Saturday, October 19, 2024
Home Blog Page 809

ທະນາຄານກາງເອີຣົບ ປັບຂຶ້ນອັດຕາດອກເບ້ຍຄັ້ງທຳອິດ ໃນຮອບ 11 ປີ

0

ທະນາຄານກາງສະຫະພາບເອີຣົ ຫຼື ອີຊີບີ ( ECB ) ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,25% ເຊິ່ງເປັນຄັ້ງທຳອິດໃນຮອບ 11 ປີ ໂດຍຈະມີຜົນຕັ້ງແຕ່ເດືອນກໍລະກົດເປັນຕົ້ນໄປ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ກຳລັງເພີ່ມຂຶ້ນນັບມື້ໃນຂະນະນີ້. ໃນຖະແຫຼງການຂອງ ອີຊີບີ ລະບຸວ່າ: ອັດຕາເງິນເຟີ້ເພີ່ມສູງຂຶ້ນ ຖືວ່າເປັນຄວາມທ້າທາຍ ສຳລັບສະຫະພາບເອີຣົບ ແລະ ອີຊີບີ ຈະເຮັດໃຫ້ແນ່ໃຈວ່າອັດຕາເງິນເຟີ້ຈະກັບມາສູ່ເປົ້າໝາຍໄລຍະກາງທີ່ 2% ແຕ່ຂະນະນີ້ ຄາດວ່າອັດຕາເງິນເຟີ້ຂອງສະຫະພາບເອີຣົບຢູ່ທີ່ປະມານ 8,1%.

ທ່ານ ນາງ ຄຣິສຕິນ ລາກາດ ປະທານ ອີຊີບີ ເປີດເຜີຍວ່າ: ການປັບຂຶ້ນອັດຕາດອກເບ້ຍມັນບໍ່ແມ່ນຄວາມຕ້ອງການຂອງ ອີຊີບີ ແຕ່ຫຼັງຈາກທີ່ລາຄາພະລັງງານເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂະນະທີ່ລາຄາອາຫານເພີ່ມຂຶ້ນ 7,5% ໃນເດືອນພຶດສະພາ ສ່ວນໜຶ່ງເປັນຜົນພວງມາຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແຕ່ຍອມຮັບວ່າການປັບຂຶ້ນອັດຕາດອກເບ້ຍ ອາດຈະບໍ່ສົ່ງຜົນໃຫ້ອັດຕາເງິນເຟີ້ຫຼຸດລົງມາທັນທີ.

ທັງນີ້ ອີຊີບີ ປະກາດປັບຂຶ້ນອັດຕາດອກເບ້ຍ 0,25% ໃນເດືອນກໍລະກົດ ແລະ ຄາດວ່າຈະປັບຂຶ້ນອີກຄັ້ງໃນທ້າຍປີນີ້ ໂດຍປັດຈຸບັນອັດຕາດອກເບ້ຍນະໂຍບາຍຂອງ ອີຊີບີ ຢູ່ທີ່ -0,50%. ຂະນະທີ່ ອີຊີບີ ຄາດວ່າອັດຕາເງິນເຟີ້ຂອງສະຫະພາບເອີຣົບປີນີ້ ຈະຢູ່ໃນລະດັບ 6,8% ກ່ອນຈະຫຼຸດລົງເປັນ 3,5% ແລະ 2,1% ໃນປີ 2023 ແລະ 2024 ຕາມລຳດັບ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ຄ່າເງິນກີບ ອ່ອນຄ່າຕໍ່ເນື່ອງ

0

ຕາມການລາຍງານຈາກ Facebook ຂປລ. ລົງວັນທີ 13/06/2022 ນີ້ໃຫ້ຮູວ່າ ປັດຈຸບັນ ອັດຕາແລກປ່ຽນ ຫລື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງ ໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາ ຄານ ແລະ ຕະຫລາດນອກລະບົບ; ໃນນີ້, ອັດຕາແລກປ່ຽນໄດ້ມີການເໜັງຕີງແຮງຫລາຍ ນັບແຕ່ໄລ ຍະທ້າຍເດືອນມີນາ 2022. ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫລາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງ ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022ວ່າ: ສຳລັບປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ, ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈຳກັດ ແຕ່ພັນທະໃນການຊຳລະໃຫ້ຕ່າງປະເທດມີສູງຕໍ່ເນື່ອງ; ການຈັດຕັ້້ງປະ ຕິບັດນະໂຍບາຍ ແລະ ມາດຕະການດ້ານການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວ ຂ້ອງ ຍັງບໍ່ທັນກົມກຽວ ຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນ ຈາກຕ່າງປະເທດ ຈໍານວນຫລາຍຍັງບໍ່ທັນເຂົ້າມາປະເທດ ຕາມລະບຽບການ, ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ, ສົ່ງຜົນກະທົບຕໍ່ປະລິມານການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃນສະພາບທີ່ລາຄາສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ໄດ້ເພີ່ມຂຶ້ນສູງຫລາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ,

