Wednesday, September 24, 2025
Home Blog Page 66

ຊາອຸດິດ ອາຣາມໂກ ປັບຫລຸດລາຄານ້ຳມັນດິບທີ່ສຳຄັນ ສຳລັບລູກຄ້າໃນອາຊີ

0

ຕາມຂ່າວຈາກລຣູມເບີກ, ບໍລິສັດ ຊາອຸດິດ ອາຣາມໂກ(Saudi Aramco)ປັບຫລຸດ ລາຄານ້ຳມັນດິບ ທີ່ສຳຄັນ ສຳລັບ (Arab Light ) ລູກຄ້າ ໃນທະວີບ ອາຊີ ຫລັງກຸ່ມໂອປເປັກບວກ (OPEC+) ດຳເນິີນການເພີ່ມປະລິມານການຜະລິດເກີນໂຄຕາ ຕໍ່ເນື່ອງ ເປັນເດືອນທີ 3. ອາຣາມໂກ ຈະຫລຸດ ລາຄານ້ຳມັນດິບ Arab Light ໂດຍໃຫ້ລາຄາສູງກວ່າ ລາຄາມາດຕະຖານ ສຳລັບພາກພື້ນ ອາຊີ 1 ໂດລາສະຫະລັດຕໍ່ຖັງ ແຕ່ຍັງໜ້ອຍກວ່າ ທີ່ຄາດການໄວ້ 35ເຊັນຕໍ່ຖັງ.ໃນຂະນະດຽວກັນ ອາຣາມໂກ ໄດ້ປັບຂຶ້ນລາຄາສົ່ງອອກໄປ ສ.ອາເມລິກາ 10 ເຊັນຕໍ່ຖັງ ໃນເດືອນກໍລະກົດ ແລະ ຍັງເພີ່ມລາຄາສຳລັບການສົ່ງອອກໄປຍັງ ເອີຣົບຕາເວັນຕົກສຽງເໜືອ ແລະ ທະເລເມດິເຕີເຣນຽນ 1,80 ໂດລາສະຫະລັດຕໍ່ຖັງ. ຂະນະທີ່ອາຣັບບີ ຊາອຸດິດ ຊຶ່ງເປັນຜູ້ນຳກຸ່ມຜູ້ຜະລິດນ້ຳມັນໄດ້ຕົກລົງຮ່ວມກັບສະມາຊິກ OPEC+ ເພີ່ມປະລິມານການຜະລິດ 411.000 ຖັງຕໍ່ວັນ ໃນເດືອນກໍລະກົດ ປີນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ທາງສີ່ແຍກແຫ່ງປະຫວັດສາດ ແລະທິດທາງການພັດທະນາຂອງຈີນ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອສັງເກດປະຫວັດສາດການພັດທະນາຂອງໂລກ, ສະພາບການປ່ຽນແປງ ອັນໃຫຍ່ຫລວງທຳມະດາຈະເກີດຂຶ້ນພ້ອມກັບການປ່ຽນແປງໃຫຍ່ດ້ານ ການປຽບທຽບກັນຂອງກຳລັງສາກົນ ແລະ ການປັບປຸງຢ່າງໃຫຍ່ຂອງ ລະບຽບສາກົນ, ແລ້ວສ້າງການພົວພັນສາກົນຄືນໃໝ່.

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເຄີຍສະເໜີ “ສອງສະພາບໃຫຍ່”, ໜຶ່ງກໍຄືໂລກປັດຈຸບັນຢູ່ໃນສະພາບການປ່ຽນແປງອັນໃຫຍ່ຫລວງແບບ ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ອີກຢ່າງໜຶ່ງກໍຄືສະພາບລວມທາງ ຍຸດທະສາດແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງ ປະຊາຊາດຈີນ. ທ່ານ ໄດ້ຖືສອງ “ສະພາບການໃຫຍ່” ດັ່ງກ່າວເປັນ “ຈຸດເລີ່ມຕົ້ນພື້ນຖານດ້ານການວາງແຜນວຽກງານ” ຂອງການບໍລິຫານປະເທດ.

ສາມຢ່າງທີ່ບໍ່ເຄີຍມີມາກ່ອນ ທ້າຍປີ 2017, ທ່ານ ສີຈິ້ນຜິງ ໄດ້ສະເໜີຕໍ່ທູຕານຸທູດຕ່າງປະເທດ ປະຈຳຈີນ ເປັນຄັ້ງທຳອິດວ່າ: “ເມື່ອເບິ່ງໃນທົ່ວໂລກແລ້ວເຫັນວ່າ ພາກເຮົາພວມ ຜະເຊີນໜ້າກັບສະພາບການປ່ຽນແປງອັນໃຫຍ່ຫລວງແບບບໍ່ເຄີຍມີ ມາກ່ອນໃນຮອບຮ້ອຍປີ”. ນອກນັ້ນ, ທ່ານ ຍັງໄດ້ອະທິບາຍເນື້ອໃນ ອັນເລິກເຊິ່ງຂອງທັດສະນະດັ່ງກ່າວດ້ວຍ “ສາມຢ່າງທີ່ບໍ່ເຄີຍມີມາກ່ອນ”.

