Sunday, October 12, 2025
Home Blog Page 828

ຫລາຍພາກສ່ວນ ເຂົ້າອວຍພອນວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 33 ປີ

0

ວັນທີ 9 ມັງກອນ 2023 ນີ້, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະພັກ-ຄະນະນຳອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບພາກສ່ວນຕ່າງໆປະກອບມີ: ທ່ານ ຄຳແພງ ວິລະພັນ ຄະນະປະຈຳພັກ, ຄະນະປະຈໍາ, ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍໍລິຫານງານພັກ, ຮອງປະທານສານສູງສຸດ ແລະ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານ ພີທີແອວໂຮນດິງ ໃນເຄືອບໍລິສັດ ທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສສະຕິກ ພ້ອມດ້ວຍຄະນະ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 33 ປີ (9 ມັງກອນ 1990-9 ມັງກອນ 2023).

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຕາງໜ້າຄະນະພັກ-ຄະນະນຳ ແລະ ພະນັກງານ ອົງການໄອຍະການປະຊາຊົນ ໃນຂອບເຂດທົ່ວປະເທດ ສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງ ບັນດາຄະນະຜູ້ແທນ ທີ່ໄດ້ນຳເອົາຄວາມຮັກແພງ, ຄວາມສາມັກ ຄີ, ຄວາມເປັນຫ່ວງເປັນໄຍ, ການສະໜັັບສະໜູນ, ຄຳຊີ້ນຳ ແລະ ຄວາມໃກ້ຊິດຂອງກົມການເມືອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄະນະນຳສານປະຊາຊົນ, ບໍລິສັດ ແລະ ພະນັກງານອົງການດັ່ງກ່າວ ມາສູ່ອົງການໄອຍະການປະຊາຊົນ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວອີກວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 1990 ມາຮອດມື້ນີ້, ອົງການໄອຍະການປະຊາຊົນ ໄດ້ຜ່ານຜ່າຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ 33 ປີພໍດີ ໂດຍມີທັງຄວາມຫຍຸ້ງຍາກທ້າທາຍທົດສອບ ແລະ ມີຜົນ ສຳເລັດຫລາຍດ້ານ ຊຶ່ງທັງໝົດນັ້ນ ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ, ການຮ່ວມມື-ຊ່ວຍເຫລືອຂອງສານປະຊາຊົນ ແລະ ການສະໜັບສະໜູນຂອງພາກເອກະຊົົນ, ພໍ່ແມ່ປະຊາຊົນ ເປັນຢ່າງດີ. ພ້ອມນີ້ ທ່ານຍັງໄດ້ ອວຍພອນໃຫ້ຄະນະທີ່ເຂົ້າມຮອວຍພອນຄັ້ງນີ້, ຈົ່ງມີສຸຂະພາບເຂັ້ມແຂງ ແລະ ເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ສ້າງອົງການໄອຍະການປະຊາຊົນໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝ ພາຍໃຕ້ການນຳພາຂອງພັກ, ປະກອບ ສ່ວນເຂົ້າໃນການພັດ ທະນາປະເທດຊາດ ນັບມື້ຈະເລີນ, ຮຸ່ງເຮືອງ, ສັງຄົມມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ຢ່າງບໍ່ຢຸດຢັ້ງ.

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບກໍາມະການ ສນຊ ປະຈຳຢູ່ຕ່າງປະເທດ ເຂົ້າພົບປະ

0

ໃນວັນທີ 10 ມັງກອນ 2022 ນີ້, ຢູ່ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສນຊ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ຄະນະກຳມະການສູນກາງແນວລາວສ້າງຊາດ ປະຈຳຢູ່ຕ່າງປະເທດ, ເຊິ່ງນຳໂດຍ ທ່ານ ຈູມຄຳ ຫລວງວັນ ກຳມະການສູນກາງແນວລາວສ້າງຊາດ, ປະທານສຳພັນຄົນລາວປະເທດ ຝຣັ່ງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຮ່ວມກອງປະຊຸມ ສາມັນຄົບຄະນະ ກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI ຊຶ່ງຈະໄດ້ດຳເນີນໃນລະຫວ່າງວັນທີ 11-13 ມັງກອນ 2023 ນີ້.

ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຄະນະກໍາມະການ ສນຊ ປະຈຳຢູ່ຕ່າງປະເທດ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສາມັນຄົບຄະນະ ກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI ເຊິ່ງກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍ ໂດຍຈະໄດ້ນໍາເອົາຫລາຍຫົວຂໍ້ ມາຄົ້ນຄວ້າປຶກສາຫາລື ແລະ ຮັບຮອງໃນກອງປະຊຸມ.

