Sunday, October 12, 2025
Home Blog Page 826

ສປ ຈີນ-ເຊັກ ຍົກລະດັບການພົວພັນຄູ່ຮ່ວມຍຸດທະສາດ

0

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ພົບປະກັບ ທ່ານ ມີລົດເສ ເຊມັນ, ປະທານາທິບໍດີເຊັກ ຜ່ານທາງວິດີໂອ ໃນ​ໂອກາດ​ນີ້ ທ່ານ ສີ ຈິ້ນຜິງ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ໄລຍະ 10 ປີ ທີ່ຜ່ານມາທີ່ໄດ້ພົບປະ ແລະ ໂອ້ລົມກັນຜ່ານທາງໂທລະສັບຫລາຍເທື່ອ ​ໂດຍລົງເລິກດຳເນີນການແລກປ່ຽນ ກ່ຽວກັບການພົວພັນ ສອງຝ່າຍ, ບົດຮຽນການປົກຄອງປະເທດ ແລະ ການບໍລິຫານການເມືອງ ແລະ ອື່ນໆ ໄດ້ຍົກລະດັບການພົວພັນລະຫວ່າງ ສປ ຈີນ ກັບ ເຊັກ ໃຫ້ເປັນການພົວພັນຄູ່ຮ່ວມຍຸດທະສາດ. ພ້ອມ​ທັງຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດ-ການຄ້າ ຂອງທັງສອງຝ່າຍ, ມູນຄ່າການສົ່ງອອກຂອງເຊັກຕໍ່ ສປ ຈີນ ໄດ້ເພີ່ມຂຶ້ນເກືອບ 2 ເທົ່າ, ຈຳນວນນັກທ່ອງທ່ຽວຈີນ ທີ່ໄປ ທ່ອງທ່ຽວໃນເຊັກ ​ເມື່ອປີ 2019 ເພີ່ມຂຶ້ນ 250% ເມື່ອທຽບໃສ່ປີ 2013. ສປ ຈີນ ໄດ້ເອົາໃຈໃສ່ນຳການຂະຫຍາຍການພົວພັນ ສປ ຈີນ-ເຊັກ, ຖືເຊັກ ເປັນຄູ່ຮ່ວມຍຸດທະສາດທີ່ສຳຄັນ, ຊຸກຍູ້ການພົວພັນສອງຝ່າຍ ໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫລາຍກວ່າເກົ່າ ຈາກ​ນັ້ນ ທ່ານ ມີລົດເສ ເຊມັນ ​ໄດ້ກ່າວສະ​ແດງ​ຄວາມ ຍິນດີໃນ​ຄວາມພະຍາຍາມຮ່ວມກັບ ຝ່າຍ ສປ ຈີນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆ ເອົາຊະນະຜົນກະທົບຈາກການແພ່ລະບາດຂອງພະຍາດ ໂຄວິດ-19, ຟື້ນຟູການໄປມາຫາສູ່ກັນ ລະຫວ່າງປະຊາຊົນ ເຮັດໃຫ້ການພົວພັນລະຫວ່າງເຊັກກັບ ສປ ຈີນ ໄດ້ຮັບຄວາມຈະເລີນຮຸ່ງເຮືອງ ແລະ ມີຊີວິດຊີວາຂຶ້ນຕື່ມອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ແຜ່ນນ້ຳກ້ອນທົ່ວໂລກເກືອບເຄິ່ງໜຶ່ງຈະລະລາຍພາຍໃນປີ 2100

