Sunday, October 12, 2025
Home Blog Page 832

ປະທານປະເທດ ອວຍພອນປີໃໝ່ສາກົນ 2023 ເຖິງປວງຊົນລາວທັງຊາດ

0

ໃນວັນທີ 30 ທັນວາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູງກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອ່ານຄຳອວຍພອນປີໃໝ່ສາກົນ 2023 ເຖິງປວງຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2022, ຕ້ອນຮັບປີໃໝ່ ຄ.ສ 2023.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ພີ່ນ້ອງຮ່ວມຊາດ ທີ່ຮັກເເພງທັງຫລາຍ, ປີ ຄ.ສ 2022 ທີ່ຜ່ານມານັ້ນ, ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ໂດຍສະເພາະແມ່ນຍັງສືບຕໍ່ມີຜົນກະທົບຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດການເງິນທີ່ໜັກໜ່ວງກໍຕາມ, ແຕ່ດ້ວຍຄວາມເປັນນໍ້າໜຶ່ງໃຈດຽວຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ ແລະ ການສະໜັບສະໜູນຊ່ວຍເຫລືອຂອງເພື່ອນມິດສາກົນ ພວກເຮົາຈຶ່ງສາມາດແກ້ໄຂບັນຫາເຫລົ່ານັ້ນໄດ້ໂດຍພື້ນຖານ, ສາມາດສະກັດກັ້ນ ແລະ ປະຄັບປະຄອງບໍ່ໃຫ້ເກີດວິກິດການທີ່ຮ້າຍແຮງມາໄດ້, ອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດຄ່ອຍໆ ໄດ້ຮັບການຟື້ນຕົວຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງເປັນການສ້າງເງື່ອນໄຂຫລາຍດ້ານ ທີ່ຈະເຮັດໃຫ້ເສດຖະກິດ ຂອງປະເທດພວກເຮົາໄດ້ມີພື້ນຖານຈຳນວນໜຶ່ງ ເພື່ອເປັນທ່າແຮງກ້າວຂຶ້ນໃນປີຕໍ່ໄປ.

ປີໃໝ່ 2023 ນີ້, ພວກເຮົາຍັງຈະໄດ້ສືບຕໍ່ຜ່ານຜ່າບັນດາສິ່ງທ້າທາຍ ແລະ ອຸປະສັກດັ່ງກ່າວຕື່ມອີກ. ສະນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ກຳລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໃຫ້ບັນລຸຈຸດໝາຍທີ່ໄດ້ວາງໄວ້, ນໍາເອົາປະເທດຊາດຂອງພວກເຮົາ ໄປສູ່ບາດກ້າວໃໝ່ຂອງການພັດທະນາ, ເຮັດໃຫ້ປະຊາຊົນ ມີຄວາມຜາສຸກຮົ່ມເຢັນ, ສັງຄົມນັບມື້ນັບມີຄວາມສະຫງົບ ເເລະ ສີວິໄລຢ່າງບໍ່ຢຸດຢັ້ງ.

ໃນໂອກາດຕ້ອນຮັບປີໃໝ່ ຄ.ສ 2023 ນີ້, ຂ້າພະເຈົ້າຂໍຕາງໜ້າການນຳພັກ, ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ເພື່ອພັດທະນາປະເທດຊາດຂອງພວກເຮົາ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ຂໍໃຫ້ການສະເຫລີມສະຫລອງປີໃໝ່ສາກົນ ປີ 2023 ນີ້ຈົ່ງເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບ ສັນຕິ ແລະ ປອດໄພທຸກປະການ ດ້ວຍເທີ້ນ, “ໂຊກດີ ປີໃໝ່ 2023”.

ຂ່າວ:ທະນູທອງ

ພາບ: ອ່າຍຄຳ

ຜູ້ອຳນວຍການໃຫຍ່ CMG ສົ່ງຄຳອວຍພອນປີໃໝ່ເຖິງຜູ້ຊົມຜູ້ຟັງຊາວຕ່າງປະເທດ

0

ວັນທີ 1 ມັງກອນປີ 2023, ທ່ານ ເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ກ່າວຄຳອວຍພອນປີໃໝ່ ຄສ 2023 ເຖິງເພື່ອນມິດລາຍການໃນໂລກ ຜ່ານທາງວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI, ໂທລະພາບສາກົນຈີນ ຫຼື CGTN ແລະອິນເຕີເນັດ ເຊິ່ງເນື້ອໃນບົດອວຍພອນປີ

ໃໝ່ມີດັ່ງນີ້:

ເພື່ອນມິດທີ່ຮັກແພງທັງຫຼາຍ :

ໂດຍອາບໄປດ້ວຍແສງຕາເວັນທີ່ອົບອຸ່ນໃນລະດູໜາວ, ພວກເຮົາຮ່ວມກັນຕ້ອນຮັບປີ 2023 ທີ່ເຕັມໄປດ້ວຍຄວາມປາດຖະໜາອັນດີງາມ. ນະທີ່ນີ້, ຢູ່ນະຄອນຫຼວງປັກກິ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີຄວາມສຸກຄວາມໂຊກດີ, ສຸຂະພາບເຂັ້ມແຂງຕະຫຼອດໄປ.

ໃນປີ 2022 ທີ່ຫາກໍ່ຜ່ານພົ້ນໄປ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄ

ກອມມູນິດຈີນ ໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ, ໄດ້ກຳນົດໜ້າທີ່ ແລະ ທິດທາງຂອງປະເທດຈີນ ທີ່ຊຸກຍູ້ໃຫ້ຊົນຊາດຈີນຟື້ນຟູຄວາມຈະເລີນຮຸ່ນເຮືອງຢ່າງຮອບດ້ານ ດ້ວຍຄວາມເປັນທັນສະໄໝແບບຈີນ. ໃນຖານະເປັນຜູ້ມີສ່ວນຮ່ວມ, ສັກຂີພິຍານ ແລະ ຜູ້ບັນທຶກເຫດການສຳຄັນໃນຍຸກໃໝ່, CMG ໄດ້ລາຍງານງານມະໂຫລານດັ່ງກ່າວຕໍ່ທົ່ວໂລກ ດ້ວຍລາຍການປະເພດຕ່າງໆ, ຕັ້ງໃຈສ້າງລາຍການດີເດັ່ນງວດໜຶ່ງເຊັ່ນ: “ການນຳທາງ” “ຖອດຖອນເຄັດລັບແຫ່ງການພັດທະນາໃນໄລຍະ 10 ປີຜ່ານມາ” ແລະ ອື່ນໆ ໄດ້ເລົ່າເລື່ອງລາວດີເດັ່ນໃນ 10 ປີຜ່ານມາ ທີ່ເປັນໄລຍະບໍ່ທຳມະດາຂອງຈີນໃນຍຸກໃໝ່; ໄດ້ຮັບຄວາມຍ້ອງຍໍຢ່າງກວ້າງຂວາງຈາກຜູ້ຊົມຊາວຈີນ ແລະ ຕ່າງປະເທດ.

