Monday, October 13, 2025
Home Blog Page 820

ປຶກ​ສາ​ຫາ​ລື ກ່ຽວ​ກັບການດໍາເນີນທຸລະກິດຂອງ ລັດວິສາຫະກົດໄຟຟ້າລາວ

0

ກອງປະຊຸມກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກົດໄຟຟ້າລາວໄດ້ຈັດຂຶ້ນເມື່ອວັນທີ 16 ມັງກອນນີ້ ທີ່ລັັດວິສາຫະກິດ ໄຟຟ້າລາວ ໂດຍ ການເປັນປະທານຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະປະຕິຮູບ ລັດວິສາຫະກິດ ໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອພ້ອມກັນປຶກ​ສາ​ຫາ​ລື​ສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ຊຶ່ງເປັນວິສາຫະກິດຍຸດທະສາດຂອງປະເທດ, ດັ່ງທີ່ພວກເຮົາຮັບຮູ້ນໍາກັນວ່າ ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນເຖິງປັດຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ ຊຶ່ງມີໜ້າທີ່ຍຸດທະສາດທີ່ພັກ-ລັດ ມອບໝາຍໃຫ້ ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທໍາ, ໂດຍສະເພາະແມ່ນຮັບປະກັນ ການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້ (ຊຶ່ງມາຮອດປັດຈຸບັນປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດທົ່ວປະເທດ), ດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າ ໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.

ທ່ານກ່າວຕື່ມວ່າ: ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງ ລັດວິສາຫະກິດໄຟຟ້າລາວ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ (ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດ), ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ ຊຶ່ງບັນດາທຶນຮອນເຫຼົ່ານັ້ນ ສ່ວນໜຶ່ງແມ່ນໄດ້ມາຈາກງົບປະມານຂອງລັດຖະບານ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ, ແຕ່ສ່ວນໃຫຍ່ແມ່ນມາຈາກການກູ້ຢືມນໍາສະຖາບັນການເງິນຕ່າງໆ ທັງພາຍໃນ ແລະ ຕ່າງແະເທດ.

ຄຽງຄູ່ກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ໄຟຟ້າລາວ ແມ່ນມີພັນທະທີ່ຕ້ອງແບກຫາບໜີ້ສິນ ທັງຕົ້ນທຶນ ແລະ ດອກເບັ້ຍ ທີ່ກູ້ຢືມຈາກສະຖາບັນການເງິນຕ່າງໆ ຊຶ່ງມາຮອດ ປັດຈຸບັນ ເວົ້າໄດ້ວ່າເປັນໄລຍະທີ່ ໄຟຟ້າລາວ ຕ້ອງການທຶນຮອນຫຼາຍທີ່ສຸດ ເພື່ອມາແກ້ໄຂໜີ້ສິນ ທີ່ຮອດກໍານົດຕ້ອງຊໍາລະຄືນ ຫຼື ເວົ້າໄດ້ວ່າເປັນໄລຍະທີ່ຫຍຸ້ງຍາກທີ່ສຸດ ຂອງໄຟຟ້າລາວ ບວກກັບ ສະພາບການຜັນຜວນຂອງເສດຖະກິດ ກໍຄື ວິກິດດ້ານພະລັງງານ ທີ່ບັນດາປະເທດພາກພື້ນ ແລະ ສາກົນ ກໍາລັງປະເຊີນ; ແຕ່ເຖິງແນວໃດກໍຕາມ ຂໍໃຫ້ເຊື່ອໝັ້ນວ່າ ພາຍຫຼັງທີ່ພວກເຮົາ ສາມາດຜ່ານພົ້ນຈຸດວິກິດນີ້ໄປໄດ້ ໃນອະນາຄົດອີກບໍ່ດົນ ສິ່ງທີ່ພວກເຮົາໄດ້ທຸ່ມເທ ແລະ ອຸທິດໄປ ແມ່ນຈະສາມາດສ້າງພື້ນຖານ ແລະ ສ້າງຄວາມສະດວກສະບາຍ ໃຫ້ຮຸ່ນລູກຫຼານ ໃນຍຸກຕໍ່ໄປໄດ້ ຢ່າງແນ່ນອນ. ສະນັ້ນ, ຈຸດປະສົງຫຼັກຂອງກອງປະຊຸມ​ຄັ້ງ​ນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ຕໍ່ສະພາບການດໍາເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ, ພ້ອມທັງ ຊ່ວຍກັນປະກອບຄໍາຄິດຄໍາເຫັນ ກ່ຽວກັບຫຼັກການ ແລະ ວິທີທາງແກ້ໄຂບັນຫາ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ ພົວພັນເຖິງຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ.

