Wednesday, December 3, 2025
Home Blog Page 7

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

0

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ລາຍງານວ່າ: ລັດຖະບານໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງກວ່າເກົ່າ ໂດຍການຫັນເປັນທັນສະໄໝ ໂດຍການພັດທະນາເຄື່ອງມືເກັບລາຍຮັບ ຄຽງຄູ່ກັບການຂະຫຍາຍຖານລາຍຮັບ, ເພີ່ມທະວີການກວດກາຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ເປັນຕົ້ນການລັກລອບໜີພາສີ-ຫຼົບຫຼີກອາກອນ. ພ້ອມນັ້ນ, ກໍໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າຕົນເອງຫຼາຍຂຶ້ນ ຊຶ່ງຜ່ານການປະຕິບັດບັນດາມາດຕະການດັ່ງກ່າວ ເຮັດໃຫ້ສາມາດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ.ອັນພົ້ນເດັ່ນ ການຂາດດຸນງົບປະມານຫຼຸດລົງ ແລະ ກ້າວໄປສູ່ການເກີນດຸນຈາກການຂາດດຸນ 1% ມາເປັນເກີນດຸນ 1.4% ຫຼື ຈາກ ຂາດດຸນ 10,500 ຕື້ກີບ ມາເປັນ ເກີນດຸນ 18,385.75 ຕື້ກີບ, ໜີ້ສິນຫຼຸດລົງ ຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025.ດ້ານລາຍຮັບງົບປະມານໄລຍະ 5 ປີຜ່ານມາ ປະຕິບັດໄດ້ 251,910.8 ຕື້ກີບເທົ່າກັບ 140% ຂອງແຜນການ 5 ປີ ຫຼື ເທົ່າກັບ 18,65 % ຂອງ GDP (ແຜນການ 5 ປີ ໃຫ້ໄດ້ 179,500 ຕື້ກີບ ຫຼື ເທົ່າກັບ 17% ຂອງ GDP). ສໍາລັບປີ 2025 ປະຕິບັດໄດ້ 60,580 ຕື້ກີບ ເທົ່າກັບ 86% ຂອງແຜນການປີ ຫຼື ເທົ່າກັບ 14.62% ຂອງ GDP. ຄາດຄະເນໝົດປີ 2025 ຈະສາມາດຈັດເກັບລາຍຮັບໄດ້ ປະມານ 77,607 ຕື້ກີບ ເທົ່າກັບ 114% ຂອງແຜນການປີ ເທົ່າກັບ 20% ຂອງ GDP (ເກີນແຜນປະມານ 9,508 ຕື້ກີບ).

ທ່ານ ສອນໄຊ ສີພັນດອນ ລາຍງານຕື່ມວ່າ: ສໍາລັບດ້ານລາຍຈ່າຍງົບປະມານ ໄລຍະ 5 ປີ ຄາດວ່າສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 233,515.02 ຕື້ກີບ ເທົ່າກັບ 123% ຂອງແຜນການ 5 ປີ ຫຼື ເທົ່າກັບ 17.27% ຂອງ GDP (ແຜນການ 5 ປີ 190,000 ຕື້ກີບ ຫຼືເທົ່າກັບ 18% ຂອງ GDP). ປີ 2025 ປະຕິບັດໄດ້ 49,083 ຕື້ກີບ ເທົ່າກັບ 68% ຂອງແຜນການປີ ຫຼື ເທົ່າກັບ 12.51% ຂອງ GDP, ຄາດຄະເນແຜນລາຍຈ່າຍໝົດປີ 2025ຈະປະຕິບັດໄດ້ຕາມແຜນການທີ່ສະພາແຫ່ງຊາດຮັບຮອງ (71,850 ຕື້ກີບເທົ່າກັບ 19,16% GDP) ຊຶ່ງລາຍຈ່າຍສ່ວນໃຫຍ່ ຍັງແມ່ນບັນດາລາຍຈ່າຍບູລິມະສິດຂອງລັດຖະບານ ເຊັ່ນ: ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໜັກ,ການຊໍາລະໜີ້ຕາມຂໍ້ຜູກພັນສັນຍາ, ລາຍຈ່າຍຮັບໃຊ້ວັນສຳຄັນຂອງຊາດ ແລະ ການເຄື່ອນໄຫວຂອງບັນດາກົງຈັກຂອງພັກ-ລັດຖະບານ ແລະ ອື່ນໆ. ໄດ້ສືບຕໍ່ແກ້ໄຂໜີ້ສິນຕ່າງປະເທດ ໂດຍໄດ້ສຸມໃສ່ການເຈລະຈາເລື່ອນຊໍາລະໜີ້, ອອກພັນທະບັດລະດົມເງິນ, ຈັດເກັບຄືນເງິນກູ້ຢືມຕໍ່, ຈໍາກັດເງິນກູ້ຢືມໃໝ່ທີີ່ບໍ່ມີປະສິດທິຜົນ, ຄົ້ນຄວ້າປັບໂຄງສ້າງໜີ້ ແລະ ອືີ່ນໆ.

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

0

ເຊົ້າວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕເພື່ອມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ – ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.

ຄະນະຕ້ອນຮັບຢູ່ສະໜາມບິນ, ຝ່າຍລາວ ນໍາໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຮອງປະທານສະພາທິດສະດີສູນກາງພັກ, ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ; ຝ່າຍຈີນ, ນໍາໂດຍສະຫາຍ ນາງຝາງຫົງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສປຈີນປະຈຳສປປ ລາວ ພ້ອມດ້ວຍຄະນະ.

ການມາເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້, ແມ່ນພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ຊຶ່ງເປັນຫົວຂໍ້ໃຫຍ່ທີ່ມີຄວາມໝາຍສໍາຄັນທາງດ້ານທິດສະດີແລະພຶດຕິກຳ ທີ່ເປັນບັນຫາທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາພາຮອບດ້ານຂອງພັກຕໍ່ກັບການພັດທະນາເສດຖະກິດ-ສັງຄົມໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025)ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

ໃນການມາເຖິງຄັ້ງນີ້, ຄະນະຍັງໄດ້ໄປຢ້ຽມຢາມຕໍານັກຜ້າໄໝລາວບູຮານ ຢູ່ນະຄອນຫຼວງວຽງຈັນ; ຈາກນັ້ນ, ກໍໄດ້ເດີນທາງໄປແຂວງຈໍາປາສັກ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ຊຶ່ງໄດ້ຮັບການຕ້ອນຮັບຢູ່ສະໜາມບິນສາກົນປາກເຊ ໂດຍສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ພ້ອມດ້ວຍຄະນະ.

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

0

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນກ່າວວ່າ ເພື່ອສັງລວມ ແລະ ຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານໃນ 1 ເດືອນຜ່ານມາ ພ້ອມກັນນັ້ນກໍຈະໄດ້ປຶກສາຫາລືພິຈາລະນາວຽກງານສໍາຄັນ ເພື່ອມີຄວາມເປັນເອກະພາບຮ່ວມກັນໃນແຕ່ລະບັນຫາ ແລະ ວາງແຜນໜ້າວຽກສໍາຄັນໃນ 1 ເດືອນຕໍ່ໜ້າ ເລັ່ງໃສ່ວຽກງານຈຸດສຸມທ້າຍສະໄໝໃຫ້ໄດ້ຖືກຈັດຕັ້ງປະຕິບັດມີຄວາມຄ່ອງຕົວ ໃນເດືອນຕໍ່ໜ້ານີ້ເຫັນວ່າຍັງມີຂ່າວພະຍາກອນອາກາດເຖິງສະພາບພາຍຸສະນັ້ນຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຄວາມສ່ຽງໄພທຳມະຊາດຕ່າງໆພວກເຮົາຕ້ອງມີແຜນຮັບມືແຜນສະກັດກັ້ນ ແຜນແກ້ໄຂ ແລະ ແຜນຟື້ນຟູໃນກໍລະນີເກີດເຫດການຕ່າງໆ.

