Saturday, October 19, 2024
Home Blog Page 804

ທຫລ ໄດ້ກຳນົດບາງມາດຕະການ ເພື່ອສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ

0

ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ ທີ່ຕິດພັນກັບວຽກຈຸດສຸມທີ 4 ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະໃນສະພາບທີ່ຫຍຸ້ງຍາກໃນປັດຈຸບັນ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ວາງບາງມາດຕະການ ໃນການປັບປຸງກົນໄກໃນການຄຸ້ມຄອງ ແລະ ສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃຫ້ແກ່ການນຳເຂົ້າສິນຄ້າບຸລິມະສິດໂດຍສະເພາະ ນໍ້າມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຈຳເປັນພື້ນຖານ ສຳລັບການດຳລົງຊີວິດຂອງປະຊາຊົນ ແລະ ລະດັບການພັດທະນາພື້ນຖານເສດຖະກິດຂອງປະເທດເຮົາ.

ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວຊີ້ແຈງວ່າ: ໄລຍະ 5 ເດືອນຕົ້ນປີ 2022 ໃນທ່າມກາງສະພາບລາຄານໍ້າມັນເຊື້ອໄຟຢູ່ສາກົນຂຶ້ນສູງຮອດ 65% ທຽບໃສ່ໄລຍະຂອງປີຜ່ານມາ ແລະ ມູນຄ່າການນໍາເຂົ້ານໍ້າມັນເຊື້ອໄຟຂອງປະເທດເຮົາ ກໍໄດ້ເພີ່ມຂຶ້ນ 50% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນນີ້ ມັນໄດ້ສ້າງຜົນກະທົບຕໍ່ຄວາມອາດສາມາດໃນການສະໜອງເງິນຕາຕ່າງປະເທດ ໃຫ້ແກ່ບັນດາບໍລິສັັດນໍາເຂົ້ານໍ້າມັນເຊື້ອໄຟ; ອີກດ້ານໜຶ່ງ, ລະບົບທະນາຄານ ກໍໄດ້ຂາຍເງິນຕາຕ່າງປະເທດໃຫ້ແກ່ມວນຊົນ ຫຼາຍກວ່າການເກັບຊື້ເງິນຕາຕ່າງປະເທດຈາກມວນຊົນມາຢ່າງຕໍ່ເນື່ອງ.

ແຕ່ເຖິງຢ່າງໃດກໍຕາມ, ລະບົບທະນາຄານ ກໍໄດ້ສູ້ຊົນສະໜອງເງິນຕາຕ່າງປະເທດ ໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ 59% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຈາກ 104,4 ລ້ານໂດລາ ເປັນ 166 ລ້ານໂດລາ, ສະເລ່ຍ 33 ລ້ານໂດລາຕໍ່ເດືອນ ແລະ ກວມເອົາ 63% ຂອງມູນຄ່າການໂອນຊໍາລະນໍ້າມັນເຊື້ອໄຟ ໃຫ້ແກ່ຕ່າງປະເທດຂອງບັນດາບໍລິສັດນຳເຂົ້ານໍ້າມັນເຊື້ອໄຟທັງໝົດ ຫຼື ກວມ 40% ຂອງມູນຄ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ. ສະເພາະນັບແຕ່ວັນທີ 1 ຫາ ວັນທີ 17 ມິຖຸນາ ລະບົບທະນາຄານ ໄດ້ສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 94,36 ລ້ານໂດລາ ຊຶ່ງໄດ້ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຊຶ່ງໃນນີ້ກໍມີການປະກອບສ່ວນຂອງກະຊວງການເງິນ ຢູ່ປະມານໜຶ່ງສ່ວນສາມ.

ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວອີກວ່າ: ທຫລ ໄດ້ວາງນະໂຍບາຍ ແລະ ບາງມາດຕະການແກ້ໄຂ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໂດຍສົມທົບກັບບັນດານະໂຍບາຍ ແລະ ມາດຕະການທີ່ໄດ້ປະຕິບັດມາແລ້ວນັ້ນ ຊຶ່ງຈະສືບຕໍ່ນຳໃຊ້ເຄື່ອງມືນະໂຍບາຍເງິນຕາທີ່ເໝາະສົມ, ສົມທົບກັບການປະຕິບັດລະບອບກວດກາກັບທີ່, ກວດກາທາງດ້ານເອກະສານ, ຕໍ່ບັນດາທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຢ່າງເປັນປົກກະຕິ, ຄຸ້ມຄອງປະລິມານເງິນ ໃຫ້ຢູ່ໃນລະດັບທີ່ແທດເໝາະກັບເງື່ອນໄຂຕົວຈິງ ບໍ່ສ້າງແຮງກົດດັນໃຫ້ແກ່ອັດຕາແລກປ່ຽນອ່ອນຄ່າ, ອັດຕາເງິນເຟີ້ສູງຂຶ້ນໄປຕື່ມອີກ ແລະ ສ້າງເງື່ອນໄຂດຶງດູດເອົາເງິນຕາຕ່າງປະເທດນອກລະບົບທະນາຄານ ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ.

