Saturday, October 19, 2024
Home Blog Page 808

ມື້ທີ ສອງຂອງການການດຳເນີ້ນກອງປະຊຸມສະພາ,​ ສສຊ ສືບຕໍ່ປະກອບຄຳເຫັນ ໃສ່ບົດລາຍງານ ຂອງລັດຖະບານ

0

ໃນມື້ທີ 2 ຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະ​ມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ສຸມໃສ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງບັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2022 ທີ່ສະເໜີໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຫລາຍບັນຫາສຳຄັນ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໃນ 6 ເດືອນຜ່ານມາ ໃນເງື່ອນໄຂທີ່ສະພາບການສາກົນ ແລະ ພາຍໃນປະເທດ ຂອງພວກເຮົາ ມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸງຍາກຫລາຍປະການ ທີ່ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິ ບັດ ຢ່າງໜັກໜ່ວງ ແຕ່ລັດຖະບານ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອແກ້ໄຂບັນຫາລວມຂອງຊາດ ຈຶ່ງສາມາດປະຄັບປະຄອງເສດຖະກິດຂອງປະເທດ ບໍ່ໃຫ້ຕົກເຂົ້າສູ່ວິກິດໜັກໜ່ວງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ ແລະ ອື່ນໆ.

ພ້ອມດຽວກັນນັ້ນ, ສສຊ ບາງທ່ານ ຍັງໄດ້ສະເໜີໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂບາງບັນຫາສຳຄັນທີ່ເຫັນວ່າຍັງບໍ່ທັນສອດຄ່ອງເທົ່າທີ່ຄວນ ເປັນຕົ້ນບັນຫາດ້ານການສຶກສາ, ບັນຫາລາຄານ້ຳມັນ, ບັນຫາເງິນກີບອ່ອນຄາ, ເງິນຕາຕ່າງປະເທດແຂງຄ່າ ແລະ ອື່ນໆ.

ຂ່າວ: ທະນູທອງ

ສະຖານທູດຝຣັ່ງ ສະໜັບສະໜູນ 8 ໂຄງການ ພັດທະນາກະສິກຳແບບຍືນຍົງຢູ່ ສປປ ລາວ

0

ໃນວັນທີ 13 ມິຖຸນາ 2022 ນີ້, ສະຖານທູດຝຣັ່ງ ປະຈຳ ລາວ ໄດ້ຊ່ວຍເຫລືອລ້າ ຈໍານວນ 8 ​ໂຄງການ​ໃຫ້​ແກ່ ອົງການຈັດຕັ້ງຂອງລາວ ທີ່ຖືກຄັດເລືອກ ແລະ ຈັດຕັ້ງປະຕິບັດ ໂດຍແຜນງານ ທຶນສະໜັບສະໜູນ ໂຄງການທີ່ສ້າງສັນ ຂອງອົງການຈັດຕັ້ງທາງສັງຄົມ (PISCCA) ພາຍໃນປີ 2022 ແລະ 2023 ຫລາຍກວ່າ 500.000 ໂດລາສະຫະລັດ ເພື່ອສະໜັບສະໜູນ ບັນດາຂໍ້ລິເລີ່ມຂອງອົງການ ຈັດຕັ້ງທາງສັງຄົມ ໃນຂະແໜງ ການພັດທະນາ ກະສິກຳແບບຍືນຍົງ ຢູ່ແຂວງຫົວພັນ, ຄຳມ່ວນ, ຫລວງນ້ຳທາ, ຫລວງພະບາງ, ຜົ້ງສາລີ, ສະຫວັນນະເຂດ ແລະ ​ແຂວງຊຽງຂວາງ ​ໂດຍ​ການ​ຮ່ວມ​ລົງ​ນາມ ​ມອບ-ຮັບ ​ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້, ມີ ທ່ານ ນາງ ຊີວ-ແລັງ ຊູອອກ ເອກອັກຄະລັດ ຖະທູດຝຣັ່ງ ປະຈຳ ສປປ ລາວ ​ແລະ ຜູ້​ຕ່າງ​ໜ້າ​ຈາກ 8 ພາກສ່ວນ ດັ່ງກ່າວ.

ສຳລັບ 8 ອົງການ ທີ່ໄດ້ຮັບທຶນ ປະມານ 3,5 ຕື້ກີບ (260.000 ໂດລາສະຫະ ລັດ) ໃນປີ 2022, ໃນນີ້, ມີ ສະມາຄົມພັດທະນາ ການທ່ອງທ່ຽວ ອະນຸລັກແບບປະຊາຊົນ ມີສ່ວນຮ່ວມ ຖໍ້າກອງລໍ-ນາຕານ ແຂວງຄຳມ່ວນ ໄດ້ຮັບທຶນມູນຄ່າ 500 ລ້ານກີບ ເພື່ອສົ່ງເສີມສະມາຄົມດັ່ງກ່າວ ໃນການເຮັດກະສິກຳ ປອດສານພິດ ພາຍໃນບ້ານກອງລໍ ແລະ ບ້ານນາຕານ ເພື່ອສະໜອງໃຫ້ແກ່ ຕະຫລາດພາຍໃນທ້ອງຖິ່ນ ແລະ ສະໜອງໃຫ້ແກ່ ຮ້ານອາຫານພາຍໃນທ້ອງຖິ່ນ ເພື່ອໃຫ້ເຂົາເຈົ້າສາມາດ ປຸງແຕ່ງອາຫານ ທີ່ເປັນເອກະລັກ ພິເສດຂອງຮ້ານ; ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ 500 ລ້ານກີບ ເພື່ອຝຶກອົບຮົມໃຫ້ແມ່ຍິງ ແລະ ຊາວໜຸ່ມ ພາຍໃນແຂວງຫົວພັນ; ບໍລິສັດ ພູດອຍ ກະສິກຳສະອາດ ຈຳກັດ 496 ລ້ານກີບ ເພື່ອພັດທະນາເຄື່ອງມື ໃນການລ້ຽງຊີບຂອງຊຸມຊົນ ໃນເຂດຊົນນະບົດ ດ້ວຍການແນະນໍາ ການປູກກາເຟໃນປ່າ ຢູ່ແຂວງຫລວງນໍ້າທາ; ມູນນິທິ ຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ 470 ລ້ານກີບ ເພື່ອປະກອບສ່ວນ ພັດທະນາກະສິກໍານິເວດ ໃນແຂວງຊຽງຂວາງ ດ້ວຍການສົ່ງເສີມ ແລະ ສ້າງໃຫ້ກະສິກອນຮຸ່ນໃໝ່ ມີຄວາມຮັບຜິດຊອບສູງ ຕໍ່ຂະແໜງການດັ່ງກ່າວ.

