Wednesday, September 24, 2025
Home Blog Page 69

ສໍາມະນາ ການຮັກສາລະບຽບການຂອງໂລກ ໄລຍະສົງຄາມ ແລະ ຫລັງສົງຄາມໂລກ ຄັ້ງທີ 2

0

ໃນວັນທີ 5 ມິຖຸນາ 2025 ນີ້, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຈັດສໍາມະນາ ພາຍໃຕ້ຫົວ ຂໍ້: “ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫລັງສົງຄາມໂລກຄັ້ງທີ 2”. ເພື່ອເປັນການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື ແລະ ແລກປ່ຽນດ້ານວິຊາການ ລະຫວ່າງ ສະຖາບັນການຕ່າງປະ ເທດ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ. ພ້ອມກັນນີ້, ກໍເປັນການລະນຶກເຖິງວັນ ຄົບຮອບ 80 ປີ ແຫ່ງໄຊຊະນະຂອງ ສປ ຈີນ ໃນການຕ້ານການຮຸກຮານຈາກພາຍນອກ ແລະ ສົງຄາມໂລກຕ້ານລັດທິຟາຊິດ ແລະ ເພື່ອເປັນການແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດ ຮຽນຈາກອະດີດ ນໍາມາປັບໃຊ້ໃຫ້ເຂົ້າກັບສະພາບການຂອງໂລກໃນປັດຈຸບັນ.

ໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເເດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກອງປະຊຸມ ທີ່ມີຄວາມໝາຍຄວາມສໍາຄັນ ໂດຍສະເພາະຕໍ່ກັບ ລາວ-ຈີນ ທີ່ທັງສອງຝ່າຍລ້ວນແຕ່ໄດ້ຜ່ານປະຫວັດສາດ ດ້ານການຕໍ່ສູ້ມາຢ່າງຍາວນານ, ທັງເປັນໂອ ກາດອັນດີໃນການເສີມຂະຫຍາຍການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທັງເປັນເວທີປຶກສາຫາລື ແລະ ຊຸກຍູ້ໂຄງ ການຮ່ວມມືທີ່ສອງຝ່າຍ ໄດ້ຈັດຕັ້ງປະຕິບັດຮ່ວມກັນ ແລະ ໄດ້ສະເໜີຄໍາຄິດເຫັນຕໍ່ກັບທິດທາງແຜນ ການຮ່ວມມືໃນຕໍ່ໜ້າ.

ການສໍາມະນາຄັ້ງນີ້, ໄດ້ຕີລາຄາສະພາບການຂອງໂລກໃນດ້ານຕ່າງໆ ໂດຍສະເພາະອິດທິພົນຂອງບັນດາປະເທດມະຫາອໍານາດ ທີ່ສົ່ງຜົນໃຫ້ມີການຈັດລະບຽບຂອງໂລກຄືນໃໝ່ ທັງໃນໄລຍະສົງ ຄາມໂລກ ແລະ ຫລັງສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາ. ພ້ອມກັນນັ້ນ, ກໍໄດ້ແລກປ່ຽນບົດຮຽນ ແລະ ທັດສະນະຂອງສອງຝ່າຍ ຕໍ່ກັບສະພາບການຂອງໂລກທີ່ກໍາລັງປ່ຽນແປງ ແລະ ຢູ່ໃນຄວາມບໍ່ແນ່ນອນຕັ້ງແຕ່ອະດີດຈົນເຖິງປັດຈຸບັນ. ນອກຈາກນີ້, ຍັງໄດ້ຮັບຟັງການແລກປ່ຽນຄຳຄິດຄຳເຫັນຈາກຜູ້ເຂົ້າຮ່ວມ ທີ່ມີປະສົບການຈາກຫລາຍພາກສ່ວນ.

ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ຈາກກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນ.

ເກີດເຫດລົດໃຫຍ່ເສຍຫຼັກປີ້ນ ຖະໜົນຕັດໃໝ່ ເຂດບ້ານຊໍາເກດ ເສຍຊີວິດຄາທີ່ 1 ຄົນ

0

ຕາມຂໍ້ມູນຈາກ 1623 ໃຫ້ຮູ້ວ່າ: ໃນວັນທີ 4 ມິຖຸນາ2025 ເວ ລາ 4:50 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີສາຍດ່ວນສຸກເສີນ 1623 ວ່າມີເຫດ: ລົດໃຫຍ່ເສຍຫຼັກປີ້ນ ຈຸດເກີດເຫດແມ່ນ ທາງຕັດໃໝ່ໜອງພະຍາຫາ ບ້ານຊຳເກດ ເມືອງສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນຕິດພາຍໃນລົດ ເປັນເພດຊາຍ ອາຍຸ 25 ປີ ບ້ານນ້ຳກ້ຽງ ເມືອງນາຊາຍທອງ ແຂວງນະຄອນຫຼວງວຽງຈັນ ເບື້ອງຕົ້ນແມ່ນ: ຄໍຫັກ,ແຂນຂ້າງຂວາຫັກ ກະໂຫຼກເປີດ (ເສຍຊີວິດຄາທີ່).

