Sunday, October 12, 2025
Home Blog Page 827

ລາວ-ກໍາປູເຈຍ ທົບທວນຄືນການຈັດຕັ້ງປະຕິບັດວຽກງານຊາຍແດນ

0

ກອງປະຊຸມ ຄະນະກໍາມະການຊາຍແດນ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໃນຮູບແບບທາງໄກ ໂດຍຜ່ານ Video Conference ຈັດຂຶ້ນໃນວັນທີ 9 ມັງກອນ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານເຈົ້າໜ້າທີ່ອາວຸ ໂສຊາຍແດນ ລາວ-ກໍາປູເຈຍ(ຝ່າຍລາວ) ແລະ ທ່ານ ນາງ ໂກຍ ປີໄຊ ຮອງປະທານຄະນະກຳມະການຊາຍແດນ, ສໍານັກງານນາຍົກລັດຖະມົນຕີ, ຮັບຜິດຊອບວຽກງານຊາຍແດນ, ຮອງລັດຖະມົນຕີກະຊວງທ່ອງທ່ຽວ (ຝ່າຍກໍາປູເຈຍ), ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບວຽກງານຊາຍແດນ ລາວ-ກໍາປູເຈຍ ແລະ ໄດ້ທົບທວນຄືນໃນການຈັດຕັ້ງປະຕິບັດການຕົກລົງລະຫວ່າງ ນາຍົກລັດຖະມົນຕີຂອງສອງປະເທດ ຄັ້ງວັນທີ 12 ກັນຍາ 2019 ແລະ ປຶກສາຫາລືຄວາມເປັນເອກະພາບ ໃນການຮ່າງສົນທິສັນຍາຊາຍແດນ ລະຫວ່າງສອງປະເທດ ເພື່ອຮັບຮອງເອົາຜົນສໍາເລັດໃນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ໃນຈໍານວນ 86%; ສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ໄດ້ເອກະພາບໃນຫລາຍບັນຫາສໍາຄັນທີ່ເປັນພື້ນຖານ, ເປັນບ່ອນອີງໃຫ້ແກ່ການຮ່າງເນື້ອໃນສົນທິສັນຍາ ກໍຄືການແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດໃຫ້ມີຄວາມຄືບໜ້າ ເພື່ອທີ່ຈະສາມາດລົງນາມຮ່ວມກັນ ໃນໂອກາດການພົບປະຂອງການນໍາຂັ້ນສູງສອງປະເທດໃນເວລາອັນໃກ້ນີ້. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຮູບແບບຫລັກໝາຍຊາຍແດນໃຫ້ມີຄວາມສວຍງາມ ແລະ ແໜ້ນໜາກວ່າເກົ່າ ເພື່ອປ່ຽນແທນຫລັກໝາຍຊົ່ວຄາວ ທີ່ມີຂະໜາດນ້ອຍ ແລະ ຈະພ້ອມກັນວາງແຜນການປັກຫລັກໝາຍຖີ່ຢູ່ຕອນຊາຍແດນທີ່ສອງຝ່າຍເຫັນວ່າມີຄວາມຈໍາເປັນ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດອັນດີ ແຫ່ງການພົວພັນຮ່ວມມືລະຫວ່າງ ສອງປະເທດ ທີ່ນັບມື້ນັບຮັດແໜ້ນ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຄັ້ງທໍາອິດທີ່ສອງຝ່າຍໄດ້ຈັດກອງປະຊຸມປຶກສາຫາລືວຽກງານຊາຍແດນໃນຮູບແບບ Video Conference ຊຶ່ງຖືເປັນອີກບາດກ້າວໜຶ່ງ ທີ່ປະກອບສ່ວນເຂົ້າໃນການສ້າງຊາຍແດນລະຫວ່າງສອງປະເທດ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງເປັນຮູບປະທໍາ ເທື່ອລະກ້າວ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ

0

ກະຊວງພາຍໃນ ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ 11 ໃຫ້ພະນັກງານ-ລັດຖະກອນ ໃນວັນທີ 10 ມັງກອນ 2023 ໂດຍການເຜີຍແຜ່ຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ, ທັງນີ້ກໍເພື່ອເຮັດສ້າງການຫັນປ່ຽນໃໝ່ດ້ານຈິນຕະນາ ການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ທີ່ໄດ້ກໍານົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ແລະ ເປັນຮູບປະທໍາ.