ໜຶ່ງ: ກ່ອນອື່ນກໍຄືຈັງຫວະການພັດທະນາຂອງປະເທດທີ່ເປັນຕະຫລາດ ພັດທະນາໃໝ່ ແລະ ປະເທດທີ່ກຳລັງພັດທະນາດ້ວຍຄວາມໄວບໍ່ເຄີຍມີ ມາກ່ອນ. ປະເທດເຂດໂລກໃຕ້ ພວມປ່ຽນແປງສະພາບການພັດທະນາ ຂອງໂລກດ້ວຍຄວາມໄວສູງສຸດຫລັງເກີດການປະຕິວັດອຸດສາຫະກຳ ເປັນຕົ້ນມາ; ປະເທດທີ່ພັດທະນາແລ້ວສຳເລັດການຫັນເປັນອຸດສາຫະກຳ ໃຊ້ເວລາຮ້ອຍກວ່າປີ, ແຕ່ວ່າໃນປັດຈຸບັນ, ອຸດສາຫະກຳ IT ຂອງອິນເດຍ ເລີ່ມຈາກບໍ່ມີຫຍັງເລີຍ, ໃຊ້ເວລາ 40 ປີ ໄດ້ກວມສ່ວນຫລາຍຂອງຕະຫລາດ ຮັບເໝົາການຜະລິດຊອຟແວຂອງໂລກ; ຫວຽດນາມ ສ້າງສຳເລັດ “ໂຮງງານລະດັບໂລກ” ດ້ວຍການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກຳໂດຍໃຊ້ ເວລາ 20 ປີ; ຈີນ ໃຊ້ເວລາ 15 ປີເທົ່ານັ້ນກໍໄດ້ບັນລຸການກ້າວກະໂດດຈາກ ຜູ້ແລ່ນໄລ່ຕາມກາຍເປັນຜູ້ແລ່ນນຳໜ້າໃນຂົງເຂດ 5G/AI.

ສອງ: ການປະຕິວັດວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານ ອຸດສາຫະກຳຮອບໃໝ່ໄດ້ນຳມາເຊີ່ງການແຂ່ງຂັນຢ່າງດຸເດືອດແບບບໍ່ເຄີຍມີມາກ່ອນ. ເມື່ອເບິ່ງຄືນປະຫວັດສາດຂອງມະນຸດແລ້ວເຫັນວ່າ ການບຸກ ທະລຸສຳຄັນທຸກຄັ້ງໃນດ້ານວິທະຍາສາດເຕັກໂນໂລຊີ ລ້ວນແຕ່ຈະພາໃຫ້ ເກີດມີການປ່ຽນແປງກຳລັງການຜະລິດຢ່າງເລິກເຊິ່ງແລ້ວພາໃຫ້ສະພາບ ການສາກົນ ແລະ ລະບຽບສາກົນເກີດມີການປ່ຽນແປງ.

ປັດຈຸບັນ, ມວນມະນຸດເຮົາຢູ່ໃນຄ່ຳຄືນກ່ອນປະຕິວັດວິທະຍາສາດເຕັກໂນໂລຊີ ຄັ້ງທີ 4 ທີ່ມີສັນຍາລັກຕ່າງໆເປັນຕົ້ນ ວັດຖຸໃໝ່, ພະລັງງານໃໝ່, ປັນຍາປະດິດ, ວິທະຍາສາດກວນຕຳ (quantum science) ແລະ ອື່ນໆ ເຊິ່ງກຳລັງຊຸກຍູ້ ຄວາມສິວິໄລຂອງມະນຸດກ້າວເຂົ້າສູ່ຍຸກອັດສະລິຍະ.

ສາມ: ລະບົບບໍລິຫານໂລກກັບການປ່ຽນແປງຂອງສະພາບສາກົນ ມີຄວາມບໍ່ສອດຄ່ອງ ແລະ ບໍ່ສົມດຸນກັນແບບບໍ່ເຄີຍມີມາກ່ອນ. ລະບົບບໍລິຫານໂລກທີ່ສ້າງຂຶ້ນໃນໄລຍະທ້າຍສົງຄາມໂລກຄັ້ງທີສອງ ນັ້ນແມ່ນບໍ່ທ່ວງທັນກັບການຂະຫຍາຍຕົວແບບຫັນເປັນຫລາຍຂົ້ວນັ້ນຢ່າງໜັກໜ່ວງ. ດ້ານໜຶ່ງ, ການແບ່ງສິດບໍ່ສອດຄ່ອງກັບການປະກອບສ່ວນ ດ້ານເສດຖະກິດຢ່າງໜັກໜ່ວງ, ຕົວຢ່າງເຊັ່ນ: ປະເທດເຂດໂລກໃຕ້ ໄດ້ປະກອບສ່ວນເຂົ້າໃນການເຕີບໂຕດ້ານເສດຖະກິດໂລກຫລາຍກວ່າ 70%, ແຕ່ປະເທດເຫລົ່ານີ້ມີສິດລົງຄະແນນສຽງພຽງ 40% ໃນອົງການ ສຳຄັນຕ່າງໆເຊັ່ນ ອົງການກອງທຶນເງິນຕາສາກົນ ຫລື IMF; ອີກດ້ານໜຶ່ງ, ໂຄງປະກອບການບໍລິຫານແບບດັ້ງເດີມໄດ້ເຜີຍແບໃຫ້ເຫັນເຖິງການເບິ່ງຂ້າມກຸ່ມຄົນດ້ອຍໂອກາດໃນດ້ານລະບຽບການ, ຕົວຢ່າງ: ໃນການເຈລະຈາ ບັນຫາຕ່າງໆຂອງໂລກເຊັ່ນ:ການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ, ປະເທດເກາະດອນນ້ອຍ ທີ່ໄດ້ຮັບໄພຂົ່ມຂູ່ຢ່າງໜັກໜ່ວງທີ່ສຸດຈາກ ບັນຫາດັ່ງກ່າວນັ້ນຊ້ຳພັດມີສິດອອກຄຳເຫັນໜ້ອຍທີ່ສຸດ ເມື່ອທຽບໃສ່ ປະເທດທີ່ພັດທະນາແລ້ວ ທີ່ລະບາຍກາກບອນກວມອັດຕາສ່ວນຫລາຍ ກວ່າໃນປະຫວັດສາດ.

