Monday, October 13, 2025
Home Blog Page 818

ໜຶ່ງໃນ12ຮູບພາບຕາມຝາອາຄານເກົ່າຢູ່ນະຄອນໄກສອນພົມວິຫານ ມີຮູບແຕ້ມ ເປັນຮູບພາບລຸງສອນຫຼານ ຂອງທ່ານປະທານ ໄກສອນ ພົມວິຫານ ທີ່ໄດ້ແຕ້ມຂຶ້ນຢູ່ຝາໂຮງຮຽນປະຖົມໄຊຍະພູມ

0

ສິລະປະຂ້າງຖະໜົນເປັນແນວຄວາມຄິດໃນການນຳໃຊ້ສິລະປະຮູບແຕ້ມເພື່ອຫວນຄືນພາບເກົ່າໃນອະດີດຂອງເມືອງເກົ່າ ໄກສອນພົມ ວິຫານ ຫຼື ໃນເມືອກ່ອນເຄີຍເອີ້ນວ່າ “ເມືອງຄັນທະບູລີ” ໃຫ້ກັບມາມີຊີວິດຊີວາອີກຄັ້ງ ຜ່ານການນຳສະເໜີຄືນ ຫຼື ສະແດງພາບບັນຍາກາດທີ່ຫາເບິ່ງໄດ້ຍາກຂອງວິຖີຊີວິດຊາວເມືອງໃນເມື່ອກ່ອນ ຜ່ານການແຕ້ມຮູບພາບໃສ່ບໍລິເວນຝາອາຄານ ເພື່ອໃຫ້ພາບເຫຼົ່ານັ້ນກັບເຂົ້າມາເປັນສ່ວນຫນຶ່ງຂອງບັນຍາກາດເມືອງເກົ່າ ທ່ານ ໂພສີສອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ໄດ້ບອກກັບທີມຂ່າວ ທຊລ ວ່າ: ຮູບພາບທີ່ໂດດເດັ່ນ ແລະ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດໃຫ້ຄົນລາວທຸກຄົນໄດ້ຮຽນຮູ້ ແລະ ຈົດຈຳນັ້ນແມ່ນ ຮູບພາບ ລຸງສອນຫຼານ ເປັນພາບຂອງ ທ່ານປະທານ ໄກສອນ ພົມວິຫານ ທີ່ໄດ້ແຕ້ມຂຶ້ນຢູ່ຝາໂຮງຮຽນປະຖົມໄຊຍະພູມນະຄອນໄກສອນພົມວິຫານ ທີ່ກຳລັງໂອ້ລົມ ແລະສິດສອນ ເດັກນັກຮຽນ ພາບດັ່ງກ່າວໄດ້ສື່ເຖິງຄວາມສຳຄັນຂອງການສຶກສາທີ່ສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ເດັກຮຸ່ນໃໝ່,ແທນພາບດ້ວຍຕົວທ່ານໄກສອນ ພົມວິຫານ ບຸກຄົນສຳຄັນແຫ່ງປະຫວັດສາດ ດ້ວຍກິລິຍາທີ່ໂອບອ້ອມອາລີ, ມີຈິດໃຈມຸ່ງໝັ້ນ ຢາກຈະສິດສອນ, ຖ່າຍທອດຄວາມຮູ້ ແລະ ແທນພາບເດັກນ້ອຍດ້ວຍເຍົາວະຊົນຊາວໜຸ່ມທີ່ກຽມພ້ອມ ແລະຕື່ນເຕັ້ນທີ່ຈະຮຽນຮູ້ບົດຮຽນທີ່ລ້ຳຄ່າຈາກທ່ານ.


