Sunday, October 12, 2025
Home Blog Page 825

ສະ​ພາ​ປະ​ຊາ​ຊົນ ນວ ​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາຫຼາຍ​ບັນ​ຫາ​ສຳ​ຄັນ​ຂອງ ນວ

0

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ II ເປີດຂຶ້ນວັນທີ 11 ມັງກອນ ນີ້ ທີ່ອົງການປົກຄອງນະ​ຄອນຫຼວງວຽງ​ຈັນ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະ​ພາ​ປະ​ຊາ​ຊົນ ນວ, ເປັນກຽດເຂົ້າ​ຮ່ວມ​ຂອງ​ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນເຊັ່ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2021 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາລັດ ນວ, ບົດລາຍງານຜົນການກວດກາຕາມຜົນການກວດສອບປະຈໍາປີ 2018, ຮັບຟັງການລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ຢູ່ ນວ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ 2022, ພິຈາລະນາ ແລະ ຮັບຮອງເອົານິຕິກໍາໃຕ້ກົດໝາຍຂອງ ນວ 2 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດມາດຕະການສ້າງ ນວ ສະອາດ (ສ. ສະອາດ), ວາງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານຂອງ ນວ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ຮ່າງລັດຖະບັນຍັດຂອງປະທານປະເທດ 2 ສະບັບ ຄື: ຮ່າງລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍນະຄອນຫຼວງ, ຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍອາກອນຕົວເມືອງ (City Tax), ຮັບຟັງການລາຍງານຂອງອົງການປົກຄອງ ນວ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍທີ່ ສະ​ພາ​ປະ​ຊາ​ຊົນ ນວ ໄດ້ຮັບຮອງເອົາ 2 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການສ້າງ ນວ ສີຂຽວ (ສ. ສີຂຽວ), ຂໍ້ຕົກລົງວ່າດ້ວຍ ນວ ສະຫງົບສຸກ (ສ. ສະຫງົບ).

ໃນນັ້ນລວມທັງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍມາດຕະການຫຼຸດຜ່ອນອຸບັດເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນທົ່ວ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສະ​ພາ​ປະ​ຊາ​ຊົນ ນວ ຊຸດທີ II, ຮັບຟັງບົດປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ນວ ຕໍ່ການເຄື່ອນໄຫວວຽກງານຂອງສະ​ພາ​ປະ​ຊາ​ຊົນ ນວ, ພິຈາລະນາໃຫ້ຄະແນນປະເມີນຜົນຕໍ່ການປະຕິບັດໜ້າທີີ່ຂອງບຸກຄະລາກອນທີ່ ສະ​ພາ​ປະ​ຊາ​ຊົນ ນວ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ. ນອກຈາກນີ້ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ ສສຊ ແລະ ສສ ນວ ຍົກຂຶ້ນ ຫຼື ຊັກຖາມ ຈາກອົງການປົກຄອງ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.

ຂ່າວ-ພາບ: ນາງ​ແສງ​ຈັນ

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI

0

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ ນີ້ ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາງສ້າງ ເຂົ້າຮ່ວມມີພະເຖລານຸເທລະ, ຫົວກົມ – ຮອງກົມ, ສຳພັນຄົນລາວຢູ່ປະເທດຝຣັ່ງ ພ້ອມແຂກທີ່ຖືກເຊີນເຂົ້າຮ່ວມ

ສະຫາຍ ສິນທະວົງ ຄຸດໄພທູນ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມຄົບຄະນະປະຈໍາປີ ຈະພ້ອມກັນປຶກສາຫາລື, ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ ແຜນພັດທະນາອົງການແນວລາວສ້າງຊາດຮອບ 1 ປີຜ່ານມາ ເປັນຕົ້ນ 6 ແຜນວຽກ ແລະ ທົບທວນການຈັດຕັ້ງປະຕິບັດແຜນພັດທະນາ ອົງການແນວລາວສ້າງຊາດ ເປັນຕົ້ນ 5 ແຜນງານ ແລະ 41 ໂຄງການ.

ສະຫາຍ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດປະຈຳປີ 2022 ແລະ ແຜນວຽກງານຈຸດສຸມປີ 2023 ວ່າ: ວຽກງານຊົນເຜົ່າ: ກຳມະການສູນກາງແນວລາວສ້າງຊາດ ໄດ້ຖືສຳຄັນຕໍ່ການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ ຊຶ່ງເປັນພື້ນຖານໃຫ້ຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ. ໃນນັ້ນ, ໄດ້ລົງຮາກຖານສຶກສາອົບຮົມ, ປຸກລະດົມຂົນຂວາຍ ແລະ ສ້າງຄວາມເຂົ້າໃຈ, ຄວາມເປັນເອກະພາບ, ເປັນເຈົ້າຕົນເອງໃຫ້ປະຊາຊົນບັນດາເຜົ່າ ໂດຍຖືເອົາຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ເປັນວຽກຍຸດທະສາດທີ່ສຳຄັນຂອງແນວລາວສ້າງຊາດ, ມາເຖິງປັດຈຸບັນວຽກງານດັ່ງກ່າວກໍເປັນໜຶ່ງໃນຂະບວນການທີ່ຟົດຟື້ນ ແລະ ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ກວ້າງຂວາງ, ທຸກຂະແໜງການຮັບຮູ້ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໂດຍມີທີ່ໂຕເລກຄື: ຄອບຄົວສາມັກຄີປອງດອງມີ 1.037.000 ຄອບຄົວ ເທົ່າ 77%, ບ້ານສາມັກຄີປອງດອງ 6.605 ບ້ານ ເທົ່າ 79% ແລະ ເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ 33 ເມືອງ ເທົ່າ 22% (ສະເພາະປີ 2022 ໄດ້ຮັບຮອງຄອບຄົວສາມັກຄີ 160.125 ຄອບຄົວ, ບ້ານສາມັກຄີ 1.044 ບ້ານ, ເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ 21 ເມືອງ).

ແຜນວຽກຈຸດສຸມ ປີ 2023 ສນຊ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດຊີ້ນຳ ແລະ ແຜນວຽກທີ່ໄດ້ກຳນົດໃນມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ 2 ວາລະແຫ່ງຊາດຂອງລັດຖະບານ, ມະຕິຄົບຄະນະຄັ້ງທີ 4, 5 ແລະ 6 ຂອງຄະນະບໍລິຫານງານສູນກາງພັກ, ມະຕິກອງປະຊຸມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ, ມະຕິ XI ຂອງແນວລາວສ້າງຊາດ. ໃນນີ້ເນື້ອໃນແຜນວຽກທີ່ເປັນໃຈກາງແມ່ນ ແຜນວຽກເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ແຜນວຽກຊົນເຜົ່າ: ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີ ເພື່ອສ້າງສະຕິຊາດທີ່ເປັນເອກະພາບ, ມີຄວາມຖະ ໜອມຫອມຮັກ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຈຶ່ງສາມາດເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໄດ້.

