Sunday, October 12, 2025
Home Blog Page 829

ພ້ອມກັນໄປສັກວັກຊິນປ້ອງກັນໂຄວິດ-19 ເຂັມກະຕຸ້ນເພື່ອສ້າງພູມຕ້ານທານໃຫ້ຮ່າງກາຍ

0

ປັດຈຸບັນເຖິງແມ່ນວ່າການລະບາດຂອງພະຍາດ ໂຄວິດ-19 ຈະຫຼຸດລົງຫຼາຍແລ້ວ ແຕ່ທຸກຄົນຍັງຕ້ອງເປັນເຈົ້າການປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ ໂດຍສະເພາະເດັກນ້ອຍທີ່ມີເກນອາຍຸກໍານົດ ຜູ້ອາວຸ ໂສ ຕ້ອງໄດ້ໄປຮັບວັກຊິນປ້ອງກັນພະຍາດ ໂຄວິດ-19 ໃຫ້ຄົບໂດສ ແລະ ໄປສັກວັກຊິນເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນ ແລະ ພູມຕ້ານທານໃຫ້ແກ່ຮ່າງກາຍ.

ຂໍ້ມູນຈາກກະຊວງສາທາລະນະສຸກ ລາຍງານສະພາບການສັກວັກຊິນປ້ອງກັນພະຍາດ ໂຄວິດ-19ທົ່ວປະເທດ ສະເພາະໃນວັນທີ 4 ມັງກອນ 2023 ມີ ຈໍານວນປະຊາກອນທີ່ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ທັງໝົດ 48.870 ຄົນ ໃນນັ້ນເຂັມທີ 1 ສັກໄດ້ 7.453 ຄົນ ເຂັມທີ 2 ສັກໄດ້ 10.665 ຄົນເຂັມທີ 3 ສັກໄດ້ 16.829 ຄົນ ເຂັມທີ 4 ຫຼື ກະຕຸ້ນ 13.923 ຄົນ.

ສຳລັບ ຈຳນວນປະຊາກອນທີ່ໄດ້ຮັບວັກຊິນປ້ອງກັນພະຍາດ ໂຄວິດ-19 ສະສົມມາຮອດປັດຈຸບັນ ມີດັ່ງນີ້: ເຂັມທີ 1 ສັກໄດ້ 6.261.335ຄົນ ຖ້າທຽບໃສ່ກຸ່ມປະຊາກອນເປົ້າໝາຍ 6 ປີ ຂຶ້ນໄປ ເທົ່າກັບ 95,2% ຫຼື ຖ້າທຽບໃສ່ປະຊາກອນທັງໝົດ ເທົ່າກັບ 85,3% ເຂັມທີ 2 ສັກໄດ້ 5.614.681 ຄົນ ຖ້າທຽບ ໃສ່ກຸ່ມປະຊາກອນເປົ້າໝາຍ 6 ປີ ຂຶ້ນໄປ ເທົ່າກັບ 85,4% ຫຼື ຖ້າທຽບໃສ່ປະຊາກອນທັງໝົດ ເທົ່າກັບ 76,5% ເຂັມທີ 3 ສັກໄດ້ 2.308.652 ຄົນ ມີປະຊາກອນເປົ້າໝາຍ 6 ປີ ຂຶ້ນໄປ ເທົ່າກັບ 35,1% ຫຼື ຖ້າທຽບໃສ່ປະຊາກອນທັງໝົດ ເທົ່າກັບ 31,5% ເຂັມທີ 4 ຫຼື ເຂັມກະຕຸ້ນສັກໄດ້ 417.950 ຄົນ ຖ້າທຽບ ໃສ່ກຸ່ມປະຊາກອນເປົ້າໝາຍ 6 ປີ ຂຶ້ນໄປແມ່ນຍັງບໍ່ສາມາດທຽບໄດ້ເທື່ອ ຫຼື ຖ້າທຽບໃສ່ປະຊາກອນທັງ ໝົດ ເທົ່າກັບ 5,7% ໃນນັ້ນສະເພາະກຸ່ມອາຍຸ 12-17 ປີເຂັມທີ 1 ສັກໄດ້ 714.110 ຄົນ (ກວມເອົາ 82,9%) ທຽບໃສ່ປະຊາກອນກຸ່ມເປົ້າໝາຍ 12-17 ປີ ເຂັມ 2 ສັກໄດ້ 624.841 ຄົນ (ກວມເອົາ 72,2%) ທຽບໃສ່ປະຊາກອນກຸ່ມເປົ້າໝາຍ 12-17 ປີ ແລະ ເດັກກຸ່ມອາຍຸ 6-11 ປີ ເຂັມທີ1 ສັກໄດ້ 827.141 ຄົນ (ກວມເອົາ 88,6%) ທຽບໃສ່ປະຊາກອນກຸ່ມເປົ້າໝາຍ 6-11 ປີ ເຂັມ 2 ສັກໄດ້ 666.377 ຄົນ (ກວມເອົາ 71,2%) ທຽບໃສ່ປະຊາກອນກຸ່ມເປົ້າໝາຍ 6-11 ປີ ແລະ ເດັກກຸ່ມອາຍຸ 5-11 ປີ ເຂັມທີ 1 ສັກໄດ້ 901.243 ຄົນ (ກວມເອົາ 82,9%) ທຽບໃສ່ປະຊາກອນກຸ່ມເປົ້າໝາຍ 5-11 ປີ ເຂັມ 2 ສັກໄດ້ 666.377ຄົນ (ກວມເອົາ 64%) ທຽບໃສ່ປະຊາກອນກຸ່ມເປົ້າໝາຍ 5-11 ປີ.

ເຖິງແມ່ນວ່າສະພາບການຂອງພະຍາດດັ່ງກ່າວ ຈະເບົາບາງລົງກໍ່ຕາມ ເພື່ອຄວາມບໍ່ປະມາດ ແລະ ສ້າງພູມຄຸ້ມກັນ ແກ່ຕົວທ່ານເອງ ແລະ ຄອບຄົວ ຄົນທີ່ທ່ານຮັກ ຈົ່ງຊັກຊວນອວນກັນໄປສັກຢາປ້ອງກັນພະ ຍາດ ໂຄວິດ-19 ເຂັມກະຕຸ້ນເພື່ອສ້າງພູມຕ້ານທານໃຫ້ຮ່າງກາຍ.

#vientianemai

ປີ 2022 ຜ່ານມານີ້ ການລ້ຽງສັດທົ່ວປະເທດມີການຂະຫຍາຍຕົວຫລາຍກວ່າ 3 ສ່ວນຮ້ອຍ ເມື່ອທຽບໃສ່ປີ 2021

0

ກອງປະຊຸມຂະແໜງການລ້ຽງສັດ ແລະ ການປະມົງທົ່ວປະເທດປະຈໍາປີ 2022 ແລະ ທິດທາງແຜນ ການປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 05 ຫາ 06 ມັງກອນນີ້ ທີ່ສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ ກະຊວງກະສິກໍາ ແລະ ປ່າໄມ້, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ທ່ານ ພັນທະວົງ ວົງສໍາພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ພ້ອມດ້ວຍຫົວໜ້າພະແນກ ຮອງພະແນກການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ແລະ ທົ່ວປະເທດເຂົ້າຮ່ວມ.

