Saturday, October 19, 2024
Home Blog Page 806

5 ໜ່ວຍພັກ ພະແນກການເງິນ ຮັບນາມມະຍົດ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

0

ພິທີ ມອບ-ຮັບ ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກັບ 5 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ປະຈຳປີ 2021 ໄດ້ຈັດຂຶ້ນໃນ ວັນທີ 10 ມິຖຸນາ 2022 ທີ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ສິລິພອນ ສຸພັນທອງ ກຳມະການພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ສະຫາຍ ຄິນຄໍາ ເລັ່ງສະຫວັດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນ ແຂວງຫຼວງພະບາງ, ມີເລຂາ, ຮອງເລຂາໜ່ວຍພັກ, ສະມາຊິກພັກ ຈາກ 5 ໜ່ວຍພັກ ພ້ອມດ້ວຍແຂກຖຶກເຊີນຈາກພະແນກການກຽວຂ້ອງເຂົ້າຮ່ວມ.

ສະຫາຍ ພູຄໍາ ແສງດາໄລ ຮອງຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາຊີ້ນຳຈັດຕັ້ງປະຕິບັດຂອງຄະນະພັກຮາກຖານ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ ປີ 2021 ແລະ ແຜນສູ້ຊົນປີ 2022 ເຊິ່ງຄະນະພັກຮາກຖານພະແນກການເງິນ ປະກອບມີ 5 ໜ່ວຍພັກທີ່ຂຶ້ນກັບ ຄື: ໜ່ວຍພັກ ພະແນກການເງິນ, ໜ່ວຍພັກສ່ວຍສາອາກອນປະຈໍາແຂວງ; ໜ່ວຍພັກຄັງເງິນປະຈໍາແຂວງ; ໜ່ວຍພັກວິທະຍາໄລການເງິນພາກເໜືອ ແລະ ໜ່ວຍພັກ ພາສີປະຈຳແຂວງ, ມີສະມາຊິກພັກທັງໝົດ 156 ສະຫາຍ, ຍິງ 62 ສະຫາຍ. ແຕ່ລະໜ່ວຍພັກມີໜ້າທີ່ ແລະ ພາລະບົດບາດການເຄື່ອນໄຫວຕາມຂໍ້ຕົກລົງ ຂອງກະຊວງການເງິນ ກຳນົດໃຫ້ເປັນຕົ້ນ ແມ່ນຄົ້ນຄວ້າ ສັງລວມ, ວິໄຈ, ສ້າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກໃນແຕ່ລະໄລຍະ ແລະ ຊີ້ນຳວຽກງານວິຊາສະເພາະຂອງຫ້ອງການການເງິນ ປະຈຳເມືອງ ແລະ ນະຄອນ.

ຜ່ານມາຄະນະພັກໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງອັນພົ້ນເດັ່ນ ແມ່ນໄດ້ສຸມໃສ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ທັງ 4 ດ້ານ 5 ເນື້ອໃນ ແລະ 3 ທິດນໍາ ເຊິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ ສາມາດຕີລາຄາປະເມີນໜ່ວຍພັກ ແລະສະມາຊິກພັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ, ປັບປຸງປົວແປງພັກ ແນ່ໃສ່ເຮັດໃຫ້ສະມາຊິກພັກມີຄວາມໜັກແໜ້ນ, ເພີ່ມທະວີ ການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຖືເອົາການສຶກສາອົບຮົມທາງດ້ານເມືອງ-ແນວຄິດໃຫ້ແກ້ສະມາຊິກພັກ, ພະນັກງານ ໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມສາມັກຄີ ເປັນເອກະພາບສູງພາຍໃນພັກ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໄດ້ເປັນຢ່າງດີ.

ຈາກນັ້ນໃນພິທີ ຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 5 ໜ່ວຍພັກດັ່ງກ່າວ, ໂດຍການໃຫ້ກຽດມອບຂອງ ສະຫາຍ ນາງ ສິລິພອນ ສຸພັນທອງ ກຳມະການພັກແຂວງ ຮອງເຈົ້າແຂວງຫຼວງພະບາງ ຢ່າງສົມກຽດ ພ້ອມທັງມີຄຳເຫັນໂອລົມ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ 5 ໜ່ວຍພັກຍາດມາໄດ້ໃນໜຶ່ງປີຜ່ານມາ ພ້ອມເນັ້ນໜັກໃຫ້ຄະນະພັກ ແລະ ສະມາຊິກພັກ ເອົາໃຈໃສ່ ສືບຕໍ່ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ມີຄວາມໜັກແໜ້ນ ເຂັ້ມແຂງ, ເປັນເຈົ້າການປະຕິບັດຫຼັກການລວມສູນປະຊາທິປະໄຕ, ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າ ໃນການເຮັດໜ້າທີວຽກງານວິຊາສະເພາະທີໄດ້ຮັບມອບໝາຍ, ປຸກລະດົມທຸກກຳລັງມະຫາຊົນເຂົ້າຮ່ວມຂະບວນການສ້າງໜ່ວຍພັກໃຫ້ມີຄວາມປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ ແລະພ້ອມກັນຮັກສາມູນເຊື້ອ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄວ້ຕະຫຼອດໄປ.

ຂ່າວ-ພາບ: ສີສຸວັນ ນັກຂ່າວແຂວງຫຼວງພະບາງ

#Medialaos MMD #Luangpabang Province

ແນວລາວສ້າງຊາດແຂວງ ສຳເລັດລົງເຄື່ອນໄຫວເຜີຍແຜ່ເອກະສານວຽກງານແນວລາວສ້າງຊາດຢູ່ 3 ເມືອງ

0

ໃນລະຫວ່າງວັນທີ 8-10 ມິຖຸນາ 2022 ນີ້ ແນວລາວສ້າງຊາດແຂວງ ສະຫວັນນະເຂດ ສົມທົບກັບແນວລາວສ້າງຊາດເມືອງນອງ, ເຊໂປນ ແລະ ວິລະບູລີ ໄດ້ຈັດທີເຜີຍແຜ່ ເອກະສານວຽກງານແນວລາວສ້າງຊາດຂື້ນ ;ເຊີ່ງເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດ, ເຊິ່ງສະເໜີໂດຍທ່ານ ແກ້ວມະນີວອນ ຕານລະມະນີ ຮອງປະທານແນວລາວສ້າງຊາດແຂວງ, ກົດຫມາຍວ່າດ້ວຍແນວລາວສ້າງຊາດ ກ່ຽວກັບວຽກງານກວດກາ ສະເຫນີໂດຍ ທ່ານ ນາງ ພອນເພັດ ເທບບູລີ ຮອງຫົວຫນ້າຂະແຫນງກວດກາ ແລະ ເອກະສານແຈ້ງການແນະນຳຂອງສູນກາງແນວລາວສ້າງຊາດ ສະບັບເລກທີ 055/ຄປຈ, ດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ສະເຫນີໂດຍທ່ານ ໄຂ່ຟ້າ ຊຸມພົນພັກດີ ຫົວຫນ້າຂະແຫນງສາສະໜາ ມີບັນດາທ່ານຄະນະປະຈຳພັກເມຶອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຄະນະກຳມະການແນວລາວສ້າງຊາດເມືອງທັງ 3 ເມືອງ ເຂົ້າຮ່ວມທັງໝົດ 111 ທ່ານ, ຍິງ 32 ທ່ານ.