ທ່ານ ທອງຈັນ ມະນີໄຊ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ 11 ໄດ້ປະເມີນສະພາບແວດລ້ອມໃນໄລຍະ 9 ເດືອນຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ທີ່ໄດ້ກໍານົດອອກໃນແຜນການປີ 2022 ກໍຄື ການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ໂດຍອີງໃສ່ໝາກຜົນຂອງການເຄື່ອນໄຫວຕົວຈິງ ຂອງທຸກກໍາລັງໃນສັງຄົມ, ການປະເຊີນໜ້າກັບບັນຫາຂາດແຄນນໍ້ມາມັນເຊື້ອໄຟ, ອັດຕາແລກປ່ຽນເງິນຕາເໜັງຕີງແຮງ, ບັນຫາເງິນເຟີ້, ລາຄາສິນ ຄ້າ ແລະ ຄ່າຄອງຊີບສູງ ເຊິ່ງໄດ້ຮັບຜົນກະທົບໂດຍກົງຈາກວິກິດການພະລັງງານ, ໄພເງິນເຟີ້ໃນໂລກ ທີ່ສົ່ງຜົນກະທົບໜັກໜ່ວງຕໍ່ການຜະລິດ, ທຸລະກິດ-ການບໍລິການ ແລະ ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ. ຕໍ່ກັບບັນຫາດັ່ງກ່າວ, ພາຍໃຕ້ການນໍາພາຢ່າງໃກ້ຊິດຂອງສູນກາງພັກ, ການຄຸ້ມຄອງຂອງລັດຖະບານ ແລະ ການຕິດຕາມ, ກວດກາ ຂອງສະພາແຫ່ງຊາດ, ຄວາມເປັນເຈົ້າການ ຂອງອົງການ ຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນ ກໍຄື ປະຊາຊົນບັນດາເຜົ່າ ໄດ້ເຮັດໃຫ້ບັນຫາທີ່ເຄັ່ງຮ້ອນ ຖືກຄວບຄຸມ ແລະ ປະຄັບປະຄອງ ບໍ່ໃຫ້ຕົກເຂົ້າໃນສະພາບວິກິດຮ້າຍແຮງ, ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສໍາເລັດຫລາຍດ້ານທີ່ເປັນພື້ນຖານ.

ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກງານການເມືອງ-ແນວຄິດ ໃນໄລຍະປີ 2003-2022 ແລະ ທິດທາງຮອດປີ 2025, ຄໍາເຫັນຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະ ຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ 5, ມະຕິກອງປະຊຸມ ວຽກງານການ ເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເຂົ້າໃນຊີວິດສັງຄົມຕົວຈິງ, ທັງນີ້ ກໍເພື່ອແນໃສ່ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ທີ່ກໍານົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ໃຫ້ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ແລະ ຮູບປະທໍາຕົວຈິງ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ຄອນສະຫວັນ

ກະຊວງການເງິນ ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ

0

ປັດຈຸບັນ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ພັດທະນາລະບົບທີ່ທັນສະໄໝ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍສະເພາະການເກັບລາຍຮັບຜ່ານລະບົບTaxRIS ແມ່ນມີຄວາມໂປງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດສອບໄດ້. ມາໃນວັນທີ10 ມັງກອນ 2023 ນີ້, ໄດ້ພິທີເປີດການນໍາໃຊ້ໂຄງການພັດທະນາຈໍສະແດງຜົນ(DashBoard)ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມສ່ວຍອາກອນ, ຄະນະກົມ, ຄະນະພະແນກ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການພັດທະນາຈໍສະແດງຜົນ (DashBoard) ແມ່ນໜຶ່ງໃນເຄື່ອງມືທັນສະໄໝ, ເປັນເຄື່ອງມືໃນການຄຸ້ມຄອງຕິດຕາມການນຳໃຊ້ລະບົບ TaxRIS ໃຫ້ສາມາດນຳໃຊ້ໄດ້ຢ່າງຕໍ່ເນື່ອງ ແລະ ມີຜົນປະໂຫຍດສູງສຸດ ເຊິ່ງສາມາດຕິດຕາມການເຮັດວຽກຂອງລະບົບເຊີເວີ, ຖານຂໍ້ມູນ, ລະບົບຄວາມປອດໄພ, ລະບົບເຄືອຄ່າຍເຊື່ອມຕໍ່ໄປຫາ 18 ແຂວງ ແລະ 148 ເມືອງໃນຂອບເຂດທົ່ວປະເທດ ໃຫ້ສາມາດນຳໃຊ້ລະບົບໄດ້ຕະຫລອດເວລາ, ຄຸ້ມຄອງ ແລະ ຕິດຕາມການນຳໃຊ້ລະບົບ,ຕິດຕາມການເຊື່ອມຕໍ່ຂໍ້ມູນໃບເກັບເງິນເອເລັກໂຕຣນິກ, ຕິດຕາມການຊຳລະອາກອນຜ່ານລະບົບທະນາຄານ ເຊິ່ງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ ບັນດາຜູ້ປະກອບການໃນການມອບລາຍຮັບຂອງສ່ວຍສາອາກອນໃນຂອບເຂດທົ່ວປະເທດ ດ້ວຍຄວາມໂປງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ກວດສອບໄດ້.

