Tuesday, September 23, 2025
Home Blog Page 63

ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

0

ກອງປະຊຸມການຮ່ວມມືດ້ານການຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ໄດ້ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ ໃນວັນທີ 9 ມິຖຸນານີ້ ໂດຍມີຜູ້ຕາງໜ້າບໍລິສັດລົດໄຟແຫ່ງຊາດລາວ ແລະ ບໍລິສັດລົດໄຟລາວ-ຈີນ ນໍາໂດຍທ່ານ ດາວ ຈິນດາ ສີຫາລາດ ຜູ້ອໍານວຍການ ລັດວິສາຫະກິດລົດໄຟແຫ່ງຊາດລາວ ຊຶ່ງມີຄະນະນໍາຂອງບໍລິສັດລົດໄຟຈາກ 4 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂົນສົ່ງຕູ້ສິນຄ້າ ໂດຍຜ່ານທາງລົດໄຟຂະບວນດ່ວນ (Containers Block Trains) 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ພ້ອມທັງປຶກສາຫາລື ຊອກວິທີທາງຫຼຸດເວລາການຂົນສົ່ງໃຫ້ສັ້ນລົງ; ⁠ແຂ່ງຂັນລາຄາບໍລິການຂົນສົ່ງໃຫ້ຖືກລົງ; ⁠ແລກປ່ຽນຂໍ້ມູນດ້ານການຂົນສົ່ງຮ່ວມກັນ; ⁠ນຳໃຊ້ເອກະສານຮ່ວມກັນເປັນສະບັບດຽວໃນການແຈ້ງລາຄາບໍລິການຂົນສົ່ງ ແລະ ແຈ້ງລາຍການສິນຄ້າເພື່ອຂົນສົ່ງ. ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາສາມວັນຈຶ່ງຈະປິດລົງ.

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ໃນທ້າຍເດືອນພຶດສະພາຜ່ານມາ, ທ່ານ ດາວ ຈິນດາ ສີຫາລາດ ຜູ້ອໍານວຍການລັດວິສາຫະກິດລົດໄຟແຫ່ງຊາດລາວ ພ້ອມດ້ວຍຄະນະໄດ້ໄປຂຶ້ນເວທີລົດໄຟສາກົນ “Asia Pacific Rails Forum 2025” ຢູ່ບາງກອກ ປະເທດໄທ ແລະ ໄດ້ປະຊຸມດ້ານການຮ່ວມມືກັບການລົດໄຟແຫ່ງປະເທດໄທ ກ່ຽວກັບການສືບຕໍ່ຮ່ວມມືການຂົນສົ່ງສິນຄ້າທາງລົດໄຟລະຫວ່າງລົດໄຟແຫ່ງຊາດລາວ LNR( Lao National Railways State EnterpriseSRT) ແລະ State Railways of Thailand ແລະ SRT.

ທີ່ມາ: ບໍລິສັດລົດໄຟແຫ່ງຊາດລາວ

ການອະນຸລັກຮັກສາພູຂຽວນ້ຳໃສ ຄື “ສິ່ງສຳຄັນຂອງຊາດ”

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕົ້ນປີ 2025 ນີ້, ຄຳສັ່ງເກືອດຫ້າມທີ່ກ່ຽວຂ້ອງກັບສາຍພູສິນຫລິ້ງ ສະບັບໜຶ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກຊາວເນັດຈີນຫລາຍຈົນນັບບໍ່ຖ້ວນ ເຊິ່ງຄຳສັ່ງດັ່ງກ່າວໄດ້ລະບຸວ່າ: ນັບແຕ່ມື້ເກີດຜົນບັງຄັບໃຊ້ເປັນຕົ້ນໄປ, ຢຸດຕິການຈັດກິດຈະກຳຂ້າມຜ່ານ ແລະ ປີນພູ ຢູ່ເຂດສະຫງວນທຳມະຊາດສາຍພູສິນຫລິ້ງໃນທັນທີ.

ປັດຈຸບັນ, ຜູ້ຄົນມີສ່ວນຮ່ວມໃນການອະນຸລັກຮັກສາສາຍພູສິນຫລິ້ງນັບມື້ນັບຫລາຍຂຶ້ນ.

ກ່ອນໜ້ານີ້ 5 ປີ, ຄື ໃນວັນທີ 20 ເມສາ 2020, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມແຂວງສ້ານຊີ່ ເຊິ່ງບ່ອນທຳອິດທີ່ເດີນທາງໄປຢ້ຽມຢາມກໍແມ່ນສາຍພູສິນຫລິ້ງ. ຢູ່ເຂດສະຫງວນທຳມະຊາດແຫ່ງຊາດນິວເປີ້ຍຫລຽງສາຍພູສິນຫລິ້ງ, ເພິ່ນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ການສ້າງຄວາມສິວິໄລດ້ານນິເວດບໍ່ແມ່ນໝາຍຄວາມວ່າ ຈະກຳເອົາເງິນຄຳຢູ່ໃນມືໄດ້ຫລາຍສ່ຳໃດ, ແຕ່ແມ່ນເຮັດເພື່ອປະຫວັດສາດ ແລະເພື່ອລູກຫລານຄົນຮຸ່ນຫລັງ.”

ໃນໄລຍະຜ່ານມາ, ສິ່ງແວດລ້ອມທຳມະຊາດຢູ່ສາຍພູສິນຫລິ້ງ ເຄີຍຖືກທຳລາຍ ທິດເໜືອຂອງສາຍພູສິນຫລິ້ງ ຕອນຢູ່ໃນນະຄອນຊີ່ອ່ານ ແຂວງສ້ານຊີ່, ເຮືອນວິນລາຈຳນວນຫລວງຫລາຍທີ່ສ້າງຂຶ້ນຢ່າງຜິດລະບຽບກົດໝາຍໄດ້ກືນກິນພື້ນທີ່ສີຂຽວຢູ່ເຂດຕີນພູ, ລະຫວ່າງປີ 2014-2018, ທ່ານ ສີຈິ້ນຜິງ ໄດ້ອອກຄຳສັ່ງຊີ້ນຳ 6 ຄັ້ງ ຕາມລຳດັບເພື່ອຊຸກຍູ້ການແກ້ໄຂບັນຫາດັ່ງກ່າວນີ້.

ຕໍ່ກັບບັນຫາສິ່ງແວດລ້ອມທຳມະຊາດຖືກທຳລາຍ, ທ່ານ ສີຈິ້ນຜິງ ມີຄວາມຄັບຄາໃຈທີ່ສຸດມາໂດຍຕະຫລອດ.

ຫລາຍປີຜ່ານມານີ້, ເພິ່ນໄດ້ມີຄຳສັ່ງຊີ້ນຳສຳຄັນຕໍ່ເຫດການທຳລາຍສິ່ງແວດລ້ອມທຳມະຊາດ ທີ່ເກີດຂຶ້ນຢູ່ທ້ອງຖິ່ນຈຳນວນໜຶ່ງ ໂດຍຮຽກຮ້ອງໃຫ້ແກ້ໄຂໃຫ້ເຖິງຖອງຢ່າງບໍ່ປ່ອຍປະເດັດຂາດ. ຕາມເພິ່ນເຫັນວ່າ ການເຮັດວຽກເຫລົ່ານີ້ແມ່ນລ້ວນແຕ່ສຸມໃສ່ຮັບປະກັນໃຫ້ປະຊາຊາດຈີນ ມີການພັດທະນາຍາວນານ, ຮັບປະກັນການບັນລຸເປົ້າໝາຍສູ້ຊົນ “ຮ້ອຍປີສອງປະການ”, ເປັນແຜນລວມໄລຍະຍາວ, ເປັນສິ່ງສຳຄັນຂອງຊາດ.

