Tuesday, September 23, 2025
Home Blog Page 62

ສະຫລຸບ 3 ໂຄງການກວດກູ້ລະເບີດ ທີ່ຈັດຕັ້ງປະຕິບັດ ຢູ່ແຂວງຄໍາມ່ວນ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບທ້າຍ 3 ໂຄງການເກັບກູ້ລະເບີດ ທີ່ຈັດຕັ້ງປະຕິບັດຢູ່ແຂວງຄໍາມ່ວນ ໄລຍະແຕ່ປີ 2024-2025 ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການເກັບກູ້ລະເບີດປະຈຳ ສປປ ລາວ ຈັດຂຶ້ນໃນວັນທີ 12 ມິຖຸນາ 2025 ທີ່ແຂວງຄຳມ່ວນ ດ້ວຍລະບົບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຂອງ ທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດແຂວງຄໍາມ່ວນ, ທ່ານ ອີ ລ່າຍ ຫົວໜ້າອົງການເກັບກູ້ລະເບີດ ປະຈໍາ ສປປ ລາວ ພ້ອມດ້ວຍຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ຕາງໜ້າອົງການຈັດຕັ້ງສາກົນ, ຄະນະກໍາມະການຄຸ້ມຄອງໂຄງການຂັ້ນແຂວງ-ຂັ້ນເມືອງ ແລະ ບ້ານເປົ້າໝາຍໂຄງການເຂົ້າຮ່ວມ.

ທ່ານ ສີວອນ ວັນວິໄລ ຫົວໜ້າອົງການເກັບກູ້ລະເບີດ ປະຈໍາແຂວງຄໍາມ່ວນ ໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດໂຄງການ ໂດຍສະເພາະ ດ້ານດີ, ດ້ານຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫລອດຮອດທິດທາງແຜນການໃນຕໍ່ໜ້າ ກ່ຽວກັບ 3 ໂຄງການປະກອບມີ: ໂຄງການເກັບກູ້ລະເບີດລູກຫວ່ານ ແລະ ລະເບີດຊະນິດອື່ນໆ ໃນຊຸມຊົນທຸກຍາກ ເຂດຈຸດສຸມຫລັງຄັງ-ວັງມະເນີ ໄດ້ຮັບທຶນຈາກ ມູນນິທິ Freeman Foundation ຈາກປະເທດສະຫະລັດ ອາເມລິກາ ມູນຄ່າ 505.658 ໂດລາສະຫະລັດ, ເລີ່ມແຕ່ເດືອນ ເມສາ 2024-ເດືອນ ເມສາ 2025 ຈັດຕັ້ງປະຕິບັດ 2 ກິດຈະກໍາຫລັກ, ສາມາດທໍາລາຍລະເບີດເຄື່ອນທີ່ຢູ່ 56 ບ້ານຂອງ 3 ເມືອງຄື: ບົວລະພາ, ມະຫາໄຊ ແລະ ຍົມມະລາດ, ກວດກູ້ລະເບີດໄດ້ເນື້ອທີ່ 311.336 ຕາແມັດ, ທຳລາຍໄດ້ 27 ໜ່ວຍ. ໂຄງການເກັບກູ້ລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ແຂວງຄໍາມ່ວນ (ໄລຍະ VI) ໄດ້ຮັບງົບສະໜັບສະໜູນຈາກລັດຖະບານ ແຫ່ງສະຫະຣາຊາອານາຈັກອັງກິດ ມູນຄ່າ 1.212.841 ໂດລາສະຫະລັດ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນທັນວາ 2023-ມີນາ 2025, ສໍາຫລວດເນື້ອທີ່ໄດ້ 19.073.161 ຕາແມັດ, ມີ 37 ສະໜາມ, ຢູ່ 5 ບ້ານຂອງເມືອງຍົມມະລາດ ແລະ ໄດ້ກໍານົດເປັນພື້ນທີ່ກວດກູ້ທັງໝົດ, ທໍາລາຍລະເບີດສໍາເລັດ 124 ໜ່ວຍ (ໂບມບີ່ 122 ໜ່ວຍ). ສໍາລັບໂຄງການເກັບກູ້ລະເບີດ ເພື່ອປົກປ້ອງຊີວິດໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບທຶນຈາກ ທ່ານ ໄມເຄີນ ອໍາເບຣີ (Michael Ambler) ຈາກປະເທດສະຫະລັດອາເມລິກາ ມູນຄ່າ 122.326 ໂດລາສະຫະລັດ, ເລີ່ມດໍາເນີນແຕ່ເດືອນ ເມສາ 2024-ມີນາ 2025 ດໍາເນີນຈັດຕັ້ງປະຕິບັດໃນ 3 ບ້ານ 4 ສະໜາມ, ກວດກູ້ລະເບີດອອກຈາກເນື້ອທີ່ໄດ້ 212.493 ຕາແມັດ ແລະ ທໍາລາຍໄດ້ 192 ໜ່ວຍ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດ ຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອແນໃສ່ຄວາມເປັນເອກະພາບໃນທິດທາງລວງດຽວກັນ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງ ກັບເງື່ອນໄຂຂອງຜູ້ໃຫ້ທຶນ ແລະ ລະບຽບຫລັກການ ທາງດ້ານເຕັກນິກວິຊາການ ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງທ້ອງຖິ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດແຜນວຽກໃນຕໍ່ໜ້າ ມີຄວາມສະດວກ ແລະ ຮັບປະກັນໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ.