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນວ່າ: ກອງປະ ຊຸມຂະແໜງການລ້ຽງສັດ ແລະ ການປະມົງທົ່ວປະເທດປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຄັ້ງນີ້ ໄດ້ສະຫລຸບລາຍງານໃນການຈັດຕັ້ງປະຕິບັດແຜນພັດທະນາການລ້ຽງສັດ ແລະ ການປະ ມົງປະຈຳປີ 2022 ແລະ ທິດທາງແຜນການໃນປີ 2023, ລາຍງານການ ຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການລ້ຽງສັດ ແລະ ການປະມົງ, ການສັງລວມບັນຫາ ແລະ ແນະ ນຳວິທີ ແກ້ໄຂ ວຽກງານຄຸ້ມຄອງ, ຜະ ລິດ, ການສະໜອງ ອາຫານສັດບົກ ແລະ ສັດນໍ້າ, ວຽກງານ ການປະມົງ, ການຜະ ລິດ, ການສະໜອງລູກປາ, ວຽກງານກັນ ແລະ ຄວບຄຸມພະຍາດສັດ, ການຄຸ້ມຄອງການນຳເຂົ້າ-ສົ່ງອອກສັດ ແລະ ຜະລິດຕະພັນສັດ; ຜ່ານຂໍ້ກຳນົດເງື່ອນໄຂດ້ານສຸຂາ ອະນາໄມ ເພື່ອສົ່ງສັດ ແລະ ຜະລິດຕະພັນສັດ ໄປຈີນ ແລະ ຫວຽດນາມ ລວມທັງແລກປ່ຽນບົດຮຽນຂອງບັນດາຟາມຕົວແບບໃນການລ້ຽງສັດບົກ ແລະ ສັດນ້ຳ ຈາກບັນດາຜູ້ປະກອບການ. ພ້ອມທັງຕີລາຄາໃນໄລຍະ 1 ປີຜ່ານມາ ການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງກັບຄວາມເປັນຈິງ ໂດຍອີງໃສ່ບົດລາຍງານກ່ຽວກັບການຈັດ ຕັ້ງປະຕິ ບັດວາລະແຫ່ງຊາດ ການສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນທີ່ຍັງບໍ່ທັນແຂງ ແຮງ ເພື່ອຜະລິດ ແລະ ສະໜອງ ອາຫານ ສັດປີ 2023 ໃຫ້ໄດ້ 70 ສ່ວນຮ້ອຍ ຂອງຄວາມຕ້ອງການ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຊາວກະສິ ກອນ, ຜູ້ປະກອບການຫັນມານໍາໃຊ້ອາຫານສັດທີ່ຜະລິດຢູ່ພາຍໃນໃຫ້ຫລາຍຂື້ນ ແລະ ການສົ່ງອອກ ສັດໃຫຍ່ ເຊັ່ນ: ງົວ-ຄວາຍ ໄປຍັງ ຈີນ ແລະ ປະ ເທດອ້ອມຂ້າງ ລວມທັງການເຈລະຈາກ່ຽວກັບ ເງື່ອນໄຂດ້ານສຸຂານາໄມກ່ຽວກັບການສົ່ງອອກ ຜະ ລິດຕະພັນສັດ ແລະ ສັດນໍ້າໃຫ້ໄດ້ຫລາຍຊະນິດ ເພື່ອເອື້້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນໃນຂະແໜງການລ້ຽງສັດ ແລະ ການປະມົງ ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສະ ດວກ ວ່ອງໄວ ຕິດພັນກັບການຈັດຕັ້ງປະຕິບັດ 8 ນະໂຍບາຍແຫ່ງຊາດວ່າດ້ວຍການສົ່ງເສີມການລ້ຽງ ສັດ ແລະ ສັດນໍ້າ, ຕິດພັນກັບການສ້າງອາຊີບໃຫ້ ຊາວກະສິກອນໃຫ້ມີລາຍຮັບທີ່ໝັ້ນຄົງ.

ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນຕື່ມວ່າ: ໃນປີ 2022 ຜ່ານມາ, ວຽກງານການຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂະຫຍາຍຕົວເກືອບ 3 ສ່ວນຮ້ອຍ, ກວມເອົາປະມານ 17 ກວ່າສ່ວນຮ້ອຍ ຂອງລວມຍອດຜະ ລິດຕະພັນພາຍໃນ ຫລື GDP ລື່ນແຜນການປີ 2022 ທີ່ສະພາຮັບຮອງ 0,2 ສ່ວນ ຮ້ອຍ ແລະ ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 0,4 ສ່ວນຮ້ອຍ. ໃນນີ້, ການລ້ຽງສັດ ແລະ ການປະມົງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັດລ້ຽງທົ່ວປະ ເທດ ຂະຫຍາຍຕົວຫລາຍກວ່າ 3 ສ່ວນຮ້ອຍ ແລະ ການປະມົງຂະ ຫຍາຍຕົວ 4 ສ່ວນຮ້ອຍ, ທຽບໃສ່ປີ 2021 ຜ່ານມາ. ນອກນີ້ ວຽກງານລ້ຽງສັດ ແລະ ການປະມົງຍັງ ມີຫຼາຍອັນທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍຫຼາຍປະການ ເຊັ່ນ: ການສົ່ງເສີມການຜະລິດສັດບົກ-ສັດນ້ຳ ເພື່ອຮັບໃຊ້ການບໍລິໂພກພາຍໃນ, ການ ສົ່ງອອກ, ການຄຸ້ມຄອງໂຮງງານອາຫານສັດ, ການຄວບຄຸມພະຍາດສັດ ແລະ ບັນຫາອື່ນ ຍັງປະຕິ ບັດບໍ່ທັນໄດ້ດີ ແລະ ຢູ່ໃນໄລຍະປະຕິບັດວາລະແຫ່ງຊາດແມ່ນມີຄວາມຈຳເປັນຕ້ອງໄດ້ ສະຫຼຸບຕີ ລາຄາ, ຮັບຮູ້ ແລະ ມີຄວາມເຂົ້າໃຈເປັນເອກະພາບໄປລວງດຽວກັນກ່ຽວກັບ ແຜນວຽກຈຸດສຸມ ແລະ ຕົວເລກຄາດໝາຍລວມທັງ ວິທີການ, ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ.%

ຂ່າວ-ພາບ: ບຸນຍັງ ພຸດສະຫວັດ

ບາງທັດສະນະຕໍ່ການນຳພາຂອງພັກ-ລັດ ແລະ ການນຳ ຂປລ ແຕ່ລະຮຸ່ນ

0

ໃນໂອກາດ ວັນສ້າງຕັ້ງ ສໍານັກຂ່າວສານປະເທດລາວ ຄົບຮອບ 55 ປີ (6/1/1968-6/1/2023) ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສໍານັກຂ່າວສານປະເທດລາວ (ຂປລ), ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ກໍຄື ພະນັກງານ-ລັດຖະກອນ ທົ່ວສຳນັກຂ່າວສານປະເທດລາວ ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ພັກ, ລັດ ທີ່ໄດ້ໃຫ້ຄວາມສຳຄັນ ຕໍ່ວຽກງານຂ່າວສານ ເຮັດໃຫ້ກຳເນີດມີຂ່າວສານປະເທດລາວ ນັບແຕ່ປີ 1968 ເປັນຕົ້ນມາ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ຜ່ານຫລາຍຮຸ່ນຄົນ ຈົນມາຮອດປັດຈຸບັນ ກາຍມາເປັນ ສຳນັກຂ່າວສານປະເທດລາວ ທີ່ມີຄວາມເຕີບໃຫຍ່, ເຂັ້ມແຂງ ແລະ ຂະຫຍາຍຕົວ ຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານ ຄຳເຜີຍ ພິລາພາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການນຳ ກໍຄື ພະນັກງານແຕ່ລະຮຸ່ນຄົນ ທີ່ໄດ້ອຸທິດເຫື່ອແຮງ ພັດທະນາສຳນັກຂ່າວສານປະເທດລາວ ໃຫ້ມີຄວາມກ້າວໜ້າ ຈົນມາຮອດປັດຈຸບັນ. ພ້ອມທັງ, ສະແດງຄວາມຂອບໃຈ ຕໍ່ປະຊາຊົນນລາວບັນດາເຜົ່າ ກໍຄື ຜູ້ໃຫ້ ການສະໜັບສະໜູນ, ບໍລິໂພກຂໍ້ມູນຂ່າວສານ ແລະ ໃຫ້ຄໍາຄິດຄໍາເຫັນຕໍ່ການປະຕິບັດໜ້າທີ່ຂອງສຳນັກຂ່າວສານປະເທດລາວ ດ້ວຍດີຕະຫລອດມາ, ສະແດງຄວາມຂອບໃຈ ສຳນັກຂ່າວ, ບັນດາປະເທດເພື່ອນມິດ ທີ່ໄດ້ອູ້ມຊູຍູ້ໜູນ ເຮັດໃຫ້ສຳນັກຂ່າວສານປະເທດລາວ ນັບແຕ່ມື້ກຳເນີດ ຈົນມາຮອດປັດຈຸບັນ ໄດ້ຄຽງຢູ່ຄູ່ສັງຄົມລາວ ໃນການປະຕິບັດໜ້າທີ່ອັນສຳຄັນ ແລະ ມີກຽດຂອງຕົນ ກໍຄື ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ແລະ ເຫດການສຳຄັນຕ່າງໆ ອອກສູ່ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກວ້າງຂວາງທົ່ວເຖິງ.

