Wednesday, September 24, 2025
Home Blog Page 65

ສປ ຈີນ ຄວບຄຸມການສົ່ງອອກແຮ່ທາດຫາຍາກ

0

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ໂຄສົກກະຊວງການຄ້າຈີນ ໄດ້ຢືນຢັນວ່າ: ຄຽງຄູ່ກັບຂະແໜງການຕ່າງໆເຊັ່ນ: ຫຸ່ນຍົນ ແລະ ລົດພະລັງງານໃໝ່ ເປັນຕົ້ນໄດ້ຮັບການພັດທະນາ, ປະເທດຕ່າງໆ ພວມມີຄວາມຕ້ອງການຕໍ່ແຮ່ທາດ ຫາຍາກໃນຂົງເຂດພົນລະເຮືອນທີ່ເພີ່ມຂຶ້ນຢ່າງຕໍ່ເນືອງ. ສປ ຈີນ ໃນຖານະເປັນປະເທດໃຫຍ່ ທີ່ມີຄວາມຮັບຜິດຊອບ, ໄດ້ພິຈາລະນາເຖິງຄວາມຕ້ອງການ ແລະ ຄວາມສົນໃຈທີ່ສົມເຫດສົມຜົນໃນຂົງເຂດພົນລະເຮືອນ ຂອງປະເທດຕ່າງໆ ຢ່າງເຕັມທີ່, ໄດ້ດໍາເນີນການກວດກາ ແລະ ພິຈາລະນາຕໍ່ການຮ້ອງຂໍການອະນຸມັດສົ່ງອອກວັດຖຸທີ່ກ່ຽວຂ້ອງກັບແຮ່ທາດຫາຍາກ ຕາມກົດໝາຍ ແລະ ຂໍ້ກໍານົດ, ໂດຍໄດ້ອະນຸມັດຮັບຮອງການຮ້ອງຂໍຈໍານວນໜຶ່ງທີ່ສອດຄ່ອງກັບຂໍ້ກໍານົດ, ພ້ອມທັງຈະສືບຕໍ່ເພີ່ມທະວີການກວດກາ ແລະ ພິຈາລະນາຕໍ່ການຮ້ອງຂໍທີ່ສອດຄ່ອງກັບຂໍ້ກໍານົດຢ່າງຕໍ່ເນືອງ. ສປ ຈີນ ຍິນດີເພີ່ມທະວີການສົນທະນາ ກັບປະເທດ ທີ່ກ່ຽວຂ້ອງ ກ່ຽວກັບການຄວບຄຸມການສົ່ງອອກວັດຖຸດັ່ງກ່າວ ເພື່ອສົ່ງເສີມການຄ້າທີ່ມີຄວາມສະດວກ ແລະ ສອດຄ່ອງກັບຂໍ້ກໍານົດ.

ເນື່ອງຈາກວັດຖຸທີ່ກ່ຽວຂ້ອງກັບແຮ່ທາດຫາຍາກ ແມ່ນສາມາດ ນໍາໃຊ້ ໄດ້ທັງການທະຫານ ແລະ ພົນລະເຮືອນ, ດັ່ງນັ້ນ ການນໍາໃຊ້ ມາດຕະການ ຄວບຄຸມ ການສົ່ງອອກ ວັດຖຸດັ່ງກ່າວ ແມ່ນສອດຄ່ອງກັບ ມາດຕະການທົ່ວໄປ ໃນສາກົນ. ການທີ່ ສປ ຈີນ ນໍາໃຊ້ ມາດຕະການ ຄວບຄຸມ ການສົ່ງອອກ ຕໍ່ວັດຖຸທີ່ກ່ຽວ ຂ້ອງກັບແຮ່ທາດຫາຍາກ ຕາມກົດໝາຍນັ້ນ,ຈຸດປະສົງ ແມ່ນເພື່ອປົກປັກຮັກສາ ຄວາມໝັ້ນຄົງ ແລະ ຜົນປະໂຫຍດ ຂອງຊາດໃຫ້ດີຂຶ້ນກວ່າເກົ່າ, ປະຕິບັດຕາມພັນທະສາກົນ ດ້ານການບໍ່ແຜ່ຜາຍ ອາວຸດນິວເຄລຍ ແລະ ອື່ນໆ, ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງ ຫລັກໝັ້ນ ສະເໝີຕົ້ນ ສະເໝີປາຍ ຂອງສປ ຈີນ ໃນການຍຶດໝັ້ນ ປົກປັກ ຮັກສາ ສັນຕິພາບໂລກ ກໍຄື ປົກປັກຮັກສາ ສະຖຽນລະພາບ ໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ-ເອີຣົບ ເລັ່ງແກ້ໄຂບັນຫາຈຸດສຸມດ້ານເສດຖະກິດ-ການຄ້າ