“ໂລກປັດຈຸບັນຢູ່ໃນສະພາບການປ່ຽນແປງອັນໃຫຍ່ຫລວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ”, ທັດສະນະນີ້ສາມາດໃຊ້ໃນການສັງເກດທິດທາງ ການພັດທະນາຂອງໂລກປັດຈຸບັນ ແລະ ກໍສາມາດໃຊ້ໃນການສັງເກດ ທິດທາງການພັດທະນາຂອງຈີນ ໃນຍຸກໃໝ່ເຊັ່ນດຽວກັນ.

ຈາກການລົງນາມໃນໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ ຮອດແນວຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ຖືກບັນທຶກເຂົ້າໃນເອກະສານ ຂອງອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆຫລາຍຄັ້ງ; ຈາກການເປີດປະຕູຕໍ່ໂລກຂອງສະຖານີອະວະກາດສາກົນຈີນ ຮອດການ ເປີດກວ້າງລະບົບ DeepSeek ໃຫ້ທົ່ວໂລກນຳໃຊ້ໂດຍບໍ່ເກັບຄ່າ; ຈາກທ່ານ ປະທານ ສີຈິ້ນຜິງ ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມ ໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ຮອດອົງການຈັດຕັ້ງ ສາກົນ ທີ່ຈີນເປັນຜູ້ນຳພາສ້າງຕັ້ງເປັນຕົ້ນ: ອົງການຮ່ວມມືຊຽງໄຮ ແລະ ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເສີມຂະຫຍາຍບົດບາດ ນັບມື້ນັບສຳຄັນໃນຂົງເຂດການຮັກສາຄວາມໝັ້ນຄົງສາກົນ, ເສດຖະກິດ ການຄ້າ, ການຮ່ວມມືໃນພາກພື້ນ ແລະ ການແກ້ໄຂບັນຫາທົ່ວໂລກ.

ດັ່ງນັ້ນເຫັນໄດ້ວ່າ: ຄວາມເຂັ້ມແຂງຂອງຈີນ ບໍ່ໄດ້ນຳເອົາຄວາມຂັດແຍ່ງ ແລະ ສົງຄາມມາສູ່ໂລກ, ຫາກແມ່ນຊອກເຫັນຮູບແບບອະລິຍະທຳ ແບບໃໝ່. ອັນນີ້ຄືຄວາມຮັບຮູ້ທີ່ເລິກເຊິ່ງຈາກການປ່ຽນແປງແບບບໍ່ເຄີຍ ມີມາກ່ອນໃນຮອບຮ້ອຍປີ ຄື: ສິ່ງທີ່ໂລກຕ້ອງການບໍ່ແມ່ນການສິ້ນສຸດ ປະຫວັດສາດ, ແຕ່ແມ່ນໃຫ້ອະລິຍະທຳທີ່ແຕກຕ່າງກັນຮ່ວມກັນຂຽນ ປະຫວັດສາດໜ້າໃໝ່.

ສະພາແຫ່ງຊາດ ຖະແຫລ່ງຂ່າວການປັບປຸງບຸກຄະລາກອນຂອງລັດຖະບານ

0

ວັນທີ 6 ມິຖຸນາ 2025 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ຖະແຫລ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ ໂດຍອີງຕາມມະຕິຂອງ ສະບັບເລກທີ 164/ຄປຈ ລົງວັນທີ 6/6/2025 ກອງປະຊຸມວິສາມັນຄະນະປະຈໍາ ສະພາແຫ່ງຊາດ ວັນທີ 6 ມິຖຸນາ 2025 ກ່ຽວກັບການຮັບຮອງເອົາຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງ ແລະ ການພັກການຮັບອູດໜູນບໍານານ ຂອງສະມາຊິກລັດຖະບານ ໂກຍເຫັນດີຮັບຮອງເອົາການ ຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ ຈໍານວນ 9 ທ່ານ, ຍິງ 2 ທ່ານ ຄືດັ່ງນີ້:

ແຕ່ງຕັ້ງ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ຍົກຍ້າຍ ທ່ານ ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນ ຕີກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ; ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ; ຍົກຍ້າຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະ ການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ ຄະນະຈັດຕັ້ງສູນກາງພັກ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ກໍາມະ ການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດ ດີການ ສັງຄົມ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ເປັນລັດຖະມົນຕີກະຊວງສາທາລະນະສຸກ; ແຕ່ງຕັ້ງ ທ່ານ ລິນຄໍາ ດວງສະ ຫວັນ ກໍາມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ; ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເປັນລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ພ້ອມນີ້, ຍັງໄດ້ ເຫັນດີໃຫ້ສະມາຊິກລັດຖະບານ ຈໍານວນ 2 ທ່ານ ຄື: ທ່ານ ພຸດ ສິມມາລາວົງ ກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ອອກພັກການ ຮັບອູດໜູນບໍານານ.

