Wednesday, September 24, 2025
Home Blog Page 70

ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດອິນເດຍ ປະຈຳລາວ ຄົນໃໝ່

0

ໃນວັນທີ 3 ມິຖຸນາ 2025 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ໂຢເກສວາ ສັງວານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່. ພ້ອມທັງ, ຊົມ ເຊີຍຕໍ່ການມາປະຕິບັດວຽກງານ ຂອງທ່ານເອກອັກຄະລັດຖະທູດ ແລະ ຍັງໄດ້ຕີລາຄາສູງໃນການຮ່ວມມືໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ ກໍຄື ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ອິນເດຍ ໃຫ້ນັບມື້ນັບມີການຂະຫຍາຍຕົວ. ໂອກາດນີ້, ສອງຝ່າຍໄດ້ປຶກ ສາຫາລືແລກປ່ຽນຄວາມຄິດເຫັນ ໃນດ້ານວຽກງານຕ່າງໆ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ອວຍພອນໄຊໃຫ້ ທ່ານ ໂຢເກສວາ ສັງວານ ຈົ່ງປະຕິບັດໜ້າທີ່ອັນມີກຽດທີ່ພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດອັນຈົບງາມ ແລະ ຂໍອວຍພອນໃຫ້ສາຍພົວພັນຮ່ວມມືລະຫວ່າງ ລາວ-ອິນເດຍ ທີ່ມີມາແຕ່ດົນນານຈົງໝັ້ນຄົງທະນົງແກ່ນຕະຫບອດໄປ.

ໂອກາດດຽວກັນ, ທ່ານ ໂຢເກສວາ ສັງວານ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດວຽກງານດ້ານຕ່າງໆ ໃຫ້ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ

ສະສາງລົດລັດ ໃຫ້ພະນັກງານບຳນານກະຊວງປ້ອງກັນຄວາມສະຫງົບ

0

ເມື່ອບໍ່ດົນມານີ້, ຢູ່ກະຊວງການເງິນ ໄດ້ມີພິທີສະສາງລົດລັດ ໃຫ້ພະນັກງານບໍານານ ທີ່ນໍາໃຊ້ໃນໄລຍະຜ່ານມາ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ຄະນະຮັບຜິດຊອບສະສາງລົດ ຂອງກະຊວງປ້ອງກັນຄວາມສະຫງົບ, ມີຜູ້ຕາງໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ພະ ນັກງານອາວຸໂສ-ບໍານານ ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສະສາງລົດລັດ, ຈຸດປະສົງ ເພື່ອເປັນການກຳນົດ, ຫລັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນ, ການສະສາງ, ການຖອນຄືນລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ແນໃສ່ຫັນກຳມະສິດລົດຂອງລັດ ທີ່ພະນັກງານໄດ້ນຳໃຊ້ປັດຈຸບັນ ໃຫ້ຂາດຕົວ, ແກ້ບັນຫາບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ເຊິ່ງບໍ່ນອນໃນການຈັດຕັ້ງຂອງລັດ ແຕ່ນໍາໃຊ້ລົດຂອງລັດ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ໃຫ້ພະນັກງານບໍານານຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1408/ກງ, ລົງວັນທີ 7 ພຶດສະພາ 2025 ອະ ນຸມັດໃຫ້ສະສາງລົດຂອງລັດ ໃຫ້ແກ່ພະນັກງານບໍານານ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ເອົາໄປ ນໍາໃຊ້ໃນໄລຍະຜ່ານມາ ດ້ວຍການຂາຍນະໂຍບາຍ ແລະ ໂອນກຳມະສິດໃຫ້ຢ່າງຂາດຕົວ ຈໍານວນ 46 ຄັນ, ມາຕີມູນຄ່າເພື່ອປະກອບເອກະສານສັນຍາຊື້-ຂາຍ ພ້ອມທັງປົດປ້າຍທະບຽນ (ປ້າຍລັດບໍລິຫານອອກ), ປະກອບເອກະສານສະສາງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ພ້ອມນີ້, ຍັງໄດ້ໃຫ້ຮູ້ເຖິງເງື່ອນໄຂຂອງພະນັກງານບໍານານ ທີ່ສະເໜີຂໍຫັນກຳມະສິດລົດຂອງລັດແຕ່ລະປະເພດ, ການຕີມູນຄ່າ, ການຊຳລະເງິນ ແລະ ຖອນຄືນ ລວມທັງຂັ້ນຕອນການສະສາງ ແລະ ຂໍ້ຫ້າມຕ່າງໆ ໃຫ້ຜູ້ເຂົ້າຮ່ວມຮັບຟັງຕື່ມອີກ.