0

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ໂຄສົກກະຊວງການຄ້າຈີນ ໄດ້ແນະນໍາສະພາບການ ແລະ ຕອບຄໍາຖາມ ຂອງນັກຂ່າວ ກ່ຽວກັບການພົບປະເຈລະຈາກັນ ລະຫວ່າງ ທ່ານ ຫວາງເຫວີນທາວ ລັດຖະມົນຕີກະຊວງການຄ້າຈີນ ແລະ ທ່ານ ມາໂຣສ ເຊຟໂຄວິກ ກໍາມະການທີ່ຮັບຜິດຊອບວຽກງານການຄ້າ ແລະ ຄວາມໝັ້ນຄົງທາງເສດຖະກິດ ຂອງຄະນະກໍາມາທິການສະຫະພາບເອີຣົບ ທີ່ຈັດຂຶ້ນຢູ່ນະຄອນຫລວງປາຣີ ຂອງຝຣັ່ງ ເມື່ອບໍ່ດົນມານີ້. ໃນໄລຍະການພົບປະເຈລະຈາກັນ, ສອງຝ່າຍໄດ້ດໍາເນີນການປຶກສາ ຫາລື ຢ່າງຕັ້ງໃຈ, ກົງໄປກົງມາ ແລະ ເລິກເຊິ່ງໂດຍປິ່ນອ້ອມບັນຫາທີ່ຮີບດ່ວນ ແລະ ສໍາຄັນຕ່າງໆ ເຊັ່ນ: ສະຫະພາບເອີຣົບ ຕ້ານການອຸດໜູນຕໍ່ລົດພະລັງງານໄຟຟ້າ ຂອງ ສປ ຈີນ, ສປ ຈີນ ຕ້ານການຂາຍເທຕະຫລາດ ຕໍ່ເຫົ້ລາວາຍ ບຣານດີ ຂອງສະຫະພາບ ເອີຣົບ ແລະ ການຄວບຄຸມ ການສົ່ງອອກ ເປັນຕົ້ນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຮຽກຮ້ອງໃຫ້ໜ່ວຍງານປະຕິບັດງານ ຂອງສອງຝ່າຍ ຈົ່ງເລັ່ງສຸມທຸກຄວາມພະຍາຍາມເພື່ອກຽມຄວາມພ້ອມດ້ານເສດຖະກິດ-ການຄ້າໃຫ້ແກ່ວາລະສໍາຄັນໃນປີນີ້ລະຫວ່າງ ສປ ຈີນ-ເອີຣົບ. ໂຄສົກກະຊວງການຄ້າຈີນ ຢືນຢັນວ່າ: ສປ ຈີນ ໄດ້ສະແດງຄວາມຈິງໃຈຢ່າງເຕັມທີ່ໃນການແກ້ໄຂຂໍ້ຂັດແຍ້ງດ້ານການຄ້າ ລະຫວ່າງ ສປ ຈີນ-ເອີຣົບ ໂດຍຜ່ານການສົນທະນາ ແລະ ປຶກສາຫາລື, ຫວັງວ່າເອີຣົບ ຈະກ້າວເດີນໄປສູ່ທິດທາງດຽວກັນ ກັບ ສປ ຈີນ, ແກ້ໄຂບັນຫາທີ່ຈີນສົນໃຈ ດ້ວຍວິທີທີ່ເໝາະສົມເພື່ອສ້າງເງື່ອນໄຂໃຫ້ແກ່ ສປ ຈີນ-ເອີຣົບ ໃນການຂະຫຍາຍການຮ່ວມມືໃຫ້ກວ້າງອອ ຕື່ມອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ກຳປູເຈຍ-ໄທ ເລັ່ງແກ້ໄຂຂໍ້ຂັດແຍ້ງກັນຢູ່ເຂດຊາຍແດນດ້ວຍສັນຕິວິທີ

0

ວິທະຍຸສາກົນແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ທ່ານ ຮຸນ ມາເນັດ, ນາຍົກລັດຖະມົນຕີກຳປູເຈຍ ໄດ້ຂຽນບົດຄວາມ ​ລົງສື່​ສັງຄົມ​ ອອນລາຍວ່າ: ​ຈະ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ກຳປູ​ເຈຍ-​ໄທ ​ດ້ວຍສັນຕິວິທີ. ກະຊວງ​ການ​ຕ່າງປະ​ເທດ​ໄທ​ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ພາຍຫລັງເກີດ​ການ​ປະ​ທະ​ກັນ​ ລະຫວ່າງ​ ທະຫານ​ໄທ ​ແລະ​ ກຳປູ​ເຈຍ ​ຢູ່​ເຂດ​ຊາຍ​ແດນທີ່​ມີຄວາມຂັດແຍ້ງກັນ​ໃນ​ທ້າຍ​ເດືອນພຶດສະພາ ທີ່​ຜ່ານ​ມາ, ​ໄທ ​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂຂໍ້ຂັດ​ແຍ້​ງກັນດ້ວຍສັນຕິ​ວິທີ. ພາຍຫລັງກຳປູ​ເຈຍ ໄດ້ຕົກລົງ​ສະ​ເໜີ​ບັນຫາ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ​ທີ່​ຄົງຄ້າງຕໍ່​ສານ​ສາກົນ ອີງ​ຕາມ​ຫລັກການຮັກສາ​ສັນຕິພາບມິດຕະພາບ ​ແລະ​ ການ​ຮ່ວມ​ມື​ທີ່ດີກັບ​ໄທ, ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ຊາຍ​ແດນດັ່ງກ່າວ​ດ້ວຍສັນຕິວິທີ ​ແລະ ແບບຖາວອນ, ຫລີກ​ເວັ້ນບໍ່ໃຫ້ເກີດການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດຄັ້ງ​ໃໝ່. ນັບ​ແຕ່​ເກີດການ​ປະ​ທະ​ກັນເປັນ​ຕົ້ນ​ມາ, ​ໄທໄດ້​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້ສຸດຂີດ ​ແລະ ​ໄດ້​ທຳ​ຄວາມ​ພະຍາຍາມເພື່ອ​ຜ່ອນຄາຍສະຖານະ​ການດ້ວຍສັນຕິວິທີ. ໄທ​ຮຽກຮ້ອງອີກ​ເທື່ອ​ໜຶ່ງ​ໃຫ້​ກຳປູ​ເຈຍ ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ​ ແລະ​ ຫລີກ​ລ່ຽງ​ບໍ່ໃຫ້ສະຖານະ​ການ​ເຄັ່ງຕຶງຂຶ້ນຕື່ມ, ​ເພື່ອ​ບໍ່​ໃຫ້​ເກີດ​ຜົນ​ສະທ້ອນ​ທີ່ບໍ່​ດີ​ຕໍ່​ປະຊາຊົນ​ ຢູ່ເຂດຊາຍ​ແດນຂອງທັງສອງປະເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສປ ຈີນ-ມຽນມາ ສະເຫລີມສະຫລອງວັນສ້າງສາຍພົວພັນທາງການທູດຄົບຮອບ 75 ປີ