ພ້ອມນັ້ນ ທີມຂ່າວ ທຊລ ຍັງໄດ້ພົບກັບ ນັກຈິດຕະກອນ ທ່ານ ອານັນ ຈັນທະສອນ ໜຶ່ງໃນ5 ທ່ານທີ່ໄດ້ສຸມສະຕິກຳລັງມີສ່ວນຮ່ວມໃນການແຕ້ມຮູບພາບລຸງສອນຫຼານໃສ່ຝາອາຄານໂຮງຮຽນປະຖົມໄຊຍະພູມ ແລະ ມີຄວາມພູມໃຈທີ່ໄດ້ມີສ່ວນຮ່ວມໃນຄັ້ງນີ້.

12 ຮູບແຕ້ມທີ່ນອນໃນການຂຶ້ນບັນຊີອາຄານເຮືອນເກົ່າໄດ້ຈໍານວນ 184 ຫຼັງ, ແຍກເປັນ 3 ປະເພດຄື: ປະເພດ 1: ຈໍານວນ 8 ຫຼັງ ປະເພດ 2 ມີ 12 ຫຼັງ ແລະ ປະເພດ 3 ມີ: 163 ຫຼັງ ແລະ ໄດ້ຂື້ນທະບຽນຮັບຮອງເປັນມໍລະໂດກລະດັບທ້ອງຖິ່ນໃນອາຄານປະເພດ 1 ຈໍານວນ 8 ຫຼັງ, ໄດ້ປັບປຸງ ແລະ ພັດທະນາອາຄານເກົ່າ, ເສັ້ນທາງຍ່າງຂອງນັກທ່ອງທ່ຽວ ດ້ວຍການປູດິນຈີ່ໃຫ້ກົມກືນກັບຕົວເມືອງເກົ່າໃນຂອບເຂດຕໍ່ໜ້າຫໍພິພິຕະພັນແຂວງ, ປັບປຸງ, ພັດທະນາ ທັດສະນີຍະພາບຂອງແຄມຂອງ ພ້ອມທັງມີການຕິດຕັ້ງປ້າຍຂໍ້ມູນຕົວເມືອງເກົ່າ, ແຕ້ມຝາອາຄານທີ່ເລົ່າເຖິງເລື່ອງລາວຂອງການດໍາຊີວິດຂອງຄົນໃນສະໄໜກ່ອນ ເພື່ອເປັນການອະນຸລັກຮັກສາຝາອາຄານເກົ່າ ແລະ ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ແລະ ຮຽນຮູ້ປະຫວັດສາດຢູ່ນະຄອນໄກສອນພົມວິຫານ.


ນັກຂ່າວໂທລະພາບແຫ່ງຊາດລາວ ນ.ຈັນສະໝອນ ວົງສົດ

ພາບ: ອຸໄທລັດ ວິໄທ

ທ່ານ ນາງຫວໍຖິແອ້ງຊວນ ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ຮັກສາການປະທານປະເທດ

0

ອ້າງຕາມຂ່າວ VOVWORLD, ວັນທີ 18 ມັງກອນ ທີ່ນະຄອນຫລວງຮ່າໂນ້ຍຂອງຫວຽດນາມ, ໃນນາມຄະນະ ກຳມະທິການສາມັນສະພາແຫ່ງຊາດ ປະທານສະພາແຫ່ງຊາດ ເວືອງດິງເຫວ ໄດ້ລົງນາມປະກາດ ຂອງຄະນະ ກຳມະທິການສາມັນສະພາແຫ່ງຊາດ ສະໄໝທີ 15 ກ່ຽວກັບການປະຕິບັດໜ້າທີ່ຮັກສາການປະທານປະເທດ ສາທາລະນະລັດສັງຄົມນິຍົມຫວຽດນາມ ຮອງປະທານປະເທດ ທ່ານ ນາງຫວໍຖິແອ້ງຊວນ ຮັກສາການປະທານປະເທດ. ໂດຍລະບຸວ່າ: ໂດຍອີງຕາມພື້ນຖານລັດຖະທຳມະນູນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ກົດໝາຍອົງກອນ ສະພາແຫ່ງຊາດ ສະບັບແກ້ໄຂ ແລະ ເພີ່ມຕື່ມມະຕິ ຂອງສະພາແຫ່ງຊາດ ສະໄໝທີ 15 ໃນວັນທີ 18 ມັງກອນ, ໃນກອງປະຊຸມວິສາມັນ ຄັ້ງທີ 3 ສະໄໝທີ 15 ແລະ ຂໍ້ສະຫລຸບ ຂອງກົມການເມືອງພັກ ກ່ຽວກັບການມອບໝາຍໃຫ້ສະມາຊິກ ຄະນະກຳມະການກາງພັກ ໃຫ້ດຳລົງຕໍາແໜ່ງຮັກສາການປະທານປະເທດຫວຽດນາມ. ຄະນະກຳມະທິການສາມັນສະພາ ແຫ່ງຊາດ ປະກາດວ່າ: ທ່ານ ນາງ ຫວໍຖິແອ້ງຊວນ ຮອງປະທານປະເທດໃຫ້ດຳລົງຕໍາແໜ່ງຮັກສາການປະທານປະເທດ ຫວຽດນາມ ໄປຈົນກວ່າສະພາແຫ່ງຊາດ ຈະຈັດກອງປະຊຸມເລືອກຕັ້ງປະທານປະເທດຄົນໃໝ່.

