງວິໃສທັດ ຄື: ພັດທະນາບຸກຄະລາກອນແພດຢ່າງເປັນມືອາຊີບ ຕິດພັນກັບວິທະຍາສາດ ກ້າວສູ່ຄວາມເປັນເລີດການໃຫ້ບໍລິການສຸຂະພາບ ສັງຄົມຍອມຮັບ ຜູ້ໃຊ້ບໍລິການມີຄວາມເພິ່ງພໍໃຈ ເພື່ອເປັນທາງເລືອກໃຫ້ຜູ້ມາໃຊ້ບໍ ລິການ ແລະ ເພື່ອຫຼຸດຜ່ອນການຮົ່ວໄຫຼເງິນຕາອອກນອກປະເທດ ເຕົ້າໂຮມບັນດາທ່ານໝໍຊ່ຽວຊານສະເພາະທາງສາຂາວິຊາຊີບປີ່ນປົວຕ່າງໆມາລວມກັນໃຫ້ກາຍເປັນສູນບໍລິການສຸຂະພາບແບບຄົບວົງຈອນ ແລະ ມືອາ ຊີບ ເພື່ອພັດທະນາໜ່ວຍງານຫ້ອງວິເຄາະ ບົ່ງມະຕິພະຍາດໃຫ້ມີຄວາມແມັນຍຳ ໜ້າເຊື່ອຖື ເພື່ອໃຫ້ທ່ານໝໍນຳໃຊ້ໃນການປີ່ນປົວຄົນເຈັບ ພັດທະນາໜ່ວຍແພດ ພະຍາບານ ລົດຮັບ-ສົ່ງຄົນເຈັບເຄື່ອນທີ່ເພື່ອລົງຕິດຕາມປິ່ນປົວຄົນເຈັບກັບທີ່ ພັດທະນາລະບົບສື່ສານລະຫວ່າງແພດກັບຄົນເຈັບໃຫ້ທັນໄໝ.

ເພື່ອພັດທະນາໂຮງໝໍຫຼັກໄຊ ໃຫ້ເປັນຈຸດສູນກາງຕິດຕໍ່ເຊື່ອມສານບັນດາແພດຊ່ຽວຊານທຸກສາຂາທີ່ສັງກັດຢູ່ໂຮງໝໍຕ່າງໆປະກອບສ່ວນໃນການບົ່ງມະຕິ ການປີ່ນປົວພະຍາດໃຫ້ຖືກເປົ້າໝາຍ ທັນສະພາບການ ເພື່ອໃຫ້ຜູ້ມາໃຊ້ບໍລິການໄດ້ຮັບຜົນປະໂຫຍດສູງສຸດ ໃນນີ້ພວກເຮົາໄດ້ເລືອກບາງພະຍາດທີ່ເປັນບັນຫາຕໍ່ສັງຄົມ ແລະ ຕໍ່ຄົນເຈັບໂດຍສ່ວນຫຼາຍ ເຊັ່ນ: ໜ່ວຍງານອາຍຸລະສາດ (ພະຍາດພາຍໃນ) ພະຍາດເບົາຫວານ ພະຍາດຫົວ ໃຈຫຼອດເລືອດ ພະຍາດລະບົບປະສາດ ພະຍາດລະບົບລະລາຍ ໜ່ວຍງານເດັກ (ພະຍາດພັນທຸກຳ ພະຍາດເລືອດ ການຈະເລີນໂຕບໂຕເດັກ ສັກວັກຊີນປ້ອງກັນ) ໜ່ວຍງານປະສູດພະຍາດຍິງ (ຕິດຕາມຄວາມຜິດປົກ ກະຕິເດັກໃນຄັນ ເບົາຫວານ ພະຍາດທາງພັນທຸກຳ ຄວາມພິການເດັກໃນຄັນ ຕິດຕາມແມ່ຕັ້ງຄັນ ເກີດລູກຮູບແບບທຳມະຊາດ ແລະ ຜ່າຕັດ ກວດຫາພະຍາດຊີຟີລິດ ເອດ ອັກເສບຕັບ ໄວຣັດບີ ໄວຣັດຊີ ໃນຄູ່ບ່າວສາວກ່ອນແຕ່ງງານ ກວດ ແລະ ປິ່ນປົວພະຍາດຕິດຕໍ່ທາງເພດສຳພັນ) ໜ່ວຍງານພາຍນອກ (ກະທົບ ຕົບແຕ່ງຄວາມພິການຕ່າງໆ) ສໍາລັບແຜນພັດທະນາໃນຕໍ່ໜ້າ ຈະຂະຫຍາຍໂຮງໝໍຫຼັກໄຊ ຈາກ 30 ຕຽງ ເປັນ 70 ແລະ 100 ຕຽງ ຕາມລໍາດັບ ນຳເຂົ້າອຸປະກອນການແພດທີ່ທັນສະໄໝ ເພື່ອສົມທົບການບົ່ງມະຕິພະຍາດ ແລະ ການປີ່ນປົວໃຫ້ທັນສະພາບການ ພັດທະນາບຸກຄະລາກອນແພດໃຫ້ເປັນມືອາຊີບທຽບເທົ່າກັບພາກພື້ນ ແລະ ສາກົນ.

