ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 1 ມັງກອນ 2023 ຜ່ານມາ, ຊູແອັດ ໄດ້ດຳລົງຕຳແໜ່ງປະທານສະຫະພາບເອີຣົບ (ອີຢູ) ຖືກກັບຈຸດເວລາທີ່ບັນດາປະເທດສະມາຊິກ ເວົ້າສະເພາະ ແລະ ສະຫະພາບເອີຣົບ ເວົ້າລວມ ພວມປະເຊີນໜ້າກັບສິ່ງທ້າທາຍ. ໂຄງການດຳເນີນງານຂອງ ສະຕອກໂຮມ (Stockholm) ໃນອາຍຸການ 6 ເດືອນຕົ້ນປີ 2023 ກໍຖືວ່າແມ່ນໂຄງການທີ່ໃຫຍ່, ດ້ວຍເປົ້າໝາຍ: “ເອີຣົບ ສີຂຽວ, ປອດໄພ ແລະ ເສລີຂຶ້ນກວ່າເກົ່າ” ເປັນພື້ນຖານ. ຂ່າວລະບຸວ່າ: 4 ບຸລິມະສິດ ຊຶ່ງທ່ານ ອຸລຟ ຄຣິສເຕີສັນ (Ulf Kristersson) ນາຍົກລັດຖະມົນຕີ ຊູແອັດ ໄດ້ວາງອອກໃນອາຍຸການຂອງຕົນ, ລວມມີ: ຄວາມໝັ້ນຄົງ – ສາມັກຄີ; ການຟື້ນຟູ – ແກ່ງແຍ່ງ; ວັດທະນາຖາວອນ – ຫັນເປັນສີຂຽວ ແລະ ພະລັງງານ; ບັນດາຄຸນຄ່າປະຊາທິປະໄຕ ແລະ ອຳນາດນິຕິບັນຍັດ, ກໍສ່ອງແສງເຖິງບັນດາຫຼັກໝັ້ນ ຊຶ່ງ ຊູແອັດ ໄດ້ສະໜັບສະໜູນ ອີຢູ ມາແຕ່ດົນນານແລ້ວ. ພ້ອມທັງ, ໃນອາຍຸການນີ້, ຊູແອັດ ຕ້ອງສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມ “ປະຕູທົ່ວໂລກ” ຊຶ່ງບັນດາການນຳ ບຣຸກແຊນ ປະກາດໃນທ້າຍປີ 2021 ເພື່ອແນໃສ່ຊຸກຍູ້ບັນດາການຮ່ວມມືອັດສະລິຍະ, ປອດໄພໃນຂົງເຂດເຕັກໂນໂລຊີດີຈີຕອນ, ພະລັງງານ, ຄົມມະນາຄົມ, ສາທາລະນະສຸກ ແລະ ການສຶກສາໃນທົ່ວໂລກ.
ກອງປະຊຸມສະຫຼຸບວຽກງານປີ 2022 ແລະ ແຜນການພັດທະນາເສດຖະກິດ-ສັງຄົມ ປີ 2023
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 3 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ຫວຽດນາມ ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍບົດສະຫຼຸບຂອງສູນກາງ, ມະຕິຂອງສະພາແຫ່ງຊາດຊຸດທີ XV ກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ ປີ 2023. ເຂົ້າຮ່ວມກອງປະຊຸມມີ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ. ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ກ່າວຄຳເຫັນເປີດກອງປະຊຸມ ຢັ້ງຢືນວ່າ: ປີ 2023 ມີຄວາມ ໝາຍສຳຄັນພິເສດ, ເພື່ອປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2021 – 2025 ລັດຖະບານໄດ້ສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕັດສິນໃຈຢ່າງສູງສຸດເພື່ອປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2023, ດ້ວຍທິດນຳທີ່ວ່າ: “ສາມັກຄີ, ມີລະບຽບວິໄນ, ຄຸນນະພາບ, ມີໄຫວພິບ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ທັນການ, ມີປະສິດທິຜົນ”. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງເຫັນດີເປັນເອກະພາບຄວາມຮັບຮູ້ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນໃນວຽກງານຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ເໝາະສົມກັບສະພາບການໃໝ່ຂອງປີ 2023.
ສ.ອາເມລິກາ ສົ່ງມອບລົດໃຫຍ່ຫລາຍກວ່າ 4 ແສນຄັນ
ສຳນັກຂ່າວ ຊິນຮວາຂອງ ສປຈີນ, ບໍລີສັດ ເທສລາ (Tesla) ຜູ້ຜະລິດ ລົດໄຟຟ້າ ສັນຊາດ ສ.ອາເມລິກາ ລາຍງານວ່າ: ໃນໄຕມາດ 4 ຂອງປີ 2022, ບໍລີສັດ ເທສລາ ໄດ້ສົ່ງມອບລົດຈຳນວນ 405.278 ຄັນ, ເພີ່ມຂຶ້ນ ເມື່ອທຽບໃສ່ ໄຕມາດ ທີ 3 ຜ່ານມາ ຢູ່ທີ 343.830 ຄັນ. ບໍລິສັດ ເປີດເຜີຍວ່າ: ການຜະລິດລົດໃຫ່ຍທັງໝົດ ລວມມີ 439.701 ຄັນ ໃນໄຕມາດທີ 4 , ເຮັດໃຫ້ຍອດ ການສົ່ງມອບ ແລະ ຍອດການຜະລິດລົດ ພາຍໃນປີ 2022 ລວມມີ 1,31 ລ້ານຄັນ ແລະ 1,37 ລ້ານຄັນ ຕາມລຳດັບ.
