Monday, October 13, 2025
Home Blog Page 821

ສະພາບອາກາດ ປະຈໍາວັນທີ 14 ມັງກອນ 2023

0

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນ ແຕ່ລະພາກ ແລະ ອາກາດໜາວເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 14/1/2023 ເຖິງເວລາ 7:00 ໂມງວັນທີ 15/1/2023

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 18-31 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-31 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີ ໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-25 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມ ໃນລະຫວ່າງ 19-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-25 ອົງສາ.

ອັດຕາເງິນເຟີ້ ໃນຣັດເຊຍ ກວມເອົາ 11,9% ໃນປີ 2022

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 12 ມັງກອນ, ທ່ານ ແມັກຊິມ ເຣເຊດນິຄອມ ລັດຖະມົນຕີີ ກະຊວງ ພັດທະນາ ເສດຖະກິດ ຂອງ ຣັດເຊຍ ເປີດເຜີຍວ່າ: ອັດຕາເງິນເຟີ້ ປະຈຳປີ ກວມເອົາ 11,9% (ໄລ່ເຖິງທ້າຍປີ 2022). ໂດຍ ອັດຕາ ເງິນເຟີ້ ຂອງ ປະເທດ ໃນໄລຍະທ້າຍປີ 2022 ຕໍ່າກວ່າ 12%. ຢ່າງໃດກໍ່ຕາມ ຕົວເລກຄາດການ ລະບຸວ່າ, ອັດຕາເງິນເຟີ້ ປະຈຳປີ ຈະຫລຸດລົງ ໃນທ້າຍ ໄຕມາດທຳອິດ ຂອງ ປີ 2023 ແລະ ຈະຫລຸດລົງ ຕໍ່າກວ່າ 4% ໃນໄຕມາດ 2./

ແອຣບັສ ສົ່ງມອບເຮືອບິນການຄ້າ ຈຳນວນກວ່າ 660 ລຳ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ ວັນທີ 11 ມັງກອນ 2023, ແອຣບັສ (Airbus) ເປີດເຜີຍວ່າ ໃນປີ 2022, ການສົ່ງມອບ ເຮືອບິນ ການຄ້າ ໃຫ້ແກ່ ລູກຄ້າ 84 ຄົນ ຈຳນວນ 661 ລຳ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ ປີ 2021 ຜ່ານມາ. ໂດຍເຮືອບິນ ຕະກຸນເອ 320 (A320) ເປັນ ລຸ້ນທີ່ໄດ້ຮັບ ຄວາມນິຍົມສູງສຸດ ດ້ວຍຍອດ ການສົ່ງມອບ ທົ່ວໂລກ ລວມມີ 516 ລຳ, ໃນຂະນະທີ່ ເຮືອບິນ ຕະກຸນເອ 350 (A350) ລຸ້ນໃຫມ່ທີ່ມີການສົ່ງມອບພຽງ 60 ລຳ.

ສປຈີນ ວາງແຜນສົ່ງຈະຫລວດຂຶ້ນສູ່ອາວະກາດ ຫລາຍກວ່າ 60 ຄັ້ງ ໃນປີ 2023

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ຈີນ ໄດ້ວາງແຜນປ່ອຍ ຈະຫລວດ ຂຶ້ນສູ່ ຫຮ້ວງອາວະກາດ ກວ່າ 60 ຄັ້ງໃນປີ 2023, ໂດຍຄາດການວ່າ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີການບິນ ແລະ ອາວະກາດ ແຫ່ງປະເທດ ຈີນ (CASC) ຈະປ່ອຍຈະຫລວດ ຫລາຍກວ່າ 50 ຄັ້ງ ແລະ ບໍລິສັດ ອາວະກາດຈີນ ແຫ່ງອື່ນ ຈະປ່ອຍຈະຫລວດ ຫລາຍກວ່າ 10 ຄັ້ງ.