ໃນ 5 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດູນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດູນຢູ່ໃນລະດັບເກືອບ 548,93 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ 9,62%, ແຕ່ໃນນີ້ມີພຽງແຕ່ 32% ຂອງມູນຄ່າການສົ່ງອອກ ເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ; ໃນຂະນະທີ່ 92% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະ ບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານ ຫລາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານ ໃນລະດັບທີ່ສູງ. ສະພາບດັ່ງ ກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫລາຍ ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊຳລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ສະພາບຄວາມກັງວົນຕໍ່ຄວາມບໍ່ແນ່ນອນຢູ່ຕະຫລາດສາກົນ ແລະ ຕໍ່ສະພາບຄ່ອງດ້ານເງິນຕາຕ່າງປະເທດຂອງລະບົບທະນາຄານ ໄດ້ສົ່ງຜົນກະທົບຕໍ່ສະ ພາບຈິດໃຈ ຕໍ່ຈິດຕະສາດຂອງສັງຄົມຫລາຍ ພາໃຫ້ເກີດມີສະພາບທີ່ບໍ່ຊຸກຍູ້ຄວາມເຂັ້ມແຂງຂອງຄ່າເງິນຂອງຊາດຈຳນວນໜຶ່ງ ເປັນຕົ້ນການຂົນຂວາຍຊອກຊື້ເງິນຕາຕ່າງປະເທດເກີນຄວາມຈຳເປັນ, ກັກຕຸນເງິນຕາຕ່າງປະເທດ, ກຳນົດ ແລະ ຊື້-ຂາຍ ເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍ ໃນອັດຕາແລກ ປ່ຽນທີ່ອ່ອນຄ່າຫລາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ ໂດຍສະເພາະ ໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫລາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນ ສ້າງແຮງກົດດັນໃຫ້ອັດຕາແລກປ່ຽນຍິ່ງອ່ອນຄ່າ.

ທີ່ມາຂ່າວ: ຂປລ

ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ

0

ວັນ​ທີ11​ ມິຖຸນາ​ 2022, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເປັນຊາຍແດນ ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ ມີ​ຄວາມ​ຍາວ​1.000 ກວ່າແມັດ ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ 342 ລ້ານ​ໂດ​ລາ​ ສະຫະລັດ ຫລັງ​ຈາກ​ ໄດ້​ເລີ່ມລົງມືກໍ່ສ້າງ​ເມື່ອ​ປີ 2016 ​ແລະ ສຳ​ເລັດ ​ໃນເດືອນ​ ພຶດສະພາ 2020 ​ແຕ່​ການ​ເປີດ​ຂົວ​ ຊັກ​ຊ້າ​ ອອກ​ໄປ ຍ້ອນ​ການ ​ແພ່​ລະບາດ ​ຂອງພະຍາດໂຄ​ວິດ-19.

ສຳລັບ ຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ ຫລຸດຜ່ອນ ​ໄລຍະ​ທາງ ​ໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າ ຂ້າມ​ຊາຍ​ແດນ ລະຫວ່າງ​ ຈີນ ກັບ ຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງ ​ສຳຄັນ ຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍ ກັບ​ຈີນ ​ແລະ ຈະ​ຊ່ວຍ​ ເພີ່ມ​ມູນ​ຄ່າ ​ສິນຄ້າ ກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ ສະຫະລັດ ​ໃນ​ອີກ 2 ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນ ຖື​ເປັນ​ຜູ້​ຊື້​ ສິນຄ້າ ​ປະ​ເພດ ຊັບ ພະຍາກອນ​ ທຳ​ມະ​ຊາດ ​ແລະ ຜະລິດ​ຕະພັນ ທາງ​ກະສິກຳ ຫລາຍທີ່ສຸດ ຂອງຣັດ​ເຊຍ

ເວທີປາໄສການເມືອງອາຊີ -ເອີຣົບ ຄັ້ງທີ 4

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນລະຫວ່າງວັນທີ 10 – 12 ມິຖຸນາ 2022, ຢູ່ນະ ຄອນຫຼວງ ປຣາກ, ປະເທດ ເຊັກໂກ ໄດ້ຈັດເວທີປາໄສການເມືອງ ອາຊີ – ເອີຣົບ ຄັ້ງທີ 4 ແລະ ກອງປະຊຸມຄັ້ງທີ 37 ຂອງຄະນະກຳມະການປະຈຳ ກອງປະຊຸມສາກົນບັນດາພັກຝ່າຍການເມືອງອາຊີ (ICAPP). ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເປັນຫົວໜ້າຄະນະ ໄດ້້ເຂົ້າຮ່ວມບັນດາເຫດການ ແລະ ມີການເຄື່ອນໄຫວນອກກອງປະຊຸມ.

