Sunday, September 8, 2024
Home Blog Page 773

ສະຫວັນນະເຂດ ວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ

0

ຕອນເຊົ້າວັນທີ 20 ກໍລະກົດ 2022 ການນຳແຂວງສະຫວັນນະເຂດ ພ້ອມດ້ວຍສະຫະພັນແມ່ຍິງແຂວງ,ບັນດາຄະນະນຳຈາກພະແນກການ,ກົມກອງ,ພະນັກງານ,ທະຫານ,ຕຳຫຼວດ,ນັກຮຽນ,ນັກສຶກສາ ແລະ ບັນດານັກທຸລະກິດ ພາຍໃນແຂວງສະຫວັນນະເຂດ ໄດ້ພ້ອມກັນເຂົ້າວາງພວງມາລາ,ກະຕ່າດອກໄມ້ ແລະ ດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສອນສະຖານປະທານໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ ( ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2022 ) ເຊິ່ງນຳພາໂດຍ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ.

ທັງນີ້ກໍ່ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງວິລະຊົນ, ນັກຮົບປະຕິວັດ,ທີ່ອົງອາດກ້າຫານທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປະເທດຊາດ ໃນຂະບວນການປະຕິວັດໄລຍະຜ່ານມາ ເຊິ່ງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໄດ້ຄຽງບ່າຄຽງໄລ່ກັບເພດຊາຍປະກອບສວ່ນໃນພາລະກິດປະຕິວັດ ນັບແຕ່ໄດ້ສ້າງຕັ້ງພັກປະຊາຊົນປະຕິວັດລາວຂຶ້ນໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກກໍ່ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ.

ເມື່ອເຫັນໄດ້ຄວາມຕື່ນຕົວຂອງເອື້ອຍນ້ອງແມ່ຍິງໃນການປະກອບສວ່ນພາລະກິດປະຕິວັດປະຕິບັດໜ້າທີ່ວຽກງານໃນການຕໍ່ສູ້ກູ້ຊາດໃນໄລຍະຜ່ານມາຈຶ່ງເຫັນໄດ້ຄວາມສຳຄັນຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ແລະ ໄດ້ກໍານົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເປັນວັນແມ່ຍິງລາວ.

ພາບ – ຂ່າວ: ອັກສອນສິນ ພົມມະຈັນ
#Medialaos MMD (ແຫຼ່ງຂໍ້ມູນຈາກ: ນັກຂ່າວວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ)

ໃຕ້ການນຳພາຂອງພັກ ສະຫະພັນແມ່ຍິງລາວເຕີບໃຫຍ່ເຂັ້ມແຂງຮອບດ້ານ

0

ໃນ​ລະບອບ​ການ​ປົກຄອງ​ຂອງ​ພວກ​ສັກ​ດີ​ນາ, ພວກ​ລ່າ​​ເມືອງຂຶ້ນ​ແບບ​ເກົ່າ ​ແລະ ​ແບບ​ໃໝ່, ​ແມ່ຍິງ​ລາວ​ບັນດາ​ເຜົ່າ ​ດຳລົງ​ຊີວິດ ​ຢູ່​ໃນ​ຄວາມ​ມືດ​ມົນ, ບໍ່​ມີ​ອິດສະລະພາບ, ພວກ​ເຂົາ​ຖື​ແມ່ຍິງ​ ເປັນ​ຄົນ​ໂງ່​ຈ້າ, ຫລ້າຫລັງ, ດູ​ຖູ​ກໝິ່ນ ປະໝາດ, ບໍ່​ມີ​ສິດ, ບໍ່​ມີ​ໂອກາດ​ຮ່ຳຮຽນ ​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ, ຖືກ​ກົດ​ຂີ່​ຂົ່ມ​ເຫງ, ຂົ່ມຂືນ​ທຳ​ຊໍາ​ເລົາ, ທຳລາຍ​ກຽດ​ສັກ​ສີ ​ເຮັດ​ໃຫ້​ແມ່ຍິງ ​ບໍ່​ມີ​ບົດບາດ ​ໃນ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ ລວມທັງ​ບົດບາດ ຢູ່​ໃນ​ຄອບຄົວ; ສະນັ້ນ ​ເພື່ອ​ປົດ​ປ່ອຍ​ຕົນ​ເອງ​ ອອກ​ຈາກ​ແອກ​ປົກຄອງ​ດັ່ງກ່າວ ​ແມ່ຍິງ​ລາວ​ບັນ​ເຜົ່າ​ໄດ້​ອຸທິດ​ຊີວິດ, ​ເລືອດ​ເນື້ອ​ເຫື່ອ​ແຮງ, ສະຕິ​ປັນຍາ​ຄຽງ​ບ່າ​ຄຽງ​ໄຫລ່​ ກັບ​ເພດ​ຊາຍ​ຕໍ່ສູ້​ກູ້​ຊາດ ​ຢ່າງ​ພິລະ​ອາດ​ຫານ.