ສຳເລັດການຍົກສູງຄຸນນະພາບເນື້ອໃນ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ຂອງ ສພຊ

0

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ, ພາຍຫລັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການ ກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອສ້າງເງື່ອນໄຂໃຫ້ບັນດາ ສສຊ ເຂົ້າໃຈບັນດາເນື້ອໃນຂອງເອກະສານທີ່ຈະພິຈາລະ ນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ໃຫ້ຈະແຈ້ງ, ສ້າງຄວາມເປັນເອກະພາບຢ່າງສູງຕໍ່ທິດທາງແນວທາງນະໂຍບາຍຂອງພັກ, ລັດ ເພື່ອເຮັດໃຫ້ການປະກອບຄໍາຄິດຄໍາເຫັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ທີ່ຈະຈັດຂຶ້ນໃນວັນທີ 9 ມິຖຸນາ ທີ່ຈະມາເຖິງນີ້ ມີລັກສະນະສ້າງສັນ, ແທດຕົວຈິງ, ມີເຫດ-ຜົນ, ພ້ອມທັງຊອກຫາວິທີແກ້ໄຂ, ທາງອອກໃຫ້ແກ່ລັດຖະບານ.

ໃນກອງປະຊຸມ, ບັນດາ ສສຊ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຢ່າງສ້າງສັນ, ກົງໄປ-ກົງມາ ຕໍ່ບັນດາບົດລາຍງານ ຂອງລັດຖະບານ ຄື: 1ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; ການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030); ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ ແລະ ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້ານໍ້າຕົກ; ການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະໃໝ່; ການປັບປຸງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ; ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍປະກັນສັງຄົມ; ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ; ການສ້າງ ແລະ ປັບປຸງກົດໝາຍຈໍານວນໜຶ່ງ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX; ການວິເຄາະບົດບາດການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບຄໍາເຫັນທີ່ຫລາກຫລາຍ, ກົງໄປ-ກົງມາ, ມີລັກສະນະສ້າງສັນ ເພື່ອພ້ອມກັນຊອກຫາວິທີທາງແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນ ຂອງປະເທດເຮົາ, ໄດ້ສົມທຽບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບຕໍ່ເນື້ອໃນຕ່າງໆທີ່ໄດ້ນໍາມາລາຍງານຕໍ່ກອງປະຊຸມຄັ້ງນີ້ ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ມີປະໂຫຍດຫລາຍໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອນໍາໄປຄົ້ນຄວ້າປັບປຸງເນື້ອໃນບັນດາບົດລາຍງານ, ຮ່າງກົດໝາຍ ໃຫ້ສົມບູນ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ມີຄວາມເປັນເອກະພາບ ກ່ອນຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ຜົນສໍາເລັດກອງປະຊຸມຄັ້ງນີ້, ແມ່ນໝາກຜົນຂອງການເສີມຂະຫຍາຍສະຕິປັນຍາ, ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງບັນດາ ສສຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງລັດຖະບານ, ສະແດງໃຫ້ເຫັນໝາກຜົນຂອງການປະສານສົມທົບ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດກັບລັດຖະບານ, ຄະນະ ສສຊ ປະຈໍາເຂດເລືອກຕັ້ງທົ່ວປະເທດ, ລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ກັບ ບັນດາກໍາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ.

ພະຍາກອນອາກາດ ວັນທີ 07 ມິຖຸນາ 2025

0

ຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/06/2025 ຫາ ເວລາ 07 ໂມງ ຂອງວັນທີ 08/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລຶ ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 16-34 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 22-38 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງບໍລິເວນ ແລະ ມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 26-35 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

ແຂວງໄຊສົມບູນ: ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 20-33 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 15-26 ອົງສາ.

ເຊັນສັນຍາສຳປະທານ ຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົນແດນສະຫວັນ

0

ພິທີເຊັນສັນຍາສຳປະທານ (CA) ຂອງໂຄງການຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ICD ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ວົງສະຫວັນ ໂລຈິສຕິກ ຈຳກັດຜູ້ດຽວ, ບໍລິສັດ ດາວສະຫວັນ ຈຳກັດ ແລະ ບໍລິສັດ ທະວີສັກ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ໂດຍການລົງນາມລະຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ຜູ້ຕາງໜ້າຈາກບໍລິສັດດັ່ງກ່າວ.

