Sunday, October 12, 2025
Home Blog Page 831

ຄຣິສເຕຍໂນ ໂຣນັລໂດ ຄັ້ງຫຍິ່ງໃຫຍ່ໃນການຍ້າຍມາຮ່ວມສະໂມສອນໃນ ຊາອຸດີ ອາຣາເບຍ

0

ລອນດອນ (AP) – ຄຣິສເຕຍໂນ ໂຣນັລໂດ້ ສຳເລັດການຍ້າຍໄປຮ່ວມສະໂມສອນ ອັນ ເນສສ໌ ຂອງ ຊາອຸດີ ອາຣາເບຍ ໃນວັນສຸກທີ່ຜ່ານມາ ໃນຂໍ້ຕົກລົງທີ່ເປັນຈຸດສຳຄັນຂອງບານເຕະຕາເວັນອອກກາງ ແຕ່ວ່າພວກເຮົາຈະເຫັນດາວຍິງທີ່ໃຫຍ່ທີ່ສຸດຂອງເອີຣົບຄົນໜຶ່ງຫາຍໄປຈາກເວທີກິລາຊັ້ນນຳໃນຫລີກຢູໂລບ.

Al Nassr ໂພສຮູບລົງໃນສື່ສັງຄົມອອນລາຍຂອງ Ballon d’Or 5 ສະໄໝທີ່ຖືເສື້ອຂອງທີມ ຫຼັງຈາກທີ່ Ronaldo ໄດ້ເຊັນສັນຍາຈົນຮອດເດືອນມິຖຸນາ 2025, ໂດຍສະໂມສອນໄດ້ຍົກຍ້ອງການເຄື່ອນໄຫວດັ່ງກ່າວວ່າເປັນ “ປະຫວັດສາດໃນການສ້າງ”.

ສະໂມສອນຂຽນວ່າ “ນີ້ແມ່ນການລົງນາມທີ່ຈະບໍ່ພຽງແຕ່ເປັນແຮງບັນດານໃຈໃຫ້ສະໂມສອນຂອງພວກເຮົາບັນລຸຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈໃຫ້ກັບລີກຂອງພວກເຮົາ, ປະເທດຊາດຂອງພວກເຮົາແລະຄົນລຸ້ນຕໍ່ໄປ, ເດັກຊາຍແລະເດັກຍິງໃຫ້ເປັນຮຸ່ນທີ່ດີທີ່ສຸດຂອງຕົນເອງ,”

ມັນຍັງເຮັດໃຫ້ Ronaldo ອາຍຸ 37 ປີມີຄ່າຈ້າງອັນໃຫຍ່ຫຼວງໃນສິ່ງທີ່ອາດຈະເປັນສັນຍາສຸດທ້າຍຂອງອາຊີບຂອງລາວ. ສື່ດັງກ່າວອ້າງວ່າດາວເຕະຊາວປອກຕຸຍການສາມາດມີລາຍໄດ້ສູງເຖິງ 200 ລ້ານໂດລາຕໍ່ປີຈາກຂໍ້ຕົກລົງ, ເຊິ່ງຈະເຮັດໃຫ້ເຂົາກາຍເປັນນັກເຕະທີ່ມີຄ່າຈ້າງສູງສຸດໃນປະຫວັດສາດ.

ເມືອງພີນ ຈັດກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ຄັ້ງທີ 10 ສະໄໜ X

