Monday, October 13, 2025
Home Blog Page 823

ມອບ-ຮັບ ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງໄລຍະ 3

0

ພິທີມອບ-ຮັບໂຄງການກໍ່ສ້າງ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ໄລຍະ 3 ຈັດຂຶ້ນໃນວັນທີ 11 ມັງກອນ 2023 ໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ, ສະຫາຍ ໂຮ່ ດຶກ ເຟິກ ຄະນະກຳມະການສູນກາງພັກກອມມມູນິດຫວຽດນາມ, ລັດຖະມົນຕີກະຊວງການເງິນ ແຫ່ງ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ເປັນໂຄງການກໍ່ສ້າງທີ່ມີຄວາມໝາຍສຳຄັນ ຫລາຍຕໍ່ການສ້າງຊັບພະ ຍາກອນມະນຸດ ໂດຍສະເພາະການພັດທະນາບຸກຄະລາກອນດ້ານການເງິນ-ການບັນຊີ ອອກສູ່ສັງຄົມ ແລະ ຂະແໜງການເງິນ, ເປັນສູນກາງໃນການຝຶກອົບຮົມ ພະນັກງານຂະແໜງການເງິນໃນຂອບເຂດທົ່ວປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໂຄງການດັ່ງກ່າວ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນສັນຍາການຮ່ວມມືສອງຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໂດຍນຳໃຊ້ແຫລ່ງທຶນຊ່ວຍເຫລືອລ້າ ຂອງລັດຖະບານຫວຽດນາມ ແລະ ແຫລ່ງທຶນສົມ ທົບຂອງລັດຖະບານລາວ ເພື່ອຈັດຕັ້ງປະຕິບັດໂຄງການ; ຜົນສຳເລັດດັ່ງກ່າວ ແມ່ນໄດ້ມາຈາກນ້ຳໃຈສາຍພົວພັນແບບພິເສດຂອງ ສອງພັກ, ສອງລັດຖະບານລາວ-ຫວຽດນາມ ໂດຍສະເພາະ ລະຫ່ວາງ ສອງກະຊວງການເງິນ ລາວ-ຫວຽດນາມ ທີ່ມີການປະສານສົມທົບ ແລະ ຮ່ວມມືຊ່ວຍເຫລືອຮອບດ້ານແລະ ຍ້ອນຄວາມພະຍາຍາມ, ຄວາມຮັບຜິດຊອບສູງຂອງຄະນະຄຸ້ມຄອງໂຄງການ, ສະຫາຍ ບຸນໂຈມ ອຸບົນປະເສີດ ຍັງໃຫ້ຄຳໜັ້ນສັນຍາວ່າ ຈະຊີ້ນຳສະຖາບັນການເງິນ-ການບັນຊີ ນຳໃຊ້ສະຖາບັນແຫ່ງນີ້ໃຫ້ມີຄຸນປະໂຫຍດສູງສຸດໃນການກໍ່ສ້າງບຸກຄະລາກອນດ້ານການເງິນ-ການບັນຊີ, ບໍາລຸງສ້າງພະນັກງານຂະແໜງການເງິນ ແລະ ຊີ້ນຳໃຫ້ມີການບົວລະບັດປົກປັກຮັກ ຄຸ້ມຄອງນຳໃຊ້ໃຫ້ມີ ປະສິດທິຜົນສູງສຸດ.

