Wednesday, December 3, 2025
Home Blog Page 8

ຍີ່ປຸ່ນ-ສ.ອເມລິກາ ຮ່ວມມືກັນພັດທະນາແຫລ່ງແຮ່ຫາຍາກ

0

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ເປີດເຜີຍວ່າ, ລັດຖະບານຍີ່ປຸ່ນ ຈະພິຈາລະນາ ສ້າງຄວາມຮ່ວມມື ກັບ ສ.ອາເມລິກາ ກ່ຽວກັບ ການພັດທະນາ ແຫລ່ງແຮ່ຫາຍາກ (rare earth) ໃນນ່ານນໍ້າ ມະຫາສະໝຸດ ປາຊີຟິກ ແຄມຝັ່ງເກາະ ທາງຕາເວັນອອກສຸດ ຂອງປະເທດ.

ໂດຍ ທ່ານ ຊານາເອະ ທາຄາອິຈິ ໄດ້ຖະແຫລງຕໍ່ວຸດທິສະພາ ວ່າ ການກະຈາຍຫວ່ງໂຊ້ ຄວາມຕ້ອງການ ແຮ່ຫາຍາກ ທີ່ມີ ຄວາມສຳຄັນ ຢ່າງຍິ່ງ ສຳລັບ ທັງສອງປະເທດ. ດັ່ງນັ້ນ ຍີ່ປຸ່ນ ຈະພິຈາລະນາ ເປົ້າໝາຍຕົ້ນຕໍ ໃນການຮ່ວມມື ກັບ ສ.ອາເມລິກາ ເພື່ອໃຊ້ປະໂຫຍດ ຈາກ ຊັບພະຍາກອນ ໃກ້ບໍລິເວນເກາະມິນາມິ ຫ່າງຈາກ ນະຄອນຫລວງໂຕກຽວ ໄປທາງທິດຕາເວັນອອກສຽງໃຕ້ ປະມານ 2.000 ກິໂລແມັດ ແລະ ບໍ່ມີພົນລະເມືອງ ອາໄສຢູ່. ລັດຖະບານ ມີແຜນຈະດຳ ເນີນການ ທົດລອງດູດດິນໜຽວ ໂດຍ ເຊື່ອວ່າ ມີແຮ່ຫາຍາກ ຈາກມະຫາສະໝຸດ ທີ່ຄວາມເລິກປະມານ 6.000 ແມັດ ໃຕ້ພື້ນນໍ້າ ,ຊຶ່ງໃນອາດິດ ມີການຄົ້ນພົບດິນໜຽວ ທີ່ມີແຮ່ຫາຍາກ ໃນນ່ານນໍ້າໃກ້ເກາະ ມິນາມິໂທຣິມາແລ້ວ.

ສປຈີນ ເລັ່ງພັດທະນາເຄືອຂ່າຍທາງດ່ວນທົ່ວປະເທດ

0

ສຳນັກຂ່າວ ເອເອຟພີ ລາຍງານວ່າ: ໃນໄລຍະແຜນພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ຈີນ ສະບັບທີ 14 (2021-2025), ຈີນ ພວມກ້າວໜ້າ ໃນນການພັທະນາ ເຄືອຂ່າຍທາງດ່ວນ ໃຫ້ຄວບຄຸມ ແລະ ມີປະສິດທິພາບຫລາຍຍິ່ງຂຶ້ນ, ໂດຍມີ ການເຊື່ອມໂຍງເສັ້ນທາງ ສາຍຫລັກ ລະດັບປະເທດ 33 ສາຍ ເຂົ້າດ້ວຍກັນ ເພື່ອຍົກລະດັບ ການເຊື່ອມໂຍງ ລະຫວ່າງ ພາກພື້ນ ແລະ ສົ່ງເສີມ ການເຕີບໂຕ ທາງດ້ານເສດຖະກິດຢ່າງໜັ້ນຄົງ.