ອູແກຣນ ຈະໄດ້ຮັບບ້ວງເງິນຊ່ວຍເຫລືອຈາກ ອີຢູ 3 ຕື້ເອີໂຣ

0

ສຳນັກຂ່າວຊິນຮວາຂອງ ສປຈີນ ເມື່ອບໍ່ດົນມານີ້ ທ່ານ ເດນີສ ຊາມີຮັລ ນາຍົກລັດຖະມົນຕີອູແກຣນ ເປີດເຜີຍວ່າ: ອູແກຣນ ຈະໄດ້ຮັບບ້ວງເງິນ ຈຳນວນ 3 ຕື້ເອີໂຣ ຈາກສະຫະພາບເອີຣົບ (EU) ໃນອາທິດນີ້ ໂດຍເປັນສ່ວນໜຶ່ງ ຂອງການຊ່ວຍເຫລືອ ທາງດ້ານການເງິນຊຸດໃຫມ່. ທ່ານ ເດນີສ ຊາມີຮັລ ລະບຸວ່າອູແກຣນ ແລະ ສະຫະພາບເອີຣົບ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ສຳລັບ ໂຄງການ ການເງິນ ລະດັບ ມະຫາພາກ ເພື່ອໃຫ້ອູແກຣນ ດ້ວຍມູນຄ່າ 1,8 ໝື່ນລ້ານເອີໂຣ.

ຈີນ ເປີດເຜີຍຈີດີພີບັນລຸ 121 ພັນຕື້ຢວນ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ສຳນັກງານສະຖິຕິແຫ່ງຊາດຈີນ ລາຍງານວ່າ: ໃນປີ 2022 ເສດຖະກິດຈີນ ຈະເລີນເຕີບໂຕຂຶ້ນປະມານ 121 ພັນຕື້ຢວນ ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີຕໍ່ປີ. ໂດຍສະເພາະລວມຍອດຜະລິດຕະພັນພາຍໃນ (ຈີດີຟີ) ໃນໄຕມາດ 4 ກວມເອົາ 2,9% ເມື່ອທຽບໃສ່ປີຕໍ່ປີ. ເຖິງແມ່ນວ່າຈະຜະເຊີນໜ້າ ກັບແຮງກົດດັນຕ່າງໆ ລວມເຖິງການແພ່ລະບາດ ຂອງພະຍາດໂຄວິດ-19 ອີກຄັ້ງ ແລະ ສະພາບແວດລ້ອມພາຍນອກ. ທ່ານ ຄັງອີ ຫົວໜ້າສຳນັກງານດັ່ງກ່າວລະບຸວ່າ ເສດຖະກິດຈີນ ໄດ້ສືບຕໍ່ພັດທະນາຢ່າງຕໍ່ເນື່ອງໂດຍຜົນຜະລິດທາງເສດຖະກິດເພີ່ມສູງຂຶ້ນ, ການຈ້າງງານ ແລະ ລາຄາໂດຍທົ່ວໄປມີສະຖຽນລະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍດີຂຶ້ນ.