ນອກຈາກນີ້, ຍັງມີສະມາຄົມຮ່ວມມື ເພື່ອການພັດທະນາ ແລະ ສົ່ງເສີມພູມປັນຍາທ້ອງຖິ່ນ 445 ລ້ານກີບ ເພື່ອຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມຂອງຊຸມຊົນ ແນໃສ່ການມີສ່ວນຮ່ວມ ຂອງຊຸມຊົນດ້ານເສດຖະກິດ ແລະ ປູກຈິດສຳນຶກ ໃຫ້ພວກເຂົາໃນການ ຄຸ້ມຄອງສິ່ງແວດລ້ອມ ແລະ ການປັບຕົວທີ່ດີ ໃນການຕ້ານການປ່ຽນແປງ ຂອງດິນຟ້າອາກາດ ຢູ່ເມືອງຍອດອູ ແລະ ບຸນເໜືອ ແຂວງຜົ້ງສາລີ; ສະມາ ຄົມເພື່ອນຜາຕັດແກ້ 443 ລ້ານກີບ ເພື່ອພັດທະນາ ການລ້ຽງຈິ່ງຫລີດ ຢູ່ເມືອງຈອມເພັດ ແຂວງຫລວງພະບາງ ເພື່ອປັບປຸງຄວາມສາມາດ ໃນການກຸ້ມຕົນເອງ ຂອງແມ່ຍິງ ແລະ ການຄໍ້າປະກັນ ດ້ານສະບຽງອາຫານ ຂອງທຸກຄອບຄົວທີ່ກ່ຽວຂ້ອງ; ສະມາຄົມ ພັດທະນາຊຸມຊົນ ແຂວງສະຫວັນນະເຂດ 364 ລ້ານກີບ ເພື່ອສົ່ງເສີມປະຊາຊົນ ພາຍໃນເມືອງຊົນນະບູລີ ໃນການເຮັດກະສິກຳ ປອດສານພິດ ແລະ ກຸ່ມຜູ້ຜະລິດ ຝຸ່ນບົ່ມຊີວະພາບ ບ້ານພັ້ນ ເມືອງແປກ ແຂວງຊຽງຂວາງ ໄດ້ຮັບທຶນຫລາຍກວ່າ 200 ລ້ານກີບ ເພື່ອເຮັດໃຫ້ກະສິກອນ ເຂົ້າເຖິງຕະຫລາດຝຸ່ນຊີວະພາບ ແລະ ຫລຸດຜ່ອນການນໍາໃຊ້ ສານເຄມີ.

ຂ່າວ: ມະນີທອນ

ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12 ໄຂຂຶ້ນຢູ່ເຊີແນວ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 12 ມິຖຸນາທີ່ຜ່ານມານີ້, ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນເຊີແນວ ປະເທດສະວິສ ໂດຍຈະດຳເນີນໄປຈົນຮອດວັນທີ 15 ມິຖຸນານີ້. ກອງປະຊຸມຄັ້ງນີ້ຕົ້ນຕໍຈະສຸມໃສ່ປຶກສາຫາລືໃນ 4 ຫົວຂໍ້ຄື: ການເກື້ອກູນດ້ານຂະແໜງການປະມົງ, ກະສິກຳ, ການຮັບມືກັບສະພາບພະຍາດໂຄວິດ-19 ຊຶ່ງລວມທັງການຍົກເວັ້ນຊັບສິນທາງປັນຍາ ຕາມສັນຍາວ່າດ້ວຍຊັບສິນທາງປັນຍາທີ່ກ່ຽວກັບການຄ້າ ແລະ ການປະຕິຮູບອົງການການຄ້າໂລກ ເພື່ອພະຍາຍາມສູ້ຊົນໃຫ້ສາມາດບັນລຸສັນຍາຫຼາຍຝ່າຍໃນຂົງເຂດເຫຼົ່ານີ້.

ປັດຈຸບັນ, ອົງການການຄ້າໂລກໄດ້ແຈກຢາຍຮ່າງສັນຍາຫຼາຍສະບັບໄປໃຫ້ບັນດາຄະນະຜູ້ແທນເພື່ອນຳໄປຄົ້ນຄວ້າພິຈາລະນາ. ທ່ານນາງ ອັນໂກຊີ ໂອຄອນໂຈ ອີເວລາ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກໄດ້ກ່າວຢືນຢັນກ່ອນໄຂກອງປະຊຸມວ່າ: ບັນດາຝ່າຍຍັງມີຄວາມເຫັນທີ່ບໍ່ກົງກັນຫຼາຍສົມຄວນ. ທ່ານໄດ້ເລັ່ງໃຫ້ບັນດາຝ່າຍພະຍາຍາມຈົນສຸດຄວາມສາມາດ ເພື່ີອບັນລຸຄວາມເຫັນທີ່ເປັນເອກະພາບກັນໃນຫົວຂໍ້ຕົ້ນຕໍ ເພື່ອເຮັດໃຫ້ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 12 ໄດ້ຮັບໝາກຜົນຕົວຈິງ.

ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບັນຫາເງິນເຟີ້-ເງິນກີບອ່ອນຄ່າ

0

ໃນວາລະກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX  ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ໄດ້ພ້ອມກັນປະກອບ ຄຳຄິດຄຳເຫັນໃສ່ຫລາຍບັນຫາ ໂດຍສະເພາະບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາເງິນຕ່າງປະເທດ ສູງຂຶ້ນເລື້ອຍໆ ເຊິ່ງ ສສຊ ຫລາຍ ທ່ານສະເໜີ ໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດັ່ງກ່າວ ເພື່ອໃຫ້ກັບຄືນ ສູ່ສະພາບປົກກະຕິໂດຍໄວ.

 ທ່ານ ບຸນມີ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ສະເໜີໃຫ້ລັດຖະບານ ຄຸ້ມຄອງການ ແລກປ່ຽນ ເງິນຕາ ແລະ ຄຸ້ມຄອງບັນດາ ຮ້ານແລກປ່ຽນເງິນຕາຕ່າງໆ ຢູ່ຂອບເຂດທົ່ວປະເທດ, ພ້ອມທັງໃຫ້ຊອກຫາວິທີທາງ ດຶງເອົາເງິນຕາຕ່າງປະເທດ ທີ່ເຄື່ອນ ໄຫວຢູ່ນອກລະບົບ ໃຫ້ເຂົ້າສູ່ລະບົບ ທະນາຄານ ທັງນີ້, ກໍເພື່ອແກ້ໄຂບັນຫາ ອັດຕາເງິນເຟີ້ (ເງິນກີບອ່ອນຄ່າ) ເນື່ອງຈາກປັດຈຸບັນ ອັດຕາການແລກປ່ຽນອ່ອນຄ່າ ເກີນລະດັບດຸນຍະພາບ ເສດກິດ-ເງິນຕາ ທີ່ຄວນຈະເປັນ.

ພ້ອມດຽວກັນນັ້ນ, ຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ສະມາຊິກສະພາແຫ່ງຊາດ ຫລາຍທ່ານສະເໜີ ໃຫ້ລັດຖະບານ ສຸມໃສ່ແກ້ໄຂບັນຫາທີ່ພົ້ນເດັ່ນ ພ້ອມທັງສືບຕໍ່ສົ່ງເສີມ, ສ້າງຄວາມເຂັ້ມແຂງ ການຜະລິດສິນຄ້າ ເພື່ອທົດແທນການນໍາເຂົ້າ, ຂະນະດຽວກັນ ຕ້ອງສົ່ງເສີມໃຫ້ຜະລິດສິນຄ້າ ເພື່ອການສົ່ງອອກຫລາຍຂຶ້ນ. ນອກຈາກນີ້, ຍັງສະເໜີໃຫ້ສ້າງຄວາມເຂັ້ມແຂງ ​ແກ່ບຸກຄະລາກອນຂັ້ນເມືອງ ໂດຍສະເພາະ ຂະແໜງການເງິນ ທີ່ຍັງຂາດເຂີນ, ພ້ອມພັດທະນາລະບົບການເງິນ ໃຫ້ສົມຄູ່ກັບ ການພັດທະນາລະບົບອື່ນໆ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງນານໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

0

ພິທີມອບ-ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໃຫ້ 7 ໜ່ວຍພັກຄື: ໜ່ວຍພັກຫ້ອງການ ປກສ,ສັນຕິບານ, ສໍາມະໂນຄົວ-ກໍ່ສ້າງຮາກຖານ,ຕໍາຫຼວດ,ພະແນກເສນາ ປກຊ,ພະແນກພາລາ ແລະໜ່ວຍພັກສູນ 598 ເມືອງນານ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມຂອງສູນ 598, ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ, ມີກໍາມະການພັກເມືອງ,ເລຂາຄະນະພັກຮາກຖານຂອງ 2 ກອງບັນຊາການ ປກສ ແລະ ປກຊ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງພາຍໃນ 7 ໜ່ວຍພັກເຂົ້າຮ່ວມ.

ໃນພິທີສະຫາຍ ພັນໂທ ມະນີວອນ ສີລິສົມບັດ ເລຂາໜ່ວຍພັກຫ້ອງການ ປກສ ກໍ່ໄດ້ຕາງໜ້າໃຫ້ 7 ໜ່ວຍພັກຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ໃຫ້ຮູ້ວ່າ: 7 ໜ່ວຍພັກເປັນໜ່ວຍພັກເຄື່ອນໄຫວພາຍໃຕ້ການຊີ້ນໍາຂອງຄະນະພັກຮາກຖານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ມີສິດນໍາເອົາແນວທາງນະໂຍບາຍ ມະຕິຄໍາສັ່ງຂອງພັກ-ລັດ ໄປຈັດຕັ້ງເຜີຍແຜ່ ເຊື່ອມຊືມພ້ອມທັງຫັນເປັນແຜນການລະອຽດໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ ໜ່ວຍພັກປ້ອງຊາດ-ປ້ອງກັນຄວາມສະຫງົບ, ມີສະມາຊິກພັກທັງໝົດ 96 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສົມບູນ 92 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສໍາຮອງ 4 ສະຫາຍ.