ຂ່າວ: ໜັງສືພິມຄວາມສະຫງົບ

ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ

0

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ແລະ ອົງການປົກຄອງແຂວງຈໍາປາສັກ ຈັດງານສໍາມະນາດ້ານວິຊາການ ກ່ຽວກັບເສດ ຖະກິດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ” ໃນວັນທີ 2 ມິຖຸນາ 2025 ຜ່ານມາ ເພື່ອສະເຫລີມສະຫລອງຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການສໍາມະນາຄັ້ງນີ້, ມີຄວາມສຳຄັນຫລາຍ ແລະ ເປັນປະໂຫຍດໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ. ນອກນີ້, ຍັງເປັນການແບ່ງປັນບົດຮຽນ ໃນການສົ່ງເສີມດ້ານທຸລະກິດ-ກຸ່ມຜະລິດ ແລະ ສະຫະກອນ ເຊິ່ງບັນດາວິທະຍາກອນ ໄດ້ນຳເອົາບົດຮຽນ ແລະ ປະ ສົບການຕົວຈິງ ມາເຜີຍແຜ່ເຮັດໃຫ້ຜູ້ເຂົ້າຮ່ວມ ສາມາດຮັບຮູ້ເຂົ້າໃຈງ່າຍ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆ ໃນການດໍາເນີນທຸະກິດ-ການຜະລິດ ຕິດພັນກັບການອະນຸລັກ ແລະ ປົກປັກຮັກສາສິ່ງແວດລ້ອມ.

ການສໍາມະນາວິຊາການຄັ້ງນີ້, ເນັ້ນໃສ່ການສົ່ງເສີມການຜະລິດສິນຄ້າກະສິກໍາ ໃນຮູບແບບສະ ຫະກອນ ໂດຍຍົກໃຫ້ເຫັນການເຄື່ອນໄຫວ ຂອງສະຫະກອນຜູ້ປູກພືດຜັກ-ໝາກໄມ້ ກັນທະນະລັກ ຈຳກັດ ຈັງຫວັດສີສະເກດ; ກຸ່ມກະສິກອນຜູ້ປູກອາໂວກາໂດ ອຸບົນຣາຊະທານີ; ຜູ້ກໍ່ຕັ້ງຍີ່ຫໍ້(ແບຣນ)ເຂົ້າສີແສນດາວ ແລະ ໂຄງການສີແສງດາວ ໝູ່ບ້ານນາຢອດ ຈັງຫວັດຮ້ອຍເອັດ ແລະ ຍົກໃຫ້ເຫັນວິທີປະຕິບັດທີ່ດີ ແລະ ແນວຄິດການພັດທະນາຜະລິດຕະພັນ ແລະ ບໍລິການທ້ອງຖິ່ນ ໂດຍຍົກໃຫ້ເຫັນການຄັດສິນຄ້າເຂົ້າວາງຈໍາໜ່າຍໃນປໍ້ານໍ້າມັນ ປຕທ; ການກໍ່ຕັ້ງ ມີກິນຟາມ ແລະ ການກໍ່ຕັ້ງແບຣນສະເລເຕ (Salete Brand) ຈັງຫວັດຂອນແກ່ນ.

ພະຍາກອນອາກາດ ວັນທີ 04 ມິຖຸນາ 2025

0

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງຢູ່ໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 04/06/2025 ຫາ ເວລາ 07 ໂມງ ຂອງວັນທີ 05/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 17-33 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 24-37 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 20-30 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 15-24 ອົງສາ.

ເປີດນໍາໃຊ້ຜະລິດຕະພັນ 𝐎𝐧𝐞𝐁𝐚𝐧𝐤 𝐊𝐢𝐝 ຢ່າງເປັນທາງການ

0

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດ ພິທີນຳໃຊ້ ຜະລິດຕະພັນ OneBank Kid Application ຢ່າງເປັນທາງການ ໃນວັນທີ 30 ພຶດສະພາ ຜ່ານມາ ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດກ່າວເປີດຂອງ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ BCEL (ທຄຕລ) , ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບການຊໍາລະ ທະນາຄານ ແຫ່ງ ສປປ ລາວ (ທຫລ), ທ່ານ ຄໍາວິໄລ ກາດອຸດົມ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ (ທຫລ) ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນັນທະລາດ ແກ້ວປະເສີດ ກ່າວວ່າ: ໃນຍຸກປັດຈຸບັນເຕັກໂນໂລຊີໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ເຂົ້າມາມີອິດທິພົນໃນການດຳລົງຊີວິດຂອງຄົນໃນປັດຈຸບັນ, ທຄຕລ ກໍໄດ້ມີການນໍາໃຊ້ຄວາມກ້າວໜ້າຂອງເຕັກໂນໂລຊີເຂົ້າມາໝູນໃຊ້ວຽກງານປັບປຸງການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ.