ໂອກາດນີ້, ສະຫາຍ ໂຮ່ ດຶກ ເຟິກ ກໍໄດ້ກ່າວວ່າ: ລັດຖະບານສອງປະເທດ ອະນຸຍາດໃຫ້ນຳໃຊ້ແຫລ່ງທຶນການຊ່ວຍເຫລືອລ້າຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ ທຶນສົມທົບໂຄງການຂອງລັດຖະບານລາວ ເພື່ອຈັດຕັ້ງປະຕິບັດໂຄງການ “ກໍ່ສ້າງສະຖາບັນເສດຖະກິດການເງິນດົງຄຳຊ້າງ ໄລຍະ 3” ຢູ່ນະຄອນຫລວງວຽງຈັນ ນີ້ແມ່ນການເຄື່ອນໄຫວທີ່ສຳຄັນໃນໂຄງການຮ່ວມມືລະຫວ່າງພັກ, ລັດຖະບານ, ກະຊວງການເງິນ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍມີເປົ້າໝາຍ ກໍ່ສ້າງພື້ນຖານວັດຖຸຮັບໃຊ້ແກ່ ຍຸດທະສາດບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ໃນຂົງ ເຂດການເງິນ-ເງິນຕາ, ມີຄຸນນະພາບ ແລະ ລະດັບການສຶກສາສູງໃຫ້ແກ່ປະເທດຊາດ ແລະ ຂະແໜງ ການເງິນລາວ ແລະ ເປັນການເຄື່ອນໄຫວແທດກັບຕົວຈິງ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ເຖິງວ່າ ການຈັດຕັ້ງປະຕິບັດ ໄລຍະ 3 ຂອງໂຄງການ ພົບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ສະພາບດິນຟ້າອາກາດບໍ່ສະດວກ, ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດ ຂອງກະຊວງການເງິນສອງປະເທດ ຫວຽດນາມ ແລະ ລາວ ໄດ້ສໍາເລັດທັງໝົດ, ຕອບສະໜອງໄດ້ເປົ້າໝາຍການລົງທຶນ ໃຫ້ກາຍເປັນສູນກໍ່ສ້າງ ແລະ ຄົນຄວ້າດ້ານການເງິນຊັ້ນນໍາແຫ່ງຊາດລາວ, ພ້ອມໃຫ້ແກ່ວຽກງານບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ດ້ານເສດຖະກິດ, ການເງິນ, ຮັບໃຊ້ພາລະກິດພັດທະນາເສດຖະກິດຂອງປະເທດລາວ ໃນປັດຈຸບັນ ແລະ ອະນາຄົດ.

ພາບ: ຂັນໄຊ

ການແຂ່ງຂັນດ້ານການປະກອບອາຊີບແບບນະວັດຕະກຳ ຈີນ-ອາຊຽນ ປະຈຳປີ 2022

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 9 ມັງກອນ 2023, ການແຂ່ງຂັນຮອບຊີງຊະນະເລີດ ດ້ານການປະກອບອາຊີບແບບນະວັດຕະກໍາ ຈີນ-ອາຊຽນ ປະຈຳປີ 2022 ທີ່ກະຊວງວິທະຍາສາດເຕັກນິກຈີນ ແລະ ສຳນັກງານເລຂານຸການອາຊຽນເປັນເຈົ້າພາບ, ກົມຮ່ວມມືສາກົນຂອງກະຊວງວິທະຍາສາດເຕັກນິກ, ຄະນະກຳມະການນະວັດຕະກຳວິທະຍາສາດເຕັກນິກອາຊຽນ, ສູນພັດທະນາອຸດສາຫະກຳເຕັກນິກສູງຂອງກະຊວງວິທະຍາສາດເຕັກນິກຈີນ, ພ້ອມດ້ວຍພະແນກວິທະຍາສາດເຕັກນິກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເປັນຜູ້ຮັບຈັດງານນັ້ນ ໄດ້ ຈັດຂຶ້ນຢ່າງສຳເລັດຜົນ ຢູ່ນະຄອນໜານໜີງ ສປ ຈີນ.

ການແຂ່ງຂັນຄັ້ງນີ້ ພາຍໃຕ້ຫົວຂໍ້ “ຮ່ວມມືກັນແບບນະວັດຕະກຳ, ກ້າວສູ່ອະນາຄົດພ້ອມກັນ”, ໂດຍສຸມໃສ່ 4 ຂົງເຂດວຽກງານທີ່ສຳຄັນເຊັ່ນ: ກະສິກຳທີ່ທັນສະໄໝ, ເສດຖະກິດດີຈີຕອນ, ຢຸກຢາ-ສຸຂະພາບ ແລະ ການປະຢັດພະລັງງານ-ການອະນຸລັກສິ່ງແວດລ້ອມ, ເຊິ່ງໄດ້ເກນເອົາປະເພດລາຍການການແຂ່ງຂັນນໍາ ໂຮງຮຽນຊັ້ນສູງ ສະຖາບັນຄົ້ນຄວ້າວິທະຍາສາດ, ວິສະຫະກິດ ແລະອົງການສັງຄົມຕ່າງໆ ຂອງຈີນແລະປະເທດອາຊຽນ. ເລີ່ມດໍາເນີນການແຂ່ງຂັນແຕ່ເດືອນສິງຫາ 2022 ເປັນຕົ້ນມາ, ມີທັງໝົດ 71 ທິມທີ່ມາຈາກປະເທດທີ່ລຽບຕາມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ເຊິ່ງລວມທັງປະເທດອາຊຽນ ໄດ້ເຂົ້າຮ່ວມການແຂ່ງຂັນ. ຜ່ານການແຂ່ງຂັນຢ່າງດຸເດືອດ, ມີ 20 ລາຍການ ທີ່ມີຄຸນນະພາບສູງໄດ້ພົ້ນເດັ່ນຂຶ້ນ ແລະໄດ້ຜ່ານເຂົ້າຮອບຊິງຊະນະເລີດໄດ້ .