ໃນໄລຍະໜຶ່ງປີຜ່ານມາ, ພວກເຮົາຄົ້ນຄວ້າການປະດິດສ້າງໃໝ່ແບບເຊື່ອມໂຍງເຂົ້າກັນ ທີ່ “ແນວຄວາມຄິດ+ສິລະປະ+ເຕັກນິກ”, ພະຍາຍາມບັນລຸເປົ້າໝາຍ “ລາຍການທີ່ອອກອາກາດ ລ້ວນແຕ່ແມ່ນລາຍການດີເດັ່ນ” ໃນການລາຍງານງານມະຫະກໍາກິລາໂອລິມປິກລະດູໜາວປັກກິ່ງ, CMG ໃຊ້ “ໂລແມນຕິກແບບຈີນ” ທີ່ເຕັມໄປດ້ວຍວິທະຍາສາດເຕັກນິກ, ເຮັດໃຫ້ນ້ຳໃຈໂອລິມປິກ ເຊື່ອມໂຍງກັບວັດທະນະທຳຈີນຢ່າງຈົບງາມ, ໃຕ້ໄຟຫິມະ ແລະນ້ຳກ້ອນຂອງງານກິລາໂອລິມປິກລະດູໜາວ ດ້ວຍເຕັກນິກແຫ່ງແສງສະຫວ່າງ.

ທ່ານໂທມັສ ບັກສ໌ ປະທານຄະນະກຳມະການໂອລິມປິກສາກົນ ຍ້ອງຍໍການລາຍງານ ແລະ ການເຜີຍແຜ່ການແຂ່ງຂັນ ຂອງງານກິລາໂອລິມປິກລະດູໜາວຄັ້ງນີ້ຂອງ CMG ມີຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ ແລະ ໄດ້ຮັບຜົນສຳເລັດທີ່ບໍ່ເຄີຍມີມາກ່ອນ. ຂະນະທີ່ລາຍການດີເດັ່ນ “ປະເທດຈີນໃນຕຳລາບູຮານ” “ປະເທດຈີນໃນບົດກະວີ ແລະ ຮູບແຕ້ມ” ແລະລາຍການອື່ນໆ ທີ່ຜະລິດດ້ວຍ CMG, ແມ່ນການອະທິບາຍທີ່ເຕັມໄປດ້ວຍສິລະປະ ກ່ຽວກັບເປັນຫຍັງ ອະລິຍະທຳຈີນສາມາດສືບທອດມາດ້ວຍທຸກເຊັ່ນຄົນຢ່າງບໍ່ຂາດສາຍ, ທັງເປັນການຄົ້ນຄວ້າແລະສະແຫວງຫາຢ່າງຕໍ່ເນື່ອງ ກ່ຽວກັບການສານຄວາມງາມຂອງກັນແລະກັນໃຫ້ປະສົມເຂົ້າກັນ ເພື່ອບັນລຸຄວາມງາມໃນອຸດົມຄະຕິ ທີ່ເຊື່ອມໂຍງແລະເປັນເອກະພາບກັນ ຂອງອະລິຍະທຳຂອງມວນມະນຸດ. ງານລາຕີບຸນກຸດຈີນ, ລາຕີບຸນໄຫວ້ພະຈັນ, ງານລາຕີປີໃໝ່ສາກົນ ແລະອື່ນໆ ໄດ້ພາໃຫ້ເກີດກະແສຄວາມນິຍົມຕໍ່ວັດທະນະທຳຈີນຢູ່ປະເທດຕ່າງໆໃນໂລກ. ກິດຈະກຳສາຍຮູບເງົາຕ່າງໆເຊັ່ນ: “ເທດສະການຟີມຈີນ” “ຄວາມສະເໜຈີນ-ອາເມຣິກາລາຕີນ” “ຄວາມສະເໜຈີນ-ອາຟຣິກາ” ແລະອື່ນໆ, ໄດ້ສ້າງຂົວແຫ່ງການແລກປ່ຽນວັດທະນະທຳ ແລະ ການເຊື່ອມສຳພັນທາງຈິດໃຈຂອງປະຊາຊົນປະເທດຕ່າງໆ ໂດຍຖືຟີມເປັນສື່ກາງ.