ຂ່າວ-ພາບ: ບຸນອູ້ມ

Medialaos MMD (ແຫຼງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

ສະພາສະເໜີໃຫ້ລັດຖະບານ ກໍານົດມາດຕະການເດັດຂາດ ແກ້ໄຂບັນຫາຢາເສບຕິດ

0

ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມະຖຸນາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ: ໃນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເຂົ້າສູ່ພຶດຕິກຳຕົວຈິງ ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມີຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຂອງລັດຖະບານ ກໍຄືຄະນະພັກ, ຄະນະນຳແຕ່ລະຂັ້ນນັບແຕ່ສູນກາງ ແລະ ທ້ອງຖິ່ນ ສາມາດເຮັດໃຫ້ຈັດຕັ້ງປະຕິບັດແຜນການ, ຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ກຳນົດໄວ້ໄດ້ຢ່າງເປັນຮູບປະທຳ ແລະ ມີຜົນຄືບໜ້າຢ່າງຕໍ່ເນື່ອງ ຊຶ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າສາມາດແກ້ໄຂ ແລະ ມ້າງຄະດີ ຢາເສບຕິດ ໃນຂອບເຂດທົ່ວປະເທດ ໄດ້ເຖິງ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ, ໄດ້ຢຶດວັດຖຸເຄື່ອງຂອງກາງຄະດີໄດ້ເປັນຈຳນວນຫຼາຍລາຍການ, ນອກຈາກນັ້ນສາມາດຂຶ້ນບັນຊີເປົ້າໝາຍຜູ້ຂົນສົ່ງຄ້າຂາຍຢາເສບຕິດທົ່ວປະເທດໃນຈຳນວນຫຼາຍພັນຄົນ, ກຳນົດພື້ນທີ່ຫຼໍ່ແຫຼມ, ຈຸດຂ້າມລອຍ, ເສັ້ນທາງຂົນສົ່ງ, ຈຸດຊຸກເຊື່ອງຊື້-ຂາຍຢາເສບຕິດ, ສຳຫຼວດ ແລະ ທຳລາຍເນື້ອທີ່ປູກຝິ່ນ, ກັນຊາໄດ້ຫຼາຍເຮັກຕາ ຊຶ່ງຜົນໄດ້ຮັບດັ່ງກ່າວເປັນມາດຖານໜຶ່ງທີ່ຢັ້ງຢືນເຖິງຄວາມຄືບໜ້າຂອງລັດຖະບານ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ແລະ ຈະເປັນພື້ນຖານອັນສຳຄັນໃນການແກ້ໄຂບັນຫາຢາເສບຕິດໃນໄລຍະຕໍ່ໄປ.

ທ່ານກ່າວຕື່ມວ່າ: ກ່ຽວກັບທິດທາງແຜນການວຽກງານໃນຕໍ່ໜ້າ ຄະນະປະຈຳສະພາແຫ່ຊາດ ສະເໜີໃຫ້ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີຍົກສູງຄວາມສາມາດໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ກາຍເປັນຄວາມຮັບຜິດຊອບໂດຍກົງ, ເດັດຂາດ, ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ປັບປຸງ, ສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບຢາເສບຕິດໃຫ້ຮັດກຸມ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງກໍຄືໜ່ວຍງານ ແລະ ບຸກຄະລາກອນທີ່ຮັບຜິດຊອບໂດຍກົງ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຄວາມສາມາດພຽງພໍໃນການເຄື່ອນ ໄຫວວຽກງານຂອງຕົນ, ເອົາໃຈໃສ່ເພີ່ມທະວີຄວາມສາມາດດ້ານພື້ນຖານໂຄງລ່າງ, ເຕັກນິກ-ວິຊາການ, ເຄື່ອງມືທີ່ທັນສະໄໝ, ງົບປະມານຮັບໃຊ້ຢ່າງເໝາະສົມ ແລະ ເປັນລະບົບຄົບຊຸດ ເພື່ອຮັບໃຊ້ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຄວາມບໍ່ໂປ່ງໃສໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຢ່າງເດັດຂາດ ແລະ ທັນການ.

ສືບຕໍ່ເພີ່ມທະວີຮ່ວມມືກັບສາກົນ ກ່ອນອື່ນແມ່ນດ້ານການຂ່າວ, ຂໍ້ມູນເບາະແສຕ່າງໆທີ່ກ່ຽວຂ້ອງໃນຂະບວນການຜະລິດ, ຂົນສົ່ງ, ຄ້າຂາຍຢາເສບຕິດ ກັບບັນດາປະເທດໃກ້ຄຽງໃນອະນຸພາກພື້ນ ແລະ ສາກົນໃຫ້ແໜ້ນແຟ້ນ, ເປັນລະບົບ, ຮັດກຸມເພື່ອສະກັດກັ້ນ, ປາບປາມຂະບວນການດັ່ງກ່າວໃຫ້ແຂງແຮງ,ມີຈຸດສຸມ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ສຳນານ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022

0

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022 ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ນີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ປະທານຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ, ມີບັນດາຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຂັ້ງແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ເລີດສະໄໝ ພອນປະເສີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022 ຊຶ່ງຕະຫຼອດໄລຍະຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ ໄດ້ປັບປຸງຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນເມືອງ ພ້ອມທັງ ຂຶ້ນແຜນ ແລະ ກວດກູ້ລະເບີດບໍ່ທັນແຕກຢູ່ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ, ໄດ້ສະເໜີຂໍງົບປະມານ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂຶ້ນແຜນສຳຫຼວດ, ກວດກູ້ລະເບີດບໍ່ທັນແຕກ ຢູ່ແຂວງໄຊສົມບູນ ປະຈຳປີ 2022 ຈຳນວນ 50 ເຮັກຕາ ຢູ່ເມືອງລ້ອງແຈ້ງ ແລະ ທຳລາຍເຄື່ອນທີ່ຢູ່ເມືອງອະນຸວົງ ແລະ ເມືອງທ່າໂທມ ຕາມແຜນ ຄະນະດຽວກັນຍັງໄດ້ສົມທົບກັບພະແນກກະສິກຳ, ກົມຊ່າງແສງ ກອງກວດກູ້ລະເບີດບໍ່ທັນແຕກ 58 ສຳຫຼວດພື້ນທີ່ປູກໄມ້ໃຫ້ໝາກຂອງປະຊາຊົນ ຢູ່ເມືອງອະນຸວົງຈຳນວນ 5 ບ້ານ ຄື: ບ້ານທົ່ງຄູນ, ທົ່ງຮັກ, ນໍ້າໂມ້, ນໍ້າຍອນ ແລະ ບ້ານໍ້າຈັ້ງ ທີ່ໄດ້ຮັບທຶນສະໜັບສະໜູນຈາກບໍລິສັດພູເບ້ຍມາຍນິ່ງ ຈຳນວນ 58 ເຮັກຕາ ນອກຈາກນີ້ ຍັງສາມາດກວດກູ້ພື້ນທີ່ໄດ້ທັງໝົດ ຢູ່ເມືອງລ້ອງແຈ້ງ 21.900 ກວ່າຕາແມັດ ແຕ່ສຳຫຼວດ ກວດກູ້ຕົວຈິງແມ່ນ 19,180 ກວ່າຕາແມັດ ໃນນີ້ ສາມາດກວກກກູ້ ບົ່ມບີ້ BLU 24 ຈຳນວນ 4 ໜ່ວຍ, ບົ່ມ 1 ໜ່ວຍ, ລູກປືນ 3 ຫົວ, ລະເບີດ M 26 1 ໜ່ວຍ, ຫົວລູກປືນໃຫ່ຍ 1 ຫົວ, ລູກປືນຄົກ 1 ລູກ ພ້ອມນີ້ ຍັງໄດ້ທຳລາຍລະເບີດເຄື່ອນທີ່ ແລະ ສຳພາວຸດ ທີ່ປະຊາຊົນພົບເຫັນ ມີລູກຈະຫຼວດ 2 ລູກ, ລູກປືນໃຫຍ່ 3 ລູກ, ລູກປືນຄົກ 1 ລູກ ແລະ ລະເບີດຊະນິດອື່ນອີກຈຳນວນໜຶ່ງ ແລະ ຍັງໄດ້ເກັບກຳຂໍ້ມູນຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ໃນໄລຍະຜ່ານມາ ຄຽງຄູ່ກັນນີ້ ຍັງໄດ້ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ ແລະ ວິທີການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ ຜ່ານທາງວິທະຍຸ, ໂທລະໂຄ່ງຂອງແຂວງ ແລະ ໂຄສະນາຢູ່ຕາມບັນດາໂຮງຮຽນຕ່າງໆ ເພື່ອໃຫ້ປະຊາຊົນ ໂດຍສະເພາະແມ່ນເດັກນ້ອຍຜູ້ເກີດໃໝ່ໃຫ່ຍລຸນ ໄດ້ຮັບຮູ້ ແລະ ເຂົ້າເຂົ້າໃຈເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ ຢ່າງເລິກເຊິ່ງ ຈາກນັ້ນບັນດາຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັບປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ເພື່ອພ້ອມກັນຊອກຫາວິທີການແກ້ໄຂວຽກງານໃນຕໍ່ນ້າໃຫ້ດີຂຶ້ນກວ່າເກົ່າ. ໃນຕອນທ້າຍ ທ່ານ ຕົ່ງມົວ ຊົວໂກ້ ໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ແກ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ ທາງເລິກ ແລະ ທາງກວ້າງ ພ້ອມທັງ ກະກຽມແຜນກຳນົດເຂດແດງຂອງແຂວງ ເພື່ອສຳຫຼວດ ແລະ ກວດກູ້ ໃຫ້ສຳເລັດຕາມແຜນ.

