Wednesday, September 24, 2025
Home Blog Page 64

ສສຊ ເຂດ 9ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

0

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ,ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ຄໍາແສນ ສີສະວົງ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວຫຼາຍບັນຫາ ໂດຍໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ.

ທ່ານ ຄໍາແສນ ສີສະວົງ ມີຄໍາເຫັນວ່າ: ໃນບົດລາຍງານເຫັນວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 4.5% ແຕ່ການກໍານົດ ຫຼື ການເກັບລາຍຮັບເຂົ້າງົບປະມານ ຍັງໄດ້ແຕ່ 8.95% ຂອງGDPຕາມປົກະຕິແລ້ວຕ້ອງໃຫ້ລາຍຮັບເຂົ້າງົບປະມານປະມານ 12%ຂຶ້ນໄປຕໍ່ GDP, ປະເທດກໍາລັງພັດທະນາ 12-20%, ປະເທດພັດທະນາ 20-50% ຕໍ່GDP. ດັ່ງນັ້ນ, ສະເໜີໃຫ້ລັດຖະບານເບິ່ງຄືນ ແລະ ຕັ້ງເປົ້າໃສ່ລາຍຮັບດ້ານໃດເຮົາປະຕິບັດບໍ່ໄດ້ເຊັ່ນ: ພາສີ-ອາກອນ, ຂາຍວັດຖຸດິບດ້ານແຮ່ທາດ, ລາຍຮັບບໍລິສັດ-ລັດວິສາຫະກິດ, ຄ່າບໍລິການອື່ນໆ, ຄ່າເຊົາທີ່ດິນ ສະເໜີໃຫ້ລັດຖະບານຕັ້ງງົບປະມານລາຍຮັບຕ້ອງໃຫຍ່ກວ່າ ຫຼື ເທົ່າກັບງົບປະມານລາຍຈ່າຍ, ຕາມທີ່ເຫັນຢູ່ບົດລາຍງານແຜນງົບປະມານລາຍຮັບ 68,000 ຕື້ກີບ, ລາຍຈ່າຍ 71,850 ຕື້ກີບ; ວຽກງານການຄຸ້ມຄອງພະລັງງານໄຟຟ້າຜ່ານມາເຮົາຈະເຫັນບາງບັນຫາເກີດຂຶ້ນເຊັ່ນ: ຄ່າໄຟຟ້າເພີ່ມຂຶ້ນສູງ, ອີກບໍ່ພໍແມ່ນການຈົດກົງເຕີຍັງມີການແຕກໂຕນກັນ 3-4 ເທົ່າຕົວທັງໆທີ່ວ່າເດືອນນີ້ບໍ່ໄດ້ໃຊ້ໄຟຟ້າ ເຮັດໃຫ້ກະທົບໃສ່ການຜະລິດຂອງປະຊາຊົນຫຼື SME,ບັນຫາອັກຄີໄຟທີ່ເກີດຈາກໄຟຟ້າລັດວົງຈອນສ້າງຄວາມເສຍຫາຍໃຫ້ປະຊາຊົນຢ່າງຫຼວງຫຼາຍຕໍ່ກັບບັນຫານີ້ແມ່ນສະເໜີໃຫ້ລັດຖະບານມີການຄຸ້ມຄອງ ແລະ ແກ້ໄຂດ່ວນ; ຕໍ່ກັບວຽກງານຄຸ້ມຄອງເສັ້ນທາງຄົມມະນາຄົມຂົນສົ່ງ, ເນື່ອງຈາກເສັ້ນທາງເປ່ເພສ່ວນຫຼາຍແມ່ນເກີດຈາກການຄຸ້ມຄອງນ້ຳໜັກລົດບໍ່ໄດ້. ສະນັ້ນ, ຈຶ່ງສະເໜີໃຫ້ມີມາດຕະການຄຸ້ມຄອງ ແລະ ບູລະນະໂດຍອອກມາດຕະການຄຸ້ມຄອງແບບໃໝ່ໃຫ້ມີການຊັ່ງນໍ້າໜັກ ແຕ່ຕົ້ນທາງ ແລະ ປາຍທາງ. ສະນັ້ນ, ຄະນະຮັບຜິດຊອບກວດກາ ໃຫ້ມີເຈົ້າໜ້າທີ່ 3 ພາກສ່ວນຄື: ໂຍທາທິການ ແລະ ຂົນສົ່ງ, ຕໍາຫຼວດ, ທະຫານຂອງແຕ່ລະທ້ອງຖິ່ນ. ພ້ອມນັ້ນ, ການເກັບຄ່ານໍ້າໜັກເກີນແມ່ນໃຫ້ກະຈາຍສູ່ທ້ອງຖິ່ນ ເພື່ອບູລະນະສ້ອມແປງທາງທີ່ແຂວຮັບຜິດຊອບໂດຍກົງ.