ຣັດເຊຍ ຜະລິດນໍ້າມັນ ເພີ່ມຂຶ້ນ 2%

0

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ເມື່ອບໍ່ດົນມານີ້ ທຳນຽບເຄຣມລິນ ໂດຍອ້າງອິງຕາມຖະແຫລງຂ່າວ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ລະບຸວ່າ: ໃນປີ 2022 ຣັດເຊຍ ຜະລິດນໍ້າມັນບັນລຸ 535 ລ້ານໂຕນ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະຜ່ານມາ. ສ່ວນການຜະລິດອາຍແກັສທຳມະຊາດຫລຸດລົງ 11,8% ເນື່ອງຈາກກຸ່ມບັນດາປະເທດຕາເວັນຕົກ ໄດ້ຂວ້າມບາດຕໍ່ຣັດເຊຍ ສົ່ງຜົນໃຫ້ລາຄາອາຍແກັສທົ່ວໂລກໄດ້ເພີ່ມຂຶ້ນ ແລະ ຍັງເຮັດໃຫ້ຜູ້ຜະລິດ ແລະ ຜູ້ສົ່ງອອກອາຍແກັສ ຂອງຣັດເຊຍ ກວມເອົາອັດຕາສ່ວນລາຍໄດ້ໃນສົກງົບປະມານ ຂອງລັດຖະບານກາງເພີ່ມສູງຂຶ້ນ.

ໂຄງການກໍ່ສ້າງທາງດ່ວນພາກເໜືອ 3 ຊ່ວງບໍ່ມີຄວາມຄືບໜ້າ ແລະ ມີຫລາຍໜ້າວຽກຄ້າງຄາ

0

ໂຄງການລົງທຶນກໍ່ສ້າງທາງດ່ວນ ສາຍພາກເໜືອ 3 ຊ່ວງ (ວັງວຽງ ຫາ ຫລວງພະບາງ, ຫລວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ການດໍາເນີນການກໍ່ສ້າງທາງດ່ວນ ດັ່ງກ່າວ ໄດ້ສໍາຫລວດ ສຶກສາຂໍ້ມູນໃນໄລຍະຫລາຍປີຜ່ານມາ ແຕ່ໂຄງການທາງດ່ວນບໍ່ມີຄວາມຄືບໜ້າ, ການດຳເນີນໂຄງການ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ.

ໃນໄລຍະຜ່ານມາ, ກະຊວງ ແຜນການ ແລະ ການລົງທຶນຂອງ ສປປ ລາວ ໄດ້ກວດກາຄືນການ ຂໍສືບຕໍ່ສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງທາງດ່ວນ 3 ຊ່ວງ ຂອງບໍລິສັດ Yunnan construction andInvestment Holding Group Co.,Ltd, ຜ່ານມາໄດ້ຕໍ່ອາຍຸ (MOU) 3 ຄັ້ງແລ້ວ ແຕ່ໂຄງການ ບໍ່ມີຄວາມຄືບໜ້າ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ. ສະນັ້ນ, ເພື່ອເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ໄວ ຈຶ່ງຄວນເລືອກເອົາບໍລິສັດທີ່ມີເງື່ອນໄຂຄວາມພ້ອມໃນດ້ານຕ່າງໆ ເພື່ອສືບຕໍ່ພັດທະນາທາງດ່ວນຊ່ວງທີ 2 ວັງວຽງ ຫາ ຫລວງພະບາງ ແລະ ທາງດ່ວນຊ່ວງທີ 03 ຫລວງພະບາງ ຫາ ອຸດົມໄຊ ໃຫ້ສໍາເລັດຕາມແຜນການທີ່ວາງໄວ.

