Tuesday, October 22, 2024
Home Blog Page 815

5 ໜ່ວຍພັກທີ່ຂື້ນກັບຮາກຖານພະແນກສຶກສາທິການແລະກິລາແຂວງ ຂະຫຍາຍສະມາຊິກພັກໃໝ່

0

ໃນຕອນແລງວັນທີ 7 ມີຖຸນາ 2022 ທີ່ສະໂມສອນໂຮງຮຽນມ.ສ ສະຫວັນ ໄດ້ຈັດພິທີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊີກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ປອ ສຸກສົມພອນ ອະໂນໄທ ເລຂາພັກຮາກຖານ,ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ,ມີຄະນະພັກຮາກຖານ, ເລຂາ ໜ່ວຍພັກທີ່ຂື້ນກັບ ຮາກຖານພັກພະແນກສຶກສາທິການແລະ ກິລາແຂວງ ຕະຫລອດເຖີງສະມາຊີກພັກສົມບູນ,ສຳຮອງແລະມະຫາຊົນກ້າວໜ້າເຂົ້າຮ່ວມຈຳນວນ 42 ສະຫາຍ,ຍິງ 39 ສະຫາຍ.

ໃນພິທີ ທ່ານນາງ ວຽງໄຊ ຈັນທະພານິດ ຮອງຜູ້ອໍານວຍການໂຮງຮຽນ ມ.ສ ສະຫວັນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະຫວັນນະເຂດ ວ່າດ້ວຍການອະນຸມັດ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງແລະເລື່ອນສະມາຊີກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ.ເຊິ່ງມີຈໍານວນ 5 ໜ່ວຍພັກ ຄື:ໜ່ວຍພັກໂຮງຮຽນ ມ.ສ ສະຫວັນ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 3 ສະຫາຍ,ຍິງ1 ສະຫາຍ; ເລື່ອນຈາກສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຈຳນວນ 8 ສະຫາຍ,ຍິງ 6 ສະຫາຍ;ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງ ເລື່ອນຈາກສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ 3 ສະຫາຍ,ຍິງ 1 ສະຫາຍ; ໜ່ວຍພັກຂະແໜງບໍລິຫານ ເລື່ອນຈາກສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຈຳນວນ 3 ສະຫາຍ,ຍິງ 2 ສະຫາຍ; ໜ່ວຍພັກຂະແໜງກິລາກາຍຍະກໍາ ເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ1 ສະຫາຍ ແລະໜ່ວຍພັກໂຮງຮຽນມ.ສ ຊົນເຜົ່າສະຫວັນນະເຂດເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ1 ສະຫາຍ; ຈາກນັ້ນສະຫາຍ ປອ ສຸກສົມພອນ ອະໂນໄທ ເລຂາພັກຮາກຖານ,ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດກໍ່ໄດ້ຂື້ນມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການອະນຸມັດ ຮັບສະມາຊີກພັກສໍາຮອງ ແລະ ເລື່ອນສະມາຊີກພັກສໍາຮອງ ຂຶ້ນສົມບູນ ຢ່າງສົມກຽດ.

ພ້ອມທັງໂອ້ລົມຕໍ່ສະມາຊິກພັກ ເຊິ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກສຳຮອງໃໝ່ ແລະ ສະມາຊິກພັກສົມບູນ ທີ່ໄດ້ສ້າງຄຸນງາມຄວາມດີ ມີຜົນງານດີເດັ່ນ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ທີ່ຂັ້ນເທີງມອບໝາຍໃຫ້ສຳເລັດ.ຈົນກ້າວມາເປັນສະມາຊິກພັກປະຊາຊົນປະຕິວັດລາວຢ່າງມີກຽດສະຫງ່າ.