ຍ້ອນ​ເຫັນ​ບົດບາດ​ ແມ່ຍິງ​ໃນ​ພາລະກິດ​ດັ່ງກ່າວ ພັກ​ຈຶ່ງ​ໄດ້​ເອົາ​ໃຈ​ໃສ່​ ສຶກສາ​ອົບຮົມ, ​ເຕົ້າ​ໂຮມ​ກຳລັງ​ແຮງ​ ຂອງ​ແມ່ຍິງ ​ໂດຍ​ການຈັດຕັ້ງ ໜ່ວຍ​ຄົ້ນຄວ້າ​ ວຽກ​ງານ​ແມ່ຍິງ​ຂຶ້ນ ​ໃນ​ວັນ​ທີ 20 ກໍລະກົດ 1955 ຊຶ່ງແມ່ນ​ຕົ້ນກຳ​ເນີ​ດ ຂອງ​ອົງການ​ຈັດຕັ້ງ ສະຫະພັນ​ແມ່ຍິງ​ລາວ ​ໃນ​ປັດຈຸບັນ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ຄະນະຜູ້ແທນຂັ້ນສູງຂອງລາວ ສຳເລັດການຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ

0

ໃນຕອນບ່າຍຂອງວັນທີ 19 ກໍລະກົດ 2022 ຜ່ານມານີ້, ຄະນະຜູ້ແທນຂັ້ນສູງ ສປປ ລາວ ນໍາໂດຍສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ສຳເລັດຢ່າງຈົບງາມໃນການເຂົ້າ ຮ່ວມງານສະເຫລີມສະຫລອງສອງວັນປະຫວັດສາດ ການພົວພັນຮ່ວມມືລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45ປີ (18/7/1977-18/7/2022) ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ແລະ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17-19 ກໍລະກົດ 2022 ໄດ້ກັບມາເຖິງນະຄອນຫລວງວຽງຈັນໂດຍສະຫວັດດີພາບ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມເປັນເວລາ 3 ວັນ, ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະໄດ້ຮັບການຕ້ອນຮັບຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີພົບປະສອງຝ່າຍ ກັບສະຫາຍ ນາງ ຫວໍ ແອັງ ຊວັນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມງານໂຮມຊຸມນຸມສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວ ພັນການທູດລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີໄດ້ເຂົ້າຮ່ວມງານວາງສະ ແດງ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ-ຫວຽດ ນາມ ໄດ້ເປັນກຽດປະດັບຫລຽນດາວຄໍາແຫ່ງຊາດ ແລະ ຫລຽນໄຊອິດສະຫລະຊັ້ນ Iເຊິ່ງເປັນຫລຽນສູງສຸດຂອງ ສປປ ລາວໃຫ້ແກ່ບັນດາສະຫາຍທີ່ມີຜົນງານດີເດັ່ນ, ຄຸນ ງາມຄວາມດີຕໍ່ ສປປ ລາວ ແລະ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “ສາຍພົວພັນມິດຕະພາບລາວ-ຫວຽດນາມໝັ້ນຄົງຂະນົງແກ່ນຊົ່ວກາລະນານ” ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າວາງພວງມາລາໄວ້ອາໄລທີ່ສຸສານປະທານໂຮ່ຈີມິນ ອີກດ້ວຍ.

ໃນພິທີຕ້ອນຮັບການເດີນທາງກັບມາຈາກ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ ຄັ້ງນີ້, ມີສະຫາຍ ຄໍາຜາ ພິມມະສອນ ຮອງຫົວຫນ້າຫ້ອງວ່າການສູນກາງພັກ ແລະ ສະຫາຍ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.