ຂໍ້ມູນຫລ້າສຸດ ໄດ້ສະແດງວ່າ ໃນທ້າຍປີ 2024, ຈີນ ມີເສັ້ນທາງຫລວງ ໄລຍະທາງລວມ 5,49 ລ້ານກິໂລແມັດ,ເພີ່ມຂຶ້ນ 290.000 ກິໂລແມັດ ເມື່ອທຽບໃສ່ 5 ປີຜ່ານມາ. ໃນຈຳນວນນີ້ ເປັນເສັ້ນທາງດ່ວນ ຫລາຍກວ່າ 191.000 ກິໂລແມັດ, ຄວບຄຸມ 99% ຂອງເມືອງ ທີ່ມີປະຊາກອນ ຫລາຍກວ່າ 200.000 ຄົນ , ພ້ອມກັນນັ້ນ ໄດ້ສະແດງໃຫ້ເຫັນເຖິງ ຄວາມກ້າວໜ້າ ຂອງລະບົບ ຄົມມະນາຄົມລະດັບຊາດ ທີ່ຄວບຄຸມຕົວເມືອງ ຢູ່ທົ່ວປະເທດ.

ຄຽງຄູ່ກັນນັ້ນ,ເສັ້ນທາງ ໃນຊົນນະບົດ ກໍ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ. ໃນຂະນະທີ່ ຂໍ້ມູນເຖິງທ້າຍປີ 2024 ລະບຸວ່າ: ໄລຍະທາງລວມ ຂອງ ຖະໜົນ ໃນຊົນນະບົດ ສູງເຖິງ 4,64 ລ້ານກິໂລແມັດ ກວມເອົາເກືອບ 85% ຂອງທາງຫລວງ ທົ່ວປະເທດ, ຊ່ວຍສະໜັບສະໜູນ ການພັດທະນາ ເສດຖະກິດ ທ້ອງ ຖິ່ນ ແລະ ຄຸນນະພາບຊີວິດ ຂອງປະຊາຊົນ ໃນພື້ນທີ່ຫ່າງໄກ./

ຟີລິບປິນ ປະກາດພາວະໄພພິບັດ ລະດັບຊາດ ຈາກພາຍຸໄຕ້ຝຸ່ນຄັລແມກິ

0
(251105) -- CEBU, Nov. 5, 2025 (Xinhua) -- Residents return to their damaged homes after the massive flood brought by typhoon Kalmaegi in Cebu Province, the Philippines, Nov. 5, 2025. The death toll in Typhoon Kalmaegi that has hit the Philippines since Sunday has climbed to 66, with 26 more missing, the country's Office of Civil Defense (OCD) said Wednesday. (Str/Xinhua)

ສຳນັກຂ່າວ ຊິນຮວາ ຂອງ ທາງການຈີນ ລາຍງານວ່າ: ວັນທີ 6 ພະຈິກ, ທ່ານ ເຟີຣດີນານ ມາຣກໍສ ຈູເນຍຣ ປະທານາທິບໍດີ ຂອງຟີລິບປິນ ປະກາດພາວະໄພພິບັດ ລະດັບຊາດ ເນື່ອງຈາກຜົນກະທົບ ຂອງພາຍຸ ໄຕ້ຝຸ່ນ ຄັລແມກິ (Kalmaegi) ແລະ ເພື່ອກຽມຮັບມືກັບ . ປັດຈຸບັນ, ພາຍຸລູກໃໝ່ນີ້ ພວມເຄື່ອນຕົວເຂົ້າມາ.

ດ້ວຍລະດັບ ຄວາມເສຍຫາຍ ຂອງ ພື້ນທີ່ ທີ່ໄດ້ຮັບຜົນກະທົບ ຈາກ ພາຍຸໄຕ້ຝຸ່ນ ຄັລແມກິ ແລະ ທ່າອຽງຜົນກະທົບ ຈາກພາຍຸ ໄຕ້ຝຸ່ນຟົງວອງ (Fung-Wong) , ຄະນະກຳມະການຈັດການ ແລະ ຫລຸດຄວາມສ່ຽງ ໄພພິບັດແຫ່ງຊາດ ປະກາດສະຖານະການໄພພິບັດ ລະດັບຊາດ ຊຶ່ງໄດ້ຮັບການອະນຸມັດແລ້ວ. ຄັລແມກິ ເປັນພາຍຸໄຕ້ ຝຸ່ນລູກທີ 20 ທີ່ພັດຖະຫລົ່ມ ຟີລິບປິນ ໃນປີ 2025 , ໄດ້ເຄື່ອນຕົວອອກຈາກ ປະເທດແລ້ວ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 140 ຄົນ ແລະ ສູນຫາຍ 127 ຄົນ. ນອກຈາກນີ້ ຍັງສົ່ງຜົນກະທົບ ຕໍ່ຄອບຄົວຫລາຍກວ່າ 5 ແສນຄົວເຮືອນ ຫລື ປະຊາຊົນຫລາຍກວ່າ 1,9ລ້ານຄົນ.