ດັ່ງນັ້ນ, ຫ້ອງວ່າການສໍານັກງານ ນາ ຍົກລັດຖະມົນຕີຈຶ່ງອອກ ແຈ້ງການສະບັບເລກທີ 431/ຫສນຍ,ລົງວັນທີ 30/03/2022 ບໍ່ເຫັນດີໃຫ້ຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ(MOU) ຫລື ຍົກເລີກໂຄງການທາງດ່ວນ ຊ່ວງທີ 2 (ວັງວຽງ ຫາ ຫລວງພະບາງ) ແລະ ຊ່ວງທີ 3 (ຫລວງພະບາງ ຫາ ອຸດົມໄຊ) ຂອງບໍລິສັດ Yunnan construction andInvestment Holding Group Co.,Ltd, ສ່ວນທາງດ່ວນ ຊ່ວງທີ 04 ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ແມ່ນມອບໃຫ້ບໍລິສັດ Yunnan construction andInvestment Holding Group Co.,Ltd ສືບຕໍ່ໂຄງການທາງດ່ວນ ເນື່ອງຈາກວ່າ ບໍລິສັດ ດັ່ງກ່າວ ໄດ້ດຳເນີນການສຳຫລວດສຶກສາຄວາມເປັນໄດ້ ກ່ຽວກັບສະພາບທາງດ່ວນຜ່ານມາ ແລະ ມີຂໍ້ມູນຈຳນວນ ໜຶ່ງແລ້ວ ແຕ່ຕ້ອງກຳນົດຂອບເຂດເວລາ ການຈັດຕັ້ງປະຕິບັດໂຄງການໃຫ້ຊັດເຈນ.

ສຳເລັດ ການບູລະນະອະນຸສາວະລີຮ່ວມສໍາພັນ ສູ້ຮົບລາວ-ຫວຽດ

0

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ຈັດພິທີມອບ-ຮັບ ໂຄງການບູລະນະອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດ ທີ່ ແຂວງຊຽງຂວາງ ໃຫ້ແກ່ຄະນະປະຕິບັດງານພິເສດລັດຖະບານ ໃນວັນທີ 18 ມັງກອນ 2023 ໂດຍມີ ທ່ານ ພົຕ ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ຟານມິງຈຽນ ຮອງເອກອັກຄະລັກສະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ພັນເອກພິເສດ ຫວໍ ວັນ ທົ້ງ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສສ ຫວຽດນາມປະຈໍາ ສປປ ລາວ, ທ່ານ ນາງ ບົວສີ ນາຖາວົງ ປະທານແນວລາວສ້າງຊາດແຂວງຊຽງຂວາງ, ທ່ານ ເຈິນ ຈຸງຮຶງ ຜູ້ອຳນວຍ ການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ, ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມປະຕິບັດ ແຕ່ວັນທີ 17 ຕຸລາ 2022 ຕາມໜ້າວຽກບູລະນະທີ່ໄດ້ຮັບການອະນຸມັດ ແລະ ສໍາເລັດໜ້າວຽກທັງໝົດ ໃນວັນທີ 22 ທັນວາ 2022 ລວມມູນຄ່າບູລິນະທັງໝົດ 7 ຕື້ກີບ ໂດຍແມ່ນ ບໍລິສັດ ລາວິນາໂກ 36 ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ.