ໃນທີ່ສຸດ, ມີສອງລາຍການຄື “Directional Sound to Improve Ear Health—Dr Hearing” ໄດ້ຮັບລາງວັນທີ 1 ຂອງປະເພດວິສາຫະກິດ ແລະ “Low Carbon Combustion Device Coupled with Data for Ground-air-space and New Energy System Application” ໄດ້ຮັບລາງວັນທີ 1 ຂອງປະເພດທິມ; ມີ 6 ລາຍການເຊັ່ນ “Castomize—Casts Made with 4D Printing” ແລະອື່ນໆໄດ້ຮັບລາງວັນທີ 2 ຂອງປະເພດວິສາຫະກິດ ແລະປະເພດທິມ; ສ່ວນ ລາງວັນທີ 3 ມີທັງໝົດ 12 ລາຍການເຊັ່ນ: Changing “Sky-high-priced Medicine” to “Civilian Medicine”: Microbial Synthesis of the Cardiac Glycoside Drug Digitoxin ແລະອື່ນໆ. ນອກນີ້, ເພື່ອສົ່ງເສີມຄວາມກະຕືລືລົ້ນໃນດ້ານການນະວັດຕະກໍາ ໃຫ້ແກ່ນັກທຸລະກິດໜຸ່ມ ຂອງປະເທດຕ່າງໆ, ຝ່າຍຈັດງານ ຍັງໄດ້ອີງໃສ່ຄວາມຄິດສ້າງສັນ ແລະອະນາຄົດການຮ່ວມມືຂອງຜົນງານ, ແລ້ວຄັດເລືອກເອົາ 10 ລາຍການເດັ່ນດ້ານການຮ່ວມມື ແລະ 10 ລາຍການເດັ່ນດ້ານຄວາມຄິດສ້າງສັນ.

ຕາມການລາຍງານ, ການແຂ່ງຂັນຄັ້ງນີ້ ແມ່ນນໍາໃຊ້ນະວັດຕະກຳວິທະຍາສາດເຕັກນິກ ເປັນຂົວຕໍ່, ຊອກຄົ້ນສ້າງສາກົນໄກໃຫ້ມີຄວາມເຊື່ອມໂຍມ ນະວັດຕະກຳກັບການປະກອບອາຊີບ, ລົງເລິກຊຸກຍູ້ການຮ່ວມມືແລກປ່ຽນດ້ານນະວັດຕະກຳເຕັກໂນໂລຊີ ລະຫວ່າງ ຈີນ ກັບ ປະເທດອາຊຽນ , ຍົກສູງຄວາມສາມາດດ້ານນະວັດຕະກຳໃນພາກພື້ນ ຈີນ-ອາຊຽນ, ກະຕຸກພະລັງດ້ານນະວັດຕະກຳ, ຊຸກຍູ້ການແລກປ່ຽນດ້ານໝາກຜົນວິທະຍາສາດເຕັກນິກ, ການເງິນ ແລະເງິນທຶນ, ທິມງານທີ່ມີຄວາມສາມາດ ແລະຂໍ້ມູນຂ່າວສານອື່ນໆ, ເພື່ອເປັນບົດບາດສຳຄັນໃນການເລັ່ງລັດການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນໃຫ້ໃກ້ຊິດຂຶ້ນຕື່ມ.

ນາຍົກລັດຖະມົນຕີ ສສ ຫວຽດນາມ ຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ

0

ໃນໂອກາດທີ່ໄດ້ນໍາຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 11-12 ມັງກອນ 2023, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ໃນຕອນແລງຂອງວັນທີ 11 ມັງກອນ 2023.