ກອງປະຊຸມຮັບຟັງການລາຍງານກ່ຽວກັບການກະກຽມຄວາມພ້ອມໃນການຈັດງານສໍາຄັນຂອງພັກ-ຂອງຊາດຄື ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ກ້ອນສວນສະໜາມ ຂອງນະຄອນຫຼວງວຽງຈັນເພື່ອເຂົ້າຮ່ວມຂະບວນສວນສະໜາມໃນງານສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ການອະນາໄມ ແລະ ປະດັບປະດາພ້ອມນີ້ທ່ານປະທານກໍໄດ້ມີຄຳເຫັນເຈາະຈີ້ມຕໍ່ພາກສ່ວນທີ່ກ່ຽວຂ້ອງຄະນະຮັບຜິດຊອບຄົ້ນຄວ້າກຳນົດ ແລະ ກະກຽມກ້ອນສວນສະໜາມຂອງນະຄອນຫຼວງວຽງຈັນ ຮັບຟັງການລາຍງານກ່ຽວກັບຮ່າງບົດບັນທຶກການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ-ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ສສ ຫວຽດນາມໄລຍະປີ 2026-2030 ຈາກນັ້ນປະທານກອງປະຊຸມກໍໄດ້ໃຫ້ທິດຊີ້ນໍາກ່ຽວກັບການກະກຽມຈັດງານເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ໃຫ້ທິດຊີ້ນໍາກ່ຽວກັບໂຄງການສໍາຫຼວດ-ອອກແບບວາງແຜນຜັງເທດສະບານເມືອງນາຊາຍທອງ ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ທິດຊີ້ນໍາກ່ຽວກັບແຜນການປັບປຸງສ້ອມແປງເສັ້ນທາງໃນນະຄອນຫຼວງວຽງຈັນປະຈໍາປີ 2025.

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

0

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບູລັກ ນັນທະສອນ ປະທານບໍລິສັດ BUBER CONNECT -PancakeLaosໄດ້ເປັນຜູ້ຕາງໜ້າຂຶ້ນເປີດນຳໃຊ້ລະບົບ Pancake Laos ຢ່າງເປັນທາງການ, ເຊິ່ງເປັນການໝາຍເຖິງການຍົກລະດັບການບໍລິການໃຫ້ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ ພ້ອມທັງໄດ້ຮ່ວມລົງນາມການເຊັນ ບັນທຶກຄວາມເຂົ້າໃຈ (MOA) ລະຫວ່າງ Pancake Laos ແລະ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນເພື່ອສານຕໍ່ຄວາມເຂັ້ມແຂງທາງດ້ານທຸລະກິດແລະການຕະຫຼາດອອນລາຍ.

ໃນຕອນທ້າຍຂອງງານ,ມີພິທີມອບລາງວັນPancakeRisingStarເພື່ອເປັນການຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນໃຫ້ກັບບັນດາຮ້ານຄ້າທີ່ມີຍອດຂາຍສູງສຸດອີກດ້ວຍການຈັດງານໃນຄັ້ງນີ້ຖືເປັນບາດກ້າວສຳຄັນ

ຂອງ Pancake Laos ໃນການສ້າງເຄືອຂ່າຍທີ່ເຂັ້ມແຂງ, ຍົກລະດັບມາດຕະຖານການບໍລິການ ແລະ ກ້າວໄປສູ່ການເປັນຜູ້ນຳໃນຕະຫຼາດພາຍໃນພາກພື້ນຢ່າງໝັ້ນຄົງ.

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

0

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.

ໂຄງການດັ່ງກ່າວມີຈຸດປະສົງ ເພື່ອເພີ່ມລາຍໄດ້ໃຫ້ແກ່ປະຊາຊົນຢູ່ຊົນນະບົດ ໂດຍນຳໃຊ້ເຕັກນິກ ແລະ ນະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນຂະບວນການປຸງແຕ່ງອາຫານພື້ນເມືອງ ແລະ ເສີມສ້າງຄວານທົນທານ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາ ກາດຂອງຊຸມຊົນໃນໄລຍະຍາວ. ຜະລິດຕະພັນໄຄ ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ ໄຄແຜ່ນ ແມ່ນໄຄແມ່ນ້ຳທີ່ອຸດົມໄປດ້ວຍສານອາຫານ ເຊິ່ງຊຸມຊົນຕາມແຄມແມ່ນ້ຳຂອງໄດ້ເກັບກ່ຽວ ແລະ ປຸງແຕ່ງມາແຕ່ດົນນານ. ໂຄງການໃໝ່ນີ້ ຈະພັດທະນາການຜະລິດໃຫ້ທັນສະໄໝ, ຮັບປະກັນຄຸນນະພາບໃຫ້ສູງຂຶ້ນ, ຍືດອາຍຸການເກັບຮັກສາໃຫ້ຍາວຂຶ້ນ ແລະ ເຊື່ອມຕໍ່ຊາວກະສິກອນໃຫ້ເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນທີ່ກວ້າງຂຶ້ນ. ໂດຍການສະໜັບສະໜູນຈາກ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເທັກໂນໂລຊີແຫ່ງປະເທດໄທ (TISTR) ເພື່ອພັດທະນາ ແລະ ປັບປຸງການແປຮູບ, ການຫຸ້ມຫໍ່ ແລະ ການຕະຫຼາດຂອງໄຄແຜ່ນ. ໂດຍການຮ່ວມມືນີ້, ຊາວກະສິກອນທ້ອງຖິ່ນ ຈະໄດ້ຮັບການຝຶກອົບຮົມພາກປະຕິບັດຕົວຈິງ ທາງດ້ານວິທີການເກັບ ແລະ ການຕາກແຫ້ງແບບທັນສະໄໝ. ໂຄງການນີ້ຍັງຈະແນະນຳວິທີການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ຮັກສາລົດຊາດທຳມະຊາດ ແລະ ສານອາຫານຂອງໄຄແຜ່ນ ພ້ອມທັງຫຼຸດຜ່ອນສິ່ງເສດເຫຼືອ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.

ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໂຄງການຮ່ວມມືນີ້ສາມາດເວົ້າໄດ້ວ່າ ເປັນການສືບທອດພູມປັນຍາຂອງຊຸມຊົນທ້ອງຖິ່ນຈາກການຜະລິດແບບປະຖົມປະຖານ ໄປສູ່ການຜະລິດທີ່ທັນສະໄໝ ໂດຍນຳໃຊ້ນະວັດຕະກຳ ທີ່ຍັງຮັກສາເອກະລັກ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ, ຊຶ່ງສອດຄ່ອງກັບແຜນພັດທະນາຂະແໜງກະສິກຳ ແລະ ສິ່ງແວດລ້ອມ 2026-2030, ໂດຍສະເພາະ ແມ່ນວຽກງານຄວາມໝັ້ນຄົງດ້ານສະບຽງອາຫານ-ໂພຊະນາການ ແລະ ແຜນງານການຜະລິດ-ການປຸງແຕ່ງ. ເປົ້າໝາຍຫຼັກຂອງໂຄງການນີ້ ແມ່ນຄວາມມຸ່ງໝັ້ນຕໍ່ການປັບຕົວ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ສົ່ງເສີມໄຄແຜ່ນ ໃຫ້ເປັນຜະລິດຕະພັນທີ່ຍືນຍົງ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ທີ່ຍົກລະດັບຄວາມຮູ້ຂອງປະຊາຊົນ ແລະ ການນໍາໃຊ້ຊັບພະຍາກອນຢ່າງມີຄວາມຮັບຜິດຊອບໃນທ້ອງຖິ່ນ.