ຕະຫຼອດໄລຍະຜ່ານມາຄະນະໜ່ວຍພັກ ແລະ ສະມາຊິກພັກໄດ້ເປັນເຈົ້າການໃນການຈັດຕັ້ງ, ເຊື່ອມຊືມ ບັນດາເອກະສານ ແນວທາງ ມະຕິ ຄໍາສັ່ງ, ບັນດານິຕິກໍາຕ່າງໆຂອງພັກ-ລັດ ລະບຽບຂອງພັກ, ກົດໝາຍຂອງລັດ ແລະ ກົດໝາຍຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງບັນດາຂໍ້ຫ້າມຂອງນາຍ ແລະພົນທະຫານ, ນາຍແລະ ພົນຕໍາຫຼວດ ມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກເຂົ້າໃຈຕໍ່ແນວທາງ, ສຸມໃສ່ການປະຕິບັດວຽກງານ ຕາມແນວທາງ ແລະລະບຽບ 5 ຫຼັກການ 3 ທິດນໍາ ,ເອົາໃຈໃສ່ເພີ້ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຕໍ່ເນື່ອງ, ອັນໄດ້ເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຢ່າງແທ້ຈິງ, ມີຕີລາຄາຄຸນນະພາບຂອງບັນດາສະມາຊິກພັກ,ເລື່ອນຊັ້ນ ແລະ ຍ້ອງຍໍສັນລະເສີນຜູ້ມີຜົນງານດີເດັ່ນຈາກຂັ້ນເທິງເປັນປົກກະຕິ.

ຈາກນັ້ນສະຫາຍ ເທ່ຊົ່ງ ເຢ່ຍເຮີ່ ຮອງຄະນະຈັດຕັ້ງເມືອງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອານຸມັດຮັບຮອງເອົາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໂອກາດດຽວກັນນີ້ພິທີສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ກໍ່ໄດ້ມອບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກັບ 7 ໜ່ວຍພັກຢ່າງສົມກຽດ, ນອກນີ້ພິທີຍັງໄດ້ປະດັບຊັ້ນໃຫ້ນາຍຕໍາຫຼວດຈາກຊັ້ນ ຮ້ອຍຕີ ເລື່ອນຂຶ້ນຊັ້ນຮ້ອຍໂທ 1 ສະຫາຍ ຕື່ມອີກ.ຕອນທ້າຍ ຍັງໄດ້ຮັບຟັງຄໍາໂອ້ລົມຕໍ່ພິທີຂອງສະຫາຍ ບຸນທີ ມະນີວົງ ຮອງເລຂາພັກເມືອງ ຕື່ມອີກ.

ຂ່າວ-ພາບ: ຫຸມແພງ ສີດາໄລ

#Medialaos MMD

ສະຫະພັນແມ່ຍິງ ຫ້ອງການສຶກສາທິການ ແລະ ກິລາ ນະຄອນ ໄກສອນ ພົມວິຫານ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ Xl

0

ໃນຕອນເຊົ້າວັນທີ 10 ມິຖຸນາ 2022 ສະຫະພັນແມ່ຍິງຮາກຖານ ຫ້ອງການ ສຶກສາທິການແລະກິລານະຄອນ ໄກສອນ ພົມວິຫານໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ Xl ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ດວງຈັນ ແສນວິເສດ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງນະຄອນ ໄກສອນ ພົມວິຫານ,ທ່ານ ນາງ ພອນໄຊ ຊະນະວົງໄຊ ເລຂາພັກຮາກຖານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ, ມີບັນດາທ່ານຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງໜ່ວຍ-ຮາກຖານໂຮງຮຽນອ້ອມຂ້າງ, ມີແຂກຖືກເຊີນ, ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ບຸນຍົງ ສີວົງໄຊ ປະທານສະຫະພັນແມ່ຍິງຮາກຖານຫ້ອງການສຶກສາ ທິການແລະກິລາ ນະຄອນ ໄດ້ຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່່ໜ້າ ໃຫ້ຮູ້ວ່າ: ສະຫະພັນແມ່ຍິງຮາກຖານຫ້ອງການສຶກສາທິການ ແລະ ກິລາ ນະຄອນ, ປະກອບມີໂຮງຮຽນ ປະຖົມທ່າແຮ່, ສູນການສຶກສານອກໂຮງຮຽນ,ໂຮງຮຽນປະຖົມໂນນສະຫວາດ, ປະຖົມສະໜາມໄຊ ແລະ ໂຮງຮຽນມັດ ທະຍົມຕົ້ນສະໜາມໄຊ ມີສະມາຊິກທັງໝົດ 61 ທ່ານ, ,ຜ່ານມາໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງ-ແນວຄິດເປັນວຽກສຳຄັນຕົ້ນຕໍ ໂດຍໄດ້ນຳເອົາແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ບັນດາຂໍ້ກໍານົດກົດໝາຍ ແລະ ມູນເຊື້ອຕ່າງໆມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກແມ່ຍິງພາຍໃນຮາກຖານຮັບຮູ້ ເຂົ້າໃຈ , ຜ່ານພຶດຕິກຳຕົວຈິງສາມາດຕີລາຄາໄດ້ວ່າ ພະນັກງານເຮົາຍັງມີແນວຄິດຍຶດໝັ້ນຕໍ່ອຸດົມການຂອງພັກ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຫຼັກໝັ້ນຊົນຊັ້ນຈະແຈ້ງ, ມີຄວາມເຊື່ອໝັ້ນໜັກແໜ້ນຕໍ່ອຸດົມການຂອງພັກ ເຊິ່ງໄດ້ສະແດງອອກ ແຕ່ລະສະຫາຍທີ່ໄດ້ເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ, ສະມາຊິກສະຫະພັນແມ່ຍິງສ່ວນຫຼາຍຮັກສາໄດ້ມູນເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າ, ນັບຖືຮີດຄອງປະເພນີອັນດີງາມຂອງຊາດ, ຮັກສາກຽດສັກສີຂອງແມ່ຍິງລາວ, ຕັ້ງໜ້າປະກອບສ່ວນເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຄອບຄົວ ແລະ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ນອກຈາກນັ້ນສະມາຊິກແມ່ຍິງພາຍໃນຮາກຖານຍັງໄດ້ຮັບໃບຍ້ອງຍໍລະດັບຂັ້ນຕ່າງເຊັ່ນ:ຂັ້ນນະຄອນ 05 ໃບ, ຂັ້ນແຂວງ 02ໃບ,ໄດ້ຈັດກອງປະຊຸມເປີດບັ້ນເຊັນຮັບຂໍ້ແຂ່ງຂັນ 3 ດີໄດ້ 5 ຄັ້ງ,ມີສະມາຊິກສະຫະພັນແມ່ຍິງເຊັນຮັບທັງໜົດ 61 ທ່ານ,ກວມເອົາ 100% ຂອງຈຳນວນສະມາຊິກທັງໜົດ ແລະ ສາມາດປະເມີນໄດ້ສະມາຊິກສະຫະພັນແມ່ຍິງ 3 ດີ ປະເພດ l ມີ 58 ຄົນ,ປະເພດ ll ມີ 03 ຄົນ,ໄດ້ຮັບການຢັ້ງຢືນເປັນສະຫະພັນແມ່ຍິງຮາກຖານ 3 ດີ ຂັ້ນສູນກາງ,ຂັ້ນແຂວງ ແລະ ຂັ້ນນະຄອນ .