ທ່ານ ຄຳເຜີຍ ພິລາພາ ກ່າວບາງທັດສະນະ ອີກວ່າ: ໃນອະນາຄົດ ກໍຄື ການຈັດຕັ້ງປະຕິບັດ ວຽກງານໃນໄລຍະໃໝ່ ສຳນັກຂ່າວສານປະເທດລາວ ຕ້ອງໄດ້ບືນຕົວຂຶ້ນເພື່ອເຮັດແນວໃດ ໃຫ້ ການປະຕິບັດໜ້າທີ່ການເມືອງ ກໍຄື ການເຮັດໜ້າທີ່ໃນການເປັນສື່ທາງການ ໃຫ້ບັນລຸຕາມລະດັບຄາດໝາຍ, ຕ້ອງມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ຕ້ອງໄດ້ນຳໃຊ້ຜົນສຳເລັດຂອງການປະຕິວັດອຸດສາຫະກຳ 4.0 ເພື່ອເຮັດແນວໃດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານເຂົ້າເຖິງກຸ່ມເປົ້າໝາຍ ຢ່າງເປັນວົງກວ້າງ ໂດຍການນຳໃຊ້ສື່ສັງຄົມອອນລາຍ ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ຂອງລັດ ກໍຄື ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ ກໍຄື ການຜະລິດ, ການສ້າງລາຍຮັບ, ການສ້າງວຽກເຮັດງານທຳ ຂອງປະຊາຊົນລາວບັນດາ ເຜົ່າ ອອກສູ້ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກ້ວາງຂວາງ, ໃຫ້ສົມກັບຄຳຂວັນຂອງສຳນັກຂ່າວສານປະເທດລາວ ທີ່ວ່າ: “ຂ່າວສານຖືກຕ້ອງ, ວ່ອງໄວ, ກ້າວໄກ ແລະ ທັນເຫດການ”.

ຂ່າວ: ທະນູທອງ

ສະຫລອງວັນສ້າງຕັ້ງຂ່າວສານປະເທດລາວ ຄົບຮອບ 55 ປີ

0

ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ຄົບ ຮອບ 55 ປີ (06/01/1968-06/01/2023) ໃນວັນທີ 6 ມັງກອນ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງ​ລັດຖະມົນຕີ, ອະດີດ​ການ​ນໍາ ສໍາ​ນັກ​ຂ່າວສານ​ປະ​ເທດ​ລາວ ພ້ອມດ້ວຍພະນັກງານພາຍ​ໃນ ສໍານັກຂ່າວສານປະເທດລາວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ ໃຫ້ຮູ້ວ່າ: ໃນ​ໄລຍະ 55 ປີ​ທີ່​ຜ່ານ​ມາ ພາຍ​ໃຕ້​ການ​ນໍາພາ-ຊີ້ນຳໂດຍ​ກົງ​ຂອງ​ພັກ ​ແລະ ​ລັດຖະບານ ກໍຄື ການນໍາ-ພາຊີ້ນໍາ ຂອງຄະນະພັກ-ຄະນະນໍາ ກະຊວງ ຖວທ, ສຳນັກຂ່າວສານ​ປະ​ເທດ​ລາວ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ພ້ອມ​ກັນ​ກັບ​ກະ​ແສ​ຟອງ​ປະຕິວັດ​ແຫ່ງ​ຊາດ ບໍ່ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ການ​ຕ່າງໆ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ເຂົ້າຮ່ວມ​ໂດຍ​ກົງ​ໃນ​ບັນດາ​ເຫດ​ການ​ປະຫວັດສາດ ​ແລະ ປະກອບສ່ວນ​ຊຸກຍູ້​ປະຫວັດສາດ​ໃຫ້​ກ້າວ​ໄປຂ້າງໜ້າອີກ​ດ້ວຍ. ​ໃນ​ການ​ຕໍ່ສູ້​ຕ້ານການ​ຮຸກ​ຮານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນທັງເກົ່າ ແລະ ໃໝ່​, ນັກ​ຂ່າວ​ ຂ່າວສານ​ປະ​ເທດ​ລາວ ຍາມ​ໃດ​ກໍ​ມີໜ້າຢູ່​ໃນ​ສະຖານະ​ການ​ທີ່​ເຄັ່ງຮ້ອນ, ສ່ອງ​ແສງ​ຄວາມ​ເປັນ​ຈິງ ​ແລະ ​ມີ​ຊີວິດ​ຊີວາ​ໃນ​ບັ້ນສູ້ຮົບ ​ແລະ ການ​ອອກ​ແຮງ​ງານ​ຂອງ​ປວງ​ຊົນ​ທັງ​ຊາດ; ຂໍ້​ມູນ​ຂ່າວສານຂອງ ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ​ແມ່ນ​ແຫ​ລ່ງຂ່າວໜຶ່ງທີ່​ສຳຄັນ ປະກອບສ່ວນ​ເຂົ້າ​ໃນ​ການ​ໂຄສະນາ​ການ​ຕໍ່ສູ້ຂອງ​ພັກ ​ແລະ ປະຊາຊົນ​ລາວ​ ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ​ແລະ​ ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໄຊຊະນະ​ອັນ​ໃຫຍ່​ຫລວງ, ຕະຫລອດ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ມີ​ນັກ​ຂ່າວ ຫລາຍ​ຄົນ ທັງ​ຈັບ​ປາກກາ, ກ້ອງຖ່າຍຮູບ ​ແລະ ຈັບ​ອາວຸດ​ສູ້​ຮົບ ດ້ວຍ​ທ່າ​ຂອງ​ນັກຮົບ​ໂດຍ​ກົງ, ​ໄດ້​ຜ່ານ​ການ​ຕໍ່ສູ້ ​ແລະ ພະນັກງານຈຳນວນ​ໜຶ່ງ​ ໄດ້​ເສຍສະລະ​ຊີວິດ​ຢ່າງ​ອົງອາດ​ກ້າຫານ​ໃນ​ສະໜາມຮົບ​ບົນ​ແຜ່ນດິນ​ເຂດ​ປົດ​ປ່ອຍ.