0

ໃນວັນທີ 27 – 28 ທັນວາ 2022 ຢູ່ທີ່ສະໂມສອນຂອງເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງພີນ ຄັ້ງທີ10 ສະໄໝ XI ຂື້ນ ໂດຍພາຍໃຕ້ການເປັນປະທານ ສະຫາຍ ສາລີ ວິນລາວັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆພີນ; ເຂົ້າຮ່ວມມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ກົມກອງ, ຫ້ອງການ, ຈຸດສຸມ, ກຸ່ມບ້ານ ແລະ ນາຍບ້ານ ທົ່ວເມືອງພີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ສະຫາຍ ສາລີ ວິນລາວັນ ກໍາມະການພັກແຂວງ, ເລຂາພັກເມືຶອງ, ເຈົ້າເມືອງໆພີນ ກໍ່ໄດ້ ໂອ້ລົມໃຫ້ທິດຊີ້ນຳ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນ, ສະຫາຍ ສອນສະຫວັນ ວົງສີແກ້ວ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ກໍ່ໄດ້ຂື້ນຜ່ານບົດສະຫລຸບ ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກເມືອງໄລຍະ 01 ປີ 2022 ແລະ ທິດທາງແຜນການ ປີ 2023, ຈາກນັ້ນ ສະຫາຍ ໂພລິທັດ ໄຊສະຫວັດ ກຳມະການພັກເມືອງ, ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ ກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງປີ 2022 ແລະທິດທາງແຜນການ ປີ 2023. ນອກນັ້ນຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ໃນວຽກງານທີ່ສໍາຄັນອື່ນໆຂອງເມືອງ ເພື່ອຈັດຕັ້ງປະຕິບັດ ໃນຂົງເຂດວຽກງານເສດຖະກິດ ແລະ ບັນຫາສໍາຄັນ ໃນຫລາຍຂົງເຂດວຽກງານ ເພື່ອພ້ອມພາກັນ ພັດທະນາ, ແກ້ໄຂຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ພາຍໃນເມືອງພີນ ໃຫ້ໄດ້ຮັບການພັດທະນາທີ່ດີຂື້ນເທື່ອລະກ້າວ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ສາລີ ວິນລາວັນ ກໍ່ໄດ້ໂອ້ລົມ ໃຫ້ທິດຊີ້ນຳຕື່ມ ເບື້ອງຕົ້ນ ສະຫາຍກໍ່ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງກອງປະຊຸມ ແລະ ເຫັນດີເປັນເອກະພາບຕໍ່ກັບບັນດາຜູ້ແທນທີ່ໄດ້ປະກອບຄໍາຄິດເຫັນ ເພື່ອເຮັດໃຫ້ເອກະສານມີເນື້ອໃນສົມບູນ ພ້ອມກັນນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ – ຄະນະນຳ ຂອງເມືອງ ທຸກພາກສ່ວນຕ້ອງເອົາໃຈໃສ່ ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ກວ້າງຂວາງ ນຳເອົາມະຕິຕ່າງໆຂອງພັກ-ລັດລົງເຜີຍແຜ່ ສູ່ຮາກຖານຈຸດສຸມ ກຸ່ມບ້ານ ແລະ ກໍ່ຄືພໍ່ແມ່ປະຊົນ ໃນເມືອງເພື່ອຫຼີກລ່ຽງປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເພື່ອເຮັດໃຫ້ເມືອງພີນເຮົາພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

#savannakhet#medialaos

ແຂວງເຊກອງ ສະຫຼຸບຜົນສຳເລັດການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

0

ວັນທີ 31 ທັນວາ 2022 ທີ່ສະໂມສອນເມືອງລະມາມ, ແຂວງເຊກອງໄດ້ຈັດພິທີສະຫຼຸບຜົນສໍາເລັດການສົ່ງນັກກິລາເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຮອງເລຂາພັກແຂວງ-ຮອງເຈົ້າແຂວງ, ຄະນະນໍາ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ງານມະຫາກໍາກິລາແຫ່ງຊາດ ແມ່ນເປັນການແຂ່ງຂັນກິລາພາຍໃນປະເທດ ຊຶ່ງຈັດຂຶ້ນທຸກ 3 ປີ ໂດຍໃນຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຫຼື “ ຊຽງຂວາງເກມ ” ແຂວງເຊກອງ ສົ່ງນັກກິລາເຂົ້າຮ່ວມທັງໝົດ 108 ຄົນ ແຂ່ງຂັນໃນ 11 ປະເພດກິລາຄື: ແລ່ນ-ລານ, ບານເຕະ, ໜ້າກັກ, ຄາລາເຕ້ໂດ້, ມວຍລາວ, ວູຊູ, ດອກປີກໄກ່, ໝາກແລ້, ກັອບ, ເປຕັງ ແລະ ບານສົ່ງຫາດຊາຍ ນໍາໃຊ້ງົບປະມານທັງໝົດ 890 ລ້ານກວ່າກີບ ສາມາດຍາດໄດ້ 4 ຫຼຽນຄໍາ, 9 ຫຼຽນເງິນ ແລະ 13 ຽນທອງ ຈັດຢູ່ອັນດັບທີ 15 ຂອງຕາຕະລາງສະຫຼຸບຫຼຽນລາງວັນ ຈາກທັງໝົດ 22 ພາກສ່ວນ ເຂົ້າຮ່ວມການແຂ່ງຂັນ. ສໍາລັບ 4 ຫຼຽນຄໍາ ໄດ້ຈາກກິລາໝາກແລ້ 1 ຫຼຽນ, ຄາລາເຕ້ໂດ້ 1 ຫຼຽນ, ມວຍລາວ 1 ຫຼຽນ ແລະ ວູຊູ 1 ຫຼຽນ; 9 ຫຼຽນເງິນໄດ້ຈາກແລ່ນ-ລານ 2 ຫຼຽນ, ມວຍລາວ 2 ຫຼຽນ, ວູຊູ 2 ຫຼຽນ, ໜ້າເກັກ 1 ຫຼຽນ, ໝາກແລ້ 1 ຫຼຽນ ແລະ ຄາລາເຕ້ໂດ້ 1 ຫຼຽນ; 13 ຫຼຽນທອງໄດ້ຈາກກິລາບານເຕະຊາຍ 1 ຫຼຽນ, ຄາລາເຕ້ໂດ້ 4 ຫຼຽນ, ມວຍລາວ 1 ຫຼຽນ ແລະ ວູຊູ 7 ຫຼຽນ.

