Saturday, October 19, 2024
Home Blog Page 805

6 ເດືອນຕົ້ນປີ ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 36 ພັນກວ່າຕອນ

0

ການຈັດຕັ້ງປະຕິບັດການຂຶ້ນທະບຽນອອກໃບຕາດິນໄລຍະ 6 ເດືອນຕົ້ນປີນີ້ ສາມາດຂຶ້ນທະບຽນ ອອກໃບຕາດິນໄດ້ພຽງ 36.165 ຕອນ ຫຼື ເທົ່າກັບ 12.06% ຂອງແຜນປີ ເມື່ອທຽບໃສ່ໂຕເລກແຜນ ການທີ່ສະພາແຫ່ງຊາດໄດ້ຮັບຮອງ 300.000 ຕອນ ໃນປີ 2022 ແມ່ນຍັງໄດ້ໜ້ອຍ ຊຶ່ງອາດແມ່ນຍ້ອນ 5 ເຫດຜົນ, ຕໍ່ບັນຫານີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ຈະເລັ່ງສືບຕໍ່ຊຸກຍູ້ບັນດາຫ້ອງການ ຊສ ຂັ້ນເມືອງ ທີ່ໄດ້ມອບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ແລ້ວ ດໍາເນີນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໂຕເລກແຜນການທີ່ວາງໄວ້.

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊສ ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 16 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງລັດຖະມົນຕີກະຊວງ ຊສ ໄດ້ກ່າວວ່າ: ມາຮອດປັດຈຸບັນ ໄດ້ສຳເລັດການສັງລວມຂໍ້ມູນສະຖິຕິຕອນດິນ ຫຼື ສຳມະໂນຕອນດິນທັງໝົດ 3.000.632 ຕອນ ໃນຂອບເຂດທົ່ວປະເທດ ຊຶ່ງໃນນັ້ນ ໄດ້ຂຶ້ນທະບຽນອອກໃບຕາດິນແລ້ວ 1.673.634 ຕອນ ແລະ ໄດ້ນຳເຂົ້າຖານຂໍ້ມູນເປັນດີຈີຕອນໃນທົ່ວປະເທດ 1.050.275 ຕອນ ແລະ ສາມາດເຊື່ອມກັບທະນາຄານການຄ້າຕ່າງປະເທດລາວ 662.668 ຕອນ ຊຶ່ງບັນດາເມືອງກຳລັງນຳເອົາຂໍ້ມູນ ເພື່ອໃຫ້ສາມາດເຊື່ອມກັບທະນາຄານໄດ້. ຂະນະທີ່ການຂຶ້ນທະບຽນອອກໃບຕາດິນ ໃນ 6 ເດືອນຕົ້ນປີ ແມ່ນຍັງໄດ້ໜ້ອຍ ຖ້າທຽບໃສ່ໂຕເລກແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງແມ່ນຈໍານວນ 300.000 ຕອນ ໃນປີ 2022 ນີ້ ຊຶ່ງມາຮອດວັນທີ 13/6/2022 ສາມາດຂຶ້ນທະບຽບອອກໃບຕາດິນໄດ້ 36.165 ຕອນ ຫຼື ເທົ່າກັບ 12,06% ຂອງແຜນປີ. ເຫດຜົນທີ່ການຈັດຕັ້ງປະຕິບັດ ຄາດໝາຍໂຕເລກການຂຶ້ນທະບຽນອອກໃບຕາດິນ ຍັງໄດ້ໜ້ອຍ ອາດແມ່ນຍ້ອນ:

1) ໂຕເລກຄາດໝາຍຂອງແຜນ 5 ປີ (2021-2025) ທີ່ໃຫ້ບັນລຸ 1,6 ລ້ານຕອນ ເຫັນວ່າສູງສົມ ຄວນຖ້າທຽບໃສ່ແຜນ 5 ປີຜ່ານມາ (2016-2020) ທີ່ມີພຽງແຕ່ 400.000 ຕອນ. ສະເພາະປີ 2022 ນີ້ ໂຕເລກຄາດໝາຍ 300.000 ຕອນ ເມື່ອທຽບໃສ່ປີຜ່ານໆມາແມ່ນສູງສົມຄວນ ແລະ ທ້າທາຍໃນການຈັດຕັ້ງປະຕິບັດ (ຖ້າທຽບໃສ່ປີ 2021 ມີພຽງແຕ່ 80.000 ຕອນເທົ່ານັ້ນ). ແຕ່ເພື່ອສູ້ຊົນບັນລຸໃຫ້ໄດ້ຄາດໝາຍ 1,6 ລ້ານຕອນໃນປີ 2025 ຈຶ່ງຈຳເປັນຕ້ອງຈັດແບ່ງໂຕເລກສູງ;

2) ງົບປະມານທີ່ຮັບໃຊ້ໃນການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແມ່ນຍັງບໍ່ທັນໄດ້ຮັບໃນປີ 2022 ຈຳນວນ 1,5 ຕື້ກີບ;

3) ເນື່ອງຈາກການລະບາດຂອງພະຍາດໂຄວິດ-19;

4) ງົບປະມານຈາກໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ຫາກໍໄດ້ຮັບຮອງເງື່ອນໄຂ ຊຶ່ງຈະໄດ້ກຽມຄວາມພ້ອມໃນການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນເປັນລະບົບ, ຝຶກອົບຮົມ, ຈັດຊື້ອຸປະກອນ, ພາຫະນະຕາມລະບຽບການ;

5) ຕອນດິນຕົກຄ້າງ ທີ່ບໍ່ທັນໄດ້ອອກໃບຕາດິນສ່ວນຫຼາຍແມ່ນນອນໃນເຂດສາມປະເພດປ່າ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງ ຊສ ໄດ້ປຶກສາຫາລືກັນ ແລະ ກຳລັງສ້າງນິຕິກຳເປັນບ່ອນອີງ.

ຕໍ່ກັບບັນຫາດັ່ງກ່າວ, ກະຊວງ ຊສ ໄດ້ມີມາດຕະການ ແລະ ແຜນການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ ຄື: ຈະສືບຕໍ່ຊຸກຍູ້ ຫ້ອງການ ຊສ ຂັ້ນເມືອງ ທີ່ໄດ້ມອບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ແລ້ວ ດໍາເນີນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໂຕເລກແຜນການທີ່ວາງໄວ້. ສໍາລັບເມືອງໃດທີ່ຍັງບໍ່ທັນໄດ້ມອບ ກໍຈະເອົາໃຈໃສ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້, ສ້າງເງື່ອນໄຂ, ປັບປຸງພາລະບົດບາດ ແລະ ປະກອບພະນັກງານໃຫ້ພຽງພໍກັບໜ້າວຽກຕົວຈິງ ໂດຍການສັບຊ້ອນພະນັກງານຂັ້ນແຂວງລົງໄປຊ່ວຍ ຫຼື ໄປປະຈຳການເຮັດວຽກວິຊາສະເພາະຢູ່ແຕ່ລະເມືອງ. ພ້ອມທັງຊຸກຍູ້, ຕິດຕາມ ແລະ ແກ້ໄຂບັນຫາການຂາດເຂີນປັດໄຈຊ່ວຍໜູນຕ່າງໆ ເປັນຕົ້ນ: ການຝຶກອົບຮົມ, ສະໜອງງົບປະມານ, ຕໍໍ່ເຕີມອາຄານຫ້ອງການ, ພາຫະນະຮັບໃຊ້, ອຸປະກອນ, ເຄື່ອງມືສຳຫຼວດວັດແທກທີ່ດິນ ແລະ ງົບປະມານຮັບໃຊ້ຕ່າງໆ ເພື່ອຮັບປະກັນການບໍລິການຂຶ້ນທະບຽນອອກໃບຕາດິນໃຫ້ແກ່ປະຊາຊົນໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ.

ຂ່າວ-ພາບ: ສຸກສະຫວັນ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ

0

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ. ເຊິ່ງຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.

ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ກະຊວງການເງີນອອກແຈ້ງການຄຸ້ມຄອງນຳເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ

0

ລັດຖະມົນຕີ ກະຊວງການເງີນອອກແຈ້ງການຄຸ້ມຄອງນຳເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ.

ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ ທັນຖືກແກ້ໄຂຂາດຕົວ ເນື່ອງຈາກຫລາຍສາເຫດ

0

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນຫລາຍບັນຫາ ໂດຍສະເພາະ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ ແມ່ນບັນຫາທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໃນນັ້ນ ມີ 2 ໜ້າວຽກ ຄື: ວຽກໄກ່ເກ່ຍ-ຊົດເຊີຍ ໃຫ້ຜູ້ຖືກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນ 4 ແຂວງ ແລະ ນະຄອນຫລວງວຽງຈັນ ຕາມການສັງຮວມຮອດທ້າຍປີ 2021 ມີທັງໝົດ 6.333 ຄອບຄົວ/ຕອນ ເປັນມູນຄ່າ 1.716,09 ຕື້ກີບ, ໄດ້ຮັບການຊົດເຊີຍແລ້ວ 5.272 ຄອບ ຄົວ/ຕອນ ເປັນມູນຄ່າ 1.436,11 ຕື້ກີບ (ເທົ່າກັບ 83,68%) ແລະ ຍັງບໍ່ທັນໄດ້ຮັບການຊົດເຊີຍ 1.061 ຄອບຄົວ/ຕອນ ເປັນມູນຄ່າ279,98 ຕື້ກີບ (ເທົ່າກັບ 16,32%).