ໃນ​ໄລຍະ​​ແຫ່ງ​ການປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ຮອບດ້ານ ​ຢ່າງ​ມີ​ຫລັກການ ຂອງ​ພັກ, ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ດຳ​ເນີນ​ການ​ປັບປຸງ​ໂຄງ​ປະກອບ​ການຈັດຕັ້ງ ທັງ​ເປັນ​ເຈົ້າການ​ໃນ​ການ​ປັບປຸງ ​ເນື້ອຫາ​ສາລະ​ຂ່າວສານ, ກະກຽມ ​ແລະ ກຽມພ້ອມ ຫັນ​ຮູບ​ການ​ເຄື່ອນ​ໄຫວ ​ແລະ ການ​ນຳ​ໃຊ້​ອຸປະ ກອນ​ເຕັກນິກ, ມີ​ການ​ສ້າງ​ຫລາກ​ຫລາຍ​ຮູບ​ແບບຂ່າວ​ ໃຫ້​ອຸດົມສົມບູນ​ເທື່ອ​ລະ​ກ້າວ, ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໂຄສະນາ​ແນວທາງ, ​ແຜນ​ນະ​ໂຍບາຍ ຂອງພັກ​ປະຊາຊົນ​ປະຕິວັດ​ລາວ. ຂ່າວ ​ແລະ ຮູບ​ພາບ ຂອງ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ທັນ​ການ, ມີ​ຊີວິດ​ຊີວາ, ຫລາກ​ຫລາຍ​ໃນ​ຊີວິດ​ສັງຄົມ ​ໂດຍ​ສະ​ເພາະ ທາງ​ດ້ານເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ ລວມທັງບັນດາ​ຕົວ​ແບບວຽກດີ​ຄົນ​ເດັ່ນ​​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

ຜ່ານ​ໄລຍະ 55 ປີ ​ແຫ່ງ​ການ​ສູ້​ຮົບ, ສ້າງສາ​ພັດທະນາ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ, ປັດຈຸບັນ​ນີ້ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ກາຍ​ເປັນສຳນັກ​ຂ່າວ ຂອງ​ປະ​ເທດ ທີ່​ມີ​ການ​ພັດທະ ນາ​ເປັນ​ແຕ່​ລະບາດ​ກ້າວ ​ໃນ​ແຕ່ລະ​ໄລຍະ​ຂອງ​ການ​ປະຕິວັດ ກ້າວ​ສູ່ ​ແລະ ຫັນ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ​ແລະ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ ​ໄວ້​ວາງ​ໃຈ ທັງ​ພາຍ​ໃນ​ປະ​ເທດ, ພາກພື້ນ ​ແລະ ​ສາກົນ.

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາວຽກງານຂອງສຳນັກຂ່າວສານປະເທດລາວ ບາງບັນຫາ ໂດຍສະເພາະ ​ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຍົກສູງທັດສະນະຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງຖັນແຖວພະນັກງານລັດຖະກອນ ທັງບັນນາທິ ການ, ນັກຂ່າວ, ນັກຖ່າຍຮູບ ໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ຖະນຸບຳລຸງ-ປັບປຸງສ້ອມແປງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ມີຢູ່ແລ້ວໃຫ້ສາມາດໃຊ້ງານໄດ້ປົກກະຕິ; ສືບຕໍ່ເປັນແຫລ່ງເຜີຍແຜ່ຂໍ້ມູນຂ່າວ ສານທີ່ທັນສະໄໝ ເຊື່ອຖືໄດ້, ວ່ອງໄວ, ຊັດເຈນ ແລະ ໃຫ້ມີຫລາຍຮູບແບບ ຫລາຍສີສັນ ດຶງດູດໃຈຫລາຍຂຶ້ນເລື້ອຍໆ; ນຳໃຊ້ ສື່ແບບໃໝ່ ກໍຄື ສື່ສັງຄົມອອນລາຍ ຢ່າງແທດເໝາະກັບຍຸກສະໄໝ; ສືບຕໍ່ ສູ້ຊົນຊອກແຫລ່ງລາຍຮັບວິຊາການ ຕາມເງື່ອນໄຂຕົວຈິງ ສອດຄ່ອງກັບການປະຕິບັດໜ້າທີ່ການເມືອງ ແລະ ລະບຽບກົດໝາຍ; ສ້າງບຸກຄະລາກອນທີ່ເປັນມືອາຊີບມີຄວາມຮູ້ຄວາມສາມາດສົມຄູ່ກັບຄວາມຕ້ອງການຂອງວຽກງານ.

ແຈ້ງການດ່ວນ! ຢ່າຫຼົງເຊື່ອການແອບອ້າງດ້ວຍການນຳໃຊ້ຮູບພາບໂລໂກ້ ທຄຕລ

0

ຢ່າຫຼົງເຊື່ອການແອບອ້າງດ້ວຍການນຳໃຊ້ຮູບພາບໂລໂກ້ ທຄຕລ ໃນການໂຄສະນາຊວນເຊື່ອການເງີນທາງອອນລາຍດ້ວຍຊ່ອງຜ່ານ Whatsapp.

ຊ່ອງທາງຕິດຕໍ່ສອບຖາມ ຫຼື ແກ້ໄຂບັນຫາການນຳໃຊ້ ໂທສາຍດ່ວນ 1555 ທີມງານ OneCare ຢູ່ແອັບ BCEL One

ຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ14 ແຂວງສາລະວັນ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ IX

0

ໃນວັນທີ 5 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການປຶກສາຫາລືບັນຫາທີ່ສໍາຄັນຮີບດ່ວນຈໍານວນໜຶ່ງເພື່ອຈະນໍາເຂົ້າໃນກອງປະຊຸມສະໄໝສາມັນ ເທື່ອທີ4 ຂອງສະພາປະຊາຊົນແຂວງສາລະວັນທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້ ໂດຍການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ14 ແຂວງສາລະວັນ, ປະທານສະພາປະຊາຊົນແຂວງ , ມີທ່ານຄະນະປະຈໍາສະພາປະຊາຊົນແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງພະແນກ, ຄະນະບໍລິຫານງານພັກເມືອງ, ອົງການການທຽບເທົ່າອ້ອມຂ້າງແຂວງກໍໄດ້ເຂົ້າຮ່ວມ.

#ໃນກອງປະຊຸມ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ14 ແຂວງສາລະວັນ, ປະທານສະພາປະຊາຊົນແຂວງສາລະວັນ ກໍໄດ້ລາຍງານຜົນສໍາເລັດໃນການເຂົ້າຮ່ວມປະຊຸມສະໄໝສາມັນ ເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-30 ທັນວາ 2022 ທີ່ຫ້ອງປະຊຸມສະພາແຫ່ງຊາດນະຄອນຫຼວງວຽງຈັນ, ໃນການດໍາເນີນກອງປະຊຸມແມ່ນໄດ້ຮັບຟັງການລາຍງານ, ພິຈາລະນາເອົາບັນດາເນືອໃນທີ່ສໍາຄັນເປັນຕົ້ນ ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023 ຂອງລັດຖະບານ, ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ 2022 ແລະ ທິດທາງ 2023, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2021; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022ແລະ ແຜນງົບປະມານແຫ່ງລັດປີ 2023, ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດແຜນເງິນຕາປະຈໍາປີ 2022 ແລະ ແຜນການປີ 2023, ພິຈາລະນາຮັບຮອງເອົາການແຕ່ງຕັ້ງນາຍົກລັດຖະມົນຕີແຫ່ງ ສປປ ລາວຜູ້ໃໝ່, ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023, ລາຍງານກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນເພື່ອແກ້ໄຂບັນຫາການວ່າງງານ, ບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນເຄື່ອນໄຫວວຽກງານປະຈໍາປີ 2023, ບົດລາຍງານຜົນການກວດສອບສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021, ບົດລາຍງານອົງການກວດກາແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການປີ 2023, ບົດລາຍງານຜົນການກວດກາ ຕາມຜົນກວດສອບປີ 2020, ບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນເຄື່ອນໄຫວວຽກງານປະຈໍາປີ 2023, ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈໍານວນ 12 ສະບັບໃນນັ້ນມີ: ກົດໝາຍສ້າງໃໝ່ມີ 3 ສະບັບ, ກົດໝາຍປັບປຸງ 9 ສະບັບ, ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນເຄື່ອນໄຫວປະຈໍາປີ 2023 ແລະ ຜົນການຕິດຕາມ, ກວດກາຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ; ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດຊຸດທີ IX ແຕ່ປີ 2023-2025 ນອກຈາກນີ້ສະພາແຫ່ງຊາດຍັງໄດ້ສະເໜີໃຫ້ 19 ພາກສ່ວນຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ, ກອງປະຊຸມໄດ້ດໍາເນີນເປັນເວລາ 20 ວັນ.