ຂ່າວລະບຸວ່າ: ຢູ່ນອກກອງປະຊຸມ, ທ່ານ ໂງເລວັນ ໄດ້ເຮັດວຽກກັບຜູ້ແທນຂອງຫຼາຍອົງການປະເທດຕ່າງໆຄື: ທ່ານ ແຈນ ຊາຣາດິລ ປະທານເວທີປາໄສ ອາຊີ – ເອີຣົບ (AEPF), ຮອງປະທານຄະນະກຳມະການການຄ້າສາກົນ, ສະມາຊິກລັດຖະສະພາເອີຣົບ ແລະ ບັນດາການນຳ ICAPP, ຜູ້ຕາງໜ້າບັນດາພັກການເມືອງ. ໃນນັ້ນໄດ້ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການພົວ ພັນລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກຝ່າຍການເມືອງໃນໂລກ. ທ່ານ ໂງເລວັນ ຢັ້ງຢືນວ່າ: ດ້ວຍຖານະຕໍາແໜ່ງເປັນກໍາມະການ ຄະນະກຳມະການປະຈຳ ICAPP, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຕ່າງໆ ແລະ ບັນດາການກຳນົດທິດບຸລິມະສິດຂອງ ICAPP.

ທີ່ການພົບປະລະຫວ່າງທ່ານ ໂງເລວັນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກັບທ່ານ ຈິຣິ ໂຄຊາກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັກໂກ, ສອງຝ່າຍໄດ້ແລກປ່ຽນບັນດາທິດທາງ, ມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

#ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ລັດຖະບານສະເໜີຂໍດັດແກ້ຄາດໝາຍດ້ານເງິນຕາ

0

ຕາມການລາຍງານຈາກ ຂປລ ໃນວັນທີ 13/06/2022 ນີ້ວ່າ ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022. ພ້ອມທັງລະບຸວ່າ ໃນກອງປະຊຸມສະພາແຫ່ງຊາດເທື່ອນີ້, ສະມາຊິກສະພາແຫ່ງຊາດ ຈະໄດ້ປະກອບຄໍາເຫັນໃສ່ຂໍ້ສະເໜີ ຂອງລັດຖະບານກ່ຽວກັບການຂໍດັດແກ້ ຕົວເລກຄາດໝາຍເສດຖະກິດມະຫາພາກຂອງແຜນການປີ 2022 ເປັນຕົ້ນແມ່ນການສະເໜີ ດັດແກ້ຄາດໝາຍດ້ານອັດຕາແລກປ່ຽນຈາກ “ການຄຸ້ມຄອງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາເໜັງຕີງໃນຂອບບໍ່ເກີນ +-5%” ມາເປັນ “ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງ ໃນລະດັບທີ່ສາມາດຮັບປະກັນການປະຕິບັດ ຄາດໝາຍວາລະແຫ່ງຊາດ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເກີນຄາດໝາຍ”. ການສະເໜີຂໍດັດແກ້ຄາດໝາຍດ້ານການຂະຫຍາຍຕົວຂອງປະລິມານເງິນ M2 ຈາກ“ຂະຫຍາຍຕົວບໍ່ເກີນ 22% ທຽບໃສ່ປີຜ່ານມາ” ມາເປັນ “ຂະຫຍາຍຕົວບໍ່ເກີນ 28% ທຽບໃສ່ປີຜ່ານມາ” ແລະ ການສະເໜີຂໍດັດແກ້ຄາດໝາຍດ້ານອັດ ຕາເງິນເຟີ້ ຈາກ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີໃຫ້ຢູ່ໃນລະດັບບໍ່ເກີນ 5%” ມາເປັນ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 12%”.