ໂຄງການພັດທະນາຈໍສະແດງຜົນ (DashBoard) ເຮັດໜ້າທີ່ຕິດຕາມຕົວເລກລາຍຮັບສ່ວຍສາອາກອນ, ສາມາດຕິດຕາມ, ກວດກາ, ຄວບຄຸມບັນຊາການຢູ່ສູນກາງໃນການຄຸ້ມຄອງຕົວເລກລາຍຮັບສ່ວຍສາອາກອນໃນຂອບເຂດທົ່ວປະເທດ, ຕິດຕາມການນຳໃຊ້ລະບົບຂອງເຈົ້າໜ້າທີ່ສ່ວຍສາອາກອນ, ສັງລວມຂໍ້ມູນຕ່າງໆຂອງລະບົບຂໍ້ມູນຂ່າວສານ TaxRIS ນຳມາສະແດງໃຫ້ໜ້າຕ່າງຈໍສະແດງຜົນຄວບຄຸມ, ແຜນທີ່ການຕິດຕັ້ງລະບົບ TaxRIS ຢູ່ແຂວງ ແລະ ເມືອງຕ່າງໆທົ່ວປະເທດ, ພ້ອມທັງລະບຸສະຖານະຈຸດທີ່ເຮັດວຽກປົກກະຕິ ຫລື ມີເຫດຂັດຂ້ອງ, ແຜນທີ່ເຄືອຂ່າຍການເຊື່ອມຕໍ່ລະບົບ TaxRIS ຂັ້ນເມືອງ, ແຜນວາດການຕິດຕາມອຸປະກອນຕ່າງໆໃນຫ້ອງDataCenter ເຊັ່ນ: ເຄື່ອງແມ່ຂ່າຍ, ອຸປະກອນເຄືອຂ່າຍ, ອຸປະກອນຄວາມປອດໄພເຄືອຂ່າຍ,ອຸປະກອນຈັດເກັບຂໍ້ມູນ, ອຸປະກອນສຳຮອງຂໍ້ມູນ. ພ້ອມນີ້, ຈໍສະແດງຜົນຄວບຄຸມຜົນລາຍຮັບ, ສະແດງລະບົບຄວາມປອດໄພ ແລະ ການຖືກໂຈມຕີຈາກພາຍນອກເຂົ້າມາ.

ພ້ອມກັນນີ້, ລະບົບໂປຣແກຣມ, ອຸປະກອນ Server, Network ຂອງ PTIN ແລະ IPOS ເພື່ອຕິດຕາມກວດປະສິດທິພາບ ແລະ ການນຳໃຊ້ຂອງລະບົບເຊີເວີ; ຕິດຕາມກວດກາການເຊື່ອມຕໍ່ກັບລະບົບພາຍນອກ ເປັນຕົ້ນ ການຊຳລະອາກອນ, ການສົ່ງຂໍ້ມູນໃບເກັບເງິນເອເລັກໂຕຣນິກເຂົ້າມາໃນລະບົບ TaxRIS, ການເຊື່ອມຕໍ່ກັບພາກສ່ວນອື່ນໆຂອງລັດ ຜ່ານໂປຣແກຣມກວດກາຕິດຕາມປະລິມານທີ່ນຳໃຊ້ລະບົບ TaxRIS ແລະ ກວດກາຕິດຕາມຂໍ້ມູນເອີເລີ ຈາກການນຳໃຊ້ຕົວຈິງຜ່ານໂປຣແກມ ເພື່ອກວດຕິດຕາມລະບົບຄວາມປອດໄພ ແລະ ລະບົບເຊື່ອມຕໍ່ລະບົບພາຍໃນຂອງ TaxRIS ອາກອນເມືອງ ໃຫ້ສາມາດສະແດງຜົນແບບ Real Time.