ໃນຈຳນວນນີ້ຈະຫລວດຂົນສົ່ງລອງມາຣ-2ເອຟ (Long March-2F) ແລະ ລອງມາຣ-7 (Long march-7) ຈະປະຕິບັດ ພາລະກິດ ສຳລັບປະຕິບັດການ ຂອງສະຖານີອາວະກາດຈີນ ຊຶ່ງຢູ່ໃນລະຫວ່າງດຳເນີນການຕາມປົກກະຕິ ແລະ ເຂົ້າສູ່ຂັ້ນທຳອິດ ຂອງ ການປະຍຸກໃຊ້ ແລະ ພັດທະນາແລ້ວ ໂດຍຄາດການວ່າ ຈະຫລວດຂົນສົ່ງ ລອງມາຣ-6 (Long March-6) ລຸ້ນປັບປຸງ ຈະຂຶ້ນບິນ ຖ້ຽວທຳອິດ ໃນປີ 2023

ນາຍົກລັດຖະມົນຕີ ພົບປະໂອ້ລົມນາຍ ແລະ ພົນທະຫານກອງພົນທະຫານຮາບ ທີ 5

0

ໃນວັນທີ 13 ມັງກອນ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 5 ເນື່ອງໃນໂອກາດ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023) ໂດຍການຕ້ອນຮັບຈາກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ, ມີການນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກອງພົນທະຫານຮາບທີ 5, ກອງບັນຊາການທະຫານແຂວງຈຳປາສັກ, ກໍາລັງ ປກສ, ກຳລັງຫລວງ-ກຳລັງທ້ອງຖິ່ນ ຕະຫລອດຮອດນາຍ ແລະ ພົນທະຫານ ຂອງກອງພົນທະຫານຮາບທີ 5 ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທະຫານຮາບທີ 5 ໄດ້ຂຶ້ນ ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງ ຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງກອງພົນທະຫານຮາບທີ 5 ມີພາລະບົດບາດ ເປັນກຳລັງ ຫລວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານ ຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດຂອງ 4 ແຂວງພາກ ໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງ ກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຕັ້ງທັບ ແບບທາງ ກວ້າງ ແລະ ທາງເລິກ, ປະສານສົມທົບກັບກອງບັນຊາການທະຫານ 4 ແຂວງ ພາກໃຕ້ ປົກປັກຮັກສາຊາຍແດນ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ເຕີບໃຫຍ່ເຂັ້ມ ແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບ ແລະ ປັບປຸງ ລະບຽບແບບແຜນ ໃຫ້ມີຄວາມຮັດກຸມເປັນເອກະພາບ; ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອຮັບປະກັນການແກ້ໄຂ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນ. ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂົງເຂດວຽກ ງານຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ໂດຍສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫລາຍດ້ານ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຕີລາຄາສູງຕໍ່ ໝາກຜົນຂອງການປະຕິວັດ ແລະ ມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 74 ປີຜ່ານມາ ໂດຍສະເພາະ ຜົນສຳເລັດ ທີ່ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 5 ສາມາດຍາດມາໄດ້, ພ້ອມທັງ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ສະພາບການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ໂດຍສະເພາະ ຄວາມພະຍາຍາມຂອງລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຜົນສຳເລັດ, ຂໍ້ສະ ດວກ-ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປັດຈຸບັນ.