ຂ່າວ-ພາບ: ອ່າຍຄຳ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ພິທີຕ້ອນຮັບຂະບວນລົດໄຟສັນຕິພາບ ຂອງກອງທັບປົດປ່ອຍ ປະຊາຊົນຈີນ ເດີນທາງຮອດນະຄອນຫລວງວຽງຈັນ

0

ພິທີຕ້ອນຮັບໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີວັນທີ 19 ກໍລະກົດ 2022 ທີ່ສະຖານີລົດໄຟວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການ, ຮອງຜູ້ຮັບຜິດຊອບຂະບວນລົດໄຟສັນຕິພາບ 2022, ທ່ານ ພົວ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ພ້ອມດ້ວຍນາຍທະຫານເຂົ້າຮ່ວມ.

ທ່ານ ພົວບົວສິງ ອິນທະວົງ ໄດ້ກ່າວວ່າ: ຕາງໜ້າກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການກອງ ທັບປະຊາຊົນລາວ ສະແດງຄວາມຍິນດີ, ຊົມເຊີຍ ແລະຕ້ອນ ຮັບ “ຂະບວນລົດໄຟສັນຕິພາບ 2022” ທີ່ໄດ້ເດີນທາງຕາມເສັ້ນທາງລົດໄຟລາວ-ຈີນ ມາຮອດນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ ແລະ ປອດໄພ. ຂະບວນລົດໄຟສັນຕິພາບ ມີຄວາມສໍາຄັນໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ລະຫວ່າງສອງຊາດ, ສອງກອງທັບ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.

ທ່ານ ພັນເອກພິເສດ ເສິນ ຊຸນມີງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິ ການຂອງຄະນະກໍາມະການທະຫານສູນກາງ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ກ່າວວ່າ: ການເຂົ້າຮ່ວມຝຶກຊ້ອມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ມິດຕະພາບລະຫວ່າງສອງກອງທັບ ລາວ-ຈີນ. ໃນການເດີນ ທາງຄັ້ງນີ້ ສະມາຊິກຄະນະເສນາຮັກຂອງພວກຂ້າພະເຈົ້າ ມີຄວາມກຽມພ້ອມທຸກຢ່າງໃນການຊ້ອມຮົບ ແລະ ຂ້າພະເຈົ້າກໍໄດ້ຮັບຮູ້ວ່າ, ຄະນະກົມເສນາຮັກຝ່າຍລາວ ກໍໄດ້ກຽມ ພ້ອມທຸກຢ່າງໃຫ້ແກ່ການຊ້ອມຮົບຄັ້ງນີ້. ຂ້າພະເຈົ້າຫວັງວ່າການຊ້ອມຮົບ ຂອງສອງກອງທັບ ລາວ-ຈີນ ພວກເຮົາຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ສຳລັບ ພິທີທາງການຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2022, ທີ່ສະໂມສອນໃຫຍ່ພະລາທິການກອງທັບນະຄອນຫລວງວຽງຈັນ, ໃນຕອນບ່າຍມື້ດຽວກັນ ຈະມີການຫັດແອບຝຶກຊ້ອມຕົວຈິງລະຫວ່າງ ໜ່ວຍເສນາຮັກ ແລະ ໜ່ວຍພາລາທິການ“ຂະບວນລົດໄຟສັນຕິພາບ 2022” ແລະ ກອງທັບປະຊາຊົນລາວ ທີ່ສະໜາມຈໍາລອງເມືອງໂພນໂຮງ ແຂວງວຽງຈັນ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານວັດທະນະທໍາ ແລະ ທ່ອງທ່ຽວ

