ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ວັນທີ 11 ມັງກອນ, ສຳນັກຂ່າວ ອິນເຕີຣແຟກ-ອູແກຣນ ລາຍງານວ່າ ປະລິມານ ການສົ່ງອອກ ອາຫານ ຂອງ ອູແກຣນ ພາຍໃຕ້ ຂໍ້ຕົກລົງ ການສົ່ງອອກ ທັນຍາພືດ ແລະ ປຸ໋ຍ ຈາກ ທ່າກຳປັ່ນ ແຄມທະເລດຳ ບັນລຸ ລະດັບ 17 ລ້ານໂຕນ ນັບແຕ່ເດືອນ ສິງຫາ ປີ 2022. ໂດຍອ້າງອີງຕາມ ທ່າກຳປັ່ນ ອູແກຣນ ລະບຸວ່າ: .ໃນໄລຍະ 3 ວັນຜ່ານມາ ມີກຳປັ່ນ 5 ລຳ ໄດ້ຂົນສົ່ງ ສິນຄ້າ ກະສິກຳ ຈຳນວນ 158.500 ໂຕນ ອອກຈາກ ທ່າກຳປັ່ນ ຂອງ ອູແກຣນ ໄປຍັງ ເອຢິບ, ສີລັງກາ ແລະ ປະເທດອື່ນໆ. ປັດຈຸບັນ ມີກຳປັ່ນ ລໍຖ້າ ການກວດກາ ໃນບອສ ຟໍຣັສ 98 ລຳ ໄດ້ສົ່ງສິນຄ້າແລ້ວ 21 ລໍາ ແລະ ລໍຖ້າ ລໍາລຽງ ສິນຄ້າອີກ 77 ລຳ.
ອັດຕາວ່າງງານໃນ ສ.ເກົາຫລີ ສ້າງຕົວເລກສູງສຸດ ກວມເອົາ 3,3%
ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ເຊອຸນ ຂອງ ປະເທດ ສ.ເກົາຫລີ ເມື່ອວັນທີ 11 ມັງກອນ 2023 ລະບຸວ່າ: ສຳນັກງານ ສະຖິຕິ ແຫ່ງຊາດ ຂອງສ.ເກົາຫລີ ລາຍງານວ່າ: ອັດຕາການ ວ່າງງານຂອງ ປະຊາຊົນ ກວມເອົາ 3,3% ເມື່ອເດືອນທັນວາ ປີ 2022 , ເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນຈາກ ຕົວເລກ 2,9% ເມື່ອເດືອນ ພະຈິກ ແລະ ເປັນຕົວເເລກສະຖິຕິ ສູງສຸດ ນັບແຕ່ເດືອນ ມັງກອນ ປີ 2022 ມາໂດຍຕະຫລອດ ໃນໄລຍະເວລາ 12 ເດືອນ ເລີ່ມແຕ່ເດືອນ ມັງກອນ-ເດືອນທັນວາ ປີ 2022 ສ.ເກົາຫລີ ມີຈຳນວນຜູ້ວ່າງງານ ເພີ່ມຂຶ້ນ 509.000 ຄົນ , ນັບເປັນການ ເພີ່ມຂຶ້ນ ເປັນເດືອນທີ 22 ຕິດຕໍ່ກັນ ເມື່ອທຽບ ແບບລາຍປີ . ຢ່າງໃດກໍ່ຕາມ ສະຖິຕິ ດັ່ງກ່າວ ນັບເປັນ ອັດຕາສ່ວນ ໜ້ອຍທີ່ສຸດ ນັບແຕ່ ເດືອນມີນາ ປີ 2021.
ອອປສ ຕ້ອນຮັບ ຄູອາຈານ-ນັກສຶກສາຂອງຄະນະນິຕິສາດ ແລະ ລັດຖະສາດ ມຊ
ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຝ່າຍວິຊາການຂອງຄະນະນິຕິສາດ – ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຂອງຄະນະນິຕິສາດ – ລັດທະສາດ ຈາກ ມຊ ຈຳນວນ 50 ກວ່າຄົນ ໃນວັນທີ 11 ມັງກອນ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງອົງການດັ່ງກ່າວໂດຍມີບັນດາທ່ານຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ, ກົມຕິດຕາມກວດກາການດໍາເນີນຄະດີແພ່ງ, ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ຫົວໜ້າກົມຕິດຕາມກວດກາທົ່ວໄປ ຈາກ ອອປສ ເຂົ້າຮ່ວມ.
ການລົງມາເຄື່ອນໄຫວທັດສະນະສຶກສາໃນຄັ້ງນີ້ ຄູ-ອາຈານ ແລະ ນັກສຶກສາໄດ້ແລກປ່ຽນບົດຮຽນ ທາງດ້ານວິຊາການຈາກຄະນະວິຊາການ ຂອງ ອອປສ ເປັນຕົ້ນແມ່ນໄດ້ຮັບຮູ້ພາລະບົດບາດ ແລະ ໜ້າທີ່ຂອງ ອອປສ ໃນການຕິດຕາມກວດກາປະຕິບັດກົດໜາຍ ແລະ ໄດ້ແລກປ່ຽນບົດຮຽນ ຈາກກົມວິຊາການຈໍານວນໜຶ່ງ ເພື່ອນໍາໄປໝູນໃຊ້ເຂົ້າໃນຫຼັກສູດເພື່ອເຮັດໃຫ້ ການຮຽນ – ການສອນ ທາງດ້ານທິດສະດີໃນຫ້ອງຮຽນ ແລະ ພາກປະຕິບັດວຽກງານຕົວຈິງ ໃຫ້ມີຄວາມສອດຄ່ອງກັນຫຼາຍຂຶ້ນ ເວົ້າລວມ, ເວົ້າສະເພາະ ການຮຽນ – ການສອນ ທາງດ້ານວິຊາການກົດໝາຍເປັນຕົ້ນພາກວິຊາກົດໜາຍອາຍາ. ທັງນີ້ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ນັກສຶກສາ ພາກວິຊາກົດໝາຍອາຍາ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນພາກປະຕິບັດຕົວຈິງ.