ສຳລັບ ຜູ້ທີ່ຖືກຜົນກະທົບທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນ ເກີດຈາກ 3 ສາເຫດຫລັກ ຄື: ຜູ້ທີ່ຖືກຜົນກະທົບຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈ ແລະ ເປັນເອກະພາບ ກັບລາຄາຫົວໜ່ວຍຊົດເຊີຍ ທີ່ທາງອໍານາດການປົກຄອງທ້ອງຖິ່ນວາງອອກ (ສະພາປະຊາ ຊົນແຂວງ ແລະ ນະຄອນຫລວງວຽງຈັນວາງອອກ) ຕໍ່ກັບບັນຫານີ້ ກະຊວງ ຍທຂ ຈະໄດ້ສົມທົບກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ຮັບຮູ້ຕໍ່ວິທີການປະເມີນ ຫລື ຄິດໄລ່ ພ້ອມທັງສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກ ເຊິ່ງ ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ລະບຽບການເບີກຈ່າຍຄ່າຊົດເຊີຍ ທີ່ມີຫລາຍຂັ້ນຕອນຫລາຍລາຍເຊັນ (7 ລາຍເຊັນ) ຕໍ່ກັບບັນຫາດັ່ງກ່າວ ກະຊວງ ຍທຂ ໄດ້ປັບປຸງລະບຽບການເບີກຈ່າຍໃຫ້ຫລຸດຂັ້ນຕອນລົງ (ຍັງເຫລືອ 5 ລາຍເຊັນ) ໂດຍໄດ້ອອກຂໍ້ຕົກລົງ ເລກທີ 11765/ຍທຂ, ລົງວັນທີ 25/5/2022; ຕໍ່ກັບທີ່ດິນ ທີ່ບໍ່ສາມາດພົວພັນຫາເຈົ້າຂອງ ໄດ້ມອບໃຫ້ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ຫລື ເຈົ້າຂອງທີ່ດິນບໍ່ມາພົວພັນນັ້ນ ແມ່ນສະເໜີອອກແຈ້ງການຫາ ແລະ ກໍານົດເວລາ ໃຫ້ມາພົວພັນ ກັບຄະນະໄກ່ເກ່ຍນະຄອນຫລວງວຽງຈັນ ພາຍໃນ 30 ວັນ, ຖ້າບໍ່ມີຜູ້ໃດມາພົວພັນ ໝາຍຄວາມວ່າດິນຕອນດັ່ງກ່າວ ແມ່ນເປັນຂອງລັດ.

ທ່ານ ວຽງສະຫວັດ ສີພັນດອນ ຍັງໄດ້ລາຍງານໃຫ້ຮູ້ວ່າ: ວຽກແກ້ໄຂຜົນກະທົບທີ່ເກີດຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຕົ້ນ ເສັ້ນທາງລົດໄຟຕັດຜ່ານທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ, ທາງຊຸມຊົນ ແລະ ທາງເຂົ້າເຂດການຜະລິດ ມີຈຳນວນ 122 ຈຸດທີ່ກໍາລັງສືບຕໍ່ແກ້ໄຂ; ບັນຫາການຖິ້ມເສດວັດສະດຸດິນ, ຫີນຈາກການເຈາະອຸໂມງ ເຊິ່ງມີນໍ້າເກືອເຈືອປົນລົງໃສ່ຕອນດິນປະຊາຊົນ ເຮັດໃຫ້ບໍ່ສາມາດເຮັດກະສິກຳໄດ້ (ຢູ່ແຂວງຫລວງນໍ້າທາ), ລະບົບນໍ້າລິນທີ່ເປ່ເພ, ຈຸດຖິ້ມດິນທີ່ອຸດຕັນທໍ່ລະບາຍນໍ້າ, ຂີ້ເຫຍື້ອ-ຂີ້ປູນ ແລະ ສິ່ງເສດເຫລືອຕ່າງໆ ຢູ່ຈຸດຕັ້ງແຄ້ມ, ບັນຫາລະບົບຊົນລະປະທານໄດ້ຮັບຜົນກະທົບ, ນໍ້າຖ້ວມເນື້ອທີ່ການຜະລິດຂອງປະຊາຊົນ, ບັນຫານໍ້າແຫ້ງ ຈາກຜົນກະທົບການຂຸດເຈາະອຸໂມງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊຸກ ຍູ້ໃຫ້ບໍລິສັດລົດໄຟລາວ-ຈີນ ຮີບຮ້ອນແກ້ໄຂໂດຍໃຫ້ສ້າງແຜນວຽກລະອຽດ ພ້ອມທັງຄາດຄະເນເວລາສຳເລັດ ສະເໜີໃຫ້ສືບຕໍ່ຕິດຕາມ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

ປະຈຸບັນມີ ປັດຈຸບັນມີຫຼາຍກວ່າ 30 ບໍລິສັດ ຈັດສົ່ງແຮງງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ

0

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນສາມປີຜ່ານມາ ໄດ້ເຮັດໃຫ້ແຮງງານລາວສູນເສຍວຽກເຮັດງານທຳ ຫຼື ວ່າງງານ ເປັນຈຳນວນ ຫຼາຍກວ່າ 5 ແສນຄົນ ຫຼື ອັດຕາການວ່າງງານເພີ່ມສູງເຖິງ 21,8% ໃນທ້າຍປີ 2021.

