Saturday, October 11, 2025
Home Blog Page 833

ຜົນການພິຈາລະນາຮັບຮອງເອົາກົດໝາຍ ແລະ ການປັບປຸງແຜນການ 5 ປີ

0

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນການພິຈາລະນາຮັບຮອງເອົາ ກົດໝາຍ ແລະ ການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊູດທີ IX ໃນໄລຍະແຕ່ປີ 2023-2025 ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ຫໍສະພາແຫ່ງຊາດ, ໃນວັນທີ 29 ທັນວາ ນີ້, ກ່ຽວກັບຜົນການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 12 ສະບັບ. ໃນນັ້ນ, ສ້າງໃໝ່ 3 ສະບັບ ແລະ ປັບປຸງ 9 ສະບັບ ແລະ ການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ໃນໄລຍະແຕ່ປີ 2023-2025 ວ່າ: ກອງປະຊຸມໄດ້ພິຈາລະນາຕົກລົງເນື້ອໃນສໍາຄັນຫຼາຍບັນຫາ ແລະ ເລີ່ມແຕ່ວັນທີ 12-19 ທັນວາ 2022 ນີ້, ກອງປະຊຸມໄດ້ສຸມໃສ່ພິຈາລະນາເນື້ອໃນແຕ່ລະກົດໝາຍຢ່າງລະອຽດຖີ່ຖ້ວນ ແລະ ໃນວັນທີ 29 ທັນວາ 2022 ນີ້, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ. ໃນນີ້, ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ປັບປຸງ 9 ສະບັບ ຊຶ່ງມີຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ, ທັງເປັນການປະກອບສ່ວນສໍາຄັນໃນການປັບປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ. ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ.

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX. ອີງຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງມີຈໍານວນ 96 ສະບັບ. ໃນນັ້ນ, ສ້າງໃໝ່ 38 ສະບັບ, ປັບປຸງ 58 ສະບັບ. ຜ່ານການພິຈາລະນາຮັບຮອງກົດໝາຍໃນກອງປະຊຸມສະໄໝ ເທື່ອທີ 2 ແລະ ເທື່ອທີ 3 ລວມທັງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ສາມາດພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດ ໝາຍໄດ້ທັງໝົດ 22 ສະບັບ. ໃນນີ້, ສ້າງໃໝ່ 7 ສະບັບ, ປັບປຸງ 15 ສະບັບ ເທົ່າກັບ 22,96% ຂອງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ແລະ ມີກົດໝາຍສະເໜີນອກແຜນ ຈຳນວນ 3 ສະບັບ ຊຶ່ງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາແຜນການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ໃນໄລຍະປີ 2023-2025 ມີຈຳນວນທັງໝົດ 67 ສະບັບ. ໃນນີ້, ສ້າງໃໝ່ 22 ສະບັບ, ປັບປຸງ 45 ສະບັບ, ສ່ວນອີກ 7 ສະບັບ ສະເໜີເລື່ອນໄປໃສ່ສະພາແຫ່ງຊາດ ຊຸດທີ X ໂດຍສະເໜີສັບຊ້ອນຮ່າງກົດໝາຍເຂົ້າໃສ່ແຕ່ລະປີ.

ປີ 2023 ມີຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ແລະ ເທື່ອທີ 6 ຈໍານວນ 25 ສະບັບ. ໃນນັ້ນ, ສ້າງໃໝ່ 9 ສະບັບ, ປັບປຸງ 16 ສະບັບ; ປີ 2024 ມີຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຈໍານວນ 24 ສະບັບ. ໃນນັ້ນ, ສ້າງໃໝ່ 8 ສະບັບ, ປັບປຸງ 16 ສະບັບ; ປີ 2025 ມີຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຈໍານວນ 12 ສະບັບ, ສ້າງໃໝ່ 4 ສະບັບ, ປັບປຸງ 8 ສະບັບ ຖ້າຫາກມີກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຈະສະເໜີຮ່າງກົດໝາຍເຂົ້າພິຈາລະນາຮັບຮອງ 6 ສະບັບ, ສ້າງໃໝ່ 2 ສະບັບ, ປັບປຸງ 4 ສະບັບ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ສະບັບປັບປຸງ ແຕ່ປີ 2023-2025 ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍນັ້ນ, ກຳມາທິການກົດໝາຍຈະໄດ້ເປັນເຈົ້າການປະສານສົມທົບກັບບັນດາກຳມາທິການຂອງສະພາແຫ່ງຊາດ, ກະຊວງ, ອົງການ ທີ່ຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ, ກະຊວງຍຸຕິທໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄົ້ນຄວ້າ ແລະ ຫັນແຜນການສ້າງ ແລະ ປັບປຸງກົດໝາຍສະບັບນີ້ ເປັນແຜນການຈັດຕັ້ງປະຕິບັດລະອຽດ ແລະ ຄົ້ນຄວ້າ, ວິເຄາະເນື້ອໃນຂອງຮ່າງກົດໝາຍທີ່ຈະສ້າງ ຫຼື ປັບປຸງ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍແຕ່ລະສະບັບ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດນໍາເຂົ້າພິຈາລະນາຮັບຮອງເອົາໄດ້ ທັນຕາມກຳນົດເວລາ; ຄົ້ນຄວ້າ ແລະ ປັບປຸງວິທີ, ຮູບການຈັັດຕັ້ງທາບທາມຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນແຕ່ລະກອງປະຊຸມສະພາແຫ່ງຊາດ ໃຫ້ສອດຄ່ອງກັບຄວາມເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ.

(ຂ່າວ: ແສງຈັນ)

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ຈຳນວນ 12 ສະບັບ

0

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 29 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເຫັນດີເປັນເອກະພາບ ລົງຄະແນນສຽງຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 12 ສະບັບ. ໃນນັ້ນ, ກົດໝາຍສະບັບປັບປຸງ 9 ສະບັບ ແລະ ສ້າງ ໃໝ່ ຈຳນວນ 3 ສະບັບ ທີ່ສະເໝີໂດຍບັນດາຂະແໜງການທີ່ກ່ຽວຂ້ອງ.