ທ່ານ ຄໍາແສນ ສີສະວົງ ຍັງມີຄໍາເຫັນຕໍ່ບັນຫາການຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃນໄລຍະ 6 ເດືອນຜ່ານມາເຫັນວ່າລັດຖະບານມີຄວາມພະຍາຍາມແຕ່ໃນຕົວຈິງເຮົາກໍຍັງເຫັນການນໍາເຂົ້າສິນຄ້າກະສິກໍາ, ສິນຄ້າທີ່ມີລັກສະນະຟຸມເຟືອຍຍັງມີຫຼາຍຢ່າງເຮັດໃຫ້ຜູ້ບໍລິໂພກພາຍໃນຍັງສືບຕໍ່ນິຍົມຊົມໃຊ້ສິນຄ້ານໍາເຂົ້າຢູ່. ດັ່ງນັ້ນ, ຈຶ່ງສະເໜີໃຫ້ລັດຖະບານຄຸ້ມຄອງການນໍາເຂົ້າສິນຄ້າທັງຖືກລະບຽບ ແລະ ບໍ່ຖືກລະບຽບໃຫ້ເຂັ້ມງວດ, ໂປ່ງໃສ ໂດຍໃຫ້ເຈົ້າໜ້າທີຫຼາຍພາກສ່ວນມີສ່ວນຮ່ວມ ໂດຍເພີ່ມເຈົ້າໜ້າທີຈາກຕໍາຫຼວດ, ທະຫານແລະ ສະພາການຄ້າ ແລະ ອຸດສາຫະກໍາ ເພື່ອສົ່ງເສີມການຜະລິດພາຍໃນ ປົກປ້ອງດ້ວຍຮູບການ, ຫຼຸດຕົ້ນທຶນການຜະລິດໃຫ້ຜູ້ຜະລິດພາຍໃນ ໂດຍວິທີຫຼຸດຄ່າໂຄສະນາ, ຫຼຸດຄ່າຕິດຕັ້ງປ້າຍ, ສໍາປະທານທີ່ດິນລັດ ເພື່ອການພັດທະນາ, ຫຼຸດພາສີ, ອາກອນຕໍ່ການນໍາເຂົ້າເຄື່ອງມືການຜະລິດໃຫ້ SME ແລະ ຄົວເຮືອນໃຫ້ທົ່ວເຖິງຜ່ານມາຍັງບໍ່ທັນສົ່ງເສີມຜູ້ບໍລິໂພກຊົມໃຊ້ຜະລິດຕະພັນພາຍໃນ, ຫຼຸດພາສີມູນຄ່າເພີ່ມ, ຜູ້ຊົມໃຊ້ສິນຄ້າລາວ ແລະ ຄວນຍ້ອງຍໍຊົມເຊີຍຜູ້ທີ່ຊົມໃຊ້ສິນຄ້າພາຍໃນ.

ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວມີການພັດທະນາຫຼາຍດ້ານ

0

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງຂົວດັ່ງກ່າວໄດ້ສໍາເລັດ98.4% ຍັງເຫຼືອໜ້າວຽກຈໍານວນໜຶ່ງກໍຖືວ່າສໍາເລັດ 100% ຄາດວ່າຈະເປີດນໍາໃຊ້ຂົວໃນທ້າຍປີ 2025 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີ.

ທ່ານກ່າວໃຫ້ຮູ້ອີກວ່າ: ເມື່ອກໍ່ສ້າງສຳເລັດຈະນໍາເອົາຜົນປະໂຫຍດໃຫ້ສອງປະເທດລາວ-ໄທ, ຂົວແຫ່ງນີ້ຖ້າທຽບໃສ່ຂົວທັງ 4 ແຫ່ງ ເປັນຂົວເຊື່ອມຕໍ່ລະຫວ່າງໄທ-ລາວ ແລະ ໄປຫາ ສສ ຫວຽດນາມ ພ້ອມທັງເປັນເສັ້ນທາງທີ່ມີໄລຍະສັ້ນກວ່າໝູ່ຂອງບັນດາການຂົນສົ່ງຕ່າງໆ; ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວມີລວງຍາວ 535 ແມັດ, ເບື້ອງໄທ 815 ແມັດຄວາມກວ້າງ 17.40 ແມັດ ສາມາດແລ່ນສວນກັນໄດ້ ຊຶ່ງປະກອບມີ 4 ເລນ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ ແລະ ໃນອະນາຄົດຈະມີລົດຜ່ານຂົວແຫ່ງນີ້ຫຼາຍ ໂດຍສະເພາະເບື້ອງພາກອີສານຂອງໄທ, ການທີ່ຈະໄປຫວຽດນາມຈະບໍ່ໄປຜ່ານນະຄອນຫຼວງວຽງຈັນອີກ ຈະມາຜ່ານຂົວແຫ່ງນີ້ເພື່ອອອກສູ່ຫວຽດນາມໄປຕາມເສັ້ນທາງເລກ 8 ແລະ ຫວຽດນາມຈະໄປໄທ ກໍຈະມາຜ່ານຂົວແຫ່ງນີ້ ເພາະເປັນເສັ້ນທາງທີ່ມີໄລຍະສັ້ນ ແລະ ຈະເຮັດໃຫ້ເຂດດັ່ງກ່າວມີການພັດທະນາ, ມີການຂະຫຍາຍຕົວທາງດ້ານເສດຖະກິດ ທັງຈະເຮັດໃຫ້ປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ໃນເຂດດັ່ງກ່າວກໍຈະມີລະບົບສາງ, ການທ່ອງທ່ຽວ, ການພັດທະນາເສດ ຖະກິດ, ການລໍາລຽງຂົນສົ່ງສິນຄ້າຕ່າງໆ ພ້ອມທັງມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ສາມາດດຶງເມັດເງິນຈາກຕ່າງປະເທດເຂົ້າມາພາຍໃນປະເທດຫຼາຍຂຶ້ນ.