ໃນຮອບໜຶ່ງປີຜ່ານມາ, ພວກເຮົາໄດ້ຈັດເວທີປຶກສາຫາລື ແລະກິດຈະກຳຕ່າງໆດ້ານສື່ມວນຊົນ ທີ່ມີຫຼາກຫຼາຍຫົວຂໍ້ ເຊັ່ນ: ເວທີປຶກສາຫາລືການປະດິດສ້າງໃໝ່ດ້ານສື່ມວນຊົນທົ່ວໂລກ, ເວທີປຶກສາຫາລືຂັ້ນສູງການແລກປ່ຽນວັດທະນະທຳຈີນ-ອາກຊັງຕິນ, ເວທີປຶກສາຫາລືການຮ່ວມມືສື່ມວນຊົນຈີນ-ອາຣັບ ແລະອື່ນໆ, ສືບຕໍ່ລົງເລິກກົນໄກ “ຄູ່ຮ່ວມສື່ມວນຊົນ” ທີ່ເປັນກົນໄກຮ່ວມມືໃນພາກພື້ນ ເຊິ່ງໄດ້ຮັດແໜ້ນໄມຕີຈິດມິດຕະພາບກັບສື່ມວນຊົນສາກົນ ຈາກການແລກປ່ຽນເຊິ່ງກັນແລະກັນ. ພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງສຳເລັດຜົນແລ້ວ, ພວກເຮົາໄດ້ຈັດກິດຈະກຳສື່ມວນຊົນຢູ່ຕ່າງປະເທດ 58 ຄັ້ງ ທີ່ມີຫົວຂໍ້ວ່າ: “ຈີນ ແລະ ໂລກໃນຂະບວນການອອກເດີນທາງຄັ້ງໃໝ່” ໂດຍໄດ້ແລກປ່ຽນ ແລະ ປຶກສາຫາລືກັບເພື່ອນມິດຊາວຕ່າງປະເທດ ກ່ຽວກັບຄຸນຄ່າທາງຍຸກສະໄໝ ແລະ ຄວາມໝາຍຕໍ່ໂລກຂອງການຫັນເປັນທັນສະໄໝແບບຈີນ ເຊິ່ງໄດ້ຮັບການຕອບສະໜອງ ແລະ ໂຄສະນາເຜີຍແຜ່ຈາກສື່ມວນຊົນສາກົນ 2.000 ກວ່າແຫ່ງ. ທ່ານປະທານສີຈິ້ນຜິງເຄີຍກ່າວເນັ້ນໜັກຫຼາຍຄັ້ງວ່າ: ຈີນຍຶດໝັ້ນຢືນຢູ່ຂ້າງປະຫວັດສາດທີ່ຖືກຕ້ອງ, ຢືນຢູ່ຂ້າງສີວິໄລແລະຄວາມກ້າວໜ້າຂອງມວນມະນຸດ, ພະຍາຍາມອຸທິດສະຕິປັນຍາ ແລະແຜນການຂອງຈີນ ເພື່ອພາລະກິດສັນຕິພາບ ແລະການພັດທະນາຂອງມວນມະນຸດ. ຄວາມສາມາດການໂຄສະນາເຜີຍແຜ່ ແມ່ນດັດຊະນີທີ່ສຳຄັນຂອງສື່ມວນຊົນສາກົນ, ຂະນະທີ່ການສ່ອງແສງໃຫ້ເຫັນເຖິງຄວາມເປັນຈິງ ແມ່ນຊີວິດຂອງສື່ມວນຊົນທັງໝົດ. ໃນຮອບໜຶ່ງປີຜ່ານມາ, ພວກເຮົາໄດ້ປັບປຸງເຄືອຂ່າຍເກັບກຳຂ່າວໃນທົ່ວໂລກໃຫ້ສົມບູນຂຶ້ນ, ສຸມກຳລັງເຂົ້າໃນການຍົກສູງຄວາມສາມາດການລາຍງານຂ່າວຈຸດສຸມໃນທົ່ວໂລກ, ພາສາທີ່ນຳໃຊ້ໃນການໂຄສະນາເຜີຍແຜ່ ໄດ້ເພີ່ມຂຶ້ນຈາກ 44 ພາສາເປັນ 68 ພາສາ ເຊິ່ງໄດ້ກວມເອົາ 233 ປະເທດ ແລະເຂດແຄວ້ນ. ໃນການລາຍງານຂ່າວກ່ຽວກັບການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ການແພ່ລະບາດຂອງພະຍາດໂຄວິດ-19 ແລະຂ່າວອື່ນໆ, ພວກເຮົາໄດ້ປະຖິ້ມຄວາມອະຄະຕິ ແລະຍຶດໝັ້ນຄວາມເປັນຈິງ, ໂຄສະນາເຜີຍແຜ່ຫຼັກໝັ້ນຂອງຈີນ ແລະແຜນການຂອງຈີນທີ່ພາວະວິໄສ ແລະຍຸຕິທຳ ຕໍ່ປະຊາຄົມໂລກ.

ໃນປີໃໝ່ 2023 ນີ້, ພວກເຮົາຈະສືບຕໍ່ບຸກໜ້າບືນຕົວ, ກ້າວໄປຂ້າງໜ້າຢ່າງກ້າຫານແລະມານະອົດທົນ ເພື່ອສະແດງໃຫ້ປະຊາຄົມໂລກໄດ້ເຫັນເຖິງໂສມໜ້າໃໝ່ຂອງຈີນໃນຍຸກໃໝ່ ຈາກຫຼາຍແງ່ມູມ. ປີໃໝ່ 2023 ນີ້ ຍັງແມ່ນການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ພວກເຮົາຈະສືບຕໍ່ເສີມສ້າງມິດຕະພາບດ້ວຍສື່ມວນຊົນ, ຊຸກຍູ້ການແລກປ່ຽນ ແລະຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ, ປະຕິບັດພັນທະຂອງສື່ມວນຊົນ ເພື່ອເສີມຂະຫຍາຍຄ່ານິຍົມຮ່ວມຂອງມວນມະນຸດ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ລະດູບານໃໝ່ທີ່ສວຍສົດງົດງາມ ແລະ ເຕັມໄປດ້ວຍພະລັງຊີວິດ ກຳລັງຈໍ້ເຂົ້າມາ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາທ່ານອີກຄັ້ງໜຶ່ງ, ຂໍອວຍພອນໃຫ້ທ່ານຈົ່ງມີຄວາມສຸກສຳລານ ໂອກາດປີໃໝ່ທີ່ໝູນວຽນມາເຖິງ, ຂໍຂອບໃຈ.

ສສຊ ຮັບຮອງເອົາຫຼາຍ ມະຕິກອງປະຊຸມສະພາແຫ່ງຊາດ

0

ມື້ສຸດທ້າຍຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ ນີ້, ກອງປະຊຸມ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນຮັບຟັງການປັບປຸງບັນດາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບບົດລາຍງານ ແລະ ແຜນການ ຂອງລັດຖະບານ ແລະ ອົງການກ່ຽວຂ້ອງ ລວມທັງບົດລາຍງານ ແລະ ແຜນການຂອງສະພາແຫ່ງຊາດ ແລະ ກໍໄດ້ສຸມໃສ່ປະກອບຄຳເຫັນ. ຈາກນັ້ນ, ກໍໄດ້ມີວາລະໃຫ້ຄວາມກະຈ່າງແຈ້ງ ແລະ ສສຊ ກໍໄດ້ລົງຄະແນນສຽງຮັບຮອງບັນດາເອົາແຕ່ລະມະຕິ.

ກອງປະຊຸມ ໄດ້ມີການສະເໜີ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023. ຈາກນັ້ນ, ສສຊ ກໍໄດ້ສຸມໃສ່ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຢ່າງມີຈຸດສຸມ, ກົງໄປກົງມາ, ເລິກເຊິ່ງ, ຮອບດ້ານ ແລະ ປະທານກອງປະຊຸມກໍໄດ້ສັງລວມຄໍາເຫັນ ເພື່ອໃຫ້ກອງເລຂານຸການກອງປະຊຸມຄັ້ງນີ້, ນໍາໄປປັບປຸງ ແລ້ວລາຍງານໃນພາກບ່າຍຕໍ່ກອງປະຊຸມ. ຈາກນັ້ນ, ສສຊ ກໍໄດ້ສືບຕໍ່ປະກອບຄໍາເຫັນ, ປະທານກອງປະຊຸມ ໄດ້ສັງລວມ ແລະ ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາມະຕິດັ່ງກ່າວ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ກອງປະຊຸມ ຍັງໄດ້ພິຈາລະນາຮັບຮອງເອົາ ບັນດາມະຕິກອງປະຊຸມສະພາແຫ່ງຊາດ ຫຼາຍສະບັບດັ່ງນີ້: ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍາການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວຽກງານ ປະຈໍາປີ 2023.