ທ່ານ ຄຳໄຊ ບຸນມີສີດາວົງ ປະທານກຸ່ມບໍລິສັດ ຫຼັກໄຊ ແລະ ປະທານໃຫຍ່ຜູ້ຖືຮຸ້ນໂຮງໝໍຫຼັກໄຊ ກ່າວວ່າ: ຂະແໜງສາທາລະນະສຸກ ບໍລິການດ້ານສຸຂະພາບ ແມ່ນນອນຢູ່ໃນແຜນການພັດທະນາຂອງບໍລິສັດ ຫູັກໄຊລົງທຶນ ເຊິ່ງບໍລິສັດໄດ້ລົງທຶນຫຼາຍຂະແໜງການ ແລະ ມີບໍລິສັດໃນເຄືອຂ່າຍ ເປັນຕົ້ນບໍລິສັດ ຫຼັກໄຊກໍ່ສ້າງຂົວ-ທາງ ບໍລິສັດ ພູແຮ່ມາຍນິງ ບໍລິສັດ ທະວີໄຊ ເທຣດດິງ ໂຮງໝໍຫຼັກໄຊ ລົງທຶນໃນຮຸ້ນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໂດຍຜ່ານຕະຫຼາດຫຼັກຊັບລາວ ນອກນີ້ຍັງດໍາເນີນທຸລະກິດດ້ານການບໍລິ ການອະສັງຫາລິມະຊັບ ສາງສິນຄ້າ ອາຄານ ແລະ ທີ່ດິນ ໂດຍຍຸດທະສາດທຸລະກິດຂອງພວກເຮົາແມ່ນລົງ ທຶນຕາມປັດໃຈພື້ນຖານຂອງມະນຸດຄື: ອາຫານ ເຄື່ອງນຸ່ມຫົມ ທີ່ຢູ່ອາໄສ ຢາປົວພະຍາດ ແລະ ອື່ນໆ ດ້ວຍຍຸດທະສາດນີ້ພວກເຮົາຈຶ່ງໄດ້ຮ່ວມມືກັບບັນດາຊ່ຽວຊານທາງການແພດ ຜູ້ທີ່ມີຄວາມຕ້ອງການພັດທະນາດ້ານນີ້ຢ່າງເອົາຈິງເອົາຈັງ ແລະ ໄດ້ສຶກສາຄົ້ນຄວ້າແລ້ວວ່າສັງຄົມມີຄວາມຕ້ອງການຫຼາຍ ຄົນລາວມັກນິຍົມໄປໃຊ້ບໍລິ ການດ້ານການແພດຢູ່ຕ່າງປະເທດ ເນື່ອງຈາກໂຮງໝໍທາງເລືອກຢູ່ປະເທດເຮົາມີໜ້ອຍ ພວກເຮົາຈຶ່ງຕັ້ງໃຈຢາກແກ້ໄຂ ຫຼື ຫຼຸດຜ່ອນຈຸດນີ້ ເພາະການເດີນທາງໄປຕ່າງປະເທດຕ້ອງໃຊ້ເວລາ ອາດສ່ຽງຕໍ່ການປິ່ນປົວຊັກຊ້າ ແລ້ວຍັງມີຄ່າໃຊ້ຈ່າຍສູງຫຼາຍເທົ່າທຽບໃສ່ການປິ່ນປົວຢູ່ປະເທດເຮົາ.