ຕໍ່ສະພາບການດັ່ງກ່າວ, ທ່ານ າຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະ ພັກ-ຄະນະບັນຊາ ຕະຫລອດຮອດພະນັກງານ-ນັກຮົບ ທົ່ວກອງພົນທະຫານຮາບທີ 5 ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເຊີດຊູສະຕິ ລະວັງຕົວ, ສະຕິປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກ ປັກຮັກສາລະບອບໃໝ່ ໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນ ລະຫວ່າງ ວຽກງານ ປກຊ-ປກສ ກັບການສ້າງສາພັດທະນາ ເສດຖະກິດ-ສັງຄົມ; ເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ຮອບດ້ານ ຕາມທິດ 3 ສ້າງ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດ ຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ແບບແຜນນຳພາຕ້ອງປະດິດ ສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ນອນໃນ ຂອບເຂດຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ເປັນບ່ອນອີງ; ຕັ້ງໜ້າປັບປຸງກຳລັງໃນ ທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍ ຖືເອົາຄຸນນະພາບເປັນຕົ້ນຕໍ; ສຸມທຸກເງື່ອນໄຂຄວາມສາມາດ ໃນການສ້າງເສດຖະກິດ ເພື່ອກ້າວໄປເຖິງການກຸ້ມ ຕົນເອງຢ່າງຮອບດ້ານ ໂດຍຖືເອົາວຽກງານຄຸ້ມຄອງ ແລະ ລ້ຽງດູກອງທັບ ດ້ວຍການສ້າງພະລາທິການກັບທີ່ ເປັນ ວຽກງານຕົ້ນຕໍ; ເຂົ້າຮ່ວມຢ່າງຕັ້ງໜ້າ ກໍ່ສ້າງກິດຈະການດ້ານເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ, ຊ່ວຍເຫລືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ນັບດີຂຶ້ນ; ສືບຕໍ່ປະຕິບັດແນວທາງການ ຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດ, ປັບປຸງ ແລະ ເພີ່ມທະວີການຮ່ວມມື ຮອບດ້ານ ກັບກອງທັບເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ເພື່ອຍາດ ແຍ່ງການຊ່ວຍເຫລືອ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ກ້າວ ໜ້າສູ່ຄຸນນະພາບໃໝ່.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບ ວັດຖຸ-ປັດໄຈຈໍານວນໜຶ່ງ ໃຫ້ກອງພົນທະຫານຮາບທີ 5 ເພື່ອປະກອບສ່ວນເຂົ້າ ໃນການປັບປຸງພັດທະນາກອງພົນ ໃຫ້ເຕີບໃຫຍ່ເຂັ້ມແຂງ ເປັນກ້າວໆ, ພ້ອມກັນນັ້ນ ກໍໄດ້ລົງຢ້ຽມຢາມພະນັກງານ-ນັກຮົບ ກອງພັນ 565 ແລະ ກອງພັນ 611 ທີ່ຂຶ້ນກັບ ກອງພົນທີ 5 ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານວັນສໍາຄັນຂອງຊາດ ແລະ ສະຫລຸບການເຄື່ອນໄຫວວຽກງານປະຈໍາປີ

0

ໃນວັນທີ 13 ມັງກອນ 2023 ກະຊວງການຕ່າງປະເທດ ຈັດເຜີຍແຜ່ເອກະສານ ເນື່ອງໃນໂອກາດວັນສໍາຄັນຂອງຊາດ, ສະຫລຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ສໍາລັບປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳກະຊວງ, ອະດີດພະນັກງານອາວຸໂສບໍານານ, ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ເອກະສານເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງສອງວັນດັ່ງກ່າວ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ພ້ອມກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາ ໃນການເຄື່ອນໃນໄຫວແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ ໂດຍສະເພາະແມ່ນ ມູນເຊື້ອການ ເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນ ສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາ ຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ. ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພີ່ນ ແລະ ເຈດຈຳນົງແນວທາງນັ້ນໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃນການເຝິກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