ໂອກາດນີ້, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຖືເປັນການປະ ກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງປະຊາຊົນຫວຽດນາມອ້າຍນ້ອງ ໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ. ພ້ອມນີ້, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາກິດຈະກໍາສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຂອງສະມາຄົມມິດຕະພາບລາວ-ຫວຽດນາມ, ໃນນັ້ນ ພິເສດແມ່ນໄດ້ຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ຈັດບຸນມະໂຫ ລານມິດຕະພາບ ປະຊາຊົນສອງປະເທດລາວ ແລະ ຫວຽດນາມ ຄັ້ງທີ 5, ຈັດພິມວາລະສານສະບັບພິເສດ “ສອງຟາກສາຍພູຫລວງ ຕາເວັນອອກ ແລະ ຕາເວັນຕົກ” ແລະ ກິດຈະກໍາອື່ນໆ. ພ້ອມນັ້ນ, ຍັງໄດ້ຢືນຢັນຈະຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ເຄື່ອນໄຫວຕາມພາລະບົດບາດ ເພື່ອສຶກສາອົບຮົມປະຊາຊົນ ຂອງສອງປະເທດ ໂດຍສະເພາະ ຮຸ່ນສືບທອດໄດ້ສຶກສາຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງປະເທດ ເພື່ອໃຫ້ເຂົາເຈົ້າເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ທີ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງ ແລະ ການນຳແຕ່ລະຮຸ່ນ ໄດ້ຮ່ວມກັນຖະໜຸຖະໜອມ ປົກປັກຮັກສາ ແລະ ເສີມຂະຫຍາຍມາແລ້ວນັ້ນ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດຊົ່ວກາລະນານ.

ໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫລອດມາ ສະເພາະ ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ, ພ້ອມທັງໄດ້ໃຫ້ທິດຊີ້ນໍາ ສອງສະມາຄົມມິດຕະ ພາບ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ປະຕິບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ ກໍຄື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ພາບ: ເກດສະໜາ

ນາໂຕ-ອີຢູ ລົງນາມໃນຖະແຫລງການຮ່ວມ ສະບັບທີ 3 ກ່ຽວກັບ ການຮ່ວມມື

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ທ່ານ ​ເຈັນ​ສ ສ​ະໂຕ​ລ​ເທັນ​ເບຣີກ (Jens Stoltenberg), ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທ່ານ ຊາ​ເລ​ສ ​ມີ​ເຊລ (Charles Michel), ປະທານສະພາເອີຣົບ ແລະ ທ່ານ ນາງ ຢູຊູ​ລາ ວອນ ​ເດີ​ ເລ​ເຢນ(Ursula von der Leyen), ປະທານຄະນະກຳມະການເອີຣົບ (EC) ໄດ້ລົງນາມໃນຖະແຫລງ ການຮ່ວມ ສະບັບທີ 3 ກ່ຽວກັບການຮ່ວມມື ລະຫວ່າງ NATO ແລະ ສະຫະພາບເອີຣົບ (EU) ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ບຣຸກແຊນ ປະເທດແບນຊິກ ​ເພື່ອແນໃສ່ເພີ່ມທະວີ ແລະ ເປີດກວ້າງ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງອົງການນີ້ ຫລາຍກວ່າອີກ. ​ໂດຍ​ທັງສອງຝ່າຍ ໄດ້ໃຫ້ຄຳໝັ້ນສັນຍາລະດົມ “ທຸກເຄື່ອງມືສົມທົບກັນທີ່ມີຢູ່ແລ້ວ, ບໍ່ວ່າຈະເປັນດ້ານການເມືອງ, ເສດຖະກິດ ຫລື ການທະຫານ ເພື່ອເດີນຕາມບັນດາເປົ້າໝາຍລວມ ເພື່ອຜົນປະໂຫຍດຂອງພົນລະເມືອງ ນັບຕື້ຄົນ”. ຕາມ ຖະແຫລງການ ດັ່ງກ່າວ ບັນດາ ການນຳ NATO ແລະ EU ຕັດສິນໃຈ ແກ້ໄຂ ການແກ້ງແຍ້ງ ຍຸດທະສາດ ທີ່ນັບມື້ ນັບເພີ່ມຂຶ້ນ, ບັນດາບັນຫາ ກ່ຽວກັບການຟື້ນຟູ ແລະ ປົກປັກຮັກສາພື້ນຖານໂຄງລ່າງທີ່ສຳຄັນ. ນັບທັງ NATO ແລະ EU ລ້ວນແຕ່ “ສວມບົດບາດເພີ່ມເຕີມ, ເຊື່ອມໂຍງ ແລະ ປັບປຸງ ເຊິ່ງກັນ ແລະ ກັນ ໃນການໜູນຊ່ວຍ ການສ້າງ ສັນຕິພາບ ສາກົນ”.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ນາຊາ ຄົ້ນພົບດາວເຄາະໃຫຍ່ ເກືອບເທົ່າໂລກ ເໝາະເປັນທີ່ຢູ່ອາໄສ