———————————————————–

ໂດຍ: ກິນດາວັນ ອ້ວນນາຄູ

#salavan#medialaos

ຫ້ອງການສຶກສາທິການ ແລະ ກິລາເມືອງໃໝ່ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023

0

ໃນຕອນເຊົ້າຂອງວັນທີ 04 ມັງກອນ 2023 ຢູ່ທີ່ສະໂມສອນໃຫຍ່ຂອງ #ເມືອງໃໝ່ແຂວງຜົ້ງສາລີໄດ້ມີພິທີສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ດຣ ພອນສະຫວັນ ມະນີວົງສີ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ແລະ ເຂົ້າຮ່ວມໂດຍທ່ານ ຄຳເສົາ ອຸ່ນເຫຼັກ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໃໝ່, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຄູນຳພານັກຮຽນ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ທ່ານ ບຸນອຽນ ສິງວິວັນ ຫົວໜ້າໜ່ວຍງານການສຶກສາພາກບັງຄັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເປີດການສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ແລະ ຜ່ານກົດລະບຽບການສອບເສັງນັກຮຽນເກັ່ງ. ຫຼັງຈາກນັ້ນໄດ້ດຳເນີນການສອບເສັງ, ໃນການສອບເສັງຄັ້ງນີ້ສຳລັບຊັ້ນ ປ5 ແມ່ນສອບເສັງ 4 ວິຊາ: ພາສາລາວ, ຄະນິດສາດ, ໂລກອ້ອມຕົວ ແລະ ພາສາອັງກິດ; ຊັ້ນ ມ4 ແມ່ນສອບເສັງ 5 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ພາສາອັງກິດ; ຊັ້ນ ມ7 ແມ່ນສອບເສັງ 4 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ການສອບເສັງໄດ້ດຳເນີນໃນເວລາໜຶ່ງຕອນ ແລະ ຄະນະຮັບຜິດຊອບກວດບົດໄດ້ຈັດຕັ້ງການກວດບົດພ້ອມທັງໄດ້ຜ່ານບົດສະຫຼຸບຫຍໍ້ຜົນການສອບເສັງຄັດເລືອກນັກຮຽນເກັ່ງຄັ້ງນີ້ ເຊິ່ງແຕ່ລະປະເພດມີດັ່ງນີ້:

ຊັ້ນ ປ5: ວິຊາ ພາສາລາວ ປະເພດທີ 1 ນາງ ສຸມີ ນັກຮຽນຈາກປະຖົມສົມບຸນ ບ້ານເພຍ, ປະເພດທີ 2 ນາງ ຈິດ ມະນີສອນ ຈາກໂຮງຮຽນປະຖົມສົມບຸນ ປາກແພ ແລະ ປະເພດທີ 3 ນາງ ຕອມ ຈາກໂຮງຮຽນປະຖົມສົມບຸນ ສົບຮຸນ. ວິຊາ ຄະນິດສາດ ປະເພດທີ 1 ນາງ ຈັນທະຄອນ ແສງມະນີ ຈາກໂຮງຮຽນປະຖົມສົມບຸນ ນໍ້າງາ, ປະເພດທີ 2 ທ້າວ ລໍເອີ ຈາກປະຖົມສົມບຸນ ເພຍລໍເກົ່າ, ປະເພດທີ 3 ທ້າວ ບອຍ ຈາກໂຮງຮຽນປະຖົມສົມບຸນ ຫ້ວຍວາງເກົ່າ. ວິຊາ ໂລກອ້ອມຕົວ ປະເພດທີ 1 ທ້າວ ວິສິດ ສົງຄາມ ຈາກໂຮງຮຽນປະຖົມສົມບຸນ ສົບຮຸນ, ປະເພດທີ 2 ທ້າວ ເທບພະກອນ ດາລາວົງ ຈາກປະຖົມສົມບຸນ ນໍ້າງາ, ປະເພດທີ 3 ທ້າວ ຕາວັນ ອິນທະວົງ ຈາກໂຮງຮຽນປະຖົມສົມບຸນ ສະຫຼວງ. ວິຊາ ພາສາອັງກິດ ປະເພດທີ 1 ທ້າວ ອານຸສັກ ສິງວິວັນ ຈາກໂຮງຮຽນປະຖົມສົມບຸນ ນໍ້າງາ, ປະເພດທີ 2 ທ້າວ ລູປໍ ຈາກປະຖົມສົມບຸນ ເພຍລໍເກົ່າ.

ຊັ້ນ ມ4: ວິຊາ ພາສາລາວ-ວັນນະຄະດີ ປະເພດທີ 1 ທ້າວ ຄຳສານ ຈາກໂຮງຮຽນ ມ ສ ສົບຮຸນ, ປະເພດທີ 2 ນາງ ສອນນາລີ ດວງພູມາ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 3 ນາງ ແສງດາວອນ ຈາກໂຮງຮຽນ ມ ສ ສະຫຼວງ.ວິຊາ ຄະນິດສາດ ປະເພດທີ 1 ທ້າວ ແຈປາ ລາວລີ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ຊົງ ຢາງ ຈາກໂຮງຮຽນ ມ ສ ສົບຮຸນ, ປະເພດທີ 3 ທ້າວ ທັນວາ ຕາວິຍານ ຈາກໂຮງຮຽນ ມ ຕ ໂພນໄຊ. ວິຊາ ຟີຊິກສາດ ປະເພດທີ 1 ທ້າວ ສາລູ ລາວມາ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ສົມບັດ ພິມທະສອນ ຈາກໂຮງຮຽນ ມ ຕ ກິວກະຈຳ, ປະເພດທີ 3 ນາງ ຄຳຮາ ຈາກໂຮງຮຽນ ມ ສ ສົບຮຸນ. ວິຊາ ເຄມີສາດ ປະເພດທີ 1 ນາງ ສຸນິຕາ ໄຊພາສອນ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ຈາວື ຈາກໂຮງຮຽນ ມ ສ ສົບຮຸນ. ວິຊາ ພາສາອັງກິດ ປະເພດທີ 1 ທ້າວ ເຈີລໍ ລາວມາ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ເພັງວື ຈາກໂຮງຮຽນ ມ ສ ສົບຮຸນ, ປະເພດທີ 3 ທ້າວ ລູເກຍ ຈາກໂຮງຮຽນ ມ ຕ ປ່າລັນ.