ໂອກາດດຽວກັນ, ທ່ານ ພົງສະຫວັນ ສີສຸລາດ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານບົດສະຫລຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງແຜນ ການຈຸດສຸມສຳລັບປີ 2023 ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນ ຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ການແຂ່ງຂັນທາງດ້ານການທະຫານ, ບັນຫາເສດຖະກິດ, ການເງິນ, ພະລັງງານ, ສະບຽງອາຫານ, ຜົນກະທົບທີ່ເກີດຂຶ້ນຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ ໂດຍລວມແລ້ວ ທ່າອ່ຽງໃຫຍ່ແຫ່ງຍຸກສະໄໝ ຍັງແມ່ນ ສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ຕໍ່ສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ຢູ່ໃນທ່າບຸກ ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທຳ ພາຍໃຕ້ການເອົາໃຈໃສ່ຊີ້ນໍາ-ນໍາພາ ໂດຍກົງ, ຮອບດ້ານ ຂອງການນໍາພັກ-ລັດ, ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ທັງຂອບການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອັນພົ້ນເດັ່ນແມ່ນມີການນໍາຂັ້ນສູງຫລາຍປະເທດເດີນທາງມາຢ້ຽມຢາມ ສປປ ລາວ, ພ້ອມກັນນັ້ນການນໍາຂັ້ນສູງລາວ ກໍເດີນ ທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ຕ່າງປະເທດຫລາຍຄັ້ງ; ສໍາເລັດການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022; ສໍາເລັດການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ແລະ ອື່ນໆ. ການພົວພັນສາກົນຂອງ ສປປ ລາວ ສືບຕໍ່ຂະຫຍາຍກວ້າງອອກ, ສືບຕໍ່ນໍາໃຊ້ກາລະໂອກາດ ເພື່ອຂົນຂວາຍຍາດແຍ່ງເອົາການຊ່ວຍເຫລືອ ແລະ ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຮອດປີ 2022 ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ຫລ້າສຸດແມ່ນກັບ ສາທາລະນະລັດ ບູຣູນດີ ແລະ ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາລີ ຄືນໃໝ່. ພ້ອມດຽວກັນນັ້ນ, ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ກໍໄດ້ປະກອບສ່ວນເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາ ຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງເອົາການຊ່ວຍ ເຫລືອຈາກສາກົນ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນດ້ານເສດຖະກິດ ມາສູ່ປະເທດຊາດ.

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ ໂດຍໄດ້ສະແດງຄວາມເປັນເອກະພາບຕໍ່ບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2023, ເຊິ່ງເຫັນວ່າ ໃນປີຜ່ານມາ ສປປ ລາວ ແມ່ນຕົກຢູ່ໃນໄລຍະຫຍຸ້ງຍາກພໍສົມຄວນ ເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ລວມເຖິງສະພາບການພາກພື້ນ ແລະ ສາກົນ ກໍຜັນແປຢ່າງສັບສົນ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ພໍສົມຄວນ, ແຕ່ດ້ວຍຄວາມຕັດສິນໃຈ, ຄວາມເສຍສະຫລະ, ບຸກບືນ, ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະນໍາກະ ຊວງ ລວມເຖິງບັນດາພະນັກງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະເທດ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງສາມາດເສີມສ້າງຖານະບົດບາດຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ໃຫ້ເປັນທີ່ຮູ້ຈັກ ແລະ ສູງເດັ່ນຂຶ້ນຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເພີ່ມທະວີວຽກງານການເມືອງ-ແນວຄິດ; ຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ລວມທັງການເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການທູດຮັບໃຊ້ເສດຖະກິດ ໄລຍະປີ 2021-2025; ສືບຕໍ່ກະກຽມໃຫ້ແກ່ການເດີນທາງຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດ ຂອງການນໍາພັກ-ລັດ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ; ກະກຽມເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ໃນປີ 2023 ເປັນຕົ້ນ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA JCC) ຄັ້ງທີ 13, ກອງປະຊຸມສຸດຍອດ ແມ່ນໍ້າຂອງ ຄັ້ງທີ 4, ກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 10, ລວມເຖິງການກຽມຄວາມພ້ອມດ້ານຕ່າງໆ ເພື່ອເປັນປະທານອາຊຽນໃນປີ 2024 ແລະ ອື່ນໆ; ເພີ່ມທະວີຄວາມເອົາໃຈໃສ່ໃນການຂຶ້ນແຜນງົບປະມານເຄື່ອນໄຫວວຽກງານໃຫ້ມີບູລິມະສິດ, ນໍາໃຊ້ຖືກຕ້ອງຕາມຈຸດປະສົງ, ມີຄວາມສອດຄ່ອງ ແລະ ເໝາະສົມຕາມທິດປະຢັດມັດທະ ຍັດ; ເອົາໃຈໃສ່ການປະຕິບັດໜ້າທີ່ວຽກງານຢ່າງເປັນເຈົ້າການ ເພີ່ມຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ ລວມທັງການຊຸກຍູ້ການແນະນໍາ ແລະ ສອນວຽກກັບທີ່ໃຫ້ແກ່ພະນັກງານ ເພື່ອສາມາດເຄື່ອນໄຫວວຽກງານໄດ້ຖືກຕ້ອງ, ທັນຕາມສະພາບການ ແລະ ມີຄວາມຮັບປະກັນ; ສົ່ງເສີມວຽກນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ ແລະ ອື່ນໆ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງກົມການ ເມືອງສູນກາງພັກ, ລັດຖະບານ ແລະ ການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຕ່າງໆ, ສົມທົບກັບຄວາມສາມັກຄີ, ຄວາມຈູບຈ້າວຫ້າວຫັນ ຂອງພະນັກງານ-ລັດຖະກອນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະນໍາກະຊວງ, ໃນປີ 2023 ນີ້ ກະຊວງການຕ່າງປະເທດ ຈະສາມາດຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ພາບ: ເກດສະໜາ