ທ່ານ ສົມມາດ ພົນເສນາ ຍັງໃຫ້ຮູ້ຕື່ມວ່າ: ສ່ວນເບື້ອງຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະເໜີຕໍ່ລັດຖະບານ ໃຫ້ກວດກາຄືນບັນດາໂຄງການລົງທຶນຂອງລັດໃນສົກປີ 2021-2022 ແລະ ຈະສືບຕໍ່ປະ ຕິບັດໃນ 6 ເດືອນທ້າຍປີ, ໂຄງການໃດຄວນສືບຕໍ່ ແລະ ໂຄງການໃດຄວນສະລໍໄວ້ກ່ອນ, ທັງນີ້ ກໍເພື່ອບໍ່ເປັນການສ້າງໜີ້ສິນໃໝ່ເພີ່ມຂຶ້ນຕື່ມ, ທັງເປັນວິທີປະຢັດມັດທະຍັດໃນສະພາບ ທີ່ເສດຖະກິດມະຫາພາກຍັງບໍ່ມີຄວາມສະຫງົບ ລວມເຖິງການກວດກາ ແລະ ປະເມີນດຸນການຄ້າກັບຕ່າງປະເທດ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ ໂດຍຈໍາແນກເປັນແຕ່ລະສິນຄ້າ, ທັງກວດກາການແຈ້ງລາຄານໍາເຂົ້າສິນຄ້າປະເພດຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຫລາຍຂຶ້ນ.

#ຂ່າວ: ສຸພາສະຫວັນ ພາບ:ເກດ

ຢູນິເທວ ມອບທຶນຊ່ວຍເຫລືອໂຮງຮຽນ ຫງວຽນຢູ 460 ລ້ານກີບ

0

ບໍລິສັດ ສະຕຣາໂທລະຄົມ ຫລື ຢູນິເທວ ໄດ້ມອບທຶນຊ່ວຍເຫລືອໃຫ້ແກ່ໂຮງຮຽນສອງພາ ສາ ລາວ-ຫວຽດນາມ ຫງວຽນຢູ ຈຳນວນ 460 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການສ້ອມແປງເຄຫາສະ ຖານ, ຈັດຊື້ຄອມພິວເຕີ ຈໍານວນ 30 ຊຸດ ໃຫ້ຫ້ອງຄອມຂອງໂຮງຮຽນ ແລະ ມອບໃຫ້ເປັນນັກຮຽນເປັນທຶນການສຶກສາ ຈຳນວນ 50 ທຶນ ເປັນເງິນທຶນລະ 5 ແສນກີບ.

ພິທີມອບ-ຮັບການຊ່ວຍເຫລືອໃນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍເປັນກຽດມອບຂອງທ່ານ ລືວ ແມ້ງ ຮ່າ ປະທານບໍລິສັດ ສະຕຣາໂທລະຄົມ ປະຈໍາລາວ ແລະ ກ່າວຮັບແມ່ນທ່ານນາງ ສີວັນເຮືອງ ເພັງຄຳໄມ ຜູ້ອໍານວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ມີທ່ານ ຫງວຽນ ບ່າ ຮຸ້ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍທູດສຶກສາ ແລະ ວັດທະນະທໍາ ສສ ຫວຽດນາມ ປະຈໍາ ສປປ ລາວ, ປະທານສະມາຄົມຊາວຫວຽດນາມນະ ຄອນຫລວງວຽງຈັນ, ປະທານສະມາຄົມຜູ້ປົກຄອງ, ຄະນະອໍານວຍການໂຮງຮຽນ, ພະນັກງານ, ວິຊາການ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ໄດ້ກ່າວຄຳຂອບໃຈທີ່ທາງບໍລິສັດ, ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະມາຄົມຊາວຫວຽດນາມ ນະຄອນຫລວງວຽງຈັນ ທີ່ເວລາໃດກໍເປັນຫ່ວງເປັນໃຍ ເອົາໃຈໃສ່ຊຸກຍູ້ສົ່ງເສີມໂຮງຮຽນ ກໍຄືການເອົາໃຈໃສ່ສ້າງສາຍສຳພັນທະໄມຕີ ລະຫວ່າງ 2 ພັກ 2 ລັດ ປະຊາຊົນ 2 ປະເທດອ້າຍນ້ອງ ລາວ-ຫວຽດນາມ ມາໂດຍຕະຫລອດ. ໃນໂອກາດນີ້, ໃນໂຮງຮຽນຍັງໄດ້ຈັດກິດຈະກໍາປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກ ນ້ອຍສາກົນ ປະຈຳປີ 2022 ນໍາອີກ.