ຊັ້ນ ມ7: ວິຊາ ພາສາລາວ-ວັນນະຄະດີ ປະເພດທີ 1 ທ້າວ ຕຸນາ ດວງວິໄລ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ນາງ ຕາວັນ ດີຍາກອນ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 3 ນາງ ແອງ ຈາກໂຮງຮຽນ ມ ສ ສະຫຼວງ.ວິຊາ ຄະນິດສາດ ປະເພດທີ 1 ທ້າວ ພອນ ຈາກໂຮງຮຽນ ມ ສ ເມືອງໃໝ່. ວິຊາ ຟີຊິກສາດ ປະເພດທີ 1 ນາງ ບົວຈັນ ເລື່ອງວັນໄຊ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ບີ ດວງວິໄລ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 3 ນາງ ເພັດ ດາວັນ ຈາກໂຮງຮຽນ ມ ສ ສະຫຼວງ. ວິຊາ ເຄມີສາດ ປະເພດທີ 1 ທ້າວ ເຈື້ອ ເລື່ອງວັນແກ້ວ ຈາກໂຮງຮຽນ ມ ສ ສະຫຼວງ, ປະເພດທີ 2 ທ້າວ ສີສຸພົນ ພົນສົມເຮືອງ ຈາກໂຮງຮຽນ ມ ສ ເມືອງໃໝ່. ຈາກນັ້ນທາງຄະນະຮັບຜິດຊອບໄດ້ຈັດຕັ້ງພິທີມອບໃບຢັ້ງຢືນ ແລະ ລາງວັນ ປະເພດຕ່າງໆ ໃຫ້ແກ່ນ້ອງນັກຮຽນ.

ໂອກາດດັ່ງກ່າວ, ທ່ານ ດຣ ພອນສະຫວັນ ມະນີວົງສີ ກໍາມະການພັກເມືອງ ຮອງເຈົ້າເມືອງ ຜູ່ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ກ່ອນອື່ນທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູອາຈານ ແລະ ນ້ອງໆນັກຮຽນທັງໝົດທີ່ເຂົ້າຮ່ວມການສອບເສັງຄັດເລືອກໃນຄັ້ງນີ້ ແລະ ທ່ານຍັງຮຽກຮ້ອງມາຍັງຄູອາຈານປະຈໍາແຕ່ລະສາຍວິຊາ ໃຫ້ສືບຕໍ່ເອົາໃຈໃສ່ບໍາລຸງ ແລະ ສິດສອນ ບັນດານ້ອງນັກຮຽນເກັ່ງທີ່ໄດ້ຜ່ານການຄັດເລືອກໃນຄັ້ງນີ້ ເພື່ອສືບຕໍ່ໄປສອບເສັງໃນຂັ້ນແຂວງ ທັງນີ້ກໍເພື່ອໃຫ້ການສອບເສັງນັກຮຽນເກັ່ງໃນຂັ້ນຕ່າງໆ ໃຫ້ໄດ້ຮັບຜົນສຳເລັດ, ສາມາດເລືອກໄດ້ນັກຮຽນທີ່ມີຄຸນນະພາບ, ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດ ເພື່ອກັບມາສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອານະຄົດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.

#ຂຽນຂ່າວໂດຍ: ເພັດແດນວີລະຊົນ

ເຊກອງ ສໍາມະນາກ່ຽວກັບການຫັນເປັນລັດຖະບານດີຈີຕອນ

0

ວັນທີ 5 ມັງກອນ 2023 ນີ້ ທີ່ສະໂມສອນ #ແຂວງເຊກອງ#ສູນບໍລິຫານລັດດີຈີຕອນ#ກະຊວງເຕັກໂນໂລຊີແລະການສື່ສານ ຮ່ວມກັບ #ພະແນກເຕັກໂນໂລຊີ ແລະການສື່ສານແຂວງເຊກອງ ຈັດກອງປະຊຸມ #ສໍາມະນາກ່ຽວກັບ#ການຫັນເປັນລັດຖະບານດີຈີຕອນ ແລະຝຶກອົບຮົມລະບົບເຄືອຂ່າຍພາກລັດ ( G-Net ). ເຂົ້າຮ່ວມມີທ່ານ ປອ ສົມໄພວັນ ແສງສຸສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະການສື່ສານ, ມີທ່ານ ສຸດຊະນະ ສີຫາວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະການສື່ສານແຂວງເຊກອງ ແລະ ທ່ານ ອ່ຽງຄໍາ ລັດຖະສົມບັດ ຮອງຫົວໜ້າຫ້ອງວ່າການແຂວງເຊກອງ ພ້ອມດ້ວຍຂະແໜງການການ-ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ອ່ຽງຄໍາ ລັດຖະສົມບັດ ກ່າວວ່າ: ການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ, ຊຶ່ງການຫັນເປັນທັນສະໄໝ (ດິຈິຕອນ) ກໍ່ແມ່ນການນຳໃຊ້ເຕັກໂນໂລຊີ ICT ຫຼື ປະຈຸບັນມັກເອີ້ນວ່າ ດິຈິຕອນ (Digital) ເຂົ້າເປັນກົນໄກ ແລະ ເປັນເຄື່ອງມືອັນສຳຄັນໃນການຂັບເຄື່ອນການປະຕິຮູບຂະບວນການບໍລິຫານລັດ, ການຜະລິດ, ການດຳເນີນທຸລະກິດ, ການຄ້າ, ການບໍລິການ, ການສຶກສາ, ສາທາລະນະສຸກ, ລວມທັງກິດຈະກໍາທາງເສດຖະກິດ ແລະ ສັງຄົມອື່ນໆ ເພື່ອຫັນວຽກງານການບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ, ຮັບໃຊ້ສັງຄົມ ກໍຄືປະຊາຊົນ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິພາບ. ຊຶ່ງການສໍາມະນາຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ໃນການຫັນເປັນລັດຖະບານທັນສະໄໝ ຢູ່ໃນຂັ້ນທ້ອງຖິ່ນ ຊຶ່ງຈະເປັນບາດກ້າວໃໝ່ ໃນການຫັນປ່ຽນ ແລະ ຊຸກຍູ້ສົ່ງເສີມໃຫ້ແກ່ວຽກງານບໍລິຫານລັດ ຂອງແຂວງພວກເຮົາ ໃຫ້ມີຄວາມທັນສະໄໝ ໂດຍສະເພາະແມ່ນວຽກງານການພັດທະນາຊັບພະຍາກອນມະນຸດ, ຊຶ່ງແຂວງຂອງພວກເຮົາແມ່ນຍັງມີຄວາມຕ້ອງການ ທາງດ້ານເຕັກນິກວິຊາການໃນການຄຸ້ມຄອງ ແລະ ນຳໃຊ້ລະບົບດັ່ງກ່າວຫຼາຍ ແລະຫວັງວ່າຜູ້ເຂົ້່າຮ່ວມສຳມະນາໃນຄັ້ງນີ້ ຈະໄດ້ຮັບຂໍ້ມູນ ແລະ ບົດຮຽນທີ່ເປັນປະໂຫຍດ ກ່ຽວກັບການຫັນເປັນທັນສະໄໝ ແລະ ນຳໄປເປັນພື້ນຖານ ເພື່ອຜັນຂະຫຍາຍເຂົ້າໃນການພັດທະນາວຽກງານຂອງຂະແໜງການຕົນ ໃຫ້ມີປະສິດທິຜົນ ແລະ ພັດທະນາຢ່າງກ້າວກະໂດດໃນຕໍ່ໜ້າ.

ຫຼັງຈາກນັ້ນ, ກໍໄດ້ມີການມອບ-ຮັບ ລະບົບ G-Net ໃຫ້ຫ້ອງວ່າການແຂວງເຊກອງ ຄຸ້ມຄອງ ແລະນໍາໃຊ້, ພ້ອມດຽວກັນນີ້ ສູນບໍລິຫານລັດດີຈີຕອນ ໄດ້ຝຶກອົບຮົມກ່ຽວກັບການຫັນເປັນດີຈີຕອນ ( Digital Transfomation )ແລະ ການພັດທະນາລະບົບບໍລິຫານດີຈີຕອນ ໃຫ້ແກ່ຜູ້ເຂົ້າຮ່ວມຕື່ມອີກ.