ລັດຖະບານ ສ ເກົາຫລີ ສືບຕໍ່ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ສປປ ລາວ

0

ໃນວັນທີ 13 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ສາທາລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານ (ເຂົ້າຈ້າວ) ຈຳນວນ 1.314 ໂຕນ, ມູນຄ່າປະມານ 1.26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ໃນກອບໂຄງການຊ່ວຍເຫລືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ຜູ້ດ້ອຍໂອກາດ ຢູ່ ສປປ ລາວ. ຕາງໜ້າມອບເຂົ້າສານຄັ້ງນີ້ໂດຍ ທ່ານ ຢຸງ ຊູຈຸງ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳ ສປປ ລາວ ແລະ ຕາງ ໜ້າກ່າວຮັບໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານ ຢຸງ ຊູຈຸງ ໄດ້ກ່າວວ່າ: ສ ເກົາຫລີ ໄດ້ສືບຕໍ່ສະໜັບສະໜູນເຂົ້າສານ ເພື່ອແຈກຢາຍໃຫ້ປະຊາຊົນທີ່ດ້ອຍໂອກາດ ແລະ ຮັບຜົນກະທົບໜັກຈາກໄພພິບັດດັ່ງກ່າວ, ເຊິ່ງການຊ່ວຍເຫລືອຄັ້ງນີ້ແມ່ນເປັນປີທີສອງ ຕິດຕໍ່ກັນ ເພື່ອນຳໄປຊ່ວຍເຫລືອແກ່ປະຊາຊົນຫລາຍກວ່າ 100.000 ຄົນ ໃນຂອບເຂດທົ່ວປະເທດລາວ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງເດືອນກໍລະກົດ-ຕຸລາ 2022 ໄດ້ເກີດເຫດການໄພພິບັດນໍ້າຖ້ວມ-ນໍ້າໄຫລຊຸ ຂຶ້ນຢູ່ 13 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນ ຫລວງວຽງຈັນ ຊຶ່ງເຮັດໃຫ້ພື້ນຖານໂຄງການການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນ 70.523 ຄອບຄົວ, 322.954 ຄົນ, ຍິງ 163.383 ຄົນ ໄດ້ຮັບຜົນກະທົບ, ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 552 ກວ່າຕື້ກີບ. ຕໍ່ກັບໄພພິບັດທີ່ກ່າວມານີ້ ລັດຖະບານ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນແກ່ຜູ້ປະສົບໄພພິບັດ, ໄດ້ອະນຸມັດງົບປະມານຈຳນວນຫລາຍຕອບໂຕ້ເຫດການສຸເສີນ ແລະ ຟື້ນຟູຫລັງໄພພິບັດ ຄ່ຽງຄູ່ກັບການສະໜັບສະໜູນ ແລະ ຊ່ວຍເຫລືອຂອງບັນດາປະເທດເພື່ອມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະ ແມ່ນລັດຖະບານ ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອເຂົ້າກິນແກ່ລັດຖະບານ ສປປ ລາວ ກໍຄື ກະຊວງ ຮສສ ຕະຫລອດມາ.