ຂ່າວ: ມະນີວັນ

ຍທຂ ຈະສືບຕໍ່ປັບປຸງ-ສ້ອມແປງ ແລະ ຍົກລະດັບ ທາງຫລວງແຫ່ງຊາດ

0

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລາຍງານກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເຊິ່ງໃນໄລຍະປີ 2026-2030 ໂດຍອີງຕາມແຜນພັດທະນາຂອງຂະແໜງ ຍທຂ, ຈະສືບຕໍ່ສຸມໃສ່ການບູ ລະນະຮັກສາ, ສ້ອມແປງ ແລະ ປັບປຸງຍົກລະດັບ ບັນດາທາງຫລວງແຫ່ງຊາດ ທີ່ເປັນເສັ້ນທາງຫລວງອາຊຽນ ເພີ່ມຕື່ມ 439 ກິໄລແມັດ ທີ່ນອນໃນທາງຫລວງແຫ່ງຊາດເລກ 2E ແລະ 2W (ຜົ້ງສາລີ, ອຸດົມໄຊ ແລະ ໄຊຍະບູລີ), ທາງເລກ 12 (ຄໍາມ່ວນ), ບາງຕອນທາງ 13 ໃຕ້ (ນະຄອນຫລວງວຽງຈັນ ແລະ ບໍລິຄໍາໄຊ) ເພື່ອໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ.

ທ່ານ ງາມປະສົງ ເມືອງມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ແຜນພັດທະນາປັບປຸງ, ສ້ອມແປງ ທາງຫລວງແຫ່ງຊາດ ໃນໄລຍະໃໝ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ຂະແໜງ ຍທຂ ໄດ້ສຸມໃສ່ລະດົມຂົນຂວາຍແຫລ່ງທຶນຈາກບັນດາຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ. ປັດຈຸບັນ, ກໍມີວິສາຫະກິດຈໍານວນໜຶ່ງ ມີຄວາມສົນໃຈສະເໜີລົງທຶນ ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງ ທາງຫລວງແຫ່ງຊາດ ຈໍານວນໜຶ່ງ ເຊັ່ນ: ທາງເລກທີ 13 ເໜືອ, 13 ໃຕ້, ທາງເລກ 9, 8, 22, R3, R3B, 7, 4, 1C, 5B, 10, 16B, 17A, 17B ແລະ ທາງເລກທີ 18 ເຊິ່ງການສະເໜີດັ່ງກ່າວ, ພວມຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ກະກຽມ ໂດຍຈະນໍາໃຊ້ຮູບແບບປະສົມປະສານສັນຍາຍົກລະດັບ, ບຸ ລະນະຮັກສາ ແລະ ສ້ອມແປງທາງ ເປັນເວລາຫລາຍປີ, ພ້ອມທັງພາກລັດ ເປັນຜູ້ເກັບເງິນເພື່ອຊຳລະ ໃຫ້ຜູ້ຮັບເໝົາ ໂດຍກໍານົດການເກັບເງິນຈາກປະເພດພາຫະນະ ທີ່ກຳນົດໄວ້.

ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ຍັງໄດ້ສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາ ໃຫ້ມີການເຮັດທົດລອງໂຄງການເປົ້າໝາຍຟື້ນຟູທາງຫລວງແຫ່ງຊາດ ເປັນຕົ້ນ ທາງເລກທີ 13 ເໜືອ ເລີ່ມແຕ່ ເມືອງວັງວຽງ-ເມືອງກາສີ ແຂວງວຽງຈັນ-ເມືອງພູຄູນ-ເມືອງຊຽງເງິນ-ນະຄອນຫລວງພະບາງ-ສາມແຍກປາກມອງ ເມືອງນໍ້າບາກ ແຂວງຫລວງພະບາງ; ທາງເລກ 4 ເລີ່ມຈາກສາມແຍກ ເມືອງຊຽງເງິນ-ເມືອງນານ ແຂວງຫລວງພະບາງ-ເມືອງໄຊຍະບູລີ-ເມືອງປາກລາຍ-ເມືອງແກ່ນທ້າວ ແຂວງໄຊຍະບູລີ; ທາງເລກ 8 ເລີ່ມຈາກສາມແຍກ 13 ໃຕ້ ບ້ານວຽງຄໍາ ເມືອງປາກກະດິງ-ຊາຍແດນລາວ-ຫວຽດນາມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ; ທາງເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນ ໄກສອນ ພົມວິຫານ-ເຊໂນ-ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ທາງເລກ 22 ເລີ່ມແຕ່ແຍກທາງເລກ 13 ເໜືອ ເມືອງກາສີ ແຂວງວຽງຈັນ-ສາມແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