ເສດຖະກິດ ສິງກະໂປ ຈະເລີນເຕີບໂຕ 3,8%
ຕາມແຫລ່ງຂ່າວ ສິງກະໂປ, ວັນທີ 3 ທັນວາ, ອ້າງຕາມ ຂໍ້ມູນ ຢ່າງເປັນທາງການ ຂອງກະຊວງ ການຄ້າ ສິງກະໂປ ໄດ້ສະແດງ ໃຫ້ເຫັນ ວ່າ: ປີກາຍນີ້, ເສດຖະກິດ ຂອງ ສິງກະໂປ ໄດ້ຈະເລີນ ເຕີບໂຕ ຫລາຍກວ່າ ທີ່ກຳນົດໄວ້. ໃນຂະນະທີ່ ນັກວິເຄາະ ເຕືອນວ່າ ການຂະຫຍາຍຕົວ ຂອງ ເສດຖະກິດ ຈະຊ້າລົງ ໃນອະນາຄົດ ເນື່ອງຈາກ ພາວະການຫລຸດລົງ ທາງດ້ານ ເສດຖະກິດ ໃນປະເທດ ທີ່ເປັນ ຕະຫລາດ ສຳຄັນ. ການຈະເລີນເຕີບໂຕ ທາງເສດຖະກິດ ຂອງ ຕະຫລອດ ໃນປີກາຍ ກວມເອົາ 3,8%, ຊຶ່ງ ພາກການຜະລິດ ສຳຄັນ ມີການຢຸດຈຶ້ງ 3% ໃນໄຕມາດ ສຸດທ້າຍ ຂອງປີ. ນອກນັ້ນ, ການຂະຫຍາຍຕົວ ທາງເສດຖະກິດ ໃນໄຕມາດ 4 ກວມເອົາ 2,2%
ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ ໄປຊາຍແດນ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ
ໃນຕອນບ່າຍວັນທີ 3 ມັງກອນ 2023 ທີ່ເມືອງໂຂງ, ແຂວງຈຳປາສັກ ໄດ້ຈັດພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ຈາກສະຖານີໄຟຟ້າ ບ້ານຫາດ, ເມືອງໂຂງ, ແຂວງຈຳປາສັກ ໄປຫາຊາຍ ແດນ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ລັດວິສາຫະກິດໄຟຟ້າລາວ, ການນໍາແຂວງຈຳປາສັກ ແລະ ແຂວງອັດຕະປື ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນມີຄຳເຫັນກ່າວເປີດໂຄງການດັ່ງ ກ່າວຢ່າງເປັນທາງການ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ລັດວິສາຫະກິດໄຟຟ້າລາວ, ຄະນະຮັບ ຜິດ ຊອບຊີ້ນໍາໂຄງການ, ບໍລິສັດຜູ້ພັດທະນາໂຄງການ ພ້ອມດ້ວຍພະນັກງານ- ວິຊາ ການ, ກໍາມະກອນ ຕະຫຼອດຮອດອົງ ການປົກຄອງທ້ອງຖິ່ນ ທີ່ໄດ້ສຸມສະຕິປັນຍາ, ເຫືີ່ອແຮງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການກໍ່ສ້າງໂຄງການ ແລະ ປະຕິບັດບັນດາວຽກງານທີ່ຕິດພັນ ເຊິ່ງເຮັດໃຫ້ໂຄງການ ສໍາເລັດຕາມເວລາທີ່ກຳນົດໄວ້.; ພ້ອມກັນນນີ້ັ້ນ ຍັງໄດ້ຍົກໃຫ້ເຫັນ ສະ ພາບການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງຂະແໜງການພະລັງງານ ຂອງ ສປປ ລາວ ໂດຍສະເພາະ ຄວາມສາມາດ ໃນການສະໜອງພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນລາວ ໄດ້ຊົມໃຊ້ ໃນແຕ່ລະໄລ ຍະ. ນອກ ຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນນີ້ ຕໍ່ການພັດທະນາເສດ ຖະກິດສັງຄົມ ຂອງປະເທດເຮົາ ກໍ່ຄື ການພັດທະນາບັນດາທ້ອງຖິ່ນ ທີ່ກ່ຽວ ຂ້ອງ.