(ສະບາໄພ 29/12/2022)

#vientianemai

ຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ຫາລືວິສາມັນຄົບຄະນະ

0

ຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ໄດ້ຈັດກອງປະຊຸມວິສາມັນຄົບຄະນະ ເພື່ອສະເໜີຮ່າງບົດລາຍງານການທົບທວນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ V ກ່ຽວກັບການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ V ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 19 ທັນວາ 2022 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ຫຼື ຄຊພຊ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າຫ້ອງການ, ກົມ, ຄະນະກຳມະທິການແຫ່ງຊາດ ເພິື່ອການພັດທະນາຊັບພະຍາກອນມະນູດ ແລະ ບັນດາແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

ການຈັດກອງປະຊຸມວິສາມັນຄົບຄະນະຂອງຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດໃນຄັ້ງນີ້, ແມ່ນເພື່ອສະເໜີຮ່າງບົດລາຍງານການທົບທວນມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ V ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ການເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ V ກ່ຽວກັບການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ແລະ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ 11, ມະຕິວ່າດ້ວຍການພັດທະນາຊັບພະຍາ ກອນມະນຸດທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່.

ນອກຈາກນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຕໍ່ຍອດການຄົ້ນຄວ້າໃນອາະນາຄົດໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນດີກວ່າເກົ່າ.

ໂດຍ ບົວລະພາ

ຣັດເຊຍ ຈະຫ້າມຂາຍນ້ຳມັນໃຫ້ທຸກປະເທດເຂົ້າຮ່ວມເພດານລາຄານ້ຳມັນ

0

ຕາມ​ຂ່າວ​ຈາກ ​ມົດ​ສະ​ກູ, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ (Vladimir Putin) ປະທານາທິບໍດີ ຣັດ​ເຊຍ ​ໄດ້ລົງນາມໃນລັດຖະດຳລັດວັນ​ທີ27​ທັນວາ​ນີ້ ກ່ຽວ​ກັບ​ການ​ຫ້າມ​ຂາຍ​ນ້ຳ​ມັນ​ດິບ ຂອງຣັດ​ເຊຍ ​ໃຫ້​ພາກ​ລັດ ແລະ ​ພາກ​ເອ​ກະ​ຊົນ​ ຂອງ​ປະ​ເທດ​ ໃດກໍ່ຕາມທີ່​ເຂົ້າ​ຮ່ວມ​ ບັນດາ​ມາດ​ຕະການ​ກຳນົດ​ເພດານລາຄາ​ນ້ຳມັນ​ດິບ​ ຂອງຣັດ​ເຊຍ​ໂດຍມີຜົນບັງຄັບ​ໃຊ້ ລະຫວ່າງວັນທີ 1 ກຸມພາ ຫາ ວັນທີ 1 ກໍລະກົດ 2023, ແຕ່ຜູ້ນຳຣັດເຊຍ ອາດພິຈາລະນາຜ່ອນຜັນ​ໃຫ້ ເປັນ​ລາຍ​ກໍລະນີ ຫລັງ​ຈາກ​ມີ​ການ​ຄວມຄຸມລາຄາ​ນ້ຳມັນດິບ ​ຂອງຣັດ​ເຊຍ ບໍ່​ເກີນ 60​ ໂດ​ລາ ​ສະຫະລັດ ​ຕໍ່​ຖັງຕັ້ງ​ແຕ່ ວັນ​ທີ5​ ທັນວາ​ ທີ່​ຜ່ານ​ມາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ທະນາຄານໂລກ ມອບເງິນ ຊ່ວຍເຫລືອ ບຣາຊິນ 500 ລ້ານໂດລາ