ໂອກາດດຽວກັນນີ້, ທ່ານລັດຖະມົນຕີກະຊວງ ຮສສ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ ສ ເກົາຫລີ ແລະ ອົງການອາຫານໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັນໃນການຈັດປະຕິບັດຕັ້ງວຽກງານດັ່ງກ່າວ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັບອົງການອາຫານໂລກ ນໍາໃຊ້ເຂົ້າທັງໝົດນີ້ ໃຫ້ເກີດປະໂຫຍດສູງສຸດຕໍ່ກັບປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຂອບເຂດທົ່ວປະ ເທດ.

ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ພວກເຮົາຕີລາຄາສູງຕໍ່ການຂະຫຍາຍການພົວພັນຮ່ວມມືກັບ ສ ເກົາຫລີ ເຊິ່ງກາຍເປັນໜຶ່ງໃນບັນດາຜູ້ໃຫ້ທຶນທີ່ສຳຄັນທີ່ສຸດຂອງພວກເຮົາ. ເຂົ້າສານຈາກ ສ ເກົາຫລີ ຊ່ວຍເຮັດໃຫ້ອົງການອາຫານໂລກ ສາມາດສະໜອງສະບຽງອາຫານສຸກເສີນ ເພື່ອຊ່ວຍເຫລືອປະຊາຊົນ 10 ພັນກວ່າຄົນຢູ່ແຂວງໄຊຍະບູລີ ໃນການຟື້ນຟູຈາກຜົນກະທົບຈາກພາຍຸເຂດຮ້ອນໂກກູມາ ໃນປີ 2021 ຜ່ານມາ ແລະ ຍັງໄດ້ເພີ່ມການຊ່ວຍເຫລືອໃຫ້ແກ່ເດັກນັກຮຽນຫລາຍກວ່າ 84.000 ຄົນ, ເຊິ່ງເປັນການເສີມສ້າງໂຄງການອາຫານໃນໂຮງຮຽນຂອງລັດຖະບານ ສປປ ລາວ.

ສໍາເລັດກອງປະຊຸມວຽກງານ​ທໍ​ລະ​ນີ​ສາ​ດ-ບໍ່ແຮ່ ທົ່ວປະເທດ

0

ກອງປະຊຸມເປີດກວ້າງ ສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈຳປີ2022 ແລະ ປຶກສາຫາລືທິດທາງແຜນການເພື່ອພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ສໍາລັບປີ 2023 ໄດ້ປິດລົງ​ໃນ​ວັນ​ທີ 12 ມັງ​ກອນ 2023 ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ-ບໍ່ແຮ່ (ພບ), ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພບ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ທອງພັດ ອິນທະວົງ ກ່າວວ່າ: ກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານ ແລະ ຕີລາຄາຜົນຂອງການຄຸ້ມຄອງໂຄງການລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່ ໃນ 1 ປີ (ປີ 2022) ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035, ວຽກງານການຄຸ້ມຄອງເນື້ອທີ່ ແລະ ການຫັນປ່ຽນປະເພດທີ່ດິນຂອງໂຄງການພັດທະນາບໍ່ແຮ່, ຂັັ້ນຕອນການອອກໃບຢັັ້ງຢືນ, ການຕິດຕາມຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມ (ໂຄງການບໍ່ແຮ່ ແບບປົກກະຕິ ແລະ ໂຄງການທົດລອງ), ທົບທວນການຈັດຕັັ້ງປະຕິບັດບົດບັນທຶກການແບ່ງຄວາມຮັບຜິດຊອບ ກ່ຽວກັບການເກັບລາຍຮັບ ຂອງໂຄງການບໍ່ແຮ່ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ, ການຄຸ້ມຄອງເຂດ ແລະ ການປະສານງານ ຂອງກະຊວງປ້ອງກັນປະເທດ, ການຄຸ້ມຄອງການຂົນສົໍ່ງ (ເຄື່ອນຍ້າຍ) ແຮ່ທາດຕາມເສັ້ນທາງຫຼວງ ແລະ ທາງລົດໄຟລາວ-ຈີນ, ການອອກອະນຸຍາດກໍ່ສ້າງ ແລະ ດໍາເນີນໂຮງງານອຸດສາຫະກໍາຫຼອມໂລຫະ ແລະ ການຄຸ້ມຄອງ ຕິດຕາມການນໍາໃຊ້ສານເຄມີ ໃນຂະແໜງອຸດສາຫະກໍາບໍ່ແຮ່, ການຮ່ວມມື ລະຫວ່າງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ກັບ ບັນດາບໍລິສັດຕ່າງໆ ແລະ ການກໍ່ສ້າງໂຮງງານປຸງແຕ່ງແຮ່ເຫຼັກ ຂອງລັດວິສາຫະກິດ ພັດທະນາແຮ່ທາດລາວ, ລາຍງານ ກ່ຽວກັບສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດທໍລະນີສາດ ແລະ ບໍ່ແຮ່ ໂດຍສະເພາະກ່ຽວກັບການລັກລອບຂຸດຄົ້ນແຮ່ທອງ (ຫີນຂຽວ) ຂອງ ບໍລິສັດ ລ້ານຊ້າງ ມິເນີໂຣນ, ການລັກລອບຂຸດຄົ້ນແຮ່ຄໍາ ແບບຊະຊາຍໃນຂອບເຂດທົ່ວປະເທດ ແລະ ອື່ນໆ.

