Monday, October 13, 2025
Home Blog Page 819

ຫລາຍພາກສ່ວນເຂົ້າອວຍພອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ

0

ໃນວັນທີ 18 ມັງກອນ 2023 ນີ້, ຄະນະພັກ, ຄະນະນຳຈາກຫລາຍພາກສ່ວນ, ຫລາຍກະຊວງ ອ້ອມຂ້າງສູນກາງ ໄດ້ເຂົ້າອວຍພອນ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຕາງໜ້າ ຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ.

ຄະນະທີ່ເຂົ້າມາອວຍພອນ ໃນຄັ້ງນີ້, ປະກອບມີ: ຄະນະຈາກກະຊວງສາທາລະນະສຸກ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງເວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງວ່າການສູນກາງພັກ, ສະມາຄົມຫ້ອງການທີ່ປຶກສາທູດປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ, ກະຊວງຍຸຕິທຳ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາມເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ, ບໍລິສັດສີເມືອງກຸບ, ໂຮງແຮມລາວເທວ ​ແລະວິທະຍາຄານການເພດກອງທັບ.

ໂອກາດດັ່ງກ່າວ, ຜູ້ຕາງໜ້າ ຈາກບັນດາກະຊວງ, ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ, ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫລອດໄລຍະ 74ປີ ຜ່ານມາ ເຊິ່ງໄດ້ປະ ກອບສ່ວນເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ປອດໄພ ແລະ ສີວິໄລ ຈົນຮອດປັດຈຸບັນ.

ພ້ອມ​ກັນ​ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ບັນດາກະຊວງ ທີ່ເຫັນໄດ້ຄວາມສຳຄັນ ເຂົ້າມາອວຍພອນໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ບັນດາກະຊວງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອກະຊວງປ້ອງກັນປະເທດ ໃນແຕ່ລະດ້ານ, ໃນໄລຍະຜ່ານມາເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງກະຊວງປ້ອງກັນປະເທດ ໄດ້ຮັບຜົນສຳເລັດເປັນກ້າວໆມາ.

ໃນຕອນບ່າຍວັນດຽວກັນ, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ໄດ້ຕ່າງໜ້າໃຫ້ກະຊວງປ້ອງກັນປະເທດ ສືບ​ຕໍ່ຕ້ອນຮັບຜູ້ຕາງໜ້າ​ຈາກ ຄະນະຈັດຕັ້ງສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອຸດສາຫະກຳ ແລະ ການຄ້າ, ກອງບັນຊາການທະຫານອາກາດ,ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ຄະນະໂຄສະນາອົບຮົມສູນກາງພັກ, ສູນກາງແນວລາວສ້າງຊາດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານການຄ້າ, ທະນາຄານແຫ່ງ ສປປ ລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ ເຊັ່ນດຽວກັນ.

ຂ່າວ: ທະນູທອງ

ຣັດເຊຍ ເປີດເຜີຍ ລາຍໄດ້ຈາກ ນໍ້າມັນ-ອາຍແກັສ ເພີ່ມຂຶ້ນ 28%

0

ຕາມຂ່າວ ຊິນຮວາຂອງ ສປຈີນ, ວັນທີ 17 ມັງກອນ, ທ່ານ ອາເລັກຊານເດີຣ ໂນວັດ ຮອງນາຍົກ ລັດຖະມົນຕີ ຣັດເຊຍ ເປີດເຜີຍວ່າ ໃນປີ 2022, ລາຍໄດ້ ງົບປະມານ ຈາກ ອຸດສາຫະກຳນໍ້າມັນ ແລະ ອາຍແກັສ ຂອງ ຣັດເຊຍ, ເພີ່ມຂຶ້ນ 28% ຫລື 2,5 ພັນຕື້ ຣູເບີລ (ສະກຸນເງິນຣັດເຊຍ) ເມື່ອທຽບໃສ່ ປີຜ່ານມາ. ກ່ອນໜ້ານີ້. ທ່ານ ອາເລັກຊານເດີຣ ໂນວັດ ກ່າວໃນລະຫວ່າງ ກອງປະຊຸມ ຂອງ ລັດຖະບານ ວ່າ: ຜົນຜະລິດນໍ້າມັນ ຂອງ ຣັດເຊຍ ລວມມີ 353 ລ້ານໂຕນ ເມື່ອປີກາຍນີ້

ສະພາບອາກາດ ປະຈໍາວັນທີ 19 ມັງກອນ 2023

0

ມວນອາກາດເຢັນຈະອ່ອນກໍາລັງລົງເລັກນ້ອຍ ຍັງຈະສືບຕໍ່ປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບ ກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະ ເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.

ກົມໃຫຍ່ເສນາທິການກອງທັບ ເປີດການແຂ່ງຂັນກິລາ ຊີງຂັນຫົວໜ້າກົມໃຫຍ່ເສນາທິການກອງທັບ

0

ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ ກິລາຊີງ​ຂັນ​ຫົວໜ້າ​ກົມ​ໃຫຍ່​ເສ ນາ​ທິ​ການ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນສ້າງຕັ້ງ​ກອງທັບ ຄົບຮອບ 74 ປີ​ໃນອາທິດຜ່ານມາ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ພັນແສງ ບຸນພັນ ກຳມະການຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ປະທານ​ຈັດການ​ແຂ່ງຂັນ, ມີ​ຄະນະ​ນຳ​ກະຊວງ​ປ້ອງ​ກັນປະເທດ, ອົງການ​ກົມ ​ໃຫຍ່, ວິທະຍາຄານ, ພ້ອມ​ດ້ວຍ​ຄະນະ​ກຳມະການ​ຕະຫລອດ​ນັກກິລາຈາກກົມ ກອງຕ່າງໆອ້ອມ​ຂ້າງ​ກະຊວງ​ ປ້ອງ​ກັນ​ປະເທດ​ເຂົ້າ​ຮ່ວມ.