ໃນໂອກາດດຽວກັນ, ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອຳນວຍການໃຫຍ່ ລັດວິ ສາຫະກິດ ໄຟຟ້າລາວ ກໍ່ໄດ້ຂຶ້ນມີຄຳເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມພະຍາຍາມ ແລະ ຜົນສຳເລັດທີ່ພົ້ນເດັ່ນ ໃນການປະກອບສ່ວນເຂົ້າໃນການພັດທະ ນາປະເທດຊາດ ຂອງລັດວິສາຫະກິດ ໄຟ ຟ້າລາວ ໂດຍສະເພາະ ການດຶງດູດການລົງທຶນ, ການສະໜອງໄຟ ຟ້າໃຫ້ປະຊາ ຊົນ ໄດ້ຊົມໃຊ້ ແລະ ອື່ນໆ; ໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບປະຫວັດຄວາມເປັນມາໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ໄປຊາຍແດນກຳປູເຈຍ ເຫັນວ່າ: ໂຄງການສາຍສົ່ງໄຟຟ້າ ແລະ ສະຖານີ 500 ກິໂລໂວນ ດັ່ງກ່າວນີ້ ແມ່ນໂຄງການທໍາອິດຂອງ ສປປ ລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຮູບແບບສຳປະທານ (ຜູ້ຮ່ວມພັດທະນາເປັນຜູ້ກໍ່ສ້າງ ແລະ ດໍາເນີນງານ ຫຼື ຮູບ ແບບ BOT), ໂດຍເປັນການລົງທຶນ ຂອງບໍລິສັດ Yunnan Energy Investment (HK) Co.,Limited, ມີມູນຄ່າການລົງ ທຶນທັງໝົດ 150 ລ້ານກວ່າໂດລາ, ຊຶ່ງເມື່ອຄິດໄລ່ເປັນລາຄາຫົວໜ່ວຍ ແມ່ນມີລາຄາຕໍ່າທີ່ສຸດ ທີ່ລັດວິສາຫະກິດໄຟຟ້າລາວ ເຄີຍປະຕິບັດມາ, ສາຍສົ່ງດັ່ງກ່າວ ມີຄວາມຍາວ 200 ກວ່າກິໂລແມັດ ໂດຍຜ່ານພື້ນທີ່ເມືອງໂຂງ, ເມືອງອຸທຸມພອນ ຂອງແຂວງຈຳປາສັກ ແລະ ເມືອງສະ ໜາມໄຊ, ເມືອງພູວົງ ຂອງແຂວງອັດຕະປື, ເຊິ່ງເປັນໂຄງການພັດທະນາສາຍສົ່ງແຫ່ງຊາດ ທີ່ມີລັກສະນະຄົບວົງຈອນ, ນໍາໃຊ້ເຕັກນິກທີ່ທັນສະໄໝ ແລະ ເປັນໂຄງ ການທີ່ມີການລົງທຶນມູນຄ່າສູງ, ເປັນຜົນສໍາເລັດທີ່ສໍາຄັນ ແລະ ມີລັກສະນະຍຸດ ທະສາດ ທີ່ຕິດພັນຢ່າງສະໜິດແໜ້ນ ກັບການສົ່ງອອກພະລັງງານໄຟຟ້າ ໄປຍັງບັນດາປະເທດໃກ້ຄຽງ ເວົ້າລວມ, ເວົ້າສະເພາະ ແມ່ນການສົ່ງອອກໄປຍັງ ຣາ ຊະອານາຈັກ ກໍາປູເຈຍ.

ຈາກຜົນສຳເລັດດັ່ງກ່າວນັ້ນ ເຮັດໃຫ້ລັດວິສາຫະກິດໄຟ ຟ້າລາວ ສາມາດສົ່ງອອກກະແສໄຟຟ້າ ອອກໄປຈໍາໜ່າຍຢູ່ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ຄື ຣາຊະອານາຈັກກໍາປູເຈຍ ທັນຕາມກຳນົດເວລາທີ່ໄດ້ກໍານົດໄວ້ ຊຶ່ງແມ່ນໜຶ່ງຍຸດທະສາດທີ່ສໍາຄັນ ຂອງການພັດທະນາອຸດສາຫະກໍາພະ ລັງງານຢູ່ປະເທດເຮົາ ທັງໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ເພີ່ມຂຶ້ນ. ໃນຕອນທ້າຍຂອງພິທີ, ບັນດາທ່ານການນຳ ທີ່ເຂົ້າຮ່ວມພິທີຄັ້ງນີ້ ໄດ້ພ້ອມກັນຕັດແຖບຜ້າ ເພື່ອເປີດໂຄງການ ຢ່າງເປັນທາງການ, ພ້ອມທັັງ ຕີຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ໂຄງການດັ່ງກ່າວ.
ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
ບໍລິສັດ ຄາງອານ ສຶກສາຄົ້ນຄວ້າໝີ ຈຳກັດຜູ້ດຽວ ປະກອບສ່ວນໃນວຽກງານມະນຸດສະທຳໃຫ້ອົງການກາແດງແຫ່ງ ຊາດລາວ
ໃນວັນທີ 03 ມັງກອນ 2023 ນີ້, ທີ່ອົງການກາແດງແຫ່ງຊາດລາວໄດ້ມີພິທີມອບ-ຮັບເງິນ ຈາກບໍລິສັດ ຄາງອານ ສຶກ ສາຄົ້ນຄວ້າໝີ ຈຳກັດຜູ້ດຽວ ຈຳນວນ 20.000.000ກີບ, ມາມອບໃຫ້ກັບອົງ ການກາແດງແຫ່ງຊາດລາວ ເພື່ອເປັນການປະກອບສ່ວນໃນການຊ່ວຍເຫຼືອປະຊາຊົນທີ່ທຸກຍາກຂາດເຂີນ, ດ້ອຍໂອກາດ ແລະ ວຽກງານມະນຸດສະທຳທີ່ທາງອົງການກາແດງແຫ່ງຊາດລາວຈັດຕັ້ງປະຕິບັດຢູ່, ຕາງໜ້າກ່າວມອບໂດຍ ທ່ານ ຈາງ ຫາວ ປະທານ ບໍລີສັດ ຄາງອານ ສຶກສາຄົ້ນຄວ້າໝີ ຈຳກັດຜູ້ດຽວ ໃຫ້ກຽດກ່າວຮັບໂດຍ ທ່ານ ດ໋ອກເຕີ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີບັນດາທ່ານຈາກຕາງໜ້າຈາກອົງການກາແດງແຫ່ງຊາດລາວ ແລະ ພະນັກງານພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານປະທານອົງ ການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງບໍລິສັດ ຄາງອານ ສຶກສາຄົ້ນຄວ້າໝີ ຈຳກັດຜູ້ດຽວ ທີ່ໄດ້ປະກອບສ່ວນໃຫ້ກັບວຽກງານຂອງອົງການກາແດງແຫ່ງຊາດລາວ ເຊິ່ງມັນໄດ້ສະແດງໃຫ້ເຫັນນຳ້ໃຈອັນສູງສົ່ງໃນການປະກອບສ່ວນຊ່ວຍເຫລືອສັງຄົມ , ໂດຍສະເພາແມ່ນການຊ່ວຍເຫຼືອຄອບຄົວທີ່ທຸກຍາກຂາດເຂີນ ທີ່ເປັນເປົ້າໝາຍຂອງອົງການກາແດງແຫ່ງຊາດລາວ ພ້ອມດຽວ ກັນນັ້ນ, ຍັງຈະໄດ້ສຸມໃສ່ວຽກງານ 9 ໜ້າວຽກຂອງອົງການກາແດງແຫ່ງຊາດລາວເປັນຕົ້ນແມ່ນວຽກງານຊ່ວຍເຫຼືອບັນເທົາທຸກ, ການບໍລິຈາກເລືອດ, ແລະ ວຽກງານອື່ນໆ.
ກອງປະຊຸມການສ້າງສື່ໂຄສະນາ, ຜະລິດຕະພັນສື່ມວນຊົນ ວຽກງານຕ້ານການຄ້າມະນຸດ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຊຸດຝຶກອົບຮົມກ່ຽວກັບການສ້າງສື່ໂຄສະນາ, ຜະລິດຕະພັນສື່ມວນຊົນ ວຽກງານຕ້ານການຄ້າມະນຸດ ໃຫ້ສື່ມວນຊົນແຂວງເຊກອງ ໃນລະຫວ່າງວັນທີ 4-5 ມັງກອນ 2023 ທີ່ພະແນກ ຖວທ ແຂວງເຊກອງ ໂດຍມີທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ, ວິຊາການະແໜງສື່ມວນຊົນພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງເຊກອງເຂົ້າຮ່ວມ.

ຊຸດສຳມະນາໃນຄັ້ງນີ້, ສຳມະນາກອນຈະໄດ້ຮຽນຮູ້ ແລະ ຮັບຟັງການບັນຍາຍກ່ຽວກັບສະພາບລວມການຄ້າມະນຸດຢູ່ໃນໂລກ ແລະ ພາກພື້ນ; ສະພາບລວມການຄ້າມະນຸດຢູ່ ສປປ ລາວ; ບັນດາກໍລະນີການຄ້າມະນຸດທີ່ເກີດຂຶ້ນຢູ່ ສປປ ລາວ; ການປ້ອງກັນ, ປົກປ້ອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ; ການແຕ່ງດອງແອບແຝງທີ່ກ່ຽວກັບການຄ້າມະນຸດ ແລະ ກໍລະນີສຶກສາ; ບົດບາດຂອງສື່ໃນການໃຫ້ຂໍ້ມູນຂ່າວສານ, ວິທີການໂຄສະນາເຜີຍແຜ່, ປູກຈິດສຳນຶກ, ຈັນຍາບັນຂອງນັກຂ່າວ ແລະ ການອອກຂ່າວກ່ຽວກັບການຄ້າມະນຸດ; ການຂູດຮີດທາງເພດເດັກ, ການປ້ອງກັນ ແລະ ທ່ອງທ່ຽວທາງເພດເດັກໃນສະຖານທ່ອງທ່ຽວ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ອິນປອນ ນະຄອນສີ ແລະ ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ກ່າວວ່າ: ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ພັກ ແລະ ລັດໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເພາະວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ ເຊິ່ງຂະບວນການຄ້າມະນຸດ ໄດ້ມີຫຼາຍຮູບແບບເຊັ່ນ: ການໝັ້ນໝາຍ ຫຼື ການແຕ່ງດອງແອບແຝງ; ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ; ການຄ້າປະເວນີຂອງຜູ້ອື່ນ; ການໃຫ້ຖືພາ ແລະ ອື່ນໆ. ສະນັ້ນ ພັກ ແລະ ລັດຖະບານໄດ້ພະຍາຍາມເອົາໃຈໃສ່ຊີ້ນໍາການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະແມ່ນຂະແໜງການສື່ມວນຊົນທຸກຂັ້ນ ເປັນສ່ວນໜຶ່ງໃນການເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.