0

ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ ​ສີ ​ຈິ້ນ​ຜິງ, ປະ​ທານ ​ປະ​ເທດ​ຈີນ ແລະ ທ່ານ​ ມິນ ອອງ​​ລາຍ ຜູ້​ນຳ​ມຽນ​ມາ​ ໄດ້​ສົ່ງ​ສານ ​ຊົມ​ເຊີຍ ​ຕໍ່​ກັນ ເນື່ອງ​ໃນ​ໂອ​ກາດ​​ ທີ່ສະ​ເຫລີມ​ສະຫລອງ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ​ທາງ​ການ​ທູດ​ຈີນ-ມຽນ​ມາ​ ຄົບ​ຮອບ 75 ປີ.ເນື້ອໃນສານ ຊົມເຊີນຂອງ ທ່ານ ​ສີ ຈິ້ນ​ຜິງ​​ ເນັ້ນ​ໜັກ​ວ່າ: ສປ ຈີນ​ ໃຫ້​ຄວາມ​ສຳ​ຄັນ​ ໃນ​ລະ​ດັບ​ສູງ​ ຕໍ່​ການ​ຂະ​ຫຍາຍ ​ສາຍ​ພົວ​ພັນ​ ຈີນ-ມຽນ​ມາ, ຍິນ​ດີ ​ຮ່ວມ​ກັບ ​ມຽນ​ມາ ສຸມ​ທຸກ ​ຄວາມ​ພະ​ຍາ​ຍາມ, ຖື​ການ​ສ້າງ​ຕັ້ງ​ ສາຍ​ພົວ​ພັນ​ ທາງ​ການ​ທູດ ​ລະ​ຫວ່າງ​ ສອງ​ປະ​ເທດ ​ຄົບ​ຮອບ 75 ປີ, ເລັ່ງ​ລັດ​ ຊຸກ​ຍູ້​ ການ​ຮ່ວມ​ມື ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ, ຮ່ວມ​ກັນ ​ຈັດ​ຕັ້ງ​ ປະ​ຕິ​ບັດ ​ຂໍ້​ລິ​ເລີ່ມ ​ການ​ພັດ​ທະ​ນາ​ ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ ​ທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ ​ອະ​ລິ​ຍະ​ທຳ ​ທົ່ວ​ໂລກ, ຊຸກ​ຍູ້​ໃຫ້​ຄູ່​ຮ່ວມ​ ຊາ​ຕາ​ກຳ ​ຈີນ-ມຽນ​ມາ​ ລົງ​ສູ່​ລວງ​ເລິກ ແລະ ມີ​ຄວາມ​ໜັກ​ແໜ້ນ​ຍິ່ງ​ຂຶ້ນ ​ຢ່າງ​​ບໍ່​ຢຸດ​ຢັ້ງ, ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່​ ປະ​ຊາ​ຊົນ ​ສອງ​ຊາດ ຫລາຍກວ່າ​ເກົ່າ. ຂະນະທີ່ ເນື້ອໃນສານຂອງ ທ່ານ​ ມິນ ​ອອງ​​ລາຍ ລະບຸ​ວ່າ: ມຽນ​ມາ ​ໄດ້​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ ທີ່​ຮ້າຍ​ແຮງ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ​ ໄດ້​ໃຫ້​ການ​ຊ່ວຍ​ເຫລືອ ​ດ້ານ​ມະ​ນຸດ​ສະ​ທຳ ​ຢ່າງ​ທັນ​ການ, ສະ​ແດງ​ ໃຫ້​ເຫັນ​ເຖິງ ​ມິດ​ຕະ​ພາບ​ ອັນ​ເລິກ​ເຊິ່ງ​ ທີ່​ປະ​ຊາ​ຊົນ​ ສອງ​ຊາດ​ ຮ່ວມ​ທຸກ​ຮ່ວມ​ສຸກ ແລະ ຊ່ວຍ​ຊູ​ຍູ້​ໜູນ​ກັນ ​ຢ່າງ​ເຕັມ​ສ່ວນ. ຂໍ​ຂ​ອບ​ໃຈ​ ຝ່າຍ​ ສປ ຈີນ​ ທີ່​ສະໜັບ ​ສະ​ໜູນ​ ມຽນ​ມາ ​ບັນ​ລຸ​ສັນ​ຕິ​ພາບ ສະ​ຖຽນ​ ລະ​ພາບ ຄວາມ​ປອງດອງ​ຊາດ ແລະ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ, ຄອງ​ຄອຍ​ເລັ່ງ​ລັດ ​ຊຸກ​ຍູ້​ ການ​ຮ່ວມ​ມື​ ສອງ​ປະ​ເທດ​ ໃນ​ຂົງ​ເຂດ​ຕ່າງໆ, ສ້າງ​ສາຍ​ພົ​ວ​ພັນ ​ຄູ່​ຮ່ວມ ​ທີ່​ເຂັ້ມ​ແຂງ ໝັ້ນ​ໜຽວ ແລະ ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ຫລາຍກວ່າ​ເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ລັດຖະບານ ສຸມໃສ່ແກ້ໄຂບັນຫາລວມຂອງຊາດ ກະຕຸ້ນເສດຖະກິດ-ສັງຄົມ ຂະຫຍາຍຕົວຕໍ່ເນື່ອງ