ນັບແຕ່ປີ 2012 ເປັນຕົ້ນມາ, ວຽກງານປົກປັກຮັກສາສິ່ງແວດລ້ອມທຳມະຊາດໄດ້ກາຍເປັນ “ສິ່ງສຳຄັນຂອງຊາດ”.

ໃນແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ” ແມ່ນໄດ້ກວມເຖິງ ການສ້າງຄວາມສິວິໄລດ້ານນິເວດ; ໃນທິດທາງຍຸດທະສາດພື້ນຖານກ່ຽວກັບການຍຶດໝັ້ນ ແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່, ການຍຶດໝັ້ນຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກໍແມ່ນເນື້ອໃນຂໍ້ໜຶ່ງ; ໃນແນວຄວາມຄິດການພັດທະນາແບບໃໝ່, ສີຂຽວ ເປັນໜຶ່ງໃນເນື້ອໃນສຳຄັນ; ໃນສາມບັ້ນບຸກຂອດຫຍຸ້ງຍາກໃຫຍ່, ໜຶ່ງໃນນັ້ນກໍແມ່ນບັ້ນປ້ອງກັນ ແລະຄວບຄຸມມົນລະພິດ… ສາມາດເວົ້າໄດ້ວ່າ “ສິ່ງສຳຄັນຂອງຊາດ” ແມ່ນເຊື່ອມສານຢູ່ໃນພູຂຽວນ້ຳໃສ.

ປີ 2021, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມທະເລສາບຊິງໄຫ ເທິງພູພຽງ ຂອງແຂວງຊິງໄຫ ເຊິ່ງເປັນທະເລສາບນ້ຳເຄັມໃຫຍ່ທີ່ສຸດຂອງຈີນ.

ກ່ອນໜ້ານັ້ນ, ເພິ່ນໄດ້ເດີນທາງໄປສຳຫລວດ ຊອກຮູ້ຂໍ້ມູນຢູ່ຕົ້ນແມ່ນ້ຳສາມສາຍ ຫລື ສ່ານຈ່ຽງຢວນ, ສາຍພູສີຫລຽນມາແລ້ວ ໃນໂອກາດລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນ, ເພິ່ນໃຫ້ຮູ້ວ່າ: “ເທື່ອນີ້ມາເບິ່ງທະເລສາບຊິງໄຫ ເປັນການສະເພາະ.” ເມື່ອເວົ້າເຖິງສາເຫດດ້ານຍຸດທະສາດຂອງສູນກາງພັກ ໃນການຕັດສິນໃຈປົກປັກຮັກສາສິ່ງແວດລ້ອມທຳມະຊາດຊິງໄຫ, ເພິ່ນເນັ້ນໜັກຢ່າງໜັກແໜ້ນວ່າ: “ການປົກປັກຮັກສາສິ່ງແວດລ້ອມທຳມະຊາດຊິງໄຫ ເປັນ ‘ສິ່ງສຳຄັນຂອງຊາດ’”.

ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: “ໃນດ້ານການປົກປັກຮັກສາສິ່ງແວດລ້ອມທຳມະຊາດ, ບໍ່ວ່າຈະເປັນການຊຸກຍູ້ສົ່ງເສີມ ຫລື ຕຳໜິສະກັດກັ້ນ, ຂ້າພະເຈົ້າ ລ້ວນແຕ່ບໍ່ແມ່ນເຮັດເພື່ອສິ່ງໃດໜຶ່ງໃນເວລາໃດໜຶ່ງເທົ່ານັ້ນ, ແຕ່ແມ່ນເພື່ອສຸມໃສ່ສິ່ງແວດລ້ອມ ແລະ ທຳມະຊາດໂດຍລວມ, ສຸມໃສ່ການພັດທະນາແບບຍືນຍົງຂອງຈີນ ແລະ ອະນາຄົດຂອງປະຊາຊາດຈີນ.”

ໄປຄຽງຄູ່ກັບເວລາຜ່ານໄປຢ່າງວ່ອງໄວ, ແນວຄວາມຄິດປ່ຽນແປງແລ້ວ, ດິນແດນປະເທດຊາດຈີນ ກໍໄດ້ມີໂສມໜ້າໃໝ່ອ່ຽມບໍ່ຄືຜ່ານມາ.

ຫລາຍປີຜ່ານມານີ້, ເຂດແຂວງ ແລະ ກຳແພງນະຄອນຕ່າງໆຢູ່ລຽບຕາມແມ່ນ້ຳຢາງຊີກ້ຽງ ເຊັ່ນ: ແຂວງຈ່ຽງຊູ, ແຂວງຈ່ຽງຊີ່, ກຳແພງນະຄອນຊຽງໄຮ, ແຂວງຫູເປີຍ ເປັນຕົ້ນ ໄດ້ພາກັນປະຕິບັດໂຄງການອະນຸລັກສິ່ງແວດລ້ອມທຳມະຊາດເພື່ອ “ຄືນແມ່ນ້ຳ, ຝັ່ງນ້ຳທີ່ມີທິວທັດທຳມະຊາດອັນສວຍສົດງົດງາມໃຫ້ປະຊາຊົນ”, ພາບທຳມະຊາດທີ່ນ້ຳໃສຕາຝັ່ງຂຽວ ປາກົດຕົວຢູ່ສອງຟາກຝັ່ງແມ່ນ້ຳຢາງຊີກ້ຽງ ທີ່ເປັນແມ່ນ້ຳຫລໍ່ລ້ຽງຊີວິດປະຊາຊາດຈີນ.

ວັນທີ 3 ເມສາ 2025 ນີ້, ທ່ານ ສີຈິ້ນຜິງ ໄດ້ຮ່ວມປູກຕົ້ນໄມ້ຢູ່ແຄມຝັ່ງແມ່ນ້ຳຢົງຕີ້ງ ນະຄອນຫລວງປັກກິ່ງ ໂດຍໄດ້ປູກຕົ້ນໄມ້ຫລາຍຕົ້ນ. ເພິ່ນເວົ້າກັບຫລານນ້ອຍນັກຮຽນທັງຫລາຍທີ່ຮ່ວມປູກຕົ້ນໄມ້ນຳກັນວ່າ: ປັດຸຈບັນ, ເນື້ອທີ່ປົກຫຸ້ມປ່າໄມ້ຂອງປະເທດຈີນ ໄດ້ບັນລຸຫລາຍກວ່າ 25%, ໂດຍສາມາດປະກອບສ່ວນສ້າງພື້ນທີ່ສີຂຽວເພີ່ມໃໝ່ໃຫ້ທົ່ວໂລກປະມານ 25%.

ເວລາຜ່ານໄປຫລາຍປີ, ປະຊາຊົນຈີນ ນຳໃຊ້ສອງຝາມືສາມາດສ້າງຜົນສຳເລັດທີ່ບໍ່ທຳມະດາ ຄືເປັນປະເທດທີ່ມີປະລິມານຊັບພະຍາກອນປ່າໄມ້ເພີ່ມຂຶ້ນຫລາຍກວ່າໝູ່ຢູ່ໃນໂລກ, ພ້ອມທັງພາໃຫ້ເກີດມີເລື່ອງລາວທີ່ໜ້າປະທັບໃຈຢ່າງຫລວງຫລາຍກ່ຽວກັບຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