ສະຫາຍ ພັນ​ເອກ ສີ​ປະເສີດ ບຸນ​ປະກອບ ຫົວໜ້າ​ກົມ​ອົບຮົມ, ຮອງ​ປະທານ​ຈັດການ​ແຂ່ງຂັນ, ໄດ້​ຂຶ້ນ​ລາຍ​ງານ​ຜ່ານ​ແຜນການ ວ່າ​ດ້ວຍ​ການ​ສ້າງ​ຂະ​ບວນ​ການ ແຂ່ງຂັນ​ກິລາ ເພື່ອ​ຂ່ຳນັບ​ຊົມເຊີຍ ວັນ​ປະຫວັດສາດ​ສຳຄັນ​ຂອງ​ ພັກ, ຂອງ​ຊາດ​ເຊັ່ນ: ວັນ​ສະ​ຖາ​ປາ​ນາ ​ສປປ ລາວ ຄົບຮອບ 47 ປີ, ວັນ​ຄ້າຍ​ວັນ​ເກິດ ທ່ານ ປະ ທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາ​ລົບ​ຮັກ ຄົບຮອບ 102 ປີ, ວັນ​ສ້າງຕັ້ງ​ກອງທັບ​ຄົບຮອບ 74 ປີ ເຊິ່ງ ກິລາ​ທີ່​ນຳ​ມາ​ແຂ່ງຂັນ ຄັ້ງ​ນີ້ ມີ​ກິລາ​ການ​ທະຫານ ແລະ ກິລາ​ມວນ​ຊົນ​ທີ່​ຈະ​ຊິງ​ລາງວັນ​ລວມ​ມີ 13 ລາຍການ ໃນ​ນີ້​ລວມ​ໝູ​່ມີ 9 ລາຍການ ແລະ ບຸກຄົນ 4 ລາຍການ ປະກອບ​ດ້ວຍ 9 ປະ ເພດ​ກິລາ​ຄື: ບານເຕະ​ຊາຍ, ບານສົ່ງ​ຍິງ-ຊາຍ, ກະຕໍ້​ທີມ​ດ່ຽວ​ຊາຍ, ເປ​ຕັ້ງ ປະສົມ​ຍິງ-ຊາຍ, ກິລາ​ນັກຮົບ​ແຂງແຮງ, ກິລາ​ແລ່ນ-ມ້າງ ​ປະກອບ​ອາວຸດ, ຜ່ານ​ສິ່ງ​ກີດ ຂວາງ 4×50 ແມັດ ແລະ ສາມ​ວິຊາ​ການ​ທະຫານ​ສົມທົບ ເຊິ່ງ​ມີ 24 ກົມ​ກອງ​ເຂົ້າ​ຮ່ວມ​ແຂ່ງຂັນ, ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ຄັ້ງ​ນີ້ ເພື່ອ​ຮັດ​ແໜ້ນ​ຄວາມ​ສາ​ມັກຄີ​ລະຫວ່າງ​ພະນັກງານ-ນັກຮົບ ຢູ່​ໃນ​ກົມ​ກອງ​ໃຫ້​ໜັກ​ແໜ້ນເຂັ້ມແຂງ​ຮອບດ້ານ, ທັງ​ເປັນ​ການສ້າງ​ກຳລັງ​ແຮງ​ໃຫ້​ພະນັກງານ-ນັກຮົບ​ມີ​ສຸຂະພາບ​​ແຂງແຮງ, ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນ.

ໂອກາດ​ນີ້, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ ກອງທັບ ກໍ​ໄດ້​ກ່າວ​ເປີດ​ພິທີ​ແຂ່ງ ຂັນ ພ້ອມ​ດ້ວຍໂອ້​ລົມ​ຕໍ່​ນັກກິລາ ເພື່ອ​ເຮັດ​ໃຫ້ການ​ແຂ່ງຂັນ​ກິລາ​ຄັ້ງ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ຍາດ​ໄດ້​ຄວາມ​ສາມັກຄີ​ພາຍ​ໃນ ເປັນ​ປຶກ​ແຜ່ນ​ ຕິດ​ພັນ​ກັບ​ການເຄື່ອນ​ໄຫວ​ເຮັດ​ໜ້າທີ່​ວິຊາ​ສະເພາະ​ໃນ​ແຕ່​ລະ​ດ້ານ​ຂອງ​ຕົນ ແລະ ​ປະສົບ​ຜົນສຳເລັດ​ຕາມລະດັບ​ຄາດໝາຍ​ທີ່​ຄະນະ​ພັກ ຂັ້ນ​ເທິງ​ກຳນົດ​ໄວ້ ພ້ອມ​ທັງ​ເນັ້ນໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ແຕ່​ລະ​ຂັ້ນ​ຕ້ອງ​ເອົາໃຈໃສ່​ປຸກລະດົມ, ຊຸກຍູ້​ບັນດາ​ພະນັກງານ-ນັກຮົບ​ທີ່​ເຂົ້າ​ຮ່ວມ​ຂະ​ບວນ​ການແຂ່ງຂັນ​ກິລາ​ຕ້ອງ​ຍົກ​ສູງ​ຄວາມສາມັກຄີ​ໃຫ້​ແໜ້ນ​ແຟ້ນ ແລະ ປະຕິບັດ​ຖືກຕ້ອງ​ຕາມ​ລະບຽບ ຫລັກການ​ຕາມ​ຕາຕະລາງ​ການ​ແຂ່ງຂັນ ແລະ ວັນ​ເວລາ​ທີ່​ໄດ້ກຳນົດ​ຢ່າງ​ເຂັ້ມ​ງວດ, ຄະນະຮັບຜິດຊອບ​ແຕ່​ລະ​ທິມ​ນັກກິລາແຕ່​ລະ​ພາກສ່ວນ​ຕ້ອງ​ເປັນ​ເຈົ້າການ​ນຳພາ​ນັກກິລາ ແລະ ກອງ​ເຊຍ​ຂອງ​ຕົນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ. ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ໄດ້​ດຳເນີນ​ເປັນ​ເວລາ 13 ວັນ, ເລີ່ມ​ແຕ່​ວັນ​ທີ 7​ ແລະ​ ສຳເລັດ​ໃນວັນທີ​ 19 ມັງກອນ​ ນີ້.

