Wednesday, September 24, 2025
Home Blog Page 67

ຣັດເຊຍ ຫວັງຈະສືບຕໍ່ເຈລະຈາກັບ ອູແກຣນ

0

ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 4 ມິຖຸນານີ້, ທ່ານ ຢູຣິ ວິກໂຕໂຣຊິ ຢູຊາກ(Yuri Viktorovich Ushak) ຜູ້ຊ່ວຍວຽກ ປະທານາທິບໍດີ ຣັດເຊຍ ໃຫ້ຮູ້ວ່າ ຣັດເຊຍ ຫວັງວ່າ ບັນດາ ການເຈລະຈາກັບ ອູແກຣນ ຈະສືບຕໍ່ ໄດ້ດຳເນີນ ພາຍຫລັງ ບັນດາຝ່າຍ ຄົ້ນຄ້ວາ ຮ່າງບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການແກ້ໄຂ ການປະທະກັນ. ຣັດເຊຍ ແລະ ອູແກຣນ ດຳເນີນການເຈລະຈາ 2 ຮອບໃນ ວັນທີ 16 ພຶດສະພາ ແລະ ວັນທີ 2 ມິຖຸນາ. ບັນດາການເຈລະຈາ ບັນລຸໄດ້ ໝາກຜົນ ໃດໜຶ່ງ ດ້ວຍເລື່ອງສອງຝ່າຍ ເຫັນດີເປັນເອກະພາບ ແລກປ່ຽນ ຊະເລີຍເສິກ ແລະ ຊາກສົບ ນາຍທະຫານ, ປຶກສາຫາລື ກ່ຽວກັບ ຄວາມສາມາດ ຢຸດຍິງ ໃນອະນາຄົດ, ພ້ອມທັງ ມອບບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການແກ້ໄຂ ການປະທະກັນ ໃຫ້ກັນ, ເພື່ອໃຫ້ສອງຝ່າຍ ຄົ້ນຄວ້າ. ຂະນະທີ່ ທ່ານ ປະທານາທິບໍດີ ອູແກຣນ ກໍ່ປະກາດ ພ້ອມແລ້ວ ທີ່ຈະເຂົ້າຮ່ວມ ກອງປະຊຸມ 4 ຝ່າຍ, ພ້ອມກັບ ທ່ານ ໂວໂລດີເມຍ ເຊເລັນສະກີ(Volodymyr Zelensky), ປະທານາທິບໍດີ ອູແກຣນ, ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ, ທ່ານ ໂດນັນ ທຣຳ(Donald Trump), ປະທານາທິບໍດີ ສ.ອາເມລິກາ ແລະ ທ່ານ ຣີເຊັບ ໄທຢິບ ອີໂດກັນ(Recep Tayyip Erdogan), ປະທານາທິບໍດີ ຕວັກກີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຫ້າມບໍ່ໃຫ້ພົນລະເມືອງຈາກ 12 ປະເທດເດີນທາງເຂົ້າໄປ ສ.ອາເມລິກາ