ການເປີດນໍາໃຊ້ຜະລິດຕະພັນ OneBank Kid Application ໃນຄັ້ງນີ້ແມ່ນເປັນອີກບາດກ້າວໜຶ່ງແຫ່ງການພັດທະນາຂອງ ທຄຕລ ເພື່ອທີ່ຈະຂະຫຍາຍ ເເລະ ປັບປຸງການບໍລິການໃຫ້ສາມາດຕອບໂຈດໃນຊີວິດປະຈໍາວັນ ແລະ ເຂົ້າເຖິງລູກຄ້າໃນທຸກໆຮູບແບບ. ລ່າສຸດຜົນສໍາເລັດໃນການພັດທະນາແອັບທາງທະນາຄານໃນທ້າຍປີທີ່ຜ່ານມາ ແມ່ນ ທຄຕລ ໄດ້ເປີດຜະລິດຕະພັນເພື່ອໃຫ້ບໍລິການແອັບທີ່ມີຊື່ວ່າ OneBank ທີ່ສາມາດນໍາໃຊ້ ແລະ ຈັດການບັນຊີແບບເປັນກຸ່ມ ຫຼື ເອີ້ນວ່າໃຊ້ບັນຊີແບບຮ່ວມກັນ. ມີການອັບເດດໜ້າຕ່າງ ທີ່ສະແດງ Dashboard ລາຍຮັບ-ລາຍຈ່າຍ ຂອງເດືອນ, ສາມາດ ເປີດບັນຊີ Virtual ຫຼື ບັນຊີ shadow ທີ່ລິ້ງກັບບັນຊີຫຼັກ ເເລະ ການໂອນເງິນແບບ Recurring.

ຜະລິດຕະພັນ OneBank Kid ແມ່ນໄດ້ຕໍ່ຍອດຈາກ One Bank ໃນການນຳໃຊ້ບັນຊີແບບຮ່ວມກັນ ຊຶ່ງຜູ້ປົກຄອງຈະສາມາດສ້າງສິດນໍາໃຊ້ ແລະ ມອບໃຫ້ລູກ ຫຼື ຄົນໃນຄອບຄົວຂອງຕົນເອງ ເພື່ອໄປນໍາໃຊ້ ຜ່ານ OneBank Kid ທີ່ມີຮູບແບບການນໍາໃຊ້ງ່າຍດາຍ, ມີໜ້າຕ່າງ ລູກຫຼິ້ນທີ່ມີສີສັນກວ່າ ແລະ ຈັດສັນສະເພາະແຕ່ຟັງຊັນທີ່ນໍາໃຊ້ໃນຊີວິດປະຈໍາວັນເປັນພື້ນຖານ ເພື່ອແນ່ໃສ່ລູກຄ້າທີ່ເປັນ ເດັກນ້ອຍ ຮຸ່ນເຍົາວະຊົນ ຊຶ່ງເປັນອີກກ້າວສຳຄັນໜຶ່ງໃນການພັດທະນາການບໍລິການທາງການເງິນ ແລະ ເຊື່ອໝັ້ນວ່າການປູກຝັງທັກສະທາງການເງິນຕັ້ງແຕ່ຍັງນ້ອຍຄືຮາກຖານທີ່ໝັ້ນຄົງໃນການສ້າງນິໃສທາງການເງິນທີ່ດີໃນອະນາຄົດ ແລະ ນັ້ນແມ່ນຈຸດປະສົງຂອງການສ້າງແອັບ OneBank Kid ຂຶ້ນມາ, ແອັບການເງິນຮູບແບບໃໝ່ທີ່ອອກແບບສະເພາະສຳລັບເດັກນ້ອຍ ໂດຍມີພໍ່, ແມ່ ເປັນຜູ້ຄຸ້ມຄອງ ແລະ ດູແລ, ກຳນົດວົງເງິນການໃຊ້ຈ່າຍຕໍ່ທຸລະກຳ, ຕໍ່ມື້, ຕໍ່ອາທິດ, ຕໍ່ເດືອນ ສົ່ງເສີມການອອມເງິນ, ສົ່ງເສີມພຶດຕິກຳການໃຊ້ຈ່າຍຢ່າງມີວິໃນ, OneBank Kid ຈະເປັນເຄື່ອງມືທີ່ຊ່ວຍໃຫ້ເດັກນ້ອຍຮຽນຮູ້ວາງແຜນການໃຊ້ເງິນ ແລະ ໃນແອັບຈະມີກະປຸກອອມສິນເພື່ອໃຫ້ເດັກໄດ້ຕັ້ງເປົ້າໝາຍຜ່ານ Future ທີ່ຫຼາກຫຼາຍມີສີສັນເຊັ່ນ: ກະປຸກໝູ, ຕົ້ນໄມ້, ຫີບສົມບັດ ແລະ ອື່ນໆ, ການໃຫ້ເງິນຂະໜົມປະຈຳວັນ, ປະຈຳອາທິດ ຫຼື ສາມາດເອົາໃຫ້ເປັນເດືອນ ພໍ່ ແມ່ ຕັ້ງໂອນແບບ Auto, ສາມາດອອກບັດ Unionpay, Mastercard, ສາມາດສະແກນຈ່າຍ QR Code, ໂອນເງິນ, ຖອນເງິນຜ່ານຕູ້ທີ່ໄດ້ທັງບັດ, QR ແລະ ທີ່ສຳຄັນ OneBank Kid ກໍມີໜ້າຕ່າງ OneID ທີ່ສາມາດສະແກນແທນ QR Code ໄດ້.