ພ້ອມນີ້, ຍັງໄດ້ມີການມອບໃບຍ້ອງຍໍ, ໃບຊົມເຊີຍ ແລະ ເງິນບໍາເນັດໃຫ້ບັນດາສະຫະພັນ, ຄູຝຶກ ແລະ ນັກກິລາແຕ່ລະປະເພດທີ່ໄດ້ຮັບຫຼຽນໃນການແຂ່ງຂັນໃນງານດັ່ງກ່າວ ແລະ ໄດ້ຮັບຟັງການໂອ້ລົມຈາກທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໂດຍໄດ້ຊີ້ນໍາໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ກໍ່ຄືບັນດາສະຫະພັນກິລາປະເພດຕ່າງໆ ສືບຕໍ່ເອົາໃຈໃສ່ຫຼາຍດ້ານ ເພື່ອເຮັດໃຫ້ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຄັ້ງຕໍ່ໄປປະສົບຜົນສໍາເລັດຫຼາຍກ່ວາເກົ່າ ໂດຍສະເພາະການຄັດເລືອກນັກກິລາ ເປົ້າໝາຍຕ້ອງໃຫ້ທົ່ວເຖີງຢູ່ແຕ່ລະຂະແໜງການ ແລະ ແຕ່ລະເມືອງໃນທົ່ວແຂວງ ແລະ ຄັດເອົາແຕ່ຜູ້ທີ່ມີຄວາມສາມາດຢ່າງແທ້ຈິງ.

ຂ່າວ-ພາບ: ສັນຍາ

ເລຂາພັກແຂວງເຊກອງ ເນັ້ນໃຫ້ກອງບັນຊາການ ປກຊ ສ້າງພະນັກງານມີຄວາມຮູ້ຄວາມສາມາດ ນໍາພາບັນຊາດີ

0

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປ້ອງກັນຊາດປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 30 ທັນວານີ, ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຈົ້າແຂວງເຊກອງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ (ປກຊ) ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກຮົບ, ພະນັກງານສືບທອດປ່ຽນແທນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດເຮັດໜ້າທີ່ສູ້ລົບເກັ່ງ, ຂົນຂວາຍກໍ່ສ້າງຮາກຖານເກັ່ງ, ເພີ້ມພູນຜະລິດຜົນເກັ່ງ ແລະ ນໍາພາບັນຊາດີມີຄຸນນະພາບ.