ສະພາແຫ່ງຊາດ ເຫັນດີດ້ານຫລັກການຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ-ສ້ອມແປງທາງໃນໄລຍະໃໝ່

0

ຂປລ. ໃນວັນທີ 12 ມິຖຸນາ 2025 ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ່ IX ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານກ່ຽວກັບການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງທາງ ແລະ ສ້ອມແປງທາງໃນໄລຍະໃໝ່ ທີ່ສະເໜີໂດຍ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະມົນຕີກະຊວງການເງິນ.

ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ຜ່ານການລົງຕິດຕາມກວດກາ ຂອງກຳມາທິການ ກໍຄື ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເຫັນວ່າສະພາບເສັ້ນທາງໃນປັດຈຸບັນ ມີສະພາບທີ່ຊຸດໂຊມ, ເປ່ເພຫລາຍສົມຄວນ ທີ່ຈະຕ້ອງໄດ້ສຸມໃສ່ຟື້ນຟູ, ບູລະນະສ້ອມແປງໃຫ້ເຂົ້າສູ່ສະພາບປົກກະຕິ, ແຕ່ງົບປະມານທີ່ນຳໃຊ້ເຂົ້າໃນວຽກງານດັ່ງກ່າວ, ຍັງມີຈຳກັດ. ສະນັ້ນ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ເຊິ່ງຜ່ານການຄົ້ນຄວ້າ ຄະນະປະຈຳສະພາແຫ່ງຊາດ ເຫັນດີ ແລະ ເປັນເອກະພາບ ທາງດ້ານຫລັກການ ໃນການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ຕາມການສະເໜີຂອງລັດຖະ ບານ ໂດຍຫລຸດຜ່ອນອັດຕາພາສີ, ອາກອນນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ, ຄ່າຊັບພະຍາກອນ ທຳມະຊາດ ແລະ ອັດຕາອາກອນມູນຄ່າເພີ່ມຂອງໂຄງການ. ສ່ວນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟແມ່ນບໍ່ມີການຫລຸດຜ່ອນ ເຊິ່ງຈະເຮັດໃຫ້ມູນຄ່າໂຄງການຫລຸດລົງປະມານ 17,43%. ພ້ອມທັງຈະສ້າງເງື່ອນໄຂ ແລະ ສາມາດດຶງດູດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງຫລາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ, ປະສິດທິຜົນ ຄະນະປະຈຳສະພາແຫ່ງ ຊາດ ສະເໜີໃຫ້ລັດຖະບານ ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າອອກນິຕິກຳ, ກຳນົດຫລັກການແຕ່ລະໜ້າວຽກໃຫ້ມີຄວາມລະອຽດ, ຊັດເຈນ ແລະ ຮັດ ກຸມ ເພື່ອເປັນບ່ອນອີງໃຫ້ແກ່ທຸກຂະແໜງການໃນການຄຸ້ມຄອງ ແລະ ຕິດຕາມກວດກາ; ໃຫ້ລັດຖະ ບານ ຈັດລຽງບຸລິມະສິດຂອງໂຄງການ ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ຈຳກັດໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະທາງຫລວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍ ສານ ແລະ ສິນຄ້າຈຳນວນຫລາຍ; ສະເໜີໃຫ້ລັດຖະບານ ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ສຳຫລວດເສັ້ນທາງສາຍຫລັກຄືນທັງໝົດ ເພື່ອກຳນົດມາດຕະຖານເຕັກນິກ ປັບປຸງໂຄງສ້າງທາງໃຫ້ຖືກ ຕ້ອງ ໂດຍເລັ່ງໃສ່ການນຳໃຊ້ວັດສະດຸກໍ່ສ້າງທີ່ພວກເຮົາສາມາດຜະລິດໄດ້ ເປັນຕົ້ນ ຊີມັງ, ເຫລັກເສັ້ນ; ໃຫ້ລັດຖະບານ ພິຈາລະນາໂຄງການກໍ່ສ້າງ ແລະ ສ້ອມແປງທົ່ວໄປ ທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຕາມການແບ່ງຂັ້ນຄຸ້ມຄອງນັ້ນ ເຫັນວ່າມີຈໍານວນຫລາຍ ແລະ ແຫລ່ງທຶນຈາກການນໍາໃຊ້ງົບປະມານລົງທຶນຂອງລັດ ໃນແຕ່ລະປີ, ຖ້າຈະປະຕິບັດນະໂຍບາຍໃໝ່ ຕ້ອງໄດ້ຄົ້ນຄວ້າຢ່າງຖີ່ຖ້ວນ ກຳນົດກົນໄກທີ່ແນ່ນອນ ເພື່ອບໍ່ໃຫ້ເກີດຊ່ອງວ່າງ ແລະ ທັງບໍ່ສ້າງຜົນກະທົບຮ້າຍແຮງ ຕໍ່ການເກັບລາຍຮັບປະຈໍາແຕ່ລະປີຂອງລັດຖະບານ; ໃຫ້ລັດຖະບານ ຊີ້ນຳກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ໃນການນຳເຂົ້າວັດສະດຸ ແລະ ກົນຈັກ ມານຳໃຊ້ເຂົ້າບໍ່ຖືກຕ້ອງຕາມເປົ້າໝາຍ; ໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບ ໃຫ້ອົງການປົກຄອງທ້ອງ ຖິ່ນເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ; ຕ້ອງມີມາດຕະການທີ່ເຂັ້ມງວດ ໃນການຄວບຄຸມຄຸນນະພາບ, ມາດຕະຖານເຕັກນິກການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ; ເຂັ້ມງວດການຄຸ້ມຄອງ ແລະ ກວດກາ ເສັ້ນທາງໃນການຂົນສົ່ງ, ປະເພດລົດບັນທຸກ, ນໍ້າໜັກລົດບັນທຸກ ແລະ ມີຄວາມພ້ອມຮອບດ້ານໃນການປະຕິບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ຜູ້ບັນທຸກນໍ້າໜັກເກີນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ແຈ້ງເຕືອນ ຝົນຕົກໜັກ, ດິນເຈືື່ອນ ແລະ ນ ້າຖ້ວມຊຸ ປະຈຳວັນທີ 11 ມິຖຸນາ 2025