ທ່ານ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຢ້ຽມຊົມ ໂຄງການກໍ່ສ້າງສໍານັກງານຫ້ອງວ່າການ ເມືອງຮົ່ມ

0

ເນື່ອງໃນໂອກາດທີ່ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ 14 ຫຼັງ ໃຫ້ແກ່ຄອບຄົວທຸກຍາກ ຂອງລູກຫຼານວິລະຊົນ ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 20 ມິຖຸນາ ຜ່ານມານີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ຖືໂອກາດລົງໄປຢ້ຽມຊົມໂຄງການກໍ່ສ້າງສໍານັກງານຫ້ອງວ່າການເມືອງຮົ່ມ ນໍາອີກ.

ຊຶ່ງໂຄງການດັ່ງກ່າວນີ້ ແມ່ນຫາກໍເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນ ພຶດ ສະພາ 2022 ນີ້, ມີມູນຄ່າການກໍ່ສ້າງທັງໝົດ 16 ຕື້ກວ່າກີບ ໂດຍແມ່ນບໍລິສັດສະຫວັນໄຊການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ກໍານົດໄລຍະເວລາຂອງການກໍ່ສ້າງແມ່ນ 24 ເດືອນ. ຊຶ່ງໂອກາດທີ່ລົງມາຢ້ຽມຊົມໃນຄັ້ງນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການລົງຕິດຕາມ, ກວດກາ ການກໍ່ສ້າງຢູ່ພາກສະໜາມ ໃຫ້ເປັນປົກກະຕິ ທັງນີ້ ກໍເພື່ອຮັບປະກັນໃຫ້ໂຄງການໄດ້ດໍາເນີນໄປຕາມຫຼັກການ, ຖືກຕ້ອງຕາມເຕັກນິກວິຊາການ ແລະ ສາມາດສໍາເລັດຕາມແຜນການ ທີ່ໄດ້ກໍານົດໄວ້.

ຊຶ່ງຖ້າໂຄງການດັ່ງກ່າວກໍ່ສ້າງສໍາເລັດ ກໍຈະເຮັດໃຫ້ພະນັກງານມີບ່ອນປະຈໍາການທີ່ພຽງພໍ, ມີບ່ອນເກັບມ້ຽມເອກະສານ ແລະ ເຄື່ອງໃຊ້ໃນຫ້ອງການ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ວຽກງານ ຂອງເມືອງ ກໍຄືວຽກງານຂອງແຂວງ ໃຫ້ມີຄຸນນະພາບດີຂຶ້ນກ່ວາເກົ່າ.

ພິທີ ປະດັບຫຼຽນໄຊ ພິລະອາດຫານ ຊັ້ນ 2 ໃຫ້ເຈົ້າແຂວງສະຫວັນນະເຂດ

0

ຕອນບ່າຍວັນທີ 17 ມິຖຸນາ 2022 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການ ປົກຄອງແຂວງ ໄດ້ມີພິທີ ປະດັບຫຼຽນໄຊ ພິລະອາດຫານ ຊັ້ນ 2 ໃຫ້ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ປະທານ ຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ,ໂດຍມີ ທ່ານ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ,ມີທ່ານກຳມະການປະຈຳພັກແຂວງ,ກຳມະການພັກແຂວງ,ຫົວໜ້າພະແນກການອ້ອມຂ້າງແຂວງ ພ້ອມດ້ວຍກຳລັງຈາກ ກອງບັນຊາການທະຫານແຂວງ,ປກສແຂວງ ເຂົ້າຮ່ວມ.

ການປະດັບຫຼຽນດັ່ງກ່າວ ແມ່ນປະຕິບັດຕາມ ດໍາລັດຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການແຂ່ງຂັນແລະຍ້ອງຍໍ ແລະ ປະຕິບັດຕາມໜັງສືສະເໜີ ຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນກະຊວງປ້ອງກັນປະເທດ ຈຶ່ງໄດ້ອອກຂໍ້ຕົກລົງ ປະດັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ທ່ານ ເຈົ້າແຂວງ ສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການຊີ້ນໍາ ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງແຂວງຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ແຂວງສະຫວັນນະເຂດ ມີຄວາມສະຫງົບ ໂດຍພື້ນຖານ,ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາ ເຂັ້ມແຂງຂຶ້ນ ເທື່ອລະກ້າວ.