ກົດໝາຍ 12 ສະບັບ ທີ່ສະພາແຫ່ງຊາດຮັບຮອງເອົາໃນຄັ້ງນີ້, ປະກອບມີກົດໝາຍສະບັບປັບ ປຸງ 9 ສະບັບຄື: ກົດໝາຍວ່າດ້ວຍ ທະນາຍຄວາມ, ກົດໝາຍວ່າດ້ວຍ ທະບຽນສານ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍ ວິສາຫະກິດ, ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ, ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ, ກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ, ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍ ການກວດກາລັດ. ສ່ວນກົດໝາຍສ້າງໃໝ່ມີ 3 ສະບັບຄື: ກົດໝາຍວ່າດ້ວຍ ຫໍພິພິທະພັນ, ກົດໝາຍວ່າດ້ວຍ ການທາງນໍ້າ, ກົດໝາຍວ່າດ້ວຍ ໜັງສືຜ່ານແດນ.

ກົດໝາຍດັ່ງກ່າວ, ລ້ວນແລ້ວແຕ່ມີຄວາມສຳຄັນ ແລະ ຈຳເປັນໃນຊຸກຍູ້ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ ຂອງພັກ, ລັດ. ພາຍຫລັງກົດໝາຍດັ່ງກ່າວ, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຈະກາຍເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງແຕ່ລະຂະແໜງການ ໃຫ້ແທດເໝາະກັບສະພາບຕົວຈິງ, ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ ຕາມແຕ່ລະໄລຍະໃຫ້ດຳເນີນໄປຢ່າງໂລງລ່ຽນຖືກຕ້ອງ, ສອດຄ່ອງກັບແນວທາງທີ່ພັກ ແລະ ລັດຖະ ບານ ວາງອອກ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ການຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງດ້ານການສະໜອງສະບຽງ ອາຫານ ແລະ ຜະລິດຕະພັນກະສິກໍາເປັນວຽກງານອັນດັບໜຶ່ງຂອງການສ້າງສາປະເທດທີ່ເຂັ້ມແຂງ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ກອງປະຊຸມ ວຽກງານຊົນນະບົດຂັ້ນສູນກາງ ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ເນັ້ນໜັກວ່າ: ການຮັບປະກັນສະຖຽນລະພາບ ແລະຄວາມໝັ້ນຄົງດ້ານການສະໜອງ ສະບຽງອາຫານ ແລະຜະລິດຕະພັນກະສິກໍາທີ່ສໍາຄັນເປັນວຽກງານອັນດັບ ໜຶ່ງຂອງການສ້າງສາປະເທດທີ່ເຂັ້ມແຂງດ້ານກະສິກໍາມາໂດຍຕະຫລອດ.

ອີງຕາມຂໍ້ມູນຫລ້າສຸດທີ່ອົງການສະຖິຕິແຫ່ງຊາດຈີນ ເປີດເຜີຍໃຫ້ຮູ້ວ່າ: ປີ 2022 ຍອດຜົນຜະລິດສະບຽງອາຫານໃນທົ່ວປະເທດຈີນ ບັນລຸເຖິງ 686.550.000 ໂຕນ, ເພີ່ມຂຶ້ນ 3.700.000 ໂຕນເມື່ອທຽບໃສ່ປີ 2021, ຜົນຜະລິດສະບຽງອາຫານໄດ້ຮັກສາລະດັບຫລາຍກວ່າ 650.000.000 ໂຕນ ຢ່າງໝັ້ນທ່ຽງເປັນເວລາ 8 ປີລຽນຕິດ. ສະບຽງອາຫານແຕ່ລະເມັດ ແລະ ຜົນການເກັບກ່ຽວແຕ່ລະຄັ້ງລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງເຫື່ອແຮງ ແລະຄວາມພະຍາຍາມຂອງຜູ້ເພາະປູກ. ໂດຍຜະເຊີນກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນໄພແຫ້ງແລ້ງ, ໄພນໍ້າຖ້ວມໃນລະດູໃບໄມ້ລົ່ນ, ການແພ່ລະ ບາດຂອງພະຍາດໂຄວິດ-19 ແລະອື່ນໆ, ການຜະລິດສະບຽງອາຫານໃນປີນີ້ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ຈຶ່ງໄດ້ຮັບຜົນເກັບກ່ຽວອັນອຸດົມ ສົມບູນແບບບໍ່ແມ່ນງ່າຍ.

ຜົນການຜະລິດມີຄວາມໝັ້ນທ່ຽງເນື່ອງຈາກວ່າມີນະໂຍບາຍ ແລະ ຄວາມສາມາດດ້ານການຜະລິດທີ່ໝັ້ນທ່ຽງ. ຈີນໄດ້ຮັກສາເສັ້ນແດງໃນການ ກໍານົດເນື້ອທີ່ດິນປູກຝັງເປັນ 1.200.000.000 ເຮັກຕາ ແລະຈະສ້າງໃຫ້ມີ ເນື້ອທີ່ດິນກະສິກໍາໄດ້ມາດຕະຖານສູງທີ່ໄດ້ຮັບຜົນເກັບກ່ຽວສູງ ແລະໝັ້ນ ທ່ຽງ, ສາມາດຮັບປະກັນຜົນເກັບກ່ຽວບໍ່ວ່າປະສົບໄພແຫ້ງແລ້ງ ຫລືໄພນໍ້າ ຖ້ວມໄດ້ເກືອບ 66.700.000 ເຮັກຕາໃນທ້າຍປີ 2022; ພືດກະສິກຳທີ່ເລືອກ ແນວພັນດ້ວຍຕົນເອງນັ້ນໄດ້ກວມເອົາ 95% ຂອງເນື້ອທີ່ດິນປູກຝັງ, ເຊິ່ງ ໄດ້ບັນລຸສະພາບການທີ່ສະບຽງອາຫານຂອງຈີນນຳໃຊ້ແນວພັນຂອງຈີນ ເປັນຫຼັກ. ອັດຕາການປູກ ແລະການເກັບກ່ຽວພືດກະສິກຳດ້ວຍເຄື່ອງຈັກ ໄດ້ເພີ່ມຂຶ້ນຈາກ 57,2% ໃນປີ 2012 ເປັນ 72% ໃນປີ 2021, ຂະນະທີ່ຄວາມ ກ້າວໜ້າຂອງວິທະຍາສາດ ແລະເຕັກໂນໂລຊີດ້ານກະສິກໍາໄດ້ປະກອບສ່ວນ ຫລາຍກວ່າ 61% ເພີ່ມຈາກ 54,5% ໃນໄລຍະຜ່ານມາ. ທ່ວງທ່າຂະຫຍາຍຕົວ ທີ່ມີຄວາມຄືບໜ້າບົນຄວາມໝັ້ນທ່ຽງເຫລົ່ານີ້, ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ການໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນຫລາຍປີລຽນຕິດກັນນັ້ນ, ໄດ້ກາຍເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງໝັ້ນທ່ຽງ, ພ້ອມທັງໄດ້ເພີ່ມທະວີຄວາມໝັ້ນໃຈໃນການຮັບມືກັບ ສິ່ງທ້າທາຍຕ່າງໆຂອງພວກເຮົາຕື່ມອີກ. ເຖິງວ່າໄດ້ຮັບຜົນເກັບກ່ຽວທີ່ ອຸດົມສົມບູນຫລາຍປີລຽນຕິດກໍຕາມ, ແຕ່ການຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານນັ້ນແມ່ນບໍ່ສາມາດເຜີໃຈໄດ້ໃນທຸກເວລາ. ເມື່ອຈ້ອງ ມອງເບິ່ງອະນາຄົດ, ຍັງຕ້ອງໄດ້ຖືຄວາມໝັ້ນທ່ຽງເປັນຫລັກ ແລະຊຸກຍູ້ໃຫ້ ມີຄວາມຄືບໜ້າບົນຄວາມໝັ້ນທ່ຽງ.