0

ເນືື່ອງຈາກຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນ ໄດ້ພາດຜ່ານ ຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ຂອງ ປະເທດລາວ, ປ່ອງເຂົ້າສູ່ລົມພາຍຸໝຸນເຂດຮ້ອນ ວູທິບ (TS WUTIP) ຫົວທີ 1 ປະຈໍາປີ 2025, ປັດຈຸບັນຍັງເຄືື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຄາດວ່າພາຍຸຫົວນີ້ຈະສືບຕໍ່ເຄືື່ອນທີ່ມາໃກ້ແຄມຝັ່ງຂອງປະເທດຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກ້ວາງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ໃນ 1 ຫາ 2 ວັນຕໍ່ໜ້ານີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ດິນເຈືື່ອນ, ນ້ຳຖ້ວມຊຸ, ຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິື່ງແວດລ້ອມ ຢ່າງເປັນປະຈຳ.

5 ວຽກຈຸດສຸມ ສົ່ງເສີມການຜະລິດທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ

0

ໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງ ຕໍ່ການປະກອບຄຳຄິດຄຳເຫັນ ແລະ ຄຳຊັກຖາມ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນຫລາຍບັນຫາສຳຄັນ ໂດຍສະເພາະ ຜົນສຳເລັດການຈັດຕັ້ງປະຕິບັດແຜນວຽກຈຸດສຸມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ການຜະລິດທົດແທນການນ້ຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ ຕາມ 5 ວຽກຈຸດສຸມ ທີ່ສະພາແຫ່ງຊາດໄດ້ຮັບຮອງຄື: ການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການສ້າງຄວາມເຂັ້ມແຂງທາງດ້ານການເກັບລາຍຮັບເຂົ້າງົບປະມານ; ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ; ການຮັກສາສະຖຽນລະພາບເງິນຕາ ຍົກສູງປະ ສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ.