0

ຕາມຂ່າວຈາກ mcot.net ໜ່ວຍ​ງານ ຄົ້ນຄວ້າສາກົນເປີດ​ເຜີຍ​ວ່າ: ​ແຜ່ນ​ນ້ຳກ້ອນ​ເກືອບ​ເຄິ່ງໜຶ່ງຂອງ​ໂລກ ຈະ​ລະລາຍ​ພາຍ​ໃນ​ ປີ 2100 ​ເຖິງ​ວ່າ​ທົ່ວ​ໂລກ​ຈະ​ຮັກສາ​ການ​ເພີ່ມ​ຂຶ້ນ​ຂອງ​ອຸນຫະພູມ ສ​ະ​ເລ່ຍບໍ່​ໃຫ້​ເກີນ1,5 ອົງສາ​ເຊ ອີງ​ຕາມ​ການ​ຄິດ​ໄລ່​ ທາງ​ຄອມ​ພິວ​ເຕີ​ ຂອງ​​ແຜ່ນນ້ຳ​ກ້ອນ​ຫລາຍ​ກວ່າ 210.000 ​ແຫ່ງທົ່ວ​ໂລກ​ທີ່​ໄດ້​ລະລາຍພາຍ​ໃຕ້ລະດັບ​ຄວາມ​ຮ້ອນ​ຂອງ​ໂລກ ທີ່​ແຕກ​ຕ່າງ​ກັນ ພົບ​ວ່າແຜ່ນ​ນ້ຳກ້ອນ 49% ຈະ​ລະ​ລາຍ ​ໃນ​ປີ 2100, ​ເຖິງ​ແມ່ນ​ວ່າທົ່ວໂລກ​ຈະ​ຮັກສາ​ການ​ເພີ່ມ​ຂຶ້ນ​ ຂອງ​ອຸນຫະພູມ ສະ​ເລ່ຍບໍ່​ໃຫ້​ກາຍ 1,5 ອົງສາ​ເຊ ​ແລະ ​ໃນ​ກໍລະນີຮ້າຍ​ແຮງ​ທີ່​ສຸດ ຫາກ​ໂລກມີ​ອຸນຫະພູມ​ ອຸ່ນ​ຂຶ້ນ 4 ອົງສາເຊ, ​ແຜ່ນ​ນ້ຳກ້ອນ 83% ຈະ​ລະລາຍ ​ແລະ ​ເຮັດ​ໃຫ້​ລະດັບ​ນ້ຳ​ທະ​ເລສູງ​ຂຶ້ນ​ອີກປະມານ 15 ຊັງ​ຕີ​ແມັດ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ກຳປູເຈຍ ເລີ່ມບູລະນະເສັ້ນທາງຫລວງເລກ 7