ໃນໄລຍະ 6 ເດືອນຕົ້ນປີຂອງປີ 2022 ເນື່ອງຈາກປະຊາຊົນໄດ້ຮັບວັກຊິນ, ມີຢາປິ່ນ ປົວ ແລະ ຮັບຮູ້ ແລະ ປະຕິບັດການປ້ອງກັນໄດ້ດີຂຶ້ນ ຈຳນວນຜູ້ຕິດເຊື້ອກໍຫຼຸດລົງ, ຈົນເຮັດໃຫ້ລັດຖະບານປະກາດເປີດປະເທດເຮັດໃຫ້ຫຼາຍທຸລະກິດກັບມາດຳເນີນກິດຈະການຄືນໃໝ່. ເພາະສະນັ້ນ, ໜ້າທີ່ຕົ້ນຕໍຂອງລັດຖະບານ ໂດຍກະຊວງ ຮສສ ຈະຕ້ອງປະຕິບັດ ແມ່ນການເຮັດໃຫ້ກຳລັງແຮງງານທີ່ວ່າງງານ ໃຫ້ໄດ້ກັບເຂົ້າສູ່ການມີວຽກເຮັດງານທຳໂດຍໄວເທົ່າທີ່ຈະໄວໄດ້ ຄວາມພະຍາຍາມຮ່ວມກັນຂອງທຸກພາກ ສ່ວນ ຊຶ່ງໃນ 6 ເດືອນຜ່ານມາ ເຮັດໃຫ້ກຳລັງແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ ໃນນັ້ນເກືອບ ເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ເພາະສະນັ້ນ, ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້, ຕາມການຄາດຄະເນ ໂດຍສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4,55 ລ້ານໂດລາ.

ທ່ານ ພົງໄຊສັກ ອິນຖາລາດ ຍັງໃຫ້ຮູ້ອີກວ່າ: ສຳລັບອົງການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແມ່ນມີທັງອົງການຂອງລັດ ແລະ ບໍລິສັດຈັດຫາງານຂອງເອກະຊົນ ປັດຈຸບັນມີຫຼາຍກວ່າ 30 ບໍລິສັດ. ການອະນຸຍາດສ້າງຕັ້ງ, ຄຸ້ມຄອງ ແລະ ຕິດຕາມ ບັນດາບໍລິສັດຈັດຫາງານ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ຊຶ່ງຫາກໍປັບປຸງ ແລະ ປະກາດໃຊ້ໃນວັນທີ 25 ມີນາ 2022. ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນຕ້ອງຜ່ານອົງການຈັດສົ່ງດັ່ງກ່າວ.

ການຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງບໍລິສັດຈັດຫາງານ ໃນປັດຈຸບັນ ຕົ້ນຕໍແມ່ນໄດ້ປະຕິບັດດັ່ງນີ້: 1). ກ່ອນທີ່ບໍລິສັດຈະລົງເຄື່ອນໄຫວຮັບສະໝັກເອົາແຮງງານຢູ່ແຕ່ລະແຂວງ ເພື່ອສົ່ງໄປເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງມີໜັງສືຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງໄປຍັງພ ະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ/ນະຄອນຫຼວງ ຮັບຊາບ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນການຮັບສະໝັກແຮງງານຢູ່ແຕ່ລະທ້ອງຖິ່ນ. ພ້ອມນີ້ ພະນັກງານທຸກຄົນ ຕ້ອງມີບັດພະນັກງານທີ່ອອກໂດຍກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງສາມາດລົງເຄື່ອນໄຫວໄດ້ ເພື່ອປ້ອງກັນບັນດານາຍໜ້າເຖື່ອນ ທີ່ໄປຕົວະຍົວະຫຼອກລວງແຮງງານ.

ພາຍຫຼັງຮັບສະໝັກແຮງງານ ແລະ ປະກອບເອກະສານຄົບຖ້ວນແລ້ວ ກ່ອນການຈັດສົ່ງ ຕ້ອງໄດ້ຮັບອະນຸຍາດຈາກທ້ອງຖິ່ນເສຍກ່ອນ ຈຶ່ງສາມາດເຄື່ອນຍ້າຍແຮງ ງານໄດ້.

2). ມີປື້ມຄູ່ມືການຝຶກອົບຮົມກ່ອນການຈັດສົ່ງ ຊຶ່ງກ່ອນການຈັດສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດແຕ່ລະຄັ້ງ ບໍລິສັດຈັດຫາງານ ຕ້ອງໄດ້ຝຶກອົບ ຮົມ ແນະນໍາກ່ຽວກັບລະບຽບການຕ່າງໆຂອງປະເທດສົ່ງ ແລະ ປະເທດຮັບ, ການເດີນທາງ, ການດໍາລົງຊີວິດ, ການຕິດຕໍ່ກັບພາກສ່ວນກ່ຽວຂ້ອງ ເມື່ອມີບັນຫາ ແລະ ອື່ນໆ.

3). ມີລະບົບໂປຣແກຮມ ແບບອອນລາຍ ເພື່ອບັນທຶກຂໍ້ມູນຂອງຜູ້ອອກແຮງງານທີ່ຖືກຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດທີ່ບໍລິສັດຈັດຫາງານໄດ້ຈັດສົ່ງ.