ທ່ານ ໄລທອງ ພົມມະວົງ ກ່າວຕື່ມວ່າ: ສຳລັບການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຫຼັງຈາກເຊັນສັນຍາການກໍ່ສ້າງໄດ້ພົບຄວາມຫຍຸ້ງຍາກຫຼາຍບັນຫາເຊັ່ນ: ການລະບາດຂອງພະຍາດໂຄວິດ-19, ບັນຫາໄພທໍາມະຊາດ ໂດຍສະເພາະລະດູຝົນ, ມີຝົນຕົກໜັກເຮັດໃຫ້ນໍ້າຂອງຂຶ້ນບໍ່ສາມາດກໍ່ສ້າງໄດ້, ຄາດວ່າພາຍຫຼັງເປີດການນໍາໃຊ້ຢ່າງເປັນທາງການ ລະຫວ່າງສາມປະເທດ ໄທ-ລາວ-ຫວຽດນາມ ຈະເຮັດໃຫ້ການຄ້າ, ການລົງທຶນລວມເຖິງຜູ້ໂດຍສານ ສາມາດຮອງຮັບການຂົນສົ່ງດັ່ງກ່າວໄດ້.

ປະທານສະພາແຫ່ງຊາດເຈາະຈີ້ມ6 ຄຳຖາມ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ

0

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIX ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ເພື່ອເປັນບ່ອນອີງໃຫ້ບັນດາ ສສຊ ໄດ້ປະກອບຄໍາເຫັນຢ່າງມີຈຸດສຸມ, ຖືກທິດ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາໃນປັດຈຸບັນ.

ທ່ານ ປະທານສະພາແຫ່ງຊາດ ໄດ້ເນັ້ນ 6 ຄໍາຖາມເຈາະຈີ້ມ ຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ6ເດືອນຕົ້ນປີ 2025ຕິດພັນການຈັດຕັ້ງປະຕິບັດ 2ວາລະແຫ່ງຊາດແລະການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ຄືດັ່ງນີ້:

1.ຜ່ານການຮັບຟັງການລາຍງານຂອງລັດຖະບານບັນດາທ່ານເຫັນວ່າຖືກຕ້ອງ, ຄົບຖ້ວນແລະສອດຄ່ອງກັບສະພາບຕົວຈິງແລ້ວຫຼືບໍ່?ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ6ເດືອນຕົ້ນປີ 2025ມີຜົນສໍາເລັດທີ່ພົ້ນເດັ່ນຄືແນວໃດ?ໂດຍສະເພາະບັນດາຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ (ສະບັບເລກທີ153/ສພຊ, ລົງວັນທີ 12ທັນວາ2024) ມີຕົວຊີ້ບອກທີ່ຈະແຈ້ງຊັດເຈນແລ້ວຫຼືບໍ?ສາເຫດທີ່ພາໃຫ້ບໍ່ບັນລຸຄາດໝາຍມີຄືແນວໃດ?,ມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງກໍສະເໜີໃຫ້ລັດຖະບານຊີ້ແຈງແລະອະທິບາຍຕື່ມ.

2.ຕໍ່ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດປະຈໍາປີ2025ສະເໜີໃຫ້ຜູ້ແທນກອງປະຊຸມມີຄໍາເຫັນຕື່ມກ່ຽວກັບຜົນສໍາເລັດແລະຄວາມຄືບໜ້າຂອງໂຄງການຕ່າງໆໃນແຕ່ລະເຂດເລືອກຕັ້ງມີຄືແນວໃດ?ຍັງມີບັນຫາໃດທີ່ຍັງຄົງຄ້າງ?ສະເໜີໃຫ້ທ່ານສະມາຊິກສະພາແຫ່ງຊາດມີຄໍາເຫັນຕື່ມຢາກໃຫ້ລັດຖະບານສຸມໃສ່ຂະແໜງການແລະທ້ອງຖິ່ນໃດເປັນບູລິມະສິດ?ໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດແນໃສ່ຮັບປະກັນປະສິດທິພາບ, ປະສິດທິຜົນແລະຍຸຕິທໍາ.

3.ການຈັດຕັ້ງປະຕິບັດນະໂຍບາຍແລະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນເພື່ອດຶງດູດການລົງທຶນເອກະຊົນໄດ້ຮັບຜົນສໍາເລັດຄືແນວໃດ?ໂດຍສະເພາະການແກ້ໄຂຂອດອຸດຕັນດ້ານເງິນເຟີ້, ອັດຕາແລກປ່ຽນ, ການສ້າງສະພາບແວດລ້ອມການລົງທຶນ, ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງແລະທ້ອງຖິ່ນຈະແຈ້ງຊັດເຈນດີແລ້ວຫຼືບໍ່? ການເກັບພັນທະເຂົ້າງົບປະມານຂອງລັດຕາມກົດໝາຍແລະສັນຍາການລົງທຶນ, ການແກ້ໄຂຜົນກະທົບດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມຈາກໂຄງການລົງທຶນເອກະຊົນເປັນແນວໃດ?ມີບັນຫາໃດທີ່ຍັງຄົງຄ້າງ, ສະເໜີໃຫ້ທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ.