0

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ຮຸນເຊັນ, ນາຍົກລັດຖະມົນຕີກຳປູເຈຍ ກັບ ທ່ານ ວາງເວີນທ່ຽນ ເອກອັກຄະລັດຖະທູດຈີນ ປະຈຳກຳປູເຈຍ ໄດ້ເຂົ້າຮ່ວມພິທີເປີດໂຄງການບູລະນະຍົກລະດັບເສັ້ນທາງຫລວງ ເລກ 7 ທາງຜ່ານເມືອງສະຄຸນ ແຂວງກຳປົງຈາມ ຂອງກຳປູເຈຍ ຈາກ​ນັ້ນ ທ່ານ ຮຸນເຊັນ ໄດ້ສະແດງຄວາມຂອບໃຈຕໍ່ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ກຳປູເຈຍ ໃນການສ້າງສາພັດທະນາເສັ້ນທາງ, ຂົວ, ພະລັງງານໄຟຟ້າ ແລະ ຂົງເຂດອື່ນໆ ຂອງກຳປູເຈຍ, ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາຂອງກຳປູເຈຍ. ຫລັງຈາກເຊັນສັນຍາກັນບໍ່ພຽງເທົ່າໃດເດືອນ, ໂຄງການບູລະນະຍົກລະດັບເສັ້ນທາງຫລວງ ເລກ 7 ໄດ້ເລີ່ມຕົ້ນການກໍ່ສ້າງໂດຍໄວ, ສະແດງໃຫ້ເຫັນເຖິງ ການຕິດແທດຕົວຈິງ ແລະ ປະສິດທິພາບສູງຂອງການຮ່ວມມື ລະຫວ່າງກຳປູເຈຍ ກັບ ສປ ຈີນ ຢ່າງເຕັມສ່ວນ. ສຳລັບການເດີນທາງຈາກນະຄອນຫລວງພະນົມເປັນ ໄປຫາແຂວງກຳປົງຈາມ ເຊິ່ງເປັນແຂວງໃຫຍ່ດ້ານເສດຖະກິດ ຂອງກຳປູເຈຍ ຕ້ອງແລ່ນຜ່ານເສັ້ນທາງຫລວງເລກ 7, ເຊິ່ງເປັນໂຄງການເສັ້ນທາງຫລວງສາຍທຳອິດ ທີ່ສປ ຈີນ ກໍ່ສ້າງຂຶ້ນດ້ວຍເງິນກູ້ບຸລິມະສິດທີ່ພວມບູລະນະຍົກລະດັບນັ້ນມີຄວາມຍາວປະມານ 45 ກິໂລແມັດ ຄາດວ່າຈະໃຫ້ສຳເລັດ ໃນປີ 2027.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ອາຊຽນ ສືບຕໍ່ຮັກສາສັນຕິພາບ-ສະຖຽນລະພາບ-ຄວາມໝັ້ນຄົງຢູ່ພາກພື້ນ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ໄດ້ກ່າວເນັ້ນໜັກເຖິງ 6 ບຸລິມະສິດຕົ້ນຕໍໃນ​ໄລຍະ​ໃໝ່ ​ໂດຍ​ສະ​ເພາະປະຊາຄົມອາ​ຊຽນ ຄວນສືບຕໍ່ໃຫ້ບຸລິມະສິດແກ່ການຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ. ຖັດຈາກນັ້ນແມ່ນການກໍ່ສ້າງໂດຍອີງໃສ່ຄວາມວັດທະນາ ຖາວອນ; ຄວາມມານະພະຍາຍາມປົກປ້ອງໜ່ວຍພິພົບສີຂຽວ, ພິເສດແມ່ນບັນດາບັນຫາສິ່ງແວດລ້ອມ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ພື້ນຖານເສດຖະກິດສີຂຽວ; ມອບສິດໃຫ້ແກ່ປະຊາຊົນ- ພິເສດແມ່ນລຸ້ນໜຸ່ມ; ເພີ່ມທະວີບັນດາ ການພົວພັນຄູ່ຮ່ວມມືໃນອາຊຽນ ກໍ່ຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ສຸດທ້າຍແມ່ນນຳບັນດາຂົງເຂດ ທີ່ມີຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຜົນປະໂຫຍດ ແລະ ທ່າແຮງຢ່າງແທດຈິງມີຄວາມໝາຍສຳຄັນສຳລັບອາຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ແມນຢູ ຊົດເຊີຍ ເບຊິກຕັສ 3 ລ້ານເອີໂຣ ຢືມ ເວັກຮອສ

0

ແມນເຊັສເຕີ ຢູໄນເຕັດ ບັນລຸຂໍ້ຕົກລົງທາງວາຈາ ໃນການເຊັນສັນຍາຢືມຕົວ ເວົາ ເວັກຮອສ ກອງໜ້າທີມຊາດໂຮນລັງ ມາຈາກ ເບີນລີ ຢ່າງເຕັມຮູບແບບແລ້ວ ໂດຍເຂົ້າໃຈວ່າຈະຈ່າຍຄ່າຊົດເຊີຍໃຫ້ ເບຊິກຕັສ ເປັນຈໍານວນ 3 ລ້ານເອີໂຣ.

ແມນເຊສເຕີ ຢູໄນເຕັດ ໄດ້ຫາລືກັບ ເບີນລີ ຕົ້ນສັງກັດທີ່ແທ້ຈິງຂອງ ເວັກຮອສ ເຖິງເລື່ອງການຢືມຕົວກອງໜ້າອາຍຸ 30 ປີທາຍັງຖິ່ນ ໂອລ ແທຣບຟອດ ໄປແລ້ວ ຊຶ່ງອຸປະສັກອີຫຼີ ກໍຄືນັກເຕະມີສັນຍາຢືມຕົວຕະຫຼອດລະດູການກັບ ເບຊິກຕັສ.

