Monday, October 13, 2025
Home Blog Page 822

ປາ​ຖະ​ກະ​ຖາວັນສໍາຄັນຂອງຊາດ​ ສະຫຼຸບປີ 2022 ແລະ ທິດທາງແຜນການ ສໍາລັບປີ 2023

0

ໃນວັນທີ 13 ມັງກອນນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ສູນ ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີເຜີຍແຜ່ເອກະສານເນື່ອງໃນໂອກາດວັນສໍາຄັນຂອງຊາດ, ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ສໍາລັບປີ 2023, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນໍ​າ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ເອກະສານເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງສອງວັນດັ່ງກ່າວ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ພ້ອມດຽວກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາ ໃນການເຄື່ອນໃນໄຫວແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ, ໂດຍສະເພາະແມ່ນ ມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ ເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ. ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພິ່ນ ແລະ ເຈດຈຳນົງແນວທາງນັ້ນໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

ໃນໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສີສຸລາດ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານບົດສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງແຜນການຈຸດສຸມສຳລັບປີ 2023, ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ການແຂ່ງຂັນທາງດ້ານການທະຫານ, ບັນຫາເສດຖະກິດ, ການເງິນ, ພະລັງງານ, ສະບຽງອາຫານ, ຜົນກະທົບທີ່ເກີດຂຶ້ນຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ ໂດຍລວມແລ້ວ ທ່າອ່ຽງໃຫຍ່ແຫ່ງຍຸກສະໄໝ ຍັງແມ່ນ ສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ຕໍ່ສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຢຶດໝັ້ນໃນ​ແນວທາງການຕ່າງປະເທດ “ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທຳ ພາຍໃຕ້ການເອົາໃຈໃສ່ຊີ້ນໍາ-ນໍາພາ ໂດຍກົງ, ຮອບດ້ານ ຂອງການນໍາພັກ-ລັດ, ​ເຮັດ​ໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ທັງ​ຂອບການພົວພັນຮ່ວມມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການພົວພັນສາກົນຂອງ ສປປ ລາວ ສືບຕໍ່ຂະຫຍາຍກວ້າງອອກ, ສືບຕໍ່ນໍາໃຊ້ກາລະໂອກາດ ເພື່ອຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອ ແລະ ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ຊຶ່ງຮອດປີ 2022 ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ຫຼ້າສຸດແມ່ນກັບ ສາທາລະນະລັດ ບູຣູນດີ ແລະ ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາລີ ຄືນໃໝ່. ພ້ອມດຽວກັນນັ້ນ, ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ກໍໄດ້ປະກອບສ່ວນເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາ ຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນດ້ານເສດຖະກິດ ມາສູ່ປະເທດຊາດ.

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ໂດຍໄດ້ສະແດງຄວາມເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2023, ພ້ອມທັງຮຽກຮ້ອງໃຫ້ ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເພີ່ມທະວີວຽກງານການເມືອງ-ແນວຄິດ; ຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ລວມທັງການເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການທູດຮັບໃຊ້ເສດຖະກິດ ໄລຍະປີ 2021-2025; ສືບຕໍ່ກະກຽມໃຫ້ແກ່ການເດີນທາງຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດ ຂອງການນໍາພັກ-ລັດ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ; ກະກຽມເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ໃນປີ 2023 ເປັນຕົ້ນ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍ​າປູ​ເຈຍ-ລາວ-ຫວຽດ​ນາມ (CLV DTA JCC) ຄັ້ງທີ 13, ກອງປະຊຸມສຸດຍອດ ແມ່ນໍ້າຂອງ ຄັ້ງທີ 4, ກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 10, ລວມເຖິງການກຽມຄວາມພ້ອມດ້ານ​ຕ່າງໆ ເພື່ອເປັນປະທານອາຊຽນໃນປີ 2024 ແລະ ອື່ນໆ; ເພີ່ມທະວີຄວາມເອົາໃຈໃສ່ໃນການຂຶ້ນແຜນງົບປະມານເຄື່ອນໄຫວວຽກງານໃຫ້ມີບຸລິມະສິດ, ນໍາໃຊ້ຖືກຕ້ອງຕາມຈຸດປະສົງ, ມີຄວາມສອດຄ່ອງ ແລະ ເໝາະສົມຕາມທິດປະຢັດມັດທະຍັດ; ເອົາໃຈໃສ່ການປະຕິບັດ ໜ້າທີ່ວຽກງານຢ່າງເປັນເຈົ້າການ ເພີ່ມຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ ລວມທັງການຊຸກຍູ້ການແນະນໍາ ແລະ ສອນວຽກກັບທີ່ໃຫ້ແກ່ພະນັກງານ ເພື່ອສາມາດເຄື່ອນໄຫວວຽກງານໄດ້ຖືກຕ້ອງ, ທັນຕາມສະພາບການ ແລະ ມີຄວາມຮັບປະກັນ; ສົ່ງເສີມວຽກນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ ແລະ ອື່ນໆ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງກົມການເມືອງສູນກາງພັກ, ລັດຖະບານ ແລະ ການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຕ່າງໆ, ສົມທົບກັບຄວາມສາມັກຄີ, ຄວາມຈູບຈ້າວຫ້າວຫັນ ຂອງພະນັກງານ-ລັດຖະກອນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະນໍາກະຊວງ, ໃນປີ 2023 ນີ້ ກະຊວງການຕ່າງປະເທດ ຈະສາມາດຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

ສະຫຼຸບວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ ໄພຫຍໍ້ທໍ້ ປີ 2022

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 12 ມັງກອນ ຜ່ານມາ ຢູ່ ຮ່າໂນ້ຍ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 23 ເພື່ອສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2022, ກຳນົດໂຄງການປະຕິບັດງານປີ 2023. ໂດຍການເປັນປະທານ ຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫົວໜ້າຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.