0

ໃນໄລຍະ 5 ເດືອນຕົ້ນປີ 2025 ນີ້, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການສືບຕໍ່ສຸມໃສ່ແກ້ໄຂບັນຫາລວມຂອງຊາດ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງປະເທດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ວ່າດ້ວຍການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນການລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ບັນດາວຽກຈຸດສຸມຂອງ 2 ວາລະແຫ່ງຊາດ, ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ອື່ນໆ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ນີ້ວ່າ: ໄຕມາດ 1 (3 ເດືອນ) ປີ 2025 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 4,5%, ຄິດເປັນມູນຄ່າໃນປີ ເທົ່າກັບ 84.207 ຕື້ກີບ ເທົ່າກັບ 22,4% ຂອງແຜນການ (ມະຕິສະພາ: 375.968 ຕື້ກີບ). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 3,1% ກວມເອົາ 20,2% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 22,39%); ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4,7% ກວມເອົາ 30,9% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 30,36%); ຂະແໜງບໍລິການ ຂະຫຍາຍຕົວ 4,7% ກວມເອົາ 37,1% (ມະຕິສະພາ: ຂະຫຍາຍຕົວ 5,5%, ກວມເອົາ 34,29%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4,3% ກວມເອົາ 11,7% (ມະຕິສະພາ: ຂະຫຍາຍຕົວ 4,5%, ກວມເອົາ 13,0%).

ພ້ອມນີ້, ລັດຖະບານ ຍັງໄດ້ສຸມໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບດ້ານລາຄາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ເຊິ່ງໃນໄລຍະ 5 ເດືອນຜ່ານມາ ເຫັນໄດ້ວ່າ: ອັດຕາເງິນເຟີ້ ຫລຸດລົງເປັນແຕ່ລະເດືອນ (ເງິນເຟີ້ເດືອນມັງກອນ 2025 ຢູ່ໃນລະດັບ 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8,3%). ສັງຮວມແລ້ວ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% (ຫລຸດລົງຫລາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ.

ສຳລັບ ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກຜ່ານລະບົບທະນາຄານ ລັດ ຖະບານ ໄດ້ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດຕໍ່ຜູ້ປະກອບການສົ່ງອອກ ເພື່ອໃຫ້ນໍາລາຍຮັບເປັນເງິນຕາຕ່າງປະເທດໂອນເຂົ້າມາ ສປປ ລາວ ແລະ ແລກປ່ຽນກັບທະນາຄານ; ໄດ້ກຳນົດໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນ ເປີດບັນຊີສະເພາະ ເພື່ອຊຳລະສະສາງຜ່ານລະບົບທະນາຄານ ເຊິ່ງມາຮອດທ້າຍເດືອນພຶດສະພາ 2025 ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກໄດ້ 68,74% ຂອງມູນຄ່າການສົ່ງອອກທັງໝົດ. ຄາດຄະເນໝົດປີ 2025 ຈະສາມາດບັນລຸຕາມຄາດໝາຍທີ່ວາລະແຫ່ງຊາດກຳນົດໄວ້ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫລຸດ 70%).

ໃນໄລຍະ 6 ເດືອນທ້າຍປີນີ້, ລັດຖະບານ ຈະເພີ່ມຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ 9 ວຽກຈຸດສຸມ ຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI; ບັນດາມະຕິຂອງສະພາແຫ່ງຊາດ; ບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ແລະ ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ໂດຍລັດຖະບານ ຈະສຸມໃສ່ວຽກຈຸດສຸມຕົວຈິງຈໍານວນໜຶ່ງ ໂດຍສະເພາະ ຈະສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາຫລາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາເຮັດສຳເລັດ ແລະ ເວລາລາຍງານຄືນ ຢ່າງລະອຽດ.