ຈຸດປະສົງຂອງການລົງເຜີຍແຜ່ເອກະສານກ່ຽວກັບວຽກງານແນວລາວສ້າງຊາດໃນຄັ້ງນີ້ ກໍ່ເພຶ່ອຍົກລະດັບຄວາມຮູ້ໃຫ້ຜູ້ທີ່ຮັບຜີດຊອບວຽກງານແນວລາວສ້າງຊາດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃຫ້ເຊື່ອມຊຶມ,ກຳແໜ້ນໃນວຽກງານແນວລາວສ້າງຊາດ ເພື່ອເປັນບ່ອນອີງ ໃນການປະຕິບັດວຽກງານໃນຕໍ່ໜ້າ

ໃນຕອນທ້າຍ ທ່ານ ຮອງປະທານແນວລາວສ້າງຊາດແຂວງສະຫວັນນະເຂດ ກໍ່ໄດ້ເນັ້ນໜັກ ແລະ ມອບຄວາມຮັບຜິດຊອບໃຫ້ຄະນະກຳມະການແນວລາວສ້າງຊາດເມືອງທັງ 3 ເມືອງ ໃຫ້ເປັນເຈົ້າການໃນການນຳເອົາເນື້ອໃນຈິດໃຈຂອງບັນດາເອກະສານທີ່ນຳມາເຜີຍແຜ່ນີ້ ໄປຈັດຕັ້ງຜັນຂະຫຍາຍ ພ້ອມທັງຊິ້ນຳໆພາໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ກຸ່ມບ້ານຈີມເມືອງພູຄູນໄດ້ຮັບຮອງເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ

0

ເມື່ອບໍ່ດົນມານີ້, ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດຮັບເອົາຮອງກຸ່ມບ້ານຈີມ, ເປັນຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນທັນ ຫານຊະນະ ຄະນະປະຈຳພັກເມືອງ, ຫົວໜ້າການທະຫານກອງບັນຊາການທະຫານເມືອງພູຄູນ, ມີກອງບັນຊາການ ປກສ ເມືອງ, ຫົວໜ້າກຸ່ມ, ຂະແໜ່ງການທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ, ແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນກຸ່ມເຂົ້າຮ່ວມ.

ທ່ານ ໄມດີ ວິລະວົງ ເລຂາພັກບ້ານ, ນາຍບ້ານໆຈີມ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ໃຫ້ຮູ້ວ່າ: ໂດຍປະຕິບັດຕາມ 6 ມາດຖານຂອງການກໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງທີ່ໄດ້ກໍານົດໃນຂໍ້ຕົກລົງເລກທີ 705 ຂອງກະຊວງປ້ອງກັນປະເທດ, ລົງວັນທີ 16 ພຶດສະພາ 2017, ທົ່ວກຸ່ມບ້ານຈີມມີ 609 ຄອບຄົວ ປະເມີນເປັນຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 541 ຄອບຄົວ, ກວມເອົາ 90%, ປະເມີນບໍ່ໄດ້ 58 ຄອບຄົວ, ເທົ່າກັບ 10%, ພິທີຍັງໄດ້ຜ່ານຂໍ້ຕົກລົງເລກທີ 414/ຈມ.ພ.ຄ ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງເລກທີ 439/ຈ,ຂ,ຫຼ,ບ, ລົົງວັນທີ 10 ພະຈິກ 2021 ວ່າດ້ວຍການຮັບຮອງເອົາກຸ່ມບ້ານຈີມເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ພ້ອມທັງມອບໃບຢັ້ງຢືນໃຫ້ພາກສ່ວນກ່ຽວຂ້ອງຢ່າງສົມກຽດ.

ຕອນທ້າຍພິທີ ສະຫາຍ ພັນໂທ ບຸນທັນ ຫານຊະນະ ຄະນະປະຈຳພັກເມືອງ, ຫົວໜ້າການທະຫານກອງບັນຊາການທະຫານເມືອງພູຄູນ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ, ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດລູກຫຼານບ້ານຊ່ອງ ໃຫ້ມີຄວາມຮັບຮູ້ເຊື່ອມຊຶມ ຕໍ່ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ດ້ວຍການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານຊ່ອງໃຫ້ມີຄວາມຈະເລີນຮຸ່ງເຮື່ອງ, ບ້ານເມືອງມີຄວາມຢູ່ເຢັນເປັນສຸກ, ສ້າງເງື່ອນໄຂພັດທະນາເສດຖະກິດ – ສັງຄົມ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ.

ຂ່າວ-ພາບ: ນັກຂ່າວແຂວງຫຼວງພະບາງ

#Medialaos MMD #Luangparbang Province

ພິທີສົມໂພດຮູບປໍ້າພະພຸດທະເຈົ້າໃຫຍ່ ວັດຂອມຈອມຕານບ້ານທ່າລີ່ໃຕ້ເມືອງນ້ຳບາກ

0

ລະຫວ່າງວັນທີ 11-12 ມິຖຸນາ 2022 ນີ້ ຢູ່ວັດຂອມຈອມຕານ ບ້ານທ່າລີໃຕ້, ເມືອງນ້ຳບາກ, ແຂວງຫຼວງພະບາງ ໄດ້ຈັດພິທີສົມໂພດຮູບປໍ້າພະພຸດທະເຈົ້າໃຫຍ່ຂື້ນ ເຂົ້າຮ່ວມຂອງທ່ານ ນາງ ສີມມາ ໂພສີຄຳ ພ້ອມດວ້ຍຄອບຄົວ, ທ່ານ ສົມຫວັງ ພອນຄຳວົງສາ ພ້ອມດວ້ຍການນຳຂອງເມືອງ, ພະສົງສຳມະເນນ, ເຈົ້າສັດທາ ພ້ອມດວ້ຍຊາວພຸດທະສາສະນິກະຊົນພາຍໃນເມືອງ, ຕ່າງເມືອງເຂົ້າຮວ່ມ.