ຂ່າວ-ພາບ: ກະຊວງການເງິນ

ສູນວັດທະນະທຳຈີນ ຈັດມະໂຫລານເທສະການກຸດຈີນ ຮອບພິເສດ

0

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດກິດຈະກໍາ “ບຸນມະໂຫລານເທສະການກຸດຈີນ” ປີ 2023 ແລະ ການວາງສະແດງຮູບແຕ້ມພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານ ຫົວຂໍ້ “ປະເທດຈີນງາມເໝືອນຮູບແຕ້ມ” ຮອບພິເສດ ໃຫ້ແກ່ສິດເກົ່າໂຮງຮຽນ “ຫົກເຈັດ” ແຂວງກວາງຊີ ເປັນຄັ້ງທຳອິດ ໂດຍມີສິດເກົ່າຫລາຍກວ່າ 50 ທ່ານ ໄດ້ເຂົ້າຮ່ວມ.

ພາຍໃນງານ, ສິດເກົ່າຈາກໂຮງຮຽນ ຫົກເຈັດ ໄດ້ຮັບຊົມການວາງສະແດງຮູບແຕ້ມພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານຂອງຈີນ ຫົວຂໍ້ “ປະເທດຈີນງາມເໝືອນຮູບແຕ້ມ”, ໄດ້ສໍາຜັດກັບຮີດຄອງປະເພນີອັນເປັນມູນເຊື້ອຂອງເທສະການກຸດຈີນ ເຊັ່ນ: ການຂຽນຕົວອັກສອນ “ຝູ” (福=ຄວາມສຸກ, ໂຊກລາບ), ຮຽນຮູ້ວິທີການຫໍ່ກ້ຽວ ແລະ ກິດຈະກໍາອື່ນໆ. ພ້ອມນີ້, ຍັງມີກິດຈະກໍາການຮ້ອງເພງຈີນ ທີ່ສູນວັດທະນະທໍາຈີນ ໄດ້ຈັດຂຶ້ນເປັນພິເສດ ເຊິ່ງໄດ້ຮັບຄວາມນິຍົມຈາກບັນດາສິດເກົ່າໂຮງຮຽນ “ຫົກເຈັດ”, ຈາກສຽງເພງທີ່ບັນເລງອອກມາ ເຂົາເຈົ້າໄດ້ຫວນຄືນຊ່ວງເວລາທີ່ເຄີຍດໍາລົງຊີວິດຢູ່ປະເທດຈີນ, ທັງໄດ້ສະແດງຄວາມຂອບໃຈພັກ ແລະ ລັດຖະບານຈີນ ທີ່ໃຫ້ການຊ່ວຍເຫລືອແກ່ປະເທດລາວໂດຍທີ່ປະເທດຈີນ ໃນເວລານັ້ນກໍບໍ່ໄດ້ລໍ້າລວຍຮັ່ງມີ.

ທ່ານ ນາງ ຫລີຢີ່ຜິງ ຫົວໜ້າ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນວ່າ: ສອງຊາດລາວ-ຈີນ ມີແນວຄິດອຸດົມການເຊື່ອມຈອດກັນ, ມີລະບອບສັງຄົມຄືກັນ, ເສັ້ນທາງການພັດທະນາທີ່ຄ້າຍຄືກັນ, ມີອະນາຄົດ ແລະ ຊະຕາກໍາທີ່ກ່ຽວຂ້ອງກັນ. ບໍ່ວ່າໃນຍຸກສົງຄາມປະຕິວັດ ຫລື ໃນຍຸກການກໍ່ສ້າງສັງຄົມນິຍົມ, ທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຍາມໃດກໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄດ້ເສີມສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາຕະຫລອດ.

ໂຮງຮຽນຫົກເຈັດ ແມ່ນສັກຂີພິຍານທາງປະຫວັດສາດ ຂອງມິດຕະພາບສອງຊາດລາວ-ຈີນ,ບັນດາສິດເກົ່າຈາກໂຮງຮຽນ ຫົກເຈັດ ແມ່ນຜູ້ສືບສານມິດຕະພາບລະຫວ່າງ ລາວ-ຈີນ, ໄດ້ປະກອບ ສ່ວນອັນພົ້ນເດັ່ນ ໃນດ້ານການຮ່ວມມືແລກປ່ຽນ ແລະ ສົ່ງເສີມມິດຕະພາບລາວ-ຈີນ. ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຍິນດີຕ້ອນຮັບບັນດາສິດເກົ່າຈາກໂຮງຮຽນ ຫົກເຈັດ ມາຢາມສະເໝີ ແລະ ຈະເປັນປ່ອງປະຕູທີ່ງົດງາມ ເພື່ອໃຫ້ບັນດາສິດເກົ່າ ໄດ້ສໍາພັດກັບວັດທະນະທໍາຈີນ, ເປັນບ້ານແສນອົບອຸ່ນທີ່ທຸກທ່ານສາມາດຫວນຄືນຊ່ວງເວລາອັນດີງາມ, ເປັນສາຍຜູກພັນທີ່ສະດວກທີ່ສຸດໃນການລົງເລິກມິດຕະພາບລາວຈີນ.