4). ມີການລົງຕິດຕາມ ແລະ ປະເມີນຜົນການເຄື່ອນໄຫວຂອງແຕ່ລະ ບໍລິສັດ ເປັນແຕ່ລະໄລຍະ. ໃນກໍລະນີບໍລິສັດຈັດຫາງານ ຫາກເຄື່ອນໄຫວບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແມ່ນຈະດໍາເນີນຕາມກົດຫມາຍເຊັ່ນ: ຄັ້ງທີ 1 ສຶກສາອົບຮົມ, ໃຊ້ແທນຄືນຄ່າເສຍຫາຍທີ່ເກີດຂື້ນ ແລະ ປັບໃໝ 10% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 2 ໃຊ້ແທນຄືນ, ປັບໃໝເພີ່ມ 30% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 3 ໃຊ້ແທນຄືນ, ປັບໃໝເພີ່ມ 60% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 4 ສັ່ງໂຈະກິດຈະການຊົ່ວຄາວ; ຄັ້ງທີ 5 ຖອນໃບອະນຸຍາດສ້າງຕັ້ງວິສາຫະ ກິດບໍລິການຈັດຫາງານ. ສ່ວນໃນກໍລະນີມີຄວາມເສຍຫາຍເກີດຂຶ້ນ ຕໍ່ກັບຜູ້ອອກແຮງງານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ວິສາຫະກິດບໍລິການຈັດຫາງານຈະຕ້ອງຊົດໃຊ້ຜົນເສຍຫາຍຄືນໃນແຕ່ລະກໍລະນີ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

(ຂ່າວ: ບຸນທົງ, ພາບ: ບຸນອູ້ມ)

5 ວິທີແກ້ແຂ້ວເຫຼືອງ

0
  1. ຖູແຂ້ວໃຫ້ສະອາດເປັນປະຈຳ
  2. ຂູດຫີນປູນທຸກໆ 6 ເດືອນ
  3. ກິນໝາກໄມ້ໃຫ້ພຽງພໍ
  4. ໃຊ້ສະໝູນໄພຈາກທຳມະຊາດ ຖູແຂ້ວ
  5. ຫຼີກລ້ຽງການດື່ມຊາ ກາເຟ ຈະເຮັດໃຫ້ແຂ້ວເຫຼືອງ

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າ 17/06/2022 ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ຄຳລັດ ຮອງປະທານສະພາແຫ່ງຊາດ.

0

ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ເປັນຕົ້ນວຽກງານປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳທີ່ສະເໜີໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນຂົງເຂດສຶກສາທິການ ແລະ ກິລາໃນໄລຍະຜ່ານມາ ເຫັນວ່າມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ພົ້ນເດັ່ນທີ່ສຸດ ກະຊວງສຶກສາ ແລະ ກິລາໄດ້ເອົາໃຈໃສ່ເຂົ້າໃນການບຸກບືນສູ້ຊົນປະຕິບັດ 15 ຄາດໝາຍທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງແຂງແຮງ ມາຮອດປັດຈຸບັນສາມາດບັນລຸແລ້ວ 7 ຄາດໝາຍ ເປັນຕົ້ນອັດຕາການເຂົ້າຮຽນໃໝ່ນັບແຕ່ຊັ້ນປະຖົມປໍ1 ຫາ ປໍ5, ອັດຕາການຮຽນຈົບຊັ້ນປະຖົມສຶກສາ, ດັດສະນີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຝຶກອົບຮົມດ້ານວິຊາຊີບໃຫ້ແກ່ຊາວໜຸ່ມ,ວຽກງານບຳລຸງຍົກລະດັບໃຫ້ຄູສອນ ແລະ ອື່ນໆ.

ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາແລ້ວ ໄດ້ສືບຕໍ່ຮັບຟັງການປະກອບຄຳເຫັນຈາກ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານຄະນະກຳມາທິການວັດທະນະທຳ-ສັງຄົມ ຕາງໜ້າຄະນະປະຈຳສະພາແຫ່ງຊາດໃສ່ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເຮັດໃຫ້ຫຼາຍໆວຽກງານຂອງຂະແໜງສຶກສາໄດ້ຮັບຜົນສຳເລັດຫຼາຍດ້ານ ພົ້ນເດັ່ນແມ່ນໄດ້ບັນລຸດ້ານຊັບສິນມະນຸດຂອງປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ ຫຼື ເອວດີຈີ ແລະ ອື່ນໆ.

ຈາກນັ້ນ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄຳເຫັນ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນໃສ່ບົດລາຍງານເພື່ອໃຫ້ມີເນື້ອໃນຄົບຖ້ວນກວ່າເກົ່າ.