ການເຊັນສັນຍາສໍາປະທານ ໃນຄັ້ງນີ້, ເພື່ອຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍນິຕິບຸກຄົນພາກເອກະຊົນ ເປັນຜູ້ລົງທຶນກໍ່ສ້າງ, ດໍາເນີນງານ ແລະ ມອບໂອນໃຫ້ແກ່ລັດຖະບານ ໃນເວລາສິ້ນສຸດອາຍຸສຳປະທານ ເຊິ່ງໂຄງການດັ່ງກ່າວ, ແມ່ນເອກະຊົນລົງທຶນ 100%. ໃນນັ້ນ, ກິດຈະກຳຫລັກປະກອບມີ: ຊັ່ງນໍ້າໜັກລົດບັນທຸກ ຕູ້ສິນຄ້າ, ຄ່ຽນຖ່າຍສິນຄ້າ, ສາງເກັບມ້ຽນສິນຄ້າແບບຄົບວົງຈອນ, ລານເກັບ ຕູ້ສິນຄ້າ, ບັນຈຸຫຸ້ມຫໍ່-ແຍກ, ຈັດສົ່ງສິນຄ້າ ແລະ ບ່ອນພັກສິນຄ້າ.

ສຳລັບ ເນື້ອທີ່ສໍາປະທານ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ຈະເຮັດໜັງສືສະເໜີຫາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ຢັ້ງຢືນແຜນວາດຂອບເຂດເນື້ອທີ່ສໍາປະທານໂຄງການດັ່ງກ່າວ ມາຍັງກົມສົ່ງເສີມການລົງທຶນ ເພື່ອເປັນຂໍ້ມູນລາຍງານລັດຖະບານ ແລະ ເປັນເອກະສານຄັດຕິດ ສັນຍາສຳປະທານ (CA) ເຊິ່ງອາຍຸ ຂອງສັນຍາສໍາປະທານ ແມ່ນ 50 ປີ.

“ວີຊາອາຊຽນ” ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງ ຈີນ ແລະ ອາຊຽນ ມີຄວາມສະດວກສະບາຍກວ່າເກົ່າ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນກອງປະຊຸມຖະແຫລງຂ່າວຂອງ ກະຊວງການຕ່າງປະເທດຈີນ ທີ່ຈັດຂຶ້ນໃນວັນທີ 4 ມິຖຸນາ ນີ້, ທ່ານຫລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ແຈ້ງສະພາບທີ່ກ່ຽວຂ້ອງກັບຈີນ ໃນການປະຕິບັດນະໂຍບາຍ “ວີຊາອາຊຽນ” ຕໍ່ 10 ປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕ ທີ່ເປັນປະເທດສັງເກດການອາຊຽນ ເຊິ່ງຈະອອກວີຊາເຂົ້າເມືອງຈີນ ຕາມປະເພດທີ່ສົມຄູ່ກັນ ເພື່ອໃຫ້ສາມາດເຂົ້າເມືອງຈີນໄດ້ຫລາຍເທື່ອ ແລະ ທຸກເທື່ອສາມາດເຂົ້າຈີນ ເປັນເວລາ 180 ວັນ ພາຍໃນ 5 ປີ ໃຫ້ແກ່ນັກທຸລະກິດ ພ້ອມດ້ວຍຄູ່ສົມລົດ ແລະ ລູກຂອງເຂົາເຈົ້າ ຈາກ 11 ປະເທດດັ່ງກ່າວ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການທີ່ກ່ຽວຂ້ອງ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນ ແລະ ອາຊຽນ ໄດ້ມີບາດກ້າວໃໝ່ໃນການລົງເລິກການຮ່ວມມືໃນພາກພື້ນ ແລະ ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ.

ໃນຊຸມປີຜ່ານມາ, ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໜັກແໜ້ນ, ການຮ່ວມກັນສ້າງ “5 ບ້ານເມືອງໃຫຍ່” ໄດ້ປະສົບຜົນສຳເລັດຢ່າງຫລວງຫລາຍ. ເມື່ອງສັງເກດຈາກຕົວເລກຂໍ້ມູນດ້ານເສດຖະກິດແລ້ວເຫັນວ່າ: ຈີນ ໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ ເປັນເວລາຫລາຍປີຕິດຕໍ່ກັນ, ອາຊຽນ ກໍໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ ເປັນເວລາ 5 ປີຕິດຕໍ່ກັນ. ພຽງແຕ່ປີ 2024 ເທົ່ານັ້ນ, ຍອດມູນຄ່າການຄ້າ ລະຫວ່າງ ສອງຝ່າຍ ໄດ້ບັນລຸຫລາຍກວ່າ 1.200 ຕື້ໂດລາ. ຍ້ອນການຄ້າ ລະຫວ່າງ ສອງຝ່າຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໄດ້ຮຽກຮ້ອງຕ້ອງການໃຫ້ມີການໄປມາຫາສູ່ກັນຂອງປະຊາຊົນເປັນຈຳນວນຫລວງຫລາຍ. ນະໂຍບາຍ “ວີຊາອາຊຽນ” ຂອງຈີນ ກໍເພື່ອຕອບສະໜອງກັບຄວາມຕ້ອງການດັ່ງກ່າວ ແລະ ສ້າງຂົວຕໍ່ທີ່ສະດວກກວ່າເກົ່າໃຫ້ແກ່ການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງຝ່າຍ.