ສະຖານທູດອິນເດຍ ສະຫລອງວັນສ້າງຕັ້ງໂຄງການ ITEC ຄົບຮອບ 61 ປີ

0

ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງໂຄງການການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດຂອງອິນເດຍ (ITEC) ຄົບຮອບ 61 ປີ (1964) ໃນວັນທີ 7 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ໂລຫິດ ບັບບ່າ (Rohit Babbar) ເລຂາເອກ (ການຄ້າ) ແລະ ຫົວໜ້າຫ້ອງການ ສະຖານທູດອິນເດຍ ປະຈຳ ສປປ ລາວ ພ້ອມດ້ວຍອະດີດນັກສຶກສາລາວ ທີ່ໄດ້ຮັບທຶນຈາກ ITEC ແລະ ສະມາຊິກຊາວອິນເດຍ ທີ່ອາໄສຢູ່ລາວ ເຂົ້າຮ່ວມ.

ທ່ານ ໂລຫິດ ບັບບ່າ ໄດ້ກ່າວວ່າ: ITEC ເປັນໂຄງການສ້າງຄວາມອາດສາມາດຫລັກຂອງກະຊວງການຕ່າງປະເທດ ກໍຄືລັດຖະບານອິນເດຍ ແລະ ເປັນໜຶ່ງໃນໂຄງການຮ່ວມມືສາກົນທີ່ເກົ່າແກ່ ແລະ ປະສົບຜົນສຳເລັດຫລາຍທີ່ສຸດ ໃນການຮ່ວມມືພັດທະນາຂອງອິນເດຍ ກັບປະເທດຄູ່ຮ່ວມພັດທະນາ. ໂຄງການ ITEC ຍັງຄົງເປັນເສົາຫລັກໃນການຮ່ວມມືທາງດ້ານການພັດທະນາ ລະຫວ່າງອິນເດຍ ແລະ ລາວ ທີ່ສະທ້ອນໃຫ້ເຫັນຄວາມມຸ່ງມັ່ນຂອງອິນເດຍໃນການສ້າງທ່າແຮງ ແລະ ພັດທະນາຊັບພະຍາກອນມະນຸດໃນປະເທດ. ການມີສ່ວນຮ່ວມຂອງອະດີດນັກນັກສຶກສາ ITEC ໃນການພັດທະນາຊາດຂອງລາວ ແມ່ນຫລັກຖານທີ່ຊັດເຈນເຖິງຄວາມເຂັ້ມແຂງຂອງຄວາມຮ່ວມມືນີ້.

ພາຍໃຕ້ໂຄງການ ITEC ລັດຖະບານອິນເດຍ ໄດ້ໃຫ້ທຶນຝຶກອົບຮົມທັງໄລຍະສັ້ນ ແລະ ໄລຍະຍາວໃນຫລາຍສາຂາ ໃຫ້ແກ່ພົນລະເມືອງລາວ ໂດຍສ່ວນໃຫຍ່ເປັນພະນັກງານ-ລັດຖະກອນ. ມາຮອດປັດຈຸບັນ ມີພະນັກງານລາວກວ່າ 1.500 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ໃນການພັດທະນາຄວາມຮູ້ຄວາມສາມາດດ້ານການບໍລິຫານ ແລະ ການພັດທະນາ. ສຳລັບປີ 2025-2026 ມີຜູ້ສະໝັກຄົນລາວ 22 ຄົນ ທີ່ໄດ້ຮັບການອະນຸມັດໃຫ້ເຂົ້າຮ່ວມການຝຶກອົບຮົມໂຄງການ ITEC ຢູ່ປະເທດອິນເດຍ.