4.ຜ່ານການລາຍງານຂອງລັດຖະບານທີ່ຕິດພັນກັບການຈັດຕັ້ງປະຕິບັດ 2ວາລະແຫ່ງຊາດໂດຍສະເພາະບັນດາແຜນວຽກຈຸດສຸມຕາມມະຕິກອງປະຊຸມສະພາແຫ່ງຊາດເປັນຕົ້ນການສົ່ງເສີມການຜະລິດທົດແທນການນໍາເຂົ້າແລະການສົ່ງອອກເປັນສິນຄ້າ, ການຂຸດຄົ້ນແຮ່ທາດແລະເງິນຄຣິບໂຕ, ການສືບຕໍ່ປະຕິຮູບລັດວິສາຫະກິດ, ການຫັນເປັນທັນສະໄໝໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ການແກ້ໄຂໜີ້ສິນສາທາລະນະແລະໜີ້ສິນການລົງທຶນລັດເຫັນໄດ້ຜົນສໍາເລັດຄືແນວໃດ? ຍັງມີບັນຫາໃດທີ່ຍັງຄົງຄ້າງ, ສະເໜີໃຫ້ທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ.

5.ການຊີ້ນໍາຂອງລັດຖະບານໃນການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າແລະລາຄາສິນຄ້າເພີ່ມສູງຂຶ້ນທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າໃນໄລຍະຜ່ານມາໄດ້ມີຜົນສໍາເລັດຄືແນວໃດ?ບັນດາທ່ານ ສສຊ ເຫັນວ່າຖືກຕ້ອງແລະສອດຄ່ອງແລ້ວຫຼືບໍ່? ຖ້າຫາກເຫັນວ່າຍັງບໍ່ທັນສອດຄ່ອງເໝະສົມສະເໜີໃຫ້ບັນດາທ່ານມີຄໍາເຫັນຕື່ມ, ໂດຍສະເພາະອີງໃສ່ການຕິດຕາມກວດກາຕົວຈິງຂອງບັນດາທ່ານຜູ້ແທນຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

6.ໃນການກໍານົດທິດທາງ, ວຽກງານຈຸດສຸມແລະມາດຕະການ6 ເດືອນທ້າຍປີໃຫ້ບັນລຸຄາດໝາຍທີ່ລັດຖະບານກໍານົດມານັ້ນ, ທ່ານຄິດວ່າຖືກຕ້ອງ, ເໝາະສົມແລ້ວຫຼືບໍ່?ໂດຍສະເພາະບັນດາຄາດໝາຍທີ່ມີຄວາມຄືບໜ້າໜ້ອຍແລະມີຄວາມສ່ຽງຈະບໍ່ບັນລຸ, ລັດຖະບານຄວນມີມາດຕະການເພີ່ມເຕີມຄືແນວໃດເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ຕາມຄາດໝາຍທີ່ກໍານົດໃນມະຕິກອງປະຊຸມສະພາແຫ່ງຊາດ?ຫຼືບັນດາທ່ານຄວນສະເໜີບັນຫາໃດເພີ່ມຕື່ມ.

ຫວຽດ​ນາມ ​​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ ສະຫະລັດ-ອາ​ເມ​ຣິ​ກາ ມູນຄ່າເກືອບ 3 ຕື້ໂດລາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ລັດໂລວາ, ໂອໄຮໂອ, ເມຣີແລນ ແລະ ນະຄອນຫຼວງ ວໍຊິງຕັນ (ສະຫະລັດ ອາເມຣິກາ) ໃນວັນທີ 2 – 6 ມິຖຸນາ ຜ່ານມາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ – ສະຫະລັດ ອາເມຣິກາ.

ຂ່າວລະບຸວ່າ: ຄະນະປະຕິບັດງານໂດຍທ່ານ ໂດະດຶກຢຸຍ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ນຳພາຄະນະຜູ້ແທນເກືອບ 50 ອົງການ, ວິສາຫະກິດກະສິກຳ ແລະ ສະຫະສະມາຄົມ ເດີນທາງໄປຍັງ ສະຫະລັດ ອາເມຣິກາ ເພື່ອແນໃສ່ຊຸກຍູ້ການຄ້າສອງສົ້ນ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການປະຕິບັດງານຄັ້ງນີ້, ທ່ານ ໂດະດຶກຢຸຍ ຢັ້ງຢືນວ່າ: “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ສະຫະລັດ ອາເມຣິກາ ດ້ວຍໂຕເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ໂດລາ, ລື່ນກາຍໂຕເລກທີ່ໄດ້ວາງອອກໃນເບື້ອງຕົ້ນ ແມ່ນ 2 ຕື້ໂດລາ ຊຶ່ງປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ. ທີສອງແມ່ນ, ຜ່ານບັນດາເວທີປາໄສ, ການພົບປະ, ປະຊາຄົມວິສາຫະກິດຂອງ ຫວຽດນາມ ແລະ ສະຫະລັດ ອາເມຣິກາ ໄດ້ມີຂໍ້ມູນຢ່າງຄົບຖ້ວນເພື່ອມີເງື່ອນໄຂສຳຜັດ, ເປີດກວ້າງຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ດຳເນີນທຸລະກິດໃນຂົງເຂດການຄ້າການກະເສດສອງສົ້ນລະຫວ່າງສອງປະເທດ.