ທ່ານຍັງໄດ້ສະແດງຄວາມເປັນຫ່ວງໃຍໃນການປະຕິໜ້າທີ່ວຽກງານຕ່າງໆ ຂອງແຕ່ລະໜ່ວຍພັກ ໂດຍເນັ້ນໜັກໃຫ້ສະມາຊິກພັກ ຈົ່ງຕັ້ງໜ້າປະຕິບັດມະຕິຄຳສັ່ງ ຂອງພັກປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ. ເຂົ້າຮ່ວມທຸກຂະບວນການຂົງເຂດວຽກງານຂອງຂະແໜງການສຶກສາ-ກິລາໃຫ້ເປັນຂະບວນ,ຮຽກຮ້ອງໃຫ້ພະນັກງານສະມາຊິກພັກມີຄວາມສາມັກຄີໜັກແໜ້ນເຂັ້ມແຂງ.ດຳລົງຊີວີດປອດໃສຂາວສະອາດ.

ພາບ-ຂ່າວ: ຄຳແພງເພັດ ຂັນຕິວົງ

#Medialaos MMD  #Savannakhet Province

ແຂວງໄຊສົມບູນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

0

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ກໍຄືວັນເດັກນ້ອຍສາກົນ ທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ໂດຍການເຂົ້າຮ່ວມ ຂອງສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ ພ້ອມດ້ວຍຄະນະພັກ-ຄະນະນໍາແຂວງ, ມີທ່ານ ປອ ພຸດ ອິນທະວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງອະນຸວົງ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ພ້ອມດ້ວຍບໍລິສັດ ໂກເອກໂກ, ລັດວິສາຫະກິດ, ບັນດາທະນາຄານສາຂາ ແຂວງໄຊສົມບູນ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ ຢ່າງຫລວງຫຼາຍ.
ໃນພິທີ ສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 42 ປີ ( ຄື 1 ມີຖຸນາ 1980- 1 ມີຖຸນາ 2022 ) ແລະ ເປັນການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ( ຄື 18 ກໍລະກົດ 1977– 18 ກໍລະກົດ 2022 ) ພ້ອມທັງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 1 ກັນຍາ 1962- 1 ກັນຍາ 2022 ).

ສໍາລັບປີ 2022 ນີ້ ມີເບ້ຍໄມ້ທີ່ນໍາມາປູກທັງໝົດ 884 ເບ້ຍ ໃນນັ້ນປະກອບມີເບ້ຍດອກບານແດງ ແລະ ເບ້ຍດອກຄາຍປ່າ ໂດຍໄດ້ຈັດແບ່ງໃຫ້ບັນດາພະແນກການອ້ອມຂ້າງແຂວງ ຮັບຜິດຊອບປູກຢູ່ 4 ຈຸດ ຄື: ຈຸດອະນຸສາວະລີຮ່ວມສຳພັນສູ້ຮົບລາວ-ຫວຽດ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ສຳນັກງານປົກຄອງແຂວງ, ລຽບຕາມສອງຝາກທາງ ຖະໜົນໄຊຊະນະ ແລະ ຖະໜົນເພຍຫຼວງ ເພື່ອເປັນໄມ້ປະດັບຕົວເມືອງ, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວເປີດພິທີຢ່າງເປັນທາງການ, ຊຶ່ງສະຫາຍ ໄດ້ຕີລາຄາສູງຕໍ່ການກະກຽມ ໃນການປູກຕົ້ນໄມ້ ໃນປີນີ້ ແລະ ກໍເປັນປີແຫ່ງມິດຄະພາບສອງຊາດລາວ-ຫວຽດນາມ ເປັນການເສີມສ້າງສາຍສໍາພັນອັນດີງາມ ຂອງສອງພັກ-ສອງລັດ ໃຫ້ໝັ້ນຄົງຍືນຍາວຕະຫຼອດໄປ, ທັງເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ 2022 ເພື່ອເປັນການປູກຈິດສຳນຶກໃຫ້ສັງຄົມ ແລະ ອະນຸຊົນຮຸ່ນສືບທອດຮູ້ຄຸນປະໂຫຍດ, ຮູ້ອະນຸລັກຮັກສາຕົ້ນໄມ້ ແລະ ທັງເປັນການປະກອບສ່ວນໃນການຟື້ນຟູສິ່ງແວດລ້ອມພາຍໃນແຂວງໄຊສົມບູນ ໃຫ້ເຕັມໄປດ້ວຍພື້ນທີ່ປົກຄຸມຂອງປ່າໄມ້ທີ່ດົກໜາ ແລະ ຂຽວງາມຕະຫຼອດປີ.