ຈາກນັ້ນ, ທ່ານຮອງຫົວໜ້າ ອອປສ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງຄະນະບໍດີ, ຄູ-ອາຈານ ແລະ ນັກສຶກສາ ທີ່ໃຫ້ຄວາມສໍາຄັນໃນການເລືອກເອົາ ອອປສ ເປັນສະຖານທີ່ສຶກສາ ແລະ ແລກປ່ຽນບົດຮຽນອັນສໍາຄັນ ເພື່ອເປັນການຊຸກຍູ້ການຮຽນ – ການສອນ ໃຫ້ມີຄຸນນະພາບສູງຂຶ້ນ, ປະກອບສ່ວນໃນການສ້າງນັກກົດໜາຍ ອອກມາຮັບໃຊ້ສັງຄົມ ຕາມແນວທາງຂອງພັກ – ລັດຖະບານໃຫ້ໄດ້ທາງປະລິິິິິິິິມານ ແລະ ຄຸນນະພາບ.
(ຂ່າວ-ພາບ: ວັນເພັງ)
ປີ 2022 ເສດຖະກິດ ນວ ຂະຫຍາຍຕົວ 4,83%
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໃນວັນທີ 11 ມັງກອນ 2023 ໃຫ້ຮູ້ວ່າ: ໃນປີ 2022 ເສດຖະກິດນະຄອນຫຼວງວຽງຈັນຂະຫຍາຍຕົວໃນລະດັບ 4,83% (ແຜນດັດແກ້ 4,36%, ແຜນສູ້ຊົນ 6,5%) ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 62.243,93 ຕື້ກີບ (ແຜນການດັດແກ້ 58.412,26 ຕື້ກີບ, ຄາດໝາຍສູ້ຊົນ 63.076 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາດັດແກ້ 60,28 ລ້ານກີບ) ໃນນັ້ນຂະແໜງກະສິກຳ ຂະຫຍາຍຕົວເພີ່ມຂຶ້ນ 3,91% ກວມເອົາ 13,77% ຂອງ GDP ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 6,54% ກວມເອົາ 49,05% ຂອງ GDP ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 2,52% ກວມເອົາ 36,36% ຂອງ GDP.
ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວອີກວ່າ: ນະຄອນຫຼວງວຽງຈັນ ໄດ້ນໍາໃຊ້ເຄື່ອງມືທັນສະ ໄໝເຂົ້າໃນການເກັບລາຍຮັບຜ່ານລະບົບທະນາຄານ ໂດຍສະເພາະແມ່ນການຈັດເກັບລາຍຮັບພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ໂດຍຈັດເກັບຜ່ານລະບົບ Smart Tax ແລະ ລະບົບປະຕູດຽວແຫ່ງຊາດ ໄດ້ສຳເລັດການຫັນເອົາຫົວໜ່ວຍທຸລະກິດເຂົ້າລະບົບ TaxRIS ຈໍານວນ 7.406 ຫົວໜ່ວຍ ປະຕິບັດໄດ້ລື່ນແຜນ 13,93%, ການເກັບລາຍຮັບງົບປະມານ ສາມາດຈັດເກັບລາຍຮັບໄດ້ທັງໝົດ 5.610,32 ຕື້ກີບ ເທົ່າກັບ 100,25% ຂອງແຜນການປີ 2022 (ມະຕິສະພາ 5.596,26 ຕື້ກີບ) ທຽບໃສ່ປີ 2021 ເພີ່ມຂຶ້ນ 20,85% ຫຼື ເທົ່າກັບ 967,82 ຕື້ກີບ ໃນນັ້ນ ລາຍຮັບທີ່ສູນກາງປະຕິບັດຢູ່ນະຄອນຫຼວງວຽງຈັນ ປະຕິບັດໄດ້ 3.831,34 ຕື້ກີບ ເທົ່າກັບ 93,45% ຂອງແຜນການປີ 2022 (ມະຕິສະພາ 4.100 ຕື້ກີບ) ທຽບໃສປີຜ່ານມາ ເພີ່ມຂຶ້ນ 25,24% ຫຼື ເທົ່າກັບ 772,23 ຕື້ກີບ ລາຍຮັບຂອງນະຄອນຫຼວງວຽງຈັນ ປະຕິບັດໄດ້ 1.778,98 ຕື້ກີບ ລື່ນແຜນ 18,89% ຂອງແຜນການດັດແກ້ປີ 2022 (ມະຕິສະພາ 1.496,26 ຕື້ກີບ) ທຽບໃສປີຜ່ານມາ ເພີ່ມຂຶ້ນ 12,34% ເທົ່າກັບ 195,56 ຕື້ກີບ, ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 817,35 ຕື້ກີບ ເທົ່າກັບ 99,01% ຂອງແຜນການດັດແກ້ປີ 2022 (ມະຕິສະພາ 825,54 ຕື້ກີບ) ປະຢັດລາຍຈ່າຍໄດ້ 8,19 ຕື້ກີບ.