ດັ່ງນັ້ນຫນ່ວຍກູ້ໄພ1623 ຈຶ່ງໄດ້ນຳໃຊ້ອຸປະກອນຕັດຫງັດເພື່ອນຳສົບຜູ້ເສຍຊີວິດອອກຈາກລົດ ແລ້ວນຳສົ່ງສົບກັບບ້ານເພື່ອໃຫ້ຄອບຄົວເຮັດພິທີທາງສາດສະໜາ.

ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

0

ກອງປະຊຸມພົບປະທົບທວນຄືນການຮ່ວມມື ລະຫວ່າງ ອົງການປົກຄອງນະຄອນ ຫຼວງວຽງຈັນ ແລະ ອົງການປົກຄອງແຂວງຈຳປາສັກ ຄັ້ງທີ 2 ຈັດຂຶ້ນວັນທີ 4 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົົ້ຳຄອງນະ ຄອນຫຼວງວຽງຈັນ ທ່ານ ອາລຸນໄຊ ສູນນະລາດ ເລຂາ ເຈົ້າແຂວງຈຳປາສັກ ພ້ອມຜູ້ ແທນນະຄອນຫຼວງວຽງຈັນ ແລະ ຜູ້ແທນແຂວງຈຳປາສັກ ເຂົ້າຮ່ວມ.

ກອງປະຊຸມພົບປະການທົບທວນຄືນການຮ່ວມມື ໃນຄັ້ງນີ້ ເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂອບການຮ່ວມມືຕະລອດໄລຍະ 3 ປີຜ່ານມາ ເຊິ່ງສອງຝ່າຍພ້ອມກັນຈັດຂຶ້ນ ໃນທ່າມກາງບັນຍາກາດທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຂຸ້ນຂ້ຽວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ ໃນໄລຍະທ້າຍສະໄໝກອງປະຊຸມ ຕິດພັນກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄຳນັບນັບຮັບຕ້ອນວັນສຳຄັນຂອງຊາດ ຂອງພັກ ຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ.

ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງຈຳປາສັກ ທີ່ໄດ້ນໍາພາຄະນະມາຢຽມຢາມ ແລະ ເຮັດວຽກຮ່ວມກັບນະ ຄອນຫຼວງວຽງຈັນ ຕາມບົດບັນທຶກທີ່ທັງສອງຝ່າຍໄດ້ເຊັນຮ່ວມກັນໃນປີ 2022 ຫາ ປີ 2025 ເພື່ອເປັນການຕິດຕາມ ຊຸກຍູ້ບັນດາໜ້າວຽກທີ່ໄດ້ປຶກສາເປັນເອກະພາບຮ່ວມມືກັນໃນເມືອກ່ອນ ແລະ ທີ່ສຳຄັນແມ່ນຈະໄດ້ຖອດຖອນບົດຮຽນ ແລະ ຮ່ວມ ກັນວາງທິດທາງການຮ່ວມມືກັນໃນຕໍ່ໜ້າ (2025-2030) ຈາກນັ້ນ ທ່ານເຈົ້າຄອງນະຄອນຫຼວງ ກໍໄດ້ລາຍງານສະ ພາບແຜນພັດທະນາເສດຖະກິດ-ສັງຄົມ ຂອງນະ ຄອນຫຼວງວຽງຈັນ ທີ່ພົ້ນເດັ່ນໃນໄລຍະຜ່ານມາ ຕໍ່ຄະນະຜູ້ແທນແຂວງຈຳປາສັກຮັບຊາບໂດຍສັງເຂບ ເຊິ່ງໃນໄລຍະປີ 2024 ທີ່ຜ່ານມາ ເສດຖະກິດຂອງນະຄອນຫຼວງວຽງຈັນ ແມ່ນສືບຕໍ່ຂະຫຍາຍຕົວ ທົ່ວສັງຄົມມີຄວາມສະຫງົບໂດຍພື້ນຖານ ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ຕິດພັນກັບການສືບຕໍ່ຈັດຕັ້ງປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ພາກທຸລະກິດ ການຄ້າ-ການຂາຍ ການບໍລິການ ແລະ ການທ່ອງທ່ຽວ ໄດ້ເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ ເສດຖະກິດຂອງນະຄອນຫຼວງວຽງ ຈັນ ຂະຫຍາຍຕົວໃນລະດັບ 5,85% ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍຕໍໍ່ຫົວຄົນ 83,47 ລ້ານກີບ.

ໃນຕອນທ້າຍຂອງການພົບປະ ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນບົດບັນທຶກການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ອົງການປົກຄອງນະ ຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງຈໍາປາສັກ ໄດ້ຕົກລົງເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກ ງານແຕ່ລະຂົງເຂດລະອຽດ ດັ່ງນີ້ ການຮ່ວມມືຂົງເຂດເສດຖະກິດ ແລະ ການຄ້າ ການຮ່ວມມືຂົງເຂດວັດທະນະທຳ-ສັງຄົມ ແລະ ບໍລິການ ການຮ່ວມມືຂົງເຂດການພັດທະນາພື້ນຖານໂຄງລ່າງ ແລະ ການຄົມມະນາຄົມ ການຮ່ວມມືວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ ການປັບປຸງ ແລະ ປ່ຽນແປງເນື້ອໃນ ວິທີການ ແລະ ກົນໄກການຮ່ວມມື ແລະ ຂໍ້ກຳນົດສຸດທ້າຍ.