0

ພາຍຫລັງສຳເລັດ ການເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ມິດຕະ ພາບ ລາວ-ຫວຽດນາມ ຍືນຍົງຕະຫລອດໄປ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 19 ກໍລະກົດ 2022, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມພົບປະກັບ ທ່ານ ຫງວຽນ ວັນ ຮຸງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ພ້ອມຄະນະ ເພື່ອປຶກສາຫາລື ແລະ ເພີ່ມທະວີການຮ່ວມມືສອງຝ່າຍ ໃຫ້ນັບມື້ດີຂຶ້ນກວ່າເກົ່າ. ພ້ອມນີ້ ຍັງໄດ້ ພ້ອມກັນຕີລາການພົວພັນຮ່ວມມື ໃນໄລຍະຜ່ານ ແລະ ແຜນການຮ່ວມມື ໃນຕໍ່ຫນ້າ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ທ່າມກາງບັນຍາກາດທີ່ສອງຊາດລາວ-ຫວຽດນາມ ພວມຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອປະກອບສ່ວນໃນການສະເຫລີມ ສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຢ່າງເປັນຂະບວນຟົດຟື້ນ ເຊິ່ງການພົບປະໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ທັງເປັນການທົບທວນຄືນຜົນສໍາເລດັການຈັດຕັ້ງ ແຜນການຮ່ວມມືດ້ານສິລະປະ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະປີ 2016-2020 ແລະ ການຈັດ ຕັ້ງຜັນຂະຫຍາຍແຜນການຮ່ວມມື ປີ 2021-2025. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ດ້ານການພັດທະນາບຸກຄະລາກອນ ຂົງເຂດວັດທະນະທຳ, ການບໍລິການ ແລະ ທ່ອງທ່ຽວ, ການຊຸກຍູ້ໂຄງການພັດທະນາສວນວັດທະນະທຳ ຢູ່ນະຄອນຫລວງວຽງຈັນ, ລວມທັງໂຄງການພັດທະນາຟື້ນຟູເສັ້ນທາງໂຮ່ຈິມິນ ທັງບູລະນະຮັກສາໃຫ້ກາຍແຫລ່ງ ທ່ອງທ່ຽວທາງປະຫວັດວາດ ແລະ ປຶກສາຫາລື ການທີ່ ສປປ ລາວ ກຽມສະເໜີເອົາຫີນ ໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ. ເນື່ອງຈາກພື້ນທີ່ ຫີນໜາມໜໍ່ ມີຊາຍແດນຕິດຈອດກັບເຂດ ຟອງຍາແກບາງ ຂອງ ສສ ຫວຽດນາມ ທີ່ອົງການອຸຍແນສະໂກ ຮັບຮອງເປັນມໍລະດົກໂລກທາງທຳມະຊາດໄປແລ້ວ. ພື້ນທີ່ປ່າສະຫງວນ ຫີນໜາມໜໍ່ ມີ 92.000 ກ່ວາເຮັກຕາ, ມີຄວາມອຸດົມສົມບູນ, ປ່າໄມ້ດົກໜາ, ມີເງື່ອນໄຂສະພາບແວດ ລ້ອມທີ່ເອື້ອອຳນວຍ ແລະ ມີຄວາມເໝາະສົມ ທີ່ຈະເປັນມໍລະດົກໂລກທາງທຳມະຊາດ ໃນອະນາຄົດ.

ແນວໃດກໍຕາມ, ທ່ານລັດຖະມົນຕີ ທັງສອງປະເທດ ໄດ້ເປັນເອກະພາບກັນ ມອບໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ເຮັດວຽກຮ່ວມກັນຕື່ມອີກ ເພື່ອໃຫ້ໄດ້ຂໍ້ສະຫລຸບທີ່ຊັດເຈນກວ່າເກົ່າ ສອງຝ່າຍຈຶ່ງຈະຮ່ວມຄົ້ນຄວ້າພິຈາລະນາໃນຕໍ່ໄປ.

ໃນຕອນແລງວັນດຽວກັນ, ທ່ານນາງ ສວນສະຫວັນ ວິຍະເກດ ພ້ອມຄະນະ ກໍໄດ້ຢ້ຽມຊົມ ຫໍພິພິທະພັນວິຈິດສິນແຫ່ງຊາດ ຢູ່ນະຄອນຫລວງຮ່າໂນ້ຍ ນຳອີກ.