ສະພາບອາກາດ ປະຈໍາວັນທີ 30 ທັນວາ 2022

0

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນລົງຕື່ມ ອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຍັງ ຈະໜາວເຢັນຫລາຍຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມ ຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 30/12/2022 ເຖິງເວລາ 7:00 ໂມງວັນທີ 31/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຍັງຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 08-20 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະໜາວເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 12-28 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຍັງຈະເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 11-29 ອົງສາ.

-ແຂວງໄຊສົມບູນ: ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 06-21 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 12-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-23 ອົງສາ.

ກະຊວງ ຖວທ ສະຫລຸບວຽກງານຫ້ອງການ ປະຈຳປີ 2022

0

ກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບວຽກງານຫ້ອງການ ປະຈຳປີ 2022, ພ້ອມທັງມອບຫລຽນໄຊ, ຫລຽນກາແຮງງານ ແລະໃບຍ້ອງຍໍ ໃຫ້ພະນັກງານພາຍໃນຫ້ອງການກະຊວງ ຖວທ ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນ ຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໃນໄລຍະ 5 ປີຜ່ານມາ ໂດຍມີ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າກົມ, ຮອງກົມ,ຫົວໜ້າພະແນກ, ຮອງພະແນກ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ບົວໄລ ພັນນຸວົງ ຫົວໜ້າຫ້ອງການກະຊວງ ຖວທ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ພົ້ນເດັ່ນປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ:ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຫ້ອງການກະຊວງ ຖວທ ໄດ້ມີຜົນສຳເລັດພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນ ດ້ານການເມືອງແນວຄິດ ພະນັກງານ-ລັດຖະກອນພາຍໃນຫ້ອງການມີຄວາມອຸ່ນອ່ຽງທຸ່ນທ່ຽງຕໍ່ໜ້າທີ່ການເມືອງ, ຮັບປະກັນຄວາມສາມັກຄີພາຍໃນຢ່າງໜັກແໜ້ນ; ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນ ວຽກງານຄຸ້ມຄອງເອກະສານ ແລະ ເວັບໄຊ ໄດ້ຄົ້ນຄວ້າ, ປັບປຸງ ລະບົບການຄຸ້ມຄອງຖານຂໍ້ມູນເອເລັກໂຕຣນິກ ຫັນໄປສູ່ລະບົບທັນສະໄໝ ເພື່ອຄຸ້ມຄອງເອກະສານເຂົ້າ-ອອກຜ່ານປະຕູດຽວ ແລະ ວຽກງານອື່ນໆ ປິ່ນອ້ອມກໍມີຜົນສຳເລັດເປັນກ້າວໆ,ອັນພົ້ນເດັ່ນ ພະນັກງານ-ລັດຖະກອນ ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ມີກົນໄກການປະສານງານ, ແບບແຜນນຳພາແລະວິທີເຮັດວຽກຢ່າງຈະ ແຈ້ງ, ມີຄວາມສາມັກຄີພາຍໃນເປັນພື້ນຖານ ເຮັດໃຫ້ການຈັດຕັ້ງປະຕິບັດທຸກວຽກງານລວມມີຄວາມໂລ່ງລ່ຽນ ແລະ ມີຜົນສຳເລັດເປັນຢ່າງດີ.

ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນໂອ້ລົມໂດຍທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດ, ຜົນງານຂອງຄະນະພັກ, ຄະນະຫ້ອງການຕະຫລອດຮອດພະນັກງານ-ວິຊາການໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົນ ຈົນໄດ້ຮັບຜົນສຳເລັດໃນຫລາຍໆດ້ານໃນໄລຍະຜ່ານມາ ຈົນຮອດປັດຈຸບັນ. ພ້ອມນັ້ນ, ທ່ານລັດຖະມົນຕີຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ, ພະ ນັກງານ-ລັດຖະກອນ ພາຍໃນຫ້ອງການຕ້ອງໄດ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ຄົ້ນ ຄວ້າ, ເຜີຍແຜ່ລະບຽບການ ແລະ ນິຕິກຳຕ່າງໆຂອງລັດ ເພື່ອເປັນຈຸດໃຈກາງສຸມໃສ່ການເຂົ້າສູ່ລະ ບົບທັນສະໄໝ ລວມສູນປະຕູດຽວ; ຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆໃຫ້ໄດ້ຮັບຄຸນນະພາບ ໂດຍສະເພາະການຈັດສັນງົບປະມານ ອັນໃດຍັງບໍ່ທັນເຂົ້າສູ່ລະບົບ, ລະບຽບ ກໍໃຫ້ສືບຕໍ່ປັບປຸງ; ເອົາໃຈໃສ່ປະສານສົມທົບກັບບັນດາກົມ, ກອງ ແລະ ພະແນກ ຖວທ ແຂວງ ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດໄດ້ວ່ອງໄວ, ທັນການຕາມກຳນົດເວລາ ແລະ ລະບຽບການທີ່ກໍານົດໄວ້. ພ້ອມທັງໃຫ້ສືບຕໍ່ຄົ້ນຄວ້າ, ປັບປຸງ ລະບົບການຄຸ້ມຄອງຖານຂໍ້ມູນເອເລັກໂຕຣນິກ ຫັນໄປສູ່ລະບົບທັນສະໄໝ ເພື່ອຄຸ້ມຄອງເອກະສານເຂົ້າ-ອອກຜ່ານປະຕູດຽວ ແລະ ການເກັບສຳເນົາຮັກສາເອກະສານຢ່າງເປັນລະບົບ.