ໃນຊຸມປີ 60 ສະຕະວັດທີ 20, ເພື່ອຊ່ວຍເຫລືອປະເທດລາວ ທີ່ຕົກຢູ່ໃນສົງຄາມຕໍ່ຕ້ານການຮຸກຮານກູ້ຊາດ, ລັດຖະບານຈີນ ໄດ້ສ້າງໂຮງຮຽນແຫ່ງໜຶ່ງ ສໍາລັບລູກຫລານຂອງພະນັກງານສູນກາງລາວ ທີ່ນະຄອນໜານໜິງ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເນື່ອງຈາກ ລາວ ແລະ ຈີນ ໄດ້ຕົກລົງສ້າງຕັ້ງໂຮງ ຮຽນແຫ່ງນີ້ຂຶ້ນໃນປີ 1967 ຈຶ່ງໄດ້ຕັ້ງຊື່ໂຮງຮຽນດັ່ງກ່າວວ່າໂຮງຮຽນ “ຫົກເຈັດ”ເຊິ່ງໄດ້ດໍາເນີນການສິດສອນເປັນເວລາ 9 ປີ, ມີນັກຮຽນລາວທັງໝົດ 1.074 ຄົນ, ເຍົາວະຊົນຫລາຍຄົນທີ່ສຶກສາຢູ່ໂຮງ ຮຽນດັ່ງກ່າວ. ໃນເວລານັ້ນ, ຫລາຍທ່ານໄດ້ດໍາລົງຕໍາແໜ່ງເປັນການນໍາຂັ້ນສູງຂອງພັກ ແລະ ລັດຖະ ບານລາວ, ກາຍເປັນບຸກຄະລາກອນທີ່ມີຄວາມສາມາດໂດດເດັ່ນ ໃນຂົງເຂດເສດຖະກິດ, ຂົງເຂດວັດ ທະນະທໍາ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ແຂວງ ສະຫວັນນະເຂດ ຖະແຫຼງຂ່າວງານເທສະການ ສະຫວັນ ສຸກສັນ ຫັນສາ (Savan Fun Fest) ປີ 2023 ທີ່ຈະຈັດຂື້ນຢ່າງຍິ່ງໃຫ່ຍກວ່າປີທີ່ຜ່ານມາ

0

ໃນຕອນບ່າຍວັນທີ 9 ມັງກອນ ນີ້ ຢູ່ທີ່ເດີ່ນຕະຫລາດລາຕີ ໄດ້ຈັດພິທີປະກາດຖະແຫລງຂ່າວ ງານເທສະການ ສະຫວັນ ສຸກສັນ ຫັນສາ ( SAVAN FUN FEST ) ປີ 2023 ເຊິ່ງງານຈະຈັດຂື້ນຢ່າງເປັນທາງການເລີ່ມແຕ່ວັນທີ 24 – 29 ມັງກອນ 2023 ທີ່ຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວະຫານ , ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ ສະຫວັນນະເຂດ , ທ່ານ ນ ວິໄລວັນ ຈັນທະວົງ ປະທານກຸ່ມທຸລະກິດ ນຳທ່ຽວ ແຂວງ ສະຫວັນນະເຂດ , ເຂົ້າຮ່ວມຈາກພາກລັດ ແລະ ເອກະຊົນ , ພາກສວ່ນທຸລະກິດ ຫ້າງຮ້ານ,ບັນດາສະມາຄົມທັງພາຍໃນ ແລະ ຕ່າງປະເທດ ,ບັນດານັກທ່ອງທ່ຽວ .