ພະຍາດໄຂ້ເລືອດດໍາ ເຮັດໃຫ້ເສຍຊີວິດໄດ້

0

ປັັດຈຸບັນກ້າວເຂົ້າສູ່ລະດູຝົນ ທຸກຄົນຄວນມີສະຕິປ້ອງກັນຕໍ່ພະຍາດໄຂ້ຍຸງລາຍແລ້ວ, ທຸກຄົນຍັງຕ້ອງມີສະຕິຕໍ່ພະຍາດໄຂ້ເລືອດດໍາ ຊຶ່ງພະຍາດດັ່ງກ່າວກໍມັກເກີດຂຶ້ນໃນລະດູຝົນເຊັ່ນກັນ. ພະຍາດໄຂ້ເລືອດດໍາແມ່ນເກີດຈາກເຊື້ອຈຸລິນຊີຊະນິດໜຶ່ງທີ່ເກີດຕາມທໍາມະຊາດໃນດິນ, ພົບຫຼາຍໃນເຂດພື້ນທີ່ໃນໂລກ ແລະ ສັດທີ່ສາ ມາດຕິດເຊື້ອພະຍາດນີ້ໄດ້ເຊັ່ນ: ງົວ, ຄວາຍ, ແບ້ ແລະ ສັດປ່າບາງຊະນິດ. ດັ່ງນັ້ນ, ຈຶ່ງຫ້າມນໍາເອົາສັດເຫງົາ ຫຼື ຕາຍມາກິນເດັດຂາດ ເນື່ອງຈາກພະຍາດດັ່ງກ່າວສາມາດເຮັດໃຫ້ຄົນເຮົາເຈັບເປັນຮຸນແຮງ ແລະ ເຖິງຂັ້ນເສຍຊີວິດໄດ້.

ສໍາລັບການແຜ່ເຊື້ອພະຍາດດັ່ງກ່າວ, ຕາມປົກກະຕິແລ້ວ ພະຍາດໄຂ້ເລືອດດໍາຈະບໍ່ສາມາດຕິດຕໍ່ຈາກສັດສູ່ສັດ, ຈາກຄົນສູ່ຄົນ; ຄົນເຮົາສ່ວນໃຫຍ່ຕິດເຊື້ອພະຍາດນີ້ໄດ້ຈາກການສໍາຜັດໂດຍກົງກັບສັດທີ່ປ່ວຍ, ຕາຍ ຫຼື ກິນຊີ້ນສັດເຈັບເປັນ. ນອກນັ້ນ, ຄົນເຮົາສ່ວນຫຼາຍຕິດເຊື້ອພະຍາດໄຂ້ເລືອດດໍາຈາກການສໍາຜັດກັບຊີ້ນສັດ, ໜັງ, ຂົນ, ກະດູກຂອງສັດທີ່ມີເຊື້ອພະຍາດ, ກິນ ຫຼື ຈັບບາຍພາກສ່ວນຕ່າງໆທີ່ມີເຊື້ອພະຍາດດັ່ງກ່າວ ຊຶ່ງຜູ້ທີ່ຕິດເຊື້ອພະຍາດໄຂ້ເລືອດດໍາຈະມີອາການສະແດງອອກ: ໄຂ້ສູງ, ຕຸ່ມອອກຕາມຕົນໂຕ, ປວດຮາກ-ຮາກ, ເຈັບທ້ອງ, ຫາຍໃຈລໍາບາກ. ວິທີປ້ອງກັນຄື: ຫຼີກລ່ຽງການສໍາຜັດສັດເຫງົາ ຫຼື ຕາຍ, ພາຍຫຼັງສໍາຜັດສັດທຸກຄັ້ງຕ້ອງລ້າງມືໃສ່ສະບູລ້າງອອກໃຫ້ສະອາດ, ບໍລິໂພກຊີ້ນສັດທີ່ໄດ້ຮັບການຮັບຮອງ ແລະ ອື່ນໆ. ພ້ອມນັ້ນ, ຖ້າພົບເຫັນສັດເຫງົາ, ຕາຍ ຜິດປົກກະຕິໃຫ້ແຈ້ງໜ່ວຍງານຮັບຜິດຊອບທັນທີ.

ຢ່າງໃດກໍຕາມ ຖ້າຮູ້ສຶກວ່າບໍ່ສະບາຍ ຫຼື ຄົນໃນຄອບຄົວບໍ່ສະບາຍບໍ່ຄວນຖືເບົາ ໃຫ້ຮີບໄປພົບແພດໝໍໂດຍດ່ວນໃນສະຖານທີ່ໃຫ້ບໍລິການຕ່າງໆເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນກາງ ແລະ ອື່ນໆ ເພື່ອກວດເບິ່ງອາການ, ກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

(ຂໍ້ມູນ: ກະຊວງສາທາລະນະສຸກ)

ຍີ່ປຸ່ນ ວາງເປົ້າໝາຍນຳໃຊ້ (AI) ເພື່ອເພີ່ມຄວາມສາມາດການແຂ່ງຂັນດ້ານຊັບສິນທາງປັນຍາ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມິຖຸນາ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະສົ່ງເສີມການນໍາໃຊ້ປັນຍາປະດິດ (AI) ເພື່ອຍົກລະດັບຄວາມສາມາດໃນການແຂ່ງຂັນດ້ານຊັບສິນທາງປັນຍາຂອງປະເທດ.

ຂ່າວລະບຸວ່າ: ອົງການຍຸດທະສາດຊັບສິນທາງປັນຍາຂອງລັດຖະບານຍີ່ປຸ່ນໄດ້ອະນຸມັດແຜນການຍຸດທະສາດສໍາລັບປີ 2025 ຊຶ່ງວາງເປົ້າໝາຍນຳໃຊ້ປະໂຫຍດຈາກຄວາມນິຍົມທົ່ວໂລກຂອງອານິເມະ ແລະຮູບເງົາຍີ່ປຸ່ນທີ່ມີເນື້ອໃນກ່ຽວກັບວັດທະນະທໍາທ້ອງຖິ່ນເພື່ອຊຸກຍູ້ເສດຖະກິດໃນພາກພື້ນ, ໂດຍຄາດວ່າຈະສ້າງມູນຄ່າທາງເສດຖະກິດປະມານ 1 ພັນຕື້ເຢນ.

ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີແລະຫົວໜ້າອົງການດັ່ງກ່າວກ່າວໃນກອງປະຊຸມວ່າ:ຊັບສິນທາງປັນຍາແມ່ນໜຶ່ງໃນແຫຼ່ງລາຍຮັບຕົ້ນຕໍຂອງປະເທດແລະມີບົດບາດສໍາຄັນຕໍ່ຄວາມສາມາດໃນການແຂ່ງຂັນຂອງບໍລິສັດຍີ່ປຸ່ນ.

ທ່ານ ອິຊິບະ ກ່າວຕື່ມວ່າ: ເພື່ອສ້າງຊັບສິນທາງປັນຍາທີ່ສາມາດແຂ່ງຂັນໄດ້, ພວກເຮົາຈໍາເປັນຕ້ອງເລັ່ງການນໍາໃຊ້ AI ຢ່າງເຕັມທີ່. ໂດຍໃນແຕ່ລະປີ, ລັດຖະບານຍີ່ປຸ່ນໄດ້ວາງແຜນການເພື່ອກຳນົດນະໂຍບາຍຄຸ້ມຄອງ ແລະ ນຳໃຊ້ປະໂຫຍດຈາກຊັບສິນທາງປັນຍາ.

ສໍາລັບແຜນການປີ 2025, ຍີ່ປຸ່ນຈະພິຈາລະນາຮັບຮອງສິດທິບັດ ຂອງນັກພັດທະນາ AI ທີ່ມີສ່ວນຮ່ວມໃນການສ້າງເຕັກໂນໂລຊີໃໝ່, ເນື່ອງຈາກວ່າໃນປັດຈຸບັນຍັງບໍ່ມີເງື່ອນໄຂທີ່ຊັດເຈນສໍາລັບການປະເມີນບົດບາດຂອງນັກພັດທະນາ AI.

ນອກຈາກນີ້, ແຜນການດັ່ງກ່າວຍັງແນໃສ່ດຶງດູດຜູ້ມີພອນສະຫວັນຂັ້ນສູງຈາກຕ່າງປະເທດ, ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດແລະ ຊຸກຍູ້ການຮ່ວມມືລະຫວ່າງພາກລັດ – ເອກະຊົນໃນດ້ານພະລັງງານ ແລະ ປ້ອງກັນໄພພິບັດ.

ນາຍົກລັດຖະມົນຕີ ຕ້ອນຮັບປະທານສານສູງສຸດ ມາເລເຊຍ

0

ໃນວັນທີ 6 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນາ 2025.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ແລະ ຄະນະ ຖືເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ສະແດງອອກ ໂດຍການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ ແລະ ປະຊາຊົນສອງຊາດ ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານຕຸລາການ ຂອງສອງປະເທດໃຫ້ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະ ຫລອດໄປ.

ໂອກາດດຽວກັນ, ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງ, ໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ ໂດຍສະເພາະ ແມ່ນການປຶກສາຫາລືການປະຕິບັດວຽກງານ ດ້ານການກະກຽມສ້າງຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນສະມາຊິກສະມາຄົມນັກກົດໝາຍອາຊຽນ.

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V

0

ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນ ໃນວັນທີ 6 ມິຖຸນາ 2025 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ເຂົ້າຮ່ວມ.

ໃນພິທີ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໜຶ່ງໃນໂຄງການທີ່ເປັນສັນຍາລັກແຫ່ງ ການຮ່ວມມື ລະຫວ່າງ ສອງຊາດ, ສອງລັດ ກໍຄື ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໃນການນໍາໃຊ້ທ່າແຮງ ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດຮ່ວມກັນ ພາຍໃຕ້ອະນຸພາກພື້ນລຸ່ມແມ່ນໍ້າຂອງ ຫລື ອາຊີຕາເວັນອອກສ່ຽງໃຕ້ ເພື່ອໃຫ້ເກີດການເຊື່ອມໂຍງ-ເຊື່ອມຈອດ ທັງລະດັບພາກພື້ນ ແລະ ສາກົນ ໂດຍແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ ການສົ່ງເສີມທາງດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ໂດຍສະເພາະແມ່ນ ການໄປມາຫາສູ່ກັນຂອງປະຊາຊົນລະຫວ່າງສອງຊາດ ລາວ-ໄທ, ໄທ-ລາວ. ພ້ອມນີ້, ໂຄງການດັ່ງກ່າວ ຍັງເປັນໂຄງການໜຶ່ງສຳຄັນ ທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ໂຄງການດັ່ງກ່າວ ຍັງເປັນໂຄງການໜຶ່ງທີ່ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຕອບສະໜອງໃຫ້ໄປຕາມຍຸດທະສາດການພັດທະນາພື້ນຖານໂຄງລ່າງເພື່ອຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນ.

ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ ແລະ ເບື້ອງໄທ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ, ຕໍ່ມາໃນເດືອນພະຈິກ 2020 ໄດ້ເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນບໍລິສັດນະພາກໍ່ສ້າງຈໍາກັດ,ໃນມູນຄ່າສັນຍາທັງໝົດ 420,5 ລ້ານກວ່າບາດ, ໄລຍະເວລາການກໍ່ສ້າງ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນບໍລິສັດສະຫລວງກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດວິສະວະກໍາກໍ່ສ້າງ ສາກົນທັນສະໄໝຈໍາກັດຜູ້ດຽວ (ປະເທດລາວ), ໃນມູນຄ່າ 866 ລ້ານບາດ, ໃນໄລຍະເວລາການກໍ່ສ້າງ 30 ເດືອນ, ການກໍ່ສ້າງໄດ້ເລີ່ມລົງມືໃນຕົ້ນເດືອນມັງກອນ 2021 ເຊິ່ງໜ້າວຽກສ່ວນໃຫຍ່ ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ 2025 ທີ່ຜ່ານມາ.

ໂຄງການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນທຶນກູ້ຢືມດອກເບ້ຍຜ່ອນຜັນ(ດອກເບ້ຍຕໍ່າ) ຈາກສຳ ນັກງານຄວາມຮ່ວມມື ເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງ ຣາຊະອານາຈັກໄທ ໃນມູນຄ່າ 1.380 ລ້ານກວ່າບາດ ເຊິ່ງເຫັນວ່າເປັນການຊ່ວຍເຫລືອ ທີ່ມີຄຸນຄ່າ ແລະ ມີປະສິດທິຜົນສູງ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ ແລະ ການທ່ອງທ່ຽວຂອງລາວ ໃນເວລາດຽວກັນຍັງເຮັດໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ສາກົນ ປາກົດຜົນເປັນຈິງ.

ມາຮອດປັດຈຸບັນ, ສັນຍາການກໍ່່ສ້າງຂົວຂ້າມນໍ້າຂອງເບື້ອງ ສປປ ລາວ ຄວາມຍາວ 535 ແມັດ, ມີຄວາມຄືບໜ້າທັງໝົດ 98,4%, ສ່ວນສັນຍາ ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວຄວາມຍາວ 2.775 ແມັດ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ໄດ້ສໍາເລັດແລ້ວ 100%, ຄາດວ່າຂົວແຫ່ງນີ້ ຈະໄດ້ເປີດນໍາໃຊ້ ຢ່າງເປັນທາງການ ໃນທ້າຍປີ 2025 ທີ່ຈະມາເຖິງນີ້.

ຜົນສໍາເລັດຂອງໂຄງການດັ່ງກ່າວ, ແມ່ນໝາກຜົນຕົວຈິງ ທີ່ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ໄທ ພວມໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນ ສອງຝ່າຍ ລາວ-ໄທ ຍັງໄດ້ຮ່ວມລົງນາມຂໍ້ຕົກລົງ ວ່າດ້ວຍກຳມະສິດການນຳໃຊ້ການບໍລິຫານ ແລະ ການບູລະນະຮັກສາຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຕື່ມອີກ.