ໃນຍຸກແຫ່ງການພັດທະນາທີ່ເຕັກໂນໂລຊີມີຄວາມກ້າວໜ້າສູງ ແລະ ເພື່ອການຫັນເປັນດີຈີຕອນຂອງອຸດສະຫະກໍາການຊໍາລະສະສາງຂອງລາວ ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນ ແລະ ການບໍລິການຢ່າງບໍ່ຢຸດຢັ້ງ ໂດຍທຸກຜະລິດຕະພັນ ແລະ ການບໍລິການ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ເພື່ອນໍາສະເໜີບໍລິການທາງການເງິນທີ່ຫຼາກຫຼາຍທັນສະໄໝ ຕອບສະໜອງຄວາມຕ້ອງການລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ, ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບປະໂຫຍດສູງສຸດ. ຕາມຄຳຂວັນ “ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທັນສະໄໝ ວ່ອງໄວ ໝັ້ນໃຈ”.

(ຂ່າວ: ຕຸໄລເພັດ)

ສສ ຫວຽດນາມ ພິທີເປີດນຳໃຊ້ປະຕູຖານຂໍ້ມູນກົດໝາຍແຫ່ງຊາດ

0

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ຢູ່ສຳນັກງານລັດຖະບານຫວຽດນາມ ທີ່ຮ່າໂນ້ຍ, ທ່ານຟ້າມມິນຈິງ, ນາຍົກລັດຖະໃນຕີແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ພິທີເປີດນຳໃຊ້ປະຕູຖານຂໍ້ມູນກົດໝາຍແຫ່ງຊາດ ເພື່ອກ້າວເຂົ້າສູ່ສັງກາດໃໝ່. ປະຕູຖານຂໍ້ມູນກົດໝາຍແຫ່ງຊາດມີລະຫັດ https://phapluat.gov.vn ໄດ້ສ້າງຂຶ້ນດ້ວຍເປົ້າໝາຍກາຍເປັນເວັບໄຊ ທາງການຮັບໃຊ້ໃຫ້ແກ່ປະຊາຊົນ, ວິສາຫະກິດໃນການຊອກຮູ້, ຖາມຕອບກົດໝາຍ, ຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງ ແລະ ປະສິດທິຜົນ. ໃນໂອກາດນີ້ ທ່ານ ຟ້າມມິນຈິງ, ນາຍົກລັດຖະໃນຕີ ຫວຽດນາມ ເນັ້ນໜັກວ່າ: ການສ້າງປະຕູຖານຂໍ້ມູນກົດໝາຍແຫ່ງຊາດ ສຳເລັດຈະອັບເດັດຂໍ້ມູນຢ່າງໄວວາ, ຊັດເຈນເພື່ອໃຫ້ປະຕູຖານຂໍ້ມູນກົດໝາຍແຫ່ງຊາດ ກາຍເປັນສັນຍາລັກ ຂອງພື້ນຖານນິຕິກຳຢ່າງແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສ.ອາເມລິກາ ຈະເພີ່ມພາສີຕໍ່ເຫລັກກ້າ-ອາລູມິນຽມ ຂຶ້ນເປັນ 50%