ຂະແໜງປູກຝັງ ຊຸກຍູ້ກຸ່ມຜະລິດໜາກເຜັດເພື່ອສົ່ງອອກ ຢູ່ບ້ານຫ້ວຍແຫ່

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຂະແໜງປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ລົງຕິດຕາມ ແລະ ຊຸກຍູ້ກຸ່ມປູກໜາກເຜັດ ຢູ່ບ້ານຫ້ວຍແຫ່ ເມືອງສຸຂຸມາ ໃນທ້າຍອາທິດທີ່ຜ່ານມານີ້ ເພື່ອສົ່ງອອກຕ່າງປະເທດ ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພືດເປັນສິນຄ້າ ຕາມທິດກະສິກຳສະອາດ ແລະ ຕິດພັນກັບການສ້າງເສດຖະກິດໃຫ້ກັບປະຊາຊົນ.

ພະແນກກະສິກຳ ແລະ ປ່າໄມ້ ໄດ້ປະສານຮ່ວມມືກັບກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ລົງເຜີຍແຜ່ ແລະ ແນະນຳ ກ່ຽວກັບການຜະລິດໝາກເຜັດເປັນສິນຄ້າ ຕາມທິດກະສິກຳສະອາດນັບແຕ່ປີ 2021 ເປັນຕົ້ນມາ ຈົນມາເຖິງປີ 2023 ກໍໄດ້ໃຫ້ການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກດ້ານການຄ້າ ໃຫ້ກັບຜູ້ປະກອບການ ທີ່ມີຄວາມຕ້ອງການສົ່ງອອກພືດຜັກໄປຈໍາໜ່າຍໃນກຸ່ມປະເທດ ເອີຣົບ ເຊັ່ນ: ການຂຶ້ນທະບຽນພື້ນທີ່ການຜະລິດ ແລະ ສະຖານທີ່ຫຸ້ມຫໍ່ ແລະ ໃຫ້ການຢັ້ງຢືນເປັນຜູ້ສົ່ງອອກພືດຜັກຈາກ ສປປ ລາວ, ຊຸກຍູ້ໃຫ້ຜູ້ປະກອບການເຮັດສັນຍາ ສົ່ງເສີມປູກ ແລະ ເກັບຊື້ ລະຫວ່າງ ຜູ້ປະກອບການ ແລະ ກະສິກອນ ຢູ່ 2 ເມືອງ ຄື: ເມືອງ ປາກຊ່ອງ ມີ 3 ຈຸດ ຄື: ກຸ່ມຜະລິດຜັກບ້ານຫ້ວຍເສດ 12 ເຮັກຕາ, ບ້ານນ້ຳປົດ 3 ເຮັກຕາ, ບ້ານຫ້ວຍກອງ 6 ເຮັກຕາ ແລະ ເມືອງ ສຸຂຸມາ ມີ 1 ຈຸດ ຄື: ບ້ານ ຫ້ວຍແຫ່ 10 ເຮັກຕາ ເຊິ່ງໃນປີໜຶ່ງ ສາມາດສົ່ງອອກໝາກເຜັດສົດທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມເງື່ອນໄຂ ການສົ່ງອອກໄປ ເອີຣົບ ປະມານ 20 ກວ່າໂຕນ ຫລື ປະມານ ອາທິດລະ 400-500 ກິໂລກຣາມ (ປີໜຶ່ງສາມາດມີຜົນຜະລິດໄດ້ 38-40 ອາທິດ).

ພ້ອມດຽວກັນນັ້ນ, ໃນທຸກໆການສົ່ງອອກແຕ່ລະຄັ້ງ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງກວດກາຊຸດສິນຄ້າທຸກຄັ້ງ ເພື່ອຮັບປະກັນດ້ານຄຸນນະພາບຂອງສິນຄ້າ ແລະ ໄດ້ລົງຕິດຕາມ ພື້ນທີ່ປູກເປັນແຕ່ລະໄລຍະເຊັ່ນ: ການສຸ່ມກວດກາຫາສານພິດຕົກຄ້າງ, ການວາງກັບດັກແມງໄມ້ສັດຕູພືດ ແລະ ການຕິດຕາມພະຍາດສັດຕູພືດ.

ປັດຈຸບັນ ເຫັນວ່າສະພາບຊີວິດການເປັນຢູ່ຂອງກະສິກອນ ຜູ້ປູກໝາກເຜັດ ດີຂຶ້ນກວ່າເກົ່າ ມີຄວາມໝັ້ນຄົງດ້ານຕະຫລາດ ແລະ ລາຄາ, ແຕ່ຢ່າງໃດກໍຕາມ ໃນໄລຍະຜ່ານມາເຫັນວ່າ ກະສິກອນຍັງພົບບັນຫາການລະບາດຂອງພະຍາດສັດຕູພືດ ເປັນແຕ່ລະໄລຍະ ແລະ ບັນຫາປັດໄຈການຜະລິດທີ່ມີລາຄາສູງ ເນື່ອງຈາກບັນຫາຄ່າເງິນກີບອ່ອນຄ່າ.