ລັດຖະບານ ເພີ່ມທະວີສົ່ງເສີມການຜະລິດສິນຄ້າກະສິກຳສົ່ງອອກທົດແທນການນໍາເຂົ້າ

0

ໃນໄລຍະຜ່ານມາ, ລັດຖະບານ ໄດ້ເພີ່ມທະວີ ຊຸກຍູ້ສົ່ງເສີມຢ່າງແຂງແຮງ ກ່ຽວກັບການຜະລິດສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ການຜະລິດພືດສະບຽງອາຫານ ເຊິ່ງສາມາດປະຕິບັດໄດ້ ໃນເນື້ອທີ່ 146.520 ເຮັກຕາ, ລື່ນແຜນການ 136.630 ເຮັກຕາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນຂະນະທີ່ ການສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະລັດ ເທົ່າກັບ 65% (ແຜນການຕາມສະພາຮັບຮອງ 1.500 ລ້ານໂດລາສະຫະລັດ).

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ນີ້ວ່າ: ລັດຖະບານ ກໍຄື ຂະແໜງ ການກ່ຽວຂ້ອງ ໄດ້ສໍາເລັດການເຈລະຈາສົ່ງອອກສິນຄ້າກະສິກຳ ໄປ ສປ ຈີນ ໄດ້ຫລາຍລາຍການ ເປັນ ຕົ້ນ ການສົ່ງອອກ ປາສະຫວາຍ ໄດ້ 442 ໂຕນ, ໝາກມ່ວງ 90 ໂຕນ ແລະ ຄາດວ່າ ໃນປີ 2025 ນີ້, ຈະສົ່ງອອກໝາກມ່ວງ ໄດ້ ປະມານ 1.500 ໂຕນ. ພ້ອມນີ້, ຍັງໄດ້ສໍາເລັດການເຈລະຈາສົ່ງອອກສິນຄ້າ ກະສິກຳອື່ນໆ ໄປປະເທດຕ່າງໆ ໄດ້ທັງໝົດ 74 ລາຍການ ແລະ ພວມດໍາເນີນຂັ້ນຕອນການສົ່ງເຂົ້າ ສານໄປປະເທດບຣູໄນ, ເຈລະຈາສັນຍາສົ່ງອອກ ເຂົ້າສານ ໄປປະເທດບັງກາເລດ 200.000 ໂຕນຕໍ່ປີ ແລະ ເຈລະຈາການສົ່ງອອກ ຊີ້ນແຊ່ແຂງ ແລະ ຜະລິດຕະພັນຊີ້ນ ໄປ ສປ ຈີນ ຕິດພັນກັບເລັ່ງກໍ່ສ້າງໂຮງງານຂ້າສັດທັນສະໄໝ.

ຄຽງຄູ່ກັນນີ້, ລັດຖະບານ ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ ເຊິ່ງສາມາດປະຕິບັດໄດ້ ໃນເນື້ອທີ່ 84.715 ເຮັກຕາ, ໄດ້ຮັບຜົນຜະລິດ 423.830 ໂຕນ, ເທົ່າກັບ 94% ຂອງແຜນການ (450.000 ໂຕນ), ທຽບໃສ່ປີຜ່ານມາ ຫລຸດລົງ ປະມານ 3.000 ໂຕນ, ເນື່ອງຈາກວ່າ ປະຊາຊົນ ຫັນໄປປູກພືດຊະນິດອື່ນຫລາຍຂຶ້ນ ເຊັ່ນ: ໝາກໂມ, ຖົ່ວເຫລືອງ, ພືດຜັກ, ສາລີຫວານ ແລະ ອື່ນໆ. ພ້ອມກັນນີ້, ລັດຖະບານ ຍັງໄດ້ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະນຸ ມັດຜ່ານມາ ໂດຍໄດ້ອອກຄຳສັ່ງ ສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025. ປັດຈຸບັນ, ພວມສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ, ຢ່າງເຂັ້ມງວດ ໂດຍໄດ້ມອບໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງ ສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ລົງກວດກາແກ້ໄຂ ເຊິ່ງສາມາດອາຍັດພາຫະນະ ແລະ ອຸປະກອນໃນການຂຸດຄົນແຮ່ທາດ ໄດ້ຈໍານວນຫລາຍສົມຄວນ, ພ້ອມທັງ ໄດ້ປະຕິບັດມາດຕະ ການໂຈະການພິຈາລະນາໂຄງການໃໝ່ ສໍາລັບ ແຮ່ໂລຫະ ຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄໍາ, ແຮ່ທາດຫາຍາກ ແລະ ແຮ່ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດຕໍ່ໂຄງການທີ່ລະເມີດສັນຍາ, ການລາຍງານຂໍ້ມູນຜົນການຜະລິດ ບໍ່ຖືກກັບ ຄວາມເປັນຈິງ ແລະ ອື່ນໆ.