ການວາງນະໂຍບາຍ “ວີຊາອາຊຽນ” ເປັນຂັ້ນຕອນສຳຄັນຂອງຈີນ ໃນຂະບວນການຫັນນະໂຍບາຍວີຊາຂອງຈີນ ໃຫ້ມີຄວາມສະດວກສະບາຍກວ່າເກົ່າ ເຊິ່ງເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ ແລະ ນັບມື້ຂະຫຍາຍກວ້າງອອກເລື້ອຍໆ. ກ່ອນອື່ນ, ຈີນ ໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານກັບ ສິງກະໂປ, ໄທ ແລະ ມາເລເຊຍ, ຄືດັ່ງໃຫ້ເພື່ອນມິດທີ່ໃກ້ຊິດກັນ ໄປຢ້ຽມຢາມເຊິ່ງກັນແລະກັນ ແບບບໍ່ຕ້ອງເຄາະປະຕູ. ສອງ, ຈີນ ໄດ້ອອກ “ວີຊາລ້ານຊ້າງ-ແມ່ຂອງ” ໃຫ້ແກ່ 5 ປະເທດລຸ່ມແມ່ນ້ຳຂອງ ຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ “ບ້ານໃກ້ເຮືອນຄຽງທີ່ດີ” ເດີນທາງມາຢ້ຽມຢາມຈີນ: ປັດຈຸບັນແມ່ນຢູ່ຂັ້ນຕອນທີ 3: ຈີນ ໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ໂດຍໄດ້ຍົກເວັ້ນວີຊາ ໃຫ້ແກ່ນັກທຸລະກິດຈາກ 11 ປະເທດ ແລະ ຄອບຄົວຂອງເຂົາເຈົ້າ ເຊິ່ງເປັນການເປີດກວ້າງ “ວົງເພື່ອນມິດອາຊຽນ” ຕື່ມອີກ. 3 ຂັ້ນຕອນດັ່ງກ່າວ ໄດ້ສ້າງລະບົບອຳນວຍຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນໃນພາກພື້ນທີ່ສົມບູນກວ່າເກົ່າ.

ນະໂຍບາຍພິເສດດ້ານວີຊາ ລະຫວ່າງ ຈີນ ແລະບາງປະເທດສະມາຊິກອາຊຽນ ທີ່ກ່າວມານັ້ນ ໄດ້ກາຍເປັນພະລັງຂັບເຄື່ອນການພັດທະນາເສດຖະກິດໃນພາກພື້ນ. ຍົກເອົາສອງປະເທດຈີນ ແລະ ໄທເປັນຕົວຢ່າງ: ພາຍຫລັງສອງປະເທດໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນ ໃນເດືອນມີນາ ປີ 2024 ເປັນຕົ້ນມາ, ຈຳນວນນັກທ່ອງທ່ຽວຈີນ ທີ່ໄປທ່ອງທ່ຽວໄທ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ: ຕົວເລກຂໍ້ມູນຈາກພາກສ່ວນທ່ອງທ່ຽວຂອງໄທ ສະແດງໃຫ້ເຫັນວ່າ: ນັບແຕ່ສອງປະເທດໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນ, ນັກທ່ອງທ່ຽວຈີນ ທີ່ໄປທ່ອງທ່ຽວໄທ ໃນປີ 2024 ມີເຖິງ 6,73 ລ້ານເທື່ອຄົນ, ເພີ່ມຂຶ້ນ 91,7% ເມື່ອທຽບໃສ່ປີ 2023, ລາຍຮັບດ້ານການທ່ອງທ່ຽວຂອງໄທ ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ.

“ວີຊາອາຊຽນ” ໄດ້ສ້າງຜົນດີທີ່ຕັ້ງໜ້າໃນຫລາຍດ້ານ. ໃນດ້ານເສດຖະກິດ, ໄດ້ອອກວີຊາເຂົ້າ-ອອກເມືອງຈີນ ຫລາຍເທື່ອໃນໄລຍະຍາວ ໃຫ້ແກ່ນັກທຸລະກິດ, ໄດ້ປະຢັດເວລາ ແລະ ຫລຸດຕົ້ນທຶນໃຫ້ແກ່ການຄ້າ ແລະ ການລົງທຶນ, ເຮັດໃຫ້ວິສາຫະກິດສາມາດຈັດວາງການເຄື່ອນໄຫວທາງດ້ານທຸລະກິດຢ່າງຄ່ອງຕົວ ແລະ ເພີ່ມທະວີການເຊື່ອມຕໍ່ດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ເຊິ່ງຈະມີຜົນດີຕໍ່ວິສາຫະກິດຈາກອາຊຽນ ທີ່ມີຈຸດປະສົງເປີດກວ້າງຕະຫລາດຢູ່ຈີນ ແລະ ວິສາຫະກິດຈາກຈີນ ທີ່ຢາກໄປລົງທຶນຢູ່ອາຊຽນ. ໃນດ້ານການແລກປ່ຽນດ້ານວັດທະນະທຳ: “ວີຊາອາຊຽນ” ຈະຊຸກຍູ້ການໄປມາຫາສູ່ກັນດ້ານບຸກຄະລາກອນ ລະຫວ່າງ ສອງຝ່າຍ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວ ແລະ ວັດທະນະທຳ, ລົງເລິກຄວາມເຂົ້າໃຈກັນ ແລະ ມິດຕະພາບ ລະຫວ່າງ ສອງຝ່າຍ ເຊິ່ງຈະສ້າງພື້ນຖານຄວາມເຂົ້າໃຈທີ່ໜັກແໜ້ນຂອງປະຊາຊົນ ໃນການສ້າງປະຊາຄົມຮ່ວມຊາຕາກຳກັບອາຊຽນ.