ຂ່າວ ໜັງສືພິມສຶກສາກິລາ

ເຜີຍແຜ່ຍຸດທະສາດ ແຜນປະຕິບັດວຽກງານແຫ່ງຊາດ ດ້ານໂພຊະນາການ

0

ກອງປະຊຸມ ເຜີຍແຜ່ຍຸດທະສາດແຜນການຈັດຕັ້ງປະຕິບັດວຽກງານແຫ່ງຊາດ ດ້ານໂພຊະນາການ ຈັດຂຶ້ນໃນວັນທີ 13 ມິຖຸນາ 2022 ທີ່ພະແນກສາທາລະນະສຸກແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີຮອງເຈົ້າເມືອງ, ມີຄະນະໂພສະນາການຈາກຂັ້ນເມືອງ ຫລື ຄູ່ຮ່ວມພັດທະນາຂອງໂຄງການ ເຂົ້າຮ່ວມ ເພື່ອທົບທວນແຜນປະຕິບັດງານແຫ່ງຊາດທາງດ້ານໂພຊະນາການ ແຕ່ປີ 2021-2025 ໂດຍສະເພາະບັນດາມາດຕະການ, ຕົວຊີບອກ ແລະ ກິດຈະກຳຕ່າງໆ, ປືກສາຫາລືສິ່ງທ້າທາຍ ແລະ ແຜນ ການໃນຕໍ່ໜ້າ ຂອງແຜນປະຕິບັດງານແຫ່ງຊາດທາງດ້ນໂພຊະນາການ ແຕ່ປີ 2021- 2025 ເພື່ອກະກຽມຄວາມພ້ອມ ແລະ ເຂົ້າໃຈຢ່າງຈະແຈ້ງ ໃນການລາຍງານການຈັດຕັ້ງປະຕິບັດໃນປີ 2022.

ໂອກາດນີ້, ທ່ານ ສົມຈິດ ປັນຍາສັກ ໄດ້ເນັ້ນໃຫ້ ຄະນະນໍາແຕ່ລະຂັ້ນ ຈົ່ງສືບຕໍ່ລົງຕິດຕາມຊຸກຍູ້ ຢ່າງໃກ້ຊິດຕິດແທດ ໃນການຈັດຕັ້ງປະຕິບັດບັນດາອົງປະກອບຄື: ແກ້ໄຂບັນຫາໂດຍກົງ ຂອງພາວະໂພຊະນາການບໍ່ດີ, ແກ້ໄຂບັນຫາທາງອ້ອມຂອງພາວະໂພຊະນາການບໍ່ດີ, ແກ້ໄຂບັນຫາພື້ນຖານຂອງພາວະໂພຊະນາການບໍ່ດີ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍສໍາລັບວຽກງານໂພຊະນາການ ເພື່ອບັນລຸຕາມຈຸດປະສົງຂອງຍຸດທະສາດໂພຊະນາການແຫ່ງຊາດເຊັ່ນ: ປັບປຸງການບໍລິໂພກອາຫານ, ປັບປຸງນໍ້າ ແລະ ສຸຂະພິບານ, ສົ່ງເສີມການອະນາໄມ, ກັນ ແລະ ຄວບຄຸມພະຍາດ, ເພີ່ມການມີ ແລະ ເຂົ້າເຖິງອາຫານ ທີ່ມີຄຸນຄ່າທາງດ້ານໂພຊະນາການ, ສົ່ງເສີມຄວາມຮູ້ ແລະ ປັບປຸງພຶດຕິກຳ ກ່ຽວກັບ ອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການ, ເພີ່ມການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນະການທີ່ມີຄຸນະພາບ, ສ້າງຄວາມເຂັ້ມແຂງທາງດ້ານຄວາມສາມາດ ລວມທັງການຄຸ້ມຄອງ, ການບໍລິຫານ ແລະ ປະສານງານໃຫ້ແກ່ອົງກອນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດ, ປັບປຸງການບໍລິການທາງດ້ານສາທາລະນະສຸກ ແນໃສ່ ການປົກຄຸມທາງດ້ານສຸຂະພາບທຸກຖ້ວນໜ້າ, ປັບປຸງການຄຸ້ມຄອງຂໍ້ມູນ ແລະ ການນໍາໃຊ້ຫລັກຖານ ເພື່ອການຕັດສິນໃຈ, ປັບປຸງການຄຸ້ມຄອງການເງິນ ແລະ ເພີ່ມການລົງທຶນ ເຂົ້າໃນວຽກງານໂພຊະນາການ, ຮັບປະກັນການກຽມພ້ອມ-ຕອບໂຕ້ ຕໍ່ໄພພິບັດ ແລະ ພາ ວະສຸກເສີນຢ່າງມີປະສິດຜົນ ລວມທັງການປົກປ້ອງທາງສັງຄົມ, ເພີ່ມທະວີວຽກງານການສື່ສານ ເພື່ອປ່ຽນແປງພຶດຕິກຳຂອງສັງຄົມ ດ້ານໂພຊະນາການ ແລະ ສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ຕື່ມອີກ.