ເຊວຊີ ໃຫ້ເງິນເດືອນ “ມູດຣິກ” ຫຼາຍກ່ວາອາເຊນອລ ສອງເທົ່າ

0

ມີລາຍງານຂ່າວວ່າ ເຊວຊີ ຍື່ນເງິນເດືອນໃຫ້ກັບ ມິໄຄໂລ ມູດຣິກ ຫຼາຍກວ່າ ອາເຊນອລ ເຖິງ 2 ເທົ່າຕົວ ເຮັດໃຫ້ນັກເຕະເລືອກຍ້າຍເຂົ້າຮ່ວມທີມເຊວຊີ ເຖິງວ່າຈະມີການເປີດເຜີຍກ່ອນໜ້ານີ້ວ່າທັງສອງທີມຍື່ນຄ່າຕົວເທົ່າກັນກໍຕາມ.

ກອງໜ້າຊາວ ອູແກຣນ ຍ້າຍໄປຮ່ວມທີມເຊວຊີ ແບບແປກໃຈ ດ້ວຍສັນຍາໄລຍະຍາວ 8 ປີເຄິ່ງ ຫຼັງຈາກທີ່ ເຊວຊີ ຍອມຈ່າຍເງິນ 88 ລ້ານປອນ ຕັດໜ້າ ອາເຊນອນ ໄດ້ໃນທ້າຍທີ່ສຸດ.

ເຊວຊີ ຈ່າຍຄ່າຕົວຂອງດາວເຕະອາຍຸ 22 ປີເບື້ອງຕົ້ນ 61,5 ລ້ານປອນ ບວກກັບ 26,5 ລ້ານປອນໃນສ່ວນເສີມ. ມູດຣິກ ພະຍາຍາມດຶງດູດການຍ້າຍໄປອາເຊນອລ ມາໂດຍຕະຫຼອດ ດ້ວຍການໂພສລົງໃນສື່ສັງຄົມວ່ານັ່ງເຊຍ ອາເຊນອລ ແລະ ເບິ່ງຄືວ່າຈະໄດ້ຍ້າຍໄປຖິ່ນ ເອມິເຣດ ສະເຕດຽມ ແຕ່ຂໍ້ສະເໜີທີ່ໜ້າດຶງດູດຂອງ ເຊວຊີ ທີ່ດີເກີນກວ່າທີ່ຈະປະຕິເສດໄດ້.

ອີງຕາມການລາຍງານຈາກ Independent ລະບຸວ່າ ອາເຊນອລ ໄດ້ຍື່ນຂໍ້ສະເໜີໃຫ້ ມູດຣິກ ດ້ວຍມູນຄ່າ 50.000 ປອນຕໍ່ອາທິດ ແຕ່ ເຊວຊີ ເອົາຊະນະຄູ່ແຂ່ງຮ່ວມເມືອງລອນດອນ ດ້ວຍການເພີ່ມຂຶ້ນສອງເທົ່າເປັນ 100.000 ຕໍ່ອາທິດ ຈົນສຸດທ້າຍ ເຂົາກໍຕອບຕົກລົງຍ້າຍເຂົ້າຮ່ວມທີມງານຂອງ ແກຣມ ພັອດເຕີ.

ທ່ານ ເຊີເກ ຟິວກິນ ຜູ້ບໍລິຫານລະດັບສູງຂອງທີມ ຊັກຕາ ເປີດເຜີຍວ່າ ອາເຊນອລ ໃກ້ບັນລຸຂໍ້ຕົກລົງຄວ້າ ມູດຣິກ ຫຼາຍກວ່າ ເຊວຊີ ຈົນໄດ້ມີການປະຊຸມຄັ້ງສຸດທ້າຍກັບ ທ່ານ ເບແດດ ເອັກບາລີ່ ເຈົ້າຂອງຮ່ວມຂອງເຊວຊີ ແລະ ພອລ ວິນສະແຕນລີ່ ຝ່າຍຊື້ຂາຍ.

ທ່ານ ເຊີເກ ຟິວກິນ ຍັງບອກອີກວ່າ ຂໍ້ສະເໜີຂອງ ເຊວຊີ ໄດ້ຮັບການຕອບຮັບແລ້ວ ເພາະຈິງຈັງກວ່າຫຼາຍ ເງື່ອນໄຂໂບນັດທີ່ເປັນໄປໄດ້ ເຊິ່ງລວມເຖິງໂບນັດຈາກການຄວ້າແຊັມ ພຣີເມຍລີກ ແລະ ຢູຟ່າ ແຊັມປຽນ ລີກ ຕະຫຼອດໄລຍະເວລາສັນຍາຂອງນັກເຕະ

ເທນຮາກ ກຽມປ່ອຍ 3 ດາວດັບອອກຈາກທີມ

0

ວັນອັງຄານທີ 17 ມັງກອນ 2023 ສື່ກິລາທີ່ມີຊື່ສຽງຂອງອັງກິດ Sun Sport ລາຍງານວ່າ ຄະນະບໍລິຫານຂອງແມນເຊັສເຕີ ຢູໄນເຕັດ ກໍາລັງມີແຜນທີ່ຈະປ່ອຍ ອັກເຊວ ຕວນເຊເບເຊເບ ແລະ ຟິວ ໂຈນ ກອງຫຼັງສອງດາວດັບຍຸກ ເອຣິກ ເທນ ຮາກ ອອກຈາກທີມໃນໄວໆນີ້.