ໃນໂອກາດດຽວກັນ, ຄະນະກໍາມະການ ສນຊ ປະຈຳຢູ່ຕ່າງປະເທດ ຍັງໄດ້ຮັບຟັງຜົນສໍາເລັດກອງປະຊຸມໃຫຍ່ຜູ້ ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI, ກົດລະບຽບ ແລະ ແຜນພັດທະນາວຽກງານແນວລາວສ້າງຊາດ ສະໄໝທີ XI ຜ່ານມາ ຕື່ຶມອີກ.

ຂ່າວ: ມະນີທອນ

ພາບ: ອ່າຍຄຳ

ໂຮງໝໍສູນກາງ 103 ກອງທັບ ສຳເລັດການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີ

0

ວັນທີ 9 ມັງກອນ 2023 ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດໃນການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດ ຢູ່ ສປປ ລາວ ເປັນຂີດໝາຍປະຫວັດສາດ ແລະ ເປີດສາກໃຫ້ວົງການແພດລາວບຸກບືນເທື່ອລະກ້າວ ໃຫ້ພັດທະນາກ້າວໜ້າທຽມທັນກັບບັນດາປະເທດໃກ້ຄຽງ ແລະ ສາກົນ ເຂົ້າຮ່ວມໂດຍທ່ານ ພົຈວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ທ່ານ ພົຈວ ຮສຈ ປອ ຫງຽນ ຊ່ວນ ກ່ຽນ ຫົວໜ້າວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ພັອ ປອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກ່າວວ່າ: ໂຄງການຮ່ວມມືຜ່າຕັດປູກຖ່າຍໝາກໄຂ່ຫຼັງ ລະຫວ່າງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍ 103 ວິທະຍາຄານກອງທັບປະຊາຊົນຫວຽດນາມ ເຊິ່ງການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີທຳອິດຢູ່ ສປປ ລາວ ມາຮອດເວລານີ້ ແມ່ນປະສົບຜົນສຳເລັດຢ່າງຈົບງາມ ປັດຈຸບັນ ທັງ 2 ກໍລະນີຄົນເຈັບ ຫຼັງປູກຖ່າຍໄດ້ 10 ວັນ ສະພາບຮ່າງກາຍດີຂຶ້ນຕາມລຳດັບ ສາມາດເຄື່ອນໄຫວຍ່າງໄປ-ມາໄດ້ເປັນປົກກະຕິກ ກິນດື່ມໄດ້ ມີເຫື່ອມີແຮງຫຼາຍຂຶ້ນ ນໍ້າຍ່ຽວໄດ້ປະລິມານເພິ່ງພໍໃຈ ຜົນການກວດເລືອດວິເຄາະແມ່ນຢູ່ໃນຄ່າປົກກະຕິ.

ໂຄງການດັ່ງກ່າວ ລະຫວ່າງ 2 ໂຮງໝໍ 2 ກອງທັບ ໄດ້ມີແຜນລິເລີ່ມແຕ່ປີ 2018 ໂດຍໄດ້ກວດກາສຳຫຼວດຢ່າງລະອຽດຖີ່ຖ້ວນ ກ່ຽວກັບໂຄງລ່າງພື້ນຖານ ອຸປະກອນເຄື່ອງມືການແພດ ບຸຄະລາກອນຂອງໂຮງໝໍສູນກາງ 103 ກອງທັບ ໄດ້ປະເມີນຕີລາຄາ ແລະ ຄາດຄະເນຢ່າງຮອບດ້ານ ໃນປີ 2019 ພະນັກງານແພດໝໍຈາກໂຮງໝໍສູນກາງ 103 ກອງທັບປະຊາຊົນ ຈຳນວນ 15 ສະຫາຍ ໄດ້ເດີ່ນທາງໄປເຝິກອົບຮົມວຽກງານຜ່າຕັດປູກຖ່າຍໄຂ່ຫຼັງ ເພື່ອກະກຽມປູກຖ່າຍ ມາຮອດເດືອນພະຈິກ 2022 ຄະນະຊ່ຽວຊານປູກຖ່າຍໄຂ່ຫຼັງ ໃນປີ 2022 ແລະ ແຜນການໃນປີ 2023 ຢ່າງອຽດ.