0

ອົງການ​ການບິນ ​ແລະ ອາ​ວະ​ກາດ​ແຫ່ງ ສ.ອາ​ເມ​ລິ​ກາ (NASA) ​ໄດ້​ປະກາດ ຜ່ານ​ເວັບ​ໄຊທາງ​ການ​ວ່າ: ໜ່ວຍ​ງານນັກຄົ້ນຄວ້າ ຂອງ​ອົງການ​ໄດ້​ຄົ້ນພົບ​ດາວ​ເຄາະທີ່​ມີ​ຂະໜາດ​ໃຫຍ່ໃກ້​ຄຽງ​ກັບ ​ດາວ​ເຄາະ​ໂລກ ​ໂດຍ​ມີ​ວົງ​ ໂຄຈອນ ຮອບ​ດາວ​ ໃນ​ລະບົບ ທີ່​ມີ​ໄລຍະ​ຫ່າງ ​ທີ່​ເໝາະ​ສົມ, ມີ​ສະພາບ ​​ແວດ​ລ້ອມ ທີ່​ເຮັດ​ໃຫ້​ນ້ຳ ​ຄົງ​ສະພາບ ​ເປັນຂອງ​ແຫລວ ຢູ່​ເທິງ​ ໜ້າດິນ ​ແລະ ​ເອື້ອຍ​ອຳນວຍ ​ໃຫ້​ແກ່ ສິງ​ທີ່​ມີ​ ຊີວິດ​ໄດ້. ດາວເຄາະ ດັ່ງກ່າວ ມີຊື່ວ່າ TOI 700 e ຫລື​ ເອີ້ນ​ສັ້ນໆ​ວ່າ: ດາວ​ເຄາະ ​ອີ (Planet e) ​ເປັນສ່ວນໜຶ່ງ ຂອງລະບົບດາວ TOI 700 ມີຂະໜາດ ປະມານ 95% ຂອງໂລກ ຫລື ນ້ອຍກວ່າ ໜ່ວຍໂລກ ໜ້ອຍ​ໜຶ່ງ ​ແລະ ຈາກ​ຂໍ້​ມູນ ທີ່​ໄດ້​ມາ​ຈາກ ດາວທຽມ ສຳ​ຫລວດ TESS (Transiting Exoplanet Survey Satellite), ດາວດວງ​ນີ້ ມີພູມສັນຖານ ສ່ວນໃຫຍ່ ເປັນຫີນ ແລະ ໃຊ້ເວລາ 28 ວັນ ​ໃນ​ການໂຄຈອນ ຮອບດາວ TOI 700 ທີ່​ເປັນ​ສູນ​ກາງ ຂອງ​ລະບົບ ຈັກກະວານ. ກ່ອນ​ໜ້າ​ນີ້ ນາ​ຊາ ​ເຄີຍ​ຄົ້ນພົບ ​ດາວ​ເຄາະ​ນ້ອຍ​ ອີກ 3 ດວງ ​ໃນ​ລະບົບ ​ແຫ່ງ​ດຽວ​ກັນ ມີ​ຊື່ວ່າ: ດາວ​ເຄາະ TOI 700 b, TOI 700 c ​ແລະ TOI 700 d ຊຶ່ງ​ໂຄຈອນ​ ຢູ່​ໃນ​ໄລຍະ ​ທີ່​ເໝາະ​ສົມ ຈະ​ເປັນ​ທີ່ ຢູ່​ອາ​ໄສ ​ຂອງ​ສິ່ງ​ທີ່​ມີ​ ຊີວິດ​ໄດ້ ​ເຊັ່ນ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ ເລີ່ມນຳໃຊ້ສະຖານີສົ່ງສັນຍານ 5ຈີ ຫລາຍກວ່າ 2,3 ລ້ານແຫ່ງ