ໃນງານຄັ້ງນີ້, ໄດ້ມີຜູ້ຕາງໜ້າຈາກອະດີດນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ຈາກ ITEC ໄດ້ມາແບ່ງປັນປະສົບການຂອງພວກເຂົາ ພ້ອງທັງໄດ້ກ່າວເຖິງການຝຶກອົບຮົມໃນອິນເດຍ, ຊຶ່ງໄດ້ຊ່ວຍເພີ່ມພູນທັກສະວິຊາຊີບ ແລະ ມີສ່ວນຮ່ວມໃນການພັດທະນາວຽກງານໃນປະເທດລາວ. ງານຄັ້ງນີ້ຍັງເປັນຮູບແບບໃນການແລກປ່ຽນຄວາມຮູ້ ແລະ ສ້າງເຄືອຂ່າຍການຮ່ວມມື ລະຫວ່າງອະດີດນັກສຶກສາ ITEC ຈາກຫລາຍຂົງເຂດວິຊາຊີບ.

ພະຍາກອນອາກາດ ປະຈໍາເຊົ້າວັນທີ 10 ພະຈິກ 2025,

0

ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນຍັງຈະສືບຕໍ່ປົກຄຸມຢູູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສ່ວນເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຍ່ອມຄວາມກົດດັນອາກາດຕໍ່າ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົົ້າຢູູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນຕອນບ່າຍອາກາດຮ້ອນຢູູ່ທົົ່ວໄປ ແລະ ໄດ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 10/11/2025 ຫາ ເວລາ 07 ໂມງ ຂອງວັນທີ 11/11/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະເຢັນໃນຕອນເຊົົ້າ ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 17–28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50% ຂອງພາກ ອຸນຫະພູມໃນລະຫວ່າງ 20–30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃລະຫວ່າງ 24–29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິຶ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 19–32 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃນລະຫວ່າງ 19–27 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 21–34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ອຸນຫະພູມໃນລະຫວ່າງ 15–26 ອົງສາ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

0

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ນີ້, ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສຸນທອນພົດເປີດກອງປະຊຸມຢ່າງເປັນທາງການວ່າ: ຕາມມາດຕາ 57 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ເປັນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດ ຊຸດທີ IX, ຊຶ່ງຕະລອດໄລຍະ 5 ປີທີ່ຜ່ານມາ ເຖິງວ່າສະພາບ ແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະເທດໃນໂລກ ລວມທັງປະເທດພວກເຮົາ, ບວກກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດທີ່ແກ່ຍາວມາຫຼາຍປີ ທີ່ສົ່ງຜົນກະທົບຕໍ່ການ ພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ. ແຕ່ດ້ວຍຄວາມເອົາໃຈໃສ່ປະສານສົມທົບວຽກງານຮ່ວມກັນຢ່າງໃກ້ຊິດ ແລະ ມີຄວາມ ເປັນເອກະພາບສູງ ລະຫວ່າງສະພາແຫ່ງຊາດ, ພັກ, ລັດຖະບານ, ອົງການກວດກາແຫ່ງລັດ, ອົງການກວດ ສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ ເປັນອັນລະອຽດເຂົ້າໃນການສ້າງ ແລະປັບປຸງກົດໝາຍ ມີຄວາມເລິກເຊິ່ງ, ສອດຄ່ອງກັບສະພາບຕົວຈິງຫຼາຍຂຶ້ນ, ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ມີຄວາມສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ບັນດາມະຕິກອງປະຊຸມ ສະພາແຫ່ງຊາດ ໄດ້ເປັນນິຕິກຳສໍາຄັນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ນັບມື້ມີ ຄວາມສັກສິດ ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນລາວບັນດາເຜົ່າ; ການຕິດຕາມກວດກາ ຂອງສະພາແຫ່ງຊາດ ໄດ້ສ້າງສະຕິເຄົາລົບກົດໝາຍໃຫ້ແກ່ ອົງການລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມງວດ, ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ, ໜັກແໜ້ນ ແລະ ມີປະສິດທິຜົນ.

ສິລະປະ-ວັດທະນະທຳ ຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດງານມະຫາກໍາກິລາແຫ່ງຊາດ

0

ທ່ານ ບົວເງິນ ຊາພູວົງ ສິນລະປິນແຫ່ງຊາດ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຜູ້ຊ່ວຍປະທານຈັດງານມະຫາກຳກິລາແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະ ການສະແດງສິລະປະ-ວັດທະນະທຳ ໃນພິທີເປີດ-ປິດງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງ ຈັນ ເປັນເຈົ້າພາບ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາການຝຶກຊ້ອມໃຫຍ່ຂອງກ້ອນສະແດງສິລະປະ-ວັດທະນະທຳ ໃນວັນທີ 6 ພະຈິກ 2025 ມີຄະນະຮັບຜິດຊອບ, ຄູຝຶກ-ອະນຸກໍາມະການແຕ່ລະພາກສ່ວນເຂົ້າຮ່ວມ.