ນອກນີ້, ກອງປະຊຸມ ກໍຍັງໄດ້ພິຈາລະນາຮັບຮອງເອົາ ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ປີ2023 ຂອງສະພາແຫ່ງຊາດ; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025.

ບັນດາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ຂ້າງເທິງນັ້ນ ໄດ້ຖືກ ສສຊ ຮັບຮອງເອົາດ້ວຍຄະແນນສຽງເຫັນດີ ເປັນສຽງສ່ວນຫຼາຍ ໃນແຕ່ລະຮ່າງມະຕິ ຕາມລຳດັບ.

(ຂ່າວ: ສຸກສະຫວັນ, ພາບ: ແສງຈັນ)

ເຈົ້າໜ້າທີ່ສາມາດມ້າງ ຄະດີຢາເສບຕິດລາຍໃຫຍ່ 10 ຄະດີ ໃນປີ 2022

0

ໃນປີ 2022 ນີ້, ເຈົ້າໜ້າທີ່ກໍາລັງວິຊາສະເພາະໃນຂອບເຂດທົ່ວປະເທດ ໄດ້ສຸມໃສ່ໃນການຕິດຕາມ, ກວດກາ ແລະ ສະກັດກັ້ນ ບັນດາກຸ່ມເປົ້າໝາຍທີ່ເຄື່ອນໄຫວລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດຢູ່ຂອບເຂດລຽບຕາມຊາຍແດນ ແລະ ຈຸດຫລໍ່ແຫລມຕ່າງໆ. ໃນນັ້ນ, ເຈົ້າໜ້າທີ່ສາມາດຈັບ-ມ້າງ ໄດ້ຄະດີລາຍໃຫຍ່-ຍ່ອຍ ພ້ອມທັງຢຶດຂອງກາງໄດ້ເປັນຈໍານວນຫລາຍ, ເຊິ່ງໜັງສືພິມຄວາມສະຫງົບ ໄດ້ຄັດເອົາ 10 ຄະດີທີ່ພົ້ນ ເດັ່ນມີດັ່ງນີ້:

ໃນວັນທີ 21 ມິຖຸນາ 2022, ເວລາ 3:00 ໂມງ ເຈົ້າໜ້າ ທີ່ ປກສ ແຂວງຄໍາມ່ວນ ສົມທົບກັບກອງກໍ່ສ້າງ 917 ນໍາກໍາລັງເຂົ້າປີດລ້ອມຈັບ ທ້າວ ແອັດສົມຫວັງ ອາຍຸ 30 ປີ ບ້ານບຸງກວາງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ກໍາລັງຂົນກັນຊາ 24 ເປົາ ນໍ້າໜັກ 939 ກິໂລກລາມ ເພື່ອສົ່ງຂ້າມຂອງໄປປະເທດເພື່ອນບ້ານໄດ້ພ້ອມລົດກະບະ 1 ຄັນ, ລົດຈັກ 1 ຄັນ ແລະ ເຮືອ 1 ລໍາ; ໃນວັນທີ 6 ກັນຍາ 2022, ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ກວດພົບເຫັນລົດບັນທຸກຂົນຢາເສບຕິດ ປະເພດກັນຊາອັດແທ່ງ ຈຳນວນ 90 ແກັດ ມີນ້ຳໜັກ 1.600 ກິໂລກຣາມ ທີ່ປະປົນມານໍາທູບຫອມ. ໃນນັ້ນ, ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນຊື່ ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ທັງໝົດຢູ່ບ້ານໂພນຈະ ເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ; ໃນວັນທີ 21 ທັນວາ 2022, ເວລາ 21:00 ໂມງ ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສົມທົບກັບ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ສະກັດລົດຂົນກັນຊາທີ່ຂັບຜ່ານດ່ານກວດ ແຕ່ຜູ້ຂັບຂີ່ເອົາຕົວຫລົບໜີໄດ້. ຜ່ານການກວດກາລົດບັນ ທຸກພົບເຫັນກັນຊາອັດ ແທ່ງຈໍານວນ 44 ເປົາ ນໍ້າໜັກ 1.669 ກິໂລກຣາມ; ເວລາ 11:10 ໂມງ ຂອງ ວັນທີ 8 ມິຖຸນາ 2022, ເຈົ້າໜ້າທີ່ ກົມຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ມ້າງຄະດີຄ້າ-ຂາຍຢາເສບຕິດຢູ່ເຂດທາງ 450 ປີ ເມືອງໄຊທານີ ນະຄອນຫລວງວຽງຈັນ ສາມາດຈັບຕົວຜູ້ຖືກຫາ ຊື່ ທ້າວ ວັດທະນາ ຫລື ເປົາ ອາຍຸ 29 ປີ ແລະ ນາງ ເມກຂະຫລາ ຫລື ນ້ອຍ ອາຍຸ 30 ປີ ທັງສອງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ. ໃນນັ້ນ, ຢຶດຂອງກາງຢາບ້າໄດ້ຈຳນວນ 50 ມັດ ເທົ່າກັບ 100.000 ເມັດ ນ້ຳໜັກ 10,8 ກິໂລກຣາມ, ໂທລະສັບ 1 ເຄື່ອງ, ປືນດັດແປງ 3 ກະບອກ ແລະ ລູກປືນ 21 ລູກ; ວັນທີ 26 ກັນຍາ 2022, ເວລາ 7:40 ໂມງ ລົດວິໂກ້ແລ່ນຈາກ ນະຄອນຫລວງວຽງຈັນ ດ້ວຍຄວາມໄວສູງ. ຈາກນັ້ນ, ຕໍາກັບລົດຈັກ. ແຕ່ຜູ້ຂັບຂີ່ຈະເອົາຕົວຫລົບໜີກໍຖືກເຈົ້າໜ້າທີ່ຈັບຕົວໄດ້ ຊື່ທ້າວ ບົວພາ ອາຍຸ 26 ປີ ຢູ່ບ້ານວຽງຄໍາ ເມືອງປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ປີ ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ. ຜ່ານການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນກະເຟຊອງປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກາເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງ, ເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ, ສະບູ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍ ຂົນສົ່ງກະເຟທີ່ປະສົມສານເສບຕິດ.