ຂ່າວ-ພາບ: ມຸກດາວັນ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດ ຫວຽດນາມ

0

ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ. ໂອກາດດັ່ງກ່າວ, ໃນຕອນແລງຂອງວັນທີ 2/6/2025, ຄະນະໄດ້ພົບປະເຮັດວຽກສອງຝ່າຍກັບ ສະຫາຍ ບຸຍແທງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ໃນການພົບປະ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງຂອງ ສະຫາຍ ບຸຍແທງເຊີນ; ຕີລາຄາສູງການຢ້ຽມຢາມຄັ້ງນີ້, ເຊິ່່ງເປັນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ ແລະ ເປັນການຢ້ຽມຢາມຄັ້ງທໍາອິດ ໃນຖານະເປັນ ຮັກສາການ ຫົວໜ້າຄະະພົວພັນຕ່າງປະເທດສູນກາງພັກ ແລະ ເປັນການພົບປະທາງການຄັ້ງທຳອິດ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ພາຍຫຼັງທີ່ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຢຸດຕິການເຄື່ອນໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດນາມ, ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກໍ່ຄື ການພົວພັນຮ່ວມມືລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ກັບ ກະຊວງການຕ່າງປະເທດຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ແຫນ້ນແຟ້ນຍິ່ງຂຶ້ນ.

ໃນທ່າມກາງບັນຍາກາດແຫ່ງ ສາຍພົວພັນສາມັກຄີພິເສດ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ; ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ທັນການຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ.

ສອງຝ່າຍ ຕ່າງກໍ່ສະແດງຄວາມພາກພູມໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ມີຄວາມໜັກແໜ້ນ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດ, ຂະແໜງການ ຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໄດ້ຮັບການຍູ້ແຮງ, ເຊິ່ງ ສະແດງໃຫ້ເຫັນ ມູນຄ່າການຄ້າສອງສົ້ນໃນປີ 2024 ບັນລຸ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,9% ເມື່ອທຽບກັບປີ 2023 ແລະ ໄລຍະ 4 ເດືອນຕົ້ນປີ 2025 ບັນລຸ 1,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 109,3% ເມື່ອທຽບກັບໄລຍະດຽວກັນຂອງປີ 2024; ພິເສດ ສອງຝ່າຍ ໄດ້ຮ່ວມກັນ ເປີດນໍາໃຊ້ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ ທີ່ຫວຸ້ງອາງ, ແຂວງຮ່າຕິ້ງ, ເຊິ່ງເປັນສັນຍາລັກຂອງ ສາຍພົວພັນສອງປະເທດ, ອັນໄດ້ເປັນການເປີດສັງກາດໃໝ່ຂອງການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສອງປະເທດ ແລະ ສ້າງເງື່ອນໄຂໃຫ້ລາວມີທາງອອກສູ່ທະເລ; ການຮ່ວມມືດ້ານ ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ; ການພົວພັນຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.

ສອງຝ່າຍ ຕີລາຄາສູງຕໍ່ ການພົວພັນຮ່ວມມື ແລະ ປະສານສົມທົບຢ່າງສະໜິດແໜ້ນ ລະຫວ່າງ ສອງ ຄະນະພົວພັນຕ່າງປະເທດ ຂອງສອງສູນກາງພັກ ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ. ພ້ອມນັ້ນ, ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ການພົວພັນຮ່ວມມືອັນດີງາມຂອງ ສອງອົງການ, ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເຫັນດີເປັນເອກະພາບ ໃນການສືບຕໍ່ປະສານສົມທົບຢ່າງສະໜິດແໜ້ນ ໃນການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງການຮ່ວມມືຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນສູງ, ເຫັນດີເປັນເອກະພາບ ໃນການກະກຽມສ້າງແຜນການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ໄລຍະ 2026-2030, ເອກະພາບກັນກ່ຽວກັບທິດທາງ ການຮ່ວມມືໃນທ້າຍປີ 2025, ໂດຍສະເພາະການກະກຽມໃຫ້ແກ່ການເຄື່ອນໄຫວຢ້ຽມຢາມເຊິ່ງກັນແລະກັນ ຂອງການນໍາຂັ້ນສູງຂອງສອງຝ່າຍ, ສ້າງບັນດາກົນໄກການຮ່ວມມື, ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກໍ່ສ້າງພັກ, ການກະກຽມກອງປະຊຸມໃຫຍ່ ຂອງແຕ່ລະພັກ; ປະສານສົມທົບຢ່າງແໜ້ນແຟ້ນ ໃນການຈັດກິດຈະກໍາ ການເຄື່ອນໄຫວສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງສອງປະເທດ ແລະ ຍູ້ແຮງການໂຄສະນາສຶກສາອົບຮົມກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ.

ຮອງປະທານປະເທດ ຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາ

0

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ ທີ່ສຳເລັດການປະຕິບັດໜ້າທີ່ການທູດ ປະຈຳລາວຄັ້ງນີ້, ຕະຫລອດໄລຍະການປະຕິບັດໜ້າທີ່ ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ-ສາທາລະນະລັດ ອາຣັບ ເອຢິບ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ຮອງປະທານ ປະເທດ ຍັງໄດ້ອອຍພອນໃຫ້ ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າໃໝ່ທີ່ມີກຽດຂອງທ່ານ.

ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ການຈັດຕັ້ງທຸກພາກສ່ວນຂອງລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ ຈົນໄດ້ຮັບຜົນສຳເລັດ ໃນການປະຕິບັດໜ້າທີ່ໃນຄັ້ງນີ້.