ທ່ານ ນາງ ພອນມະນີ ມູນໄຊຍະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະແດງຄວາມຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງຄຸນນະພາບການຮຽນການສອນໃນໄລຍະຜ່ານມາ ເຫັນວ່າເຮັດໄດ້ດີສົມຄວນ ແຕ່ຢາກສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ຄວນມີແຜນການຢ່າງລະອຽດໃຫ້ຫຼາຍກວ່ານີ້ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍຂອງກະຊວງສຶກສາທິການ ແລະ ກິລາ ຈຳນວນຄາດໝາຍທີ່ຕິດພັນກັບວຽກງານສຶກສາທິການ ແລະ ກິລາໃຫ້ບັນລຸຄາດໝາຍແຜນການທີ່ວາງໄວ້.

ອີງໃສ່ວາລະຂອງການປະຊຸມໃນພາກເຊົ້າມື້ນີ້ ນອກຈາກສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະກິລາແລ້ວ ສະມາຊິກສະພາແຫ່ງຊາດຍັງໄດ້ຮັບຟັງການອະທິບາຍຊີ້ແຈງຕອບຄຳຊັກຖາມບາງບັນຫາເພີ່ມຕື່ມທີ່ເຫັນວ່າມີຄວາມສົນໃຈກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ຈາກຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານຕື່ມອີກ ຈາກນັ້ນຕາງໜ້າກອງເລຂາກອງປະຊຸມໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ເປັນຕົ້ນການປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳ ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນສະຫຼຸບສັງລວມການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດໃສ່ບົດລາຍງານໃນສະບັບນີ້ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງລົງຄະແນນສຽງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂແງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະພ້ອມກັນຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ, ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ອາການສັນຍານບອກວ່າເປັນພະຍາດ

0
  • ຮີ້ວຮອຍ ຮ່ອງເລີກຢູ່ເທີງໜ້າ ສັນຍາລັກເປັນພະຍາດກະດູກຜ່ອຍ
  • ເລັບສີຂາວ ເລັບ ສັນຍາລັກເປັນຮ່ອງເປັນຕັບ ແລະ ໄຕຜິດປົກກະຕິ
  • ເລັບສີຂຽວຄໍ້າ ສັນຍາລັກເປັນໂລກຫອບຫືດ
  • ຕີນບວມ ສັນຍາລັກເປັນພະຍາດຫົວໃຈ
  • ປາກເໝັນ ສັນຍາລັກເປັນຫົວໃຈ ແລະ ກະດູກຜົດປົກກະຕິ
  • ຄໍທາງຫຼັງດຳ ສັນຍາລັກເປັນພະຍາດເບົາຫວານ
  • ເກີດຝ້າແຜ່ນຢູ່ໜ້າ ສັນຍາລັກເປັນພູມແພ້
  • ຜົມຫຼົ່ນ ສັນຍາລັກເປັນຕ່ອມຄໍທໍລະພິດ
  • ປາກແຫ້ງ ສັນຍາລັກເປັນພະຍາດພູມແພ້ຕົນເອງ
  • ຕາເຫຼືອງ ສັນຍາລັກເປັນຕັບ ແລະ ຖົງນໍ້າບີຜິດປົກກະຕິ
  • ໄຝ່ປ່ຽນສີມີຂະໜາດໃຫຍ່ຂື້ນ ສັນຍາລັກເປັນພະຍາດມະເຮັງຜິວໜັງ

ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ການພັດທະນາພື້ນຖານເສດຖະກິດ ແຂວງບໍ່ແກ້ວ

0

ໃນຕອນບ່າຍຂອງວັນທີ 14 ມິຖຸນານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມ, ກວດກາເບິ່ງພື້ນຖານເສດຖະກິດຂອງແຂວງບໍ່ແກ້ວ ຊຶ່ງຮ່ວມເຄື່ອນໄຫວມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມຄະນະ.

