Wednesday, September 24, 2025
Home Blog Page 68

ກອງປະຊຸມລັດຖະບານຫວຽດນາມ ປະຈຳເດືອນພຶດສະພາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ.

ຂ່າວລະບຸວ່າ: ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ໄດ້ລາຍງານໂດຍສັງເຂບສະພາບການເດືອນ ພຶດສະພາ ແລະ ສະພາບການໂລກທີ່ສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້. ນະໂຍບາຍພາສີໂຕ້ຕອບຂອງ ສະຫະລັດ ອາເມຣິກາ, ການປະທະກັນ, ບັນຫາຄວາມໝັ້ນຄົງແບບໃໝ່ທີ່ນັບມື້ນັບຍາກທີ່ຈະຄາດຄະເນໄດ້. ຢູ່ພາຍໃນປະເທດ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຍູ້ແຮງການສັບຊ້ອນກົງຈັກຕາມມະຕິເລກທີ 18 ຂອງສູນກາງ; ເດັດດ່ຽວຜັນຂະຫຍາຍບັນດາມະຕິຂອງກົມການເມືອງ, ກະກຽມ ແລະ ຍືນສະເໜີຕໍ່ສະພາແຫ່ງຊາດ 44 ຮ່າງກົດໝາຍ, ມະຕິກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.

ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມມິງຈິງ ຕີລາຄາວ່າ: ສະພາບການເສດຖະກິດ, ສັງຄົມສືບຕໍ່ມີທ່າອ່ຽງທີ່ຕັ້ງໜ້າ, ເດືອນນີ້ດີກວ່າເດືອນກ່ອນ, ໂດຍລວມແມ່ນ 5 ເດືອນປີ 2025 ດີກວ່າໄລຍະດຽວກັນຂອງປີ 2024 ໃນເກືອບທຸກຂົງເຂດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ ສຸມໃສ່ 11 ກຸ່ມໜ້າທີ່ຈຸດສຸມ, ໃນນັ້ນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບລະບອບລະບຽບການ: ບົນເນື້ອໃນຈິດໃຈ ຕ້ອງແກ້ໄຂຄວາມຫຍຸ້ງຍາກ, ຍາກແນວໃດກໍຕ້ອງເຮັດ. ຫັນຈຸດອຸດຕັນກາຍເປັນທ່າໄດ້ປຽບແກ້ງແຍ້ງ. ບໍ່ມີທ່າໄດ້ປຽບແກ້ງແຍ້ງໃດເທົ່າກັບທ່າໄດ້ປຽບແກ້ງແຍ້ງກ່ຽວກັບລະບອບລະບຽບການ. ເດັດດ່ຽວແກ້ໄຂ, ສິ່ງໃດຍັງຄົງຄ້າງຕ້ອງປະສານສົມທົບກັບສະພາແຫ່ງຊາດເພື່ອແກ້ໄຂ ບັນຫານີ້ແມ່ນເຮັດເພື່ອປະຊາຊົນ ແລະ ເພື່ອປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຍັງເນັ້ນໜັກວ່າ: ໃນເດືອນກໍລະກົດ, ຮັກສາເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ ແລະ ດຸນການຄ້າຢູ່ລະດັບສູງ; ລັດຖະບານໄດ້ປະກາດໂທລະເລກກ່ຽວກັບບັນດາມາດຕະການແກ້ໄຂ ຮັບປະກັບການສະໜອງໄຟຟ້າໃນຊຸມເດືອນຈຸດສຸມປີ 2025 ແລະ ໃນໄລຍະຈະມາເຖິງ. ບັນດາອົງການທີ່ມີຊື່ສຽງສາກົນ, ບັນດາປະເທດ, ຄູ່ຮ່ວມມືໄດ້ຕີລາຄາສູງໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ.

ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

0

ໃນລະຫວ່າງວັນທີ 1-12 ມິຖຸນານີ້, ທ່ານ ກອນສະໜຸກ ສິງພວງເພັດ ຮອງຫົວໜ້າຂະແໜງສົ່ງເສີມສຸຂະພາບເດັກ ສູນແມ່ ແລະ ເດັກ ສປປ ລາວ ພ້ອມດ້ວຍຕາງໜ້າໂຮງໝໍ 14 ແຂວງຂອງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ຍົກລະດັບຄວາມສາມາດໃນການບົ່ງມະຕິ ແລະ ການປິ່ນປົວເດັກຂັ້ນພື້ນຖານທີ່ນະຄອນສາງຊາ ແຂວງຫູໜານ ສປ ຈີນ ໂດຍການເປັນປະທານກ່າວເປີດ ຂອງທ່ານ Zhou Jiuhu ຮອງຫົວໜ້າຫ້ອງການ ພະແນກການຄ້າ ແຂວງຫູໜານ, ທ່ານນາງ XIAO Zhenghui ຜູ້ອໍານວຍການໂຮງໜໍເດັກແຂວງຫູໜານ, ມີຕາງໜ້າໂຮງໝໍແຂວງ 14 ແຂວງ ຈຳນວນ 30 ທ່ານເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້, ເພື່ອຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ ແລກປ່ຽນປະສົບການໃນການບົ່ງມະຕິ ແລະ ປິ່ນປົວເດັກລະຫວ່າງໂຮງໝໍແຂວງຫູໜານ ສປ ຈີນ ແລະ ໂຮງໜໍສູນກາງ 14ແຂວງ ເພື່ອເປັນຂົວຕໍ່ໃນການພັດທະນາທາງດ້ານວິຊາການກ່ຽວກັບວຽກງານແມ່ ແລະ ເດັກ.

ໂອກາດນີ້, ທ່ານ ກອນສະໜຸກ ສິງພວງເພັດ ໄດ້ກ່າວສະແດງຄວາມຂອບໃຈທີ່ ສປ ຈີນ ໄດ້ຈັດຝຶກອົບຮົມທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ ແລະ ເປີດໂອກາດໃຫ້ໂຮງໝໍ ສປປ ລາວ ເຂົ້າຮ່ວມເພື່ອນຳເອົາຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອຍົກລະດັບການປິ່ນປົວເດັກໃຫ້ມີຄຸນນະພາບເພີ່ມຂຶ້ນ.

ຣັດເຊຍ-ອູແກຣນ ແລກປ່ຽນແຜນການຢຸດຕິການປະທະກັນ

0

ວິທະຍຸກະຈາຍສຽງຫວຽດນາມ ເມື່ອບໍ່ດົນມານີ້ ທ່ານ ວາລາດີເມຍ ເມດິນສະກີ (Vladimir Medinsky) ຫົວໜ້າຄະນະເຈລະຈາຂອງ ຣັດເຊຍ ໃຫ້ຮູ້ວ່າຄະນະຣັດເຊຍ ມີຄວາມເພິ່ງພໍໃຈຕໍ່ໝາກຜົນຮອບເຈລະຈາທີ 2 ກັບອູແກຣນ ແລະ 2 ຝ່າຍກໍແລກປ່ຽນບົດບັນທຶກຊ່ວຍຈຳດ້ວຍບັນດາມາດຕາການແກ້ໄຂການປະທະກັນ. ບົດບັນທຶກຊ່ວຍຈຳຂອງຣັດເຊຍ ໄດ້ຍົກອອກ ບັນດາບາດກ້າວ ເພື່ອບັນລຸໄດ້ຄຳສັ່ງຢຸດຍິງຢ່າງສົມບູນ ແລະ ອູແກຣນ ໃຫ້ຮູ້ວ່າຈະຄົ້ນຄວ້າບົດບັນທຶກຊ່ວຍຈຳ ດັ່ງກ່າວ ພາຍໃນ 1 ອາທິດ ແລະ ຈະມີຄຳຕອບໃຫ້ກັບຝ່າຍ ຣັດເຊຍ. ໃນຂະນະນັ້ນເມື່ອກ່າວຄຳເຫັນໃນການຖະແຫລງຂ່າວ ຢູ່ນະຄອນຫລວງ Vilnius, ທ່ານ ໂວໂລດີເມຍ ເຊເລັນສະກີ (Volodymyr Zelensky) ປະທານາທິບໍດີອູແກຣນ ໃຫ້ຮູ້ວ່າ 2 ຄະນະໄດ້ “ແລກປ່ຽນເອກະສານໂດຍຜ່ານຝ່າຍຕັວກກີ ແລະ ພວມກະກຽມບັ້ນມອບສົ່ງຊະເລີຍເສິກສົງຄາມໃໝ່”. ບໍ່ວ່າຂໍ້ຕົກລົງໃດກໍບໍ່ສາມາດເປັນ “ລາງວັນ” ໃຫ້ແກ່ຝ່າຍ ຣັດເຊຍ ໄດ້ແຕ່ Kiev ກຽມພ້ອມປະຕິບັດ “ບັນດາບາດກ້າວທີ່ສຳຄັນ ໃຫ້ແກ່ສັນຕິພາບ”. ຄຽບ (Kiev) ກໍສະເໜີຈັດຕັ້ງກອງປະຊຸມຄັ້ງຕໍ່ໄປ ແຕ່ວັນທີ 20–30 ມິຖຸນາປີນີ້ ແລະ ຈະພິຈາລະນາ ແຜນການ ເຊິ່ງມົດສະກູ ໄດ້ຍົກອອກມາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ ຈະຍົກເວັ້ນວີຊາຕໍ່ປະເທດຕ່າງໆໃນໂລກຫລາຍຂຶ້ນຕື່ມອີກ