ຈຸດປະສົງ : ໃນການຈັດງານຄັ້ງນີ້ ແມ່ນແນ່ໃສ່ການຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸລັກ ແລະ ຟື້ນຟູ ວິຖີການດໍາລົງຊີວິດຂອງຊຸມຊົນ ໃນເຂດເມືອງເກົ່ານະຄອນໄກສອນພົມວິຫານ ເພື່ອຫວນຄືນສູ່ພາບບັນຍາກາດອັນເກົ່າໆທາງດ້ານວັດທະນະທໍາ ທີ່ມີຄຸນຄ່າ ແລະ ເປັນເອກະລັກຂອງແຂວງສະຫັວນນະເຂດ, ທັງເປັນການປະຊາສໍາພັນການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ພ້ອມທັງເປັນການກະຕຸກຊຸກຍູ້ເສດຖະກິດ ຂອງແຂວງ ເວົ້້າລວມ, ເວົ້າສະເພາະນະຄອນໄກສອນພົມວິຫານ, ນອກຈາກນັ້ນຍັງເປັນການສົ່ງເສີມທຸລະກິດທ່ອງທ່ຽວຂອງແຂວງສະຫວັນນະເຂດເຊັ່ນ: ທຸລະກິດພັກແຮມ, ຮ້ານອາຫານ – ກິນດື່ມ, ຮ້ານບັນເທິງ, ທຸລະກິດທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມອື່ນໆ… ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ສ້າງລາຍຮັບໃຫ້ປະຊາຊົນ ໂດຍການນໍາໃຊ້ທ່າແຮງດ້ານການທ່ອງທ່ຽວໃນເຂດຕົວເມືອງເກົ່າ ກໍ່ຄືສະຖາປັດຕະຍະກໍາຕາມເຮືອນ ແລະ ອາຄານເກົ່າ ໃນເຂດຕົວເມືອງເກົ່າ ໃຫ້ມີຜົນປະໂຫຍດສູງສຸດ ແລະ ແນ່ໃສ່ສ້າງນະຄອນໄກສອນພົມວິຫານໃຫ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ

ໂຄງການ: ຈັດງານສະຫວັນ ສຸກສັນ ຫັນສາ ປີນີ້ແມ່ນຈັດເປັນຄັ້ງທີ 3 ແລະ ໃນປີນີ້ ເປັນປີທີ່ຍິ່ງໃຫຍ່ອາລັງການ ຕ່າງກວ່າປີຜ່ານມາ ໂດຍຂະຫຍາຍພື້ນກວ້າງກວ່າເກົ່າ ທີ່ມີກິດຈະກໍາທີ່ລາກຫຼາຍ ແລະ ໜ້າສົນໃຈເຊັ່ນ:

ອອກຮ້ານວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນການຄ້າ, ທ່ອງທ່ຽວ, ອາຫານ ແລະ ອື່ນໆ ທັງພາຍໃນ ແລະ ຕ່າງປະເທດ , ການສະແດງສິລະປະວັດທະນະທໍາພື້ນເມືອງ ແລະ ສາກົນ, ມີການແຂ່ງຂັນກິລາມິນິມາລາທອນ ແລະ ແຈດສະກີ , ລໍາວົງຍ້ອນຍຸກ, ການສາຍໜັງກາງແປນ, ສາຍໜັງປາລັດຕື້, ການສະແດງກາຍຍະສິນ, ວາງສະແດງພາຫະນະລົດເກົ່າ, ລົດສານມລໍ້ຖີບ, ການວາງສະແດງຮູບພາບກ່ຽວກັບທັດສະນີຍະພາບຕົວເມືອງເກົ່າ ແລະ ການຕົບແຕ່ງໂຄບໄຟຕາມເສັ້ນທາງຈັດງານ ທີ່ສອງແສງໃຫ້ເຫັນເຖິງບັນຍາກາດຫວນຄືນໃນພາບອາດິດ ຂອງຕົວເມືອງເກົ່າ

#savannakhet#medialaos

ກຽມກໍ່​ສ້າງ​ສະ​ຖາ​ນີ​ສາກ​ລົດ​ໄຟ​ຟ້າໃນ​ປ້ຳນ້ຳ​ມັນພີ​ທີ​ທີ​ ລາວ ທົ່ວ​ປະ​ເທດ

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າພາຍໃຕ້ແບຣນ EV Station Pluz | Blue Dot ໃນພື້ນທີ່ປ້ໍານ້ຳມັນ ພີທີທີ ລາວ ໃນທົ່ວປະເທດ ລະຫວ່າງ ບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຣູດອດ) ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້​ຈັດ​ຂຶ້ນ​ໃນວັນທີ 9 ມັງກອນ 2023 ທີ່ ບໍລິສັດ ລາວທານີ ກົນຈັກໜັກ ຈໍາກັດຜູ້ດຽວ (ບຣູດອດ) ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ​ລະ​ຫວ່າງ ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການ ບໍລິສັດ ລາວທານີ ກົນຈັກຫນັກ (ບຣູດອດ) ແລະ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ.