ພ້ອມນີ້, ທ່ານລັດຖະມົນຕີ ຍັງເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາຄຸນນະພາບ ສະພາບຕຶກກະຊວງຫລັງໃໜ່, ຂຶ້ນແຜນຈັດສັນຫ້ອງເຮັດວຽກຄືນໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ພະ ນັກງານ-ລັດຖະກອນ ໃນການປະຕິບັດໜ້າທີ່ວຽກງານ; ຕິດຕາມການຮື້ຖອນທຸບມ້າງປະເພດອາ ຄານຫ້ອງການ, ເກັບກຳກວດກາທີ່ດິນສໍານັກງານ ແລະ ທີ່ດິນແບ່ງປັນໃຫ້ບຸກຄົນດ້ວຍຮູບການຕ່າງໆ, ເບີກຈ່າຍນໍ້າມັນລົດ ແລະ ສະໜອງເຄື່ອງຮັບໃຊ້ບໍລິຫານໃຫ້ຄະນະນຳກະຊວງ, ຄຽງຄູ່ກັບການເບີກຈ່າຍນໍ້າມັນບໍລິຫານ ໃຫ້ບັນດາພະແນກ ແລະ ບຸກຄົນ, ຕິດຕາມການຈັດຊື້-ຈັດຈ້າງ ຕິດພັນກັບການຄຸ້ມຄອງການເບີກຈ່າຍ ອຸປະກອນເຄື່ອງໃຊ້ຫ້ອງການ ໃຫ້ບັນດາກົມກອງ, ສະຖາບັນ, ໂຮງຮຽນທີ່ຂຶ້ນກັບກະຊວງ ແລະ ອື່ນໆ.

ໃນຕອນທ້າຍ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດມອບຫລຽນໄຊ, ຫລຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ກັບບັນດາພະນັກງານພາຍໃນຫ້ອງການກະຊວງ ຖວທ ທີ່ໄດ້ປະ ກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຕົນໃນໄລຍະຜ່ານມາ.

ຂ່າວ-ພາບ: ທະນູທອງ

ເຊັນສັນຍາຮ່ວມທຶນດໍາເນີນໂຄງການ ແລະ ດໍາເນີນທຸລະກິດໂຮງແຮມລ້ານຊ້າງອາວານີ

0

ພິທີເຊັນສັນຍາຮ່ວມທຶນລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຕາງໜ້າໂດຍພະແນກການເງິນ ນວ ແລະ ບໍລິສັດ ທາດຫຼວງພັດທະນາ ຈໍາກັດ ວ່າດ້ວຍການດໍາເນີນໂຄງການ ແລະ ດໍາເນີນທຸລະກິດໂຮງແຮມລ້ານຊ້າງອາວານີ ຈັດຂຶ້ນວັນທີ 28 ທັນວາ 2022 ທີ່ໂຮງແຮມຄຣາວພລາຊາ ໂດຍການລົງນາມຂອງທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ແລະ ທ່ານ ຟ້າມ ງັອກ ໂກຍ ຜູ້ອໍານວຍການບໍລິສັດ ທາດຫຼວງພັດທະນາ ຈໍາກັດ ລົງນາມເປັນພະຍານຂອງທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມຄັ້ງນີ້ ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ສະບັບເລກທີ 1057/ຈນວ ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາຮ່ວມທຶນພັດທະນາກິດຈະການໂຮງແຮມລ້ານຊ້າງ ຕັ້ງຢູ່ບ້ານ ຊຽງຍືນ ເມືອງ ຈັນທະບູລີ ນວ ເຊິ່ງທ່ານ ຟ້າມ ດຶກ ຮຶງ ຮອງອໍານວຍການບໍລິສັດ ທາດຫຼວງພັດທະນາ ຈໍາກັດ ລາຍງານໃຫ້ຮູ້ວ່າ: ອາຄານໂຮງແຮມລ້ານຊ້າງ ແຕ່ກ່ອນເປັນສັນຍະລັກຂອງ ນວ ໂດຍສະເພາະ ແລະ ເປັນສັນຍະລັກຂອງປະເທດລາວໂດຍລວມ ມາຮອດທ້າຍປີ 2019 ອາຄານໂຮງແຮມລ້ານຊ້າງຫຼັງເກົ່າມີຄວາມຊຸດໂຊມ ແລະ ການດໍາເນີນງານບໍ່ມີປະສິດທິຜົນ ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນວ່າຈະທຸບມ້າງອອກທັງໝົດ ແລ້ວກໍ່ສ້າງໃໝ່ ແລະ ຕົກລົງມອບໝາຍໃຫ້ບໍລິສັດ ລົງທຶນ ແລະ ພັດທະນາລ້ານຊ້າງ ຈຳກັດ ເປັນເຈົ້າຂອງໂຄງການປະຕິບັດໂຄງການລົງທຶນກໍ່ສ້າງ ແລະ ດໍາເນີນທຸລະກິດໂຮງແຮມລ້ານຊ້າງຫຼັງໃໝ່ ໃຫ້ກາຍເປັນໂຮງແຮມທີ່ທັນສະໄໝ ໄດ້ມາດຕະຖານສາກົນລະດັບ 5 ດາວ ເຊິ່ງຄາດຄະເນມູນຄ່າການລົງທຶນທັງໝົດ 40 ລ້ານໂດລາສະຫາລັດ ຊື່ຂອງໂຮງແຮມລ້ານຊ້າງຫຼັງໃໝ່ຍັງຮັກສາໄວ້ຄໍາວ່າ “ໂຮງແຮມລ້ານຊ້າງ”.