ໄທ ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຕິດກັບ ກຳປູເຈຍ

0

ວິທະຍຸກະຈາຍສຽງຫວຽດນາມ, ນາຍພົນ ວິນໄທ ສຸວາຣີ (Winthai Suvaree) ໂຄສົກກອງທັບໄທ ໃຫ້ຮູ້ວ່າ ກອງທັບ ປະເທດໄທ ໄດ້ປະກາດໃຊ້ແຜນການຄວບຄຸມຄວາມສະຫງົບຊາຍແດນຕາມ 4 ອັນດັບ ໂດຍໄດ້ໝູນໃຊ້ສຳລັບສະພາບການ ຜັນແປຕົວຈິງ ຄື ອັນດັບທີ 1 ແມ່ນຈຳກັດ ການໄປມາ, ບັນດາຄ້າຍ ຄວບຄຸມ ໂດຍພື້ນຖານແມ່ນຍັງເຄື່ອນໄຫວ ເປັນປົກກະຕິຮັບໃຊ້ການເຄື່ອນໄຫວຈຳເປັນ, ເຊັ່ນ: ການຄ້າ, ການຂົນສົ່ງ ແລະ ອອກແຮງງານ. ເຖິງຢ່າງໃດກໍຕາມ, ຜູ້ໄປມາ ຢູ່ເຂດຊາຍແດນ ທີ່ບໍ່ຮັບໃຊ້ ຈຸດປະສົງ ດັ່ງກ່າວ ຈະຖືກກວດກາ ຢ່າງເຂັ້ມງວດກວ່າ. ອັນດັບທີ 2 ແມ່ນຫລຸດຜ່ອນເວລາເປີດປະຕູ, ຕາມນັ້ນແລ້ວປະຊາຊົນ ຈະໄດ້ໄປມາເຂດຊາຍແດນ ໃນໄລຍະເວລາທີ່ໄດ້ກຳນົດລະອຽດ, ອາດຈະຫລຸດເວລາລົງ ເມື່ອທຽບໃສ່ປົກກະຕິ. ອັນດັບທີ 3 ແມ່ນປິດປະຕູຊົ່ວຄາວ ແລະ ອັນດັບທີ 4 ແມ່ນປິດປະຕູຊາຍແດນແບບຖາວອນໃນກໍລະນີ ທ່າມການປະທະກັນເກີດຂຶ້ນຢ່າງຮ້າຍແຮງ. ປັດຈຸບັນໄທ ມີ 18 ຄ້າຍທະຫານຄວບຄຸມຊາຍແດນຕິດກັບ ກຳປູເຈຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ສສຊ ສະເໜີ ໃຫ້ລັດຖະບານເລັ່ງແກ້ໄຂຫລາຍບັນຫາເຄັ່ງຮ້ອນ ຂັບເຄື່ອນການພັດທະນາ

0

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ການປະກອບຄຳຄິດຄຳເຫັນ ຂອງ ສສຊ ໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ລັດຖະບານ ຍາດມາໄດ້ໃນໄລຍະຜ່ານມາ, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂຫລາຍບັນຫາສຳຄັນ ທີ່ຍັງແກ້ໄຂບໍ່ໄດ້ດີເທົ່າທີຄວນ ແລະ ບັນຫາທີ່ເປັນຂໍ້ຄົງຄ້າງ ທີ່ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດ ໃນປັດຈຸບັນ ເປັນຕົ້ນ ສະ ເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາໄພເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ລາຄາຄ່າໄຟຟ້າ ທີ່ເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍຄື ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະບານ ເລັ່ງປັບປຸງ, ສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກສະບາຍ ເພື່ອອຳນວຍຄວາມສະດວກ ໃຫ້ກັບປະຊາຊົນ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ທັງເປັນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ທ່ານ ມາຍຟອງ ມາຍຊາຍ ສສຊ ເຂດເລືອກຕັ້ງ 12 ແຂວງຄໍາມ່ວນ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ມີຄວາມພະຍາຍາຍາມ ແລະ ຍາດໄດ້ຜົນງານໃນຫລາຍດ້ານ ໃນການພັດທະນາເສດ ຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2025 ເຮັດໃຫ້ເສດຖະກິດຂອງປະເທດມີທ່າກ້າວຂະຫຍາຍຕົວ ດ້ວຍທ່ວງທ່າທີ່ໜ້າເພິ່ງພໍໃຈ ດ້ວຍອັດຕາການເຕີບໂຕທາງເສດຖະກິດ ໃນໄຕມາດທີ 1 ຂອງປີ 2025 ໃນລະດັບ 4,5%. ເຖິງຢ່າງໃດກໍຕາມ ການເຕີບໂຕດ້ານເສດຖະກິດໃນລະດັບ 4,5% ນີ້ ໂດຍສະເພາະແມ່ນລາຍຮັບຂອງລັດຖະບານ ສ່ວນໃຫ່ຍແມ່ນຍັງອາໃສລາຍໄດ້ຈາກການຂຸດຄົ້ນແຮ່ທາດທຳມະຊາດສົ່ງອອກຂາຍເປັນວັດຖຸດິບ, ສ່ວນລາຍຮັບ ຫລື ການເຕີບໂຕດ້ານເສດຖະກິດ ຈາກການຜະລິດພາຍໃນ ແມ່ນຍັງມີໜ້ອຍຫລາຍ. ສະນັ້ນ, ສະເໜີໃຫ້ລັດຖະບານ ລອງປະເມີນຄືນເບິ່ງວ່າ ຖ້າເຮົາບໍ່ຄິດໄລ່ລາຍຮັບຈາກການຂຸດຄົ້ນແຮ່ທາດສົ່ງອອກຂາຍຕ່າງປະເທດນັ້ນ ອັດຕາການເຕີບໂຕດ້ານເສດຖະກິດ ທີ່ເກີດຈາກການຜະລິດພາຍໃນ ຈະເປັນຈັກເປີເຊັນແທ້?, ການພັດທະນາເສດຖະກິດທີ່ອາໃສແຫລ່ງລາຍຮັບຈາກການສົ່ງແຮ່ທາດຂາຍອອກໄປຕ່າງປະເທດນີ້ ມັນກົງກັນຂ້າມກັບແນວທາງນະໂຍບາຍ ຫລື ຄໍາຂັວນ ຂອງພັກ-ລັດທີ່ວາງໄວ້ວ່າ: ການພັດທະນາເສດຖະກິດ-ສັງຄົມ ຕ້ອງໄປຕາມທິດຍືນຍົງ ແລະ ສີຂຽວ ເນື່ອງຈາກວ່າ ການຂຸດຄົ້ນແຮ່ທາດທໍາມະຊາດ ສົ່ງອອກຂາຍນັ້ນ ມັນໝົດແລ້ວກໍຈະໝົດໄປ ຈຶ່ງບໍ່ມີລັກສະນະຍືນຍົງ. ເໜີໃຫ້ລັດຖະບານ ພິຈາລະນາຢຸດຕິການອະນຸມັດໂຄງການຂຸດຄົ້ນແຮ່ທາດຕ່າງໆ ລວມທັງແຮ່ຫາຍາກ ທີ່ກຳລັງດຳເນີນໄປໃນຂະນະນີ້. ແຕ່ຖ້າຢາກສືບຕໍ່ຂຸດຄົ້ນ ກໍສະເໜີໃຫ້ຕັ້ງໂຮງງານເພື່ອນຳເອົາແຮ່ທາດຕ່າງໆນັ້ນ ມາຜະລິດເປັນສິນຄ້າສົ່ງອອກ ເພື່ອເພີ່ມມູນຄ່າໃຫ້ຊັບພະຍາກອນທຳມະ ຊາດຖືກນຳໃຊ້ຢ່າງຄຸ້ມຄ່າ ແລະ ມີຄວາມຍືນຍົງ, ພ້ອມທັງສ້າງລາຍຮັບໃຫ້ປະເທດຊາດຫລາຍຂຶ້ນກວ່າເກົ່າ. ການຂຸດຄົ້ນແຮ່ທາດທໍາມະຊາດສົ່ງຂາຍອອກຕ່າງປະເທດ ຍັງຂັດກັບແນວທາງພັດທະນາເສດຖະ ກິດໄປຕາມທິດສີຂຽວ ເພາະມັນສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມ ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ, ແມ່ນໍ້າລຳເຊ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສັດລ້ຽງຕາຍ, ປະຊາຊົນຈົ່ມວ່າ ເນື່ອງຈາກກະທົບຕໍ່ເນື້ອທີ່ທຳມາຫາກິນຂອງປະຊາຊົນ, ເຮັດໃຫ້ຖະໜົນຫົນທາງຖືກທໍາລາຍ ໂດຍບໍ່ມີການປົວແປງ, ສົ່ງຜົນສະທ້ອນເຖິງການຄົມມະນາຄົມຂົນສົ່ງໄປມາຂອງປະຊາຊົນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາຢຸດຕິ ການອະນຸມັດການຂຸດຄົ້ນແຮ່ທາດທຳມະຊາດ ທີ່ກຳລັງດຳເນີນໄປໃນຂະນະນີ້ ຫລື ໃຫ້ປະເມີນຄືນຜົນກະທົບຕ່າງໆ ແລ້ວ ຊັ່ງຊາຄືນຜົນໄດ້-ຜົນເສຍທີ່ຈະຕາມມາ.