ທ່ານ ຈັນທະບູນ ສຸກອາລຸນ ໄດ້ນຳສະເໜີກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ, ຈາກ​ນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງສ້າງສັນ ຕໍ່ທິດທາງການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໃຫ້ມີການດໍາເນີນທຸລະກິດດ້ວຍບາດກ້າວໃໝ່ທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ກໍຄື ຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

(ຂ່າວ-ພາບ: ສຳນານ)

ສະພາບອາກາດ ປະຈໍາວັນທີ 17 ມັງກອນ 2023

0

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ມີກໍາລັງແຮງເພີ່ມ ຂຶ້ນຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງປານກາງ ຫາແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫລຸດລົງ 1 ຫາ 2 ອົງສາ ໃນແຕ່ລະພາກ, ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ນັກຮຽນທຸກຍາກ 100 ຄົນໄດ້ຮັບທຶນການສຶກສາຈາກມູນນິທິຮ່ວມໃຈ ສ.ເກົາຫລີ

0

ນັກຮຽນທຸກຍາກ 100 ຄົນ ໄດ້ຮັບທຶນການສຶກສາຈາກມູນນິທິຮ່ວມໃຈ ສ.ເກົາຫລີ ມອບທຶນສົມທົນໃຫ້ນັກຮຽນເກັ່ງ 30 ທຶນ ແລະ ຄູດີເດັ່ນຈຳນວນ 2 ທຶນລວມ 89 ລ້ານກວ່າກີບ.

ຕອນເຊົ້າວັນທີ 16 ມັງກອນ ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີພິທີມອບທຶນໃຫ້ແກ່ນັກຮຽນທຸກຍາກ 100 ຄົນໄດ້ຮັບທຶນການສຶກສາຈາກມູນນິທິຮ່ວມໃຈ ສ.ເກົາຫລີ, ມອບທຶນສົມທົນໃຫ້ນັກຮຽນເກັ່ງ30ທຶນ ແລະ ຄູດີເດັ່ນຈຳນວນ 2 ທຶນ, ໂດຍການເຂົ້າຮ່ວມຂອງທ່ານ ສິງຄຳ ມະນີວັນ ຮອງເຈົ້າເມືອງແກ້ວອຸດົມ, ມີທ່ານ ປາກກັນຊັນ ປະທານມູນນິທິຮ່ວມໃຈ ສ.ເກົາຫລີ ແລະ ທ່ານ ເສົາອຸທອນ ສີຫາປັນຍາ ຫົວໜ້າຫ້ອງສຶກສາ ແລະ ກິລາເມືອງແກ້ວອຸດົມ ແຂວງວຽງຈັນ ລວມມູນຄ່າ 89 ລ້ານກວ່າກີບ ພ້ອມທັງມອບອຸປະການສຶກສາຮຽນໃຫ້ແກ່ນັກຮຽນເກັ່ງຕື່ມອີກ.

ສຳລັບຄູສອນດີເດັ່ນໃນປີນີ້ໄດ້ແກ່ຄູແວວຕາ ອຸດົມສຸກ ຈາກໂຮງຮຽນປະຖົມສົມບູນຂ້າມຊ້າງສອນວິຊາຄະນິດສາດ ແລະ ຄູ ພຸດທະລອນ ສີຫາປັນຍາ ຈາກໂຮງຮຽນ ມຕ ແສງສະຫວ່າງ ສອນວິຊາພາສາອັງກິດ.
ຂ່າວ-ພາບຈັນສະໝອນ ວົງສົດ

Maum Dongheang Foundation

ວິທະຍາຄານນາຍທະຫານບົກ ກົມມະດຳ ປິດຊຸດຮຽນໃຫ້ພະນັກງານນຳພາ-ບັນຊາ

0

ວັນທີ 12 ມັງກອນ 2023 ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ຈັດພິທີປິດຊຸດຮຽນໃຫ້ພະນັກງານນຳພາ-ບັນຊາລະບົບ 6 ເດືອນ ຊຸດທີ VIII ສົກປີ 2022-2023 ເປັນປະທານຂອງທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ມີທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາຄານ ກົມມະດຳ ພ້ອມຄະນະກົມອ້ອມຂ້າງກະຊວງປ້ອງກັນປະເທດ ວິທະຍາຄານ ຄະນະຫ້ອງ ກອງພັນ ພະແນກການ ຄະນະວິຊາຄູ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານນາຍທະຫານບົກກົມມະດຳ ໄດ້ຜ່ານບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດການຮຽນ-ການສອນຜ່ານມາ ເຊິ່ງໄດ້ສະແດງອອກໃນຜົນງານໃນຫຼາຍດ້ານ ເປັນຕົ້ນ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດ ຕໍ່ໂຄງການຫຼັກສູດການຮຽນ-ການສອນ ແລະ ບັນດາຄະນະວິຊາຄູ ຄູ-ອາຈານກໍໄດ້ປະຕິບັດຕາມແຜນການສິດສອນ ແລະ ມີໂຄງຮ່າງບົດສອນ ຕຳລາສິດສອນຄົບຖ້ວນ ແລະ ບັນດາພະນັກງານນຳພາ-ບັນຊາທຸກສະຫາຍ ກໍໄດ້ຕັ້ງໜ້າສຸມໃສ່ການຄົ້ນຄ້ວາຮ່ຳຮຽນນຳບັນດາຄູອາຈານ ໝູ່ເພື່ອນ ພ້ອມທັງປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄືຂໍ້ກຳນົດຂອງວິທະຍາຄານວາງອອກຢ່າງເຂັ້ມງວດ.