ການລາຍງານສະພາບຈຸດພິເສດ ຂອງການຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່ ຂອງແຕ່ລະແຂວງ ແລະ ຮັບຟັງການລາຍງານສະພາບພົ້ນເດັ່ນການດໍາເນີນທຸລະກິດຂອງບັນດາຜູ້ລົງທຶນຈໍານວນໜຶ່ງ. ບັນຫາທີ່ກຽ່ວຂ້ອງກັບພາກລັດ: ລະບົບກົນໄກການຄຸຸ້ມຄອງ ບາງດ້ານຍັງບໍ່ມີຄວາມຈະແຈ້ງ, ການຄັດເລືອກຜູ້ລົງທຶນ ຍັງບໍ່ເປັນໄປຕາມມາດຕະຖານກໍານົດ, ການອອກອະນຸຍາດຂອງທ້ອງຖິ່ນຈໍານວນໜຶ່ງ ທີ່ບໍ່ສອດຄ່ອງກັບກົດໝາຍ, ການປະສານງານ ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງຂອງລັດ ຂັັ້ນສູນກາງກັບສູນກາງ, ຂັັ້ນສູນກາງກັບທ້ອງຖິ່ນ ແລະ ຂັັ້ນທ້ອງຖິ່ນກັບທ້ອງຖິ່ນບໍ່ໄດ້ດີເທົ່າທີ່ຄວນ, ການກໍານົດຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ທັງຂັັ້ນສູນກາງ ແລະ ທ້ອງຖິ່ນ ບາງດ້ານຍັງມີການທັບຊ້ອນກັນ ແລະ ບາງດ້ານຍັງເປັນຊ່ອງຫວ່າງ, ເມື່ອເກີດບັນຫາບໍ່ມີພາກສ່ວນໃດຮັບຜິດຊອບ ແລະ ບັນ​ຫາ​ອື່ນໆ.

ຂ່າວ-ພາບ: ນາງ​ແສງ​ຈັນ

ກອງປະຊຸມສຸດຍອດທາງໄກ ກ່ຽວກັບທັດສະນະ ຫຼັກໝັ້ນຂອງບັນດາປະເທດພວມພັດທະນາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 12 ມັງກອນ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວັນຟຸກ ປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແບບທາງໄກ, ກ່ຽວກັບ “ທັດສະນະ, ຫຼັກໝັ້ນຂອງບັນດາປະເທດພວມພັດທະນາ” ທີ່ພວມດຳເນີນຢູ່ອິນເດຍ.