ທ່ານ ນາງ Busadee Santipitaks ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ກ່າວວ່າ: ໂຄງການໄຄແຜ່ນນີ້ ແມ່ນຕົວຢ່າງທີ່ໜ້າພູມໃຈຂອງການສະໜັບສະໜູນຂອງ MRC ໃຫ້ແກ່ການພັດທະນາຊຸມຊົນ ໂດຍຜ່ານນະວັດຕະກໍາ ແລະ ການຮ່ວມມື. ຊຶ່ງໄດ້ເນັ້ນໜັກໃສ່ກິດຈະກຳການຮ່ວມມືກັນ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດທີ່ສະຫຼາດ ແລະ ການຂັບເຄື່ອນໂດຍຊຸມຊົນເອງ. ການສະຫນອງເຄື່ອງມື ແລະ ການຝຶກອົບຮົມໃຫ້ແກ່ຊາວກະສິກອນທ້ອງຖິ່ນ ໂດຍໂຄງການຈະຊ່ວຍເຊື່ອມຕໍ່ການເກັບກ່ຽວແບບຍືນຍົງຂອງຊຸມຊົນເຂົ້າກັບຕະຫຼາດໂລກ, ພວກເຮົາກຳລັງສ້າງຄວາມທົນທານທາງດ້ານເສດຖະກິດ ຈາກລະດັບຮາກຖານ ແລະ ໃຫ້ກຽດແກ່ການເຊື່ອມໂຍງທາງວັດທະນະທຳຢ່າງເລິກເຊິ່ງ ລະຫວ່າງ ແມ່ນ້ຳ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມແມ່ນ້ຳ.

ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ໄດ້ເນັ້ນໜັກເຖິງ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນດ້ວຍວິ ທະຍາສາດ, ນະວັດຕະກຳ ແລະ ການຮ່ວມມືທີ່ຊ່ວຍໃຫ້ໂຄງການນີ້ ສາມາດເພີ່ມທະວີຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງຄວາມທົນທານໃນການຮັບມືກັບສິ່ງທ້າທາຍຕ່າງໆທີ່ຈະເກີດຂຶ້ນ, ສະແດງໃຫ້ເຫັນວ່າການສະໜັບສະໜູນດັ່ງກ່າວແມ່ນມີຄວາມສຳຄັນທີ່ຈະເຮັດໃຫ້ຊຸມຊົນສາມາດເຕີບໂຕ ແລະ ເປັນຜູ້ນຳໃນການພັດທະນາແບບຍືນຍົງ.

ທ່ານ ນາງ ສີລິພອນ ໄດ້ກ່າວຕື່ມວ່າ: ໃນຖານະອົງການປົກຄອງທ້ອງຖິ່ນ, ພວກເຮົາມີຄວາມມຸ່ງໝັ້ນຢ່າງເຕັມທີ່ທີ່ຈະສືບຕໍ່ສະໜັບສະໜູນໂຄງການນີ້. ພວກເຮົາຈະເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມງານ ເພື່ອຂະຫຍາຍໂຄງການນີ້ໄປຫາຊຸມຊົນອື່ນໆ, ສົ່ງເສີມການຄົ້ນ ຄວ້າ ແລະ ການພັດທະນາຕື່ມອີກ ແລະ ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ທີ່ມາຈາກໄຄໃຫ້ມີມູນຄ່າເພີ່ມຂຶ້ນ, ມີຄວາມຍືນຍົງ ແລະ ໃຫ້ໂອກາດແກ່ທຸກຄົນ.

ເພື່ອສະທ້ອນເຖິງຄວາມຮ່ວມມືນີ້ ທ່ານ Amorn Iamsripong ຕົວແທນຈາກ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ ໄດ້ກ່າວວ່າ: ຕະຫຼອດການເຮັດວຽກຂອງພວກເຮົາ, ບໍລິສັດໄດ້ມີການຮ່ວມມືຢ່າງໃກ້ຊິດກັບອົງການຈັດຕັ້ງຂອງລັດຖະບານ ແລະ ຊຸມຊົນທ້ອງຖິ່ນເພື່ອຮັບປະກັນໃຫ້ທຸກໆຂັ້ນຕອນຂອງໂຄງການ ເຄົາລົບປະເພນີ ແລະ ວິຖີຊີວິດຂອງຊຸມຊົນທ້ອງຖິ່ນ. ພວກເຮົາເຊື່ອວ່າການຮ່ວມມື ແລະ ຄວາມໄວ້ວາງໃຈແມ່ນພື້ນຖານຂອງການພັດທະນາທີ່ຍືນຍົງ.

ໃນພິທີເປີດຕົວໄດ້ມີການນໍາສະເໜີກ່ຽວກັບ ມາດຕະຖານຄຸນນະພາບຂອງຜະລິດຕະພັນ ທີ່ຈະປັບປຸງໃຫ້ດີຂຶ້ນ ແລະ ໄດ້ເຂົ້າຢ້ຽມຢາມສະຖານທີ່ຜະລິດ, ຊຶ່ງເຮັດໃຫ້ບັນດາແຂກຜູ້ມີກຽດ ແລະ ຄູ່ຮ່ວມງານໄດ້ເຫັນສະພາບຄວາມເປັນຈິງຂອງຊຸມຊົນ.

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

0

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນວັນທີ 10 ພະຈິກນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສົມມາດ ພົນເສນາ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂຫຼາຍບັນຫາສຳຄັນ ເປັນຕົ້ນ ໃຫ້ສືບຕໍ່ປະຕິບັດຄາດໝາຍ ທີ່ຕິດພັນກັບການແກ້ໄຂຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ, ຄວາມຍຸຕິທຳຂອງສັງຄົມ ໂດຍສະເພາະ ການປະຕິບັດກົດໝາຍໃຫ້ມີຜົນສັກສິດ ເປັນຕົ້ນ ການປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຫຼາຍຂຶ້ນ.

ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບາງຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ເຫັນວ່າມີຄວາມຄືບໜ້າຊ້າ ແລະ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການເຕີບໂຕຂອງເສດຖະກິດ ເຖິງວ່າລວມຍອດຜະລິດຕະພັນພາຍໃນ ໄດ້ຕາມແຜນການກໍຕາມ, ແຕ່ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄລຍະ 5 ປີ ໄດ້ພຽງ 2,085 ໂດລາຕໍ່ຫົວຄົນ (ມະຕິສະພາ 2,880 ໂດລາຕໍ່ຄົນຕໍ່ປີ), ເນື່ອງຈາກການອ່ອນຄ່າຂອງເງິນກີບ; ການຫັນປ່ຽນໂຄງປະກອບເສດຖະກິດ ເຫັນວ່າ ຍັງບໍ່ໄດ້ຕາມແຜນ ເປັນຕົ້ນ ຂະແໜງບໍລິການ ເຕີບໂຕພຽງ 4.52% (ມະຕິສະພາ 6%), ກວມ 36.10% ຂອງຈີດີພີ (ມະຕິສະພາ 40.7%); ການຜະລິດໃນຂະແໜງກະສິກຳ ແລະ ອຸດສາຫະກຳ ຍັງມີຂະບວນການປຸງແຕ່ງໜ້ອຍ ເຮັດໃຫ້ອັດຕາສ່ວນມູນຄ່າເພີ່ມຈາກການຜະລິດຍັງຕໍ່າ, ປະສິດທິພາບ, ປະສິດທິຜົນ ແລະ ຄຸນນະພາບຍັງບໍ່ທັນສູງ, ບໍ່ທັນຮັບປະກັນການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ.