ຂ່າວ-ພາບ: ບຸນກອງ

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ກະຊວງການຕ່າງປະເທດຈີນມອບພາຫະນະ ແລະອຸປະກອນການແພດໃຫ້ລັດຖະບານລາວ

0

ຕອນບ່າຍວັນທີ 18 ກໍລະກົດ 2022 ທີ່ກະຊວງສາທາລະນະສຸກ, ກະ ຊວງການຕ່າງປະເທດຈີນໄດ້ໃຫ້ການຊວ່ຍເຫຼືອດ້ານພາຫະນະແລະອຸປະກອນການແພດໃຫ້ແກ່ ສປປ ລາວ,ຕາງໜ້າຝ່າຍຈີນມອບໂດຍທ່ານຈ່ຽງຈ້າຍຕົ່ງເອກອັກຄະລັດຖະທູດຈີນປະຈໍາລາວ ແລະຕາງໜ້າຝ່າຍລາວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ພາຫະນະ ແລະອຸປກອນທີ່ລັດຖະບານລາວໄດ້ຮັບການຊວ່ຍເຫຼືອຈາກກະຊວງການຕ່າງປະເທດຈີນຄັ້ງນີ້ປະກອບມີ: ລົດທາງການແພດ 3 ຄັນ ໃນນັ້ນ, ລົດກວດໂຄວິດເຄື່ອນທີ່ 2 ຄັນ ແລະລົດກູ້ໄພສຸກເສີນ 1 ຄັນ. ນອກນັ້ນ, ຍັງມີອຸປະກອນການແພດປ້ອງກັນໂຄວິດ-19 ຈໍານວນໜຶ່ງ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ, ຊຸດປ້ອງກັນການຕິດເຊື້ອ ແລະນໍ້າຢາກວດເຊື້ອໂຄວິດ-19 ລວມມູນຄ່າ 13,5 ລ້ານກວ່າຢວນ.

ຂໍ້ມູນໃຫ້ຮູ້ວ່າ: ພາຫະນະ ແລະເຄື່ອງທັງໝົດທີ່ຝ່າຍຈີນມອບໃຫ້ຝ່າຍລາວໃນຄັ້ງນີ້ ຈະຖືກຮັບໃຊ້ຢູ່ສູນສາງ ແລະທ້ອງຖິ່ນນໍາອີກ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕາງໜ້າລັດຖະບານລາວກ່າວສະແດງຄວາມຮູ້ບຸນຄຸນ ແລະຂອບໃຈລັດຖະບານ ແລະປະຊາຊົນຈີນອ້າຍນ້ອງຢ່າງສູງ ທີ່ຍາມໃດກໍ່ໄດ້ຊ່ວຍເຫຼືອ ແລະເປັນຫ່ວງເປັນໃຍນໍາປະຊາຊົນລາວ. ທ່ານກ່າວຕື່ມວ່າ: ປັດຈຸບັນປະຊາຊົນລາວໄດ້ສັກວັກຊີນຫຼາຍກວ່າ 70% ຂຶ້ນໄປ ແລະຕົວເລກການຕິດເຊື້ອມີທ່າອ່ຽງຫຼຸດລົງ ເຊິ່ງໃນນັ້ນລັດຖະບານຈີນກໍ່ໄດ້ເປັນສ່ວນອັນໃຫຍ່ໃນການຊ່ວຍເຫຼືອ.

ຜູ້ປະຈຳການເລຂາທິການສູນກາງພັກ ເຂົ້າຢ້ຽມຂ່ຳນັບ ເລຂາທິການໃກຍ່ ພັກກອມມູນິດຫວຽດນາມ

0

ໃນວັນທີ 18 ກໍລະກົດ 2022 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພາຍຫລັງສໍາເລັດການເຂົ້າຮ່ວມເປີດພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິ ສັນຍາມິດຕະ ພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຂອງ ສະຫຍາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ມາເຖິງສະຫາຍ ຫງວຽນ ຟູ ຈ້ອງ ແລະ ຍັງໄດ້ແຈ້ງຜົນສຳເລັດ ການສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ສະຫາຍເລຂາ ທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ຮັບຊາບ. ການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້, ດໍາເນີນໄປດ້ວຍຜົນສຳ ເລັດອັນຈົບງາມ ເຊິ່ງເປັນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ແລະ ສືບ ຕໍ່ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ. ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ, ສະຫາຍ ຫງວຽນ ຟູ ຈ້ອງ ກໍໄດ້ສະແດງຄວາມປິຕິຍິນດີ ຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະ ຫາຍ ບຸນທອງ ຈິດມະນີ ທີ່ໄດ້ນຳພາຄະນະເດີນທາງມາເຂົ້າຮ່ວມ ພິທີສະເຫລີມສະ ຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ການສະເຫລີມສະຫລອງ ສອງວັນປະຫວັດສາດດັ່ງກ່າວ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ຮັກສາໄດ້ຄວາມສາມັກຄືປອງດອງອັນແໜ້ນແຟ້ນ ສະໜິດສະໜັມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ຂະຫຍາຍ ຕົວຂຶ້ນໄປເລື້ອຍໆ.