ກົດໝາຍອະນາໄມກັນພະຍາດສົ່ງເສີມສຸຂະພາບ ສະບັບປັບປຸງ 2012 ໄດ້ກໍານົດ ອອກຢ່າງຈະແຈ້ງ ຄໍາວ່າ ໂພຊະນາການແມ່ນຕ່ອງໂສ້: ການມີອາຫານ, ການເຂົ້າເຖິງ, ການສາມາດຈ່າຍ, ມີອາຫານເວລາໄພພິບັດ, ການບໍລິໂພກອາຫານປອດໄພ, ການມີພັດທະນາການຂອງຮ່າງກາຍ ແລະ ມັນສະໝອງທີ່ດີ (ປະຊາຊົນທຸກຖ້ວນໜ້າມີສຸຂະພາບທີ່ດີ ໂດຍສະເພາະແມ່ຍິງ ແລະເດັກນ້ອຍ).

#Medialaos Oudomxay Province

#ຂ່າວ: ແສງອາທິດ

ກອງປະຊຸມລັດຖະມົນຕີອົງການ ການຄ້າໂລກ ຄັ້ງທີ 12

0

ໃນລະຫວ່າງວັນທີ 12-15 ມິຖຸນາ ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການ ການຄ້າໂລກ (ອຄລ) ຄັ້ງທີ 12 ທີ່ ເຊີແນວ ປະເທດສະວິດ ໂດຍການເປັນປະທານຂອງທ່ານ ຕີມົວ ຊູເລເມນົບ (Timur Suleimenov) ລັດຖະມົນຕີປະຈໍາສໍານັກງານປະທານປະເທດກາຊັກສະຖານ.

ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືລະຫວ່າງບັນດາ​ລັດຖະມົນຕີຂອງ ອຄລ​ ເພື່ອ​ທົບທວນ​ຄືນ​ບັນດາວຽກງານຕ່າງໆທີ່ຕິດພັນກັບ ອຄລ, ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ແລະ ໃຫ້ທິດຊີ້ນຳອັນຈຳເປັນໃນການຈັດຕັ້ງປະຕິບັດແຜນ​ວຽກ​ຂອງ ອຄລ ໃນ​ອະນາຄົດ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງຂອງເສດຖະກິດໂລກໃນປັດຈຸບັນ, ໂດຍສະເພາະຈະພິຈາລະນາບັນດາປະເດັນຕ່າງໆທີ່ເປັນສິ່ງທ້າທ້າຍ ທີ່ສົ່ງຜົນກະທົບຕໍ່ບັນດາສະມາຊິກ ອຄລ ຊຶ່ງຈະມີຫຼາຍຫົວຂໍ້ວາລະທີ່ຈະນຳເຂົ້າມາປຶກສາຫາລືໃນກອງປະຊຸມ ເປັນຕົ້ນ: ສິ່ງທ້າທາຍຂອງລະບົບການຄ້າຫຼາຍຝ່າຍໃນປັດຈຸບັນ; ການຮັບມືຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19; ຄວາມໝັ້ນຄົງດ້ານສະບຽນອາຫານ; ກະສິກຳ; ການຖົມຂຸມການປະມົງ; ການຄ້າທາງເອເລັກໂຕຣນິກ ແລະ ການປະຕິຮູບ ອຄລ.

ກອງປະຊຸມຄັ້ງນີ້ ໄດ້ມີພິທີເປີດຢ່າງເປັນທາງການໃນວັນທີ 12 ມິຖຸນາ 2022 ຊຶ່ງປະກອບມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ອົງກ​ານຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 400 ກວ່າຄົນ. ກອງປະຊຸມໄດ້ຈັດຂຶ້ນໃນໄລຍະທີ່ການດໍາເນີນງານຂອງອົງການຈັດຕັ້ງສາກົນ ກໍຄື ອຄລ ກໍາລັງພົບພໍ້ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບເສດຖະກິດໂລກມີຄວາມທົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ພາຍຫຼັງພິທີເປີດກອງປະຊຸມ ແລະ ສືບຕໍ່ວາລະຄົບຄະນະຂອງມື້ດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ມີຂໍ້ຕົກລົງຮ່ວມກັນໃນບັນຫາທີ່ໄດ້ປຶກສາຫາລືກັນເປັນເວລາດົນນານເຊັ່ນ: ການຖົມຂຸມການປະມົງ; ການແກ້ໄຂຕໍ່ການລະບາດຂອງພະຍາດໂຄວິດ-19; ບັນຫາກະສິກຳ; ແລະ ການປະຕິຮູບ ອຄລ ເປັນຕົ້ນ. ພ້ອມນັ້ນ ກໍຮຽກຮ້ອງໃຫ້ມີຄວາມຄືບໜ້າໃນການເຈລະຈາບັນຫາຕ່າງໆເຊັ່ນ: ຂົງເຂດກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ; ມາດຕະການເພື່ອຮັບປະກັນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ລະບົບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງຂອງ ອຄລ.