ພ້ອມນີ້, ຍັງໄດ້ສະເໜີໃຫ້ແກ້ໄຂການຈັດຕັ້ງປະຕິບັດແຜນເງິນຕາ ເນື່ອງຈາກວ່າ ການປະຕິບັດມາດຕະການແກ້ໄຂເງິນເຟີ້ ບໍ່ທັນມີການປະສານສົມທົບຢ່າງເປັນລະບົບ ກັບຂະແໜງການກ່ຽວຂ້ອງເທົ່າທີ່ຄວນ ໂດຍສະເພາະ ກັບຂະແໜງການຜະລິດ, ຂະແໜງການຄ້າ ແລະ ມາດຕະການດ້ານຈິດຕະສາດສັງຄົມ; ການຄຸ້ມຄອງເງິນຕາ ຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ເປັນຕົ້ນ ການນໍາໃຊ້ເງິນກີບ, ການນໍາເຂົ້າເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ. ພ້ອມນັ້ນ, ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ເປັນຕົ້ນ ແຮ່ທາດ ເຫັນວ່າຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ແລະ ສົ່ງຜົນກະທົບທາງລົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຖິງວ່າລັດຖະບານ ຍັງມີຄວາມພະຍາຍາມແກ້ໄຂ, ແຕ່ກໍຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ ແລະ ອື່ນໆ.

ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນການປະ ຈໍາປີ 2026. ຕໍ່ແຜນການປະຈໍາປີ 2026 ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ເປັນປີທໍາອິດໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນການ ດັ່ງກ່າວ, ສະເໜີບາງທັດສະນະ ດັ່ງນີ້:1. ຕໍ່ກັບເນື້ອໃນຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ຄວນກໍານົດ ບາງເປົ້າໝາຍໃຫຍ່ ເຂົ້າໃນແຜນການດັ່ງກ່າວ ເປັນຕົ້ນຄາດໝາຍເສດຖະກິດມະຫາພາກ ໂດຍສະເພາະການເຕີບໂຕເສດຖະກິດ (GDP) ໃຫ້ຂະຫຍາຍຕົວ 5.5% ຂຶ້ນໄປ, ລາຍຮັບ GDP ສະເລ່ຍຕໍ່ຫົວຄົນ 2,238 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປະມານ 2,100 ໂດລາ, ຫັນປ່ຽນໂຄງປະກອບເສດຖະກິດ ໄປສູ່ຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງບໍລິການ, ກະສິກຳ ແລະ ອຸດສະຫະກຳປຸງແຕ່ງ, ກຳນົດໂຄງການບູລິມະສິດຂອງການພັດທະນາທີ່ມີທ່າແຮງ, ເໝາະສົມກັບສະພາບຕົວຈິງຂອງປະເທດເຮົາ ເພື່ອຂັບເຄື່ອນການເຕີບໂຕເສດຖະກິດ.

ທ່ານຮອງປະທານສະພາແຫ່ງຊາດກ່າວອີກວ່າ: ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເອົາໃຈໃສ່ການສ້າງແຜນງົບປະມານ ທີ່ມີຕົວຊີ້ບອກລັກສະນະບຸກທະລຸ ຮັບປະກັນການສ້າງຄວາມເຂັ້ມແຂງໃຫ້ງົບປະມານ ແຫ່ງລັດ ເປັນຕົ້ນ: ເກັບລາຍຮັບ ຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ໃຫ້ຄົບຖ້ວນ ໃຫ້ບັນລຸໄດ້ 83,600 ຕື້ກີບ ຫຼື ເທົ່າກັບ 20.13% ຂອງ GDP; ປະຕິບັດລາຍຈ່າຍ ປະມານ 81,400 ຕື້ກີບ ຫຼື ເທົ່າກັບ 19.60% ຂອງ GDP ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງແຜນການລົງທຶນຂອງລັດ ແລະ ຮັບປະກັນການຊຳລະໜີ້ສິນ ພາຍໃນ ແລະ ຕ່າງປະເທດ; ຮັບປະກັນແຫຼ່ງດຸ່ນດ່ຽງງົບປະມານ ທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ ໃຫ້ມີລາຍຮັບເກີນດູນ 2,200 ຕື້ກີບ ເທົ່າກັບ 0.53% GDP;ແຜນເງິນຕາ ທີ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເຮັດໃຫ້ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 5% (ເໜັງຕີງ ± 2%), ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນ ຂຶ້ນໄປ, ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບ ບໍ່ເກີນ 3%;ແຜນການຄ້າ ພາຍໃນ ແລະ ຕ່າງປະເທດ ໃຫ້ຕິດພັນກັບແຜນການສົ່ງເສີມການຜະລິດ ແລະ ການລົງທຶນພາຍໃນ, ສູ້ຊົນມູນຄ່າການຄ້າຕ່າງປະເທດ ໃຫ້ໄດ້ 22,887 ລ້ານໂດລາ, ໃຫ້ການຄ້າເກີນດຸນ 2,621 ລ້ານໂດລາ.

ສຳລັບແຜນການລົງທຶນເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນເສດຖະກິດ, ມີການປະສານສົມທົບ ແລະ ກົມກຽວກັນຢ່າງເປັນລະບົບ ເປັນຕົ້ນການລົງທຶນຂອງລັດ, ການສົ່ງເສີມການລົງທຶນເອກະຊົນ, ພາຍໃນ ແລະ ຕ່າງປະເທດ, ການລົງທຶນຈາກສັງຄົມ, ໃຫ້ບັນລຸຄວາມຕ້ອງການທຶນລວມທັງໝົດ 92,250 ຕື້ກີບ ເທົ່າກັບ 22% ຂອງ GDP;ແຜນພັດທະນາຂະແໜງການວັດທະນະທໍາ-ສັງຄົມ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ການບໍລິຫານລັດ ໃຫ້ເປັນແຜນການທີ່ມີສ່ວນຮ່ວມ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ປະເທດຊາດ ໃຫ້ໄດ້ຫຼາຍຂຶ້ນ;ກໍານົດມາດຕະການຈັດຕັ້ງປະຕິບັດ ທີ່ຈະແຈ້ງ, ຊັດເຈນ ແລະ ເປັນຮູບປະທຳ.

ຕໍ່ກັບຂໍ້ສະເໜີຂອງລັດຖະບານ ທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ມີ 3 ຂໍ້ສະເໜີ ດັ່ງນີ້:1. ຂໍອະນຸມັດດ້ານຫຼັກການ ໃຫ້ລັດຖະບານ ປັບປຸງດັດສະນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ແລະ ພະນັກງານບຳນານ ເພື່ອຈະເລີ່ມຈັດຕັ້ງ ປະຕິບັດໃນເດືອນ 1 ປີ 2026.

2. ຂໍການພິຈາລະນາອະນຸມັດດ້ານຫຼັກການໃນການດັດແກ້ງົບປະມານ ປີ 2025, ຊຶ່ງລັດຖະບານ ໄດ້ສະເໜີເຖິງສະພາແຫ່ງຊາດແລ້ວ.ຕໍ່ 2 ຂໍ້ສະເໜີຂ້າງເທິງນັ້ນ, ຄະນະປະຈຳສະພາແຫ່ງຊາດ ເຫັນດີໂດຍພື້ນຖານ ແຕ່ລາຍລະອຽດໃຫ້ສືບຕໍ່ຄົ້ນຄວ້າ ແລະ ມີຄໍາເຫັນໃນກອງປະຊຸມຄັ້ງນີ້.

3. ສະເໜີບໍ່ລະບຸ 6 ຄາດໝາຍ ດ້ານເງິນຕາ (ອັດຕາແລກປ່ຽນ, ປະລິມານເງິນ M2, ຍອດເຫຼືອເງິນຝາກ, ຍອດເຫຼືອສິນເຊື່ອ, ລາຍຮັບເງິນຕາຈາກການສົ່ງອອກ, ສ້າງຕະຫຼາດທຶນໃຫ້ມີຄວາມເຂັ້ມແຂງ) ເຂົ້າໃນມະຕິຂອງສະພາແຫ່ງຊາດ, ເນື່ອງຈາກໃນຫຼັກວິຊາການ ເຫັນວ່າ ການກຳນົດຫຼາຍຕົວຊີ້ວັດ ອາດບໍ່ຄ່ອງຕົວ ແລະ ບໍ່ມີປະສິດທິຜົນເທົ່າທີ່ຄວນ.ຕໍ່ຂໍ້ສະເໜີດັ່ງກ່າວ ໃນໄລຍະຜ່ານມາ ໄດ້ກຳນົດທັງໝົດ 9 ຄາດໝາຍດ້ານເງິນຕາໃນມະຕິກອງປະຊຸມສະພາແຫ່ງຊາດ.

ພິທີເປີດການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ສົກປີ 2025-2026

0

ໃນວັນທີ 9 ພະຈິກ 2025 ນີ້, ທີ່ເມືອງວຽງໄຊ, ແຂວງຫົວພັນ ໄດ້ມີພິທີເປີດ ການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ສົກປີ 2025-2026 ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ເອວຊາດ ຕາລືບົບ ອັກຄະລັດຖະທູດ-ທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະນະນໍາ 4 ກົມໃຫຍ່, ການນຳແຂວງຫົວພັນ, ອໍານາດການປົກຄອງເມືອງວຽງໄຊ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ວິລະພົງ ໄຊຍະນິກອນ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງເລຂາ ຮ່ວມມືກວດກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ໄດ້ລາຍງານແຜນການຮ່ວມມື ສົກປີ 2025-2026, ຄະນະວິຊາການກອງກວດກູ້ລະເບີດ ເພື່ອມະນຸດສະທຳ ກອງທັບປະຊາຊົນລາວ ຮວ່ມກັບ ຄະນະວິຊາການສູນກວດກູ້ມິນສາກົນ ກໍາລັງປະກອບອາວຸດແຫ່ງ ສ.ຣັດເຊຍ ໄດ້ສົມທົບກັບຄະນະວິຊາການຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫົວພັນ ລົງສໍາຫຼວດ ແລະ ເກັບກຳຂໍ້ມູນ ໄປຄົ້ນຄວ້າວາງແຜນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເມືອງວຽງໄຊ ມີ 3 ພື້ນທີ່ ທີ່ມີລະເບີດບໍທັນແຕກ ລວມເນື້ອທີ່: 38,2 ເຮັກຕາ ບ່ອນທີ 1: ຂອບເຂດບ້ານບັກ ເປັນພື້ນທີ່ພັດທະນາ ມີເນື້ອທີ່ 15 ເຮັກຕາ; ບ່ອນທີ 2: ຂອບເຂດບ້ານບັກ ເປັນພື້ນທີ່ພັດທະນາຂອງ ກອງບັນຊາການທະຫານເມືອງວຽງໄຊ ມີເນື້ອທີ່ 8,9 ເຮັກຕາ ແລະ ບ່ອນທີ 3: ເຂດບ້ານນາໄກ່ ເປັນພື້ນທີ່ເຂດກະສີກຳ ທັງໝົດມີເນື້ອທີ່ 14,3 ເຮັກຕາ, ການກວດກູ້ຄັ້ງນີ້ ມີກໍາລັງເຂົ້າຮ່ວມ ໃນການຈັດຕັ້ງເກັບກູ້ລະເບີດ ຕາມແຜນການທັງໝົດ 523 ຄົນ, ເຊິ່ງລວມມີ: ຄະນະຮັບຜິດຊອບຊີ້ນໍາລວມ, ກອງເລຂາ, ພາກສ່ວນ ຮັບຜິດຊອບວຽກງານປ້ອງກັນ ແລະ ຄວາມປອດໄພ, ວຽກງານການເມືອງ, ພະລາທີ່ການ, ເຕັກນິກ, ກອງບັນຊາການທະຫານອາກາດ, ກົມພົວພັນຕ່າງປະເທດ ແລະ ອົງການປົກທ້ອງຖິ່ນ.

ຫຼັງຈາກນັ້ນ, ສະຫາຍ ອ່ອນ ແຜງພູວັນ ຮອງປະທານຄະນະກຳມະການປົກຄອງ ເມືອງວຽງໄຊ ໄດ້ກ່າວມອບດິນ (ຊົ່ວຄາວ) ຈໍານວນ 3 ຕອນ ໃນເນື້ອທີ່ 38,2 ເຮັກຕາ ໃຫ້ກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ- ສ.ຣັດເຊຍ ເພື່ອປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກໃຫ້ສຳເລັດຕາມແຜນການ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນ ໃນພິທີກ່າວເປີດວ່າ: ໃນຊຸມປີຜ່ານມາ, ພັກ-ລັດຖະບານລາວໄດ້ເອົາໃຈໃສ່ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ໂດຍ ຈັດເຂົ້າໃນເປົ້າໝາຍ ສະຫັດສະຫວັດຂອງການພັດທະນາ, ໂດຍຖືເອົາການໂຄສະນາສຶກສາໃຫ້ພົນລະເມືອງລາວ ຮັບຮູ້ເຖິງຄວາມອັນຕະລາຍ ຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ, ດໍາເນີນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ, ປົດປ່ອຍພື້ນທີ່ໃຫ້ປະຊາຊົນໄດ້ທຳການຜະລິດ ແລະ ດຳລົງຊີວິດຢ່າງປອດໄພ ພ້ອມທັງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ປັບປຸງລະບົບຄຸ້ມຄອງຂໍ້ມູນຂ່າວສານ, ຄົ້ນຄ້ວາ – ພິຈາລະນາຮັບ ເອົາໂຄງການຊ່ວຍເຫຼືອ ຈາກເພື່ອນມິດ ແລະ ສາກົນ.

ໃນນີ້ ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເປັນເຈົ້າການຮ່ວມມືກັບ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໄລຍະ 7 ປີ ທີ່ຜ່ານມາຄື: ຢູ່ເມືອງຄຳເກີດ, ແຂວງບໍລິຄໍາໄຊ ໃນສົກ 2018-2019, ຢູ່ເມືອງແປກ ແຂວງຊຽງຂວາງ ສົກ 2019-2020 ແລະ 2020-2021 ຢູ່ເມືອງນາກາຍ ແຂວງຄໍາມ່ວນ, ສົກ 2021-2022 ແລະ ສົກປີ 2022-2023, ຢູ່ເມືອງກາສີ ແຂວງວຽງຈັນ, ສົກປີ 2023-2024 ແລະ ສົກປີ 2024-2025 ຢູ່ເມືອງວຽງໄຊ ແຂວງຫົວພັນ ເຊິ່ງ ສາມາດປົດປ່ອຍພື້ນທີ່ດິນ ອອກຈາກບັນຫາລະເບີດບໍ່ທັນແຕກໄດ້ 212,74 ເຮັກຕາ, ທໍາລາຍລະເບີດອອກຈາກຜືນແຜ່ນດິນລາວໄດ້ 3.634 ໜ່ວຍ. ພ້ອມກັນນັ້ນ, ສູນກວດກູ້ມິນສາກົນ ແຫ່ງ ສ.ຣັດ ເຊຍ ໄດ້ສົ່ງຄູມາເຝິກອົບຮົມດ້ານການແກ້ໄຂລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ໃຫ້ພະນັກງານ, ນັກຮົບ ກອງທັບປະຊາຊົນລາວ ໄດ້ 164 ສະຫາຍ. ຜ່ານການປະຕິບັດແຜນການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ເຫັນວ່າ ປະສົບຜົນສໍາເລັດດີ ແລະ ໄດ້ນໍາເອົາຜົນປະໂຫຍດ ມາໃຫ້ປະເທດຊາດ ແລະ ປະຊາຊົນລາວ ຢ່າງໜ້າພາກພູມໃຈ ສະນັ້ນ, ໃນສົກ 2025-2026 ນີ້ ສອງກໍາລັງພວກເຮົາຈຶ່ງໄດ້ຮັບອະນຸມັດຈາກ ລັດຖະບານ ຂອງສອງປະເທດ ລາວ ແລະ ຣັດເຊຍ ມາສືບຕໍ່ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຕົກຄ້າງ ຢູ່ເມືອງວຽງໄຊ ແລະ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອປະກອບສ່ວນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ປົດປ່ອຍເນື້ອທີ່ທຳການຜະລິດໃຫ້ປະຊາຊົນບັນດາເຜົ່າ, ເພື່ອເຮັດໃຫ້ການດຳລົງຊີວິດຂອງປະຊາຊົນ ປາສະຈາກຄວາມອັນຕະລາຍຈາກລູກລະເບີດບໍ່ທັນແຕກຕົກຄ້າງ, ຄຽງຄູ່ກັນນັ້ນ ຍັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະຫວັດ ແຫ່ງການພັດທະນາຂອງລັດຖະບານ ແນ່ໃສ່ລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ໃນປີ 2030.

ສະເຫລີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກ

0

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄໍາຂວັນ:“ຮ່ວມແຮງຮ່ວມໃຈກັນ ຜະລິດອາຫານທີ່ດີ ເພື່ອຮັບປະກັນອະນາຄົດທີ່ສົດໃສ”; ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ“ຢຸດຕິການກະທໍາທີ່ບໍ່ເໝາະສົມຢູ່ໃນສັງຄົມ ແລະ ສະຖາບັນຄອບຄົວ ດ້ວຍການປູກຈິດສໍານຶກໃນການໃຫ້ກຽດ ແລະ ສະໜັບສະໜູນຄອບຄົວຢ່າງມີປະສິດທິພາບ” ໄດ້ຈັດຂຶ້ນໃນລະຫວ່າງໃນວັນທີ 7-8 ພະຈິກ 2025 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບັກໂຄເດຍ ເບີຄານ໊ອບ ຜູ້ປະສານງານ ອົງການ ສະຫະປະຊາຊາດ ປະຈໍາລາວ, ທ່ານ ນາງ ຄະຢອງ ມິ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO), ມີບັນດາການນຳພັກ-ລັດ, ທູຕານຸທູດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມໄດ້ກ່າວວ່າ: ງານຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ, ບໍ່ສະເພາະແຕ່ແນໃສ່ປູກຈິດສຳນຶກ ແລະສ້າງຄວາມຮັບຮູ້ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງ ຄວາມທຸກຍາກ ແລະ ໄພອຶດຫິວ, ຊຶ່ງບໍ່ແມ່ນຜູ້ໃດຜູ້ໜຶ່ງເປັນຜູ້ກຳນົດໃຫ້ເກີດ ແຕ່ມັນແມ່ນປະກົດການທາງສັງຄົມທີ່ສາມາດລຶບລ້າງໃຫ້ໝົດໄປໄດ້ ແລະ ພວກເຮົາຕ້ອງສ້າງຈິດສໍານຶກ ແລະ ປຸກລະດົມປະຊາຊາດ ໂດຍສະເພາະຜູ້ທຸກຍາກ ອຶດຫິວ ໃຫ້ສາມາດເຂົ້າເຖິງແຫຼ່ງອາຫານ, ມີຄວາມກ້າຫານ ແລະ ສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ການສະເຫຼີມສະຫຼອງ ວັນອາຫານໂລກ ຄັ້ງທີ 45, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 33 ປີໃນປີນີ້ ໄດ້ຈັດຂຶ້ນທ່າມກາງບັນດາສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ ຊຶ່ງໄດ້ມີຜົນສໍາເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄຽງຄູ່ກັນນັ້ນ ຫຼາຍປະເທດ ກໍໄດ້ຮັບຜົນກະທົບຈາກບັນຫາເສດຖະກິດ, ການຂັດແຍ່ງ ແລະ ໄພພິບັດທາງທໍາມະຊາດ. ສຳລັບສປປ ລາວ ເຮົາ ກໍຕົກຢູ່ໃນສະພາບເງື່ອນໄຂດຽວກັນ. ແຕ່ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ຂະແໜງກະສິກຳ ແລະ ສິ່ງແວດລ້ອມໂດຍຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານການຜະລິດສະບຽງອາຫານ ແລະ ພັດທະນາຊົນນະບົດ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ສາມາດຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ, ໃນນັ້ນ ການຜະລິດເຂົ້າ ບັນລຸໄດ້ຕາມແຜນການ(3,9 ລ້ານ ໂຕນ),ການຜະລິດຊີ້ນ, ໄຂ່, ປາສາມາດຮັບປະກັນການສະໜອງໃຫ້ແກ່ການບໍລິໂພກພາຍໃນໄດ້ຢ່າງພຽງພໍ ແລະ ການສົ່ງອອກສິນຄ້າກະສິກໍາ-ປ່າໄມ້ ສາມາດບັນລຸໄດ້ 1,540 ລ້ານກວ່າໂດລາ ເກີນແຜນການທີ່ສະພາຮັບຮອງ (ແຜນ 1,500 ລ້ານ ໂດລາ).

ນອກຈາກນີ້ ພວກເຮົາຈະໄດ້ສືບຕໍ່ພັດທະນາວຽກງານກະສິກໍາ ແລະ ສິ່ງແວດລ້ອມແນໃສ່ລຶບລ້າງຄວາມທຸກຍາກ ໄປຕາມທິດຫັນເປັນທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ສີຂຽວ ແລະ ຍືນຍົງ ດ້ວຍການຊຸກຍູ້ສົ່ງເສີມການຜະລິດກະສິກໍາແບບປະສົມປະສານ,ປັບປຸງແລະຂະຫຍາຍລະບົບໂຄງລ່າງພື້ນຖານການຜະລິດກະສິກຳເພື່ອຍົກສູງປະສິດທິພາບ-ປະສິດທິຜົນຂອງການຜະລິດກະສິກຳ,ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນປ່າໄມ້ ເພື່ອຫຼຸດຜ່ອນຄວາມສ່ຽງແລະຄວາມບອບບາງຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບປັດຈຸບັນ, ຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດກະສິກຳ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ,ຕອບສະໜອງໂພຊະນາການທີ່ດີໃຫ້ແກ່ປະຊາ ຊົນ, ຊຸກຍູ້ສົ່ງເສີມທຸກພາກສ່ວນ ເຂົ້າຮ່ວມການຜະລິດກະສິກໍາ ຕາມມາດຕະຖານກະສິກຳສະອາດ ແລະກະສິກໍາທີ່ດີ ທີ່ເປັນທ່າແຮງ ເພື່ອສະໜອງສະບຽງອາຫານທີ່ປອດໄພ ແລະ ເປັນສິນຄ້າທີ່ໄດ້ມາດຕະຖານເພື່ອສົ່ງອອກ,ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ກໍຄື ການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນດັ່ງກ່າວ ໄດ້ນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາ ຖືເອົາວຽກດັ່ງກ່າວເປັນວຽກບຸລິມະສິດສຳຄັນຂອງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການ ແລະຊາວກະສິກອນທີ່ຈະຕ້ອງພ້ອມກັນປະກອບສ່ວນ ຕາມພາລະບົດບາດໜ້າທີ່ຂອງຕົນ. ຖືເອົາໂອກາດນີ້ ສົ່ງແຮງໃຈ ແລະ ການສະໜັບສະໜຸນ ໄປເຖິງຜູ້ທຸກຍາກ ແລະ ອຶດຫິວ, ຄົ້ນຄວ້າຊອກຫາວິທີການ ແລະມາດຕະການເພື່ອສູ້ຊົນຈັດຕັ້ງປະຕິບັດຄໍາຂວັນວັນອາຫານໂລກປີນີ້ໃຫ້ປະກົດຜົນເປັນຈິງ.

ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດ ຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເປີດງານວັນອາຫານໂລກ,ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ປີ 2025 ຢ່າງເປັນທາງການ,ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາແຂກ ໄດ້ຢ້ຽມຊົມຮ້ານວາງສະແດງ ຜະລິດຕະພັນສິນຄ້າກະສິກຳຈາກທົ່ວປະເທດ.