ພ້ອມນີ້, ສະຫາຍ ເຫຼັກໄຫຼ ສີວິໄລ ຍັງໄດ້ເນັ້ນໃຫ້ສືບຕໍ່ສືບຕໍ່ສຶກສາອົບຮົມການເເມືອງ-ນໍາພາແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຮັບຮູ້ ແລະ ເຊື່ອມຊືມຕໍ່ແນວທາງແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອແນໃສ່ເຊີດຊູສະຕິຊາດ-ເອກະລາດເປັນເຈົ້ນຕົນເອງ, ສັດຊື່ຕໍ່ປະເທດຊາດ ແລະ ປະຊາຊົນ, ເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງໃນທາງກວ້າງ ແລະ ທາງເລິກ, ສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບວຽກງານ 3 ສ້າງ ແລະ ບ້ານຈຸດສຸມພັດທະນາໃຫ້ມີຄຸນນະພາບ; ປັບປຸງກໍ່ສ້າງກໍາລັງ ໂດຍການຈັດຕັ້ງຝຶກອົບຮົມ-ຫັດແອບຕາມແຜນການໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຊໍານານງານໃນການນໍາໃຊ້ອາວຸດຍຸດໂທປະກອນ, ມີລະບຽບວິໃນ, ມີຄວາມສາມາດສູ້ຮົບ ແລະ ສູ້ຮົບມີໄຊ; ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ມະຕິ X ອົງຄະນະພັກແຂວງ ກໍ່ຄືມະຕິ V ອົງຄະນະພັກກອງບັນຊາການທະຫານແຂວງໃຫ້ເປັນແຜນການລະອຽດ ແລະ ເຂົ້າສູ່ລວງເລິກ; ພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ໃນກົມກອງ, ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ມີຄວາມຮັດກຸມ, ປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟື່ອຍ ແລະ ຕ້ານການສໍ້ລາດບັງຫຼວງ; ຄົ້ນຄ້ວາ ແລະ ສ້າງແຜນການພັດທະນາເສດຖະກິດ-ສັງຄົມໃຫ້ກົມກອງທະຫານຊາຍແດນສາມາດກຸ້ມຕົນເອງໄດ້ດ້ານໃດດ້ານໜຶ່ງ, ທັງເປັນແບບຢ່າງໃນການພັດທະນາໃຫ້ປະຊາຊົນ, ເປັນກຳລັງແຮງຊຸກຍູ້ການພັດທະນາຊົນນະບົດເຂດຊາຍແດນ; ເພີ່ມທະວີການພົວພັນຮ່ວມມືສາກົນ ໂດຍສະເພາະກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ຕາມບົດບັນທຶກຊ່ວຍຈຳ ກໍ່ຄືມູນເຊື້ອການພົວພັນທີ່ດີຂອງແຂວງ ກັບ ບັນດາແຂວງຊາຍແດນຕິດຈອດຂອງ ສສ ຫວຽດນາມ, ຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆ ເພື່ອພັດທະນາກົມກອງໃຫ້ມີໃບໜ້າໃໝ່ເທື່ອລະກ້າວ.

ສະຫາຍເລຂາພັກແຂວງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ຄະນະພັກ-ຄະນະບັນຊາ ກໍ່ຄືພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງຍາດໄດ້ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນເຮັດໃຫ້ແຂວງເຊກອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດືຂຶ້ນເປັນກ້າວໆ.

(ຂ່າວ-ພາບ: ສັນຍາ)