ຂ່າວ-ພາບ: ນັກຂ່າວ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD (Savannakhet Province)

ພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສໃຫ້ແກ່ 14 ຄອບຄົວທຸກຍາກ ຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ

0

ພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ ຈໍານວນ 14 ຫຼັງ ໃຫ້ແກ່ 14 ຄອບຄົວ ຂອງລູກຫຼານວິລະຊົນ ທີ່ທຸກຍາກຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງຮົ່ມ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ມີທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ, ທ່ານ ປ້າ ນາລີ ສີສຸລິດ, ປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງເມືອງຮົ່ມ, ມີຄອບຄົວການນໍາຂັ້ນສູງ ຕະຫຼອດຮອດບັນດານັກທຸລະກິດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການຂັ້ນແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 14 ຄອບຄົວ ທີ່ໄດ້ຮັບການຊ່ວຍເຫຼືອ ເຂົ້າຮ່ວມ.

ໃນພິທີ ທ່ານ ປ້າ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ລາຍງານປະຫວັດຄວາມເປັນມາ ຂອງໂຄງການຈິດອາສາ ຊຶ່ງເປັນໂຄງການໜຶ່ງ ທີ່ເກີດຂຶ້ນຍ້ອນແນວຄວາມຄິດເປັນຫ່ວງເປັນໄຍ ຂອງທ່ານ ປ້າ ນາລີ ສີສຸລິດ ທີ່ມີຕໍ່ປະຊາຊົນຜູ້ທີ່ຍັງທຸກຍາກ ໃນຂອບເຂດທົ່ວປະເທດ ແລະ ເພື່ອເຕົ້າໂຮມຄວາມສາມັກຄີ ລະຫວ່າງ ຄອບຄົວການນໍາຂັ້ນສູງ ຮ່ວມກັບພາກທຸລະກິດ. ສະນັ້ນ ຈຶ່ງໄດ້ສ້າງຕັ້ງໂຄງການດັ່ງກ່າວຂຶ້ນມາ ເພື່ອສຸມໃສ່ການປຸກລະດົມຄອບຄົວການນໍາ, ພາກທຸລະກິດ, ສະມາ ຄົມ ແລະ ມູນນິທິຕ່າງໆ ເພື່ອປະກອບສ່ວນ ຊ່ວຍເຫຼືອຄອບຄົວປະຊາຊົນທີ່ຍັງທຸກຍາກ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄດ້ມີຊີ ວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.

ພ້ອມນັ້ນ ທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ ໃຫ້ຄອບຄົວທຸກຍາກ ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 3 ພຶດສະພາ 2022 ເປັນຕົ້ນມາ ມາຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ 100% ໂດຍປະກອບມີເຮືອນ ຈໍານວນ 14 ຫຼັງ ໃນນັ້ນ ປຸກສ້າງໃໝ່ ຈໍານວນ 12 ຫຼັງ, ສ້ອມແປງ ຈໍານວນ 2 ຫຼັງ ລວມມູນຄ່າການກໍ່ສ້າງຕົວຈີງທັງໝົດ ຈໍານວນ 878 ລ້ານກວ່າກີບ; ໃນນີ້ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດສາລະວັນພັດທະນາຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈໍານວນ 81 ລ້ານກວ່າກີບ ແລະ ໄດ້ຈາກໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ບ້ານຜາລະແວກ ເມືອງຮົ່ມ ກໍຄືຄອບຄົວການນໍາຂັ້ນສູງ ຮ່ວມກັບນັກທຸລະກິດ ຈໍານວນ 796 ລ້ານກ່ວາກີບ. ໂອກາດດັ່ງກ່າວນີ້ ທ່ານ ປ້າ ນາລີ ສີສຸລິດ ໄດ້ມີຄໍາເຫັນຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຊົມເຊີຍທຸກພາກສ່ວນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນຕ່າງໆ ລວມທັງການເສຍສະຫຼະຊັບສິນ, ເຫື່ອແຮງ ແລະ ອື່ນໆ ເພື່ອຊ່ວຍເຫຼືອຜູ້ອື່ນ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການ ຈົນໄດ້ຮັບຜົນສໍາເລັດ ຕາມແຜນການ.

ຈາກນັ້ນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຕາງໜ້າອົງການປົກຄອງແຂວງ, ເມືອງ ຕະຫຼອດຮອດປະຊາຊົນ 14 ຄອບຄົວ ສະແດງຄວາມຂອບໃຈ ຕໍ່ທິມງານໂຄງການຈິດອາສາ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມໝາຍ-ສໍາຄັນ ຂອງວຽກງານແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອ ແຂວງໄຊສົມບູນ ຕະຫຼອດມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົຄອງເມືອງ ຈົ່ງເອົາໃຈໃສ່ລົງໃກ້ສິດຕິດແທດ ເພື່ອນໍາພາປະຊາຊົນຜະລິດກະສິກໍາເປັນສິນຄ້າ ສ້າງໃຫ້ເຂົາເຈົ້າມີລາຍຮັບເຂົ້າໃນຄອບຄົວ ເພື່ອໃຫ້ເສດຖະກິດຄອບຄົວໄດ້ຮັບການປັບປຸງ, ແກ້ໄຂ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ເອົາໃຈໃສ່ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ປຸກລະດົມປະຊາຊົນ ໃຫ້ສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ຮຽກຮ້ອງໃຫ້ປະຊາຊົນ 14 ຄອບຄົວທີ່ໄດ້ຮັບເຮືອນໃນຄັ້ງນີ້ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາເຮືອນທີ່ຕົນໄດ້ຮັບໃຫ້ມີຄວາມສະອາດ ແລະ ສາມາດນໍາໃຊ້ໄດ້ຍາວນານ. ຈາກນັ້ນ ໄດ້ມີພິທີມອບ-ຮັບເຮືອນຈໍານວນ 14 ຫຼັງ ດັ່ງກ່າວ ໂດຍຕາງໜ້າໂຄງການຈິດອາສາຂຶ້ນມອບໂດຍທ່ານ ປ້າ ນາລີ ສີສຸລິດ, ປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ຕາງໜ້າອົງການປົກຄອງແຂວງ ຂຶ້ນຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ໂດຍມີພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມເປັນສັກຄີພິຍານ.

ເນື່ອງໃນໂອກາດ ທີ່ເຂົ້າມາຮ່ວມພິທີໃນຄັ້ງນີ້ ທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍຄອບຄົວການນໍາ, ໂຄງການຈິດອາສາ, ມູນນິທິກູ້ໄພ, ມູນນິທິແມ່ຍິງລາວ ແລະ ສະມາຄົມເສີນເຈິນ ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວ, ເຄື່ອງຫຼີ້ນເດັກນ້ອຍ ແລະ ເງິນສົດ ຈໍານວນໜຶ່ງມາມອບໃຫ້ແກ່ 14 ຄອບຄົວທຸກຍາກ ເພື່ອໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນ ນໍາອີກ.

ພິທີວາງສີລາລຶກໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ

0
ແນວລາວສ້າງຊາດ ແຂວງໄຊສົມບູນ ໄດ້ຈັດພິທີ ວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ທີ່ວັດພູເງິນອານຸໄຊຍະລາມຂື້ນ ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ຢູ່ທີ່ວັດພູເງິນອານຸໄຊຍະລາມ ແຂວງໄຊສົມບູນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ພ້ອມດ້ວຍການນຳແຂວງ, ພະອາຈານໃຫຍ່ ມະຫາເຫວດ ມະເສໄນ, ຮອງປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປ ລາວ ພ້ອມດ້ວຍພະອາຈານ ຈາກສູນກາງອົງການພຸດທະສາສະໜາສຳພັນ ແຂວງ ແລະ ເມືອງ, ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຄຳປຸ່ນ ພູນສີອານຸລັກ, ປະທານບໍລິສັດ ພູນສີອານຸລັກ ສຳຫລວດ-ອອກແບບ ແລະ ກໍ່ສ້າງຈຳກັດ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບໂຄງການ ຊຶ່ງທ່ານມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບຕ້ອນ ປ້າສີຈັນ ຄອບຄົວການນຳຂັ້ນສູງ ພ້ອມດ້ວຍຄະນະ ໄດ້ມາຢຽມຢາມ, ມາຮ່ວມພິທີວາງສີລາລຶກ ແລະ ນຳເອົາຄວາມເປັນຫ່ວງເປັນໄຍ, ນໍ້າໃຈໄມຕີອັນອົບອຸ່ນ ຈາກສູນກາງມາສູ່ພະນັກງານ, ປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ. ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫລືອຈາກການລະດົມທຶນຈາກບໍລິສັດ, ຫ້າງຮ້ານຕ່າງໆ, ເປັນໂຄງການທີ່ສຳຄັນໃນການຊຸກຍູ້, ປຸກລະດົມ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງເປັນອາຄານ 2 ຊັ້ນ, ມີຂະໜາດ 11×37 ແມັດ, ມີ 8 ຫ້ອງ, ມີມູນຄ່າການກໍ່ສ້າງທັງໝົດ 2,939,000,000 ( 2 ຕື້ 9 ຮ້ອຍກວ່າລ້ານກີບ) ຊຶ່ງໄລຍະເວລາປະຕິບັດໂຄງການແມ່ນພາຍໃນ 18 ເດືອນ ໃຫ້ສຳເລັດ.

ຈາກນັ້ນ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ, ຮອງປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປ ລາວ ໄດ້ຂຶ້ນປະກອບຄຳເຫັນຕໍ່ກັບໂຄງການກໍ່ສ້າງ ຊຶ່ງເປັນການສ້າງປັດໃຈໜຶ່ງທີ່ສຳຄັນ, ເປັນໂອກາດດີໃຫ້ແກ່ປະຊາຊົນບັນດາເຜົ່າ ຢູ່ແຂວງໄຊສົມບູນ, ຜູ້ທີ່ດ້ອຍໂອກາດໄດ້ມາຮຽນຮູ້, ຍົກລະດັບການສຶກສາ ພ້ອມທັງເປັນການພັດທະນາການສຶກສາ ໃຫ້ມີຄວາມເຂັ້ມແຂງ ເປັນການພັດທະນາຊັບພະຍາກອນມະນຸດ ເພື່ອປັບປຸງ ຍົກລະດັບຊີວິດ, ການເປັນຢູ່ຂອງປະຊາຊົນ ໃຫ້ມີວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ພ້ອມດຽວກັນນັ້ນ ໄດ້ພ້ອມກັນຮ່ວມພິທີຕັກຊາຍ ແລະ ເທຕີນເສົາເອກ ເພື່ອວາງສີລາລຶກໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ ຢ່າງເປັນທາງການ.

10 ວິທີປະຢັດເງີນຮັບສະຖານະການນໍ້າມັນແພງ

0

ມື້ນີ້ພວກເຮົາມີເຄັດລັບດີໆ ມາຝາກສຳລັບຜູ້ໃຊ້ລົດ ໃນແຕ່ລະມື້ນໍ້າມັນນັບມື້ນັບແພງຂື້ນຫຼາຍ ແຕ່ພວກເຮົາກໍ່ຍັງບໍ່ປະຕິເສດທີ່ຈະໃຊ້ລົດ ມື້ນີ້ພວກເຮົາຈະພາທ່ານໄປຊອກຫາວິທີທີ່ຈະຊ່ວຍໃຫ້ທ່ານປະຢັດເງີນໃນກະເປົາ 10 ວິທີຂັບຂີ່ຮັບສະຖານະການນໍ້າມັນແພງມີວິທີໃດແດ່? ໄປເບີ່ງນຳກັນເລີຍ.