ພາບ: ຂັນໄຊ

ສສ ຫວຽດນາມ ເລັ່ງພັດທະນາເສດຖະກິດທະເລ

0

ວິທະຍຸກະຈາຍສຽງຫວຽດນາມ, ສສ ຫວຽດນາມ ພວມຢູ່ໃນ ສັບປະດາທະເລ ແລະ ໝູ່ເກາະ ຈົນຮອດວັນທີ 8ມິຖຸນານີ້ ນີ້ແມ່ນໂອກາດ ເພື່ອໃຫ້ ສສ ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ ກ່ຽວກັບ ເສດຖະກິດ ທະເລ ແລະ ສະແດງ ໃຫ້ເຫັນຄວາມຕັດສິນໃຈ ພັດທະນາ ຮອບດ້ານ ຂະແໜງ ອາຊີບ ທາງທະເລ, ປົກປັກຮັກສາ ສິ່ງແວດລ້ອມ ເຂດທະເລ, ໝູ່ເກາະ ແບບຍືນຍົງ ແລະ ສສ ຫວຽດນາມ ພວມສູ້ຊົນສຳເລັດ ການໂຮມແຂວງ ກ່ອນວັນທີ 15 ສິງຫາ ຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃໝ່”ເຂດແດນການປົກຄອງ ເທົ່ານັ້ນ ຫາກຍັງ ແມ່ນກາລະໂອກາດ ດີທີ່ສຸດ ເພື່ອກໍ່ສ້າງບັນດາພື້ນທີ່ ພັດທະນາໃໝ່ ຕາມທິດທະເລ. ສຳລັບ ການກຳນົດທິດໂຮມ ບັນດາແຂວງ, ນະຄອນ ເຂົ້າກັນ ຕາມທິດທະເລ ແມ່ນປະຖົມປັດໄຈ ສຳຄັນ ເພື່ອເຊື່ອມຕໍ່, ເຊ່ືອມໂຍງ, ນຳປະເທດຊາດ ພັດທະນາ. ພາຍຫລັງ ໂຮມເຂົ້າກັນ, ມີເກືອບ 62% ແຂວງ, ນະຄອນ ແມ່ນຕິດກັບທະເລ ປະຈຸບັນ ສສ ຫວຽດນາມ 63 ແຂວງ, ນະຄອນ ໃນນັ້ນ ມີ 28 ແຂວງ, ນະຄອນແຄມທະເລ ແມ່ນຢູ່ຈາກພາກເໜືອ ລົງຮອດພາກໃຕ້. ຍອດລວງຍາວເສັ້ນທາງແຄມທະເລ ແມ່ນປະມານ 3.260 ກິໂລແມັດ. ພາຍຫລັງໂຮມ 63 ແຂວງ, ນະຄອນເຂົ້າກັນ ແມ່ນຍັງເຫລືອພຽງ 34 ແຂວງ, ນະຄອນ ຄາດວ່າ ສສ ຫວຽດນາມ ຈະມີ 21 ແຂວງ, ນະຄອນຕິດກັບທະເລ. ເປັນອັນວ່າ ອັດຕາສ່ວນທ້ອງຖິ່ນ ຕິດກັບທະເລ ເພີ່ມຂຶ້ນແຕ່ 28/63 (44%) ຂຶ້ນເປັນ 21/34 (ເກືອບ 62%).ໃນຫລາຍປີຜ່ານມາ, ສສ ຫວຽດນາມ ມີຄວາມເອົາໃຈໃສ່ ເຖິງການພັດທະນາ ເສດຖະກິດທະເລ ແຕ່ຍັງບໍ່ທັນຂຸດຄົ້ນ ສຸດຄວາມສາມາດບົ່ມຊ້ອນ. ສະນັ້ນ ເລື່ອງໂຮມບັນດາແຂວງ, ນະຄອນເຂົ້າກັນແມ່ນມີຄວາມເອົາໃຈໃສ່ ເຖິງບັນຫານີ້ ຫລາຍກວ່າ. ການກຳນົດ ທິດໂຮມແຂວງ, ນະຄອນ ເຂົ້າກັນເພື່ອແນໃສ່ສ້າງພື້ນທີ່ພັດທະນາ ຕາມທິດທະເລ ແມ່ນມີຄວາມສຳຄັນທີ່ສຸດ ສຳລັບ ສສ ຫວຽດນາມ. ຈາກນັ້ນ ທ່ານ ໂຕເລີມ ເລຂາທິການໃຫຍ່ ຫວຽດນາມ ໄດ້ເນັ້ນໜັກ ຢ່າງແຮງຕໍ່ເລື່ອງສັບຊ້ອນ ບັນດາຫົວໜ່ວຍ ບໍລິຫານຕາມທິດໝູນໃຊ້ພື້ນທີ່ທະເລ ຢ່າງສຸດຂີດ. ການເຊື່ອມຕໍ່ບັນດາແຂວງ ພິເສດແມ່ນບັນດາແຂວງຢູ່ເຂດພູພຽງພາກກາງ ຄື: ໄຕງວຽນ ກັບບັນດາທ້ອງຖິ່ນ ແຄມທະເລ, ແມ່ນສອດຄ່ອງກັບ ສະພາວະ ການພັດທະນາ ປັດຈຸບັນ. ຢູ່ທາງທິດຕາເວັນອອກ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງ ຈ່າວິງ, ຫວີງລອງ, ເບນແຈ ພາຍຫລັງໂຮມເຂົ້າກັນ ຈະມີເນື້ອທີ່ທຳມະຊາດອັນໃຫຍ່ຫລວງ, ຈຳນວນປະຊາກອນ ຫລາຍສົມຄວນ ແລະ ເປີດພື້ນທີ່ພັດທະນາ ໄປສູ່ທິດທະເລ. ທ່ານ ຫງວຽນກວິ່ງທ້ຽນ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຈ່າວິງ ຖືວ່າ: “ໂດຍປະຕິບັດແຜນນະໂຍບາຍໂຮມ 3 ແຂວງເຂົ້າກັນ ຈະສ້າງເງື່ອນໄຂເປີດພື້ນທີ່ ພັດທະນາ ອັນໃຫຍ່ຫລວງກວ່າ ໃຫ້ແກ່ແຂວງ ຫວິງລອງໃໝ່. ໃນຂະນະນັ້ນ ສະເພາະ ແຂວງ ຈ່າວິງ ຈະປະກອບສ່ວນສຳຄັນ ເຂົ້າເສດຖະກິດທະເລ. ຕາມການຕີລາຄາຂອງສະຖາບັນພະລັງງານແລ້ວ, ກຳລັງການຜະລິດໄຟຟ້າແຮງລົມຂອງ ຈ່າວິງ ແມ່ນກວ່າ 24.000 MW. ດ້ວຍກຳລັງການຜະລິດໄຟຟ້ານີ້ ອາດຈະປະຕິບັດບັນດາໂຄງການສ້າງ ເປັນລະບົບ ເສດຖະກິດ ໝູນວຽນ, ເສດຖະກິດ ຫັນເປັນສີຂຽວ ໃນອະນາຄົດ”.ເພື່ອພັດທະນາເສດຖະກິດທະເລ, ນອກຈາກ ທ່າໄດ້ປຽບ ເມື່ອໂຮມບາງແຂວງ, ນະຄອນ ເຂົ້າກັນ ເພື່ອສ້າງພື້ນທີ່ອັນກວ້າງໃຫຍ່, ລັດຖະບານ ຫວຽດນາມ ກໍ່ພວມຍູ້ແຮງການຜັນຂະຫຍາຍ ຍຸດທະສາດ ພັດທະນາ ເສດຖະກິດທະເລຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ (ຍຸດທະສາດ). ຍຸດທະສາດໄດ້ຮັບການຜັນຂະຫຍາຍ ມາເປັນເວລາ 7 ປີ, ສຸມໃສ່ເຂົ້າໃນບັນດາຂະແໜງ ເສດຖະກິດທະເລ ເປັນຕົ້ນຄື: ການທ່ອງທ່ຽວ-ການບໍລິການທະເລ, ເສດຖະກິດການເດີນທະເລ, ຂຸດຄົ້ນນ້ຳມັນອາຍແກສ, ສິນໃນນ້ຳ, ພະລັງງານທົດແທນ ແລະ ວຽກງານສຳຄັນ ດ້ານອື່ນໆອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