ໂດຍປະຕິບັດຕາມການຕົກລົງຂອງທ່ານເຈົ້າເມືອງນ້ຳບາກ ເລກທີ 278, ລົງວັນທີ 10 ກັນຍາ 2020 ວ່າດວ້ຍການອານຸມັດໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ບ້ານທ່າລີ່ໃຕ້ ກໍ່ສ້າງພະພຸດທະເຈົ້າອົງໃຫຍ່ ປະດິດສະຖານຢູ່ວັດຂອມຈອມຕານ ໄຊຍະລາມ ເພື່ອເປັນສະຖານທີ່ສັກກະລະບູຊາ, ເປັນສະຖານທີ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ເປັນຈຸດທ່ອງທຽ່ວຂອງຊາວພຸດທະສາສະນິກະຊົນທັງຫຼາຍ. ພະພຸດທະຮູບອົງຂອມຈອມຕານ ປາງຊະນະມານ ມີຂະໜາດລວງສູງ 9 ແມັດ, ໜ້າຕັກກວ້ງ 6 ແມັດ, ກໍ່ດວ້ຍດິນຈີ່ ທາສີຄຳ ໃຊ້ເວລາການກໍ່ສ້າງ 16 ເດືອນ ໂດຍໄດ້ລະດົມວັດຖຸປັດໃຈ ຈາກພາຍໃນບ້ານ, ເມືອງ, ຕ່າງເມືອງ, ຕ່າງແຂວງ ມາໃຊ້ເຂົ້າໃນການກໍ່ສ້າງ ທັງໝົດ 118.220.000ກິບ. ໃນນັ້ນມີທືນຈາກເຈົ້າສັດທາຫຼັກ-ເຈົ້າພາບຮວ່ມ 86 ລ້ານກວ່າກີບ, ຮັບຈາກການແຜ່ວັດຖຸປັດໃຈ 31 ລ້ານກວ່າກີບ.

ພິທີໄດ້ມີການສູດປະລະຕະມຸງຄຸນ ຮັບຟັງການບັນຍາຍທຳ, ເຈົ້າສັດທາພ້ອມດວ້ຍການນຳເມືອງຕີຄ້ອງ ເພື່ອເປັນສິລິມຸງຄຸນ, ຕອນຄຳຄືນໄດ້ມີການສະແດງສີລະປະວັນນະຄະດີຈາກໜວ່ຍສີລະປະບ້ານທ່າລີ່ໃຕ້ 5 ລາຍການ, ມີການຈູດບັ້ງໄຟດອກ ແລະພິທີສົມໂພດຕະຫຼອດຄືນ. ຕອນເຊົ້າຂອງວັນທີ 12 ມິຖຸນາ 2022 ໄດ້ມີການໃສ່ບາດພະສົງ 35 ຕົນ,ພ້ອມຖວາຍສັງຄະທານ ມີຊາວພຸດທະສາສະນິກະຊົນນ້ອຍ-ໃຫຍ່ເຂົ້າຮວ່ມຢ່າງຫຼວງຫຼາຍ.

ຂ່າວ-ພາບ: ພອນສັກ ສິງດາລັກ ນັກຂ່າວເມືອງນ້ຳບາກ

#Medialaos MMD #Luangparbang Provice

ກອງປະຊຸມປຶກສາຫາລື ການກະກຽມສະເຫຼີມສະລອງ ປີສາມັກຄີມິດຕະພາບລາວ – ຫວຽດນາມ ຢູ່ແຂວງຜົ້ງສາລີ ປະຈຳປີ 2022

0

ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຢູ່ຂັ້ນແຂວງ, ເມືອງ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ສອດຄ່ອງກັບເນື້ອໃນຄໍາສັ່ງແນະນໍາ ແລະ ແຜນການຈັດຕັ້ງປະຕິບັດ ຂອງຄະນະຊີ້ນໍາລະດັບຊາດ ແລະ ຂອງແຂວງວາງອອກ ໃຫ້ປະກົດຜົນເປັນຈິງນັ້ນ. ໃນຕອນເຊົ້າຂອງວັນທີ 14 ມີຖຸນາ 2022 ນີ້, ຢູ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ ໄດ້ຈັດໃຫ້ມີກອງປະຊຸມປຶກສາຫາລື ການກະກຽມສະເຫຼີມສະລອງປີສາມັກຄີມິດຕະພາບລາວ – ຫວຽດນາມ ຢູ່ແຂວງຜົ້ງສາລີ ປະຈຳປີ 2022 ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ບົວທອງ ອູ່ແສງຄຳ ຮອງເລຂາພັກແຂວງ, ປະທານຄະນະຮັບຜິດຊອບຊີ້ນຳກະກຽມສະເຫຼີມສະຫຼອງ ‘’ປີສາມັກຄີມິດຕະພາບ ລາວ-ຫວຽດນາມ’’ ຂັ້ນແຂວງ, ມີບັນດາທ່ານກຳມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາ, ຮອງເລຂາພັກເມືອງ 07 ເມືອງ ແລະ ບັນດາພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ຄຳເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວສະບັບເລກທີ 233/ຄພຂ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ ປີ 2022, ຜ່ານຂໍ້ຕົກລົງຂອງຄະນະຊີ້ນຳຂັ້ນແຂວງສະບັບເລກທີ 346/ຄຊຂ ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກຄະນະຊີ້ນຳຂັ້ນແຂວງເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດ ນາມ ປີ 2022. ຈາກນັ້ນທ່ານ ຄຳເພັດ ອິນທະພອນ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຮ່າງແຜນການຈັດຕັ້ງປະຕິບັດການສະເຫຼີມສະຫຼອງ “ ປີສາມັກຄີມິດຕະພາບ ລາວ – ຫວຽດນາມ 2022 ” ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977 – 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022) ໃນໄລຍະແຕ່ນີ້ເຖິງເດືອນ ທັນວາ ປີ 2022. ເຊີ່ງໃນເບື້ອງຕົ້ນໄດ້ເປັນເອກະພາບກັນ ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວ: ເປັນຕົ້ນແມ່ນກະກຽມເນື້ອໃນທີ່ກ່ຽວ ຂ້ອງ ກັບ 2 ວັນປະຫວັດສາດ ລາວ-ຫວຽດນາມ, ການແລກປ່ຽນຄະນະຜູ້ແທນຂັ້ນແຂວງ ຫຼື ຂະແໜງການ ຂອງແຂວງຜົ້ງສາລີ ກັບບັນດາແຂວງມິດຕະພາບ, ແຂວງແຮກສ່ຽວ ແຫ່ງ ສສ ຫວຽດນາມ ຕາມເນື້ອໃນບົດບັນທຶທີ່ໄດ້ເຊັນກັນ, ຈັດພິທີປາຖະກະຖາມູນເຊື້ອຂັ້ນແຂວງ, ສ້າງຂະບວນການກິລາ, ວັນນະຄະດີ ແລະ ຍ້ອງຍໍ ທີ່ຕິດພັນກັບສອງວັນປະຫວັດສາດ, ແລກປ່ຽນສານອວຍພອນຂອງການນໍາທຸກຂັ້ນ, ເພີ່ມທະວີສົ່ງເສີມການຄ້າ-ການລົງທຶນ ແລະ ຖາມ-ຕອບ ວິທະຍາສາດການພົວພັນຮ່ວມມື ລາວ-ຫວຽດນາມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃນການກະກຽມດ້ານຕ່າງໆທີ່ກ່ຽວຂ້ອງກັບໜ້າທີ່ຮັບຜິດຊອບຂອງຂົງເຂດຕົນເອງ ຢ່າງກົງໄປກົງມາ ທັງນີ້ກໍ່ເພື່ອແນ່ໃສ່ຮັບປະການໃນການສະເຫຼີມສະຫຼອງປີສາມັກຄີມີດຕະພາບ ລາວ – ຫວຽດນາມໄດ້ດຳເນີນໄປຕາມເປົ້າໝາຍ ແລະ ບັນລຸຢ່າງຈົບງາມ.