ກ່ອນອື່ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປເບິ່ງດ່ານສາກົນຂົວມິດຕະພາບ 4 ຫ້ວຍຊາຍ-ຊຽງຂອງ ເພື່ອຕິດຕາມຊຸກຍູ້ການປະຕິບັດໜ້າທີ່ວຽກງານ ຂອງພະນັກງານປະຈຳຢູ່ດ່ານດັ່ງກ່າວ ໂດຍໄດ້ຮັບຟັງການລາຍງານຫຍໍ້ຈາກ ທ່ານ ພັທ ນໍຄຳ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 4 ຊຶ່ງພາຍຫຼັງເປີດດ່ານໃນກາງເດືອນພຶດສະພາ 2022 ເປັນຕົ້ນມາ ເຫັນວ່າມີຄົນເຂົ້າ-ອອກດ່ານ ສະເລ່ຍ 130 ຄົນ/ມື້, ຕ່າງປະເທດ 80 ຄົນ/ມື້, ພາຫະນະເຂົ້າ-ອອກ 100 ກວ່າຄັນ/ມື້, ການເຂົ້າ-ອອກດ່ານ ແມ່ນປະຕິບັດຕາມລະບົບສາກົນ ໂດຍມີການກັ່ນກອງ, ກວດອຸນຫະພູມຮ່າງກາຍ ແລະ ອື່ນໆ ເພື່ອປ້ອງກັນການຕິດ ແລະ ແຜ່ເຊື້ອຂອງພະຍາດໂຄວິດ-19.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະໄດ້ສືບຕໍ່ເບິ່ງຟາມລ້ຽງງົວຂອງ ບໍລິສັດ ດວງຈະເລີນອຸດສາຫະກຳ-ກະສິກຳອິນຊີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຊຶ່ງຟາມດັ່ງກ່າວ ມີງົວແມ່ພັນຊີ້ນວາກິວແອງກັດ ຈາກແຂວງຊຽງຂວາງ ຈຳນວນ 151 ແມ່, ມີເນື້ອທີ່ສຳປະທານ 150 ເຮັກຕາ, ໃນນັ້ນ ໄດ້ປູກຫຍ້າແລ້ວ 73 ເຮັກຕາ ມີຫຍ້າເນເປຍ 55 ເຮັກຕາ, ຫຍ້າຣູຊີ 17 ເຮັກຕາ ແລະ ຫຍ້າຫວານ 0,5 ເຮັກຕາ. ສໍາລັບການລ້ຽງ ແລະ ບົວລະບັດຮັກສາງົວ ແມ່ນປະຕິບັດຕາມເຕັກນິກວິຊາການ ໂດຍສະເພາະການສັກຢາບຳລຸງແມ່ພັນທ້ອງວ່າງ, ສັກຢາຂ້າແມ່ກາຝາກ ແລະ ວັກຊິນ ປ້ອງກັນພະຍາດເຕົ້າໂຮມເລືອດ-ປາກເປື່ອຍລົງເລັບ.ນອກຈາກນັ້ນ ຍັງໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສວນສາທາລະນະໜອງຖານ ໂດຍພັດທະ ນາເປັນ​​ເຂດຕ່າງໆເປັນຕົ້ນ ​​​ເຂດພັກຜ່ອນ, ​ເຂດກິດຈະກໍາກິລາ, ​ເຂດກິດຈະກຳສົ່ງເສີມ ການປູກ-ການລ້ຽງ.

ໃນຕອນທ້າຍ ໄດ້ໄປຢ້ຽມຢາມສະຖານທີ່ລ້ຽງກຸ້ງ-ລ້ຽງປາທັນສະໄໝ ຂອງ ບໍລິສັດບໍ່ແກ້ວນາຍຸງ ຈຳກັດຜູ້ດຽວ ແລະ ສູນການຄ້າສາກົນ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

ສະຖານີກາສີເປີດດຳເນີນທຸລະກຳ​ຂົນ​ສົ່ງ​ສິນຄ້າ​ຢ່າງ​ເປັນ​ທາງ​ການ

0

ສະຖານີກາສີ​ໄດ້​ເປີດ​ດຳເນີນທຸລະກຳ​ຂົນ​ສົ່ງ​ສິນຄ້າ​ຢ່າງ​ເປັນ​ທາງ​ການໃນວັນ​ທີ 13 ມິຖຸນາ​ທີ່ຜ່ານມາ. ສະຖານີກາສີ ເປັນສະຖານີແຫ່ງທີ 6 ຂອງທາງລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກ ສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະສະຖານີນາເຕີຍ.

ເມືອງກາສີແມ່ນເມືອງໜຶ່ງທີ່ຕັ້ງຢູ່ແຂວງວຽງຈັນພາກກາງຂອງປະເທດລາວ, ໄດ້ຮັບຜົນກະທົບຈາກສະພາບອາກາດລົມມໍລະສຸມເຂດຮ້ອນ ແລະ ເປັນເຂດທີ່ມີຝົນຕົກຄຸມໜາແໜ້ນທີ່ສຸດໃນປະເທດລາວ.ການສັນຈອນຢູ່ເຂດນີ້ຈິ່ງມີຄວາມຫຍຸ້ງຍາກມາແຕ່ດົນ, ເນື່ອງຈາກວ່າເສັ້ນທາງທຽວລົດແມ່ນເປັນທາງໂຄ້ງ, ຊັນ, ແຄບ ແລະ ມີຂຸມຫຼາຍ, ເຊິ່ງກໍໄດ້ເປັນຂີດຈຳກັດຕໍ່ການພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການດຳລົງຊີວິດຂອງປະຊາຊົນນັບແຕ່ໃດມາ. ໃນບຸນປີໃໝ່ລາວ2022 ທີ່ຜ່ານມາ,​ ບໍລີິສັດທາງລົດໄຟລາວ-ຈີນ ກໍໄດ້ເປີດບໍລິການຂົນສົ່ງຜູ້ໂດຍສານສະຖານີກາສີ ຢ່າງເປັນທາງການ, ເຊິ່ງກໍໄດ້ອຳນວຍຄວາມສະດວກໃຫ້ແກ່ການເດີນທາງໃນປະຈໍາວັນຂອງປະຊາຊົນພາຍໃນທ້ອງຖິ່ນຢ່າງຫຼວງຫຼາຍ, ຖືໄດ້ວ່າເປັນຂອງຂວັນປີໃໝ່ໃຫ້ແກ່ປະຊາຊົນທ້ອງຖິ່ນແຕ່ນັ້ນມາກໍເປັນໄປໄດ້.

ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ3ລາງ, ລາງສິນຄ້າ 1​ລາງ, ລານຂົນສົ່ງສິນຄ້າມີເນື້ອ​ທີ່ 4.215 ຕາ​ແມັດ, ມີສະແຕັກເກີ​1 ຄັນ ແລະ ເຄື່ອງຊັ່ງນໍ້ຳໜັກລົດ​ບັນທຸກ 1ຈຸດ. ໃນການດໍາເນີນທູລະກຳຂົນສົ່ງສິນຄ້າເບື້ອງຕົ້ນແມ່ນນໍາໃຊ້ຕູ້ຄອນເທັນເນີຂະໜາດ40 (45) ຟຸດເປັນຫຼັກ, ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ແມ່ນປະເພດຂອງຊຳ ແລະເຄື່ອງໃຊ້ໃນຊີວິດປະຈໍາວັນທົ່ວໄປ.

​ນອກນີ້, ເພື່ອໃຫ້ບັນດາວິສາຫະກິດ ແລະ ປະຊາຊົນລາວໄດ້ເຫັນເຖິງໂອກາດ ແລະ ຜົນຕອບແທນທີ່ທາງລົດໄຟລາວ-ຈີນຈະນຳມາໃຫ້, ຊຸກຍູ້ໃຫ້​ເສດຖະກິດລາວ ​ແລະ ພາກ​ພື້ນມີຄວາມເຂັ້ມແຂງ ແລະ ຍືນຍົງ, ນອກຈາກທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະ ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ, ຍັງໄດ້ເຄື່ອນ​ໄຫວ​ສຳ​ຫຼວດ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ສາກົນຮູບ​ແບບ​ໃໝ່​ເຊັ່ນ: “Lancang-Mekong Express Line + Cross-border E-commerce”, “”Laos-China Railway + China-Europe Railway Express”, “Laos-China Railway + Western Land-Sea New Corridor Express”​ແລະ ​ການຂົນສົ່ງຮູບແບບໃໝ່ອື່ນໆ, ​ເພື່ອເພີ່ມ​ທະວີຄວາມສາມາດໃນການ​ສົ່ງ​ອອກ​​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ ​ແລະ ​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ;ພ້ອມ​ກັນ​ນັ້ນ, ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່​, ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​​ເພື່ອປັບປຸງ​​ຂັ້ນຕອນການການ​ອະນຸມັດດ່ານ​ພາສີ​ໃຫ້ມີຄວາມຄ່ອງຕົວ ແລະ ເພືື່ອຫຼຸດຜ່ອນຕົ້ນທຶນການ​ຂົນ​ສົ່ງ.

ຕາມການລາຍງານຂອງ​ຜູ້​ຮັບຜິດຊອບຝ່າຍບໍລິຫານການດຳເນີນການຂອງບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳກັດ,ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ຕ້ອງການ​ຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ​ສາມາດຕິດຕໍ່ພົວພັນຫາ​ບໍລິສັດ​ເພື່ອ​ດຳ​ເນີນ​ທຸລະ​ກຳ​ການ​ຂົນ​ສົ່ງ​ສິນຄ້າ ຫຼື​ ໂທສອບຖາມຂໍ້ມູນລ່ວງ​ໜ້າ​ຜ່ານເບີໂທຂອງແຕ່ລະ​ສະ​ຖາ​ນີ​ໂດຍກົງ, ຊຶ່ງການພົວພັນຫາສະຖານີເພື່ອຂົນສົ່ງສິນຄ້າຜ່ານທາງລົດໄຟແມ່ນການຂົນສົ່ງທີ່ປະ​ຫຍັດ ​ແລະ​ ສະ​ດວກ​ທີ່​ສຸດ​ໃນ​ປະ​ຈຸ​ບັນ​.

ຕາມລາຍງານໃຫ້ຮູ້ຕື່ມວ່າ, ນັບແຕ່​ຕົ້ນ​ປີ 2022ຫາ​ວັນ​ທີ 13 ມິຖຸນາ​ເປັນຕົ້ນມາ, ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້ມີການ​ສົ່ງ​ສິນຄ້າ​643.000 ກວ່າ​ໂຕນ, ​ໃນ​ນັ້ນ​472.000​ໂຕນ​ແມ່ນການຂົນສົ່ງຂ້າມ​​ແດນ, ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ແຮ່ເຫຼັກ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆລວມກວ່າ 100​ ຊະນິດ,ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ21ແຂວງຂອງຈີນ, ກວມເອົາການຂົນສົ່ງຜ່ານປະເທດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆເກືອບ​​​ 10 ກວ່າປະເທດ.

*ສາຍດ່ວນຕິດຕໍ່ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ*

ສະຖານີວຽງຈັນໃຕ້ 021-891259

ສະຖານີວັງວຽງ 021-891199

ສະຖານີນາເຕີຍ 021-891039

ສະຖານີຫຼວງພະບາງ 021-891129

ສະຖານີໂພນໂຮງ 021-891229

ສະຖານີກາສີ  021-891149                        

#Medialaos MMD