ສຳລັບ ທິດທາງແຜນການ ປີ 2023 ຈະເພີ່ມທະວີການຈັດຕັ້ງປະຕິບັດແຜນງານ, ໂຄງການ, ໜ້າວຽກ ແລະ ກິດຈະກຳຂອງໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການຜະລິດກະສິກຳສະອາດ ເພື່ອການຊົມໃຊ້ພາຍໃນ ຫຼຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ສົ່ງເສີມໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຂະຫຍາຍຕົວ 4% ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງຂະຫຍາຍຕົວບໍ່ໃຫ້ຫຼຸດ 11,5%, ການຜະລິດຫັດຖະກຳບໍ່ໃຫ້ຫຼຸດ 8% ຊຸກຍູ້ການສ້າງລະບົບຈໍລະຈອນສິນຄ້າ ແລະ ເຂດໂລຈີສຕິກໃຫ້ເກີດຂຶ້ນ, ເພື່ອຮອງຮັບໃຫ້ແກ່ການເກີດຂຶ້ນຂອງທາງລົດໄຟລາວ-ຈີນ, ສືບຕໍ່ແກ້ໄຂບັນດາຂອດຂັ້ນ ແລະ ສິ່ງກີດຂວາງຕ່າງໆຢ່າງແຂງແຮງ, ເພື່ອສ້າງສະພາບແວດລ້ອມ ທີ່ອໍານວຍໃຫ້ແກ່ການດຶງດູດການລົງທຶນ, ສຸມໃສ່ຄົ້ນຄວ້າ, ກຳນົດບັນຊີໂຄງການລົງທຶນ ທີ່ເປັນບູລະມະສິດ ເພື່ອພັດທະນາໃນຮູບແບບການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ໂດຍສອດຄ່ອງກັບແຜນຍຸດທະສາດການພັດທະນາ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຫຼື ແຜນຂອງຂະແໜງການ ແລະ ທ້ອງຖິ່ນສືບຕໍ່ດຶງດູດການລົງທຶນເຂົ້າມາໃນເຂດເສດຖະກິດພິເສດ ຢູ່ນະຄອນຫຼວງວຽງຈັນ, ສືບຕໍ່ສ້າງໃຫ້ສັງຄົມທົ່ວນະຄອນຫຼວງວຽງຈັນ ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍໃຫ້ແກ່ການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນ, ເອົາ ໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນ ການມົ້ວສຸມ, ຂີ້ລັກ, ປຸ້ນຈີ້, ຊີງຊັບ, ບັນຫາຢາເສບຕິດ ບັນຫາຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາອື່ນໆ.
ຂ່າວ-ພາບ: ນາງແສງຈັນ
ປີ 2023 ແນວລາວສ້າງຊາດຮັບຮອງເອົາ 6 ແຜນວຽກຈຸດສຸມ
ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະ ໄໝທີ XI ໄດ້ປິດລົງຢ່າງຈົບງາມ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ແລະ ໄດ້ຮັບຮອງເອົາ 6 ແຜນວຽກຈຸດສຸມປີ 2023 ໃນວັນທີ 12 ມັງກອນ ນີ້ ໂດຍໃຫ້ກຽດເປັນປະທານກ່າວປິດ ໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເທລະ, ບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ
ກອງປະຊຸມໄດ້ຮັບຟັງການລາຍງານ, ປະກອບຄໍາເຫັນ, ພິຈາລະນາ, ປືກສາຫາລືຢ່າງກົງໄປກົງມາ ແລະ ຮັບຮອງເນື້ອໃນສຳຄັນ ດັ່ງນີ້: ໜຶ່ງ: ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ໃນໄລຍະປີ 2022 ຜ່ານມາ ແລະສະເໜີແຜນວຽກຈຸດສຸມ ປີ 2023.
ກອງປະຊຸມໄດ້ຮັບຮອງເອົາແຜນວຽກຈຸດສຸມປີ 2023 ດັ່ງນີ້:
ໜຶ່ງ, ແຜນວຽກເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ; ແຜນວຽກປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ແຜນວຽກເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ; ແຜນວຽກພົວພັນປະສານງານກັບອົງການພາຄີ, ຂົງເຂດລັດ ແລະ ອື່ນໆ; ແຜນວຽກການຮ່ວມມືສາກົນ ແລະ ເປີດກວ້າງການທູດປະຊາຊົນ; ແຜນວຽກປັບປຸງການເຄື່ອນໄຫວ ແລະ ສ້າງການຫັນປ່ຽນໃນວຽກງານແນວໂຮມ.
ສອງ, ການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ປະຈໍາປີ 2022 ແລະ ແຜນພັດທະນາປີ 2023.
ສາມ, ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ເປັນເອກະສັນຮັບຮອງເອົາມະຕິກ່ຽວກັບການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດ.
ສີ່, ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຕໍ່ການລາຍງານສະພາບສາສະໜາຂົງເຂດແນວລາວສ້າງຊາດ ປີ 2022.