ສະຫຼຸບຖອດຖອນບົດຮຽນວຽກງານດ້ານວິຊາການສານທະຫານ ຄັ້ງທີ VI

0

ກອງປະຊຸມສະຫຼຸບຖອດຖອນບົດຮຽນດ້ານວິຊາການ ຂອງສານທະຫານຄັ້ງທີ VI ໄດ້ຈັດຂື້ນຢູ່ທີ່ສານທະຫານພາກເໜືອ, ຕອນເຊົ້າຂອງວັນທີ 30 ທັນວາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ, ມີຜູ້ແທນຈາກສານທະຫານຂັ້ນສູງ, ສານທະຫານພາກເໜືອ, ພາກກາງ, ພາກໃຕ້, ພ້ອມດ້ວຍແຂກຖຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ສາຍສະໝອນ ກິລືໄຊ ຮອງປະທານສານທະຫານຂັ້ນສູງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານວິຊາການ ຂອງສານທະຫານ ປະຈຳປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ໃນນີ້ສານທະຫານທະຫານແຕ່ລະຂັ້ນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມສະຫຼຸບຖອດຖອນບົດຮຽນທາງດ້ານວິຊາການຄັ້ງທີ V ໂດຍເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ຜູ້ພິພາກສາ, ພະນັກງານສານທະຫານ ມີຄຸນສົມບັດ, ສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ, ການຈັດຕັ້ງຂອງສານທະຫານໄດ້ຮັບການປັບປຸງໜັກແໜ້ນເຂັ້ມແຂງ, ມີຄຸນນະພາບ, ມີຄວາມຮັບປະກັນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຖືກຕ້ອງຕາມພາລະບົດບາດ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍສານທະຫານ, ກົນໄກ ແລະຂັ້ນຕອນການດໍາເນີນຄະດີມີຄວາມວ່ອງໄວ, ໂປງໃສ, ພາວະວິໄສ, ຖືກຕ້ອງ, ເປັນທຳ ຄູ່ຄວາມ, ເຮັດໃຫ້ສັງຄົມມີຄວາມໄວ້ເນື້ອເຊື່ອຖືຕໍ່ການຕັດສິນຂອງສານ ແລະສານທະຫານ ແລະໄດ້ຮັບຄວາມໄວ້ວາງໃຈພັກພັກ – ລັດ ແລະປະຊາຊົນບັນດາເຜົ່າ, ເຊິ່ງສະແດງອອກ ໄລຍະປີ 2021-2022 ມີຄະດີອາຍາຂັ້ນຕົ້ນທັງໝົດ 110 ເລື່ອງ, ຄ້າງມາແຕ່ປີ 2020-2021 ຈຳນວນ 3 ເລື່ອງ, ເຂົ້າໃໝ່ 107 ເລື່ອງ, ສາມາດຕັດສິນແລ້ວ 103 ເລື່ອງ ເທົ່າກັບ 93,63% ລື່ນແຜນການທີ່ກໍານົດໄວ້ 8,63%, ຍັງຄ້າງ 7 ເລື່ອງ,ພາຍຫຼັງຕັດສິນແລ້ວຄູ່ຄວາມບໍ່ພໍໃຈຂໍອຸທອນ 8 ເລື່ອງ ເທົ່າກັບ 7,76%, ຢູ່ໃນລະດັບແຜນການທີ່ກົດໄວ້, ມີຄະດີອາຍາຂັ້ນອຸທອນທັງໝົດ 9 ເລື່ອງ, ຄ້າງມາ 1 ເລື່ອງ, ເຂົ້າໃໝ່ 8 ເລື່ອງ, ພິພາກສາແລ້ວ 8 ເລື່ອງ ເທົ່າກັບ 88,88% ລື່ນແຜນການທີ່ກໍານົດໄວ້ 3,88%. ບົດສະຫຼຸບຍັງຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ ແລະ ບາງບົດຮຽນທີ່ຖອດຖອນໄດ້. ໂອກາດນີ້ຜູ້ແທນກອງປະຊຸມ ໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດເຫັນແລກປ່ຽນບົດຮຽນ ໂດຍແນ່ໃສ່ປັບປຸງແກ້ໄຂບາງຈຸດທີ່ຍັງບໍ່ທັນຄ່ອງຕົວ ແລະເອກະພາບນໍາໄປຈັດຕັ້ງປະຕິບັດ ໃນທິດທາງແຜນການປີ 2023 ໃຫ້ມີປະສິດທິພາບສູງຂື້ນລື່ນເກົ່າ. ໃນວະລະກອງປະຊຸມ ສະຫາຍ ພັນໂທ ໄຊຍະພອນ ພິຈິດ ຮອງປະທານສານທະຫານພາກເໜືອ ຍັງຜ່ານຂໍ້ຕົກລົງຂອງສານທະຫານຂັ້ນສູງ, ພ້ອມທັງຜ່ານເນື້ອໃນແຜນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາປະຈໍາປີ 2022 – 2023 ຂອງສານທະຫານ 3 ພາກ, ຈາກນັ້ນຕາງໜ້າ 3 ພາກສ່ວນກໍໄດ້ຂື້ນມາຈັບມືເພື່ອຢັ້ງຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນໄປຈັດຕັ້ງປະຕິບັດ ພາຍໃນກົມກອງຂອງຕົນ ໃຫ້ປະກົດຜົນເປັນຈິງ.