ຂ່າວລະບຸວ່າ: ທ່ານ ຫງວຽນຊວັນຟຸກ ກ່າວຄຳເຫັນໃນພິທີເປີດ ເນັ້ນໜັກວ່າ: ໃນສະພາບເກີດວິກິດການ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ການຫັນປ່ຽນໃນຫຼາຍຂົງເຂດ, ພວກເຮົາຍິ່ງຕ້ອງຮ່ວມແຮງຮ່ວມໃຈປັບປຸງ, ເພີ່ມທະວີບັນດາປັດໄຈພື້ນຖານຂອງທົ່ວໂລກກ່ຽວກັບສັນຕິພາບ ແລະ ການພັດທະນາຢ່າງຍືນຍົງ. ຕ້ອງສາມັກຄີ, ການຮ່ວມມືສາກົນ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ພັດທະນາ. ຊຸກຍູ້ດ້ານການຄ້າ ແລະ ການລົງທຶນສາກົນ ແມ່ນກຳລັງໜູນເສດຖະກິດເຕີບໂຕແບບຍືນຍົງ, ກວມລວມ ດ້ວຍການຖືປະຊາຊົນເປັນໃຈກາງ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານ ຫງວຽນຊວັນຟຸກ ຍັງເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍສະໜັບສະໜູນຂອບເຂດການຮ່ວມມືໃນພາກພື້ນ ແລະ ຫຼາຍຝ່າຍ ບົນພື້ນຖານຂອງຂໍ້ກຳນົດກົດໝາຍ, ປະກອບສ່ວນສ້າງສັນຕິພາບ, ການຮ່ວມມື ແລະ ພັດທະນາ. ຫວຽດນາມ ພວມພະຍາຍາມປະກອບສ່ວນເຂົ້າໃນທັດສະນະ, ຫຼັກໝັ້ນຂອງບັນດາປະເທດພວມພັດທະນາ, ເພື່ອໂລກແຫ່ງຍຸຕິທຳ, ເປີດກວ້າງ, ວັດທະນາຖາວອນ ແລະ ສະຫງົບສຸກ.

ຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນຄວາມສ່ຽງອັນໃຫຍ່ຫຼວງໃນທົ່ວໂລກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວິກິດການຄ່າໃຊ້ຈ່າຍໃນການດຳລົງຊີວິດ ແມ່ນຄວາມສ່ຽງໃຫຍ່ທີ່ສຸດທົ່ວໂລກ ໃນ 2 ປີຈະມາເຖິງ. ຕາມຜົນການຄົ້ນຄວ້າໂດຍເວທີປາໄສເສດຖະກິດໂລກ (WEF) ໄດ້ປະກາດໃນວັນທີ 11 ມັງກອນ ຜ່ານມາ ໃຫ້ຮູ້ວ່າ: ວິກິດການຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນຄວາມສ່ຽງໄລຍະສັ້ນໃຫຍ່ຫຼວງທີ່ສຸດແຕ່ນີ້ຮອດປີ 2025, ຈາກນັ້ນແມ່ນໄພພິບັດທຳມະຊາດ, ບັນດາສະພາບອາກາດທີ່ຮ້າຍແຮງ ແລະ ການປະທະກັນດ້ານເສດຖະກິດ – ການເມືອງ.

ຂ່າວລະບຸວ່າ: ທ່ານ ຊາເດຍ ຊາຮິດິ ຜູ້ອຳນວຍການ WEF ໄດ້ໃຫ້ຂໍ້ສັງເກດວ່າ: ລາຄາພະລັງງານ, ສະບຽງອາຫານ, ໜີ້ສາທາລະນະ ແລະ ໄພພິບັດທຳມະຊາດ ແມ່ນບັນດາປັດໄຈເຫັນໄດ້ງ່າຍສຸດໃນກຸ່ມຄວາມສ່ຽງໄລຍະສັ້ນ. ນີ້ແມ່ນບັນດາປັດໄຈທີ່ສ້າງຜົນກະທົບໄດ້ງ່າຍ ແລະ ໃນສະພາບເກີດວິກິດການຫຼາຍຊັ້ນຫຼາຍຫຼືບ, ຈະສ້າງຜົນກະທົບໄດ້ງ່າຍ ແລະ ໄວທີ່ສຸດ ບໍ່ວ່າຈະແມ່ນປະເທດຮັ່ງມີ ຫຼື ທຸກຍາກ.