ທ່ານ ມາຍຟອງ ມາຍຊາຍ ກ່າວອີກວ່າ: ເຖິງວ່າອັດຕາການເຕີບໂຕດ້ານເສດຖະກິດໃນໄຕມາດທີ 1 ຂອງປີ 2025 ແມ່ນສູງເຖິງ 4,5% ແລະ ອັດຕາເງິນເຟີ້ ຫລຸດລົງເລື້ອຍໆ ຈາກ 24,77% ໃນໄລຍະດຽວກັນຂອງປີ 2024 ລົງເປັນ 11,1% ໃນປີ 2025, ແຕ່ປະກົດວ່າ ຊິວິດການເປັນຢູ່ຂອງພະ ນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ປະຊາຊົນບັນດາເຜົ່າ ຍັງຫຍຸ້ງຍາກຝືດເຄືອງ, ລາຄາສີນຄ້າທຸກຢ່າງ ນັບມື້ແພງຂຶ້ນເລື້ອຍໆ ລວມທັງຄ່າໄຟຟ້າ ກໍແພງຂຶ້ນບໍ່ສົມຄູ່ກັບລາຍຮັບຂອງປະຊາຊົນ ແລະ ລາຄາໄຟຟ້າ ຍັງມີທ່າອ່ຽງວ່າຈະເພີ່ມຂຶ້ນໄປເລື້ອຍໆໃນແຕ່ລະເດືອນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາເບິ່ງວ່າ ເປັນຫຍັງຈຶ່ງເປັນແນວນີ້ (ເສດຖະກິດມີການເຕີບໂຕ, ໄພເງີນເຟີ້ຫລຸດລົງ ແຕ່ປະຊາ ຊົນຍັງພົບກັບຄວາມຫຍຸ້ງຍາກດ້ານການດຳລົງຊີວິດ ອັນເນື່ອງມາຈາກລາຄາສິນຄ້າ ແລະ ຄ່າໄຟທີ່ແພງຂື້ນເລື້ອຍໆ).

ສຳລັບ ແຜນປະຕິຮູບລັດວິສະຫະກິດຂອງລັດຖະບານ ທີ່ກຳລັງສຸມໃສ່ປັບປຸງ 4 ລັດວິສະຫະກິດໃຫຍ່ ເປັນຕົ້ນ ລັດວິສະຫະກິດໄຟຟ້າລາວ, ການບິນລາວ, ນໍ້າມັນເຊື້ອໄຟລາວ ແລະ ທະນະຄານນະໂຍບາຍ ສະເໜີໃຫ້ລັດຖະບານ ປະເມີນ ແລະ ສະຫລຸບເປັນລາຍລັກອັກອອນເບິ່ງວ່າ ຜົນຂອງການປະຕິຮູບລັດວິສະຫະກິດໄຟຟ້າລາວ ທີ່ເລີ່ມຕົ້ນມາແຕ່ປີ 2022 ເປັນຕົ້ນມານັ້ນ ມີຜົນສໍາເລັດຄືແນວ ໃດ ແລະ ໄດ້ຊ່ວຍປະຢັດລາຍຈ່າຍ ແລະ ສ້າງລາຍຮັບທີ່ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຫລາຍປານໃດ.

ທາງລົດໄຟ ລາວ-ຈີນ ຊຸກຍູ້ການພັດທະນາອຸດສາຫະກຳທີ່ມີເອກະລັກຢູ່ລຽບຕາມທາງລົດໄຟ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອໝາກຖົ່ວລຽນ ຈາກໄທຖືກຂົນສົ່ງອອກນອກປະເທດດ້ວຍຂະບວນລົດໄຟຕູ້ແຊ່ເຢັນ ຕາມ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ເມື່ອໝາກມ່ວງສົດ ຈາກລາວ ເຂົ້າສູ່ຕະຫລາດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ, ເມື່ອເມັດກາເຟ ຈາກລາວ ຖືກຂົນສົ່ງໄປຈຳໜ່າຍຢູ່ເອີຣົບ ໂດຍຜ່ານທາງລົດໄຟດັ່ງກ່າວ, ທາງລົດໄຟ ລາວ-ຈີນ ນອກຈາກໄດ້ລື່ນກາຍລັກສະນະທີ່ເປັນສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຢ່າງດຽວເທົ່ານັ້ນ, ຫາກຍັງໄດ້ກາຍເປັນ “ສາຍເຊື່ອມຕໍ່ທີ່ເປັນຄຳ” ເພື່ອຊຸກຍູ້ສົ່ງເສີມການພັດທະນາອຸດສາຫະກຳທີ່ມີເອກະລັກຢູ່ລຽບຕາມທາງລົດໄຟສາຍນີ້. ທາງລົດໄຟທີ່ບັນຈຸວິໄສທັດແຫ່ງການຮ່ວມມືຂອງພາກພື້ນສາຍນີ້, ພວມຊຸກຍູ້ການພັດທະນາເສດຖະກິດຂອງປະເທດທີ່ຢູ່ລຽບຕາມເສັ້ນທາງລົດໄຟຢ່າງມີຄຸນນະພາບສູງດ້ວຍພະລັງຂັບເຄື່ອນທີ່ແຂງແຮງ.

ທາງລົດໄຟ ລາວ-ຈີນ ໄດ້ສ້າງ “ຊ່ອງທາງດ່ວນ” ໃຫ້ແກ່ອຸດສາຫະກຳໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້. ໝາກຖົ່ວລຽນ ຈາກໄທ ເປັນໝາກໄມ້ທີ່ໄດ້ຮັບຄວາມນິຍົມຊົມຊອບຫລາຍ, ຍ້ອນການຂົນສົ່ງທາງທະເລໃຊ້ເວລາດົນ ແລະ ສິ້ນເປືອງຫລາຍ, ທັງຜະເຊີນກັບ ຄ່າຂົນສົ່ງສູງ ແລະ ຄວາມສ່ຽງດ້ານຄຸນນະພາບ, ຜູ້ບໍລິໂພກຕ້ອງໃຊ້ຈ່າຍຫລາຍຈຶ່ງໄດ້ຊິມລົດຊາດ. ນັບແຕ່ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟ ລາວ-ຈີນ ເປີດບໍລິການເປັນຕົ້ນມາ, ເວລາການຂົນສົ່ງໄດ້ຫລຸດລົງຢ່າງຫລວງຫລາຍ, ຕົ້ນທຶນໃນການຂົນສົ່ງໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ໄດ້ຫລຸດລົງ 60% ເມື່ອທຽບໃສ່ການຂົນສົ່ງທາງບົກແບບດັ້ງເດີມ, ສະເລ່ຍແລ້ວລາຄາໃນຕະຫລາດພາຍໃນປະເທດຈີນ ໄດ້ຫລຸດລົງ 30%, ຢູ່ໃນຮ້ານໝາກໄມ້ໃນຕົວເມືອງຕ່າງໆ ເຊັ່ນ: ນະຄອນຫລວງປັກກິ່ງ ນະຄອນຊຽງໄຮ້ ແລະອື່ນໆໄດ້ຈັດຊື້ໝາກຖົ່ວລຽນ ຈາກອາທິດລະ 2 ເທື່ອ ເພີ່ມຂຶ້ນເປັນການຈັດຊື້ທຸກມື້, ເຮັດໃຫ້ຜູ້ບໍລິໂພກຫລາຍກວ່າເກົ່າສາມາດໄດ້ກິນໝາກຖົ່ວລຽນ ຕາມໃຈມັກ, ໝາກໄມ້ທີ່ປະລິມານການຜະລິດໜ້ອຍ ແລະ ບໍ່ຄ່ອຍເຫັນໃນຕະຫລາດ ເຊັ່ນ: ໝາກມັງຄຸດ ໝາກລຳໄຍ ແລະອື່ນໆກໍໄດ້ກາຍເປັນໝາກໄມ້ທີ່ຜູ້ບໍລິໂພກທົ່ວໄປຂອງຈີນ ມັກກິນເລື້ອຍໆໃນປັດຈຸບັນນີ້.