0

ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ຫລິນ​ຈ້ຽນ, ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ​ຖະ​ແຫລງ​​ວ່າ: ​ ນັບ​ແຕ່​ຕົ້ນເດືອນ ມິ​ຖຸ​ນາ​ນີ້​ ເປັນ​ຕົ້ນ​ໄປ, ສປ ຈີນ ​ໄດ້​ຍົກ​ເວັ້ນ​ວີ​ຊາ​ ຕໍ່​ປະ​ເທດ​​ໃນພາກ​ພື້ນ​ ອາ​ເມ​ຣິ​ກາ ​ລາ​ຕິນ ແລະ ກາ​ຣາ​ອິບ​ ແຕ່​ຝ່າຍ​ດຽວ ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ໄດ້​ຍົກ​ເວັ້ນ​ວີ​ຊາ​ ແຕ່​ຝ່າຍ​ດຽວ​ຕໍ່ 43 ປະ​ເທດ​ໃນ​ໂລກ.

ສປ ຈີນ​ໄດ້​ຍົກ​ເວັ້ນ​ວີ​ຊາ ​ຕໍ່​ປະ​ເທດ​ຕ່າງໆ ​ນັບ​ມື້​ ນັບຫລາຍ​ຂຶ້ນ ເຊິ່ງ​ສະ​ແດງ​ ໃຫ້​ເຫັນ​ວ່າ ສປ ຈີນ ​ມີ​ຄວາມ​ຕັດ​ສິນ​ໃຈ ​ອັນ​ເດັດ​ດ່ຽວ​ໃນ​ການ​ສືບ​ຕໍ່​ ຊຸກ​ຍູ້​ ການ​ເປີດ​ປະ​ຕູ ​ສູ່​ພາຍນອກ​ ໃນ​ລະ​ດັບ​ສູງ.​ໃນ​ຕໍ່​ໜ້າ, ສປ ຈີນ​ ຈະ​ສືບ​ຕໍ່​ປັບ​ປຸງ ​ນະ​ໂຍ​ບາຍ ​ກ່ຽວ​ກັບ​ ການເຂົ້າ​ເມືອງ​ຂອງ​ ສປ ຈີນ ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ຍົກ​ເວັ້​ນ​ວີ​ຊາ​ ຕໍ່​ປະ​ເທດ​ອື່ນໆ​ອີກ, ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ຮ່ວມ​ກັນ​ກັບ​ປະ​ເທດ​ຕ່າງໆ ດ້ວຍ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ຂອບ​ເຂດກວ້າງ​ຂວາງ ແລະ ມີ​ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງກວ່າ​ເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຫວັງສ້າງບາດລ້ຽວໃນການອະລຸລັກຮັກສາທະເລ