ການ​ຮ່ວມ​ມື​ຄັ້ງ​ນີ້ ເພື່ອເປັນການຮອງຮັບຄວາມຮຽກຮ້ອງຕ້ອງການ, ການເພີ່ມຂຶ້ນຂອງຈໍານວນລົດໄຟຟ້າໃນ ສປປ ລາວ ແລະ ເພື່ອອຳນວຍຄວາມສະດວກ ໃນການເດີນທາງດ້ວຍລົດໄຟຟ້າຈາກປະເທດອ້ອມຂ້າງ ເປົ້າໝາຍເພື່ອໃຫ້ປະເທດລາວເປັນ Land-Link ຂອງ ASEAN ຢ່າງແທ້ຈິງ, ດ້ວຍເຫດນັ້ນ ທາງ ລາວທານີ ຈຶ່ງໄດ້ ຮ່ວມມືກັບທາງ ບໍລິສັດ ພີທີທີ (ລາວ) ຈຳກັດ ໃນຄັ້ງນີ້ເພື່ອກໍ່ສ້າງ ແລະ ຂະຫຍາຍສະຖານີສາກລົດໄຟຟ້າໃຫ້ຄວບຄຸມພື້ນທີ່ທຸກການເດີນທາງຂອງທ່ານ ພາຍໃຕ້ແນວຄິດ Concept ວ່າ H2H “Connect your HOME TO your HOLIDAY” ທີ່ສາມາດຕອບສະ​ໜອງການເດີນທາງ ໄປ-ກັບ ຈາກເຮືອນຂອງທ່ານເພື່ອໄປເຖິງຈຸດໝາຍປາຍທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່າງໆໃນ ສປປ ລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວສີຂຽວ ແລະ ເປັນມິດກັບທຳມະຊາດ ແລະ ສິ່ງແວດລ້ອມ.

ລະບົບສະຖານີສາກລົດໄຟຟ້າ EV Station Pluz | BlueDot ແມ່ນມີຕູ້ສາກ ທີ່ໄດ້ມາດຕະຖານຈາກເອີ​ຣົບ (CE Certificate) ຊຶ່ງມີກໍາລັງໄຟຟ້າສູງເຖິງ 182KW ແລະ 202kW ຊຶ່ງເປັນຕູ້ສາກທີ່ໄວທີ່ສຸດໃນຂະ​ນະນີ້, ລຸ້ນ ADC182 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 160kW (160 ກິໂລວັດ) ຈຳນວນ 2 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 1 ຫົວ, ແລະ ລຸ້ນ ADC202 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 180kW (180 ກິໂລວັດ) ຈຳນວນ 2 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 1 ຫົວ ຊຶ່ງສາມາດໃຫ້ບໍລິການໄດ້ 3 ຄັນໃນເວລາດຽວກັນໄດ້. ໃນປີ 2023 ນີ້ວາງແຜນຂະຫຍາຍສະຖານີສາກລົດໄຟຟ້າພາຍໃນປໍ້ານໍ້າມັນ ພີທີທີ (ລາວ) ຈໍາກັດ ຢູ່ 10 ຈຸດຄື: ປ້ຳນ້ຳມັນ ດອນກອຍ, ຫຼັກ 21, ໜອງແຕ່ງ, ຫຼວງພະບາງ, ວັງວຽງ, ກາສີ, ປາກຊັນ, ທ່າແຂກ, ສະຫວັນນະເຂດ ແລະ ປາກເຊ. ການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນໃນຄັ້ງນີ້ເພື່ອສຶກສາໃນລາຍລະອຽດຕ່າງໆກ່ຽວກັບການຮ່ວມມືກັນເພື່ອກ້າວເຂົ້າສູ່ການເຊັນສັນຍາເພື່ອດຳເນີນການຂະຫຍາຍສະຖານີສາກຕໍ່ໄປ.

ຂ່າວ: ນາງ​ແສງ​ຈັນ

ຈີດີພີ ອູແກຣນ ຫລຸດລົງ 30,4%

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງເສດຖະກິດ ຂອງອູແກຣນ ລາຍງານຕົວເລກໃນການຄາດຄະເນເບື້ອງຕົ້ນ ວ່າ: ລວມຍອດຜະລິດຕພັນພາຍໃນປະເທດ (ຈີດີພີ) ຂອງອູແກຣນ ຫລຸດລົງຫລາຍ ເປັນປະຫວັດການ ເຖິງ 30,4% ໃນປີ 2022 ເນື່ອງຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ. ໃນປີ 2022, ເສດຖະກິດອູແກຣນ ໄດ້ຜະເຊີນກັບຄວາມເສຍຫາຍຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ໂດຍຈີດີພີອູແກຣນ ຫລຸດລົງ 37% ໃນເດືອນພະຈິກ ປີ 2022 ແລະ ຫລຸດລົງ 34% ໃນເດືອນທັນວາ ຕາມລຳດັບ. ຫລັງຈາກສະຖານະການເລີ່ມໄດ້ຮັບສະຖຽນລະພາບດ້ວຍຄວາມ ຕ້ອງການ ພະລັງງານ, ເສດຖະກິດອູແກຣນ ໃນໄຕມາດ 4 (ເດືອນຕຸລາ-ເດືອນທັນວາ) ປີ 2022 ຫລຸດລົງ 35,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2021. ນອກນັ້ນເສດຖະກິດອູແກຣນໄດ້ຈະເລີນເຕີບໂຕ 3,4% ໃນປີ 2021 ແລະ ລັດຖະບານຄາດວ່າຈີດີພີ ຂອງປະເທດນີ້ຈະເພີ່ມຂຶ້ນ 3,2% ໃນປີ 2023.