ນີ້ໄດ້ເຮັດໃຫ້ ລາວ ໄທ ແລະ ປະເທດອື່ນໆເປີດກວ້າງເນື້ອທີ່ປູກຝັງ ແລະ ປັບປຸງຕ່ອງໂສ້ອຸດສາຫະກຳໃຫ້ສົມບູນຂຶ້ນ. ເມື່ອບໍ່ດົນມານີ້, ໝາກມ່ວງ ຈາກລາວ ໄດ້ເລີ່ມສົ່ງເຂົ້າຕະຫລາດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ, ໝາກມ່ວງສົດງວດທຳອິດທີ່ມີຈຳນວນ 90 ໂຕນໄດ້ຖືກຂົນສົ່ງໄປເຖິງນະຄອນຄຸນໝິງ ຂອງຈີນ ໂດຍກົງດ້ວຍຂະບວນລົດໄຟຕູ້ແຊ່ເຢັນ ທີ່ຕິດຕາມຄຸ້ມຄອງດ້ວຍອຸນຫະພູມຄົງທີ່ໃນຕະຫລອດໄລຍະທາງ, ເຊິ່ງໄດ້ເປີດຊ່ອງທາງການແຂ່ງຂັນອັນໃໝ່ໃຫ້ແກ່ອຸດສາຫະກຳປູກໝາກມ່ວງ ຂອງລາວ. “ແລວທາງໝາກໄມ້” ທີ່ສ້າງຂຶ້ນຕາມທາງລົດໄຟ ລາວ-ຈີນ, ພວມຊຸກຍູ້ໃຫ້ອຸດສາຫະກຳໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ ກ້າວໄປສູ່ການຜະລິດແບບຂະໜາດໃຫຍ່ ໄດ້ມາດຕະຖານ ແລະ ເປັນຍີ່ຫໍ້ຊື່ດັງ.

ໃນຂົງເຂດອຸດສາຫະກຳກາເຟ, ທາງລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ເຫັນເຖິງກຳລັງຂັບເຄື່ອນການພັດທະນາອຸດສາຫະກຳທີ່ເຂັ້ມແຂງເຊັ່ນດຽວກັນ. ດິນຟ້າອາກາດທີ່ມີທ່າແຮງພິເສດ ບວກກັບເງື່ອນໄຂທີ່ດິນທີ່ເອື້ອອຳນວຍຂອງປະເທດລາວ ໄດ້ຜະລິດເມັດກາເຟຄຸນນະພາບດີ, ແຕ່ໃນເມື່ອກ່ອນຍ້ອນມີຂໍ້ຈຳກັດດ້ານການຄົມມະນາຄົມ ຈຶ່ງຍາກທີ່ຈະສາມາດເຈາະເຂົ້າຕະຫລາດສາກົນໄດ້. ທາງລົດໄຟ ລາວ-ຈີນ ແລະ ຂະບວນລົດໄຟ ຈີນ-ເອີຣົບ ໄດ້ເຊື່ອມຕໍ່ກັນຢ່າງມີປະສິດທິພາບສູງ, ໄດ້ເປີດ “ຊ່ອງທາງພິເສດ” ເຮັດໃຫ້ກາເຟລາວ ສາມາດເຊື່ອມຕໍ່ກັບຕະຫລາດເອີຣົບ. ເມັດກາເຟ ຈາກລາວ ໄດ້ອອກເດີນທາງຈາກແຫລ່ງຜະລິດ, ຜ່ານທາງລົດໄຟ ລາວ-ຈີນ ຂົນສົ່ງໄປເຖິງນະຄອນຈຸ່ງກິ່ງ ຢ່າງວ່ອງໄວ, ແລ້ວສົ່ງໄປເອີຣົບ ດ້ວຍຂະບວນລົດໄຟ ຈີນ-ເອີຣົບ, ເວລາການຂົນສົ່ງໄດ້ຫລຸດລົງ 30% ເຊິ່ງໄດ້ຍົກສູງປະສິດທິພາບຢ່າງຫລວງຫລາຍ. ຮູບແບບການຂົນສົ່ງແບບປະສົມປະສານກັນ “ທາງລົດໄຟ+ຂະບວນລົດໄຟສາກົນ”, ເຮັດໃຫ້ອຸດສາຫະກຳກາເຟ ຂອງລາວ ໄດ້ພົບໂອກາດການພັດທະນາອັນໃໝ່ ແລະ ໄດ້ຊຸກຍູ້ໃຫ້ຂອດຕ່າງໆ ເຊັ່ນ: ການປູກຝັງ ການປຸງແຕ່ງ ແລະ ການຄ້າຂາຍກາເຟ ຢູ່ເຂດລຽບຕາມທາງລົດໄຟໄດ້ຮັບການພັດທະນາຢ່າງປະສານສົມທົບກັນ.

ບົດບາດຊຸກຍູ້ຂອງທາງລົດໄຟ ລາວ-ຈີນ ຕໍ່ອຸດສາຫະກຳທີ່ມີເອກະລັກພິເສດຢູ່ລຽບຕາມທາງລົດໄຟ, ໃນດ້ານທາດແທ້ແລ້ວແມ່ນການຍົກລະດັບການຈັດສັນຊັບພະຍາກອນໃນພາກພື້ນ. ປະເທດຕ່າງໆທີ່ຢູ່ລຽບຕາມທາງລົດໄຟ ໄດ້ພັດທະນາອຸດສາຫະກຳທີ່ມີເອກະລັກ ໂດຍອີງໃສ່ທ່າແຮງດ້ານຊັບພະຍາກອນ ແລະ ເງື່ອນໄຂເອື້ອອຳນວຍຂອງທ້ອງຖິ່ນ, ເຊື່ອມຕໍ່ ແລະ ເຊື່ອມໂຍງອຸດສາຫະກຳ ໂດຍຜ່ານທາງລົດໄຟ ລາວ-ຈີນ. ເຕັກໂນໂລຊີ ແລະ ບົດຮຽນຂອງຈີນ ໃນຂົງເຂດການຈໍລະຈອນສິນຄ້າດ້ວຍຕູ້ແຊ່ເຢັນ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະອື່ນໆ, ໄດ້ຂະຫຍາຍໄປຮອດປະເທດລາວ ແລະ ປະເທດອື່ນໆໂດຍຜ່ານການກໍ່ສ້າງ ແລະ ບໍລິຫານທາງລົດໄຟ; ສຳລັບຊັບພະຍາກອນຜະລິດຕະພັນທາງດ້ານກະສິກຳທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້, ໄດ້ສະໜອງສິນຄ້າຢ່າງຫລາກຫລາຍໃຫ້ແກ່ຕະຫລາດຈີນ, ເຊິ່ງໄດ້ສ້າງສະພາບການພັດທະນາອຸດສາຫະກຳທີ່ “ຊ່ວຍຊູຍູ້ໜູນກັນດ້ວຍທ່າແຮງຂອງແຕ່ລະຝ່າຍ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”.