ໝົດປີ 2025 ຄາດວ່າ ເສດຖະກິດຂອງລາວ ຈະຂະຫຍາຍຕົວ 4,8%

0

ໃນໄລຍະ 5 ປີຜ່ານມາ (2021-2025) ລັດຖະບານ ໄດ້ສຸມໃສ່ປະຕິບັດ 12 ວຽກຈຸດສຸມທາງດ້ານເສດຖະກິດ ໂດຍສະເພາະ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີກຳນົດ ສະເລ່ຍ 4,24% ຕໍ່ປີ, ໃນຂະນະທີ່ໝົດປີ 2025 ຄາດວ່າເສດຖະກິດ ຈະຂະຫຍາຍຕົວໃນລະດັບ 4,8%.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ພະຈິກ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມແຜນການ 5 ປີກຳນົດ ສະເລ່ຍ 4,24% ຕໍ່ປີ ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2,9%, ກວມເອົາ 19,4% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 2,5% ແລະ ກວມເອົາ 15,3% ຂອງຈີດີພີ); ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4,7% ກວມເອົາ 32,5% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 4,1% ແລະ ກວມເອົາ 32,3% ຂອງຈີດີພີ); ຂະແໜງບໍລິການ ຂະຫຍາຍຕົວ ສະເລ່ຍ 4,5%, ກວມເອົາ 36,6% ຂອງຈີດີພີ (ແຜນການ 5 ປີ: ຂະຫຍາຍຕົວ 6% ແລະ ກວມເອົາ 41,3% ຂອງຈີດີພີ) ແລະ ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວສະເລ່ຍ 3,8%, ກວມເອົາ 11,5% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 5,8% ແລະ ກວມເອົາ 11,7% ຂອງຈີດີພີ).

ສຳລັບ ປັດໄຈຕົ້ນຕໍ ທີ່ຊຸກຍູ້ການເຕີບໂຕຂອງເສດຖະກິດ ແມ່ນມາຈາກການຜະລິດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຈຳນວນໜຶ່ງ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະກໍາປຸງແຕ່ງ, ການຂົນສົ່ງ ແລະ ການທ່ອງທ່ຽວ. ເຖິງຢ່າງໃດກໍຕາມ ເຫັນວ່າ ຂະແໜງບໍລິການ ແລະ ພາສີ-ອາກອນຜະລິດຕະພັນສຸດທິ ມີທ່າອ່ຽງອາດບໍ່ບັນລຸຕາມຄາດໝາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທຳມະຊາດ, ການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບທົ່ວສັງຄົມ ໂດຍສະເພາະ ພາກທຸລະກິດ ເຮັດໃຫ້ບໍ່ສາມາດດຳເນີນການເຄື່ອນໄຫວໄດ້ຢ່າງເປັນປົກກະຕິ. ພ້ອມນີ້, ຍັງມີປັດໄຈພາຍນອກຈຳນວນໜຶ່ງທີ່ສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດຂອງລາວ ເປັນຕົ້ນ ຄວາມຜັນຜວນຂອງສະພາບການ ຢູ່ພາກພື້ນ ແລະ ສາກົນ, ການຟື້ນຕົວເສດຖະກິດຂອງບາງປະເທດໃນພາກພື້ນ ຫລຸດຄາດໝາຍທີ່ກຳນົດໄວ້, ການປັບນະໂຍບາຍແຮງງານ ຂອງປະເທດເພື່ອນບ້ານ ແລະ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດພວກເຮົາ ໄດ້ສ້າງຄວາມກົດດັນດ້ານເງິນຕາ ເຮັດໃຫ້ເກີດມີສະພາບເງິນເຟີ້, ອັດຕາແລກປ່ຽນຜັນຜວນ, ລາຄາສິນຄ້າເພີ່ມສູງຂຶ້ນ ເປັນຕົ້ນ ສິນຄ້ານໍາເຂົ້າ ກະທົບຕໍ່ຄ່າຄອງຊີບ ແລະ ເຮັດໃຫ້ແຮງງານລາວຫລັ່ງໄຫລອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ.

ສາຍສົ່ງໄຟຟ້າຂ້າມຊາດເຊື່ອມສານສາຍພານໃໝ່ຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ສາຍສົ່ງໄຟຟ້າເສັ້ນໜຶ່ງຈະເຊື່ອມຕໍ່ຫຍັງໄດ້ແດ່? ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 7 ຊຶ່ງໄດ້ຈັດຢູ່ແຂວງຝູຈ້ຽນ ຂອງຈີນ ເມື່ອບໍ່ດົນມານີ້ ໄດ້ໃຫ້ຄຳຕອບທາງດ້ານພະລັງງານສະອາດ ຄື: ຈີນ ແລະ ອາຊຽນ ໄດ້ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັນຂະໜາດ 110 ກິໂລໂວນຂຶ້ນໄປ 16 ສາຍ, ສອງຝ່າຍດຳເນີນການຄ້າຂາຍພະລັງໄຟຟ້າ ແລະ ໃຫ້ການຊ່ວຍເຫລືອກັນດ້ານພະລັງໄຟຟ້າຂ້າມຊາດລື່ນກາຍ 75 ຕື້ກິໂລວັດໂມງ, ໃນນັ້ນໄຟຟ້າສີຂຽວ ໄດ້ກວມເອົາ 90%. ຕົວເລກຂໍ້ມູນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືສີຂຽວໃນພາກພື້ນ ລະຫວ່າງ ຈີນ-ອາຊຽນ ໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ໄດ້ເຊື່ອມສານສາຍພານໃໝ່ຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ.

ການເຊື່ອມຕໍ່ລະບົບໄຟຟ້າເຂົ້າກັນຢ່າງເລິກເຊິ່ງ ໄດ້ເປັນການສ້າງສິ່ງກຳບັງອັນແໜ້ນໜາໃຫ້ແກ່ຄວາມປອດໄພດ້ານພະລັງງານໃນພາກພື້ນ. ຈັງຫວະການເຕີບໂຕດ້ານເສດຖະກິດຂອງພາກພື້ນອາຊຽນ ໄດ້ນຳໜ້າໂລກ, ຄວາມຕ້ອງການຕໍ່ພະລັງງານໄດ້ເພີ່ມຂຶ້ນ 3% ຕໍ່ປີ, ຄວາມຕ້ອງການຕໍ່ພະລັງໄຟຟ້າຍິ່ງເພີ່ມຂຶ້ນ 4% ຕໍ່ປີ, ການຂາດເຂີນພະລັງງານກັບຄວາມກົດດັນດ້ານການຫັນປ່ຽນຮູບແບບການພັດທະນາໄດ້ປາກົດຕົວຂຶ້ນພ້ອມກັນ; ຂະນະທີ່ຈີນ ໄດ້ສະສົມບົດຮຽນເປັນຢ່າງດີໃນການພັດທະນາພະລັງງານທີ່ໝູນວຽນໄດ້ ແລະ ເຕັກໂນໂລຊີເຄືອຂ່າຍໄຟຟ້າ, ສອງຝ່າຍມີຊັບພະຍາກອນທີ່ອຸດົມສົມບູນ ແລະ ມີລັກສະນະຕາບຈູນກັນໄດ້ເປັນເງື່ອນໄຂທີ່ດີໃນການສ້າງໂຄງການເຊື່ອມຕໍ່ກັນ. ແຕ່ໂຄງການເຂື່ອນໄຟຟ້າເລກ 1 ຢູ່ສາຍນ້ຳທາຂອງລາວ ທີ່ສົ່ງໄຟຟ້າສູ່ແຂວງຢຸນນານ ຂອງຈີນ ຮອດໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 ກິໂລໂວນ ຈີນ-ລາວ, ເມື່ອໂຄງການນີ້ສ້າງສຳເລັດແລ້ວຈະມີຄວາມສາມາດສົ່ງໄຟຟ້າ 1.5 ລ້ານກິໂລວັດ, ການເຊື່ອມຈອດແບບນີ້ໄດ້ທຳລາຍສິ່ງຈຳກັດທາງພູມສາດທີ່ມີຕໍ່ພະລັງງານ ແລະ ຊັບພະຍາກອນ, ເຮັດໃຫ້ໄຟຟ້າທີ່ສະອາດ ເຊັ່ນ: ໄຟຟ້ານ້ຳຕົກຂອງລາວ ແລະ ໄຟຟ້າແສງຕາເວັນຂອງອາຊຽນ ສາມາດໄດ້ຮັບການຈັດສັນຢ່າງມີປະສິດທິພາບສູງ, ສາມາດແກ້ໄຂບັນຫາການຂາດເຂີນໄຟຟ້າຂອງບາງປະເທດ, ເຮັດໃຫ້ເຂດພະລັງງານເຫລືອເຟືອສາມາດຫັນປ່ຽນຄວາມສາມາດການຜະລິດສີຂຽວມາເປັນພະລັງຊຸກດັນການພັດທະນາ.