ເບີນລີ ບໍ່ມີເງື່ອນໄຂຢຸດສັນຍາຢືມຕົວຂອງ ເວັກຮອສໃນເດືອນມັງກອນ ໃນຂະນະທີ່ ເບຊິກຕັສ ກໍສະແດງຢ່າງຊັດເຈນວ່າພວກເຂົາຈະບໍ່ຍົກເລີກສັນຍາກາງທາງແທ້ ແຕ່ທຸກສິ່ງທຸກຢ່າງສາມາດສົນທະນາກັນໄດ້ ຫາກມີຄ່າຊົດເຊີຍທີ່ເໝາະສົມ.

ຫຼ້າສຸດ ຟາບຣິຊິໂອ ໂຣມາໂນ ໄດ້ອັບເດດຂໍ້ຕົກລົງເພີ່ມວ່າ ແມນເຊສເຕີ ຢູໄນເຕັດ ໄດ້ບັນລຸຂໍ້ຕົກລົງທາງວາຈາຢ່າງເຕັມຮູບແບບ ໃນການເຊັນສັນຍາຢືມຕົວ ເວັກຮອສ ແລ້ວ ໂດຍພວກເຂົາ ຈະຈ່າຍຄ່າຊົດເຊີຍໃຫ້ ເບຊິສຕັສ 3 ລ້ານເອີໂຣ.

ຂັ້ນຕອນສຸດທ້າຍທີ່ລໍຖ້າຢູ່ຕອນນີ້ກໍຄື ເບຊິກຕັສ ຈະອະນຸມັດຂໍ້ຕົກລົງກໍຕໍ່ເມື່ອພວກເຂົາສາມາດຊອກຫາຜູ້ທົດແທນທີ່ເໝາະສົມໄດ້ກ່ອນ.

ສໍາລັບ ເວັກຮອສ ມີຜົນງານທີ່ດີກັບ ເບຊິກຕັສ ຍິງໄດ້ 9 ປະຕູຈາກ 18 ເກມ ແລະ ທີມດັງແຫ່ງອິສຕັນບູລ ມີເງື່ອນໄຂຊື້ຂາດໃນລາຄາ 8,5 ລ້ານປອນ ໃນໄລຍະລະດູຮ້ອນ ແຕ່ສະຖານະການຕອນນີ້ ກອງໜ້າຊາວໂຮນລັງ ຢາກຍ້າຍໄປຫຼິ້ນກັບ ແມນເຊສເຕີ ຢູໄນເຕັດ ຢ່າງເຕັມທີ່.

ອະດີດຄູຝຶກ PSV ສົງໄສ “ກັກໂປ” ຮ່ວມທີມລີເວີພູລ ຜິດເວລາ – ຄລັອບ ອາດລາທີມໃນໄວໆນີ້

0

ອາດ ເດີ ມອສ ອະດີດຜູ້ຈັດການທີມ ພີເອສວີ ໄອໂຮເຟ່ນ ສະແດງຄວາມເຫັນວ່າ ໂຄດີ ກກໂປ ອາດຍ້າຍຮ່ວມທີມ ລີເວີພູລ ຜິດເວລາ ເນື່ອງຈາກ ເຢີເກນ ຄລັອບ ອາດກ້າວລົງຈາກຈາກຕໍາແໜ່ງຜູ້ຈັດການໃນໄວໆນີ້.