0

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ,​ ຂໍ້ມູນຈາກກອງປະຊຸມວຽກງານການຫັນເປັນອຸດສາຫະກຳ ແລະ ຂໍ້ມູນ ຂ່າວສານທົ່ວປະເທດ ​ໄດ້​ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ ​ເປີດ​ເຜີຍວ່າ: ສປ ຈີນ ໄດ້ສ້າງສຳເລັດ ແລະ ນຳໃຊ້ ສະຖານີສົ່ງສັນຍານ 5 ຈີ ທັງໝົດຫລາຍກວ່າ 2,3 ລ້ານແຫ່ງ, ການກໍ່ສ້າງສູນຂໍ້ມູນແບບໃໝ່ໄດ້ຮັບປະສິດທິຜົນຢ່າງຮອບດ້ານ ຫລັງ​ຈາກ ສປ ຈີນ ໄດ້ເພີ່ມຄວາມແຮງເຂົ້າໃນການຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານແບບໃໝ່, ລົງເລິກການກໍ່ສ້າງ ລະບົບ 5 ຈີ, ເຄືອຂ່າຍສາຍໃຍແກ້ວທີ່ມີຄວາມໄວຫລາຍກວ່າ 1.000 MB, ອິນເຕີເນັດອຸດສາຫະກຳ ແລະ ອື່ນໆ ຊຸກຍູ້ໃຫ້ເສດຖະກິດດິຈີຕອນ ແລະ ເສດຖະກິດຕົວຈິງເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ. ​ໃນ​ໂອກາດ​ນີ້ ທ່ານ ຈີ່ນ ຈ້ວງລົງ, ລັດຖະມົນຕີກະຊວງ ການຫັນເປັນອຸດສາຫະກຳ ແລະ ຂໍ້ມູນຂ່າວສານ ສປ ຈີນ ​ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ໃນປີນີ້ ສປ ຈີນ ຈະເລັ່ງລັດການກໍ່ສ້າງລະບົບ 5 ຈີ ແລະ ເຄືອຂ່າຍສາຍໃຍແກ້ວທີ່ມີຄວາມໄວຫລາຍກວ່າ 1.000 MB, ເລີ່ມສ້າງເຂດຊາຍແດນທີ່ມີອິນເຕີເນັດໄວ, ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ ລະບົບ 6 ຈີ ຢ່າງຮອບດ້ານ​ໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ຫ້ອງວ່າການສູນກາງພັກເຊື່ອມຊຶມເອກະສານສຳຄັນ

0

ຫ້ອງວ່າການສູນກາງພັກ, ຈັດກອງປະຊຸມດຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ແລະ ຜົນສໍາເລັດ ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ ໃນວັນທີ 12 ມັງກອນ 2023 ໂດຍການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະຫ້ອງວ່າ ການສູນກາງພັກ, ຄະນະກົມ, ຄະນະພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ, ວິຊາການ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ການຈັດຕັ້ງເຊື່ອມຊຶມໃນຄັ້ງນີ້, ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ຫ້ອງວ່າສູນກາງພັກ ຮັບຮູ້ ແລະ ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນຂອງວຽກງານຍຸດທະສາດສຳຄັນ ດັ່ງກ່າວ ແລະ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ບັນດາກົມຂອງຫ້ອງວ່າການສູນກາງພັກ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິພາບ, ປະສິດທີຜົນຂຶ້ນດີກວ່າເກົ່າ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມນີ້, ກໍເພື່ອແນໃສ່ເສີມຂະຫຍາຍ ມູນເຊື້ອການເປັນເສນາທິການຊ່ວຍຂັ້ນເທິງ ຂອງຫ້ອງວ່າການສູນກາງພັກ, ຍົກສູງນໍ້າໃຈຮັກຊາດ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ຍຶດໜັ້ນໃນແນວທາງ ແລະ ອຸດົມການຂອງພັກ ຕາມທິດກ້າວຂຶ້ນສັງຄົມນິຍົມ.