ເວລາປະມານ 3:30 ໂມງ ຂອງວັນທີ 30 ມັງກອນ 2022, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບທ້າວ ຈືຍີວ້າ ຢູ່ບ້ານກິ່ວເຮ້ຍ ເມືອງໄຊ ແຂວງອຸດົມໄຊ ພ້ອມຢາ ບ້າ 72 ມັດ ມີ 144.000 ເມັດ. ຈາກນັ້ນ, ຂະຫຍາຍຜົນກວດຄົ້ນ 3 ຈຸດ ພ້ອມທັງຈັບ ນາງ ເຈັງວ້າ ອາຍຸ 30 ປີ ຢູ່ບ້ານພູສະຫວັນ ເມືອງໄຊ ມີຢາບ້າຈໍານວນ 97.000 ເມັດ, ແປ້ງ ຝຸ່ນປະສົມຢາບ້າຈໍາ ນວນ 1 ຖົງ ລວມຢາບ້າທັງໝົດ 241.464 ເມັດ ພ້ອມອຸປະກອນທີ່ພົວພັນກັບຄະດີອີກຈໍານວນໜຶ່ງ; ໃນວັນທີ 15 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລາດຕະເວນພົບເຫັນລົດວີໂກ້ ຈອດຢູ່ແຄມທາງກວດກາພົບເຫັນ ເຄື່ອງຂອງກາງທີ່ຊຸກເຊື່ອງຢູ່ໃນ ຫ້ອງຂັບ ແລະ ກະບະລົດ ມີຢາບ້າ ຈຳນວນ 14 ເປົາ ມີ 350 ແພັກ ຫລື 1.750 ມັດ ເທົ່າກັບ 3.500. 000 ເມັດ ນ້ຳໜັກ 385 ກິໂລກຣາມ ແລະ ຄ້າຍຄືຢາເຄຕາມິນ ຈຳ ນວນ 2 ເປົາ ມີຈຳນວນ 66 ຫໍ່, ສ່ວນຜູ້ກະທຳຜິດແມ່ນເອົາຕົວຫລົບໜີ; ວັນທີ 6 ສິງຫາ 2022, ເວລາປະມານ 12:00 ໂມງ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບ ທ້າວ ພອນ ອາຍຸ 45 ປີ ແລະ ນາງ ມອນ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ (ຜົວ-ເມຍ) ທີ່ເຄື່ອນໄຫວຄ້າຢາເສບຕິດ. ໃນນັ້ນ, ຜ່ານກວດຄົ້ນເຮືອນ ພົບເຫັນຢາບ້າ ຈຳນວນ 3.304 ມັດ ເທົ່າກັບ 6.608.000 ເມັດ ນ້ຳໜັກລວມ 733 ກິໂລກລາມ ແລະ ໄອສ໌ 1 ກິໂລ ກລາມ, ລົດໃຫຍ່ 3 ຄັນ. ນອກນີ້, ຍັງພົບເຫັນເງິນ 80.000.000 ກີບ, ເງິນບາດ 4.109.000 ບາດ ແລະ ເງິນຢວນ 10.000 ຢວນ; ວັນທີ 4 ມິຖຸນາ 2022, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ຈັບຜູ້ຖືກຫາຊື່ ທ້າວ ຕູ່ມົງ ຢ່າງ ອາຍຸ 30 ປີ ຢູ່ບ້ານໄຊອຸດົມ ເມືອງຜາອຸດົມ ແລະ ທ້າວ ພົມມາ ອາຍຸ 29 ປີ ຢູ່ບ້ານນາເຕີຍ ເມືອງ ແລະ ແຂວງຫລວງນ້ຳທາ ໄປດໍາເນີນຄະດີ; ພ້ອມຂອງກາງຢາບ້າ ຈໍານວນ 6.000 ມັດ ເທົ່າກັບ 12.000.000 ກວ່າເມັດ, ພ້ອມລົດບັນທຸກ 1 ຄົນ ລົດກະບະຣີໂວ້ 1 ຄັນ, ປືນສັ້ນ 1 ກະບອກ, ພ້ອມລູກປືນ.

ວັນທີ 23 ກັນຍາ 2022, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ສາມາດຈັບທ້າວ ສົມຫວັງວາ ອາຍຸ 34 ປີ, ນາງ ເຢັງຢາງ ອາຍຸ 18 ປີ (ຜົວ-ເມຍ) ທັງສອງຢູ່ບ້ານ ຮົ່ມເຢັນ ເມືອງຕົ້ນເຜິ້ງ, ທ້າວ ດວງ ແກ້ວ ແລະ ທ້າວ ອາລຸນ ທັງສອງ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ຢາບ້າ 33.500.000 ເມັດ, ຢາໄອສ໌ 500 ກິໂລກຣາມ, ເຄຕາມິນ 1 ກິໂລກຣາມ ແລະ ເຄື່ອງຂອງກາງ ອີກຈຳນວນໜຶ່ງ.

ຂ່າວ-ພາບ: ໜັງສືພິມ ປກສ

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ປິດລົງດ້ວຍຜົນສໍາເລັດ

0

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 30 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ (ຜູ້ໃໝ່) ພ້ອມດ້ວຍຄະນະລັດຖະບານ, ການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານປະທານສະພາແຫ່ງຊາດ ກ່າວສູນທອນພົດປິດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ບັນລຸຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ດັ່ງນີ້: ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການ ປະຈໍາປີ 2023; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ແຜນການ ປະຈໍາປີ 2023; ການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2002 ແລະ ແຜນການ ປະຈຳປີ 2023. ກອງປະຊຸມໄດ້ຕີລາຄາ ເຖິງວ່າປະເທດເຮົາຖືກຜົນກະທົບຈາກສະພາບການຂອງພາກພື້ນ, ສາກົນ ແລະ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມຢູ່ພາຍໃນປະເທດເຮົາ ທີ່ສະສົມມາຫລາຍປີ ແຕ່ດ້ວຍຄວາມພະຍາຍາມສູງ ຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຄວາມເປັນເອກະພາບຮ່ວມກັບສະພາແຫ່ງຊາດ ຕໍ່ວຽກງານສຳຄັນຕ່າງໆ ແລະ ຄວາມບຸກບືນຂອງບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ ມີຫລາຍດ້ານໄດ້ຮັບຜົນສຳເລັດ, ມີບາງດ້ານໄດ້ເກີນຄາດໝາຍ, ຄາດຄະເນອັດຕາການເຕີບໂຕທາງດ້ານເສດຖະກິດໝົດປີ 2022 ສາມາດບັນລຸ ໄດ້ 4,4%, ການເກັບລາຍຮັບງົບປະມານໄດ້ມີຄວາມເຂັ້ມງວດ, ການຄຸ້ມຄອງລາຍຈ່າຍໄປຕາມນະໂຍບາຍປະຢັດ ແລະ ອື່ນໆ ເຮັດໃຫ້ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ຕົກເຂົ້າສູ່ວິກິດການທີ່ໜັກໜ່ວງ; ກອງປະຊຸມມອບໃຫ້ລັດຖະບານ ນຳເອົາຄວາມຄິດເຫັນຂອງກອງປະຊຸມໄປພິຈາລະນາ ເພື່ອສືບຕໍ່ປັບປຸງ, ແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.