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3) ຈະຈັດຂຶ້ນ ໃນລະຫວ່າງ ວັນທີ9–13 ມິຖຸນານີ້ ຢູ່ນະຄອນ Nice, ພາກໃຕ້ ປະເທດ ຝຣັ່ງ. ເປົ້າໝາຍ ຂອງກອງປະຊຸມ ແມ່ນບັນລຸໄດ້ ຄວາມເປັນເອກະພາບ ທົ່ວໂລກ ແລະ ລະດົມ ແຫລ່ງເງິນ ຊ່ວຍເຫລືອ ໃຫ້ແກ່ ວຽກງານ ອະນຸລັກ ຮັກສາທະເລ, ໃນສະພາບການຫລາຍປະເທດ ຍັງຄົງມີຄວາມບໍ່ລົງລອຍກັນ ກ່ຽວກັບ ການຂຸດຄົ້ນ ທະເລເລິກ, ຂີ້ເຫຍື້ອ ປະເພດຢາງ(ປລາດຕິກ) ແລະ ການຈັບຫາ ສິນທະເລ ເກີນຂອບເຂດ. ປະເທດເຈົ້າພາບ ຈະຕ້ອນຮັບ ບັນດາ ການນຳຂັ້ນສູງຈາກຫລາຍປະເທດ ກອງປະຊຸມກໍເຕົ້າໂຮມ ບັນດາ ການນຳ ວິສາຫະກິດ, ນັກອຸປະຖຳ ສາກົນ ແລະ ບັນດານັກເຄື່ອນໄຫວ ສິ່ງແວດລ້ອມທະເລ. ກ່ອນດຳເນີນກອງປະຊຸມຕົ້ນຕໍ ຈະດຳເນີນ ກອງປະຊຸມ ສຳມະນາ ວິທະຍາສາດ ດ້ວຍການເຂົ້າຮ່ວມ ຂອງນັກຊ່ຽວຊານ ກ່ຽວກັບ ມະຫາສະມຸດ ປະມານ 2.000 ຄົນ. ຝຣັ່ງ ໃຫ້ຄຳໝັ້ນສັນຍາວ່າ ກອງປະຊຸມນີ້ ຈະສວມບົດບາດຄື “ສັນຍາ ປາຣີ” ໃນຂົງເຂດ ອະນຸລັກຮັກສາມະຫາສະໝຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ ປະຕິບັດນະໂຍບາຍ ວີຊາອາຊຽນ”ຕໍ່ 10 ປະເທດສະມາຊິກອາຊຽນ-ຕີມໍເລສເຕ

0

ວິທະຍຸສາກົນແຫ່ງ ສປ ຈີນ ວັນ​ທີ 3 ມິ​ຖຸ​ນາ​ນີ້ ທ່ານ ຫລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ຖະ​ແຫລງ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາການ​ສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ ​ໄດ້​ຂະ​ຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ ແລະ ການ​ສ້າງ “5 ບ້ານ​ເມືອງ​ໃຫຍ່” ໄດ້​ປະ​ສົບ​ຜົນ​ສຳ​ເລັດທີ່​ສຳ​ຄັນ. ການ​ໄປ​ມາ​ຫ​າ​ສູ່​ກັນ​ ລະ​ຫວ່າງ​ ສປ ຈີນ ແລະ ບັນ​ດາປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (ອາຊຽນ)​ ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫ​າ​ສູ່​ກັນ​ຕື່ມ​ອີກເປັນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ສອງ​ຝ່າຍ. ບົນ​ພື້ນ​ຖານ​ການຍົກ​ເວັ້ນ​ວີ​ຊາ ​ເຊິ່ງ​ກັນ​ ແລະ ​ກັນ ​ກັບ ​ສິງ​ກະ​ໂປ​, ໄທ ແລະ ມ​າ​ເລ​ເຊຍ ແລະ ປະ​ຕິ​ບັດ ​ນະ​ໂຍ​ບາຍ “ວີ​ຊາ​ລ້ານ​ຊ້າງ-ແມ່​ຂອງ” ໃຫ້​ແກ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ, ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ໄປ​ມາ​ຫາ​ສູ່​ກັນ​ ຂອງ​ພາກ​ພື້ນ, ສປ ຈີນ ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ “ວີ​ຊາ​ອາ​ຊຽນ” ຕໍ່ 10 ປະ​ເທດ​ ສະ​ມາ​ຊິກ ​ອາ​ຊຽນ ແລະ ຕີ​ມໍ​ເລ​ສ​ເຕ ທີ່​ເປັນ​ປະ​ເທດ​ ສັງ​ເກດ​ການ​ອາ​ຊຽນ, ຈະ​​ອອກ​ວີ​ຊາ​ເຂົ້າ​ເມືອງ​ຈີນ​ ຕາມ​ປະ​ເພດ​ທີ່​ສົມ​ຄູ່​ກັນເພື່ອ​ໃຫ້ສາ​ມາດ​ເຂົ້າ​ເມືອງ​ຈີນ ​ໄດ້ຫລາຍ​ເທື່ອ ແລະ ທຸກ​ເທື່ອ​ສາ​ມາດ​ເຂົ້າ ສປ ​ຈີນ​ ເປັນ​ເວ​ລາ 180 ວັນ ພາຍ​ໃນ 5 ປີ ໃຫ້​ແກ່​ນັກ​ທຸ​ລະ​ກິດ ພ້ອມ​ດ້ວຍ​ຄູ່​ສົມ​ລົດ ແລະ ລູກ​ຂອງ​ເຂົາ​ເຈົ້າຈາກ 11 ປະ​ເທດ​ດັ່ງ​ກ່າວ ທີ່​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ກ່ຽວ​ຂ້ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ປະທານປະເທດຕ້ອນຮັບປະທານສານສູງສຸດມາເລເຊຍ