ຫ້າ, ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາຜົນການຄົ້ນຄວ້າສ້າງຕັ້ງສະມາຄົມຊາວກະສິກອນລາວ.
ຫົກ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາກໍາມະການສູນກາງແນວລາວສ້າງຊາດ ປ່ຽນແທນຕໍາແໜ່ງທີ່ວ່າງ ຕາມການສະເໜີຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ແລະ ການເຫັນດີຂອງຄະນະເລຂາທິການສູນກາງພັກ ຈໍານວນ 3 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຮຽກຮ້ອງຄະນະກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງ ປະເທດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານໃນເຄື່ອນໄຫວຕົວຈິງໃຫ້ຖືຕາມ 6 ແຜນວຽກ ແລະ 5 ແຜນງານ ຄື: ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນວົງຄະນາຍາດຂອງຊາດ, ການເພີ່ມທະວີວຽກງານຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ, ການເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ການປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ, ການປັບປຸງຮູບແບບການຮ່ວມສໍາພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ການເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ ແລະ ແຜນວຽກຈຸດສຸມໃນການປັບປຸງ ແລະ ສ້າງການຫັນປ່ຽນໃນວຽກງານຂອງຄະນະກຳມະການແນວລາວສ້າງຊາດ. ພ້ອມດຽວກັນນັ້ນ, ສະ ເໜີໃຫ້ແຕ່ລະຄະນະທີ່ປຶກສາ ແລະ ກົມກ່ຽວຂ້ອງກຳນົດແຜນປະຕິບັດຂອງຕົນໃຫ້ຈະແຈ້ງ ແລະ ແບ່ງງານຄວາມຮັບຜິດຊອບໃຫ້ກຳມະການ ສນຊ, ທີ່ປຶກສາ ແລະ ຄູ່ຮ່ວມງານຂອງຕົນ. ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ແລະ ຮຽກຮ້ອງມາຍັງການຈັດຕັ້ງແນວລາວສ້າງຊາດຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາທ່ານກໍາມະການສູນກາງແນວລາວສ້າງຊາດ, ທີ່ປຶກສາ, ຄູ່ຮ່ວມງານ, ພະນັກງານ-ລັດຖະກອນຂອງແນວລາວສ້າງຊາດ ໃນຂອບເຂດທົ່ວປະເທດ ເພີ່ມທະວີເປັນເຈົ້າຫຼັກແຫຼ່ງຂອງຄວາມສາມັກຄີ ແລະ ເຊີດຊູຄວາມຮັບຜິດຊອບສູງນໍາເອົາມະຕິກອງປະຊຸມຄົບຄະນະສະບັບນີ້ໄປຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນເປັນຈິງ.
(ຂ່າວ: ບຸນຕອມ, ພາບ: ວັນເພັງ)
ນວ ຕອບສະໜອງຜົນຜະລິດໄດ້ 66.192 ໂຕນຫຼຸດຜ່ອນການນໍາເຂົ້າ1,26%
ພະແນກກະສິກຳປ່າໄມ້ນະຄອນຫຼວງວຽງຈັນໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໄດ້ມີແຜນດໍາເນີນງານ ສະບັບເລກທີ 3426/ກປ.ນວ ລົງວັນທີ 30 ກັນຍາ 2021 ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນຂົງເຂດກະສິກຳ ແລະ ປ່າໄມ້ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ.
ອີງຕາມບົດລາຍງານຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການລ້ຽງສັດ ແລະ ການປະມົງປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເມື່ອບໍ່ດົນຜ່ານມາວ່າ: ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນເພື່ອທົດແທນການນໍາເຂົ້າໃນຂົງເຂດວຽກງານລ້ຽງສັດ ແລະ ການປະມົງ ມີ 8 ໂຄງການ ຄື: 1. ໂຄງການສົ່ງເສີມການລ້ຽງງົວເປັນສິນຄ້າ 2. ໂຄງການສົ່ງເສີມການລ້ຽງໝູເປັນສິນຄ້າ 3. ໂຄງການສົ່ງເສີມການລ້ຽງສັດປີກເປັນສິນຄ້າ 4. ໂຄງການສົ່ງເສີມການລ້ຽງປາ ແລະ ສັດນໍ້າເປັນສິນຄ້າ 5. ໂຄງການສົ່ງເສີມການປູກຫຍ້າ ແລະ ປຸງແຕ່ງອາຫານສັດ 6. ໂຄງການປັບປຸງ ຄຸ້ມຄອງ ແລະ ພັດທະນາອາຫານສັດ ແລະ ອາຫານປາ 7. ໂຄງການຜະລິດແນວພັນສັດປີກ ແລະ ປາ ແລະ 8. ໂຄງການເຝົ້າລະວັງພະຍາດສັດ.