ໂອກາດນີ້, ສະຫາຍ ທອງສະລິດ ມັງໝໍ່ເມກ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານການເມືອງ-ແນວຄິດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ທີ່ຕິດພັນກັບທຸກຂົງເຂດວຽກງານ ແລະ ຍົກໃຫ້ເຫັນທິດຊີ້ນຳຂອງຂັ້ນເທິງຕໍ່ວຽກງານດັ່ງກາວ. ພ້ອມທັງໄດ້ເນັ້ນໃຫ້ຄະນະປະຈໍາພັກ, ຄະນະພັກ, ຄະນະໜ່ວຍພັກ ແລະ ຄະນະກົມ ຕ້ອງໄດ້ຍົກສູງວຽກງານການເມືອງ-ແນວຄິດ ພ້ອມກັນວາງແຜນວຽກຈຸດສຸມໃນປີ 2023 ແລະ ສຸມໃສ່ປະຕິບັດໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ມີຜົນສຳເລັດກວ່າເກົ່າ ໂດຍສະເພາະແມ່ນ ການປັບປຸງນິຕິກຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສູນກາງພັກ, ການກຳນົດຕ່ຳແໜ່ງງານຂອງແຕ່ລະກົມໃຫ້ສຳເລັດຜົນ.

ພາບ: ເກດສະໜາ

ສປຈີນ ຈະຍົກເວັ້ນພາສີ ມູນຄ່າເພີ່ມໃຫ້ແກ່ ພາກທຸລະກິດຂະໜາດນ້ອຍ

0
(200722) -- FUZHOU, July 22, 2020 (Xinhua) -- A staff member answers questions by an enterprise representative about credit repair at a tax bureau service center in Taijiang District, Fuzhou, southeast China's Fujian Province, July 21, 2020. The Fujian provincial taxation authority has introduced more active and dynamic credit management for taxpayers in 2020. Under the new mechanism, market players are encouraged to submit applications and get some of their negative tax payment credit records fixed. W

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 10 ມັງກອນ, ກະຊວງການເງິນ ແລະ ສຳນັກບໍລິຫານ ກິດຈະການ ພາສີ ແຫ່ງລັດ ຂອງ ຈີນ ເປີດເຜີຍ ວ່າ: ຈີນ ຈະຍົກເວັ້ນ ພາສີ ມູນຄ່າເພີ່ມ (VTA) ໃຫ້ແກ່ ພາກທຸລະກິດ ຂະໜາດນ້ອຍ ທີ່ມີ ຍອດຈຳໜ່າຍ ລາຍເດືອນ ບໍ່ເກີນ 100.000 ຢວນ ຕະຫລອດ ປີ 2023. ນອກນີ້ ກະຊວງດັ່ງກ່າວ ຍັງກຳນົດ ນະໂຍບາຍ ຫລຸດຜ່ອນພາສີ ສຳລັບ ຜູ້ເສຍພາສີ ທີ່ກ່ຽວຂ້ອງກັບ ການບໍລິການ ການຜະລິດ ເຊັ່ນ: ບໍລິການໄປສະນີ ແລະ ໂທລະ ຄົມມະນາຄົມ. ຊຶ່ງ ຈີນ ດຳເນີນ ມາດຕະການ ຫລຸດຜ່ອນ ພາສີ ແລະ ຄ່າທຳນຽມ ເປັນວົງກວ້າງ ໃນໄລຍະ ບໍ່ເທົ່າໃດປີນີ້ ເພື່ອສະໜັບ ສະໜູນ ການຈະເລີນເຕີບໂຕ ທາງເສດຖະກິດ, ໂດຍ ຈີນ ຮຽກຮ້ອງ ໃຫ້ຄືນພາສີ ມູນຄ່າເພີ່ມສູງ ເປັນປະຫວັດການ ໃນປີ 2022 ໂດຍກວມເອົາ ມູນຄ່າ ປະມານ 2,4 ພັນຕື້ຢວນ.