ສປປ ລາວ ແລະ ສາທາລະນະ ລັດອາຣັບ ເອຢິບ ໄດ້ສ້າງຕັ້ງສາຍພົວພັນການທູດ ນຳກັນຕັ້ງແຕ່ປີ 1976 ເຖິິງວ່າການແລກປ່ຽນຢ້ຽມຍາມ ຂອງຄະນະຜູ້ແທນຊັ້ນສູງ ແລະ ຂັ້ນຕ່າງໆໃນຊຸມປີຜ່ານມາ ຍັງບໍ່ທັນມີຫລາຍແຕ່ສອງປະເທດ ໄດ້ມີການແລກປ່ຽນສານອວຍພອນ, ສານຊົມເຊີຍເຊິ່ງກັນ ແລະ ກັນນໍາກັນ. ຜ່ານມາເອຢິບ ເຄີຍຊ່ວຍເຫລືອ ພັດທະນາຊັບພະຍາກອນມະນຸດ ເຊິ່ງໃນປີ 2013 ຜ່ານມາ ມີຄົນລາວ ໄປສຶກສາ ດ້ານກະສິກຳ ຢູ່ເອຢິບຈຳນວນໜຶ່ງ.

ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາ

0

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/2025) ຂຶ້ນໃນວັນທີ 3 ມິຖຸນານີ້ທີ່ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ, ມີສະຫາຍ ພົທກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ,ບັນດາກົມໃຫຍ່, ນາຍຕຳຫຼວດຂັ້ນນຳພາ-ບັນຊາຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກໍາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນຍາດເອົາໄຊຊະນະໃນໄລຍະຕໍ່ມາ; ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ຂະບວນການປະຕິວັດເພື່ອຕີເອົາຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ່ງຕີນມື.

ພ້ອມດຽວກັນນັ້ນ, ຍັງເຮັດໃຫ້ກຳລັງປະຕິວັດ ກໍຄືກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ຍ້ອນການນໍາພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ; ຍ້ອນນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້, ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນ; ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ, ເຂົາເຈົ້າຍາມໃດກໍມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງໃຫ້ຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ.

ການປາຖະກະຖາຄັ້ງນີ້, ເພື່ອສຶກສາອົບຮົມໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຊື່ອມຊຶມກຳແໜ້ນມູນເຊື້ອສອງວັນດັ່ງກ່າວເພື່ອນຳມາເປັນພື້ນຖານ, ເປັນບ່ອນອີງໃຫ້ການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ສົມກັບເປັນນາຍຕໍາຫຼວດຮຸ່ນສືບທອດທີ່ດີຂອງກຳລັງ ປກສ ແລະ ຂອງກົມກອງ ເຮັດສຳເລັດໜ້າທີ່ນຳພາ-ບັນຊາວຽກງານທີ່ໄດ້ຮັບມອບໝາຍ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ຂ່າວ: ແຕັນ, ພາບ: ແກ້ວລະຄອນ

ມຊ ທົດລອງລົງທະບຽນສອບເສັງແບບທັນສະໄໝ

0

ເພື່ອກະກຽມຄວາມພ້ອມໃນການຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ປະຈຳສົກສຶກສາ 2025-2026 ທີ່ຈະມາເຖິງນີ້, ມຊ ໄດ້ທົດລອງລະບົບການລົງທະບຽນສອບເສັງໂດຍຜ່ານແອັບພິເຄຊັ່ນລະບົບການຮຽນ-ການສອນທັນສະໄໝ (SLMS System) ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໂດຍການເຂົ້າຮ່ວມຂອງ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ.

ການທົດລອງຄັ້ງນີ້ມີນັກຮຽນຊັ້ນ ມ.7 ຈາກໂຮງຮຽນມັດທະຍົມສຶກສາສົມບູນສາທິດ ແລະ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລເຂົ້າຮ່ວມຈຳນວນ 160 ຄົນ ເພື່ອທົດລອງນຳໃຊ້ລະບົບເໝືອນຈິງ ໂດຍຂັ້ນຕອນຂອງການສະໝັກແມ່ນນັກຮຽນ ຫຼື ຜູ້ທີ່ສົນໃຈສະໝັກເຂົ້າຮຽນ ມຊ ສາມາດດາວໂຫຼດແອັບ SLMS ໄດ້ງ່າຍໆດ້ວຍມືຖືທັງລະບົບ IOS ແລະ Android. ຫຼັງຈາກນັ້ນຜູ້ສະໝັກຈະໄດ້ປ້ອນຂໍ້ມູນສ່ວນຕົວ ແລະ ອັບໂຫຼດເອກະສານຕິດຄັດປະກອບມີບັດເຂົ້າຫ້ອງເສັງ ມ.7 (ສຳລັບຜູ້ທີ່ຈົບໃນສົກສຶກສານີ້) ຫຼື ໃບປະກາສະນີຍະບັດ ມ.7 (ສຳລັບຜູ້ທີ່ຈົບກ່ອນສົກສຶກສານີ້), ບັດປະຈຳຕົວ ຫຼື ສຳມະໂນຄົວ ແລະ ຮູບຖ່າຍ 3×4 ແລ້ວໃຫ້ກົດສຳເລັດການລົງທະບຽນລະບົບຈະປະກົດເລກລະຫັດ 4 ໂຕຂຶ້ນມາ, ຂັ້ນຕອນຕໍ່ໄປແມ່ນໃຫ້ຜູ້ສະໝັກນຳເອົາເລກລະຫັດ 4 ໂຕເລກເຂົ້າໄປຊໍາລະເງິນຄ່າທຳນຽມສອບເສັງໂດຍຜ່ານແອັບ BECLONE ຂອງທະນາຄານການຄ້າ, ຫຼັງຈາກນັ້ນໃຫ້ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ທີ່ສະໂມສອນໃຫຍ່ ມຊ ໃນວັນເວລາທີ່ກຳນົດ.