ໃນວັນດຽວກັນ, ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະ ກໍໄດ້ຢ້ຽມຢາມ ແລະ ພົບປະກັບສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີແຫ່ງ ສສ ຫວຽດນາມ ອີກ ດ້ວຍ.

ຈາກນັ້ນ ໃນຕອນເຊົ້າຂອງວັນທີ 19 ກໍ ລະກົດ 2022, ສະຫາຍ ບຸນທອງ ຈິມະນີ ຍັງໄດ້ ເຂົ້າຢ້ຽມພົບປະກັບ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ກ່ອນເດີນທາງກັບຄືນປະເທດ.

ຂ່າວ: ບຸນກອງ

ພາບ: ອ່າຍຄຳ

ຮອງລັດຖະມົນຕີກະຊວງ ຜທ ເຂົ້າພົບປະຮອງເຈົ້າແຂວງສະຫວັນນະເຂດ

0

ໃນວັນທີ 18 ກໍລະກົດ 2022 ນີ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ປະ ຈຳ ສປປ ລາວ ໄດ້ພົບປະຢ້ຽມຢາມ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໃນໂອກາດເດີນມາເຂົ້າຮ່ວມ ງານສະເຫລີມສະຫລອງ ວັນປະຊາກອນໂລກ ຢູ່ສະຫວັນນະເຂດ.

ໂອກາດນີ້, ທ່ານ ນາງ ຫລິງທອງ ແສງຕາວັນ ກໍໄດ້ລາຍງານສະພາບໂດຍຫຍໍ້ ກ່ຽວກັບການພັດທະນາ ພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນວຽກງານສົ່ງເສີມສີມືແຮງງານຂອງໄວໜຸ່ມ ທີ່ກັບມາແຕ່ໄທໃນຊວງໂຄວິດ-19, ການສົ່ງເສີມຄວາມກ້າວຂອງແມ່ຍິງພາຍໃນແຂວງ ແລະ ອື່ນໆ, ທ່ານຮອງເຈົ້າແຂວງສະຫວັນນະເຂດ ຍັງໄດ້ສະແດງຄວາມຫວັງວ່າ UNPFA ຈະໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ໃນວຽກງານສົ່ງເສີມສີມືແຮງງານຂອງໄວໜຸ່ມ, ວຽກງານສຸຂະພາບຈະເລີນພັນ, ການສົ່ງເສີມການສຶກສານອກໂຮງຮຽນ ແລະ ອື່ນໆ ຢູ່ພາຍໃນແຂວງສະຫວັນນະເຂດ ຕື່ມອີກ.

ໂອກາດພົບປະຄັ້ງນີ້, ທ່ານ ນາງ ມາຣຽມ ເອ ຄານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ ຫລິງທອງ ແສງຕາວັນ ທີ່ໄດ້ສະຫລະເວລາຕ້ອນຮັບໃນຄັ້ງນີ້, ພ້ອມທັງຢືນຢັນວ່າ UNPFA ມີແຜນຈະສະໜັບສະໜູນ, ຊ່ວຍເຫລືອໃນວຽກງານແມ່ນວຽກງານສົ່ງເສີມສີມືແຮງງານຂອງໄວໜຸ່ມ ຢູ່ ສປປ ລາວ ແລະ ເພື່ອສ້າງຄວາມເຂັມແຂງໃນວຽກງານດັ່ງກ່າວ.