ນັບຕັ້ງແຕ່ຜູ້ຈັດການຊາວໂຮນລັງເຂົ້າມາຄຸມທີມໃນຕອນຕົ້ນຂອງລະດູການທີ່ຜ່ານມາ ທັງ ຕວນເຊເບ ແລະ ຟິວ ໂຈນ ກໍບໍ່ເຄີຍຢູ່ໃນສາຍຕາຂອງຜູ້ຈັດການເລີຍ ຍິ່ງໄປກວ່ານັ້ນ ສັນຍາຂອງທັງສອງຄົນກໍາລັງຈະໝົດໃນອີກ 6 ເດືອນຂ້າງໜ້າ ເຊິ່ງສະໂມສອນຫວັງວ່າຈະຂາຍໃນໄລຍະເດືອນມັງກອນນີ້ ເພື່ອຫາເງິນໃຫ້ກັບຄັງເງິນຂອງສະໂມສອນ

ນອກຈາກ ຕວນເຊເບ ແລະ ຟິວ ໂຈນ ແລ້ວ ຍັງມີລາຍງານອີກວ່າ ທອມ ຮີຕັນ ຜູ້ຮັກສາປະຕູມືທີ 3 ອາຍຸ 36 ປີ ກໍເປັນ 1 ໃນຄົນທີ່ກໍາລັງຈະຖືກສະເໜີຂາຍອອກຈາກທີມໃນເດືອນມັງກອນນີ້ດ້ວຍເຊັ່ນກັນ.

ຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ ແລະ ສິ່ງກໍ່ສ້າງ

0

ກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມ ຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະວິຊາການຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ໃນວັນທີ 17 ມັງກອນ 2023 ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດ ຖະມົນຕີກະຊວງການເງິນ, ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີນັກຊ່ຽວຊານດ້ານການເງິນພາກລັດ, ທະນາຄານໂລກ, ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້, ຫ້ອງການກະຊວງການເງິນ, ກົມນະໂຍບາຍການເງິນ, ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການສ້າງຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ເພື່ອຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021, ມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 07/ລບ, ລົງວັນທີ 4 ຕຸລາ 2021, ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX(2021-2025) ສະບັບເລກທີ 03/ສພຊ, ລົງວັນທີ 26 ມີນາ 2021, ຊຶ່ງໄດ້ມີການປັບປຸງທາງດ້ານເນື້ອໃນຕາມການປະກອບຄຳຄິດເຫັນຂ ອງແຕ່ລະພາກສ່ວນທີ່ເຂົ້າຮ່ວມ ເພື່ອໃຫ້ມີຄວາມຖືກຕ້ອງ ສອດຄ່ອງຕາມສະພາບການໃນປັດຈຸບັນ, ອີງຕາມແຜນສ້າງ ແລະ ປັບປຸງກົດໝາຍໃນປີ 2022 ແມ່ນມີ 3 ຮ່າງກົດໝາຍຂອງຂະແໜງການເງິນ.

ຄະນະຮັບຜິດຊອບ ໄດ້ສໍາເລັດການຈັດກອງປະຊຸມ ທາບທາມປະກອບຄຳເຫັນ ຕໍ່ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ. ໃນນັ້ນ, ໄດ້ມີຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ທີ່ກະຊວງການເງິນ ຕ້ອງໄດ້ຄົ້ນຄວ້າສໍາເລັດໂດຍພື້ນຖານ, ສຳລັບຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງປະກອບມີ 10 ພາກ, 4 ໝວດ ແລະ 60 ມາດຕາ, ອີງຕາມແຜນການຄາດວ່າ ຈະນໍາຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງເຂົ້າຜ່ານສະພາແຫ່ງຊາດໃນເດືອນພະຈິກ 2023 ນີ້.

ໃນໄລຍະຜ່ານມາ ການເກັບອາກອນທີ່ຕິດພັນກັບທີ່ດິນ (ພາສີທີ່ດິນ) ຢູ່ ສປປ ລາວ ແມ່ນອີງໃສ່ລັດຖະບັນຍັດ ວ່າດ້ວຍພາສີທີ່ດິນ ສະບັບທໍາອິດ ສະບັບເລກທີ 03/ສປປ, ລົງວັນທີ 12 ສິງຫາ 2000, ອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ, ລັດຖະບັນຍັດວ່າດ້ວຍພາສີທີ່ດິນ ໄດ້ມີການຄົ້ນຄວ້າປັບປຸງໃນປີ 2007 ສະບັບເລກທີ 01/ສປປ, ລົງວັນທີ 08 ພຶດສະພາ 2007 ໄດ້ຖືກຈັດຕັ້ງປະຕິບັດມາຮອດປັດຈຸບັນ. ຜ່ານການຈັດຕັ້ງປະຕິບັດດໍາລັດສະ ບັບດັ່ງກ່າວ ເຫັນວ່າເປັນເຄື່ອງມືນິຕິກໍາໜຶ່ງທີ່ສໍາຄັນ ໃນການເກັບພາສີທີ່ດິນໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານ ໃຫ້ຄົບຖ້ວນຕາມແຕ່ລະປະ ເພດການນຳໃຊ້ທີ່ດິນ ແນໃສ່ຮັບປະກັນການເກັບພາສີທີ່ດິນ ໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ, ມີປະສິດທິຜົນ, ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຂ່າວ-ພາບ: ກະຊວງການເງິນ

ສະພາບອາກາດ ປະຈໍາວັນທີ 18 ມັງກອນ 2023

0

ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາແຮງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອຸນຫະພູມ ອາກາດຫລຸດລົງຕື່ມອີກຢູ່ໃນແຕ່ລະພາກ, ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະ ໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ແນວລາວສ້າງຊາດ ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ປະຊາຊົນບັນດາເຜົ່າ