ສຳລັບພະນັກງານນຳພາ-ບັນຊາ ລະບົບ 6 ເດືອນ ແມ່ນມີຈຳນວນທັງໝົດ 60 ສະຫາຍ ໃນນີ້ ແບ່ງອອກເປັນ 2 ສາຍຄື: ສາຍນຳພາ ແລະ ສາຍບັນຊາ ທີ່ມາຈາກກຳລັງຫຼວງ ກຳລັງທ້ອງຖິ່ນ ຜ່ານການຕີລາຄາຜົນໄດ້ຮັບຈາກການຫັດແອບ ຮ່ຳຮຽນ ແລະ ຈັດຕັ້ງສອບເສັງ ສະເລ່ຍຜົນໄດ້ຮັບຄື: ຄະແນນ ລະດັບ B+ມີ 2 ສະຫາຍ ຄະແນນລະດັບ B ມີ 9 ສະຫາຍ ແລະ ຄະແນນລະດັບ C+ ມີ 49 ສະຫາຍ.

ຕອນທ້າຍ ທ່ານ ພົນຕີ ພັນແສງ ບຸນພັນ ໄດ້ໃຫ້ກຽດຂື້ນໂອ້ລົມ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ໄດ້ມາ ແລະ ທ່ານກໍໄດ້ຮຽກຮ້ອງເຖິງຄະນະພັກ ຄະນະອຳນວຍການ ຈົ່ງຖືເອົາວຽກງານການສຶກສາອົບ ການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ ແລະ ໄດ້ເນັ້ນໜັກເຖິງບັນດານັກຮຽນ-ນັກສຶກສາທຸກສະຫາຍ ຈົ່ງພ້ອມກັນນຳເອົາບັນດາຄວາມຮູ້ ຄວາມສາມາດທີ່ໄດ້ສຶກສາຮ່ຳຮຽນມາ ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະຢູ່ບັນດາກົມກອງໃຫ້ມີຄວາມເຂັ້ມແຂງເຕີບໃຫຍ່ ເຮັດໃຫ້ກຳລັງປະກອບອາວຸດໃນຖັນແຖວກອງທັບ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝຂື້ນໄປເລື້ອຍໆ.

ຂ່າວ-ພາບ ຂັນທະລີ ທຳມະວົງ

ຄລັອບ ຍອມຮັບ “ລີເວີພູລ” ກໍາລັງຢູ່ໃນຈຸດຕໍ່າສຸດ ຫຼັງເສຍ ໄບຣຕັນ ແບບສູ້ບໍ່ໄດ້

0

ເຢີເກນ ຄລັອບ ຜູ້ຈັດການໜຶ່ງດຽວຂອງ ລີເວີພູລ ຍົກມືສາລະພາບວ່າ ລູກທີມຫຼິ້ນແບບບໍ່ມີລະບົບ ຈົນອາດກາຍເປັນຮູບແບບທີ່ບໍ່ດີທີ່ສຸດນັບຕັ້ງແຕ່ໄດ້ເຂົ້າມາຄຸມທີມ.

ລີເວີພູລ ຟອມສຸດຕົກຕໍ່າ ບຸກໄປຖືກ ບຣິສຕັນ ຖະຫຼົ່ມ 3-0 ແບບສູ້ບໍ່ໄດ້ຕັ້ງແຕ່ຕົ້ນຈົນຈົບ ເຮັດໃຫ້ກອງເຊຍບານເອົາຕີນກ່າຍໜ້າຜາກດ້ວຍຄວາມອັບອາຍເປັນຢ່າງຍິ່ງ.

ເຢີເກນ ຄລັອບ ກ່າວວ່າ: “ ໜ້າຜິດຫວັງຫຼາຍ ຍິນດີກັບ ໄບຣຕັນ ພວກເຂົາຫຼິ້ນໄດ້ຢ່າງສຸດຍອດ ກັບ ຄູ່ແຂ່ງທີ່ສຸດຕົກຕໍ່າ “.

” ເຮົາເຮັດໄດ້ບໍ່ດີເລີຍໃນມື້ນີ້, ຂ້ອຍຈື່ໄລຍະດີໆ ຫຼືອັນໃດແບບນັ້ນບໍ່ໄດ້ຈັກຢ່າງເລີຍຊໍ້າ “

“ເຮົາພະຍາຍາມຊ່ວຍນັກເຕະໜຸ່ມໆດ້ວຍແຜນການຫຼິ້ນທີ່ແຕກຕ່າງອອກໄປ ແຕ່ມັນບໍ່ໄດ້ຜົນເລີຍຈັກໜ້ອຍ ມັນເປັນຄວາມຮັບຜິດຊອບຂອງຂ້ອຍ ຂ້ອຍຮູ້ດີ ພະຍາຍາມປ່ຽນແປງອີກຄັ້ງໃນເຄິ່ງເວລາທີ່ສອງແຕ່ມັນກໍຜິດພາດໄປທັງໝົດ.”

“ ມີໄລຍະເວລາທີ່ ໄບຣຕັນ ຫຼິ້ນງ່າຍທີ່ສຸດ ຊີ້ໃຫ້ເຫັນວ່າລະບົບໄດ້ຫາຍໄປໝົດ ມັນສຸດງ່າຍອີຫຼີ ມັນງ່າຍເກີນໄປ ແລະ ເຈົ້າກໍກັບມາໃນເກມນີ້ບໍ່ໄດ້.