ພ້ອມນີ້, ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊຶ່ງເຫັນວ່າອົງຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາບັນດາອົງການຈັດຕັ້ງລັດແຕ່ລະຂັ້ນ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ວຍການຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ ແລະ ສູ້ຊົນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ, ການຜະລິດກະສິກຳເປັນສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ໄດ້ມີບາດກ້າວຂະຫຍາຍຕົວ, ການແກ້ໄຂບັນຫາຢາເສບຕິດ ກໍໄດ້ຮັບຄວາມເອົາໃຈໃສ່ ແລະ ມີຜົນສຳເລັດຫລາຍດ້ານ. ພ້ອມກັນນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ສືບຕໍ່ການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດໃຫ້ໄດ້ຢ່າງຄົບຖ້ວນ, ເພີ່ມທະວີການຄຸ້ມຄອງໂຄງການເຮັດທົດລອງແຮ່ທາດໃຫ້ເຂັ້ມງວດ, ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດລວມຂອງລັດ; ກອງປະຊຸມຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ, ປັບປຸງກົນໄກການຄຸ້ມຄອງການສ້າງວິຊາຊີບ, ການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳ ເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມມີວຽກເຮັດງານທຳ, ມີວິຊາອາຊີບ, ເປັນເຈົ້າຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ, ມີອາຊີບໝັ້ນຄົງ, ມີລາຍໄດ້ ແລະ ຊີວິດການເປັນຢູ່ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2023, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021, ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2023; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2020 ຊຶ່ງກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ມີປະສິດທິຜົນ, ການຈັດຕັ້ງປະຕິບັດວິໄນແຜນການ-ການເງິນ ມີຄວາມເຂັ້ມງວດຫລາຍຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ສົມທົບພາກສ່ວນກ່ຽວຂ້ອງ ແກ້ໄຂຜົນການກວດສອບໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ ເພື່ອເກັບກູ້ວັດຖຸ, ເງິນຄຳ ທີ່ເປັນຊັບສິນລວມຂອງລັດກັບຄືນ, ຄົ້ນຄວ້າການກຳນົດຂອບເຂດສິດຂອງສອງອົງການ ເຂົ້າໃນກົດໝາຍໃຫ້ລະອຽດ, ຈະແຈ້ງຕື່ມ; ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2002 ແລະ ທິດທາງແຜນການ ປະຈຳປີ 2023 ຊຶ່ງກອງປະຊຸມໄດ້ຕີລາຄາ ທັງສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ, ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງຕົນໃຫ້ເປັນລະບົບຄົບຊຸດ, ເປັນບ່ອນອີງໃນການແກ້ໄຂບັນຫາຕ່າງໆ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ໃນການປະຕິບັດຄໍາຕັດສິນຂອງສານ, ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ. ກອງປະຊຸມໄດ້ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ມີມາດຕະການປັບປຸງ ແລະ ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ ໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ນັບມື້ຫລຸດໜ້ອຍຖອຍລົງ; ໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 12 ສະບັບ. ໃນນີ້, ມີກົດໝາຍສ້າງໃໝ່ 3 ສະບັບ ຄື: ກົດໝາຍວ່າດ້ວຍໜັງສືຜ່ານແດນ, ກົດໝາຍວ່າດ້ວຍການທາງນໍ້າ, ກົດໝາຍວ່າດ້ວຍພິພິທະພັນ, ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍທະນາຍຄວາມ, ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດໝາຍວ່າດ້ວຍອົງການໄອຍະການທະຫານ, ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍການກວດກາລັດ ຊຶ່ງເນື້ອແທ້ກໍແມ່ນຄວາມພະຍາຍາມ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃຫ້ເປັນອັນລະອຽດ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ທັງເປັນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ-ສັງຄົມ ດ້ວຍກົດໝາຍ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ຮັບປະກັນໃຫ້ແກ່ສ້າງລັດປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃຫ້ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2023 ຂອງສະພາແຫ່ງຊາດ. ກອງປະຊຸມຕີລາຄາວ່າ: ໃນໜຶ່ງປີຜ່ານມາ ສະພາແຫ່ງຊາດ ໄດ້ມີຄວາມເປັນເຈົ້າການ, ຫ້າວຫັນ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ໄດ້ຮັບຜົນສໍາເລັດຫລາຍດ້ານ ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ; ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ແລະ 2 ວາລະແຫ່ງຊາດ ຊຶ່ງສະມາຊິກສະພາແຫ່ງຊາດ ກໍຄື ປະຊາຊົນບັນດາເຜົ່າ ໃຫ້ຄວາມສົນໃຈຫລາຍ ຈາກຄະນະລັດຖະບານ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຄັ້ງນີ້, ຍັງໄດ້ພິຈາລະນາ ແລະ ຮັບຮອງການສະເໜີຂອງປະທານປະເທດກ່ຽວກັບການພິຈາລະນາໃບຄຳຮ້ອງຂໍພັກການ-ຮັບອຸດໜູນບຳນານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ຕາມການສະເໜີຂອງປະທານປະເທດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນລົງຄະແນນສຽງເຫັນດີຫລາຍກວ່າເຄິ່ງໜຶ່ງຂອງສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ໂດຍຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເທື່ອລະກ້າວ, ນຳເອົາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ.

ສະພາບອາກາດ ປະຈໍາວັນທີ 31 ທັນວາ 2022

0

ມວນອາກາດໜາວເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານແຮງ ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປຢູ່ແຂວງພາກກາງ ແລະ ພາກໃຕ້ ແລະ ອາກາດ ຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູ ພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 31/12/2022 ເຖິງເວລາ 7:00 ໂມງວັນທີ 1/1/2023

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມ ໃນລະຫວ່າງ 07-22 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 11-27 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12-28 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 05-22 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 14-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກ ຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມິລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 08-24 ອົງສາ.

ການເງິນຊ່ວຍສ້າງລະບົບການປະກັນສັງຄົມໃຫ້ໜັກແໜ້ນ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ບົດລາຍງານ ການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູ ນິດຈີນຊີ້ອອກວ່າ: “ຕ້ອງຍຶດໝັ້ນການຮັບປະກັນ ແລະປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃນການພັດທະນາ, ສົ່ງເສີມການຮ່ວມກັນສູ້ຊົນເພື່ອ ສ້າງຊີວິດທີ່ດີງາມ, ບັນລຸຄວາມປາຖະໜາຕໍ່ຊີວິດທີ່ດີງາມຂອງປະຊາຊົນ ຢ່າງບໍ່ຢຸດຢັ້ງ.”