ຂ່າວລະບຸວ່າ: ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ: 10 ປີຜ່ານມາ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຫຍໍ້ທໍ້ ໄດ້ຮັບການຜັນຂະຫຍາຍນັບມື້ນັບມີແບບມີແຜນ, ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ ແຕ່ກໍມີລັກສະນະສຶກສາ ແລະ ຂົມຂູ່. ກ່ຽວກັບໜ້າທີ່ຈຸດສຸມປີ 2023, ທ່ານ ຫງວຽນຝູຈ້ອງ ສະເໜີໃຫ້ບັນດາອົງການທີ່ມີບົດບາດໜ້າທີ່ ຕ້ອງສົມທົບກັນເພື່ອສ້າງໃຫ້ໄດ້ຫຼາຍກົນໄກເພື່ອບໍ່ໃຫ້ບຸກຄົນໃດໜຶ່ງບໍ່ກ້າ, ບໍ່ສາມາດ, ບໍ່ຢາກ, ບໍ່ຕ້ອງການສໍ້ລາດບັງຫຼວງ. ໃນໄລຍະຜ່ານມາ, ພວກເຮົາສ້າງໄດ້ຫຼາຍກົນໄກ, ນະໂຍບາຍ, ຂໍ້ກຳນົດ, ວິທີການປະຕິບັດ. ພວກເຮົາຄົ້ນພົບໄດ້ຫຼາຍກໍລະນີແຕ່ຫົວທີ ສົມທົບນຳກັນຢ່າງກົມກຽວ, ເໝາະສົມ. ໃນປັດຈຸບັນແມ່ນໃຫ້ຜູ້ທີ່ລະເມີດຕ້ອງສະໝັກໃຈສົ່ງຄືນສິ່ງທີ່ໄດ້ສໍ້ລາດບັງຫຼວງ ນັ້ນແມ່ນປັດໄຈເພື່ອພິຈາລະນາການຫຼຸດຜ່ອນໂທດ. ດ້ວຍຈິດໃຈ ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດ ໂດຍບໍ່ວ່າຜູ້ນັ້ນແມ່ນໃຜ.

ເຊັນສັນຍາສໍາປະທານໂຄງການກໍ່ສ້າງສູນການຄ້ານິຍົມລາວຈະເລີນຊັບ

0

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີເຊັນສັນຍາສໍາປະທານ ໂຄງການກໍ່ສ້າງສູນການຄ້ານິຍົມລາວຈະເລີນຊັບ ຈັດຂຶ້ນໃນວັນທີ 12 ມັງກອນ 2023 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ບົວພອນ ຄຳທະວີ ປະທານບໍລິສັດນິຍົມລາວຈະເລີນຊັບ ຈໍາກັດຜູ້ດຽວ ໂດຍມີ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດນິຍົມລາວຈະເລີນຊັບ ຈໍາກັດຜູ້ດຽວ ມີຄວາມຕ້ອງການລົງທຶນສໍາປະທານ ແລະ ກໍ່ສ້າງສູນການຄ້າ ຢູ່ເຂດບ້ານຫລັກຊາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນເນື້ອທີ່ 5.899 ຕາແມັດ, ໃນມູນຄ່າການລົງທຶນ 46 ຕື້ກວ່າກີບ ໂດຍຈະໄດ້ເລີ່ມກໍ່ສ້າງພາຍໃນເດືອນມັງກອນ 2023 ແລະ ຈະໃຊ້ເວລາໃນການກໍ່ສ້າງ 30 ເດືອນ, ເປັນອາຄານຊັ້ນດຽວ, ຂະໜາດ 60×80 ແມັດ ເມື່ອສ້າງສໍາເລັດ ຈະເປັນສູນລວມສິນຄ້າຂອງແຂວງ ເພື່ອສົ່ງໄປຕ່າງປະທດ. ທັງນີ້, ກໍເພື່ອເປັນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ແຂວງບໍລິຄໍາໄຊ, ເພື່ອຊຸກຍູ້ ແລະ ສົ່ງເສີມ ສິນຄ້າຂອງພໍ່ແມ່ປະຊາຊົນ, ສົ່ງເສີມການລົງທຶນ ການກໍ່ສ້າງພື້ນຖານໂຄງລ່າງ, ການແລກປ່ຽນສິນ ຄ້າ ໃຫ້ມີຄວາມສະດວກ, ປອດໄພ, ວ່ອງໄວ ແລະ ທັນສະໄໝ.

5 ປີຜ່ານມາ ແຂວງອຸດົມໄຊ ຖືສໍາຄັນ ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນ ວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

0

ຕະຫລອດໄລຍະ 5 ປີຜ່ານມາ ແຂວງອຸດົມໄຊ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ ຕໍ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຢ່າງແຂງແຮງ ແລະເປັນປົກກະຕິ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ມີຜົນສຳເລັດ.