0

ສຳນັກຂ່າວ ຣອຍເຕີ ລາຍງານຈາກ ເມືອງເຊົາເປົາລູ ປະເທດ ບຣາຊິນ ເມື່ອວັນທີ 27 ທັນວາ ວ່າ: ທະນາຄານໂລກ ຖະແຫລງການວ່າ ຄະນະກຳມະການ, ຜູ້ອຳນວຍການ ຂອງ ທະນາຄານໂລກ ໄດ້ອະນຸມັດ ໂຄງການ ດ້ວຍມູນຄ່າ 500 ລ້ານໂດລາ ສະຫະລັດ ໃນບຣາຊິນ ເພື່ອຂະຫຍາຍການຈັດຫາເງິນທຶນ ທີ່ເຊື່ອມໂຍງ ກັບ ຄວາມຍືນຍົງເພື່ອເສີມສ້າງຂີດຄວາມສາມາດ ຂອງພາກເອກະຊົນ ໃນການເຂົ້າເຖິງຕະຫລາດກາກບອນເຄຣດິດ. ໃນນັ້ນລວມເຖິງການຊ່ວຍຫລຸດຜ່ອນການຕັດໄມ້ທຳລາຍປ່າ. ໃນຂະນະດຽວກັນ, ທະນາຄານໂລກ ກ່າວໃນຖະແຫລງການວ່າ: ໂຄງການລິເລີ່ມດັ່ງກ່າວ ຊຶ່ງຢູ່ໃນຄວາມຮ່ວມມື ກັບບໍລິສັດ ໃຫ້ບໍລິການທາງການເງິນ ແບງໂກໂດບຣາຊິນ ກ່ຽວກັບການໃຊ້ວິທີການໃຫ້ກູ້ຢືມທີ່ເຊື່ອມໂຍງກັບຄວາມຍືນຍົງ ເພື່ອຊ່ວຍໃຫ້ບຣາຊິນ ບັນລຸເປົ້າໝາຍດ້ານສະພາບອາກາດ ແລະ ມອບຜົນປະໂຫຍດດ້ານການບັນເທົາທີ່ໝັ້ນຄົງ.

ສະພາບອາກາດ ປະຈໍາວັນທີ 29 ທັນວາ 2022

0

ມວນອາກາດເຢັນທີ່ປະເທດຈີນ ຈະເພີ່ມກໍາລັງແຮງຂຶ້ນແພ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ ອຸນຫະພູມອາກາດຫລຸດລົງຕື່ມອີກ 1 ຫາ 2 ອົງສາໃນແຕ່ລະພາກ ແຕ່ສະ ພາບອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ຕື່ມອີກ ແລະ ອາກາດຍັງຈະໜາ ວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 29/12/2022 ເຖິງເວລາ 7:00 ໂມງວັນທີ 30/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 08-22 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມ ໃນລະຫວ່າງ 12-28 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-29 ອົງສາ.

-ແຂວງໄຊສົມບູນ: ອາກາດຍັງຈະໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 08-22 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-30 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-23 ອົງສາ.