# ຂ່າວ – ພາບ : ເພັດສະໝອນ

#vientianemai

ຕິດຕາມກວດກາ ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ

0

​ໃນວັນທີ 9 ມັງກອນ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ເຜີຍແຜ່ກົດໝາຍນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ ໂດຍການຕ້ອນຮັບຂອງທ່ານ ສົມຈິດ ຫັບລາກອນ ຮອງປະທານສະພາປະຊາຊົນແຂວງຜົ້ງສາລີ ມີທ່ານ ຄໍາເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຕາງໜ້າຈາກພະແນກ ອົງການຈັດຕັ້ງອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນຄອບຄົວ ຈາກຫົວໜ້າພະແນກພາຍໃນແຂວງ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ ຈາກຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ຈາກຫົວ ໜ້າພະແນກຍຸຕິທໍາແຂວງ ກົດໝາຍວ່າດ້ວຍການລົງທຶນຂອງລັດ ຈາກຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກົດໝາຍວ່າດ້ວຍຢາເສບຕິດ ຈາກຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຈາກປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການໂຄສະນາເຜີຍແຜ່ລັດຖະທໍາມະນູນ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ ມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ່ວຍການຕິດຕາມກວດກາ ການຜັນຂະຫຍາຍມາດຕາຂອງກົດໝາຍທີ່ກໍານົດໃຫ້ອອກເປັນນິຕິກໍາໃຕ້ກົດໝາຍ ມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຈາກທ່ານຮອງປະທານກໍາມາທິການກົດໝາຍສະພາແຫ່ງຊາດ ຈາກນັ້ນ ຜູ້ແທນກອງປະຊຸມໄດ້ສົນທະນາ ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນເພື່ອຖອດຖອນແລກປ່ຽນບົດຮຽນ ແລະ ສະເໜີບັນຫາຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍກ່ຽວກັບພາລະບົດບາດ ສິດ ແລະ ໜ້າທີ່ຂອງພະແນກ ແລະ ອົງການຂອງຕົນ .

ໃນວັນທີ 10 ມັງກອນ 2023 ຄະນະ ຍັງສືບຕໍ່ເຄື່ອນໄຫວຕິດຕາມກວດກາຢູ່ເມືອງຍອດອູ ແຂວງຜົ້ງສາລີ ເພື່ອຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງໂດຍສັງເຂບ ແລະ ໂອ້ລົມຕໍ່ອໍານາດການປົກຄອງເມືອງຍອດອູ.

ເພື່ອເປັນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂອງພະແນກອົງການຂັ້ນແຂວງ ພາຍຫຼັງກົດໝາຍໄດ້ຮັບການປະກາດໃຊ້ແລ້ວ ແລະ ການເຜີຍແຜ່ກົດໝາຍນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ ແນໃສ່ສ້າງສະຕິເຄົາລົບປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃນສັງຄົມໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ສັງລວມເປັນຂໍ້ມູນລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດ.

# ເພັດສະໝອນ

“ຫວຽດນາມ” ຊະນະ “ອິນໂດເນເຊຍ” 2-0 ຜ່ານເຂົ້າຮອບຊີງ “ອາຊຽນ ຄັບ 2022”

0

“ທີມຊາດຫວຽດນາມ” ເອົາຊະນະ “ທີມຊາດອິນໂດເນເຊຍ” 2-0 ຜ່ານເຂົ້າຮອບຊີງຊະນະເລີດ ໃນເຕະບານ “ອາຊຽນ ຄັບ 2022” ໂດຍຈະເຂົ້າໄປພົບກັບຜູ້ຊະນະລະຫວ່າງ “ທີມຊາດໄທ” ແລະ “ທີມຊາດມາເລເຊຍ”.

ວັນທີ 9 ມັງກອນ 2023 ການແຂ່ງຂັນເຕະບານ AFF Mitsubishi Electric Cup 2022 ນັດທີ 2 ຮອບຮອງຊະນະເລີດ ເປັນການພົບກັນລະຫວ່າງທີມຊາດຫວຽດນາມ ພາຍໃຕ້ການນໍາພາຂອງຄູຝຶກ ສ ເກົາຫຼີ ປາກ ຮັງ ຊໍ ເປີດສະໜາມ ມີດິງ ຕ້ອນຮັບການມາຢາມຂອງທີມຊາດອິນໂດເນເຊຍ ທີ່ມີເພື່ອນຮ່ວມຊາດ ຊິນ ແຕ ຢັງ ເຂົ້າມາຄຸມທັບ ໂດຍການພົບກັນນັດທໍາອິດຂອງຮອບນີ້ ສະເໝີກັນມາ 0-0.

ເປີດສາກເລີ່ມເກມໄດ້ພຽງແຕ່ນາທີ 3 ເຈົ້າບ້ານ ທີມຊາດຫວຽດນາມ ມາໄດ້ປະຕູຂຶ້ນນຳ 1-0 ຈາກການຍິງປະຕູຂອງ ຫງຽນ ຕຽນລິນ ຫຼັງຈາກນັ້ນ ກໍບໍ່ມີປະຕູເພີ່ມອີກ ຈົບເຄິ່ງເວລາທຳອິດ ເປັນທີມຂອງ ເປກ ຮັງ ຊໍ ອອກນຳທີມຊາດອິນໂດເນເຊຍ ໄປກ່ອນ 1-0.