ກົກໂປ ເປີດຕົວຄັ້ງທໍາອິດໃຫ້ກັບ ລີເວີພູລ ໃນການແຂ່ງຂັນເຕະບານ FA Cup ຮອບທີສາມທີ່ສະເໝີກັບ ວູຟແຮມຕັນ 2-2 ເມື່ອວັນເສົາທີ່ຜ່ານມາ ຫຼັງຈາກທີ່ຍ້າຍມາຈາກ PSV ດ້ວຍຄ່າຕົວເບື້ອງຕົ້ນ 37 ລ້ານປອນ

ດາວເຕະອາຍຸ 23 ປີ ເຂົ້າມາເພີ່ມຕົວເລືອກເກມບຸກໃຫ້ທີມລີເວີພູລ ຫຼັງໂຊຟອມໂດດເດັ່ນກັບສະໂມສອນ ແລະ ທີມຊາດ ຢ່າງໃດກໍຕາມ ເດີ ມອສ ຜູ້ທີ່ເຄີຍເປັນຜູ້ຈັດການ PSV ແລະ ອາແຈັກ ເຊື່ອວ່າ ກັກໂປ ອາດຕັດສິນໃຈຜິດພາດທີ່ເລືອກ ລີເວີພູລ.

ເດີ ມອສ ບອກກັບຮ້ານ Soccernews ວ່າ: ” ເຂົາຍ້າຍມາໃນໄລຍະເວລາທີ່ທີມມີແຕ່ເລື່ອງໜ້າຜິດຫວັງ ທີມສັກສີຫາຍໄປ ແລະ ພວກເຂົາບໍ່ແມ່ນໜຶ່ງໃນທີມທີ່ດີທີ່ສຸດໃນເວລານີ້ ເຊັ່ນດຽວກັບ ເຊວຊີ “

“ ລີເວີພູລ ກໍາລັງພະຍາຍາມກັບຄືນສູ່ເສັ້ນທາງທີ່ຄວນຈະເປັນ ແລະ ມັນບໍ່ແມ່ນເວລາສໍາລັບນັກເຕະອາຍຸນ້ອຍທີ່ຈະເຂົ້າມາ ດັ່ງນັ້ນ ຂ້ອຍບໍ່ຮູ້ວ່າມັນແມ່ນເວລາທີ່ເໝາະສົມຫຼືຍັງ ທີ່ຈະໄປຢູ່ ລີເວີພູລ ໃນເວລານີ້. ນອກຈາກນີ້ ບາງທີ ເຢີເກນ ຄລັອບ ອາດຈະຍ້າຍອອກຈາກທີມໃນໄວໆນີ້ເຊັ່ນກັນ.

ສໍາລັບ ຄລັອບ ເຂົ້າຄຸມທີມ ລິເວີພູລ ມາຕັ້ງແຕ່ເດືອນຕຸລາ ປີ 2015 ແລະ ຂະຫຍາຍສັນຍາໄປຈົນຮອດປີ 2026 ໃນເດືອນເມສາ ປີກາຍນີ້.

ປິດກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງເຮັດວຽກຢ່າງເຄັ່ງຄັດ, ເຂັ້ມງວດ, ມີຄວາມຮັບຜິດຊອບ, ໃນວັນທີ 9 ມັງກອນ ຜ່ານມາ, ກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປິດລົງຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ. ໂດຍການເຂົ້າຮ່ວມຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ; ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມ.

ຂ່າວລະບຸວ່າ: ທ່ານ ເວືອງດິ່ງເຫວ້ ກ່າວຄຳເຫັນໃນພິທີປິດກອງປະຊຸມ ວ່າ: ກອງປະຊຸມໄດ້ສຳເລັດທຸກລາຍການທີ່ໄດ້ວາງອອກ. ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 1 ສະບັບ ວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ) ແລະ ມະຕິ 3 ສະບັບ ຄື: ມະຕິວ່າດ້ວຍການດັດປັບແຜນການກູ້ຢືມທຶນ ປີ 2022 ຂອງທ້ອງຖິ່ນຕ່າງໆ, ປັບປຸງຮ່າງແຜນລາຍຈ່າຍງົບປະມານປົກກະຕິປະຈຳປີ 2021 ບ້ວງເງິນຊ່ວຍເຫຼືອຂອງຕ່າງປະເທດ, ດັດປັບຮ່າງແຜນງົບປະມານທີ່ຍັງເຫຼືອປີ 2021 ຂອງ ກົມໃຫຍ່ພາສີ ແລະ ກົມໃຫຍ່ສ່ວຍສາອາກອນ; ພ້ອມທັງໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ຄື: ທ່ານ ເຈິ່ນຮົ່ງຮ່າ ແລະ ທ່ານ ເຈິ່ນລິວກວາງ. ທ່ານເນັ້ນໜັກວ່າ: ສະພາແຫ່ງຊາດໄດ້ພິຈາລະນາ, ຕົກລົງ 5 ໝວດບັນຫາໃຫຍ່, ສຳຄັນ ແລະ ຮີບດ່ວນທີ່ກອງປະຊຸມວິສາມັນເທື່ອທີ 2 ນີ້ ຈະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງໃນຕົວຈິງ. ພ້ອມທັງ, ສ້າງປະຖົມປັດໄຈສຳຄັນເພື່ອປະຕິບັດໜ້າທີ່ປີ 2030 ແລະ ໃນຊຸມປີຕໍ່ໄປ.