ກອງປະຊຸມໃຫຍ່ໃນຄັ້ງນີ້ ຍັງໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່, ເຊິ່ງມີຜູ້ລົງສະໝັກ 05 ທ່ານ ເລືອກເອົາ 03 ທ່ານ, ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ທ່ານນາງ ວາດສະໜາ ລັດກະສິງ ເປັນປະທານສະຫະພັນແມ່ຍິງຮາກຖານຫ້ອງການສຶກສາທິການ ແລະ ກິລາ ນະຄອນ ໄກສອນ ພົມວິຫານ, ທ່ານນາງ ໄພລິນ ຊະນະວົງໄຊ ເປັນຮອງປະທານ ແລະ ທ່ານນາງ ພັນທະພອນ ເປັນຄະນະ ທັງເປັນຜູ້ເຮັດວຽກກວດກາ.

ແລະພ້ອມນັ້ນກໍຍັງໄດ້ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານໂຮງຮຽນປະຖົມໂນນສະຫວາດແລະປະຖົມ- ມຕ ສະໜາມໄຊ ເຊີ່ງປະກອບມີ: 03 ທ່ານຄື:ທ່ານ ນາງ ແວວມະນີ ດວງເກສອນ ເປັນປະທານ,ທ່ານ ນາງ ພູສະໄຫວ ເກດຕະວົງ ເປັນຮອງປະທານ ທັງເປັນຜູ້ເຮັດວຽກກວດກາ ແລະ ທ່ານ ນາງ ໃຈສະຫວັນ ເປັນຄະນະ ທັງເປັນຜູ້ຮັບຜິດຊອບວຽກງານເສດຖະກິດ ແລະ ຮາກຖານໂຮງຮຽນປະຖົມທ່າແຮ່+ສູນການສຶກສານອກໂຮງຮຽນ ເຊີ່ງປະກອບມີ: 03 ທ່ານ ຄື ທ່ານນາງ ສີຟອງ ຈັນທະວົງ ເປັນປະທານ,ທ່ານ ນາງ ແກ້ວຕາ ແກ້ວມີ ເປັນຮອງປະທານ ທັງເປັນຜູ້ເຮັດວຽກກວດກາ ແລະ ທ່ານ ນາງ ຟອງສະຫວັນ ອຸ່ນວົງຄຳເພັງ ເປັນຄະນະ ທັງເປັນຜູ້ບຜິດຊອບວຽກງານເສດຖະກິດ ແລະ ໃນນັ້ນກໍຍັງໄດ້ສຶບຕໍ່ອອກຈັບມືເປີດບັ້ນເຊັ່ນຮັບຂໍ້ແຂ່ງຂັນ 03 ດີໃນປີ 2022ຕື່ມອີກ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD #Savannakhet Province

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX

0

ຕາມການລາຍງານຈາກ https://www.facebook.com/lnrlao ຂອງ ສະຖານີວິທະຍຸແຫ່ງຊາດ ໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 13 ມິຖຸນາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ, ປະທານສະພາແຫ່ງຊາດລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ພ້ອມດ້ວຍການນໍາພັກ-ລັດ, ແຂກຮັບເຊີນ ແລະ ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງທົ່ວປະເທດ.

ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

1) ລາຍງານໂດຍສັງເຂບຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022;

5) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;

6) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

7) ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດຫມາຍ 4 ສະບັບ ຄື: ກົດຫມາຍວ່າດ້ວຍທີ່ດິນ, ກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດຫມາຍວ່າດ້ວຍຊັບສິນຂອງລັດ ແລະ ກົດຫມາຍວ່າດ້ວຍແຮ່ທາດ;

ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະ ນາຄານທຸລະກິດລັດ;

9) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະ ບາດຂອງພະຍາດໂຄວິດ-19;

10) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດຫມາຍໃນຂົງເຂດສຶກສາທິ ການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃຫມ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ.

11) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ ສພຊ, ລົງວັນທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງ ອົງການສືບ ສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດຫມາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດຫມາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດຫມາຍ.

12) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄຫມສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;

13) ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນ ຕໍ່ຫນ້າ,

14) ພິຈາລະນາ ແລະ ຮັບຮອງເອົາ ກົດຫມາຍໃຫມ່ ແລະ ປັບປຸງ 9 ສະບັບ ດັ່ງນີ້:

ຮ່າງກົດຫມາຍສ້າງໃຫມ່ 3 ສະບັບ ຄື: ຮ່າງກົດຫມາຍວ່າດ້ວຍວິຈິດສິນ; ຮ່າງກົດຫມາຍວ່າດ້ວຍຄວາມປອດໄພຂອງເຂື່ອນ; ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ກົດຫມາຍປັບປຸງ 6 ສະບັບ ຄື: ກົດຫມາຍວ່າດ້ວຍຊັບສິນຂອງລັດ, ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດຫມາຍວ່າ ດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ກົດ

ຫມາຍວ່າດ້ວຍການປັບປຸງບາງ ມາດຕາ ຂອງກົດຫມາຍວ່າດ້ວຍສານປະຊາຊົນ; ກົດຫມາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ແລະ ກົດຫມາຍວ່າ ດ້ວຍການປັບປຸງບາງມາດຕາ ຂອງກົດຫມາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.

ນອກຈາກນີ້, ຍັງຈະໄດ້ຮັບຟັງການລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຮອງປະທານກໍາມາທິການຈໍານວນຫນຶ່ງຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດ ທີ່ວ່າງລົງ, ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນຫນຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ໃຫ້ການຮ່ວມມື ແລະ ສະຫນອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດ ຊຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດຫມາຍ ແລະ ສະພາບຄວາມເປັນຈິງທາງ ດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບ ຮອງຄັ້ງນີ້ມີ ຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ສໍາລັບກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈະດໍາເນີນໄປຮອດວັນທີ 8 ກໍລະກົດ 2022 ຈິ່ງຈະສໍາເລັດ, ເຊີ່ງຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນແລະຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

– ສາຍດ່ວນ: ໂທລະສັບ ໝາຍເລກ 156

– ອີເມວ: [email protected]

ຂ່າວ: ບຸນຕຽງ ຈັນທະວົງ

ເລີ່ມ 21 ມິຖຸນາ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບເທົ່ານັ້ນ

0

ສໍານັກງານທະນາຄານການຄ້າຕ່າງປະເທດລາວມະຫາຊົນແຈ້ງການ ວ່າ ນັບແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ລະບົບເງິນດ່ວນ MoneyGram ບໍ່ສາມາດຮັບເປັນເງິນຕາຕ່າງປະເທດໄດ້ ຕ້ອງຈ່າຍເປັນສະກຸນເງິນ ກີບ ເທົ່ານັ້ນ.

ແຈ້ງບັນດາຮ້ານຕົວແທນຍ່ອຍຊາບ ໃນການຈັດຕັ້ງປະຕິບັດຈ່າຍເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ດັ່ງລາຍລະອຽດລຸ່ມນີ້:
1 ທຸກຮ້ານຕົວແທນຍ່ອຍທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ແມ່ນໃຫ້ຈ່າຍເປັນສະກຸນເງິນກີບໃຫ້ກັບລູກຄ້າຊຶ່ງຕ້ອງແຈ້ງລູກຄ້າກ່ອນການດຳເນີນລາຍການໃນລະບົບໂອນເງິນດ່ວນ DeltaWorks.

2 ການນໍາໃຊ້ອັດຕາແລກປ່ຽນແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ ທຄຕລ ປະກາດນໍາໃຊ້ໃນແຕ່ລະວັນ ແລະ ນໍາໃຊ້ສະບັບລ່າສຸດໃນແຕ່ລະຊ່ວງເວລາທີ່ໄດ້ແຈ້ງຜ່ານ website: www.bcel.com.la ຕາມແຕ່ລະກໍລະນີດັ່ງນີ້:
ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ກ່ອນເວລາທີ່ປະກາດນໍາໃຊ້ອັດຕາແລກປ່ຽນປະຈຳວັນຄື: ກ່ອນ 08:30 AM ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນເງິນໂດລາຂອງມື້ວານ ເພື່ອແລກປ່ຽນເປັນສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ. ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ພາຍຫຼັງທີ່ມີການປະກາດນໍາໃຊ້ອັດຕາແລກປ່ຽນປະຈໍາວັນແລ້ວແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດນໍາໃຊ້ປະຈໍາວັນນັ້ນເລີຍ ເພື່ອແລກປ່ຽນສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ. ຊຶ່ງບັນດາຮ້ານຕົວແທນຍ່ອຍຈະຕ້ອງເຂົ້າເບິ່ງການປະກາດນໍາໃຊ້ອັດຕາແລກປ່ຽນປະຈໍາວັນໃນຊ່ວງ ເວລາ 08:30 – 8:50 AM ແລະ ແຕ່ລະຊ່ວງໄລຍະເວລາ. ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ວັນເສົາ-ອາທິດ ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດໃຊ້ໃນວັນສຸກ.