ສັນຍາກ່ຽວກັບການເຈລະຈາເຂດການຄ້າເສລີ ຈີນ-ອາຊຽນ 3.0 ທີ່ສອງຝ່າຍໄດ້ລົງນາມໃນຫວ່າງມໍ່ໆມານີ້ ສະແດງໃຫ້ເຫັນວ່າ: ການແລກປ່ຽນດ້ານເສດຖະກິດການຄ້າໃນອະນາຄົດ ຈະແໜ້ນແຟ້ນກວ່າເກົ່າ, ຈີນ ໄດ້ປະຕິບັດນະໂຍບາຍ “ວີຊາອາຊຽນ” ໄດ້ສອດຄ່ອງກັບຄວາມປາຖະໜາຂອງສອງຝ່າຍ ທີ່ຢາກລົງເລິກການຮ່ວມມື ລະຫວ່າງ ສອງຝ່າຍ ເຊິ່ງໄດ້ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາໃນພາກພື້ນ. ເຊື່ອໝັ້ນວ່າ: ພາຍໃຕ້ຄວາມພະຍາຍາມຂອງສອງຝ່າຍ, ນະໂຍບາຍດັ່ງກ່າວຈະກາຍເປັນກຳລັງແຮງທີ່ສຳຄັນ ໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ພ້ອມທັງຊ່ວຍຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ແລະວັດທະນະທຳ ລະຫວ່າງ ສອງຝ່າຍ ນັບມື້ປະສົບຜົນສຳເລັດທີ່ອຸດົມສົມບູນກວ່າເກົ່າ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ປ​ປ ລາວ ຍື່ນ​ສານຕາ​ຕັ້ງຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ ແຫ່ງ​ເຄືອ​ຈັກ​ກະ​ພົບອົດ​ສະ​ຕ​ຣາ​ລີ

0

ໃນວັນທີ 4 ມິ​ຖຸ​ນາ 2025 ທີ່ ທໍານຽບລັດຖະບານ ທີ່ ນະຄອນ ຫຼວງແຄນເບີຣາ ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ສ​ປ​ປ ລາວ) ຕໍ່ ພະນະທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະ​ຕິ​ບັດ​ຫນ້າ​ທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ​ສ​ປ​ປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.

ໃນໂອກາດນີ້, ພະນະທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບອົດສະຕຣາລີ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນ ສູ່ ອົດ​ສະ​ຕ​ຣາ​ລີ ພະນະທ່ານຜູ້ສຳເລັດຣາຊະການ ໄດ້​ຕີ​ລາ​ຄາ​ສູງຕໍ່​ຫມາກ​ຜົນ​ຂອງການພົວ​ພັນ​ຮ່ວມ​ມືສອງ​ຝ່າຍຕະ​ຫລອດ​ໄລ​ຍະຫຼາຍກວ່າ 7 ທົດ​ສະ​ຫວັດ ແຫ່ງ​ການ​ພົວ​ພັນ​ການ​ທູດ ລະ​ຫວ່າງ​ ສອງ​ປະ​ເທດ ທີ່ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍເປັນ​ກ້າວໆ​ມາ ພະນະທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະ ໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ທູດ ​ຈະ​ປະ​ກອບ​ສ່ວນ​ສົ່ງເສີມການ​ພົວ​ພັນ​ຮ່ວມ​ມື ​ສອງ​ຝ່າຍ ທີ່​ໄດ້​ຖືກ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃນ​​ຕົ້ນ​ປີ 2024, ກໍ​ຄື​ການ​ຮ່ວມ​ມື​ກັນໃນ​ຂອບ​​ພາກ​ພື້ນ ໂດຍ​ສະ​ເພາະ​ແມ່ນ​ອາ​ຊຽນ ແລະ ຂອບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ທ່ານທູດ ຈາ​ຕຸ​ລົງ ບົວ​ສີ​ສະ​ຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສ​ປ​ປ ລາວ ຝາກເຖິງຜູ້ສຳເລັດຣາຊະການ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້​ສຶກເປັນ​ກຽດ ແລະ ປິ​ຕິ​ຍິນ​ດີທີ່​ໄດ້​ຖືກມອບ​ໝາຍ ​​ໃຫ້ປະ​ຕິ​ບັດ​ຫນ້າ​ທີ່ ຢູ່ ອົດ​ສະ​ຕ​ຣາ​ລີ ເພື່ອ​ປະ​ກອບ​ສ່ວນ​ສົ່ງ​ເສີມການ​ພົວ​ພັນ​ຮ່ວມ​ມືທີ່​ດີ ລະ​ຫວ່າງ ສອງ​ປະ​ເທດ ທີ່​ມີ​ມາ​ຫຼາຍກວ່າ 70 ປີ ກໍ​ຄື​ການ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຂຶ້ນ ໃນເດືອນ ມີ​ນາ 2024 ໃຫ້​ເກີດດອກ​ອອກ​ຜົນຍິ່ງໆຂຶ້ນ ພ້ອມ​ກັນ​ນີ້ ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ​ຢ່າງ​ຈິງ​ໃຈ ຕໍ່ລັດຖະບານ ກໍຄືປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ລວມ​ທັງການ​ປະ​ຕິ​ບັດ​ຫນ້າ​ທີ່ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ- ອົດ​ສະ​ຕ​ຣາ​ລີ 2021-2024 ແລະ ປະ​ທານອາ​ຊຽນ ໃນ​ປີ 2024 ຂອງ ສ​ປ​ປ ລາວ ກໍ​ຄື​ການ​ຮ່ວມ​ມື​ໃນ​ຂອບ​ຫຼາຍ​ຝ່າຍ​ອື່ນໆ.