ໂອກາດນີ້, ທ່ານປະທານກອງປະຊຸມຍັງໄດ້ແໜ້ນໜັກ ແລະ ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກຂັ້ນ ກໍ່ຄືບັນດາພະແນກການ ແລະ ເມືອງ ທີ່ໄດ້ຮັບການມອບໝາຍແຕ່ລະໜ້າວຽກໃນຄັ້ງນີ້ ນຳໄປຜັນຂະຫຍາຍຢູ່ຂະແໜງການຂອງຕົນພ້ອມທັງຊີ້ນຳໆພາການຈັດຕັ້ງປະຕິບັດບັດໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງໃຫ້ມີຄວາມສຳເລັດຕາມແຕ່ລະໄລຍະແຕ່ນີ້ເຖິງເດືອນທັນວາ ປີ 2022.

ຂ່າວ-ພາບ: ນັກຂ່າວ ແຂວງຜົ້ງສາລີ

#Medialaos MMD #Phongsaly Province

ພຶດຕິກຳທີ່ສ່ຽງໃນການເຈັບຫຼັງ

0

ຂໍ້ມູນທີ່ເຮົານຳມາຝາກມື້ນີ້ ບອກໄດ້ເລີຍວ່າຫຼາຍໆ ທ່ານຈະຕ້ອງຢາກຮູ້ຢ່າງແນ່ນອນ ເພາະເປັນບັນຫາທີ່ໃກ້ໂຕຫຼາຍ ໃນປັດຈຸບັນນີ້ມີຫຼາຍ ທ່ານທີ່ກຳລັງພົບບັນຫາອາການເຈັບຫຼັງ ບໍ່ພຽງແຕ່ຜູ້ສູງອາຍຸ ຫຼື ຜູ້ເຖົ້າເທົ່ານັ້ນ ທີ່ພົບບັນຫາເຫຼົ່ານີ້ ແຕ່ອາການເຈັບຫຼັງສາມາດເກີດຂື້ນໄດ້ກັບທຸກຄົນໃນທຸກເພດທຸກໄວ ຊື່ງສາຍເຫດສ່ວນໃຫຍ່ຂອງອາການເຈັບຫຼັງນັ້ນ ມາຈາກນິໃສ ຫຼື ພຶດຕິກຳຂອງທ່ານເອງ ທີ່ອາດຈະກໍາລັງທໍາຮ້າຍກະດູກສັນຫຼັງໂດຍບໍ່ຮູ້ຕົວ ຊື່ງຖ້າຫາກຜູູ້ອ່ານທ່ານໃດ ທີ່ກຳລັງພົບບັນຫານີ້ຢູ່ ແລ້ວຍັງບໍ່ຮູ້ວ່າອາການເຫຼົ່ານີ້ເກີດມາຈາກຫັຍງ ລອງມາເບີ່ງນໍາກັນວ່າພຶດຕິກຳຫັຍງແດ່ ທີ່ເຮົາເຮັດແລ້ວອາດຈະສົ່ງຜົນໃຫ້ເກີດບັນຫາອາການເຈັບຫຼັງ ດັ່ງນີ້:

ການຖີ້ມນໍ້າໜັກຕົວລົງຂາຂ້າງດຽວລະຫວ່າງຢືນ: ສຳລັບສາຍເຫດທຳອິດທີ່ເປັນພຶດຕິກຳສ່ຽງໃຫ້ເຈັບຫຼັງຄື: ເວລາທີ່ເຮົາຢືນແລ້ວຖີ້ມນໍ້າໜັກຕົວລົງຂາຂ້າງດຽວລະຫວ່າງຢືນນັ້ນ ໂດຍທີ່ເຮົາບໍ່ຮູ້ຕົວ ຫຼື ຮູ້ຕົວ ຊື່ງພຶດຕິກຳນີ້ຈະສົ່ງຜົນໃຫ້ຮ່າງກາຍຂອງເຮົາເຈັບຂາ ຫຼື ເຮັດໃຫ້ຂາເປັນຕະຄິວໄດ້ໂດຍເຊັ່ນກັນ ອາດຈະສັງເກດໄດ້ຈາກອາການເຈັບຫຼັງຮ່ວມກັບອາການເຈັບບໍລິເວນຂາຂ້າງດຽວນັ້ນເອງ.