ການນໍາເມືອງ ວິລະບູລີ ລົງກວດກາເບິ່ງການກໍານົດເຂດແດນຂອງວັດພຣະທາດນາງລາວ ແລະ ເຂດແດນຂອງສິມນໍ້າບາດ ເຊິ່ງເປັນແຫຼ່ງອະລິຍະທໍາທີ່ສໍາຄັນຂອງເມືອງ

0

ເພື່ອເປັນການຄຸ້ມຄອງ ແລະ ອະນຸລັກປົກປັກຮັກສາແຫຼ່ງອາລິຍະທໍາທີ່ເກົ່າແກ່ສໍາຄັນ ບໍ່ໃຫ້ສູນຫາຍໄປຕາມການເວລາ, ສ້າງເປັນບ່ອນກາບໄຫວ້ສັກກະລະບູຊາຍຶດໜ່ຽວຈິດໃຈ ຂອງຄົນລາວຊາວພຸດທັງຫຼາຍ ກໍ່ຄືຊາວທ້ອງຖິ່ນ, ທັງສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມເມືອງ ວິລະບູູລີ ໃຫ້ຫຼາຍຂຶ້ນກວ່າເກົ່າໃນອະນາຄົດ.

ດັ່ງນັ້ນ, ໃນທ້າຍອາທິດທີ່ຜ່ານມານີ້ ທາງການນໍາຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ ເຊິ່ງນໍາໂດຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງ ວິລະບູລີ, ທ່ານ ສີຄູນ ບານມະນີວົງ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ ຮ່ວມກັບທ່ານ ປອ ຄໍາເຜີຍ ຜັນທະຈອນ ອະດີດຮອງເລຂາພັກແຂວງ ອະດີດປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງວິລະບູລີ ປະກອບມີ : ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ພາຍໃນເມືອງ, ກອງບັນຊາການ ປກຊ ເມືອງ, ຫ້ອງວ່າການເມືອງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ຮ່ວມກັນລົງກວດກາເກັບກໍາເອົາຂໍ້ມູນຄືນ ແລະ ກໍານົດເອົາຂອບເຂດແດນຂອງເດີ່ນວັດພຣະທາດນາງລາວ ( ທີ່ຕັ້ງຢູ່ບ້ານທາດ ) ແລະ ຂອບເຂດແດນວັດເກົ່າສິມນໍ້າບາດ ( ທີ່ຕັ້ງຢູ່ບ້ານໃໝ່ ) ຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ, ຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການກວດກາເກັບກໍາເອົາຂໍ້ມູນຄືນ ໃນບໍລິເວນຂອບເຂດແດນຂອງເດີ່ນວັດພຣະທາດນາງລາວ ທີ່ຕັ້ງຢູ່ບ້ານທາດ ແລະ ຂອບເຂດແດນວັດເກົ່າສິມນໍ້າບາດ ຕັ້ງຢູ່ບ້ານໃໝ່ ຂອງເມືອງ ວິລະບູລີ ຕາມຂອບເຂດທີ່ໄດ້ມີການສໍາຫຼວດເກັບກໍາຂໍ້ມູນເບື້ອງຕົ້ນ ໃນເທື່ອກ່ອນ ໃຫ້ມີຄວາມເອກະພາບກັນ ເພື່ອຈະໄດ້ກໍານົດເຂດແດນ ໃຫ້ມີຄວາມລະອຽດຊັດເຈນ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງກໍ່ຄື ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ວິລະບູລີ ນໍາໄປແຕ້ມແຜນທີ່ກໍານົດເຂດແດນຄືນໃຫ້ລະອຽດອີກເທື່ອໜຶ່ງ ແລ້ວປັກຫຼັກໝາຍເຂດແດນໄວ້ ເພື່ອໃນຕໍ່ໜ້າແມ່ນຈະໄດ້ມີການເຮັດຮົ້ວກໍາແພງອ້ອມໄວ້, ທັງນີ້ ກໍ່ແມ່ນເພື່ອແນໃສ່ເຮັດໃຫ້ທັງສອງສະຖານທີ່ເກົ່າແກ່ສັກສິດດັ່ງກ່າວ ໄດ້ມີຄວາມຈົບງາມ, ທັງເປັນການປ້ອງກັນບໍ່ໃຫ້ມີການບຸກລຸກເຂົ້າມາກາຍເຂດແດນທີ່ກໍານົດໄວ້ ແລະ ເພື່ອຄວາມສະດວກໃນການກໍານົດເປັນໂຊນ ເປັນຈຸດ ເພື່ອການພັດທະນາໃນຕໍ່ໜ້າ. ສໍາລັບວັດເກົ່າສິມນໍ້າບາດ ທີ່ຕັ້ງຢູ່ໃນຂອບເຂດຂອງບ້ານໃໝ່ ເຂດກຸ່ມບ້ານທີ່ 5 ຂອງເມືອງ ວິລະບູລີ ຄາດວ່າໃນຕໍ່ໜ້າແມ່ນຈະໄດ້ມີການບູລະນະປະຕິສັງຂອນໄວ້ ( ມຸງຫຼັງຄາກວມເອົາໄວ້ ) ເນື່ອງຈາກວ່າມີຄວາມຊຸດໂຊມຫຼາຍແລ້ວ ຍັງເຫຼືອພຽງຮ່ອງຮອຍສ່ວນໜຶ່ງເທົ່ານັ້ນ ທີ່ຍັງໃຫ້ເຫັນ; ເຊິ່ງວ່າສິມນໍ້າບາດ ແມ່ນເປັນສະຖານທີ່ແຫຼ່ງອາລິຍະທໍາທີ່ເກົ່າແກ່ ອີກແຫ່ງໜຶ່ງຂອງເມືອງ ວິລະບູລີ ເຊິ່ງສັນນິຖານວ່າຖືກສ້າງຂຶ້ນໃນສະໄໝທີ່ເຈົ້ານາງລາວ ລົງມາປົກຄອງເຂດເມືອງວັງອ່າງຄໍາ ຫຼື ອາດຈະຖືກສ້າງຂຶ້ນກ່ອນອົງພຣະທາດນາງລາວປະມານ 10 ກວ່າປີ ຄາດວ່າມີອາຍຸປະມານເກືອບ 200 ປີ.

#savannakhet#medialaos

ລມຕ ​ກະຊວງ​ສາທາລະນະ​ສຸກ, ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ ສປປ ລາວ ​ແລະ ຜູ້ຕາງໜ້າ​ອົງການ UNICEF ແລະ ອົງການອະນາໄມໂລກ ລົງເຮັດວຽກ ຢູ່ 4 ​ແຂວງ​ພາກ​ໃຕ້ ຂອງສປປ ລາວ

0

​         ໃນໄລຍະວັນທີ 3 ຫາ 10 ມັງກອນ 2023 ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ,  ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ KOBAYASHI Kenichi ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ນາງ ເພຍ ຣີແບນໂລ ບະຣິດໂຕ, ຜູ້ຕາງໜ້າ​ອົງການ UNICEF ແລະ ທ່ານ ນາງ Dr Ying-Ru Jacqueline ໄດ້ລົງເຮັດວຽກຢູ່ 4 ​ແຂວງ​ພາກ​ໃຕ້​ຄື: ສາລະ​ວັນ, ​ຈໍາປາ​ສັກ, ເຊ​ກອງ ​ແລະ ອັດ​ຕະປື. ຈຸດປະສົງຂອງການລົງເຮັດວຽກ ຂອງຜູ້ແທນລະດັບສູງຄັ້ງນີ້ແມ່ນແນໃສ່ທົບທວນຄວາມຄືບໜ້າຂອງການຄຸ້ມຄອງການສັກຢາກັນພະຍາດ ຢູ່ເມືອງທີ່ດ້ອຍໂອກາດຂອງ 4 ແຂວງພາກໃຕ້ ຄື: ສາລະ​ວັນ, ​ຈໍາປາ​ສັກ, ເຊ​ກອງ ​ແລະ ອັດ​ຕະປື.