ເຂົ້າສູ່ເຄິ່ງຫຼັງ ນາທີທີ 47 ທີມຊາດຫວຽດນາມ ມາຍິງປະຕູໜີຫ່າງທີມຊາດອິນໂດເນເຊຍໄປ 2-0 ຈາກຜົນງານຂອງ ຫງຽນ ຕຽນລິນ ຄົນເດີມ ທີ່ຍິງປະຕູທີ 2 ໃຫ້ກັບທີມ ແລະ ຂອງຕົນເອງໃນນັດນີ້ ພ້ອມມີໂອກາດຍິງ 3 ປະຕູອີກດ້ວບ.

ໄລຍະທີ່ເຫຼືອ ບໍ່ມີປະຕູເພີ່ມເຕີມ ໝົດເວລາການແຂ່ງຂັນ ທີມຊາດຫວຽດນາມ ເອົາຊະນະ ທີມຊາດອິນໂດເນເຊຍ 2-0 ເຮັດໃຫ້ຜ່ານເຂົ້າຮອບຊີງຊະນະເລີດ ໃນການແຂ່ງຂັນບານເຕະຊີງແຊັມ AFF Mitsubishi Electric Cup 2022 ໄດ້ສຳເລັດ ໂດຍຈະເຂົ້າໄປລໍຖ້າພົບຜູ້ຊະນະລະຫວ່າງ ທີມຊາດໄທ ກັບ ທີມຊາດມາເລເຊຍ.

‘ໂຣນັນໂດ’ ໄດ້ຮັບເງິນລວມ 400 ລ້ານເອີໂຣຈາກ ຊາອຸ

0

L’Equipe ເປີດເຜີຍລາຍຮັບທີ່ ຄຣິສເຕຍໂນ ໂຣນັນໂດ ຈະໄດ້ຮັບ ຫຼັງຈາກທີ່ໄດ້ໄປຍ້າຍຮ່ວມທີມ ອັນ-ນາສເຊີ ໃນລີກ ຊາອຸດິ ອາຣະເບຍ

ດາວເຕະຊາວປອກຕຸຍການ ຕົກລົງຍ້າຍໄປຫຼິ້ນໃຫ້ ອັນ-ນາສເຊີ ດ້ວຍສັນຍາ 2 ປີເຄິ່ງ ແລະ ມີການເປີດຕົວເມື່ອບໍ່ດົນມານີ້ ຫຼັງຈາກທີ່ນັກເຕະໄດ້ແຍກທາງກັບ ແມນເຊັສເຕີ ຢູໄນເຕັດ ເມື່ອທ້າຍປີທີ່ຜ່ານມາ.

ຫຼ້າສຸດ L’Equipe ອ້າງແຫຼ່ງຂ່າວຈາກພາຍໃນສະໂມສອນ ອັນ-ນາສເຊີ ວ່າ ໂຣນັນໂດ ຈະໄດ້ຮັບເງິນ 200 ລ້ານເອີໂຣຈາກທາງສະໂມສອນຕະຫຼອດສັນຍາ 2 ປີເຄິ່ງ ນອກຈາກນັ້ນ ຍັງຈະໄດ້ເງິນອີກ 200 ລ້ານເອີໂຣຈາກທາງການ ໃນສ່ວນຂອງການເຮັດວຽກຊ່ວຍສົ່ງເສີມການແຍ່ງສິດເປັນເຈົ້າພາບເຕະບານໂລກ 2030 ໃຫ້ກັບ ຊາອູດິ ອາຣະເບຍ.

ໃນລາຍງານ ລະບຸຕໍ່ໄປວ່າ ຊາອຸດິອາຣະເບຍ ຫວັງແຂ່ງຂັນກັບປະເທດອື່ນໆ ໂດຍຕົວແທນຈາກອາຊີມີຍຸດທະວິທີໃນການໃຊ້ ໂຣນັນໂດ ເຂົ້າມາຊ່ວຍໃນສ່ວນນີ້ ຫຼັງຈາກມີການຕົກລົງກັນໃນສັນຍາ ແລະ ພ້ອມຈະຈ່າຍເງິນຫຼາຍເຖິງ 200 ລ້ານເອີໂຣ.

ກອງໜ້າອາຍຸ 37 ປີ ເດີນທາງໄປເຖິງ ຊາອູດິອາຣະເບຍ ເມື່ອອາທິດແລ້ວນີ້ ເຊິ່ງຖືເປັນນັກເຕະທີ່ມີຊື່ສຽງຫຼາຍທີ່ສຸດທີ່ຍ້າຍໄປຫຼິ້ນໃນລີກແຫ່ງນີ້

ແຫຼ່ງຂ່າວຍັງເປີດເຜີຍຜ່ານ L’Equipe ອີກວ່າ ການຍ້າຍທີມຂອງ ໂຣນັນໂດ ໄດ້ຮັບແຮງສະໜັບສະໜູນຈາກບັນດາເຊື້ອລາຊະວົງ ຊາອູດິ ເພາະຫາກລໍາພັງສະໂມສອນ ອັນ-ນາສເຊີ ຝ່າຍດຽວ ຄົງບໍ່ມີເງິນທຶນຫຼາຍພໍໃນການມັດໃຈກອງໜ້າອາຍຸ 37 ປີໃຫ້ຍ້າຍໄປຮ່ວມທີມ.