ປະຈຸບັນມີຈໍານວນສັດລ້ຽງ ຄື: ຄວາຍ 15.287 ໂຕ ງົວ 95.616 ໂຕ ແບ້ 32.823 ໂຕ ໝູ 145.265 ໂຕ ສັດປີກ 2.773.376 ໂຕ ປາລ້ຽງໃນໜອງ 2.157 ເຮັກຕາ ແລະ ປານິນລ້ຽງໃນກະຊັງ 2.277 ກະຊັງ ປີ 2022 ສາມາດຕອບສະໜອງຜົນຜະລິດໃຫ້ຜູ້ບໍລິໂພກ ໄດ້ 66.192 ໂຕນ ສະເລ່ຍຕໍ່ຫົວຄົນ 67,58 ກິໂລ/ຄົນ/ປີ ທຽບໃສ່ແຜນການຜະລິດ ເທົ່າກັບ 101,26% ແລະ ທຽບໃສ່ຄວາມຕ້ອງການບໍລິໂພກໃນນະຄອນຫຼວງວຽງຈັນປະຕິບັດໄດ້ 97,29% (ຄວາມຕ້ອງການ 68.033 ໂຕນ).
ພ້ອມທັງໄດ້ເອົາໃຈໃສ່ຄຸ້ມຄອງການຜະລິດ ການນໍາເຂົ້າ-ສົ່ງອອກແນວພັນອາຫານ ຜະລິດຕະພັນສັດ-ສັດນໍ້າ ມີຄື: ການຜະລິດແນວພັນໝູນ້ອຍໄດ້ 323.000 ໂຕ ໄກ່ນ້ອຍໄດ້ 2.013.000 ໂຕ ແລະ ປານ້ອຍໄດ້ 41 ລ້ານໂຕ ຜະລິດອາຫານສັດ-ປາໄດ້ 314.925 ໂຕນ ການສົ່ງອອກສັດ ຜະລິດຕະພັນສັດ-ປາ ໄປຕ່າງແຂວງ ແນວພັນສັດ 1.641.000 ໂຕ ໃນນີ້ມີ ງົວ ໝູພໍ່ແມ່ພັນ ໝູນ້ອຍ ໄກ່ແມ່ສາວພັນໄຂ່ ໄກ່ນ້ອຍ ແລະ ຜະລິດຕະພັນສັດ-ປາ 5.043 ໂຕນ ສ່ວນການນໍາເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດ: ແນວພັນສັດ 2.853.000 ໂຕ ສັດນໍ້າ 6.432.000 ໂຕ ອາຫານສັດ 43.200 ໂຕນ ແລະ ສັດ ຜະລິດຕະພັນສັດ-ອາຫານທະເລ 6.474 ໂຕນ.
ສັງລວມແລ້ວການບໍລິໂພກທາດຊີ້ນຢູ່ນະຄອນຫຼວງວຽງຈັນ ທັງໝົດ 67.623 ໂຕນ ຜົນຜະລິດໄດ້ 66.192 ໂຕນ (ສົ່ງອອກ 5.043 ໂຕນ) ເທົ່າ 97,88% ຂອງການບໍລິໂພກພາຍໃນປີໄດ້ນໍາເຂົ້າທາດຊີ້ນ-ສັດນໍ້າຈໍານວນ 6.474 ໂຕນ ເທົ່າກັບ 2,12% ຂອງການບໍລິໂພກທຽບໃສ່ປີຜ່ານມາສາມາດຫຼຸດຜ່ອນການນໍາເຂົ້າໄດ້ 1,26% ຈໍານວນ 834 ໂຕນ.
ເພັດສະໝອນ ( ຮູບ)11.1.2023
ສໍາເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ດ້ວຍຜົນສໍາເລັດອັນຈົບງາມ
ພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ຈັດຂຶ້ນວັນທີ 11 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ມີບັນດາສະຫາຍການນໍາພັກ ລັດຖະບານ ພະນັກງານ ທະຫານ ຕຳຫຼວດ ຊາວໜຸ່ມ ນັກຮຽນ-ນັກສຶກສາ ທັງຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ເລີ່ມຕົ້ນພິທີໄດ້ມີການສາຍວີດີໂອປະມວນການເຄື່ອນໄຫວສໍາຄັນ ແລະ ບັນດາກິດສະກໍາສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ມີການສະແດງສີລະປະ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍສຳຄັນທາງປະຫວັດສາດ ສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

ຈາກນັ້ນ ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຖະແຫຼງຂ່າວ ແລະ ສະຫຼຸບການສະເຫຼີມສະຫຼອງປີສາມັກຄິມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ໃນໂອກາດນີ້ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງ ຜົນສໍາເລັດຂອງການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເຊິ່ງສອງຝ່າຍໄດ້ພ້ອມກັນທົບທວນຄືນການພົວພັນຮ່ວມມືຮອບດ້ານຂອງສອງປະເທດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ສອງຝ່າຍໄດ້ຮ່ວມລົງນາມເອກະສານຮ່ວມກັນ 10 ສະບັບ ໃນຫຼາຍຂົງເຂດ ພິເສດການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຂອງຄະນະຜູ້ແທນ ສສ ຫວຽດນາມ ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະຢູ່ໃນທ່າມກາງບັນຍາກາດການສະຫຼຸບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດ ນາມ-ລາວ ປີ 2022 ແລະ ບັນດາເຫດການ ກິດຈະກຳ ສຳຄັນຕ່າງໆ ໃນການຮ່ວມສະເຫຼີມສະຫຼອງນຳ ກັນ.

ໃນຕອນທ້າຍ ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມກັນຈັດການສະເຫຼີມສະລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ໃນຄັ້ງນີ້ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຄະນົງແກ່ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ຕະຫຼອດໄປ.