“ ດ້ວຍການຈັດລະບົບ (ແກ້ໄຂແນວໃດ?) ເຮັດໃຫ້ດີຂຶ້ນ ໜ້າຈະເປັນວຽກທີ່ງ່າຍ ເພາະວ່ານີ້ຄືຈຸດຕໍ່າຫຼາຍໆແລ້ວ ຂ້ອຍຈື່ຈໍາບໍ່ໄດ້ວ່າມີເກມໃດທີ່ຂີ້ຮ້າຍກວ່າ. “

“ ໃຫ້ພັດທະນາຂຶ້ນ ມັນກໍຄົງຈະບໍ່ຍາກເກີນໄປ ເກມນີ້ ເຮົາບໍ່ໄດ້ອັນໃດໄປເລີຍ ນອກເໜືອຈາກເລື່ອງທີ່ພວກເຮົາຕ້ອງມາເຮັດວຽກຮ່ວມກັນ.”

ແມນເຊັສເຕີ ຢູໄນເຕັດ ເຝົ້າຖິ່ນຍິງແຊງຊະນະ ແມນເຊັສເຕີ ຊິຕີ 2-1 ຫຍັບຂຶ້ນເປັນທີ 3

0

ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ນັດທີ 18 ຄູ່ຍິ່ງໃຫຍ່ປະຈໍາອາທິດ ແມນເຊັສເຕີ ຢູໄນເຕັດ ທີມອັນດັບ 4 ເປີດສະໜາມໂອລ ເທຣຟຟອດ ຮັບການມາຢາມຂອງ ແມນເຊັສເຕີ ຊິຕີ ຮອງອັນດັບ 1 ຂອງຕາຕະລາງ.

ມື້ນີ້ ເຈົ້າຖິ່ນໃຊ້ແຜນ 4-2-3-1 ອັນໂຕນີ ມາຊິຢາວ ຄໍ້າໜ້າເປົ້າ ບຣູໂນ ເຟີນານເດສ, ຄຣິສຕຽນ ເອຣິກເຊນ ແລະ ມາຄັສ ແຣຊຟອດ ຖ້າສະໜັບສະໜູນ ດ້ານທີມຢາມ ມາໃນລະບົບ 4-3-3, ເຄວິນ ເດີ ບຣອຍ ບົັນຊາການແດນກາງ ຟິວ ໂຟເດນ, ຣິຢາດ ມາເຣຊ ແລະ ເອີລິ່ງ ຮາລັນ ເປັນ 3 ປະສານລ່າຕາຂ່າຍ.

ຜົນການແຂ່ງຂັນ ປາກົດວ່າ ແມນເຊສເຕີ ຢູໄນເຕັດ ເປັນຝ່າຍພິກຍິງແຊງເອົາຊະນະໄປ 2-1 ຈາກ ບຣູໂນ ເຟີນານເດສ ໃນນາທີ 78 ແລະ ມາກຄັສ ແຣຊຟອດ ນາທີ 82, ສ່ວນທີມ ແມນເຊສເຕີ ຊີຕີ ໄດ້ປະຕູຂຶ້ນນຳກ່ອນຈາກຕົວສໍາຮອງ ແຈ໊ກ ກຣີລິຊ ໃນນາທີ 60.

ຈາກໄຊຊະນະນັດນີ້ ເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ມີເພີ່ມເປັນ 38 ຄະແນນ, ໄລ່ຕາມຫຼັງທີມອັນດັບ 1 ຂອງຕາຕະລາງ ອາເຊນອລ 6 ຄະແນນ ແຕ່ແຂ່ງຫຼາຍກວ່າຢູ່ 1 ນັດ ດ້ານ ແມນເຊັສເຕີ ຊິຕີ ມີ 39 ຄະແນນເທົ່າເດີມ.

ມູຣິນໂຢ່ ອາດແຍກທາງໂຣມ່າ ຫຼັງຈົບລະດູການ

0

ໂຈ້ໍ່ ມູຣິນໂຢ່ ມີທ່າອ່ຽງແຍກທາງ ໂຣມ່າ ຫຼັງຈົບລະດູການນີ້ ອີງຕາມການລາຍງານຈາກ Sky Sport Italia. ສື່ດັງອີຕາລີ ລາຍງານຂ່າວອອກມາກ່ອນໜ້ານີ້ວ່າ ມີໂອກາດທີ່ຄູຝຶກຊາວປອກຕຸຍການຈະແຍກທາງ ໂຣມ່າ ເມືອງໂຣມ ໄລຍະຈົບລະດູການ ໂດຍສາເຫດສໍາຄັນ ມາຈາກຄວາມບໍ່ພໍໃຈໃນການເຮັດວຽກຂອງຝ່າຍບໍລິຫານ.