ເພື່ອເຮັດໃຫ້ໂຮງແຮມໃໝ່ດໍາເນີນທຸລະກິດມີປະສິດທິຜົນ ທັງສອງຝ່າຍກໍຕົກລົງເຫັນດີເປັນເອກະພາບກັນວ່າຈະຈ້າງບໍລິສັດ Minor Hotel Group ເປັນຜູ້ບໍລິຫານການດໍາເນີນທຸລະກິດຂອງໂຮງແຮມດ້ວຍເຄື່ອງໝາຍການຄ້າ AVANI ດັ່ງນັ້ນຊື່ຂອງໂຮງແຮມໃໝ່ຈະປ່ຽນເປັນໂຮງແຮມລ້ານຊ້າງ AVANI ໂດຍໂຄງຮ່າງລວມຈະມີຮູບຊົງຂອງໂຕຊ້າງສະແດງຄວາມເຂັ້ມແຂງ ພັດທະນາ ແລະ ກໍໃກ້ຊິດກັບຊື່ເອີ້ນປະຫວັດສາດຂອງປະເທດລ້ານຊ້າງ ຄາດຄະເນໂຮງແຮມໃໝ່ຈະປະກອບມີ 250-300 ຫ້ອງນອນ ແລະ ບັນດາກິດຈະກໍາສໍາຮອງໄດ້ມາດຕະຖານສາກົນລະດັບ 5 ດາວ ອີງຕາມແຜນການຄາດຄະເນໄລຍະການກໍ່ສ້າງຈະໃຊ້ເວລາ 40 ເດືອນ ໂດຍຈະລົງມືດໍາເນີນການກໍ່ສ້າງນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພະຍາຍາມສໍາເລັດໂຄງການກ່ອນແຜນການວາງໄວ້ ເຊິ່ງຈະໃຊ້ເວລາປະມານ 24-25 ເດືອນ.

#vientianemai

ເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຄາດຄະເນລາຍຮັບປີ 2022 ໄດ້ເກີນແຜນບໍ່ຫຼຸດ 2%

0

ໃນໄລຍະ 11 ເດືອນຜ່ານມາຂອງປີ 2022 ລັດຖະບານໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່່ງລັດດ້ວຍການຫັນການເກັບລາຍຮັບເປັນທັນສະໄໝ ແລະ ອອນິຕິກຳລຸ່ມກົດໝາຍຈຳນວນໜຶ່ງຈຶ່ງສົ່ງຜົນໃຫ້ການເກັບລາຍຮັບໃນ 11 ເດືອນສາມາດເກັບລາຍຮັບໄດ້ເພີ່ມຂຶ້ນຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຖິງ 26%ລັດຖະບານ ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດຕາມດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ.

ອີງຕາມການລາຍງານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານໃນປີ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IXໃນເມື່ອບໍ່ດົນມານີ້ເຊິ່ງມີບາງຕອນກ່າວວ່າ: ສຳລັບການເກັບລາຍຮັບງົບປະມານລັດຖະບານໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ແຫ່ງລັດ ດ້ວຍການສຸມໃສ່ການຫັນການເກັບລາຍຮັບເປັນທັນສະໄໝ ແລະ ອອກນິຕິກໍາລຸ່ມກົດຫມາຍຈໍານວນໜຶ່ງ ສຸມໃສ່ສ້າງຖານອາກອນມູນຄ່າເພີ້ມໄດ້ 9.496 ຫົວໜ່ວຍ ໃນຈໍານວນທັງໝົດ 10.500 ຫົວໜ່ວຍໃນຂອບເຂດທົ່ວປະເທດ ກວມເອົາ 90,4% ສືບຕໍ່ສ້າງຖານລາຍຮັບໃໝ່ຈໍານວນໜຶ່ງໃນຂົງເຂດຕ່າງໆເຊັ່ນ: ການຜະລິດ ແລະ ສົ່ງອອກ ສິນຄ້າກະສິກໍາ ການເຮັດທົດລອງແຮ່ທາດ ການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ການທົດລອງປະຕິບັດໂຄງການ ຂຸດຄົ້ນ Bitcoin ປັບປຸງການຂົນສົ່ງທາງລົດໄຟ ແລະ ເປີດປະເທດຮັບເອົານັກທ່ອງທ່ຽວ ແລະ ອື່ນໆ.

ສະນັ້ນ ຈຶ່ງເຮັດໃຫ້ການເກັບລາຍຮັບງົບປະມານ 11 ເດືອນ ບັນລຸໄດ້ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ (ບໍ່ລວມເອົາ ລາຍຮັບຈາກການຫຼຸດຜ່ອນອັດຕາອາກອນຊົມໃຊ້ ເພື່ອດັດສົມລາຄານໍ້າມັນ ທີ່ລັດຖະບານໄດ້ຊ່ວຍໜູນທົ່ວສັງຄົມ ຈໍານວນ 2.819 ຕື້ກີບ) ພົ້ນເດັ່ນທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26% ຫຼື ເປັນເງິນທຽບເທົ່າ 5.849 ຕື້ກີບ ໃນນີ້: ລາຍຮັບພາຍໃນສາມາດບັນລຸໄດ້ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 29% ຫຼື ເພີ່ມຂຶ້ນເປັນເງິນທຽບເທົ່າ 5.980 ຕື້ກີບ ຄາດຄະເນລາຍຮັບຫມົດປີ 2022 ຈະປະຕິບັດໄດ້ເກີນແຜນໃນລະດັບບໍ່ຫຼຸດ 2% (ຈະເປັນປີທີ 2 ຕິດຕໍ່ກັນທີ່ສາມາດເກັບລາຍຮັບໄດ້ເກີນແຜນ) ສ່ວນການປະຕິບັດລາຍຈ່າຍງົບປະມານ ລັດຖະບານ ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດຕາມດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ກໍຄືດໍາລັດວ່າດ້ວຍລົດຂອງລັດຢ່າງເປັນເຈົ້າການ ພ້ອມນັ້ນຍັງສາມາດປະຕິບັດລາຍຈ່າຍງົບປະມານໄປຕາມແຜນການ ແລະ ຮັບປະກັນລາຍຈ່າຍທີ່ຈໍາເປັນ ໄດ້ເປັນປົກກະຕິ ເປັນຕົ້ນ: ເງິນເດືອນ ເງິນນະໂຍບາຍ ການຊໍາລະສິນໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ ລາຍຈ່າຍງົບປະມານ 11 ເດືອນ ສາມາດປະຕິບັດໄດ້ 25.694 ຕື້ກີບ ເທົ່າກັບ 72,56% ຂອງແຜນການປີ ຄາດຄະເນໝົດປີ ປະຕິບັດໄດ້ 34.553 ຕື້ ກີບ ເທົ່າກັບ 99,60% ຂອງແຜນການປີ ເນື່ອງຈາກລັດຖະບານ ສາມາດປະຢັດລາຍຈ່າຍຈໍານວນໜຶ່ງທີ່ບໍ່ຈໍາເປັນອອກ ເຮັດໃຫ້ມູນຄ່າການຂາດດຸນງົບປະມານຫຼຸດລົງ ທຽບໃສ່ແຜນການທີ່ສະພາແຫ່ງຊາດຮັບຮອງເອົາ.