0

ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນ​ທີ 4 ມິ​ຖຸ​ນາ​ນີ້, ຖະ​ແຫລງ​ການ ສະ​ບັບ​ໜຶ່ງ ​ຂອງ​ທຳ​ນຽບ​ຂາວ​ ສ.ອາ​ເມ​ລິກາ ​ລະ​ບຸ​ວ່າ: ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ ​ໄດ້​ຫ້າມ​ບໍ່​ໃຫ້ ​ພົນ​ລະ​ເມືອງ​​ຈາກ 12 ປະ​ເທດ ລວມມີ: ອາ​ຟ​ະກາ​ນິ​ສະ​ຖານ, ມຽນ​ມາ,ຊາດ,ກົງໂກ,ກິເນ,ອີຣິເຕຣຍ,ໄຮຕິ,ລີບີ,ໂຊມາລີ,ຊູດັງ,ເຢເມນ ແລະ ອີ​ຣານ ​ເຂົ້າ​ໄປ ສ.​ອາ​ເມ​ລິກາ ​ໃນ​ສະຖາ​ນະ​ ຊາວ​ອົບ​ພະ​ຍົບ ຫລື ບໍ່​ແມ່ນ ​ຊາວ​ອົບ​ພະ​ຍົບ ກໍ່ຕາມ. ນອກ​ນີ້, ທ່ານ ​ໂດ​ນັນ ທ​ຣຳ ຍັງ​ໄດ້​ປະ​ກາດ ​ມາດ​ຕະ​ການ​ ຈຳ​ກັດ ​ຕໍ່​ພົນ​ລະ​ເມືອງ ຈາກ 7 ປະ​ເທດ ລວມ​ທັງ ບູຣູນດີ, ສ​ປ​ປ ລາວ, ກູ​ບາ,ເວ​ເນ​ຊູ​ເອ​ລາ,ເຊຍຣາເລອອນ,ໂຕໂກ ແລະ ເຕັກເມນິສະຖານ ​ເຂົ້າ​ໄປ ສ.​ອາ​ເມ​ລິ​ກາ. ມາດ​ຕະ​ການ ​ດັ່ງ​ກ່າວ ​ແມ່ນ​ເພື່ອ​ປົກ​ປ້ອງ ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ ຂອງ​ ສ.ອາ​ເມ​ລິ​ກາ. ອີງ​ຕາມ ​ຖະ​ແຫລງ​ການ, ມາດ​ຕະ​ການ​ດັ່ງ​ກ່າວ ​ຈະ​ມີ​ການ​ກຳ​ນົດ ​ຍົກ​ເວັ້ນ ພິ​ເສດ ​ຕໍ່​ບຸກ​ຄົນ​ ທີ່​ມີ​ວີ​ຊາ​ ໃນ​ປັດ​ຈຸ​ບັນ, ວີ​ຊາ​ບາງ​ປະ​ເພດ ແລະ ບຸກ​ຄົນ​ ທີ່​ສອດ​ຄ່ອງ​ກັບ ​ຜົນ​ປະ​ໂຫຍດ​ ແຫ່ງ​ຊາດ​ ຂອງ​ ສ.ອາ​ເມ​ລິກາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ເອີຣົບ ອະນຸມັດບຸນກາລີ ເຂົ້າເປັນສະມາຊິກເຂດທີ່ໃຊ້ເງິນເອີໂຣ ຢ່າງເປັນທາງການ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 4 ມິ​ຖຸ​ນາ​ນີ້, ທະ​ນາ​ຄານ​ກາງ ​ເອີ​ຣົບ ​ໄດ້​ອະ​ນຸ​ມັດ ຄຳ​ຮ້ອງ​ຂໍ​ ຂອງ​ບຸນ​ກາ​ລີ​​ ໃນ​ການ​ນຳ​ໃຊ້ ​ເງິນ​ເອີ​ໂຣ. ດັ່ງນັ້ນ ບຸນ​ກາ​ລີ​ ຈຶ່ງ​ກາຍ​ເປັນ​ປະ​ເທດ ສະ​ມາ​ຊິກ​ ທີ 21 ໃນ​ເຂດ​ ທີ່ໃຊ້​ເງິນ​ເອີ​ໂຣ. ຄະ​ນະ​ກຳ​ມາ​ທິ​ການ​ ສະ​ຫະ​ພາບ​ ເອີ​ຣົບ ​ແຈ້ງ​ຂ່າວ​ວ່າ ບຸນ​ກາ​ລີ​ ໄດ້​ກຽມ​ພ້ອມ​ແລ້ວ ​ຈະ​ນຳ​ໃຊ້​ເງິນ​ເອີ​ໂຣ ນັບ​ແຕ່​ ວັນ​ທີ 1 ມັງ​ກອນ 2026 ເປັນ​ຕົ້ນ​ໄປ, ເຊິ່ງ​ເປັນ​ຂີດໝາຍ ​ທີ່​ສຳ​ຄັນ ທາງ​ປະ​ຫວັດ​ສາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ພະຍາກອນອາກາດ ວັນທີ 06 ມິຖຸນາ 2025

0

ຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງຈະສືບຕໍ່ປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 06/06/2025 ຫາ ເວລາ 07 ໂມງ ຂອງວັນທີ 07/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 16-32 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

ທູດລາວຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ

0

ໃນວັນທີ 4 ມິຖຸນາ 2025 ທີ່ທໍານຽບລັດຖະບານ ນະຄອນຫລວງແຄນເບີຣາ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ ທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.