0

ໃນວັນທີ 4 ມິຖຸນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນາ 2025.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ໃນດ້ານຕ່າງໆ ໂດຍສະເພາະ ການຮ່ວມມືດ້ານຕຸລາການ ຂອງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມທັງ ຕີລາຄາສູງ ແລະ ສະໜັບສະໜູນການຮ່ວມມື ລະຫວ່າງ ສອງອົງການຕຸລາການ ລາວ-ມາເລເຊຍ.

ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ການພົວພັນກັບ ມາເລເຊຍ ທີ່ເປັນປະເທດໜຶ່ງໃນ ຄອບຄົວອາຊຽນ ທີ່ມີປະຫວັດການພົວພັນ ແລະ ຮ່ວມມື ກັບ ສປປ ລາວ ຕະຫລອດໄລຍະ ຜ່ານມາ ແລະ ປີ 2026 ທີ່ຈະມາເຖິງນີ້ ແມ່ນເປັນຂີດໝາຍທີ່ສໍາຄັນ ເພາະພວກເຮົາຈະໄດ້ ພ້ອມກັນສະເຫລີມສະຫລອງ ວັນຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ມາເລເຊຍ.

ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ ເຊິ່ງການເດີນທາງມາຢ້ຽມຍາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເພື່ອເພີ່ມທະວີການຮ່ວມມືລະຫວ່າງ ອົງການຕຸລາການອາຊຽນ, ປຶກສາຫາລືການປະຕິບັດວຽກງານດ້ານການກະກຽມສ້າງຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນສະມາຊິກສະມາຄົມນັກກົດໝາຍອາຊຽນ.

ພະຍາກອນອາກາດ ເຊົ້າວັນທີ 05 ມິຖຸນາ 2025

0

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ, ໄດ້ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງປານກາງ ຫາ ແຮງ, ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 05/06/2025 ຫາ ເວລາ 07 ໂມງ ຂອງວັນທີ 06/06/2025

ພາກເໜືອດ້ານຕາເວັນອອ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 45% ຂອງພາກ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40%. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 45%. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

ຄະນະຜູ້ແທນ ຄຕພ ເຂົ້າຢ້ຽມຂໍ່ານັບ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

0

ໃນວັນທີ 3 ມິຖຸນາ 2025 ຜ່ານມາ, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີນເກີ້ມຕູ້ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເປັນຄັ້ງທໍາອິດ ໃນຖານະຕໍາ ແໜ່ງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕາມການເຊື້ອເຊີນຂອງ ສະຫາຍ ບຸຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫາຍ ເຈີນເກີ້ມຕູ້ ທີ່ໄດ້ໃຫ້ການຕ້ອນ ຮັບ ເຊິ່ງເຕັມໄປດ້ວຍຄວາມອົບອຸ່ນ, ສະໜິດສະໜົມ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ, ພ້ອມທັງ ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມາຍັງ ສະຫາຍ ເຈີນເກີ້ມຕູ້ ແລະ ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການພົບປະສອງຝ່າຍ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະ ຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເຊິ່ງເປັນການພົບປະທາງການຄັ້ງທຳອິດ ພາຍຫລັງທີ່ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຢຸດຕິການເຄື່ອນ ໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດນາມ.