3 ໃຫ້ບັນດາຮ້ານຕົວແທນຍ່ອຍແຈ້ງເລກບັນຊີກະແສລາຍວັນສະກຸນເງິນກີບທີ່ອອກຊື່ຕາມໃບທະບຽນວິສາຫະກິດ ຫຼື ບັນຊີເງິນຝາກປະຫຍັດທີ່ອອກຊື່ເຈົ້າຂອງທຸລະກິດ (ສະເພາະຮ້ານທີ່ບໍ່ມີບັນຊີກະແສລາຍວັນທີ່ເປັນສະກຸນເງິນກີບ) ມາຍັງສາຂາທີ່ຕົນຂຶ້ນກັບ, ສຳລັບຕົວແທນຍ່ອຍທີ່ຢູ່ນະຄອນຫຼວງແມ່ນແຈ້ງມາຍັງຂະແໜງໂອນເງິນດ່ວນກ່ອນວັນທີ 15/06/2022, ກະກຽມເງິນສົດທີ່ເປັນສະກຸນເງິນກີບໄວ້ບໍລິການລູກຄ້າ ແລະ ແຕ່ລະຕົວແທນຍ່ອຍທີ່ມີທຸລະກຳຕ້ອງປະກອບຂໍ້ມູນແບບຟອມສະເໜີອອນລາຍປະຈຳວັນລົງໃນລະບົບອັບໂຫຼດເອກະສານໂອນເງິນດ່ວນ.

4 ການໂອນເງິນຕົ້ນທຶນ ແລະ ຄ່າທຳນຽມບໍລິການຮັບເງິນດ່ວນ MoneyGram ໃຫ້ກັບບັນດາຮ້ານຕົວແທນຍ່ອຍທີ່ມີທຸລະກຳແມ່ນເປັນສະກຸນເງິນກີບທັງໝົດ. ການຈັດຕັ້ງປະຕິບັດແມ່ນນັບແຕ່ວັນທີ 21/06/2022. ເປັນຕົ້ນໄປ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

#ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ກໍາມະບານຮາກຖານ ຫ້ອງການຖວທ ເມືອງເຊໂປນ ສໍາເລັດກອງປະຊຸມໃຫ່ຍຄັ້ງທີ II

0

ໃນວັນທີ 9 ມີຖຸນາ2022 ນີ້,ກໍາມະບານຮາກຖານຖະແຫລງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂອງຕົນຂື້ນ,ໂດຍການເປັນປະທານຂອງ ທ່ານ ນ.ຕຽງຄໍາ ລຸນແພງສີ ຮອງປະທານສະຫະພັນກໍາມະບານເມືອງ,ທ່ານຄໍາຊອນ ພຸດມະສອນ ເລຂາໜ່ວຍພັກ ຫ້ອງການ ຖວທ,ທ່ານປີດາວັນ ມູນລະອໍ ປະທານກໍາມະບານຮາກຖານ ຖວທ,ມີບັນດາທ່ານໃນຄະນະ2ຫ້ອງການ ຖວທ ແລະ ແຮງງານ ສະຫວັດດີການສັງຄົມ ເມືອງ ຄະນະ ໜ່ວຍ ພ້ອມດ້ວຍສະມາຊີກກໍາມະບານເຂົ້າຮ່ວມ.

ໃນກອງປະຊຸມທ່ານ ປີດາວັນ ມູນລະອໍ ປະທານຄະນະຮາກຖານກໍາມະບານ ຖວທ ຊຸດເກົ່າໄດ້ຂື້ນຜ່ານບົດສະຫລຸບໃນການຊີ້ນໍາໆພາ ຈັດຕັ້ງປະຕິບັດວຽກງານກໍາມະບານ ໄລຍະ 5 ປີ 2016-2021 ພ້ອມທິດທາງແຜນການ 5 ປີຕໍ່ໜ້າ 2022-2026 ໂດຍສະເພາະວຽກງານການເມືອງແນວຄິດ, ການຈັດຕັ້ງ,ແບບແຜນການນໍາພາ ແລະດ້ານການນໍາພາປະຕິບັດໜ້າທີ່ການເມືອງທີ່ຕິດພັນກັບວຽກງານວິຊາສະເພາະ, ວຽກງານ 5 ເປັນເປັນເຈົ້າຂອງກໍາມະບານ,ກໍາມະບານຮາກຖານ ຖວທ ເຊໂປນມີສະມາຊີກທັງໝົດ22ທ່ານ,ຍີງ10, ມີ2ໜ່ວຍກໍາມະບານຂື້ນກັບຄື:ໜ່ວຍ ຖວທ ມີສະມາຊີກ11ສະຫາຍ, ,ໜ່ວຍແຮງງານ ສະຫວັດດີການສັງຄົມ ມີສະມາຊີກ 11 ສະຫາຍ, ,ຜ່ານການຈັດຕັ້ງປະຕິບັດແຜນການ ນໍາພາແລະວຽກງານວິຊາສະເພາະ ໜ່ວຍກໍາມະບານ 2 ໜ່ວຍໄດ້ມີການປະເມີນ ແລະຈັດປະເພດຂອງສະມາຊີກກໍາມະບານໄດ້ ເດັ່ນປະເພດ I ມີ 22 ທ່ານ, ໃນໄລຍະຜ່ານມາກໍາມະບານຮາກຖານ ຖວທ ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າຈໍານວນ 5 ໃບ, ໃບຍ້ອງຍໍ ກໍາມະບານແຂວງຜົນງານ 5 ປີ 1ໃບ, ບຸກຄົນດີເດັ່ນຮັບໃບຢັ້ງຢືນ 5 ເປັນເຈົ້າຈໍານວນ 22 ໃບ, ໃບຍ້ອງຍໍສັນລະເສີນຜົນງານ 1 ປີ ຂອງທ່ານເຈົ້າເມືອງຈໍານວນ 20 ສະຫາຍ,ວຽກງານຂະບວນການ-ແຂ່ງຂັນ-ຍ້ອງຍໍ ສ້າງຂະບວນການປູກຕົ້ນໄມ້ປະດັບປະດາ ຈໍານວນ 130 ຕົ້ນ, ເຂົ້າຮ່ວມຂະບວນການຕ່າງໆຈໍານວນ 30 ຄັ້ງ, ຈາກນັ້ນ ໃນກອງປະຊຸມຍັງໄດ້ປະກາດແຍກ 2 ໜ່ວຍ ກໍາມະບານ ຖວທ ແລະ ໜ່ວຍ ແຮງງານໃຫ້ ຂື້ນກັບກໍາມະບານຮາກຖານຂອງຕົນ, ເຊິ່ງມີຜູ້ສະມັກແຕ່ລະໜ່ວຍ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜົນຂອງການປ່ອນບັດປະກົດວ່າ ກໍາມະບານໜ່ວຍ ຖວທ ທ່ານ ປີດາວັນ ມູນລະອໍ ເປັນປະທານ, ທ່ານນ.ຈັນທະລາ ເປັນຮອງ ທັງເປັນຜູ້ເຮັດວຽກ ກວດກາ, ທ່ານ ນ.ມົນລືດີ ເປັນຄະນະ, ກໍາມະບານໜ່ວຍ ແຮງງານ ສະຫວັດດີການ-ສັງຄົມ ທ່ານ ສະຫວັນໄທ ເປັນປະທານ, ທ່ານ ນ.ກິ່ນດາວັນ ເປັນຮອງ ທັງເປັນຜູ້ກວດກາກວດກາ, ທ່ານ ດອນປະດິດ ເປັນຄະນະ.