ການຝຶກຊ້ອມການສະແດງສິລະປະ-ວັດທະນະທຳຄັ້ງນີ້ ເປັນຄັ້ງທໍາອິດ ທີ່ໄດ້ນໍາເອົາແຕ່ລະກ້ອນການສະແດງມາສະແດງຮ່ວມກັນຢູ່ສະໜາມກິລາແຫ່ງຊາດ ( ຫຼັກ 16 ) ເຊິ່ງປະກອບມີ 4 ລາຍການສະແດງ, ມີນັກສະແດງ 2.500 ຄົນ ຄື: ຍິນດີຕ້ອນຮັບສູ່ວຽງຈັນເກມ ມີນັກສະແດງ 500 ຄົນ ມາຈາກ 3 ພາກສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ໂຮງຮຽນ ມສ ໂພນທັນ; ເຊີ້ງຊ່ວງເຮືອ ມີນັກສະແດງ 400 ຄົນ ມາຈາກ 2 ພາກສ່ວນຄື: ກອງສິລະປະກອນ ປກສ ແລະ ໂຮງຮຽນມໍປາຍ ໂນນສະຫວ່າງ; ກິລາພາໃຫ້ຮ່າງກາຍເຂັ້ມແຂງ ມີນັກສະແດງ 400 ຄົນ ມາຈກ 3 ພາກສ່ວນ ຄື: ກອງກາຍຍະສິນແຫ່ງຊາດ, ວິທະຍາໄລສິລະປະແຫ່ງຊາດ, ມສ ໄຊເສດຖາ; ຟ້ອນລຳວົງລາວ-ເຕັນບາສະຫຼົບ ນັກສະແດງ 2.500 ຄົນ ມາຈາກ 13 ພາກສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ, ກອງສິລະປະກອນ ປກສ, ກອງສິລະປະກອນ ກອງທັບ, ວິທະຍາໄລສິລະປະແຫ່ງຊາດ, ມສ ໂພນທັນ, ມໍປາຍ ໂນນສະຫວ່າງ, ມສ ເພຍວັດ, ມສ ລາວ-ຫວຽດນາມ, ມສ ຕານມີໄຊ, ມສ ສີວິໄລ ແລະ ມສ ໄຊເສດຖາ.

ໂອກາດນີ້, ທ່ານ ບົວເງິນ ຊາພູວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ນັກສະແດງທີ່ມີຄວາມພະຍາຍາມອົດທົນບຸກບືນຫ້າວຫັນຝຶກຊ້ອມ ແລະ ສ່ວນຫຼາຍແມ່ນເຮັດໄດ້ດີແລ້ວ, ແຕ່ມີຈຳນວນໜຶ່ງ ຕ້ອງໄດ້ເພີ່ມເຕີມ ເຊັ່ນ: ປັບປຸງເພງ ໃຫ້ຄຶກຄື້ນຕື່ມ, ເອົາໃຈໃສ່ເຮັດໃຫ້ເຂັ້ມແຂງເບີກບານມ່ວນຊື່ນ, ປັບປຸງຖັນແຖວໃຫ້ເອກະພາບກັນ, ກຽມພ້ອມອຸປະກອນທີ່ຮັບໃຊ້ການສະແດງໃຫ້ພຽງພໍ ເພື່ອຮັບປະກັນຄວາມພ້ອມໃຫ້ມື້ສະແດງເປີດ-ປິດງານມະຫາກຳກິລາ ແຫ່ງຊາດຄັ້ງນີ້ໃຫ້ມີຜົນສຳເລັດ.

ການຝຶກຊ້ອມໃຫຍ່ ແມ່ນຈະມີຂຶ້ນອີກ 2 ຄັ້ງ ຄືວັນທີ 10 ພະຈິກ 2025 ເຊິ່ງຈະຝຶກຊ້ອມໃສ່ໄຟ, ແສງ, ສີ, ສຽງ ຈັດຕັ້ງປະຕິບັດຄືມື້ສະແດງຕົວຈິງ ແລະ ໃນວັນທີ 13 ພະຈິກ 2025 ຈະສະແດງຜ່ານຄະນະນຳ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.