0

ທ່ານສຸກັນບຸນຍົງຮອງເລຂາພັກແຂວງປະທານແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 2 ສະໄໝທີ XI ໃນດ້ານວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ວ່າ:ຄະນະກໍາມະການແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ຖືສຳຄັນການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນຕົ້ນຕໍ ຕິດພັນກັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງເຊັ່ນ: ມະຕິ XI ຂອງພັກ, ມະຕິ XI ຂອງສູນກາງແນວລາວສ້າງຊາດ,ມະຕິ VIII ຂອງອົງຄະນະພັກແຂວງ,ມະຕິVIIຂອງແນວລາວສ້າງຊາດແຂວງ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, 2 ວາລະແຫ່ງຊາດ ແລະ ນໍາເອົາເອກະສານມູນເຊື້ອສໍາຄັນ ທາງປະຫວັດສາດຂອງພັກ-ຂອງຊາດມາເຊື່ອມຊຶມໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ຂົງເຂດແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງແລະ ໄດ້ຮັບຮູ້ບົດບາດ, ຄວາມສຳຄັນ ຂອງວຽກງານແນວລາວສ້າງຊາດ ໃນແຕ່ລະຂັ້ນຫຼາຍຂຶ້ນ, ມີຄວາມຕື່ນຕົວການເມືອງ ຂອງປະຊາຊົນ ກໍສູງຂຶ້ນຕາມໆກັນ.

ທ່ານ ສຸກັນ ບຸນຍົງ ກ່າວຕື່ມວ່າ: ສຳລັບການຈັດຕັ້ງປະຕິບັດວຽກງານອົງການແນວລາວສ້າງຊາດ ໃນໄລຍະ1 ປີຜ່ານມາໄດ້ນຳພາ-ຊີ້ນຳ ຂອດການບໍລິຫານ, ການເປັນເສນາທິການໃຫ້ແກ່ຄະນະກຳມະການແນວລາວສ້າງຊາດ ເມືອງ-ນະຄອນ ແລະ ແຂວງ, ການປະສານສົມທົບກັບສູນກາງ, ພະແນກການຂອງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດສໍາເລັດໜ້າທີ່ເປັນຢ່າງດີ ແລະໄດ້ປັບປຸງກົງຈັກການຈັດຕັ້ງຂອງແນວລາວສ້າງຊາດແຂວງ ແລະ ເມືອງ-ນະຄອນຄືນ ດ້ວຍການກຳນົດຕໍາແໜ່ງງານ, ວິເຄາະຕຳແໜ່ງງານ-ກຸ່ມວຽກງານຂອງແນວລາວສ້າງຊາດແຂວງຄືນໃໝ່, ໄດ້ໂຮມ 7 ຂະແໜງມາເປັນ 4 ຂະແໜງຄື: ຂະແໜງບໍລິຫານ-ຈັດຕັ້ງ-ກວດກາ, ຂະແໜງໂຄສະນາ,ຂະແໜງສາສະໜາ ແລະ ຂະແໜງຊົນເຜົ່າ-ຊັ້ນຄົນ-ອົງການຈັດຕັ້ງສັງຄົມ; ຂັ້ນເມືອງ ໄດ້ໂຮມຈາກ 3 ໜ່ວຍງານ ມາເປັນ 2 ໜ່ວຍງານ (ປັດຈຸບັນພວມລໍຖ້າການຮັບຮອງ ຂອງກະຊວງພາຍໃນ ກໍຄືສູນກາງແນວລາວສ້າງຊາດ),ເຮັດໜ້າທີ່ຕິດຕາມ, ປຶກສາຫາລືຢ່າງສ້າງສັນ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ, ແນວລາວສ້າງຊາດເມືອງ-ນະຄອນ ແລະ ແນວລາວສ້າງຊາດບ້ານ, ວຽກງານຕິດຕາມ, ປຶກສາຫາລື ໃນການປະຕິບັດມະຕິ ຂອງຄະນະພັກ, ອົງການປົກຄອງ, ການເຄື່ອນໄຫວ ຂອງອົງການຈັດຕັ້ງຕ່າງໆ ລວມທັງການເຄື່ອນໄຫວ ຂອງສະພາປະຊາຊົນແຂວງ ດ້ວຍຄວາມຮັບພິດຊອບສູງທຊຶ່ງສາມາດປຶກສາຫາລື, ເກັບກໍາສະພາບຄວາມມຸ່ງມາດປາຖະໜາ, ຂໍ້ຂັດຂ້ອງໝອງໃຈ ຂອງປະຊາຊົນບັນດາເຜົ່າໄດ້ຫຼາຍບັນຫາ ຈາກບັນດາເມືອງ-ນະຄອນ ແລະ ຂະແໜງການຕ່າງໆ ຊຶ່ງໄດ້ນໍາສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງ ຮັບຮອງ ເພື່ອໄປແຈ້ງການ ແລະ ມອບໝາຍພາກສ່ວນກ່ຽວຂ້ອງ ຕອບ ຫຼື ຊີ້ແຈງນັ້ນ ມີ 15 ຂໍ້ (ປັດຈຸບັນແມ່ນໄດ້ຕອບ ແລະ ຊີ້ແຈງ ເປັນລາຍລັກອັກສອນທາງການຮຽບຮ້ອຍແລ້ວ); ໃນນັ້ນຍັງໄດ້ເປັນກະບອກສຽງກ່ຽວກັບວຽກງານໂຄສະນາ ແລະ ວຽກງານຂະບວນການໃນຂອບເຂດຄວາມຮັບຜິດຊອບ ຂອງອົງການແນວລາວສ້າງຊາດ, ທັງໄດ້ປຸກລະດົມ, ເຕົ້າໂຮມຄວາມສາມັກຄີບັນດາການຈັດຕັ້ງສາສະໜາ, ສະນິກະຊົນຕ່າງໆ ໃຫ້ມີສະຕິຕື່ນຕົວ, ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ທຳມະນູນສົງ, ທຳມະນູນຄຣິດ, ດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວສາສະໜາຢູ່ ສປປ ລາວເປັນຢ່າງດີ ແລະ ເປັນເຈົ້າການປຸກລະດົມ ແລະ ເປີດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ດ້ວຍການລົງເກັບກຳສະຖິຕິ ແລະ ກຳແໜ້ນຜູ້ຊົງຄຸນວຸດທິ, ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິ່ງຊາວ ແລະ ບຸກຄົນທີ່ມີບົດບາດເປັນຕົວແທນຂອງບັນດາເຜົ່າ, ຊຸກຍູ້ອົງການຈັດຕັ້ງສັງຄົມໃຫ້ຈັດຕັ້ງຂຶ້ນ ແລະ ເຄື່ອນໄຫວສອດຄ່ອງກັບລະບຽບກົດໝາຍ; ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ປັດຈຸບັນ ສາມາດສ້າງຄອບຄົວສາມັກຄີປອງດອງ ໄດ້ 65.404 ຄອບຄົວ, ກວມ 73,60% ຂອງຄອບຄົວທັງໝົດທົ່ວແຂວງ, ບ້ານສາມັກຄີປອງດອງໄດ້ 584 ບ້ານ,ກວມ 77,45% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ, ທຽບໃສ່ແຜນການແມ່ນປະຕິບັດໄດ້ລື່ນຄາດໝາຍ ແລະ ປັດຈຸບັນຍັງສືບຕໍ່ສູ້ຊົນໃຫ້ໄດ້ປະກາດເມືອງສາມັກຄີປອງດອງ ໃຫ້ໄດ້ 2-3 ເມືອງ (ຍັງລໍຖ້າຄໍາເຫັນຊີ້ນໍາຈາກສູນກາງຕື່ມ ເນື່ອງຈາກວ່າ ບໍ່ທັນມີມາດຖານ-ເງື່ອນໄຂ ຂັ້ນເມືອງເທື່ອ).