#vientianemai

ສຸດໃຈທ່ອງທ່ຽວມີແຜນປັບປຸງຂອດບໍລິການຕອບສະໜອງຂໍ້ມູນໃຫ້ນັກທ່ອງທ່ຽວ

0

ພາຍຫຼັງທີ່ລັດຖະບານໄດ້ເປີດປະເທດ ນັກທ່ອງທ່ຽວກໍ່ເລີ່ມເຂົ້າມາທ່ອງທ່ຽວໃນປະເທດລາວ ປັດຈຸບັນເຫັນວ່າມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະນັກທ່ອງທ່ຽວຈາກ ສ.ເກົາຫຼີ ແລະ ນັກທ່ອງທ່ຽວປະເທດເພື່ອນບ້ານ ສ່ວນຫຼາຍເຂົ້າມາແບບເປັນກຸ່ມ ເຮັດໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ ຮ້ານອາຫານ ໂຮງແຮມ ແລະ ອື່ນໆມີລາຍຮັບປະມານ 70% ເມື່ອທຽບກັບໄລຍະຜ່ານມາທີ່ລັດຖະບານໄດ້ປິດປະເທດ ເຊິ່ງບໍລິສັດ ສຸດໃຈທ່ອງທ່ຽວ ຈໍາກັດຜູ້ດຽວ ເປັນບໍລິສັດໜຶ່ງທີ່ໃຫ້ການບໍລິການທ່ອງທ່ຽວພາຍໃນປະເທດປັດຈຸບັນບໍລິສັດໄດ້ຮັບນັກທ່ອງທ່ຽວປະມານ 400-500 ຄົນຕໍ່ເດືອນ ພ້ອມນັ້ນໃນປີ 2023 ບໍລິສັດມີແຜນຈະອັບເດດເວັບໄຊ ເພີ່ມສະຖານທີ່ທ່ອງທ່ຽວ ຕະຫຼອດຮອດວິຖີການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າລົງໃນເວັບໄຊຂອງບໍລິສັດ ເພື່ອເປັນຂໍ້ມູນ ທັງເປັນທາງເລືອກໃຫ້ແກ່ນັກທ່ອງທ່ຽວທີ່ສົນໃຈເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ.

ທ່ານ ເຄນ ວົງທອງຈິດ ຜູ້ອໍານວຍການບໍລິສັດ ສຸດໃຈທ່ອງທ່ຽວ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ໜັງສືພິມວຽງຈັນໃໝ່ວ່າ:ນັບແຕ່ລັດຖະບານໄດ້ເປີດປະເທດ ບໍລິສັດຂ້າພະເຈົ້າໄດ້ເປີດຮັບໃຫ້ບໍລິການແກ່ນັກທ່ອງທ່ຽວ ປັດຈຸບັນໄດ້ຮັບນັກທ່ອງທ່ຽວສະເລ່ຍປະມານ 400-500 ຄົນຕໍ່ເດືອນ ສ່ວນຫຼາຍແມ່ນນັກທ່ອງທ່ຽວເກົາຫຼີ ແລະ ນັກທ່ອງທ່ໜວຈາກປະເທດເພື່ອນບ້ານເປັນຕົ້ນ ເຊິ່ງການມາທ່ອງທ່ຽວນັ້ນມາແບບເປັນກຸ່ມ ແລະ ທ່ອງທ່ຽວຕາມແພັກເກັດທີ່ບໍລິສັດໄດ້ກໍານົດຄື:ແພັກເກັດ 3 ມື້ 4 ຄືນ ແລະ ແພັກເກັດ 3 ມື້ສອງຄືນ ປະກອບມີສະຖານທີ່ທ່ອງທ່ຽວ ນະຄອນຫຼວງວຽງຈັນ-ວັງວຽງ-ຫຼວງພະບາງ ພ້ອມນັ້ນມີ ນະຄອນຫຼວງວຽງຈັນ-ຫຼວງພະບາງ-ວັງວຽງ ແລະ ເມືອງເຟືອງ ແຂວງວຽງຈັນ ດ້ວຍການໃຊ້ເສັ້ນທາງລົດໄຟລາວ-ຈີນເປັນຫຼັກ ເນື່ອງຈາກມີຄວາມສະດວກສະບາຍ ປະຢັດເວລາ ແລະ ອື່ນໆ.

ພິເສດປີ 2023 ບໍລິສັດມີແຜນປັບປຸງຂອດການໃຫ້ບໍລິການໂດຍສະເພາະ ການອັບເດດຂໍ້ມູນຂ່າວສານຕ່າງໆເປັນຕົ້ນ ສະຖານທີ່ທ່ອງທ່ຽວ ຄ່າໃຊ້ຈ່າຍ ວິຖີການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດແພັກເກັດທ່ອງທ່ຽວເປັນແຕ່ລະໄລຍະລົງໃນເວັບໄຊ ແລະ ອັບພີເຄຊັ້ນຂອງບໍລິສັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ສຶກສາຂໍ້ມູນລະອຽດ ແລະ ຮູ້ຂໍ້ມູນກ່ອນລ່ວງໜ້າເຂົ້າມາທ່ຽວລາວ ເຊິ່ງຈະເລີ່ມອັດເດດນັບແຕ່ເດືອນມັງກອນເປັນຕົ້ນໄປ ປັດຈຸບັນເວັບໄຊຂອງບໍລິສັດມີຄົນເຂົ້າເບິ່ງເພີ່ມສູງຂຶ້ນເຖິງ 5-6 ພັນຄົນ.