ສະພາແຫ່ງຊາດ ຕີລາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ

0

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດານເສດຖະກິດ. ໂດຍສະເໜີໃຫ້ລັດຖະບານ ສຶບຕໍ່ແກ້ໄຂບາງບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ສົມມາດ ພົນເສນາ ໃຫ້ຮູ້ອີກວ່າ: ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ, ຜ່ານການຕິດຕາມກວດກາ ສະພາແຫ່ງຊາດ ເຫັນວ່າບາງຄາດໝາຍມີຄວາມຄືບໜ້າໜ້ອຍ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ ຕາມມະຕິສະພາແຫ່ງຊາດ, ການເກັບກຳຂໍ້ມູນຕົວເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນ ການຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ຈຳກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ຄວນ, ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນສຳເລັດຕາມຄາດໝາຍ ເຊັ່ນ: ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ບັນດາຫລັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນຍັງບໍ່ທັນເຫັນໄດ້ຜົນງານອັນພົ້ນເດັ່ນ, ການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສບຕິດຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ; ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4.5%, ແຕ່ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ ຍັງບໍ່ທັນໄປຕາມທິດສີຂຽວ ແລະ ຍືນຍົງ, ເຖິງແມ່ນວ່າເສດຖະກິດມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນ ຊັບພະຍາກອນທຳມະຊາດຂາຍວັດຖຸດິບເປັນຫລັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດຖືກທຳລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າຫລາຍ, ເງື່ອນໄຂການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບບໍ່ໜ້ອຍ; ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສຳປະທານຕ່າງໆ ທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫລາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ; ການຂຸດຄົ້ນແຮ່ທາດໄດ້ຫລາຍ, ມີການສົ່ງອອກ ແຕ່ການເກັບລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີ ມີການຮົ່ວໄຫລຫລາຍ, ມູນຄ່າຄັງສຳຮອງຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີສົ່ງອອກ, ອາກອນກໍາໄລ, ການຖອກມອບພັນທະ ເຂົ້າງົບປະມານ ກໍຍັງຊັກຊ້າ ແລະ ບໍ່ທັນໄດ້ຄົບຖ້ວນ.

ການປະຕິບັດນະໂຍບາຍ ຕໍ່ການຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ເປັນສິນຄ້າຂອງຂະແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການ ຕົວຈິງ,ໂດຍສະເພາະ ການສົ່ງເສີມດ້ານ ທຶນຮອນ, ແນວພັນ, ຝຸ່ນ, ປຸ໋ຍ ຊຶ່ງຍັງມີການນຳເຂົ້າ ຈໍນວນຫລາຍ; ການສຸມທຶນພັດທະນາ ແລະ ປົກປັກຮັກສາຊົນລະປະທານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ; ສະພາບພື້ນຖານໂຄງລ່າງຊຸດໂຊມ ການບູລະນະສ້ອມແປງເສັ້ນທາງ ມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການ ຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານຂອງເສັ້ນທາງ, ການບໍາລຸງຮັກສາ ບໍ່ໄປຕາມລະບຽບການ,ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ; ການປະຕິບັດແຜນງົບປະມານແຫ່ງລັດ ເຫັນວ່າມີຄວາມຄືບໜ້າຊ້າທຽບໃສ່ຖານລາຍຮັບ GDP ໄດ້ 9,89%, ການຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫລ່ງລາຍຮັບໃໝ່ ຍັງບໍ່ທັນມີຄວາມຫລາກຫລາຍ, ການຫັນເປັນທັນສະໄໝ ໃນການຈັດເກັບລາຍຮັບ ແລະ ການເກັບອາກອນທີ່ດິນ ຜ່ານລະບົບທະນາຄານ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນລວມສູນ, ບໍ່ທັນສ້າງຄວາມສະດວກໃຫ້ແກ່ປະຊາຊົນ. ການປະຕິບັດແຜນລາຍຈ່າຍ ຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນງົບປະມານໃຫ້ ບ້ວງກອງທຶນທາງໃສ່ບັນຊີໂຄງການ ຍັງບໍ່ທັນສຳເລັດ, ການແກ້ໄຂບັນຫາໜີ້ສິນໂຄງການລົງທຶນຂອງລັດທີ່ສໍາເລັດ 100% ແຕ່ຍັງຄ້າງຊຳລະມາດົນ ຍັງຄືບໜ້າໜ້ອຍ.

ສຳລັບການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນບັນຫາເງິນເຟີ້, ເງິນກີບອ່ອນຄ່າທຽບ ໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດູນແຕ່ຄັງແຮ່ສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈຳເປັນ ໃນການທຳການຜະລິດໂດຍສະເພາະ ການສະໜອງທຶນໃຫ້ແກ່ຜູ້ປະກອບການ ວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາກິດ (MSMEs) ເຊິ່ງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ;ການປະຕິບັດຄາດໝາຍ ໃນຂົງເຂດວັດທະນະ ທຳ-ສັງຄົມ ຍັງບໍ່ທັນໄດ້ຕາມມະຕິສະພາ ແຫ່ງຊາດ, ເຖິງວ່າການປະຕິບັດຫລາຍຄາດໝາຍມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ດີ, ແຕ່ກໍເຫັນວ່າ ຍັງມີຫລາຍດ້ານທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາຂາດແຄນຄູ ອານຸບານ ແລະ ຊັ້ນປະຖົມ, ການລາອອກຂອງຄູ ຫລື ຄູອາສາສະໝັກ ຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ; ຄຸນນະພາບ ການບໍລິການປິ່ນປົວ, ລະບົບປະກັນສຸຂະພາບ ຍັງບໍ່ທັນຄ່ອງຕົວທາງດ້ານການເງິນ, ລະບົບການບໍລິການ ຝາກທ້ອງ ແລະ ການເກີດລຸກທີ່ມີແພດຊ່ວຍ, ການຂາດແຄນແພດ, ການສັກວັກຊິນກັນພະຍາດບໍ່ສາມາດລົງເຄື່ອນໄຫວໄດ້ຕາມແຜນການ, ເຄື່ອງມື, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດບໍ່ພຽງພໍ, ວຽກງານ ອສບ (ອາສາສະໝັກສາທາລະນະສຸກຂັ້ນບ້ານ) ມີແຕ່ຜູ້ອາຍຸສູງ, ການສ້າງກອງທຶນຄຸ້ມຄອງໄພພິບັດ ແລະ ການໂຮມກັນຂອງອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບຍັງບໍ່ທັນໄດ້ ຈັດຕັ້ງປະຕິບັດ; ການບູລະນະ, ປົກປັກຮັກສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວ ໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປະກົດການຫຍໍ້ທໍ້ດ້ານສັງຄົມ ຍັງມີແຜ່ຫລາຍ ເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄຣໍລາເຈນທີ່ປະສົມສານ ອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດ ເອດສ໌ໄອວີ-ເອດສ໌, ບັນຫາການຄຸ້ມຄອງຮ້ານບັນເທີງ ແລະ ອື່ນໆ.

ວາງສີລາລຶກໂຄງການກໍ່ສ້າງຫ້ອງຂາຍ ຂອງບໍລິສັດລາວຟອດຊີຕີ

0

ເມື່ອບໍ່ດົນມານີ້, ບໍລິສັດລາວຟອດຊີຕີ ຮ່ວມກັບຄະນະບໍລິຫານຈາກ RMA Lao ຈັດພິທີວາງສີລາລືກ ໂຄງການກໍ່ສ້າງຫ້ອງຂາຍບໍລິສັດ ລາວຟອດຊີຕີ ສາຂາຂຸນຕາ ໃຫ້ມີຄວາາມທັນສະໄໝ ໂດຍຫ້ອງຂາຍແຫ່ງໃໝ່ນີ້, ຈະເປັນແຫ່ງທໍາອິດໃນຂົງເຂດອາຊຽນ ທີ່ກໍ່ສ້າງຕາມມາດຕະຖານຂອງ Ford, ມີຄວາມທັນສະໄໝ ແລະ ຫລູຫລາ ທີ່ອອກແບບເພື່ອຍົກລະດັບປະສົບການຂອງລູກຄ້າໃຫ້ສູງຂຶ້ນ. ນອກຈາກນີ້, ຍັງຈະເປັນບ່ອນຕ້ອນຮັບລູກຄ້າ, ຫ້ອງຈັດປະຊຸມ ແລະ ພັກຜ່ອນໃນຂະນະທີ່ກໍາລັງບໍລິການລົດ ຫລື ກຳລັງເລືອກຊື້ລົດໃໝ່.

ນັບແຕ່ RMA Lao ໄດ້ນໍາ ບໍລິສັດ ລາວຟອດຊີຕີ ເຂົ້າສູ່ຕະຫລາດລາວໃນປີ 2004, ລົດ ຟອດ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ແລະ ກາຍເປັນທີ່ນິຍົມໃນປະເທດ, ບໍລິສັດມີຊື່ສຽງໃນດ້ານການບໍລິການລູກຄ້າ, ປັດຈຸບັນໄດ້ຂະຫຍາຍສາຂາຢູ່ທົ່ວປະເທດ ເນື່ອງຈາກຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນ. ລາວຟອດຊີຕີ ໄດ້ຂະຫຍາຍເປີດສາຂາໃໝ່ເພີ່ມອີກ 2 ແຫ່ງໃນປີ 2024 ແລະ ມີແຜນຈະເປີດເພີ່ມໃນປີ 2025-2026 ເພື່ອເພີ່ມຂະໜາດ ແລະ ຍົກລະດັບປະສົບການລູກຄ້າໃຫ້ດີຂຶ້ນອີກ.

ທ່ານ ບີຈູ ລານາຢານານ ຜູ້ອໍານວຍການບໍລິຫານບໍລິສັດ ລາວຟອດຊີຕີ ໄດ້ກ່າວວ່າ: ການວາງສີລາລືກຄັ້ງນີ້, ແມ່ນຈຸດໝາຍສໍາຄັນ ສໍາລັບ ລາວຟອດຊີຕີ, ຄວາມມຸ່ງໝັ້ນຂອງພວກເຮົາ ໃນການບໍລິ ການທີ່ປະທັບໃຈ ແລະ ການສ້າງປະສົບການທີ່ດີເດັ່ນ ໃຫ້ແກ່ລູກຄ້າແມ່ນເປັນສິ່ງສຳຄັນ ຂອງທຸກສິ່ງທີ່ພວກເຮົາເຮັດ. ລາວຟອດຊີຕີ ຮູ້ສຶກຕື່ນເຕັ້ນທີ່ຈະໄດ້ນໍາຫ້ອງຂາຍໃໝ່ນີ້ມາສູ່ລູກຄ້າ ແລະ ຈະຍັງສືບຕໍ່ຂະຫຍາຍກິດຈະການໃນປະເທດລາວຕໍ່ໄປ, ລາວຟອດຊີຕີ ມຸ່ງໝັ້ນທີ່ຈະມອບປະສົບການທີ່ດີທີ່ສຸດໃຫ້ແກ່ລູກຄ້າ ໃນການຊື້ລົດໃໝ່ ຫລື ການບໍລິການລົດທີ່ມີຢູ່.