ສະຫາຍ ເຈີນເກີ້ມຕູ້ ກໍໄດ້ຕີລາຄາສູງຕໍ່ການຢ້ຽມ ສສ ຫວຽດນາມ ຂອງ ສະຫາຍ ບຸນເຫລືອ ບັນດານຸວົງ ພ້ອມຄະນະ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົບປະສອງຝ່າຍ ເຊິ່ງຈະເປັນການປະ ກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນພິເສດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະ ຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດຫວຽດນາມ; ຕີລາຄາສູງຕໍ່ຜົນສໍາເລັດທີ່ ພັກ, ລັດ ປະຊາຊົນລາວ ຍາດມາໄດ້ໃນການດໍາເນີນການປ່ຽນແປງໃໝ່ ຕະຫລອດໄລຍະຜ່ານມາ; ສະແດງຄວາມເຫັນໃຈ ແລະ ຂໍແບ່ງປັນຄວາມຫຍຸ້ງຍາກທີ່ ສປປ ລາວ ພວມຜະເຊີນໜ້າຢູ່ ແລະ ຫວັງຢ່າງຍິ່ງວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ ແລະ ສາມາດແກ້ໄຂຄວາມຫຍຸ້ງຍາກຕ່າງໆ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສໍາເລັດຜົນ, ສືບຕໍ່ດໍາເນີນກອງປະຊຸມໃຫຍ່ຂັ້ນຕ່າງໆ ເພື່ອກ້າວໄປສູ່ການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ. ພ້ອມນັ້ນ, ກໍໄດ້ຊີ້ນໍາໃຫ້ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນ ໃນການ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງແຕ່ລະພັກ, ແຕ່ລະປະເທດ, ພິເສດແມ່ນໝາກຜົນຂອງການຢ້ຽມຢາມຂອງບັນດາສະຫາຍການນໍາຂອງທັງສອງປະເທດ; ແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ເປັນປະຈໍາກ່ຽວກັບວຽກງານກໍ່ສ້າງພັກ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃຫ້ສໍາເລັດຜົນ; ກະກຽມໃຫ້ແກ່ການພົບປະລະຫວ່າງການນໍາຂັ້ນສູງຂອງສອງພັກ ໃນທ້າຍປີ 2025 ຢູ່ລາວ ກໍຄື ການຈັດຕັ້ງປະ ຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ພ້ອມທັງສະແດງຄວາມຫວັງວ່າ ສອງຝ່າຍ ຈະປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ ພັກ, ລັດ ຂອງທັງສອງປະເທດ ມອບໝາຍໃຫ້ສໍາເລັດຜົນເປັນຢ່າງດີ.

ໃນຕອນບ່າຍວັນດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ພ້ອມຄະນະ ກໍໄດ້ສືບຕໍ່ຢ້ຽມຢາມ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ເຊິ່ງໄດ້ພົບປະກັບ ສະຫາຍ ຫງວຽນຢຸຍບັກ ຮອງຫົວໜ້າຜູ້ປະຈໍາການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ແລະ ສົນທະນາກັບ ບັນດາພະນັກງານການນໍາ, ອາ ຈານສອນ, ນັກສຶກສາລາວ ແລະ ຫວຽດນາມ ກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ. ພ້ອມກັນນັ້ນ, ກໍໄດ້ຢ້ຽມຢາມແຂວງຫ້າຍເຢືອງ ໂດຍໄດ້ພົບປະກັບ ສະຫາຍ ເຈີນດຶກຖັງ ກໍາມະການສູນກາງພັກ, ເລຂາພັກແຂວງຫ້າຍເຢືອງ ພ້ອມດ້ວຍຄະນະພັກ, ຄະນະນໍາ, ອົງການຂອງພັກ ແລະ ພະແນກການຂອງແຂວງຫ້າຍເຢືອງ, ພ້ອມທັງໄປຢ້ຽມຢາມບາງພື້ນຖານການຜະລິດ ແລະ ສະ ຖານທີ່ທາງວັດທະນະນໍາ ຂອງແຂວງຫ້າຍເຢືອງ ຕື່ມອີກ.

ຂ່າວ-ພາບ: ຄຕພ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດຮົງກາລີ ປະຈຳລາວ ຄົນໃໝ່

0

ໃນວັນທີ 4 ມິຖຸນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາລີ ຄົນໃໝ່ ປະຈຳ ສປປ ລາວ ໃນໂອກາດດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ລາຊໂລ ຕາກັກ ເຊິ່ງຈະປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ.