ໂດຍ: ສົມພອນ ສຸວັນທອນ.

ທະຫານແຂວງຫຼວງພະບາງປະກາດໂອນຍ້ານພະແນກກົດໝາຍ

0

ພິທີປະກາດມອບໂອນພະແນກກົດໝາຍຫ້ອງການກອງບັນຊາການໄປຂື້ນກັບຫ້ອງການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນຕອນບ່າຍຂອງວັນທີ 28 ທັນວາ ນີ້,ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ເລຂາຄະນະພັກ,ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກກອງບັນຊາການ,ອົງການ 6 ຫ້ອງ,ພະນັກງານຫຼັກແຫ່ຼງກົມກອງທົ່ວທະຫານແຂວງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພັນໂທ ຫານຊະນະ ຂັດຕິຍະວົງສາ ຫົວໜ້າພະແນກພະນັກງານຫ້ອງການເມືອງທະຫານແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງເລກທີ 1643 ຂອງກອງບັນຊາການທະຫານແຂວງຫຼວງພະບາງ,ລົງວັນທີ 16 ທັນວາ 2022 ວ່າດ້ວຍການອະນຸມັດໂອນພະແນກກົດໝາຍ ຫ້ອງການກອງບັນຊາການ ໃຫ້ໄປຂື້ນກັບຫ້ອງການເມືອງທະຫານແຂວງຫຼວງພະບາງ, ອີງຕາມແຜນຍຸດທະສາດ, ປັບປຸງກໍ່ສ້າງກຳລັງກອງທັບ ດ້ານການຈັດຕັ້ງໂຄງຮ່າງການປະກອບຈຳນວນພົນໃຫ້ແທດເໝາະແຕ່ປີ 2021-2025 ສະບັບເລກທີ 2773/ກປທ,ລົງວັນທີ 24ມິຖຸນາ 2021.

ພິທີອັນມີຄວາມໝາຍສຳຄັນ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ໄດ້ຮຽກຮ້ອງໃຫ້ອົງການ,ພະແນກການກ່ຽວຂ້ອງຈົ່ງເຊີດຊູ່ບົດບາດການຄຸ້ມຄອງພະນັກງານ – ນັກຮົບດ້ວຍກົດໝາຍ ໃຫ້ມີຄວາມໜັກແໜ້ນ,ເຂັ້ມງວດ ແລະ ມີຜົນສັກສິດ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນທະຫານ ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ຫ້າວຫັນຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມຊື່ສັດບໍລິສຸດ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ລັດ ແລະ ປະເທດຊາດບ້ານເມືອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າ.

ຂ່າວ: ສົມພອນ ສຸວັນທອນ, ພາບ: ບຸນເພັງ ວົງແກ້ວມະນີ.

#MediaLaos

#PhetsakhoneSimmavong

ທະຫານແຂວງຫຼວງພະບາງເປີດຂະບວນການແຂ່ງຂັນກິລາຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ

0

ພິທີເປີດຂະບວນການແຂ່ງຂັນກິລາມວນຊົນ ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ, ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນຕອນແລງຂອງວັນທີ 28 ທັນວາ 2022 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ – ຄະນະບັນຊາອົງການອ້ອມຂ້າງ, ພະນັກງານຫຼັກແຫຼ່ງກົມກອງທົ່ວທະຫານແຂວງ ແລະ ທີມນັກກິລາຈາກ 9 ຫົວໜ່ວຍກົມກອງອ້ອມຂ້າງເຂົ້າຮ່ວມ.