ນອກຈາກນີ້ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມຂອງວາລະຫົວຂໍ້ກ່ຽວກັບ “ບັນຫາສິ່ງທ້າທ້າຍຂອງລະບົບການຄ້າຫຼາຍຝ່າຍ” ຊຶ່ງເປັນແກນຫຼັກສຳຄັນຂອງກົດໝາຍການຄ້າສາກົນ ເພື່ອສະແດງໃຫ້ເຫັນວ່າ ລະບົບການຄ້າຫຼາຍຝ່າຍ ສາມາດເປັນສ່ວນໜຶ່ງໃນການແກ້ໄຂບັນຫາ, ສະໜັບສະໜູນ ແລະ ຟື້ນຟູ ອຄລ ໃຫ້ມີຄວາມໜ້າເຊື່ອຖື. ສະນັ້ນ, ບັນດາປະເທດສະມາຊິກ ອຄລ ຕ້ອງສະແດງໃຫ້ເຫັນວ່າ ລະບົບການຄ້າຫຼາຍຝ່າຍ ສາມາດບັນລຸໄດ້ຂໍ້ຕົກລົງທີ່ເຫັນດີເປັນເອກະພາບຮ່ວມກັນໃນຫຼາຍບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ທົ່ວໂລກກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ ເພື່ອຮັກສາລະບົບການຄ້າຫຼາຍຝ່າຍ ແລະ ສ້າງໂລກແຫ່ງການເຊື່ອມໂຍງເສດຖະກິດ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ຍັງຈະສືບຕໍ່ເຂົ້າຮ່ວມກອງປະຊຸມໃນວາລະສຳຄັນອື່ນໆ ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

(ຂ່າວ: ກະຊວງອຸດສາຫະກຳ ແລະ ການຄ້າ)

ໃນ 5 ເດືອນຕົ້ນປີການຄ້າຂາເຂົ້າ-ຂາອອກຂອງຈີນໄດ້ເພີ່ມຂຶ້ນ 8,3%

0

ຂ່າວສານຊີອາໄອລາຍງານ ອີງຕາມໂຕເລກສະຖິຕິທີ່ດ່ານພາສີຈີນເປີດເຜີຍເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ: ໃນ 5 ເດືອນຕົ້ນປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກຂອງຈີນບັນລຸເຖິງ 16.040 ຕື້ຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ທີ່ຜ່ານມາ ເພີ່ມຂຶ້ນ 8,3%. ໃນນັ້ນ, ມູນຄ່າການສົ່ງອອກ 8.940 ຕື້ຢວນ ເພີ່ມຂຶ້ນ 11,4%, ມູນຄ່າການນຳເຂົ້າ 7.100 ຕື້ຢວນ ເພີ່ມຂຶ້ນ 4,7%.

ຈາກໂຕເລກສະຖິຕິສະແດງໃຫ້ເຫັນວ່າ: ໃນ 5 ເດືອນຕົ້ນປີນີ້, ໂຄງປະກອບການຄ້າຕໍ່ຕ່າງ ປະເທດຂອງຈີນໄດ້ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ມູນຄ່າຂາເຂົ້າ-ຂາອອກດ້ານການຄ້າທົ່ວໄປໄດ້ບັນລຸເຖິງ 10.270 ຕື້ຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ທີ່ຜ່ານມາ ເພີ່ມຂຶ້ນ 12%. ມູນຄ່າການສົ່ງອອກ ແລະ ນຳເຂົ້າ ກັບຕໍ່ອາຊຽນໄດ້ບັນລຸເຖິງ 23.700 ຕື້ຢວນ ເມື່ອທຽບໃສ່ໄລຍະດຽວກັນປີ 2021 ເພີ່ມຂຶ້ນ 8,1%. ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໄດ້ກວມ 14,8% ຂອງຍອດມູນຄ່າການຄ້າຕໍ່ຕ່າງປະເທດຂອງຈີນ. ນອກຈາກນີ້, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 16,8%, ມູນຄ່າຂາເຂົ້າ-ຂາອອກກັບ 14 ປະເທດສະມາຊິກ RCEP ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ໄດ້ເພີ່ມຂຶ້ນ 4,2%.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງນານ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