ຂ່າວ: ບຸນຕອມ, ພາບ: ວັນເພັງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສລາວ-ຫວຽດນາມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2023

0

ຄະນະກໍາມາທິການຮ່ວມມືລາວ-ຫວຽດນາມ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສລາວ-ຫວຽດນາມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2023, ໃນວັນທີ 10 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ.

ເປັນກຽດໃນພິທີ, ທ່ານ ວຽງສະຫວັນ ວິໄລພອນ ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຫວຽດນາມ, ທ່ານ ວຽງຊັນ ຈັນທາ, ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະ, ທ່ານ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີ ຮອງປະທານຄະນະກຳມະການ ຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ແລະ ບັນດາແຂກຖືກເຊີນທັງສອງຝ່າຍ.

ທ່ານ ວຽງສະຫວັນ ວິໄລພອນ ກ່າວວ່າ: ກອງປະຊຸມ ຂອງພວກເຮົາໃນມື້ນີ້, ສອງຝ່າຍ ຈະໄດ້ທົບທວນຕີລາຄາຄືນ ສະພາບການຈັດຕັ້ງຜັນຂະຫຍາຍຄໍາເຫັນຊີ້ນໍາຂອງສອງກົມການເມືອງສູນກາງພັກກໍຄື ຂໍ້ຕົກລົງຂອງສອງລັດຖະບານ ປະຈຳປີ 2022, ອັນໃດປະຕິບັດໄດ້ ແລະ ອັນໃດທີ່ຍັງປະຕິບັດບໍ່ທັນໄດ້ດີ ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງແຜນການ ຮ່ວມມືທະວິພາຄີປະຈຳປີ 2023, ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍໄມຕີຈິດມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ, ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ມີຄວາມໝາຍທາງປະຫວັດສາດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ຍາດມາໄດ້ໃນຫຼາຍປີຜ່ານມາ ເປັນຕົ້ນແມ່ນການຜ່ານຜ່າ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ພື້ນຖານເສດຖະກິດຂອງຫວຽດນາມ ສືບຕໍ່ນັບມື້ນັບເພີ່ມຂຶ້ນ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ຈາກນັ້ນ ສອງຝ່າຍຍັງໄດ້ແຈ້ງສະພາບການພາຍໃນປະເທດໂດຍຫຍໍ້ໃຫ້ກັນແລະກັນຊາບ, ປັດຈຸ ບັນ, ລັດຖະບານລາວ ໄດ້ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ຄື: (1) ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ແລະ (2) ແກ້ໄຂບັນຫາຢາເສບຕິດ. ພາຍໃຕ້ການນໍາພາ-ຊີ້ນຳເດັດຂາດ ຂອງສອງສູນກາງພັກ ແລະ ສອງລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນ ແລະ ວິສາຫະກິດສອງຝ່າຍ ໄດ້ເປັນເຈົ້າການປະສານສົມທົບ ແລະ ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມື ລາວ-ຫວຽດນາມ ປະຈຳປີ 2022, ບັນລຸໄດ້ໝາກຜົນອັນສໍາຄັນໃນທຸກຂົງເຂດ, ປະກອບ ສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ລາວ-ຫວຽດນາມ.

ທິດທາງ ແລະ​ ແຜນການຮ່ວມມື ປີ 2023 ສອງຝ່າຍ ສືບຕໍ່ປະສານສົມທົບກັນຜັນຂະຫຍາຍຕາມເນື້ອໃນຈິດໃຈຊີ້ນຳໃນກອງປະຊຸມພົບປະປະຈຳປີ ຂອງສອງກົມການເມືອງທີ່ຈັດຂຶ້ນຢູ່ທີ່ນະຄອນຫຼວງຮາໂນ້ຍ ໃຫ້ເປັນອັນລະອຽດ ໂດຍສຸມໃສ່ເພີ່ມທະວີການພົວພັນຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນກົນໄກການຮ່ວມມື ຈັດຕັ້ງຜັນຂະຫຍາຍເປັນຢ່າງດີເນື້ອໃນຖະແຫຼງການຮ່ວມ ແລະ ບັນດາຂໍ້ຕົກລົງຂອງສອງລັດຖະບານ ໃນປີ 2023 ໃຫ້ປະກົດຜົນເປັນຈິງ ໃນນັ້ນຈະເອົາໃຈໃສ່ເປັນສໍາຄັນ ການຮ່ວມມືດ້ານເສດຖະກິດ, ສຶກສາ, ວັດທະນະທໍາແລະອື່ນໆ ເປັນຕົ້ນ ແມ່ນຊຸກຍູ້ເພີ່ມທະວີການເຊື່ອມສານ, ຊ່ວຍໜູນ ລະຫວ່າງ ສອງພື້ນຖານເສດຖະກິດ ໂດຍຍົກສູງສະພາບແວດລ້ອມ ການດຳເນີນທຸລະກິດ-ລົງທຶນ ສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ວິສາຫະກິດ ຂອງກັນ ແລະ ກັນ ແນໃສ່ຂົນຂວາຍພາກເອກະຊົນລາຍໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນ ໃນຂະແໜງການທີ່ເປັນທ່າແຮງຂອງລາວເຊັ່ນ:ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນກະສິກຳສະອາດ, ການທ່ອງ ທ່ຽວ, ພະລັງງານສະອາດ.

ສໍາລັບ ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ລາວ ໃນປີ 2023, ນອກຈາກຈັດສັນໃຫ້ແກ່ວຽກງານການສຶກສາ ແລະ ກໍ່ສ້າງ; ຈັດສັນໃຫ້ແກ່ໂຄງການທີ່ໄດ້ຮັບການເຫັນດີດ້ານຫຼັກການແລ້ວ ຄື: ໂຄງການບໍລິຫານຫໍສະພາແຫ່ງຊາດລາວ ແລະ ໂຄງການສ້າງລະບົບຖານຂໍ້ມູນຂ່າວສານ ຂອງກະຊວງແຜນການ ແລະ ການລົງທຶນ; ຍັງຈະສຸມໃສ່ການບູລະນະຮ່ອງຮອຍກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກປະຊາຊົນລາວ ຢູ່ເຂດຊາຍແດນ ລາວ-ຫວຽດນາມ (ແຂວງຫົວພັນ) ແລະ ບັນດາໂຄງການສືບຕໍ່ ເພື່ອຈັດຕັງປະຕິບັດໃຫ້ສໍາເລັດໃນປີ 2023 ເຊັ່ນ: ໂຮງໝໍມິດຕະພາບ ແຂວງຊຽງຂວາງ ແລະ ຫົວພັນ; ໂຄງການປັບປຸງຍົກລະດັບໂຮງໝໍແຂວງໄຊສົມບູນ; ຖ້າທຶນຍັງເຫຼືອ ຂ້າພະເຈົ້າ ສະເໜີ ສະຫາຍ ເຈິ່ນ ກວັກ ເຟືອງ ພິຈາລະນາ ຈັດສັນທຶນໃຫ້ແກ່: (1) ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ-ຫວຽດນາມ, (2) ໂຄງການກໍ່ສ້າງໂຮງຮຽນກິນນອນຊົນເຜົ່າແຂວງເຊກອງ ແລະ ແຂວງສາລະວັນ, (3) ໂຄງການກໍ່ສ້າງລະບົບຊົນລະປະທານ ນໍ້າຮາງ, ເມືອງຫ້ຽມ, ແຂວງຫົວພັນ. ບັນດາໂຄງການດັ່ງກ່າວ ພວກເຮົາ ໄດ້ເປັນເອກະພາບຫຼາຍປີແລ້ວ ແຕ່ບໍ່ທັນຈັດຕັ້ງຜັນຂະຫຍາຍ ເນື່ອງຈາກຍັງບໍ່ທັນຈັດສັນທຶນໃຫ້ເຂົາເຈົ້າກະກຽມ, ສະເໜີສະຫາຍຮອງລັດຖະມົນຕີ ເຈິ່ນ ກວັກ ເຟືອງ ຄົ້ນຄວ້າພິຈາລະນາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ບັນລຸມາໄດ້ນັ້ນ ພ້ອມດ້ວຍການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງ ສອງຝ່າຍຈະເຮັດໃຫ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ມີບາດກ້າວຂະຫຍາຍຕົວໃໝ່ຢ່າງຈົບງາມ, ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.