ກອງປະຊຸມສຳມະນາວຽກງານການປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 27 ທັນວາ ຜ່ານມາ ຢູ່ ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກອງທຶນເດັກ ສປຊ ປະຈຳ ຫວຽດນາມ (Unicef) ຈັດກອງປະຊຸມສຳມະນາແນະນຳຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບເດັກນ້ອຍ ແລະ ບົດລາຍງານແຫ່ງຊາດ ຄັ້ງທີ 5 ແລະ ທີ 6 ຂອງ ຫວຽດນາມ. ຂ່າວລະບຸວ່າ: ໃນກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ການປະຕິບັດຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຮັບຜິດຊອບຂອງປະເທດພາຄີ ທີ່ໄດ້ລະບຸໄວ້ໃນສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ. ທ່ານນາງ ເລຮົ່ງລານ ຫົວໜ້າໂຄງການປົກປ້ອງເດັກ, ກອງທຶນເດັກ ສປຊ ປະຈຳ ຫວຽດນາມ ຖືວ່າ: ຂໍ້ສະເໜີແນະແມ່ນຂົງເຂດຮອບດ້ານ ເພື່ອໃຫ້ພວກເຮົາພິຈາລະນາ ແລະ ຕີລາຄາຄືນສະພາບການປະຕິບັດສິດທິເດັກ; ປະກອບສ່ວນສ້າງນະໂຍບາຍ, ກົດໝາຍ ແລະ ແຜນການຊຸກຍູ້ການປະຕິບັດສິດທິເດັກຢູ່ ຫວຽດນາມ ໃຫ້ດີຂຶ້ນກວ່າເກົ່າ. ຄະນະກຳມະການ ກໍໄດ້ເນັ້ນໜັກບັນດາມາດຕະການປັບປຸງສິດທິເດັກຂອງ ຫວຽດນາມ ຊຶ່ງລວມມີ: ສືບຕໍ່ກວດກາຄືນ, ປັບປຸງກອບນິຕິກຳ; ຮັບປະກັນປະຕິບັດສົນທິສັນຍາຢ່າງຄົບຖ້ວນ; ຮັບປະກັນແຫຼ່ງກຳລັງເພື່ອປະຕິບັດສິດທິເດັກ, ເພີ່ມທະວີຂໍ້ມູນຫຼັກຖານກ່ຽວກັບເດັກໃຫ້ແກ່ການວາງກຳນົດນະໂຍບາຍ, ໂຄສະນາຍົກສູງສະຕິຄວາມຮັບຮູ້ ແລະ ການສຶກສາກ່ຽວກັບສິດທິເດັກ.

ໜ່ວຍບໍລິການຂອງທະນາຄານ​ທຸລະ​ກິດ 3 ແຂວງພາກເໜືອມີຊັບສິນທັງໝົດ ຈໍານວນ 5 ຕື້ກວ່າກີບ

0

ໃນໄລຍະທີ່ຜ່ານມາ ສາຂາທະນາຄານ ແຫ່ງ ສປປ ລາວ ແຂວງຊຽງຂວາງ (ທຫລ.ຊຂ) ໄດ້ເອົາໃຈໃສ່ລົງເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກັບຂະແໜງການທະນາຄານຢ່າງຕໍ່ເນື່ອງໂດຍສະເພາະກົດໝາຍວ່າດ້ວຍການຄຸ້ມຄອເງິນຕາຕ່າງປະເທດ ໃຫ້ແກ່ບັນດາບ້ານອ້ອມຂ້າງໃນບັນດາເມືອງອ້ອມຂ້າງແຂວງ ແລະ ພະນັກງານ, ນັກສຶກສາທີ່ໂຮງຮຽນການເມືອງການປົກຄອງທັງ 3 ແຂວງພາກເໜືອ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາພະນັກງານ, ປະຊາຊົນ. ພ້ອມກັນນັ້ນ, ຍັງໄດ້ລົງຕິດຕາມບັນດາຮ້ານຂາຍຄໍາ ແລະ ຂາຍເຄື່ອງຍ່ອຍຕາມທ້ອງຕະຫຼາດ ເພື່ອປຸກລະດົມໃຫ້ຮ້ານຄ້າຕິດລາຄາສິນຄ້າ ແລະ ຊໍາລະສິນຄ້າເປັນເງິນກີບ.

ນອນນັ້ນ, ທຫລ.ຊຂ ຍັງໄດ້ເກັບກຳກະແສເງິນຕາຕ່າງປະເທດໄຫຼເຂົ້າ-ອອກ ຂອງບໍລິສັດທີ່ມີການລົງທຶນຈາກຕ່າງປະເທດ ແລະ ບໍລິສັດຮ່ວມທຶນ ທີ່ມີການນໍາເຂົ້າ-ສົ່ງອອກ ສິນຄ້າ ໂດຍໄດ້ມີໜັງສືແຈ້ງການໃຫ້ບັນດາທະນາຄານທຸລະກິດຊ່ວຍກວດເບິ່ງບັນຊີທີ່ອອກຊື່ບໍລິສັດຕ່າງໆ ເພື່ອເປັນຖານຂໍ້ມູນໃນການຈັດຕັ້ງປະຕິບັດ, ໄດ້ເກັບກໍາການນໍາເງິນສົດທີ່ເປັນເງິນຕາຕ່າງປະເທດເຂົ້າຜ່ານບັນດາດ່ານ ແລະ ການຊໍາລະສິນຄ້າພາສີຂອງບໍລິສັດຕ່າງໆ ທີ່ມີການຊໍາລະຄ່າບໍລິການຕ່າງໆ.