  1. ເລີ່ມຕົ້ນໂດຍການສະຕາດລົດ ຢ່າອຸ່ນເຄື່ອງດົນເກີນໄປເນື່ອງຈາກເປືອງໂດຍບໍ່ມີເຫດຜົນ ອຸ່ນເຄື່ອງເຄິ່ງນາທີຫຼັງຈາກນັ້ນຄ່ອຍໆ ຂັບລົດຊ້າໆ ລົດລຸ້ນໃໝ່ລະບົບຈະຫຼໍ່ລື່ນດີກວ່າລົດສະໄໝກ່ອນ ວິທີນີ້ສາມາດປະຢັດນໍ້າມັນໄດ້ 1-2%.
  2. ເວລາອອກລົດຄວນເລັ່ງລົດຄ່ອຍໆ ເພາະເວລາລົດເຄື່ອນຍ້າຍໄປໄດ້ໄລຍະໜຶ່ງຈະຕ້ອງຄ້າງໃຫ້ຢູ່ລະດັບນັ້ນ ເພື່ອໃຫ້ເຄື່ອງຈັກປ່ຽນຈັງຫວະເກຍດ້ວຍໂຕມັນເອງໄປເລື້ອຍໆ ຫຼື ງ່າຍໆ ກໍ່ຄືບໍ່ຄວນເລັ່ງເກີນ 2,000-2,500 ຮອບ/ນາທີ (ຍົກເວັ້ນຖ້າຈຳເປັນຕ້ອງເລັ່ງຄວາມໄວຫຼາຍໆ) ວິທີນີ້ສາມາດໃຊ້ໄດ້ເກຍແບບໂອໂຕ ແລະ ເກຍກະປຸກ ສາມາດຊ່ວຍປະຢັດນໍ້າມັນໄດ້ປະມານ 2-5%.
  3. ເມື່ອລົດຈອດຢູ່ດ້ວຍເປີດໄຟສັນຍານຄວນປ່ອຍໃຫ້ລົດແລ່ນເອງ ໂດຍບໍ່ຈໍາເປັນຕ້ອງປົດເກຍຫວ່າງ ເພາະເປັນການເຮັດໃຫ້ເຄື່ອງຈັກຕັດຂາດການສະໜອງນໍ້າມັນແບບອັດຕະໂນມັດ ເພາະກ່ອງຄວບຄຸມຮູ້ວ່າບໍ່ມີພາລະຄວາມຕ້ອງການນໍ້າມັນໃນເວລານັ້ນ ຖ້າປ່ອຍໃຫ້ໄຫຼໄກເທົ່າໃດຍີ່ງປະຢັດນໍ້າມັນເທົ່ານັ້ນ (ແຕ່ຕ້ອງລະວັງຢ່າເຮັດໃຫ້ລົດກີດຂວາງຄັນທາງຫຼັງ) ວິທີນີ້ຈະຊ່ວຍປະຢັດນໍ້າມັນໄດ້ປະມານ 3-7%.
  4. ເວລາຂັບຂື້ນຄ່ອຍໃຫ້ເພີ່ມຄວາມໄວໜ້ອຍລົງປະມານ 5 ກິໂລແມັດຕໍ່ຊົ່ວໂມງ ຈາກການແລ່ນປົກ ກະຕິ ເມື່ອໄປໃກ້ຈະຮອດຈຸດໝາຍໃຫ້ປ່ອຍຄັນເລັ່ງແລ້ວໃຫ້ລົດໄຫຼຕໍ່ໄປເລີຍ ແລະ ເມື່ອລົງຄ່ອຍກໍ່ປ່ອຍໃຫ້ໄຫຼຕໍ່ໄປອີກ ເມື່ອໄປຮອດຫົນທາງຮາບພຽງໃຫ້ເພີ່ມຄັນເລັ່ງເພື່ອໃຫ້ລົດມີຄວາມໄວຄືກັນກັບວ່າຈະລົງໄປເທິງພູ (ວິທີການນີ້ປະຕິບັດເລື້ອຍໆ ໄດ້ຮັບຜົນດີ) ຊ່ວຍປະຢັດນໍ້າມັນໄດ້ 2-4%.
  5. ຂັບຂີ່ໄປຕາມເສັ້ນທາງທີ່ໃຫ້ຜ່ອນຄວາມໄວ ຄວນກະໄລຍະທາງກ່ອນຈີ່ງປ່ອຍຄັນເລັ່ງໃຫ້ລົດຈະແລ່ນຊ້າໆ ຈົນກວ່າຄວາມໄວເໝາະກັບການຂື້ນເນີນຢ່າງນີ້ມນວນ ເມື່ອວິດແລ້ວກໍ່ໃຫ້ຢຽບຄັນເລັ່ງຊ້າໆ ໃຫ້ພໍມີຄວາມໄວກ່ອນຈະເຖີງເສັ້ນທາງຜ່ອນຄວາມໄວອັນຕໍ່ໄປ ຈະຊ່ວຍປະຢັດນໍ້າມັນໄດ້ປະມານ 1-2%.
  6. ເມື່ອລ້ຽວລົດໃນລັກສະນະທີ່ຫັກພວງມາໄລຈົນສຸດ ໃຫ້ອອກລົດຊ້າໆ ຈົນກ່ວາສາມາດໝູນ ພວງມາໄລກັບຄືນໄດ້ເລັກໜ້ອຍແລ້ວຈີ່ງເລັ່ງຄວາມໄວຂື້ນ (ໃຫ້ແນ່ໃຈວ່າບໍ່ໄດ້ຕັດໜ້າລົດຄົນອື່ນ) ເພາະເມື່ອຫັກພວງມາໄລສຸດ ຫຼື ມູມລໍ້ເບື້ອງຊ້າຍ-ຂວາ ຈະອືດເລັກໜ້ອຍມັນເປັນເລື່ອງປົກກະຕິ ສຳລັບມູມໃນການລ້ຽວ ຈັງຫວະນີ້ແມ່ນເຄື່ອງຈັກຕ້ອງໃຊ້ພະລັງເພື່ອສູ້ກັບກຳລັງແຮງຝືດພໍສົມຄວນ ດັ່ງນັ້ນລໍຖ້າໃຫ້ພວງມາໄລກັບຄືນມາເລັກໜ້ອຍແລ້ວຈີ່ງຄ່ອຍເພີ່ມຄວາມໄວ ວິທີນີ້ສາມາດປະຢັດນໍ້າມັນໄດ້ປະມານ 1-2%.
  7. ໃນເວລາທີ່ກຳລັງຂັບລົດຢູ່ຫົນທາງໂລ່ງໆ ບໍ່ຄວນເລັ່ງລົດແລ້ວເບກທັນທີ ຄວນຮັກສາລະດັບຄວາມໄວໃຫ້ໃກ້ຄຽງກັບລົດທີ່ແລ່ນໃນເລນທາງດຽວກັນ ແລະ ເບິ່ງສະຖານະການລ່ວງໜ້າປະມານ 4-5 ຄັນທາງໜ້າ ເມື່ອທ່ານເຫັນວ່າລົດທີ່ຢູ່ໄກແມ່ນເບກ ແລ້ວປ່ອຍຄັນເລັ່ງຈົນກ່ວາຄວາມໄວຈະຫຼຸດລົງ ຄືກັບການຜ່ອນຄວາມໄວໃຫ້ຊ້າລົງກ່ອນລົດທີ່ຈະເບກ ແລ້ວຈີ່ງຄ່ອຍໆ ປ່ອຍໃຫ້ລົດໄຫຼຕາມຄວາມເປັນຈິງ ແລະ ຢ່າລືມໃຊ້ຄວາມໄວຕາມທີ່ກົດໝາຍກຳນົດນຳເດີ ການຂັບຂີ່ວິທີນີ້ຊ່ວຍປະຢັດນໍ້າມັນໄດ້ປະມານ 1-2%.
  8. ຢ່າປ່ຽນເສັ້ນທາງ ຫຼື ແຊງເລື້ອຍໆ ເພາະວ່າຊ່ວງເວລານີ້ຕ້ອງໃຊ້ພະລັງງານເຄື່ອງຈັກເພື່ອເລັ່ງຄວາມໄວໃຫ້ຫຼາຍເທົ່າກັບລົດທີ່ເຮົາແຊງ ແລະ ຄວນເວັ້ນໄລຍະຫ່າງລົດທາງໜ້າໃຫ້ຫຼາຍແດ່ ຖ້າຈຳເປັນກໍ່ຄວນປ່ອຍໃຫ້ມີບ່ອນຫວ່າງເລັກໜ້ອຍ ເພື່ອໃຫ້ມີໄລຍະທາງການໄຫຼ ແລະ ເມື່ອປ່ຽນເສັ້ນທາງສຳເລັດແລ້ວ ພຽງແຕ່ເລັ່ງຄ່ອຍໆ ຄວາມໄວຈະບໍ່ແຕກຕ່າງກັນປານໃດ ຈະຊ່ວຍປະຢັດນໍ້າມັນໄດ້ປະມານ 1-2%.
  9. ຄວນສຶກສາທາງລັດ, ຫຼີກລ້ຽງລົດຕິດ ຟັງການລາຍງານຈາກຈໍລະຈອນ ເມື່ອເວລາຈອດລົດເຮັດພາລະກິດກໍ່ຄວນມອດລົດທຸກໆ ຄັ້ງເປັນຕົ້ນແມ່ນເວລາໃສ່ນໍ້າມັນ, ຊື້ຂອງກິນ, ຈອດແຕ່ງໜ້າ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ ວິທີນີ້ສາມາດປະຢັດນໍ້າມັນໄດ້ປະມານ 5-10%.
  10. ຫຼີກລ່ຽງການເພີ່ມນໍ້າໜັກອັນເປັນພາລະຂອງລົດໂດຍບໍ່ຈຳເປັນ ເຊັ່ນ: ເຄື່ອງໃຫຍ່ໆ ໜັກໆ ລວມໄປເຖີງສີ່ງທີ່ບໍ່ຈຳເປັນຕ້ອງເອົາຂື້ນລົດ ຊ່ວຍປະຢັດນໍ້າມັນໄດ້ 3-5%.