ຂ່າວ: ນາງ ແກ່ນຈັນ ທໍາມະນີ

ຄະນະກຳມະການແນວໂຮມປະເທດ ຫວຽດນາມ ແຂວງກວາງຈິ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

0

ໃນວັນທີ 8 ມິຖຸນາ 2022 ນີ້, ທີ່ຫ້ອງຮັບຮອງສະໂມສອນແຂວງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ເຊິ່ງນຳໂດຍ ທ່ານ ດ່າວ ແມ້ງ ຮຸ່ງ ກຳມະການປະຈຳພັກແຂວງ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ພ້ອມຄະນະ ເຂົ້າພົບປະ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມຄະນະ ໃຫ້ການຕ້ອນຮັບ.

ໃນໂອກາດດັ່ງກ່າວ ທ່ານ ດ່າວ ແມ້ງ ຮຸ່ງ ຕາງໜ້າໃຫ້ຄະນະ ລາຍງານຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ເພື່ອເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງແນວລາວສ້າງຊາດແຂວງສາລະວັນ ສປປ ລາວ ກັບແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ສສ ຫວຽດນາມ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນຄວາມສາມັກຄີພິເສດ ແລະຮ່ວມມືຮອບດ້ານລະຫວ່າງແຂວງກວາງຈິ ສສ ຫວຽດນາມ ກັບ ແຂວງສາລະວັນ ສປປ ລາວ ເວົ້າສະເພາະກໍ່ຄືວຽກງານແນວລາວສ້າງຊາດ ແລະ ແນວໂຮມ ຂອງສອງແຂວງສອງຊາດ ໂດຍສະເພາະການຮ່ວມມື, ການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃຫ້ນັບມື້ນັບພັດທະນາຂື້ນໄປເລື້ອຍໆ.

ຈາກນັ້ນ ທ່ານ ໂພໄຊ ໄຊຍະສອນ ກໍ່ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ກັບການຮ່ວມມືວຽກງານດັ່ງກ່າວ ແລະ ສະໜິດສະໜົມຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກວາງຈິ ທີ່ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ, ທັງຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ ພິເສດກໍ່ແມ່ນການຮ່ວມມືສອງຝ່າຍຄື: ວັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຄົບຮອບ 45 ປີ ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ. ນອກນັ້ນກໍ່ຄືການແລກປ່ຽນບົດຮຽນທາງດ້ານວິຊາການໃນການເຄື່ອນໄຫວວຽກງານຕົວຈິງ ໂດຍສະເພາະການແລກປ່ຽນ, ການພົບປະ, ການສ້າງເສດຖະກິດ, ການປົກປ້ອງບັນດາເຂດຊາຍແດນຕ່າງໆ ໃຫ້ມີຄວາມສະຫງົບ ແລະປອດໄພ ເພື່ອເຮັດໃຫ້ວຽກງານຂະບວນການຊາຍແດນເປັນຂະບວນການຟົດຟື້ນ, ປະຊາຊົນມີສ່ວນຮ່ວມຫຼາຍຂຶ້ນ ແນໃສ່ແກ້ໄຂສິ່ງຫຍຸ້ງຍາກ ແລະຮ່ວມກັນເສີມສ້າງໃນການພັດທະນາ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ ພັກ-ລັດ ມອບໝາຍໃຫ້, ເພີ່ມພູນຄູນສ້າງຮັດແໜ້ນຄວາມສາມັກຄີພິເສດໃຫ້ໝັ້ນຄົງ ຕະຫຼອດໄປ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ

#Medialaos MMD  #SalavanProvince

ຝຶກອົບຮົມການສ້າງຄວາມເຂັ້ມແຂງດ້ານສຸຂະພາບ ແລະ ຫຼຸດຜອ່ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຢູ່​ເມືອງບາຈຽງຈະເລີນສູກ