ຍ່າງຫຼັງກົ່ງ ຫຼື ຢືນຫຼັງກົ່ງ: ນອກຈາກທ່ານັ່ງຫຼັງກົ່ງ ເຮັດໃຫ້ເຮົາເກີດອາການເຈັບຫຼັງ, ເຮົາຢືນ ຫຼື ຍ່າງຫຼັງກົ່ງເລື້ອຍໆ ຍັງສົ່ງຜົນຕໍ່ຮ່າງກາຍເຮັດໃຫ້ເກີດຄວາມງໍຂອງກະດູກ ຊື່ງສົ່ງຜົນກະທົບໃຫ້ກ້າມເນື້ອຂອງເຮົາເກີດການຄ້າງຈົນເມື່ອຍ ອີກຢ່າງພຶດຕິກຳເຫຼົ່ານີ້ສົ່ງຜົນໃຫ້ເຮົາມີອາການເຈັບຕັ້ງແຕ່ ຄໍ, ໄຫຼ່ ແລະ ຫຼັງ.

ຢືນນໍ້າໜັກຂາງຂ້າງດຽວ: ຫາກໃຜຢືນດົນໆ ແລ້ວເຈັບຂາຂ້າງດຽວ ຫຼື ເຈັບຫຼັງຮ່ວມດ້ວຍ ນັ້ນເປັນເພາະເຮົາກຳລັງຢືນລົງນໍ້າໜັກໃສ່ຂາຂ້າງດຽວ ໂດຍບໍ່ຮູ້ຕົວ ອາດຈະເຈັບຂາ ຫຼື ເຮັດໃຫ້ຂາເປັນຕະຄິວໄດ້.

ນອນຂ້ວມ: ສຳລັບໃຜເວລານອນຂ້ວມ ຈະຕ້ອງນອນຂ້ວມເລື້ອຍໆ ຈະສົ່ງຜົນກັບຮ່າງກາຍເຮັດໃຫ້ບຸກຄົນນັ້ນຈະຕ້ອງເອນຫຼັງໄປໂດຍບໍ່ຮູ້ໂຕ ໂດຍສະເພາະບໍລິເວນແອວນັ້ນເອງ ຊື່ງຖ້າຫຼີກເວັ້ນບໍ່ໄດ້ແນະນໍາໃຫ້ພະຍາຍາມປ່ຽນທ່ານອນເລື້ອຍໆ.

ວິທີຂັບລົດໃຫ້ປະຢັດນໍ້າມັນ

0

ລາຍຈ່າຍຄ່ານໍ້າມັນໃນແຕ່ລະເດືອນເປັນສີ່ງທີ່ຜູ້ຂັບຂີ່ລົດຕ້ອງໄດ້ເອົາໃຈໃສ່ ມື້ນີ້ເຮົາຈະຫາວິທີເພື່ອຫຼຸດຜ່ອນລາຍຈ່າຍສ່ວນນີ້ບໍ່ໃຫ້ເປັນພາລະຫຼາຍເກີນໄປ ຄວນຂັບຂີ່ໂດຍພຶດຕິກຳທີ່ເໝາະສົມຈະຊ່ວຍເລື່ອງຄວາມປອດໄພ ແຖມຍັງເຮັດໃຫ້ຫຼຸດຜ່ອນຄ່ານໍ້າມັນໄດ້ນຳອີກ.

ຕ້ອງຫຼຸດຜ່ອນນໍ້າໜັກທີ່ບັນທຸກ: ຂະໜາດລົດທີ່ໃຫຍ່ເຊັ່ນ: 2000 CC ມີຄວາມສີ້ນເປືອງນໍ້າມັນຫຼາຍກ່ວາລົດຄັນນ້ອຍ 1600 CC ຢູ່ແລ້ວ ຫຼື ຖ້າຫາກມີການບັນທຸກເຄື່ອງທີ່ບໍ່ຈໍາເປັນ ເປັນຕົ້ນອຸປະກອນອອກກໍາລັງກາຍ, ລົດຖີບ, ເຊື່ອນອນ, ກະເປົາ ແລະ ເກີບ ອື່ນໆ… ກໍ່ເຮັດໃຫ້ສີ້ນເປືອງຄ່ານໍ້າມັນຫຼາຍຂື້ນເຊັ່ນດຽວກັນ.

ຄວນຄວບຄຸມຄວາມໄວໃຫ້ເໝາະສົມ: ໃນການຂັບຂີ່ຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ຈະມີຄວາມປອດໄພສຳລັບຜູ້ຂັບຂີ່ເອງ ແລະ ຊ່ວຍປະຢັດນໍ້າມັນໄດ້ຫຼາຍທີ່ສຸດ. ນອກຈາກນີ້ບໍ່ຄວນທີ່ຈະອອກລົດດ້ວຍການເລັ່ງລົດແຮງ, ລ້ຽວລົດຂະນະຍັງໃຊ້ຄວາມໄວສູງ ຫຼື ເບກກະທັນຫັນ ເພາະຈະເຮັດໃຫ້ລະບົບຈັກລົດເຮັດວຽກໜັກ ໃນສ່ວນຂອງຜ້າເບກ, ຢາງລົດເຮັດໃຫ້ມີການຫຼຸ້ຍຫ້ຽນເສຍຫາຍໄວຂື້ນອີກດ້ວຍ.

ບໍ່ຄວນຕິດຈັກ ແລະ ເປີດແອລົດປະໄວ້: ຜູ້ຂັບຂີ່ສ່ວນຫຼາຍມັກສະຕາດລົດປະໄວ້ເປັນເວລາດົນໆ ເພື່ອຈະໃຫ້ລົດເຢັນກ່ອນຈະເດີນທາງ ການເຮັດແບບນີ້ຈະເຮັດໃຫ້ສີ້ນເປືອງຄ່ານໍ້າມັນແນ່ນອນ ພ້ອມນີ້ຍັງເປັນບັນຫາໃນໄລຍະຍາວຄື: ນໍ້າມັນຈະເຜົາໃໝ້ບໍ່ໄດ້ສົມບູນ ແລະ ຄ້າງຢູ່ໃນກະບອກສູບເຮັດໃຫ້ຕ້ອງເສຍຄ່າບໍາລຸງສ້ອມແປງໄວກ່ວາເທົ່າທີ່ຄວນ ແນະນຳວ່າຜູ້ທີ່ຂັບລົດໄປເຮັດວຽກໃນຕອນເຊົ້າ ບໍ່ຈຳເປັນຕ້ອງເປີດແອ ເພາະອາກາດຍັງມີຄວາມເຢັນຢູ່ ສາມາດປະຢັດຄ່ານໍ້າມັນຫຼາຍຕໍ່ເດືອນ.