10 ວິທີນີ້ສາມາດເປັນຕົວຊ່ວຍໃນການປະຢັດນໍ້າມັນໄດ້ຫຼາຍ ນອກຈາກການປະຢັດນໍ້າມັນແລ້ວ ຍັງເປັນການບຳລຸງຮັກສາອຸປະກອນສ່ວນອື່ນໆ ຂອງລົດໄດ້ນຳອີກ ແລະ ຍັງເຮັດໃຫ້ເຮົາມີນິໄສເປັນຜູ້ຂັບຂີ່ທີ່ດີ ຖ້າເຮັດໄດ້ 5 ຢ່າງຖືວ່າໂອເຄແລ້ວ!

ການບິນລາວເປີດຖ້ຽວບິນ ຫຼວງພະບາງ-ບາງກອກ-ຫຼວງພະບາງ ເພື່ອກະຕຸ້ນການທ່ອງທ່ຽວ

0

ນັບເປັນເວລາດົນນານພໍສົມຄວນທີ່ໄດ້ຍົກເລີກເສັ້ນທາງສາຍການບິນຂອງບັນປະເທດເພື່ອນບ້ານສູ່ແຂວງຫຼວງພະບາງ ເມືອງມໍລະດົກໂລກ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19, ໜຶ່ງໃນນັ້ນກໍແມ່ນສາຍການບິນຫຼວງພະບາງ ສູ່ບາງກອກ ແອເວ ມາຮອດວັນທີ 17 ມິຖຸນາ 2022, ລັດວິສາຫະກິດການບິນລາວ ສາຂາແຂວງຫຼວງພະບາງ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ.

ທ່ານໃດທີ່ມີຈຸດປະສົງຢາກເດີນທາງໄປປະເທດໄທແມ່ນສາມາດສັ່ງຈອງໄດ້ແລ້ວ ນໍາລັດວິສາຫະກິດ ການບິນລາວ ເສັ້ນທາງຫຼວງພະບາງ-ບາງກອກ-ຫຼວງພະບາງ ຊຶ່ງຖ້ຽວບິນດັ່ງກ່າວແມ່ນເສັ້ນທາງຕ່າງປະເທດ ໃນຮອບ 3 ປີຂອງສະໜາມບິນສາກົນຫຼວງພະບາງ ຕັ້ງແຕ່ມີການລະບາດຂອງໂຄວິດ-19 ແລະ ໃນຕອນແລງຂອງວັນທີ 17 ມິຖຸນາ 2022 ເວລາ 14:47 ນາທີ, ໄດ້ມີຖ້ຽວບິນຈາກສະໜາມບິນບາງກອກ ປະເທດໄທ ມາຮອດສະໜາມບິນສາກົນແຂວງຫຼວງພະບາງ ເພື່ອເປີດໃຫ້ບໍລິການໃໝ່ ຊຶ່ງສະແດງໃຫ້ເຫັນວ່າສາຍການບິນດັ່ງກ່າວແມ່ນໄດ້ເລີ່ມບິນຮັບໃຊ້ບໍລິການຜູ້ໂດຍສານຢ່າງເປັນປົກກະຕິແລ້ວ ແລະ ຊາວຫຼວງພະບາງຍິນດີຕ້ອນຮັບທຸກທ່ານທີ່ມາທ່ອງທ່ຽວນະຄອນຫຼວງພະບາງໃນຮອບໃໝ່ຫຼັງຈາກພະຍາດໂຄວິດ-19 ຜ່ອນຄາຍລົງ.