ພາບ-ຂ່າວ: ຄໍາໂຖ

ທັບນັກກິລາ ແຂວງອັດຕະປື ມີຄວາມພ້ອມ 100% ເຂົ້າ ຮ່ວມມະຫາກໍາກິລາແຫ່ງຊາດ ຄັ້ງທີ XII

0

ໃນວັນທີ 7 ພະຈິກນີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ໂອ້ລົມຄະນະນໍາ,ຄູຝຶກແລະນັກກິລາ ກ່ອນທີ່ຈະເດີນທາງ ເພື່ອເຂົ້າຮ່ວມ ແຂ່ງຂັນງານມາຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນ ຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງ ວັນທີ 15-25 ພະຈິກ 2025ນີ້.

ໃນພິທີ, ທ່ານເຈົ້າແຂວງ ໄດ້ໃຫ້ທິດຊີ້ນໍາວ່າ: ບັນດາຄະ ນະນໍາ,ຄູຝຶກ ແລະ ນັກກິລາແຕ່ລະປະເພດ ຕ້ອງເປັນເຈົ້າ ການເຂັ້ມງວດຕໍ່ຕົນເອງ ໃນການຝຶກຊ້ອມ-ແຂ່ງຂັນ,ເຂັ້ມງວດຕໍ່ລະບຽບວິໄນ,ຕໍ່ໜ້າທີ່ການເມືອງ ທີ່ຕົນໄດ້ຮັບມອບ ໝາຍ ກໍຄື ປະເພດ-ລາຍການກິລາທີ່ຕົນຖືກແຂ່ງຂັນ,ຕ້ອງ ຍົກສູງນໍ້າໃຈຄວາມຮັບຜິດຊອບ ມີຄວາມເປັນເຈົ້າການ,ມີຄວາມເປັນເອກະພາບກັນໃນໝູ່ຄະນະ, ພ້ອມກັນຮັກສາຄຸນສົມບັດ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ບໍ່ວ່າໃນຍາມຝຶກຊ້ອມ ກໍຄື ໃນຍາມແຂ່ງຂັນຕົວຈິງ,ຕ້ອງທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຄວາມສາມາດຂອງຕົນ ເຂົ້າໃສ່ການຝຶກຊ້ອມ ກໍຄື ເວລາແຂ່ງຂັນ ເພື່ອຍາດໄດ້ໄຊຊະນະ ແລະ ຍາດເອົາຫຼຽນໄຊ ປະເພດຕ່າງໆມາສູ່ແຂວງອັດຕະປື ໃຫ້ໄດ້.

ໂອກາດດັ່ງກ່າວ,ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ຊີ້ນໍາວຽກ ງານກິລາ-ກາຍຍະກໍາ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ຈະສົ່ງ 15 ປະເພດກິລາ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ: ບານເຕະ,ບານສົ່ງ,ກະຕໍ້, ເປຕັງ, ມວຍ,ໝາກແລ້,ໝາກເສິກ, ໜ້າເກັກ, ກ໋ອບ,ແລ່ນ ແລະ ລານ,ລົດຖີບ,ເຮືອຊ່ວງ, ດືງເຊືອກ, ບານບ້ວງ ແລະ ດອກປີກໄກ່, ມີຄະນະນໍາ, ຄູຝຶກ, ນັກກິລາ ແລະ ຄະນະຮັບຜິດຊອບພາກສ່ວນຕ່າງໆ ລວມຈຳນວນ 342 ທ່ານ ຍິງ 87 ທ່ານ, ຊຶ່ງມາຮອດປັດຈຸ ບັນນີ້ ໄດ້ຜ່ານການຄັດເລືອກ,ສັງລວມ ແລະ ຝຶກຊ້ອມຕົວຈິງ ເຫັນວ່າ ກິລາແຕ່ລະປະເພດ ທີ່ຈະເຂົ້າຮ່ວມແຂ່ງຂັນແມ່ນມີຄວາມພ້ອມແລ້ວ 100%, ໂດຍຕັ້ງຄວາມຫວັງໃຫ້ໄດ້ 5 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ.