ຈາກໝາກໄມ້ຮອດກາເຟ, ຈາກຜະລິດຕະພັນພຽງຢ່າງດຽວ ຮອດຕ່ອງໂສ້ອຸດສາຫະກຳທີ່ຄົບວົງຈອນ, ທາງລົດໄຟ ລາວ-ຈີນພວມຊຸກຍູ້ໃຫ້ເກີດມີສະພາບທີ່ອຸດສາຫະກຳທີ່ມີເອກະລັກພິເສດໄດ້ຮັບການພັດທະນາຢ່າງຟົດຟື້ນຢູ່ປະເທດທີ່ຢູ່ລຽບຕາມທາງລົດໄຟ. ທາງລົດໄຟທີ່ເປັນເສັ້ນທາງແຫ່ງການຮ່ວມມື ແລະ ການພັດທະນາສາຍນີ້, ບໍ່ພຽງແຕ່ເຮັດໃຫ້ຜະລິດຕະພັນທີ່ມີເອກະລັກຈາກອາຊີຕາເວັນອອກສຽງໃຕ້ ກ້າວສູ່ໂລກເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນປະເທດທີ່ຢູ່ລຽບຕາມທາງລົດໄຟຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາ. ໃນອະນາຄົດ, ຄຽງຄູ່ກັບຄວາມສາມາດດ້ານການຂົນສົ່ງຂອງທາງລົດໄຟ ລາວ-ຈີນ ໄດ້ຮັບການຍົກລະດັບສູງຂຶ້ນເລື້ອຍໆ ສິ່ງກໍ່ສ້າງຄົບວົງຈອນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ທາງລົດໄຟສາຍນີ້ຈະມີບົດບາດຂັບເຄື່ອນການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດຂອງປະເທດທີ່ຢູ່ລຽບຕາມທາງລົດໄຟຕື່ມອີກ ເຊິ່ງຈະຊ່ວຍເພີ່ມ ແຮງຂັບເຄື່ອນທີ່ແຂງແຮງກວ່າເກົ່າເຂົ້າໃນການເຊື່ອມໂຍງເຂົ້າກັນຂອງເສດຖະກິດໃນພາກພື້ນ.

ພະຍາກອນອາກາດ ວັນທີ 10 ມິຖຸນາ 2025

0

ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ ພັດປົກຄຸມ, ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ເກືອບທົົ່ວໄປ ແລະ ຈະຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 10/06/2025 ຫາ ເວລາ 07 ໂມງ ຂອງວັນທີ 11/06/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 18-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງບລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົົ່າກັບ 60%. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23-33 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 20-30 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົົ່າກັບ 65%. ອຸນຫະພູມໃນລະຫວ່າງ 16-25 ອົງສາ.

ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປີ 2025

0

ການເຂົ້າຮ່ວມກອງປະຊຸມໂຕະມົນລະດັບລັດຖະມົນຕີ ດ້ານສິ່ງແວດລ້ອມ, ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປີ 2025 ໃນລະຫວ່າງ ວັນທີ 4-5 ມິຖຸນາ 2025 ທີ່ ເຈຈູ, ສ.ເກົາຫຼີ ໃນທ່າມກາງທີ່ທົ່ວໂລກ ກໍາລັງພ້ອມພຽງກັນສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ທີ່ຈັດຂຶ້ນໃນທຸກໆປີ, ສໍາລັບປີ 2025 ນີ້ແມ່ນດໍາເນີນ ພາຍໃຕ້ຄຳຂວັນ Beat Plastic Pollution (ຫຼຸດຜ່ອນການນໍາໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ) ແລະ ປີນີ້ ກໍ່ແມ່ນ ແຂວງເຈຈູ, ສ.ເກົາຫຼີ ທີ່ໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບທາງການໃນການຈັດງານສະຫຼອງວັນສິ່ງແວດລ້ອມໂລກ ຍ້ອນຄວາມເປັນຕົວແບບນໍາໜ້າ ໃນການມີວິໄສທັດ ເພື່ອຢຸດການນໍາໃຊ້ປລາສຕິກພາຍໃນປີ 2040 ລວມທັງການນໍາໃຊ້ນະວັດຕະກໍາໃນການກໍາຈັດສິ່ງເສດເຫຼືອພາຍຕົວເມືອງ ໂດຍສະເພາະປລາສຕິກຂອງແຂວງເຈຈູ.

ໃນໂອກາດສໍາຄັນນີ້, ໃນລະຫວ່າງວັນທີ 4 – 5 ມິຖຸນາ 2025, ທ່ານ ນ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະ ກໍ່ໄດ້ເຂົ້າຮ່ວມ ກອງປະຊຸມໃຫຍ່ຂອງບັນດາປະເທດສະມາຊິກໃນຂໍ້ລິເລີ່ມການຫັນປ່ຽນສີຂຽວ (Green Transition Initiative) ແລະ ກອງປະຊຸມໂຕະມົນລະດັບລັດຖະມົນຕີດ້ານສິ່ງແວດລ້ອມ ທີ່ເປັນເຈົ້າພາບຈັດໂດຍ ທ່ານລັດຖະມົນຕີ ກະຊວງສິ່ງແວດລ້ອມ ສ.ເກົາຫຼີ, ກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການສົ່ງເສີມເສດຖະກິດໝູນວຽນ ເຊິ່ງທ່ານ ນາງ ບຸນຄໍາ ວໍລະຈິດ ກໍ່ໄດ້ມີຄໍາເຫັນໃນກອງປະຊຸມ ໂດຍໄດ້ເນັ້ນໃຫ້ເຫັນເຖິງ ບັນຫາມົນລະພິດຈາກປລາສຕິກ ແມ່ນບັນຫາລະດັບໂລກ ທີ່ຕ້ອງໄດ້ຮັບການຮ່ວມມືຢ່າງເຂັ້ມແຂງຈາກທຸກພາກສ່ວນໃນສັງຄົມ ທັງໃນລະດັບພາກພື້ນ ແລະ ສາກົນ ເພື່ອຊ່ວຍກັນແກ້ໄຂ ແລະ ຍັງໄດ້ແລກປ່ຽນໃຫ້ກອງປະຊຸມຮັບຊາບ ກ່ຽວກັບ ນະໂຍບາຍ ແລະ ມາດຕະການຂອງ ສປປ ລາວ ໃນການຫຼຸດຜ່ອນປລາສຕິກ ແລະ ການສົ່ງເສີມເສດຖະກິດໝູນວຽນ ເປັນຕົ້ນ ການຮັບຮອງແຜນປະຕິບັດງານແຫ່ງຊາດກ່ຽວກັບປລາສຕິກສໍາລັບປີ 2024-2030, ການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ທີ່ຈະຊ່ວຍສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງເສດເຫຼືອ ແລະ ປລາສຕິກໃນທຸກຂັ້ນໃນທົ່ວປະເທດ, ການຈໍາກັດການນໍາເຂົ້າວັດສະດຸ ແລະ ສິ່ງເສດເຫຼືອປລາສຕິກ, ການກໍ່ສ້າງສະໜາມຂີ້ເຫຍື້ອທີ່ໄດ້ມາດຕະຖານ ແລະ ການປູກຈິດສໍານຶກໃຫ້ສັງຄົມໃນວຽກງານ 3R (Reduce, Reuse, Recycle). ນອກຈາກນັ້ນ, ສປປ ລາວ ຍັງໄດ້ຮ່ວມມືກັບພາກພື້ນ ແລະ ສາກົນ ໃນວຽກງານດັ່ງກ່າວ ເປັນຕົ້ນ ການຮັບຮອງຖະແຫຼງການຂອງອາຊຽນກ່ຽວກັບສິ່ງເສດເຫຼືອທາງທະເລ, ການໃຫ້ສັດຕະຍາບັນຕໍ່ສົນທິສັນຍາ Basel Convention ສະບັບປັບປຸງ ແລະ ຍັງໄດ້ຮ່ວມມືກັບ ລັດຖະບານເກົາຫຼີ, ຍີ່ປຸ່ນ, ເຢຍລະມັນ, UN, ທະນາຄານໂລກ, ທະນາຄານ ADB, ອົງການຈັດຕັ້ງສາກົນ (WWF, GGGI, IUCN), ທັງກັບພາກເອກະຊົນ (Coca-Cola, Unilever) ເພື່ອຄຸ້ມຄອງສິ່ງເສດຫຼືອ ແລະ ສົ່ງເສີມເສດຖະກິດໝູນວຽນ ເຊິ່ງເປັນໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນລະດັບໂຮງຮຽນ ແລະ ທ້ອງຖິ່ນ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນເຖິງ ຄໍາໝັ້ນສັນຍາ ແລະ ຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດຜ່ອນການນໍາໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ ຂອງລູກຫຼານລຸ້ນຕໍ່ໄປ.