ທ່ານ ເຄນ ວົງທອງຈິດ ຍັງໃຫ້ຮູ້ຕື່ມອີກວ່າ:ການດໍາເນີນທຸລະກິດທ່ອງທ່ຽວໃນປັດຈຸບັນແມ່ນພົບຂໍ້ຫຍຸ້ງຍາກທາງດ້ານເງິນເຟີ້ ເຮັດໃຫ້ຄ່າໃຊ້ຈ່າຍເພີ່ມສູງຂຶ້ນ ເປັນສາເຫດໜຶ່ງເຮັດໃຫ້ນັກທ່ອງທ່ຽວບໍ່ເຂົ້າມາ ສ່ວນຫຼາຍຈະໄປທ່ຽວປະເທດຫວຽດນາມ ແລະ ປະເທດເພື່ອນບ້ານ ປັດຈຸບັນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວຕ້ອງຈ່າຍຄ່າວິຊ້າ 40 ໂດລາສະຫາລັດ ໂດຍໃນເມື່ອກ່ອນເກັບພຽງແຕ່ 20 ໂດລາ ຖ້າເປັນໄປໄດ້ສະເໜີໃຫ້ພາກລັດກໍ່ຄືພາກສ່ວນກ່ຽວຂ້ອງພິຈາລະນາຫຼຸດລາຄາ ຫຼື ບໍ່ເກັບວີຊ້າກັບນັກທ່ອງທ່ຽວ ຈະເຮັດໃຫ້ນັກທ່ອງທ່ຽວເຂົ້າມາມີຈໍານວນຫຼາຍ ເຊິ່ງຈະສາມາດປະກອບສ່ວນເປັນການຟື້ນຟູທຸລະກິດການທ່ອງທ່ຽວຂອງ ສປປ ລາວ ໃຫ້ມີບັນຍາກາດຄຶກຄື້ນ ພ້ອມນັ້ນຍັງສາມາດກະຈາຍລາຍໄດ້ສູ່ທ້ອງຖິ່ນຕື່ມອີກ ນອກນີ້ສະເໜີໃຫ້ສ້າງສິ່ງອໍານວຍຄວາມສະດວກດ້ານຕ່າງໆດ້ວຍການໂຄສະນາຫຼາຍຮູບແບບ ເພື່ອຊຸກຍູ້ສົ່ງເສີມໃຫ້ທຸລະກິດທ່ອງທ່ຽວມີບາດກ້າວໃໝ່.

#vientianemai

ກສວ ສະໜອງທຶນເພີ່ມໃຫ້ 5 ທະນາຄານທຸລະກິດ

0

ພິທີເຊັນສັນຍາສະໜອງທຶນ (ສະບັບດັດແກ້) ໃຫ້ທະນາຄານທຸລະກິດ ເພື່ອນຳໄປປ່ອຍກູ້ໃຫ້ຈຸນລະວິ ສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈັດຂຶ້ນວັນທີ 29 ທັນວາ 2022 ທີ່ສຳນັກງານສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ.

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ກະຊວງ ອຄ ໄດ້ສະໜອງທຶນເພີ່ມໃຫ້ກັບ 5 ທະນາຄານທຸລະກິດ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 ຫຼື ໂຄງການ MSME A2F ESR ເຊິ່ງທະນາຄານທຸລະກິດທີ່ໄດ້ຮັບທຶນມີທະນາຄານ ໄຊງ່ອນເທືອງຕິ່ນ ລາວ ໄດ້ຮັບທຶນເພີ່ມຈຳນວນ 42 ຕື້ກີບ ທະນາຄານລາວຈີນ ໄດ້ຮັບທຶນເພີ່ມຈຳນວນ 17 ຕື້ກີບ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ໄດ້ຮັບທຶນເພີ່ມຈຳນວນ 25 ຕື້ກີບ ທະນາຄານ ມາຣູຮານເຈແປນ ລາວ ໄດ້ຮັບທຶນເພີ່ມຈຳນວນ 49 ຕື້ກີບ ແລະ ທະນາຄານ ຫວຽດຕິນ ລາວ ໄດ້ຮັບທຶນເພີ່ມຈໍານວນ 17 ຕື້ກີບ.

ການເຊັນສັນຍາສະໜອງທຶນຄັ້ງນີ້ ແມ່ນເປັນການເພີ່ມທຶນໃຫ້ບັນດາທະນາຄານທຸລະກິດ ທີ່ເຂົ້າຮ່ວມ ໂຄງການ ເພື່ອນຳໄປປ່ອຍສິນເຊື່ອໃຫ້ ຈນກ ໃນຂະແໜງການຕ່າງໆ ໂດຍບໍ່ໄດ້ກໍານົດມີຂະແໜງບູລິດມະສິດ ເຊິ່ງລົງນາມໃນສັນຍາຄັ້ງນີ້ ມີຂຶ້ນລະຫວ່າງ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າ ກສວ ທັງເປັນຫົວໜ້າໂຄງການ ແລະ ຜູ້ອຳນວຍການ-ຮອງຜູ້ອຳນວຍການຈາກ 5 ທະນາຄານທຸລະກິດ ເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ພ້ອມຜູ້ຕາງໜ້າຈາກກະ ຊວງ ຂະແໜງການກ່ຽວຂ້ອງພາກລັດ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ຂ່າວ ຊີລິການດາ