ໂອກາດນີ້, ທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບ ອົດສະຕຣາລີ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນສູ່ອົດສະຕຣາລີ. ທ່ານຜູ້ສຳເລັດຣາຊະການ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍ ຕະຫລອດໄລຍະຫລາຍກວ່າ 7 ທົດສະຫວັດ ແຫ່ງການພົວພັນການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ; ທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນຕົ້ນປີ 2024 ກໍຄື ການຮ່ວມມືກັນໃນຂອບພາກພື້ນ ໂດຍສະເພາະແມ່ນອາຊຽນ ແລະ ຂອບການຮ່ວມມືຫລາຍຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານທູດ ຈາຕຸລົງ ບົວສີສະຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບໝາຍ ໃຫ້ປະຕິບັດໜ້າທີ່ ຢູ່ອົດສະຕຣາລີ ເພື່ອປະກອບສ່ວນສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ມີມາຫລາຍກວ່າ 70 ປີ ກໍຄືການເປັນຄູ່ຮ່ວມມືຮອບດ້ານທີ່ໄດ້ຮັບການຍົກລະດັບຂຶ້ນ ໃນເດືອນ ມີນາ 2024 ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ ການຊ່ວຍເຫລືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລ ຍະຜ່ານມາ, ລວມທັງການປະຕິບັດໜ້າທີ່ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ 2021-2024 ແລະ ປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ກໍຄື ການຮ່ວມມືໃນຂອບຫລາຍຝ່າຍອື່ນໆ.

ສອງປະເທດ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 15 ມັງກອນ 1952, ຊຶ່ງປີ 2025 ນີ້ ຄົບຮອບ 73 ປີ ແລະ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 6 ມີນາ 2024.

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະຣາຊະທູດ ແຫ່ງ ອັງກິດ ແລະ ອຽກລັງເໜືອ

0

ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ ທ່ານ ນາງ ເມລານີ ລຸຍສ໌ ບາໂລ (Melanie Louise Barlow) ເອກອັກຄະຣາຊະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນ ຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ປີ 2025 ແມ່ນຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ສອງຝ່າຍໄດ້ມີການຈັດກິດຈະກໍາຮ່ວມກັນ ພ້ອມທັງມີແຜນການຈັດງານສະເຫຼີມ ສະຫຼອງວັນສໍາຄັນດັ່ງກ່າວໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ການພົວພັນຮ່ວມມື ລະຫວ່າງ ສອງປະເທດແມ່ນມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນ ສປປ ລາວ ແລະ ສ ອັງກິດ ໄດ້ມີການຮ່ວມມືທີ່ດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ ຄຽງຄູ່ກັນນັ້ນ ກໍຍັງໃຫ້ການຊ່ວຍເຫຼືອໃນການຈັດຝຶກອົບຮົມສຳລັບຂະແໜງການຕ່າງໆ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ ນອກນັ້ນ ທັງ ສອງຝ່າຍຍັງໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ລະຫວ່າງ ກະ ຊວງຂະແໜງການ ຂອງ ສອງປະເທດຢ່າງເປັນປົກກະຕິ.

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ

0

ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາຊໂລ ຕໍກັສ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຮົງກາຣີ ພ້ອມດ້ວຍຄະນະ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ຮົງກາຣີ ຕະຫຼອດໄລຍະຜ່ານມາ ນອກນັ້ນ ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ ການພົວພັນ ແລະ ການຮ່ວມມືອັນດີທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບ ຮົງກາຣີ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະ ສາດ ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້ ທ່ານທູດ ຮົງກາຣີ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຢືນຢັນ ທີ່ຈະເຮັດສຸດຄວາມສາມາດໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຮົງກາຣີ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ການພົວພັນຮ່ວມມືໃນດ້ານຕ່າງໆ ທີ່ ສອງຝ່າຍ ມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ດ້ານການສຶກສາ, ກະສິກຳ, ການທ່ອງທ່ຽວ ແລະ ອຶ່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີສືບຕໍ່ສຶກສາຄວາມເປັນໄປໄດ້ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ສປປ ລາວ ສ້າງຕັ້ງສາຍພົວພັນການທູດກັບ ຮົງກາຣີ ໃນວັນທີ 12 ກັນຍາ 1962.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງປະເທດຊາດ

0

ໃນວັນທີ 5 ມິຖຸນາ 2025 ນີ້, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຄະນະເລຂາທິການ ສະພາແຫ່ງຊາດໄດ້ ຖະແຫຼ່ງຂ່າວກ່ຽວກັບການເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ວັນທີ 9-26 ມິຖຸນາ 2025 ຢູ່ທີ່ ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ເຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ) ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງປະເທດຊາດ ດັ່ງນີ້:

ພາກວຽກງານລັດຖະບານ ມີຈໍານວນ 6 ບົດ: 1) ບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; 2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); 3) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; 4) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; 5) ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; 6) ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.