ທ່ານໃຫ້ຮູ້ຕື່ມວ່າ: ສຳລັບບົດຮຽນທີ່ຖອດຖອນໄດ້ ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ, ເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ, ເພດ-ໄວ ເປັນໃຈກາງ ແນໃສ່ໃຫ້ປະຊາຊົນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ການຄຸ້ມຄອງ ຂອງລັດ ແລະ ຕື່ນຕົວເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ເພີ່ມທະວີການລົງພົບປະ-ໂອ້ລົມ, ໃກ້ຊິດຕິດແທດກັບປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ;ເປັນເຈົ້າການຊຸກຍູ້ຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງໃນທົ່ວແຂວງໃຫ້ເປັນຂະບວນກວ້າງຂວາງ;ປຸກລະດົມປະຊາຊົນບັນດາເຜົ່າປົກປັກຮັກສາ ແລະເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າ ຕາມຮີດ 12 ຄອງ 14 ທີ່ປະຊາຊົນບັນດາເຜົ່າ ເຄີຍປະຕິບັດກັນມາ ໂດຍສະເພາະແມ່ນລົງຊຸກຍູ້ ແລະເຂົ້າຮ່ວມບຸນປະເພນີ ຂອງບັນດາເຜົ່າທີ່ຈັດຂື້ນໃນແຕ່ລະເດືອນ, ປີ ເພື່ອນຳພາ-ຊີ້ນຳ ໃຫ້ຮັບປະກັນຮັກສາໄດ້ຮີດຄອງທີ່ດີງາມ ແລະ ຖອດຖອນບົດຮຽນ ເພື່ອແກ້ໄຂສິ່ງທີ່ຫຍໍ້ທໍ້-ກົດໜ່ວງ-ສິ້ນເປືອງຕ່າງໆ;ທັງເອົາໃຈໃສ່ປຸກລະດົມຊຸກຍູ້ພະນັກງານ, ທະຫານ, ຕໍາຫຼວດ, ສະຖາບັນການສຶກສາ, ບໍລິສັດລັດວິສາຫະກິດ, ສະມາຄົມ, ການຈັດຕັ້ງສັງຄົມ, ພໍ່ແມ່ປະຊາຊົນບັນດາເຜົ່າ ຈັດຕັ້ງກິດຈະກຳເພືຶ່ອປຸກລະດົມການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ເນື່ອງໃນວັນສຳຄັນຂອງແນວລາວສ້າງຊາດ ໃຫ້ເປັນຂະບວນຟົດຟື້ນ.

ໂອກາດມາຮ່ວມກອງປະຊຸມດັ່ງກ່າວ ທ່ານຍັງໄດ້ ສະເໜີບາງຄຳເຫັນວ່າ: 1). ສະເໜີ ຄະນະປະຈໍາສູນກາງ ພິຈາລະນາ ອອກນິຕິກຳ ກ່ຽວກັບການກະກຽມກອງປະຊຸມ, ມາດຖານ-ເງື່ອນໄຂ ຄະນະແນວລາວສ້າງຊາດ ຂັ້ນທ້ອງຖິ່ນຄືນໃໝ່ ເພື່ຶອຮັບຮອງໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ແນວລາວສ້າງຊາດຂັ້ນທ້ອງຖິ່ນ(ແນວແຂວງ, ເມືອງ-ນະຄອນ ແລະ ບ້ານ) ຕິດພັນກັບກະກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ;2). ສະເໜີ ສູນກາງ ພິຈາລະນາ ບັນດາມາດຖານ, ເງື່ອນໄຂ ກ່ຽວກັບການສ້າງເມືອງ-ນະຄອນ ແລະ ແຂວງ ສາມັກຄີປອງດອງ ເພື່ອເປັນບ່ອນອີງທີ່ຈະແຈ້ງໃນການສືບຕໍ່ສູ້ຊົນຈັດຕັ້ງປະຕິບັດ ໃນຂັ້ນຕໍ່ໄປ. (ຫຼືບໍ່ຈຳເປັນ ກໍຢາກໃຫ້ມີນິຕິກຳຊີ້ນຳຕື່ມ); ກົມກອງ, ພະແນກການ, ວິສາຫະກິດ, ຫ້ອງການ-ກົມກອງຂັ້ນເມືອງ ຄວນມີມາດຖານ-ເງື່ອນໄຂ ສ້າງເປັນກົມກອງສາມັກຄີຕື່ມບໍ່ ?, ຕົວຢ່າງ: ຂະແໜງການຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນມີການສ້າງ ກົມກອງວັດທະນະທຳ ເຫຼົ່ານີ້ເປັນຕົ້ນ); 3). ສະເໜີ ຂໍຄະນະປະຈໍາສູນກາງແນວລາວສ້າງຊາດ ຊ່ວຍພິຈາລະນາຮ່ວງງົບປະມານຈໍານວນໜຶ່ງ ເພື່ອສົມທົບກັບອົງການປົກຄອງແຂວງ ຈັດຊື້ລົດຕູ້ 9 ບ່ອນນັ່ງ ຈຳນວນ 1 ຄັນ.