0

ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2022 ສູນກາງສະຫະພັນແມ່ຍິງລາວ ຝຶກອົບຮົມການສ້າງຄວາມເຂັ້ມແຂງດ້ານສຸຂະພາບ ແລະ ຫຼຸດຜອ່ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຢູ່ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ນຳໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູງການພັກປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ,ທ່ານນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພອ້ມຄະນະແລະຄູຝຶກຈາກສູນກາງສະຫະພັນແມ່ຍິງລາວ, ມີທ່ານ ນາງ ບົວຜັນ ຫຼວງແສນຫວັງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງບາຈຽງຈະເລີນສຸກ ພ້ອມຄະນະ, ຄະນະປະທານສະຫະພັນແມ່ຍິງເມືອງມຸນລະປະໂມກ, ຫົວໜ້າຂະແໜງພັດທະນາສະຫະພັນແມ່ຍິງແຂວງຈຳປາສັກພອ້ມວິຊາການ,ປະທານສະຫະພັນແມ່ຍິງຈາກ 8 ພະແນກການຂອງແຂວງເຂົ້າຮວ່ມທັງໝົດ 35 ທ່ານຢູ່ທີ່ສະໂມສອນເມືອງດັ່ງກາວ ການຝຶກອົບອົບຮົມໃນຄັ້ງນີ້ ຄະນະຄູຝຶກໄດ້ຜັດປ່ຽນກັນບັນຍາຍກຽ່ວກັບຫົວຂໍ້ການລ້ຽງລູກດ້ວຍນົມແມ່ໃນໄລຍະການລະບາດພະຍາດໂຄວິດ-19 ແລະ ຄວາມສຳຄັນຂອງການຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ, ອະທິບາຍກຽ່ວກັບສ້າງຄວາມເຂົ້າໃຈກ່ຽວກັບຄູ່ມືໃນການສ້າງກຸ່ມທ້ອນເງິນເພື່ອການປ່ຽນແປງ.​ ນຳໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູງການພັກປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ,ທ່ານນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພອ້ມຄະນະແລະຄູຝຶກຈາກສູນກາງສະຫະພັນແມ່ຍິງລາວ,ມີທ່ານ ນາງ ບົວຜັນ ຫຼວງແສນຫວັງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງບາຈຽງຈະເລີນສຸກ ພ້ອມຄະນະ,ຄະນະປະທານສະຫະພັນແມ່ຍິງເມືອງມຸນລະປະໂມກ,ຫົວໜ້າຂະແໜງພັດທະນາສະຫະພັນແມ່ຍິງແຂວງຈຳປາສັກພອ້ມວິຊາການ,ປະທານສະຫະພັນແມ່ຍິງຈາກ 8 ພະແນກການຂອງແຂວງເຂົ້າຮວ່ມທັງໝົດ 35 ທ່ານຢູ່ທີ່ສະໂມສອນເມືອງດັ່ງກາວ ການຝຶກອົບອົບຮົມໃນຄັ້ງນີ້ ຄະນະຄູຝຶກໄດ້ຜັດປ່ຽນກັນບັນຍາຍກຽ່ວກັບຫົວຂໍ້ການລ້ຽງລູກດວ້ຍນົມແມ່ໃນໄລະຍການລະບາດພະຍາດໂຄວິດ-19 ແລະ ຄວາມສຳຄັນຂອງການຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ,ອະທິບາຍກຽ່ວກັບສ້າງຄວາມເຂົ້າໃຈກ່ຽວກັບຄູ່ມືໃນການສ້າງກຸ່ມທ້ອນເງິນເພື່ອການປ່ຽນ

ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວວ່າ:ການສ້າງເງິນທອ້ນເພື່ອແບ່ງເບົາຄອບຄົວໃຫ້ຮູ້ຈັກປະຢັດອົດອອມໃຊ້ຈ່າຍໃຫ້ຄອບຄົວໃນຕາໜ່າງການສ້າງກອງທຶນເງິນທ້ອນໃນຫຼາຍແຂວງໃຫ້ກວ້າງຂວາງ,ໃຫ້ແມ່ຍິງມີຄວາມເຂັ້ມແຂງດວ້ຍຕົນເອງອົບຮົມລູກຫຼານໃຫ້ຮູ້ຈັກຜົນຮ້າຍຂອງສິ່ງເສບຕິດ./.

#Medialaos#ສື່ມວນຊົນແຂວງຈຳປາສັກ

ຂ່າວ-ພາບ:ນາງ ສົມພອນ ຍໍພົນສັກ.

ສຍມ ບາຈຽງຈະເລີນສຸກ