ໂດຍໃຫ້ຂໍ້ສັງເກດກ່ຽວກັບສະພາບການຢູ່ພາຍໃນ ແລະ ທົ່ວໂລກ ໃນປີ 2023, ທ່ານ ເວືອງດິ່ງເຫວ້ ຖືວ່າ: ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ສະນັ້ນ, ທຸກຂັ້ນ, ທຸກກະຊວງ, ຄະນະ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຖ້ວນໜ້າ ຕ້ອງສືບຕໍ່ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຖືການພັດທະນາວັດທະນະທຳທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ… ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແຜນການພັດທະນາເສດຖະກິດ – ສັງຄົມ ປີ 2023 ນັບແຕ່ຕົ້ນປີ, ຕົ້ນເດືອນຂອງປີໃໝ່ຢ່າງມີໄຊ.

ສ້າງພື້ນຖານຕຸລາການເປັນມືອາຊີບ ທັນສະໄໝ ສະເໝີພາບ ເຄັ່ງຄັດ ແລະ ສັດຊື່ບໍລິສຸດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 9 ມັງກອນ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເປັນປະທານກອງປະຊຸມເທື່ອທີ 3 ຄະນະຊີ້ນຳ.

ຂ່າວລະບຸວ່າ: ໃນກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ບັນດາເປົ້າໝາຍຈຸດສຸມຂອງວຽກງານປະຕິຮູບຕຸລາການປີ 2023 ແມ່ນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ບັນດາຮົ້ວກີດຂວາງໃຫ້ໄດ້ ເພື່ອຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງລະບົບບັນດາອົງການຕຸລາການ, ເປັນເຈົ້າການປະຕິບັດວຽກງານຄວບຄຸມສິດອຳນາດໃຫ້ເປັນຢ່າງດີ ເພື່ອສະກັດກັ້ນບັນດາສິ່ງຫຍໍ້ທໍ້ໃນການເຄື່ອນໄຫວສຳຫຼວດກວດກາ, ຟ້ອງສານ, ພິພາກສາຄະດີ. ສູ້ຊົນບັນລຸເປົ້າໝາຍທີ່ໄດ້ວາງອອກແມ່ນ ຮອດປີ 2030 ສ້າງພື້ນຖານຕຸລາການໃຫ້ເປັນມືອາຊີບ, ທັນສະໄໝ, ຍຸຕິທຳ, ເຄັ່ງຄັດ, ສັດຊື່ບໍລິສຸດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ທ່ານ ຫງວຽນຊວັນຟຸກ ຍັງເນັ້ນໜັກເຖິງການປະຕິຮູບຕຸລາການຕ້ອງຮ່ວມເດີນທາງ ແລະ ປະຕິບັດແຜນນະໂຍບາຍຂອງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃຫ້ເປັນຢ່າງດີ; ບັນດາອົງການຕຸລາການຕ້ອງເອົາໃຈໃສ່ການຄວບຄຸມສິດອຳນາດ.