ທີ່ມາ: MONRE ກຊສ

ແຂ່ງຂັນຂົວພາສາຈີນເພື່ອຄັດເລື່ອກເອົາຕົວແທນຈາກລາວ ເຂົ້າແຂ່ງຂັນໃນລະດັບໂລກ

0

ການແຂ່ງຂັນຂົວພາສາຈີນ ຄັ້ງທີ 24 ປະຈຳປີ 2025 ຈັດຂຶ້ນວັນທີ 6 ມິຖຸນາ 2025 ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊ່ດ (ມຊ) ມີທ່ານ ສິທະວອນ ດາລາວົງ ຮອງອະທິການບໍດີ ມຊ ທ່ານ ຕູ້ສາງຊິ່ງ ຫົວໜ້າຫ້ອງການການເມືອງສະຖານທູດຈີນ ປະຈຳລາວ ທ່ານ ຈໍຊົ່ງ ບົວສີເນັ່ງມາ ຮອງຜູ້ອຳນວຍການທະນາຄານອຸດສາຫະກຳ ແລະ ການຄ້າ ສປ ຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ບັນດາຜູ້ອຳນວຍການສະຖາບັນຂົງຈື ຜູ້ອຳນວຍການມະຫາວິທະຍາໄລ ວິທະຍາໄລ ຮອງຄະນະບໍດີ ຫົວໜ້າຫ້ອງການ ຫົວໜ້າພາກວິຊາ ຄູອາຈານ ຊ່ຽວຊານ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີທ່ານ ມີໄຊ ສຸກຈະເລີນ ຮັກສາການຄະນະບໍດີຄະນະອັກສອນສາດ ໄດ້ກ່າວ່າ: ການຂ່ງຂັ້ນຂົວພາສາຈີນ ແມ່ນໂຄງການແຂ່ງຂັນເວົ້າພາສາຈີນ ທີ່ຈັດຕັ້ງຂຶ້ນໃນລະດັບສາກົນ ເປັນກິດຈະກຳທີ່ມີຊື່ສຽງສໍາລັບການແລກປ່ຽນວັດທະນະທຳຂອງໂລກຮ່ວມກັນ ແລະ ກໍເປັນກິດຈະກຳໜຶ່ງທີ່ເຮັດໃຫ້ຄົນທົ່ວໂລກເຂົ້າໃຈການດໍາລົງຊີວິດຂອງຊາວຈີນ ແລະ ເຮັດໃຫ້ຊາວຈີນເຂົ້າໃຈຊາວຕ່າງປະເທດຫຼາຍຂຶ້ນ ການແຂ່ງຂັນຂົວພາສາຈີນຈັດຂຶ້ນ 1 ຄັ້ງຕໍ່ປີ ເພື່ອຊຸກຍູ້ໃຫ້ເກີດຄວາມກະຕືລືລົ້ນຂອງໄວໜຸ່ມຈາກທົ່ວທຸກມຸມໂລກທີ່ຮຽນພາສາຈີນ ເພີ່ມທະວີຄວາມເຂົ້າໃຈກ່ຽວກັບພາສາຈີນ ແລະ ວັດທະນະທຳຈີນຫຼາຍຂຶ້ນ.

ສຳລັບລາວເຮົາການເຂົ້າຮ່ວມຄັ້ງປະຖົມມະເລີກ ປີ 2006 ມີນັກສຶກສາລາວ ທີ່ໄດ້ຜ່ານຮອບຄັດເລືອກ ແລະ ສາມາດເຂົ້າສູ່ຮອບຊິງຊະນະເລີດໃນລະດັບສາກົນ ທີ່ຈັດຂຶ້ນຢູ່ຈີນໄດ້ຫຼາຍຄັ້ງ ສາມາດຍາດໄດ້ລາງວັນອັນດັບ 3 ມີ 2 ຄັ້ງ ແລະ ອັນດັບ 2 ມີ 1 ຄັ້ງ ການແຂ່ງຂັນຄັ້ງທີ 24 ກຳນົດຫົວຂໍ້ແມ່ນທົ່ວໂລກຄືຄອບຄົວດຽວກັນ ສຳລັບລາວເຮົາເປັນຄັ້ງທີ 19 ຈຸດປະສົງເພື່ອຄັດເລື່ອກເອົາຕົວແທນຈາກລາວເຂົ້າແຂ່ງຂັນໃນລະດັບໂລກ ໂດຍຈະຄັດເອົາຜູ້ທີ່ມີຄວາມສາມາດ ມີທັກສະໃນການສະແດງອອກດ້ານພາສາຈີນຈາກສະຖາບັນຕ່າງໆຄື:ຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມຊ 5 ຄົນ ຈາກສະຖາບັນຂົງຈື ມຊ 5 ຄົນ ຈາກສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ 5 ຄົນ ຈາກມະຫາວິທະຍາໄລຊູໂຈ 2 ຄົນ ແລະ ຈາກວິທະຍາໄລຮັງທ່າວບໍລິຫານທຸລະກິດ 1 ຄົນ ລວມທັງໝົດ 18 ຄົນ ຍິງ 13 ຄົນ ເພື່ອເຂົ້າມາແຂ່ງຂັນ ເຊິ່ງຈະຄັດເອົາ 1 ຄົນ ເພື່ອກຽມຕົວເຂົ້າຮ່ວມການແຂ່ງຂັນໃນລະດັບໂລກທີ່ຈະຈັດຂຶ້ນຢູ່ຈີນ.

ການຈັດງານແຂ່ງຂັນຂົວພາສາຈີນຄັ້ງນີ້ ໂດຍແມ່ນຄະນະອັກສອນສາດ ມຊ ເປັນຜູ້ຈັດ ແລະ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານໂດຍ ທະນາຄານອຸດສາຫະກາ ແລະ ການຄ້າ ສປ ຈີນ ສາຂານະຄອນຫຼວງວຽງຈັນ (ICBC).