#vienetianemai

ຜົນການພິຈາລະນາການເຄື່ອນໄຫວວຽກງານປະຈຳຂອງ ສພຊ

0

ທ່ານນາງ ສຸນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດການພິຈາລະນາການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 29 ທັນວາ 2022 ເຊິ່ງຍົກໃຫ້ເຫັນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ (ສພຊ) ປະຈໍາປີ 2022 ເປັນຕົ້ນ ດ້ານນິຕິບັນຍັດ ໄດ້ສະເໜີປະທານປະເທດປະກາດໃຊ້ກົດໝາຍ ຈໍານວນ 9 ສະບັບ ທີ່ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສພຊ ຊຸດທີ IX ໄດ້ນຳເອົາບັນດາຮ່າງກົດໝາຍ 12 ສະບັບ ເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຊ ຊຸດທີ IX ໃນນັ້ນມີກົດໝາຍສ້າງໃໝ່ 3 ສະບັບ ແລະ ສະບັບປັບປຸງ 9 ສະບັບ ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົ ທີ່ ສປປ ລາວ ເປັນພາຄີ 2 ສະບັບ ແລະ ໄດ້ຕີຄວາມໝາຍອະທິບາຍກົດໝາຍ ຈໍານວນ 3 ສະບັບ ພ້ອມທັງຈັດຕັ້ງການລົງໂຄສະນາເຜີຍແຜ່ກົດໝາຍ ນິຕິກໍາໃຕ້ກົດໝາຍຢູ່ສູນກາງ ແລະ ທ້ອງຖິ່ນ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ເທື່ອທີ 4 ຂອງ ສພຊ ຊຸດທີ IX ເຊິ່ງໄດ້ພິຈາລະນາເນື້ອໃນຕ່າງໆ 50 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ 40 ສະບັບ ດຳເນີນກອງປະຊຸມຄະນະປະຈໍາ ສພຊ 15 ຄັ້ງ ພິຈາລະນາເນື້ອໃນຕ່າງໆ 198 ເນື້ອໃນ ແລະ ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ 74 ສະບັບ ພ້ອມນັ້ນໄດ້ເອົາໃຈໃສ່ຕິດຕາມກວດກາ ຜ່ານກົນໄກດຳເນີນກອງປະຊຸມ ສພຊ ດ້ວຍການຮັບຟັງບົດລາຍງານພາກສ່ວນກ່ຽວຂ້ອງຕ່າງໆ ຄົ້ນຄວ້າບັນຫາພົ້ນເດັ່ນຂອງສັງຄົມ ໃຫ້ກະຊວງ ອົງການ 33 ພາກສ່ວນ ຊີ້ແຈງຕໍ່ກອງປະຊຸມ ສພຊ ທັງໝົດ 54 ເທື່ອຄັ້ງ ກວມເອົາ 140 ຄຳຖາມ ໃນນີ້ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ ຊັກຖາມທັງໝົດ 502 ເທື່ອທ່ານ ກວມ 84,51% ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ຄະແນນປະເມີນຕໍ່ການລາຍງານ ຊີ້ແຈງ ແລະ ຕອບຄໍາຊັກຖາມທັງໝົດ 30 ທ່ານ ຍິງ 6 ທ່ານ ເຊິ່ງຜູ້ທີ່ໄດ້ຄະແນນສູງສຸດ 7-8 ຈັດຢູ່ປະເພດດີ ກວມເອົາ 98,63 % ແລະ ຄະແນນຕໍ່າສຸດ 5-6 ຈັດຢູ່ໃນປະເພດກາງ ກວມເອົາ 1,37 % ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາດ້ວຍການດໍາເນີນກອງປະຊຸມຮ່ວມກັບຄະນະລັດຖະບານ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ອົງການກວດສອບແຫ່ງລັດ ອົງການກວດກາແຫ່ງລັດ ສູນກາງແນວລາວສ້າງຊາດ ແລະ ອົງການພາຄີ ເພື່ອປຶກສາເປັນເອກະພາບໃນການແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ ໄດ້ນຳພາການເຄື່ອນໄຫວຕິດຕາມກວດກາຫົວຂໍ້ຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນໄດ້ 35 ເທື່ອຄັ້ງ ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາ ໂດຍຜ່ານການຮັບຄໍາສະເໜີ ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ລວມທັງໝົດ 921 ເລື່ອງ ແລະ ສາມາດຄົ້ນຄວ້າພິຈາລະນາໄດ້ 320 ເລື່ອງ ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 287 ຄັ້ງ ຄົ້ນຄວ້າສັງລວມວຽກງານສາຍດ່ວນກອງປະຊຸມຂອງ ສພຊ ໄດ້ 487 ຫົວຂໍ້ ແລະ ນໍາສົ່ງໃຫ້ກະຊວງ ອົງການ ຂະແໜງການ ພາກສ່ວນກ່ຽວຂ້ອງ 26 ພາກສ່ວນ ເພື່ອຄົ້ນຄວ້າແກ້ໄຂ.

ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດໄດ້ຊີ້ນໍາ-ນໍາພາ ການຈັດກອງປະຊຸມເຝິກອົບຮົມສໍາມະນາຫົວຂໍ້ຕ່າງໆໄດ້ 54 ຄັ້ງ ຊີ້ນໍາ-ນໍາພາການສ້າງ ແລະ ປັບປຸງບັນດານິຕິກໍາໃຕ້ກົດໝາຍ ໄດ້ທັງໝົດ 53 ສະບັບ ການປັບປຸງກົນຈັກ ສພຊ ປັບປຸງຂະແໜງວຽກງານຢູ່ບັນດາເຂດເລືອກຕັ້ງສໍາເລັດໂດຍພື້ນຖານ ດ້ານການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ໄດ້ເອົາໃຈໃສ່ຊີ້ນຳການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ເປັນຕົ້ນ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທືີ່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ມີການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງໄດ້ທັງໝົດ 2.029 ຈຸດ ລະດົມທຶນຊ່ວຍເຫຼືອປະຊາຊົນເປັນເງິນ-ວັດຖຸ ລວມມູນຄ່າທັງໝົດ 2 ຕື້ກວ່າກີບ ໄດ້ຊີ້ນຳການນໍາເອົາຮ່າງກົດໝາຍລົງໄປທາບທາມປະຊາຊົນ ການຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນທັງໝົດ 38 ສະບັບ ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານອື່ນໆ ໄດ້ຊີ້ນຳການປະສານສົມທົບໃນການຄົ້ນຄວ້າປັບປຸງກົງຈັກເສນາທິການຂັ້ນຂະແໜງການຊ່ວຍວຽກສໍາເລັດພື້ນຖານ ແລະ ການສ້າງຕັ້ງໜ່ວຍງານຊ່ວຍວຽກປະຈໍາເຂດເລືອກຕັ້ງຢູ່ເມືອງ.

#vientianemai