ສປປ ລາວ ຈະນຳໃຊ້ລົດຕູ້ເຢັນຂົນສົ່ງວັກຊິນ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

0

ວັນທີ 7 ມັງກອນ 2023 ທີ່ແຂວງອັດຕະປື ລັດຖະບານຍີ່ປຸ່ນ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ຈໍານວນ 2 ຄັນ (RVTV)  ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ເພື່ອສະໜັບສະໜູນໂຄງການໃຫ້ວັກຊີນກັນພະຍາດ ແລະ ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ແຂວງ ເຊກອງ ແລະ ແຂວງ ອັດຕະປື. ນີ້​ແມ່ນ​ຄວາມ​ພະ​ຍາ​ຍາມ​ຫລ້າ​ສຸດ​ ຂອງ​ລັດ​ຖະ​ບານ ​ໃນ​ການສະໜອງການ​ບໍລິການ​ວັກ​ຊີ​ນໃຫ້ທົ່ວເຖິງ ​ຢູ່​ໃນ ສ​ປ​ປ ລາວ ແລະ ປັບປຸງວຽກງານການໃຫ້ວັກຊີນກັນພະຍາດແບບປົກກະຕິ ​ເພື່ອໃຫ້ບັນລຸເປົ້າໝາຍ.

ພະນະທ່ານ ໂກບາຢາຊິ ເຄນນິຈິ Kobayashi Kenichi, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ດັ່ງກ່າວໃຫ້ແກ່ ພະນະທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ເຊີ່ງພິທີດັ່ງກ່າວໄດ້ຈັດຂື້ນ ທີ່ແຂວງອັດຕະປື.

ພະນະທ່ານ ປອ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ​ກະຊວງ​ສາທາລະນະ​ສຸກ​ ໄດ້ກ່າວ​ວ່າ: “ຮອດປະຈຸບັນນີ້ ປະຊາກອນລາວ ຫລາຍກ່ວາ 85 ເປີເຊັນ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ເຂັມທີ່ໜື່ງ ສະແດງໃຫ້ເຫັນວ່າຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສຳເລັດໃນລະດັບໜື່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ່ຍັງມີບາງ​ເມືອງ​ໃນແຂວງ​ພາກ​ໃຕ້​​ທີ່ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍ​ ​ເນື່ອງ​ຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ​ແລະ ​ເສັ້ນທາງ​ຄົມມະນາຄົມ.” ທ່ານຍັງກ່າວຕື່ມອີກວ່າ “ຂໍຂອບໃຈ ລັດຖະບານປະເທດຍີ່ປຸ່ນ ທີ່ມອບລົດຂົນສົ່ງວັກຊີນຈໍານວນ 2 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ. ປະຈຸບັນນີ້, ກະຊວງສາທາລະນະສຸກສາມາດຂົນສົ່ງວັກຊີນໄປເຂດຫ່າງໄກສອກຫຼີກ ຂອງປະເທດໄດ້ຢ່າງປອດໄພ ແລະ ມີປະສິດທິພາບ”.

ພາຫະນະດັ່ງກ່າວນີ້ ໄດ້ມີການຈັດຊື້ທັງໝົດຈໍານວນ 3 ຄັນ ແລະ ຈະມອບໃຫ້ ແຂວງອັດຕະປື, ເຊກອງ ແລະ ສະຫວັນນະເຂດ ເພື່ອນໍາໃຊ້ ເຂົ້າໃນການປັບປຸງວຽກງານໃຫ້ວັກຊີນກັນພະຍາດໃນເມືອງທີ່ມີຄວາມສ່ຽງສູງ. ສໍາລັບແຂວງສະຫວັນນະເຂດແມ່ນຈະມອບໃຫ້ໃນໄວໆນີ້. ລົດຕູ້ເຢັນຂົນສົ່ງວັກຊີນ (RVTVs) ແມ່ນຍານພາຫະນະຂົນສົ່ງວັກຊີນທີ່ມີຄຸນນະພາບ ຕາມມາດຕາຖານຂອງອົງການອະນາໄມໂລກ (WHO). ເປັນລົດທີ່ສາມາດຂົນສົ່ງວັກຊີນໄດ້ຢ່າງປອດໄພຢູ່ໃນອຸນຫະພູມລະຫວ່າງ 2-8 ອົງສາ °C. ດ້ວຍຄວາມສາມາດໃນການເດີນທາງໃນເຂດທີ່ຄວາມຫຍຸ້ງຍາກ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ນີ້ ສາມາດຮັກສາຄວາມເຢັນຈົນກ່ວາຈະຮອດຈຸດສຸດທ້າຍຂອງລະບົບຕ່ອງໂສ້ຄວາມເຢັນ ຊຶ່ງແມ່ນໂຮງໝໍນ້ອຍ.