ທໍ່ສົ່ງອາຍແກັສທຳມະຊາດ ສປຈີນ-ອາຊີກາງ ບັນລຸຫລາຍກວ່າ 4,3 ໝື່ນລ້ານແມັດກ້ອນ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ບໍລິສັດ ໄປໄຊນາ ເວັສໄປໄລ ຄອມພານີ ເປີດເຜິຍວ່າ ທໍ່ສົ່ງອາຍແກັສ ທຳມະຊາດ ສາຍຈີນ-ອາຊີກາງ ໄດ້ຂົນສົ່ງແກັສ ທຳມະຊາດ ໄປຍັງຈີນ ລວມທັງໝົດ 4,32 ໝື່ນລ້ານ ແມັດກ້ອນ ໃນປີ 2022 . ປັດຈຸບັນ ທໍ່ສົ່ງອາຍແກັສ ສາຍດັ່ງກ່າວ ໄດ້ຂົນສົ່ງ ອາຍແກັສ ທຳມະຊາດ ລາຍວັນ ປະມານ 100 ລ້ານແມັດກ້ອນ. ໂດຍປະລິມານ ການສົ່ງອາຍແກັສ ລາຍວັນ ບັນລຸຕົວເລກ ສູງສຸດນັ້ນ ຫລາຍກວ່າ 163 ລ້ານແມັດກ້ອນ .

ກຳລັງການຜະລິດຕິດຕັ້ງໄຟຟ້າ ພະລັງງານ ໃນ ສປຈີນ ບັນລຸ 40 ລ້ານກິໂລວັດ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ໃນວັນທີ 8 ມັງກອນ 2023, ເຂດປົກຄອງຕົນເອງຊິນຈຽງອຸຍກູ ທາງຕາເວັນຕົກສຽງເໜືອຂອງລາຍງານວ່າ ການຜະລິດພະລັງງານໃນເຂດນີ້ຢູ່ຈີນ ສືບຕໍ່ດີຂຶ້ນຢ່າງຕໍ່ເນື່ອງ. ໂດຍມີກຳລັງການຜະລບິດຕິດຕັ້ງ ຂອງ ການຜະລິດໄຟຟ້າພະລັງງານໃໝ່ເພີ່ມຂຶ້ນເຖິງ 40 ລ້ານກິໂລວັດ ເປັນຄັ້ງທຳອິດໃນເດືອນມັງກອນປີ 2023. ບໍລິສັດ ການໄຟຟ້າ ແຫ່ງປະເທດ ຈີນ ຈຳກັດ ສາຂາຊິນຈຽງ ລາຍງານວ່າ: ກຳລັງ ການ ຜະລິດ ຕິດຕັ້ງຂອງ ໄຟຟ້າ ພະລັງງານໃໝ່ ໃນເບື້ອງຕົ້ນ ໄດ້ແບ່ງອອກເປັນກຳລັງການຜະລິດຕິດຕັ້ງພະລັງງານລົມຂອງຊິນຈຽງ 26,1 ລ້ານກິໂລວັດ ແລະ ພະລັງງານແສງຕາເວັນ ລວມມີ 14,5 ລ້ານກິໂລວັດ.

ສະພາບອາກາດ ປະຈໍາວັນທີ 10 ມັງກອນ 2023

0

ຄວາມກົດດັນສູງຂອງອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະ ເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນ ຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 10/1/2023 ເຖິງເວລາ 7:00 ໂມງວັນທີ 11/1/2023

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມ ໃນລະຫວ່າງ 10-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງໜາວເຢັນ ຫາ ໜາວເຢັນ ຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ອຸນຫະພູມ ໃນລະຫວ່າງ 08-29 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຍັງຈະເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 20-28 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນ ລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 25% ຂອງພາກ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

-ແຂວງໄຊສົມບູນ: ອາກາດຍັງໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 11-21 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 25% ຂອງພາກ. ອຸນຫະພູມໃນລະຫວ່າງ 14-30 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ ປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 13-26 ອົງສາ.