ສຸດທ້າຍ ທ່ານນ.ຕຽງຄໍາ ລຸນແພງສີ ໄດ້ໃຫ້ກຽດມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານ ເນັ້ນໃຫ້ບັນດາຄະນະກໍາມະບານ ຈົ່ງປຸ້ມລຸມຄວາມສາມັກຄີ,ເຮັດວຽກງານເປັນໝູ່ຄະນະ,ສ້າງແຜນວຽກ,ແຜນງານ, ແຜນຄົນ ອັນລະອຽດ, ປະຕິບັດ 5 ເປັນເຈົ້າ ໃຫ້ສຳເລັດຜົນ.

ພາບ-ຂ່າວ: ນັກຂ່າວວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD #Savannakhet Province

ຄວນດື່ມເບຍໃນປະລິມານທີ່ເໝາະສົມ

0

ມື້ນີ້ເຮົາຈະມາເວົ້າເຖິງເລື່ອງຂອງປະໂຫຍ ແລະ ໂທດຂອງເບຍ ເນື່ອງຈາກສັງຄົມປັດຈຸບັນນີ້ມີຄົນຢ່າງຫຼວງຫຼາຍຫັນມານິຍົມດື່ມເບຍກັນຫຼາຍຂຶ້ນ ເຊິ່ງກໍ່ຂ້ອນຂ້າງວ່າການດື່ມເບຍນີ້ແມ່ນເປັນອັນດັບຕົ້ນໆເລີຍກໍ່ວ່າໄດ້ ເບຍເປັນເຄື່ອງດື່ມທີ່ມີການຜະລິດມາຈາກທັນຍາພືດເຊິ່ງດື່ມໄດ້ ປັດຈຸບັນນີ້ແມ່ນນິຍົມດື່ມເພື່ອສັງສັນຢ່າງຫຼວງຫຼາຍ ແລະ ຈະມາຮູ້ເຖິງປະໂຫຍດຂອງເບຍ.

ປະໂຫຍດຂອງເບຍ: ຊ່ວຍຜ່ອນຄາຍຄວາມຄຽດໄດ້ ເພາະວ່າເບຍມີວິຕາມິນຈາກຢີສ ທີ່ໃຊ້ໃນການບົ່ມເບຍ ກໍຈະອຸດົມໄປດ້ວຍວິຕາມິນ ບີ6, ບີ3 ເຊິ່ງມີປະໂຫຍດຕໍ່ຮ່າງກາຍ ແລະ ເບຍ ຍັງຊ່ວຍປ້ອງກັນພະຍາດບາງພະຍາດໄດ້ ແຕ່ເຮົາຄວນດື່ມໃນປະລິມານທີ່ພໍດີ ບໍ່ຫຼາຍເກີນໄປຍ້ອນວ່າຈະສົ່ງຜົນເສຍຕໍ່ຮ່າງກາຍເຮົາໄດ້.

ໂທດຂອງເບຍ: ເປັນທີ່ຮູ້ກັນດີແລ້ວວ່າເບຍເປັນເຄື່ອງດື່ມທີ່ມີແອວກໍຮໍ ທີ່ສາມາດເຮັດໃຫ້ເຮົາສ່ຽງທີ່ຈະເກີດພະຍາດອັນຕະລາຍຕ່າງໆໄດ້ ເຊັ່ນ: ພະຍາດຕັບແຂງ, ພະຍາດເສັ້ນເລືອດໃນສະໝອງແຕກ, ພະຍາດຫຼອດເລືອດໃນສະໝອງອັດຕັນ, ເຮັດໃຫ້ເສຍສຸຂະພາບ ແລະ ຍັງມີພະຍາດຕ່າງໆອີກຫຼາກຫຼາຍ ດັ່ງນັ້ນເຮົາຄວນດື່ມແຕ່ພໍດີພໍງາມ ບໍ່ຄວນດື່ມໃຫ້ເມົາຈົນຂາດສະຕິ ເພາະວ່າອາດຈະສົ່ງຜົນເສຍຕາມມາອີກຫຼາຍຢ່າງ ເຊັ່ນ: ເມົາແລ້ວຂັບ ອາດຈະເຮັດໃຫ້ເກີດຄວາມສູນເສຍອີກ ແລະ ອາດຖືກຕຳຫຼວດຈັບ ເຮັດໃຫ້ເສຍທັງໜ້າທີ່ການງານ ແລະ ເງິນຄຳອີກດ້ວຍ.

ຈາກ: Lao Youth Radio FM 90.0 Mhz