ສໍາມະນາຫົວຂໍ້ລະດັບຊາດ ການກໍ່ສ້າງພັກ ປປລ ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ
ເພື່ອແນໃສ່ລະດົມຄວາມຄິດຄວາມເຫັນຈາກຄະນະພັກ ຢູ່ 6 ແຂວງພາກເໜືອ ປະກອບສ່ວນປັບປຸງບົດຄົ້ນຄ້ວາກ່ຽວກັບ “ການກໍ່ສ້າງພັກປະຊາຊົນປະຕິວັດລາວ (ພັກ ປປລ) ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ໃຫ້ຄົບຖ້ວນສົມບູນຕື່ມ ແລະ ເປັນການສ້າງຄວາມເປັນເອກະພາບດ້ານຄວາມຮັບຮູ້ກ່ຽວກັບທິດສະດີ ແລະ ພຶດຕິກໍາ, ຜົນສໍາເລັດ, ບັນຫາທີ່ຕັ້ງຂຶ້ນ ແລະ ວິທີການແກ້ໄຂສໍາລັບວຽກງານກໍ່ສ້າງພັກໃນສະພາບການໃໝ່.
ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້ລະດັບຊາດ ກ່ຽວກັບ “ການກໍ່ສ້າງພັກປະຊາຊົນປະຕິວັດລາວໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ຂຶ້ນໃນວັນທີ 11 ມັງກອນນີ້, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງອຸດົມໄຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ; ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ; ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ; ມີບັນດາສະຫາຍຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ 6 ແຂວງພາກເໜືອ ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ບົວຈັນ ເພັງສະຫວັດ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າຫົວຂໍ້ “ການກໍ່ສ້າງພັກ ປປລ ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ໄດ້ກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ວ່າ: ການສໍາມະນາໃນຄັ້ງນີ້ ເປັນຄັ້ງທໍາອິດ ຊຶ່ງມີຄວາມໝາຍສໍາຄັນທາງດ້ານທິດສະດີ-ພຶດຕິກໍາ ແລະ ບົດຮຽນກ່ຽວກັບການກໍ່ສ້າງພັກກໍາອໍານາດ, ເປັນໂອກາດເຕົ້າໂຮມເອົາສະຕິປັນຍາ, ບົດຮຽນອັນມີຄ່າຈາກທຸກພາກສ່ວນ, ທຸກຄົນ ທີ່ໄດ້ຄົ້ນຄວ້າຊອກຫາມາປະກອບເປັນເນື້ອໃນ, ເປັນທິດທາງວິທີການທີ່ຈະກໍ່ສ້າງພັກກໍາອໍານາດໃຫ້ມີຄຸນນະພາບ ຮັບປະກັນປະຕິບັດຖືກຕ້ອງຕາມທິດນໍາສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍາອໍານາດ ໄດ້ຢ່າງໝັ້ນຄົງຍາວນານ.
ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວຄໍາເຫັນວ່າ: ວຽກງານຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາຂອງພັກເວົ້າລວມ, ຫົວຂໍ້ “ການກໍ່ສ້າງພັກປະຊາຊົນປະຕິວັດລາວ ໃນເງື່ອນໄຂພັກດຽວກໍາອໍານາດ ຢູ່ ສປປ ລາວ” ເວົ້າສະເພາະ ເປັນບັນຫາສໍາຄັນທີ່ສຸດ. ໃນຕະຫຼອດພາລະກິດປ່ຽນແປງໃໝ່ ສູນກາງພັກ ໄດ້ຊີ້ນໍາ, ຊຸກຍູ້ວຽກງານຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາໂດຍສຸມໃສ່ບັນຫາທີ່ພົວພັນເຖິງພື້ນຖານທິດສະດີກ່ຽວກັບເສັ້ນທາງ ແລະ ບາດກ້າວເດີນ ໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວຢູ່ປະເທດເຮົາ.
ສໍາລັບການຄົ້ນຄວ້າໃນຫົວຂໍ້ນີ້, ຄະນະຮັບຜິດຊອບ ແລະ ບັນດານັກຄົ້ນຄ້ວາ ໄດ້ສຸມໃສ່ຄົ້ນຄ້ວາ, ຮຽບຮຽງມີເນື້ອໃນດີສົມຄວນ ຊຶ່ງມີທັງພາກທິດສະດີກ່ຽວກັບພັກການເມືອງ, ພັກກໍາອໍານາດ ເວົ້າລວມ ແລະ ພັກກອມມູນິດກໍາອໍານາດ ເວົ້າສະເພາະ ຖືວ່າເປັນການເປີດກ້ວາງຄວາມຮູ້ທົ່ວໄປກ່ຽວກັບພັກກໍາອໍານາດໃນໂລກ. ບັນຫາສໍາຄັນ ແມ່ນໄດ້ຄົ້ນຄ້ວາກ່ຽວກັບພັກເຮົາ ຊຶ່ງໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການສ້າງຕັ້ງ ແລະ ກໍ່ສ້າງພັກເຮົາ, ຂະບວນວິວັດແຫ່ງການກໍາອໍານາດ, ສະພາບການກໍ່ສ້າງພັກເຮົາ ໃນຕະຫຼອດພາລະກິດປ່ຽນແປງໃໝ່. ຜົນການຄົ້ນຄ້ວາໃນເບື້ອງຕົ້ນ ເປັນຜະລິດຕະພັນ (ບົດຄົ້ນຄ້ວາສະບັບຍາວ ມີ 423 ໜ້າ, ສະບັບຫຍໍ້ 91 ໜ້າ ແລະ ສະບັບສັງລວມເປັນບົດລາຍງານ 9 ໜ້າ).