ວັນທີ 4 ມັງກອນ 2023 ຍົກລະດັບການສ້າງສື່ໂຄສະນາວຽກງານຕ້ານການຄ້າມະນຸດໃຫ້ສື່ມວນຊົນແຂວງເຊກອງ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບຮົມກ່ຽວກັບການສ້າງສື່ໂຄສະນາ, ຜະລິດຕະພັນສື່ມວນຊົນ ວຽກງານຕ້ານການຄ້າມະນຸດ ໃຫ້ ສື່ມວນຊົນແຂວງເຊກອງ ໃນລະຫວ່າງວັນທີ 4-5 ມັງກອນ 2023 ທີ່ພະແນກ ຖວທ ແຂວງເຊກອງ ໂດຍມີທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ, ວິຊາການະແໜງສື່ມວນຊົນພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງເຊກອງເຂົ້າຮ່ວມ.

ຊຸດສຳມະນາໃນຄັ້ງນີ້, ສຳມະນາກອນ ຈະໄດ້ຮຽນຮູ້ ແລະ ຮັບຟັງການບັນຍາຍກ່ຽວກັບສະພາບລວມການຄ້າມະນຸດຢູ່ໃນໂລກ ແລະ ພາກພື້ນ; ສະພາບລວມການຄ້າມະນຸດຢູ່ ສປປ ລາວ; ບັນດາກໍລະນີການຄ້າມະນຸດທີ່ເກີດຂຶ້ນຢູ່ ສປປ ລາວ; ການປ້ອງກັນ, ປົກປ້ອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ; ການແຕ່ງດອງແອບແຝງທີ່ກ່ຽວກັບການຄ້າມະນຸດ ແລະ ກໍລະນີສຶກສາ; ບົດບາດຂອງສື່ໃນການໃຫ້ຂໍ້ມູນຂ່າວສານ, ວິທີການໂຄສະນາເຜີຍແຜ່, ປູກຈິດສຳນຶກ, ຈັນຍາບັນຂອງນັກຂ່າວ ແລະ ການອອກຂ່າວກ່ຽວກັບການຄ້າມະນຸດ; ການຂູດຮີດທາງເພດເດັກ, ການປ້ອງກັນ ແລະ ທ່ອງທ່ຽວທາງເພດເດັກໃນສະຖານທ່ອງທ່ຽວ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ອິນປອນ ນະຄອນສີ ແລະ ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ກ່າວວ່າ: ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ພັກ ແລະ ລັດໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເພາະວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ ເຊິ່ງຂະບວນການຄ້າມະນຸດ ໄດ້ມີຫຼາຍຮູບແບບເຊັ່ນ: ການໝັ້ນໝາຍ ຫຼື ການແຕ່ງດອງແອບແຝງ; ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ; ການຄ້າປະເວນີຂອງຜູ້ອື່ນ; ການໃຫ້ຖືພາ ແລະ ອື່ນໆ. ສະນັ້ນ ພັກ ແລະ ລັດຖະບານໄດ້ພະຍາຍາມເອົາໃຈໃສ່ຊີ້ນໍາການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະແມ່ນຂະແໜງການສື່ມວນຊົນທຸກຂັ້ນ ເປັນສ່ວນໜຶ່ງໃນການເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.
#ຂ່າວ-ພາບ : ພຸດທະສອນ
ຈັບໄດ້ແລ້ວ! ຜູ້ກໍ່ເຫດທໍາລາຍຊັບ( ຈູດໂຮງຮຽນມັດທະຍົມເລກ03 ບ້ານທ່າເມືອງ)
ໃນທ້າຍປີ2022ຜ່ານມານີ້,ທ່ານ ພັທ ພອນໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໃນຄັ້ງວັນທີ 14 ທັນວາ 2022 ເວລາ 24 ໂມງ 30 ນາທີ ,ທາງເຈົ້າໜ້າທີ່ ປກສ ກຸ່ມ ໄດ້ລາຍງານທາງໂທລະສັບຫາເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ວ່າໃນເວລາປະມານ 24 ໂມງ 00 ນາທີ,ຂອງວັນດຽວກັນ ໄດ້ມີເຫດການເກີດອັກຄີໄຟໄໜ້ໂຮງຮຽນມັດທະຍົມຕອນຕົ້ນເລກ 03 ຢູ່ບ້ານ ທ່າເມືອງ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຈິງແທ້ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊັນນະສູດສະຖານທີ່ເກີດເຫດ ເຊິ່ງລວມມູນຄ່າເສຍຫາຍທັງໜົດ 786,480,000 ກີບ(ເຈັດຮ້ອຍແປດສິບຫົກລ້ານສີ່ແສນແປດສິບພັນກີບ) ຜ່ານການກວດກາຂອງເຈົ້າໜ້າທີ່ວິຊາສະເພາະ ຈິ່ງສາມາດຮູ້ໄດ້ວ່າສາເຫດທີ່ພາໃຫ້ເກີດອັກຄີໄຟແມ່ນເກີດຈາກຄົນຈູດ.