ໃນພິທີ ທ່ານ ບີ ມົວໄຟດາເຢຍຈ່າ ຕາງໜ້າຄະນະອຳນວຍການບໍລິສັດ ສະຕາ ໂທລະຄົມ ໄດ້ໄດ້ໃຫ້ຮູ້ວ່າ: ດັ່ງທີ່ພວກເຮົາຮັບຮູ້ກັນແລ້ວວ່າ ອະນຸສາວະລີຮ່ວມສໍາພັນ ສູ້ຮົບ ລາວ-ຫວຽດນາມແຫ່ງນີ້ ໄດ້ຮັບການກໍ່ສ້າງ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 1998 ເປັນຕົ້ນມາ, ລວມອາຍຸນໍາໃຊ້ມາຮອດປັດຈຸບັນແມ່ນ 24 ປີ ແລະ ມີຫລາຍຈຸດທີ່ຊຸດໂຊມ ຕ້ອງໄດ້ຮັບການປັບປຸງຄືນໃໝ່. ເພື່ອເປັນການປົກປັກຮັກສາ ແລະ ບູລະນະອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດ ເຊິ່ງເປັນສັນຍາລັກແຫ່ງຄວາມສາມັກຄີ, ສັນຍາລັກແຫ່ງສາຍພົວພັນອັນສະໜິດແໜ້ນກົມກຽວລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ການເສຍສະຫລະຊີວິດເລືອດເນື້ອ ເພື່ອການປະຕິ ວັດຂອງນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເພື່ອຊ່ວຍເຫລືອລາວ ໃນການຕໍ່ສູ້ຕ້ານຈັກກະ ພັດຕ່າງດ້າວທີ່ເຂົ້າມາຮຸກຮານ.

ເພື່ອຈາລຶກເຖິງຄຸນງາມຄວາມດີໃຫ້ສືບທອດຮອດຮຸ່ນລູກຮຸ່ນຫລານ ແລະ ເປັນສະຖານທີ່ສັກກະລະບູຊາ ສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ນັກຮົບປະຕິວັດອາສາສະໝັກຫວຽດນາມທີ່ໄດ້ເສຍສະ ຫລະຊີວິດ ໃນສະໝໍລະພູມປ້ອງກັນປະເທດຊາດ ເພື່ອຊ່ວຍເຫລືອລາວ ໂດຍສະເພາະ ແມ່ນປະຊາຊົນ ແຂວງຊຽງຂວາງຢ່າງພິລະອາດຫານ ແລະ ເປັນການສະເຫລີມສະຫລອງຄົບຮອບ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ລະຫວ່າງ ລາວ-ຫວຽດນາມ.

ບໍລິສັດສະຕາໂທລະຄົມ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກການນໍາ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຕົກລົງມອບໂຄງການບູລະນະປະຕິສັງຂອນອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດ ແຫ່ງນີ້ໃຫ້ແກ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ເຊິ່ງເປັນບໍລິສັດຮ່ວມມືລົງທຶນ ລະຫວ່າງ ສອງກະຊວງປ້ອງກັນປະເທດ ທີ່ປະສົບຜົນສໍາເລັດທີ່ສຸດ ຢູ່ ສປປ ລາວ ຕາງໜ້າໃຫ້ແກ່ສອງ ກະຊວງປ້ອງກັນປະເທດ ຊ່ວຍສະໜັບສະໜູນອຸປະຖໍາທາງດ້ານງົບປະມານ ໃນການບູລະນະປັບປຸງຄືນໃໝ່ ໃຫ້ສວຍງາມຖືກຕ້ອງຕາມຮີດຄອງປະເພນີ ແລະ ການກໍານົດຂອງລັດຖະບານ.

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ຖືວ່າໄດ້ເຮັດສໍາເລັດໜ້າທີ່ໃນການບູລະນະປະຕິສັງຂອນອະນຸ ສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດ ຄືນໃໝ່ຢ່າງສົມບູນເປັນທີ່ຮຽບຮ້ອຍ ແລະ ຂໍມອບໜ້າທີ່ການປົກປັກຮັກສາອະນຸສາວະລີແຫ່ງນີ້ ໃຫ້ຄະນະປະຕິບັດງານພິເສດລັດຖະບານ ເປັນຜູ້ສືບຕໍ່ຄຸ້ມຄອງນໍາໃຊ້ໃຫ້ຖືກຕ້ອງຕາມການຕົກລົງຂອງລັດຖະບານ ແລະ ຮີດຄອງປະເພນີຂອງ ສປປ ລາວ.