ອີງຕາມ ບົດສະຫລຸບຕີລາຄາ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະປີ 2016-2021 ແລະ ທິດທາງແຜນການ ຮອດປີ 2025 ຂອງແຂວງອຸດົມໄຊ ໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນແມ່ນ ດ້ານການຫັນລົງກໍ່ສ້າງຮາກຖານການເມືອງ ສາມາດຫັນເອົາພະນັກງານຂັ້ນແຂວງ ລົງຊ່ວຍເມືອງ ທັງຫມົດ 78 ສະຫາຍ, ຍິງ 7 ສະຫາຍ, ເມືອງລົງຊ່ວຍບ້ານ 218 ສະຫາຍ, ຍິງ 12 ສະຫາຍ, ດ້ານການເມືອງ ແລະ ປັບປຸງລະບົບການເມືອງ ໄດ້ມີການຫັນເອົາແນວທາງຂອງພັກ, ລະບຽບກົດຫມາຍຂອງລັດ, ນິຕິກຳຕ່າງໆ ລົງເຜີຍແຜ່ ເຊື່ອມຊຶມ ໃຫ້ແກ່ຄະນະພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ໄດ້ປັບປຸງລະບົບການເມືອງ, ກົງຈັກການຈັດຕັ້ງຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ຫນັກແຫນ້ນ ທັງດ້ານປະລິມານ ແລະ ຄຸນນະພາບ. ສຳເລັດການດຳເນີນກອງປະໃຫຍ່ ອົງຄະນະພັກເມືອງ 7 ເມືອງ ແລະ ອົງຄະນະພັກ ສອງກອງບັນຊາການ ປກຊ-ປກສ ຈຳນວນ 1.140 ຮາກຖານພັກ ທຽບໃສ່ປີ 2015 ເພີ່ມຂຶ້ນ 176 ຮາກຖານພັກ; ດ້ານວຽກງານປ້ອງກັນຊາດ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ 23 ກົມກອງ ຈຳນວນ 52 ສະຫາຍ, ປັບປຸງການຈັດຕັ້ງກອງຮ້ອຍ, ກອງຫລອນ, ຈັດຕັ້ງການອົບຮົມຫັດແອບວິຊາສຶກສາ ປ້ອງກັນຊາດ-ປ້ອງກັນຕົວ ໃຫ້ພະແນກການອ້ອມຂ້າງແຂວງ, ນັກຮຽນ-ນັກສຶກສາ, ສ້າງບ້ານປ້ອມຫມັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ, ຊຸກຍູ້ ກອງຮ້ອຍຊາຍແດນເຄື່ອນໄຫວລາດຕາເວັນ ປ້ອງກັນຊາຍແດນ ລາວ-ຈີນ ສາມາດເຮັດໃຫ້ມີຄວາມສະຫງົບປອດໄພ 100%; ວຽກງານ ປກສ ໄດ້ລົງປັບປຸງ ປກສ ບ້ານ ແລະ ຈຸດສຸມ ຈຳນວນ 67 ກຸ່ມ ມີກຳລັງລົງປະຈຳທັງຫມົດ 233 ສະຫາຍ, ຝຶກອົບຮົມ ປກສ ບ້ານ ໄດ້ 10 ຄັ້ງ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 182 ບ້ານ, ບ້ານປອດຄະດີ 216 ບ້ານ ແລະ ບ້ານປອດຢາເສບຕິດ 231 ບ້ານ, ໄດ້ສູມໃສ່ແກ້ໄຂ ບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ ຢ່າງຕັ້ງຫນ້າ ອັນພົ້ນເດັ່ນແມ່ນ ການມ້າງຄະດີຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານຫລັກ 44, ບ້ານພູສະຫວັນ ແລະ ບ້ານອື່ນໆ; ວຽກງານວັດທະນະທຳ-ສັງຄົມ ໄດ້ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ອານຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ເປັນປົກກະຕິ ແລະ ດີຂຶ້ນ, ສາມາດສ້າງບ້ານວັດທະນະທຳໄດ້ຈຳນວນ 295 ບ້ານ, ສົ່ງເສີມ ແລະ ພັດທະນາ ວຽກງານການທ່ອງທ່ຽວນັບມື້ນັບດີຂຶ້ນ, ຂະຫຍາຍຕາຫນ່າງການສຶກສາລົງສູ່ເຂດຊົນນະບົດຢ່າງທົ່ວເຖິງ ປັບປຸງ ໂຮງຮຽນ, ຫໍພັກ, ການຮຽນ-ການສອນ ເປັນລະບົບຄົບຊຸດ ມາຮອດປັດຈຸບັນ ສາມາດປະຕິບັດສຳເລັດ 7 ຕົວຊີ້ວັດ ໃນຈຳນວນ 12 ຄາດຫມາຍຕົວຊີ້ວັດ ຂອງຂະແຫນງສຶກສາ, ສຸມໃສ່ປະຕິບັດແຜນງານ ສາມາດເຮັດໃຫ້ຕາຫນ່າງສາທາລະນະສຸກ ປົກຄຸມ 100% ໃນທົ່ວແຂວງ ສາມາດປະຕິບັດ ສຳເລັດ 7 ຄາດຫມາຍຕົວຊີ້ວັດ ໃນຈຳນວນ 11 ຄາດຫມາຍຕົວຊີ້ວັດ ຂອງຂະແຫນງສາທາລະນະສຸກ. ນອກນັ້ນ ຍັງໄດ້ມີການຈັດຝຶກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ປະຊາຊົນຜູ້ດ້ອຍໂອກາດໄດ້ທັງຫມົດ 2 ຫມື່ນກວ່າຄົນ, ສາມາດສະຫນອງແຮງງານເຂົ້າສູ່ຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະເທດ ໄດ້ 1 ຫມື່ນ 4 ພັນກວ່າຄົນ ແລະ ລະບົບປະກັນສັງຄົມ ກໍໄດ້ຮັບການປັບປຸງບໍລິການວ່ອງໄວຂຶ້ນກວ່າເກົ່າ.

ເວົ້າລວມແລ້ວ ໃນຕະຫລອດໄລຍະ 5 ປີຜ່ານມາ (2016-2021) ການຈັດຕັ້ງປະຕິບັດວຽກງານລົງກໍ່ສ້າງຮາກຖານການເມືອງຂອງແຂວງອຸດົມໄຊ ມີຜົນສຳເລັດໃນລະດັບຫນຶ່ງຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ແລະ ທິດທາງແຜນການລວມຂອງ ພັກ-ລັດ ແລ້ວຍັງຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ປັບປຸງແກ້ໄຂໃນຫລາຍບັນຫາ ແລະ ການນຳແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ພ້ອມກັນກຳນົດແຜນການຈັດຕັ້ງປະຕິບັດຢ່າງລະອຽດ ໃນ 5 ປີຕໍ່ຫນ້າ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງແຂວງອຸດົມໄຊ ມີບາດກ້າວພົ້ນເດັ່ນ.

—***–ຂ່າວ: ຄານມະນີ ຮຽນດໍຈັນ

ກວດແກ້: ອ່ຽງຄຳ ວິລະສັກ

#ມີເດຍລາວ

#ອຸດົມໄຊ

ພະແນກການຕ່າງປະເທດແຂວງວຽງຈັນ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2022 ແລະ ວາງທິດທາງແຜນການ ປີ 2023.

0

ໃນວັນທີ 13 ມັງກອນ 2023 ນີ້ ພະແນກການຕ່າງປະເທດ ແຂວງວຽງຈັນ ໄດ້ຈັດກອງປະຊຸມ ສະຫຼູບການຈັດຕັ້ງປະຕິບັດວຽກງານ ປີ 2022 ແລະ ວາງທິດທາງແຜນການ ປີ 2023, ພ້ອມຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 5 ປີຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ຜູ້ຊີ້ນຳວຽກພັກ-ພະນັກງານ, ມີຕາງໜ້າພະແນກການອ້ອມຂ້າງ, ພ້ອມດ້ວຍພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