ຕົກມາຮອດວັນທີ 20 ທັນວາ 2022 ໃນເວລາ 12 ໂມງ ທາງເຈົ້າທີ່ຕຳຫຼວດ ຈິ່ງສາມາດກັກຕົວຜູ້ກໍ່ເຫດໄດ້ 03 ຄົນຄື: ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ, ອາຊີບວ່າງງານ ບ້ານທ່າເມືອງ ນະຄອນ ໄກສອນ ພົມວິຫານ ,ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ຫຳນ້ອນ ຫຼື ເປີ້ນ ອາຍຸ 16 ປີ, ອາຊີບ ກຳມະກອນ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ ເພື່ອມາທຳການສອບສວນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສາມໄດ້ຍອມຮັບສະຫຼະພາບວ່າ: ໃນເວລາ 21ໂມງ ຂອງວັນທີ 13 ທັນວາ 2022 ທ້າວ ສາຍຄຳ ຫຼື ໄກ່ ໄດ້ຊັກຊວນ ທ້າວ ບີ້ ແລະ ທ້າວ ຫຳນ້ອຍ ຫຼື ເປີ້ນ ໄປລັກຢາສູນບາລາກູ(ຢາສູບໄຟຟ້າ) ພາຍຫຼັງຕົກລົງກັນແລ້ວກໍ່ພາກັນຍ່າງໄປ ແລະອຸປະກອນທີ່ຖືໄປນຳມີດພັບຍາວປະມານ 20 ຊັງຕີແມັດ ພໍຍ່າງໄປຮອດໂຮງຮຽນເວລາ 21 ໂມງຂອງວັນດຽວກັນ ກໍ່ພາກັນປີນຂື້ນກຳແພງຮົ້ວຂອງໂຮງຮຽນເບື້ອງທິດໃຕ້ ກໍ່ໄດ້ພາກັນຍ່າງໄປຕຶກຂອງອຳນວຍການໂຮງຮຽນ ແລ້ວໃຊ້ມີດທີ່ຖືມາງັດໜ່ວຍກະແຈປະຕູທາງເຂົ້າຫ້ອງການ ແຕ່ງັດບໍ່ໄດ້ ຈາກນັ້ນ,ພວກກຽ່ວຈິ່ງໄດ້ຍ່າງໄປທາງຫຼັງຫ້ອງການແລ້ວແນມເຫັນປະຕູທາງເຂົ້າເປັນຫວ່າງປະມານ 02 ນີ້ວ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຈັບເອົາໄມ້ແຍເຂົ້າໄປໃນຮູແລ້ວງັດໄດ້ປະມານ 20 ນາທີ ງັດອອກມາໄດ້ ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າແຕ່ບໍ່ເຫັນແລ້ວແນມເຫັນພ້າວາງໄວ້ຢູ່ຂ້າງຕຸກນ້ຳ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຍ່າງໄປຈັບເອົາແລ້ວຖືໄປງັດຫ້ອງຮອງອຳນວຍການ ຍ້ອນວ່າຜູ້ກ່ຽວເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວ ແລະ ເຄີຍຖືກອາຈານ ເອີ້ນໄປສຶກສາອົບຮົມແລ້ວເຫັນຢາສູບໄຟຟ້າທີ່ຄູ-ອາຈານ ຢຶດຈາກນັກຮຽນມາໄວ້ຢູ່ໃນຫ້ອງດັ່ງກ່າວ ໂດຍໃຊ້ວິທີເອົາພ້າງັດກະແຈລູກບິດ ໄດ້ປະມານ 30 ນາທີ ຈີ່ງສາມາດງັດໄດ້ ຊຶ່ງພາຍຫຼັງງັດໄດ້ແລ້ວກໍ່ພາກັນເຂົ້າໄປຄົ້ນຫາຢາສູບໄຟຟ້າແລ້ວພົບເຫັນຢາສູບໄຟຟ້າ ຈຳນວນ 11 ອັນ ທີ່ປະໄວ້ຢູ່ໃນຕູ້ເອກະສານຊັ້ນທີ2 ຈິ່ງພາກັນຈັບເອົາໃສ່ຖົງໂສ້ງ ເຊີ່ງພາຍຫຼັງໄດ້ຢາສູບແລ້ວກໍ່ພາກັນຍ່າງອອກມາຫ້ອງໂຖງ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງແນມເຫັນເຈວລ້າງມື ວາງໄວ້ເທິງໂຕະອາຈານ ຈິ່ງໄດ້ຈັບເອົາແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕະເຮັດວຽກຂອງຮອງອຳນວຍການ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ເອົາກັບໄຟແຊັກນຳທ້າວ ບີ້ ແລ້ວຍ່າງໄປຂີດຈູດ ເຊີ່ງພາຍຫຼັງຈູດແລ້ວພວກກ່ຽວຈິ່ງເອົາຕົວຫຼົບໜີ ປັດຈຸບັນຄະດີລາຍນີ້, ເຈົ້າໜ້າທີ່ແມ່ນຍັງສືບຕໍ່ດຳເນີນຄະດີ ຕາມຂັ້ນຕອນລະບຽບກົດໜາຍ.