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2022

0

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2022 ຈັດຂຶ້ນໃນວັນທີ 19 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນນາຍົກ ລັດຖະມົນຕີ, ມີາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າອົງການທຽບເທົ່າກະຊວງ, ສະຖາບັນຄົ້ນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ຜູ້ຕາງໜ້າແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການນິຕິບັນຍັດ, ອົງການຕຸລາການ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ຊຶ່ງເຮັດໃຫ້ເກີດຜົນກະທົບຢ່າງໜັກໜ່ວງ ຕໍ່ເສດຖະກິດ. ສໍາລັບຢູ່ປະເທດເຮົາ ກໍບໍ່ສາມາດຫລີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວເຊັ່ນດຽວກັນ ໂດຍສະເພາະ ແມ່ນໄດ້ກະທົບຕໍ່ສະຖຽນລະພາບດ້ານເສດຖະກິດມະຫາພາກ ເປັນຕົ້ນ ການຂາດດຸນເງິນຕາຕ່າງປະເທດ, ການເໜັງຕີງແຮງຂອງອັດຕາແລກປ່ຽນເງິນຕາ, ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າອຸປະໂພກ-ບໍລິໂພກ ເພີ່ມຂຶ້ນສູງ.

ກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ II ປະຈຳປີ 2022 ຈະດໍາເນີນໄປເປັນເວລາ 1 ວັນເຄິ່ງ ຊຶ່ງກອງປະຊຸມ ຈະໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ 5 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດໄດ້ຮັບຮອງ ກໍຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້: ສະຫລຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2022 ແລະ ທິດທາງແຜນຈຸດສຸມ ປີ 2023 ຂອງລັດຖະບານ; ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ, ແຜນເງິນຕາ ແລະ ແຜນແກ້ໄຂຜົນການກວດສອບໝົດປີ 2023; ລາຍງານ ກ່ຽວກັບຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການປັບປຸງສະພາບແວດລ້ອມການລົງທຶນ ຢູ່ ສປປ ລາວ ໃນປີ 2023; ລາຍງານ ກ່ຽວກັບການຮ່ວມມື ລາວ-ຫວຽດນາມ: ຜົນການຢ້ຽມຢາມ ຂອງຝ່າຍລາວ ຢ່າງເປັນທາງການ ແລະ ຜົນກອງປະຊຸມສະຫລຸບ ປີສາມັກຄີ ລາວ-ຫວຽດນາມ ແລະ ສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນ ຂໍ້ຕົກລົງຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ສະເໜີແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ຜົນກອງປະຊຸມຄັ້ງທີ 45 ກໍຄື ແຜນການຮ່ວມມືປີ 2023; ລາຍງານ ສະພາບການຈັດຕັ້ງປະຕິບັດ ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາສະມາຊິກລັດຖະ ບານ, ບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫລວງວຽງຈັນ ຈົ່ງໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.