(ຂ່າວ: ແສງຈັນ)

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

0

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນ​ຕອນເຊົ້າຂອງວັນ​ທີ 11 ມັງກອນ 2023 ໂດຍມີ ສະຫາຍ ອາລຸນໄຊ ສູນນະລາດ ລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄະ​ນະຜູ້ແທນຝ່າຍລາວ ໃຫ້ການຕ້ອນຮັບ.

ການເດີນ​ທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 11-12 ມັງກອນ 2023 ນີ້, ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເພື່ອຮັດແໜ້ນ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດລາວ ແລະ ຫວຽດ​ນາມ.

ຂ່າວ: ກິດຕາ, ພາບ: ຂັນໄຊ

ຣັດເຊຍ ຜະເຊີນກັບອາກາດໜາວຮຸນແຮງຕິດລົບ26 ອົງສາເຊ

0

ຕາມ​ຂ່າວ​ຈາກ​ຣັດ​ເຊຍ ວັນ​ທີ10​ ມັງກອນ​ນີ້ ​ສຳນັກງານສະພາບອາກາດ​ຂອງຣັດ​ເຊຍ ປະກາດເຕືອນ​ໄພສະພາບອາກາດ ​ໃນ​ລະດັບ​ສີສົ້ມ ​ໃນນະຄອນຫລວງມົດ​ສະ​ກູຂອງຣັດ​ເຊຍ ​ເນື່ອງ​ຈາກຜະ​ເຊີນ​ກັບ​ສະພາບ​ອາກາດ​ໜາວ​ຮຸນ​ແຮງ ອຸນຫະພູມ ຫລຸດລົງຕ່ຳຕິດ​ລົບ 26 ອົງສາ​ເຊ ຫລັງ​ຈາກໄດ້​ຮັບ​ຜົນ​ກະທົບ​ຈາກ​ອາກາດ​ໜາວຂະໜາດ​ໃຫຍ່​ຈາກ​ຂົ້ວ​ໂລກ​ເໜືອ ສົ່ງ​ຜົນ​ໃຫ້ ຕ້ອງ​​ປິດລານ​ສະ​ເກັດນ້ຳກ້ອນ ແລະ ​ໄດ້​ແນະນຳ​ໃຫ້​ປະຊາຊົນ​ຫລີກ​ລ້ຽງ​ການ​ຢູ່​ນອກອາຄານ.

ຄາດ​ວ່າ​ອາກາດ​ໜາວ​ເຢັນ​ຮຸນ​ແຮງ​ນີ້ຈະ​ສືບ​ຕໍ່​ຢູ່​ນະຄອນຫລວງ​ມົດສະກູ ອີກ​ໄລຍະ​ໜຶ່ງ ​ແລະ ອຸນຫະພູມອາດຈະຫລຸດລົງ ຕ່ຳ​ສຸດ​ເຖິງລົບ 29 ອົງສາເຊ. ປັດຈຸບັນເຮືອນປະຊາຊົນ ​ແລະ ​ເຂດ​ທຸລະ​ກິດ 424.000 ​ແຫ່ງ ຍັງ​ບໍ່​ມີ​ໄຟຟ້າ​ໃຊ້. ນອກນີ້ຍັງ​ຈະ​ມີ​ພາຍຸ​ໜາວຫົວ​ໃໝ່​ພັດ​ເຂົ້າມາ​ອີກ​ໃນ​ໄວ້ໆ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສ.ອາເມລິກາ ປະກາດສະຖານະການສຸກເສີນ

0

ຕາມ​ຂ່າວ​ຈາກ​ວໍ​ຊີງ​ຕັນ​,ວັນ​ທີ10​ ມັງກອນ​ນີ້ ທ່ານ ​ໂຈ​ ໄບ​ເດັນ​ ປະທານາທິບໍດີ ສ.ອາ​ເມ​ລິ​ກາ ລົງ​ນາມ​ໃນ​ຄຳ​ສັ່ງ​ປະກາດ ​ສະຖານະ​ການ​ສຸກ​ເສີນໃນ​ລັດ​ແຄ​ລິ​ຟໍຣ​ເນຍ ທີ່ພວມຜະ​ເຊີນ​ກັບ​ອິດ​ທິພົນ ​ຂອງ​ພາຍຸບອມ​ໄຊ​ໂຄລນ ​ຍ້ອນ​ຄວາມ​ກົດ​ດັນ ​ອາກາດ​ຕ່ຳ​ເກີດ​ຂຶ້ນ​ກະທັນຫັນ ​ແລະ ​ແຜ່ຂະຫຍາຍ​ອິດ​ທິພົນອອກ​ເປັນວົງ​ກວ້າງຕໍ່​ເນື່ອງ​ມາເກືອບ 2 ອາທິດ​ແລ້ວສົ່ງ​ຜົນ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 12 ຄົນ​. ການ​ປະກາດ​ສະຖານະ​ການຄັ້ງນີ້ຈະ​ເຮັດ​ໃຫ້​ລັດ​ດັ່ງກ່າວຈະ​ໄດ້​ຮັບ​ງົບປະມານ​ສຸກ​ເສີນທັນທີ ​ແລະ​ ຄວາມ​ຊ່ວຍ​ເຫລືອຈາກ​ສູນ​ກາງຢ່າງ​ຮີບ​ດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ຊີວະປະຫວັດ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ

0

ຊີວະປະຫວັດ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ

ວັນ, ເດືອນ, ປີເກີດ: 10 ທັນວາ 1958

ເກີດທີ່ບ້ານ: ບ້ານຫົວລົກ, ເມືອງ ເຮົາລົກ,​ ແຂວງແທັງຫົວ

ຊົນເຜົ່າ: ກິງ

ວັນທີເຂົ້າພັກ: 25 ທັນວາ 1986

ວັນທີເຂົ້າພັກສົມບູນ: 25 ທັນວາ 1987

ການສຶກສາ:

-ວິສະວະກອນໂຍທາ ແລະ ອຸດສາຫະກໍາ, ຊ່ຽວຊານໂຄງສ້າງເຫລັກ

-ປະລິນຍາເອກກົດໝາຍ, ຮອງສາດສະດາຈານ, ວິທະຍາສາດປ້ອງກັນຄວາມສະຫງົບ

ລະດັບທິດສະດີການເມືອງ: ຊັ້ນສູງ

ພາສາຕ່າງປະເທດ: ພາສາຣູມານີ

ຕໍາແໜ່ງ:

-ກໍາມະການສູນກາງພັກ ຊຸດທີ 11, 12 ແລະ 13

-ກໍາມະການກົມການເມືອງສູນກາງພັກ ຊຸດທີ 12 ແລະ 13, ເລຂາທິການສູນກາງພັກ ຊຸດທີ 12, ຫົວໜ້າຄະນະຈັດຕັ້ງການສູນກາງພັກ ຊຸດທີ 12, ຫົວໜ້າອະນຸກໍາມະການການເມືອງ-ຄວາມໝັ້ນຄົງ ພາຍໃນ, ກໍາມະການສູນກາງພັກ ຊຸດທີ 12.

-ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

-ສະມາຊິກສະພາແຫ່ງຊາດ ຊຸດທີ 14 ແລະ 15, ປະທານຄະນະລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຂອງສະມາຊິກສະພາຊຸດທີ 14.

ປະຫວັດການເຮັດວຽກ

ເດືອນ ກັນຍາ 1977-ກັນຍາ 1984:

-ນັກສຶກສາ, ມະຫາວິທະຍາໄລຮ່າໂນ້ຍ.

-ນັກສຶກສາ, ສາຂາວິຊາໂຄງສ້າງເຫລັກ, ຄະນະກໍ່ສ້າງໂຍທາ ແລະ ອຸດສາຫະກໍາ, ມະຫາວິທະຍາໄລເຕັກນິກວິສາວະກໍາໂຍທາ ບູຊາເລັດ, ປະເທດ ຣູມານີ

ສິງຫາ 1982-ກັນຍາ 1984: ໄດ້ຮັບເລືອກຕັ້ງເປັນເລຂາຄະນະຊາວໜຸ່ມ ສັງຄົມນິຍົມ ໂຮ່ຈີ່ມິງ, ທີ່ ປະເທດ ຣູມານີ, ປະທານສະມາຄົມນັກສຶກສາຫວຽດນາມ ໃນປະເທດ ຣູມານີ.

ມັງກອນ 1985-ສິງຫາ 1987: ວິຊາການ, ກົມສືບຂ່າວ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ

ກໍລະກົດ 1985-ກັນຍາ 1985: ສຶກສາ ທີ່ສະຖາບັນພົວພັນຕ່າງປະເທດ (ປັດຈຸບັນແມ່ນ ວິທະຍາຄານການຕ່າງປະເທດ), ກະຊວງການຕ່າງປະເທດ

ກັນຍາ 1986-ກໍລະກົດ 1987: ສຶກສາ ທີ່ ໂຮງຮຽນສືບຂ່າວ (ປັດຈຸບັນແມ່ນ ສະຖາບັນການຕ່າງປະເທດ), ກະຊວງປ້ອງກັນຄວາມສະຫງົບ.

ສິງຫາ 1987-ມັງກອນ 1989: ວິຊາການ, ພະແນກສືບຂ່າວພາກໃຕ້, ກົມສືບຂ່າວ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ

ມັງກອນ 1989-ມັງກອນ 1990: ວິຊາການ, ພະແນກສືບຂ່າວພາກໃຕ້, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ມັງກອນ 1990-ມີນາ 1991: ວິຊາການ, ກົມເອີຣົບ ແລະ ອາເມລິກາ, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ມີນາ 1991-ພະຈິກ 1994: ພະນັກງານການທູດ, ເລຂາ 3 ແລະ ຕໍ່ມາເລຂາ 2, ສະຖານທູດ ຫວຽດນາມ ປະຈໍາ ຣູມານີ.

ພະຈິກ 1994-ພຶດສະພາ 1999:

-ພະນັກງານສືບຂ່າວ, ຮອງຫົວໜ້າພະແນກ, ກົມ ເອີຣົບ ແລະ ອາເມຣິກາ, ກະຊວງປ້ອງກັນຄວາມສະຫງົບ

-ພະນັກງານເລຂາການນໍາ, ຫ້ອງການກະຊວງ, ກະຊວງປ້ອງກັນຄວາມສະຫງົບ

ສິງຫາ 1996-ມັງກອນ 1997: ບຳລຸງ ທີ່ມະຫາວິທະຍາໄລປ້ອງກັນຄວາມສະຫງົບ (ປັດຈຸບັນແມ່ນ ວິທະຍາຄານປ້ອງກັນຄວາມສະຫງົບ), ກະຊວງປ້ອງກັນຄວາມສະຫງົບ

ກັນຍາ 1999-ກັນຍາ 2001: ຮຽນທິດສະດີການເມືອງຊັ້ນສູງ, ທີ່ໂຮງຮຽນພັກຊັ້ນສູງ, (ປັດຈຸມັນແມ່ນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ)

ພຶດສະພາ 1999-ພຶດສະພາ 2006: ຮອງຫົວໜ້າກົມ, ຕໍ່ມາຮັກສາການຫົວໜ້າກົມ, ຕໍ່ມາຫົວໜ້າກົມສືບຂ່າວເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ພຶດສະພາ 2006-ທັນວາ 2009: ຮອງຫົວໜ້າກົມໃຫຍ່ສືບຂ່າວ, ຊີ້ນໍາວຽກງານສືບຂ່າວເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມໃຫຍ່ສືບຂ່າວ, ກະຊວງປ້ອງກັນຄວາມສະຫງົບ

ທັນວາ 2009-ສິງຫາ 2010: ຮອງຫົວໜ້າຮັບຜິດຊອບກົມໃຫຍ່ ແລະ ຫົວໜ້າກົມໃຫຍ່ພາະທິການ-ເຕກນິ, ກະຊວງປ້ອງກັນຄວາມສະຫງົບ

ສິງຫາ 2010-ສິງຫາ 2011: ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ຊີ້ນໍາ ກົມພາລາທິການ-ເຕັກນິກ, ໄດ້ຮັບເລືອກຕັ້ງເຂົ້າເປັນຄະນະກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ 11

ສິງຫາ 2011-ກຸມພາ 2015: ຄະນະກໍາມະການສູນກາງພັກ ຊຸດທີ 11, ເລຂາພັກແຂວງ ແຂວງກວາງນິງ, ເລຂາຄະນະພັກການທະຫານແຂວງກວາງນິງ, ຄະນະພັກ-ຄະນະບັນຊາທະຫານເຂດ 3, ກະຊວງປ້ອງກັນປະເທດ

ກຸມພາ 2015-ມັງກອນ 2016: ຄະນະກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ໃນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານກໍາມະການສູນກາງພັກ ແລະ ຫລັງຈາກນັ້ນໄດ້ຮັບເລືອກຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ ຊຸດທີ 12.