ນອກນີ້, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ໃຫ້ທິດກ່ຽວກັບການປະກອບຄໍາເຫັນແກ່ບັນດາຜູ້ເຂົ້າຮ່ວມ ເປັນຕົ້ນ ການປະກອບຄວາມເຫັນຢາກໃຫ້ສຸມໃສ່ບັນຫາຂອງພັກເຮົາ ຕາມຍຸດທະສາດສ້າງພັກເຮົາ ໃຫ້ກາຍເປັນພັກທີ່ເຂັ້ມແຂງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອໃຫ້ມີຄວາມສາມາດພຽງພໍໃນການນໍາພາການປະຕິວັດລາວ ໃຫ້ໄປເຖິງໄຊຊະນະ ທີ່ປະທານ ໄກສອນ ພົມວິ ຫານ ໄດ້ເປັນຜູ້ສ້າງພື້ນຖານ ນັບແຕ່ກອງປະຊຸມໃຫຍ່ສ້າງຕັ້ງພັກ ເປັນຕົ້ນມາ. ພ້ອມນີ້, ກໍເນັ້ນໃຫ້ປະກອບຄວາມເຫັນ ແມ່ນຢາກໃຫ້ເວົ້າຄວາມຈິງ, ກົງໄປກົົງມາ, ມີລັກສະນະສ້າງສັນ ຊຶ່ງຜົນການຄົ້ນຄວ້າ, ການປະກອບຄວາມເຫັນ, ຖ້າຫາກມີຄວາມເຫັນດີເປັນເອກະສັນກັນ ແລະ ໄດ້ຮັບການຮັບຮອງຈາກສູນກາງພັກ ແມ່ນຈະເປັນເນື້ອໃນສໍາຄັນອັນໜຶ່ງ ປະກອບສ່ວນເຂົ້າໃນວຽກງານບູລະນະແນວທາງ, ນະໂຍບາຍຂອງພັກ ກໍຄືການກະກຽມສ້າງໂຄງການການເມືອງສະບັບທີ 3 ຂອງພັກເຮົາໃນຕໍ່ໜ້າ ໂດຍສະເພາະ ແມ່ນປະກອບສ່ວນທາງດ້ານທິດສະດີ ແລະ ພຶດຕິກໍາ ໃຫ້ແກ່ການສືບຕໍ່ວຽກງານກໍ່ສ້າງ, ປັບປຸງພັກເຮົາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີຄວາມສາມາດກໍາອໍານາດ ແລະ ນໍາພາ ທົ່ວສັງຄົມໃນໄລຍະໃໝ່ຂອງການປະຕິວັດປະເທດເຮົາ.
ສະຫາຍ ສອນທະນູ ທຳມະວົງ ກໍໄດ້ມີຄໍາເຫັນວ່າ: ໃນເງື່ອນໄຂສະພາບການຫຍຸ້ງຍາກ, ສັບສົນປັດຈຸບັນ ຍິ່ງຮຽກຮ້ອງໃຫ້ພັກເຮົາ ຕ້ອງຍົກສູງຄວາມສາມາດ ແລະ ປະສິດທິຜົນຂອງການເຮັດວຽກງານການເມືອງ-ແນວຄິດ ການຄົ້ນຄວ້າທິດສິດີ ແລະ ພຶດຕິກຳຂອງພັກ ເພື່ອແນໃສ່ຮັກສາ ແລະ ສ້າງຄວາມເປັນເອກະພາບສູງ ທາງດ້ານແນວຄິດເຈດຈຳນົງ ແລະ ການກະທຳຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍ, ໜ້າທີ່ ທີ່ກອງປະຊຸມໃຫຍ່ຂອງພັກວາງອອກແຕ່ລະໄລຍະ ໃຫ້ສຳເລັດມີໄຊ, ຕອບຕ້ານແນວຄິດ ແລະ ທິດສະດີ ທີ່ບໍ່ຖືກຕ້ອງ, ບິດເບືອນ, ພິກປີ້ນແນວທາງນະໂຍບາຍ ກໍຄືຈຸດໝາຍອຸດົມການຂອງພັກເຮົາ. ພ້ອມກັນນີ້, ກໍເນັ້ນໃຫ້ຜູ້ເຂົ້າຮ່ວມປະຊຸມປະກອບຄໍາຄິດເຫັນໃສ່ບົດຄົ້ນຄ້ວາເພື່ອໃຫ້ມີເນື້ອໃນຄົບຖ້ວນ, ອຸດົມສົມບູນ.
ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ມີເນື້ອໃນເລິກເຊິ່ງ ແລະ ມີລັກສະນະວິທະຍາສາດ ຕໍ່ກັບຮ່າງບົດຄົ້ນຄວ້າດັ່ງກ່າວນີ້ ເພື່ອໃຫ້ຄະນະຮັບຜິດຊອບການຄົ້ນຄວ້າໄດ້ນຳໄປປັບປຸງໃນຂັ້ນຕໍ່ໄປ.