ກ່ອນໜ້ານີ້, ບົດລາຍງານຂອງລັດຖະບານຈີນ ກ່ຽວກັບສະພາບການ ແບ່ງປັນ ແລະນຳໃຊ້ເງິນປະກັນສັງຄົມຂອງການເງິນທົ່ວປະເທດ ສະແດງ ໃຫ້ເຫັນວ່າ: ນັບແຕ່ປີ 2018 ຫາ 2021, ລາຍຈ່າຍທີ່ໃຊ້ເຂົ້າໃນການປະກັນ ສັງຄົມຂອງການເງິນທົ່ວປະເທດມີມູນຄ່າເຖິງ 14.880 ຕື້ຢວນ, ເພີ່ມຂຶ້ນ 7,4% ສະເລ່ຍຕໍ່ປີ. ການເງິນຂັ້ນຕ່າງໆໃນທົ່ວປະເທດໄດ້ຈັດສັນເງິນອຸດໜູນ ການປະກອບ ອາຊີບເຖິງ 36,58 ຕື້ຢວນ, ເພີ່ມທະວີການຊ່ວຍເຫລືອເງິນ ປະກັນໄພເບ້ຍບຳນານຂັ້ນພື້ນຖານຢ່າງຕໍ່ເນື່ອງ, ໄດ້ຈັດສັນເງິນກູ້ຊ່ວຍ ເຫລືອການປະກັນໄພເບ້ຍບຳນານເຖິງ 7.770 ຕື້ຢວນ, ສະໜັບສະໜູນ ການສ້າງລະບົບປະກັນໄພສຸຂະພາບທີ່ມີຫລາຍລະດັບເຊິ່ງໄດ້ຈັດສັນເງິນອຸດໜູນເງິນທຶນປະກັນໄພສຸຂະພາບຂັ້ນພື້ນຖານ ແລະເງິນຊ່ວຍເຫລືອດ້ານ ການປິ່ນປົວເຖິງ 2.610 ຕື້ຢວນ. ອີງຕາມຕົວເລກຂໍ້ມູນດັ່ງກ່າວນີ້ໄດ້ສະ ແດງໃຫ້ເຫັນເຖິງຄວາມເຂັ້ມແຂງໃນການນຳໃຊ້ເງິນປະກັນສັງຄົມຂອງ ການເງິນປີ 2018 ຫາ 2021.

ທ່ານ ຫລິວຄຸ່ນ ລັດຖະມົນຕີ ກະຊວງການເງິນຈີນ ກ່າວວ່າ: ເບິ່ງລວມ ແລ້ວ, ຄຽງຄູ່ກັບການເພີ່ມລາຍຈ່າຍດ້ານການປະກັນສັງຄົມ ແລະການປະ ຕິຮູບກົນໄກ ແລະລະບົບປະກັນສັງຄົມຢ່າງບໍ່ຢຸດຢັ້ງ, ໃນຫລາຍປີມໍ່ໆມານີ້, ລະບົບການປະກັນສັງຄົມຂອງຈີນ ໄດ້ກ້າວເຂົ້າສູ່ການພັດທະນາ ຢ່າງວ່ອງໄວ.

ທ່ານ ສອນໄຊ ສີພັນດອນ ຖືກຮັບຮອງໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີຜູ້ໃໝ່

0

ໃນຕອນບ່າຍວັນທີ 30 ທັນວາ ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳ ເນີນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ,ມີບັນດາການນໍາຂັ້ນສູງພັກ-ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມ ໄດ້ຈັດໃຫ້ມີວາລະພິເສດເພື່ອພິຈາລະນາຮັບຮອງເອົານາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່.

ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນອ່ານໃບສະເໜີຂອງ ທ່ານປະທານປະເທດ ເລກທີ 211/ປປທ, ລົງວັນທີ 28/12/2022 ເຖິງທ່ານປະທານຄະນະປະຈໍາສະພາແຫ່ງຊາດ ເລື່ອງການພິຈາລະນາໃບຄໍາຮ້ອງຂໍພັກການຮັບອຸດໜູນບໍານານຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີບາງເນື້ອໃນສໍາຄັນວ່າ: ອີງຕາມໃບຄໍາຮ້ອງຂໍພັກການຮັບອຸດໜູນບໍານານ ຂອງທ່ານ ພັນຄໍາ ວິພາວັນ ສະບັບວັນທີ 15/12/2022, ອີງຕາມການຕົກລົງເຫັນດີໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 21/12/2022; ໃນນາມປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີ ມາຍັງທ່ານ ປະທານຄະນະປະຈໍາສະພາແຫ່ງຊາດ ພິຈາລະນາໃຫ້ ທ່ານ ພັນຄຳ ວິພາວັນ ພັກການຮັບອຸດໜູນບໍານານ ຕາມຄໍາຮ້ອງຂອງຜູ້ກ່ຽວ.

ທ່ານ ພັນຄໍາ ວິພາວັນ ໄດ້ຂຶ້ນລາຍງານສະພາບການປະຕິ ບັດໜ້າທີ່ຂອງຕົນ ໃນຕະຫຼອດໄລຍະຜ່ານມາ ແລະ ໄດ້ກ່າວເຊື່ອໝັ້ນວ່າ: ທ່ານນາຍົກລັດຖະມົນຕີ ຜູ້ໃໝ່ ຈະນໍາພາຄະນະລັດຖະບານ ນໍາເອົາປະເທດຊາດທີ່ແສນຮັກຂອງພວກເຮົາ ກ້າວເດີນຕໍ່ໄປ; ຫວັງຢ່າງຍິງວ່າສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາທ້ອງຖິ່ນ (ສະມາຊິກສະພາປະຊາຊົນແຂວງ) ຈະໃຫ້ການຮ່ວມມື, ສະໜັບສະ ໜູນນາຍົກລັດຖະມັນຕີຜູ້ໃໝ່ ເຮັດຫຼ້ອນໜ້າທີ່ ທີ່ມີກຽດສະຫງ່າງາມຂອງຕົນ.