ທ່ານ ສັນຕິພາບ ນິລະເກດ ຫົວໜ້າພະແນກການຕ່າງປະເທດ ແຂວງວຽງຈັນ ໄດ້ກ່າວໃນບົດສະຫຼູບບາງຕອນວ່າ : ແຂວງວຽງຈັນໄດ້ມີການພົວພັນຮ່ວມມືກັບຫຼາຍປະເທດ ເປັນຕົ້ນແມ່ນ ໃນ 1 ປີຜ່ານມາໄດ້ເອົາໃຈໃສເພີ່ມທະວີເສີມຂະຫຍາຍ ການພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານກັບບັນດາແຂວງຂອງ ສສ ຫວຽດນາມ, ຍົກສູງການຮ່ວມມືຂອງສອງຝ່າຍໃນທຸກຂົງເຂດວຽກງານ ໃຫ້ສົມຄູ່ກັບການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ເປັນຕົ້ນແມ່ນໄດ້ຮັບການຊ່ວຍເຫຼືອດ້ານການກ່ໍສ້າງພື້ນຖານໂຄງລ່າງ ແລະ ການຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງໄດ້ໃຫ້ທຶນແຂວງວຽງຈັນໄປສຶກສາຮ່ຳຮຽນວິຊາສະເພາະຢູ່ ສສ ຫວຽດ ໃນສົກປີ 2022-2023 ຈຳນວນ 45 ທຶນ, ການພົວພັນຮ່ວມມື ແຂວງຢຸນນານ ສປ ຈີນ ຜ່ານມາ ແຂວງວຽງຈັນ ໄດ້ຮັບການຊ່ວຍເຫຼືອອຸປະກອນປ້ອງກັນພະຍາດໂຄວິດ 19 ລວມມູນຄ່າ 200.000 ຢວນ, ການພົວພັນຮ່ວມມືປະເທດຍີ່ປຸ່ນ ໄດ້ສຳເລັດການປະສານງານກັບສະຖານທູດ ແລະ ລາຍງານການນຳແຂວງກ່ຽວກັບການໃຫ້ທຶນຊ່ວຍເຫຼືອຂອງສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໃນການກ່ໍສ້າງໂຮງໝໍແມ່ ແລະ ເດັກ ທີ່ຈຸດສຸມຜາສັງ ເມືອງເຟືອງ, ມູນຄ່າການຊ່ວຍເຫຼືອແມ່ນ 90.359 USD ແລະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ໂທຊິໂອະ ນາກາເຊະ ຫົວໜ້າອົງການໄຈກາປະຈຳ ສປປ ລາວ ແລະ ສະມາຄົມໂກຈິ ກໍໄດ້ມາຢ້ຽມຢາມບັນດາໂຮງຮຽນທີ່ສະມາຄົມດັ່ງກ່າວໃຫ້ການຊ່ວຍເຫຼືອຜ່ານມາ, ການພົວພັນຮ່ວມມືກັບ ສ ເກົາຫຼີ ແມ່ນໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າ ເພຶ່ອປັບປຸງສິ່ງອຳນວຍຄວາມສະດວກທາງດ້ານສາທາລະນະສຸກ, ສະນອງເຄື່ອງມືການແພດ ແລະ ສິ່ງຈຳເປັນອື່ນໆ ມູນຄ່າ 30.000-70.000 ໂດລາສະຫາລັດ ຕ່ໍປີ ເປັນໄລຍະ 2-3ປີ, ການພົວພັນຮ່ວມມືຣາຊະອານາຈັກໄທ ໄດ້ສືບຕ່ໍເສີມຂະຫຍາຍການພົວພັນ ຖານບ້ານໃກ້ເຮືອນຄຽງທີ່ດີຕ່ໍກັນ ກັບແຂວງເລີຍ ຣາຊະອານາຈັກໄທ ໂດຍມີຊາຍແດນຕິດກັນຍາວປະມານ 84 ກິໂລແມັດ, ໄດ້ຮັບຕ້ອນຮັບສົມເດັດພະຣາຊາ ອັງຣີ ແຫ່ງຣາຊະອານາຈັກລຸກຊຳບວກ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຢ້ຽມຊົມໂຮງໝໍແຂວງ ແລະ ໂຮງໝໍເມືອງວັງວຽງ ເຊິ່ງແມ່ນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຂອງຣາຊາອານາຈັກລຸກຊຳບວກ, ໄດ້ຮັບການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ທັງໝົດ 2 ໂຄງການ ລວມມູນຄ່າທັງໝົດ 27 ຕື້ດົງຫຼື ເທົ່າກັບ 21 ຕື້ກວ່າກີບ, ນອກຈາກນີ້ໃນບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ໄດ້ໃຫ້ການຈັດຕັ້ງປະຕິບັດຢູ່ບັນດາຂະແໜງການຕ່າງໆຢູ່ແຂວງວຽງຈັນ ທັງໝົດ 27 ໂຄງການ ເຊິ່ງມີມູນຄ່າທັງໝົດ 32 ລ້ານກວ່າໂດລາ, 2 ລ້ານກວ່າຢູໂຣ, 2 ລ້າກວ່າບາດ, 1 ລ້ານກວ່າສະວິດ ແລະ 5 ຕື້ກວ່າກີບ, ໃນນີ້ມີ 4 ໂຄງການ ສີ້ນສຸດການຈັດຕັ້ງປະຕິບັດໂຄງການໃນເດືອນ 12/2022.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ ແລະ ກົມກອງທີ່ໄດ້ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ,ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກໃນທົ່ວແຂວງໄລຍະ 5 ປີຜ່ານມາ (2016-2020), ໃນນັ້ນໄດ້ຮັບ ຫຼຽນໄຊແຮງງານ ຊັ້ນ II ໄດ້ 1 ກົມກອງ ແລະ ບຸກຄົນໄດ້ 1 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 3 ທ່ານ,

ຫຼຽນກາແຮງງານ ຈຳນວນ 5 ທ່ານ ແລະ ໃບຍ້ອງຍໍລັດຖະບານ ຈຳນວນ 6 ທ່ານ.

ພາບ+ຂ່າວ : ບຸນມາ ແກ້ວບຸດດາ

#Medialaos

#ມີເດຍລາວ

ຖະແຫລງຂ່າວຜົນສຳເລັດຂອງກອງປະຊຸມ ຄັ້ງທີ 45 ປະຈໍາປີ 2023 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

0

ຕອນເຊົ້າວັນທີ 12ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເຖິງຜົນສຳເລັດຂອງກອງປະຊຸມ ຄັ້ງທີ 45 ປະຈໍາປີ 2023 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງສສຫວຽດນາມ ໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45ໂດຍໄດ້ຮັບກຽດຊີ້ນຳ ຂອງ ສອງ ສະຫາຍ ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ. ຂ້າພະເຈົ້າຂໍຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືຂອງສອງຝ່າຍລາວ ແລະ ຫວຽດນາມ ຕະຫຼອດ 1 ປີ ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ.

ທ່ານ ຄຳເຈນ ວົງໂພສີ ໄດ້ຍົກໃຫ້ເຫັນການພົວພັນຮ່ວມມືສອງຝ່າຍດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນເຂົ້າສູ່ລວງເລິກ ອັນເປັນການສະແດງເຖິງຄວາມໃວ້ເນື້ອເຊື່ອໃຈຖານອ້າຍນ້ອງ ແລະ ຄວາມສາມັກຄີພິເສດ, ມີການແລກປ່ຽນການຢ້ຽມຢາມໃນລະດັບຕ່າງໆຢ່າງລຽນຕິດເຊິ່ງຕະຫຼອດປີ 2022 ສອງຝ່າຍ ໄດ້ຮ່ວມກັນສ້າງຫຼາຍຂະບວນການກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມຢ່າງເປັນຂະບວນຟົດຟື້ນ.