Sky Sport ເປີດເຜີຍວ່າ ຜູ້ຈັດການອາຍຸ 59 ປີ ບໍ່ພໍໃຈກັບຫຼາຍໆເລື່ອງໃນທີມ ໂດຍທີ່ອາລົມຂອງ ມູຣິນໂຢ່ ຄ່ອຍໆປ່ຽນຈາກຄວາມກະຫາຍມາເປັນຄວາມກັງວົນ ແລະ ຫຼ້າສຸດຄືບໍ່ມີຄວາມສຸກໃນການເຮັດວຽກ. ປັດໄຈສໍາຄັນຄືກໍລະນີຂອງຄະນະບໍລິຫານທີ່ບໍ່ມີຄວາມທະເຍີທະຍານຢ່າງທີ່ຄວນຈະເປັນ ແລະ ມີຫຼາຍເລື່ອງທີ່ສະໂມສອນບໍ່ປະຕິບັດຕາມສັນຍາເໝືອນຕອນທີ່ເຈລະຈາກັບ ມູຣິນໂຢ່ ມາເຮັດວຽກ.

ໂດຍລາຍງານລົງລາຍລະອຽດວ່າ ສັນຍາ 3 ປີຂອງ ມູຣິນໂຢ ຈະເລີ່ມຈາກການສ້າງຖານກໍາລັງໃຈໃນທີມໃນປີທຳອິດ ສ່ວນປີທີ 2 ຈະເປັນການສ້າງຮາກຖານໃຫ້ທີມເຂັ້ມແຂງຂຶ້ນ ໂດຍມີເປົ້າໝາຍຄວ້າແຊັມ ເຊເຣຍ ອາ ແລະ ປີທີ 3 ຄືການທ້າຊີງຢ່າງເຕັມຕົວ.

ແຕ່ຜູ້ຝຶກສອນຊາວປອກຕຸຍການກັບຮັບຮູ້ໄດ້ວ່າ ສະໂມສອນດໍາເນີນການຊ້າກວ່າທີ່ຄາດຫວັງ ແລະ ບໍ່ພໍໃຈກັບການເສີມທີມໃນໄລຍະທີ່ຜ່ານມາ ເພາະທີມເນັ້ນໄປທີ່ດາວຮຸ່ງຫຼາຍກວ່າການຫານັກເຕະທີ່ໄດ້ພິສູດຜົນງານແລ້ວ.

ໃນປັດຈຸບັນ ຈຶ່ງເປັນໜ້າທີ່ຂອງສະໂມສອນໃນການຊີ້ແຈງກັບ ມູຣິນໂຢ່ ແລະ ຫາກຫຼັງຈາກນີ້ບໍ່ມີການເຈລະຈາ ຫຼືສ້າງຄວາມເຂົ້າໃຈ ກໍມີໂອກາດທີ່ຄູຝຶກສອນອາຍຸ 59 ປີຈະລາອອກຈາກຕໍາແໜ່ງ.

ມັນຕົ້ນ ພືດອຸດສາຫະກໍາພົ້ນເດັ່ນຂອງສັງທອງ ຊະນະທີ່ຢາງພາລາ ຈະມີລາຍຮັບສະເລ່ຍ 8 ຕື້ຕໍ່ເດືອນ

0

​ມັນຕົ້ນ ກາຍເປັນພືດອຸດສາຫະກໍາພົ້ນເດັ່ນຂອງ ເມືອງສັງທອງ ນະຄອນ ຫຼວງວຽງຈັນ ຊະນະທີ່ ຢາງພາລາ ຈະສາມາດສ້າງລາຍຮັບສະເລ່ຍປະມານ 8 ຕື້ກີບຕໍ່ເດືອນ.

ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ສັງທອງ ໃຫ້ສໍາພາດວ່າ: ສ່ວນພືດອຸດສາຫະກໍາ ມີເນື້ອທີ່ແຜນການ 270 ເຮັກຕາ ປະຕິ ບັດໄດ້ 171 ເຮັກຕາ ໃນນີ້ພົ້ນເດັ່ນແມ່ນການປູກມັນຕົ້ນ ສາ ມາດສ້າງເປັນກຸ່ມໄດ້ 10 ກຸ່ມ ໃນ 10 ບ້ານ ເຊິ່ງພາຍຫຼັງ ທີ່ເກັບ ກູ້ການຜະລິດແລ້ວ ຈະມີຕະຫຼາດຮອງຮັບເປັນຈໍານວນຫຼາຍ ແລະ ມີການແຂ່ງ ຂັນການເກັບຊື້ເປັນຂະບວນການທີ່ໃຫຍ່ ຄາດວ່າໃນອະນາຄົດ ຂ້າງໜ້າຈະມີການສ້າງຕັ້ງໂຮງງານແປ້ງ ມັນຕົ້ນພາຍໃນເມືອງ ສັງທອງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນໃນການ ຊື້-ຂາຍ ຫຼຸດຜ່ອນໄລຍະເວາລາ ແລະ ລາຄາໃນການຂົນສົ່ງເຊິ່ງປັດຈຸບັນກໍາລັງດໍາເນີນການບຸກເບີກ ເນື້ອທີ່.