ສໍາລັບຕາຕະລາງການບິນໃຫ້ບໍລິການຂອງສາຍການບິນມີ 3 ວັນຄື: ວັນຈັນ, ພຸດ ແລະ ສຸກ. ບິນຈາກຫຼວງພະບາງສູ່ບາງກອກປະເທດໄທ ແມ່ນຖ້ຽວບິນ QV633 ອອກເວລາ 10:00 ໂມງ-12:00 ໂມງ ເຖິງບາງ ກອກ ແລະ ບິນຈາກບາງກອກ-ຫຼວງພະບາງ ຖ້ຽວບິນ QV634 ອອກເວລາ 13:00ໂມງ – 15:00 ໂມງ ເຖິງສະໜາມບິນສາກົນຫຼວງພະບາງ. ນີ້ກໍຖືເປັນຂ່າວດີອີກຂ່າວໜຶ່ງທີ່ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ ໂດຍສານທີ່ຈະເດີນທາງໄປໄທ ແລະ ຈາກໄທມາທ່ຽວຫຼວງພະບາງ ສະດວກສະບາຍໄປດ້ວຍສາຍການບິນລາວແອເວ.

ສໍາລັບແຜນໃນຕໍ່ໜ້າແມ່ນປະມານໃນເດືອນ 10 ຈະໄດ້ເພີ່ມຖ້ຽວບິນຫຼວງພະບາງ-ກຸງເທບ-ຫຼວງພະບາງ (ບິນທຸກໆມື້) ແລະ ຫຼວງພະບາງ-ຊຽງໃໝ່-ຫຼວງພະບາງ (3 ຖ້ຽວ/ອາທິດ) ຫຼວງພະບາງ-ຮ່າໂນ້ຍ-ຫຼວງພະບາງ (4 ຖ້ຽວ/ອາທິດ) ຫຼວງພະບາງ-ສຽມຣຽບ-ຫຼວງພະບາງ (3 ຖ້ຽວ/ອາທິດ).

ຂ່າວ: ສີສຸວັນ – ພາບ: ເພັດສາຄອນ ສິມມະວົງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ພະຍາດທີ່ບໍ່ຄວນດື່ມນໍ້າໝາກພ້າວ

0

ສ່ວນຫຼາຍຄົນຈະມັກດື່ມນໍ້າໝາກພ້າວ ເພາະນໍ້າໝາກພ້າວມີປະໂຫຍດ ແລະ ເຮັດໃຫ້ຮ່າງກາຍສົດຊື່ນ ແຕ່ທ່ານຮູ້ບໍ່ວ່າ? ການດື່ມນໍ້າໝາກພ້າວຈະມີຜົນກະທົບໃຫ້ຮ່າງກາຍສູນເສຍ ເຮົາຄວນຮູ້ໄວ້ກ່ອນທີ່ຈະສາຍເກີນໄປ.

ຄົນທີ່ບໍ່ຄວນດື່ມນໍ້າໝາກພ້າວ

ພະຍາດໝາກໄຂ່ຫຼັງ ເຊີ່ງນໍ້າໝາກພ້າວຈະໄປກະຕຸ້ນການຂັບຖ່າຍ ຖ້າຮ່າງກາຍຂາດນໍ້າ ຄົນທີ່ເປັນພະຍາດໝາກໄຂ່ຫຼັງອາດຈະຫົວໃຈວາຍ ຄົນທີ່ເປັນພະຍາດນີ້ບໍ່ຄວນດື່ມ.

ຄົນທີ່ມີອາການຫົວໃຈເຕັ້ນຜິດປົກກະຕິ ເພາະການດື່ມນໍ້າໝາກພ້າວຮ່າງກາຍຈະໄດ້ຮັບໂພແທດຊຽມຫຼາຍ ອາດສ້າງບັນຫາໃຫ້ກັບຫົວໃຈໄດ້ ສຳລັບຄົນທີ່ເປັນພະຍາດນີ້ຄວນຫຼີກລ່ຽງການດື່ມນໍ້າໝາກພ້າວ.

ຄຸນປະໂຫຍດຈາກນໍ້າໝາກພ້າວ

1 ນໍ້າໝາກພ້າວເປັນເຄື່ອງດື່ມເກືອແຮ່ທີ່ດີສຸດ ເພາະມີທັງໂພແທດຊຽມສາມາດຊ່ວຍໃຫ້ຮ່າງກາຍຟື້ນຟູ ແລະ ນໍ້າຕານກູໂຄສກໍ່ສາມາດດູດຊືມໃຊ້ໄດ້ທັນທີ ນັກກິລາທີ່ປ່ອຍພະລັງງານຫຼາຍຈົນເມື່ອຍລ້າ ຄວນດື່ມນໍ້າໝາກພ້າວຈະເຮັດໃຫ້ສົດຊື່ນຂື້ນມາທັນຕາເຫັນ.

2 ເວລາຖອກທ້ອງຮ່າງກາຍຈະເສຍເກືອແຮ່ຫຼາຍ ບາງຄົນຈົນຊ໊ອກກໍ່ມີ ແຕ່ນໍ້າໝາກພ້າວສາມາດທົດແທນເກືອແຮ່ ໄດ້ ສີ່ງສຳຄັນບໍ່ມີນໍ້າຕານຂັດສີທີ່ເປັນອັນຕະລາຍຕໍ່ສຸຂະພາບ.

3 ນໍ້າໝາກພ້າວມີສານອາຫານທີ່ຊ່ວຍບຳລຸງສະໝອງຫຼາຍຊະນິດ ໄວໝຸ່ມຄວນດື່ມເປັນປະຈຳ ຈະເຮັດໃຫ້ມີຄວາມຈຳດີ ຊ່ວຍໃຫ້ຜິວແຂງແຮງ ປ້ອງກັນສິວນຳອີກ.

4 ຖ້າໃຜມັກວິນເລື້ອຍໆ ຍ້ອນເລືອດໜ້ອຍ ຄວນດື່ມນໍ້າໝາກພ້າວເລື້ອຍໆ ເພາະທາດໂພແທດຊຽມໃນນໍ້າໝາກພ້າວຈະເຂົ້າໄປບຳລຸງຮ່າງກາຍ, ສ້າງເມັດເລືອດ ແລະ ຄວາມດັນຈະເປັນປົກກະຕິ.

5 ນໍ້າໝາກພ້າວສາມາດຊຸວຍຫຼຸດໄຂ້ສູງໄດ້ດີ ແລະ ມີກົດລໍຣິກທີ່ເປັນຢາຂ້າເຊື້ອ ດື່ມແລ້ວອາການຈະດີຂື້ນ.