ການຮ່ວມມືດ້າເສດຖະກິດການຄ້າ, ການລົງທຶນ: ມູນຄ່າການຄ້າຂອງສອງປະເທດແມ່ນບັນລຸຕາມເປົ້າໝາຍ, ສອງຝ່າຍ ໄດ້ເນັ້ນສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍການຄ້າຊາຍແດນໃຫ້ຫຼາຍຂຶ້ນກ່ວາເກົ່າ.ການລົງທຶນສອງຝ່າຍ ໄດ້ຊຸກຍູ້ໃຫ້ບັນດາວິສາຫະກິດເອກະຊົນຂະໜາດໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນເຂົ້າໃນຂະແໜງການທີ່ເປັນທ່າແຮງຂອງລາວຫຼາຍຂຶ້ນ ແນໃສ່ສົ່ງເສີມການຮ່ວມມືເສດຖະກິດ ຕາມທິດກະສິກໍາສະອາດ, ນຳໃຊ້ເຕັກໂນໂລຊີສູງ, ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກທີ່ສອງຝ່າຍມີທ່າແຮງ.

ການຮ່ວມມືດ້ານວັດທະນະທຳ-ສັງຄົມ ກໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງເງື່ອນໄຂໃຫ້ບັນດາຊາວໜຸ່ມ,ເຊິ່ງເປັນອານາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມອ້າຍນ້ອງ.ສອງຝ່າຍໄດ້ເນັ້ນໜັກ ເພື່ອຍົກສູງຄຸນນະພາບຂອງການສ້າງຊັບພະຍາກອນມະນຸດໃຫ້ແກ່ລາວຢູ່ ສສ ຫວຽດນາມ ໃຫ້ຫຼາຍຂຶ້ນ.

ການຮ່ວມມືດ້ານອື່ນໆ:

– ສອງຝ່າຍ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະທ້ອງຖິ່ນຂອງສອງຝ່າຍ ເຊິ່ງໄລຍະຜ່ານມາ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ໃນຕໍ່ໜ້າ ຂໍໃຫ້ສືບຕໍ່ມູນເຊື້ອດັ່ງກ່າວ ໂດຍສະເພາະ ການເຄື່ອນໄຫວຢ້ຽມຢາມ, ຖອດຖອນບົດຮຽນ, ຊຸກຍູ້ຊ່ວຍເຫຼືອກັນໃນດ້ານຕ່າງໆ ຕາມເງື່ອນໄຂຄວາມສາມາດຂອງຕົນ ໃຫ້ແທດກັບຕົວຈິງ ແລະ ມີປະສິດທິຜົນສູງ.

– ສອງຝ່າຍ ໄດ້ຕົກລົງກັນວ່າ ໃຫ້ກວດຄືນບັນດາເອກະສານທີ່ໄດ້ລົງນາມກັນໄປແລ້ວ, ອັນໃດທີ່ບໍ່ສອດຄ່ອງກັບສະພາບຮ່ວມມືໄລຍະໃໝ່ ແມ່ນຈະຮ່ວມກັນດັດແກ້ເພື່ອໃຫ້ການຮ່ວມມືສອງຝ່າຍຂອງຕົນມີປະສິດທິຜົນແລະມີໃບໜ້າໃໝ່ຢ່າງແທ້ຈິງ.

ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍ່ມີຄວາມເຫັນອົກເຫັນໃຈ ແລະ ໃຫ້ການອູ້ມຊູຊ່ວຍເຫຼືອໃນດ້ານຕ່າງໆແກ່ ສປປ ລາວ ຂອງພວກຂ້າພະເຈົ້າ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຫຼາຍຮູບແບບ. ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍ່ໃຫ້ຄວາມສຳຄັນຕໍ່ການພົວພັນຮ່ວມມື 2 ຝ່າຍ ລາວ-ຫວຽດນາມ. ຂ້າພະເຈົ້າ ພ້ອມດ້ວຍ ສະຫາຍ ຫງວຽນ ຈິ ຢູ້ງ ຈະສືບຕໍ່ຊີ້ນໍາ ແລະ ຊຸກຍູ້ຂະແໜງການກ່ຽວຂ້ອງໃຫ້ພ້ອມກັນເພີ່ມທະວີການເອົາໃຈໃສ່ປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ລັດຖະບານ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສອງນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານ ໃນການລົງນາມຮ່ວມກັນ ໃນບົດບັນທຶກກອງປະຊຸມຄັ້ງທີ 45 ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືປະຈຳປີ 2023 ພ້ອມນັ້ນ ກໍໄດ້ແລກປ່ຽນສັນຍາຊື້ຂາຍໄຟຟ້າ ຫວ້ຍລະແງ ແລະ ໂຄງການໄຟຟ້າເຊຂະໝານ 3. ພ້ອມດຽວກັນນັ້ນ ສະຫາຍຫວຽດນາມ ກໍໄດ້ກະກຽມການສະໜັບສະໜູນໃຫ້ແກ່ ສປປລາວ ທີ່ຈະເປັນປະທານກອງປະຊຸມອາຊຽນ ໃນປີ 2024.

ໃນໂອກາດຕ້ອນຮັບປີໃໝ່ສາກົນ 2023ຫາກໍ່ຜ່ານພົ້ນໄປ ແລະ ກຽມຮັບຕ້ອນບຸນປີໃໝ່ປະຈຳຊາດ ເຕັດຫວຽດນາມ ທີ່ຈະມາເຖິງໃນມໍ່ໆນີ້, ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍ ຫງວຽນ ຈິ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ແລະ ບັນດາສະຫາຍ ການນຳ ພັກ-ລັດ ຫວຽດນາມ ກໍ່ຄືບັນດາ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳ-ນຳພາ ຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ ໃຫ້ຈະເລີນກ້າວໜ້າ ແລະ ກ້າວຂື້ນຕາມເປົ້າໜາຍທີ່ວາງໄວ້ທຸກປະການ.

ສະພາບອາກາດ ປະຈໍາວັນທີ 12 ມັງກອນ 2023

0

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຈະອ່ອນ ກໍາລັງລົງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະສືບ ຕໍ່ເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 12/1/2023 ເຖິງເວລາ 7:00 ໂມງວັນທີ 13/1/2023

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 12-21 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມ ໃນລະຫວ່າງ 11-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມຈະມີ ຝົນຕົກໃນລະດັບຄ່ອຍຢູ່ບາງບໍລະເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 25%. ອຸນຫະພູມໃນລະຫວ່າງ 20-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີ ຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17-29 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 14-23 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ມີເຝື້ອປົກຄຸມເປັນສ່ວນຫລາຍ ອາກາດເຢັນໃນຕອນເຊົ້າ ພ້ອມຈະມີຝົນ ຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 13-23 ອົງສາ.