ນອກນັ້ນຍັງມີການປູກຢາງພາລາໃນເນື້ອທີ່ຈໍານວນຫຼວງຫຼາຍ ກວມເອົາ 35 ບ້ານທົ່ວເມືອງສັງທອງ ສະເລ່ຍການເກັບຊື້ບໍ່ຫຼຸດ 4 ຕື້ກີບຕໍ່ 15 ມື້ ສະເລ່ຍປະມານ 8 ຕື້ກີບຕໍ່ເດືອນ ນອກນີ້ຍັງ ໄດ້ເອົໃຈໃສ່ຊຸກຍູ້ຊາວກະສິກອນລ້ຽງສັດເປັນສິນຄ້າເພື່ອຕອບສະໜອງທາດຊີ້ນໃຫ້ແກ່ຕະຫຼາດກໍ່ຄືຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນ.

ພາບ-ຂ່າວ ຂັນທະວີ

ສະເຫຼີມສະຫຼອງເປີດນຳໃຊ້ສາລາໂຮງທັມ ແລະໂຄງການກໍ່ສ້າງພາຍໃນ ວັດບຸບຜາຣາມ ດອນເທວະດາ​ ບ້ານຂະໜາດ ເມືອງໂພນທອງ

0

ຕອນບ່າຍວັນທີ 13 ມັງກອນ​ 2023,​ ໄດ້ມີພິທີສະເຫຼີມສະຫຼອງສາລາໂຮງທໍາ (ຫໍແຈກ), ກຸດຕິ, ປະຕູໂຂງ, ເສັ້ນທາງ ແລະ ຫ້ອງນໍ້າ ວັດບຸບຜາຣາມ ດອນເທວະດາ​ ບ້ານຂະໜາດ ເມືອງໂພນທອງ ແຂວງ ຈໍາປາສັກ.​ ພິທີຈັດຂຶ້ນຢູ່ບ້ານດັ່ງກ່າວ​ ໂດຍໄດ້ຮັບຄວາມເມດຕາເປັນປະທານຝ່າຍສົງ ຈາກ ພຣະອາຈານໃຫຍ່ ມະຫາ​ ບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ​ ລາວ(ອພສ), ພຣະອາຈານຍາທ່ານ ມະຫາ​ ບຸບຜາ ທັນຍາວົງ ຮອງປະທານຝ່າຍສົ່ງ ຈາກປະເທດສະຫະລັດອາເມຣິກາ ຜູ້ນໍາພາການກໍ່ສ້າງວັດປ່າບຸບຜາຣາມ,​ ພຣະອາຈານໃຫຍ່ ມະຫາ​ ສຸວັນ ຈັນທະລາຊ ຄະນະບໍລິຫານງານປະຈໍາການ ສູນກາງ​ ອພສ ແຫ່ງ ສປປລາວ ຜູ້ຊ່ວຍປະທານ ສູນກາງ ປະທານ ອພສ ແຂວງຈໍາປາສັກ ຝ່າຍຄາລະວາດ ໂດຍການເຂົ້າຮ່ວມຂອງ​ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານປະຊາຊົນແຂວງຈໍາປາສັກ,​ ມີເຈົ້າເມືອງໆໂພນທອງ.​ ມີພຣະອາຈານຄະນະບໍລິຫານງານ ອພສ ແຂວງ,​ ຄະນະບໍລະຫານງານ ອພສ​ ເມືອງ, ນະຄອນ, ເຈົ້າອະທິການວັດ ພ້ອມພ້ວຍພຣະເຖຣານຸເຖຣະ, ຄະນະພັກ​ – ອົງ​ການປົກຄອງ​ເມືອງໂພນທອງ, ຄະນະພັກ​ – ອົງ​ການປົກຄອງ​ກຸ່ມ​ 7​ ສັກ​ເມືອງ, ຄະນະພັກ​ – ອົງ​ການປົກຄອງ​ບ້ານ,​ ສາລະວັດເຖົ້າແກ່ ແລະ​ ພໍ່ແມ່​ປະຊາຊົນ​ຊາວບ້ານຂະໜາດ ເຂົ້າຮ່ວມ.​