ຂ່າວ: ສຸກສະຫວັນ
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ແລະ ເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່ວັນທີ 11-12 ມັງກອນ 2023, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງເຖິງ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສໍານັກງານນາຍົກລັດຖະມົນຕີ. ຫຼັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ດໍາເນີນການພົບປະສອງຝ່າຍກັບ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ທີ່ ສໍານັກງານນາຍົກລັດຖະມົນຕີ. ໃນການພົບປະຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງນີ້ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຊຶ່ງຖືເປັນການຢ້ຽມຢາມ ແລະ ພົບປະກັນຄັ້ງທໍາອິດ ຂອງສອງສະຫາຍນາຍົກລັດຖະມົນຕີ, ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫຽດນາມ ໃນໂອກາດທີ່ເໝາະສົມ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງ ຕໍ່ການຮ່ວມມືຮອບດ້ານ ຂອງສອງປະເທດ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ໃນທຸກໆດ້ານຕະຫຼອດໄລຍະຜ່ານມາ ເປັນຕົ້ນ ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມຮັດແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບ, ຫຼາຍ ແບບ, ສ້າງໄດ້ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ໃນລະດັບສູງ, ມີການໄປມາ ແລະ ພົບປະ ລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບ ເປັນປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບ; ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາຊົນກັບປະຊາຊົນ ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດ ເປັນຢ່າງດີ, ບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານໄປໄດ້ດ້ວຍດີ. ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຕາມທັດສະນະຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນ: ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ພະລັງງານ, ກະສິກໍາສະອາດ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍເຫັນດີໃນການສືບຕໍ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ກໍຄືຖັນແຖວຊາວໜຸ່ມ-ເຍົາວະຊົນ ຂອງສອງປະເທດ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ບໍ່ວ່າຈະໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ພ້ອມທີ່ຈະຮ່ວມເຮັດວຽກກັບ ສະຫາຍ ຟ້າມ ມິງ ຈິງ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 10 ສະບັບ, ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ແຜນງານການຄົ້ນຄວ້າ ແລະ ຝຶກອົບຮົມໃຫ້ແກ່ ນັກການທູດ ແລະ ພະນັກງານກະຊວງການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, 3) ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອຊຶ່ງກັນແລະກັນ ທາງດ້ານຍຸຕິທໍາໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, 4) ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ຄູ່ຮ່ວມມືດີຈີຕອນ, 5) ອະນຸສັນຍາ ວ່າດ້ວຍ ການຮ່ວມມືກໍ່ສ້າງບຸກຄາລະກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, 6) ແຜນການຮ່ວມມື ປີ 2023 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ, 7) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສສ ຫວຽດນາມ, ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຈໍາປາສັກ ແຫ່ງ ສປປ ລາວ ແລະ ແຂວງກວ້າງຈີ້ ແຫ່ງ ສສ ຫວຽດນາມ, 9) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ, ແລະ 10) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ກ່ຽວກັບ ການຮ່ວມມືຮອບດ້ານຂົງເຂດຄົມມະນາຄົມ ແລະ ຂົນສົ່ງທາງນໍ້າ.
ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.
ໃນຕອນຄໍ່າຂອງວັນດຽວກັນ, ໄດ້ມີງານລ້ຽງຕ້ອນຮັບເປັນກຽດໃຫ້ແກ່ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ, ຈັດໂດຍ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ໂຮງແຮມ ລາວ ພລາຊາ.
ຂ່າວ: ກະຊວງການຕ່າງປະເທດ
ສືບຕໍ່ບຸລິມະສິດ ການຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ ຢູ່ຈາກາຕາ ປະເທດອິນໂດເນ ເຊຍ, ທ່ານ ເກົາ ຄິມ ໂຮນ (Kao Kim Hourn) ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ ອາຊຽນ ຢ່າງເປັນທາງການ, ພາຍຫຼັງໄດ້ແຕ່ງຕັ້ງໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ຢູ່ ພະນົມເປັນ (ກຳປູເຈຍ) ໃນເດືອນພະຈິກ 2022.
ຂ່າວລະບຸວ່າ: ໃນບົດກ່າວປາໄສຮັບດຳລົງຕຳແໜ່ງ, ທ່ານ ເກົາ ຄິມ ໂຮນ ໄດ້ເນັ້ນໜັກເຖິງ 6 ບຸລິມະສິດຕົ້ນຕໍໃນໄລຍະຈະມາເຖິງ ຄື: ປະຊາຄົມຄວນສືບຕໍ່ໃຫ້ບຸລິມະສິດແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ; ຖັດຈາກນັ້ນແມ່ນການກໍ່ສ້າງໂດຍອີງໃສ່ຄວາມວັດທະນາຖາວອນ; ຄວາມພະຍາຍາມປົກປ້ອງໜ່ວຍພິພົບສີຂຽວ, ພິເສດແມ່ນບັນດາບັນຫາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພື້ນຖານເສດຖະກິດສີຂຽວ; ມອບສິດໃຫ້ແກ່ປະຊາຊົນ – ພິເສດແມ່ນໄວໜຸ່ມ; ເພີ່ມທະວີບັນດາການພົວພັນຄູ່ຮ່ວມມືໃນອາຊຽນ ກໍຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ນຳບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຜົນປະໂຫຍດ ແລະ ທ່າແຮງຢ່າງແທດຈິງມີຄວາມໝາຍສຳຄັນສຳລັບອາຊຽນ.