ໂດຍ: ວັນເພັງ

ສະຫຼຸບວຽກງານຕ້ານການຄ້າມະນຸດປະຈໍາປີ 2022

0

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດໄດ້ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດປະຈໍາປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023 ຂຶ້ນໃນວັນທີ 17 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຮອງປະທານ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ນະຄອນຫຼວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ:ໃນ 1 ປີຜ່ານມາສປປ ລາວເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດໃນປີ 2022 ເຈົ້າໜ້າທີ່ໄດ້ພົບເຫັນການຄ້າມະນຸດເກີດຂຶ້ນດ້ວຍຫຼາຍຮູບແບບເປັນຕົ້ນແມ່ນການຫຼອກລວງຜູ້ຖືກເຄາະຮ້າຍໄປຂາຍແຮງງານ ຫຼືບັງຄັບແຮງງານ, ບັງຄັບບໍລິການທາງເພດ, ການຮັບຈ້າງຖືພາ ແລະ ການຖ່າຍທອດສົດການເປືອຍກາຍຂອງຍິງ-ຊາຍ ແລະ ການຮ່ວມເພດກັນອອກສື່ສັງຄົມອອນລາຍ, ສະພາບການຄ້າມະນຸດທີ່ພົ້ນເດັ່ນທີ່ສຸດແມ່ນໄດ້ມີຂະບວນການໂຄສະນາຊັກຊວນໂດຍຜ່ານທາງສື່ອອນລາຍ ແລະ ຜ່ານນາຍໜ້າໂດຍກົງໄດ້ຕົວະຍົວະໄປອອກແຮງງານເຮັດວຽກຢູ່ເຂດເສດຖະກິດສາມຫຼ່ຽມຄຳ(ແຂວງບໍ່ແກ້ວ) ເຮັດໃຫ້ບັນດາໄວໜຸ່ມຍິງ-ຊາຍຄົນລາວ ແລະ ຕ່າງປະເທດຕົກເປັນຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງເປັນຈຳນວນຫຼາຍຮ້ອຍຄົນຖືກຂູດຮີດແຮງງານ, ຖືກບັງຄັບທາງເພດທີ່ເກີດຂຶ້ນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ. ຕໍ່ບັນຫາສະພາບດັ່ງກ່າວໃນ 1 ປີຜ່ານມາສປປ ລາວຈຶ່ງເຫັນໄດ້ຄວາມໝາຍ-ຄວາມສໍາຄັນຕໍ່ກັບວຽກງານຕ້ານການຄ້າມະນຸດໂດຍໄດ້ສຸມໃສ່ແຜນງານແຫ່ງຊາດຕ້ານການຄ້າມະນຸດເຂົ້າສູ່ວຽກງານຕົວຈິງນັບແຕ່ສູນກາງລົງຮອດທ້ອງຖິ່ນຢ່າງກວ້າງຂວາງ ແລະ ເລິກເຊິ່ງເປັນຕົ້ນແມ່ນໄດ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳ ແລະ ຄູ່ມືຕ່າງໆທີ່ເປັນເຄື່ອງມືຮັບໃຊ້ແກ່ວຽກງານຕ້ານການຄ້າມະນຸດສຳເລັດ 13 ສະບັບ, ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍຕ້ານການຄ້າມະນຸດຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້, ສ້າງສູນຮັບຕ້ອນຜູ້ຖືກເຄາະຮ້າຍຢູ່ແຂວງຫຼວງນໍ້າທາ (ໃກ້ຈະສໍາເລັດແລ້ວ), ໄດ້ຈັດກໍາລັງຕໍາຫຼວດຕ້ານການຄ້າມະນຸດເຂົ້າໄປປະຈໍາການຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ດ້ານວຽກງານປ້ອງກັນໄດ້ສຸມໃສ່ສ້າງຄວາມເຂັ້ມແຂງທາງດ້ານບຸກຄະລະກອນ, ການປະສານງານ, ແກ້ໄຂຂໍ້ຂັດແຍ່ງແຮງງານ, ສ້າງປຶ້ມຄູ່ມືການດໍາເນີນຄະດີ, ຈັດອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນໂດຍເນັ້ນໃສ່ການຊ່ວຍເຫຼືອເດັກຂັ້ນເມືອງ 10 ເມືອງ ແລະ ຕາໜ່າງປົກປ້ອງເດັກຂັ້ນບ້ານ 80 ບ້ານ, ເຜີຍແຜ່ວຽກງານຕ່າງໆຢູ່ບັນດາພື້ນທີ່ເປົ້າໝາຍ, ພື້ນທີ່ສ່ຽງ ແລະ ອື່ນໆ,ພ້ອມທັງແຈກຍາຍປຶ້ມກົດໝາຍ, ໂປສເຕີ, ແຜ່ນພັບ,ໂຄສະນາຜ່ານສື່ຕ່າງໆມີຜູ້ເຂົ້າຕິດຕາມເປັນຈຳນວນຫຼາຍ, ສຸມໃສ່ຈັດການຮຽນ-ການສອນວຽກງານຕ້ານການຄ້າມະນຸດຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍທົ່ວປະເທດ, ນອກນັ້ນບັນດາຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນໄດ້ລົງໂຄສະນາຢູ່ບັນດາບ້ານ, ໂຮງຮຽນມັດທະຍົມ, ມະຫາວິທະຍາໄລ, ຫົວໜ່ວຍແຮງງານມີຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ. 1 ປີຜ່ານມາສາມາດມ້າງຄະດີຄ້າມະນຸດດຳເນີນສຳເລັດ 26 ເລື່ອງ, ທຽບໂຕເລກຄະດີປີນີ້ກັບປີຜ່ານມາເຫັນວ່າໂຕເລກຫຼຸດລົງ, ພ້ອມນັ້ນຍັງໄດ້ໃຫ້ການຊ່ວຍເຫຼືອກຸ່ມສ່ຽງແລະ ຜູ້ຖືກເຄາະຮ້າຍທາງດ້ານສະຖານທີ່ພັກເຊົາຊົ່ວຄາວ,ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍອັນຈໍາເປັນ, ການປິ່ນປົວດ້ານຮ່າງກາຍ, ບໍາບັດຟື້ນຟູທາງດ້ານຈິດໃຈ, ຊ່ວຍເຫຼືອດ້ານກົດໝາຍ, ການສຶກສາ ແລະ ຝຶກວິຊາຊີບແລ້ວສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ. ໃນປີ 2022 ນີ້ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດທີ່ໄດ້ເຂົ້າມາບໍາບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຈໍານວນ 95 ຄົນຍິງ 76 ຄົນ, ໄດ້ບໍລິການປິ່ນປົວ ແລະ ກວດສຸຂະພາບໃຫ້ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງລວມທັງໝົດ 148 ຄົນຍິງ 140 ຄົນ, ໄດ້ຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ຖືກເຄາະຮ້າຍ ຈຳນວນ 137 ຄັ້ງ, ໃຫ້ຄໍາປຶກສາເຊິ່ງໜ້າ ແລະ ໃຫ້ຄໍາປຶກສາທາງໂທລະສັບສາຍດ່ວນຕ່າງໆໄດ້ທັງໝົດ 285 ຄັ້ງ, ດ້ານການພົວພັນຮ່ວມມືກັບຕ່າງປະເທດບັນດາຂະແໜງການຕ່າງໆນັບທັງສູນກາງ ແລະ ທ້ອງຖິ່ນໄດ້ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ, 3 ຝ່າຍລາວ-ກຳປູເຈຍ-ຫວຽດນາມໄດ້ຮ່ວມມືຫຼາຍຝ່າຍໂດຍສຸມໃສ່ການຮ່ວມມືໃນກອບອາຊຽນ ເປັນຕົ້ນແມ່ນການເຂົ້າຮ່ວມກອງປະຊຸມປຶກສາຫາລື, ສໍາມະນາ, ຝຶກອົບຮົມສ້າງຄວາມເຂັ້ມແຂງທາງດ້ານບຸກຄະລະກອນໃນຕ້ານການຄ້າມະນຸດຢູ່ໃນພາກພື້ນ, ຮ່ວມກັບບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງບໍ່ສັງກັດລັດຖະບານ (INGOs) ໃນການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາຕາມບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ລົງນາມຮ່ວມກັນສໍາເລັດເປັນຢ່າງດີ.