ກຸມພາ 2016-ເມສາ 2021: ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຸດທີ 12, ຫົວໜ້າອະນຸກໍາມະການ ການເມືອງ-ຄວາມໝັ້ນ ພາຍໃນ. ຮັບຜິດຊອບວຽກງານການຈັດຕັ້ງສໍານັກງານສູນກາງ ແລະ ຄະນະຮັກສາ-ເບິ່ງແຍງສຸຂະພາບພະນັກງານສູນກາງ, ກໍາມະການຄະນະຊີ້ນໍາສູນກາງ ກ່ຽວກັບວຽກງານຕໍ່ຕ້ານການສໍ້ລາດບັງຫລວງ; ສະມາຊິກສະພາ ຊຸດທີ 14, ປະທານຄະນະລັດຖະສະພາມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຂອງສະມາຊິກສະພາຊຸດທີ 14.

ໃນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 13, ໄດ້ຮັບການເລືອກຕັ້ງໃຫ້ເປັນກໍາມະການຄະນະບໍລິຫານງານສູນກາງພັກ ແລະ ຕໍ່ມາຖືກຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ.​ ຕໍ່ມາໄດ້ຮັບເລືອກຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວາລະທີ 11 ຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ 14

ເມສາ 2021- ປັດຈຸບັນ: ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຮອງປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຄະນະປະຈໍາຄະນະກໍາມະການທະຫານສູນກາງ ແລະ ຄະນະປະຈໍາຄະນະກໍາມະການປ້ອງກັນຄວາມສະຫງົບສູນກາງ; ສະມາຊິກສະພາແຫ່ງຊາດ ຊຸດທີ 14 ແລະ 15

26 ກໍລະກົດ 2021: ໄດ້ຮັບການເລືອກຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວາລະທີ 1 ຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ 15.

ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ທິດຊີ້ນຳວຽກງານຈັດຕັ້ງ ໃນປີ 2023

0

ໃນໂອກາດດຳເນີນກອງປະຊຸມສະຫລຸບວຽກງານກໍ່ສ້າງພັກ-ພະ ນັກງານ ແລະ ປັບປຸງກົງຈັກການຈັດ ຕັ້ງ ທົ່ວປະເທດ ປະຈໍາປີ 2022 ໃນທ້າຍເດືອນທັນວາ 2022 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ທິດຊີ້ນໍາບາງບັນຫາຕໍ່ວຽກງານຈັດຕັ້ງ ໃນປີ 2023 ເປັນຕົ້ນ ການກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ ເຊິ່ງເປັນວຽກສຳຄັນ, ເປັນກົກຂອງທຸກວຽກງານ, ເປັນວຽກທີ່ກວມເອົາທັງການວາງແນວທາງການເມືອງ, ເມື່ອມີແນວທາງການເມືອງຖືກຕ້ອງ ຈຶ່ງຈະມີແນວທາງການຈັດຕັ້ງ, ມີແນວທາງພະນັກງານ ແລະ ວິທີຈັດຕັ້ງປະຕິບັດຖືກຕ້ອງ. ສະນັ້ນ, ຄະນະພັກແຕ່ລະຂັ້ນ ໂດຍສະເພາະ ຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານ ທີ່ເປັນເສນາທິການ ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ມີຄວາມຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເຂົ້າໃຈສະພາບຄວາມເປັນຈິງຂອງທ້ອງຖິ່ນ, ຂະແໜງການ ເພື່ອເປັນເອກະພາບໃນການ ຈັດຕັ້ງປະຕິບັດໃຫ້ເກີດໝາກ, ເກີດຜົນຕົວຈິງ, ເຮັດໃຫ້ການເວົ້າໄປຄຽງຄູ່ກັບການກະທຳຕົວຈິງ; ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງ ເຮັດໃຫ້ສະມາຊິກພັກ-ພະນັກງານ ເພື່ອຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທຳຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອຮັກສາ ແລະ ເສີມຂະຫຍາຍລັກສະນະນຳໜ້າຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ.

ບັນຫາຕົວຈິງ ທີ່ຈະຕ້ອງໄດ້ແກ້ໄຂ, ຜ່ານມາ, ພວກເຮົາໄດ້ເວົ້າກັນຫລາຍວ່າ ວຽກງານການເມືອງ-ແນວຄິດ ໄດ້ເຮັດຫລາຍແຕ່ປະສິດທິຜົນບໍ່ທັນສູງ, ບໍ່ທັນໄດ້ສ້າງການຫັນປ່ຽນໃນຖັນແຖວສະມາຊິກພັກ, ພະນັກງານ ທີ່ເປັນຮູບປະທຳ. ສະນັ້ນ, ໃນຕໍ່ໜ້ານີ້ພວກເຮົາຄວນຈະໄດ້ຄົ້ນຄວ້າ, ປັບປຸງ, ປ່ຽນແປງ ເນື້ອໃນ, ຮູບການ ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເລິກເຊິ່ງກວ່າເກົ່າ; ຄະນະພັກແຕ່ລະຂັ້ນ ຍັງຕ້ອງໄດ້ປັບປຸງ, ປ່ຽນແປງທັດສະ ນະ ແລະ ແບບແຜນຂອງຕົນໃນການຕີລາຄາ, ການເບິ່ງບັນຫາຕ່າງໆ ບົນພື້ນຖານຂອງຄວາມຈິງ, ພວກເຮົາຜູ້ ເຮັດວຽກຈັດຕັ້ງກໍຕ້ອງກ້າເວົ້າຄວາມຈິງ, ກ້າປະເຊີນໜ້າກັບຄວາມຈິງ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງ, ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນໃນອົງຄະນະພັກຂອງຕົນ; ພ້ອມກັນນັ້ນ, ພວກເຮົາຕ້ອງເຂົ້າໃຈວ່າ ບັນຫາເກີດຂຶ້ນໃນອົງຄະນະພັກ ກໍແມ່ນອົງ ຄະນະພັກນັ້ນ ເປັນຜູ້ພິຈາລະນາແກ້ໄຂດ້ວຍຫລາຍຮູບການ ຕາມສິດ ແລະ ໜ້າທີ່, ຕ້ອງເດັດດ່ຽວຕໍ່ສູ້ຕ້ານທ່າອ່ຽງທີ່ເປັນໄພອັນຕະລາຍຕໍ່ພັກເຮົາໃນປັດຈຸບັນ ເປັນຕົ້ນ ທ່າອ່ຽງອາດຍາສິດ, ລັດທິຮູບການ, ຫ່າງເຫີນມະຫາຊົນ, ຂີ້ຄ້ານມັກງ່າຍ ເຮັດພໍແລ້ວມື້ແລ້ວວັນ, ຂາດການວາງແຜນ, ແບບແຜນຫລິ້ນກິນຟູມເຟື່ອຍ ແລະ ອື່ນໆ.