ຄວາມສາມັກຄີ ແລະການຮ່ວມມືແມ່ນອາວຸດເຂັ້ມແຂງທີ່ສຸດ ໃນການເອົາຊະນະການແພ່ລະບາດຂອງພະຍາດໂຄວິດ-19

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ການແພ່ ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນມາເປັນເວລາ 3 ປີແລ້ວ. ນີ້ແມ່ນເຫດການສຸກເສີນດ້ານສາທາລະນະສຸກ ໃນຂອບເຂດທົ່ວໂລກ ທີ່ໜັກໜ່ວງທີ່ສຸດໃນປະຫວັດສາດຂອງມວນມະນຸດ ໃນຮອບເກືອບ 1 ສະຕະວັດຜ່ານມາ. ຕົວເລກທີ່ອົງການອະນາໄມໂລກເປີດເຜີຍໃນຫວ່າງມໍ່ໆ ມານີ້ສະແດງໃຫ້ເຫັນວ່າ: ໃນໄລຍະ 3 ປີຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິ ເປັນພະຍາດໂຄວິດ-19 ມີຫລາຍກວ່າ 660 ລ້ານກໍລະນີ, ຜູ້ເສຍຊີວິດຍ້ອນ ເປັນພະຍາດໂຄວິດ-19 ໂດຍກົງ ຫລື ໂດຍທາງອ້ອມມີເຖິງ 10 ລ້ານກວ່າ ຄົນ.

ການແພ່ລະບາດຂອງພະຍາດໂຄວິດ-19 ທີ່ປະສົບເທື່ອໜຶ່ງໃນຮອບ ຮ້ອຍປີເທື່ອນີ້ ໄດ້ສ້າງແຮງດົນໃຈໃຫ້ແກ່ພວກເຮົາ ນັ້ນກໍຄືຄວາມສາມັກຄີ ແລະການຮ່ວມມືແມ່ນອາວຸດທີ່ມີພະລັງທີ່ສຸດສຳລັບມະນຸດເຮົາໃນການເອົາຊະນະການແພ່ລະບາດຂອງພະຍາດ. ຈາກການແພ່ລະບາດຂອງພະຍາດ ໂຄວິດ-19 ໃນເທື່ອນີ້, ປະຊາຊົນໃນປະເທດຕ່າງໆໄດ້ຮູ້ສຶກນັບມື້ນັບເລິກເຊິ່ງ ຕໍ່ກັບໄພພິບັດດ້ານສາທາລະນະສຸກອັນໃຫຍ່ຫລວງ, ບໍ່ມີປະເທດໃດຈະສາ ມາດເອົາຕົວລອດ ແລະປ້ອງກັນໄດ້ຢ່າງໂດດດ່ຽວ. ມີແຕ່ພ້ອມກັນສ້າງປະ ຊາຄົມຮ່ວມດ້ານສາທາລະນະສຸກເທົ່ານັ້ນຈຶ່ງສາມາດພ້ອມກັນກ້າວໄປຂ້າງໜ້າໄດ້.

ໃນຕົ້ນປີ 2020, ເມື່ອພະຍາດໂຄວິດ-19 ແພ່ລະບາດຢູ່ປະເທດຈີນ ໜັກໜ່ວງທີ່ສຸດ, ປະຊາຄົມໂລກໄດ້ໃຫ້ການສະໜັບສະໜູນ ແລະການ ຊ່ວຍເຫລືອດ້ານວັດຖຸຕ່າງໆຈຳນວນຫລວງຫລາຍ, ບໍ່ວ່າເວລາໃດ ປະຊາຊົນຈີນຈະບໍ່ມີວັນຫລົງລືມ. ເມື່ອພະຍາດໂຄວິດ-19 ແພ່ລະບາດ ຢູ່ຫລາຍປະເທດ, ປະເທດຈີນກໍໄດ້ແປ່ງປັນບົດຮຽນ ແລະວິທີຕ້ານການ ແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ໄດ້ສະ ໜອງວັກຊີນ 2,2 ຕື້ຫລອດໃຫ້ແກ່ 120 ກວ່າປະເທດ ແລະ ອົງການຈັດຕັ້ງ ສາກົນ, ໄດ້ສະໜອງວັດຖຸຕ້ານການແພ່ລະບາດຂອງພະຍາດເປັນຈຳນວນ ຫລວງຫລາຍໃຫ້ແກ່ 153 ປະເທດ ແລະ 15 ອົງການຈັດຕັ້ງສາກົນ, ໄດ້ສົ່ງ ໜ່ວຍຊ່ຽວຊານການແພດໄປ 34 ປະເທດ. ຈາກການໃຫ້ຄຳໝັ້ນສັນຍາ ກ່ອນໝູ່ທີ່ຈະເຮັດໃຫ້ວັກຊີນຕ້ານໂຄວິດ-19 ເປັນຜະລິດຕະພັນ ສາທາລະນະຂອງໂລກ ຮອດດຳເນີນການຮ່ວມມືດ້ານການຜະລິດວັກຊີນ ກັບປະເທດພວມພັດທະນາຢ່າງໄວກວ່າໝູ່, ຈີນໄດ້ພະຍາຍາມຮ່ວມກັບ ທຸກຝ່າຍຕັ້ງແຕ່ຕົ້ນຕະຫລອດປາຍ.

ໃນເວລາຕໍ່ສູ້ກັບເຊື້ອພະຍາດ, ພວກເຮົາຕ້ອງການເຕັກນິກທີ່ທັນສະໄໝ, ຕ້ອງການວັດຖຸຢ່າງຫລວງຫລາຍ, ນອກນີ້, ພວກເຮົາຍັງຕ້ອງການລະບົບ ການຄຸ້ມຄອງຄວາມໝັ້ນຄົງດ້ານສາທາລະນະສຸກຢ່າງມີວິທະຍາສາດ ແລະ ມີປະສິດທິຜົນ. ນັບແຕ່ການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ມາ, ຈີນໄດ້ແຈ້ງຂໍ້ມູນກ່ຽວກັບສະພາບການແພ່ລະບາດຂອງພະຍາດ ໃຫ້ແກ່ອົງການອະນາໄມໂລກ ແລະປະເທດທີ່ກ່ຽວຂ້ອງຢ່າງທັນການ, ໄດ້ເປີດເຜີຍຂໍ້ມູນລຳດັບແຊນຂອງເຊື້ອພະຍາດກ່ອນໝູ່ ແລະວ່ອງໄວ ທີ່ສຸດ, ແບ່ງປັນບົດຮຽນດ້ານການປິ່ນປົວ, ການປ້ອງກັນ ແລະຄວບຄຸມ ພະຍາດໃຫ້ແກ່ຝ່າຍຕ່າງໆຢ່າງບໍ່ເຫັນແກ່ຕົວ, ສະໜັບສະໜູນນັກ ວິທະຍາສາດຂອງປະເທດຕ່າງໆໃນການດຳເນີນການຄົ້ນຄວ້າ, ສຳຫລວດ ຫາແຫລ່ງກຳເນີດ ແລະຊ່ອງທາງແພ່ລະບາດຂອງເຊື້ອພະຍາດໃນທົ່ວໂລກ.

ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ແມ່ນການທົດສອບຄັ້ງ ໜຶ່ງຕໍ່ລະບົບຄຸ້ມຄອງຄວາມປອດໄພດ້ານສາທາລະນະສຸກຂອງໂລກ, ທັງເປັນການທົດສອບຄັ້ງໜຶ່ງຕໍ່ລັດທິຫລາຍຝ່າຍ. ໂດຍຜະເຊີນໜ້າກັບ ເຫດການສຸກເສີນດ້ານສາທາລະນະສຸກໃນທົ່ວໂລກ, ພວກເຮົາຕ້ອງມີວິໄສ ທັດ ແລະຈິດໃຈອັນກວ້າງຂວາງ, ຕ້ອງເຕົ້າໂຮມກຳລັງອັນມະຫາສານ ເພື່ອຮັບມືກັບສິ່ງທ້າທາຍໃນທົ່ວໂລກ ແລະຕ້ອງຮ່ວມກັນສ້າງປະຊາຄົມ ຮ່ວມດ້ານສາທາລະນະສຸກຂອງມວນມະນຸດ.

ເປີດນໍາໃຊ້ ລະບົບຊອບແວປະຕິບັດການ ຄວາມປອດໄພໄຊເບີ

0

ພິທີມອບ-ຮັບ ແລະ ເປີດນໍາໃຊ້ ລະບົບຊອບແວ ປະຕິບັດການ ຄວາມປອດໄພໄຊເບີ (SOC) ແລະ ລະບົບການຮຽນອອນລາຍແບບເປີດກວ້າງ (MOOCs) ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 11 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ, ຕາງໜ້າໃຫ້ແກ່ລັດຖະບານ ສສ ຫວຽດນາມ ມອບໂດຍ ທ່ານ ຫງວ໋ຽນ ແມັງ ຮຸ່ງ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານ ສປປ ລາວ ຮັບໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ ປະກອບມີ: ລະບົບສູນກາງຕິດຕາມຄວາມປອດໄພຂໍ້ມູນຂ່າວສານ, ລະບົບຕິດຕາມ ແລະ ປ້ອງກັນເວັບໄຊທ໌, ລະບົບຕິດຕາມ, ກວດຈັບຄອມພິວເຕີຜູ້ນໍາໃຊ້, ລະບົບປ້ອງກັນຄວາມປອດໄພເຄືອຂ່າຍຄອມພິວເຕີ ແລະ ລະບົບຄວບຄຸມການເຂົ້າເຖິງເຄືອຂ່າຍ. ສໍາລັບ ລະບົບການຮຽນອອນລາຍແບບເປີດກກວ້າງ ແມ່ນລະບົບການສັງລວມ ແລະ ແປຫລັກສູດຈາກພາສາຫວຽດນາມ ມາເປັນພາສາລາວ ແລະ ປ້ອນຂຶ້ນລະບົບ ຈໍານວນ 18 ວິຊາ, ປະ ກອບມີ 3 ໝວດວິຊາ ຄື: ການຫັນເປັນດີຈິຕອນ, ຄວາມຮູ້ດ້ານວິຊາສະເພາະ ແລະ ທັກສະທົ່ວໄປ. ຫລັກສູດການຫັນເປັນດີຈິຕອນ ເໝາະສຳລັບຜູ້ຮຽນທີ່ເປັນພະນັກງານ ຈາກຂະແໜງການ ແລະ ບັນດາວິສາຫະກິດ; ຫລັກສູດວິຊາສະເພາະ ແມ່ນເໝາະສົມສໍາລັບຜູ້ຮຽນທີ່ຂຶ້ນກັບບັນດາອົງການຈັດຕັ້ງ ຊຶ່ງມີເນື້ອໃນລົງເລິກ ແລະ ຕາມຂົງເຂດທີ່ແຕກຕ່າງກັນ ເປັນຕົ້ນ ເສດຖະກິດ, ການສຶກສາ, ກະສິກໍາ, ສາ ທາລະນະສຸກ; ຫລັກສູດກ່ຽວກັບທັກສະທົ່ວໄປ ແມ່ນສໍາລັບປະຊາຊົນ ທີ່ທຸກຄົນສາມາດເຂົ້າເຖິງ ເພື່ອຍົກສູງທັກສະຂອງຕົນ ເປັນຕົ້ນ ທັກສະທາງສັງຄົມ, ທຸລະກິດ, ການຄຸ້ມຄອງການເງິນ ແລະ ອື່ນໆ.

ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ ໄດ້ຖືກຕິດຕັ້ງ ຢູ່ສູນປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ລະບົບການຮຽນອອນລາຍແບບເປີດກວ້າງ ທັງສອງລະບົບຊອບແວ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກກະຊວງ ຖະແຫລ່ງຂ່າວ ແລະ ການສື່ສານ ກໍຄື ລັດຖະບານ ສສ ຫວຽດນາມ. ທັງສອງລະບົບນີ້, ມີຄຸນປະໂຫຍດຢ່າງໃຫຍ່ຫລວງ ມາສູ່ ພັກ ແລະ ລັດຖະບານ ກໍຄືປະຊາຊົນລາວບັນດາເຜົ່າ ໃນການເຝົ້າລະວັງຄວາມປອດໄພໃນລະບົບເຄືອຂ່າຍອິນເຕີເນັດຕະຫລອດ 24 ຊົ່ວໂມງ ແລະ ການເປີດກວ້າງໃຫ້ນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາຊົນ ສາມາດຄົ້ນຄວ້າຂໍ້ມູນການຮຽນ ໂດຍຜ່ານລະບົບອອນລາຍ ເປັນຕົ້ນ ຫລັກສູດການຫັນເປັນດີຈິຕອນ, ຫລັກ ສູດຄວາມຮູ້ດ້ານວິຊາສະເພາະ ແລະ ຫລັກສູດທັກສະທົ່ວໄປ.