ຜ່ານການນຳໃຊ້ລະບົບໃໝ່ເຫັນວ່າມີຄວາມສະດວກສະບາຍ ແລະ ເຂົ້າໃຈງ່າຍກວ່າລະບົບເກົ່າຫຼາຍຢ່າງ ພ້ອມທັງຫຼຸດຂັ້ນຕອນ ແລະ ເວລາການລົງທະບຽນສະໝັກສອບເສັງ ຖ້າຫາກປັບປຸງລະບົບສົມບູນແລ້ວຈະສາມາດເປີດໃຫ້ນຳໃຊ້ໃນສົກສຶກສາ 2025-2026 ນີ້.

ຂ່າວ: ກະດານຂ່າວ ມຊ

Meta ພັດທະນາເຄື່ອງມື AI ເພື່ອຊ່ວຍ Brand ສ້າງໂຄສະນາອັດຕະໂນມັດ

0

ຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ ຜ່ານມາວ່າ: ໜັງສືພິມ The Wall Street Journal ລາຍງານວ່າ Meta ບໍລິສັດສື່ສັງຄົມອອນລາຍ ຂອງສະຫະລັດ ອາເມຣິກາ ວາງເປົ້າໝາຍໃຫ້ຍີ່ຫໍ້ (Brand) ຕ່າງໆສາມາດສ້າງ ແລະ ກຳນົດໂຄສະນາໂດຍໃຊ້ປັນຍາປະດິດ (AI) ຢ່າງເຕັມຮູບແບບພາຍໃນທ້າຍປີ 2026.

ບົດລາຍງານລະບຸວ່າ: ແພລັດຟອມໂຄສະນາຂອງ Meta ໄດ້ນຳສະເໜີເຄື່ອງມື AI ທີ່ສາມາດສ້າງໂຄສະນາທີ່ມີຢູ່ແລ້ວໃນຫຼາຍຮູບແບບ ກ່ອນຈະດຳເນີນການປ່ຽນແປງເລັກນ້ອຍສໍາລັບແຕ່ລະກຸ່ມເປົ້າໝາຍໃນ Facebook ແລະ Instagram. ໃນປັດຈຸບັນ, ບໍລິສັດມີຈຸດປະສົງເພື່ອຊ່ວຍໃຫ້ Brand ສ້າງແນວຄວາມຄິດການໂຄສະນາຕັ້ງແຕ່ເລີ່ມຕົ້ນ.

ການໂຄສະນາທີ່ຂັບເຄື່ອນດ້ວຍ AI ແມ່ນສ່ວນໜຶ່ງຂອງວິໄສທັດຂອງ ທ່ານ ມາຣກ ຊັກເຄີເບິຣກ ຊີອີໂອຂອງ Meta ສໍາລັບວິວັດທະນາການຂອງບໍລິສັດ. ໂດຍການໂຄສະນາແມ່ນສ່ວນໜຶ່ງທີ່ສໍາຄັນຂອງທຸລະກິດ Meta, ເນື່ອງຈາກສ້າງລາຍຮັບໄດ້ຫຼາຍກວ່າ 97% ຂອງຮັບທັງໝົດໃນປີ 2024 ແລະ ຍັງສະໜອງທຶນສຳລັບການລົງທຶນຊິບ AI ແລະ ສູນຂໍ້ມູນ, ລວມທັງການຝຶກອົບຮົມໂມເດລ AI ທີ່ທັນສະໄໝ.

ບົດລາຍງານລະບຸຕື່ມວ່າ: Brand ສາມາດນໍາສະເໜີຮູບພາບຂອງສິນຄ້າທີ່ຕ້ອງການໂຄສະນາພ້ອມກັບງົບປະມານທີ່ຕ້ອງການໃຊ້ ໂດຍໃຊ້ເຄື່ອງມືໂຄສະນາທີ່ Meta ກຳລັງພັດທະນາ, ຈາກນັ້ນ AI ຈະສ້າງໂຄສະນາທັງໝົດໃຫ້ໂດຍອັດຕະໂນມັດ ຊຶ່ງລວມທັງຮູບພາບ, ວິດີໂອ ແລະ ຂໍ້ຄວາມຄົບຖ້ວນ. ອີກທັງລະບົບຈະຕັດສິນໃຈເລືອກກຸ່ມຜູ້ໃຊ້ງານໃນ Facebook ແລະ Instagram ທີ່ຄວນສະແດງໂຄສະນາໃຫ້ເຫັນ ແລະ ສະເໜີຄໍາແນະນໍາກ່ຽວກັບງົບປະມານທີ່ເໝາະສົມໃຫ້ກັບ Brand ດ້ວຍ.