ພະນະທ່ານ ໂກບາຢາຊິ ເຄນນິຈິ Kobayashi Kenichi ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ກ່າວວ່າ: “ໃນ ສປປ ລາວ ໂດຍສະເພາະ ຢູ່ເຂດຫ່າງໄກ ສອກຫລີກ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ ທາງດ້ານການຂົນສົ່ງວັກຊີນ ຈາກສູນກາງ ຍ້ອນສະພາບປັດໃຈດ້ານພູມສັນຖານ ແລະ ຂາດ ອຸປກອນທີ່ຈໍາເປັນ” ທ່ານຍັງໄດ້ກ່າວຕື່ມອີກວ່າ: “ໃນການຮັບມືກັບສິ່ງທ້າທາຍເຫຼົ່ານີ້, ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈຈັດຕັ້ງປະຕິບັດໂຄງການນີ້ທັນທີຫຼັງຈາກການປະກາດການແຜ່ລະບາດຂອງຂອງພະຍາດໂຄວິດ-19, ໂດຍອີງໃສ່ແນວຄວາມຄິດແມ່ນເພື່ອສ້າງຄວາມສະດວກໃນການຈັດສົ່ງວັກຊີນໃຫ້ທຸກໆຄົນທີ່ຕ້ອງການວັກຊີນ. ພວກ​ເຮົາ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ພວກ​ເຮົາ​ໃນ​ການ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ປະ​ຊາ​ຄົມ​ສາ​ກົນ ແລະ ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຄື ອົງການຢູນິເຊບ”.

ລັດຖະບານຍີ່່ປຸ່ນໄດ້ໃຫ້ການສະໜັບສະໜູນ ໂຄງການ​ສັກ​ຢາ​ກັນ​ພະຍາດ ຕັ້ັງແຕ່ໄລຍະເລີ່ມຕົ້ນ. ການສະໜັບສະ ໜູນ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ໃນຄັ້ງນີ້ ກໍ່ແມ່ນໜຶ່ງໃນການສະໜັບສະໜູນ ທີ່ມີມູນຄ່າເຖິງ 1.1 ລ້ານໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ ໃນການຈັດຊຶ້ ຕູ້ເຢັນເກັບຮັກສາວັກຊີນ ຈຳນວນ 697 ໜ່ວຍ, ຖົງພາຍເກັບວັກຊີນ ຈຳນວນ 500 ໜ່ວຍ ແລະ ກ່ອງເກັບຄວາມເຢັນ ຈຳນວນ 100 ກ່ອງ ໂດຍຜ່ານ ອົງການຢູນິເຊບ. ຊຶ່ງບັນດາອຸປະກອນດັ່ງກ່າວກໍ່ໄດ້ແຈກຢາຍ ແລະ ຕິດຕັ້ງສຳເລັດ ເພື່ອໃຊ້ໃນການປັບປຸງລະບົບຕ່ອງໂສ້ລະບົບເຢັນໃຫ້ດີຂື້ນ

ເພື່ອຮັບປະກັນໃຫ້ວັກຊີນມີຄຸນນະພາບໄດ້ຢ່າງຕໍ່າໃນໄລຍະ 5 ຫາ 7 ປີ ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ Dr Pia Rebello Britto, ຜູ້ຕາງຫນ້າຂອງອົງການຢູນິເຊບ ໄດ້ກ່າວວ່າ: “ໂຄງການ​ສັກ​ຢາ​ກັນ​ພະຍາດ​ຮອບ​ປົກກະຕິ ​ໄດ້​ຊ່ວຍ​ຊີວິດ​ຄົນ​ຫຼາຍ​ລ້ານ​ຄົນໃນທົ່ວໂລກ ​ໃຫ້​ເດັກ​ມີ​ການ​ເລີ່ມຕົ້ນຂອງ​ຊີວິດ​ທີ່​ດີ​ທີ່​ສຸດ. ແຕ່ສັງເກດເຫັນວ່າ, ໃນໄລຍະທົດສະວັດທີ່ຜ່ານມາ ແມ່ນຍັງຢູ່ໃນສະພາບທີ່ມີຄວາມສ່ຽງ ຍ້ອນວ່າອັດຕາການຮັບວັກຊີນ ຍັງບໍ່ທັນເຖິງລະດັບຄາດໝາຍຖ້າທຽບໃສ່ໂຕເລກກ່ອນການແຜ່ລະບາດ.” ທ່ານຍັງ​ໄດ້​ກ່າວຕື່ມອີກວ່າ “ຍ້ອນການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ, ພວກເຮົາກຳລັງດໍາເນີນວຽກງານນີ້ ດ້ວຍການນຳໃຊ້ວິທີການປະດິດສ້າງໃໝ່ ເພື່ອນຳເອົາວັກຊີນໄປໃຫ້ເດັກນ້ອຍ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍ່ຕາມ ແລະໃຫ້ເຂົາເຈົ້າໄດ້ວັກຊີນທີ່ຢູ່ໃນສະພາບທີ່ປອດໄພ. ພວກເຮົາຈະເລັ່ງລັດ ວຽກງານສັກຢາກັນພະຍາດ ຮອບປົກກະຕິ ແລະ ຂະຫຍາຍການສັກວັກຊີນໂຄວິດ-19 ໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫລີກທີ່ສຸດ.”