ຄະນະຜູ້ແທນຣັດເຊຍເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງວຽງໄຊ ເດີນທາງມາເຖິງ ສປປ ລາວ

0

ໃນວັນທີ 7 ພະຈິກ 2025 ນີ້,ຄະນະຜູ້ແທນ ຈາກສະ ຫະພັນຣັດເຊຍ, ນຳໂດຍ ສະຫາຍ ພັນເອກ ວະລາດີ ສະ ລັບ ເວເລຍຊົບ ຫົວໜ້າພະເເນກອົບຮົມ ກົມຊ່າງເເສງ ກໍາລັງປະກອບອາວຸດເເຫ່ງ ສ ຣັດເຊຍ ເພື່ອດໍາເນີນວຽກງານສໍາຄັນໃນການ ເກັບກູ້ລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງຢູ່ເຂດ ເມືອງວຽງໄຊ ແຂວງຫົວພັນ, ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ.

ການເດີນທາງມາເຮັດວຽກຂອງຄະນະຜູ້ແທນຄັ້ງນີ້ແມ່ນເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ,ໂດຍສະເພາະ ໃນຂົງເຂດການຊ່ວຍເຫຼືອດ້ານມະນຸດສະທໍາ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ເຊິ່ງເປັນໄພອັນຕະລາຍຕໍ່ຊີວິດ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງປະຊາຊົນລາວ.

ໂອກາດນີ້ ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກ ສ ຣັດເຊຍ ທີ່ໄດ້ສົ່ງຜູ້ຊ່ຽວຊານທີ່ມີຄວາມສາມາດມາປະຕິບັດໜ້າທີ່ອັນມີຄວາມໝາຍໃນຄັ້ງນີ້, ການປະຕິບັດງານຄັ້ງນີ້ ຄາດວ່າຈະປະກອບສ່ວນຢ່າງຕັ້ງໜ້າໃນການສ້າງຄວາມປອດໄພ ໃຫ້ແກ່ປະຊາຊົນໃນພື້ນ ທີ່ ແລະ ເປີດໂອກາດໃຫ້ແກ່ການນໍາໃຊ້ທີ່ດິນເພື່ອການຜະ ລິດ ແລະ ການພັດທະນາພື້ນຖານໂຄງລ່າງໄດ້ຢ່າງປອດໄພຢູ່ ສປປ ລາວ ຫວັງເປັນຢ່າງຍິ່ງວ່າ ການຮ່ວມມືດັ່ງກ່າວຈະສືບຕໍ່ຂະຫຍາຍຕົວ ແລະ ເປັນຜົນສໍາເລັດອັນຈົບງາມ.

ພົຕ ສາຍໃຈ ກົມມະສິດ ຮຽກຮ້ອງທຸກພາກສ່ວນຮັກສາຄວາມສະຫງົບ ຮັບປະກັນການສະຫຼອງວັນຊາດ ແລະ ງານມະຫາກຳກິລາແຫ່ງຊາດ ມີຄວາມສະຫງົບປອດໄພ

0

ພົຕ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນໍາລະດັບຊາດ ໃນການປ້ອງກັນຄວາມສະຫງົບປອດໄພ ໃນການກະກຽມກ້ອນກຳລັງສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນໃນວັນທີ 7 ພະຈິກ 2025 ວ່າ: ເພື່ອຮັບ ປະກັນໃຫ້ແກ່ການກະກຽມ ແລະ ການຈັດຕັ້ງພິທີສະເຫຼີມສະຫຼອງ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ ກາຍເປັນປາງບຸນໃຫຍ່ ຂອງປວງຊົນລາວທັງຊາດ ມີຜົນສຳເລັດຢ່າງຈົບງາມ ແລະ ມີຄວາມສະຫງົບປອດໄພນັ້ນ, ສຳລັບກຳລັງ ປກຊ ແມ່ນໄດ້ມີແຜນລວມ ແລະ ແຜນສະເພາະ ໃນການຊີ້ນຳບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ຂອບເຂດທົ່ວປະເທດ ຈັດຕັ້ງກຳລັງເຄື່ອນໄຫວຮັກສາຄວາມສະຫງົບປອດໄພຕາມບໍລິເວນຊາຍແດນ ໂດຍມີການປະສານສົມທົບແໜ້ນກັບກຳລັງ ປກສ ເປັນໄລຍະ ເວົ້າສະເພາະ ຢູ່ເຂດໃຈກາງ ກໍໄດ້ມີການຈັດວາງກຳລັງສົມທົບກັບກຳລັງ ປກສ ແລະ ອົງການປົກຄອງນະ ຄອນຫຼວງວຽງຈັນ ເຄື່ອນໄຫວລາດຕະເວນຕະຫຼອດ 24 ຊົ່ວໂມງ ແລະ ຫັນເຂົ້າສູ່ພາວະເພີ່ມທະວີ ແລະ ຂໍຢັ້ງຢືນວ່າການຮັກສາຄວາມສະຫງົບ ແມ່ນຄວາມຮັບຜິດຊອບລາວຂອງທົ່ວສັງຄົມ ໂດຍສະເພາະແມ່ນສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈະໃຫ້ມີຄວາມສະຫງົບ ແລະ ປອດໄພສູງສຸດ.

ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ລວມເຖິງປະຊາຊົນຊົນລາວບັນດາເຜົ່າ, ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປ້ອງກັນປ້ອງ ກັນ ຄວາມສະຫງົບ ເປັນຕົ້ນແມ່ນ ຮັກສາຄວາມສະຫງົບພາຍໃນເຮືອນຊານບ້ານຊອງ, ສຳນັກງານ-ອົງການ ແລະ ສະຖານທີ່ສໍາຄັນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງ ແລະ ສ່ວນລວມ ເຊິ່ງມັນເປັນໜ້າທີ່ຂອງທຸກຄົນ ທີ່ຕ້ອງເປັນເຈົ້າການເຄື່ອນໄຫວ ເກັບກຳສະພາບການຕ່າງໆ ໃນຂອບເຂດຮັບຜິດຊອບຂອງຕົນ ຕະຫຼອດເວລາ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂສະພາບການທີ່ອາດຈະເກີດຂຶ້ນ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ຂອງທຸກຄົນ ແລະອາດສົ່ງຜົນກະທົບຕໍ່ຊື່ສຽງຂອງປະເທດ ລາວເຮົາ; ດັ່ງນັ້ນ, ທຸກຄົນຕ້ອງເປັນຫູເປັນຕາຊ່ວຍກັນ ເພື່ອແນໃສ່ເຮັດໃຫ້ການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ແລະ ງານມະຫາກຳກຳກິລາແຫ່ງຊາດ ຄັ້ງນີ້ ເຕັມໄປດ້ວຍຄວາມສາມັກຄີອັນແໜ້ນແຟ້ນຂອງປວງຊົນລາວທັງຊາດ ທັງຮັບປະກັນໃຫ້ມີຄວາມສະຫງົບປອດ 100%.

ສຳລັບກ້ອນສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຂອງກະຊວງປ້ອງກັນປະເທດແມ່ນໄດ້ມີການຄັດເລືອກເອົາກຳລັງທີ່ເປັນຕົວແທນ ຂອງບັນດາເຫຼົ່າຮົບໃນທົ່ວກອງທັບ ມາຈັດຕັ້ງຫັດແອບ ປະ ກອບມີ 18 ກ້ອນ (ສະເພາະກຳລັງປ້ອງກັນຊາດ) ແບ່ງ ອອກເປັນ 3 ໄລຍະການຫັດແອບ ປັດຈຸບັນແມ່ນນອນຢູ່ ໃນໄລຍະທີ 3 ເຊິ່ງໄດ້ຈັດຕັ້ງຫັດແອບລວບລວມໃຫ້ຂັ້ນເທິງສັງເກດການ ທັງໝົດ 6 ຄັ້ງ ແລະ ຫັດແອບລວບລວມປະສານກັບກ້ອນກຳລັງ ປກສ ໄດ້ 2 ຄັ້ງ, ສາມາດຕີລາຄາຄວາມພ້ອມກ້ອນກຳລັງສ່ວນສະໜາມຂອງກອງທັບໄດ້ 80% ຄາດວ່າອີກປະມານສອງອາທິດຕໍ່ໜ້າຈະສາມາດສ້າງຄວາມພ້ອມໄດ້ 100%.