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

0

ພິທີ ມອບ-ຮັບ ທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກໃຫ້ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນ ໃນວັນທີ 3 ມິຖຸນາ 2025 ນີ້, ຕາງໜ້າມອບໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ໂດຍມີ ສະຫາຍ ວັນສີ ກົວມົວ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາສະຫາຍເລຂາ, ຮອງເລຂາ, ກຳມະການໜ່ວຍຊາວໜຸ່ມຮາກຖານ ແລະ ຊາວໜຸ່ມທີ່ຂຶ້ນກັບຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະບໍລິຫານການຊາວໜຸ່ມ ກະຊວງ ຖວທ, ທັງເປັນຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ນັບແຕ່​ປີ 2021-2024 ແລະ ທິດທາງແຜນການ ປີ 2025 ເຊິ່ງຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ​ແມ່ນ​ໜຶ່ງ​ໃນ​​ສາມອົງການ​ຈັດ​ຕັ້ງ​ມະຫາຊົນ ຢູ່ໃນໂຄງປະກອບການຈັດຕັ້ງຂອງກະຊວງ, ທີ່​ເຄື່ອນ​ໄຫວ ​ຕາມພາລະບົດບາດ, ສິດ ແລະ ໜ້າ​ທີ່ ຂອງ​ຕົນ ພາຍໃຕ້​ການ​ນໍາພາ-ຊີ້​ນໍາ ​ໂດຍ​ກົງຈາກ​ຄະນະພັກ-ຄະນະນຳກະຊວງ ຖວທ ແລະ ໄດ້ຮັບການຊຸກຍູ້ ຕິດຕາມ ຢ່າງໃກ້ຊິດຈາກຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ​. ​ວຽກ​ງານ​ຂອງ​ຊາວ​ໜຸ່ມ​ ໄດ້​ຕິດ​ພັນ​​ກັບ​ວຽກງານ​ວິຊາ​ສະ​ເພາະຢ່າງ​ສະໜິດ​ແໜ້ນ ໄດ້ປະກອບສ່ວນ​ຢ່າງຫລວງຫລາຍ ເຂົ້າໃນວຽກງານວິຊາສະເພາະຂອງຂະແໜງການຂອງຕົນ ຢ່າງຫ້າວຫັນ ແລະ ມີຜົນສໍາເລັດສູງ. ຜ່ານການປະຕິບັດວຽກງານດ້ວຍຄວາມຕື່ນຕົວ, ສະໝັກໃຈ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ການຈັດຕັ້ງ, ບຸກຄົນໃນຖັນແຖວຊາວໜຸ່ມ ກາຍເປັນຕົວແບບຊາວໜຸ່ມ 4 ບຸກ ສັງກັດໃນກົມ, ກອງ​ຕ່າງໆ ທົ່ວກະຊວງ, ເຮັດໃຫ້ຊາວ​ໜຸ່ມມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກ​ເປັນ​ຢ່າງ​ດີ, ວ່ອງໄວ ແລະ ມີຄຸນນະພາບ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ນັບແຕ່​ປີ 2021-2024 ທີ່ຜ່ານມາ, ຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດບຸກທະລຸ ໃນຫລາຍດ້ານ ເປັນຕົ້ນ ບຸກດ້ານແນວຄິດ ໂດຍໄດ້ຍຶດໝັ້ນຕໍ່ແນວທາງ ແລະ ທັດສະນະຂອງພັກ, ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ, ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກຊາວໜຸ່ມ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາ​ສັ່ງ, ກົດໝາຍ, ກົດ​ລະບຽບ, ​ແຜນ​ພັດທະນາເສດຖະກິດ-ສັງ ຄົມຂອງລັດ ​ແລະ ​ເອກະສານ​ສໍາຄັນ​ອື່ນໆ; ບຸກດ້ານການຝຶກຝົນຫລໍ່ຫລອມຮໍ່າຮຽນ ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ໄດ້ນໍາພາ-ຊີ້ນໍາ ສະມາຊິກຊາວໜຸ່ມໃນທົ່ວກະຊວງ ເພີ່ມທະວີຄວາມເອົາໃຈໃສ່ຢ່າງຫ້າວຫັນ ແລະ ມີສະຕິສູງຕໍ່ວຽກງານຂະບວນການລວມຂອງຊາວໜຸ່ມ ໂດຍຕິດພັນກັບວຽກງານວິຊາສະເພາະໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເປັນຢ່າງດີ, ຖືສໍາຄັນການຝຶກຝົນຫລໍ່ຫລອມ ສຶກສາຮໍ່າຮຽນຍົກລະດັບຕົນເອງ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມດຽວກັນ, ກໍ່ສູ້ຊົນຍາດແຍ່ງໃນການຍົກລະດັບດ້ານວິຊາສະເພາະ ກໍ່ຄື ວຸດທິການສຶກສາ ໃຫ້ສູງຂຶ້ນຕາມຄວາມຮຽກຮ້ອງຕ້ອງການ​ໃນ​ໄລຍະ​ໃໝ່. ພ້ອມນີ້, ຍັງໄດ້ ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ. ພ້ອມນີ້. ສະຫາຍ ນາງ ສີວັນໄຊ ສີພັນຄຳ ທັງໄດ້ຍົກໃຫ້ເຫັນ ຜົນງານການຈັດຕັ້ງປະຕິບັດ 9 ມາດຖານ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ຕື່ມອີກ. ສ່ວນຂະບວນການວັດທະນະທຳ-ສັງຄົມ, ຊາວ​ໜຸ່ມ ກໍໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ທັງ​ເຂົ້າຮ່ວມ​ກັບອົງ​ການ​ຈັດ​ຕັ້ງ​ພັກ​-ລັດ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ແລະ ຊາວ​ໜຸ່ມ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ເອງ, ອັນ​ພົ້ນ​ເດັ່ນ ໄດ້ຕະລຸມບອນປະກອບສ່ວນຕ້ານພະຍາດລະບາດໂຄວິດ-19, ສ້າງຄູກັນນໍ້າຕ້ານໄພນໍ້າຖ້ວມ, ໄພໜາວ, ຮ່ວມຂະບວນການບໍລິຈາກເລືອດ ຊ່ວຍເຫລືອສັງຄົມ ແລະ ອື່ນໆ.

ໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະຕິບັດໜ້າທີ່ຂອງຄະນະບໍ ລິຫານງານຊາວໜຸ່ມກະຊວງ ຖວທ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ຂອງກະຊວງ ຢ່າງຕັ້ງໜ້າ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຖືເອົາບັນຫາການສຶກສາອົບຮົມການເມືອງແນວຄິດ ເປັນບັນຫາສໍາຄັນໃນຖັນແຖວຊາວໜຸ່ມໃນຂະແໜງ ຖວທ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຄື່ອນໄຫວວຽກງານວິຊາສະເພາະ ຂອງຄະນະບໍລິຫານການຊາວໜຸ່ມ ປປ ລາວ ກະຊວງ ຖວທ ຍາດມາໄດ້ໃນໄລຍະຜ່ານມາ, ທັງໄດ້ເນັ້ນໃຫ້ຄະນະນໍາ ກໍຄື ສະມາຊິກຊາວໜຸ່ມ ກະຊວງ ຖວທ ຕ້ອງກໍາໄດ້, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມພວກເຮົາ, ຖືເປັນສໍາຄັນວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ຊາວໜຸ່ມລາວ ກໍຄື ໃນຖັນແຖວລັດຖະກອນ, ນັກຮຽນ-ນັກສຶກສາ ທີ່ສັງກັດກະຊວງພວກເຮົາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງວິທະຍາສາດ, ມີຄວາມກ້າວໜ້າ, ຊອກຮູ້ຮຽນນໍາຄົນຮຸ່ນກ່ອນ ໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດອົດທົນ, ມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ ໃຫ້ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ. ພ້ອມທັງ, ໃຫ້ເອົາໃຈໃສ່ສືບຕໍ່ສູ້ຊົນບຸກບືນ, ຝຶກຝົນຫລໍ່ຫລອມຕົນເອງ ເສີມຂະຫຍາຍຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເຄົານົບທໍານຽມ ຮີດຄອງປະເພນີອັນດີງາມ ຂອງຊາດ, ພະຍາຍາມຊອກຫາຄວາມຮູ້ໃໝ່ໆ ເພື່ອພັດທະນາຄວາມຮູ້ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນເລື້ອຍໆ; ຮູ້ຈັກໝູນໃຊ້ຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນ ໃຫ້ມີປະໂຫຍດສູງສຸດຕໍ່ວຽກງານລວມຂອງການພັດທະນາ ແລະ ສ້າງສາປະເທດຊາດ, ເປັນແບບຢ່າງທີ່ດີນໍາໜ້າໃນການຄົ້ນຄວ້າ-ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເປັນຊາວໜຸ່ມທີ່ໜັກແໜ້ນ ສາມາດກາຍຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ, ເອົາໃຈໃສ່ການເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາເພື່ອກາຍເປັນກໍາລັງແຮງສັງລວມທີ່ເຂັ້ມແຂງປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍມູນເຊື້ອນໍ້າໃຈອັນພິລະອາດຫານ, ມີຄວາມເສຍສະລະ, ດຸໝັ່ນຂະຫຍັ່ນພຽນ, ຮັກການອອກແຮງງານ, ມີແບບແຜນການດໍາລົງຊີວິດທີ່ປອດໃສຂາວສະອາດ ຖືກຕ້ອງ, ປະຢັດມັດທະຍັດ, ຊື່ສັດບໍລິສຸດ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ. ພ້ອມກັນນັ້ນ, ກໍຕ້ອງສະກັດກັ້ນ, ຕ້ານການຫລິ້ນກິນຟູມເຟືອຍ, ມົວເມົານໍາສິ່ງອະບາຍຍະມຸກ, ສິ່ງເສບຕິດ, ການພະນັນ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ກໍາລັງເປັນໄພຄຸກຄາມຊາວໜຸ່ມໃນຍຸກໂລກາພິວັດ; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ໂດຍສະເພາະແມ່ນການຈັດຕັ້ງຮາກຖານ ຂອງຊາວໜຸ່ມ; ຊຸກຍູ້ຂະບວນການຂອງຊາວໜຸ່ມໃຫ້ກວ້າງຂວາງ ແລະ ມີຂະບວນຟົດຟື້ນ, ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ, ເສີມສ້າງຫົວຄິດປະດິດສ້າງຂອງຄົນຮຸ່ນໜຸ່ມ, ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ຊາວໜຸ່ມລາວ ຕ້ອງອາດຫານກ້າວຂຶ້ນໆ ໃຫ້ສົມກັບ ປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນ ໄຊແຫ່ງຍຸກສະໄໝ.