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ທ່ານ ໂດ​ນັນ ທ​ຣຳ, ປະທານາທິບໍດີ​ ສ.ອາ​ເມ​ລິກາ ຈະປັບພາສີນຳເຂົ້າເຫລັກກ້າ ແລະ ອາລູມີນຽມ ຂອງ​ ສ.ອາ​ເມ​ລິ​ກາ ຈາກ 25% ໃນ​ປັດຈຸບັນຂຶ້ນເປັນ 50%, ເພື່ອປົກປ້ອງ​ອຸດ​ສາ​ຫະ​ກຳເຫລັກກ້າພາຍໃນປະເທດ. ຂະນະທີ່ບໍລິສັດ​ຕ່າງປະ​ເທດ ​ຍັງ​ສາມາດ​​ແບກ​ຫາບ​ພາສີ​ ເຫລັກ​ກ້າ 25% ​ໃນ​ປະຈຸ​ບັນ ​ໃນ​ລະດັບ​ໃດ​ໜຶ່ງ, ​ແຕ່​ເມື່ອອັດຕາ​ພາສີ ​ເພີ່ມ​ຂຶ້ນ​ເປັນ 50%​ ແລ້ວ, ບໍ​ລິ​ສັດ​ຕ່າງ​ປະ​ເທດ​ເຫລົ່າ​ນີ້ ຈະ​ມີ​ຄວາມ​ຫຍຸ້ງ​ຍາກ ​ໃນການ​ຮັບ​ມື.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ວັນທີ 03 ມິຖຸນາ 2025

0

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງຢູ່ໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 03/06/2025 ຫາ ເວລາ 07 ໂມງ ຂອງວັນທີ 04/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 17-32 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 45%. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນໂດຍສະເພາະ ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 21-28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 24-32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 16-26 ອົງສາ.

ໂຄງ​ການ​ຮ່ວມ​ມື “ທ່ຽນ​ທົ່ງ” ຈະ​ຊຸກ​ຍູ້​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງລາວທັນສະໄຫມເພີ່ມຂຶ້ນ

0

ສປປ ລາວ ຈະກ້າວຂ້າມຜ່ານການນໍາໃຊ້ໂທລະສັບມືຖືດ້ວຍລະບົບສັນຍານສາຍໄຍແກ້ວ ຫລື ສາຍກາບມາເປັນລະບົບສັນຍານມືຖືຈາກດາວທຽມໂດຍກົງ ເຊິ່ງຄາດວ່າມັນຈະເປັນສິ່ງທ້າທາຍໃໝ່ໆ ແລະ ຫັນເປັນສັງຄົມດິຈິຕອນທັນສະໄໝເພີ່ມຂຶ້ນທ່າມກາງລັດຖະບານໄດ້ວາງວິໄສທັດການຫັນອຸດສາຫະກໍາທັນສະໄໝ, ພັດທະນາເສດຖະກິດດິຈິຕອນ ແລະ ການພັດທະນາສີຂຽວຍືນຍົງໄລຍະຕໍ່ໜ້າ.

ຫລ້າສຸດ ບໍລິສັດອີທີແອລຈໍາກັດ ແລະ ຈາຍນາທີລີຄອມ (China Telecom )ສາຂາການສື່ສານຜ່ານດາວທຽມ ໄດ້ຈັດພິທີເປີດໂຕການບໍລິການສື່ສານຜ່ານດາວທຽມທ່ຽນທົ່ງຢ່າງເປັນທາງການທີ່ນະຄອນຫລວງວຽງຈັນໃນວັນທີ 16 ພຶດສະພາ 2025 ນີ້ ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ໂທລະສັບມືຖືໃນປະເທດລາວຈະສາມາດເຊື່ອມຕໍ່ກັບດາວທຽມໂດຍກົງບໍ່ຕ້ອງໃຊ້ອຸປະກອນເພີ່ມຕື່ມດ້ວຍລະບົບເຕັກ ໂນໂລຊີທັນສະໄໝທີ່ສຸດ.

ການຮ່ວມມືນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ລາວກາຍ ເປັນໜຶ່ງໃນສະມາຊິກອາຊຽນໄດ້ນໍາເອົາລະບົບແບບນີ້ມາໃຊ້ຢ່າງເປັນທາງການ ແລະ ຢືນຢັນເຖິງຄວາມຕັ້ງໃຈຂອງລັດຖະບານເພື່ອການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນໄລຍະ 20 ປີ (2021-2040).