ພ້ອມກັນນີ້, ພວກເຮົາຈະຕ້ອງໄດ້ເພີ່ມທະວີກໍ່ສ້າງ, ປັບປຸງຄຸນນະພາບຂອງສະມາຊິກພັກ ໃຫ້ແຂງແຮງກວ່າເກົ່າ, ບັນດາສະຫາຍຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານ ຕ້ອງແນະນໍາສະຫາຍທີ່ເປັນຄະນະໜ່ວຍພັກ ເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ ແລະ ມອບວຽກງານຕົວຈິງ ໃຫ້ແກ່ບັນດາສະມາຊິກພັກ ແລະ ຄຸ້ມຄອງຕິດຕາມ, ກວດກາການປະຕິບັດໜ້າທີ່, ການເຂົ້າຮ່ວມຊີວິດຂອງສະມາຊິກພັກໃນໜ່ວຍຂອງຕົນ, ຫລີກເວັ້ນການປະຕິບັດບັນດາ ຂໍ້ຫ້າມທີ່ກໍານົດໃນກົດລະບຽບພັກ. ເມື່ອສະມາຊິກພັກ-ພະນັກງານ ມີບັນຫາຫຍໍ້ທໍ້ ກໍຕ້ອງໄດ້ສຶກສາອົບຮົມ-ກໍ່ສ້າງ ຖ້າ ສະຫາຍໃດ ເມື່ອໄດ້ສຶກສາອົບຮົມ-ກໍ່ສ້າງແລ້ວບໍ່ປັບປຸງ ປ່ຽນແປງ, ບໍ່ປະຕິບັດຕາມໜ້າທີ່ຂອງສະມາຊິກພັກ ກໍ່ຕ້ອງໄດ້ພິຈາລະນາແກ້ໄຂໃນແຕ່ລະກໍລະນີ ຕາມທີ່ກົດລະບຽບພັກໄດ້ກໍານົດໄວ້; ເອົາໃຈໃສ່ຕິດຕາມກວດກາ ແລະ ແນະນໍາ ບັນດາຮາກຖານພັກ ຕໍ່ບັນຫາສະມາຊິກພັກຈຳນວນໜຶ່ງ ຂາດຮ່ວມຊີວິດພັກຫລາຍຄັ້ງ, ຫລາຍປີ ແຕ່ກໍຍັງເປັນສະ ມາຊິກພັກຢູ່ ແລະ ບໍ່ໄດ້ຖືກກ່າວເຕືອນຈາກໜ່ວຍພັກ ວ່າເປັນຂໍ້ຂາດຕົກບົກຜ່ອງ ແມ່ນໃຫ້ພວກເຮົາທີ່ຮັບຜິດ ຊອບວຽກງານຈັດຕັ້ງ ດັ່ງກ່າວ; ພວກເຮົາຕ້ອງໄດ້ຊີ້ນໍາ-ນໍາພາ ໃຫ້ຄະນະໜ່ວຍພັກໃຫ້ຮູ້ສ້າງແຜນ ແລະ ປະຕິບັດແຜນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກງານໃຈກາງ, ເປັນວຽກຈຸດສຸມ; ຄະນະຈັດຕັ້ງແຕ່ລະ ຂັ້ນ ຕ້ອງເປັນເຈົ້າການນໍາພາສະຫລຸບການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງອົງຄະນະພັກເມືອງ-ນະຄອນ ທີ່ດໍາເນີນສໍາເລັດແລ້ວ, ທັງໃຫ້ກະກຽມເປັນເສນາທິການໃຫ້ ອົງຄະນະພັກແຂວງ-ນະຄອນຫລວງ, ກະຊວງ-ອົງການ ໃຫ້ແກ່ການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະພັກຂັ້ນຂອງຕົນໃຫ້ສໍາເລັດ ໃນກາງປີ 2023.ພ້ອມກັນນີ້ ບັນດາຄະນະຈັດຕັ້ງແຂວງ-ນະຄອນຫລວງ, ກົມຈັດຕັ້ງ-ພະນັກງານ ຂອງກະຊວງ-ອົງການ ຕ້ອງສືບຕໍ່ ນໍາພາການກະກຽມດໍາເນີນກອງປະຊຸມໃຫຍ່ບັນດາຮາກຖານພັກ ໃຫ້ຮັບປະກັນດ້ານໂຄງປະກອບບຸກຄະລາກອນ ເພື່ອຫລີກເວັ້ນບັນຫາທີ່ວ່າ: ພາຍຫລັງສໍາເລັດກອງປະຊຸມໃຫຍ່ ກໍຍັງມີສະພາບສັບສົນຢູ່ຄືເກົ່າ, ບາງບ່ອນພັດສັບສົນ ກວ່າເກົ່າ ສິ່ງດັ່ງກ່າວແມ່ນເປັນຍ້ອນສາເຫດໃດ? ພວກເຮົາຈະຕ້ອງໄດ້ມີການຖອດຖອນບົດຮຽນ; ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈນໍາກັນວ່າ ກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນໃດ ເນື້ອແທ້ແມ່ນເປັນການປັບປຸງພັກ ໃຫ້ເຂັ້ມແຂງ, ທັງແມ່ນບັ້ນດໍາເນີນຊີວິດການເມືອງ ພາຍໃນອົງຄະນະພັກ, ພາຍໃນຮາກຖານພັກ ແຕ່ການປະຕິ ບັດຕົວຈິງຢູ່ບາງບ່ອນ ພັດບໍ່ກາຍເປັນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ໂດຍສະເພາະ ບັນດາຮາກຖານພັກ, ເວລາສຳຫລວດຄະນະພັກ ແມ່ນບໍ່ໄດ້ເວົ້າເຖິງດ້ານອ່ອນ, ຂໍ້ຄົງຄ້າງບຸກຄົນ-ຄະນະພັກ ແຕ່ມື້ເລືອກຕັ້ງ ຈຶ່ງປ່ອຍຂ່າວອອກ ສ້າງຄວາມສັບສົນຕໍ່ເປົ້າໝາຍ ເຊິ່ງເປັນທ່າອ່ຽງທີ່ເປັນໄພອັນຕະລາຍທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ແກ້ໄຂ.