ຜົນສໍາເລັດກອງປະຊຸມ ຄັ້ງທີ 45 ຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ປະຈໍາປີ 2023

0

ໃນວັນທີ 12 ມັງກອນ 2023, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ເປັນປະທານຮ່ວມຊີ້ນໍາກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2023 ທີ່ນະຄອນຫລວງວຽງຈັນ. ໃນກອງປະຊຸມສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 44 ກໍຄື ຂໍ້ຕົກລົງວ່າດ້ວຍ ການຮ່ວມມື ປະຈໍາປີ 2022 ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມື ໃນປີ 2023; ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຕະຫລອດໄລຍະ 1 ປີ ຜ່ານມາ ທີ່ໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງຫລວງຫລາຍ ເປັນຕົ້ນ ການພົວພັນຮ່ວມມືສອງຝ່າຍດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນເຂົ້າສູ່ລວງເລິກ ອັນເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນຖານອ້າຍນ້ອງ ແລະ ຄວາມສາມັກຄີພິເສດ ໂດຍມີການແລກປ່ຽນ ແລະ ຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆຢ່າງເປັນປົກກະຕິ, ພ້ອມທັງໄດ້ຮ່ວມກັນສ້າງຫລາຍຂະບວນການດ້ວຍກິດຈະກໍາ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງເປັນຂະບວນຟົດຟື້ນ ຕະຫລອດປີ 2022 ຜ່ານມາ; ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ກໍມີທ່າອ່ຽງເພີ່ມຂຶ້ນ ໂດຍມູນຄ່າການຄ້າຂອງສອງປະເທດ ແມ່ນບັນລຸຕາມເປົ້າໝາຍ, ສອງຝ່າຍ ໄດ້ເນັ້ນສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍ ການຄ້າຊາຍແດນໃຫ້ຫລາຍຂຶ້ນກວ່າເກົ່າ, ພ້ອມທັງໄດ້ຊຸກຍູ້ໃຫ້ບັນດາວິສາຫະກິດຂະໜາດໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນໃນຂະແໜງການທີ່ເປັນທ່າແຮງຂອງລາວຫລາຍຂຶ້ນ; ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ກໍໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ສໍາຄັນແມ່ນໄດ້ສ້າງເງື່ອນໄຂໃຫ້ບັນດາຊາວໜຸ່ມ ເຊິ່ງເປັນຜູ້ສືບທອດອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດ ນາມ ອ້າຍນ້ອງ ເຊິ່ງສອງຝ່າຍສືບຕໍ່ຢືນຢັນຄືນການເພີ່ມທະວີຍົກສູງການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ ສປປ ລາວ ຢູ່ ສສ ຫວຽດນາມ ໃຫ້ຫລາຍຂຶ້ນ; ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍ ກໍໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ໃນໄລຍະຜ່ານມາ. ພ້ອມນັ້ນ, ສອງຝ່າຍໄດ້ເປັນເອກະພາບກັນຈະເລັ່ງປະຕິບັດບັນດາໂຄງການທີ່ຍັງບໍ່ທັນສໍາເລັດ ໃຫ້ສໍາເລັດໂດຍໄວ ເພື່ອເປັນພື້ນຖານອັນດີໃຫ້ແກ່ການຈັດຕັ້ງປະຕິບັດ ບັນດາໂຄງການທີ່ສໍາຄັນຕ່າງໆໃນຕໍ່ໜ້າ.

ໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍມີຄວາມເຫັນອົກເຫັນໃຈ ແລະ ໃຫ້ການອູ້ມຊູຊ່ວຍເຫລືອໃນດ້ານຕ່າງໆແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຫລາຍຮູບແບບ ແລະ ລໍ້າຄ່າທີ່ສຸດ, ພ້ອມທັງກະກຽມຈະໃຫ້ການສະໜັບສະໜູນແກ່ ສປປ ລາວ ທີ່ຈະເປັນປະທານກອງປະຊຸມອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້, ເຊິ່ງຄຸນງາມຄວາມດີຂອງເພື່ອນຫວຽດນາມນັ້ນ ໃນຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານ ສປປ ລາວ ກໍໃຫ້ຄວາມສໍາຄັນ ແລະ ຕີລາຄາສູງ ໂດຍຕະຫລອດມາ.

ສໍາລັບ ທິດທາງແຜນການຮ່ວມມື ໃນປີ 2023, ສອງຝ່າຍຈະສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຖະແຫລງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຂອງແຕ່ລະປະເທດ, ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ຈະກວດກາຄືນບັນດາເອກະສານທີ່ໄດ້ລົງນາມກັນໄປແລ້ວນັ້ນ, ຖ້າອັນໃດທີ່ບໍ່ສອດຄ່ອງກັບສະພາບການໃນໄລຍະໃໝ່ ແມ່ນຈະຮ່ວມກັນດັດແກ້ ເພື່ອໃຫ້ການຮ່ວມມືສອງຝ່າຍ ມີປະສິດທິຜົນ ແລະ ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າກວ່າເກົ່າ; ສືບຕໍ່ຊຸກຍູ້ສົ່ງເສີມການຄ້າ ລະຫວ່າງ ສອງປະເທດ ໃຫ້ດີຂຶ້ນ ໂດຍສະເພາະ ແມ່ນການຄ້າຊາຍແດນ; ສືບຕໍ່ສົ່ງເສີມການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ຕາມທິດຍືນຍົງ ໂດຍສຸມໃສ່ການຜະລິດກະສິກໍາສະອາດ, ນໍາໃຊ້ເຕັກໂນໂລຊີສູງ ແລະ ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ; ຈະເອົາໃຈໃສ່ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຮ່ວມມືເພື່ອການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ ໃຫ້ສໍາເລັດ ເປັນຕົ້ນ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໃຫ້ສໍາເລັດ ໃນເດືອນເມສາ 2023, ສືບຕໍ່ຮ່ວມມືດ້ານການທ່ອງທ່ຽວ, ການເຊື່ອມໂຍງດ້ານລະບົບຄົມມະນາຄົມຂົນສົ່ງ ເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ.

ພາຍຫລັງສໍາເລັດກອງປະຊຸມ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມຮ່ວມກັນ ໃນບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ປະຈໍາປີ 2023 ແລະ ຂໍ້ຕົກລົງ ວ່າດ້ວຍ ແຜນການການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2023.

ຈາກນັ້ນ, ສະຫາຍ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢຸ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະແຫລງຂ່າວຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງຫລາຍຂຶ້ນ.

ພາຍຫລັງສໍາເລັດກອງປະຊຸມດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ກໍໄດ້ສືບຕໍ່ໃຫ້ກຽດເປັນປະທານຮ່ວມ ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2023. ກອງປະຊຸມດັ່ງກ່າວ ແນໃສ່ເປີດໂອກາດໃຫ້ແກ່ພາກທຸລະກິດຂອງທັງສອງຝ່າຍ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແລະ ຮ່ວມມືກັນທາງດ້ານການລົງທຶນ, ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂຂໍ້ສະດວກ ແລະ ຊອກຫາທາງອອກແກ້ໄຂຂໍ້ຫຍຸ້ງຍາກ ຂອງບັນດາທຸລະກິດ ຫວຽດນາມ ຢູ່ ລາວ ກໍຄື ທຸລະກິດລາວ ຢູ່ ຫວຽດນາມ.

ພາບ: ຂັນໄຊ