ໃນພິທີ​ ພຣະອາຈານຍາທ່ານ ມະຫາ​ ບຸບຜາ ທັນຍາວົງ ຮອງປະທານຝ່າຍສົ່ງ ຈາກປະເທດສະຫະລັດອາເມຣິກາ ຜູ້ນໍາພາການກໍ່ສ້າງວັດປ່າບຸບຜາຣາມ​ ລາຍງານວ່າ: ວັດປ່າບຸບຜາລາມ​ ດອນເທວະດາ​ ໄດ້ເລີ່ມສ້າງໃນຕົ້ນປີ 1974 ໂດຍ​ຂ້າພະເຈົ້າ​ ໄດ້ນໍາພາລູກຫຼານຊາວບ້ານຂະໜາດ ຮ່ວມກັນກໍ່ສ້າງ​ ແຕ່ກໍ່ບໍ່ສຳເລັດ ເພາະຂາດຜູ້ນໍາພາ ແລະ ປັດໄຈໃນການກໍ່ສ້າງ ໄດ້ປະໃຫ້ສະຖານທີ່ແຫ່ງນີ້ ກາຍເປັນ ປ່າຊ້າຢູ່ເປັນເວລາ​ 42 ປີ 10 ເດືອນ. ຕົກມາໃນປີ 2017 ຈິ່ງໄດ້ສືບຕໍ່ປົວແປງສ້າງສາ​ ອີກຄັ້ງໃໝ່​ ໂດຍໄດ້ເຕົ້າໂຮມລູກຫຼານຍາດໂຍມຈາກພາຍໃນ ແລະ ຕ່າງປະເທດ ອັນມີປະເທດອາເມຣິກາ ແລະ​ ປະເທດການາດາ ຮ່ວມກັນສ້າງປະຕູໂຂງ,​ ສ້າງຫ້ອງນໍ້າ,​ ສ້າງພຣະພຸທທະຮູບໃຫຍ່ ແລະ ປານກາງ ມາປະດິດສະຖານໄວ້ທີ່ວັດປ່າແຫ່ງນີ້ ຈໍານວນຫຼາຍອົງ,​ ສ້າງເສັ້ນທາງຄອນກຣີດເສີມເຫຼັກເຂົ້າວັດ,​ ປະດັບປະດາຕາມເສັ້ນທາງ ດ້ວຍດອກໄມ້ນາໆຊະນິດຕາມເສັ້ນທາງ ໃຫ້ສວຍງາມ,​ ເຈາະນໍ້າບາດານ,​ ສ້າງເສົາໄຟຟ້າ ແລະ ດອກໄຟໂຊລາແຊວ ໃສ່ຕາມທາງເຂົ້າ ແລະ ພາຍໃນວັດ,​ ກໍ່ສ້າງກຸດຕິນ້ອຍ.​ ນອກນີ້​ ຍັງໄດ້ຮ່ວມກັນຫຼ່ໍຮູບເໝືອນ ພຣະອາຈານ ເຖົ້າຄຣູປຸ໋ຍ ໂສມະບົວລາແສງ ເຊິ່ງເປັນລູກສິດຂອງ ຍາທ່ານໃຫຍ່ ສົມເດັດລຸນ ແລະ ເປັນຮົ່ມໂພຮົ່ມໄຊຍ໌ ຂອງລູກຫຼານຊາວບ້ານຂະໜາດ ເພື່ອເປັນອະນຸສອນສຶບຕໍ່ໆໄປ.​ ກໍ່ສ້າງພຣະພຸດທະຮູບອົງແສນ ດ້ວຍທອງສໍາລິດ,​ ສ້າງສາລາໂຮງທໍາວັດໃນ 1 ຫັຼງ,​ ເຈາະນ້ໍາບາດານໃຫ້ຊຸມຊົນ 6 ແຫ່ງ,​ ສ້າງໂຮງຮຽນມັດທະຍົມບ້ານຂະໜາດ 1 ແຫ່ງ, ຊື້ເຄື່ອງໄຟຟ້າ, ເຄື່ອງກະຈາຍສຽງ 1 ຊຸດ,​ ຊື້ເຄື່ອງສຽງໃຫ້ໂຮງຮຽນ ມ.ສ ບ້ານຂະໜາດ, ສ້າງຫ້ອງການໂຮງຮຽນປະຖົມຂະໜາດ 1 ຫຼັງ,​ ປະກອບສ່ວນຊ່ວຍແລ່ນຈ່າຍຄ່າໄຟຟ້າເຂົ້າບ້ານຂະໜາດ,​ ສົມທົບສ້າງໂຮງຮຽນປະຖົມບ້ານຂະໜາດ,​ ສ້າງພັດທະສິມມາ​ ໃນບ້ານຂະໜາດ 1 ຫຼັງ,​ ສ້າງປະຕູໂຂງວັດໃນ 2 ແຫ່ງ,​ ສ້າງກໍາແພງອ້ອມວັດໃນ​ ບ້ານຂະໜາດ,​ ສ້າງກໍາແພງວັດນອກ ອ້ອມວັດ,​ ສ້າງປະຕູໂຂງວັດນອກ 2 ແຫ່ງ,​ ສ້າງທາງຄອນກຣີດເຂົ້າວັດ,​ ສ້າງໄຟເກັບແສງ ແລະ​ ຈະສ້າງຫໍພະເມມເຜົາສົບໃນຕໍ່ໜ້າ ລວມມູນຄ່າທັງໝົດ​ 6 ຕື້​ 312 ລ້ານກີບ.​ ທັງນີ້​ ກໍເພື່ອປະກອບສ່ວນການອຸປະຖຳວຽກງານຂອງ ອົງການພຸດທະສາສະໜາ.​

ໃນພິທີພຣະອາຈານໃຫຍ່ ມະຫາ​ ບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ​ ລາວ,ໄດ້ມອບໃບກິດຕິຄຸນແດ່ພຣະອາຈານຍາທ່ານ ມະຫາ​ ບຸບຜາ ທັນຍາວົງ ຮອງປະທານຝ່າຍສົ່ງ ຈາກປະເທດສະຫະລັດອາເມຣິກາ ຜູ້ນໍາພາການກໍ່ສ້າງວັດປ່າບຸບຜາຣາມ,​ໄດ້ຮ່ວມຕັດແຖບຜ້າ ນຳພາສູດໄຊຍັນໂຕເປີດນຳໃຊ້ສະລາໂຮງທັມ ແລະ ເມດຕາເທສະໜາ ໂອ້ລົມຕໍ່ຄະນະພຣະສົງສຳມະເນນ ແລະ ອອກຕົນຍາດຍົມ ເພື່ອສືບຕໍ່ປົກປັກຮັກສາພຸດທະສາສະໜາ ຊຶ່ງແມ່ນວັດທະນະທຳອັນດີງາມຂອງຊາດ ກໍຄືສະລາໂຮງທັມ ແລະໂຄງການກໍ່ສ້າງອື່ນໆພາຍໃນວັດປ່າບຸບຜາຣາມບ້ານຂະໜາດທີ່ມີແລ້ວໃຫ້ຍືນຍົງຕະຫອດໄປ.