ຂ່າວຍັງແຈ້ງຕື່ມອີກວ່າ: ໄດ້ມີເຫດການທຳຮ້າຍຮ່າງກາຍຢູ່ແຄມຂອງທ່າຫຼັງໂຮງໜໍແຂວງ ໃນເວລາ16ໂມງ,ຂອງວັນທີ 18 ທັນວາ 2022 ໄດ້ມີເຟສບຸກຊື່:ພາສາລາວ ປ໋າໄກ່ ສາຍພາເພີນ ໄດ້ໂພສລົງເຟສບຸກຕໍ່ກັບເຫດການທຳຮ້າຍຮ່າງກາຍ ໂດຍໃຊ້ສະກັອດມັດມືທາງຫຼັງແລ້ວລົງມືແຕະຕີພ້ອມທັງເອົາຕີນຍັນລົງນ້ຳຂອງ ສະຖານທີ່ຢູ່ທ່າທາງຫຼັງໂຮງໜໍແຂວງ ພາຍຫຼັງໄດ້ຮັບແຫຼງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຈີ່ງໄດ້ຂື້ນບັນຊີເປົ້າໜາຍ ແລະ ຮູ້ໄດ້ວ່າຜູ້ຖືກທຳຮ້າຍຮ່າງກາຍຊື່: ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ແລະມາຮອດວັນທີ 20 ທັນວາ 2022 ຈິ່ງໄດ້ນຳຕົວທ້າວ ບີ້ (ຜູ້ຖືກທຳຮ້າຍຮ່າງກາຍ)ເອົາມາສອບຖາມ ແລ້ວຮູ້ວ່າຜູ້ທີ່ທຳຮ້າຍຮ່າງກາຍຄື: ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ,ອາຊີບ ວ່າງງານ ບ້ານທ່າເມືອງ,ທ້າວ ວຽງສະຫວັນ ຫຼື ໂປ ອາຍຸ 13 ປີ,ອາຊີບ ກຳມະກອນ ບ້ານສະພານເໜືອ,ທ້າວ ຈູມຸງ ອາຍຸ 15 ປີ,ອາຊີບ ວ່າງງານ ບ້ານ ໄຊຍະມຸງຄຸນ ແລະ ທ້າວ ພອນຄຳ ຫຼື ໂອ ອາຍຸ 13 ປີ,ອາຊີບ ນັກຮຽນ ບ້ານ ທ່າແຮ່ ນະຄອນ ໄກສອນ ພົມວິຫານ ຈາກນັ້ນ,ຈີ່ງໄດ້ກັກຕົວພວກກ່ຽວມາທຳການສືບສວນ-ສອບສວນ.
ສາຍເຫດ ແລະ ແຮງຈູງໃຈ ໃນການກໍ່ເຫດຄັ້ງນີ້ຍ້ອນແມ່ນທ້າວ ບີ້ ໄປລັກໂທລະສັບຂອງ ສາຍຄຳ ຫຼື ໄກ່ ພວກກ່ຽວທັງສີ່ຈິ່ງໄດ້ໂທດດ້ວຍການເອົາສະກອດມັດມືແລ້ວຍັນລົງນ້ຳຂອງແລະພ້ອມທັງຫຸ້ມທຳຮ້າຍຮ່າງກາຍ
ແຂວງ ສະຫວັນນະເຂດ ຕ້ອນຮັບຂະບວນນັກກິລາກັບຈາກການແຂ່ງຂັນ ທີ່ຊຽງຂວາງ ເກມ ຢ່າງອົບອຸ່ນ ແລະ ສົມກຽດ
ພິທີຕ້ອນຮັບຂະບວນນັກກິລາແຂວງ ສະຫວັນນະເຂດ ກັບ ຈາກງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງ “ຊຽງຂວາງເປັນເຈົ້າພາບ ” ໄດ້ມີຂຶ້ນໃນວັນທີ 30 ທັນວາ 2022 ທີ່ ຫໍວັດທະນະທຳໄກສອນ ພົມວິຫານແຂວງສະວັນນະເຂດ, ໂດຍ ມີ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ,ທັງເປັນປະທານສະມາຄົມ-ສະຫະພັນ ກິລາ-ກາຍະກຳແຂວງ ; ທ່ານ ລໍາທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງ,ທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດພ້ອມ ດ້ວຍຄະນະ, ບັນດາ ຫົວໜ້າພະແນກການ,ອົງການຂັ້ນແຂວງ, ບັນດາບໍລິສັດຜູ້ອຸປະຖໍາເຂົ້າຮ່ວມ

ໃນໂອກາດຕ້ອນຮັບນີ້, ກໍ່ໄດ້ມີພິທີມອບ-ຮັບໃບຍ້ອງຍໍ ແລະ ເງິນບຳເນັດຫຼຽນລາງວັນປະເພດຕ່າງໆ ໃຫ້ນັກກິລາ ແລະ ຄູຝຶກທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຕາມລໍາດັບ. ຊຶ່ງໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງຄະນະນັກກິລາສາມາດຍາດມາໄດ້ ໂດຍເປັນການນຳເອົາຜົນງານ ແລະ ຊື່ສຽງຈາກລະດັບປະເທດມາສູ່ແຂວງສະຫວັນນະເຂດພ້ອມທັງໄດ້ເນັ້ນໜັກໃຫ້ພ້ອມກັນຮັກສາມູນເຊື້ອຜົນງານ ແລະ ສືບຕໍ່ພັດທະນາການຫຼິ້ນກິລາໃຫ້ໄດ້ຮັບຜົນສຳເລັດດີຂຶ້ນກວ່າເກົ່າ ໂດຍມີການຖ່າຍທອດຄວາມຮູ້, ປະສົບການທີ່ໄດ້ມາໃຫ້ມີນັກກິລາທີ່ດີເດັ່ນພາຍໃນແຂວງໃຫ້ຫຼາຍຂຶ້ນ. ຕໍ່ກັບວຽກງານກິລາ ຍາມໃດການນຳຂອງແຂວງສະຫວັນນະເຂດ ກໍ່ໃຫ້ຄວາມສຳຄັນ ເພາະວຽກງານກິລາເປັນວຽກງານໜຶ່ງທີ່ສ້າງໃຫ້ລູກຫຼານໄດ້ຮັບການພັດທະນາທາງດ້ານຕ່າງໆ ທັງເຮັດໃຫ້ມີສຸຂະພາບແຂງແຮງ ແລະ ຫ່າງໄກຈາກສິ່ງເສບຕິດ.

ສຳລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ແຕ່ແຂ່ງຂັນຕົວຈິງແມ່ນເລີ່ມຈາກວັນທີ 14 ພະຈິກ ຫາວັນທີ 22 ທັນວາ 2022 ມີ 22 ພາກສ່ວນເຂົ້າຮ່ວມ ຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກິລາ ລວມ 363 ຫຼຽນຄໍາ, 363 ຫຼຽນເງິນ ແລະ 532 ຫຼຽນທອງ. ໃນນີ້ສະເພາະແຂວງ ສະຫວັນນະເຂດ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນໃນ 19 ປະເພດກິລາ ຄື: ເປຕັງ,ເທັກຄວັນໂດ,ດອກປີກໄກ່, ແລ່ນ-ລານ, ເຕະບານ, ບານສົ່ງ, ຢູໂດ,ລອຍນໍ້າ, ປັນຈາສິລັດ, ຍິງທະຍູ, ລົດຖີບ,ມວຍລາວ,ມວຍສາກົນ,ເທນນິດ,ຄາຣາເຕໂດ, ກະຕໍ້, ຍິງປືນ, ບານບ້ວງ, ບານສົ່ງ ເຊິ່ງ ມີຈໍານວນເຂົ້າຮ່ວມທັງໝົດ 336 ຄົນ,ຍິງ105 ຄົນ.ໃນນັ້ນນັກກິລາ 234 ຄົນ,ຍິງ 94 ຄົນ,ຄູຝຶກ 53 ຄົນ, ສະຫະພັນ 17 ທ່ານ,ແພດ 6 ທ່ານ,ການນໍາ 10 ທ່ານ,ກອງເລຂາ,ເສດຖະກິດ ແລະ ນັກຂ່າວ 16 ທ່ານ ພ້ອມນັ້ນຍັງໄດ້ປະຕິບັດຕາມກົດລະບຽບ, ກະຕິກາຂອງການແຂ່ງຂັນ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈນັກກິລາສາມາດຍາດໄດ້ຫຼຽນລາງວັນທັງໝົດ 93 ຫຼຽນ ໄດ້ຈາກກິລາກິລາແລ່ນ-ລານ 8 ຫຼຽນຄຳ, 7 ຫຼຽນເງິນ,4 ຫຼຽນທອງ; ລວຍນໍ້າ 5 ຫຼຽນຄຳ, 7 ຫຼຽນເງິນ,5 ຫຼຽນທອງ; ຢູໂດ 2 ຫຼຽນຄຳ, 4 ຫຼຽນເງິນ, 5 ຫຼຽນທອງ; ປັນຈາສີລັດ 2 ຫຼຽນຄຳ, 2 ຫຼຽນເງິນ, 3ຫຼຽນທອງ; ເທຄວັນໂດ້ 1 ຫຼຽນຄຳ, 4 ຫຼຽນເງິນ, 1ຫຼຽນທອງ; ເປຕັງ(ຊາຍ) 1 ຫຼຽນເງິນ; ກັອບ 1 ຫຼຽນເງິນ; ຍິງທະນູ 2ຫຼຽນຄໍາ, 3 ຫຼຽນທອງ; ມວຍລາວ 1 ຫຼຽນຄໍາ,1 ຫຼຽນເງິນ, 2 ຫຼຽນທອງ; ມວຍສາກົນ 1ຫຼຽນເງິນ,2 ຫຼຽນທອງ; ເທນນິດ1 ຫຼຽນຄໍາ,1 ຫຼຽນເງິນ,1 ຫຼຽນທອງ; ຄາຣາເຕໂດ 1ຫຼຽນເງິນ,1 ຫຼຽນທອງ;ບານສົ່ງ(ຍິງ) 1 ຫຼຽນເງິນ; ກະຕໍ້(ຍິງ) 6 ຫຼຽນທອງ; ບານບ້ວງ1ຫຼຽນທອງ ສ່ວນກິລາບານເຕະຊາຍ ແມ່ນບໍ່ໄດ້ຈັກຫຼຽນ. ສະຫຼຸບຫຼຽນໃນການເຂົ້າຮ່ວມງານໃນຄັ້ງນີ້ ຍາດໄດ້ 24 ຫຼຽນຄໍາ, 32 ຫຼຽນເງິນ ແລະ 37 ຫຼຽນທອງ ເປັນອັນດັບທີ 5 ໃນທົ່ວປະເທດ.