ບໍ່ຄວນປ່ຽນເກຍລົດໄວ, ບໍ່ຫຼີ້ນຄາດ: ສາລະທົ່ວໄປຂໍ້ນີ້ສຳຄັນຫຼາຍ ເພາະຜູ້ຂັບຂີ່ມືໃໝ່ມັກເຮັດເລື້ອຍໆ ເຊັ່ນ: ການປ່ຽນເກຍສູງມາເປັນເກຍຕໍ່າຢ່າງໄວວາ ຊື່ງເຮັດໃຫ້ລະບົບເກຍເຮັດວຽກໜັກກ່ວາປົກກະຕິ, ການຢຽບຄາບ (ຄວນໃຊ້ເບກມືແທນຈະດີກ່ວາການຢຽບຄາດດຸໆ) ນອກຈາກນີ້ຍັງພົບວ່າຜູ້ຂັບຂີ່ຈຳນວນຫຼາຍມັກເລັ່ງລົດໂດຍການປ່ອຍຄາດຍັງບໍ່ສຸດ ຈະເຮັດໃຫ້ອຸປະກອນໃນລະບົບຄາດຫຼຸ້ຍຫ້ຽນໄວກ່ວາປົກກະຕິ.

ຫັວງວ່າວິທີການປະຢັດນໍ້າມັນລົດຂ້າງເທີງນີ້ ຈະເປັນປະໂຫຍດຕໍ່ທຸກທ່ານ ເພື່ອນໍາໄປໃຊ້ໃນການຂັບຂີ່ໄດ້ດີກ່ວາເກົ່າ.

ສະຖານີລົດໄຟກາສີ ເປີດດຳເນີນການຂົນສົ່ງສິນຄ້າ

0

ຂໍ້ມູນຈາກ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສະຖານີລົດໄຟກາສີ ໄດ້ເປີດດຳເນີນການຂົນສົ່ງສິນຄ້າຢ່າງເປັນທາງການ ໃນວັນທີ 13 ມິຖຸນາ 2022 ຜ່ານມາ ເຊິ່ງເປັນສະຖານີແຫ່ງທີ 6 ຂອງທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫລວງພະບາງ ແລະ ສະຖານີນາເຕີຍ. ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ 3 ລາງ, ລາງສິນຄ້າ 1 ລາງ, ໃນນັ້ນ, ລານຂົນສົ່ງສິນຄ້າມີເນື້ອທີ່ 4.215 ຕາແມັດ, ມີສະແຕັກເກີ 1 ຄັນ ແລະ ເຄື່ອງຊັ່ງນໍ້າໜັກລົດບັນທຸກ 1 ຈຸດ ເຊິ່ງການດໍາເນີນການຂົນສົ່ງສິນຄ້າ ໃນເບື້ອງຕົ້ນ ແມ່ນ ນໍາໃຊ້ຕູ້ຄອນເທັນເນີຂະໜາດ 40 ຟຸດເປັນຫລັກ, ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ແມ່ນປະເພດເຄື່ອງແຫ້ງ ແລະ ເຄື່ອງໃຊ້ຊີວິດປະຈໍາວັນທົ່ວໄປ. ນອກຈາກທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫລວງພະບາງ, ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ, ຍັງໄດ້ເຄື່ອນໄຫວສຳຫລວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ ເພື່ອເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ, ພ້ອມກັນນັ້ນ, ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນການອະນຸມັດດ່ານພາສີ ໃຫ້ມີຄວາມຄ່ອງຕົວ ເພື່ອຫລຸດຜ່ອນຕົ້ນທຶນການຂົນສົ່ງ.

ບໍລິສັດທາງລົດໄຟ ລາວ-ຈີນ ຍັງໃຫ້ຮູ້ອີກວ່າ: ນັບແຕ່ຕົ້ນປີ 2022 ຫາວັນທີ 13 ມິຖຸນາ 2022 ທາງລົດໄຟລາວ-ຈີນ ໄດ້ມີການສົ່ງສິນຄ້າ 643.000 ກວ່າໂຕນ, ໃນນັ້ນ 472.000 ໂຕນແມ່ນການຂົນສົ່ງຂ້າມແດນ, ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ແຮ່ເຫລັກ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆລວມກວ່າ 100 ຊະນິດ, ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ 21 ແຂວງຂອງຈີນ, ກວມເອົາການຂົນສົ່ງຜ່ານປະເທດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆ 10 ກວ່າປະເທດ.

#ຂ່າວ: ທະນູທອງ

#ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ

ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນໍາວຽກງານຕ້ານການຄ້າມະນຸດຢູ່ ແຂວງບໍ່ແກ້ວ

0

ໃນຕອນເຊົ້າວັນທີ 14 ມິຖຸນາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.

ກ່ອນອື່ນທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ໄດ້ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະ ນະຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນໄລຍະຜ່ານມາ ເຫັນວ່າແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຕາມພາລະບົດບາດ, ສິດ-ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໃນໄລຍະປີ 2021-2022 ໄດ້ເຄື່ອນໄຫວຕິດຕາມ, ກວດກາ ເຫດການຕ່າງໆຢ່າງເປັນປົກກະຕິ ຕິດພັນກັບວຽກງານໂຄສະນາເຜີຍ ແຜ່ຜົນຮ້າຍຂອງການຄ້າມະນຸດ, ວຽກງານຕ້ານການຄ້າມະນຸດ ຢູ່ບັນດາເມືອງ, ບ້ານເປົ້າໝາຍ ແລະ ສະຖານການສຶກສາຕ່າງໆ; ບັນດາຂະແໜງການກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການດຳເນີນຄະດີຄວາມ ຕາມຂະບວນການຍຸຕິທໍາ,ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມໂປ່ງໃສ; ໃນນີ້ ໄດ້ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ ແລະ ພົບເຫັນຜູ້ລັກລອບເຂົ້າອອກເມືອງ ແລະ ຜູ້ກະທໍາຜິດກ່ຽວກັບການຄ້າມະນຸດ 16 ຄັ້ງ, ຮັບຄໍາຮ້ອງທຸກຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 9 ຄັ້ງ, ໄດ້ເປີດການສືບສວນສອບສວນ 14 ຄັ້ງ; ຮັບແຈ້ງຄວາມ, ຄໍາຮ້ອງຟ້ອງ, ຄໍາຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ປົກຄອງ ແລະ ຈາກສະຖານທູດຕ່າງປະເທດ ລວມ 66 ຄັ້ງ, ແກ້ໄຂປະກົດ ການຫຍໍ້ທໍ້ໄດ້ 18 ຄັ້ງ, ໄດ້ສຶກສາອົບຮົມຜູ້ກະທໍາຜິດຄ້າປະເວນີ, ກວດກາການເຂົ້າມາພັກເຊົາບໍ່ຖືກຕ້ອງຂອງຄົນຕ່າງປະເທດ; ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ແຮງງານລາວ, ຕ່າງປະເທດ ທັງໝົດ 66 ຄັ້ງ ມີທັງໝົດ 477 ຄົນ, ຍິງ 199 ຄົນ. ພ້ອມດຽວກັນນີ້, ແຂວງຍັງໄດ້ເອົາໃຈໃສ່ ໃນການປະສານງານ, ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ທັນການ.