ຜ່ານການຈັດຕັ້ງປະຕິບັດ 5 ຈຸດວຽກສຸມດັ່ງກ່າວ, ໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ມູນຄ່າການສົ່ງອອກສິນຄ້າ ທັງໝົດໃນ 5 ເດືອນຕົ້ນປີ 2025 ປະຕິບັດໄດ້ 5.313 ລ້ານໂດລາສະຫະລັດ ຫລື ເທົ່າກັບ 53,70% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງ ປີຜ່ານມາເພີ່ມຂຶ້ນ 29,70%. ໃນນັ້ນ, ສາມາດສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະ ລັດ ເທົ່າກັບ 65% ຂອງແຜນການປີ. ພ້ອມນີ້, ການເກັບລາຍຮັບ ຍັງໄດ້ເກີນແຜນເປັນປີທີ 4 ຕິດຕໍ່ກັນ ສາມາດມີເງິນຊຳລະໜີ້ສິນ ຕ່າງປະເທດໄດ້ຕາມສັນຍາ ແລະ ລາຍຮັບພາຍໃນສາມາດກຸ້ມລາຍຈ່າຍບໍລິຫານປົກກະຕິ, ທັງສາມາດ ເພີ່ມເງິນອຸດໜູນໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫລວດ ຕໍ່າສຸດໄດ້ 2,2 ລ້ານກີບຕໍ່ຄົນຕໍ່ເດືອນ; ໄດ້ປັບປຸງກົນໄກການຄຸ້ມຄອງລາຍຈ່າຍງົບປະມານຮັດກຸມກວ່າເກົ່າ ໂດຍສະເພາະການ ໂອນລາຍຮັບງົບປະມານຂອງຫົວໜ່ວຍງົບປະມານຕ່າງໆ ເຂົ້າບັນຊີລວມສູນຄັງເງິນແຫ່ງຊາດ ຢູ່ທະນາຄານແຫ່ງ ສປປ ລາວ ຈໍານວນເງິນທຽບເປັນເງິນກີບ ທັງໝົດ 26.822 ຕື້ກີບ ເພີ່ມຂຶ້ນ 6.996 ຕື້ກີບ, ຫັນການຊຳລະສະສາງງົບປະມານຂອງລັດ ຜ່ານທະນາຄານຫລາຍຂຶ້ນເປັນແຕ່ລະປີ; ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຖຽນກວ່າເກົ່າ, ອັດຕາແລກປ່ຽນໃນລະບົບທະນາ ຄານ ແລະ ນອກລະບົບ ຍັບໃກ້ເຂົ້າຫາກັນທຽບໃສ່ເມື່ອກ່ອນ ສາມາດແກ້ໄຂບັນຫາການລັກລອບແລກ ປ່ຽນ ເພື່ອເກັ່ງກຳໄລ; ຄວບຄຸມອັດຕາເງິນເຟີ້ ຫລຸດລົງເປັນແຕ່ລະເດືອນ (ເງິນເຟີ້ ເດືອນມັງກອນ 2025 ຢູ່ໃນລະດັບ 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8,3%). ສັງຮວມແລ້ວ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% (ຫລຸດລົງຫລາຍຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ວາລະແຫ່ງຊາດກຳນົດ ແມ່ນບໍ່ເກີນ 9%.

ຢ່າງໃດກໍຕາມ, ລັດຖະບານ ຍັງມີວຽກຈຸດສຸມຈຳນວນໜຶ່ງທີ່ປະຕິບັດບໍ່ທັນໄດ້ດີ ເປັນຕົ້ນ ການ ຜະລິດເພື່ອທົດແທນການນໍາເຂົ້າ ຍັງບໍ່ທັນແຂງແຮງ ໂດຍສະເພາະການຜະລິດປຸ໋ຍ, ແນວພັນພືດ, ສັດ ຍັງບໍ່ທັນພຽງພໍ, ການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນຜະລິດໄດ້ແລ້ວ ຍັງເຮັດບໍ່ໄດ້ດີ ໂດຍສະເພາະຜະລິດຕະພັນເຄື່ອງດື່ມທີ່ມີທາດເຫລົ້າ, ເບຍ, ນໍ້າດື່ມ, ຊີ້ນ, ພືດຜັກ ຍັງນໍາເຂົ້າມາຕາມດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ຈຸດຂ້າມລອຍ. ພ້ອມນີ້, ລາຄາສິນຄ້າຕົວຈິງໃນທ້ອງຕະຫລາດ ຍັງບໍ່ທັນຫລຸດລົງຕາມອັດຕາເງິນເຟີ້. ສະນັ້ນ, ແຕ່ນີ້ຮອດໝົດປີ 2025 ລັດຖະບານ ຈະໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງດັ່ງກ່າວ ແລະ ສືບຕໍ່ແກ້ໄຂຕາມວຽກຈຸດສຸມ ທີ່ໄດ້ກຳນົດໃນມະຕິ 111/ສພຊ, ລົງວັນທີ 21 ພະຈິກ 2023. ໃນນັ້ນ, ວຽກງານຈໍານວນໜຶ່ງກໍໄດ້ກຳນົດໃນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025.