ພາກວຽກງານສ້າງ ແລະ ປັບປຸງກົດໝາຍ ມີຈໍານວນ 10 ສະບັບ ໃນນີ້, ຮ່າງກົດໝາຍສ້າງໃໝ່ 5 ສະບັບ ຄື: 1) ກົດໝາຍ ວ່າດ້ວຍ ຄວາມປອດໄພໄຊເບີ; 2) ກົດໝາຍ ວ່າດ້ວຍ ສັງຄົມສົງເຄາະ; 3) ກົດໝາຍ ວ່າດ້ວຍ ພະນັກງານໄອຍະການປະຊາຊົນ; 4) ກົດໝາຍ ວ່າດ້ວຍ ສາມັນສຶກສາ; 5)ກົດໝາຍວ່າດ້ວຍ ການປູກຝັງ. ຮ່າງກົດໝາຍປັບປຸງ 5 ສະບັບ ຄື: 1) ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ; 2) ກົດໝາຍ ວ່າດ້ວຍ ອາກອນລາຍໄດ້; 3) ກົດໝາຍ ວ່າດ້ວຍ ປ້າຍ; 4) ກົດໝາຍ ວ່າດ້ວຍ ສານປະຊາຊົນສູງສຸດ; 5) ກົດໝາຍ ວ່າດ້ວຍ ຊົນລະປະທານ.

ພາກວຽກງານສະພາແຫ່ງຊາດ ມີຈໍານວນ 2 ບົດ ຄື: 1) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; 2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.

ມະຕິກອງປະຊຸມສະພາແຫ່ງຊາດ ມີຈຳນວນ 17 ສະບັບ ໃນນີ້, ມະຕິຮັບຮອງເອົາວຽກງານລັດຖະບານ ມີ 6 ສະບັບ ຄື: 1) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; 2) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; 3) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; 4) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; 5) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; 6) ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່. ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ ມີ 1 ສະບັບ ຄື: ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ມະຕິ ວ່າດ້ວຍການຮັບຮອງເອົາຮ່າງກົດໝາຍ ຈໍານວນ 10 ສະບັບ.

ອີກເທື່ອໜຶ່ງ, ໃນນາມຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ, ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະ ກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້. ຂໍແຈ້ງໃຫ້ບັນດາທ່ານຊາບວ່າ: ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີ ຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້: ສາຍດ່ວນ: 156 ໃນໂມງລັດຖະການ ແລະ App: Laona.

ສານ ຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2025

0

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໝູນວຽນມາຄົບຮອບອີກວາລະໜຶ່ງ, ເຊິ່ງປີນີ້ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 52 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນາໆພັນ. ສໍາລັບປີນີ້ສາທາລະນະລັດເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນທີ່ວ່າ“ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”.

ສໍາລັບ ສປປ ລາວ ພວກເຮົາກໍ່ໄດ້ຮ່ວມກັບປະເທດຕ່າງໆໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານລາວ ໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມທີ່ເຊື່ອມໂຊມສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດຂອງມວນມະນຸດ ແລະ ສິ່ງທີ່ມີຊີວິດຢູ່ໃນໂລກ; ເພື່ອປ້ອງກັນໄພພິບັດ ແລະ ປັບຕົວເຂົ້າກັບກັບສະພາບການປ່ຽນແປງດິນຟ້າອາກາດ, ເຊິ່ງໃນປີນີ້ ສປປ ລາວ ໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມຄື “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”.