ນອກຈາກນັ້ນ ໃນອະນາຄົດ ພວກເຮົາອາດຈະບໍ່ເຫັນສາຍໄຍແກ້ວ ຫລື ສາຍໂທລະຄົມຕາມເສົາໄຟຟ້າ, ຕາມອາຄານ ແລະ ສະຖານທີ່ສໍາຄັນອື່ນໆອີກຕໍ່ໄປ ເຊິ່ງການໃຊ້ໂທລະສັບມືຖືຜ່ານສັນຍານດາວທຽມໂດຍກົງນັ້ນຈະຊ່ວຍຫລຸດຕົ້ນທຶນໃນການຊື້ສາຍໄຍແກ້ວ, ເສົາຕັ້ງສັນຍານ ແລະ ອຸປະກອນອື່ນໆທີກ່ຽວຂ້ອງ.

ທ່ານ ສົມພອນ ສີຫາລາດ, ຫົວຫນ້າກົມຄື້ນຄວາມຖີ່ ໄດ້ກ່າວລະຫວ່າງພິທີເປີດນໍາໃຊ້ລະບົບອິນເຕີເນັດຜ່ານດາວທຽມວ່າ “ການຮ່ວມມືນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນໄລຍະ 20 ປີ (2021-2040) ແລະ ມຸ່ງຫມັ້ນທີ່ຈະສ້າງອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ໂດຍຫລຸດຜ່ອນຂໍ້ຈຳກັດ.” ການບໍລິການດາວທຽມທ່ຽນທົ່ງຈະຊ່ວຍປັບປຸງການເຊື່ອມຕໍ່ໃນເຂດຫ່າງໄກສອກຫລີກທີ່ຂາດສັນຍານພາກພື້ນດິນ, ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ການຮັບມືໄພພິບັດ ແລະ ອື່ນໆ. ການຮ່ວມມືລະຫວ່າງອີທີແອວ (ETL) ແລະ China Telecom ໄດ້ຮັບການຊີ້ນໍາຈາກສອງລັດຖະບານພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເຊິ່ງເປັນພື້ນຖານສໍາລັບຄວາມສໍາເລັດຂອງໂຄງການນີ້.

ໃນໂອກາດດຽວກັນນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ມີຄໍາເຫັນວ່າ: ປັດຈຸບັນນີ້, ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆເປັນຕົ້ນ: ການຄ້າເອເລັກໂຕຣນິກ, ລະບົບໂລຈິດສະຕິກທັນສະໄໝ, ເຮືອບິນບໍ່ມີຄົນຂັບ (Drone), ເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ເຕັກໂນໂລຊີດີຈິຕອນອື່ນໆ. ບັນດາຫົວໜ່ວຍທຸລະກິດໃນ​ຂົງ​ເຂດເຫລົ່ານັ້ນ ສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.800 ຕື້ກວ່າກີບ; ຂະຫຍາຍສາຍກາບ-ສາຍໄຍແສງໄດ້ທັງໝົດ 97.000 ກວ່າກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ຕົ້ນປີ2024 ເປັນຕົ້ນມາຄາດວ່າໃນປີ 2026 ຈະຄວບຄຸມໄດ້ 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ; ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີທັງໝົດ 7 ລ້ານກວ່າເລກໝາຍ.

ເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກໂຕຣນິກ, ທຸລະກິດ Start-Up, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ການສຶກສາທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດີຈິຕອນ ແລະ ການຖ່າຍທອດເຕັກໂນໂລຊີດິຈິຕອນທີ່ກ້າວໜ້າຂອງໂລກ ເຂົ້າມາປະເທດເຮົາເພື່ອປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາການຫັນເປັນດີຈິຕອນບົນ 3 ເສົາຄໍ້າຄື: ສ້າງການບໍລິຫານ ແລະ ການບໍລິການຂອງລັດແບບດີຈິຕອນ, ສ້າງເສດຖະກິດດີຈິຕອນ ແລະ ສ້າງສັງຄົມດີຈິຕອນໃຫ້ປາກົດຜົນເປັນຈິງໃນປະເທດເຮົາ. ສະນັ້ນພວກ ເຮົາຈິ່ງມີຄວາມຈໍາເປັນຕ້ອງຮ່ວມມືກັບປະເທດເພື່ອນມິດ ແລະ ຄູ່ຮ່ວມມືສາກົນຢ່າງຕັ້ງໜ້າ ໂດຍສະເພາະ ສປ ຈີນພາຍໃຕ້ຄູ່ຮ່ວມ ຊາຕາກໍາດຽວກັນລະຫວ່າງສອງພັກ-ສອງລັດລາວ-ຈີນ, ເພື່ອຫຼຸດ​ຊ່ອງ​ຫວ່າງ​ດ້ານ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ ເສດ​ຖະ​ກິດ​ດິ​ຈິ​ຕອນ ແລະ ສັງ​ຄົ​ມ​ດິ​ຈິ​ຕອນ ແລະ ກ້າວໄປຫາຄວາມເລີນຮຸ່ງເຮືອງ, ປະຊາຊົນກິນອິ່ມນຸ່ງອຸ່ນ, ມີຄວາມສະຫງົບສຸກ ແລະ ກ້າວໜ້າໄປພ້ອມໆກັນ.