ທ່ານ ດອນສະຖຽນ ບຸນມີອາໄພ ວ່າການຫົວໜ້າສາຂາ ທະນາຄານ ແຫ່ງ ສປປ ລາວ ແຂວງຊຽງຂວາງ (ທຫລ.ຊຂ) ໄດ້ໃຫ້ສໍາພາດຕໍ່ທີມນັກຂ່າວ ໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ຂະແໜງການທະນາຄານ ແລະ ສະຖາບັນການເງິນ ທຫລ.ຊຂ ໄດ້ສ້າງແຜນລົງກວດກາຕິດຕາມ ແລະ ຊຸກຍູ້ ປະຈຳປີ 2022 ແລະ ໄດ້ເກັບກໍາ, ຕິດຕາມຖານະການເງິນຂອງບັນດາສາຂາ/ໜ່ວຍບໍລິການ ທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນຕ່າງໆ ຮອດເດືອນພະຈິກ 2022 ຊຶ່ງໃນປັດຈຸບັນ ທຫລ.ຊຂ ໄດ້ສໍາເລັດການລົງກວດກາທະນາຄານທຸລະກິດປະຈໍາປີ 2022 ຕາມແຜນການທີ່ໄດ້ຮັບຮອງໄວ້ ທັງໝົດຈໍານວນທັງໝົດ 14 ແຫ່ງ ແລະ ສຳເລັດການລົງກວດກາສະຖາບັນການເງິນປະຈໍາປີ 2022 ທັງໝົດ ຈໍານວນ 11 ແຫ່ງ, ພ້ອມດຽວກັນນັ້ນທາງຄະນະກວດກາ ທຫລ.ຊຂ ໄດ້ລະດົມໃຫ້ບັນດາສາຂາ/ໜ່ວຍບໍລິການທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ສ້າງແຜນເກັບກູ້ໜີ້ສິນ ແລະ ຕິດຕາມລູກຄ້າເງິນກູ້ຢ່າງໃກ້ຊິດ ເພື່ອເລັ່ງເກັບກູ້ໜີ້ສິນໃຫ້ໄດ້ຕາມແຜນ. ນອກຈາກນີ້ຍັງໄດ້ສຳເລັດການຈັດກອງປະຊຸມເຜີຍແຜ່ນິຕິກຳຈຳນວນໜຶ່ງທີ່ຕິດພັນກັບວຽກງານການຄຸ້ມຄອງທະນາຄານທຸລະກິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານທຸລະກິດໃນ 3 ແຂວງພາກເໜືອ ທີ່ຂຶ້້ນກັບ ທຫລ.ຊຂ ໃຫ້ມີຄວາມໜັ້ນຄົງ.