ອິນເດຍ ເລັ່ງຄວບຄຸມຍານພາຫະນະຫລຸດ ມົນລະພິດທາງອາກາດຮຸນແຮງ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ໜ່ວຍງານ ທາງການ ທ້ອງຖິ່ນ ນີວແດນລີ ຊຶ່ງເປັນເຂດ ນະຄອນຫລວງຂອງ ອິນເດຍ ເລີ່ມດຳເນີນ ການຄວບຄຸມ ຈຳນວນ ຍານພາຫະນະ ເທິງຖະໜົນ ຈົນເຖິງວັນທີ 13 ມັງກອນນີ້ ຫລັງຈາກ ລະດັບມົນລະພິດ ທາງອາກາດ ໃນທ້ອງຖິ່ນ ເພີ່ມຂຶ້ນສູ່ລະດັບ ຮຸນແຮງ ເມື່ອວັນທີ 9 ມັງກອນຜ່ານມາ. ຄະນະ ກຳມະການຄວບຄຸມ ມົນລະພິດ ສ່ວນກາງລະບຸວ່າ ດັດສະນີ ຄຸນນະພາບ ອາກາດ ໂດຍລວມ (AQI) ຂອງນີວແດນລີ ສູງເຖິງ 444 , ໂດຍຄຸນນະພາບ ອາກາດ ຮ້າຍແຮງຫລາຍ ໂດຍສະເພາະ ຝຸ່ນພິດ ພີເອັມ 2,5 (PM2.5) ແລະ ຝຸ່ນພິດພີເອັມ 10 (PM10). ໂດຍເຈົ້າໜ້າທີ່ ທ້ອງຖິ່ນ ມີມະຕິ ກຳນົດຄຳສັ່ງຫ້າມ ຍານພາຫະນະ ເຄື່ອງຈັກ ແອັດຊັງ ບີເອສ-3 (BS-III) ແລະ ເຄື່ອງຈັກນໍ້າມັນ ກາຊວນ-4 (BS-IV) ອອກແລ່ນ ເທິງທ້ອງຖະໜົນ ຂອງເມືອງ ຕັ້ງແຕ່ວັນທີ 10 ມັງກອນ ເປັນຕົ້ນໄປ, ໃນຂະນະທີ່ ຜູ້ຊຽວຊານ ດ້ານສຸຂະພາບ ແນະນຳ ປະຊາຊົນ ຕ້ອງຢຸດ ເຮັດກິດຈະກຳ ນອກເຮືອນ ໃນໄລຍະ ຕອນເຊົ້າ ແລະ ຫລັງຕາເວັນຕົກ.

ມຽນມາ ສົ່ງອອກອາຫານທະເລ ກວ່າ 12.000 ໂຕນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ສຳນັກງານ ປະມົງຂອງ ມຽນມາ ລາຍງານປະລິມານ ການສົ່ງອອກ ອາຫານ ທະເລ ປະເພດກຸ້ງ ຂອງ ປະເທດ ໃນໄລຍະ 9 ເດືອນຂອງປີ 2022-2023 ຊຶ່ງ ເລີ່ມຕົ້ນ ແຕ່ເດືອນເມສາ ລວມມີ 12.355 ໂຕນ. ໂດຍປະລິມານ ການສົ່ງອອກ ກຸ້ງ ຂອງມຽນມາ ໃນໄລຍະ ເດືອນເມສາ-ເດືອນທັນວາ ເມື່ອ ປີ 2022 ເພີ່ມຂຶ້ນ 18,93% ເມື່ອທຽບໃສ່ໄລຍະດຽວກັນ ເມື່ອກາຍນີ້. ກ່ອນໜ້າ. ກະຊວງ ການຄ້າ ຂອງມຽນມາ ລະບຸວ່າ: ປະລິມານ ການສົ່ງອອກ ຜະລິດຕະພັນ ທາງທະເລ ຂອງ ປະເທດ ໂດຍລວມເຖິງ ກຸ້ງ ໃນໄລຍະ 9 ເດືອນ ເບື້ອງຕົ້ນ ກວມເອົາ ມູນຄ່າ 548,731 ລ້ານໂດລາ ສະຫະລັດ; ຊຶ່ງມຽນມາ ສົ່ງອອກສິນຄ້າ ກະສິກໍາເປັນຫລັກ ເຊັ່ນ: ຜະລິດຕະພັນ ສັດ, ຜະລິດຕະພັນ ທາງທະເລ, ຜະລິດຕະພັນ ແຮ່ທາດ ແລະ ປ່າໄມ້ ແລະ ສິນຄ້າ ເພື່ອການຜະລິດ.