ຊຸກຍູ້ການລົງນາມໃນສັນຍາກ່ຽວກັບການອະນຸລັກຮັກສາ-ນຳໃຊ້ລະບົບຊີວະນາໆພັນທະເລແບບຍືນຍົງ

0

ວິທະຍຸກະຈາຍສຽງຫວຽດນາມ, ໃນຂອບເຂດກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຢູ່Nice, ປະເທດຝຣັ່ງ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັບ ການນຳໂລກ ໄດ້ເຂົ້າຮ່ວມ ເຫດການ ພິເສດ ເພື່ອລະດົມ ກຳລັງໃຈ ແລະ ຊຸກຍູ້ວິວັດທະນາການລົງນາມໃນສັນຍາ ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ລະບົບຊີວະນາໆພັນທະເລແບບຍືນຍົງຢູ່ບໍລິເວນທະເລທີ່ບໍ່ຂຶ້ນກັບສິດອຳນາດແຫ່ງຊາດ (ເອີ້ນຫຍໍ້ວ່າ ສັນຍາ ກ່ຽວກັບ ທະເລ), ເຊິ່ງເປັນເອກະສານ ສຳຄັນ ທີ່ສຸດ ກ່ຽວກັບ ທະເລ ນັບແຕ່ຕົ້ນ ສະຕະວັດ ມາຮອດປັດຈຸບັນ. ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບເອກະສານໃຫ້ແກ່ຜູ້ຕາງໜ້າ ສປຊ; ພ້ອມທັງແຈ້ງໃຫ້ຊາບເລື່ອງລັດຖະບານຫວຽດນາມ ໃຫ້ສັດຕະຍາບັນສັນຍາ ກ່ຽວກັບທະເລ. ສສ ຫວຽດນາມ ແມ່ນໜຶ່ງໃນບັນດາ ປະເທດທຳອິດລົງນາມໃນສັນຍາສະບັບນີ້. ສັນຍາກ່ຽວກັບທະເລນີ້ທັງສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ການກະທຳ ທີ່ມີຄວາມໝາຍ ຂອງລັດຖະບານຫວຽດນາມ ໃນຄວາມມານະພະຍາຍາມລວມ ຂອງປະຊາຄົມສາກົນໃນການສ້າງ ມະຫາສະໝຸດສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ທະນາຄານໂລກ ປັບຫລຸດຕົວເລກການຄາດຄະເນຕໍ່ການເຕີບໂຕເສດຖະກິດໂລກ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 10 ມິຖຸນານີ້, ທະນາຄານໂລກ ໄດ້ເຜີຍແຜ່ ບົດລາຍງານ “ວິໄສທັດ ກ່ຽວກັບ ເສດຖະກິດໂລກ” ສະບັບຫລ້າສຸດ ໂດຍໄດ້ປັບຫລຸດ ຕົວເລກ ການຄາດຄະເນ ຕໍ່ການເຕີບໂຕ ຂອງເສດຖະກິດໂລກປີ 2025 ໃຫ້ຢູ່ໃນລະດັບ 2,3% ຈາກທີ່ຄາດຄະເນໄວ້ 2,7% ໃນເດືອນມັງກອນປີນີ້. ທະນາຄານໂລກ ແຈ້ງໃຫ້ຮູ້ວ່າ: ການເຕີບໂຕ ຂອງເສດຖະກິດໂລກ ພວມຊ້າລົງ ເນື່ອງຈາກ ກໍາແພງການຄ້າ ແລະ ສະພາບ ແວດລ້ອມ ດ້ານນະໂຍບາຍ ທີ່ບໍ່ແນ່ນອນ. ເມື່ອທຽບໃສ່ ສະພາບ ເສດຖະກິດໃນ 6 ເດືອນກ່ອນໜ້ານີ້ ທີ່ມີຄວາມເປັນໄປໄດ້ ທີ່ຈະຫລຸດລົງ ຢ່າງໝັ້ນທ່ຽງແລ້ວ, ເສດຖະກິດໂລກ ໃນປັດຈຸບັນ ພວມຕົກຢູ່ໃນ ສະພາບ ຄວາມປັ່ນປ່ວນ ອີກເທື່ອໜຶ່ງ. ພ້ອມນີ້, ບົດລາຍງານ ຂອງທະນາຄານໂລກ ຍັງຄາດຄະເນວ່າ: ຈັງຫວະ ການເຕີບໂຕ ຂອງການຄ້າໂລກ ໃນປີນີ້ ຈະຢູ່ໃນລະດັບ 1,8%, ຫລຸດລົງ 1,3% ເມື່ອທຽບໃສ່ ການຄາດຄະເນ ໃນເດືອນມັງກອນປີນີ້. ຂະນະທີ່ ຈັງຫວະການເຕີບໂຕ ຂອງການຄ້າໂລກ ໃນປີໜ້າ ຈະຢູ່ໃນລະດັບ 2,4%, ຫລຸດລົງ 0,8% ເມື່ອທຽບໃສ່ ການຄາດຄະເນ ໃນເດືອນມັງກອນປີນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຈໍານວນນັກທ່ອງທ່ຽວ ລະຫວ່າງ ການາດາ- ສ.ອາເມລິກາ ຫລຸດລົງ 5 ເດືອນຕິດຕໍ່ກັນ