ຄະນະ​ນຳ​ຂັ້ນ​ສູງ ຈາກ​ກະຊວງ​ສາທາລະນະ​ສຸກ, ລັດຖະບານ​ຍີ່ປຸ່ນ, ອົງການ​ອະນາ​ໄມ​ໂລກ ​ແລະ ອົງການຢູນິເຊບ ກຳລັງ​ຢ້ຽມຢາມ 4 ​ແຂວງ​ພາກ​ໃຕ້​ຄື: ສາລະ​ວັນ, ​ເຊ​ກອງ, ອັດ​ຕະປື ​ແລະ ​ຈໍາປາ​ສັກ ແຕ່ວັນທີ່ 3 ຫາ 10 ມັງກອນ 2023. ຄະນະນຳ ໄດ້ລົງຢ້ຽມຢາມໂຮງໝໍແຂວງ ແລະ ໂຮງໝໍເມືອງ ໃນບາງເມືອງທີ່ຫຍຸ້ງຍາກ ເພື່ອສຶກສາຮັບຮູ້ເຂົ້າໃຈຂໍ້ບົກຜ່ອງ ແລະ ສິ່ງທ້າທາຍໃນການໃຫ້ບໍລິການ ແລະ ຕິດຕາມຄວາມຄືບໜ້າຂອງວຽກງານການສັກວັກຊີນປ້ອງກັນພະຍາດໂຄວິດ-19.

3 ອົງການໄອຍະການ ວາງກະຕ່າດອກໄມ້ເນື່ອງໃນໂອກາດຄົບຮອບ 33 ປີ

0

ວັນທີ 9 ມັງກອນ 2023 ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ບ້ານພະບາດໃຕ້ ນະຄອນ ຫຼວງພະບາງ,ມີຄະນະນໍາ ຂົງເຂດອົງການໄອຍະການປະຊາຊົນແຂວງຫຼວງພະບາງ,ອົງການໄອຍະການພາກເໜືອ ແລະອົງການໄອຍະການທະຫານ ພ້ອມດ້ວຍຄະນະນໍາອົງການໄອຍະການແຕ່ເຂດ,ໄດ້ຮ່ວມກັນນໍາກະຕ່າດອກໄມ້ ໄປຂໍ່ານັບ ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນລາວ,ເນື່ອງໃນໂອກາດ ວັນສ້າງຕັ້ງອົງການໄອຍະການປະະຊາຊົນສູງສຸດ ( 9 ມັງກອນ 1990- 9 ມັງກອນ 2023 )ຄົບຮອບ 33 ປີ.

ການວາງກະຕ່າດອກໄມ້ຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ບັນດາອະດິດການນໍາໂດຍສະເພາະແມ່ນປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນລາວທັງຊາດ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າ ຕະຫລອດກາລະນານ.

ຂ່າວ: ເພັດສາຄອນ ສິມມະວົງ

#MediaLaos

#PhetsakhoneSimmavong

ທ່ານ ລັດຖະມົນຕີກະຊວງສາທາລະສະສຸກ ລົງຢ້ຽມຢາມໂຮງໜໍເມືອງສະໝາມໄຊ

0

ໃນວັນທີ 8 ມັງກອນ 2023 ນີ້ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ໂຮງໝໍເມືອງສະໝາມໄຊ