ພີ່ນ້ອງຮ່ວມຊາດທີ່ຮັກແພງ,

ປັດຈຸບັນປະຊາກອນໂລກໃນທຸກພາກພື້ນກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ອັນເນື່ອງມາຈາກການເຊື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດແລະນໍາໃຊ້ຜະລິດຕະພັນທີ່ຜະລິດ ແລະ ຫຸ້ມຫໍ່ດ້ວຍປລາສຕິກເພີ່ມຂຶ້ນ ໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາ ລວມທັງ ສປປ ລາວ, ເຊິ່ງເປັນການສ້າງຂີ້ເຫຍື້ອສິ່ງເສດເຫຼືອທີ່ເປັນພິດເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫຼ້າສຸດເຫັນວ່າການນຳໃຊ້ປລາສຕິກໃນທົ່ວໂລກ ໄດ້ມີການເພີ່ມຂຶ້ນຫຼາຍເທົ່າໂຕຈາກ6.8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນ ໃນປີ 2024, ໃນນັ້ນມີພຽງແຕ່ 9% ຖືກນຳມາໃຊ້ຄືນໃໝ່,12% ແມ່ນນຳໄປຈູດເຜົາ ແລະ79% ແມ່ນຖືກນໍາໄປຝັງດິນໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ. ສິ່ງເສດເຫຼືອຈາກປລາສຕິກມີການຍ່ອຍສະຫຼາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີ. ບັນຫາຂີ້ເຫຍື້ອປລາສຕິກສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະ ການຈູດເຜົາ ໄດ້ກໍ່ໃຫ້ເກີດມົນລະພິດທາງອາກາດ, ດິນ ແລະ ນໍ້ານັບມື້ນັບຫຼາຍ ແລະ ຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນດັ່ງທີ່ພວກເຮົາພວມປະເຊີນນໍາກັນດັ່ງທຸກມື້ນີ້.

ປະຊາຊົນລາວສ່ວນຫຼາຍຍັງມີຄວາມຊິນເຄີຍ ໃນການນຳໃຊ້ປລາສຕິກເຂົ້າໃນການດຳລົງລົງຊີວິດປະຈຳວັນນັບມື້ມີຈຳນວນເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນແລະການທໍາລາຍຢ່າງຖືກວິທີຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ໃນສະພາບການດັ່ງທີ່ກ່າວມານີ້,ລັດຖະບານກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການແລະນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.

ຕໍ່ສະພາບການດັ່ງກ່າວ, ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດກ່ຽວກັບການຄຸ້ມຄອງປລາສຕິກ ຂອງ ສປປ ລາວ ປີ2024-2030 ໄປພ້ອມກັບການຜັນຂະຫຍາຍມາເປັນລະບຽບການ, ຄູ່ມືແນະນໍາເພື່ອຄວບຄຸມ, ຫຼຸດຜ່ອນແລະກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍ່ໄດ້ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆເປັນຕົ້ນ: ການສຶກສາ, ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອແກ້ໄຂບັນຫາມົນລະພິດປລາສະຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ. ນອກຈາກນັ້ນກໍມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ,ອົງການຈັດຕັ້ງສັງຄົມເພື່ອປູກຈິດສໍານຶກໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງແລະຫຼຸດຜ່ອນມົນລະພິດຈາກປລາສະຕິກ ກໍ່ຄືການປະກອບສ່ວນແກ້ໄຂຮ່ວມກັນກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະ ຍຶນຍົງ. ເຊິ່ງເປັນລະບົບເສດຖະກິດເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າເສດຖະກິດ-ສັງຄົມທີ່ຈະເລີນຮຸ່ງເຮືອງ ກັບການມີສິ່ງແວດລ້ອມທີ່ດີແມ່ນຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຄົມໂລກ ແລະ ປະຊາຊົນລາວທັງຊາດ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ

ປະຊາຊົນລາວເຮົາມີປະເພນີ-ວັດທະນາທຳອັນເປັນມູນເຊື້ອອັນດີງາມ ໃນການດໍາລົງຊີວິດທີ່ຕິດພັນກັບທໍາມະຊາດ ແລະ ວັດສະດຸໃນທຳມະຊາດນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ, ຢາປົວພະຍາດ, ເຄື່ອງໃຊ້ປະຈໍາວັນ ເປັນຕົ້ນຜະລິດຕະພັນທາງເລືອກຈາກໃບໄມ້, ຕົ້ນໄມ້. ສະນັ້ນ, ເນື່ອງໃນໂອກາດວັນສິ່ງແວດລ້ອມປີນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ພວກເຮົາພ້ອມໃຈກັນກັບຄືນມານຳໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າຂອງຊາດລາວເຮົາ ເພື່ອເປັນການສົ່ງເສີມຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກທີ່ບໍ່ທຳລາຍສິ່ງແວດລ້ອມ, ເພື່ອເຮັດໃຫ້ການປະຕິບັດຄາດໝາຍການຫຼຸດຜ່ອນນຳໃຊ້ປລາສຕິກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມລາວ ເປັນເຈົ້າການໃນການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ແລະ ປະຕິບັດ 3 ຫຼັກການຄື: (1) ຫຼຸດປະລິມານການນຳໃຊ້, (2) ນຳກັບມາໃຊ້ຄືນ, (3) ນໍາໄປຜະລິດຄືນໃໝ່, ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ ເພື່ອສ້າງປະເທດລາວໃຫ້ກາຍເປັນປະເທດທີ່ຂຽວສະອາດງາມຕາ.