GDP ອູແກຣນຫຼຸດລົງຫຼາຍກວ່າ 30,4% ໃນປີ 2022

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ກະຊວງເສດຖະກິດຂອງອູແກຣນໄດ້ເປີດເຜີຍບົດລາຍງານໂຕເລກການຄາດຄະເນໃນເບື້ອງຕົ້ນວ່າ ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອູແກຣນຫຼຸດລົງຫຼາຍທີ່ສຸດເປັນປະຫວັດສາດເຖິງ 30,4% ໃນປີ 2022 ເນື່ອງມາຈາກສະຖານະການໂລກໃນປັດຈຸບັນ.

ໜ່ວຍງານປະຊາສຳພັນຂອງກະຊວງເສດຖະກິດອູແກຣນລະບຸວ່າ ເສດຖະກິດອູແກຣນໃນປີ 2022 ປະເຊີນກັບຄວາມສູນເສຍ ແລະ ຄວາມເສຍຫາຍຄັ້ງໃຫຍ່ທີ່ສຸດໃນປະຫວັດສາດການໄດ້ຮັບເອກະລາດ. ໂດຍ GDP ຂອງອູແກຣນຫຼຸດລົງເຖິງ 37% ໃນເດືອນພະຈິກ 2022 ແລະ ຫຼຸດລົງ 34% ໃນເດືອນທັນວາ ຊຶ່ງຫຼັງຈາກສະຖານະການຂ້ອນຂ້າງມີສະຖຽນລະພາບດ້ວຍການສະໜອງພະລັງງານ ໂດຍເສດຖະກິດອູແກຣນໃນໄຕມາດທີ 4 ຂອງປີ 2022 ຫຼຸດລົງ 35,5% ເມື່ອທຽບກັບໄລຍະເວລາດຽວກັນຂອງປີ 2021. ອີກຢ່າງໜຶ່ງ, ເສດຖະກິດອູແກຣນຂະຫຍາຍຕົວທີ່ 3,4% ໃນປີ 2021 ແລະ ລັດຖະບານຄາດວ່າ GDP ຂອງປະເທດຈະເພີ່ມຂຶ້ນອີກ 3,2% ໃນປີ 2023.

ແຈ້ງຂ່າວບຸນນະມັດສະການຕົ້ນໄມ້ມະນີໂຄດ

0

ຄະນະພັກ-ອຳນາດການປົກຄອງເມືອງໂຂງ ຮ່ວມກັບ ບໍລິສັດຮ່ວມພັດທະນາສີທັນ ດອນ ຈຳກັດ ຈະຈັດບຸນກາບໄຫວ້ ຕົ້ນໄມ້ມະນີໂຄດ ຢູ່ແຫລ່ງທ່ອງທ່ຽວນ້ຳຕົກຕາດ ຄອນພະເພັງ.

ກຳນົດງານບຸນມີດັ່ງນີ້: ວັນທີ 12/1/2023 ເປັນມື້ຫ້າງຫາກະກຽມ, ຕົບແຕ່ງກອງບຸນ ແລະ ເຄື່ອງໄຊຍະທານ, ຕອນແລງມີພິທີສູດປະລິຕະມຸງຄຸນ ແລະ ຟັງທຳມະເທສະໜາ, ວັນທີ 13/1/2023 ເປັນມື້ຕັກບາດ, ຖວາຍກອງບຸນ ແລະ ເຄື່ອງສັງຄະທານ ແດ່ພະສົງສາມະເນນ 13 ອົງ ແລະ ສໍາເລັດບຸນໃນວັນນັ້ນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງຂ່າວ ກຸສົນນີ້ ມາຍັງຍາດຕິພີ່ນ້ອງຜູ້ຢູ່ໃກ້ ແລະ ຢູ່ໄກ ທີ່ມີຈິດໃຈເຫລື້ອມໃສໃນພະພຸດທະສາສະໜາ ຈົ່ງໄດ້ເສຍສະຫລະເວລາ ໄປຮ່ວມງານຄັ້ງນີ້ດ້ວຍ.