0

ວິທະຍຸສາກົນແຫ່ງ ສປ ຈີນ ວັນທີ 10 ມິຖຸນານີ້ ອີງຕາມຕົວເລກຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິການາດາ ເປີດເຜີຍໃຫ້ຮູ້ວ່າ: ໃນເດືອນພຶດສະພານີ້, ປະຊາຊົນ ການາດາ ສືບຕໍ່ ຫລີກລ່ຽງ ບໍ່ເດີນທາງໄປ ທ່ອງທ່ຽວ ສ.ອາເມລິກາ ເຮັດໃຫ້ຈໍານວນ ນັກທ່ອງທ່ຽວ ລະຫວ່າງ ການາດາ ແລະ ສ.ອາເມລິກາ ຫລຸດລົງ 5 ເດືອນຕິດຕໍ່ກັນ. ເນື່ອງຈາກໄດ້ຮັບຜົນກະທົບ ຈາກຫລາຍປັດໄຈ ເຊັ່ນ: ບັນຫານະໂຍບາຍພາສີ ຂອງ ສ.ອາເມລິກາ, ຖ້ອຍຄວາມ ຂອງທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ກ່ຽວກັບ ການຍຶດຄອງ ການາດາ ເປັນຕົ້ນ ເຮັດໃຫ້ຂະແໜງ ການທ່ອງທ່ຽວ ລະຫວ່າງ ການາດາ ແລະ ອາເມລິກາ ຫລຸດລົງ ຢ່າງຕໍ່ເນື່ອງ ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ. ນອກຈາກນີ້, ຈໍານວນນັກທ່ອງທ່ຽວ ຫລຸດລົງ ໄດ້ເຮັດໃຫ້ບໍລິສັດ ການບິນ ຈໍານວນໜຶ່ງ ຂອງການາດາ ຫລຸດຖ້ຽວບິນໄປ ສ.ອາເມລິກາ ໜ້ອຍລົງ. ບໍລິສັດ ການບິນ ການາດາ ແຈ້ງໃຫ້ຮູ້ວ່າ: ມີນັກທ່ອງທ່ຽວ ການາດາ ຈໍານວນຫລາຍຂຶ້ນ ກວ່າເກົ່າຫັນມາທ່ຽວ ຢູ່ພາຍໃນປະເທດ, ລວມເຖິງ ເອີຣົບ, ອາຊີ, ອົດສະຕຣາລີ ແລະ ເຂດແຄວ້ນອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຍອດມູນຄ່າການຄ້າ ສປ ຈີນ-ອາຊຽນ ໃນ 5 ເດືອນທຳອິດປີນີ້ ບັນລຸ ຫລາຍກວ່າ 3.000 ຕື້ຢວນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ອາ​ຊຽນ ​ເປັນ​ຄູ່​ການ​ຄ້າ​ໃຫຍ່ ​ອັນ​ດັບ​ທີ 1 ຂອງ ສປ ​ຈີນ, ຍອດ​ມູນ​ຄ່າ​ ການ​ຄ້​າ ​ລະ​ຫວ່າງ ສປ ​ຈີນ-ອາ​ຊຽນ ​ບັນ​ລຸ​ເຖິງ 3.020 ຕື້ຢວນ, ເພີ່ມ​ຂຶ້ນ 9,1%, ກວມ​ເອົາ​ ຍອດ​ມູນ​ຄ່າ ​ການ​ຄ້າ​ ກັບ​ຕ່າງ​ປະ​ເທດ ​ຂອງ ສປ ​ຈີນ ​ເຖິງ 16,8%. ໃນ​ນັ້ນ, ສປ ຈີນ​ ໄດ້​ສົ່ງ​ອອກ​ ສິນ​ຄ້າ ​ໄປ​ຍັງ ​ປະ​ເທດ ​ສະ​ມາ​ຊິກ ອາ​ຊຽນ ​ບັນ​ລຸ​ເຖິງ 1.900 ຕື້ຢວນ, ເພີ່ມ​ຂຶ້ນ 13,5% ແລະ ໄດ້​ນຳ​ເຂົ້າ​ ສິນ​ຄ້າ​ ຈາກ​ປະ​ເທດ ​ສະ​ມາ​ຊິກ​ ອາ​ຊຽນ​ ບັນ​ລຸ​ເຖິງ 1.120 ຕື້ຢວນ, ເພີ່ມ​ຂຶ້ນ 2,3%. ຫລັງຈາກ ​ຕົວເລກ​ສະ​ຖິ​ຕິ​ທີ່ ​ອົງ​ການ ​ພາ​ສີຈີນ ​ປະ​ກາດ ເມື່ອບໍ່ດົນມານວ່າ: ໃນ 5 ເດືອນ​ທຳ​ອິດ ຂອງ​ປີ 2025, ຍອດ​ມູນ​ຄ່າ​ ການ​ຄ້າ ​ຂາ​ເຂົ້າ-​ຂາ​ອອກ​ ສິນ​ຄ້າ​ຈີນ ​ບັນ​ລຸ​ເຖິງ 17.940 ຕື້ຢວນ, ເພີ່ມ​ຂຶ້ນ 