ທ້າຍນີ້, ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ພາຍໃຕ້ຄໍາຂວັນ “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດແລະສົດໃສ” ຈົ່ງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.

ກຕທ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ

0

ໃນຕອນເຊົ້າວັນທີ 4 ມິຖຸນາ ນີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະເທດ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳ ກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດເຂົ້າຮ່ວມປະມານ 300 ທ່ານ.

ໃນພິທີດັ່ງກ່າວ ທ່ານ ທົງສັກ ກົມມະເມືອງ​ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 652\ນຍ, ລົງວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງກ່ອນໜ້າທີ່ທ່ານຈະມາຮັບໜ້າທີ່ເປັນຮອງລັດຖະມົນຕີ,​ ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ສະຫະລັດ ອາເມຣິກາ. ໃນໂອກາດດຽວກັນນີ້, ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ແສງດາວັນ ວົງໄຊ ເປັນຫົວໜ້າກົມອາຊຽນ ແລະ ປະກາດແຕ່ງຕັ້ງຫົວໜ້າພະແນກ ຈຳນວນ 1 ທ່ານ ແລະ ຮອງຫົວໜ້າພະແນກ ຈໍານວນ 5 ທ່ານ,​ ຍິງ 3 ທ່ານ. ພ້ອມດຽວກັນນັ້ນ, ກໍໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສູນໃຫຍ່ ໃຫ້ ທ່ານ ແສງມະນີ ດາລາວົງ ຮອງຫົວໜ້າກົມພິທີການທູດ ເປັນກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ຊາງຊາ ສປ ຈີນ ແລະ ທ່ານ ພັນທະວົງ ບຸດທະສະວົງ ​ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ເປັນກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ກວາງໂຈ ສປ ຈີນ.

ໃນພິທີດັ່ງກ່າວ,​ ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຮອງລັດຖະມົນຕີທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃນໄລຍະຜ່ານມາ, ໂດຍສະເພາະ, ໃນໄລຍະທີ່ ສປປ ລາວ ເຮັດໜ້າທີ່ເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ໃນສົກປີ 2023-2025. ນອກນີ້, ໃນປີ 2025 ສປປ ລາວ ຍັງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການບໍລິຫານງານຂອງອົງການ ອຸຍນິເຊັບ (UNICEF) ສໍາລັບສົກປີ 2025-2027 ຊຶ່ງເປັນການສະແດງໃຫ້ເຫັນເຖິງຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດ ຂອງ ສປປ ລາວ ຈົນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດເພື່ອນມິດ ກໍຄືວົງຄະນາຍາດສາກົນ. ພ້ອມດຽວກັນນັ້ນ, ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ຫົວໜ້າກົມ ແລະ ຂັ້ນພະແນກ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຊຶ່ງເປັນການເພີ່ມທະວີກຳລັງແຮງຂັ້ນນຳພາ-ຊີ້ນຳຢູ່ພາຍໃນກະຊວງ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງ-ການຕ່າງປະເທດໃນໄລຍະໃໝ່. ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະ ເພື່ອສ່ວນລວມ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບ, ເດັດດ່ຽວສະກັດກັ້ນ,​ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ເພື່ອປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງ, ໂດຍສະເພາະແມ່ນການບຸກທະລຸການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວການທູດເສດຖະກິດ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ, ໄປພ້ອມໆກັບການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທ້າຍສະໄໝ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ທ້າຍສະໄໝ ແລະ ມະຕິກອງປະຊຸມດ້ານວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ແລະ ສຸມໃສ່ ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະເປີດຂຶ້ນໃນທ້າຍປີ 2025 ນີ້.

(ຂ່າວ: ກຕທ)