ການຄຸ້ມຄອງມະຫາພາກທາງດ້ານເງິນຕາທີ່ເປັນການຈັດຕັ້ງປະຕິບັດທີ່ເປັນຮູບປະທໍາ ໃນເດືອນພະຈິກ 2022 ທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ ໄດ້ປັບປຸງກົນໄກການຄຸ້ມຄອງສະພາບອັດຕາແລກປ່ຽນ ແລະ ທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ຊຶ່ງໄດ້ມີການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດມາດຕະການໂດຍການດັດສົມຮ້ານແລກປ່ຽນເງິນຕາຕົວແທນຈາກທົ່ວປະເທດລົງ, ຮ້ານແລກປ່ຽນເງິນຕາຕົວແທນທີ່ຢູ່ 3 ແຂວງພາກ ເໜືອມີທັງໝົດ ຈໍານວນ 19 ຮ້ານ (ຢູ່ແຂວງຊຽງຂວາງ ຈໍານວນ 15 ຮ້ານ ແລະ ແຂວງຫົວພັນຈຳນວນ 4 ຮ້ານ) ແມ່ນໄດ້ຍົກເລີກການອອກໃບອະນຸຍາດບໍ່ໃຫ້ສືບຕໍ່ດໍາເນີນທຸລະກິດແລກປ່ຽນເງິນຕາ ເນື່ອງຈາກຮ້ານແລກປ່ຽນເງິນຕາດັ່ງກ່າວ ເຄື່ອນໄຫວບໍ່ສອດຄ່ອງຕາມລະບຽບການເປັນຕົວແທນຂອງທະນາຄານທຸລະກິດ ແລະ ລະບຽບການທີ່ ທຫລ ວາງອອກ. ໃນຂະນະດຽວກັນກໍ່ຫັນການແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນຄຽງຄູ່ກັບການປັບປຸງການບໍລິການແລກປ່ຽນເງິນຕາແກ່ສັງຄົມໃຫ້ສອດຄ່ອງຕາມລະບຽບການ.

ມາຮອດເດືອນ ພະຈິກ 2022 ມີສາ​ຂາ​ທະນາຄານທຸລະກິດທັງໝົດ 11 ແຫ່ງ, ມີໜ່ວຍບໍລິການເອກະລາດ 6 ແຫ່ງ, ມີ​ຕູ້ ATM ຈໍາ​ນວນ 89 ຕູ້ ແລະ ມີສະຖາບັນການເງິນ 11 ແຫ່ງ (ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ 3 ແຫ່ງ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 4 ແຫ່ງສາຂາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 2 ແຫ່ງ, ສາຂາບໍລິສັດເຊົ່າສິນເຊື່ອ 1 ແຫ່ງ ແລະ ໂຮງຊວດຈໍາ 1 ແຫ່ງ). ມາຮອດເດືອນ ພະຈິກ 2022 ບັນດາສາຂາ ແລະ ໜ່ວຍບໍລິການຂອງທະນາຄານ​ທຸລະ​ກິດ 3 ແຂວງພາກເໜືອມີຊັບສິນທັງໝົດ ຈໍານວນ 5.453,92 ຕື້ກີບ ​​ເພີ່ມ​ຂຶ້ນ 16,69% ທຽບ​ໃສ່​ທ້າຍ​ປີ 2021. ມີຍອດເຫຼືອເງິນກູ້ທັງໝົດ ຈໍານວນ 1.441,51 ຕື້ກີບ ເພີ່ມຂຶ້ນ 2,38% ເມື່ອທຽບໃສ່ທ້າຍປີຜ່ານມາ.

ແຂວງຊຽງຂວາງ ສາມາດປ່ອຍເງິນກູ້ໄດ້ທັງໝົດ ຈໍານວນ 936,22 ຕື້ກີບ ກວມເອົາ 64,95% ຂອງຍອດເຫຼືອເງິນກູ້ທັງໝົດ 3 ແຂວງພາກເໜືອ.

ແຂວງຫົວພັນ ສາມາດປ່ອຍເງິນກູ້ໄດ້ທັງໝົດ ຈໍານວນ 436,09 ຕື້ກີບ ກວມເອົາ 30,25% ຂອງຍອດເຫຼືອເງິນກູ້ທັງໝົດ 3 ແຂວງພາກເໜືອ.

ແຂວງໄຊສົມບູນ ສາມາດປ່ອຍເງິນກູ້ໄດ້ທັງໝົດ ຈໍານວນ 69,20 ຕື້ກີບ ກວມເອົາ 4,80% ຂອງຍອດເຫຼືອເງິນກູ້ທັງໝົດ 3 ແຂວງພາກເໜືອ.