ອີງຕາມເວບໄຊດາຕ້າຣີຟອດຕັລ( Data Reportal) ໄດ້ລາຍງານວ່າ: ສປປ ລາວກຳລັງກ້າວເຂົ້າສູ່ຍຸກດິຈິຕອນຢ່າງວ່ອງໄວ ແລະ ໃນປີ 2025 ນີ້, ລາວ ມີຈຳນວນຜູ້ໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ (Social media) ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍມີຈຳນວນຜູ້ໃຊ້ອິນເຕີເນັດເພີ່ມຂຶ້ນ 1.4% ເທົ່າກັບເກືອບ 5 ລ້ານຄົນ ໃນນັ້ນມີຜູ້ໃຊ້ສື່ສັງຄົມອອນ (Social media) ເພີ່ມຂຶ້ນ 13% ເທົ່າກັບກວ່າ 4 ລ້ານຄົນ.

ເຖິງວ່າຈະມີຜູ້ໃຊ້ອິນເຕີເນັດເກືອບ 5 ລ້ານຄົນທົ່ວປະເທດລາວ ແຕ່ກໍຍັງກວມເອົາອັດຕາສ່ວນພຽງ 63.6% ເທົ່ານັ້ນຈາກປະຊາກອນທັງໝົດ. ໃນຂະນະທີ່ມີຜູ້ໃຊ້ ສື່ສັງຄົມອອນລາຍ(Social media) ກວມເອົາ 54.3% ນອກຈາກນີ້, ຈຳນວນຜູ້ໃຊ້ໂທລະສັບມືຖືຍັງເພີ່ມຂຶ້ນ 0.9% ຄິດເປັນ 6.78 ລ້ານຄົນ ເຮັດໃຫ້ມີຜູ້ໃຊ້ໂທລະສັບມືຖືກວມເອົາ 86.7% ຂອງປະຊາກອນ.

ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ເຖິງວ່າອັດຕາເຂົ້າເຖິງອິນເຕີເນັດຈະສູງຂຶ້ນ ແຕ່ຍັງມີຊ່ອງຫວ່າງໃນການເຂົ້າເຖິງເຕັກໂນໂລຊີ ໂດຍສະເພາະເຂດຊົນນະບົດໃນ ສປປ ລາວ ທີ່ຍັງມີປະຊາກອນອາໄສຢູ່ກວມເອົາ 60.8% ຂອງປະຊາກອນທັງໝົດ.

ການຂະຫຍາຍຕົວຂອງອິນເຕີເນັດ ແລະ ສື່ສັງຄົມອອນລາຍ (Social media) ໃນ ສປປ ລາວ ສະແດງໃຫ້ເຫັນເຖິງການພັດທະນາ ແລະ ການເຂົ້າເຖິງເຕັກໂນໂລຊີທີ່ເພີ່ມຂຶ້ນໃນທຸກໆປີ ແຕ່ຍັງມີຄວາມທ້າທາຍໃນການຂະຫຍາຍໄປສູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເຊື່ອມຕໍ່ທີ່ດີຂຶ້ນ. ການເປີດໂຕໃຫ້ບໍລິການດາວທຽມທ່ຽນທົ່ງຄັ້ງນີ້ ບໍ່ພຽງແຕ່ເປັນການປະກາດຄວາມກ້າວໜ້າທາງເທັກໂນໂລຊີເທົ່ານັ້ນ, ແຕ່ຍັງເປັນຄຳໝັ້ນສັນຍາທີ່ຈະຫລຸດຜ່ອນຊ່ອງວ່າງດ້ານການເຊື່ອມຕໍ່, ສ້າງສັງຄົມດິຈິຕອນທົ່ວເຖິງ ແລະ ຍືນຍົງ. ດ້ວຍບໍລິການນີ້, ສປປ ລາວ ກຳລັງກ້າວເຂົ້າສູ່ອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ຢ່າງບໍ່ມີຂອບເຂດ, ສ້າງທ່າແຮງໃໝ່ໃຫ້ແກ່ປະຊາຊົນ ແລະ ປະເທດຊາດ.