ຜ່ານການຮັບຟັງລາຍງານສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຂອງແຂວງໃນໄລຍະຜ່ານມາ ເຫັນວ່າວຽກງານດັ່ງກ່າວໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ມີຜົນສໍາເລັດຫຼາຍດ້ານ ເປັນການປະກອບ ສ່ວນສໍາຄັນເຂົ້າໃນການປົກປ້ອງ, ຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ກຸ່ມສ່ຽງ. ເຖິງວ່າຈະມີຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີບັນຫາທີ່ຍັງຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ, ເຊິ່ງທ່ານຮອງນາຍົກລັດຖະ ມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງດັ່ງກ່າວ ແລະ ວາງແຜນການໃນຕໍ່ໜ້າ ເປັນຕົ້ນ 1) ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນພັນທະ, ເປັນໜ້າທີ່ການເມືອງຂອງທຸກພາກສ່ວນ, ພ້ອມທັງ ກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເຊິ່ງຄະນະພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາພາ ເພື່ອແກ້ໄຂ; 2) ສືບຕໍ່ສຸມໃສ່ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III (2021-2025) ມາເປັນແຜນງານ, ໂຄງການ, ກິດຈະກໍາຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກາຍເປັນຂະບວນການລວມ ຄືກັນກັບ 2 ວາລະແຫ່ງຊາດ; 3) ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ພະນັກງານຢູ່ໃນຂະແໜງ ການ ຕ້ານການຄ້າມະນຸດ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດ ຊາດເປັນກົກ ເພື່ອລົບລ້າງປະກົດການຫຍໍ້ທໍ້, ຖ້າຍັງມີປະກົດການເກີດຂຶ້ນ ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເດັດຂາດ; 4) ເພີ່ມທະວີການຊອກຮູ້, ເຂົ້າເຖິງແຫຼ່ງຂໍ້ມູນ, ກວດກາ, ຕິດຕາມ, ຄຸ້ມຄອງ ການເຂົ້າ-ອອກເມືອງ, ບັນດາດ່ານຊາຍແດນ, ເຂດຫຼໍ່່ແຫຼມ, ເກັບກໍາບັນດາເປົ້າໝາຍຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໃນຂະບວນການຄ້າມະນຸດ ເພື່ອກຳຈັດປາບປາມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ພ້ອມທັງ ໃຫ້ຄວາມຊ່ວຍເຫຼືອເບິ່ງແຍງຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດໃຫ້ທັນສະພາບການ ແລະ ແກ້ໄຂໃຫ້ເປັນຮູບປະທຳ; 5) ເພີ່ມທະວີການໂຄສະນາປູກຈິດສໍານຶກ ກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດ ທັງລວງກວ້າງ ແລະ ລວງເລິກ ໃຫ້ທົ່ວສັງຄົມ ເຮັດໃຫ້ວຽກ ງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ທຸກຊັ້ນຄົນ, ທຸກເພດ, ທຸກໄວ, ທຸກອົງການຈັດຕັ້ງຢ່າງຕັ້ງໜ້າ ໂດຍການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເຊີດຊູຈິດໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ; 6) ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານສົມທົບລະຫວ່າງສູນກາງກັບແຂວງ, ແຂວງ ກັບ ເມືອງ ແລະ ກຸ່ມບ້ານ ໃຫ້ກົມກຽວກັນ; ການສະໜອງຂໍ້ມູນຂ່າວສານ, ລະບອບການລາຍງານໃຫ້ມີຄວາມວ່ອງໄວຊັດ ເຈນທັນເວລາ; 7) ສືບ ຕໍ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນກັບປະເທດທີ່ມີຊາຍແດນຕິດຈອດ ເພື່ອຍາດແຍ່ງການສະໜັບ ສະ ໜູນ, ແລກປ່ຽນຂໍ້ມູນຂ່າວສານບົດຮຽນ ລວມທັງປະສານງານ ໃນການຕ້ານອາດຊະຍາກໍາ ທີ່ກ່ຽວຂ້ອງກັບການຄ້າມະນຸດ; ກຳນົດວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ເປັນແຕ່ລະໄລຍະ, ໃນນັ້ນໃຫ້ກໍານົດບັນ ດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ມີການປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິໃນແຕ່ລະຂັ້ນ, ແຕ່ລະໄລ ຍະ ບົນພື້ນຖານເນື້ອໃນຄາດໝາຍ ທີ່ວາງໄວ້; 9) ປັບປຸງນິຕິກໍາທີ່ມີແລ້ວ ແຕ່ເຫັນວ່າບໍ່ສອດຄ່ອງ ຫຼື ຖ້າຫາກເຫັນວ່າຍັງບໍ່ທັນຄົບຖ້ວນ ກໍຄົ້ນຄວ້າສ້າງນິຕິກໍາໃໝ່ ໂດຍບໍ່ໃຫ້ຂັດກັບນິຕິກໍາທີ່ມີແລ້ວ ເພື່ຶອເປັນເຄື່ອງມືຮັບໃຊ້ວຽກດັ່ງກ່າວ ໃຫ້ມີປະສິດທິຜົນ.

#ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ສສຊ ສະເໜີໃຫ້ລັດຖະບານປັບປຸງກົດໝາຍ ເພື່ອແກ້ໄຂບັນຫາການແລກປ່ຽນເງິນຕາ

0

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີຫຼາຍວິທີການໃຫ້ລັດຖະບານ ເພື່ອເລັ່ງແກ້ໄຂບັນຫາກ່ຽວກັບການແລກປ່ຽນເງິນຕາ ທີ່ເປັນບັນຫາທີ່ກຳລັງເຄັ່ງຮ້ອນໃນສັງຄົມ ໂດຍສະເພາະການປັບປຸງມາດຕາທີ 37 ຂອງກົດໝາຍ ວ່າດ້ວຍ ທະນາຄານທຸລະກິດ; ສະເໜີໃຫ້ເພີ່ມບົດບາດຂອງທະນາຄານທຸລະກິດ, ສະເໜີໃຫ້ມີການປະສານສົມທົບລະຫວ່າງທະນາຄານກາງ ກັບສະມາຄົມທະນາຄານ. ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ; ສສຊ ໄດ້ພ້ອມກັນສືບຕໍ່ປະກອບຄຳຄິດເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ບັນດາ ສສຊ ໄດ້ສະເໜີຫຼາຍວິທີການແກ້ໄຂບັນຫາກ່ຽວກັບການແລກປ່ຽນເງິນຕາຕ່າງປະເທດ ໃຫ້ລັດຖະບານແກ້ໄຂ.

ທ່ານ ມະນີໂສ ຊາມູນຕີ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະເໜີໃຫ້ລັດຖະບານ ແກ້ໄຂກ່ຽວກັບການຄຸ້ມຄອງອັດຕາແລກປ່ຽນ ຊຶ່ງປັດຈຸບັນໄດ້ມີການເໜັງຕີງແຮງ ແລະ ກໍເປັນໜຶ່ງບັນຫາທີ່ເຄັ່ງຮ້ອນໃນສັງຄົມລາວເຮົາ ໂດຍສະເໜີໃຫ້ມີການປັບປຸງບາງມາດຕາຂອງກົດໝາຍ. ທ່ານໄດ້ກ່າວວ່າ: ປັດຈຸບັນ, ຮ້ານແລກປ່ຽນເງິນຕາ ມີຈໍານວນຫຼາຍເກີນໄປ ຊຶ່ງອາດເຮັດໃຫ້ການຄຸ້ມຄອງບໍ່ມີປະສິດທິພາບເທົ່າທີ່ຄວນ ແລະ ອີກດ້ານໜຶ່ງ ກໍຍັງມີຊ່ອງວ່າງດ້ານນະໂຍບາຍ ໂດຍສະເພາະໃນກົດໝາຍ ກໍຄື ກົດໝາຍວ່າດ້ວຍທະນາຄານທຸລະກິດ ຊຶ່ງໃນນັ້ນ ມາດຕາ 37 ໄດ້ກໍານົດແຈ້ງ ໃຫ້ທະນາຄານທຸລະກິດສາມາດເປີດຮ້ານອັດຕາແລກປ່ຽນດ້ວຍຕົນເອງ ຫຼື ຊື້-ຂາຍເງິນຕາຕ່າງປະເທດດ້ວຍຕົນເອງ ແລະ ກົດໝາຍ ກໍຍັງເປີດໃຫ້ບຸກຄົນ, ນິຕິບຸກຄົນ ລວມທັງຮ້ານອັດຕາແລກປ່ຽນຕ່າງໆ ໄດ້ຕາມທີ່ທະນາຄານກາງອະນຸມັດ ເພື່ອເປັນຕົວແທນໃຫ້ທະນາຄານທຸລະກິດ ຊຶ່ງເປັນການເປີດກວ້າງທົ່ວໄປ. ເພື່ອແກ້ໄຂບັນຫານີ້, ສະເໜີໃຫ້ລັດຖະບານ ຄວນມີການປັບປຸງມາດຕານີ້ ຢູ່ວັກ 2 ໃນກົດ ໝາຍດັ່ງກ່າວ ໂດຍຈຳກັດອະນຸຍາດໃຫ້ແຕ່ທະນາຄານທຸລະກິດເທົ່ານັ້ນ ເປັນຜູ້ໄດ້ຮັບອະນຸຍາດໃນການແລກປ່ຽນ, ຊື້-ຂາຍ ເງິນຕາຕ່າງປະເທດ ໂດຍທະນາຄານກາງເປັນຜູ້ຄຸ້ມຄອງ ຊຶ່ງຫຼາຍປະເທດໃນໂລກກໍໄດ້ປະຕິບັດແບບນີ້ ໂດຍສະເພາະ ສສ ຫວຽດນາມ ກໍອະນຸຍາດແຕ່ທະນາຄານທຸລະກິດເທົ່ານັ້ນ.

ຂະນະທີ່ ທ່ານ ລິນຄຳ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານ ພິຈາລະນາເພີ່ມບົດບາດຂອງທະນາຄານທຸລະກິດ ໃນການເປີດທຸລະກໍາການແລກປ່ຽນເງິນຕາ ຜ່ານສາຂາຂອງທະນາຄານໃນທົ່ວປະເທດ ໂດຍກຳນົດອັດຕາແລກປ່ຽນໃຫ້ຕະຫຼາດ ທີ່ມີການຄຸ້ມຄອງທີ່ເໝາະສົມໄດ້ ເພື່ອກ້າວໄປຫາການຈຳກັດ ອັດຕາແລກປ່ຽນເງິນຕາຕ່າງປະເທດ ໃນບັນດາຮ້ານແລກປ່ຽນເງິນຕາ ກໍຄືການຄຸ້ມຄອງອັດຕາແລກປ່ຽນ ເພື່ອບໍ່ໃຫ້ແຕກໂຕນຈາກອັດຕາແລກປ່ຽນຢູ່ທະນາຄານທຸລະກິດຫຼາຍ.

ທ່ານ ທະນົງສິນ ກັນລະຍາ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ສະເໜີໃຫ້ມີການປະສານສົມທົບກັນລະຫວ່າງທະນາຄານກາງ ສົມທົບກັບສະມາຄົມທະນາຄານ ໃນການວາງອັດຕາແລກປ່ຽນທີ່ເໝາະສົມ, ສ່ວນຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດຕ້ອງໄດ້ຈົດຄັກແນ່ໃນຖານຂໍ້ມູນຈໍານວນເງິນທີ່ແລກປ່ຽນໃນແຕ່ລະຄົນ, ແຕ່ລະບ່ອນມີເທົ່າໃດ ຈຶ່ງຈະກໍາໄດ້ວ່າມີສະກຸນເງິນໃດທີ່ເຄື່ອນໄຫວໃນແຕ່ລະວັນ ແລ້ວຈະຊ່ວຍໃຫ້ເຮົາຄວບຄຸມໄດ້.

(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)