2,5% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ຍອດ​ມູນ​ຄ່າ​ ການ​ສົ່ງ​ອອກ ​ສິນ​ຄ້າ​ ມີ​ເຖິງ 10.670 ຕື້ຢ​ວນ, ເພີ່ມ​ຂຶ້ນ 7,2% ແລະ ການ​ນຳ​ເຂົ້າ​ສິນ​ຄ້າ 7.270 ຕື້ຢວນ, ຫລຸດ​ລົງ 3,8%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ໄທ-ກໍາປູເຈຍ ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບສະຖານະການຢູ່ເຂດຊາຍແດນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ​ ນາງ ​ແພ​ທອງ​ທານ ຊິນ​ນະ​ວັດ ນາຍົກ ລັດຖະມົນຕີ​ໄທ ​ໄດ້ແຈ້ງຂ່າວ ​ຜ່ານ​ສື່​ສັງຄົມ​ອອນ​ລາຍ​ວ່າ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ ​ສະຖານະ​ການ​ ຢູ່​ເຂດ​ຊາຍ​ແດນ​ກັບ ລັດຖະບານ ​ກໍາປູ​ເຈຍ ​ແລະ​ ໄດ້​ບັນລຸ​ ຄວາມ​ຮັບ​ຮູ້ ​ທີ່ເປັນ ​ເອກະ​ພາບ​ກັນ ເຊິ່ງມີ​ຜົນ​ດີ​ ຕໍ່​ສະຖານະ​ການ​ ທີ່​ເກີດ​ຂຶ້ນ. ທ່ານ​ ນາງ​ ແພ​ທອງ​ທານ ຊິນ​ນະ​ວັດ ກ່າວ​ຕື່ມ​ວ່າ: ສອງ​ຝ່າຍ ​ໄດ້​ເຫັນ​ດີ ​ປັບປຸງ​ ການຈັດ​ວາງ ດ້ານ​ການ​ທະຫານ ​ຢູ່​ເຂດ​​ ທີ່ເກີດ​ຄວາ​ມຂັດ​ແຍ້​ງກັນ ​ເພື່ອ​ຜ່ອນຄາຍ ​ສະຖານະ​ການ ​ທີ່​ເຄັ່ງ​ຕຶງ ​ແລະ​ ຊຸກຍູ້​ການ​ຮ່ວມ​ມື. ສອງ​ຝ່າຍ​ ຈະ​ສືບ​ຕໍ່ ປຶກສາ​ຫາລື​ກັນ ​ໂດຍ​ຜ່ານ​ກົນ​​ໄກ​ ຄະນະ​ກໍາມະການ ​​ເຂດ​ຊາຍ​ແດນ​ຮ່ວມ​ ລະຫວ່າງ ​ໄທ-ກໍາປູ​ເຈຍ ຫລື JBC ​ໃນ​ວັນ​ທີ 14 ມິຖຸນາ​ນີ້, ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ຈະ​ສືບ​ຕໍ່ ​ຈັດການ​ສົນທະນາ​ກັນ ​ໃນ​ຂັ້ນ​ຕ່າງໆ ເພື່ອຊຸ​ກຍູ້ ​ໃຫ້ສາຍ​ພົວພັນ​ລະຫວ່າງ​ ສອງ​ປະ​ເທດ ​ຟື້ນ​ຟູ ​​ສູ່​ສະ​ພາບ ປົກ​ກະຕິ​ໂດຍ​​ໄວ​. ກະຊວງ​ປ້ອງ​ກັນ​ປະ​ເທດ ກໍາປູ​ເຈຍ​ ແຈ້ງ​ໃຫ້​ຮູ້​ວ່າ: ກອງທັບ​ ​ກໍາປູ​ເຈຍ ແລະ ໄທ ​ໄດ້​ປຶກສາ​ຫາລື ​ແລະ​ ບັນ​ລຸ​ຄວາມ​ເຫັນ ທີ່​ເປັນ​ເອກະ​ພາບ​ກັນ ເພື່ອປັບປຸງ ​ການຈັດ​ວາງ ດ້ານ​ການ​ທະຫານ ​ຢູ່​ເຂດ​ທີ່​ເກີດ ​ຄວາ​ມຂັດ​ແຍ້​ງກັນ ​ແລະ​ ຜ່ອນຄາຍ ​ການ​ປໍ​ລະ​ປັກ​ກັນ. ສອງ​ຝ່າຍ ​ເຫັນ​ດີ ​​ສົ່ງທະຫານ​ຝ່າຍ​ລະ 7 ​ຄົນ ​ທີ່​ບໍ່​ມີອາວຸດ ​ເພື່ອພົບ​ປະກັນ 3 ຄັ້ງ ​ໃນ​ທຸກໆ​ອາທິດ ​ຢູ່​ເຂດ​ທີ່​ເກີດ ການ​ປະ​ທະ​ກັນ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ເພື່ອ​ເພີ່ມ​ທະວີ​ ການຕິດ​ຕໍ່​ພົວພັນ ​ແລະ​ ການ​ປະສານ​ງານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