ການນໍາເອົາລະບົບທີ່ວ່ານັ້ນເຂົ້າມານໍາໃຊ້ໃນ ສປປ ລາວ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານໃນການຫັນ ເປັນອຸດສາຫະກໍາ ທັນສະໄໝ, ການຫັນເປັນສັງຄົມດິຈິຕອນ ແລະ ການພັດທະນາສີຂຽວຍືນຍົງຢ່າງແທ້ຈິງ. ໄລຍະຜ່ານມາ ດັ່ງທີ່ພວກເຮົາໄດ້ຟັງ ແລະ ຮັບຮູ້ເຂົ້າໃຈເລື້ອຍໆວ່າ: ປັດສະຍາຊີວິດຂອງມະນຸດເຮົາທີ່ເພີ່ງພາໄສ 4 ປັດໃຈພື້ນຖານນັ້ນ (ເຄື່ອງນຸ່ງຫົ່ມ,ອາຫານ, ຢາປິ່ນປົວພະຍາດ ແລະ ທີ່ຢູ່ອາໄສ) ໃນເມື່ອກ່ອນອາດ ບໍ່ພຽງພໍກັບຄວາມຕອ້ງການຍຸກໂລກາພິວັດອີກຕໍ່ໄປ ເມື່ອສັງຄົມມະນຸດຍັງມີ ຄວາມຈໍາເປັນຕ້ອງການເພີ່ມປັດໄຈທີ 5 ທີ່ເປັນຫົວຈັກຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນຢ່າງຮອບດ້ານ ຈາກເຕັກໂນໂລຊີຂັ້ນສູງເໝືອນ ກັບຄໍາເວົ້າຂອງຊາວບູຮານທີ່ວ່າ “ ຍຸກຫູແກ້ວຕາທິບ ” ຈະເກີດຂຶ້ນໃນສະຕະວັດທີ 21 ນີ້ຢ່າງຫລີກລ່ຽງບໍ່ໄດ້ຢ່າງແນ່ນອນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

ສະຫລອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

0

ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ, ວັນສົນທິສັນຍາ ວ່າດ້ວຍສິດທິເດັກ, ວັນເດັກໂລກ 20 ພະຈິກ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ” ໃນວັນທີ 2 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະນໍາກະຊວງ, ຄະນະກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ພ້ອມດ້ວຍ ລູກ-ຫລານ ຂອງພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ວັນເດັກໂລກ 20 ພະຈິກ 2025 ນັບແຕ່ອະດີດຈົນເຖິງປັດຈຸບັນ, ສະເພາະ ສປປ ລາວ ແມ່ນມີມູນເຊື້ອຈັດຕັ້ງສະເຫລີມສະຫລອງວັນເດັກສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດເປັນຕົ້ນມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງເດັກ ເຊິ່ງປຽບເໝືອນໜໍ່ແໜງຂອງຊີວິດໃນມື້ນີ້ ເພື່ອກ້າວໄປເປັນອະນາ ຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ, ເດັກທຸກຄົນຕ້ອງໄດ້ຮັບການປົກປ້ອງ ແລະ ດູແລເບິ່ງແຍງເປັນພິເສດ, ເດັກມີສິດທິເທົ່າທຽມກັນທັງຍິງ ແລະ ຊາຍ ໃນທຸກໆດ້ານ ເປັນຕົ້ນ ສິດໃນການໄດ້ຮັບການສຶກສາ, ສິດໃນການສະ ແດງອອກ ແລະ ອື່ນໆ. ສະນັ້ນ, ຜູ້ປົກຄອງທຸກທ່ານ ຄວນເອົາໃຈໃສ່ເບິ່ງແຍງລູກຫລານຂອງຕົນ ພ້ອມໃຈກັນມີສະ ຕິປົກປ້ອງ ແລະ ປ້ອງກັນທຸກປະກົດການຫຍໍ້ທໍ້ໃນສັງຄົມທີ່ບໍ່ເພິ່ງປາຖະໜາ ທີ່ອາດເກີດຂຶ້ນຕໍ່ກັບເດັກ.

ໃນພິທີດັ່ງກ່າວ, ໄດ້ຮັບຊົມ ການສະແດງສິລະປະ (ຮ້ອງເພງ, ເດີນແບບ) ແລະ ຖາມ-ຕອບຄວາມຮູ້ຮອບຕົວຂອງລູກຫລານພະນັກງານພາຍໃນກະຊວງການຕ່າງປະເທດ.

ຂ່າວ-ພາບ: ກຕທ