ສະຫາຍ ພັນໂທ ອຸດົມ ສາຍມີໄຊ ຫົວໜ້າພະແນກອົບຮົມຫ້ອງເສນາທິການທະຫານແຂວງ ໄດ້ຜ່ານແຜນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ໃຫ້ຮູ້ວ່າ: ກິລາທີ່ໄດ້ນໍາມາແຂ່ງຂັນໃນຄັ້ງນີ້ ປະກອບມີ 3 ປະເພດຄື: ກິລາບານເຕະ (ຊາຍ), ກິລາບານສົງ (ຊາຍ – ຍິງ), ກິລາເປຕັງ (ຊາຍ – ຍິງ) ເຊິ່ງມີທີມນັກກິລາຈາກ ຫ້ອງເສນາທິການ, ຫ້ອງການເມືອງ, ຫ້ອງພະລາທິການ, ຫ້ອງເຕັກນິກ, ຫ້ອງການກອງບັນຊາການ, ກອງຮ້ອຍປ້ອງກັນທີ່ຕັ້ງ, ກອງຮ້ອຍ 7, ກອງຮ້ອຍ 226 ແລະ ກອງພັນນ້ອຍ 415 ທະຫານແຂວງເຂົ້າຮ່ວມແຂ່ງຂັນ. ໃນນີ້ກິລາບານເຕະມີ 8 ທີມ, ກິລາບານສົງ (ຊາຍ) ມີ 8 ທີມ, ບານສົງ (ຍິງ)ມີ 5 ທີມ, ເປຕັງ (ຊາຍ)ມີ 9 ທີມ ແລະ ເປຕັງ (ຍິງ)ມີ 8 ທີມເຂົ້າຮ່ວມ, ການແຂ່ງຂັນຈະດໍາເນີນໄປຈົນເຖິງວັນທີ 16 ມັງກອນ 2023 ຈິງຈະສໍາເລັດ.

ຕອນທ້າຍພິທີ ສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ມີຄໍາເຫັນກ່າວໄຂພິທີຢ່າງເປັນທາງການ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກ – ຄະນະບັນຊາໃນບັນດາກົມກອງທີ່ໄດ້ນໍາເອົານັກກິລາເຂົ້າມາແຂ່ງຂັນໃນຄັ້ງນີ້ ຕ້ອງຊີ້ນໍາ ແລະ ປຸກລະດົມການເມືອງນໍາພາແນວຄິດ ໃຫ້ອ້າຍນ້ອງຂອງຕົນຢ່າງໃກ້ຊິດຕິດແທດ, ນັກກິລາແຕ່ລະສະຫາຍ ຕ້ອງເຊີດຊູສະຕິເປັນເຈົ້າການປະຕິບັດ ກົດລະບຽບຂອງກັນແຂ່ງຂັນ, ຮູ້ແພ້-ຮູ້ຊະນະ, ບົນພື້ນຖານແມ່ນຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ພ້ອມກັນຮັກສາໄດ້ຄວາມສາມັກຄີ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ສໍາລັບກໍາມະການຕ້ອງຕັດສິນດ້ວຍຄວາມຍຸດຕິທໍາ, ມີສັດຈະວິພາກ ແລະ ພ້ອມກັນປະຕິບັດຂໍ້ກໍານົດກົດກະຕິກາ ແລະ ລະບຽບຂອງການແຂ່ງຂັນໃຫ້ໄດ້ຮັບຜົນດີ.

ຂ່າວ: ສົມພອນ ສຸວັນທອນ; ພາບ: ບຸນເພັງ ວົງແກ້ວມະນີ.

#MediaLaos

#PhetsakhoneSimmavong

10 ເຫດການສຳຄັນປີ 2022

0

ອີງຕາມຂ່າວ (VOVWORLD) ຂອງຫວຽດນາມ: ຕະຫລອດປີ 2022 ມີເຫດການຕ່າງໆຢູ່ຕ່າງປະເທດດັ່ງນີ້:

1.ໂລກເປີດປະຕູສູ່ພາຍນອກພາຍຫລັງ ຄວບຄຸມ ໂຄວິດ-19 ໄດ້: ເລີ່ມແຕ່ເດືອນມີນາຜ່ານມາ ໂລກໄດ້ປ່ຽນແປງ ຍຸດທະສາດ ຮັບມືກັບ ພະຍາດລະບາດ ໂຄວິດ-19, ເກືອບທົ່ວໂລກຄ່ອຍໆ ປັບໂຕເຂົ້າກັບສະພາບດໍາລົງຊີວິດເປັນປົກກະຕິ ແບບໃໝ່ (New Normal) ພ້ອມທັງ ເປີດປະຕູສູ່ຊາຍແດນ, ຟື້ນຟູການແລກປ່ຽນ ການຄ້າ ແລະ ອື່ນໆ ເພື່ອກັບສູ່ ທ່ວງທ່າ ການພັດທະນາເສດຖະກິດຄືນໃໝ່ ພາຍຫລັງທີ່ຊຸດໂຊມລົງ ເນື່ອງຈາກບັນດາມາດຕະການຈຳກັດ ເພື່ອປ້ອງກັນການແພ່ລະບາດຢ່າງເຂັ້ມງວດ ເປັນເວລາ 2 ປີ . ເຖິງຢ່າງໃດກໍ່ຕາມ ສ.ອາເມລິກາ, ບັນດາປະເທດໃນເອີຣົບ ແລະ ຍີ່ປຸ່ນ ທີ່ເປັນເສົາຄໍ້າ ເສດຖະກິດໂລກລ້ວນແຕ່ຕົກຢູ່ໃນວິກິດການໄພເງິນເຟີ້ດ້ວຍອັດຕາສູງແບບບໍ່ເຄີຍມີມາກ່ອນ.