ທ່ານ ນາງ ພູດອນ ຈູມມະລີ ກຳມະການພັກເມືອງ,​ຮອງເຈົ້າເມືອງ ສະໝາມໄຊ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານການນໍາພາ-ຊີ້ນໍາ ພັດທະນາວຽກງານສາທາລະນະສຸກເມືອງ ໃນໄລຍະຜ່ານມາ ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກໂດຍພື້ນຖານ, ການປະຕິບັດຄາດໝາຍ 11 ຕົວຊີ້ວັດ, ສາມາດບັນລຸໄດ້ 10 ຕົວຊີ້ວັດ ແລະ ອັນພົ້ນເດັ່ນແມ່ນວຽກງານການໃຫ້ວັກຊີນກັນພະຍາດໂຄວິດ- 19 ເຂັມ1 ສາມາດປະຕິບັດໄດ້ 32,244 ຄົນ ເທົ່າກັບ 80%,​ ເຂັມ2 ປະຕິບັດໄດ້ 24,582 ຄົນ,​ເທົ່າກັບ 61% ແລະ ປະກາດບ້ານຢຸດຕິການຖ່າຍຊະຊາຍໄດ້ທັງໝົດ 21 ບ້ານ,​ເທົ່າກັບ 56,7% ຂອງບ້ານທັງໝົດ,​ມອບໃບຢັ້ງຢືນໃຫ້ຄອບຄົວໃໝ່ ຈຳນວນ 11 ບ້ານ ພ້ອມນີ້ ທ່ານຮອງເຈົ້າເມືອງ ສະໝາມໄຊ ຍັງໄດ້ແຈ້ງໃຫ້ຮູ້ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ ພ້ອມສະເໜີໃຫ້ກະຊວງສາທາລະນະສຸກ ກໍ່ຄື ອົງການຈັດຕັ້ງສາກົນ ຊຸກຍູ້ຊ່ວຍເຫຼືອດ້ານຕ່າງໆເຂົ້າໃນການພັດທະນາຂະແໜງສາທາລະນະສຸກຂອງໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຫັນການບໍລິການຮັກສາສຸຂະພາບທີ່ມີຄຸນນະພາບລົງສູ່ປະຊາຊົນຫຼາຍຂຶ້ນ.

ໂອກາດນີ້, ທ່ານ ດຣ ບຸນແຝງ ພູມມະໄລສິດ ກໍໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້ ກໍເພື່ອເປັນການຢ້ຽມຢາມໂຮງໝໍເມືອງ ແລະ ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງຂະແໜງສາທາລະນະສຸກເມືອງ ໃນໄລຍະຜ່ານມາ ໂດຍຊອກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນ ທີ່ຄວນເສີມຂະຫຍາຍ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອຫາວິທີແກ້ໄຂ ແນໃສ່ເຮັດໃຫ້ການພັດທະນາວຽກງານສາທາລະນະສຸກ ກໍຄື ການບໍລິການດ້ານສາທາລະນະສຸກແກ່ປະຊາຊົນນັບມື້ມີຄຸນນະພາບສູງຂຶ້ນ.

#ພາບ -​ ຂ່າວ ບັງອອນ ສທຂ

#ມີເດຍລາວ#Attapeu

ກອງປະຊຸມສະຫຼຸບວຽກງານກວດກາພັກ ປະຈຳໄຕມາດ

0

ໃນວັນທີ 5 ມັງກອນ 2023 ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນວຽກງານກວດກາພັກ ປະຈຳໄຕມາດ IV (10,11,12) ປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳໄຕມາດ I (1,2,3) ປີ 2023 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ປະທານກວດກາພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະກວດກາພັກ ອອປສ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ, ແລະຄະນະພັກ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ເຂົ້າຮ່ວມ.

ສະຫາຍ ຄຳນຸທອນ ສູນວິເລີດ ຮອງປະທານກວດກາພັກ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສະສະຫຼຸບການເຄື່ອນວຽກງານກວດກາພັກ ປະຈຳໄຕມາດ IV (10,11,12) ປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳໄຕມາດ I (1,2,3) ປີ 2023 ພ້ອມນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມຍັງໄດ້ມີການປະກອບຄວາມເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ແລະ ຕີລາຄາສູງ ຕໍ່ກັບວຽກງານກວດກາພັກ ໃນດ້ານຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ທິດທາງຈຸດສຸມໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ສະຫາຍ ບຸນທັນ ບຸນທະວິໄລ ຍັງໄດ້ເໜັ້ນໃຫ້ແຕ່ລະໜ່ວຍພັກ ຈົ່ງພ້ອມກັນເອົາໃຈໃສ່ ໃນການຊີ້ນໍາວຽກງານກວດກາຕື່ມ ຊຶ່ງມີບາງບັນຫາສຳຄັນ ດັ່ງນີ້ ໃຫ້ເພີ່ມທະວີການຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດ ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ໃຫ້ບັນລຸໄດ້ຕາມແຜນການທີ່ກໍານົດໄວ້, ຄະນະກວດກາພັກຕ້ອງເປັນເຈົ້າການສ້າງແຜນການເຄື່ອນໄຫວລະອຽດ ເພື່ອສະເໜີຕໍ່ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ພິຈາລະນາ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມ ລະດັບຄາດໝາຍທີ່ກໍານົດໄວ້, ເປັນເຈົ້າການໃນການໂຄສະນາເຜີຍແຜ່ວຽກງານກວດກາ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແຕ່ ສູນກາງຮອດທ້ອງຖິ່ນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເຂັ້ມງວດ.

(ຂ່າວ:ຈະເລີນສິນ)