ການຄ້າຂາຍໄຟຟ້າສີຂຽວ ໄດ້ຮັບການພັດທະນາຢ່າງຄຶກຄື້ນ ສະແດງໃຫ້ເຫັນວ່າ ຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງສອງຝ່າຍດ້ານການຫັນປ່ຽນຮູບແບບການພັດທະນາ ໄດ້ມີຄວາມສອດຄ່ອງກັນຢ່າງເລິກເຊິ່ງ. ຕົວເລກຂໍ້ມູນຈາກສຳນັກງານພະລັງງານໝູນວຽນສາກົນສະແດງໃຫ້ເຫັນວ່າ: ພະລັງງານໝູນວຽນຂອງອາຊຽນໃນປີ 2024 ໄດ້ເພີ່ມຂຶ້ນ 1,5 ເທົ່າເມື່ອທຽບໃສ່ປີ 2019. ການພັດທະນາແບບກ້າວກະໂດດແບບນີ້ ແມ່ນປາສະຈາກການຊ່ວຍເຫລືອດ້ານເຕັກໂນໂລຊີ ແລະ ບົດຮຽນຈາກຈີນ ບໍ່ໄດ້. ໂຄງການໄຟຟ້າພະລັງງານລົມເທິງທະເລບິງດາຍ ຂອງຫວຽດນາມ ແຕ່ລະປີສາມາດຊ່ວຍຫລຸດການລະບາຍກາກບອນດີອັອກຊິດ ໄດ້ເຖິງ 26.200 ໂຕນ, ໂຄງການຜະລິດໄຟຟ້າດ້ວຍຂີ້ເຫຍື້ອ ຂອງມາເລເຊຍ ແຕ່ລະປີສາມາດປະຢັດຖ່ານຫີນມາດຕະຖານໄດ້ປະມານ 140.000 ໂຕນ, ໂຄງການເຊື່ອມໂຍງພະລັງງານລົມ-ພະລັງງານແສງຕາເວັນ ແລະ ພະລັງງານນ້ຳຕົກຂອງລາວ ສາມາດຜະລິດໄຟຟ້າໄດ້ດີ ທັງອະນຸລັກສິ່ງແວດລ້ອມທຳມະຊາດ, ໂຄງການຮ່ວມມືເຫລົ່ານີ້ໄດ້ສະແດງໃຫ້ເຫັນເຖິງຜົນງານທີ່ໄດ້ຮັບຈາກການປະຕິບັດຕົວຈິງດ້ານການພັດທະນາສີຂຽວ.

ການຍົກລະດັບການຮ່ວມມືດ້ານພະລັງງານ ໄດ້ສ້າງ “ຂົວສານສາຍໃຈ” ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳໃນພາກພື້ນ. ການຮ່ວມມືດ້ານພະລັງໄຟຟ້າລະຫວ່າງ ຈີນ ແລະ ອາຊຽນ ໄດ້ກ້າວຂຶ້ນກາຍຂອບເຂດການກໍ່ສ້າງພື້ນຖານໂຄງລ່າງແຕ່ດົນແລ້ວ ແລະ ໄດ້ກໍ່ຕົວເປັນຮູບແບບພະຫຸພາຄີ ຫລື ແບບຫລາຍຝ່າຍທີ່ມີການແບ່ງປັນເຕັກໂນໂລຊີຮ່ວມກັນ, ອົບຮົມສ້າງຜູ້ມີຄວາມຮູ້ຄວາມສາມາດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ວິສາຫະກິດຈີນ ໄດ້ອົບຮົມສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານພະລັງງານໃໝ່ໃຫ້ແກ່ລາວ, ນຳໃຊ້ເຕັກໂນໂລຊີຕ່າງໆ ເຊັ່ນ: ກວດກາດ້ວຍເຮືອບິນບໍ່ມີຄົນຂັບເປັນຕົ້ນ ຊ່ວຍປະເທດສະມາຊິກອາຊຽນ ຍົກສູງປະສິດທິພາບດ້ານການບຳລຸງຮັກສາລະບົບໄຟຟ້າ, ສ້າງວຽກເຮັດງານທຳຢ່າງຫລວງຫລາຍໃນການກໍ່ສ້າງໂຄງການ. ແນວຄວາມຄິດການຮ່ວມມືທີ່ “ສັ່ງສອນວິທີຫາປາໃຫ້ຜູ້ອື່ນ” ແບບນີ້ ເຮັດໃຫ້ສາຍສົ່ງໄຟຟ້າສາມາດສົ່ງໄຟຟ້າຢ່າງມີປະສິດທິພາບສູງ ທັງໄດ້ເສີມສ້າງມິດຕະພາບໃນທ່າມກາງການຖ່າຍທອດເຕັກໂນໂລຊີ ແລະ ໄດ້ເພີ່ມຕື່ມເນື້ອໃນການພັດທະນາສີຂຽວເຂົ້າໃສ່ເຂດການຄ້າເສລີ ຈີນ-ອາຊຽນ 3.0.

ອາຊຽນໄດ້ສະເໜີເປົ້າໝາຍທີ່ວ່າ ເມື່ອຮອດປີ 2030, ຈະເຮັດໃຫ້ພະລັງງານໝູນວຽນກວມເອົາກຳລັງຕິດຕັ້ງການຜະລິດໄຟຟ້າເຖິງ 45%, ຂະນະທີ່ ຈີນ ກໍໄດ້ວາງແຜນກຳລັງຕິດຕັ້ງການຜະລິດໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນໃຫ້ໄດ້ເຖິງ 3,6 ຕື້ກິໂລວັດເມື່ອຮອດປີ 2035, ວິໄສທັດສີຂຽວດັ່ງກ່າວຂອງສອງຝ່າຍແມ່ນສອດຄ່ອງກັນໃນລະດັບສູງ. ການສ້າງສາຍສົ່ງໄຟຟ້າ 16 ເສັ້ນຢ່າງສຳເລັດແມ່ນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ, ຄຽງຄູ່ກັບ “ແຜນດຳເນີນງານການຮ່ວມມືດ້ານພະລັງງານ ຈີນ-ອາຊຽນ” ໄດ້ຮັບຄວາມຄືບໜ້າ ແລະ ສູນການຮ່ວມມືດ້ານພະລັງງານທີ່ສະອາດ ຈີນ-ອາຊຽນ ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນ, ການເຊື່ອມຈອດພະລັງໄຟຟ້າໃນພາກພື້ນຈະໄດ້ຮັບການພັດທະນາໄປຕາມທິດທາງທີ່ມີປະສິດທິພາບສູງກວ່າເກົ່າ ແລະ ອັດສະລິຍະທີ່ມີລະດັບສູງກວ່າເກົ່າ. ບົນເສັ້ນທາງການພັດທະນາສີຂຽວເສັ້ນທາງນີ້, ການຮ່ວມມືກັນ ລະຫວ່າງ ສອງຝ່າຍ ຍ່ອມຈະສາມາດທຸ່ມເທພະລັງຊຸກດັນອັນແຂງແຮງເຂົ້າໃສ່ເສດຖະກິດຂອງພາກພື້ນ.