ຂ່າວ-ພາບ: ກິດຕາ

ປະທານ ສພຂ ເຊກອງ ຕ້ອນຮັບປະທານແນວໂຮມ ແຂວງເທື່ອທຽນເຫວ້

0

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 19 ກໍລະກົດ 2022 ນີ້, ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ(ສພຂ) ເຊກອງ ໄດ້ຕ້ອນຮັບ ທ່ານ ຫງວຽນ ນາມ ຕ໋ຽນ ຄະນະປະຈໍາພັກແຂວງ, ປະທານແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບຄະນະກໍາມະການແນວລາວສ້າງຊາດ ແຂວງເຊກອງ ລະຫວ່າງວັນທີ 18-19 ກໍລະກົດ 2022.

ທ່ານ ດົງເພັດ ພະຍົນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແນວໂຮມແຫ່ງຊາດຫວຽດນາມແຂວງເທື່ອທຽນເຫວ້ ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະນໍາແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫວ້ ຄັ້ງນີ້ ເປັນກິດຈະກໍາໜຶ່ງໃນການສະເຫລີມສະ ຫລອງສອງວັນລາວ-ຫວຽດນາມ ທີ່ຄະນະກໍາມະການແນວລາວສ້າງຊາດ ແຂວງເຊກອງ ສປປ ລາວ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ຈະໄດ້ພ້ອມກັນສະຫລຸບຕີລາຄາ ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ, ການພົວພັນຮ່ວມມື, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືກັນໃນຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ຫງວຽນ ນາມ ຕ໋ຽນ ກໍໄດ້ສະແດງຄວາມຂອບໃຈມາຍັງການນໍາແຂວງເຊກອງ ໂດຍສະເພາະແມ່ນທ່ານຮອງເລຂາພັກແຂວງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະ ນະກໍາມະການແນວລາວສ້າງຊາດແຂວງເຊກອງ ຄັ້ງນີ້ ເພື່ອທົບທວນຄືນການພົວພັນຮ່ວມມື, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫວ້ ກັບ ແນວລາວສ້າງຊາດແຂວງເຊກອງ ໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ-ພາບ: ສັນຍາ

ໄຟຟ້າຫົງສາ ມອບລົດສະໜັບສະໜູນການປະຕິບັດງານຂອງພາກລັດ ຢູ່ພາຍໃນເມືອງຫົງສາ

0

ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 15 ກໍລະກົດ ຜ່ານມານີ້, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ນຳເອົາລົດໃຫຍ່ ຈໍານວນ 13 ຄັນ ມາມອບໃຫ້ແກ່ເມືອງຫົງສາ ເພື່ອນຳໃຊ້ເຂົ້າໃນການປະຕິບັດງານ ຂອງພາກລັດ ແລະ ຫ້ອງການຕ່າງໆພາຍໃນເມືອງ ຕາງໜ້າມອບໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ແລະ ຮັບໂດຍ ທ່ານ ຄໍາຫລ້າ ຜິວວັນນາ ເຈົ້າເມືອງຫົງສາ, ໂດຍມີ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ໄຟຟ້າຫົງສາ ເຫັນໄດ້ເຖິງຄວາມສໍາຄັນ ຂອງການດໍາເນີນງານຂອງໜ່ວຍງານພາກລັດ ຢູ່ພາຍໃນເມືອງຫົງສາ ໃນການທຸ່ມເທກໍາລັງແຮງໃຈ ແລະ ເສຍສະລະ ປະຕິ ບັດໜ້າທີ່ຢ່າງເຕັມກໍາລັງເພື່ອສ່ວນລວມ ຈຶ່ງໄດ້ໃຫ້ການສະໜັບສະໜູນລົດ ຈຳນວນດັ່ງ ກ່າວ ເພື່ອໃຫ້ໄດ້ຮັບຄວາມສະດວກໃນການລົງພື້ນທີ່ປະຕິບັດງານ ເພື່ອຊຸມຊົນ ແລະ ສັງຄົມຕໍ່ໄປ.

ທ່ານ ຄໍາຫລ້າ ຜິວວັນນາ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດໄຟຟ້າຫົງສາ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາລົດຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະນຳເອົາລົດທີ່ໄດ້ຮັບໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ວິຊາສະເພາະ ຂອງແຕ່ລະຂະແໜງການ ຢູ່ພາຍໃນເມືອງຫົງສາ ໃຫ້ໄດ້ຮັບການພັດທະນາ, ວອງໄວ ແລະ ມີຜົນສຳເລັດ ເປັນກ້າວໆ.