ເສດຖະກິດຈີນ ເພີ່ມຂຶ້ນສູ່ລະດັບໃໝ່ໃນປີ 2022

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ຫລາຍພາກສ່ວນ ໄດ້ປະກາດ ສະພາບ ການເຄື່ອນໄຫວ ດ້ານເສດຖະກິດ ແຫ່ງຊາດ ໃນປີ2022. ໃນນັ້ນ, ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ຈັດກອງປະຊຸມ ຖະແຫລງຂ່າວ, ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ແນະນຳ ໃຫ້ຮູ້ວ່າ: ປີ2022, ລວມຍອດ ເສດຖະກິດຈີນ ໄດ້ເພີ່ມຂຶ້ນສູ່ ລະດັບໃໝ່, ລວມຍອດ ຜະລິດ ຕະພັນ ພາຍໃນ (GDP) ບັນລຸມູນຄ່າ 121 ພັນຕື້ຢວນ, ເພີ່ມຂຶ້ນ 6,1 ພັນຕື້ຢວນ ເມື່ອທຽບໃສ່ ປີກ່ອນ.ລວມຍອດ ເສດຖະກິດຈີນ ລະຫວ່າງ ປີ 2020-2022 ໄດ້ເພີ່ມຂຶ້ນ 4,5% ຕໍ່ປີ, ສູງກວ່າລະດັບສະເລ່ຍ 2% ຂອງໂລກ,ເສດຖະກິດຈີນ ຍັງແມ່ນແຫລ່ງແມ່ແຮງ ທີ່ສຳຄັນ ໃນການເຕີບໂຕ ຂອງເສດ ຖະກິດໂລກ. ກະຊວງ ການຄ້າຈີນ ປະກາດຂໍ້ມູນສະແດງໃຫ້ເຫັນວ່າ: ໃນປີ 2022 ທຶນຕ່າງປະເທດ ທີ່ຈີນ ນຳໃຊ້ຕົວຈິງ ມີເຖິງ 1.232 ຕື້ກວ່າຢວນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ປີກ່ອນ. ອົງການພະລັງງານແຫ່ງຊາດ ປະກາດຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ປີ 2022 ໃນທົ່ວປະເທດຈີນ ໄດ້ໃຊ້ໄຟຟ້າເຖິງ 8.637,2 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ ປີກ່ອນ ​ແລະ ລາຍໄດ້ສະເລ່ຍ ຂອງຊາວກະສິກອນທີ່ຈັບຈ່າຍໄດ້ມີເຖິງ 20.133 ຢວນ ເພີ່ມຂຶ້ນ 4,2%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ ຢືນຢູ່ຕໍ່ໜ້າໂອກາດກາຍເປັນສູນອຸດສາຫະກຳ ຢູ່ອາຊີ

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ. ເວັບໄຊ stattimes.com ຂອງ ອິນເດຍ ຫາກໍ່ລົງບົດຂຽນ ຕີລາຄາວ່າ: ສສ ຫວຽດນາມ ພວມນັບມື້ ນັບມີ ຫລາຍກາ ລະໂອກາດ ເພື່ອກາຍເປັນ ສູນເຕັກໂນໂລຊີ ພັດທະນາ ຢູ່ອາຊີ, ພິເສດ ແມ່ນກ່ຽວກັບ ເຕັກໂນໂລຊີ ແລະ ການຕັດຫຍິບ. ຂະນະທີ່ ພາກພື້ນ ອາຊີ ຍັງຄົງຟື້ນຟູ ພາຍຫລັງ ພະຍາດໂຄວິດ-19, ພື້ນຖານ ເສດຖະກິດ ຫວຽດນາມ ໄດ້ພັດທະນາ ຢ່າງແຮງ, ບັນລຸ ລະດັບເຕີບໂຕ 8,02% ຕໍ່ປີ, ສູ່ງກ່ວາ ພື້ນຖານ ເສດຖະກິດ ປະເທດອື່ນ ຢູ່ອາຊີ. ວົງເງິນ ສົ່ງ ອອກ ບັນລຸ 372 ຕື້​ໂດ​ລາ​ ສະຫະລັດ ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ວິເຄາະ ກ່ຽວກັບ ກຳລັງໜູນ ໃຫ້ແກ່ ການເຕີບໂຕ ດ້ານອຸດສາຫະກຳຢູ່ ສສ ຫວຽດນາມ, .ຂະນະ​ທີ່ ສສ ຫວຽດນາມ ມີກຳລັງແຮງງານ ແກ້ງແຍ້ງ ແລະ ຄ່າໃຊ້ຈ່າຍ ໃນການຜະລິດຕ່ຳ, ມີພື້ນຖານ ໂຄງລ່າງ ໝັ້ນແກ່ນ. ດ້ວຍທີ່ຕັ້ງ ຍຸດທະສາດ ຕັ້ງຢູ່ລຽບຕາມ ຝັ່ງທະເລ ມີລວງຍາວ 3.200 ກີໂລແມັດ, ສສ ຫວຽດນາມ ກາຍເປັນ ສະຖານທີ່ ຂົນສົ່ງ ສິນຄ້າ ຢ່າງມີປະສິດທິຜົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