ຜູ້ນຳຈີນ ອວຍພອນປີໃໝ່ 2023

0

ໃນໂອກາດສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023, ວິທະຍຸສາກົນແຫ່ງ ສປ ຈີນ ຫລື CRI ໄດ້ເຜີຍແຜ່ສານອວຍພອນຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດແຫ່ງສປ ຈີນ ເຊິ່ງມີເນື້ອໃນດັ່ງນີ້ :

ບັນດາສະຫາຍ, ບັນດາເພື່ອນມິດ, ທ່ານຍິງແລະທ່ານຊາຍທັງຫຼາຍ

ສະບາຍດີ!ປີ 2023 ໃກ້ຈະໝູນວຽນມາເຖິງແລ້ວ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາທ່ານຈາກນະຄອນຫຼວງປັກກິ່ງ. ໃນປີ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ, ໄດ້ວາງແຜນຍິ່ງໃຫຍ່ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານແລະຊຸກຍູ້ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນດ້ວຍຄວາມທັນສະໄໝແບບຈີນເຊິ່ງເປັນການສົ່ງສຽງແຫ່ງຍຸກສະໄໝເພື່ອປຸກລະດົມການເປີດຂະບວນການອອກເດີນທາງຄັ້ງໃໝ່.

ຈີນສືບຕໍ່ຄອງຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ເສດຖະກິດໄດ້ພັດທະນາຢ່າງໜັກແໜ້ນ, ລວມຍອດຜະລິດຕະພັນພາຍໃນຫຼື GDP ໃນປີ 2022 ຂອງຈີນຄາດວ່າຈະບັນລຸຫຼາຍກວ່າ 120.000 ຕື້ຢວນ. ໂດຍຜະເຊີນໜ້າກັບວິກິດການດ້ານທັນຍາຫານຂອງໂລກ, ການຜະລິດທັນຍາຫານຂອງຈີນໄດ້ມີຜົນເກັບກ່ຽວທີ່ອຸດົມສົມບູນເປັນເວລາ 19 ປີລຽນຕິດ, ຈີນສາມາດຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຕົນໄດ້ດີກວ່າ ເກົ່າ. ຈີນໄດ້ປັບປຸງໝາກຜົນແຫ່ງບັ້ນລຶບລ້າງຄວາມທຸກຍາກ, ຊຸກຍູ້ການສ້າງຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດຢ່າງຮອບດ້ານ, ໄດ້ຊ່ວຍແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດດ້ວຍມາດຕະການຫຼຸດສ່ວຍສາອາກອນ ແລະຄ່າທຳນຽມໃຫ້ຕ່ຳລົງແລະມາດຕະການອື່ນໆ, ພ້ອມທັງສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງປະຊາຊົນທີ່ຕ້ອງການແກ້ໄຂໂດຍດ່ວນ.

ສະພາບອາກາດ ປະຈໍາວັນທີ 01 ມັງກອນ 2023

0

ມວນອາກາດໜາວເຢັນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປຢູ່ແຂວງພາກກາງ ແລະ ພາກໃຕ້ ແລະ ອາກາດຍັງຈະໜາວເຢັນ ຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກໃຕ້.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 1/1/2023 ເຖິງເວລາ 7:00 ໂມງວັນທີ 2/1/2023

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວ ໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-21 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 10-28 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-28 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 06-24 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 15%. ອຸນຫະພູມໃນລະຫວ່າງ 15-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີ ໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງ ບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 09-24 ອົງສາ.