ທ່ານໃຫ້ຮູ້ຕື່ມວ່າ: ການ​ສະໜອງແຫ່ຼງທຶນເຂົ້າສູ່ການຜະລິດ​ຂອງ​ທະນາຄານ ນະ​ໂຍບາຍ (ທນບ):

ເພື່ອ​ປະຕິບັດຕາມ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານໃນການ​ແກ້​ໄຂ​ຄວາມທຸກ​ຍາກ​ ​ແລະ ການ​ບໍລິຫານ​ດ້ານ​ແຫຼ່ງທຶນ​ນະ​ໂຍບາຍ ​ໂດຍ​ສະ​ເພາະ​ການ​ຕອບ​ສະໜອງ​ດ້ານ​ທຶນຮອນ​ ເຂົ້າ​ໃນ​ການ​ຊຸກຍູ້​ການ​ຜະລິດ​ເປັນ​ສິນຄ້າ​ໃນຕົວ​ເມືອງ​ທຸກ​ຍາກ ​ແລະ ​ເຂດ​ຈຸດ​ສຸມຂອງ​ ສປປ ລາວ, ມາຮອດເດືອນ ຕຸລາ 2022 ສາຂາ ແລະ ໜ່ວຍບໍລິການຂອງທະນາຄານນະ​ໂຍບາຍທີ່ຂຶ້ນກັບ 3 ແຂວງພາກເໜືອແມ່ນໄດ້ສຸມໃສ່ການສະໜອງເງິນກູ້ໃຫ້ແກ່ຂະແໜງການຕ່າງໆຢ່າງຕໍ່ເນື່ອງ ເພື່ອສົ່ງເສີມການຜະລິດ ມາຮອດເດືອນນີ້ທະນາຄານມີຍອດເຫຼືອເງິນກູ້ທັງໝົດ ຈໍານວນ 478,34 ຕື້ກີບ ເມື່ອທຽບໃສ່ປີຜ່ານມາ (2021) ເຫັນວ່າ​ເພີ່ມຂຶ້ນ 18,49%.

ນອກນີ້, ທ່ານ ຍັງໄດ້ໃຫ້ຮູ້ວ່າ: ໃນໄລຍະງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼືຊຽງຂວາງເກມ ຄັ້ງນີ້, ທຫລ ກໍໄດ້ມອບເງິນສະໜັບສະໜູນ ຈຳນວນ 50 ລ້ານກີບ ແລະ ທິດທາງຕໍ່ໜ້າ ສືບຕໍ່ຮັກສາສະເຖຍລະພາບທາງດ້ານດ້ານເງິນຕາຕ່າງປະເທດ ໂດຍການຕິດຕາມຄຸ້ມຄອງ, ກວດກາ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ໂດຍສະເພາະຕິດຕາມການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜູ້ໃຫ້ບໍລິການໂອນເງິນທາງເອເລັກໂຕຣນິກ ທີ່ບໍ່ໄດ້ຮັບອະນຸຍາດ ໂດຍສົມທົບກັບຕຳຫຼວດເສດຖະກິດແຂວງ ແລະ ສຶບຕໍ່ເຜີຍແຜ່ບັນດານິຕິກຳຕ່າງໆທີ່ຕິດພັນກັບການຮັກສາສະເຖຍລະພາບທາງດ້ານເງິນຕາຕ່າງປະເທດ (ສະບັບປັບປຸງ)ໃຫ້ແກ່ບັນດາຕົວເມືອງຕ່າງໆພາຍໃນ 03 ແຂວງພາກ ເໜືອ;ສືບຕໍ່ຕິດຕາມຖານະການເງິນ ແລະ ຂຶ້ນແຜນການລົງກວດກາປະຈຳປີ 2023, ພ້ອມດຽວກັນນັ້ນກໍ່ຕິດຕາມ ແລະ ຊຸກຍູ້ການເກັບກູ້ໜີ້ສິນຂອງບັນດາສາຂາ/ໜ່ວຍທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ແລະ ສືບຕໍ່ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບຂະ ແໜງການເງິນການທະນາຄານຢ່າງເປັນປົກກະຕິ.

(ໂດຍ: ທີມຂ່າວໜັງສືພິມປະຊາຊົນ)