ສໍາລັບວຽກພະນັກງານ ຕ້ອງເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມອົດ ທົນຜ່ານຜ່າອຸປະສັກຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງໃສ, ທ່ຽງທໍາ ໃນການປະຕິບັດໜ້າທີ່ວຽກ ງານ; ໃນຕໍ່ໜ້າພວກເຮົາຈະຕ້ອງໄດ້ຍົກສູງປະສິດທິພາບຂອງພະນັກງານນໍາພາ-ຄຸ້ມຄອງ ໃຫ້ກ້າວເຂົ້າສູ່ບາດກ້າວໃໝ່ ດ້ວຍການຈັດຕັ້ງປ່ຽນແປງໃໝ່ເນື້ອໃນ ແລະ ວິທີການປະຕິບັດຕົວຈິງ ກ່ຽວກັບວຽກງານພະນັກງານ ຊຶ່ງກໍານົດໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະວີການນໍາ ພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ຄໍາເຫັນຊີ້ນໍາຂອງສະຫາຍເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI. ສະນັ້ນ, ພວກເຮົາ ຕ້ອງບຸກທະລຸ, ຕ້ອງມີການປ່ຽນແປງໃໝ່ ໃນວຽກງານພະນັກງານມີຢູ່ 4 ຂອດຕົ້ນຕໍ ຄື: ຂອດການຄຸ້ມຄອງພະນັກງານ, ໃນນັ້ນ ການສ້າງແຜນກໍານົດພະນັກງານ ເປັນຂໍກຸນແຈສຳຄັນ; ຂອດການກໍ່ສ້າງ-ບໍາລຸງພະນັກງານ ຢ່າງເປັນ ລະບົບ; ຂອດການຈັດວາງ ແລະ ສັບຊ້ອນພະນັກງານ ຕ້ອງມີການປະເມີນການປະຕິບັດໜ້າທີ່ຂອງພະ ນັກງານ ບວກກັບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ ເພື່ອເປັນບ່ອນອີງ ໃຫ້ຄະນະພັກ ໃນການພິຈາລະ ນາ ແລະ ຂອດການຕິດຕາມກວດກາ, ການປະເມີນການປະຕິບັດໜ້າທີ່ ແລະ ການປະຕິບັດນະໂຍບາຍ.

ສະຫາຍ ນາງ ສີໃສ ລືເດດມູນສອນ ຍັງເນັ້ນຕື່ມກ່ຽວກັບການປະເມີນແຜນກໍານົດພະນັກງານ ທີ່ຖືກຮັບຮອງໄປ ແລ້ວ, ພວກເຮົາ ຕ້ອງເອົາໃຈໃສ່ຜູ້ທີ່ປະຕິບັດດີ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແມ່ນຕ້ອງໄດ້ສືບຕໍ່ຢູ່ໃນ ແຜນ, ຜູ້ທີ່ປະຕິບັດບໍ່ໄດ້ຕາມມາດຕະຖານ, ເງື່ອນໄຂ ແລະ ບໍ່ມີຜົນສໍາເລັດໃນວຽກງານ ກໍຕ້ອງມີການບໍາລຸງ-ກໍ່ສ້າງ ແຕ່ຖ້າພາຍຫລັງບໍາລຸງ-ກໍ່ສ້າງແລ້ວ ຍັງບໍ່ມີການປັບປຸງປ່ຽນແປງ ກໍຕ້ອງພິຈາລະນາເອົາອອກຈາກແຜນ. ການປະຕິ ບັດແຜນກຳນົດພະນັກງານ, ຕ້ອງຕິດພັນກັບການສ້າງ-ບໍາລຸງພະນັກງານ ແລະ ການປະເມີນປະນັກງານ ຢ່າງຮອບ ດ້ານ, ເນັ້ນໃສ່ຄຸນນະພາບເປັນຕົ້ນຕໍ ແນໃສ່ໃຫ້ພະນັກ ງານ-ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮູ້ດ້ານວິຊາການ, ມີຄວາມສາມາດໃນການນໍາພາປະຕິບັດວຽກງານໃຫ້ມີຜົນສໍາເລັດ, ມີແບບ ແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫລັກການຂອງພັກ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ທັງມີແຜນ ການຍົກລະດັບທາງດ້ານທິດສະດີການເມືອງ, ວິຊາສະເພາະໄລຍະສັ້ນ-ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມພ້ອມຕາມເງຶ່ອນໄຂແຕ່ລະຕຳແໜ່ງງານທີ່ຕ້ອງການ. ພ້ອມທັງຫັນເອົາພະນັກງານຈຳນວນດັ່ງກ່າວ ລົງປະຕິ ບັດວຽກງານຢູ່ຮາກຖານ ເພື່ອເກັບກ່ຽວປະສົບການຕົວຈິງໃນວຽກງານຫລາຍຂຶ້ນ ແລະ ທັງເປັນການທົດສອບເບິ່ງ ຄວາມສາມາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ.

ສຳລັບ ບັນຫາກົງຈັກການຈັດຕັ້ງ, ດ້ານພັກນີ້ພວກເຮົາຈະສືບຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າ ລະບົບການຈັດຕັ້ງຂອງພັກ ແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິຫານລັດ ສ່ວນການຈັດຕັ້ງຮາກຖານພັກ ນອກຈາກສ້າງຢູ່ບ້ານ, ສຳນັກງານ-ອົງການ ຍັງສ້າງຕາມຫົວໜ່ວຍວິຊາການ, ການຜະລິດ ຫລື ຕາມຫົວໜ່ວຍທຸລະກິດ ໃຫ້ມີໜ່ວຍພັກນໍາພາ, ຫລີກເວັ້ນບໍ່ໃຫ້ມີໜ່ວຍພັກດຽວນໍາພາຫລາຍບ້ານ, ນໍາພາຫລາຍກົມກອງ, ສໍາຄັນທີ່ສຸດແມ່ນບັນ ຫາການປະສານງານ ລະຫວ່າງ ສາຍຕັ້ງ-ສາຍຂວາງ ຕ້ອງໃຫ້ຈອດກັນ ແລະ ມີຄວາມເອກະພາບກັນກ່ອນຈັດ ຕັ້ງປະຕິບັດ.

ເພື່ອຮັບປະກັນໃຫ້ວຽກງານມີຜົນສໍາເລັດນັ້ນ, ບັນຫາສໍາຄັນ ແມ່ນຂຶ້ນກັບທຸກສະຫາຍທີ່ເປັນເສນາທິການ ໃຫ້ຄະນະພັກແຕ່ລະຂັ້ນ, ພວກເຮົາຕ້ອງໄດ້ເອົາໃຈ ໃສ່ຄົ້ນຄວ້າ, ກວດຄືນບັນດານິຕິກໍາວຽກພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ກໍາໃຫ້ໄດ້ບັນດາກົດໝາຍທີ່ກ່ຽວຂ້ອງ, ບັນດາມະຕິ, ຂໍ້ຕົກລົງ, ດໍາລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາຄະນະຂອງພັກ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ລວມທັງນິຕິກໍາທີ່ຄະນະຈັດຕັ້ງ ສູນກາງພັກ ສົ່ງໃຫ້ແຕ່ລະພາກສ່ວນ ໃນແຕ່ລະໄລຍະ.

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

0

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 11 ມັງກອນ 2023 ເນື່ອງໃນໂອກາດ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ມັງກອນ 2023 ນີ້.

ການວາງພວງມະລາໃນຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບ ຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຂ່າວ: ກິດຕາ

ພາບ: ເກດສະໝາ

ສະຫລອງວັນໄຊຊະນະ ຂອງການປະຕິວັດ ກູບາ ຄົບຮອບ 64 ປີ

0

ສະຖານເອກອັກຄະລັດຖະທູດ ກູບາ ປະຈຳ ສປປ ລາວ ຈັດພິທີ ສະເຫລີມສະຫລອງ ວັນໄຊຊະ ນະຂອງການປະຕິວັດກູບາ ຄົບຮອບ 64 ປີ ໃນວັນທີ 10 ມັງກອນ 2023 ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ທູຕານຸທູດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ແອນນາ ເອເທີ ວຽນ ວານ ເດສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດກູບາ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ໄຊຊະນະຂອງການປະຕິວັດກູບາ ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນ ສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ກູບາ ໃນໄລຍະຜ່ານມາ. ໃນປີ 2022 ທີ່ຜ່ານມາ, ກູບາ ໄດ້ປຜະເຊີນໜ້າກັບຫລາຍບັນຫາທ້າທາຍ ແລະ ຫຍຸ້ງຍາກ ຢູ່ພາຍໃນປະເທດ ແລະ ສະພາບການສາກົນທີ່ສັບສົນ ເຮັດໃຫ້ ກູບາ ບໍ່ສາມາດບັນລຸແຜນພັດທະນາແຫ່ງຊາດ ຕາມຄາດໝາຍ.

ໃນນັ້ນ, ກູບາ ໄດ້ຜະເຊີນກັບເຫດການທີ່ຮ້າຍແຮງ ເຊັ່ນ: ອຸບັດເຫດແກັດລະເບີດຢູ່ໂຮງແຮມ Saratoga ຢູ່ນະຄອນຫລວງລາຮາວານ, ໄຟໄໝ້ສາງເກັບນໍ້າມັມເຊື້ອໄຟ ຢູ່ແຂວງມາຕາງສັດ ແລະ ພະຍຸເຮີລິເຄນ ອ່ຽງ ທີ່ພັດຜ່ານພາກກາງ ແລະ ພາກເໜືອຂອງ ກູບາ ທີ່ຮ້າຍແຮງ, ບວກໃສ່ການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ ກູບາ ໄດ້ຮັບຜົນກະທົບຢ່າງໜັກ, ແຕ່ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ, ກໍບໍ່ໄດ້ເຮັດໃຫ້ ສ ກູບາ ທໍ້ຖອຍ ໃຈ. ກູບາ ໄດ້ຊຸກຍູ້ການພັດທະນາບັນດາໂຄງການ ແນໃສ່ຊອກຫາຊ່ອງທາງແກ້ໄຂບັນຫາເສດຖະກິດ-ສັງຄົມ ທີ່ຕ້ອງ ໄດ້ແກ້ໄຂຢ່າງໄວ ໂດຍສະເພາະໂຄງການຊຸກຍູ້ການຜະລິດສະບຽງອາຫານ ແລະ ໂພຊະນາການ, ຍຸດທະສາດ ເພື່ອໃຫ້ບັນລຸຄວາມໝັ້ນຄົງໄຟຟ້າແຫ່ງຊາດ, ການພັດທະນາຍຸດທະສາດເພື່ອຄວບຄຸມ ແລະ ຕ້ານການແພ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍວັກຊິນ 3 ຊະນິດທີ່ ນັກວິທະຍາສາດກູບາ ເປັນຜູ້ຄິດຄົ້ນໄດ້ ແລະ ອື່ນໆ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນແຜນການພັດທະນາເສດຖະກິດ ໃນປີ 2023 ເຊິ່ງໄດ້ກໍານົດເປົ້າໝາຍ ທີ່ມີຄວາມສຳຄັນ ເພື່ອຜະເຊີນໜ້າກັບທຸກບັນຫາຂອງເສດຖະກິດແຫ່ງຊາດ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງຄວາມ ສາມາດ ແລະ ສະພາບແວດລ້ອມດ້ານສະຖາບັນ ໃຫ້ມີຄວາມຄືບໜ້າຢ່າງມີປະສິດທິຜົນ ແລະ ກ້າວໜ້າຕາມຮູບ ແບບການພັດທະ ນາເສດຖະກິດ-ສັງຄົມ.

ພ້ອມນີ້, ທ່ານນາງ ແອນນາ ເອເທີ ວຽນ ວານ ເດສ ຍັງໄດ້ຍົກໃຫ້ເຫັນ ການພົວພັນກັບ ສປປ ລາວ ໂດຍສະເພາະໃນປີ 2022 ສອງຝ່າຍໄດ້ມີການພົບປະແບບທາງໄກຮ່ວມກັນ ລະຫວ່າງ ການນຳຂັ້ນສູງທັງສາຍ ພັກ-ລັດ, ອົງການຕຸລາການ ແລະ ນິຕິບັນຍັດ. ນອກຈາກນັ້ນ, ການພົວພັນຂອງປະຊາຊົນໄດ້ເຂົ້າສູ່ລວງເລິກ ກໍຄື ການ ແລກປ່ຽນຄະນະຜູ້ແທນຮ່ວມກັນ, ກູບາ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ຮ່ວມກັບ ສປປ ລາວ ພາຍຫລັງ ທີ່ໄດ້ມີການລົງນາມສັນຍາຮ່ວມໃນໂອກາດທີ່ ທ່ານນາຍົກລັດຖະມົນຕີ ແຫ່ງ ສ ກູບາ ຢ້ຽມຢາມ ສປປ ລາວ ໃນ ເດືອນຕຸລາ 2022 ຜ່ານມາ. ພ້ອມນັ້ນ, ກູບາ ຍັງຈະເອົາໃຈໃສ່ໃນການຮັກສາສາຍພົວພັນທີ່ມີມູນເຊື້ອຖານອ້າຍ ນ້ອງທີ່ເກີດຢູ່ຖໍ້າເມືອງວຽງໄຊ ເຊິ່ງເປັນສະຖານທີ່ທຳອິດທີ່ທີມແພດກູບາ ມາປະຈຳຢູ່ ສປປ ລາວ. ຄຽງຄູ່ກັນນັ້ນ, ພວກເຮົາຈະຕ້ອງໄດ້ສືບຕໍ່ຊຸກຍູ້ບັນຫາທີ່ຍັງຄົງຄ້າງ ລະຫວ່າງ ສອງປະເທດຂອງພວກເຮົາ ເພື່ອເປັນການເສີມຂະ ຫຍາຍ ແລະ ຮັດແໜ້ນການພົວພັນສອງຝ່າຍ ແລະ ແນໃສ່ການກະກຽມສະເຫລີມສະຫລອງ 50 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດລະຫວ່າງ ກູບາ ແລະ ສປປ ລາວ ໃນປີໜ້າ.

ຂ່າວ-ພາບ: ທະນູທອງ