ເກດສະໜາ ແກ້ວສຸວັນນະແສງ

ໂຮງກາຍະສິນແຫ່ງຊາດ ພວມໄດ້ຮັບການປັບປຸງໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ

0

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພາກເອກະຊົນ ຄື: ບໍລິສັດ ແຟສເຕີ ມີເດຍ ຈໍາກັດຜູ້ດຽວ ແລະ ບໍລິສັດ ໂອໂຕລາວ ວຽງ ຈັນ ພວມປັບປຸງໂຮງກາຍະສິນແຫ່ງຊາດ ທີ່ສ້າງຂຶ້ນມາໄດ້ 30 ກວ່າປີ ໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນ, ທັງມີຄວາມສວຍງາມ ແລະ ຈະມີການບໍລິການຫລາຍກິດຈະກໍາກວ່າເກົ່າເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.

ທ່ານ ພອນດິດຖາ ສຸລິວົງ ຜູ້ອຳນວຍການບໍລິສັດໂອໂຕລາວວຽງຈັນ ໃຫ້ສຳພາດວ່າ: ປັດຈຸບັນ, ບໍລິສັດໂອໂຕລາວວຽງຈັນ ໃນນາມຄູ່ຮ່ວມພັດທະນາໂຮງກາຍະສິນແຫ່ງຊາດ ພວມປັບປຸງໂຮງກາຍຍະສິນແຫ່ງຊາດໃຫ້ມີໃບຫນ້າໃຫມ່ ເພື່ອພ້ອມຮັບໃຊ້ມວນຊົນເຂົ້າມາຊົມການສະແດງກາຍະສິນຢ່າງເບີກບານມ່ວນຊື່ນ ໂດຍການປັບ ປຸງສະຖານທີ່ພາຍໃນ ແລະ ພາຍນອກຂອງໂຮງກາຍະສິນດັ່ງກ່າວ. ໃນນີ້ ສະເພາະພາຍໃນ ໄດ້ປັບປຸງສຳເລັດເກືອບຮ້ອຍສ່ວນຮ້ອຍ ເປັນຕົ້ນ: ລະບົບໄຟແສງສີ, ສຽງ, ປັບປຸງສະຖານທີ່ນັ່ງຂອງຜູ້ຊົມໃຫ້ມີຄວາມສະດວກສະບາຍ ແລະອື່ນໆ. ສ່ວນທາງດ້ານນອກອ້ອມຮອບໂຮງກາຍະສິນ ໄດ້ສໍາເລັດການຮື້ຖອນອາຄານຕ່າງໆ ຮຽບຮ້ອຍແລ້ວ ຕໍ່ໄປແມ່ນກະກຽມສ້າງເປັນຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ ເປັນຕົ້ນ: ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານສະດວກຊື້, ຮ້ານກາເຟ, ສວຍສີຂຽວ, ບ່ອນຈອດລົດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ດ້ວຍການຕົບແຕ່ງໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ.

ທ່ານ ພອນດິດຖາ ສຸລິວົງ ໃຫ້ຮູ້ຕື່ມວ່າ: ຈຸດປະສົງໃນການມີສ່ວນຮ່ວມພັດທະ ນາໂຮງກາຍະສິນແຫ່ງແຫ່ງຊາດ ເພື່ອແນໃສ່ເຮັດໃຫ້ໂຮງກາຍະສິນດັ່ງກ່າວມີໂສມ ໜ້າໃໝ່ ແລະ ເຮັດໃຫ້ກອງກາຍະສິນແຫ່ງຊາດມີຄວາມສາມາດກຸ້ມຕົນເອງໄດ້ໃນຕໍ່ໜ້າ. ສິ່ງສໍາຄັນ ເພື່ອປະກອບສ່ວນດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາຊົມການສະ ແດງກາຍະສິນຂອງລາວໃຫ້ຫລາຍຂຶ້ນ ກໍຄື ທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ, ເຊີ່ງໃນວັນທີ 20-22 ເດືອນມັງ ກອນ 2023 ນີ້, ທີ່ໂຮງກາຍະສິນແຫ່ງຊາດ ຈະມີການສະແດງກາຍະສິນໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນທີ 20 ມັງກອນ ຄົບ ຮອບ 74 ປີ, ທັງເປັນການທົດລອງລະບົບແສງ, ສີ, ສຽງ ແລະ ອື່ນໆ ພາຍໃນໂຮງກາຍະສິນແຫ່ງຊາດ ຕື່ມອີກ.