ສປປ ລາວ ແລະ ຮົງກາລີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ກັນຍາ 1962, ເຊິ່ງປັດຈຸບັນມີທ່າຂະຫຍາຍຕົວ ສະແດງອອກໃນການແລກປ່ຽນ ພົບປະລະຫວ່າງການນໍາຂັ້ນສູງຂອງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍໃນຫລາຍດ້ານໃນໄລຍະຜ່ານມາ ກໍຄື ການຮ່ວມມືດ້ານວັດ ທະນະທໍາ ແລະ ການສຶກສາ ນັບແຕ່ປີ 1977 ໄດ້ນໍາໃຊ້ມາເຖິງປັດຈຸບັນ ແລະ ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງຕະຫລອດມາ, ປະກອບສ່ວນໃນການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2019, ລວມເຖິງການເປີດສະຖານເອກອັກຄະລັດຖະທູດ ຮົງກາລີ ປະຈໍາ ສປປ ລາວ ຄືນໃໝ່ ໃນເດືອນມິຖຸນາ ປີ 2024 ທີ່ຜ່ານມາ ເຊິ່ງເປັນຂີດໝາຍສໍາຄັນ ແລະ ຢັ້ງຢືນເຖິງນະໂຍບາຍຂອງລັດຖະ ບານລາວ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບກັບ ຮົງກາລີ ກໍຄື ການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ກ້າວຂຶ້ນສູ່ລະດັບໃໝ່.

ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮ່ວມມືຂົງເຂດວັດທະນະທໍາ ແລະ ທ່ອງທ່ຽວ ຂອງສອງປະເທດ ທີ່ມີທ່າແຮງບົ່ມຊ້ອນ ຊຶ່ງທັງສອງຝ່າຍ ເຫັນດີໂດຍພື້ນຖານ ໃນການຈັດກິດຈະກໍາຮ່ວມມືກັນທາງດ້ານວັດທະນະທໍາ ເປັນຕົ້ນ ບຸນມະໂຫລານຮູບເງົາ, ສ້າງປ້າຍລະນຶກເຖິງຄຸນ ງາມຄວາມດີຂອງ ທ່ານ ທອງຄຳ ອ່ອນມະນີສອນ ອະດີດນັກກາວີເອກ, ອະດີດນັກແຕ່ງກາບກອນ, ທັງເປັນຜູ້ທີ່ຕິດພັນກັບກາບກອນກາວີເອກຂອງຮົງກາລີ, ກິດຈະກຳສົ່ງເສີມນັກສິລະປິນຮົງກາລີ ເພື່ອມາແລກປ່ຽນສິລະປະ-ວັດທະນະທຳ ຢູ່ລາວ.

ໂອກາດດຽວກັນ, ທ່ານ ລາຊໂລ ຕາກັກ ກໍໄດ້ສະແດງຄວາມຊົມເຊີຍ ຜົນສຳເລັດຂອງການຈັດ ຕັ້ງປີທ່ອງທ່ຽວ ລາວ 2024 ສາມາດຕ້ອນຮັບນັກທ່ອງທ່ຽວ ມາທ່ຽວ ສປປ ລາວ ໄດ້ 4 ລ້ານກວ່າຄົນ ຊຶ່ງກາຍເປັນລາຍຮັບອັນໜຶ່ງ ທີ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຄຽງຄູ່ກັນນັ້ນ, ລັດຖະບານຮົງກາລີ ກໍຖືເປັນວຽກງານການທ່ອງທ່ຽວ ເປັນຂະແໜງການໜຶ່ງທີ່ ສຳຄັນ ໃນແຕ່ລະປີມີນັກທ່ອງທ່ຽວ ໄປທ່ຽວຮົງກາລີ ຫລາຍກວ່າ 17 ລ້ານເທື່ອຄົນ ຊຶ່ງໃນຕໍ່ໜ້າ ສອງຂະແໜງ ການທ່ອງທ່ຽວ ລາວ-ຮົງກາລີ ຈະໄດ້ແລກປ່ຽນຂໍ້ມູນຂ່າວສານ ກໍຄື ການໂຄສະນາສົ່ງເສີມການທ່ອງ ທ່ຽວ ເພື່ອໃຫ້ປະຊາຊົນສອງຊາດ ໄປມາຫາສູ່ ເຊິ່ງກັນ ແລະ ກັນຫລາຍຂຶ້ນກວ່າເກົ່າ. ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບທຸກຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ປະຕິບັດໜ້າທີ່ການທູດ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍ ເພື່ອເປັນຂົວຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ຮົງກາລີ-ລາວ, ລາວ-ຮົງກາລີ ກໍຄື ວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.