ພະຍາກອນອາກາດ ວັນທີ 09 ມິຖຸນາ 2025

0

ຮ່ອງຄວາມກົດດັນຕ່ຳຍັງຈະສືບຕໍພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 09/06/2025 ຫາ ເວລາ 07 ໂມງ ຂອງວັນທີ 10/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊາເໜືອ ແລະ ຊຽງຂວາງ): ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 20-34 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ,ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ.ອຸນຫະພູມໃນລະຫວ່າງ 23-40 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 27-35 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 22-36 ອົງສາ.

ແຂວງໄຊສົມບູນ: ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ອຸນຫະພູມໃນລະຫວ່າງ 21-33 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 20-36 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

ພະຍາກອນອາກາດ ປະຈໍາວັນທີ 08 ມິຖຸນາ 2025

0

ຮ່ອງຄວາມກົດດັນຕ່ຳໄດ້ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄມຸ, ຊຶ່ງຈະເຮັດໃຫ້ອາກາດ ້ຮ້ອນ ຫາຮ້ອນເອົ້າຢູ່ທົ່ວໄປ ແລະຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ກອງປະຊຸມສະໄໜສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

0

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນ ດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດວັນທີ 26 ມິຖຸນາ 2025 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດເປີດກອງປະຊຸມ ຢ່າງເປັນທາງການ ໂດຍມີບາງຕອນວ່າ: ສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍເຮັດໃຫ້ການເຄື່ອນ ໄຫວວຽກງານ ໃນໄລຍະ 6 ເດືອນຕົ້ນປີ 2025 ໄດ້ຮັບຜົນສຳເລັດຢ່າງຈົບງາມ ອັນພົ້ນເດັ່ນ ແມ່ນການພິຈາລະນາຮັບຮອງເອົາການປັບປຸງລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ; ກົດໝາຍວ່າດ້ວຍປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ທີ່ໄດ້ຖືກຮັບຮອງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ມີການພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍປະກັນສັງຄົມ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເປັນອັນລະອຽດ ໂດຍສອດຄ່ອງກັບເນື້ອໃນຂອງລັດຖະທຳມະນູນ ສະບັບປັບປຸງ ປີ 2025.

ເຖິງວ່າໃນໄລຍະ 6 ເດືອນຕົ້ນປີ 2025, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫລັບສັບຊ້ອນ, ຄາດຄະເນໄດ້ຍາກ ທີ່ມີທັງສິ່ງທ້າທາຍ ແລະ ກາ ລະໂອກາດ ທີ່ສົ່ງຜົນກະທົບຕໍ່ ບັນດາປະເທດໃນໂລກ ລວມທັງປະເທດລາວ, ບວກກັບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ, ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນຳພາ-ຊີ້ນຳຂອງສູນກາງພັກ, ຂອງກົມການເມືອງສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຫ້າວຫັນ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສຳເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ເຊິ່ງເປັນການປະກອບສ່ວນທີ່ສຳຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດຂອງປະເທດເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດຄື: ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ບົດລາຍງານການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່; ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ; ບົດລາຍງານຜົນການສະຫລຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ບົດລາຍງານການທາບທາມຮ່າງແຜນການສ້າງ ເເລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ພິຈາ ລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍ ສັງຄົມສົງເຄາະ, ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ, ກົດໝາຍວ່າດ້ວຍ ສາມັນສຶກສາ, ກົດໝາຍວ່າດ້ວຍ ການປູກ ຝັງ. ກົດໝາຍປັບປຸງ 5 ສະບັບ ຄື: ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສານປະຊາຊົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຄັ້ງນີ້ ຈະໄດ້ພິຈາລະນາຕົກລົງ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ການຕົກລົງມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຮ່ວມມື ໃນການສະໜອງຂໍ້ມູນທີ່ຮັດກຸມ, ຊັດເຈນຈະແຈ້ງ ເພື່ອສະດວກໃນການພິຈາລະນາ ຮັບຮອງ ແລະ ຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະ ດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາ ວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງ ແລະ ມີຂໍ້ສະເໜີ ຕໍ່ລັດຖະບານ ເພື່ອຊອກວິທີແກ້ໄຂ ບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປັດຈຸບັນ ເຊິ່ງປະຊາຊົນຍັງມີຄວາມເປັນຫ່ວງ ແລະ ຄ່ອງຄອຍການແກ້ໄຂບັນຫາຕ່າງໆ ໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້, ໃຫ້ມີປະສິດທິພາບ, ປະສິດທິຜົນສາມາດຮັບຮອງອອກເປັນມະຕິ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.