ສອງ​ປະ​ເທດ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 15 ມັງກອນ 1952 ເຊິ່ງ​ປີ 2025 ນີ້ກໍ​​ຄົບ​ຮອບ 73 ປີ ​ແລະ ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃນວັນ​ທີ 6 ມີ​ນາ 2024.

ແຂ່ງຂັນຍິງປືນ ລະດົມທຶນຊຸກຍູ້ທີມນັກກິລາຍິງປືນຄົນພິການລາວ ຮ່ວມອາຊຽນພາຣາເກມ 2026

0

ແຂ່ງຂັນກິລາຍິງປືນສັ້ນມາດຕະຖານ ໄລຍະ 15 ແມັດ ປະເພດດ່ຽວຊາຍ-ຍິງ ຊີງຂັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ເພື່ອເປັນການລະດົມກອງທຶນສະໜັບສະໜູນທີມນັກກິລາຍິງປືນຄົນພິການທີມຊາດລາວ ເຂົ້າຮ່ວມງານມະຫະກຳກິລາ ອາຊຽນພາຣາເກມ ຄັ້ງທີ 13 ຕົ້ນປີ 2026 ທີ່ປະເທດໄທ ແລະ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ໃຫ້ເປັນຂະບວນການຟົດຟື້ນ.

ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ສະໜາມກິລາຍິງປືນ 5 ເມສາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລັມປິກແຫ່ງຊາດລາວ, ມີຄະນະກໍາມະການພາຣາແລັມປິກແຫ່ງຊາດລາວ, ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

ການແຂ່ງຂັນ ໄດ້ແບ່ງອອກເປັນ 2 ປະເພດຄື: ແຂ່ງຂັນຍິງປືນສັ້ນມາດຕະຖານ ປະເພດຍິງ ແລະ ແຂ່ງຂັນຍິງປືນປະເພດຊາຍ, ໄລຍະ 15 ແມັດ ຊຶ່ງມີນັກກິລາເຂົ້າຮ່ວມຊີງໄຊ ທັງຄົນລາວ ແລະ ຊາວຕ່າງຊາດ. ການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ພ້ອມທັງຮັກສາໄດ້ມິດຕະພາບ, ຄວາມສາມັກຄີ, ນໍ້າໃຈນັກກິລາຂອງຜູ້ທີ່ເຂົ້າຮ່ວມແຂ່ງຂັນ.

ຜ່ານການແຂ່ງຂັນຜົນປະກົດວ່າ: ປະເພດຍິງ ທີ 1 ນາງ ມະນີບົດ ວົງໄຊ ນັກແມ້ນປືນໄອພີເອັດຊີ ດີກຣີທີມຊາດລາວ, ທີ 2 ນາງ ໄພວອນ ວົງພະຈັນ ແລະ ທີ 3 ນາງ ຕຸ້ມເງິນ; ປະເພດ ຊາຍ ທີ 1 ທ່ານ ເພັດພະຈັນ ສີວົງສາ ນັກແມ້ນປືນໄອພີເອັດຊີ ດີກຣີທີມຊາດລາວ ເຊັ່ນກັນ, ທີ 2 ທ່ານ ແຖນ ໄຊມະນີ ແລະ ທີ 3 ທ່ານ ນິກອນ ປັນຍາວົງ.

(ຂ່າວ-ພາບ: ສົງການ ພັນແພງດີ)

ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

0

ວັນທີ 5 ມີຖຸນາ 2025 ນີ້, ຄະນະວິທະຍາຄານການແພດກອງທັບ ໄດ້ລົງຕິດຕາມການສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ ຂອງນັກສຶກສາຫ້ອງແພດຊ່ຽວຊານຂັ້ນ I ສາຍພາຍນອກ.

ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານວິທະຍາຄານການແພດກອງທັບ, ມີສະຫາຍ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາຄານການແພດກອງທັບ, ກໍາມະການ ແລະ ອະນຸກໍາມະການ. ຜົນການສອບເສັງຂອງນັກສຶກສາຊ່ຽວຊານຂັ້ນ I ສາຍພາຍນອກ ຈໍານວນ 15 ສະຫາຍ ເສັງໄດ້ຄາດໝາຍ 100%.

ໂດຍ: ວົງໄຊ