ທີ່ມາ: ວຽງຈັນໃໝ່

ການຮ່ວມມືສຶກສາສຳຫຼວດຄວາມເປັນໄປໄດ້ ທາງດ້ານເສດຖະກິດ – ເຕັກນິກ ຂອງໂຄງການພັດທະນາກະສິກໍາ ແລະ ປ່າໄມ້ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ ແລະ ປ່າໄມ້ເປັນສິນຄ້າ ລຽບຕາມເສັ້ນທາງ 1F

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ພາຍໃຕ້ໂຄງການຮ່ວມມືລະຫວ່າງ ລັດວິສາຫະກິດບໍລິການກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ບໍລິສັດ ຊານຕົງ ໄຮສະປີດແອນບຣິດ ອິນເຕີແນຊັນແນລ ອິນຂີເນຍຣິງ ຈໍາກັດ ເພື່ອສໍາຫຼວດຄວາມເປັນໄປໄດ້ທາງດ້ານເສດກິດ-ເຕັກນິກຂອງໂຄງການພັດທະນາກະສິກໍາ ແລະ ປ່າໄມ້ ແລະ ປຸງແຕ່ງຜະລິດກະສິກໍາ ແລະ ປ່າໄມ້ເປັນສິນຄ້າ ລຽບຕາມເສັ້ນທາງ 1F ແລະ ສຶກສາຄວາມເປັນໄປໄດ້ໂຄງການພັດທະນາເສັ້ນທາງ 1F ເພື່ອຮັບໃຊ້ການຂົນສົ່ງສິນຄ້າກະສິກໍາສົ່ງອອກ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມຂອງທ່ານ ບົວຈັນ ສີຫາວົງ ອໍານວຍການລັດວິສາຫະກິດ ບໍລິການກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ WANG LI ປະທານບໍລິສັດ ຊານຕົງ ໄຮສະປີດ ແອນບຣີດ ອິນເຕີແນຊັນແນລ ເອັນຈີເນຍຣິງ ຈໍາກັດ ມີຜູ້ຕາງໜ້າຈາກກະຊວງ ຫ້ອງການ ສູນ ສະຖາບັນ ພະແນກ ອໍານວຍການ ບໍລິສັດ ພ້ອມດ້ວຍພະນັກງານວິຊາການສອງຝ່າຍເຂົ້າຮ່ວມ.

ທ່ານ ບົວຈັນ ສີຫາວົງ ກ່າວວ່າ: ການຮ່ວມມືດັ່ງກ່າວ ຈະເປັນການປະກອບສ່ວນໃນການຫັນປ່ຽນຈາກຮູບແບບການຜະລິດແບບດັ່ງເດີມ ໄປຕາມທິດຫັນເປັນອຸດສາຫະກໍາທີ່ທັນສະໃໝ ຕິດພັນກັບການປຸງແຕ່ງເພີ່ມມູນຄ່າຜົນຜະລິດ ດ້ວຍການສະໜອງປັດໄຈການຜະລິດ ແລະ ການບໍລິການທີ່ເປັນຈຸດສຸມ ເຊິ່ງສາມາດແກ້ໄດ້ບັນດາບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າແຕ່ລະເປົ້າໝາຍໂຄງການທີ່ກໍານົດຂຶ້ນມາສຶກສາເພື່ອພັດທະນາໃນຄັ້ງນີ້ສໍາເລັດຜົນ ຈະບໍ່ພຽງແຕ່ປະກອບສ່ວນໃນການຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ ແລະ ສ້າງລາຍຮັບເພີ່ມເທົ່ານັ້ນ ຍັງຈະກາຍເປັນຕົວແບບຜະລິດກະສິກຳເປັນສິນຄ້າແບບທັນສະໄໝ ຕິດພັນກັບການທ່ອງທ່ຽວແບບອະນຸລັກ ໂດຍປະຊາຊົນມີສ່ວນຮ່ວມ ເຊິ່ງຈະກາຍເປັນຈຸດແລກປ່ຽນບົດຮຽນ ທາງດ້ານວິຊາການ ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳຂອງຊາວໜຸ່ມໃນທ້ອງຖິ່ນ ແລະ ສາມາດຂະຫຍາຍຕົວແບບດັ່ງກ່າວອອກສູ່ວົງກ້ວາງໃນຂອບເຂດທົ່ວປະເທດ.

ທີ່ມາ: ວຽງຈັນໃໝ່

ທະຫານ-ຕຳຫລວດ ເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ

0

ປັດຈຸບັນນີ້, ທົ່ວສັງຄົມລາວກຳລັງຜະເຊີນກັບປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການປຸ້ນຈີ້-ຊີງຊັບ, ອາລະວາດຕີກັນ, ລັກຊັບ ແລະ ອື່ນໆ ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການເສຍຊີວິດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍ. ທັງໝົດນີ້, ລ້ວນແຕ່ມີສາເຫດ, ແຮງຈູງໃຈ ຕົ້ນຕໍມາຈາກສິ່ງເສບຕິດ (ຢາບ້າ, ກະທ້ອມ, ເຮໂຣອິນ…) ແລະ ການພະນັນ ບໍ່ວ່າຈະຮູບແບບເກົ່າ ຫລື ອອນລາຍ.

ຕໍ່ກັບບັນຫາດັ່ງກ່າວ, ພັກ-ລັດຖະບານ ສະເພາະ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການ, ປະສານສົມທົບກັບອຳນາດການປົກຄອງທຸກຂັ້ນ ພ້ອມກັນທຸບມ້າງກົນອຸບາຍ, ໃຊ້ມາດຕະການທີ່ເດັດຂາດໃນການປາບປາມກວາດລ້າງ ແລະ ຕໍ່ຕ້ານກຸ່ມຄົນບໍ່ຫວັງດີ.

ຢ່າງໃດກໍຕາມ, ຫລາຍຄົນອາດຈະຕັ້ງຄຳຖາມໃນໃຈວ່າ ໃນກໍລະນີເກີດເຫດການປະທະກັນ ແລ້ວກຸ່ມຄົນບໍ່ດີ ເອົາອາວຸດເສິກມາຈາກໃສ?, ໃຜເປັນຜູ້ຂາຍໃຫ້? ທັງທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການປະສານ, ທັງຮ່ວມມືກັນໃນການຄວບຄຸມ, ຕິດຕາມກວດກາ, ປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງເຖິງຖອງ, ກໍຍ້ອນໃນປັດຈຸບັນ, ສະພາບການທາງດ້ານເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ມີການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເຊິ່ງເຮັດໃຫ້ມີບຸກຄົນ ແລະ ກຸ່ມຄົນບໍ່ດີເຄື່ອນໄຫວຊື້-ຂາຍອາວຸດ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການມີລັກສະນະເພີ່ມຂຶ້ນ; ຫລາຍກໍລະນີມີລັກສະນະເປີດແປນ (ບໍ່ວ່າຈະຢູ່ໃນຮູບແບບທົ່ວໄປ ຫລື ຮູບແບບນຳໃຊ້ສື່ສັງຄົມອອນລາຍເປັນບ່ອນຊື້-ຂາຍ) ເຊິ່ງໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ເຮັດໃຫ້ພວກຄົນບໍ່ດີໄດ້ຄອບຄອງ, ນຳໃຊ້ອາວຸດ ແລະ ວັດຖຸລະເບີດ ເຄື່ອນໄຫວກໍ່ອາຊະຍາກຳຕ່າງໆເປັນ ຕົ້ນ ການຄາດຕະກຳ, ປຸ້ນຈີ້, ຊີງຊັບ ແລະ ນາບຂູ່ປະຊາຊົນທີ່ບໍລິສຸດ ເພື່ອຫວັງເອົາຊັບສິນທີ່ມີຄ່າ. ຕໍ່ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເຊິ່ງແຕະຕ້ອງເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງລັດ, ລວມໝູ່, ຂອງບຸກຄົນ ແລະ ອື່ນໆ.

ຍ້ອນເຫັນໄດ້ບັນຫາ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຈາກການນຳໃຊ້ອາວຸດ ທີ່ບໍ່ຖືກຕ້ອງໃນສັງຄົມ ທີ່ມີລັກສະນະເພີ່ມຂຶ້ນ, ລັດຖະບານຈຶ່ງໄດ້ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງປ້ອງກັນປະເທດ ເປັນເຈົ້າການເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ສອດຄ່ອງກັບກົດໝາຍ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ, ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ໂດຍ: ຈິດ ເພັດພູທອງ

ຂໍ້ມູນ-ພາບ: ໜັງສືພິມກອງທັບ