ຈາກນັ້ນ ຄະ​ນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມປຶກສາຫາລືວຽກງານສາທາລະນະສຸກແຂວງສາລະວັນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ​ໂດຍການເປັນປະທານຂອງ ທ່ານ ປອ ດຣ.ບຸນແຟງ ພູມມາລາສິດ, ລັດຖະມົນຕີກະຊວງສາທາລະນະສຸກ. ຜູ້ເຂົ້າຮ່ວມກອງປະຊຸມແມ່ນມາຈາກຄະນະກົມອ້ອມຂ້າງກະຊວງສາທາລະນະສຸກ ແລະ ຂະແໜງການສາທາລະນະສຸກ ພາຍໃນແຂວງສາລະວັນ.

ທ່ານ ດຣ ອາຄົມ ລຳວິຈິດ, ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ໄດ້ລາຍງານຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ຂອງການປະຕິບັດວຽກງານສາທາລະນະສຸກແຂວງ. ທ່ານ ໄດ້ລາຍງານການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ກໍ່ຄືສະພາປະຊາຊົນແຂວງຮັບຮອງ. ທ່ານໄດ້ກ່າວວ່າ: ອັດຕາເດັກລຸ່ມ 5 ປີ ນໍ້າ​ໜັກ​ຕໍ່າ​ກວ່າມາດ​ຕະຖານຄາດໝາຍ 2022 (25%), ປະຕິບັດໄດ້ 11 ເດືອນ (12,39 %), ລວງ​ສູງບໍ່​ໄດ້​ມາດ​ຕະ​ຖານຄາດໝາຍ (33%), ປະຕິບັດໄດ້ 18,52 %,  ອັດ​ຕາ​ການ​ຕາຍ​ຂອງ​ເດັກ​ລຸ່ມ 1 ປີ: ຄາດໝາຍ (26/1.000),  ປະຕິບັດໄດ້ 15,12/1.000,  ອັດ​ຕາ​ການ​ຕາຍຂອງ​ເດັກ​ລຸ່ມ 5 ປີ: ຄາດໝາຍ (32/1.000), ປະຕິບັດໄດ້ 19,09/1.000, ອັດ​ຕາ​ສ່ວນການ​ຕາຍ​ຂອງ​ແມ່: ຄາດໝາຍ (120/100.000), ປະຕິບັດໄດ້ 93/100.000,  ອັດ​ຕາ​ການ​ເກີດ​ລູກມີ​ແພດ​: ຄາດໝາຍ (84%), ປະຕິບັດໄດ້ 76,32 %,  ອັດ​ຕາ​ການ​ໃຫ້ວັກຊິນກັນພະຍາດ(Penta3): ຄາດໝາຍ (96%), ປະຕິບັດໄດ້  93,57 % (ຄາດວ່າໝົດປີບັນລຸ 97%), ອັດ​ຕາ​ຊົມ​ໃຊ້ນ້ຳ​ສະ​ອາດ: ຄາດໝາຍ(92%), ປະຕິບັດໄດ້ 94,65 %, ອັດ​ຕາ​ຊົມ​ໃຊ້​ວິດ​ຖ່າຍ: ຄາດໝາຍ (87%),  ປະຕິບັດໄດ້ 79,23% (ໝົດປີຈະບັນລຸ ໃນຕົ້ນເດືອນ 1/2023 ຈະປະກາດ 2 ເມືອງ ເປັນເມືອງຢຸດຕິການຖ່າຍຊະຊາຍ), ອັດຕາການປົກຄຸມດ້ວຍປະກັນສຸຂະພາບ: 100 %,  ອັດ​ຕາ​ການຮັບ​ຮອງບ້ານ​ສາ​ທາ​ລະ​ນະ​ສຸກ​ແບບ​ຢ່າງ: ຄາດໝາຍ(64%), ປະຕິບັດໄດ້ 67,47%. ດ້ານ ວຽກງານສັກຢາປ້ອງກັນພະຍາດໂຄວິດ 19: ເຂັມທີ 1 ປະຕິບັດໄດ້ 81,75%, ເຂັມທີ 2 ປະຕິບັດໄດ້ 68,86% ແລະ  ເຂັມກະຕຸ້ນ 1 ປະຕິບັດໄດ້ 30,66%. ດ້ານການຄວບຄຸມພະຍາດໄຂ້​ຍູງ​ລາຍ ໃນປີ 2022 (ມີການລະບາດ ແຕ່ບໍ່ຮຸນແຮງ), ມີທັງໝົດ 1.445 ກໍລະນີ, ເສຍຊີວິດ 3  ແລະ ກໍລະນີ ແລະ Covid-19 ມີຜູ້ຕິດເຊື້ອ: 4.988 ກໍລະນີ, ຍິງ 2.507 ກໍລະນີ. ເສຍຊີວິດ 23 ກໍລະນີ, ຍິງ 13 ກໍລະນີ ໃນນັ້ນ; ຕິດເຊື້ອໃນຊຸມຊົນ 3.478 ກໍລະນີ, ຍິງ 1.736 ກໍລະນີ, ແຮງງານໍາເຂົ້າ 1.510 ກໍລະນີ, ຍິງ 1.771 ກໍລະນີ.

ໃນວັນດຽວກັນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມໂຮງໝໍຂັ້ນແຂວງ, ສາງເກັບຢາ ແລະ ໂຮງຮຽນແພດສາດແຂວງອີກດ້ວຍ. ຄະນະຜູ້ແທນຍັງຈະໄປຢ້ຽມຢາມໂຮງຫມໍຂັ້ນເມືອງ ໃນບາງເມືອງທີ່ດ້ອຍໂອກາດ ແລະ ຈະໄດ້ພົບປະກັບອຳນາດການປົກຄອງແຂວງ ແລະ ເມືອງ ເພື່ອເຂົ້າໃຈເຖິງສິ່ງທ້າທາຍໃນວຽກງານການສັກຢາກັນ. ຄະນະ​ຜູ້​ແທນ​ຍັງ​ໄດ້​ກວດກາ​ຄືນ​ຄວາມ​ຄືບ​ໜ້າ​ຂອງ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢູ່​ບັນດາ​ແຂວງ ​ໃນ​ນັ້ນ​ມີ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຊ່ວຍ​ເຫຼືອ​ທີ່​ຕ່ຳ.

ໃນໂອກາດການມາຢ້ຽມຢາມ 4 ແຂວງພາກໄຕ້ ຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ຍັງຈະມີການມອບ-ຮັບລົດຂົນສົ່ງວັກຊີນຕູ້ເຢັນ WHO-PQS ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນຜ່ານອົງການ UNICEF ປະຈໍາ ສປປ ສາວ ໃຫ້ພະແນກສາທາລະນະສຸກແຂວງອັດຕະປື ແລະ ແຂວງເຊກອງ ໃນວັນທີ 7 ມັງກອນ 2023. ພາຫະນະຂົນສົ່ງວັກຊີນຕູ້ເຢັນ (RVTV) ເປັນລົດ 4WD (ສີ່ລໍ້) ແລະ ປະກອບມີຕູ້ເຢັນທີ່ຕິດຢູ່ໃນລົດ. RVTV ແມ່ນໃຊ້ສໍາລັບການຂົນສົ່ງທີ່ປອດໄພຂອງວັກຊີນ ທີ່ອຸນຫະພູມລະຫວ່າງ 2-8 °C ແລະ ​ສາ​ມາດ​ເດີນ​ທາງ​ໄກ ແລະ ທຸລະກັນດານ.