ທ່ານປະທານສະພາແຫ່ງຊາດ ໄດ້ກ່າວຄໍາເຫັນ ຕໍ່ການປະຕິບັດໜ້າທີ່ຜ່ານມາຂອງ ທ່ານ ພັນຄໍາ ວິພາວັນ ໂດຍໄດ້ຕີລາຄາສູງ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ຕະຫຼອດໄລຍະ 50 ທີ່ຜ່ານມາ ຊຶ່ງໄດ້ອຸທິດສະຕິປັນຍາ ໃຫ້ແກ່ພາລະກິດປະຕິວັດຂອງພວກເຮົາ; ພ້ອມນີ້, ທ່ານ ຍັງໄດ້ກ່າວໃຫ້ຮູ້ວ່າ: ບົນພື້ນຖານການສະເໜີຂອງທ່ານປະທານປະເທດ, ກອງປະຊຸມ ເຫັນດີຕໍ່ການຮັບອຸດໜູນບໍານານ ຍ້ອນບັນຫາສຸຂະພາບຂອງ ທ່ານ ພັນຄໍາ ວິພາວັນ ໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ. ສະມາຊິກສະພາແຫ່ງຊາດ ເຊື່ອໝັ້ນວ່າ ດ້ວຍບົດຮຽນທີ່ດີຂອງຕົນ ທ່ານ ພັນຄໍາວິພາວັນ ຈະສືບຕໍ່ໃຫ້ການສະໜັບ ສະໜູນພັກ-ລັດ ເພື່ອສືບຕໍ່ການພັດທະນາເສດຖະກິດ -ສັງຄົມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເພື່ອນໍາເອົາປະເທດຊາດອອກຈາກສະພາວະຄວາມດ້ອຍພັດທະນາໃນຕໍ່ໜ້າ.

ຈາກນັ້ນ, ທ່ານ ນາງ ສູນທອນ ໄຊຍະຈັກ ກໍໄດ້ສືບຕໍ່ອ່ານໃບສະເໜີຂອງທ່ານປະທານປະເທດ ເລກທີ 212/ປປທ, ລົງວັນທີ 28/12/2022 ເຖິງທ່ານປະທານຄະນະປະຈໍາສະພາແຫ່ງຊາດ ເລື່ອງການເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວຜູ້ໃໝ່ ຊຶ່ງມີບາງເນື້ອໃນສໍາຄັນວ່າ: ອີງຕາມການຕົກລົງເຫັນດີຂອງກອງປະຊຸມກົມການເມືອງສູນກາງພັກ ຄັ້ງວັນທີ 26/12/2022, ເພື່ອເຮັດໃຫ້ການເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ດຳເນີນໄປຢ່າງສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ ຮັບປະກັນບຸກຄະລາກອນ ທີ່ດໍາລົງຕໍາແໜ່ງດັ່ງກ່າວມີຄຸນນະພາບສູງ, ໃນນາມປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີກ່ຽວກັບມາດຕະຖານ, ເປົ້າໝາຍ ຜູ້ທີ່ຈະຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງໃນນີ້, ໄດ້ສະເໜີໃຫ້ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນຜູ້ທີ່ມີມາດຕະ ຖານຄົບຖ້ວນ ແລະ ມີຄວາມເໝາະສົມທີ່ຈະເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ດັ່ງນັ້ນ, ຈຶ່ງສະເໜີມາຍັງ ທ່ານປະທານຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕາມລະບຽບການ.

ໃນທີ່ປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ມີຄໍາເຫັນຕໍ່ການສະເໜີຂອງທ່ານປະທານປະເທດ ໃນການສະເໜີເລືອກຕັ້ງເອົານາຍົກລັດຖະມົນຕີ ຜູ້ໃໝ່ ແລະ ກໍໄດ້ມີການລົງຄະແນນສຽງເຫັນດີຮັບຮອງເອົາ ຕາມການສະເໜີຂອງທ່ານປະທານປະເທດ ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນ ສສຊ ທີ່ເຂົ້າຮ່ວມກອງປະຊຸມ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນກ່າວຮັບຕໍາແໜ່ງ ຊຶ່ງມີບາງຕອນວ່າ: ນີ້ແມ່ນການມອບໝາຍຄວາມຮັບຜິດ ຊອບການເມືອງທີ່ມີກຽດສູງສຸດຂອງຕົນ, ທັງເປັນໜ້າທີ່ອັນໜັກໜ່ວງ ແລະ ທ້າທາຍ ທົດສອບໃຫຍ່ຫຼວງ ໃນຖານະເປັນຫົວໜ້າລັດຖະບານ ຊຸດທີ IX ເພື່ອສືບຕໍ່ປະຕິ ບັດໜ້າທີ່ບໍລິຫານ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ໃຫ້ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທີ່ພັກປະຊາຊົນປະຕິວັດລາວໄດ້ກຳນົດໄວ້. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ຜູ້ໃໝ່ ໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານວ່າ: ຢືນຕໍ່ໜ້າຄັນທຸງອັນສະຫງ່າລາສີ ແລະ ສັກກະລາບູຊາ, ຕໍ່ໜ້າການນໍາຂັ້ນສູງພັກ-ລັດ ແລະ ອະດີດການນໍາພັກ-ລັດ, ບັນດາທ່ານ ສສຊ, ບັນດາທ່ານແຂກທີ່ມີກຽດ ຂ້າພະເຈົ້າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າກ່ອນເວລາໃດໝົດ, ຮ່ວມກັບສາມາຊິກລັດຖະບານ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ. ພ້ອມທີ່ຈະອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ຈະສັດຊື່ບໍລິສຸດ ເພື່ອຮ່ວມກັບຄະນະນໍາຂອງພັກ-ລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ບັນດາມະຕິຕົກລົງຂອງສະ ພາແຫ່ງຊາດຊຸດທີ IX ໃຫ້ປະສົບຜົນສໍາເລັດເປັນຢ່າງດີ ໂດຍສະເພາະສຸມໃສ່ບັນດາວຽກງານສຳຄັນຕົ້ນຕໍ່ໃນຕໍ່ໜ້າ.

ສະພາແຫ່ງຊາດ ຮັບຮອງແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຄົນໃໝ່

0

ສະພາແຫ່ງຊາດຮັບຮອງແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີຄົນໃໝ່ (ເປັນຄົນທີ 9) ແຫ່ງ ສປປ ລາວ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022.

ດ້ວຍຄະແນນສຽງ ເຫັນດີ 149, ບໍ່ເຫັນດີ 2, ບໍ່ອອກສຽງ 0 ຈາກຄະແນນສຽງທັງໝົດ 151 ສຽງ.

ຜັນຂະຫຍາຍຜົນການພວພັນຮ່ວມມືເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ

0

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີ 2022 ແລະ ຕ້ອນຮັບຕົ້ນປີໃໝ່ ປີ 2023, ສະຫາຍ ຈຽງຈ້າຍຕົງເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຮັບການສຳພາດຂ່າວຕໍ່ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ສະຖານີໂທລະພາບແຫ່ງຊາດ, ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ຊຶ່ງໄດ້ຕີລາຄາ ແລະ ຫວນຄືນສາຍພົວພັນ ຈີນ-ລາວ ໃນປີ 2022 ແລະ ແຈ້ງສະພາບການ ແລະ ຂໍ້ຄິດເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍຜົນການພົບປະກັນ ລະຫວ່າງ ການນຳຂັ້ນສູງສຸດ ລາວ-ຈີນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງຮອບດ້ານ.