0

ພິທີມອບ-ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໃຫ້ 7 ໜ່ວຍພັກຄື: ໜ່ວຍພັກຫ້ອງການ ປກສ,ສັນຕິບານ,ສໍາມະໂນຄົວ-ກໍ່ສ້າງຮາກຖານ,ຕໍາຫຼວດ,ພະແນກເສນາ ປກຊ,ພະແນກພາລາ ແລະໜ່ວຍພັກສູນ 598 ເມືອງນານ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມຂອງສູນ 598, ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ,ມີກໍາມະການພັກເມືອງ,ເລຂາຄະນະພັກຮາກຖານຂອງ 2 ກອງບັນຊາການ ປກສ ແລະ ປກຊ,ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງພາຍໃນ 7 ໜ່ວຍພັກເຂົ້າຮ່ວມ.

ໃນພິທີສະຫາຍ ພັນໂທ ມະນີວອນ ສີລິສົມບັດ ເລຂາໜ່ວຍພັກຫ້ອງການ ປກສ ກໍ່ໄດ້ຕາງໜ້າໃຫ້ 7 ໜ່ວຍພັກຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ໃຫ້ຮູ້ວ່າ: 7 ໜ່ວຍພັກເປັນໜ່ວຍພັກເຄື່ອນໄຫວພາຍໃຕ້ການຊີ້ນໍາຂອງຄະນະພັກຮາກຖານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ມີສິດນໍາເອົາແນວທາງນະໂຍບາຍ ມະຕິຄໍາສັ່ງຂອງພັກ-ລັດ ໄປຈັດຕັ້ງເຜີຍແຜ່ ເຊື່ອມຊືມພ້ອມທັງຫັນເປັນແຜນການລະອຽດໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີຜົນສໍາເລັດໃນແຕ່ລະໄລຍະໜ່ວຍພັກປ້ອງຊາດ-ປ້ອງກັນຄວາມສະຫງົບ, ມີສະມາຊິກພັກທັງໝົດ 96 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສົມບູນ 92 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສໍາຮອງ 4 ສະຫາຍ.ຕະຫຼອດໄລຍະຜ່ານມາຄະນະໜ່ວຍພັກ ແລະ ສະມາຊິກພັກໄດ້ເປັນເຈົ້າການໃນການຈັດຕັ້ງ, ເຊື່ອມຊືມ ບັນດາເອກະສານ ແນວທາງ ມະຕິ ຄໍາສັ່ງ, ບັນດານິຕິກໍາຕ່າງໆຂອງພັກ-ລັດ ລະບຽບຂອງພັກ, ກົດໝາຍຂອງລັດ ແລະ ກົດໝາຍຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງບັນດາຂໍ້ຫ້າມຂອງນາຍ ແລະພົນທະຫານ, ນາຍ ແລະ ພົນຕໍາຫຼວດ ມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກເຂົ້າໃຈຕໍ່ແນວທາງ, ສຸມໃສ່ການປະຕິບັດວຽກງານ ຕາມແນວທາງ ແລະ ລະບຽບ 5 ຫຼັກການ 3 ທິດນໍາ, ເອົາໃຈໃສ່ເພີ້ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຕໍ່ເນື່ອງ, ອັນໄດ້ເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ,ມີຕີລາຄາຄຸນນະພາບຂອງບັນດາສະມາຊິກພັກ,ເລື່ອນຊັ້ນ ແລະ ຍ້ອງຍໍສັນລະເສີນຜູ້ມີຜົນງານດີເດັ່ນຈາກຂັ້ນເທິງເປັນປົກກະຕິ.

ຈາກນັ້ນສະຫາຍ ເທ່ຊົ່ງ ເຢ່ຍເຮີ່ ຮອງຄະນະຈັດຕັ້ງເມືອງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອານຸມັດຮັບຮອງເອົາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໂອກາດດຽວກັນນີ້ພິທີສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ກໍ່ໄດ້ມອບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກັບ 7 ໜ່ວຍພັກຢ່າງສົມກຽດ, ນອກນີ້ພິທີຍັງໄດ້ປະດັບຊັ້ນໃຫ້ນາຍຕໍາຫຼວດຈາກຊັ້ນ ຮ້ອຍຕີ ເລື່ອນຂຶ້ນຊັ້ນຮ້ອຍໂທ 1 ສະຫາຍ ຕື່ມອີກ.ຕອນທ້າຍ ຍັງໄດ້ຮັບຟັງຄໍາໂອ້ລົມຕໍ່ພິທີຂອງສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ຕື່ມອີກ.

ຂ່າວ: ຫຸມແພງ ສີດາໄລ