ໃນຕອນທ້າຍກອງປະຊຸມທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໃຫ້ຄະນະກໍາມະການຕ້ານການຄ້າມະນຸດຂະແໜງການຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງເອົາໃຈໃສ່ 11 ບັນຫາຄື: 1 ດ້ານກົງຈັກການຈັດຕັ້ງຕ້ອງກວດກາຄືນ, ມີຄວາມຮັບປະກັນໃນການເຄື່ອນໄຫວເຮັດໜ້າທີ່ວຽກງານ, 2. ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຢ່າງເປັນປົກກະຕິ, 3. ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາຊະຍາກຳຕ່າງໆຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ສຳເລັດໄປດ້ວຍດີ, 4. ຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດໄລຍະ III (2021-2025) ໃຫ້ມີປະສິດທິຜົນສູງ, 5. ສຸມໃສ່ເຮັດວຽກງານໂຄສະນາປູກຈິດສໍານຶກກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດທັງລວງກວ້າງ ແລະ ເລິກໃຫ້ທົ່ວສັງຄົມ, 6. ສຸມໃສ່ການດໍາເນີນຄະດີຄ້າມະນຸດຢ່າງເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສ, 7. ເອົາໃຈໃສ່ໃນການເຮັດວຽກງານປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍກຸ່ມສ່ຽງໃຫ້ມີຄວາມຮັບປະກັນ ແລະ ປອດໄພ, 8. ເພີ່ມທະວີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ, 9. ເພີ່ມທະວີການເຮັດວຽກງານປະສານສົມທົບໃຫ້ແໜ້ນແຟ້ນກົມກຽວ, 10. ເອົາໃຈໃສ່ເຮັດວຽກງານພົວພັນຮ່ວມມືກັບສາກົນໃຫ້ເຂັ້ມງວດ, 11. ຄົ້ນຄວ້າສະໜອງງົບປະມານຮັບໃຊ້ວຽກງານຕ້ານການຄ້າມະນຸດໃຫ້ມີຄວາມເໝາະສົມ ແລະ ທັນເວລາເພື່ອເຮັດໃຫ້ບັນຫາການຄ້າມະນຸດໃນສປປ ລາວນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສປປ ລາວ.

ຂ່າວ: ມາດມະນີ ແສນວິເສດ, ພາບ: ວັນເພັງ